7272

Iv'okpq d]a f4t,q o8u g0Q kIj ;, dv'xt-5 ,]a f4t,q o8u 8j k'xtgmfvk-Po c]t [a ofkdv'xt-5 ,dj P;0h v' 7vlr mk[mk,[5 d7t]kdvolt\a dg0Q kgxa o 7tot[= ]y sko'kora d ltw\mu VI Iv[mu I ltrk[xk8kp 8k,]ec,j oEg-3fo gdu f9kddkoxj vpoEgxN vo0v'3I''kocxh ',a o8Q o F ອ່ານຕໍ່ໜ້າ 4່ າໍ່ ໜ້າ 8A '|h kza o0tspkp,t8y dv'xt-5 ,.spj z6 h cmomq j ;xtgmf 7A 'mu XII 0v'ra d .sh dkpgxa o9y 'K okpq d]a f4t,q o8u g0Q kIj ;,dv'xt-5 , l5 fpvfvk-Po 7A 'mu 48 mu j 2u ]y [xy o ສະຫາຍ ຫງວຽນ ມິງ ເຕີມ okpq d]a f4t,q o8u ]k;{s;Pfok,{dex6 g9p rq [xtxb dlksk]n dkorq ;ra oIj ;,,n lk,/j kp F ອ່ານຕໍ່ໜ້າ 2່ າໍ່ ໜ້າ ທ່ານ ສອນໄຊ ສີພັນດອນ (ຜູ້ທີ 1 ນັບຈາກຂວາຫາຊ້າຍ) ສະຫາຍ ຄຳພັນ ເຜີຍຍະວົງ ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົ ນີ ້າົ ງ່ ືອັ ນwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 11.05.2026 ປີທີ 25 ສະບັບທີ 6.432ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j z6 h cmo]k;{vq flt8ik]u ]q 'la 'gdfdkozq owfh Ia [ 0v'ln j dkoIPo{dkolvo /b dg;Q krklk]k; 0A o x1 ທ່ານ ສອນໄຊ ສີພັນດອນ (ຂວາ) ຂປລ. ໃນວັນທີ 8 ພຶດສະພາ 2026 ທີ່ ເຊບູ, ປະເທດ ຟີລິບປິນ, ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ຄັ້ງ ທີ 48 ຊຶ່ງມີພິທີເປີດຢ່າງເປັນ ທາງການ ໃນຕອນເຊົ້າວັນທີ 8 ຂປລ. ໃນຕອນເຊົ້າຂອງວັນທີ 8 ພຶດສະພາ 2026 ທີ່ເຊບູ ປະເທດ ຟິລິບປິນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ໄດ້ເຂົ້າຮ່ວມຮັບປະທານອາຫານ ເຊົ້າແບບເຮັດວຽກ ຮ່ວມກັບ ທ່ານ ເລ ມິງ ຮືງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສົມເດັດ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກໍາປູເຈຍ ຕາມ ການເຊື້ອເຊີນຂອງຝ່າຍຫວຽດ ນາມ ໃນໂອກາດເຂົ້າຮ່ວມກອງປະ ຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນ ວັນທີ 7-8 ພຶດສະພາ 2026. ໃນໂອກາດນີ້, ສາມນາຍົກລັດ ຖະມົນຕີ ຕ່າງກໍໄດ້ສະແດງຄວາມ ຂປລ. ໃນວັນທີ 7 ພຶດສະພາ 2026 ທີ່ເຊບູ, ປະເທດ ຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງ ຂປລ. ສະຖານເອກອັກຄະລັດ ຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ຈັດພິທີເຜີຍແຜ່ຜົນໄດ້ ຮັບຂອງກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດຄັ້ງທີ XIV ຂອງພັກ ກອມມູນິດຫວຽດນາມ; ການເລືອກ ຕັ້ງສະມາຊິກສະພາແຫ່ງຊາດສະ ໄໝທີ XVI ແລະ ການລະນຶກວັນ ຄົບຮອບ 136 ປີ ແຫ່ງ ວັນເກີດ ຂອງປະທານ ໂຮ່ຈີມິງ ໃນວັນທີ ຂປລ. ຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ) ຈັດກອງປະ ຊຸມທາບທາມບຸກຄະລາກອນ ທີ່ຈະ ສະໝັກເລືອກຕັ້ງເຂົ້າເປັນຄະນະບໍລິ ຫານງານພັກ ສະໄໝທີ VI ຂອງ ອົງຄະນະພັກ ຄອສພ ໂດຍການ ເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການ ເມືອງສູນກາງພັກ, ຫົວໜ້າ ຄອສພ, ມີຄະນະບໍລິຫານງານພັກ, ຫົວໜ້າ ຂປລ. ໃນວັນທີ 7 ພຶດສະພາ 2026, ທີ່ກະຊວງການຕ່າງປະ ເທດ, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມ c9h 'dko0v'dt-;'dko8j k'xtgmf ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ວິນສ໌ຕັນ ປີ ເຕີ້ (Right Honorable Winston Peters) ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ນິວຊີແລນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ຈະ ເດີນທາງໄປຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການ ໃນລະຫວ່າງວັນທີ 12-16 ພຶດສະພາ 2026 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ໃຫ້ນັບມື້ນັບແໜ້ນ ແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ. ຂປລ. ເມື່ອບໍ່ດົນມານີ້, ຄະນະ ຜູ້ແທນນຳໂດຍ ທ່ານ ວົງເພັດ ອຸດົມລິດ ຜູ້ອໍານວຍການສະຖາບັນ ຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ທ່ານ ໄມໂຄ ຄາຣີ ເລຂາເອກສະຖານທູດ ອົດສະຕຣາລີ ໄດ້ຢ້ຽມຢາມໂຮງ ຮຽນປະຖົມໃນແຂວງຫລວງນ້ຳທາ ເພື່ອສັງເກດການຜົນໄດ້ຮັບຂອງ ສື່ການຮຽນ-ການສອນຝຶກເວົ້າ ພາສາລາວ ຂັ້ນ ປ1, ການຢ້ຽມ ຢາມດັ່ງກ່າວຍັງໄດ້ສະແດງໃຫ້ ເຫັນວ່າ ການພັດທະນາວິຊາຊີບຄູ ແບບຕໍ່ເນື່ອງໃນຂັ້ນໂຮງຮຽນ ຊ່ວຍ ໃຫ້ຄູ-ອາຈານຈັດຕັ້ງປະຕິບັດການ ສອນບົດຮຽນຝຶກເວົ້າພາສາລາວ xtmkoxtgmf g0Q kIj ;,ry mu lts]v' ;a ow--totlq '7k,xq dxh v'xy 85 r6 , 7q [Iv[ 81 xu ທ່ານ ທອງລຸນ ສີສຸລິດ (ຊ້າຍ) ຂປລ. ໂດຍຕອບສະໜອງຕາມ ການເຊື້ອເຊີນຂອງ ທ່ານ ວາລາດີ ເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນໍາພາຄະນະ ຜູ້ແທນຂັ້ນສູງຂອງ ສປປ ລາວ ປະຊຸມລັດຖະມົນຕີຕ່າງປະເທດອາ ຊຽນ, ກອງປະຊຸມສະພາປະຊາຄົມ ການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 31, ກອງປະຊຸມສະພາປະ ສານງານອາຊຽນ ຄັ້ງທີ 38 ແລະ Iv']a f4t,q o8u dt-;'dko8j k'xtgmf 8h voIa [ z6h xtlko'ko[= ]y sko0v'sh v'dkovklklt\a d lxຂ່ຳນັບຂອງ ທ່ານ ທອຍລີ ເຄີບາ ນອບ (Toily Kurbanov) ຜູ້ປະ ສານງານບໍລິຫານ ຂອງຫ້ອງການ ອາສາສະໝັກ ສປຊ. lt4kom6 fs;Pfok, xt9e]k; gzu pczj zq oleg]a f dv'xt-5 ,.spj 7A 'mu XIV ra ddv,,6 oy fs;Pfok, F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ

@ 0j k; c]t gsfdko j 11/05/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ນາຍົກລັດຖະມົນຕີ ເຂົ້າຮ່ວມ...ົັົີົ້່ ພຶດສະພາ 2026 ໂດຍການເປັນ ປະທານຂອງ ທ່ານ ເຟີດິນານ ມາ ຄອດ ຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ ໃນນາມ ປະທານອາຊຽນ 2026 ພາຍໃຕ້ ຄໍາຂວັນ ”ການນໍາທາງອະນາຄົດ ຂອງອາຊຽນຮ່ວມກັນ” ໂດຍການ ເຂົ້າຮ່ວມຂອງຜູ້ນໍາຂອງປະເທດ ສະມາຊິກອາຊຽນ, ຕາງໜ້າຄະນະ ຜູ້ແທນ ແລະ ເລຂາທິການໃຫຍ່ອາ ຊຽນ. ພາຍຫລັງສໍາເລັດການເຂົ້າ ຮ່ວມພິທີເປີດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48, ທ່ານນາຍົກ ລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສືບຕໍ່ນໍາພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 48 ແບບ ຄົບຄະນະ ແລະ ແບບວົງແຄບ. ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແບບຄົບຄະນະ, ບັນດາ ຜູ້ນໍາອາຊຽນ ໄດ້ຮັບຊາບຄວາມ ຄືບໜ້າໃນການຈັດຕັ້ງປະຕິບັດບັນ ດາບຸລິມະສິດສໍາລັບການເປັນປະ ທານອາຊຽນຂອງ ຟິລິບປິນ, ລວມ ທັງຄວາມຄືບໜ້າຂອງການສ້າງ ປະຊາຄົມອາຊຽນ ໂດຍສະເພາະ ອາຊຽນ ໄດ້ເລີ່ມຈັດຕັ້ງປະຕິບັດ ວິໄສທັດປະຊາຄົມອາຊຽນ 2045, ລວມທັງແຜນຍຸດທະສາດຂອງ ທັງສາມເສົາຄ້ຳປະຊາຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມ ຈອດອາຊຽນ. ພ້ອມນີ້, ກອງປະຊຸມ ຍັງໄດ້ແລກປ່ຽກຄຳຄິດຄຳເຫັນ ກ່ຽວກັບ ການຮັບປະກັນຄວາມໝັ້ນ ຄົງດ້ານພະລັງງານຂອງພາກພື້ນ, ສະຖຽນລະພາບຄວາມໝັ້ນຄົງ ດ້ານສະບຽງອາຫານ ແລະ ຄວາມ ປອດໄພຂອງປະຊາຊົນອາຊຽນ ທ່າມກາງສະພາບການຄວາມຂັດ ແຍ່ງທີ່ເກີດຂຶ້ນໃນປັດຈຸບັນຢູ່ບາງ ພາກພື້ນ ໂດຍສະເພາະສະພາບການ ໃນຕາເວັນອອກກາງ ອັນໄດ້ສົ່ງ ຜົນກະທົບຢ່າງຮ້າຍແຮງຕໍ່ເສດຖະ ກິດຂອງພາກພື້ນ ແລະ ໃນໂລກ. ກອງປະຊຸມ ໄດ້ເຫັນດີຮັບຮອງເອົາ ບັນດາຖະແຫລງການ ແລະ ເອກະ ສານທີ່ສຳຄັນ ເປັນຕົ້ນແມ່ນ ຖະ ແຫລງການຜູ້ນຳອາຊຽນ ວ່າດ້ວຍ ການຮ່ວມມືທາງທະເລ, ຖະແຫລງ ການຜູ້ນຳອາຊຽນ ວ່າດ້ວຍການ ຮັບມືກັບວິກິດການໃນຕາເວັນອອກ ກາງ ແລະ ອື່ນໆ ເພື່ອເປັນພື້ນຖານ ໃຫ້ແກ່ອາຊຽນ ໃນການເສີມສ້າງ ຄວາມເຂັ້ມແຂງໃຫ້ແກ່ປະຊາຄົມ ອາຊຽນ. ສຳລັບກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48 ແບບວົງແຄບ, ບັນດາຜູ້ນໍາອາຊຽນ ໄດ້ປຶກສາຫາລື ກ່ຽວກັບສະພາບການໃນພາກພື້ນ ແລະ ສາກົນ, ລວມທັງຄວາມອາດ ສາມາດຂອງອາຊຽນໃນການຄຸ້ມ ຄອງ ແລະ ຫລຸດຜ່ອນຜົນກະທົບ ຂອງການສະໜອງນໍ້າມັນ ແລະ ການເໜັງຕີງຂອງລາຄານໍ້າມັນ ຊຶ່ງເປັນຜົນກະທົບມາຈາກຄວາມ ຂັດແຍ່ງທາງດ້ານພູມສາດການ ເມືອງ ເພື່ອຖອດຖອນບົດຮຽນທີ່ ໄດ້ຈາກວິກິດການຕ່າງໆໃນພາກ ພື້ນ ແລະ ໃນໂລກ. ໃນນີ້, ຜູ້ນໍາອາ ຊຽນ ໄດ້ເນັ້ນຄວາມສໍາຄັນ ໃນການ ເລັ່ງລັດການໃຫ້ສັດຕະຍາບັນຂໍ້ຕົກ ລົງອາຊຽນ ວ່າດ້ວຍຄວາມໝັ້ນຄົງ ດ້ານນໍ້າມັນປິໂຕຣລຽມ, ເຄືອຂ່າຍ ພະລັງງານອາຊຽນ ແລະ ທໍ່ສົ່ງ ແກັສອາຊຽນ ໃຫ້ປະກົດຜົນເປັນຈິງ ເພື່ອຮັບປະກັນຄວາມສ່ຽງທີ່ອາດ ເກີດຂຶ້ນໃນຕໍ່ໜ້າ. ພ້ອມກັນນັ້ນ, ກໍ ຊຸກຍູ້ໃຫ້ເພີ່ມທະວີການຮ່ວມມືຂອງ ບັນດາຂະແໜງການທີ່ກ່ຽວຂ້ອງ ຂອງອາຊຽນ ໂດຍສະເພາະຂະ ແໜງການພະລັງງານ, ການຄ້າ, ກະສິກໍາ ແລະ ສິ່ງແວດລ້ອມ ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງ ເພື່ອກຽມຄວາມພ້ອມໃນການຮັບມື ກັບວິກິດການດ້ານພະລັງງານ ແລະ ສະບຽງອາຫານໃນອະນາຄົດ. ໃນວັນດຽວກັນ, ທ່ານນາຍົກ ລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ເຂົ້າຮ່ວມອາຫານເຊົ້າແບບ ເຮັດວຽກລະຫວ່າງ 3 ນາຍົກລັດ ຖະມົນຕີ ລາວ-ຫວຽດນາມ-ກໍາປູ ເຈຍ ເພື່ອປຶກສາຫາລື ແລະ ຊຸກຍູ້ ການພົວພັນຮ່ວມມືລະຫວ່າງ 3 ປະ ເທດ ແລະ ໄດ້ພົບປະສອງຝ່າຍກັບ ທ່ານນາຍົກລັດຖະມົນຕີ ສສ ຫວຽດ ນາມ, ທ່ານປະທານາທິບໍດີ ຟິລິບ ປິນ ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ ເພື່ອສືບຕໍ່ຊຸກຍູ້ ແລະ ສົ່ງເສີມການຮ່ວມມືສອງຝ່າຍ. ເຂົ້າຮ່ວມພິທີສະເຫລີມສະຫລອງ ວັນໄຊຊະນະສົງຄາມປົກປ້ອງປິຕຸ ພູມ ຄົບຮອບ 81 ປີ ຊຶ່ງຈັດຂຶ້ນ ໃນວັນທີ 9 ພຶດສະພາ 2026 ທີ່ ນະຄອນຫລວງມົດສະກູ ສະຫະພັນ ຣັດເຊຍ. ການສະເຫລີມສະຫລອງວັນ ໄຊຊະນະສົງຄາມປົກປ້ອງປິຕຸພູມ ເປັນໜຶ່ງໃນເຫດການປະຫວັດສາດ ທີ່ສໍາຄັນຂອງ ຣັດເຊຍ ແລະ ບັນດາ ປະຊາຊາດ ຊຶ່ງໄດ້ຈັດຂຶ້ນເພື່ອຈາ ລຶກຄຸນງາມຄວາມດີ ແລະ ສະແດງ ຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ກອງທັບແດງ ໂຊວຽດ ແລະ ທຸກ ຄົນທີ່ເສຍສະລະຊີວິດ ເພື່ອປົກປ້ອງ ປິຕຸພູມ ຈົນສາມາດຍາດມາໄດ້ໄຊ ຊະນະ ໃນສົງຄາມໂລກ ຄັ້ງທີ II. ໄຊຊະນະດັ່ງກ່າວ ຖືເປັນຄວາມທະ ນົງໃຈຂອງປະຊາຊົນສະຫະພາບ ໂຊວຽດ ໃນເມື່ອກ່ອນ ກໍຄື ສະຫະ ພັນ ຣັດເຊຍ ໃນປັດຈຸບັນ. ການເຂົ້າຮ່ວມພິທີສະເຫລີມ ສະຫລອງຄັ້ງນີ້, ມີບັນດາຜູ້ນໍາ ແລະ ຜູ້ຕາງໜ້າຈາກຫລາຍປະເທດ ເພື່ອນມິດ ແລະ ມີຫລາຍກິດຈະກຳ ສໍາຄັນຖືກຈັດສະແດງໃນງານດັ່ງ ກ່າວ ເປັນຕົ້ນແມ່ນການສະແດງ ເດີນສວນສະໜາມຂອງກ້ອນກຳ ປະທານປະເທດ... ລັງເຫລົ່າທັບຕ່າງໆ ຈາກທົ່ວປະ ເທດ. ໃນໂອກາດເຂົ້າຮ່ວມພິທີສະເຫລີມ ສະຫລອງຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ຍັງໄດ້ຖືກຕ້ອນຮັບຈາກ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ ແລະ ໄດ້ ພົບປະແລກປ່ຽນຄໍາຄິດຄໍາເຫັນ ດ້ວຍບັນຍາກາດອັນສ້າງສັນ ແລະ ກົງໄປກົງມາ. ສອງຝ່າຍຕີລາຄາ ສູງຕໍ່ໝາກຜົນຂອງການຮ່ວມມື ສອງຝ່າຍ ໃນຫລາຍຂົງເຂດວຽກ ງານ ໃນໄລຍະຜ່ານມາ. ການໄປເຂົ້າຮ່ວມພິທີສະເຫລີມ ສະຫລອງ ວັນໄຊຊະນະສົງຄາມປົກ ປ້ອງປິຕຸພູມ ຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໃນຄັ້ງນີ້ ແມ່ນໄດ້ຮັບ ການຕ້ອນຮັບຢ່າງອົບອຸ່ນ ແລະ ດຳເນີນໄປຢ່າງມີຜົນສໍາເລັດອັນ ຈົບງາມແຕ່ຕົ້ນຕະຫລອດປາຍ, ທັງໄດ້ເປັນການປະກອບສ່ວນທີ່ສໍາ ຄັນເຂົ້າໃນການເພີ່ມທະວີ ແລະ ຮັດ ແໜ້ນສາຍພົວພັນທີ່ເປັນມູນເຊື້ອອັນ ຍາວນານ ລະຫວ່າງ ສອງປະເທດ ລາວ-ຣັດເຊຍ ໃຫ້ກ້າວເຂົ້າສູ່ລວງ ເລິກ ແລະ ມີໝາກຜົນນັບມື້ນັບ ແໜ້ນແຟ້ນຍິ່ງໆຂຶ້ນ. ຂ່າວ-ພາບ: ອຸໄທລັດ ກອງປະຊຸມຮ່ວມລະຫວ່າງ ລັດຖະ ມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີເສດຖະກິດອາຊຽນ. ກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນ ໄດ້ຮັບຊາບຄວາມ ຄືບໜ້າ ໃນຂະບວນການສ້າງປະຊາ ຄົມອາຊຽນ ຊຶ່ງໂດຍລວມມີຄວາມ ຄືບໜ້າ ໂດຍສະເພາະ ປີ 2026 ເປັນປີທໍາອິດທີ່ອາຊຽນ ເລີ່ມຈັດ ຕັ້ງປະຕິບັດວິໄສທັດປະຊາຄົມອາ ຊຽນ 2045 ແລະ ບັນດາແຜນຍຸດ ທະສາດ ເພື່ອຈັດຕັ້ງປະຕິບັດວິໄສ ທັດດັ່ງກ່າວ. ກອງປະຊຸມຍັງໄດ້ປຶກ ສາຫາລື ກ່ຽວກັບການກະກຽມຈັດ ກິດຈະກໍາເພື່ອສະເຫລີມສະຫລອງ ຄົບຮອບ 50 ປີ ຂອງສົນທິສັນຍາ ໄມຕີຈິດ ແລະ ການຮ່ວມມືໃນອາຊີ ຕາເວັນອອກສ່ຽງໃຕ້ ໃນປີ 2026. ນອກນັ້ນ, ກໍປຶກສາຫາລືກ່ຽວກັບ ການພົວພັນຮ່ວມມືກັບຄູ່ຮ່ວມພາຍ ນອກ. ໃນນີ້, ສປປ ລາວ ໃນນາມ ປະເທດປະສານງານການພົວພັນ ອາຊຽນ-ການາດາ ກໍໄດ້ລາຍ ງານໂດຍລວມຄວາມຄືບໜ້າ ການ ພົວພັນຮ່ວມມືລະຫວ່າງ ອາຊຽນ ແລະການາດາໂດຍສະເພາະຄວາມ ຄືບໜ້າການເຈລະຈາຮ່າງແຜນປະ ຕິບັດງານອາຊຽນ-ການາດາ ສະ ບັບໃໝ່ ສໍາລັບປີ 2026-2030. ກອງປະຊຸມສະພາປະຊາຄົມ ການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 31 ໄດ້ຮັບຊາບຄວາມຄືບ ໜ້າການຈັດຕັ້ງປະຕິບັດວຽກງານ ແລະກິດຈະກໍາຂອງບັນດາຂະແໜງ ການພາຍໃຕ້ເສົາຄ້ຳປະຊາຄົມການ ເມືອງ-ຄວາມໝັ້ນຄົງອາຊຽນ ເປັນ ຕົ້ນແມ່ນ ການຮ່ວມມືໃນວຽກງານ ການຕ້ານອາຊະຍາກໍາຂ້າມຊາດ, ປ້ອງກັນປະເທດ, ກົດໝາຍ, ສິດທິ ມະນຸດ, ສົນທິສັນຍາວ່າດ້ວຍເຂດ ປອດອາວຸດນິວເຄລຍ ໃນອາຊີ ຕາເວັນອອກສ່ຽງໃຕ້, ການຈັດຕັ້ງ ປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາ ຊຽນ ກ່ຽວກັບ ມຽນມາ ແລະ ອື່ນໆ. ກອງປະຊຸມຍັງໄດ້ຮັບຊາບຄວາມ ຄືບໜ້າການຈັດຕັ້ງປະຕິບັດແຜນ ຍຸດທະສາດປະຊາຄົມການເມືອງຄວາມໝັ້ນຄົງອາຊຽນ ພາຍໃຕ້ ວິໄສທັດປະຊາຄົມອາຊຽນ 2045 ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ ຕົ້ນປີ 2026. ກອງປະຊຸມສະພາປະສານງານ ອາຊຽນ ຄັ້ງທີ 38 ຮັບຊາບການ ກະກຽມໃຫ້ແກ່ກອງປະຊຸມສຸດ ຍອດອາຊຽນ ຄັ້ງທີ 48 ແລະ ບັນ ດາກອງປະຊຸມທີ່ກ່ຽວຂ້ອງ ເປັນຕົ້ນ ແມ່ນ ແຜນການເຄື່ອນໄຫວ, ຫົວຂໍ້ ປຶກສາຫາລື, ຂັ້ນຕອນການດໍາເນີນ ກອງປະຊຸມ ແລະ ບັນຊີເອກະສານ ຜົນຂອງກອງປະຊຸມສຸດຍອດ. ພ້ອມ ນັ້ນ, ກອງປະຊຸມ ໄດ້ຮັບຮອງ ແລະ ຮັບຊາບບົດລາຍງານຕ່າງໆ ເປັນ ຕົ້ນ ບົດລາຍງານຂອງເລຂາທິການ ໃຫຍ່ອາຊຽນ ກ່ຽວກັບວຽກງານ ອາຊຽນ, ບົດລາຍງານກອງປະຊຸມ ສະພາປະຊາຄົມການເມືອງ-ຄວາມ ໝັ້ນຄົງອາຊຽນ ຄັ້ງທີ 31, ບົດ ລາຍງານກອງປະຊຸມສະພາປະຊາ ຄົມເສດຖະກິດອາຊຽນ ຄັ້ງທີ 27, ບົດລາຍງານກອງປະຊຸມສະພາປະ ຊາຄົມວັດທະນະທຳ-ສັງຄົມ ຄັ້ງທີ 35 ແລະ ບັນດາບົດລາຍງານທີ່ ກ່ຽວຂ້ອງ ເພື່ອນຳສະເໜີຕໍ່ກອງປະ ຊຸມສຸດຍອດອາຊຽນ ຄັ້ງທີ 48. ສຳລັບກອງປະຊຸມຮ່ວມລະ ຫວ່າງລັດຖະມົນຕີຕ່າງປະເທດອາ ຊຽນ ແລະ ລັດຖະມົນຕີເສດຖະກິດ ອາຊຽນ, ກອງປະຊຸມ ໄດ້ແລກ ປ່ຽນຄໍາຄິດເຫັນກ່ຽວກັບຜົນກະ ທົບທີ່ເກີດຈາກສະພາບການໃນຕາ ເວັນອອກກາງ ໂດຍສະເພາະຜົນກະ ທົບດ້ານພະລັງງານ ແລະ ສະບຽງ ອາຫານ. ກອງປະຊຸມ ຍັງໄດ້ປຶກສາ ຫາລືກ່ຽວກັບທິດທາງໃນຕໍ່ໜ້າ ແລະ ມາດຕະການຮີບດ່ວນ ເພື່ອ ແກ້ໄຂຜົນກະທົບທີ່ເກີດຂຶ້ນ ແລະ ເພື່ອເປັນການກຽມຄວາມພ້ອມ ຮັບມືຕໍ່ວິກິດການທີ່ອາດຈະເກີດຂຶ້ນ ໃນອະນາຄົດ. ໃນຕອນທ້າຍ, ກອງ ປະຊຸມ ໄດ້ເຫັນດີຕໍ່ເນື້ອໃນຂອງ ຖະແຫລງການຂອງຜູ້ນຳອາຊຽນ ວ່າດ້ວຍການຮັບມືກັບວິກິດການ ໃນຕາເວັນອອກກາງ ເພື່ອນຳສະ ເໜີໃຫ້ຜູ້ນໍາອາຊຽນ ພິຈາລະນາ ຮັບຮອງໃນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48. ຮອງນາຍົກ...ົ ທ່ານ ທອງສະຫວັນ ພົມວິຫານ (ຜູ້ທີ 2 ນັບຈາກຂວາຫາຊ້າຍ) ນາຍົກລັດຖະມົນຕີ ລາວ-...ົັົີ ປິຕິຍິນດີ ທີ່ໄດ້ມີໂອກາດພົບປະກັນ ອີກຄັ້ງໜຶ່ງ ແລະ ຕີລາຄາສູງ ຕໍ່ກົນ ໄກການພົບປະລະຫວ່າງ 3 ນາຍົກ ລັດຖະມົນຕີ ກໍາປູເຈຍ-ລາວຫວຽດນາມ ໃນໂອກາດເດີນທາງ ເຂົ້າຮ່ວມກອງປະຊຸມຕ່າງໆຢູ່ພາກ ພື້ນ ແລະ ສາກົນ ຊຶ່ງບໍ່ພຽງແຕ່ເປັນ ເວທີແລກປ່ຽນປົກກະຕິ, ແຕ່ຍັງ ເປັນກົນໄກການຮ່ວມມືຍຸດທະສາດ ອັນສໍາຄັນຍິ່ງ ໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະ ພາບອັນເປັນມູນເຊື້ອ, ຄວາມສາ ມັກຄີພິເສດ ແລະ ການຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ທີ່ມີມາແຕ່ດົນ ນານຂອງສາມຊາດອິນດູຈີນ. ພ້ອມ ດຽວກັນນີ້, ສາມນາຍົກລັດຖະມົນ ຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງສາມປະເທດ ກໍາປູເຈຍລາວ-ຫວຽດນາມ ທີ່ມີການຂະ ຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເຂັ້ມ ແຂງຍິ່ງຂຶ້ນ ຊຶ່ງພົ້ນເດັ່ນທີ່ສຸດແມ່ນ ການຮ່ວມມືດ້ານການເມືອງ, ການ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ບົນພື້ນຖານຄວາມໄວ້ເນື້ອ ເຊື່ອໃຈກັນໃນລະດັບສູງສຸດ ແລະ ສະແດງຄວາມເຊື່ອໝັ້ນວ່າ ກົນໄກ ການພົບປະໃນທຸກລະດັບ ຈະເປັນ ກໍາລັງຂັບເຄື່ອນ ເພື່ອຮັດແໜ້ນ ຄວາມສາມັກຄີ ແລະ ຍົກລະດັບ ການຮ່ວມມື ລະຫວ່າງສາມປະ ເທດ ໃຫ້ເຂົ້າສູ່ລວງເລິກຍິ່ງຂຶ້ນ. ນອກຈາກນັ້ນ, ສາມນາຍົກລັດຖະ ມົນຕີ ຍັງໄດ້ແຈ້ງສະພາບການພົ້ນ ເດັ່ນຂອງການພົວພັນຮ່ວມມືສອງ ຝ່າຍ ລະຫວ່າງ ລາວ-ຫວຽດນາມ, ລາວ-ກໍາປູເຈຍ ແລະ ກໍາປູເຈຍຫວຽດນາມ ໃຫ້ກັນຊາບໂດຍຫຍໍ້ ພ້ອມທັງໄດ້ແລກປ່ຽນທັດສະນະ ກ່ຽວກັບສະພາບການພົ້ນເດັ່ນ ໃນ ພາກພື້ນ ແລະ ສາກົນ ທີ່ມີຄວາມ ສົນໃຈຮ່ວມກັນ. ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງ ຄວາມຂອບໃຈຢ່າງຈິງໃຈຕໍ່ທ່ານ ນາຍົກລັດຖະມົນຕີ ກໍາປູເຈຍ ແລະ ຫວຽດນາມ ທີ່ໄດ້ສົ່ງສານສະແດງ ຄວາມຊົມເຊີຍ ໃນໂອກາດທີ່ໄດ້ ຮັບການເລືອກຕັ້ງໃຫ້ດໍາລົງຕໍາ ແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ອີກວາລະໜຶ່ງ, ພ້ອມ ທັງໄດ້ຊຸກຍູ້ການຮ່ວມມືສາມຝ່າຍ ໃນຂົງເຂດທີ່ເປັນບຸລິມະສິດ ໂດຍ ສະເພາະ ການເຊື່ອມໂຍງດ້ານໂຄງ ລ່າງ, ພະລັງງານ, ການຄ້າ, ການ ລົງທຶນ ແລະ ການທ່ອງທ່ຽວ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໃຫ້ເພີ່ມຂຶ້ນໃນຕໍ່ໜ້າ. ໃນໂອກາດດັ່ງກ່າວ, ທ່ານ ອານຸພາບ ວົງໜໍ່ແກ້ວ ໄດ້ສະ ແດງຄວາມຍິນດີຕ້ອນຮັບຢ່າງອົບ ອຸ່ນຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ທອຍລີ ເຄີບານອບ ຊຶ່ງ ເປັນຄັ້ງທໍາອິດໃນຖານະເປັນຜູ້ປະ ສານງານບໍລິຫານຂອງຫ້ອງການ ອາສາສະໝັກ ສປຊ, ອັນເປັນ ການຢັ້ງຢືນເຖິງຄວາມເອົາໃຈໃສ່ ແລະ ການໃຫ້ຄວາມສຳຄັນຕໍ່ກັບ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ໂຄງການອາສາສະໝັກ ສປຊ (United Nations Volunteer programme, UNV) ໃຫ້ມີ ຄວາມແໜ້ນແຟ້ນຍິ່ງຂຶ້ນ. ພ້ອມກັນ ນີ້, ທ່ານຮອງລັດຖະມົນຕີກະຊວງ ການຕ່າງປະເທດ ໄດ້ຕາງໜ້າໃຫ້ ລັດຖະບານ ແຫ່ງ ສປປ ລາວ ສະ ແດງຄວາມຂອບໃຈ ແລະ ຕີລາຄາ ສູງຕໍ່ການສະໜັບສະໜູນຂອງ ໂຄງການອາສາສະໝັກ ສປຊ ທີ່ ມີບົດບາດສໍາຄັນໃນການສົ່ງຜູ້ ຊ່ຽວຊານອາສາສະໝັກໃນຂອບ ສປຊ ເຂົ້າມາປະຈໍາຢູ່ ສປປ ລາວ ຕະຫລອດມາ ເພື່ອເສີມສ້າງຂີດ ຄວາມສາມາດ, ຖ່າຍທອດຄວາມ ຮູ້ ແລະ ເຕັກນິກວິຊາການ. ທ່ານ ຍັງໄດ້ກ່າວອີກວ່າ ຄວາມມີນໍ້າໃຈ ຂອງອາສາສະໝັກ ແລະ ນໍ້າໃຈ ໃນການຂານອາສາຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ຢູ່ໃນສັງຄົມລາວ ນັ້ນ, ໄດ້ກາຍເປັນສ່ວນໜຶ່ງຂອງວັດ ທະນະທໍາ ແລະ ຄຸນສົມບັດຂອງ ສະມາຊິກບັນດາອົງການຈັດຕັ້ງ ມະຫາຊົນລາວ ກໍຄື ຄົນລາວບັນດາ ເຜົ່າມາແຕ່ດົນນານແລ້ວ. ໃນໂອກາດນີ້, ທ່ານ ທອຍລີ ເຄີບານອບ ໄດ້ສະແດງຄວາມ ຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ແຈ້ງເຊີນຊວນບັນດາປະເທດ ສະມາຊິກແຕ່ງຕັ້ງຈຸດປະສານ ງານ ໃນການສະເຫລີມສະຫລອງ ປີອາສາສະໝັກສາກົນ 2026 ສໍາລັບການພັດທະນາແບບຍືນຍົງ (IVY 2026) ແລະ ເຮັດວຽກ ຢ່າງໃກ້ຊິດກັບຫ້ອງການອາສາ ສະໝັກ ສປຊ ເພື່ອຈັດບັນດາກິດ ຈະກໍາຕ່າງໆ. ພ້ອມກັນນັ້ນ, ກໍໄດ້ ຊົມເຊີຍຕໍ່ຜົນສຳເລັດໃນການຮ່ວມ ມື ລະຫວ່າງ ໂຄງການອາສາສະ ໝັກ ສປຊ ແລະ ລັດຖະບານ ແຫ່ງ ສປປ ລາວ ຊຶ່ງເລີ່ມມີການຮ່ວມມື ມາແຕ່ ປີ 1983. ພ້ອມນີ້, ທ່ານໄດ້ ຢືນຢັນຄວາມພ້ອມ ທີ່ຈະສືບຕໍ່ຂະ ຫຍາຍ ແລະ ເສີມສ້າງການຮ່ວມມື ໃນດ້ານການສະໜັບສະໜູນຊ່ຽວ ຊານອາສາສະໝັກຂອງອົງການ ສປຊ ເພື່ອຕອບສະໜອງຄວາມ ຮຽກຮ້ອງຕ້ອງການໃນການພັດທະ ນາຢ່າງຍືນຍົງໃນຕໍ່ໜ້າ. ຮອງລັດຖະມົນຕີ...ັົີ

11/05/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ບົດສະເໜີົີ gsfdkoxts;a flkf0v'[A oIq [fPo[Po26 c,j o0u f\kpva opy j '.spj 0v'p5 dltw\ 81 xu ;a ow--totlq '7k,xq dxh v'xy 85 r6 ,0v'ltstrk[3-;Pf c]t w--tot0v'mq j ;3]d8h ko]a fmy 2kf-y f ພາຍຫລັງທີ່ໄດ້ກະກຽມມາໄລ ຍະໜຶ່ງ, ເຖິງເວລາ 17 ໂມງ ຂອງ ວັນທີ 17/3/1954 ກອງທັບ ແລະ ປະຊາຊົນຫວຽດນາມ ກໍໄດ້ລັ່ນສຽງ ປິນບຸກໂຈມຕີສັດຕູໃນຂະນະທີ່ພວກ ເຂົາພວມເຜີຕົວ. ການບຸກໂຈມຕີ ດຽນບຽນຟູເປັນເວລາ 55 ວັນ - ຄືນ, ໄດ້ແບ່ງອອກເປັນ 3 ຄັ້ງໃຫຍ່: ການບຸກໂຈມຕີຄັ້ງທີ 1 ເລີ່ມແຕ່ ວັນທີ 13 - 17/3 /1954 ກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ດັບ ສູນ 2 ກຸ່ມຖານທີ່ໝັ້ນຢູ່ຣິມລານ ແລະ ດົກເລິບຢ່າງຮາບຄາບ ບັງຄັບ ໃຫ້ສັດຕູອອກມາຍອມຈຳນົນຢູ່ຈຸດ ບ້ານແກ້ວ, ທໍາລາຍສິ່ງກີດກັ້ນ, ເປີດທາງໄຂສູ່ທິດເໜືອຂອງຖານ ທັບສັດຕູ. ການບຸກໂຈມຕີຄັ້ງທີ 2 ເລີ່ມ ແຕ່ວັນທີ 30/3 ຮອດທ້າຍເດືອນ 4/1954, ຮັດແຄບວົງປິດລ້ອມເພື່ອ ແບ່ງແຍກສັດຕູອອກແລ້ວບຸກໂຈມຕີ ຢ່າງລຽນຕິດ, ຢຶດໄດ້ກຸ່ມຖານທີ່ໝັ້ນ ສ່ວນໃຫຍ່ລຽບຕາມຈຸດສູງທາງທິດ ຕາເວັນອອກ, ບັ້ນຮົບບຸກໂຈມຕີ ຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ທີ່ມີຂຸມຄອງຄົດໂຄ້ງ ຫລາຍຮ້ອຍກິໂລແມັດ ໄດ້ເຮັດໃຫ້ ສັດຕູຕົກຢູ່ທ່າຫວາດຫວັ່ນຢ້ານກົວ, (ເນື່ອງໃນໂອກາດວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 72 ປີ ວັນທີ 7/5/1954-7/5/2026)ື່ັັ້ົູົີັີ ດຽນບຽນຟູ ໃນເວລານັ້ນແມ່ນໄດ້ ກາຍເປັນຂຸມນາລົກຝັງທະຫານສັດ ຕູ. ໃນວັນທີ 19/4/ 1954 ກົມ ການເມືອງໄດ້ເປີດກອງປະຊຸມ ເພື່ອ ຕີລາຄາໝາກຜົນໃນການບຸກໂຈມຕີ 2 ຄັ້ງ ແລະ ໄດ້ຢັ້ງຢືນວ່າ: ທົ່ວພັກ ທົ່ວປວງຊົນຈະນໍາເອົາທຸກກຳລັງ ສະໜອງຊ່ວຍໜູນໃຫ້ແກ່ບັ້ນຮົບ ດຽນບຽນຟູ ແລະ ຈະເຮັດສຳເລັດ ຕາມຄວາມຮຽກຮ້ອງຕ້ອງການ ເພື່ອຍາດເອົາໄຊຊະນະໃນບັ້ນຮົບນີ້ ໃຫ້ໄດ້ຢ່າງແນ່ນອນ. ການບຸກໂຈມຕີຄັ້ງທີ 3 ໃນວັນ ທີ 1/5/1954 ກອງທັບ ແລະ ປະ ຊາຊົນຫວຽດນາມ ໄດ້ບຸກໂຈມຕີ ເຂົ້າດັບສູນເຮືອນຮັງສຸດທ້າຍຂອງ ສັດຕູຢູ່ໃນດຽນບຽນຟູ. ວັນທີ 7/5/ 1954 ນາຍພົນນາວາ ພ້ອມກັບ ເສນາທິການທະຫານທັງໝົດໄດ້ ອອກມາຍອມຈຳນົນ, ບັ້ນຮົບດຽນ ບຽນຟູ ຍາດໄດ້ໄຊຊະນະອັນຍິ່ງ ໃຫຍ່, ດັບສູນ ແລະ ຈັບເປັນສະເລີຍ ເສີກ 16.200 ຄົນ, ຍິງເຮືອບິນຕົກ 62 ລຳ, ຢຶດ ແລະ ທຳລາຍອາວຸດ ຍຸດໂທປະກອນພາຫະນະສົງຄາມ ຂອງສັດຕູໄດ້ທັງໝົດ. ໄຊຊະນະບັ້ນຮົບດຽນບຽນຟູ ແມ່ນຈຸດສູງສຸດ, ແມ່ນການທົດສອບ ກຳລັງແຮງຮອບດ້ານ, ດຸເດືອດ ຂ້ຽວຂາດທີ່ສຸດໃນພາລະກິດຕໍ່ສູ້ກູ້ ຊາດລະຫວ່າງ ກອງທັບປະຊາຊົນ ຫວຽດນາມ ກັບພວກລ່າເມືອງ ຂຶ້ນຝຣັ່ງຜູ້ຮຸກຮານ ແລະ ການ ແຊກແຊງຊ່ວຍໜູນຂອງຈັກກະພັດ ອາເມລິກາ. ໄຊຊະນະດຽນບຽນ ຟູບໍ່ພຽງແຕ່ຢັ້ງຢືນກຳລັງແຮງ ແຫ່ງຄວາມສາມັກຄີຂອງຊາດ ຫວຽດນາມເທົ່ານັ້ນ, ຫາກຍັງແມ່ນ ຈຸດເດັ່ນໃນປະຫວັດສາດປົດປ່ອຍ ຊາດໃນໂລກ, ແມ່ນແຫລ່ງລະດົມ ກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ ປະຊາຊາດທີ່ຮັກຫອມສັນຕິພາບ. ໄຊຊະນະດຽນບຽນຟູຊຸກ ຍູ້ຂະບວນ ການປົດປ່ອຍຊາດທົ່ວໂລກບັນລຸໄດ້ ໄຊຊະນະຢ່າງສົມບູນ. ໄຊຊະນະດັ່ງ ກ່າວ ແມ່ນໝາກຜົນແຫ່ງການຕໍ່ສູ້ທີ່ ຍາກລຳບາກ, ໂດຍເລ່ີມຈາກຄວາມ ໂດດດ່ຽວ, ຍ້ອນວ່າໃນໄລຍະຕົ້ນ, ບັນດາທະຫານຂອງພົນເອກ ຫວໍ ງວຽນຢາບ ຖືກຕົກໃນທ່າໂດດດ່ຽວ. ຫລັງຈາກນັ້ນ, ສະພາບການຕໍ່ສູ້ໄດ້ ຜັນແປຍ້ອນປະຊາຊົນຫວຽດນາມ ໄດ້ພ້ອມກັນເຂົ້າຮ່ວມຂະບວນການ ໂດຍຍຶດໝັ້ນຄຳຂວັນ “ໄຊຊະນະ ປະຊາຊົນ”, ນີ້ບໍ່ພຽງແຕ່ແມ່ນການ ຕໍ່ສູ້ຂອງກຳລັງທະຫານແຕ່ຫາກຍັງ ມີການຮ່ວມຈິດຮ່ວມໃຈ, ການເສຍ ສະລະ ແລະ ການຕັດສິນໃຈຂອງ ປະຊາຊົນທັງຊາດອີກດ້ວຍ”. ໄຊຊະນະອັນຍິ່ງໃຫຍ່ນີ້ເກີດຈາກ ກຳລັງແຮງແຫ່ງຄວາມສາມັກຄີ ສູ້ຮົບຂອງ 3 ຊາດລາວ-ຫວຽດ ນາມ ແລະ ກຳປູເຈຍ ພ້ອມກັນຕໍ່ ສູ້ຕ້ານສັດຕູໂຕດຽວ. ເມື່ອ 3 ປະ ເທດສ້າງຕັ້ງກຳລັງປະຕິວັດຕ້ານ ຄືນການປົກຄອງຂອງລະບອບ ລ່າເມືອງຂຶ້ນນັ້ນ ແມ່ນຍາດໄດ້ ຜົນສຳເລັດຫລາຍຢ່າງ, ພິເສດ, ພາຍຫລັງທີ່ຝຣັ່ງຖືກປະລາໄຊຢູ່ ດຽນບຽນຟູ, ໄດ້ເຮັດໃຫ້ກອງປະຊຸມ ເຊີແນວບັນລຸໄດ້ໝາກຜົນອັນດີງາມ. ຝຣັ່ງຕ້ອງຍອມຮັບເອກະລາດຢູ່ທັງ 3 ປະເທດ ລາວ- ຫວຽດນາມ ແລະ ກຳປູເຈຍ. ໄຊຊະນະດຽນບຽນຟູ ບໍ່ ພຽງແຕ່ຢຸດຕິອຳນາດການປົກຄອງ ຂອງລັດທິລ່າເມືອງຂຶ້ນຢູ່ 3 ປະເທດ ອິນດູຈີນ ເທົ່ານັ້ນ, ຫາກຍັງເປີດ ສັງກາດໃໝ່ໃຫ້ປະຫວັດສາດຂອງ ມວນມະນຸດ. ຈາກໄຊຊະນະນີ້, ໄດ້ ປຸກລະດົມກຳລັງແຮງໃຫ້ບັນດາປະ ເທດຫົວເມືອງຂຶ້ນອື່ນໆ ລຸກຮືຂຶ້ນຕໍ່ສູ້ ຍາດເອົາເອກະລາດ ຊຶ່ງສາມາດເວົ້າ ໄດ້ວ່າບັ້ນຮົບດຽນບຽນຟູແມ່ນໜຶ່ງ ໃນບັນດາບັ້ນຕໍ່ສູ້ສຳຄັນແຖວໜ້າໃນ ປະຫວັດສາດໂລກ. ເຫດການປະຫວັດສາດຂອງ ບັ້ນຮົບດຽນບຽນຟູ ໄດ້ສົ່ງຜົນ ກະທົບຢ່າງໃຫຍ່ຫລວງຕໍ່ບັນດາ ຂະບວນການປົດປ່ອຍຊາດຢູ່ຫລາຍ ພາກພື້ນທັງແມ່ນຂີດໝາຍອັນຍິ່ງ ໃຫຍ່ຂອງຍຸກສະໄໝ, ແມ່ນເຫດ ການທ່ີມີຄວາມໝາຍແຜ່ກະຈາຍ ທົ່ວໂລກ. ເປັນຄັ້ງທຳອິດໃນປະ ຫວັດສາດ, ຊາດໜ່ຶງທ່ີຖືກກົດຂ່ີ ຂູດຮີດສາມາດເອົາໄຊຊະນະການ ຮຸກຮານຂອງປະເທດມະຫາອຳ ນາດ, ຍາດເອົາເອກະລາດມາໃຫ້ ປະເທດຊາດ, ນຳສິດປະຊາທິປະໄຕ ມາໃຫ້ປະຊາຊົນຢ່າງແທ້ຈິງ. ນັ້ນ ແມ່ນໄຊຊະນະອັນຍິ່ງໃຫຍ່ຂອງ ຊາດຫວຽດນາມ, ພ້ອມທັງແມ່ນ ໄຊຊະນະລວມຂອງບັນດາປະເທດ ທີ່ຖືກກົດຂີ່ຂູດຮີດທັງໝົດໃນໂລກ. ພາຍຫລັງຍາດໄດ້ໄຊຊະນະດຽນ ບຽນຟູ, ມີນັກຮຽນຮູ້, ນັກຄົ້ນຄວ້າ ປະຫວັດສາດໃນໂລກຕ່າງກໍ່ໃຫ້ຂໍ້ ສັງເກດວ່າ: ບົດຮຽນຈາກໄຊຊະນະ ດຽນບຽນຟູ ໃນວັນທີ 7 ພຶດສະພາ 1954 ມີຄຸນຄ່າດ້ານການຕໍ່ສູ່ ເພື່ອຄວາມເປັນເອກະລາດ, ແມ່ນ ແບບຢ່າງອັນໃສແຈ້ງໃນຂະບວນ ການຕໍ່ສູ້ປົດປ່ອຍຊາດ, ເປີດໜ້າ ປະຫວັດສາດໃໝ່ໃຫ້ແກ່ມວນມະ ນຸດໂລກ. ໃນສະພາບການດັ່ງກ່າວ ສ ຣັດ ເຊຍ ໄດ້ຮຽກຮ້ອງຢ່າງຕໍ່ເນື່ອງໃຫ້ ປະຊາຄົມໂລກເຄົາລົບ ແລະ ປົກ ປ້ອງຫລັກການແນໃສ່ການສະກັດ ກັ້ນການເກີດສົງຄາມ, ການຂ້າລ້າງ ເຜົ່າພັນ, ອາຊະຍາກຳສົງຄາມ, ການທໍລະມານ ແລະ ອາຊະຍາກຳ ອື່ນໆຕໍ່ມະນຸດຊາດທີ່ພັດທະນາໂດຍ ສານຕຸລາການທະຫານສາກົນ ຢູ່ ນະຄອນນູເຣນເບິກ ແລະ ສານ ຕຸລາການທະຫານສາກົນສຳລັບ ຕາເວັນອອກ. ຄຳຕັດສິນຂອງທັງ ສອງສານແມ່ນພື້ນຖານທີ່ໝັ້ນຄົງ ແລະ ບໍ່ສາມາດປ່ຽນແປງໄດ້ຂອງ ກົດໝາຍສາກົນ ແລະ ລະບຽບໂລກ ໃນປັດຈຸບັນ. ໃນຖານະເປັນເອກອັກຄະລັດ ຖະທູດ ແຫ່ງ ສ ຣັດເຊຍ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ເປັນພົນລະ ເມືອງຂອງ ສ ຣັດເຊຍ ຂ້າພະເຈົ້າ ຮູ້ສຶກດີໃຈເປັນພິເສດໃນມື້ນີ້ທີ່ໄດ້ ຮັບຮູ້ວ່າສອງປະເທດຂອງພວກເຮົາ ຢືນຢູ່ຝ່າຍດຽວກັນຂອງປະຫວັດ ສາດໂລກ, ເປັນເອກະພາບກັນໃນ ການເຄົາລົບອະດີດ ແລະ ຄຳໝັ້ນ ສັນຍາໃນການຮັກສາຄວາມເປັນ ຈິງທາງປະຫວັດສາດ ແລະ ສະ ກັດກັ້ນຄວາມພະຍາຍາມທີ່ຈະບິດ ເບືອນມັນ. ປະຊາຊົນລາວ ໄດ້ຜ່ານຜ່າ ຄວາມຫຍຸ້ງຍາກລຳບາກຈາກສົງ ຄາມໃນໄລຍະການຕໍ່ສູ້ກູ້ຊາດຕ້ານ ຜູ້ຮຸກຮານຕ່າງດ້າວ ແລະ ປັດຈຸບັນ (ເນື່ອງໃນໂອກາດວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ)ື່ັົົ້ິຸູົີ ຜົນກະທົບຈາກສົງຄາມ ກໍຍັງສືບ ຕໍ່ເປັນໄພຂົ່ມຂູ່ ແລະ ກີດຂວາງຕໍ່ ການດໍາລົງຊີວິດຂອງປະຊາຊົນ ເນື່ອງຈາກວ່າມີການຖິ້ມລະເບີດໃສ່ ລາວຫລາຍກວ່າ 3 ລ້ານລູກ ແລະ ລູກລະເບິີດຈໍານວນຫລາຍຍັງຕົກ ຄ້າງຢູ່ໃນດິນແດນລາວ. ໃນຊ່ວງ ເວລາທີ່ຍາກລຳບາກທີ່ສຸດຂອງ ລາວ, ໄດ້ສະແດງໃຫ້ເຫັນເຖິງສາຍ ພົວພັນທີ່ໃກ້ຊິດລະຫວ່າງປະຊາຊົນ ສອງປະເທດເຖິງແມ່ນວ່າຈະມີທີ່ຕັ້ງ ພູມສາດທີ່ຫ່າງໄກກັນ, ສະຫະພາບ ໂຊວຽດ ໄດ້ປະກອບສ່ວນຢ່າງຕັ້ງ ໜ້າໃນກອງປະຊຸມເຈນີວາ ໃນປີ 1953 ທີ່ເຮັດໃຫ້ລັດທິລ່າເມືອງຂຶ້ນ ໃນອິນດູຈີນສິ້ນສຸດລົງ, ໄດ້ໃຫ້ການ ສະໜັບສະໜູນຢ່າງຫລວງຫລາຍ ແກ່ກອງກຳລັງຮັກຊາດຂອງລາວ ໃນໄລຍະສົງຄາມປິດລັບ, ປະກອບ ສ່ວນຍາດເອົາໄຊຊະນະ, ພ້ອມ ທັງໄດ້ຊ່ວຍຮັບປະກັນຄວາມອາດ ສາມາດໃນການປ້ອງກັນປະເທດ ແລະ ການພັດທະນາເສດຖະກິດ ພາຍຫລັງການສະຖາປະນາ ເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ຝ່າຍຣັດເຊຍ ສະແດງຄວາມ ຂອບໃຈຢ່າງສຸດຊຶ້ງຕໍ່ ສປປ ລາວ ທີ່ໄດ້ລະນຶກເຖິງວິລະກໍາອັນພິລະ ອາດຫານຂອງນັກບິນສາກົນນິຍົມ ໂຊວຽດ ໃນອະນຸສອນສະຖານ ທີ່ສ້າງຂຶ້ນໃນປີ 2022 ທີ່ນະຄອນ ຫລວງວຽງຈັນ ແລະ ເມືອງແປກ ແຂວງຊຽງຂວາງ. ພວກເຮົາຮັບຮູ້ ເຖິງນະໂຍບາຍທີ່ເປັນເອກະລາດ ແລະ ມີເຫດມີຜົນຂອງລາວ ຊຶ່ງ ຮ່ວມກັບ ສ ຣັດເຊຍ ແລະ ບັນດາ ປະເທດທີ່ມີຈຸດຢືນດຽວກັນ ລວມ ທັງພາຍໃນກຸ່ມປະເທດເພື່ອນມິດ ໃນການປົກປ້ອງກົດບັດສະຫະ ປະຊາຊາດ, ໄດ້ຮັບຮອງເອົາມະຕິ ຂອງສະຫະປະຊາຊາດ ແລະ ອົງ ການຕ່າງໆຢ່າງຕໍ່ເນື່ອງກ່ຽວກັບ ການຕໍ່ສູ້ຕ້ານການສັນລະເສີນລັດທິ ນາຊີ, ການຕໍ່ຕ້ານລັດທິລ່າເມືອງ ຂຶ້ນແບບໃໝ່ໃນທຸກຮູບແບບ ແລະ ປາກົດການ, ຄວາມສຳຄັນຂອງ ສົນທິສັນຍາສາກົນ ວ່າດ້ວຍສິດທິ ມະນຸດ ແລະ ອື່ນໆ. ໃນປີ 2025 ຣັດເຊຍ ແລະ ລາວ ສະເຫລີມສະຫລອງວັນຄົບຮອບ ທີ່ສຳຄັນຂອງຊາດ ແລະ ຂອງ ສອງປະເທດ ຄື: ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນແຫ່ງໄຊຊະນະໃນ ສົງຄາມປ້ອງກັນປິຕຸພູມ ຄົບຮອບ 80 ປີ, ວັນຄົບຮອບ 65 ປີ ຂອງ ການສ້າງຕັ້ງສາຍພົວພັນທາງການ ທູດ ລະຫວ່າງ ສອງປະເທດຂອງ ພວກເຮົາ, ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ. ໃນປີ ທີ່ຜ່ານມາ, ບັນດາຄະນະຜູ້ແທນຂັ້ນ ສູງຈາກ ສປປ ລາວ ທີ່ໄດ້ເຂົ້າຮ່ວມ ໃນການສະເຫລີມສະຫລອງວັນທີ 9 ພຶດສະພາ ທີ່ນະຄອນຫລວງມົດສະ ກູ ປະກອບມີ: ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການ ຕ່າງປະເທດ ແລະ ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ລັດຖະມົນຕີ ກະຊວງປ້ອງກັນປະເທດ ຊຶ່ງໃນ ປັດຈຸບັນໄດ້ດຳລົງຕຳແໜ່ງເປັນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ກ້ອນກໍາລັງກອງທັບ ປະຊາຊົນລາວ ກໍໄດ້ເດີນຂະບວນ ສວນສະໜາມຜ່ານຈະຕຸລັດແດງ. ທ່ານ ທອງລຸນ ສີສຸລິດ ປະທານປະ ເທດ ແຫ່ງ ສປປ ລາວ ໄດ້ຢ້ຽມຢາມ ນະຄອນຫລວງມົດສະກູ ຢ່າງເປັນ ທາງການ (ເດືອນກໍລະກົດ), ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ ເຂົ້າຮ່ວມກອງປະຊຸມເສດຖະກິດ ຕາເວັນອອກ ທີ່ເມືອງວລາດີວອດ ສະຕົກ (ເດືອນກັນຍາ). ໃນໂອ ກາດຄົບຮອບ 50 ປີ ວັນສະຖາປະ ນາ ສປປ ລາວ (ເດືອນທັນວາ) ຄະນະຜູ້ແທນຂັ້ນສູງຂອງ ສ ຣັດເຊຍ ກໍໄດ້ເດີນທາງມາຮ່ວມງານນຳ ໂດຍທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງຣັດເຊຍ ແລະ ທ່ານ ວາຊີລີ ໂອຊີມາກົບ ຮອງລັດຖະມົນຕີກະຊວງປ້ອງກັນ ປະເທດຣັດເຊຍ. ນອກຈາກນັ້ນ, ຍັງໄດ້ຕ້ອນຮັບການຢ້ຽມຢາມຂອງ ທ່ານ ເຊຣເກ ໂຊຍກູ ເລຂາທິການ ສະພາຄວາມໝັ້ນຄົງ ແຫ່ງ ສະຫະ ພັນຣັດເຊຍ (ເດືອນທັນວາ). ໃນປີນີ້ ຣັດເຊຍ ມີຄວາມຍິນດີ ຈະຕ້ອນຮັບທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໃນໂອກາດການສະເຫລີມສະຫລອງ ວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ເມື່ອວັນທີ 9 ພຶດສະພາ 2026. ການເປັນຄູ່ຮ່ວມມືທີ່ເຂັ້ມແຂງ ແລະ ໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ໃນລະດັບສູງ ແລະ ລະດັບ ສູງສຸດສົ່ງເສີມໃຫ້ແກ່ການພັດທະ ນາການຮ່ວມມືລະຫວ່າງ ຣັດເຊຍ ແລະ ລາວ ໃນຫລາຍຂົງເຂດຄື: ການປ້ອງກັນຊາດ ແລະ ປ້ອງກັນ ຄວາມສະຫງົບ, ການປະສານ ງານທັງໃນພາກພື້ນ ແລະ ສາກົນ, ລວມທັງໃນຂອບຂອງອົງການສະ ຫະປະຊາຊາດ ແລະ ຄູ່ເຈລະຈາ ຣັດເຊຍ-ອາຊຽນ, ການຮ່ວມມື ດ້ານເສດຖະກິດທີ່ຫລາກຫລາຍ, ການສຶກສາ, ການຝຶກອົບຮົມ ແລະ ການແລກປ່ຽນດ້ານມະນຸດສະທຳ. ພວກເຮົາຫວັງຢ່າງຈິງໃຈວ່າໃນ ການກ້າວໄປຂ້າງໜ້າຕາມເສັ້ນທາງ ນີ້, ພວກເຮົາຈະສາມາດເສີມຂະ ຫຍາຍສາຍພົວພັນຂອງພວກເຮົາ ໃຫ້ມີເນື້ອໃນທີ່ມີຄຸນນະພາບໃໝ່ ແລະ ຍົກລະດັບໃໝ່ໃຫ້ສູງຂຶ້ນກວ່າ ເກົ່າ, ບົນພື້ນຖານມິດຕະພາບອັນ ເປັນມູນເຊື້ອ ແລະ ຄວາມເປັນອ້າຍ ນ້ອງທີ່ໄດ້ກໍານົດໄວ້ໃນສົນທິສັນຍາ ວ່າດ້ວຍພື້ນຖານຂອງການພົວພັນ ມິດຕະພາບໃນວັນທີ 9 ມີນາ 1994, ແລະ ຖະແຫລງການວ່າດ້ວຍການ ເປັນຄູ່ຮ່ວມຍຸດທະສາດດ້ານຄວາມ ໝັ້ນຄົງໃນພາກພື້ນອາຊີ-ປາຊີຟິກ ໃນວັນທີ 14 ຕຸລາ 2011. ຂ້າພະເຈົ້າເຊື່ອໝັ້ນວ່າການຮ່ວມ ມືລະຫວ່າງຣັດເຊຍ ແລະ ລາວ ຈະ ສືບຕໍ່ປະກອບສ່ວນເຂົ້າໃນການເສີມ ສ້າງຄວາມຍຸຕິທຳສາກົນປົກປ້ອງ ລະບຽບໂລກຫລັງສົງຄາມຮ່ວມ ກັບປະຊາຊົນທີ່ຮັກຫອມສັນຕິພາບ ໃນທຸກປະເທດເພື່ອອະນາຄົດທີ່ ສວຍງາມຂອງສອງປະເທດພວກ ເຮົາ ກໍຄື ຂອງມວນມະນຸດທັງໝົດ ແລະ ການສະໜັບສະໜູນ, ພ້ອມກັບ ປະຊາຊົນທີ່ຮັກສັນຕິພາບຂອງທຸກ ປະເທດ, ເພື່ອຄວາມເປັນລະບຽບ ຮຽບຮ້ອຍຂອງໂລກຫລັງສົງຄາມ ໃນນາມຂອງການສ້າງອະນາຄົດ ທີ່ສົດໃສ ສຳລັບສອງປະເທດຂອງ ພວກເຮົາ ແລະ ເພື່ອມະນຸດຊາດ ທັງໝົດ.

RkJQdWJsaXNoZXIy MTc3MTYxMQ==