gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 21/08/2023 xtgmf]k; 4 3]d c]t gsfdko ບໍລິສັດລາວຈົງເຊີນ... Iv'xtmko lo- rq [xt1h P,1k, ru j oh v'-k;r5 fs;Pfok, mu j ;a fg/y f8y d ot3p[kp c]t [q f[kf0v'9u o 8+ dkorq ;ra olkdq o .op5 d.\j *** ຕໍ່ຈາກໜ້າ 1 *** ຂປລ. ນັບແຕ່ມີການແພ່ລະບາດ ຂອງພະຍາດໂຄວິດ-19, ປະຊາຄົມ ໂລກ ໄດ້ປະສົບກັບຄວາມຫຍຸ້ງຍາກ ໃນດ້ານຕ່າງໆ ໂດຍສະເພາະໄດ້ ເກີດມີວິກິດການທາງດ້ານເສດຖະ ກິດ, ເຖິງວ່າສະພາບການແພ່ລະ ບາດ ຈະຜ່ອນຄາຍລົງ ແລະ ການ ເຊື່ອມໂຍງລະຫວ່າງປະເທດ ໄດ້ກັບ ຄືນມາເກືອບເປັນປົກກະຕິແລ້ວກໍ ຕາມ, ແຕ່ຜົນກະທົບຕະຫລອດໄລ ຍະ 3 ປີ ຜ່ານມາ ກໍຍັງຄົງຄ້າງ ແລະ ສືບຕໍ່ເປັນສິ່ງທ້າທາຍໃຫ້ແກ່ການ ພັດທະນາປະເທດ. ສະພາບການ ທາງດ້ານເສດຖະກິດ-ສັງຄົມບວກ ໃສ່ຂໍ້ຂັດແຍ່ງທາງດ້ານການເມືອງການທະຫານ ລະຫວ່າງປະເທດທີ່ ສົ່ງຜົນກະທົບໄປໃນທົ່ວໂລກ, ທັງ ໝົດນີ້ຖືເປັນການປ່ຽນແປງໃຫຍ່ ອີກຄັ້ງໜຶ່ງ ທີ່ມວນມະນຸດ ກໍາລັງຜະ ເຊີນໜ້າ ແລະ ຮັບມືກັບເຫດການ ດັ່ງກ່າວ. ສປ ຈີນ, ໃນຖານະເປັນປະເທດທີ່ ມີຄວາມກວ້າງໃຫຍ່ທາງດ້ານເນື້ອ ທີ່ ແລະ ມີຄວາມໜາແໜ້ນທາງ ດ້ານປະຊາກອນທີ່ສູງ ເປັນອັນດັບ ຕົ້ນຂອງໂລກບວກໃສ່ການກ້າວກະ ໂດດທາງດ້ານເສດຖະກິດ, ທຸກ ການເຄື່ອນໄຫວຂອງຈີນ ຈຶ່ງເປັນທີ່ ຈັບຕາ ແລະ ໃຫ້ຄວາມສົນໃຈໃນ ທົ່ວໂລກອີກດ້ວຍ. ໃນການພົວພັນ ສາກົນ ໄລຍະໃໝ່ນີ້, ສປ ຈີນ ໄດ້ ລິເລີ່ມຮູບແບບການຮ່ວມມືທີ່ມີ ຄວາມຫລາກຫລາຍ ແລະ ແຕກຕ່າງ ໂດຍອີງໃສ່ສະພາບການພັດທະນາ ແລະ ການປ່ຽນແປງຂອງສະພາບ ການຂອງໂລກໃນແຕ່ລະໄລຍະ ເຊັ່ນ: ການສ້າງປະຊາຄົມຮ່ວມຊາ ຕາກໍາຂອງມວນມະນຸດ, ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ອື່ນໆ ຊຶ່ງລັດຖະບານ ໄດ້ສະແດງ ເຈດຈໍານົງຂອງຕົນຢ່າງຈະແຈ້ງ ຂປລ. ວັນທີ 17 ສິງຫາ ຜ່ານມາ, ທ່ານ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວ ສ້າງຊາດ (ສນຊ) ພ້ອມຄະນະ ພົບປະຢ້ຽມຢາມ ພີ່ນ້ອງຊາວພຸດ ຫວຽດນາມ ທີ່ວັດເຝິດຕິກ, ມີພະອາ ຈານ ທິກມິງກວາງ ຫົວໜ້າຄະນະ ປະສານງານຂອງພຸດທະສາສະໜາ ຫວຽດນາມ ປະຈຳລາວ, ເຈົ້າອະທິ ການວັດເຝິດຕິກ ນະຄອນຫລວງ ວຽງຈັນ, ມີຜູ້ຕາງໜ້າຈາກສະຖານ ທູດ ຫວຽດນາມ ປະຈຳລາວ, ສະ ມາຄົມໃຫຍ່ຊາວຫວຽດນາມ ຢູ່ ລາວ, ພີ່ນ້ອງເຊື້ອສາຍຫວຽດນາມ ທີ່ດໍາ ລົງຊີວິດຢູ່ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ພະອາຈານ ທິກມິງກວາງ ໄດ້ລາຍ ງານໃຫ້ຮູ້ວ່າ: ພຸດທະສາສະໜາ ຫວຽດນາມ ຢູ່ໃນລາວ ມີມາແຕ່ດົນ ນານ ແລະ ຊາວຫວຽດນາມຢູ່ລາວ ຍາມໃດກໍເອົາໃຈໃສ່ສຶກສາອົບ ຮົມເຕົ້າໂຮມຄວາມສາມັກຄີ ແລະ ເປັນກຳລັງແຮງ, ປະກອບສ່ວນ ສ້າງສາພັດທະນາບ້ານເກີດເມືອງ ນອນ ແລະ ປະເທດຊາດ, ພ້ອມທັງ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງ 2 ປະເທດ ຫວຽດນາມ-ລາວ. ໂອກາດນີ້, ທ່ານ ຈັນເພັງ ສິດທິວົງ ໄດ້ຕີລາຄາສູງຕໍ່ພະສົງສາມະເນນ ຫວຽດນາມ ປະຈຳລາວ ທີ່ໄດ້ຕັ້ງ ໜ້າປະກອບສ່ວນຊ່ວຍເຫລືອປະຊາ ຊົນລາວທີ່ປະສົບໄພທຳມະຊາດ, (ໄພນ້ຳຖ້ວມ) ໃນໄລຍະຜ່ານມາ. ພ້ອມກັນນີ້, ທ່ານຍັງໄດ້ຍົກໃຫ້ເຫັນ ພາລະບົດບາດຂອງແນວລາວສ້າງ ຊາດ ເຊິ່ງເປັນຫລັກແຫລ່ງໃນການ ເຕົ້າໂຮມຄວາມສາມັກຄີປອງດອງ ຄວາມເປັນປຶກແຜ່ນ ຂອງປະຊາຊົນ ບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ,ໄວ ລວມທັງຄົນເຊື້ອຊາດລາວ ທີ່ດໍາລົງຊີວິດຢູ່ຕ່າງປະເທດ. ຂ່າວ-ພາບ: ສຳນັກຂ່າວສານ ຫວຽດນາມປະຈຳລາວ ໃນການສ້າງສັນຕິພາບ ແລະ ຄວາມປອງດອງລະຫວ່າງຊາດ, ປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດສາກົນ ຊຶ່ງສະແດງ ອອກໃນການປະກອບສ່ວນເຂົ້າໃນ ພາລະກິດຂອງພາກພື້ນ ແລະ ສາ ກົນ, ປົກປັກຮັກສາສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ, ອັນພົ້ນເດັ່ນແມ່ນໄດ້ບັນຍັດເອົາເນື້ອ ໃນ “ການຍຶດໝັ້ນເສັ້ນທາງການ ພັດທະນາໂດຍສັນຕິ” ເຂົ້າໃນລັດ ຖະທໍາມະນູນ ຂອງ ສປ ຈີນ. ຕະຫລອດໄລຍະຫລາຍປີຜ່ານ ມາ, ສປ ຈີນ ໄດ້ຢຶດໝັ້ນໃນນະໂຍ ບາຍ ແລະ ບົດບາດຂອງຕົນໃນການ ຮັກສາສັນຕິພາບໂລກ. ວິກິດການ “ອູແກຣນ”, ລັດຖະບານ ສປ ຈີນ ໄດ້ສະໜັບສະໜູນການແກ້ໄຂບັນ ຫາ ໂດຍຜ່ານການເຈລະຈາຢ່າງສະ ເໝີຕົ້ນສະເໝີປາຍ ແລະ ໄດ້ປະກາດ ເອກະສານກ່ຽວກັບ “ຈຸດຢືນທາງ ດ້ານການເມືອງ ໃນການແກ້ໄຂບັນ ຫາຂໍ້ຂັດແຍ່ງຂອງ ອູແກຣນ” ຊຶ່ງ ໄດ້ສະເໜີວີທີການແກ້ໄຂວິກິດກາ ນຢ່າງຮອບດ້ານ ແລະ ເປັນຮູບປະ ທໍາ. ຕໍ່ບັນຫາ “ອາຟການິດສະ ຖານ”, ສປ ຈີນ ໄດ້ກໍານົດ “ຫລັກ ໝັ້ນ ຂອງຈີນ ທີ່ກ່ຽວກັບອາຟການິດ ສະຖານ” ໂດຍຍຶດໝັ້ນ 5 ຫລັກ ການຢູ່ຮ່ວມກັນໂດຍສັນຕິ ແລະ ແນວຄິດ “ການທູດກັບປະເທດ ເພື່ອນບ້ານ” ໂດຍເນັ້ນໃຫ້ການຊ່ວຍ ເຫລືອໃນການຟື້ນຟູເສດຖະກິດ ແລະ ແກ້ໄຂການດໍາລົງຊີວິດຂອງ ປະຊາຊົນ. ສປ ຈີນ ໄດ້ຊຸກຍູ້ຢ່າງຕັ້ງ ໜ້າໃນການປະສານງານກັບບັນດາ ປະເທດທີ່ຢູ່ອ້ອມຂ້າງ ໂດຍສະເພາະ ແມ່ນໄດ້ຊຸກຍູ້ໃຫ້ມີການຈັດກອງປະ ຊຸມລັດຖະມົນຕີຕ່າງປະເທດ ຂອງ ປະເທດອ້ອມຂ້າງ ຈໍານວນ 4 ຄັ້ງ, ອັນໄດ້ສ້າງໃຫ້ມີຄວາມເຂົ້າໃຈ ເຊິ່ງກັນ ແລະ ກັນຫລາຍຂຶ້ນ ຊຶ່ງໄດ້ ສົ່ງຜົນໃຫ້ສະພາບການມີຄວາມ ຜ່ອນຄາຍລົງ. ຕໍ່ກັບບັນຫາ “ມຽນມາ”, ສປ ຈີນ ໄດ້ສືບຕໍ່ປະຕິບັດໝາກຜົນການ ຢ້ຽມຢາມຄັ້ງປະຫວັດສາດຂອງ ປະທານປະເທດ ສີຈິ້ນຜິງ ໃນປີ 2020 ແລະ ໄດ້ລົງເລິກການຮ່ວມ ມືກັນຢ່າງເປັນຮູບປະທໍາທາງດ້ານ ເສດຖະກິດ ແລະ ສະພາບຄວາມເປັນ ຢູ່ຂອງປະຊາຊົນ, ພ້ອມກັນນັ້ນກໍໄດ້ ປະສານສົມທົບກັບອາຊຽນໃນການ ຊຸກຍູ້ ມຽນມາ ສືບຕໍ່ດໍາເນີນການແກ້ ໄຂບັນຫາແບບສັນຕິວິທີພາຍໃຕ້ ລັດຖະທໍາມະນູນ ແລະ ກົດໝາຍ, ເລີ່ມຄືນຂະບວນການຫັນປ່ຽນ ແບບ ປະຊາທິປະໄຕ, ຍຶດໝັ້ນ“ວິຖີ ອາຊຽນ” (the ASEAN Way) ໂດຍຍຶດໝັ້ນຫລັກການພື້ນຖານ ແລະ ບໍ່ແຊກແຊງເຂົ້າໃນກິດຈະ ການພາຍໃນຂອງກັນ ແລະ ກັນ, ພ້ອມທັງຊຸກຍູ້ໃຫ້ປະຕິບັດ “ຂໍ້ຕົກ ລົງ 5 ຂໍ້” ຂອງອາຊຽນໃຫ້ມີລັກ ສະນະສ້າງສັນ, ຮັກສາຄວາມສາ ມັກຄີພາຍໃນອາຊຽນ. ສໍາລັບ “ເຂດຕາເວັນອອກກາງ”, ຈີນ ໄດ້ ຊຸກຍູ້ຢ່າງຫ້າວຫັນ ແລະ ເປັນເຈົ້າ ພາບໃນການຈັດການເຈລະຈາລະ ຫວ່າງ ອີຣານ ແລະ ຊາອຸດິດອາຣາບີ ເພື່ອໃຫ້ສອງຝ່າຍ ສາມາດຈັບມື ກັນໃນການສ້າງສັນຕິພາບ ແລະ ຟື້ນ ຟູສາຍພົວພັນທາງການທູດນໍາກັນ ຈົນສາມາດນໍາໄປສູ່ການເປີດສະ ຖານທູດ ຂອງອີຣານ ໃນນະຄອນ ຣີຢາດຄືນ ຊຶ່ງເປັນການປະກອບ ສ່ວນອັນໃຫຍ່ຫລວງໃນການສ້າງ ສັນຕິພາບ ແລະ ສະຖຽນລະພາບ ໃນຂົງເຂດນີ້. *** ອ່ານຕໍ່ສະບັບໜ້າ *** ຂປລ. ເມື່ອບໍ່ດົນມານີ້, ທີ່ກະ ຊວງການເງິນ, ບໍລິສັດລາວ ຈົງເຊີນ ການຄ້າຂາ ອອກ-ຂາເຂົ້າຈໍາກັດ ຜູ້ດຽວ ໄດ້ມອບລົດກະບະຍີ່ຫໍ້: DONGFENG & NISSAN (Rich eEV) ຈໍານວນ 1 ຄັນລວມ ມູນຄ່າ 735 ລ້ານກີບ ໃຫ້ລັດຖະ ບານລາວ ໂດຍຜ່ານກະຊວງການ ເງິນ ແລະ ໄດ້ມອບຕໍ່ໃຫ້ຄະນະໂຄ ສະນາອົບຮົມສູນກາງພັກ ໂດຍຕາງ ໜ້າມອບລົດ ດັ່ງກ່າວຂອງທ່ານ ຫລີ ແຊງ ສົມ ປະທານບໍລິສັດ ລາວ ຈົງເຊີນການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ແລະ ຕາງໜ້າຮັບ ໂດຍ ທ່ານ ບຸນປອນ ວັນນະຈິດ ຮອງ ລັດຖະມົນຕີກະຊວງການເງິນ. ຈາກ ນັ້ນກະຊວງການເງິນ ໄດ້ມອບຕໍ່ ໃຫ້ຄະນະໂຄສະນາອົບຮົມສູນກາງ ພັກ ເພື່ອໄປນຳໃຊ້ເຂົ້າໃນວຽກງານ ທາງລັດຖະການ. ໂອກາດນີ້, ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະ ຊວງການເງິນ ໄດ້ສະແດງຄວາມ ຂອບໃຈ ແລະ ຕີລາຄາສູງຕໍ່ບໍລິສັດ ລາວຈົງເຊີນການຄ້າຂາອອກ-ຂາ ເຂົ້າຈໍາກັດຜູ້ດຽວ ທີ່ມອບລົດຄັນດັ່ງ ກ່າວໃຫ້ລັດຖະບານ ເຊິ່ງມີຄວາມ ໝາຍສຳຄັນທີ່ສຸດໃນທ່າມກາງເສດ ຖະກິດ ກໍຄື ການເງິນງົບປະມານ ແຫ່ງລັດມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍປະການໃນປັດ ຈຸບັນ, ການຊ່ວຍເຫລືອຄັ້ງນີ້ ເປັນຂີດ ໝາຍໃນການປະກອບສ່ວນທີ່ສຳ ຄັນເຂົ້າໃນການຈັດຕັ້ງປະຕິບັດ ວຽກງານຕົວຈິງ ກໍຄືພາລະກິດ ການສ້າງສາພັດທະນາປະເທດ ໃຫ້ ນັບມື້ນັບຈະເລີນກ້າວໜ້າຂຶ້ນເປັນ ກ້າວໆ. ພ້ອມກັນນີ້, ທ່ານປະທານ ບໍລິ ສັດ ລາວຈົງເຊີນການຄ້າຂາອອກຂາເຂົ້າ ຈໍາກັດຜູ້ດຽວ ກໍໄດ້ສະແດງ ຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງ ລັດຖະບານ ກໍຄື ການນຳພັກ-ລັດ ທຸກພາກສ່ວນ ທີ່ໄດ້ໃຫ້ການສະໜັບ ສະໜູນຊ່ວຍເຫລືອ ແລະ ອຳນວຍ ຄວາມສະດວກໃນການດຳເນີນທຸ ລະກິດການຄ້າດ້ວຍດີຕະຫລອດ ມາ. ບໍລິສັດ ລາວຈົງເຊີນການຄ້າ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ມີ ຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ມີໂອ ກາດແບ່ງເບົາຄວາມຫຍຸ້ງຍາກໃນ ຄັ້ງນີ້ ແລະ ໃນອະນາຄົດ ບໍລິສັດຈະ ສືບຕໍ່ໃຫ້ການຊ່ວຍເຫລືອລັດຖະ ບານລາວ ເປັນແຕ່ລະໄລຍະຕາມ ຄວາມອາດສາມາດຕົວຈິງ. ຂ່າວ-ພາບ: ກະຊວງການເງິນ ຂປລ. ແຫລ່ງຂ່າວຈາກເມືອງ ວິລະບູລີ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນລະຫວ່າງ ວັນທີ 1015 ສິງຫາ 2023 ຢູ່ເມືອງວິລະບູລີ ໄດ້ມີພະຍຸພັດເຂົ້າ ແລະ ຝົນຕົກແຮງ ເຮັດໃຫ້ລະດັບນໍ້າໃນແມ່ນໍ້າລໍາເຊ ຫລາຍສາຍເພີ່ມຂຶ້ນສູງ ແລະ ໄຫລ ເຂົ້າຖ້ວມເນື້ອທີ່ທຳການຜະລິດ, ຖ້ວມບ້ານເຮືອນຂອງປະຊາຊົນ ແລະ ລະບົບພື້ນຖານໂຄງລ່າງຂອງ ເມືອງວິລະບູລີ ຈຳນວນບໍ່ໜ້ອຍ. ຜ່ານການຕິດຕາມ, ກວດກາ ແລະ goN vmu j ok0v'xt-k-q og,n v';y ]t[6 ]u 4n doE4h ;, 791,7 gIa d8k ເທົ່ານັ້ນ. ນອກຈາກນີ້, ມີເສັ້ນທາງ ຕ່າງໆທີ່ນ້ຳໄດ້ຖ້ວມຂັງ ແລະເຊາະ ເຈື່ອນ ລວມມີ 11 ເສັ້ນ, ມີ 28 ຈຸດ ແລະ ດິນເຈື່ອນຖົມ 2 ຈຸດເປັນຕົ້ນ ແມ່ນເສັ້ນທາງ 28 A , ເສັ້ນທາງ ເລກທີ 10 ແລະ ເສັ້ນທາງລະຫວ່າງ ບ້ານຫາບ້ານ, ບ້ານຫາເມືອງ, ເຊິ່ງ ແຕ່ລະຈຸດ ແມ່ນບໍ່ສາມາດສັນຈອນ ໄປມາດ້ວຍລົດໄດ້, ແຕ່ມາຮອດວັນ ທີ 16 ສິງຫາ 2023 ລະດັບນໍ້າ ໃນ ແຕ່ລະຈຸດແມ່ນໄດ້ຫລຸດລົງ ແລະ ສາມາດແກ້ໄຂສັນຈອນໄປມາໄດ້ ເກືອບທຸກຈຸດ. ສໍາລັບຜົນກະທົບ ທາງດ້ານລະບົບສໄຟຟ້າ ແມ່ນມີຢູ່ 2 ຈຸດ ຄື: ຕາຂ່າຍແຮງກາງ ແຕ່ ເທສະບານເມືອງ ວິລະບູລີ ຫາ ບ້ານນໍ້າປາເຄນ, ບ້ານຫ້ວຍຫອງ ມີເສົາໄຟຟ້າຫັກ 4 ຕົ້ນ ແລະ ລະ ບົບຕາຂ່າຍແຮງຕໍ່າ ເຂດບ້ານເລົ່າທ່າ ມີເສົາໄຟຫລັກ 3 ຕົ້ນ, ມາຮອດ ປັດຈຸບັນສາມາດແກ້ໄຂໄດ້ເປັນປົກ ກະຕິແລ້ວ. ຕໍ່ກັບເຫດການດັ່ງກ່າວ ນັ້ນ, ທາງການນໍາຂອງເມືອງ ກໍຄື ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນເມືອງ ກໍໄດ້ເອົາໃຈໃນຢ່າງຕັ້ງ ໜ້າ ໃນການປະສານສົມທົບກັບທຸກ ພາກສ່ວນທົ່ວສັງຄົມ ເພື່ອແກ້ໄຂບັນ ຫາທີ່ເກີດຂຶ້ນຢ່າງທັນການ ໂດຍໄດ້ ມອບໃຫ້ຄະນະກຳມະການຄຸ້ມຄອງ ໄພພິບັດຂັ້ນເມືອງ, ກຳລັງ ປກສ, ປກຊ ແລະອາສາສະໝັກຊາວໜຸ່ມ ລົງຊ່ວຍເຫລືອ, ເຄື່ອນຍ້າຍວັດຖຸອຸ ປະກອນ, ຊັບສິນ, ສັດລ້ຽງຕ່າງໆ ແລະ ໃຫ້ບໍລິການພໍ່ແມ່ປະຊາຊົນ ຢູ່ໃນເຂດທີ່ມີຜົນກະທົບຈາກໄພນໍ້າ ຖ້ວມ ໄດ້ທ່ວງທັນກັບສະພາບການ ແລະ ປອດໄພ. ການເກັບກໍາຂໍ້ມູນຂອງຄະນະກໍາ ມະການຄຸ້ມຄອງໄພພິບັດຂັ້ນເມືອງ ສາມາດສັງລວມໄດ້ວ່າ: ທົ່ວເມືອງ ວິລະບູລີ ມີເນື້ອທີ່ຖືກນໍ້າຖ້ວມທັງ ໝົດ 791,7 ເຮັກຕາ ກວມເອົາ 14,66% ຂອງເນື້ອທີ່ປູກເຂົ້າທັງ ໝົດ 5.400 ເຮັກຕາ (ເສຍຫາຍຕົວ ຈິງ 347,5 ເຮັກຕາ), ຖ້ວມໜອງ ປາ 87 ໜອງ ແລະ ເນື້ອທີ່ສວນມັນ ຕົ້ນ 16 ເຮັກຕາ ຢູ່ໃນ 6 ກຸ່ມບ້ານ, ມີ 33 ບ້ານ ໃນທົ່ວເມືອງ. ສໍາລັບຜົນ ກະທົບຕໍ່ບ້ານ ແລະ ເຮືອນ ຂອງ ປະຊາຊົນແມ່ນປະກອບມີ 3 ບ້ານ, ມີ 192 ຫລັງຄາເຮືອນ, ມີ 200 ຄອບຄົວ, ປະກອບມີ: ບ້ານນາຍົມ, ບ້ານທາດ ແລະ ບ້ານເລົ່າ-ທ່າແຕ່ບໍ່ ໄດ້ຮັບຄວາມເສຍຫາຍເນື່ອງຈາກ ນໍ້າຖ້ວມສູງປະມານ 50 ຊັງຕີແມັດ
RkJQdWJsaXNoZXIy MTc3MTYxMQ==