5685

rk]tdyfxt8y;af-kf xt-kmyxtw8 0v' xtmko 7ew8 luraofvo xtgmf]k; 3 21/08/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ເຂົ້າຈານນໍ້າ ການເຄື່ອນໄຫວໃນເບື້ອງຕົ້ນ ນັ້ນຕົ້ນຕໍແມ່ນເພື່ອສ້າງທຸກເງື່ອນ ໄຂ ເຂົ້າໄປເຖິງປະຊາຊົນບັນດາຊັ້ນ ຄົນໃນບ້ານຕ່າງໆ, ເພື່ອຊອກຮູ້ເກັບ ກໍາສະພາບການ ແລະ ສ້າງສາຍພົວ ພັນກັບຂ້າລາຊະການໃຫ້ເລິກເຊິ່ງ, ຈາກນັ້ນ ຈຶ່ງມີການຕັ້ງສະມາຄົມກິ ລາຕ່າງໆຂຶ້ນເພື່ອເຕົ້າໂຮມກັນເປັນ ກຸ່ມທີ່ມີຄວາມສາມັກຄີຮັກແພງກັນ, ເລົ່າສະພາບການໃນດ້ານຕ່າງໆ ແລະ ແລກປ່ຽນທັດສະນະນໍາກັນ. ໃນເມື່ອໄດ້ເຫັນແຈ້ງວ່າ ການ ເຄື່ອນໄຫວດ້ວຍຮູບການດັ່ງກ່າວ ນັ້ນບໍ່ມີຄວາມປອດໄພ, ປະທານ ຄໍາໄຕ ສີພັນດອນ ຈຶ່ງຊອກວິທີຕິດຕໍ່ ກັບ ຂະບວນການລາວອິດສະຫລະ ທີ່ມີຖານທີ່ໝັ້ນຢູ່ແຖບບໍລິເວນຊາຍ ແດນລາວ-ໄທ ແລະ ມາຮອດ ເດືອນ ມີນາ 1947 ເພິ່ນຈຶ່ງໄດ້ອອກຈາກ ເມືອງປາກເຊ ແບບປິດລັບໄປປະ ເທດໄທເຂົ້າສູ່ບາງກອກ ເພື່ອພົບກັບ ສະເດັດເຈົ້າສຸພານຸວົງ ຊຶ່ງເປັນລັດ ຖະມົນຕີວ່າການກະຊວງການຕ່າງ ປະເທດຂອງລັດຖະບານລາວ ອິດ ສະຫລະ ທັງເປັນຜູ້ບັນຊາການສູງ ສຸດກໍາລັງລາວອິດສະຫລະ. ໃນເວ ລາຕໍ່ມາສະເດັດເຈົ້າສຸພານຸວົງ ໄດ້ ມອບໝາຍ ໜ້າທີ່ໃຫ້ປະທານ ຄໍາໄຕ ສີພັນດອນ ເປັນຜູ້ຊ່ວຍວຽກເພິ່ນໃນ ການປັບປຸງກອງທະຫານລາວອິດ ສະຫລະຢູ່ເຂດໃຕ້. ນັ້ນແມ່ນບາດລ້ຽວສໍາຄັນໃນ ຊີວິດ ທັງເປັນຈຸດເລີ່ມຕົ້ນບົນເສັ້ນ ທາງປະຕິວັດ ຂອງປະທານ ຄໍາໄຕ ສີພັນດອນ ຊຶ່ງໃນເວລານັ້ນ ເພິ່ນເອງ ກໍບໍ່ທັນມີຄວາມຮັບຮູ້ອັນເລິກເຊິ່ງ ແລະ ບໍ່ທັນມີບົດຮຽນຫຍັງພໍທໍ່ໃດ ກ່ຽວກັບການຕໍ່ສູ້ ແລະ ປະຕິວັດ. ແຕ່ເພິ່ນຮູ້ດີທີ່ສຸດວ່ານັ້ນແມ່ນເສັ້ນ ທາງດຽວທີ່ຖືກຕ້ອງທີ່ສຸດ ແລະ ເປັນຄວາມຫວັງອັນໃໝ່ ເຖິງວ່າມັນ ບົດສະເໜີ (ເນື່ອງໃນໂອກາດວັນເກີດ ຄົບຮອບ100 ປີ 08 ກຸມພາ 1924-08 ກຸມພາ2024) xd6 \kdofa -;j pcdwh 07;k,md5 pkd c]t lkh ']kpI[a .sxh t-k-oq s]kpd;kj 2 8dN [u ທ່ານ ຄຳໄຕ ສີພັນດອນ ຢ້ຽມຢາມໂຮງຮຽນນາຍທະຫານກົມມະດຳ ເດືອນ 12 ປີ 1955 *** ຕໍ່ຈາກສະບັບກ່ອນ *** ຈະເຕັມໄປດ້ວຍສິ່ງທ້າທາຍທົດ ສອບອັນລະອິດລະອ້ຽວຂ້ຽວຂາດ ແລະ ຕ້ອງເອົາຊີວິດເປັນເດີມພັນກໍ ຕາມ, ນັ້ນແມ່ນຄວາມຫວັງ ຢາກໃຫ້ ປະເທດຊາດອັນແສນຮັກມີເອກະ ລາດ ແລະ ປະຊາຊົນລາວບັນດາເຜົ່າ ມີ ອິດສະຫລະພາບ, ເປັນເຈົ້າຂອງ ປະເທດຊາດຢ່າງແທ້ຈິງ. ປະທານ ຄໍາໄຕ ສີພັນດອນ ແມ່ນ ຜູ້ນໍາປະຕິວັດຮຸ່ນກໍ່ຕັ້ງຂະບວນການ ຕໍ່ສູ້ກູ້ຊາດຂອງປະຊາຊົນເຮົາ. ເພິ່ນ ໄດ້ຮັບການຊຸບຫລໍ່ໃຫ້ເກີດມີແນວ ຄິດຮັກຊາດ ແລະ ໄດ້ເຂົ້າຮ່ວມໃນ ຂະບວນການຕໍ່ສູ້ປົດປ່ອຍຊາດຕັ້ງ ແຕ່ງຍັງໜຸ່ມນ້ອຍ. ເພື່ອໃຫ້ປະເທດ ຊາດ ມີເອກະລາດ ແລະ ໃຫ້ປະຊາ ຊົນມີອິດສະຫລະພາບຫລຸດພົ້ນ ອອກຈາກຄວາມເປັນຂ້ອຍຂ້າ ຂອງ ຕ່າງຊາດ, ປະທານ ຄໍາໄຕ ສີພັນດອນ ໄດ້ຄຽງບ່າຄຽງໄຫລາກັບ ປະທານ ໄກສອນ ພົມວິຫານ, ປະທານ ສຸພາ ນຸວົງ ແລະ ຜູ້ນໍາຄົນອື່ນໆ ຂອງແນວ ລາວອິດສະຫລະ ແລະ ແນວລາວຮັກ ຊາດ, ຈັດຕັ້ງ-ນໍາພາ ການຕໍ່ສູ້ປະຕິ ວັດຂອງປະຊາຊົນລາວ ດ້ວຍຄວາມ ສະຫລາດສ່ອງໄສ ແລະ ເດັດຂາດ ມີໄຊ. ເລີ່ມຈາກການເປັນນາຍທະ ຫານປະຈໍາເສນາທິການພາກໃຕ້ ສູ່ ການເປັນຜູ້ບັນຊາການສູງສຸດ ກອງ ທັບປົດປ່ອຍປະຊາຊົນລາວ. ປະ ທານ ຄໍາໄຕ ສີພັນດອນ ໄດ້ປະກອບ ສ່ວນຢ່າງສໍາຄັນໃນການກໍ່ສ້າງກໍາ ລັງປະກອບອາວຸດປະຕິວັດ ເປັນຕົ້ນ ແມ່ນບັນດາເຫລົ່າລົບກໍາລັງຫລວງ ທີ່ເປັນກໍາລັງຫລັກແຫລ່ງ, ເປັນເສົາ ຄໍ້າໃຫ້ແກ່ຕໍ່ສູ້ມີໄຊຂອງກໍາລັງປະ ກອບອາວຸດປະຕິວັດ. ພ້ອມກັນນັ້ນ ເພິ່ນຍັງໄດ້ປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນການຄົ້ນຄວ້າວາງຍຸດ ທະສາດຂອງສົງຄາມປະຊາຊົນປົດ ປ່ອຍຊາດ ເປັນຕົ້ນ ແມ່ນການກໍານົດ ຍຸດທະວິທີ ແລະ ວິທີການຕໍ່ສູ້ດ້ວຍ ອາວຸດ, ກໍ່ຄືບັ້ນຮົບທີ່ສໍາຄັນ ເພື່ອ ຜາບແພ້ກໍາລັງຂອງພວກຈັກກະພັດ ຜູ້ຮຸກຮານ ແລະ ປະຕິການຂາຍຊາດ. ໃນຖານະຜູ້ນໍາຂອງແນວລາວ ຮັກ ຊາດ ກໍ່ຄືຂອງພັກເຮົາຮຸ່ນທໍາອິດ ປະທານ ຄໍາໄຕ ໄດ້ປະກອບສ່ວນ ຢ່າງຕັ້ງໜ້າໃນການຈັດຕັ້ງນໍາພາ ຂະບວນການຕໍ່ສູ້ຂອງປະຊາຊົນ ເຮົາ ຕ້ານລັດທິຈັກກະພັດລ່າເມືອງ ຂຶ້ນແບບເກົ່າ ແລະ ແບບໃໝ່, ເຮັດ ໃຫ້ການປະຕິວັດລາວເຕີບໃຫຍ່ຂະ ຫຍາຍຕົວ ແລະ ຍາດໄດ້ໄຊຊະນະນີ້ ຕໍ່ໃສ່ໄຊຊະນະໃໝ່ໃຫຍ່ຫລວງກວ່າ ເກົ່າ, ຈົນເຖິງໄຊຊະນະສົມບູນປົດ ປ່ອຍທົ່ວປະເທດ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ໃນວັນ ທີ 2 ທັນວາ ປີ 1975. ຂ່າວ: ກິດຕາ, ພາບ: ຂັນໄຊ * ທ່ານ ນາງ ບຸນໂຮມ ສົມວິຈິດ ຫົວໜ້າກົມສື່ມວນຊົນ ສູນກາງຊາວ ໜຸ່ມ ປະຊາຊົນ ປະຕິວັດລາວ ໄດ້ຍົກ ໃຫ້ໃນໂອກາດວັນສື່ມວນຊົນ ຄົບ ຮອບ 73 ປີວ່າ: ຊາວໜຸ່ມລາວ ໃນ ຂອບເຂດທົ່ວປະເທດ ທີ່ບໍລິໂພກຂໍ້ ມູນຂ່າວສານ ຜ່ານສື່ສັງຄົມອອນ ລາຍ ຈົ່ງມີສະຕິລະວັງຕົວ, ຕ້ອງ ຮູ້ກັນຕອງ, ຕ້ອງຈຳແນກສິ່ງໃດ ຜິດສິ່ງໃດຖືກ ກ່ອນຈະສົ່ງຕໍ່ຂໍ້ມູນ ຂ່າວສານ ເຊິ່ງປັດຈຸບັນ ການບໍລິ ໂພກຂໍ້ມູນຂ່າວສານ ຜ່ານສື່ສັງຄົມ ອອນລາຍ ມີຈຳນວນ 4.700.000 ກວ່າຄົນ. ໃນນັ້ນ, ຊາວໜຸ່ມກວມ ເອົາ 80%. ໂອກາດນີ້, ທ່ານ ນາງ ບຸນໂຮມ -k;|5j,]k; 9qj',ult8y ]t;a'8q; .odko[=]y3rd 0= h,6o0jk;lko zjkolnjvvo]kp ພາບປະກອບ ສົມວິຈິດ ກໍໄດ້ຮຽກຮ້ອງເຖິງຊາວ ໜຸ່ມລາວ ໃນຂອບເຂດທົ່ວປະເທດ ຈົ່ງບໍລິໂພກຂ່າວ ຫລື ຕິດຕາມຂ່າວ ຈາກສື່ທາງການ ແນໃສ່ເພື່ອຮັບຮູ້ ຂໍ້ມູນຂ່າວສານທີ່ຖືກຕ້ອງ, ບໍ່ບຶດ ເບືອນຄວາມເປັນຈິງ. ໃນໂອກາດວັນສື່ມວນຊົນລາວ ຄົບຮອບ 73 ປີ, ໃນນາມທີ່ເປັນຕົວ ແທນ ຂອງຊາວໜຸ່ມລາວ ແລະ ເປັນ ສື່ສູນກາງຊາວໜຸ່ມ ປະຊາຊົນ ປະຕິ ວັດລາວ ກໍໄດ້ສ້າງຂະບວນການຕ່າງ ເປັນຕົ້ນ ຈັດງານພົບປະແລກປ່ຽນ ຊາວໜຸ່ມ 6 ແຂວງ, ແລກປ່ຽນທັກ ສະການຮັບຮູ້ຂໍ້ມູນຂ່າວສານ ໃນໄລ ຍະໃໝ່, ຍົກລະດັບຄວາມຮູ້ກ່ຽວ ກັບການຈຳແນກຂ່າວທີ່ຖືກຕ້ອງ ແລະ ການຮັບຂ່າວທີ່ໜ້າເຊື້ອຖື. ມາດເກັບກ່ຽວເປັນສິນຄ້າ 93 ເຮັກ ຕາ. ໃນນັ້ນ, ໃນໄລຍະ 6 ເດືອນຕົ້ນ ປີຜ່ານມານີ້, ເກັບກູ້ໄດ້ຜົນຜະລິດ ປະມານ 800 ໂຕນ/ເຮັກ, ສະເລ່ຍ ຂາຍໃນລາຄາໜ່ວຍໜຶ່ງ 6.000 ກີບ. ຈາກຜົນຜະລິດດັ່ງກ່າວ ໃນໄລ ຍະ 6 ເດືອນປີນີ້, ປະຊາຊົນສາມາດ ມີລາຍຮັບເຂົ້າຄອບຄົວເຂົາເຈົ້າ ແລ້ວຫລາຍກວ່າ 2,5 ຕື້ກີບ. ດ້ວຍຄວາມເອົາໃຈໃສ່ສົ່ງເສີມ ຂອງເຈົ້າໜ້າທີ່ກະສິກຳ ແລະ ປ່າໄມ້ ເມືອງບວກໃສ່ມູນເຊື້ອດຸໝັ່ນຂະ ຫຍັນພຽນຂອງປະຊາຊົນ ສົ່ງຜົນ ເຮັດໃຫ້ການຜະລິດເປັນສິນຄ້າມີ ການຂະຫຍາຍຕົວ ໂດຍສະເພາະ ແມ່ນການປູກໝາກນັດໄດ້ກາຍເປັນ ສິນຄ້າທີ່ພົ້ນເດັ່ນໜຶ່ງໃນການສ້າງ ລາຍໄດ້ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນທີ່ນັບມື້ຫລຸດລົງ ເປັນກ້າວໆ. ຢ່າງໃດກໍ່ດີ ນອກຈາກ ການຂາຍຍ່ອຍ, ຂາຍຍົກໃຫ້ແກ່ພໍ່ ຄ້າ ແມ່ຄ້າແລ້ວ, ການນຳເມືອງຮົ່ມກໍ່ ຍັງໄດ້ສົມທົບກັບກົມສົ່ງເສີມການ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ຈັດຝຶກອົບຮົມ ດ້ານອາຊີບຜະລິດຕະພັນສຳເລັດ ຮູບໝາກນັດເປັນສິນຄ້າເມື່ອບໍ່ດົນ ມານີ້, ໃຫ້ແກ່ກຸ່ມປູກໝາກນັດ ເພື່ອ ແນໃສ່ເຮັດໃຫ້ກຸ່ມມີການພັດທະນາ ສີມື ແລະ ອາຊີບຂອງຕົນເອງມີ ຄວາມຍືນຍົງຕະຫລອດໄປ ໂດຍ ສະເພາະການຜະລິດສິນຄ້າທີ່ໄດ້ ຕາມຫລັກສຸຂານາໄມ, ໄດ້ຕາມ ມາດຕະຖານ ອຢ, ການປັບປຸງຜະ ລິດຕະພັນ ແລະ ຄຸນນະພາບ, ການ ອອກແບບຫຸ້ມຫໍ່, ການສ້າງຍີ່ຫໍ້ຜະ ລິດຕະພັນສິນຄ້າ, ການເຂົ້າເຖິງຕະ ຫລາດພາຍໃນ-ຕ່າງປະເທດ, ການ ໂຄສະນາຂາຍສິນຄ້າ, ຂັ້ນຕອນ ແລະ ວິທີການປຸງແຕ່ງ-ແປຮູບ ໝາກນັດ ໃຫ້ກາຍເປັນຜະລິດຕະພັນ ສິນຄ້າສໍາເລັດຮູບຄື: ບັນກວນ ໝາກນັດ, ໝາກນັດອົບແຫ້ງ, ນໍ້າ ໝາກນັດ, ນໍ້າຢາລ້າງຈານອື່ນໆ. ພາບປະກອບ * ໝາກນັດກໍ່ແມ່ນໜາກໄມ້ໜຶ່ງ ທີ່ຕະຫລາດມີຄວາມຕ້ອງການ ແລະ ໄດ້ຮັບຄວາມນິຍົມບໍລິໂພກຈາກສັງ ຄົມຢ່າງກວ້າງຂວາງໃນປັດຈຸບັນ ນີ້, ທັງເປັນພືດເສດຖະກິດໜຶ່ງທີ່ສາ ມາດສ້າງລາຍຮັບແກ້ໄຂຄວາມທຸກ ຍາກຂອງປະຊາຊົນຢ່າງຫລວງ ຫລາຍ. ດັ່ງປະຊາຊົນເມືອງຮົ່ມ ແຂວງໄຊສົມບູນ ມີຫລາຍຄອບຄົວ ໄດ້ຮັບການພັດທະນາ ແລະ ຫລຸດ ພົ້ນອອກຈາກຄວາມທຸກຍາກຍ້ອນ ຫັນມາປູກໝາກນັດເປັນສິນຄ້າ ໂດຍໃນໄລຍະກາງປີນີ້, ຊາວສວນ ໝາກນັດເມືອງດັ່ງກ່າວ ສາມາດມີ ລາຍຮັບຈາກການເກັບກູ້ ໝາກນັດ ຫລາຍກວ່າ 2,5 ຕື້ກີບ. ດັ່ງທີ່ເຈົ້າໜ້າທີ່ຫ້ອງການກະ ສິກຳ ແລະ ປ່າໄມ້ ເມືອງຮົ່ມ ລາຍ ງານໃຫ້ຮູ້ວ່າ: ປັດຈຸບັນນີ້, ການປູກ ໝາກນັດຂອງປະຊາຊົນຢູ່ເມືອງ ຮົ່ມກໍ່ແມ່ນອີກໜຶ່ງເສດຖະກິດສຳ ຄັນທີ່ເປັນທ່າແຮງຕໍ່ການແກ້ໄຂ ຄວາມທຸກຍາກຂອງປະຊາຊົນລາວ ບັນດາເຜົ່າ ໂດຍມາຮອດດຽວນີ້ ໄດ້ ສົ່ງເສີມການປູກໝາກນັດເປັນສິນ ຄ້າ ແລະ ມີເນື້ອທີ່ປູກຫລາຍກວ່າ 107 ເຮັກຕາ. ໃນນັ້ນ, ເນື້ອທີ່ສາ

RkJQdWJsaXNoZXIy MTc3MTYxMQ==