gsfdko{dkora fmtok a xtgmf]k; ( 11/05/2026 gzu pczj oy 8y de dko9e|j kp;a f45 ,u 7j k grn j vlh k'7;k,g0Q k.9.odko8h kodko2vdg'o Ia [Iv'g,n v'-P'g'o gxa og,n v'xt8y [a f 0t[;odkolh k'7v[7q ; c]t [h kolk,a d7u xv'fv' ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ພິທີ ປະກາດຮັບຮອງເມືອງຊຽງເງິນ ເປັນເມືອງປະຕິບັດຂະບວນການ ສ້າງຄອບຄົວ ແລະ ບ້ານສາມັກຄີ ປອງດອງ ເມື່ອບໍ່ດົນມານີ້ ທີ່ເມືອງ ຊຽງເງິນ ແຂວງຫລວງພະບາງ ໂດຍມີ ທ່ານ ນາງ ວຽນວິໄລ ດີ ລະພັນ ຮອງປະທານຄະນະກໍາມະ ການປົກຄອງແຂວງຫລວງພະບາງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ຫຸມແພງ ສິດທິໂສມ ປະທານແນວລາວສ້າງຊາດເມືອງ ໄດ້ກ່າວວ່າ : ເມືອງຊຽງເງິນ ປະກອບມີ 49 ບ້ານ, 6.688 ຄອບຄົວ, ພົນລະເມືອງ 38.613 ຄົນ, ຍິງ 19.043 ຄົນ, ປະກອບ ມີ 8 ຊົນເຜົ່າຢູ່ຮ່ວມກັນຄື: ລາວ, ຍວນ, ລື້, ກຶມມຸ, ອີ້ວມ່ຽນ, ຫໍ້ ແລະ ຜູ້ນ້ອຍ, ປະຊາຊົນບັນດາເຜົ່າມີມູນ ເຊື້ອຮັກຊາດ-ຮັກບ້ານເກີດເມືອງ ນອນ, ດຸໝັ່ນຂະຫຍັນພຽນ, ມີຄວາມ ສາມັກຄີປອງດອງ, ຮັກສາໄດ້ວັດ ທະນະທໍາ ຮີດຄອງປະເພນີ ທີ່ເປັນ ເອກະລັກຂອງຕົນມາແຕ່ດຶກດໍາບັນ. ຜ່ານມາ ຄະນະກຳມະການແນວ ລາວສ້າງຊາດແຕ່ລະຂັ້ນ ໄດ້ສຸມ ໃສ່ການສ້າງຄອບຄົວ ແລະ ບ້ານ ສາມັກຄີປອງດອງ ໃຫ້ສອດຄ່ອງ ກັບແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ, ປະກອບສ່ວນການ ຜັນຂະຫຍາຍມະຕິ ກອງປະຊຸມ ໃຫຍ່ ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ເພື່ອປຸກລະດົມກໍາລັງ ແຮງທົ່ວປວງຊົນເຂົ້າຮ່ວມ 2 ໜ້າທີ່ ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ ເປັນຂະບວນຢ່າງກວ້າງຂວາງ, ທັງມີຄວາມເປັນເອກະພາບ ຂອງ ປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ-ໄວ ເລີ່ມຈາກ ຄອບຄົວ ແລະ ຮາກຖານບ້ານເປັນ ພື້ນຖານ, ທັງເປັນປັດໄຈສໍາຄັນ ໃນການເສີມສ້າງຄວາມສະຫງົບ ແລະ ຄວາມມັ່ງຄັ່ງເຂັ້ມແຂງ ຂອງ ທ້ອງຖິ່ນ. ຜ່ານການປະເມີນຕາມ 4 ມາດຕະຖານຂອງຄອບຄົວ, 5 ມາດຕະຖານຂອງບ້ານ ສາມາດ ປະກາດຮັບຮອງຄອບຄົວສາມັກຄີ ປອງດອງ ໄດ້ 5.933 ຄອບຄົວ ກວມ 96% ຂອງຈໍານວນຄອບຄົວ ທັງໝົດ ແລະ ປະກາດຮັບຮອງບ້ານ ສາມັກຄີປອງດອງ ໄດ້ 47 ບ້ານ ເທົ່າກັບ 96%. ຂ່າວ: ພິພາພອນ ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ສໍານັກງານ ຂໍ້ມູນການຟອກເງິນທະນາຄານ ແຫ່ງສປປລາວ ຮ່ວມກັບສະຖາບັນ ຊ່ວຍເຫລືອດ້ານກົດໝາຍ ແລະ ວິຊາການ ລາຊະອານາຈັກລຸກ ຊໍາບວກ, ກົມການຄ້າພາຍໃນກະ ຊວງອຸດສາຫະກຳ-ການຄ້າ ແລະ ພະແນກອຸດສາຫະກຳ-ການຄ້າ ແຂວງຈໍາປາສັກ ເຜີຍແຜ່ນິຕິກໍາ ທີ່ ກ່ຽວຂ້ອງກັບການຈໍາໜ່າຍວັດຖຸ ມີຄ່າ ເພື່ອສ້າງຄວາມເຂົ້າໃຈໃນ ການຕ້ານການຟອກເງິນ ແລະການ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ຕິດພັນກັບວຽກງານຄຸ້ມຄອງການ ຈໍາໜ່າຍວັດຖຸມີຄ່າ ໃນວັນທີ 7 ພຶດສະພາ 2026 ທີ່ນະຄອນປາກ ເຊ ໂດຍການເປັນປະທານຮ່ວມ ຂອງ ທ່ານ ບຸນຈັນ ລໍວັນໄຊ ຮອງ ຫົວໜ້າກົມການຄ້າພາຍໃນ ກະຊວງ ອຸດສາຫະກຳ ແລະການຄ້າ,ທ່ານ ທອມ ຮັນເຊັນ ທີ່ປືກສາສະຖາບັນ ຊ່ວຍເຫລືອດ້ານກົດໝາຍ ແລະ ວິຊາການ ລາຊະອານາຈັກລຸກຊໍາ ບວກ,ທ່ານ ຄຳແດງ ພົມມາພັກດີ ຮອງຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງຈໍາປາສັກ, ມີຜູ້ ປະກອບການທຸລະກິດຊື້- ຂາຍວັດຖຸ ມີຄ່າໃນແຂວງຈຳປາສັກ, ສະຫວັນ ນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື ເຂົ້າຮ່ວມ. ທ່ານ ບຸນຈັນ ລໍວັນໄຊ ໄດ້ກ່າວ ວ່າ: ເນື້ອໃນຂອງກອງປະຊຸມຄັ້ງ ນີ້ ຈະເນັ້ນໜັກໃສ່ຫລາຍເນື້ອໃນ ເປັນຕົ້ນ ການເຜີຍແຜ່ກົດໝາຍ ວ່າດ້ວຍການຕ້ານການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ ການກໍ່ການຮ້າຍ, ບັນດານິຕິກຳທີ່ ຕິດພັນກັບການຄຸ້ມຄອງຂະແໜງ ການຊື້-ຂາຍວັດຖຸມີຄ່າ ໃນ ສປປ ລາວ,ມາດຕະຖານສາກົນໃນການ ຄຸ້ມຄອງວຽກງານຕ້ານການຟອກ ເງິນ ແລະ ການສະໜອງທຶນ ໃຫ້ ແກ່ການກໍ່ການຮ້າຍ ຂອງຂະແໜງ ການຊື້-ຂາຍວັດຖຸມີຄ່າ ພ້ອມທັງ ຮຽກຮ້ອງໃຫ້ບັນດາຜູ້ເຂົ້າຮ່ວມ ຈົ່ງ ມີຄວາມຮັບຜິດຊອບສູງໃນການ ຮັບຟັງ, ການປຶກສາຫາລື, ການ ແລກປ່ຽນຄໍາເຫັນ ເພື່ອໃຫ້ສາມາດ ນໍາເອົາເນື້ອໃນເອກະສານທີ່ນໍາມາ ເຜີຍແຜ່ຄັ້ງນີ້ ໄປຜັນຂະຫຍາຍໃນ ການຈັດຕັ້ງປະຕິບັດວຽກງານຕົວ ຈິງຂອງຕົນໄດ້ຢ່າງເໝາະສົມ, ມີ ປະສິດທິພາບສູງແລະມີຜົນສໍາເລັດ ຢ່າງຈົບງາມ. ກົດໝາຍວ່າດ້ວຍການຕ້ານການ ຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ສະບັບປັບ ປຸງ ເລກທີ 64/ສພຊ, ລົງວັນທີ 1 ກໍລະກົດ 2024, ມີ IX ພາກ, 59 ມາດຕາ ຊຶ່ງກົດໝາຍສະບັບ ນີ້ ໄດ້ກຳນົດຫລັກການ, ລະບຽບ ການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ, ຕິດຕາມ, ກວດກາ ວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການ ຮ້າຍ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ເຮັດໃຫ້ລະບົບເສດຖະກິດ- ການເງິນ ມີຄວາມເຂັ້ມແຂງ, ໝັ້ນ ຄົງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເຊື່ອມໂຍງ ກັບພາກພື້ນ ແລະ ສາກົນ ປະກອບ ສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ ການຮ້າຍ ແມ່ນການເຄື່ອນໄຫວ ຂອງບຸກຄົນ, ນິຕິບຸກຄົນ ແລະ ການ ຈັດຕັ້ງ ທັງພາຍໃນ ແລະ ຕ່າງປະ ເທດ ທີ່ມີໜ້າທີ່ໂດຍກົງໃນການ ຊອກຮູ້, ສະກັດກັ້ນ, ຈຳກັດ ແລະ ປາບປາມ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ ການຮ້າຍ ຊຶ່ງເປັນການກະທຳຜິດ ທີ່ເປັນອັນຕະລາຍຕໍ່ຄວາມໝັ້ນຄົງ, ລະບົບເສດຖະກິດຂອງຊາດ ແລະ ສ້າງຄວາມເສຍຫາຍຕໍ່ພື້ນຖານ ເສດຖະກິດ- ສັງຄົມ. ໃນກອງປະຊຸມ ຜູ້ເຂົ້າຮ່ວມ ຍັງໄດ້ມີການແລກປ່ຽນ ແລະ ຖອດຖອນບົດຮຽນໃນການຄຸ້ມຄອງ ຂະແໜງການຊື້-ຂາຍວັດຖຸມີຄ່າ ຈາກສໍານັກງານປ້ອງກັນ ແລະ ປາບປາມການຟອກເງິນ ແຫ່ງ ປະເທດໄທ ຜ່ານທາງອອນລາຍ ແລະ ບັນຫາອື່ນໆ ທີ່ຕິດພັນຕື່ມອີກ. ພ້ອມນີ້, ຍັງໄດ້ຮັບຟັງການນໍາ ສະເໜີ ການຄຸ້ມຄອງຂອງກະຊວງອຸດສາ ຫະກໍາ ແລະການຄ້າກ່ຽວກັບການ ຕິດຕາມກວດກາ ການປະຕິບັດ ທາງດ້ານຕ້ານການຟອກເງິນແລະ ການສະໜອງທຶນໃຫ້ແກ່ການກໍ່ ການຮ້າຍ; ປະສົບການ, ແນວທາງ ປະຕິບັດທີ່ດີທີ່ສຸດ ແລະ ບົດຮຽນທີ່ ຖອດຖອນໄດ້ ຂອງປະເທດໄທ ໃນ ການນໍາໃຊ້ລະບົບການຄຸ້ມຄອງທີ່ ມີປະສິດທິພາບ, ການລົງໂທດຕໍ່ ການບໍ່ປະຕິບັດຕາມລະບຽບການ ຂອງແນວຄວາມຄິດຂອງການຟອກ ເງິນ. ນອກນີ້, ຍັງໄດ້ເຜີຍແຜ່ນິຕິ ກໍາຕ່າງໆທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ ເຈົ້າໜ້າທີ່ຄຸ້ມຄອງຂະແໜງການຊື້- ຂາຍວັດຖຸມີຄ່າ ແລະ ຜູ້ປະກອບ ທຸລະກິດຊື້-ຂາຍວັດຖຸມີຄ່າມີຄວາມ ເຂົ້າໃຈໃນການຕ້ານການຟອກເງິນ ແລະການສະໜອງທຶນໃຫ້ແກ່ການ ກໍ່ການຮ້າຍຕື່ມອີກ. ຂ່າວ-ພາບ: ທູນທອງໃຈ g-dv' lk,kflh k'7v[7q ;;a fmtotmewfh ]n j oczo 58% ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ໃນປີ 2025 ຜ່ານມາ, ພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ແຂວງເຊກອງ ສາມາດສ້າງບ້ານ ວັດທະນະທຳໄດ້ 6 ບ້ານ, ທຽບໃສ່ ແຜນປະຕິບັດໄດ້ 75% (ແຜນປີ 8 ບ້ານ) ແລະ ສ້າງຄອບຄົວວັດທະ ນະທໍາໄດ້ 1.207 ຄອບຄົວ ປະຕິບັດ ໄດ້ລື່ນແຜນ 58%(ແຜນປີ 1.200 ຄອບຄົວ); ປະເມີນຄອບຄົວທີ່ໄດ້ ຮັບນາມມະຍົດເປັນຄອບຄົວວັດ ທະນະທໍາແລ້ວ 2.791 ຄອບຄົວ, ທຽບໃສ່ແຜນປະຕິບັດໄດ້ລື່ນແຜນ 48,55% ຄອບຄົວ), ປະເມີນບ້ານ ວັດທະນະທຳທີ່ໄດ້ຮັບນາມມະຍົດ ແລ້ວໄດ້ 15 ບ້ານ, ປະຕິບັດໄດ້ລື່ນ ແຜນ 50% (ແຜນປີ 10 ບ້ານ). ທ່ານ ຄຳແປງ ພອນວິໄລ ຫົວ ໜ້າກອງວັດທະນະທຳ ພະແນກ ວທ ແຂວງເຊກອງ ໄດ້ລາຍງານ ໃນກອງປະຊຸມສະຫລຸບຕີລາ ການ ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ພິທີປະກາດສ້າງ ຕັ້ງ 5 ຕາແສງ ຂອງເມືອງທ່າແຂກ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 7 ພຶດສະພາ 2026 ໂດຍມີ ທ່ານ ສົມໃຈ ພານີຈັນ ຮອງເລຂາຄະນະ ບໍລິຫານງານພັກແຂວງຄຳມ່ວນ, ຜູ້ຊີ້ນໍາວຽກງານການເມືອງແນວ ຄິດ-ວຽກພັກພະນັກງານ, ທ່ານ ຄໍາ ໜັ້ນ ສໍປະເສີດ ເລຂາຄະນະບໍລິຫານ ງານພັກເມືອງທ່າແຂກ, ພ້ອມດ້ວຍ ບັນດາການນໍາຂັ້ນແຂວງ, ເມືອງ, ເລຂາພັກບ້ານ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ທ່ານ ສັກດາ ແກ້ວມະນີໄຊ ປະ ທານຄະນະກຳມະການປົກຄອງ ເມືອງທ່າແຂກ ໄດ້ຂຶ້ນລາຍງານ ການກະກຽມສ້າງຕັ້ງຕາແສງ ພ້ອມ ທັງສະເໜີສະພາບລວມຂອງເມືອງ ທ່າແຂກ ທີ່ເປັນເມືອງເທສະບານ ຂອງແຂວງຄໍາມ່ວນ ມີທ່າແຮງ ດ້ານເສດຖະກິດ, ການຄ້າ, ການ ທ່ອງທ່ຽວ ແລະ ການຄົມມະນາຄົມ ໂດຍມີເສັ້ນທາງເລກ 13 ໃຕ້ ແລະ ເສັ້ນທາງເລກ 12 ເປັນແລວເສດຖະ ກິດສໍາຄັນເຊື່ອມຕໍ່ສູ່ສາກົນ. ການສ້າງຕັ້ງ 5 ຕາແສງ ໃນຄັ້ງ ນີ້ ເປັນການປະຕິບັດຕາມຄໍາແນະ ນໍາຂອງຄະນະຈັດຕັ້ງສູນກາງພັກ ແລະ ນິຕິກໍາທີ່ກ່ຽວຂ້ອງ ໂດຍໄດ້ ຮັບການຮັບຮອງຈັດຕັ້ງເປັນ 5 ຕາ ແສງ ປະກອບມີ: ຕາແສງສີໂຄດ; ຕາແສງດົງໃຕ້; ຕາແສງນາເສ; ຕາແສງນາມ່ວງ; ຕາແສງນາໂດນ ຊຶ່ງແຕ່ລະຕາແສງ ຈະມີຄະນະ ບໍລິຫານ ແລະ ພະນັກງານປະຈໍາ 13 ທ່ານ ເພື່ອຮັບໃຊ້ວຽກງານການ ປົກຄອງ, ບໍລິຫານ ແລະ ປະສານ ງານລະຫວ່າງເມືອງກັບບ້ານໃຫ້ ມີຄວາມໃກ້ຊິດ ແລະ ວ່ອງໄວຂຶ້ນ. ສໍາລັບຕາແສງສີໂຄດ ເປັນເຂດ ເທສະບານການຄ້າ-ບໍລິການຂອງ ເມືອງທ່າແຂກ, ມີພົນລະເມືອງ 54.843 ຄົນ, ຍິງ 27.539 ຄົນ, ປະກອບມີ 35 ບ້ານຄື: ເລົ່າໂພ ໄຊ, ຈອມແຈ້ງ, ເລົ່າໂພຄໍາ, ໜອງ ໝ້ຽງ, ປາກດົງ, ປາກຊີມັງ, ດອນ ເຄື່ອນຊ້າງ, ສົມສະນຸກ, ໜອງບົວ 7e,j ;o xtdkflh k'8A ' 5 8kcl' mu j 0B oda [g,n v'mj kc0d ຄໍາ, ທ່າແຂກໃຕ້, ມ່ວງສຸມ, ນາ ບວບ, ດອນມ່ວງ, ຈອມທອງ, ໂພນ ສະອາດ, ໂພນສະໜາມ, ວຽງວິ ໄລ, ສີວິໄລ, ໂພນພິມ, ສັນຕິສຸກ, ສຸກສະຫວັນ, ນາບົງ, ດົງມ່ວງ ໄຂ່, ບ້ານຕານ, ເລົ່າງົວ, ທ່າແຂກ ກາງ, ນາໂບ, ຈອມແກ້ວ, ຈອມ ເພັດ, ນາເມືອງ, ສົມສະອາດ, ທ່າ ແຂກເໜືອ, ຫ້ວຍນາງລື້, ນາຫຍ້າ ຫວາຍ ແລະ ບ້ານ ໂພສີທ່າ. ສ່ວນ ຕາແສງນາເສ ປະກອບ ມີ 11 ບ້ານ ຄື: ບ້ານຜາແຫລມ, ບ້ານດ່ອຍ, ນາ ໂພນດູ, ນາເສ, ນາຂ້າງຊ້າງ, ທ່າ ແຄ, ຊຽງແຫວນ, ບ້ານຖໍ້າ, ກວນ ຜາວັງ, ບ້ານພີນ ແລະ ບ້ານທອກ ນາຍໍ, ຊຶ່ງມີພົນລະເມືອງ 7.395 ຄົນ, ຍິງ 3.691 ຄົນ, ເປັນເຂດທີ່ມີ ພູມສັນຖານທໍາມະຊາດໂດດເດັ່ນ ມີ ແຫລ່ງທ່ອງທ່ຽວຊື່ດັງຫລາຍແຫ່ງ ເຊັ່ນ: ຖໍ້ານາງແອ່ນ, ຖໍ້າຊ້າງ ແລະ ທ່າຝຣັ່ງ. ການສ້າງຕັ້ງຕາແສງໃນຄັ້ງນີ້ ຖື ເປັນບາດກ້າວສໍາຄັນ ໃນການເສີມ ສ້າງການບໍລິຫານລັດໃຫ້ມີຄວາມ ເຂັ້ມແຂງ, ທັນສະໄໝ ແລະ ໃກ້ຊິດ ປະຊາຊົນຫລາຍຂຶ້ນ ພ້ອມທັງຊ່ວຍ ໃຫ້ການແກ້ໄຂບັນຫາສັງຄົມ, ການ ຄຸ້ມຄອງທີ່ດິນ, ການປ້ອງກັນຢາ ເສບຕິດ ແລະ ການຮັກສາຄວາມ ສະຫງົບ ຢູ່ຂັ້ນຮາກຖານໄດ້ດີຂຶ້ນ. ຂ່າວ : ມະນີວັນ ຈັດຕັ້ງປະຕິບັດວຽກງານການ ສ້າງກົມກອງວັດທະນະທຳ, ການ ຄຸ້ມຄອງຂຶ້ນທະບຽນມໍລະດົກ ແລະ ການປຸກລະດົມວັດຖຸພັນ ປີ 2025 ໃນວັນທີ 6 ພຶດສະພາ 2026 ນີ້ວ່າ: ໃນປີ 2025 ຜ່ານມາ ພະແນກ ວທ ແຂວງ ໄດ້ເອົາໃຈໃສ່ຟື້ນຟູ, ປົກປັກ ຮັກສາ, ເສີມຂະຫຍາຍຄຸນຄ່າທາງ ດ້ານວັດທະນະທຳອັນດີງາມຂອງ ຊາດ, ຂອງເຜົ່າ ໃຫ້ຍືນຍົງ; ໄດ້ເອົາ ໃຈໃສ່ຊຸກຍູ້, ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດວຽກງານສ້າງ ຄອບຄົວ ແລະ ສ້າງບ້ານວັດທະ ນະທໍາໃໝ່, ການສ້າງກົມກອງສຳນັກງານອົງການ ແລະ ບ້ານວັດ ທະນະທໍາຕົວແບບ. ພ້ອມນັ້ນ, ກໍ ໄດ້ປະເມີນຄືນຄອບຄົວ ແລະ ບ້ານ ວັດທະນະທຳ ທີ່ໄດ້ຮັບນາມມະຍົດ ແລ້ວ ໃຫ້ມີຄວາມຍືນຍົງ. ນອກນີ້, ໄດ້ສຳເລັດການລົງປະເມີນ, ຊຸກຍູ້, ຕິດຕາມບ້ານກັນດອນໃໝ່ ທີ່ຈະ ສ້າງເປັນບ້ານວັດທະນະທຳຕົວ ແບບຂອງແຂວງ. ປັດຈຸບັນ ທົ່ວແຂວງເຊກອງ ມີບ້ານວັດທະນະທຳແລ້ວ 174 ບ້ານ, ກວມເອົາ 85,71% ຂອງ ຈໍານວນບ້ານທົ່ວແຂວງ ໃນນີ້, ເມືອງທ່າແຕງມີ 47 ບ້ານ, ກວມ 100%; ລະມາມ 43 ບ້ານ ກວມ ເອົາ 95,55%; ດາກຈຶງ 45 ບ້ານ ກວມ 76,27% ແລະ ເມືອງກະລຶມ 39 ບ້ານ ກວມ 72,22% ແລະ ທົ່ວ ແຂວງມີຄອບຄົວວັດທະນະທຳແລ້ວ 21.588 ຄອບຄົວ, ກວມ 71,84% ຂອງຄອບຄົວທົ່ວແຂວງ. ພ້ອມນີ້, ໄດ້ສະເໜີຄະນະນໍາ ແຂວງອອກຂໍ້ຕົກລົງ ຮັບຮອງການ ຟ້ອນ: ເຂນ-ງ້າວ ເຜົ່າກະຕູ ເປັນ ມໍລະດົກຂັ້ນທ້ອງຖິ່ນ; ໄດ້ເກັບກຳ ປະຫວັດ, ຂໍ້ມູນເຮືອນຊົນເຜົ່າຮາລັກ ບ້ານກະຊັງກາງ ເມືອງລະມາມ ເພື່ອ ອະນຸລັກ, ບູລະນະ ປະຕິສັງຂອນ ເປັນມໍລະດົກແຫ່ງຊາດດ້ານວັດທະ ນະທໍາ ຂັ້ນທ້ອງຖິ່ນ; ໄດ້ເອົາໃຈໃສ່ ຄຸ້ມຄອງ, ຈັດວາງສະແດງ, ຂຶ້ນ ທະບຽນວັດຖຸພັນ, ວັດຖຸບູຮານ ແລະ ຜົນງານຂອງບັນດາເຜົ່າທີ່ ມີຢູ່ຫໍພິພິທະພັນຂອງແຂວງ ໃຫ້ ເປັນລະບົບ ແລະ ຖືກຕ້ອງຕາມ ຫລັກການວິທະຍາ, ປັດຈຸບັນມີ ວັດຖຸພັນຕ່າງໆທີ່ປຸກລະດົມ ແລະ ຈັດຊື້ມາໄດ້ 1.239 ຊະນິດ ໃນ ນີ້, ໄດ້ນໍາມາວາງສະແດງໃນຫ້ອງ ວາງສະແດງ 1.131 ຊະນິດ; ໄດ້ ລະດົມວັດຖຸພັນ ແລະ ຮູບພາບການ ເຄື່ອນໄຫວຈາກພະແນກການ ແລະ ເມືອງ ໄດ້ 161 ພາບ, ວັດຖຸພັນ 180 ຊະນິດ ໃນນີ້, ເມືອງກະລຶມ 20 ຊະນິດ, ທ່າແຕງ 16 ຊະນິດ, ລະ ມາມ ພາບຈໍາລອງເສົາຫລັກເມືອງ 9 ອັນ. ນອກນີ້, ຍັງໄດ້ຮັບວັດຖຸແຮ່ ທາດຈາກພະແນກພະລັງງານ ແລະ ບໍ່ແຮ່ແຂວງ 7 ຊະນິດ ແລະ ຮູບພາບ 19 ແຜ່ນ. ຂ່າວ : ພຸດທະສອນ y y
RkJQdWJsaXNoZXIy MTc3MTYxMQ==