lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 21/08/2023 xtgmf]k; ຜົນສຳເລັດກອງປະຊຸມ... ຫລາຍພາກສ່ວນຮ່ວມ... ຮອງລັດຖະມົນຕີ.... ສຳມະນາ ນະໂຍບາຍ... ລະດົມຄວາມເຫັນ... ຂປລ. ວັນທີ 17 ສິງຫາ 2023 ນີ້, ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາ ລະນະສຸກ ພ້ອມຄະນະລົງເຄື່ອນ ໄຫວຊຸກຍູ້ວຽກງານການນໍາໃຊ້ລະ ບົບນ້ຳສະອາດຢູ່ບ້ານນາໜອງ ຈານ ເມືອງວາປີ ແຂວງສາລະວັນ ໂດຍມີ ທ່ານ ດຣ ອາຄົມ ລໍ່າວິຈິດ ຫົວໜ້າພະແນກສາທາລະນະສຸກ ແຂວງ, ທ່ານ ດົມວິໄລ ທອງສະຫວັນ ຮອງເລຂາພັກ ເມືອງວາປີ, ມີຂະ ແໜງການການກ່ຽວຂ້ອງ ແລະ ພໍ່ ແມ່ປະຊາຊົນເຂົ້າຮ່ວມ. ທັງນີ້, ກໍ ເພື່ອຕິດຕາມ ປະເມີນຜົນການນໍາ ໃຊ້ລະບົບນໍ້າສະອາດຂອງປະຊາ ຊົນໃນບ້ານດັ່ງກ່າວ. ໂອກາດນີ້, ທ່ານ ດຣ ສະໜອງ ທອງຊະນະ ໄດ້ສະແດງຄວາມຢື້ ຢາມຖາມຂ່າວ ແລະ ຄວາມເປັນ ຫ່ວງເປັນໄຍຕໍ່ກັບປະຊາຊົນ ໂດຍ ສະເພາະການນຳໃຊ້ນ້ຳທີ່ສະອາດ, ມີນໍ້າໃຊ້ນໍ້າດື່ມທີ່ພຽງພໍຕອບສະ ໜອງໃນການດຳລົງຊີວິດຂອງປະ ຊາຊົນນັບມື້ດີຂຶ້ນເລື້ອຍໆ, ສິ່ງສໍາ ຄັນແມ່ນໄດ້ຊຸກຍູ້ສົ່ງເສີມປະຊາຊົນ ມີສຸຂະພາບທີ່ແຂງແຮງ, ຫ່າງຈາກ ພະຍາດຕ່າງໆທີ່ເກີດຈາກນໍ້າ. ພ້ອມ ນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ອົງ ການປົກຄອງບ້ານ, ປະຊາຊົນເອົາ ໃຈໃສ່ເບິ່ງແຍງຮັກສາ, ນໍາໃຊ້ໃຫ້ ເປັນປະໂຫຍດສູງສຸດຕໍ່ສຸຂະພາບ ຕົນເອງ, ຕໍ່ຄອບຄົວ ແລະ ສັງຄົມ, ຕໍ່ຍູ້ແຮງການຜັນຂະຫຍາຍແນວ ທາງປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການ ນໍາພາຂອງພັກ ແລະ ດໍາເນີນຊີວິດ ການເມືອງພາຍໃນຄະນະບໍລິຫານ ງານສູນກາງພັກ ໄລຍະເຄິ່ງສະໄໝ. ກອງປະຊຸມໄດ້ດຳເນີນໄປພາຍ ໃຕ້ບັນຍາກາດແຫ່ງຄວາມສາມັກ ຄີ, ຄວາມເປັນເອກະພາບ ແລະ ດ້ວຍຄວາມຮັບຜິດຊອບການເມືອງ ອັນສູງສົ່ງ, ຄະນະບໍລິຫານງານສູນ ກາງພັກ ໄດ້ຕີລາຄາ ແລະ ເປັນເອກະ ພາບສູງຕໍ່ບັນດາເນື້ອໃນທີ່ຍົກຂຶ້ນ ໃນບັນດາບົດລາຍງານ, ຢືນຢັນວ່າ: ແນວທາງການເມືອງ ແລະ ແນວ ທາງການຈັດຕັ້ງ ທີ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກວາງອອກແມ່ນ ຖືກຕ້ອງ, ສອດຄ່ອງກັບຄວາມມຸ່ງ ຫວັງຂອງປະຊາຊົນ ແລະ ໄດ້ຮັບ ຄວາມເຊື່ອໝັ້ນ, ການສະໜັບສະໜູນ ຢ່າງຕໍ່ເນື່ອງຈາກເພື່ອນມິດສາກົນ; ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະ ນະບໍລິຫານງານສູນກາງພັກ, ການ ບໍລິຫານ-ຄຸ້ມຄອງຂອງລັດຖະບານ, ອົງການປົກຄອງທ້ອງຖິ່ນ ແລະ ການຕິດຕາມ, ກວດກາ ແລະ ສະ ໜັບສະໜູນ ຂອງສະພາແຫ່ງຊາດ, ສະພາປະຊາຊົນແຂວງ, ນະຄອນ ຫລວງວຽງຈັນ ແລະ ບັນດາອົງ ການໃນລະບົບການເມືອງໄດ້ສ້າງ ພື້ນຖານສໍາຄັນເຮັດໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບທາງດ້ານ ການເມືອງໜັກແໜ້ນ, ສັງຄົມມີ ຄວາມສະຫງົບປອດໄພ ແລະ ເປັນ ລະບຽບຮຽບຮ້ອຍ, ເສດຖະກິດຍັງ ມີການເຕີບໂຕ ແລະ ຂະຫຍາຍຕົວ ຕໍ່ເນື່ອງ; ເຖິງວ່າສະພາບແວດລ້ອມ ຂອງໂລກໄດ້ມີການຜັນແປໄປຢ່າງ ສັບສົນ, ຫລາຍດ້ານບໍ່ເອື້ອອໍານວຍ, ສົ່ງຜົນກະທົບຕໍ່ການພັດທະນາປະ ເທດຊາດ, ຢູ່ພາຍໃນປະເທດສືບ ຕໍ່ຜະເຊີນໜ້າກັບຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ, ການ ຂາດແຄນນໍ້າມັນ, ອັດຕາແລກປ່ຽນ ເງິນຕາເໜັງຕີງແຮງ, ເງິນເຟີ້ສູງ, ແຕ່ກໍສາມາດປະຄັບປະຄອງ ແລະ ແກ້ໄຂໃຫ້ຜ່ອນຄາຍລົງ ແລະ ເຂົ້າ ສູ່ສະພາບປົກກະຕິເທື່ອລະກ້າວ. ພ້ອມນີ້, ລະບົບການເມືອງ ນັບແຕ່ ຂັ້ນສູນກາງລົງຮອດທ້ອງຖິ່ນຮາກ ຖານ ໄດ້ຮັບການປັບປຸງໃຫ້ມີຄວາມ ໜັກແໜ້ນ ຂຶ້ນກວ່າເກົ່າ. ອັນສໍາຄັນ, ປະຊາຊົນລາວ ບັນດາເຜົ່າໄດ້ເສີມ ຂະຫຍາຍຈິດໃຈຮັກຊາດ, ມູນເຊື້ອ ສາມັກຄີເປັນປຶກແຜ່ນ, ເຊື່ອໝັ້ນຕໍ່ ການນຳພາ ຂອງພັກ ແລະ ອະນາຄົດ ຂອງປະເທດຊາດ, ມີຄວາມຕື່ນຕົວ ເຂົ້າຮ່ວມໃນການພັດທະນາ ເພື່ອໃຫ້ ພົ້ນຈາກຄວາມທຸກຍາກ ແລະ ຮັ່ງ ມີຂຶ້ນ. ພ້ອມກັນນັ້ນ, ກອງປະຊຸມກໍໄດ້ ຕີລາຄາຢ່າງກົງໄປກົງມາຕໍ່ບັນຫາ ທີ່ຍັງຄົງຄ້າງ ເປັນຕົ້ນ ການຫັນທ່າ ແຮງ ແລະ ຄວາມອາດສາມາດບົ່ມ ຊ້ອນ ໃຫ້ເປັນຂະແໜງເສດຖະກິດ ປາຍແຫລມ ຍັງມີລັກສະນະຊັກຊ້າ, ຄວາມທຸກຍາກຂອງປະຊາຊົນບໍ່ ທັນໄດ້ຮັບການແກ້ໄຂຢ່າງຕັ້ງໜ້າ, ການເຂົ້າເຖິງການບໍລິການດ້ານ ສຶກສາ ແລະ ສາທາລະນະສຸກ ຍັງມີ ຂໍ້ຈຳກັດ, ບັນຫາຫຍໍ້ທໍ້ຕ່າງໆໃນສັງ ຄົມ ບໍ່ທັນໄດ້ຮັບການແກ້ໄຂຢ່າງເດັດ ຂາດ, ການປັບປຸງກົງຈັກການຈັດ ຕັ້ງຍັງຊັກຊ້າ, ຄະນະບໍລິຫານງານ ສູນກາງພັກ ໄດ້ຊີ້ໃຫ້ເຫັນສາເຫດສໍາ ຄັນຕົ້ນຕໍ ທີ່ເປັນປັດໄຈໃນຕົວພາໃຫ້ ມີຈຸດອ່ອນ-ຂໍ້ຄົງຄ້າງແມ່ນຄະນະ ພັກຄະນະນໍາ, ພະນັກງານ-ສະມາ ຊິກພັກ ຈໍານວນໜຶ່ງໃນແຕ່ລະຂັ້ນ ບໍ່ທັນເຂົ້າໃຈເລິກເຊິ່ງ ແລະ ຍັງລັງ ເລ, ຍັງບໍ່ທັນເອົາໃຈໃສ່ຊີ້ນຳຢ່າງ ແທດເຖິງ ເພື່ອສ້າງການຫັນປ່ຽນທີ່ ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ກົນໄກ, ລະບອບແບບແຜນ, ກົນໄກ ປະສານງານ ຍັງຜ່ານຫລາຍຂັ້ນ ຫລາຍຂອດ ແລະ ບໍ່ທັນໂລ່ງລ່ຽນ. ຄະນະບໍລິຫານງານສູນກາງພັກ ເຫັນດີຕໍ່ທິດທາງ ແລະ ຄາດໝາຍ ໃຫຍ່ໃນທ້າຍສະໄໝ ແມ່ນສືບຕໍ່ຮັບ ປະກັນໃຫ້ປະເທດຊາດ ມີສະຖຽນ ລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຢ່າງໜັກແໜ້ນ, ສ້າງ ພື້ນຖານໃນການພາປະເທດຊາດ ໃຫ້ຫລຸດພົ້ນຈາກສະຖານະພາບ ດ້ອຍພັດທະນາ; ຍົກສູງບົດບາດການ ນໍາພາ ແລະ ລັກສະນະນໍາໜ້າຂອງ ພັກ ເພື່ອຍູ້ແຮງການຜັນຂະຫຍາຍ ແນວທາງປ່ຽນແປງໃໝ່ ເຂົ້າສູ່ລວງ ເລິກ, ສ້າງການຫັນປ່ຽນທີ່ແຂງ ແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃຫ້ເປັນຮູບປະທໍາ, ສືບຕໍ່ຍູ້ການເຕີບ ໂຕທາງດ້ານເສດຖະກິດຕາມທິດ ສີຂຽວ ແລະ ຍືນຍົງຕິດພັນການພັດ ທະນາດ້ານວັດທະນະທຳ-ສັງຄົມ ແລະ ການປົກປັກຮັກສາສິ່ງແວດ ລ້ອມ; ແກ້ໄຂໜໍ່ແໜງທີ່ຈະພາໃຫ້ ເກີດຄວາມບໍ່ມີສະຖຽນລະພາບທາງ ດ້ານເສດຖະກິດມະຫາພາກ, ສຸມ ກໍາລັງເຂົ້າໃສ່ການແກ້ໄຂຄວາມທຸກ ຍາກຂອງປະຊາຊົນ ແລະ ແກ້ໄຂ ປາກົດການຫຍໍ້ທໍ້ໃນສັງຄົມໃຫ້ຫັນ ປ່ຽນຈະແຈ້ງ. ພ້ອມນີ້, ຄະນະບໍລິຫານງານສູນ ກາງພັກ ຍັງໄດ້ຕົກລົງຮັບຮອງ ດ້ານຫລັກການກ່ຽວກັບຮ່າງມະຕິ ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະ ຫຍາຍແນວທາງປ່ຽນແປງໃໝ່ສູ່ ລວງເລິກ, ສ້າງການຫັນປ່ຽນທີ່ແຂງ ແຮງ, ເລິກເຊິ່ງ ແລະ ຮອບດ້ານໃນ ການນໍາພາຂອງພັກເຊິ່ງຖືເປັນບັນ ຫາພື້ນຖານສໍາຄັນ ໃນການສືບຕໍ່ບູ ລະນະ ແລະ ເພີ່ມເຕີມເສີມຂະຫຍາຍ ແນວທາງ, ແຜນນະໂຍບາຍ, ແນວ ຄິດ-ທິດສະດີ ຂອງພັກເຮົາໃຫ້ຈະ ແຈ້ງ, ຄົບຖ້ວນຂຶ້ນຕື່ມ, ຖືເປັນບາດ ລ້ຽວໃນການປັບປຸງ, ປ່ຽນແປງໃໝ່ ແບບແຜນການນໍາພາຂອງພັກ, ກົນ ໄກ, ລະບອບລະບຽບການຈັດຕັ້ງ, ກົງຈັກຂອງພັກ-ລັດເຮົາ ຢູ່ໃນເງື່ອນ ໄຂແຫ່ງການສືບຕໍ່ບູລະນະລະບອບ ປະຊາທິປະໄຕປະຊາຊົນ ໃຫ້ສົມບູນ ຍິ່ງຂຶ້ນ. ກອງປະຊຸມ ໄດ້ມອບໝາຍໃຫ້ກົມ ການເມືອງສູນກາງພັກ, ຄະນະເລ ຂາທິການສູນກາງພັກ, ສະພາແຫ່ງ ຊາດ, ລັດຖະບານຊີ້ນໍາພາກສ່ວນ ກ່ຽວຂ້ອງ ຄົ້ນຄວ້າ, ປັບປຸງບັນດາ ນິຕິກໍາຕ່າງໆເປັນຕົ້ນກົດລະບຽບ ພັກ, ລັດຖະທຳມະນູນ, ກົດໝາຍ ແລະ ລະບອບ, ລະບຽບການ, ກົນໄກ ທີ່ພົວພັນເຖິງການນໍາພາ-ຄຸ້ມຄອງ ຂອງພັກ-ລັດ ແນໃສ່ເຮັດໃຫ້ບັນຫາ ຕ່າງໆ ສາມາດຕົກລົງຮັບຮອງ ແລະ ເຂົ້າສູ່ການຈັດຕັ້ງປະຕິບັດພາຍ ຫລັງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ກອງປະຊຸມກາງສະໄໝຄັ້ງນີ້, ຍັງໄດ້ດໍາເນີນຊີວິດການເມືອງພາຍ ໃນ ເພື່ອສໍາຫລວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງ ພັກ ແລະ ບຸກຄົນກໍາມະການສູນກາງ ພັກສະໄໝທີ XI ເຊິ່ງເປັນຫລັກ ການ, ເປັນລະບອບແບບແຜນແລະ ຖືເປັນຫລັກການທີ່ພັກເຮົາ ໄດ້ຍຶດ ໝັ້ນ ແລະ ຈັດຕັ້ງປະຕິບັດຕະຫລອດ ມາ ແນໃສ່ປັບປຸງ ແລະ ຍົກສູງປະ ສິດທິພາບໃນການນໍາພາຊີ້ນຳຂອງ ລວມໝູ່ຄະນະກໍຄື ເຊີດຊູຄວາມຮັບ ຜິດຊອບສ່ວນບຸກຄົນຂອງບັນດາ ສະຫາຍກໍາມະການສູນກາງພັກ; ຍົກສູງບົດບາດເປັນຄັນທຸງນໍາໜ້າ ໃນການເຕົ້າໂຮມຄວາມສາມັກຄີໃນ ທົ່ວພັກ ແລະ ທົ່ວປວງຊົນ; ຍົກສູງ ບົດບາດເປັນຫລັກແຫລ່ງ, ເປັນແບບ ຢ່າງນໍາໜ້າດ້ານສະຕິປັນຍາຂອງ ລວມໝູ່ຄະນະບໍລິຫານງານສູນ ກາງພັກ ກໍຄື ຂອງແຕ່ລະສະຫາຍສູນ ກາງເຊິ່ງຍາມໃດກໍຕ້ອງສະດຸ້ງໄວ ຕໍ່ບັນຫາ, ຮັບປະກັນລັກສະນະປະດິດ ສ້າງ, ວິທະຍາສາດ ແລະ ແທດກັບ ຕົວຈິງ. ໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມ ເຊື່ອໝັ້ນວ່າ: ບັນດາສະຫາຍກໍາມະ ການສູນກາງພັກ ຈະນໍາເອົາເນື້ອໃນ ຈິດໃຈຂອງບົດສໍາຫລວດການນໍາ ພາລວມ, ຜົນຂອງການທາບທາມ ຄວາມເຊື່ອໝັ້ນໄວ້ວາງໃຈ ແລະ ຄໍາເຫັນສົ່ງຂ່າວໄປຄົ້ນຄວ້າ ແລະ ພິ ຈາລະນາ ເພື່ອເປັນພື້ນຖານໃນການ ປັບປຸງ ແລະ ແກ້ໄຂດ້ານຈຸດອ່ອນຂໍ້ຄົງຄ້າງ ກໍຄື ການແກ້ໄຂບັນດາ ບັນຫາທີ່ຕັ້ງຂຶ້ນໃນກອງປະຊຸມຄັ້ງ ນີ້ ໃຫ້ມີການຫັນປ່ຽນທີ່ແຂງແຮງ ແລະ ຈະແຈ້ງ ຂຶ້ນກວ່າເກົ່າ. ພ້ອມທັງ ຮຽກຮ້ອງມາຍັງທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຈົ່ງສືບ ຕໍ່ເພີ່ມທະວີຄວາມສາມັກຄີເປັນປຶກ ແຜ່ນ, ຕັ້ງໜ້າເສີມຂະຫຍາຍມູນເຊື້ອ, ບົດຮຽນ ແລະ ຜົນງານທີ່ພັກເຮົາຍາດ ມາໄດ້ໃນໄລຍະຜ່ານມາ, ສູ້ຊົນດ້ວຍ ຄວາມຕັດສິນໃຈສູງ ພ້ອມກັນຜ່ານ ຜ່າສິ່ງທ້າທາຍທົດສອບຕ່າງໆ, ເດັດ ດ່ຽວປັບປຸງແກ້ໄຂບັນຫາຄົງຄ້າງ, ບັນຫາຫຍໍ້ທໍ້ໃນກົງຈັກ ແລະ ໃນສັງ ຄົມ; ສືບຕໍ່ທຸ່ມເທສະຕິປັນຍາ, ເຫື່ອ ແຮງ, ຍົກສູງຄວາມຮັບຜິດຊອບ ການເມືອງ ເພື່ອນໍາພາຊີ້ນໍາການຜັນ ຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອ ໃນຈິດໃຈ ຂອງກອງປະຊຸມຄັ້ງນີ້ ໃຫ້ ມີຜົນສຳເລັດຢ່າງເປັນຮູບປະທຳ. ພາບ: ເກດສະໜາ ຊາດ ແລະ ທ່ານ Wulf Gallert ປະທານກໍາມາທິການຕ່າງປະເທດ ຝ່າຍພັກຊ້າຍສະຫະພັນ ເຢຍລະມັນ, ມີບັນດາຮອງລັດຖະມົນຕີກະຊວງ ກ່ຽວຂ້ອງ, ຮອງປະທານກຳມາທິ ການ, ຮອງເລຂາທິການ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສັນຍາ ປຣະເສີດ ໄດ້ຕີລາ ຄາສູງຕໍ່ການສຳມະນາແລກປ່ຽນ ບົດຮຽນຄັ້ງນີ້, ເປັນໂອກາດອັນດີ ໃຫ້ ແກ່ຄະນະຜູ້ແທນຝ່າຍລາວ ແລະ ເຢຍລະມັນ ໄດ້ແລກປ່ຽນບົດຮຽນ ຂໍ້ມູນຂ່າວສານ ແລະ ບັນດາທັດສະ ນະຕໍ່ກັບບັນຫາຕ່າງໆ ທັງໃນຂົງ ເຂດການເມືອງ-ຄວາມໝັ້ນຄົງ, ເສດ ຖະກິດ-ສັງຄົມ, ພະລັງງານ ແລະ ອື່ນໆ ໃນພາກພື້ນ ແລະ ໃນໂລກ; ທັງເປັນການປະກອບສ່ວນອັນສໍາ ຄັນເຂົ້າໃນການເສີມຂະຫຍາຍສາຍ ພົວພັນມິດຕະພາບທີ່ມີມາແຕ່ດົນ ນານ ແລະ ການຮ່ວມມືທີ່ມີໝາກຜົນ ລະຫວ່າງ ສປປ ລາວ ແລະ ສາທາ ລະນະລັດ ສະຫະພັນເຢຍລະມັນ ໃຫ້ໄດ້ຮັບການພັດທະນາ ແລະ ເສີມ ຂະຫຍາຍຢ່າງບໍ່ຢຸດຢັ້ງ. ຫົວຂໍ້ການສໍາມະນາດັ່ງກ່າວ, ລົງເລິກແລກປ່ຽນບົດຮຽນກ່ຽວ ກັບການຈັດລະບຽບໂລກໃໝ່/ພາກ ພື້ນອິນໂດປາຊີຟິກ, ບົດບາດຂອງ ອາຊຽນ; ຜົນກະທົບຂອງການປ່ຽນ ແປງດິນຟ້າອາກາດຕໍ່ຂົງເຂດກະ ສິກຳພື້ນຖານໂຄງລ່າງ, ການສະ ໜອງພະລັງງານ ແລະ ລະບົບນິເວດ ວິທະຍາ; ພາບລວມຂອງນະໂຍ ບາຍສັງຄົມ ແລະ ໂຄງປະກອບສະ ຫວັດດີການຂອງລັດ; ທັດສະນະ ຂອງລັດຕໍ່ສະຖານະການໂລກໃໝ່; ຄວາມໝັ້ນຄົງທາງດ້ານສະບຽງ ອາຫານ ແລະ ການພັດທະນາຂະ ແໜງກະສິກຳ ເພື່ອປັບປຸງຜະລິດຕະ ພັນທີ່ສະໜອງໃຫ້ແກ່ການສົ່ງອອກ ຕ່າງປະເທດ. ນອກຈາກນັ້ນ, ຄະນະ ຜູ້ແທນທີ່ເຂົ້າຮ່ວມສຳມະນາຍັງໄດ້ ໄປຢ້ຽມຢາມດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງ ແລະ ເຂດໂລ ຈິດສະຕິກ ນະຄອນຫລວງວຽງຈັນ ຕື່ມອີກ. ຂ່າວ-ພາບ: ສພຊ ພ້ອມກັນເອົາໃຈໃສ່ຕິດຕາມກວດ ກາ ເໝືອນກັບອຸປະກອນນຳໃຊ້ໃນ ຄອບຄົວຂອງຕົນເອງ. ໂຄງການກໍ່ສ້າງລະບົບນໍ້າສະ ອາດຢູ່ບ້ານນາໜອງຈານ ເມືອງ ວາປີ ໄດ້ຈັດຕັ້ງປະຕິບັດແຕ່ປີ 2022, ໃຊ້ເວລາໃນການກໍ່ສ້າງ 3 ເດືອນ ໂດຍໄດ້ຮັບທຶນສະໜັບສະ ໜູນຈາກກອງທຶນພິເສດແມ່ນ້ຳ ຂອງ-ແມ່ນ້ຳລ້ານຊ້າງ ໃນມູນຄ່າ 220 ລ້ານກວ່າກີບ ໂດຍຜ່ານການ ປະສານງານຂອງກະຊວງສາທາ ລະນະສຸກ ໂດຍໄດ້ ເຈາະນໍ້າບາດານ ລະບົບປິດ ທີ່ໄດ້ມາດຕະຖານ ແລະ ກວດຜ່ານດ້ານຄຸນນະພາບນ້ຳ, ກໍ່ສ້າງອ່າງເກັບນ້ຳສູງຕິດຕັ້ງຖັງ ບັນລຸນ້ຳ 2 ຖັງ ຂະໜາດ 3.000 ລິດຕໍ່ຖັງ, ສະໜອງທໍ່ນ້ຳຂະໜາດ ຕ່າງໆ ແລະ ຕິດຕັ້ງກົງເຕີວັດແທກ ນ້ຳແຕ່ລະຄົວເຮືອນ. ສຳລັບປະຊາ ຊົນ ແມ່ນໄດ້ປະກອບສ່ວນດ້ານ ແຮງງານຂຸດຂຸມວາງທໍ່ແມ່, ທໍ່ແຈກ ຢາຍນ້ຳເຂົ້າຄົວເຮືອນຕາມຂໍ້ມູນ ແຜນຜັງ ແລະ ຊ່ວຍວຽກດ້ານອື່ນໆ ຄິດໄລ່ເປັນມູນຄ່າ 45 ລ້ານກວ່າ ກີບ ລວມມູນຄ່າກໍ່ສ້າງທັງໝົດ 266 ລ້ານກວ່າກີບ. ທ່ານ ຄໍາພາ ພວງໃສ ຮອງນາຍ ບ້ານໆນາໜອງຈານ ໄດ້ໃຫ້ຮູ້ວ່າ: ບ້ານນາໜອງຈານ ມີພົນລະເມືອງ ທັງໝົດ 407 ຄົນ, 93 ຫລັງຄາ ເຮືອນ, 113 ຄອບຄົວ ແລະ ໄດ້ຊົມ ໃຊ້ວິດຖ່າຍກວມ 100%; ປັດຈຸ ບັນ, ລະບົບນ້ຳສະອາດ ໄດ້ອຳນວຍ ຄວາມສະດວກໃຫ້ກັບປະຊາຊົນ ພາຍໃນບ້ານເປັນຢ່າງດີ,ໄດ້ໃຊ້ໄດ້ ດື່ມນ້ຳທີ່ສະອາດ, ພ້ອມທັງໄດ້ມີ ການ ແຕ່ງຕັ້ງຄະນະຮັບຜິດຊອບປົກ ປັກຮັກສາຂັ້ນບ້ານ, ກຳນົດກົດລະ ບຽບນຳໃຊ້, ອະນາໄມ ແລະ ຮັກສາ ລະບົບທໍ່່ນ້ຳຕ່າງໆ, ທັງໄດ້ກຽມ ສ້າງກອງທຶນ ເພື່ອບຳລຸງຮັກສາ ໃຫ້ ໄດ້ໃຊ້ຢ່າງຍາວນານ. ຂ່າວ-ພາບ: ວິໄລວອນ ສິດທິໄຊ ໃຫ້ຮູ້ວ່າ: ການຈັດກິດຈະກຳຄັ້ງນີ້, ເປັນການສ້າງຂະບວນການສະ ເຫລີມສະຫລອງວັນພິມຈຳໜ່າຍ ແລະ ວັນສ້າງຕັ້ງສື່ມວນລາວ ຄົບ ຮອບ 73 ປີ ແລະ ວັນສ້າງຕັ້ງທະນາ ຄານແຫ່ງ ສປປ ລາວ ຄົບຮອບ 55 ປີ. ເນື່ອງຈາກວ່າປັດຈຸບັນ, ຄົນເຈັບ ທີ່ມີຄວາມຕ້ອງການເລືອດຢູ່ຕາມ ໂຮງໝໍ ແມ່ນມີຫລາຍສົມຄວນ ເປັນຕົ້ນ ແມ່ຍິງທີ່ໄດ້ຮັບຜົນກະທົບ ຈາກການເກີດລູກ, ເດັກນ້ອຍທີ່ ເປັນພະຍາດເລືອດຈາງຂັ້ນຮ້າຍ ແຮງ, ຈາກພະຍາດໄຂ້ມາລາເລຍ (Malaria), ໄຂ້ເລືອດອອກ, ຜູ້ໄດ້ ຮັບຜົນກະທົບຈາກອຸບັດເຫດພາວະ ສຸກເສີນ, ລວມເຖິງການຜ່າຕັດຊະ ນິດຕ່າງໆ; ການບໍລິຈາກເລືອດໃນ ຄັ້ງນີ້ ຈະສະມາດຊ່ວຍເຫລືອ ແລະ ກອບກູ້ຊີວິດຂອງຄົນເຈັບທີ່ຕ້ອງ ການເລືອດໄດ້. ການບໍລິຈາກເລືອດ ແມ່ນມີຜົນ ດີຫລາຍຢ່າງຊ່ວຍເຮັດໃຫ້ຮ່າງກາຍ ແຂງແຮງຜູ້ທີ່ເຄີຍບໍລິຈາກເລືອດ ຈະມີສຸຂະພາບໂດຍລວມດີກວ່າຜູ້ ທີ່ບໍ່ເຄີຍບໍລິຈາກ, ຈຳນວນເລືອດທີ່ ເສຍໄປແມ່ນບໍ່ສົ່ງຜົນກະທົບຕໍ່ສຸຂະ ພາບ, ພ້ອມທັງເຮັດໃຫ້ລະບົບການ ໝູນວຽນຂອງເລືອດໃນຮ່າງກາຍ ດີຂຶ້ນ ຜົນການສຶກສາພົບວ່າຜູ້ທີ່ບໍລິ ຈາກເລືອດມີແນວໂນ້ມທີ່ຈະມີອາຍຸ ຍືນ ຫລື ມີໂອກາດເສຍຊີວິດຈາກພະ ຍາດຕ່າງໆໜ້ອຍກວ່າຜູ້ທີ່ບໍ່ເຄີຍບໍລິ ຈາກເລືອດ. ນອກນີ້, ຍັງຫລຸດຄວາມ ສ່ຽງຈາກການເປັນພະຍາດມະເຮັງ ຕ່າງໆອີກດ້ວຍ, ສາມາດເວົ້າໄດ້ວ່າ ການບໍລິຈາກເລືອດແມ່ນບໍ່ມີຜົນກະ ທົບຫຍັງຕໍ່ຮ່າງກາຍຂອງຜູ້ບໍລິຈາກ ແລະ ຍັງມີຂໍ້ດີຫລາຍຢ່າງ, ທັງເປັນ ການຕໍ່ລົມຫາຍໃຈໃຫ້ກັບເພື່ອນມະ ນຸດດ້ວຍກັນ. ຂ່າວ: ກິດຕາ, ພາບ: ອ່າຍຄຳ ເລືອກຕັ້ງຂອງສະມາຊິກສະພາ ແຫ່ງຊາດ ແລະ ສະມາຊິກສະພາປະ ຊາຊົນຂັ້ນແຂວງ; ທັກສະການປະ ກອບຄຳເຫັນ ແລະ ການຊັກຖາມໃນ ກອງປະຊຸມຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ບົດບາດຂອງສະມາຊິກສະພາແຫ່ງ ຊາດ ແລະ ສະມາຊິກສະພາປະຊາ ຊົນຂັ້ນແຂວງ ກັບແນວຄວາມຄິດ ການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ. ພ້ອມ ກັນນັ້ນ, ຄະນະຮັບຜິດຊອບຄົ້ນຄວ້າ ໃນແຕ່ລະຫົວຂໍ້ ແລະ ຜູ້ແທນກອງ ປະ ຊຸມ ໄດ້ມີການຄົ້ນຄວ້າແລກປ່ຽນ ຄວາມຄິດເຫັນເຊິ່ງກັນ ແລະ ກັນ ຕາມແຕ່ລະຫົວຂໍ້ ເພື່ອເຮັດໃຫ້ເນື້ອ ໃນຂອງບົດຄົ້ນຄວ້າມີລັກສະນະວິ ທະຍາສາດ, ຕິດພັນກັບກົດໝາຍ, ມີເນື້ອໃນເລິກເຊິ່ງ ແລະ ສາມາດ ນຳໄປຈັດຕັ້ງປະຕິບັດໃຫ້ເກີດປະ ໂຫຍດສູງສຸດ ໃນການປະຕິບັດໜ້າ ທີ່ການເມືອງຂອງບັນດາກົງຈັກ ການຈັດຕັ້ງຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາແຫ່ງຊາດ, ສະມາ ຊິກສະພາປະຊາຊົນຂັ້ນແຂວງ ແລະ ພະນັກງານທີ່ເປັນເສນາທິການ. ໃນໄລຍະກວ່າ 2 ປີຜ່ານມາ, ຄະ ນະປະຈຳສະພາແຫ່ງຊາດ ໄດ້ເອົາ ໃຈໃສ່ນຳພາຊີ້ນໍາຢ່າງໃກ້ຊິດໃນ ການຈັດຝຶກອົບຮົມການຍົກສູງຂີດ ຄວາມສາມາດ ໃຫ້ແກ່ສະມາຊິກ ສະພາແຫ່ງຊາດ, ສະມາຊິກສະພາ ປະຊາຊົນຂັ້ນແຂວງ ແລະ ພະນັກ ງານເສນາທິການຫລາຍຄັ້ງ ແລະ ມີຫລາຍຫົວຂໍ້ ເປັນຕົ້ນພາລະບົດ ບາດ, ສິດ ແລະ ໜ້າທີ່ຂອງສະພາ ແຫ່ງຊາດ ແລະ ສະມາຊິກສະພາ ແຫ່ງຊາດ; ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາປະຊາຊົນຂັ້ນ ແຂວງ ແລະ ສະມາຊິກສະພາປະຊາ ຊົນຂັ້ນແຂວງ; ບົດຮຽນການປະຕິ ບັດໜ້າທີ່ດ້ານນິຕິບັນຍັດ; ບົດຮຽນ ກ່ຽວກັບການແກ້ໄຂຄຳຮ້ອງຂໍ ຄວາມເປັນທຳຂອງພົນລະເມືອງ; ທັກສະການຊັກຖາມ, ການປະກອບ ຄຳເຫັນ ແລະ ການລົງພົບປະຜູ້ມີ ສິດເລືອກຕັ້ງ; ການຕິດຕາມກວດ ການຈັດຕັ້ງປະຕິບັດມະຕິຂອງສະ ພາແຫ່ງຊາດ ແລະ ສະພາປະຊາຊົນ ຂັ້ນແຂວງ; ການຕິດຕາມກວດກາ ການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ ແລະ ຫົວຂໍ້ ສຳຄັນອື່ນໆ. ພ້ອມກັນນັ້ນ, ສະຖາບັນຄົ້ນຄວ້າ ນິຕິກຳສະພາແຫ່ງຊາດ ກໍໄດ້ຄົ້ນ ຄວ້າຫົວຂໍ້ວິທະຍາສາດ ແລະຫລັກ ສູດສຳເລັດໂດຍພື້ນຖານ ຈຳນວນ 9 ຫົວຂໍ້, ຈັດພິມປຶ້ມປະມວນມະ ຕິການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງບັນດາກົງຈັກຂອງສະພາແຫ່ງ ຊາດ, ຈັດພິມແຜ່ນພັບຂອງສະພາ ແຫ່ງຊາດ ແລະ ສະພາປະຊາຊົນຂັ້ນ ແຂວງ, ປຶ້ມປະມວນເອກະສານ ການສະເຫລີມສະຫລອງວັນລັດ ຖະທຳມະນູນ ຄົບຮອບ 30 ປີ, ຈັດ ພິມປຶ້ມຄູ່ມືກ່ຽວກັບບາງບົດຮຽນ ການເຄື່ອນໄຫວຂອງສະພາແຫ່ງ ຊາດ ແຫ່ງ ສສ ຫວຽດນາມ ຈຳນວນ 3 ເຫລັ້ມ, ສ້າງ ແລະ ປັບປຸງລະບົບ ເຄືອຂ່າຍພາຍໃນຂອງສະພາແຫ່ງ ຊາດ ແລະ ອື່ນໆ. ຢ່າງໃດກໍຕາມ, ຜ່ານການຈັດກອງປະຊຸມຝຶກອົບ ຮົມ ການຍົກສູງຂີດຄວາມສາມາດ ໃນໄລຍະ 2 ປີກວ່າທີ່ຜ່ານມາເຫັນ ວ່າບາງຫົວຂໍ້ເອກະສານຍັງບໍ່ທັນ ໄດ້ຄົ້ນຄວ້າຂຽນເປັນຫລັກສູດ ແລະ ປຶ້ມຄູ່ມືທີ່ເປັນລະບົບ ແລະ ມີ ເນື້ອໃນຕາມຫລັກວິທະຍາສາດວິຊາການຢ່າງເລິກເຊິ່ງເທື່ອ ຊຶ່ງມີ ຄວາມຈຳເປັນຕ້ອງໄດ້ເອົາໃຈໃສ່ ຄົ້ນຄວ້າຂຽນເປັນຫົວຂໍ້ວິທະຍາ ສາດ ແລະ ຫລັກສູດຕ່າງໆ ຕາມທີ່ ໄດ້ກຳນົດຢູ່ໃນແຜນພັດທະນາການ ຍົກສູງຂີດຄວາມສາມາດກໍຄືແຜນ ພັດທະນາວຽກງານໄລຍະ 5 ປີ ຂອງສະຖາບັນຄົ້ນຄວ້ານິຕິກຳສະ ພາແຫ່ງຊາດ ເພື່ອຮັບໃຊ້ໃຫ້ແກ່ສະ ພາ ແຫ່ງຊາດ ແລະ ສະພາປະຊາຊົນ ຂັ້ນແຂວງກໍຄື ສະມາຊິກສະພາແຫ່ງ ຊາດ ແລະ ສະມາຊິກສະພາປະຊາ ຊົນຂັ້ນແຂວງ ແລະ ພະນັກງານທີ່ ເປັນເສນາທິການໃຫ້ມີປະສິດທິຜົນ ດີກວ່າເກົ່າ. ຂໍ້ມູນ-ພາບ: ສພຊ
RkJQdWJsaXNoZXIy MTc3MTYxMQ==