5591

xtgmf]k; 3 03/04/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ພົຈ ວ ສີວອນ ໄຊຍະວົງ ວໜ້າກອງບັນຊາກການ ˜ກສ ¨Œວງອຸດົມໄຊ ບົດສະເໜີ xdl v5 fq ,w- gvq k.9.lj cdh w0xtdq fdkosp= h m= h .o37'dko]q fw2]k;{9u o 0tc|' pm0 gxa oxkpcs], .odkora fmtokxtgmf-kf ໃນ ແລະ ພາກພື້ນ ບົນພື້ນຖານຫລັກ ການ, ມີຈຸດສຸມ ແລະ ວ່ອງໄວ, ຂະ ຫຍາຍພື້ນຖານໂຄງລ່າງທີ່ຈຳເປັນ ເຊື່ອມຈອດເຂົ້າສູ່ແລວທາງເສດຖະ ກິດບົນຫລັກການສ້າງລະບົບຂົນ ສົ່ງຫລາຍຮູບແບບ (Multimodal Transport), ເລັ່ງຈັດຕັ້ງປະຕິ ບັດບັນດາໂຄງການທີ່ລັດຖະບານ ໄດ້ຮັບຮອງ, ອະນຸມັດເຂົ້າສູ່ເຂດ ການຜະລິດກະສິກຳ, ເຂດອຸດສາ ຫະກຳ ແລະ ເຂດທີ່ມີໂຄງລ່າງພື້ນ ຖານສຳຄັນແລ້ວເຊັ່ນ: ການຄົມມະ ນາຄົມທາງບົກ, ທາງນ້ຳ, ທາງລົດ ໄຟ ແລະ ທາງອາກາດ. ສ້າງເງື່ອນ ໄຂ ເພື່ອອຳນວຍຄວາມສະດວກ ເພື່ອດຶງດູດການລົງທຶນ ແລະ ຊຸກຍູ້ ການພັດທະນາໂຄງການເຂດອຸດສາ ຫະກຳ, ເຂດຕົວເມືອງSmart city, ເຂດໂລຈີສຕິກ ແລະ ເຂດທ່າບົກ, ເຂດບໍລິການຄ້າປອດພາສີ ທີ່ມີ ຄວາມສາມາດຈັດຕັ້ງປະຕິບັດ ໃນ 2 ປີຕໍ່ໜ້າ (2023-2024) ຢູ່ຕາມ ແລວທາງເສດຖະກິດລາວ-ຈີນ ແລະ ເຂດການຄ້າຊາຍແດນໃຫ້ໄດ້ ໄວ.ເລັ່ງພັດທະນາຜູ້ປະກອບການ ດ້ານການຂົນສົ່ງພາຍໃນໃຫ້ເຂັ້ມ ແຂງ, ສ້າງເງື່ອນໄຂແລະນະໂຍບາຍ ສົ່ງເສີມໃຫ້ຂະແໜງການບໍລິການ ຂົນສົ່ງຍົກປະສິດທິພາບສູງຂຶ້ນ, ຫລຸດຕົ້ນທຶນ ແລະ ຂອດຂັ້ນທີ່ເປັນອຸ ປະສັກໃຫ້ແກ່ການບໍລິການຂົນສົ່ງ ເປັນຕົ້ນ: ການປັບປຸງມາດຕະຖານ ເຕັກນິກ, ການນຳໃຊ້ວັດສະດຸພາຍ ໃນເຂົ້າໃນການກໍ່ສ້າງ ເພື່ອຫລຸດ ຕົ້ນທຶນແລະຫລຸດຜ່ອນການນຳເຂົ້າ ແລະ ອື່ນໆ. ໄປຄ່ຽງຄູ່ກັບການຍົກ ລະດັບເສັ້ນທາງຄົມມະນາຄົມທາງ ບົກຢ່າງມີຈຸດສຸມຕາມບັນດາແລວ ທາງເສດຖະກິດ, ໄປພ້ອມກັບການ ພັດທະນາເສັ້ນທາງເຊື່ອມຈອດ ພາຍໃນຕິດພັນກັບການພັດທະນາ ຕົວເມືອງ, ສືບຕໍ່ໂຄງການກໍ່ສ້າງ ຂົວຂ້າມນໍ້າຂອງ3ແຫ່ງ, ໂຄງການ ປັບປຸງ ແລະ ສ້ອມແປງທາງ 13 ເໜືອສີເກີດ-ໂພນໂຮງ, ໂຄງການ ປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ແຕ່ ກມ 71 ຫາ 346 ລວມທັງ ໜົດ 4 ສັນຍາໃຫ້ສໍາເລັດຕາມ ແຜນການທີ່ວາງໄວ້, ປະສານສົບ ທົບກັບຍທຂແຂວງ,ນະຄອນຫລວງ ແລະ ຫ້ອງການ ຍທຂ ເມືອງ ຈັດ ຕັ້ງປະຕິບັດວຽກງານບູລະນະທາງ ຫລວງແຫ່ງຊາດ ສົກປີ 20222024 ຈຳນວນ 18 ໂຄງການ, 109 ສັນຍາ ໃຫ້ສຳເລັດຕາມແຜນ ການທີ່ວາງໄວ້, ຮັບປະກັນໃຫ້ເສັ້ນ ທາງທຽວ ໄດ້ສະດວກຕະຫລອດ ປີ, ສູ້ຊົນຍາດແຍ່ງການລົງທຶນແບບ BOT ເພື່ອກໍ່ສ້າງທາງດ່ວນທີ່ໄດ້ ກໍານົດໄວ້ ໃນແຜນການຂອງກະ ຊວງ. ພັດທະ ນາການບໍລິການຜ່ານ ແລະ ຂົນສົ່ງຂ້າມແດນ, ສ້າງລະ ບົບຂົນສົ່ງສິນຄ້າໂລຈີສຕິກ ແລະ ຂົນສົ່ງໂດຍສານທີ່ທັນສະໄໝ, ໂດຍ ປັບປຸງຍົກລະດັບການບໍລິການໃຫ້ ມີຄວາມປອດໄພສູງ, ສະດວກ ແລະ ທັນສະໄໝ ກໍານົດເງື່ອນໄຂ ແລະ ມາດຕະຖານຂອງພາຫະນະຂົນສົ່ງ ໂດຍສານ ເອື້ອອໍານວຍການຂົນ ສົ່ງໂດຍສານ ໃຫ້ມີຄວາມສະດວກ ແລະ ຕິດຕາມການສະເໜີປັບປຸງ ໂຮມ 2 ຄະນະ ຂົນສົ່ງແຫ່ງຊາດ ເຂົ້າກັບຄະນະອໍານວຍຄວາມສະ ດວກທາງການຄ້າ. ຕິດຕາມການ ບໍລິການທ່າບົກທີ່ມີຢູ່ແລ້ວໃຫ້ເຂົ້າ ສູ່ລະບົບ, ຖືກຕ້ອງຕາມລະບຽບ ການ, ສ້າງສະມາຄົມຂົນສົ່ງແຫ່ງ ຊາດລາວໃຫ້ມີຄວາມເຂັ້ມແຂງ. ພ້ອມທັງພັດທະນາເສັ້ນທາງ ລົດໄຟ ເພື່ອເຊື່ອມຈອດກັບບັນດາ ປະເທດໃກ້ຄຽງ, ພາກພື້ນ ແລະ ສາ ກົນແລະຊີ້ນໍາແກ້ໄຂຂໍ້ຄົງຄ້າງຈາກ ການກໍ່ສ້າງໂຄງການລົດໄຟລາວຈີນ ການບໍລິການແລ່ນລົດໄຟຮ່ວມ ກັບການລົດໄຟໄທໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ, ຕິດຕາມການຈັດຕັ້ງ ຜັນຂະຫຍາຍໂຄງການຮ່ວມມືພັດ ທະນາເສັ້ນທາງລົດໄຟລາວ-ຫວຽດ ນາມ ທີ່ບໍລິສັດຝ່າຍ ລາວ ແລະ ຫວຽດນາມ ໄດ້ເຊັນຮ່ວມນໍາກັນ ຜ່ານມາ. ພັດທະນາທ່າເຮືອ, ປັບປຸງ ຄອງເດີນເຮືອຕາມລຳແມ່ນໍ້າຂອງ, ປັບປຸງລະບົບການຂົນສົ່ງທາງນໍ້າ ໃຫ້ມີຄວາມປອດໄພ ໄດ້ມາດຕະ ຖານສາກົນ, ຄຸ້ມຄອງ ແລະ ຊຸກຍູ້ ນຳໃຊ້ການຄົມມະນາຄົມ-ຂົນສົ່ງ ທາງນ້ຳຕາມລຳແມ່ນ້ຳຂອງ ແລະ ແມ່ນ້ຳສາຂາຕິດພັນກັບການທ່ອງ ທ່ຽວ ແລະ ການຂົນສົ່ງສິນຄ້າ ຕິດ * ອຸດົມໄຊ ແມ່ນແຂວງໃຈກາງ ຫລື ແຂວງທາງຜ່ານຂອງບັນດາ ແຂວງພາກເໜືອຂອງລາວແລະແມ່ນ ແຂວງທີ່ມີໄລຍະເສັ້ນທາງລົດໄຟ ລາວ-ຈີນ ຜ່ານຍາວກວ່າໝູ່ໃນຈໍາ ນວນ 5 ແຂວງຂອງ ສປປ ລາວ ທີ່ມີ ລົດໄຟດັ່ງກ່າວຜ່ານ ເຊີ່ງມີຄວາມ ຍາວທັງໝົດ 120 ກວ່າກິໂລ ແມັດ, ປະກອບມີ 9 ສະຖານີ, ແຕ່ໃນໄລຍະ ທໍາອິດແມ່ນກໍ່ສ້າງ ພຽງ 3 ສະຖາ ນີ ຄື: ສະຖານີເມືອງໄຊ, ສະຖານີເມືອງ ນາໝໍ້, ແລະ ສະຖານີເມືອງງາ, ມີ 30 ກວ່າອຸມົງ. ນັບຕັ້ງແຕ່ມື້ເລີ່ມຕົ້ນລົງມືກໍ່ສ້າງ ຫລື ເລີ່ມຈັດຕັ້ງປະຕິບັດໂຄງການລົດ ໄຟລາວ-ຈີນ ເປັນຕົ້ນມາ, ໂດຍຈັດ ຕັ້ງປະຕິບັດຕາມທິດຊີ້ນໍາຂອງພັກ ແລະ ລັດຖະບານ ກໍ່ຄື ກະຊວງປ້ອງ ກັນຄວາມສະຫງົບ, ກໍາລັງປ້ອງກັນ ຄວາມສະຫງົບ (ປກສ) ແຂວງ ອຸດົມໄຊ ໄດ້ຮ່ວມກັບກໍາລັງປ້ອງ ກັນຊາດ ແລະ ທຸກພາກສ່ວນທີ່ກ່ຽວ ຂ້ອງ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກ ງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມ ເສັ້ນທາງລົດໄຟດັ່ງກ່າວທີ່ມີໄລຍະ ເສັ້ນ ທາງຜ່ານແຂວງຂອງຕົນຢ່າງ ເຂັ້ມງວດ ເພື່ອໃຫ້ການຈັດຕັ້ງປະ ຕິບັດໂຄງການສາມາດດໍາເນີນໄປ ໄດ້ຢ່າງສະດວກສະບາຍ ດ້ວຍການ ສົ່ງກໍາລັງໄປປະຈໍາຢູ່ບັນດາສະຖາ ນີ, ບັນດາອຸມົງ ແລະ ແຕ່ລະຈຸດສໍາ ຕາມຊຸກຍູ້ການໂອນຮຸ້ນໄດ້ສໍາເລັດ ພັດທະນາທ່າເຮືອຫວຸ້ງອ່າງເພື່ອ ໃຫ້ການຂົນສົ່ງທາງທະເລມີປະສິດ ທິພາບ ສືບຕໍ່ປະຕິບັດບັນດາໂຄງ ການກໍ່ສ້າງປ້ອງກັນຕາຝັ່ງຕາມແມ່ ນໍ້າຂອງ ແລະ ແມ່ນໍ້າສາຂາ, ເກັບ ກຳຂໍ້ມູນການອະນຸຍາດຂຸດຄົ້ນຫີນ ແຮ່-ຊາຍ-ດິນດໍາ ແລະ ຈັດຕັ້ງປະຕິ ບັດໂຄງການຄຸ້ມຄອງຄວາມສ່ຽງ ໄພພິບັດນໍ້າຖ້ວມ. ການສ້າງແຜນຍຸດ ທະສາດ, ແຜນພັດທະນາ ແລະ ນະ ໂຍບາຍຂົນສົ່ງທາງອາກາດຂອງ ຂະແໜງການບິນພົນລະເຮືອນ ເພື່ອ ເຮັດໃຫ້ການຄຸ້ມຄອງ ແລະ ການ ຈັດຕັ້ງປະຕິບັດ ໃຫ້ກາຍເປັນຮູບ ປະທຳ ຢ່າງມີປະສິດທິຜົນກໍຄືການ ອໍານວຍຄວາມສະດວກ ໃຫ້ແກ່ ການຂົນສົ່ງຜ່ານນ່ານຟ້າ ແລະ ຂົນ ສົ່ງ ເຂົ້າ-ອອກ ສປປ ລາວ ໃຫ້ມີ ຄວາມປອດໄພ ຕາມມາດຕະຖານ ສາກົນ, ຕິດຕາມ ແລະ ຊຸກຍູ້ແກ້ໄຂ ຂໍ້ຄົງຄ້າງ ຈາກການກວດກາ ຂອງ ອົງການການບິນພົນລະເຮືອນສາ ກົນທີ່ຕິດພັນກັບກົມ, ກອງວິຊາການ ແລະ ບໍລິສັດ ສາຍການບິນ ໃຫ້ສໍາ ເລັດຕາມແຜນການ, ສືບຕໍ່ປັບປຸງ ຂໍ້ ກໍານົດ, ລະບຽບການແລະຄູ່ມືກ່ຽວ ກັບການຄຸ້ມຄອງມາດຕະຖານ, ການປ້ອງກັນຄວາມປອດໄພການ ບິນ ແລະ ຄວາມປອດໄພການບິນ, ການຄຸ້ມຄອງສະໜາມບິນ, ການ ຄຸ້ມຄອງຈາລະຈອນທາງອາກາດ, ສາຍການບິນ ແລະ ຜູ້ປະກອບການ. ປະຕິບັດໂຄງການກໍ່ສ້າງ ແລະ ປັບ ປຸງສະໜາມບິນໃຫ້ສຳເລັດຕາມ ແຜນການ. ພັດທະນາຕົວເມືອງຕາມ ທິດໜ້າຢູ່, ສີຂຽວຍືນຍົງ ກໍານົດທິດ ທາງສ້າງຕົວເມືອງທັນສະໄໝ, ຕົວ ເມືອງຕາມແລວເສດຖະກິດ ນໍາພາ ຄົ້ນຄວ້າສ້າງຍຸດທະສາດການພັດ ທະນາເຄຫາສະຖານແລະຕົວເມືອງ ຮອດປີ 2035 ແລະ ໂຄງການພັດ ທະນາຕົວເມືອງຕາມແລວ ເສດຖະ ກິດເໜືອ-ໃຕ້ (MS4 ຢູ່ຕົວເມືອງ ປາກຊັນ ແລະ ຕົວເມືອງທ່າແຂກ ໃຫ້ສໍາເລັດຕາມແຜນການທີ່ວາງ ໄວ້. ປະຕິບັດນະໂຍບາຍສະໜອງ ນໍ້າປະປາໃຫ້ປະຊາຊົນທຸກຂົງເຂດ ໃຫ້ໄດ້ນໍາໃຊ້ນໍ້າປະປາຢ່າງກວ້າງ ຂວາງ ແລະ ທົ່ວເຖິງ, ພ້ອມທັງສືບ ຕໍ່ນໍາພາ-ຊີ້ນຳປະຕິບັດນະໂຍບາຍ ຂະຫຍາຍ ແລະ ປັບປຸງລະບົບນໍ້າ ປະປາ ໃນບັນດາເທສະບານແຂວງ ແລະ ເມືອງ, ຊຸມຊົນ ແລະ ກຸ່ມບ້ານ ຊົນນະບົດ ທີ່ຍັງບໍ່ທັນມີລະບົບນໍ້າ ປະປາ ສືບຕໍ່ ນໍາພາ-ຊີ້ນໍາ ການຈັດ ຕັ້ງປະຕິບັດໂຄງການກໍ່ສ້າງນໍ້າປະ ປາຕ່າງໆ ຢ່າງເປັນປົກກະຕິ ແລະ ໃຫ້ສໍາເລັດຕາມແຜນການ. * ຂະແໜງໂນທາທິການ ແລະ ຂົນສົ່ງ (ຍທຂ) ເປັນຂະແໜງສຳ ຄັນທີ່ປະກອບສ່ວນເຂົ້າໃນການພັດ ທະນາສ້າງສາປະເທດຊາດ ໃຫ້ຈະ ເລີນຮຸ່ງເຮືອງ ຊຶ່ງຕະຫລອດ ໄລຍະ 68 ປີ ພາຍໃຕ້ການນຳພາຂອງພັກ ນັ້ນ ວຽກງານໃນໜ້າທີ່ຄວາມຮັບ ຜິດຊອບຂອງ ຍທຂ ແມ່ນມີຜົນສຳ ເລັດເປັນກ້າວໆ.ສະເພາະໃນປີ2023 ນີ້, ກະຊວງໂຍທາທິການ ແລະ ຂົນ ສົ່ງ ຈະສືບຕໍ່ຈັດຕັ້ງເສີມຂະຫຍາຍ ທ່າໄດ້ປຽບດ້ານທີ່ຕັ້ງຂອງປະເທດ ໃນການພັດທະນາພື້ນຖານໂຄງລ່າງ ທີ່ສາມາດຮອງຮັບການເຊື່ອມ ຈອດ-ເຊື່ອມໂຍງຕາມທິດ “ພັດທະ ນາໂຍທາທິການ ແລະ ຂົນສົ່ງ ໃຫ້ ເປັນປາຍແຫລມ, ມີຈຸດສຸມ, ປະສິດ ທິຜົນສູງ, ທັນສະໄໝ, ປອດໄພ, ມີ ຄວາມທົນທານຕໍ່ການປ່ຽນແປງ ດິນຟ້າອາກາດ, ເຊື່ອມໂຍງ-ເຊື່ອມ ຈອດ ແລະ ຍືນຍົງ”. ໃນການຈັດຕັ້ງຜັນຂະຫຍາຍ ມາດຕະການໃນວຽກງານພັດທະ ນາພື້ນຖານໂຄງລ່າງເຊື່ອມຈອດ ເຂົ້າສູ່ແລວທາງເຖດຖະກິດ ແລະ ເຂດການຜະລິດ, ພ້ອມທັງພັດທະ ນາລະບົບການຂົນສົ່ງ, ເຂດໂລຈີສ ຕິກ ແລະ ເຂດທ່າບົກທີ່ທັນສະໄໝ ເພື່ອສົ່ງເສີມການຜະລິດ ແລະ ບໍລິ ການຕາມແລວທາງເສດຖະກິດພາຍ ພາບປະກອບ ຄັນຕ່າງໆ ຕະຫລອດເສັ້ນທາງຢ່າງ ເຂັ້ມງວດ, ພ້ອມກັນນີ້ ໄດ້ຈັດຕັ້ງ ໜ່ວຍລາດຕະເວນ ແລະ ໜ່ວຍເຄື່ອນ ໄຫວໂຄສະນາເພື່ອໃຫ້ປະຊາຊົນຢູ່ ບັນດາບ້ານທີ່ຢູ່ຕາມແລວທາງລົດໄຟ ພາຍໃນແຂວງຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບຄວາມສໍາຄັນ ແລະ ຜົນປະ ໂຫຍດຂອງໂຄງການດັ່ງກ່າວ, ພ້ອມ ທັງໃຫ້ການຮ່ວມມືຄຸ້ມຄອງ ແລະ ປົກ ປັກຮັກສາເສັ້ນເສັ້ນທາງລົດໄຟຮ່ວມ ກັນຢ່າງຕໍ່ເນື່ອງ. ນອກຈາກນີ້ໄດ້ ຮ່ວມ ກັບພາກສ່ວນກ່ຽວຂ້ອງເຄື່ອນ ໄຫວກວດກາ ແລະ ສັ່ງຍຸບຮ້ານເກັບ ຊື້ເຫລັກເສດທີ່ເຄື່ອນໄຫວບໍ່ຖືກຕ້ອງ ຈໍານວນໜຶ່ງ, ພ້ອມທັງໄດ້ເຮັດບົດບັນ ທຶກກັບເຈົ້າຂອງຮ້ານເກັບຊື້ເຫລັກ ເສດທີ່ມີພາຍໃນແຂວງປັດຈຸບັນ 10 ກວ່າຮ້ານບໍ່ໃຫ້ເກັບຊື້ເຫລັກເສດທີ່ບໍ່ ຖືກຕ້ອງຈາກກຸ່ມຄົນບໍ່ດີທີ່ລັກລອບ ມາຂາຍໃຫ້ ແລະ ອື່ນໆ. ພົນຈັດຕະວາ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການປກສແຂວງ ອຸດົມໄຊ ໃຫ້ສໍາພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ຜ່ານການເຄື່ອນ ໄຫວປະຕິບັດວຽກງານປ້ອງກັນ ຄວາມສະຫງົບ ແລະ ຄວາມເປັນລະ ບຽບຮຽບຮ້ອຍຕາມເສັ້ນທາງລົດໄຟ ລາວ-ຈີນ ຢູ່ແຂວງອຸດົມໄຊ ໃນໄລຍະ ຜ່ານມາ ພົບເຫັນປະກົດການຫຍໍ້ທໍ້ ເກີດຂຶ້ນຈໍານວນໜຶ່ງທີ່ເກີດຂຶ້ນກ່ຽວ ກັບໂຄງການລົດໄຟລາວ-ຈີນຢູ່ແຂວງ ອຸດົມໄຊ ໂດຍສະເພາະໃນໄລຍະເລີ່ມ ຕົ້ນຈັດຕັ້ງປະຕິບັດໂຄງການ ຍ້ອນມີ ກຸ່ມຄົນບໍ່ດີຈໍານວນໜຶ່ງມາລັກສາຍ ໄຟ ແລະ ຫລັກຮົ້້ວຂອງໂຄງການ ເຊີ່ງເຈົ້າໜ້າທີ່ຈັບໄດ້ ແລະ ດໍາເນີນ ການຈາມລະບຽບກົດໝາຍ. ແຕ່ ພາຍຫລັງເປີດນໍາໃຊ້ໂຄງການດັ່ງ ກ່າວຈົນມາຮອດປັດຈຸບັນປະກົດ ການດັ່ງກ່າວ ຫລື ປະກົດການຫຍໍ້ທໍ້ ອື່ນໆ ແມ່ນບໍ່ປະກົດເຫັນອີກ ແລ້ວ. ພ້ອມນີ້, ທ່ານໄດ້ຕີລາຄາວ່າ: ຜ່ານການປະຕິບັດໜ້າທີ່ຂອງ ກໍາ ລັງ ປກສ ແຂວງອຸດົມໄຊ ໃນໂຄງການ ລົດໄຟລາວ-ຈີນ ມາຮອດປັດຈຸບັນ ເຖີງວ່າວຽກງານນີ້ເປັນວຽກ ງານ ໃໝ່ ແຕ່ຍ້ອນການຊີ້ນໍາຢ່າງໃກ້ ຊິດຂອງຂັ້ນເທີງ ກໍຄື ກະຊວງປ້ອງ ກັນຄວາມສະຫງົບ ທີ່ໄດ້ຈັດສັນງົບ ປະມານ, ພາຫະນະ ແລະ ອຸປະກອນ ທີ່ຈໍາເປັນພຽງພໍໂດຍພື້ນຖານ, ບວກ ມີບັນດານິຕິກໍາທີ່ກ່ຽວຂ້ອງເປັນ ເຄື່ອງມື ແລະ ບ່ອນອີງສໍາຄັນໃນ ການຈັດຕັ້ງປະຕິບັດວຽກງານຕົວ ຈິງ, ລວມເຖີງທຸກພາກສ່ວນທີ່ກ່ຽວ ຂ້ອງ ແລະ ປະຊາຊົນພາຍໃນແຂວງ ໂດຍສະເພາະປະຊາຊົນທີ່ອາໃສຢູ່ ຕາມລຽບເສັ້ນທາງລົດໄຟລາວຈີນ ໃຫ້ການຮ່ວມມືຈັດຕັ້ງປະຕິບັດ ຕາມລະບຽບການທີ່ໂຄງການວາງ ອອກ ກໍຄື ຂັ້ນເທີງວາງອອກຈຶ່ງເຮັດ ໃຫ້ການ ຈັດຕັ້ງປະຕິບັດວຽກງານ ທຸກວຽກງານທີ່ຢູ່ໃນຄວາມຮັບຜິດ ຊອບຂອງ ປກສ ແຂວງ ໄດ້ຮັບຜົນ ສໍາເລັດດ້ວຍດີຕະຫລອດມາ ແລະ ປະກອບສ່ວນສໍາຄັນເຮັດໃຫ້ການບໍລິ ການລົດໄຟລາວ-ຈີນ ຢູ່ແຂວງອຸດົມ ໄຊ ໃນປັດຈຸບັນນີ້ ມີຄວາມສະຫງົບ ປອດໄພ ແລະ ເປັນລະບຽບຮຽບ ຮ້ອຍດີ. ພົນຈັດຕະວາ ສີວອນ ໄຊຍະວົງ ໃຫ້ຮູ້ຕື່ມວ່າ: ເພື່ອເຮັດໃຫ້ການບໍລິ ການລົດໄຟ ລາວ-ຈີນ ຢູ່ແຂວງອຸດົມ ໄຊ ນັບມື້ໄດ້ຮັບຜົນສໍາເລັດ, ທັງຮັບ ປະກັນບໍ່ໃຫ້ມີປະກົດການຫຍໍ້ທໍ້ດ້ານ ຕ່າງໆ ເກີດຂຶ້ນ, ກໍາລັງ ປກສ ແຂວງ ຈະສືບຕໍ່ຈັດຕັ້ງປະຕິບັດຕາມການ ຊີ້ນໍາຂອງຂັ້ນເທີງ ກໍຄື ບັນດາໜ້າ ທີ່ຈຸດສຸມທີ່ກໍານົດໄວ້ກ່ຽວກັບລົດ ໄຟລາວ-ຈີນ ຢ່າງເຂັ້ມງວດແລະ ໄດ້ຮັບຜົນສໍາເລັດຕາມທີ່ຄາດໝາຍ ໄວ້. ຢ່າງໃດກໍຕາມ, ບັນດາໜ້າວຽກ ທັງໝົດຈະໄດ້ຮັບຜົນສໍາເລັດໄດ້ ມັນ ຮຽກຮ້ອງໃຫ້ທຸກພາກສ່ວນພາຍໃນ ແຂວງມີສ່ວນຮ່ວມ ແລະ ເປັນເຈົ້າ ການຮ່ວມກັນ ໂດຍສະເພາະບັນດາ ປະຊາຊົນທີ່ອາໃສຢູ່ລຽບຕາມແລວ ທາງລົດໄຟລາວ-ຈີນ ພາຍໃນແຂວງ ຕ້ອງເປັນເຈົ້າການສຶກສາອົບຮົມ ລູກຫລານຂອງຕົນ ບໍ່ໃຫ້ໄປລັກອຸປະ ກອນຕ່າງໆ ຂອງໂຄງການລົດໄຟ, ລວມເຖິງບໍ່ເອົາສັດປະເພດຕ່າງໆ ເຂົ້າໄປລ້ຽງໃນເຂດແລວເສັ້ນທາງ ລົດໄຟລາວ- ຈີນ. ພ້ອມນີ້ບັນດາຜູ້ປະ ກອບການຮັບຊື້ເຫລັກເສດຕ້ອງປະຕິ ບັດຕາມລະບຽບການຢ່າງເຂັ້ມງວດ ດ້ວຍການບໍ່ຊື້ເຫລັກເສດຈາກກຸ່ມ ຄົນບໍ່ດີນໍາໄປຂາຍໃຫ້ຢ່າງເດັດຂາດ. ສໍາລັບໂຄງການທາງລົດໄຟ ລາວ-ຈີນ ແມ່ນໂຄງການຮ່ວມມືຍຸດ ທະສາດລະຫວ່າງສອງປະເທດ ລາວ-ຈີນ ແລະແມ່ນສ່ວນໜຶ່ງໃນ ການຈັດຕັ້ງ ແລະ ຜັນຂະຫຍາຍແຜນ ຍຸດທະສາດການເຊື່ອມໂຍງ-ເຊື່ອມ ຈອດພາກພື້ນຂອງລາວ ກໍຄື ການຫັນ “ປະເທດທີ່ບໍ່ມີທາງອອກສູ່ທະເລ ເປັນປະເທດ ເຊື່ອມໂຍງເຊື່ອມຈອດ ກັບພາກພື້ນ”ແລະ ຂໍ້ລິເລີ່ມ “ໜຶ່ງ ແລວ ໜຶ່ງເສັ້ນທາງ ”ຂອງຈີນ ທີ່ມີ ຄວາມສອດຄ່ອງກັບແຜນແມ່ບົດວ່າ ດ້ວຍການເຊື່ອມຈອດພາກພື້ນຂອງ ອາຊຽນໃນປີ 2025. ໃນຖານະເປັນ ໂຄງການທີ່ເປັນສັນຍະລັກມິດຕະ ພາບ ຈີນ-ລາວທັງຢູ່ໃນຂອບຮ່ວມ ກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ທາງລົດໄຟຈີນ-ລາວ ໄດ້ກາຍເປັນ ການຮັບປະກັນອັນເຂັ້ມແຂງໃຫ້ແກ່ ການສ້າງແລວເສດຖະກິດຈີນ-ລາວ ແລະການສ້າງຄູ່ຮ່ວມຊາຕາກຳ ຈີນລາວໃຫ້ສຳເລັດໄວຂຶ້ນກວ່າເກົ່າ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==