5685

zq oleg]a fdv'xt-5 ,7q [7totdk'ltw\ 0v'7tot[= ]y sko'kol6 odk'ra d ltw\mu XI s]kprkdlj ;oIj ;,[= ]y 9kdg]n vf-j ;pgs]n vla '7q , [= ]y la f ]k;9q 'g-u o dko7h k0kvvd{0kg0Q k 9eda fz6 h fP; ,v[]q fw22h k.sh ]a f4t[ko x6 d\kdoa f-j ;pcdh w07;k,m5 dpkd c]t lh k']kpIa [.sh xt-k-q os]kpd;j k 2 8N du [ le,tokot3p[kp dko8j k'xtgmf.ow]pt.\j ]tfq ,7;k,gsa o.lj Ij k'[q f7Q o7;h k;y mtpklkf c]t s]a dl6 flt4k[a o7Q o7;h koy 8y deltrkcsj '-kf ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 21.08.2023 ປີທີ 22 ສະບັບທີ 5.745 rda xt-k-oq xt8;y fa]k; mu,j du Pflts'k \oA pon K j  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 3  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 rvh ,doa l,5 .l9j fa 8'A xt8[y fa 2 ;k]tcs'j -kf .sgh xoa I[6 xtme ຂປລ. ກອງປະຊຸມຄົບຄະນະ ກາງສະໄໝ ຂອງຄະນະບໍລິຫານ ງານສູນກາງພັກ ສະໄໝທີ XI ໄດ້ ດຳເນີນແຕ່ວັນທີ 14-18 ສິງຫາ 2023 ທີ່ສໍານັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນ ກາງພັກ ປະຊາຊົນ ປະຕິວັດລາວ ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບ ງາມ ໂດຍໄດ້ສຸມໃສ່ຄົ້ນຄວ້າ, ປຶກ ສາຫາລື ແລະ ພິຈາລະນາບັນຫາ ສຳຄັນຕ່າງໆຄື: ຕີລາການຈັດຕັ້ງ ປະຕິບັດມະຕີກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ; ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ 5 ປີ ຄັ້ງທີ IX ຕິດ ພັນກັບການຈັດຕັ້ງປະຕິບັດ 2 ວາ ລະແຫ່ງຊາດ; ຮ່າງມະຕິວ່າດ້ວຍສືບ ຂປລ. ອົງການກາແດງແຫ່ງ ຊາດລາວ, ສະຖາບັນເລືອດແຫ່ງ ຊາດສົມທົບກັບກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທະນາຄານແຫ່ງ ສປປ ລາວ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດ ໃນວັນທີ 18 ສິງຫາ 2023 ທີ່ຫໍ ວັດທະນະທຳແຫ່ງຊາດ ເພື່ອນຳໃຊ້ ເຂົ້າໃນການປິ່ນປົວຄົນເຈັບທີ່ກຳ ລັງຂາດເລືອດຢູ່ຕາມໂຮງໝໍຕ່າງໆ. ທ່ານ ບົວໄລ ພານຸວົງ ຫົວໜ້າ ຫ້ອງການ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ ຂປລ. ກຳມາທິການການຕ່າງ ປະເທດ ສະພາແຫ່ງຊາດລາວ ແລະ ກຳມາທິການຕ່າງປະເທດພັກ ຝ່າຍຊ້າຍ ສະຫະພັນເຢຍລະມັນ ຈັດ ສຳມະນາພາຍໃຕ້ຫົວຂໍ້ “ນະໂຍ ບາຍການຕ່າງປະເທດໃນໄລຍະ ໃໝ່” ໃນວັນທີ 16 ສິງຫາ 2023 ຜ່ານມາ ທີ່ສະພາແຫ່ງຊາດພາຍໃຕ້ ການເປັນປະທານຮ່ວມຂອງທ່ານ ສັນຍາ ປຣະເສີດ ປະທານກໍາມາທິ ການການຕ່າງປະເທດສະພາແຫ່ງ ຂປລ. ໃນວັນທີ 17-18 ສິງຫາ 2023 ນີ້, ສະຖາບັນຄົ້ນຄວ້ານິຕິ ກຳສະພາແຫ່ງຊາດ ໄດ້ຈັດກອງປະ ຊຸມລະດົມຄວາມຄິດເຫັນ ເພື່ອປັບ ປຸງເນື້ອໃນຂອງຮ່າງບົດຄົ້ນຄວ້າວິ ທະຍາສາດ ແລະ ຫລັກສູດສຳລັບ ການຝຶກອົບຮົມ, ການຍົກສູງຂີດ ຄວາມສາມາດ ໃຫ້ແກ່ສະມາຊິກສະ ພາແຫ່ງຊາດ, ສະມາຊິກສະພາປະ ຊາຊົນຂັ້ນແຂວງ ແລະ ພະນັກ ງານທີ່ ເປັນເສນາທິການ,ໃຫ້ມີຄວາມຖືກ ຕ້ອງ, ຄົບຖ້ວນ, ສົມບູນ, ມີຫລັກວິ ຂປລ. ຫ້ອງການທະນາຄານ ແຫ່ງ ສປປ ລາວ (ທຫລ) ອອກ ໜັງສືແຈ້ງການເຖິງພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ-ລັດ ຖະກອນ, ທະຫານ, ຕຳຫລວດ, ຕະຫລອດເຖິງຜູ້ທີ່ອາໄສຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ ໃຫ້ມີສະຕິລະວັງຕົວຕໍ່ການຮັບຟັງຂ່າວສານ ທີ່ບໍ່ມີມູນຄວາມຈິງຕາມສື່ອອນລາຍຕ່າງໆ. ເນື່ອງຈາກໃນປັດຈຸບັນ, ມີຜູ້ບໍ່ຫວັງດີຈຳນວນໜຶ່ງໄດ້ເຄື່ອນໄຫວ ແລະ ປ່ອຍຂ່າວວ່າ: ຜູ້ໃດ ຫາກມີບັນຊີເງິນຝາກທີ່ເປັນເງິນຕາຕ່າງປະເທດ ຫລື ການໂອນເງິນ ມາຈາກຕ່າງປະເທດ ເພື່ອເຂົ້າບັນຊີຂອງຕົນທີ່ຝາກໄວ້ນຳທະນາຄານ ທຸລະກິດ ຢູ່ ສປປ ລາວ ຈະບໍ່ສາມາດຖອນເງິນດັ່ງກ່າວເປັນສະກຸນເງິນ ຕາຕ່າງປະເທດໄດ້ ເລີ່ມແຕ່ເດືອນ ກັນຍາ 2023 ເປັນຕົ້ນໄປ ນັ້ນເປັນ ການປ່ອຍຂ່າວທີ່ບໍ່ມີມູນຄວາມຈິງ. ອີງໃສ່ນິຕິກຳການຄຸ້ມຄອງເງິນຕາຕ່າງປະເທດ ແລະ ລະບຽບການ ທີ່ກ່ຽວຂ້ອງບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງພາຍໃນ ແລະ ຕ່າງປະ ເທດທີ່ມີບັນຊີເງິນຝາກເປັນເງິນຕາຕ່າງປະເທດທີ່ຝາກໄວ້ນຳທະນາ ຄານທຸລະກິດຢູ່ ສປປ ລາວ ແມ່ນ ສາມາດຮັບດອກເບ້ຍ ແລະ ຖອນ ເປັນເງິນຕາຕ່າງປະເທດ ໄດ້ຕາມລະບຽບການ. ສະນັ້ນ, ຫ້ອງການທະນາຄານ ແຫ່ງ ສປປ ລາວ ມາຍັງທົ່ວສັງຄົມ ຈົ່ງມີສະຕິລະວັງຕົວ ແລະ ບໍ່ໃຫ້ຫລົງເຊື່ອຂໍ້ມູນຂ່າວສານທີ່ບໍ່ມີມູນ ຄວາມຈິງດັ່ງກ່າວ, ຮຽກຮ້ອງໃຫ້ທຸກພາກສ່ວນເອົາໃຈໃສ່ ແລະ ຕິດ ຕາມຂໍ້ມູນຂ່າວສານທີ່ຖືກຕ້ອງຈາກພາກສ່ວນທີ່ກ່ຽວຂ້ອງເທົ່ານັ້ນ. z6 h ,u [a o-u g'o/kdgxa og'o8k8j k'xtgmf lk,kfIa [fvdg[h p{4vo gxa og'o8k 8j k'xtgmfwfh 8k,]t[P[dko y y y ທ່ານ ສັນຍາ ປຣະເສີດ Iv']a f4t,q o8u lkmk]totl5 d -5 dp6 h dkooe.-h ]t[q [oEltvkf 16 j g,n v';kxu  ອ່ານຕໍ່ໜ້າ 2 ທະຍາສາດ, ສອດຄ່ອງກັບສະພາບ ຄວາມເປັນຈິງ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ. ທ່ານ ຢ່າງກູ້ ຢ່າງລືໄຊ ຫົົວໜ້າ ສະຖາບັນຄົ້ນຄວ້ານິຕິກຳສະພາ ແຫ່ງຊາດ ໄດ້ມີຄຳເຫັນວ່າ: ກອງ ປະຊຸມຄັ້ງນິ້, ໄດ້ສຸມໃສ່ແລກປ່ຽນ ບົດຮຽນ, ປະກອບຄຳຄິດຄຳເຫັນ ໃສ່ 4 ຫົວຂໍ້ບົດຄົ້ນຄວ້າຄື: ຄວາມ ຮູ້ພື້ນຖານກ່ຽວກັບການສ້າງກົດ ໝາຍ; ທັກສະການພົບປະຜູ້ມີສິດ ພາບປະກອບ

lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 21/08/2023 xtgmf]k; ຜົນສຳເລັດກອງປະຊຸມ... ຫລາຍພາກສ່ວນຮ່ວມ... ຮອງລັດຖະມົນຕີ.... ສຳມະນາ ນະໂຍບາຍ... ລະດົມຄວາມເຫັນ... ຂປລ. ວັນທີ 17 ສິງຫາ 2023 ນີ້, ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາ ລະນະສຸກ ພ້ອມຄະນະລົງເຄື່ອນ ໄຫວຊຸກຍູ້ວຽກງານການນໍາໃຊ້ລະ ບົບນ້ຳສະອາດຢູ່ບ້ານນາໜອງ ຈານ ເມືອງວາປີ ແຂວງສາລະວັນ ໂດຍມີ ທ່ານ ດຣ ອາຄົມ ລໍ່າວິຈິດ ຫົວໜ້າພະແນກສາທາລະນະສຸກ ແຂວງ, ທ່ານ ດົມວິໄລ ທອງສະຫວັນ ຮອງເລຂາພັກ ເມືອງວາປີ, ມີຂະ ແໜງການການກ່ຽວຂ້ອງ ແລະ ພໍ່ ແມ່ປະຊາຊົນເຂົ້າຮ່ວມ. ທັງນີ້, ກໍ ເພື່ອຕິດຕາມ ປະເມີນຜົນການນໍາ ໃຊ້ລະບົບນໍ້າສະອາດຂອງປະຊາ ຊົນໃນບ້ານດັ່ງກ່າວ. ໂອກາດນີ້, ທ່ານ ດຣ ສະໜອງ ທອງຊະນະ ໄດ້ສະແດງຄວາມຢື້ ຢາມຖາມຂ່າວ ແລະ ຄວາມເປັນ ຫ່ວງເປັນໄຍຕໍ່ກັບປະຊາຊົນ ໂດຍ ສະເພາະການນຳໃຊ້ນ້ຳທີ່ສະອາດ, ມີນໍ້າໃຊ້ນໍ້າດື່ມທີ່ພຽງພໍຕອບສະ ໜອງໃນການດຳລົງຊີວິດຂອງປະ ຊາຊົນນັບມື້ດີຂຶ້ນເລື້ອຍໆ, ສິ່ງສໍາ ຄັນແມ່ນໄດ້ຊຸກຍູ້ສົ່ງເສີມປະຊາຊົນ ມີສຸຂະພາບທີ່ແຂງແຮງ, ຫ່າງຈາກ ພະຍາດຕ່າງໆທີ່ເກີດຈາກນໍ້າ. ພ້ອມ ນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ອົງ ການປົກຄອງບ້ານ, ປະຊາຊົນເອົາ ໃຈໃສ່ເບິ່ງແຍງຮັກສາ, ນໍາໃຊ້ໃຫ້ ເປັນປະໂຫຍດສູງສຸດຕໍ່ສຸຂະພາບ ຕົນເອງ, ຕໍ່ຄອບຄົວ ແລະ ສັງຄົມ, ຕໍ່ຍູ້ແຮງການຜັນຂະຫຍາຍແນວ ທາງປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການ ນໍາພາຂອງພັກ ແລະ ດໍາເນີນຊີວິດ ການເມືອງພາຍໃນຄະນະບໍລິຫານ ງານສູນກາງພັກ ໄລຍະເຄິ່ງສະໄໝ. ກອງປະຊຸມໄດ້ດຳເນີນໄປພາຍ ໃຕ້ບັນຍາກາດແຫ່ງຄວາມສາມັກ ຄີ, ຄວາມເປັນເອກະພາບ ແລະ ດ້ວຍຄວາມຮັບຜິດຊອບການເມືອງ ອັນສູງສົ່ງ, ຄະນະບໍລິຫານງານສູນ ກາງພັກ ໄດ້ຕີລາຄາ ແລະ ເປັນເອກະ ພາບສູງຕໍ່ບັນດາເນື້ອໃນທີ່ຍົກຂຶ້ນ ໃນບັນດາບົດລາຍງານ, ຢືນຢັນວ່າ: ແນວທາງການເມືອງ ແລະ ແນວ ທາງການຈັດຕັ້ງ ທີ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກວາງອອກແມ່ນ ຖືກຕ້ອງ, ສອດຄ່ອງກັບຄວາມມຸ່ງ ຫວັງຂອງປະຊາຊົນ ແລະ ໄດ້ຮັບ ຄວາມເຊື່ອໝັ້ນ, ການສະໜັບສະໜູນ ຢ່າງຕໍ່ເນື່ອງຈາກເພື່ອນມິດສາກົນ; ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະ ນະບໍລິຫານງານສູນກາງພັກ, ການ ບໍລິຫານ-ຄຸ້ມຄອງຂອງລັດຖະບານ, ອົງການປົກຄອງທ້ອງຖິ່ນ ແລະ ການຕິດຕາມ, ກວດກາ ແລະ ສະ ໜັບສະໜູນ ຂອງສະພາແຫ່ງຊາດ, ສະພາປະຊາຊົນແຂວງ, ນະຄອນ ຫລວງວຽງຈັນ ແລະ ບັນດາອົງ ການໃນລະບົບການເມືອງໄດ້ສ້າງ ພື້ນຖານສໍາຄັນເຮັດໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບທາງດ້ານ ການເມືອງໜັກແໜ້ນ, ສັງຄົມມີ ຄວາມສະຫງົບປອດໄພ ແລະ ເປັນ ລະບຽບຮຽບຮ້ອຍ, ເສດຖະກິດຍັງ ມີການເຕີບໂຕ ແລະ ຂະຫຍາຍຕົວ ຕໍ່ເນື່ອງ; ເຖິງວ່າສະພາບແວດລ້ອມ ຂອງໂລກໄດ້ມີການຜັນແປໄປຢ່າງ ສັບສົນ, ຫລາຍດ້ານບໍ່ເອື້ອອໍານວຍ, ສົ່ງຜົນກະທົບຕໍ່ການພັດທະນາປະ ເທດຊາດ, ຢູ່ພາຍໃນປະເທດສືບ ຕໍ່ຜະເຊີນໜ້າກັບຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ, ການ ຂາດແຄນນໍ້າມັນ, ອັດຕາແລກປ່ຽນ ເງິນຕາເໜັງຕີງແຮງ, ເງິນເຟີ້ສູງ, ແຕ່ກໍສາມາດປະຄັບປະຄອງ ແລະ ແກ້ໄຂໃຫ້ຜ່ອນຄາຍລົງ ແລະ ເຂົ້າ ສູ່ສະພາບປົກກະຕິເທື່ອລະກ້າວ. ພ້ອມນີ້, ລະບົບການເມືອງ ນັບແຕ່ ຂັ້ນສູນກາງລົງຮອດທ້ອງຖິ່ນຮາກ ຖານ ໄດ້ຮັບການປັບປຸງໃຫ້ມີຄວາມ ໜັກແໜ້ນ ຂຶ້ນກວ່າເກົ່າ. ອັນສໍາຄັນ, ປະຊາຊົນລາວ ບັນດາເຜົ່າໄດ້ເສີມ ຂະຫຍາຍຈິດໃຈຮັກຊາດ, ມູນເຊື້ອ ສາມັກຄີເປັນປຶກແຜ່ນ, ເຊື່ອໝັ້ນຕໍ່ ການນຳພາ ຂອງພັກ ແລະ ອະນາຄົດ ຂອງປະເທດຊາດ, ມີຄວາມຕື່ນຕົວ ເຂົ້າຮ່ວມໃນການພັດທະນາ ເພື່ອໃຫ້ ພົ້ນຈາກຄວາມທຸກຍາກ ແລະ ຮັ່ງ ມີຂຶ້ນ. ພ້ອມກັນນັ້ນ, ກອງປະຊຸມກໍໄດ້ ຕີລາຄາຢ່າງກົງໄປກົງມາຕໍ່ບັນຫາ ທີ່ຍັງຄົງຄ້າງ ເປັນຕົ້ນ ການຫັນທ່າ ແຮງ ແລະ ຄວາມອາດສາມາດບົ່ມ ຊ້ອນ ໃຫ້ເປັນຂະແໜງເສດຖະກິດ ປາຍແຫລມ ຍັງມີລັກສະນະຊັກຊ້າ, ຄວາມທຸກຍາກຂອງປະຊາຊົນບໍ່ ທັນໄດ້ຮັບການແກ້ໄຂຢ່າງຕັ້ງໜ້າ, ການເຂົ້າເຖິງການບໍລິການດ້ານ ສຶກສາ ແລະ ສາທາລະນະສຸກ ຍັງມີ ຂໍ້ຈຳກັດ, ບັນຫາຫຍໍ້ທໍ້ຕ່າງໆໃນສັງ ຄົມ ບໍ່ທັນໄດ້ຮັບການແກ້ໄຂຢ່າງເດັດ ຂາດ, ການປັບປຸງກົງຈັກການຈັດ ຕັ້ງຍັງຊັກຊ້າ, ຄະນະບໍລິຫານງານ ສູນກາງພັກ ໄດ້ຊີ້ໃຫ້ເຫັນສາເຫດສໍາ ຄັນຕົ້ນຕໍ ທີ່ເປັນປັດໄຈໃນຕົວພາໃຫ້ ມີຈຸດອ່ອນ-ຂໍ້ຄົງຄ້າງແມ່ນຄະນະ ພັກຄະນະນໍາ, ພະນັກງານ-ສະມາ ຊິກພັກ ຈໍານວນໜຶ່ງໃນແຕ່ລະຂັ້ນ ບໍ່ທັນເຂົ້າໃຈເລິກເຊິ່ງ ແລະ ຍັງລັງ ເລ, ຍັງບໍ່ທັນເອົາໃຈໃສ່ຊີ້ນຳຢ່າງ ແທດເຖິງ ເພື່ອສ້າງການຫັນປ່ຽນທີ່ ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ກົນໄກ, ລະບອບແບບແຜນ, ກົນໄກ ປະສານງານ ຍັງຜ່ານຫລາຍຂັ້ນ ຫລາຍຂອດ ແລະ ບໍ່ທັນໂລ່ງລ່ຽນ. ຄະນະບໍລິຫານງານສູນກາງພັກ ເຫັນດີຕໍ່ທິດທາງ ແລະ ຄາດໝາຍ ໃຫຍ່ໃນທ້າຍສະໄໝ ແມ່ນສືບຕໍ່ຮັບ ປະກັນໃຫ້ປະເທດຊາດ ມີສະຖຽນ ລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຢ່າງໜັກແໜ້ນ, ສ້າງ ພື້ນຖານໃນການພາປະເທດຊາດ ໃຫ້ຫລຸດພົ້ນຈາກສະຖານະພາບ ດ້ອຍພັດທະນາ; ຍົກສູງບົດບາດການ ນໍາພາ ແລະ ລັກສະນະນໍາໜ້າຂອງ ພັກ ເພື່ອຍູ້ແຮງການຜັນຂະຫຍາຍ ແນວທາງປ່ຽນແປງໃໝ່ ເຂົ້າສູ່ລວງ ເລິກ, ສ້າງການຫັນປ່ຽນທີ່ແຂງ ແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃຫ້ເປັນຮູບປະທໍາ, ສືບຕໍ່ຍູ້ການເຕີບ ໂຕທາງດ້ານເສດຖະກິດຕາມທິດ ສີຂຽວ ແລະ ຍືນຍົງຕິດພັນການພັດ ທະນາດ້ານວັດທະນະທຳ-ສັງຄົມ ແລະ ການປົກປັກຮັກສາສິ່ງແວດ ລ້ອມ; ແກ້ໄຂໜໍ່ແໜງທີ່ຈະພາໃຫ້ ເກີດຄວາມບໍ່ມີສະຖຽນລະພາບທາງ ດ້ານເສດຖະກິດມະຫາພາກ, ສຸມ ກໍາລັງເຂົ້າໃສ່ການແກ້ໄຂຄວາມທຸກ ຍາກຂອງປະຊາຊົນ ແລະ ແກ້ໄຂ ປາກົດການຫຍໍ້ທໍ້ໃນສັງຄົມໃຫ້ຫັນ ປ່ຽນຈະແຈ້ງ. ພ້ອມນີ້, ຄະນະບໍລິຫານງານສູນ ກາງພັກ ຍັງໄດ້ຕົກລົງຮັບຮອງ ດ້ານຫລັກການກ່ຽວກັບຮ່າງມະຕິ ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະ ຫຍາຍແນວທາງປ່ຽນແປງໃໝ່ສູ່ ລວງເລິກ, ສ້າງການຫັນປ່ຽນທີ່ແຂງ ແຮງ, ເລິກເຊິ່ງ ແລະ ຮອບດ້ານໃນ ການນໍາພາຂອງພັກເຊິ່ງຖືເປັນບັນ ຫາພື້ນຖານສໍາຄັນ ໃນການສືບຕໍ່ບູ ລະນະ ແລະ ເພີ່ມເຕີມເສີມຂະຫຍາຍ ແນວທາງ, ແຜນນະໂຍບາຍ, ແນວ ຄິດ-ທິດສະດີ ຂອງພັກເຮົາໃຫ້ຈະ ແຈ້ງ, ຄົບຖ້ວນຂຶ້ນຕື່ມ, ຖືເປັນບາດ ລ້ຽວໃນການປັບປຸງ, ປ່ຽນແປງໃໝ່ ແບບແຜນການນໍາພາຂອງພັກ, ກົນ ໄກ, ລະບອບລະບຽບການຈັດຕັ້ງ, ກົງຈັກຂອງພັກ-ລັດເຮົາ ຢູ່ໃນເງື່ອນ ໄຂແຫ່ງການສືບຕໍ່ບູລະນະລະບອບ ປະຊາທິປະໄຕປະຊາຊົນ ໃຫ້ສົມບູນ ຍິ່ງຂຶ້ນ. ກອງປະຊຸມ ໄດ້ມອບໝາຍໃຫ້ກົມ ການເມືອງສູນກາງພັກ, ຄະນະເລ ຂາທິການສູນກາງພັກ, ສະພາແຫ່ງ ຊາດ, ລັດຖະບານຊີ້ນໍາພາກສ່ວນ ກ່ຽວຂ້ອງ ຄົ້ນຄວ້າ, ປັບປຸງບັນດາ ນິຕິກໍາຕ່າງໆເປັນຕົ້ນກົດລະບຽບ ພັກ, ລັດຖະທຳມະນູນ, ກົດໝາຍ ແລະ ລະບອບ, ລະບຽບການ, ກົນໄກ ທີ່ພົວພັນເຖິງການນໍາພາ-ຄຸ້ມຄອງ ຂອງພັກ-ລັດ ແນໃສ່ເຮັດໃຫ້ບັນຫາ ຕ່າງໆ ສາມາດຕົກລົງຮັບຮອງ ແລະ ເຂົ້າສູ່ການຈັດຕັ້ງປະຕິບັດພາຍ ຫລັງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ກອງປະຊຸມກາງສະໄໝຄັ້ງນີ້, ຍັງໄດ້ດໍາເນີນຊີວິດການເມືອງພາຍ ໃນ ເພື່ອສໍາຫລວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງ ພັກ ແລະ ບຸກຄົນກໍາມະການສູນກາງ ພັກສະໄໝທີ XI ເຊິ່ງເປັນຫລັກ ການ, ເປັນລະບອບແບບແຜນແລະ ຖືເປັນຫລັກການທີ່ພັກເຮົາ ໄດ້ຍຶດ ໝັ້ນ ແລະ ຈັດຕັ້ງປະຕິບັດຕະຫລອດ ມາ ແນໃສ່ປັບປຸງ ແລະ ຍົກສູງປະ ສິດທິພາບໃນການນໍາພາຊີ້ນຳຂອງ ລວມໝູ່ຄະນະກໍຄື ເຊີດຊູຄວາມຮັບ ຜິດຊອບສ່ວນບຸກຄົນຂອງບັນດາ ສະຫາຍກໍາມະການສູນກາງພັກ; ຍົກສູງບົດບາດເປັນຄັນທຸງນໍາໜ້າ ໃນການເຕົ້າໂຮມຄວາມສາມັກຄີໃນ ທົ່ວພັກ ແລະ ທົ່ວປວງຊົນ; ຍົກສູງ ບົດບາດເປັນຫລັກແຫລ່ງ, ເປັນແບບ ຢ່າງນໍາໜ້າດ້ານສະຕິປັນຍາຂອງ ລວມໝູ່ຄະນະບໍລິຫານງານສູນ ກາງພັກ ກໍຄື ຂອງແຕ່ລະສະຫາຍສູນ ກາງເຊິ່ງຍາມໃດກໍຕ້ອງສະດຸ້ງໄວ ຕໍ່ບັນຫາ, ຮັບປະກັນລັກສະນະປະດິດ ສ້າງ, ວິທະຍາສາດ ແລະ ແທດກັບ ຕົວຈິງ. ໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມ ເຊື່ອໝັ້ນວ່າ: ບັນດາສະຫາຍກໍາມະ ການສູນກາງພັກ ຈະນໍາເອົາເນື້ອໃນ ຈິດໃຈຂອງບົດສໍາຫລວດການນໍາ ພາລວມ, ຜົນຂອງການທາບທາມ ຄວາມເຊື່ອໝັ້ນໄວ້ວາງໃຈ ແລະ ຄໍາເຫັນສົ່ງຂ່າວໄປຄົ້ນຄວ້າ ແລະ ພິ ຈາລະນາ ເພື່ອເປັນພື້ນຖານໃນການ ປັບປຸງ ແລະ ແກ້ໄຂດ້ານຈຸດອ່ອນຂໍ້ຄົງຄ້າງ ກໍຄື ການແກ້ໄຂບັນດາ ບັນຫາທີ່ຕັ້ງຂຶ້ນໃນກອງປະຊຸມຄັ້ງ ນີ້ ໃຫ້ມີການຫັນປ່ຽນທີ່ແຂງແຮງ ແລະ ຈະແຈ້ງ ຂຶ້ນກວ່າເກົ່າ. ພ້ອມທັງ ຮຽກຮ້ອງມາຍັງທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຈົ່ງສືບ ຕໍ່ເພີ່ມທະວີຄວາມສາມັກຄີເປັນປຶກ ແຜ່ນ, ຕັ້ງໜ້າເສີມຂະຫຍາຍມູນເຊື້ອ, ບົດຮຽນ ແລະ ຜົນງານທີ່ພັກເຮົາຍາດ ມາໄດ້ໃນໄລຍະຜ່ານມາ, ສູ້ຊົນດ້ວຍ ຄວາມຕັດສິນໃຈສູງ ພ້ອມກັນຜ່ານ ຜ່າສິ່ງທ້າທາຍທົດສອບຕ່າງໆ, ເດັດ ດ່ຽວປັບປຸງແກ້ໄຂບັນຫາຄົງຄ້າງ, ບັນຫາຫຍໍ້ທໍ້ໃນກົງຈັກ ແລະ ໃນສັງ ຄົມ; ສືບຕໍ່ທຸ່ມເທສະຕິປັນຍາ, ເຫື່ອ ແຮງ, ຍົກສູງຄວາມຮັບຜິດຊອບ ການເມືອງ ເພື່ອນໍາພາຊີ້ນໍາການຜັນ ຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອ ໃນຈິດໃຈ ຂອງກອງປະຊຸມຄັ້ງນີ້ ໃຫ້ ມີຜົນສຳເລັດຢ່າງເປັນຮູບປະທຳ. ພາບ: ເກດສະໜາ ຊາດ ແລະ ທ່ານ Wulf Gallert ປະທານກໍາມາທິການຕ່າງປະເທດ ຝ່າຍພັກຊ້າຍສະຫະພັນ ເຢຍລະມັນ, ມີບັນດາຮອງລັດຖະມົນຕີກະຊວງ ກ່ຽວຂ້ອງ, ຮອງປະທານກຳມາທິ ການ, ຮອງເລຂາທິການ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສັນຍາ ປຣະເສີດ ໄດ້ຕີລາ ຄາສູງຕໍ່ການສຳມະນາແລກປ່ຽນ ບົດຮຽນຄັ້ງນີ້, ເປັນໂອກາດອັນດີ ໃຫ້ ແກ່ຄະນະຜູ້ແທນຝ່າຍລາວ ແລະ ເຢຍລະມັນ ໄດ້ແລກປ່ຽນບົດຮຽນ ຂໍ້ມູນຂ່າວສານ ແລະ ບັນດາທັດສະ ນະຕໍ່ກັບບັນຫາຕ່າງໆ ທັງໃນຂົງ ເຂດການເມືອງ-ຄວາມໝັ້ນຄົງ, ເສດ ຖະກິດ-ສັງຄົມ, ພະລັງງານ ແລະ ອື່ນໆ ໃນພາກພື້ນ ແລະ ໃນໂລກ; ທັງເປັນການປະກອບສ່ວນອັນສໍາ ຄັນເຂົ້າໃນການເສີມຂະຫຍາຍສາຍ ພົວພັນມິດຕະພາບທີ່ມີມາແຕ່ດົນ ນານ ແລະ ການຮ່ວມມືທີ່ມີໝາກຜົນ ລະຫວ່າງ ສປປ ລາວ ແລະ ສາທາ ລະນະລັດ ສະຫະພັນເຢຍລະມັນ ໃຫ້ໄດ້ຮັບການພັດທະນາ ແລະ ເສີມ ຂະຫຍາຍຢ່າງບໍ່ຢຸດຢັ້ງ. ຫົວຂໍ້ການສໍາມະນາດັ່ງກ່າວ, ລົງເລິກແລກປ່ຽນບົດຮຽນກ່ຽວ ກັບການຈັດລະບຽບໂລກໃໝ່/ພາກ ພື້ນອິນໂດປາຊີຟິກ, ບົດບາດຂອງ ອາຊຽນ; ຜົນກະທົບຂອງການປ່ຽນ ແປງດິນຟ້າອາກາດຕໍ່ຂົງເຂດກະ ສິກຳພື້ນຖານໂຄງລ່າງ, ການສະ ໜອງພະລັງງານ ແລະ ລະບົບນິເວດ ວິທະຍາ; ພາບລວມຂອງນະໂຍ ບາຍສັງຄົມ ແລະ ໂຄງປະກອບສະ ຫວັດດີການຂອງລັດ; ທັດສະນະ ຂອງລັດຕໍ່ສະຖານະການໂລກໃໝ່; ຄວາມໝັ້ນຄົງທາງດ້ານສະບຽງ ອາຫານ ແລະ ການພັດທະນາຂະ ແໜງກະສິກຳ ເພື່ອປັບປຸງຜະລິດຕະ ພັນທີ່ສະໜອງໃຫ້ແກ່ການສົ່ງອອກ ຕ່າງປະເທດ. ນອກຈາກນັ້ນ, ຄະນະ ຜູ້ແທນທີ່ເຂົ້າຮ່ວມສຳມະນາຍັງໄດ້ ໄປຢ້ຽມຢາມດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງ ແລະ ເຂດໂລ ຈິດສະຕິກ ນະຄອນຫລວງວຽງຈັນ ຕື່ມອີກ. ຂ່າວ-ພາບ: ສພຊ ພ້ອມກັນເອົາໃຈໃສ່ຕິດຕາມກວດ ກາ ເໝືອນກັບອຸປະກອນນຳໃຊ້ໃນ ຄອບຄົວຂອງຕົນເອງ. ໂຄງການກໍ່ສ້າງລະບົບນໍ້າສະ ອາດຢູ່ບ້ານນາໜອງຈານ ເມືອງ ວາປີ ໄດ້ຈັດຕັ້ງປະຕິບັດແຕ່ປີ 2022, ໃຊ້ເວລາໃນການກໍ່ສ້າງ 3 ເດືອນ ໂດຍໄດ້ຮັບທຶນສະໜັບສະ ໜູນຈາກກອງທຶນພິເສດແມ່ນ້ຳ ຂອງ-ແມ່ນ້ຳລ້ານຊ້າງ ໃນມູນຄ່າ 220 ລ້ານກວ່າກີບ ໂດຍຜ່ານການ ປະສານງານຂອງກະຊວງສາທາ ລະນະສຸກ ໂດຍໄດ້ ເຈາະນໍ້າບາດານ ລະບົບປິດ ທີ່ໄດ້ມາດຕະຖານ ແລະ ກວດຜ່ານດ້ານຄຸນນະພາບນ້ຳ, ກໍ່ສ້າງອ່າງເກັບນ້ຳສູງຕິດຕັ້ງຖັງ ບັນລຸນ້ຳ 2 ຖັງ ຂະໜາດ 3.000 ລິດຕໍ່ຖັງ, ສະໜອງທໍ່ນ້ຳຂະໜາດ ຕ່າງໆ ແລະ ຕິດຕັ້ງກົງເຕີວັດແທກ ນ້ຳແຕ່ລະຄົວເຮືອນ. ສຳລັບປະຊາ ຊົນ ແມ່ນໄດ້ປະກອບສ່ວນດ້ານ ແຮງງານຂຸດຂຸມວາງທໍ່ແມ່, ທໍ່ແຈກ ຢາຍນ້ຳເຂົ້າຄົວເຮືອນຕາມຂໍ້ມູນ ແຜນຜັງ ແລະ ຊ່ວຍວຽກດ້ານອື່ນໆ ຄິດໄລ່ເປັນມູນຄ່າ 45 ລ້ານກວ່າ ກີບ ລວມມູນຄ່າກໍ່ສ້າງທັງໝົດ 266 ລ້ານກວ່າກີບ. ທ່ານ ຄໍາພາ ພວງໃສ ຮອງນາຍ ບ້ານໆນາໜອງຈານ ໄດ້ໃຫ້ຮູ້ວ່າ: ບ້ານນາໜອງຈານ ມີພົນລະເມືອງ ທັງໝົດ 407 ຄົນ, 93 ຫລັງຄາ ເຮືອນ, 113 ຄອບຄົວ ແລະ ໄດ້ຊົມ ໃຊ້ວິດຖ່າຍກວມ 100%; ປັດຈຸ ບັນ, ລະບົບນ້ຳສະອາດ ໄດ້ອຳນວຍ ຄວາມສະດວກໃຫ້ກັບປະຊາຊົນ ພາຍໃນບ້ານເປັນຢ່າງດີ,ໄດ້ໃຊ້ໄດ້ ດື່ມນ້ຳທີ່ສະອາດ, ພ້ອມທັງໄດ້ມີ ການ ແຕ່ງຕັ້ງຄະນະຮັບຜິດຊອບປົກ ປັກຮັກສາຂັ້ນບ້ານ, ກຳນົດກົດລະ ບຽບນຳໃຊ້, ອະນາໄມ ແລະ ຮັກສາ ລະບົບທໍ່່ນ້ຳຕ່າງໆ, ທັງໄດ້ກຽມ ສ້າງກອງທຶນ ເພື່ອບຳລຸງຮັກສາ ໃຫ້ ໄດ້ໃຊ້ຢ່າງຍາວນານ. ຂ່າວ-ພາບ: ວິໄລວອນ ສິດທິໄຊ ໃຫ້ຮູ້ວ່າ: ການຈັດກິດຈະກຳຄັ້ງນີ້, ເປັນການສ້າງຂະບວນການສະ ເຫລີມສະຫລອງວັນພິມຈຳໜ່າຍ ແລະ ວັນສ້າງຕັ້ງສື່ມວນລາວ ຄົບ ຮອບ 73 ປີ ແລະ ວັນສ້າງຕັ້ງທະນາ ຄານແຫ່ງ ສປປ ລາວ ຄົບຮອບ 55 ປີ. ເນື່ອງຈາກວ່າປັດຈຸບັນ, ຄົນເຈັບ ທີ່ມີຄວາມຕ້ອງການເລືອດຢູ່ຕາມ ໂຮງໝໍ ແມ່ນມີຫລາຍສົມຄວນ ເປັນຕົ້ນ ແມ່ຍິງທີ່ໄດ້ຮັບຜົນກະທົບ ຈາກການເກີດລູກ, ເດັກນ້ອຍທີ່ ເປັນພະຍາດເລືອດຈາງຂັ້ນຮ້າຍ ແຮງ, ຈາກພະຍາດໄຂ້ມາລາເລຍ (Malaria), ໄຂ້ເລືອດອອກ, ຜູ້ໄດ້ ຮັບຜົນກະທົບຈາກອຸບັດເຫດພາວະ ສຸກເສີນ, ລວມເຖິງການຜ່າຕັດຊະ ນິດຕ່າງໆ; ການບໍລິຈາກເລືອດໃນ ຄັ້ງນີ້ ຈະສະມາດຊ່ວຍເຫລືອ ແລະ ກອບກູ້ຊີວິດຂອງຄົນເຈັບທີ່ຕ້ອງ ການເລືອດໄດ້. ການບໍລິຈາກເລືອດ ແມ່ນມີຜົນ ດີຫລາຍຢ່າງຊ່ວຍເຮັດໃຫ້ຮ່າງກາຍ ແຂງແຮງຜູ້ທີ່ເຄີຍບໍລິຈາກເລືອດ ຈະມີສຸຂະພາບໂດຍລວມດີກວ່າຜູ້ ທີ່ບໍ່ເຄີຍບໍລິຈາກ, ຈຳນວນເລືອດທີ່ ເສຍໄປແມ່ນບໍ່ສົ່ງຜົນກະທົບຕໍ່ສຸຂະ ພາບ, ພ້ອມທັງເຮັດໃຫ້ລະບົບການ ໝູນວຽນຂອງເລືອດໃນຮ່າງກາຍ ດີຂຶ້ນ ຜົນການສຶກສາພົບວ່າຜູ້ທີ່ບໍລິ ຈາກເລືອດມີແນວໂນ້ມທີ່ຈະມີອາຍຸ ຍືນ ຫລື ມີໂອກາດເສຍຊີວິດຈາກພະ ຍາດຕ່າງໆໜ້ອຍກວ່າຜູ້ທີ່ບໍ່ເຄີຍບໍລິ ຈາກເລືອດ. ນອກນີ້, ຍັງຫລຸດຄວາມ ສ່ຽງຈາກການເປັນພະຍາດມະເຮັງ ຕ່າງໆອີກດ້ວຍ, ສາມາດເວົ້າໄດ້ວ່າ ການບໍລິຈາກເລືອດແມ່ນບໍ່ມີຜົນກະ ທົບຫຍັງຕໍ່ຮ່າງກາຍຂອງຜູ້ບໍລິຈາກ ແລະ ຍັງມີຂໍ້ດີຫລາຍຢ່າງ, ທັງເປັນ ການຕໍ່ລົມຫາຍໃຈໃຫ້ກັບເພື່ອນມະ ນຸດດ້ວຍກັນ. ຂ່າວ: ກິດຕາ, ພາບ: ອ່າຍຄຳ ເລືອກຕັ້ງຂອງສະມາຊິກສະພາ ແຫ່ງຊາດ ແລະ ສະມາຊິກສະພາປະ ຊາຊົນຂັ້ນແຂວງ; ທັກສະການປະ ກອບຄຳເຫັນ ແລະ ການຊັກຖາມໃນ ກອງປະຊຸມຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ບົດບາດຂອງສະມາຊິກສະພາແຫ່ງ ຊາດ ແລະ ສະມາຊິກສະພາປະຊາ ຊົນຂັ້ນແຂວງ ກັບແນວຄວາມຄິດ ການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ. ພ້ອມ ກັນນັ້ນ, ຄະນະຮັບຜິດຊອບຄົ້ນຄວ້າ ໃນແຕ່ລະຫົວຂໍ້ ແລະ ຜູ້ແທນກອງ ປະ ຊຸມ ໄດ້ມີການຄົ້ນຄວ້າແລກປ່ຽນ ຄວາມຄິດເຫັນເຊິ່ງກັນ ແລະ ກັນ ຕາມແຕ່ລະຫົວຂໍ້ ເພື່ອເຮັດໃຫ້ເນື້ອ ໃນຂອງບົດຄົ້ນຄວ້າມີລັກສະນະວິ ທະຍາສາດ, ຕິດພັນກັບກົດໝາຍ, ມີເນື້ອໃນເລິກເຊິ່ງ ແລະ ສາມາດ ນຳໄປຈັດຕັ້ງປະຕິບັດໃຫ້ເກີດປະ ໂຫຍດສູງສຸດ ໃນການປະຕິບັດໜ້າ ທີ່ການເມືອງຂອງບັນດາກົງຈັກ ການຈັດຕັ້ງຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາແຫ່ງຊາດ, ສະມາ ຊິກສະພາປະຊາຊົນຂັ້ນແຂວງ ແລະ ພະນັກງານທີ່ເປັນເສນາທິການ. ໃນໄລຍະກວ່າ 2 ປີຜ່ານມາ, ຄະ ນະປະຈຳສະພາແຫ່ງຊາດ ໄດ້ເອົາ ໃຈໃສ່ນຳພາຊີ້ນໍາຢ່າງໃກ້ຊິດໃນ ການຈັດຝຶກອົບຮົມການຍົກສູງຂີດ ຄວາມສາມາດ ໃຫ້ແກ່ສະມາຊິກ ສະພາແຫ່ງຊາດ, ສະມາຊິກສະພາ ປະຊາຊົນຂັ້ນແຂວງ ແລະ ພະນັກ ງານເສນາທິການຫລາຍຄັ້ງ ແລະ ມີຫລາຍຫົວຂໍ້ ເປັນຕົ້ນພາລະບົດ ບາດ, ສິດ ແລະ ໜ້າທີ່ຂອງສະພາ ແຫ່ງຊາດ ແລະ ສະມາຊິກສະພາ ແຫ່ງຊາດ; ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາປະຊາຊົນຂັ້ນ ແຂວງ ແລະ ສະມາຊິກສະພາປະຊາ ຊົນຂັ້ນແຂວງ; ບົດຮຽນການປະຕິ ບັດໜ້າທີ່ດ້ານນິຕິບັນຍັດ; ບົດຮຽນ ກ່ຽວກັບການແກ້ໄຂຄຳຮ້ອງຂໍ ຄວາມເປັນທຳຂອງພົນລະເມືອງ; ທັກສະການຊັກຖາມ, ການປະກອບ ຄຳເຫັນ ແລະ ການລົງພົບປະຜູ້ມີ ສິດເລືອກຕັ້ງ; ການຕິດຕາມກວດ ການຈັດຕັ້ງປະຕິບັດມະຕິຂອງສະ ພາແຫ່ງຊາດ ແລະ ສະພາປະຊາຊົນ ຂັ້ນແຂວງ; ການຕິດຕາມກວດກາ ການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ ແລະ ຫົວຂໍ້ ສຳຄັນອື່ນໆ. ພ້ອມກັນນັ້ນ, ສະຖາບັນຄົ້ນຄວ້າ ນິຕິກຳສະພາແຫ່ງຊາດ ກໍໄດ້ຄົ້ນ ຄວ້າຫົວຂໍ້ວິທະຍາສາດ ແລະຫລັກ ສູດສຳເລັດໂດຍພື້ນຖານ ຈຳນວນ 9 ຫົວຂໍ້, ຈັດພິມປຶ້ມປະມວນມະ ຕິການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງບັນດາກົງຈັກຂອງສະພາແຫ່ງ ຊາດ, ຈັດພິມແຜ່ນພັບຂອງສະພາ ແຫ່ງຊາດ ແລະ ສະພາປະຊາຊົນຂັ້ນ ແຂວງ, ປຶ້ມປະມວນເອກະສານ ການສະເຫລີມສະຫລອງວັນລັດ ຖະທຳມະນູນ ຄົບຮອບ 30 ປີ, ຈັດ ພິມປຶ້ມຄູ່ມືກ່ຽວກັບບາງບົດຮຽນ ການເຄື່ອນໄຫວຂອງສະພາແຫ່ງ ຊາດ ແຫ່ງ ສສ ຫວຽດນາມ ຈຳນວນ 3 ເຫລັ້ມ, ສ້າງ ແລະ ປັບປຸງລະບົບ ເຄືອຂ່າຍພາຍໃນຂອງສະພາແຫ່ງ ຊາດ ແລະ ອື່ນໆ. ຢ່າງໃດກໍຕາມ, ຜ່ານການຈັດກອງປະຊຸມຝຶກອົບ ຮົມ ການຍົກສູງຂີດຄວາມສາມາດ ໃນໄລຍະ 2 ປີກວ່າທີ່ຜ່ານມາເຫັນ ວ່າບາງຫົວຂໍ້ເອກະສານຍັງບໍ່ທັນ ໄດ້ຄົ້ນຄວ້າຂຽນເປັນຫລັກສູດ ແລະ ປຶ້ມຄູ່ມືທີ່ເປັນລະບົບ ແລະ ມີ ເນື້ອໃນຕາມຫລັກວິທະຍາສາດວິຊາການຢ່າງເລິກເຊິ່ງເທື່ອ ຊຶ່ງມີ ຄວາມຈຳເປັນຕ້ອງໄດ້ເອົາໃຈໃສ່ ຄົ້ນຄວ້າຂຽນເປັນຫົວຂໍ້ວິທະຍາ ສາດ ແລະ ຫລັກສູດຕ່າງໆ ຕາມທີ່ ໄດ້ກຳນົດຢູ່ໃນແຜນພັດທະນາການ ຍົກສູງຂີດຄວາມສາມາດກໍຄືແຜນ ພັດທະນາວຽກງານໄລຍະ 5 ປີ ຂອງສະຖາບັນຄົ້ນຄວ້ານິຕິກຳສະ ພາແຫ່ງຊາດ ເພື່ອຮັບໃຊ້ໃຫ້ແກ່ສະ ພາ ແຫ່ງຊາດ ແລະ ສະພາປະຊາຊົນ ຂັ້ນແຂວງກໍຄື ສະມາຊິກສະພາແຫ່ງ ຊາດ ແລະ ສະມາຊິກສະພາປະຊາ ຊົນຂັ້ນແຂວງ ແລະ ພະນັກງານທີ່ ເປັນເສນາທິການໃຫ້ມີປະສິດທິຜົນ ດີກວ່າເກົ່າ. ຂໍ້ມູນ-ພາບ: ສພຊ

rk]tdyfxt8y;af-kf xt-kmyxtw8 0v' xtmko 7ew8 luraofvo xtgmf]k; 3 21/08/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ເຂົ້າຈານນໍ້າ ການເຄື່ອນໄຫວໃນເບື້ອງຕົ້ນ ນັ້ນຕົ້ນຕໍແມ່ນເພື່ອສ້າງທຸກເງື່ອນ ໄຂ ເຂົ້າໄປເຖິງປະຊາຊົນບັນດາຊັ້ນ ຄົນໃນບ້ານຕ່າງໆ, ເພື່ອຊອກຮູ້ເກັບ ກໍາສະພາບການ ແລະ ສ້າງສາຍພົວ ພັນກັບຂ້າລາຊະການໃຫ້ເລິກເຊິ່ງ, ຈາກນັ້ນ ຈຶ່ງມີການຕັ້ງສະມາຄົມກິ ລາຕ່າງໆຂຶ້ນເພື່ອເຕົ້າໂຮມກັນເປັນ ກຸ່ມທີ່ມີຄວາມສາມັກຄີຮັກແພງກັນ, ເລົ່າສະພາບການໃນດ້ານຕ່າງໆ ແລະ ແລກປ່ຽນທັດສະນະນໍາກັນ. ໃນເມື່ອໄດ້ເຫັນແຈ້ງວ່າ ການ ເຄື່ອນໄຫວດ້ວຍຮູບການດັ່ງກ່າວ ນັ້ນບໍ່ມີຄວາມປອດໄພ, ປະທານ ຄໍາໄຕ ສີພັນດອນ ຈຶ່ງຊອກວິທີຕິດຕໍ່ ກັບ ຂະບວນການລາວອິດສະຫລະ ທີ່ມີຖານທີ່ໝັ້ນຢູ່ແຖບບໍລິເວນຊາຍ ແດນລາວ-ໄທ ແລະ ມາຮອດ ເດືອນ ມີນາ 1947 ເພິ່ນຈຶ່ງໄດ້ອອກຈາກ ເມືອງປາກເຊ ແບບປິດລັບໄປປະ ເທດໄທເຂົ້າສູ່ບາງກອກ ເພື່ອພົບກັບ ສະເດັດເຈົ້າສຸພານຸວົງ ຊຶ່ງເປັນລັດ ຖະມົນຕີວ່າການກະຊວງການຕ່າງ ປະເທດຂອງລັດຖະບານລາວ ອິດ ສະຫລະ ທັງເປັນຜູ້ບັນຊາການສູງ ສຸດກໍາລັງລາວອິດສະຫລະ. ໃນເວ ລາຕໍ່ມາສະເດັດເຈົ້າສຸພານຸວົງ ໄດ້ ມອບໝາຍ ໜ້າທີ່ໃຫ້ປະທານ ຄໍາໄຕ ສີພັນດອນ ເປັນຜູ້ຊ່ວຍວຽກເພິ່ນໃນ ການປັບປຸງກອງທະຫານລາວອິດ ສະຫລະຢູ່ເຂດໃຕ້. ນັ້ນແມ່ນບາດລ້ຽວສໍາຄັນໃນ ຊີວິດ ທັງເປັນຈຸດເລີ່ມຕົ້ນບົນເສັ້ນ ທາງປະຕິວັດ ຂອງປະທານ ຄໍາໄຕ ສີພັນດອນ ຊຶ່ງໃນເວລານັ້ນ ເພິ່ນເອງ ກໍບໍ່ທັນມີຄວາມຮັບຮູ້ອັນເລິກເຊິ່ງ ແລະ ບໍ່ທັນມີບົດຮຽນຫຍັງພໍທໍ່ໃດ ກ່ຽວກັບການຕໍ່ສູ້ ແລະ ປະຕິວັດ. ແຕ່ເພິ່ນຮູ້ດີທີ່ສຸດວ່ານັ້ນແມ່ນເສັ້ນ ທາງດຽວທີ່ຖືກຕ້ອງທີ່ສຸດ ແລະ ເປັນຄວາມຫວັງອັນໃໝ່ ເຖິງວ່າມັນ ບົດສະເໜີ (ເນື່ອງໃນໂອກາດວັນເກີດ ຄົບຮອບ100 ປີ 08 ກຸມພາ 1924-08 ກຸມພາ2024) xd6 \kdofa -;j pcdwh 07;k,md5 pkd c]t lkh ']kpI[a .sxh t-k-oq s]kpd;kj 2 8dN [u ທ່ານ ຄຳໄຕ ສີພັນດອນ ຢ້ຽມຢາມໂຮງຮຽນນາຍທະຫານກົມມະດຳ ເດືອນ 12 ປີ 1955 *** ຕໍ່ຈາກສະບັບກ່ອນ *** ຈະເຕັມໄປດ້ວຍສິ່ງທ້າທາຍທົດ ສອບອັນລະອິດລະອ້ຽວຂ້ຽວຂາດ ແລະ ຕ້ອງເອົາຊີວິດເປັນເດີມພັນກໍ ຕາມ, ນັ້ນແມ່ນຄວາມຫວັງ ຢາກໃຫ້ ປະເທດຊາດອັນແສນຮັກມີເອກະ ລາດ ແລະ ປະຊາຊົນລາວບັນດາເຜົ່າ ມີ ອິດສະຫລະພາບ, ເປັນເຈົ້າຂອງ ປະເທດຊາດຢ່າງແທ້ຈິງ. ປະທານ ຄໍາໄຕ ສີພັນດອນ ແມ່ນ ຜູ້ນໍາປະຕິວັດຮຸ່ນກໍ່ຕັ້ງຂະບວນການ ຕໍ່ສູ້ກູ້ຊາດຂອງປະຊາຊົນເຮົາ. ເພິ່ນ ໄດ້ຮັບການຊຸບຫລໍ່ໃຫ້ເກີດມີແນວ ຄິດຮັກຊາດ ແລະ ໄດ້ເຂົ້າຮ່ວມໃນ ຂະບວນການຕໍ່ສູ້ປົດປ່ອຍຊາດຕັ້ງ ແຕ່ງຍັງໜຸ່ມນ້ອຍ. ເພື່ອໃຫ້ປະເທດ ຊາດ ມີເອກະລາດ ແລະ ໃຫ້ປະຊາ ຊົນມີອິດສະຫລະພາບຫລຸດພົ້ນ ອອກຈາກຄວາມເປັນຂ້ອຍຂ້າ ຂອງ ຕ່າງຊາດ, ປະທານ ຄໍາໄຕ ສີພັນດອນ ໄດ້ຄຽງບ່າຄຽງໄຫລາກັບ ປະທານ ໄກສອນ ພົມວິຫານ, ປະທານ ສຸພາ ນຸວົງ ແລະ ຜູ້ນໍາຄົນອື່ນໆ ຂອງແນວ ລາວອິດສະຫລະ ແລະ ແນວລາວຮັກ ຊາດ, ຈັດຕັ້ງ-ນໍາພາ ການຕໍ່ສູ້ປະຕິ ວັດຂອງປະຊາຊົນລາວ ດ້ວຍຄວາມ ສະຫລາດສ່ອງໄສ ແລະ ເດັດຂາດ ມີໄຊ. ເລີ່ມຈາກການເປັນນາຍທະ ຫານປະຈໍາເສນາທິການພາກໃຕ້ ສູ່ ການເປັນຜູ້ບັນຊາການສູງສຸດ ກອງ ທັບປົດປ່ອຍປະຊາຊົນລາວ. ປະ ທານ ຄໍາໄຕ ສີພັນດອນ ໄດ້ປະກອບ ສ່ວນຢ່າງສໍາຄັນໃນການກໍ່ສ້າງກໍາ ລັງປະກອບອາວຸດປະຕິວັດ ເປັນຕົ້ນ ແມ່ນບັນດາເຫລົ່າລົບກໍາລັງຫລວງ ທີ່ເປັນກໍາລັງຫລັກແຫລ່ງ, ເປັນເສົາ ຄໍ້າໃຫ້ແກ່ຕໍ່ສູ້ມີໄຊຂອງກໍາລັງປະ ກອບອາວຸດປະຕິວັດ. ພ້ອມກັນນັ້ນ ເພິ່ນຍັງໄດ້ປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນການຄົ້ນຄວ້າວາງຍຸດ ທະສາດຂອງສົງຄາມປະຊາຊົນປົດ ປ່ອຍຊາດ ເປັນຕົ້ນ ແມ່ນການກໍານົດ ຍຸດທະວິທີ ແລະ ວິທີການຕໍ່ສູ້ດ້ວຍ ອາວຸດ, ກໍ່ຄືບັ້ນຮົບທີ່ສໍາຄັນ ເພື່ອ ຜາບແພ້ກໍາລັງຂອງພວກຈັກກະພັດ ຜູ້ຮຸກຮານ ແລະ ປະຕິການຂາຍຊາດ. ໃນຖານະຜູ້ນໍາຂອງແນວລາວ ຮັກ ຊາດ ກໍ່ຄືຂອງພັກເຮົາຮຸ່ນທໍາອິດ ປະທານ ຄໍາໄຕ ໄດ້ປະກອບສ່ວນ ຢ່າງຕັ້ງໜ້າໃນການຈັດຕັ້ງນໍາພາ ຂະບວນການຕໍ່ສູ້ຂອງປະຊາຊົນ ເຮົາ ຕ້ານລັດທິຈັກກະພັດລ່າເມືອງ ຂຶ້ນແບບເກົ່າ ແລະ ແບບໃໝ່, ເຮັດ ໃຫ້ການປະຕິວັດລາວເຕີບໃຫຍ່ຂະ ຫຍາຍຕົວ ແລະ ຍາດໄດ້ໄຊຊະນະນີ້ ຕໍ່ໃສ່ໄຊຊະນະໃໝ່ໃຫຍ່ຫລວງກວ່າ ເກົ່າ, ຈົນເຖິງໄຊຊະນະສົມບູນປົດ ປ່ອຍທົ່ວປະເທດ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ໃນວັນ ທີ 2 ທັນວາ ປີ 1975. ຂ່າວ: ກິດຕາ, ພາບ: ຂັນໄຊ * ທ່ານ ນາງ ບຸນໂຮມ ສົມວິຈິດ ຫົວໜ້າກົມສື່ມວນຊົນ ສູນກາງຊາວ ໜຸ່ມ ປະຊາຊົນ ປະຕິວັດລາວ ໄດ້ຍົກ ໃຫ້ໃນໂອກາດວັນສື່ມວນຊົນ ຄົບ ຮອບ 73 ປີວ່າ: ຊາວໜຸ່ມລາວ ໃນ ຂອບເຂດທົ່ວປະເທດ ທີ່ບໍລິໂພກຂໍ້ ມູນຂ່າວສານ ຜ່ານສື່ສັງຄົມອອນ ລາຍ ຈົ່ງມີສະຕິລະວັງຕົວ, ຕ້ອງ ຮູ້ກັນຕອງ, ຕ້ອງຈຳແນກສິ່ງໃດ ຜິດສິ່ງໃດຖືກ ກ່ອນຈະສົ່ງຕໍ່ຂໍ້ມູນ ຂ່າວສານ ເຊິ່ງປັດຈຸບັນ ການບໍລິ ໂພກຂໍ້ມູນຂ່າວສານ ຜ່ານສື່ສັງຄົມ ອອນລາຍ ມີຈຳນວນ 4.700.000 ກວ່າຄົນ. ໃນນັ້ນ, ຊາວໜຸ່ມກວມ ເອົາ 80%. ໂອກາດນີ້, ທ່ານ ນາງ ບຸນໂຮມ -k;|5j,]k; 9qj',ult8y ]t;a'8q; .odko[=]y3rd 0= h,6o0jk;lko zjkolnjvvo]kp ພາບປະກອບ ສົມວິຈິດ ກໍໄດ້ຮຽກຮ້ອງເຖິງຊາວ ໜຸ່ມລາວ ໃນຂອບເຂດທົ່ວປະເທດ ຈົ່ງບໍລິໂພກຂ່າວ ຫລື ຕິດຕາມຂ່າວ ຈາກສື່ທາງການ ແນໃສ່ເພື່ອຮັບຮູ້ ຂໍ້ມູນຂ່າວສານທີ່ຖືກຕ້ອງ, ບໍ່ບຶດ ເບືອນຄວາມເປັນຈິງ. ໃນໂອກາດວັນສື່ມວນຊົນລາວ ຄົບຮອບ 73 ປີ, ໃນນາມທີ່ເປັນຕົວ ແທນ ຂອງຊາວໜຸ່ມລາວ ແລະ ເປັນ ສື່ສູນກາງຊາວໜຸ່ມ ປະຊາຊົນ ປະຕິ ວັດລາວ ກໍໄດ້ສ້າງຂະບວນການຕ່າງ ເປັນຕົ້ນ ຈັດງານພົບປະແລກປ່ຽນ ຊາວໜຸ່ມ 6 ແຂວງ, ແລກປ່ຽນທັກ ສະການຮັບຮູ້ຂໍ້ມູນຂ່າວສານ ໃນໄລ ຍະໃໝ່, ຍົກລະດັບຄວາມຮູ້ກ່ຽວ ກັບການຈຳແນກຂ່າວທີ່ຖືກຕ້ອງ ແລະ ການຮັບຂ່າວທີ່ໜ້າເຊື້ອຖື. ມາດເກັບກ່ຽວເປັນສິນຄ້າ 93 ເຮັກ ຕາ. ໃນນັ້ນ, ໃນໄລຍະ 6 ເດືອນຕົ້ນ ປີຜ່ານມານີ້, ເກັບກູ້ໄດ້ຜົນຜະລິດ ປະມານ 800 ໂຕນ/ເຮັກ, ສະເລ່ຍ ຂາຍໃນລາຄາໜ່ວຍໜຶ່ງ 6.000 ກີບ. ຈາກຜົນຜະລິດດັ່ງກ່າວ ໃນໄລ ຍະ 6 ເດືອນປີນີ້, ປະຊາຊົນສາມາດ ມີລາຍຮັບເຂົ້າຄອບຄົວເຂົາເຈົ້າ ແລ້ວຫລາຍກວ່າ 2,5 ຕື້ກີບ. ດ້ວຍຄວາມເອົາໃຈໃສ່ສົ່ງເສີມ ຂອງເຈົ້າໜ້າທີ່ກະສິກຳ ແລະ ປ່າໄມ້ ເມືອງບວກໃສ່ມູນເຊື້ອດຸໝັ່ນຂະ ຫຍັນພຽນຂອງປະຊາຊົນ ສົ່ງຜົນ ເຮັດໃຫ້ການຜະລິດເປັນສິນຄ້າມີ ການຂະຫຍາຍຕົວ ໂດຍສະເພາະ ແມ່ນການປູກໝາກນັດໄດ້ກາຍເປັນ ສິນຄ້າທີ່ພົ້ນເດັ່ນໜຶ່ງໃນການສ້າງ ລາຍໄດ້ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນທີ່ນັບມື້ຫລຸດລົງ ເປັນກ້າວໆ. ຢ່າງໃດກໍ່ດີ ນອກຈາກ ການຂາຍຍ່ອຍ, ຂາຍຍົກໃຫ້ແກ່ພໍ່ ຄ້າ ແມ່ຄ້າແລ້ວ, ການນຳເມືອງຮົ່ມກໍ່ ຍັງໄດ້ສົມທົບກັບກົມສົ່ງເສີມການ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ຈັດຝຶກອົບຮົມ ດ້ານອາຊີບຜະລິດຕະພັນສຳເລັດ ຮູບໝາກນັດເປັນສິນຄ້າເມື່ອບໍ່ດົນ ມານີ້, ໃຫ້ແກ່ກຸ່ມປູກໝາກນັດ ເພື່ອ ແນໃສ່ເຮັດໃຫ້ກຸ່ມມີການພັດທະນາ ສີມື ແລະ ອາຊີບຂອງຕົນເອງມີ ຄວາມຍືນຍົງຕະຫລອດໄປ ໂດຍ ສະເພາະການຜະລິດສິນຄ້າທີ່ໄດ້ ຕາມຫລັກສຸຂານາໄມ, ໄດ້ຕາມ ມາດຕະຖານ ອຢ, ການປັບປຸງຜະ ລິດຕະພັນ ແລະ ຄຸນນະພາບ, ການ ອອກແບບຫຸ້ມຫໍ່, ການສ້າງຍີ່ຫໍ້ຜະ ລິດຕະພັນສິນຄ້າ, ການເຂົ້າເຖິງຕະ ຫລາດພາຍໃນ-ຕ່າງປະເທດ, ການ ໂຄສະນາຂາຍສິນຄ້າ, ຂັ້ນຕອນ ແລະ ວິທີການປຸງແຕ່ງ-ແປຮູບ ໝາກນັດ ໃຫ້ກາຍເປັນຜະລິດຕະພັນ ສິນຄ້າສໍາເລັດຮູບຄື: ບັນກວນ ໝາກນັດ, ໝາກນັດອົບແຫ້ງ, ນໍ້າ ໝາກນັດ, ນໍ້າຢາລ້າງຈານອື່ນໆ. ພາບປະກອບ * ໝາກນັດກໍ່ແມ່ນໜາກໄມ້ໜຶ່ງ ທີ່ຕະຫລາດມີຄວາມຕ້ອງການ ແລະ ໄດ້ຮັບຄວາມນິຍົມບໍລິໂພກຈາກສັງ ຄົມຢ່າງກວ້າງຂວາງໃນປັດຈຸບັນ ນີ້, ທັງເປັນພືດເສດຖະກິດໜຶ່ງທີ່ສາ ມາດສ້າງລາຍຮັບແກ້ໄຂຄວາມທຸກ ຍາກຂອງປະຊາຊົນຢ່າງຫລວງ ຫລາຍ. ດັ່ງປະຊາຊົນເມືອງຮົ່ມ ແຂວງໄຊສົມບູນ ມີຫລາຍຄອບຄົວ ໄດ້ຮັບການພັດທະນາ ແລະ ຫລຸດ ພົ້ນອອກຈາກຄວາມທຸກຍາກຍ້ອນ ຫັນມາປູກໝາກນັດເປັນສິນຄ້າ ໂດຍໃນໄລຍະກາງປີນີ້, ຊາວສວນ ໝາກນັດເມືອງດັ່ງກ່າວ ສາມາດມີ ລາຍຮັບຈາກການເກັບກູ້ ໝາກນັດ ຫລາຍກວ່າ 2,5 ຕື້ກີບ. ດັ່ງທີ່ເຈົ້າໜ້າທີ່ຫ້ອງການກະ ສິກຳ ແລະ ປ່າໄມ້ ເມືອງຮົ່ມ ລາຍ ງານໃຫ້ຮູ້ວ່າ: ປັດຈຸບັນນີ້, ການປູກ ໝາກນັດຂອງປະຊາຊົນຢູ່ເມືອງ ຮົ່ມກໍ່ແມ່ນອີກໜຶ່ງເສດຖະກິດສຳ ຄັນທີ່ເປັນທ່າແຮງຕໍ່ການແກ້ໄຂ ຄວາມທຸກຍາກຂອງປະຊາຊົນລາວ ບັນດາເຜົ່າ ໂດຍມາຮອດດຽວນີ້ ໄດ້ ສົ່ງເສີມການປູກໝາກນັດເປັນສິນ ຄ້າ ແລະ ມີເນື້ອທີ່ປູກຫລາຍກວ່າ 107 ເຮັກຕາ. ໃນນັ້ນ, ເນື້ອທີ່ສາ

RkJQdWJsaXNoZXIy MTc3MTYxMQ==