5685

ສຳຄັນພື້ນຖານຂອງແຂວງ ເປັນ ຕົ້ນ ບົດລາຍງານການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງ ຄົມ, ແຜນງົບປະມານແຫ່ງລັດ ໄລຍະ ກາງສະໄໝຂອງແຜນ 5 ປີ(20212025), ທິດທາງແຜນການທ້າຍ ສະໄໝ, ການຈັດຕັ້ງປະຕິບັດ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023; ບົດລາຍງານ ແຜນການສ້າງຕັ້ງເມືອງໃໝ່; ບົດ ລາຍງານຂອງສານປະຊາຊົນ ແຂວງ ແລະ ອົງການໄອຍະການ ປະຊາຊົນແຂວງ ການຈັດຕັ້ງປະ ຕິບັດວຽກງານໄລຍະກາງສະໄໝ ຂອງແຜນການ 5 ປີ (20212025), ທິດທາງແຜນການ ທ້າຍສະໄໝ, ການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ ແລະ ແຜນການ6 ເດືອນທ້າຍປີ 2023; ຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງງົບປະມານ ການປະກອບສ່ວນຈາກຊຸມຊົນ ເຂົ້າໃນວຽກງານສຶກສາ; ຮ່າງຂໍ້ ຕົກລົງ ວ່າດ້ວຍການທົດແທນຄ່າ ເສຍຫາຍທີ່ຖືກຜົນກະທົບ ຈາກ ໂຄງການພັດທະນາພາຍໃນແຂວງ ເຊກອງ ແລະ ບົດລາຍງານຂອງ ສະພາປະຊາຊົນແຂວງ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ໄລຍະກາງສະໄໝຂອງ ແຜນການ 5 ປີ (2021-2025), ທິດທາງ ແຜນການທ້າຍສະໄໝ ກໍຄືການ ຈັດຕັ້ງປະຕິບັດ 6 ເດືອນຕົ້ນ ປີ ແລະ ແຜນການ 6 ເດືອນທ້າຍ ປີ 2023. ໂອກາດນີ້, ທ່ານ ນາງ ຄໍາໄພ ວິ ໄລສານ ຍັງໄດ້ຕາງໜ້າໃຫ້ຄະນະ ປະຈໍາ ສພຂ ເຊີນຊວນພະນັກງານ- ລັດຖະກອນ, ທະຫານ-ຕໍາຫລວດ, ນັກຮຽນ-ນັກສຶກສາ, ກໍາມະກອນ, ຜູ້ອອກແຮງງານ ກໍຄືປະຊາຊົນ ບັນດາເຜົ່າທົ່ວແຂວງເຊກອງ ຈົ່ງ ໄດ້ພ້ອມກັນຕິດຕາມຂ່າວສານ ກອງ ປະຊຸມສະໄໝສາມັນເທື່ອທີ 5 ຂອງ ສພຂ ຜ່ານສື່ຕ່າງໆ. ພ້ອມນັ້ນ, ກໍ່ ສາມາດມີຄໍາເຫັນ ຫລື ຄໍາສະເໜີໄປ ຍັງກອງປະຊຸມ ຜ່ານທາງໂທລະສັບ ໂດຍບໍ່ເສຍຄ່າ ໝາຍເລກ: 038 156 ຕາມໂມງລັດຖະການ. 07 xtgmf]k; gsfdko{dkorfaa mtok 21/08/2023 g,nv'\njo xk4tdt4k 3 ;aoxts;aflkf 7e,j;os;o7no;aolhk'8A'co;]k;lhk'-kf c]t ;aolhk'8A'lnj,;o-qo c]t dkory,9e|jkp lr0 g-dv' dP,fegouodv' xt-5,ltw\lk,ao gmnjvmu 5 lts;aootg0flv[gla'7afg]nvd oadlbdlkwxIPo16j ll s;Pfok, ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄຳມ່ວນ ຫວນຄືນວັນສ້າງຕັ້ງແນວລາວສ້າງ ຊາດ ແລະ ວັນສ້າງຕັ້ງສື່ມວນຊົນການພິມຈໍາໜ່າຍ ຄົບຮອບ 73 ປີ (13 ສິງຫາ 1950-13 ສິງຫາ 2023) ໃນວັນທີ 18 ສິງຫາ 2023 ໂດຍມີ ທ່ານ ບຸນມີ ພິມມະສອນ ປະ ທານສະພາປະຊາຊົນແຂວງຄຳ ມ່ວນ, ບັນດາພະນັກງານປະຕິວັດອາ ວຸໂສບຳນານ, ພະແນກການ, ປກຊ- ປກສ, ຂະແໜງການຕ່າງໆອ້ອມ ຂ້າງແຂວງ ເຂົ້າຮ່ວມ. ໃນພິທີ, ທ່ານ ເລ ກາກັນຍາ ອະດີດພະນັກງານການນຳຂັ້ນສູງ ຂອງແຂວງຄໍາມ່ວນ, ກຳມະການ ສູນກາງແນວລາວສ້າງຊາດ ໄດ້ຍົກ ໃຫ້ເຫັນເຖິງພາລະບົດບາດ, ຄວາມ ໝາຍ, ຄວາມສຳຄັນ ແລະ ການເຕີບ ໃຫຍ່ຂະຫາຍຕົວຂອງ 2 ວັນສໍາຄັນ ດັ່ງກ່າວ. ແນວລາວສ້າງຊາດ ຫລື ແນວລາວອິດສະຫລະ ໃນສະໄໝ ກ່ອນ ໄດ້ປະຕິບັດບົດບາດອອກໜ້າ ຂປລ. ແຫລ່ງຂ່າວຈາກ ເມືອງ ໝື່ນ ແຂວງວຽງຈັນ ໃຫ້ຮູ້ວ່າ: ເມືອງ ໝື່ນ ຈັດປາຖະກະຖາ 3 ວັນສຳຄັນຄື: ວັນຢືດອຳນາດທົ່ວປະເທດ ຄົບຮອບ 78 ປີ ( 23 ສິງຫາ 1945-23 ສິງຫາ 2023), ວັນລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 32 ປີ (15 ສິງ ຫາ 1991-15 ສິງຫາ 2023) ແລະ ຂ່າວ: ກອງຄໍາ ຂ່າວ-ພາບ: ນາງ ວັນນາ ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ກອງປະຊຸມສະ ໄໝສາມັນເທື່ອທີ 5 ຂອງສະພາ ປະຊາຊົນແຂວງ(ສພຂ) ເຊກອງ ຊຸດທີ II ຈະໄດ້ໄຂຂຶ້ນໃນລະຫວ່າງ ວັນທີ 22-24 ສິງຫາ 2023 ທີ່ສະ ໂມສອນສະພາປະຊາຊົນແຂວງ ໂດຍຜູ້ເຂົ້າຮ່ວມຈະໄດ້ຮັບຟັງລາຍ ງານຜົນການຈັດຕັ້ງປະຕິບັດວຽກ ງານຂອງອົງການປົກຄອງແຂວງ, ວຽກງານຂອງສານ ແລະ ອົງ ການໄອຍະການ ແລະ ສະພາປະຊາ ຊົນແຂວງ. ທ່ານ ນາງ ຄໍາໄພ ວິໄລສານ ຄະນະ ປະຈໍາສະພາປະຊາຊົນແຂວງ, ເລຂາ ທິການສະພາປະຊາຊົນແຂວງເຊ ກອງ ໄດ້ຖະແຫລງຂ່າວຕໍ່ສື່ມວນ ຊົນ ໃນທ້າຍອາທິດຜ່ານມາວ່າ: ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນແຂວງ(ສພຂ) ເຊກອງ ຊຸດທີ II ຈະໄດ້ໄຂຂຶ້ນໃນ ລະຫວ່າງວັນທີ 22-24 ສິງຫາ 2023, ກອງປະຊຸມໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງບັນຫາ ຂປລ. ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ພະແນກ ສຶກທິການ ແລະ ກິລາ ແຂວງ ສະຫວັນນະເຂດ ເປີດສອບເສັງເອົາ ທຶນການສຶກສາ ສຳລັບນັກຮຽນ ຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ7) ໄປຮຽນຕໍ່ຢູ່ ສສ ຫວຽດນາມ ປະຈຳສົກຮຽນ 2023-2024 ໃນ ວັນທີ 17 ສິງຫາ 2023 ໃນສາຂາ ວິຊາຕ່າງໆ ທັງລະບົບຊັ້ນສູງ ແລະ ປະລິນຍາຕີ ຈຳນວນ 89 ທຶນ, ເຊິ່ງເງື່ອນໄຂຜູ້ເຂົ້າຮ່ວມການສອບ ເສັງ ສໍາລັບສາຍທົ່ວໄປ ຕ້ອງໄດ້ ຄະແນນສະເລ່ຍປະຈຳປີ ທຸກໆ ວິຊາຕັ້ງແຕ່ຊັ້ນ ມ5-ມ6 ແລະ ຄະແນນສອບເສັງ ມ7 ໄດ້ 7,00 ຂຶ້ນໄປ ໂດຍມີນັກສອບເສັງຈຳນວນ 119 ຄົນ, ຍິງ 69 ຄົນ. ທ່ານ ພິມມະສອນ ວໍລະຍຸດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ໃຫ້ຮູ້ວ່າ: ການ ສອບເສັງເອົາທຶນການສຶກສາ ໃນ ແຜນ ຫລື ສອບເສັງຄັດເລືອກ ເອົາ ນັກຮຽນໄປຮຽນຕໍ່ ໃນລະດັບຊັ້ນສູງ ແລະ ປະລີນຍາຕີ ຢູ່ ສສ ຫວຽດນາມ ຄັ້ງນີ້, ກໍເພື່ອຄັດເລືອກເອົານັກຮຽນ ທີ່ມີຄວາມຮູ້, ຄວາມສາມາດ, ມີ ພອນສະຫວັນ ແລະ ຖືກຕ້ອງຕາມ ມາດຖານ, ເງື່ອນໄຂ ຂອງແຕ່ລະ ວິຊາຮຽນ ໂດຍເລັ່ງໃສ່ແຜນການ ກໍ່ສ້າງຊັບພະຍາກອນມະນຸດໃຫ້ມີ ຄຸນນະພາບໂດຍແທ້ຈິງ. ສຳລັບທຶນການສຶກສາໄປຮຽນ ຕໍ່ຢູ່ ສສ ຫວຽດນາມຄັ້ງນີ້ ແມ່ນ ຮຽນຢູ່ 5 ແຂວງຄື: ນະຄອນດານັງ ລະດັບປະລິນຍາຕີ 10 ທຶນ, ແຂວງ ເທື່ອທຽນເຫວ້ ລະດັບປະລິນຍາຕີ 15 ທຶນ, ແຂວງຮ່າຕິ່ງ ຊັ້ນສູງປະລິນຍາຕີ 20 ທຶນ, ແຂວງເຫງ້ ອານ ຊັ້ນສູງ-ປະລິນຍາຕີ 15 ທຶນ, ແຂວງຖ່າຍຫງວຽນ ລະດັບຊັ້ນສູງ 25 ທຶນ ແລະ ຍັງມີທຶນຊ່ວຍເຫລືອ 50% ທີ່ ນະຄອນດານັງ ໃນລະດັບ ປະລິນຍາຕີ ຈຳນວນ 4 ທຶນ ຕື່ມອີກ. ສ່ວນຜົນການສອບເສັງ ຄາດວ່າຈະ ປະກາດຜົນໃນອາທິດຕໍ່ໄປ. ແທນພັກ ເພື່ອເຕົ້າໂຮມກ້ອນກໍາລັງ ສໍາພັນທະພາບ ລະຫວ່າງຊົນຊັ້ນ ກໍາມະກອນ-ຊາວກະສິກອນ ແລະ ບັນດາກໍາລັງການເມືອງ, ການຈັດ ຕັ້ງສັງຄົມຕ່າງໆ, ອອກແຮງເຕົ້າ ໂຮມຄວາມສາມັກຄີປອງດອງທົ່ວ ປວງຊົນອ້ອມຂ້າງ ເປັນຕົ້ນສໍາພັນ ພິເສດກັບກອງທັບ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ, ສໍາພັນ 3 ຊາດ ອິນດູຈີນ, ເຮັດສໍາເລັດພາລະກິດ ປະຫວັດສາດອັນສະຫງ່າອົງອາດ ຄື: ປົດປ່ອຍຊາດອອກຈາກແອກ ປົກຄອງລ່າເມືອງຂຶ້ນແບບເກົ່າ, ບັງຄັບໃຫ້ພວກລ່າເມືອງຂຶ້ນແບບ ເກົ່າຕ້ອງເຊັນສັນຍາເຊີແນວ ໃນ ປີ1954 ຍອມຮັບຮູ້ເອກະລາດ ອໍາ ນາດອະທິປະໄຕ ແລະ ຜືນແຜ່ນດິນ ອັນຄົບຖ້ວນຂອງລາວ, ເຮັດໃຫ້ຊື່ ສຽ ແລະ ບົດບາດຂອງລາວພົ້ນເດັ່ນ ຂຶ້ນໃນເວທີການເມືອງຂອງໂລກ. ສ່ວນການເຕີບໃຫຍ່ຂະຫຍາຍ ຕົວຂອງສື່ມວນຊົນ ໃນຖານະເປັນ ກະບອກສຽງຂອງອົງການຈັດຕັ້ງ ພັກ-ລັດ ແລະ ສັງຄົມໃນການໂຄສະ ນາ, ສຶກສາອົບຮົມແນວທາງຂອງ ພັກ, ລະບຽບກົດໝາຍຂອງລັດ, ປຸກລະດົມນໍ້າໃຈຮັກຊາດ, ສະໜອງ ຂໍ້ມູນຂ່າວສານທາງດ້ານການ ເມືອງ, ເສດຖະກິດ, ສັງຄົມ, ວິທະຍາ ສາດ, ເຕັກໂນໂລຊີ ແລະ ສາລະຄວາມ ຮູ້ຕ່າງໆ, ປະກອບສ່ວນຕ້ານປາກົດ ການຫຍໍ້ທໍ້ໃນສັງຄົມ, ໂຈມຕີຖ້ອຍ ທຳນອງທີ່ບິດເບືອນຄວາມເປັນຈິງ ຂອງພວກຄົນບໍ່ດີ, ພ້ອມທັງເປັນຂົວ ຕໍ່ລະຫວ່າງພັກກັບປະຊາຊົນ, ເປັນ ເວທີເສີມຂະຫຍາຍປະຊາທິປະໄຕ ປະຊາຊົນ ແລະ ສິດເປັນເຈົ້າຂອງ ປະຊາຊົນບັນດາເຜົ່າ ຕະຫລອດໄລ ຍະ 73 ປີຜ່ານມາ ວຽກງານສື່ມວນ ຊົນ ແມ່ນມີການເຕີບໃຫຍ່ຂະຫຍາຍ ຕົວຢ່າງໜັກແໜ້ນ, ສາມາດນຳໃຊ້ ເຕັກໂນໂລຊີ ເຂົ້າໃນການເກັບກຳ ແລະ ບັນທຶກຂໍ້ມູນ, ມີສື່ໃໝ່ໆເກີດຂຶ້ນ ເປັນຕົ້ນ ສື່ອອນລາຍ ທີ່ເປັນເງື່ອນໄຂ ເຮັດໃຫ້ການເຜີຍແຜ່ຂໍ້ມູນຂ່າວສານ ມີຄວາມສະດວກ, ກວ້າງຂວາງ ແລະ ມີຄວາມວ່ອງໄວ. ວັນສ້າງຕັ້ງແນວລາວສ້າງຊາດ ຄົບ ຮອບ73ປີ(13 ສີງຫາ1950ຫາ13 ສີງຫາ 2023) ໃນວັນທີ 17 ສິງຫາ 2023. ທ່ານ ພອນເທີດ ສຸຫວັດດີ ເຈົ້າ ເມືອງໆໝື່ນ ໄດ້ຍົກໃຫ້ເຫັນປະຫວັດ ຄວາມເປັນມາ ແລະ ການເຕີບໃຫຍ່ ຂະຫຍາຍຕົວ ຄວາມໝາຍຄວາມ ສຳຄັນຂອງວັນດັ່ງກ່າວ ໄລຍະທີ່ຕົກ ເປັນຫົວເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ເຊິ່ງເປັນໄລຍະທີ່ມີການຕໍ່ສູ້ ຢ່າງຂ້ຽວຂາດ ແລະ ການລຸກຮືຂຶ້ນ ຂອງພໍ່ແມ່ປະຊາຊົນ ຕໍ່ສູ້ກູ້ຊາດຢ່າງ ເດັດດ່ຽວໜຽວແໜ້ນ ຈຶ່ງສາມາດ ຢືດອຳນາດກັບຄືນມາໄດ້ ແລ້ວ ກາຍເປັນວັນຢືດອໍານາດ ເປັນວັນ ສໍາຄັນຂອງປະຊາຊົນລາວທັງຊາດ. ຈາກນັ້ນ ທ່ານ ໄທທ່າວ ເຈີຈິງ ຫົວ ໜ້າຄະນະໂຄສະນາ-ອົບຮົມເມືອງ ກໍໄດ້ໃຫ້ຮູ້ເຖິງ ປະຫວັດຄວາມເປັນ ມາ ແລະ ການເຕີບໃຫຍ່ຂະຫຍາຍ ຕົວ ຄວາມໝາຍຄວາມສຳຄັນຂອງ ລັດຖະທຳມະນູນ ເຊິ່ງເປັນກົດໝາຍ ພື້ນຖານຂອງຊາດ, ທັງເປັນການ ຫັນແນວທາງປ່ຽນແປງໃໝ່ຢ່າງ ຮອບດ້ານ ທີ່ມີຫລັກການຂອງພັກ ມາເປັນກົດໝາຍຂອງລະບອບ ປະ ຊາທິປະໄຕ ປະຊາຊົນລາວ ເພື່ອຍົກ ສູງນ້ຳໃຈຮັກຊາດ, ຮັກລະບອບໃໝ່ ເພີ່ມທະວີຄວາມສາມັກຄີປວງຊົນ ທັງຊາດ, ເປັນເຈົ້າການໃນການປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ.

RkJQdWJsaXNoZXIy MTc3MTYxMQ==