7272

11/05/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ສະຖານທູດຫວຽດນາມ...ູ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຜູ້ແທນລາວ...ູ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ໃນວັນທີ 27 ມີນາ 2026 ເລີ່ມ ມີຝົນຕົກຕິດຕໍ່ກັນຫລາຍມື້ ສົ່ງຜົນ ໃຫ້ລະດັບນໍ້າເຊໂດນເພີ່ມສູງຂຶ້ນ ປະມານ 60 ຊັງຕີແມັດ ຫາ 01 ແມັດ ເຮັດໃຫ້ປາທີ່ຕາຍໄປກ່ອນໜ້າ ນີ້ມີການເນົ່າເປື່ອຍ, ຟູຂຶ້ນມາໜ້າ ນໍ້າ ແລະ ໄຫລໄປຕາມກະແສນໍ້າ ເຊໂດນ ຮອດເຂດເມືອງຊະນະສົມ ບູນ ແຂວງຈໍາປາສັກ. ພາຍຫລັງ ທີ່ເຫັນສະຖານະການເຊັ່ນນັ້ນແລ້ວ ພະແນກກະສິກໍາ ແລະ ສິ່ງແວດ ລ້ອມ ແຂວງສາລະວັນ ໄດ້ອອກ ໜັງສືແຈ້ງເຖິງປະທານໂຮງງານ ຜະລິດແປ້ງມັນຕົ້ນ ຄູນມີໄຊ ໃຫ້ຢຸດ ໂຈະການເຄື່ອນໄຫວ ສະບັບເລກທີ 1395/ກສຂ.ສວ, ນັບແຕ່ວັນທີ 27 ມີນາ 2026 ເປັນຕົ້ນມາ. ໃນວັນທີ2-5ພຶດສະພາ 2026, ຄະນະທີມງານຈາກຂັ້ນສູນກາງ ໄດ້ລົງໄປສົບທົບກັບຂັ້ນທ້ອງຖິ່ນ ໂດຍສະເພາະຂະແໜງກະສິກໍາ ແລະ ສິ່ງແວດລ້ອມຂັ້ນແຂວງ ແລະ ເມືອງ ຂອງແຂວງສາລະວັນ ແລະ ຈໍາປາສັກ ຮ່ວມກັບມະຫາວິທະຍາ ໄລຈໍາປາສັກແລະອົງການປົກຄອງ ທ້ອງຖິ່ນ ໄດ້ລົງວັດແທກຄຸນນະ ພາບນ້ຳຕາມສາຍນໍ້າເຊໂດນ ໂດຍ ສະເພາະ ຈຸດບ້ານແກ້ງໂຄນຕອນ ເທິງ ແລະ ຕອນລຸ່ມ ເຂດແຂວງສາ ລະວັນ ເຂດບ້ານນາດ່ານແລະ ບ້ານ ຄີລີ ເມືອງຊະນະສົມບູນ ແຂວງ ຈໍາປາສັກ ລວມທັງໝົດ 11 ຈຸດ ເຫັນວ່າ ຄ່າຄວາມເປັນກົດ-ດ່າງ (pH) ຢູ່ໃນໄລຍະ 7.24-7.9, ຄ່າ ຊັກນໍາກະແສໄຟຟ້າ (EC) ຢູ່ໃນ ໄລຍະ 110.5-135 (us/cm), ຄ່າອົກຊີເຈນທີ່ລະລາຍໃນນໍ້າ (DO) ຢູ່ໃນໄລຍະ 5.45-6.85 (mg/ l) ແລະ ອຸ່ນຫະພູມນໍ້າ (Temp) 30.05-35.4 ( C) ແມ່ນຢູ່ໃນເກນມາດຕະຖານຂອງ ສິ່ງແວດລ້ອມແຫ່ງຊາດກໍານົດໄວ້. ປັດຈຸບັນຍັງສືບຕໍ່ຕິດຕາມ ວັດ ແທກຄຸນນະພາບນໍ້າ ແລະ ຕິດຕາມ ການຕາຍຂອງປາຢູ່ຕາມສາຍນໍ້າ ເຊໂດນ ໃນບໍລິເວນ ເຂດບ້ານໃກ້ ຄຽງ ຢ່າງໃກ້ຊິດ ພ້ອມທັງແຈ້ງໃຫ້ ປະຊາຊົນຮັບຊາບ ພ້ອມທັງປະຕິ ບັດມາດຕະການຕາມຂະບວນການ ຍຸຕິທຳຕໍ່ເຈົ້າຂອງໂຮງງານ ຕາມ ນິຕິກໍາທີ່ກໍານົດໄວ້ ໂດຍສະເພາະ ດໍາລັດວ່າດ້ວຍການປະເມີນຜົນກະ ທົບຕໍ່ສິ່ງແວດລ້ອມ ສະບັບເລກທີ 389/ລບ, ລົງວັນທີ 22 ຕຸລາ 2022 ມາດຕາ 49 ການໂຈະໃບ ຢັ້ງຢືນກ່ຽວກັບສິ່ງແວດລ້ອມ (ຂໍ້ 6) ໂຄງການບໍ່ປະຕິບັດມາດຕະ ການແກ້ໄຂບັນຫາສິ່ງແວດລ້ອມ ພາຍຫລັງໄດ້ຮັບໜັງສືແຈ້ງເຕືອນ ຈາກຂະແໜງການຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ (ຂະແໜງກະສິກໍາ ແລະ ສິ່ງແວດ ລ້ອມ) ແລະ ມາດຕາ 62 ພັນທະ ຂອງເຈົ້າຂອງໂຄງການ (ຂໍ້ 11) ປັບປຸງ, ແກ້ໄຂ ແລະ ຟື້ນຟູສິ່ງແວດ ລ້ອມທີ່ເກີດຈາກຜົນກະທົບຂອງ ໂຄງການລົງທຶນ ແລະ ກິດຈະການ ຕ່າງໆ. ພ້ອມນີ້, ໄດ້ແຈ້ງເຊີນເຖິງ ເຈົ້າຂອງໂຄງການ ເພື່ອໃຫ້ຮັບຜິດ ຊອບຕໍ່ຜົນກະທົບທີ່ເກີດຂຶ້ນ ພ້ອມ ທັງຮັບຜິດຊອບໃນການຟື້ນຟູສິ່ງ ແວດລ້ອມໃຫ້ກັບຄືນສູ່ສະພາບປົກ ກະຕິຢ່າງໂດຍໄວ. 8 ພຶດສະພາ 2026 ທີ່ ສະຖານ ທູດຫວຽດນາມ ປະຈໍາລາວ ໂດຍ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາ ທິການສູນກາງພັກ, ຮອງປະທານ ສະພາແຫ່ງຊາດ, ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດຜູ້ມີ ອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ມີບັນດາຄະນະ ນຳຂອງລາວ ແລະ ຫວຽດນາມ, ອົງການຈັດຕັ້ງ ແລະ ພາກສ່ວນ ກ່ຽວຂ້ອງ ຂົ້າຮ່ວມ. ໂອກາດນີ້, ທ່ານເອກອັກຄະລັດ ຖະທູດ ຫງວຽນ ມິງ ເຕີມ ໄດ້ກ່າວ ຂໍ້ມູນກ່ຽວກັບຜົນຂອງກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ; ຜົນຂອງການເລືອກຕັ້ງສະພາແຫ່ງ ຊາດຊຸດທີ XVI ແລະ ຜົນຂອງ ກອງປະຊຸມສະໄໝສາມັນຄັ້ງປະ ຖົມມະລືກຂອງສະພາແຫ່ງຊດຊຸດ ທີ XVI, ເອກະພາບກັບອົງການທີ່ ມີບົດບາດໜ້າທີ່ທີ່ກ່ຽວຂ້ອງຂອງ ລາວ ກ່ຽວກັບທິດທາງວຽກງານ ຖະແຫລງຂ່າວ ແລະ ໂຄສະນາ ເຜີຍແຜ່ກ່ຽວກັບເຫດການສໍາຄັນ ຂອງສອງພັກ ແລະ ສອງປະເທດ ໃນປີ 2026 ແລະ ປີສາມັກຄີມິດຕະ ພາບ ຫວຽດນາມ -ລາວ (2027) ວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດຄັ້ງທີ XIV ຂອງພັກກອມ ມູນນິດຫວຽດນາມຈັດຂຶ້ນແຕ່ວັນທີ 19-23 ມັງກອນປີ 2026 ໄດ້ ສໍາເລັດຜົນຢ່າງຈົບງາມ ພາຍໃຕ້ ຫົວຂໍ້ “ພາຍໃຕ້ຄັນທຸງທີ່ມີກຽດ ສະຫງ່າຂອງພັກ, ທົ່ວພັກ, ທົ່ວປະ ຊາຊົນ, ທົ່ວກອງທັບ ຮ່ວມຈິດຮ່ວມ ໃຈ, ມຸ່ງໝັ້ນຕັດສິນໃຈໃນການ ປ່ຽນແປງໃໝ່, ເຄື່ອນໄຫວປະຕິບັດ ເພື່ອໃຫ້ປະເທດຫວຽດນາມ ທີ່ສັນ ຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຮຸ່ງເຮືອງ, ສີວິໄລ ແລະ ມີຄວາມສຸກເພື່ອ ກ້າວໄປສູ່ ສັງຄົມນິຍົມຢ່າງໝັ້ນຄົງ”. ທິດນໍາ ຂອງກອງປະຊຸມໃຫຍ່ແມ່ນ: “ສາ ມັກຄີ-ປະຊາທິປະໄຕຄວາມເປັນລະ ບຽບ-ກ້າວກະໂດດ-ການພັດທະ ນາ”. ນີ້ແມ່ນເຫດການການເມືອງ ພິເສດທີ່ສໍາຄັນ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ, ເປັນຂີດ ໝາຍໃໝ່ໃນປະຫວັດສາດ ແຫ່ງ ການນໍາພາປະຕິວັດຂອງພັກກອມ ມູນິດຫວຽດນາມ ໃນໜຶ່ງສະຕະວັດ ທີ່ຜ່ານມາ; ຢືນຢັນເຖິງຄວາມແຂງ ແກ່ນ, ສະຕິປັນຍາ ແລະ ຄວາມສາ ມາດການນໍາພາຂອງພັກ ໃນການ ກຳນົດທິດທາງກ່ຽວກັບອະນາຄົດ ຂອງຊາດ ໃນສະພາບການຂອງ ໂລກທີ່ກຳລັງຜັນປ່ຽນແປງຢ່າງ ເລິກຊຶ້ງ ແລະ ສັບສົນ. ກອງປະຊຸມ ໃຫຍ່ຄັ້ງທີ XIV ມີຄວາມໝາຍສໍາ ຄັນດ້ານປະຫວັດສາດຢ່າງເລິກ ເຊິ່ງ, ບໍ່ພຽງແຕ່ແມ່ນການສະຫລຸບ ສະໄໝໜຶ່ງເທົ່ານັ້ນ, ຫາກຍັງເປີດ ໄລຍະໃໝ່ແຫ່ງການຂະຫຍາຍຕົວ ໃໝ່ຂອງປະເທດຊາດໂດຍມີວິໄສ ທັດທີ່ເບິ່ງກວ້າງເຫັນໄກ, ມີຈຸດ ໝາຍຕ່າງໆຢ່າງຈະແຈ້ງຊັດເຈນ, ມີຄວາມມຸ່ງໝັ້ນຕັດສິນໃຈດ້ານ ການເມືອງ ສູງຂອງທົ່ວພັກ, ທົ່ວ ປະຊາຊົນ ແລະ ທົ່ວກອງທັບ ແລະ ທົ່ວກອງທັບ ໃນຫລາຍສິບປີຂ້າງ ໜ້າ, ມຸ່ງໄປສູ່ຄວາມຝັນອັນຍິ່ງໃຫຍ່ ແລະ ໃຫ້ການຊ່ວຍເຫລືອນັກຮຽນ ທີ່ເວົ້າພາສາເຜົ່າທີ່ບໍ່ແມ່ນພາສາ ລາວຢູ່ເຮືອນ ໃຫ້ມີສ່ວນຮ່ວມ ແລະ ຮຽນຢູ່ໂຮງຮຽນໄດ້ຫລາຍຂຶ້ນ. ສື່ການຮຽນການສອນຝຶກເວົ້າ ພາສາລາວ ຖືກອອກແບບມາເພື່ອ ຊ່ວຍເດັກທີ່ເລີ່ມເຂົ້າຮຽນ ແຕ່ບໍ່ ສາມາດເວົ້າພາສາລາວໄດ້ດີເທື່ອ. ບົດຮຽນຝຶກເວົ້າພາສາລາວແມ່ນ ສື່ການສອນເສີມ, ແຕ່ສອດຄ່ອງກັບ ບົດຮຽນພາສາລາວໃນຫລັກສູດ ຂັ້ນ ປ1 ທີ່ໄດ້ສອນໃນຕອນບ່າຍ ຢ່າງໜ້ອຍສາມມື້ຕໍ່ອາທິດ ແລະ ແຕ່ ລະບົດຮຽນຂອງທັງໝົດ 30 ບົດ ແມ່ນສອດຄ່ອງກັບບົດຮຽນວິຊາ ພາສາລາວ 30 ບົດ. ບົດຮຽນເຫລົ່າ ນີ້ ໃຫ້ເວລາເພີ່ມ ແລະ ຊ່ວຍສະໜັບ ສະໜູນແກ່ເດັກເພື່ອເສີມສ້າງທັກ ສະພາສາລາວຂອງເຂົາເຈົ້າ ເພື່ອ ໃຫ້ເຂົາເຈົ້າສາມາດເຂົ້າໃຈສິ່ງທີ່ ຄູສອນ, ສາມາດເຂົ້າຮ່ວມກິດຈະ ກຳໃນຫ້ອງຮຽນ ແລະ ຮຽນວິຊາ ອື່ນໆໄດ້ດີຂຶ້ນ. ບົດຮຽນຝຶກເວົ້າ ພາສາລາວແມ່ນສ່ວນໜຶ່ງທີ່ສຳຄັນ ຂອງຄວາມພະຍາຍາມ ເພື່ອສົ່ງ ເສີມການຮຽນຮ່ວມໃຫ້ຫລາຍຂຶ້ນ ສຳລັບເດັກທີ່ມາຈາກພື້ນຖານພາ ສາທີ່ຫລາກຫລາຍ. ວິທີການດັ່ງກ່າວໄດ້ຖືກທົດລອງ ໃຊ້ເປັນຄັ້ງທຳອິດໃນຫລາຍແຂວງ ແລະ ຫລັງຈາກຜົນໄດ້ຮັບໃນທາງ ທີ່ດີ ໄດ້ຖືກນຳສະເໜີໃນລະດັບ ປະເທດໃນປີຮຽນ 2024-2025. ປັດຈຸບັນ, ວິທີການດັ່ງກ່າວກຳລັງ ຊ່ວຍນັກຮຽນ ຂັ້ນປ1 ໃນໂຮງຮຽນ ຕ່າງໆໃນທຸກແຂວງ ທີ່ເດັກຫລາຍ ຄົນຕ້ອງການການສະໜັບສະໜູນ ເປັນພິເສດ ເພື່ອຮຽນຮູ້ທັກສະພາ ສາລາວໃນຕອນເລີ່ມຕົ້ນການຮຽນ ຂອງເຂົາເຈົ້າ. ທ່ານ ວົງເພັດ ອຸດົມລິດ ໄດ້ກ່າວ ວ່າ: ກະຊວງສຶກສາທິການ ແລະ ກິລາແລະລັດຖະບານອົດສະຕຣາລີ ໄດ້ຮ່ວມມືກັນຢ່າງໃກ້ຊິດ ໂດຍຜ່ານ ແຜນງານບີຄວາ ເພື່ອເສີມສ້າງ ການຮຽນຮູ້ພາສາລາວ ສຳລັບເດັກ ນ້ອຍທີ່ເລີ່ມເຂົ້າຮຽນ ແຕ່ຍັງເວົ້າ ພາສາເຜົ່າຢູ່ເຮືອນ. ສື່ການຮຽນ ການສອນຝຶກພາສາລາວໄດ້ຖືກທົດ ສອບໃນຫລາຍແຂວງກ່ອນທີ່ຈະ ຂະຫຍາຍໄປທົ່ວປະເທດໃນສົກ ຮຽນປີຮຽນ 2024-2025. ສິ່ງ ທີ່ພວກເຮົາເຫັນໃນຫ້ອງຮຽນສະ ແດງໃຫ້ເຫັນວ່າ ບົດຮຽນຊ່ວຍໃຫ້ ອິນທະວົງ ຄະນະພັກ, ເລຂາໜ່ວຍ ພັກ, ຫົວໜ້າກົມຈັດຕັ້ງ ແລະ ພະ ນັກງານ ໄດ້ຜ່ານມາດຖານເງື່ອນ ໄຂຜູ້ທີ່ຈະສະໝັກຮັບເລືອກຕັ້ງເປັນ ຄະນະບໍລິຫານງານພັກ ສະໄໝທີ VI ຂອງອົງຄະນະພັກ ຄອສພ ຊຸດ ໃໝ່ ເພື່ອເປັນບ່ອນອີງໃຫ້ແກ່ຜູ້ມີ ສິດລົງຄະແນນສຽງທາບທາມ ໄດ້ ເຂົ້າໃຈມາດຖານເງື່ອນໄຂຂອງບຸກ ຄະລາກອນທີ່ສະໝັກຮັບເລືອກຕັ້ງ. ໃນໂອກາດດັ່ງກ່າວ, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ມີຄຳເຫັນ ຊີ້ນຳກອງປະຊຸມ ໂດຍເນັ້ນໃຫ້ຜູ້ມີ ສິດເລືອກຕັ້ງ ມີຄວາມຮັບຜິດຊອບ ທາງດ້ານການເມືອງສູງ, ຕັດສິນ ໃຈເລືອກເຟັ້ນເອົາບຸກຄະລາກອນ ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີ ຄວາມຈົງຮັກພັກດີ, ຊື່ສັດບໍລິສຸດ, ກ້າເຮັດກ້າຮັບຜິດຊອບຕໍ່ໜ້າທີ່ການ ເມືອງ, ມີຄວາມເປັນແບບຢ່າງນຳ ໜ້າ, ມີຄວາມປອດໃສຂາວສະ ອາດ, ເສຍສະລະທຸກສິ່ງຢ່າງເພື່ອ ສ່ວນລວມ, ມີຄວາມຮູ້ຄວາມສາ ມາດດ້ານວິຊາການໃດໜຶ່ງທີ່ແນ່ ນອນ, ມີຄວາມຮັບຜິດຊອບສູງຕໍ່ ໜ້າທີ່ວຽກງານທີ່ຖືກມອບໝາຍ, ເຄົາລົບນັບຖືຄໍາຄິດຄໍາເຫັນຂອງ ໝູ່ຄະນະ ແລະ ມະຫາຊົນ, ປະຕິບັດ ລະບອບແບບແຜນວິທີເຮັດວຽກ ແບບລວມສູນປະຊາທິປະໄຕຂອງ ພັກ, ຕົກລົງບັນຫາເປັນໝູ່ຄະນະ ປະຕິບັດລະບຽບການ ແລະ ກົດ ໝາຍຢ່າງເຂັ້ມງວດ. ທັງນີ້, ກໍເພື່ອ ແນໃສ່ຄັດເລືອກເອົາບຸກຄະລາ ກອນ ຜູ້ທີ່ມີມາດຖານເງື່ອນໄຂຄົບ ຖ້ວນທີ່ໄດ້ກຳນົດໄວ້. ພ້ອມນີ້, ກໍໄດ້ດຳເນີນການປ່ອນ ບັດຄັດເລືອກເອົາບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງເປັນຄະ ນະບໍລິຫານງານພັກ ສະໄໝທີ VI ຂອງອົງຄະນະພັກ ຄອສພ ຮອບທີ I. ໃນໂອກາດດຽວກັນ, ໃນກອງ ປະຊຸມ ຍັງໄດ້ປະກາດອະນຸມັດພະ ນັກງານ-ລັດຖະກອນ ອ້ອມຂ້າງຄະ ນະໂຄສະນາອົບຮົມສູນກາງພັກ ອອກພັກການ-ຮັບອຸດໜູນບຳນານ ຈຳນວນ 19 ສະຫາຍ, ຍິງ 8 ສະ ຫາຍ, ພ້ອມທັງປະກາດແຕ່ງຕັ້ງ ຮອງຫົວໜ້າກົມ, ຄວບຕຳແໜ່ງ ເລຂານຸການ ທ່ານ ຄຳພັນ ເຜີຍຍະ ວົງ ຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກ ຕື່ມອີກ. ຂ່າວ: ທະນູທອງ; ພາບ: ຂັນໄຊ ຄອສພ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ສະພາບປາຕາຍ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ເມື່ອບໍ່ດົນມານີ້ວ່າ: ພາຍຫລັງໄດ້ ຮັບລາຍງານ ຈາກພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງສາລະ ວັນ ແລະ ຈຳປາສັກ ວ່າເກີດມີສະ ພາບປາຕາຍ ຢູ່ຕາມລຳນ້ຳເຊໂດນ, ມາໃນວັນທີ 5 ພຶດສະພາ 2026 ກົມສິ່ງແວດລ້ອມ, ກົມລ້ຽງສັດ ແລະການປະມົງ,ກົມຊັບພະຍາກອນ ນ້ຳ, ກົມກວດກາຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງກະສິກໍາແລະສິ່ງແວດລ້ອມ ໄດ້ສົມທົບກັບພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາ ສັກ, ພະແນກກະສິກໍາແລະສິ່ງແວດ ລ້ອມ ແຂວງສາລະວັນ, ມະຫາວິທະ ຍາໄລຈຳປາສັກ, ຂະແໜງການທີ່ ກ່ຽວຂ້ອງຂອງ ພະແນກ ແລະ ຫ້ອງ ການ ກະສິກໍາ ແລະ ສິ່ງແວດລ້ອມ ແລະ ການຈັດຕັ້ງບ້ານທີ່ກ່ຽວຂ້ອງ ເຂົ້າຮ່ວມລົງຕິດຕາມເກັບກໍາຂໍ້ມູນ ສະພາບປາຕາຍ ແລະ ວັດແທກຄຸນ ນະພາບນໍ້າ ຢູ່ສາຍນໍ້າເຊໂດນ ເຂດ ບ້ານຕານປ່ຽວ, ບ້ານບົວລະພາ ແລະ ບ້ານໂອກາດ ເມືອງຄົງເຊ ໂດນ ແຂວງສາລະວັນ ແລະ ບ້ານ ນາດ່ານ, ບ້ານຄີລີ ເມືອງຊະນະ ສົມບູນແຂວງຈໍາປາສັກ. ຜ່ານການ ເກັບກໍາຂໍ້ມູນ, ວັດແທກຄຸນນະພາບ ນໍ້າ ແລະ ວິເຄາະຊອກຫາສາເຫດ ການຕາຍຂອງປາ ໃນໄລຍະແຕ່ ວັນທີ 23 ເມສາ-5 ພຶດສະພາ 2026 ຢູ່ສາຍນ້ຳເຊໂດນ ເຫັນວ່າ ມີການພົບເຫັນໂຮງງານແປ້ງມັນ ຄູນມີໄຊ ຄົງເຊໂດນ ຈໍາກັດ ຕັ້ງຢູ່ ບ້ານໝື່ນປູ່ ເມືອງຄົງເຊໂດນ ແຂວງ ສາລະວັນ ໄດ້ມີການລັກປ່ອຍນ້ຳ ເປື້ອນອ່າງສຸດທ້າຍຂອງອ່າງບໍາ ບັດນໍ້າເປື້ອນຂອງໂຮງງານ ລົງສູ່ ສາຍນໍ້າທໍາມະຊາດ (ນໍ້າເຊໂດນ) ແລະ ໃນວັນທີ 23 ເມສາ 2026 ທາງຫ້ອງການກະສິກໍາ ແລະ ສິ່ງ ແວດລ້ອມ ເມືອງຄົງເຊໂດນ ແຂວງ ສາລະວັນ ໄດ້ພົບເຫັນປາເນົ່າເປື່ອຍ ຟູຂຶ້ນມາໜ້ານໍ້າ ໃນຈໍານວນ 4 ບ້ານ ຄື: ບ້ານຜາມໄຊ, ບ້ານຄົງໃຫຍ່, ບ້ານແກ້ງຕາຫວັງ, ບ້ານດອນ ເມືອງ ແລະ ບ້ານທ່າຫລວງ ຊຶ່ງ ສາມາດລວບລວມປະລິມານການ ຕາຍຂອງປາ ໄດ້ປະມານ 460 ກິ ໂລກຣາມ. ຜ່ານການເກັບກໍາຂໍ້ມູນ ແລະ ວິເຄາະເຫັນວ່າ ໂດຍລວມ ແມ່ນຄ່າປະລິມານອົກຊີເຈນທີ່ ລະລາຍໃນນໍ້າ(DO)ຕໍ່າກ່ອນເກນ ມາດຕະຖານແຫ່ງຊາດກໍານົດໄວ້ ຊຶ່ງເປັນສາເຫດເຮັດໃຫ້ຄ່າອົກຊີ ເຈນລະລາຍໃນນໍ້າຫລຸດລົງ ເຮັດ ໃຫ້ນໍ້າເນົ່າ ອັນສົ່ງຜົນຕໍ່ລະບົບນິ ເວດນໍ້າ ແລະ ສັດນ້ຳ ໂດຍສະເພາະ ປາຂາດອົກຊີເຈນໃນການຫາຍໃຈ ແລະ ປາກໍຈະຕາຍໃນທີ່ສຸດ. ນັບແຕ່ວັນທີ 24 ເມສາ 2026 ຄະນະທີມງານກວດກາເມືອງ ແລະ ແຂວງ ພາຍໃນແຂວງສາລະວັນ ໄດ້ເອົາໃຈໃສ່ພ້ອມກັນລົງກວດກາ ວັດແທກຄຸນນະພາບນ້ຳ, ເຫັນວ່າ ຄ່າຄວາມເປັນກົດ-ດ່າງ (pH), ຄ່າຊັກນໍາກະແສໄຟຟ້າ (EC), ຄ່າ ອົກຊີເຈນທີ່ລະລາຍໃນນໍ້າ (DO) ແລະ ອຸ່ນຫະພູມນໍ້າ (Temp) ແມ່ນຢູ່ໃນເກນມາດຕະຖານຂອງ ສິ່ງແວດລ້ອມແຫ່ງຊາດກໍານົດໄວ້ (ແຕ່ຍັງພົບເຫັນຊາກປາຕາຍເນົ່າ ເປື່ອຍຟູຢູ່ພຽງເລັກນ້ອຍ). ໃນການສ້າງປະເທດ ຫວຽດນາມ ທີ່ສັນຕິພາບ, ເອກະລາດ, ປະຊາທິ ປະໄຕ, ຮັ່ງມີເຂັ້ມແຂງ, ຮຸ່ງເຮືອງ, ສີວິໄລ ແລະ ມີຄວາມສຸກເພື່ອກ້າວ ໄປສູ່ສັງຄົມນິຍົມຢ່າງໝັ້ນຄົງ. ສະຫາຍເລຂາທິການໃຫຍ່, ປະ ທານປະເທດ ໂຕເລິມ ໄດ້ສະຫລຸບ ຈິດໃຈຂອງກອງປະຊຸມໃຫຍ່ຄັ້ງນີ້ ດ້ວຍບັນດາຄໍາສັບທີ່ສໍາຄັນເຊັ່ນ: ສາມັກຄີ, ປະຊາທິປະໄຕ, ເປັນລະ ບຽບ, ກ້າວກະໂດດ, ພັດທະນາ, ຄວາມຮັບຜິດຊອບ, ຄວາມມຸ່ງໝັ້ນ, ສະຕິປັນຍາ, ວິທະຍາສາດ, ເພື່ອ ປະຊາຊົນ, ເປັນເຈົ້າຕົນເອງດ້ານ ຍຸດທະສາດ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ຄວາມໝັ້ນໃຈ, ເອກ ອ້າງທະນົງໃຈຂອງຊາດ. ການເລືອກຕັ້ງສະມາຊິກສະພາ ແຫ່ງຊາດສະໄໝທີ XVI, ຜູ້ມີສິດ ເລືອກຕັ້ງເຂົ້າຮ່ວມປ່ອນບັດຫລາຍ ກວ່າ 76,2 ລ້ານຄົນ, ກວມເອົາ ອັດຕາ 99,7% ຊຶ່ງແມ່ນລະດັບທີ່ ສູງທີ່ສຸດເປັນປະຫວັດສາດ. ສະພາ ແຫ່ງຊາດ ຊຸດທີ XVI ໄດ້ເລືອກຕັ້ງ ໄດ້ສະມາຊິກ 500 ທ່ານ (ຈາກຜູ້ ສະໝັກທັງໝົດ 863 ທ່ານ) ໂດຍ ຮັບປະກັນໂຄງປະກອບແລະອົງປະ ກອບຕາມຂໍ້ກຳນົດຢ່າງຄົບຖ້ວນ. ນີ້ແມ່ນໝາກຜົນສໍາຄັນ ທີ່ສ່ອງແສງ ເຖິງປະສິດທິຜົນຂອງການຈັດຕັ້ງ ການເລືອກຕັ້ງ, ຕະຫລອດຮອດ ສະແດງໃຫ້ເຫັນເຖິງຄວາມເຊື່ອ ໝັ້ນທາງການເມືອງ, ສະຕິຄວາມ ເປັນພົນລະເມືອງ ແລະ ຈິດໃຈ ແຫ່ງ ການເປັນເຈົ້າຂອງປະເທດຊາດ ຂອງປະຊາຊົນ. ພາຍຫລັງການປະກາດຜົນ ການເລືອກຕັ້ງ, ສະພາແຫ່ງຊາດ ຊຸດທີ XVI ໄດ້ຈັດກອງປະຊຸມສະ ໄໝປະຖົມມະລືກ (ລະຫວ່າງວັນທີ 6-24/4/2026) ແລະ ດໍາເນີນ ພາລະກິດສໍາຄັນຫລາຍປະການທີ່ ມີຄວາມໝາຍຍິ່ງ ເປັນຕົ້ນ ການ ແຕ່ງຕັ້ງບຸກຄະລາກອນລະດັບສູງ ແລະ ການກຳນົດແຜນພັດທະນາ ປະເທດຊາດໃນໄລຍະ 5 ປີ ຕໍ່ໜ້າ. ສະພາແຫ່ງຊາດ ຊຸດທີ XVI ໄດ້ ລົງມະຕິເລືອກຕັ້ງ ແລະ ຮັບຮອງ ເອົາຕຳແໜ່ງການນໍາທັງໝົດ 39 ຕຳແໜ່ງ. ໃນນັ້ນ, ກອງປະຊຸມໄດ້ ເລືອກຕັ້ງ ສະຫາຍ ເຈີນ ແທັງ ເໝີ້ນ ເປັນປະທານສະພາແຫ່ງຊາດ: (ໄດ້ ຮັບເລືອກຕັ້ງຄືນໃໝ່ອີກໜຶ່ງສະ ໄໝ); ສະຫາຍ ໂຕ ເລິມ ເປັນປະ ທານປະເທດ ແລະ ເລືອກຕັ້ງ ສະ ຫາຍ ເລ ມິງ ຮືງ ເປັນນາຍົກລັດຖະ ມົນຕີ. ພ້ອມກັນນັ້ນ, ສະພາແຫ່ງ ຊາດ ຍັງໄດ້ອະນຸມັດນະໂຍບາຍສໍາ ຄັນດ້ານເສດຖະກິດ-ສັງຄົມຄື: ແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ (2026-2030) ຮັບ ຮອງເປົ້າໝາຍການເຕີບໂຕສະເລ່ຍ ຂອງ GDP ແຕ່ລະປີບໍ່ໃຫ້ຕໍ່າກວ່າ 10%, ຮັກສາສະຖຽນລະພາບເສດ ຖະກິດມະຫາພາກ, ຍົກສູງຄຸນນະ ພາບຊີວິດຂອງປະຊາຊົນ ແລະ ຕັ້ງ ເປົ້າໝາຍໃຫ້ພາຍໃນປີ 2030 ຫວຽດນາມ ກາຍເປັນປະເທດກຳ ລັງພັດທະນາ ທີ່ມີອຸດສາຫະກຳທັນ ສະໄໝ ແລະ ມີລາຍຮັບປານກາງ ລະດັບສູງ; ອະນຸມັດແຜນການລົງ ທຶນພາກລັດໄລຍະກາງ; ຜ່ານກົດ ໝາຍ ຈໍານວນ 9 ສະບັບ ແລະ ມະຕິ ສໍາຄັນ ຈໍານວນ 31 ສະບັບ ຊຶ່ງພົ້ນ ເດັ່ນແມ່ນດ້ານນະໂຍບາຍສ່ວຍສາ ອາກອນ, ທີ່ດິນ, ການກຳນົດເນື້ອ ໃນການຕິດຕາມກວດກາສູງສຸດ ປະຈຳປີ 2027 ແລະ ຜ່ານມະຕິ ສ້າງຕັ້ງນະຄອນດົ່ງນາຍ ຂຶ້ນກັບ ສູນກາງ (ເປັນນະຄອນຂຶ້ນກັບສູນ ກາງ ແຫ່ງທີ 7 ຂອງຫວຽດນາມ). ພ້ອມນີ້, ຄະນະນໍາຂັ້ນສູງຂອງ ລາວ ໄດ້ຖະຫວາຍທູບທຽນອາໄລ ປະທານໂຮ່ຈີ່ມິງ ທີ່ຫ້ອງອະນຸສອນ ປະທານໂຮ່ຈີ່ມິງ, ຊົມການວາງ ສະແດງຮູບພາບກ່ຽວກັບຊີວິດ ການເຄື່ອນໄຫວພາລະກິດຂອງ ປະທານ ໂຮ່ຈີ່ມິງ ໂອກາດສະເຫລີມ ສະຫລອງວັນເກີດຄົບຮອບ 136 ປີ, ການນໍາສະເໜີ ແລະ ຄໍາອະທິບາຍ ຮູບເງົາຂ່າວສານກ່ຽວກັບວາລະ ຂອງກອງປະຊຸມໃຫຍ່ຂອງພັກ ຈາກຄວາມຫຍຸ້ງຍາກໄປສູ່ໄຊຊະ ນະອັນຍິ່ງໃຫຍ່ອີກດ້ວຍ. ພາບ: ເກດສະໜາ. ເດັກນ້ອຍເວົ້າໄດ້ຢ່າງໝັ້ນໃຈ, ເຂົ້າ ໃຈດີຂຶ້ນ ແລະ ມີສ່ວນຮ່ວມຢ່າງ ຫ້າວຫັນໃນການຮຽນ. ໂດຍອີງໃສ່ ຄວາມສຳເລັດຂອງການຈັດຕັ້ງປະ ຕິບັດໃນ ຂັ້ນ ປ1, ກະຊວງສຶກສາ ທິການ ແລະ ກິລາ ຮ່ວມກັບລັດຖະ ບານອົດສະຕຣາລີ ກຳລັງພັດທະ ນາບົດຮຽນສຳລັບ ຂັ້ນ ປ2 ດ້ວຍ ການສະໜັບສະໜູນຈາກລັດຖະ ບານອົດສະຕຣາລີ. ບົດຮຽນທີ່ໄດ້ ຮຽນຮູ້ຈາກຂັ້ນ ປ1 ກຳລັງຖືກນຳ ໃຊ້ເພື່ອເຮັດໃຫ້ສື່ການຮຽນ-ການ ສອນໃໝ່ນີ້ງ່າຍຂຶ້ນສຳລັບຄູ ແລະ ມີປະສິດທິພາບຫລາຍຂຶ້ນສຳລັບ ນັກຮຽນ. ສື່ການຮຽນການສອນ ດັ່ງກ່າວຈະພ້ອມນຳໃຊ້ໃນສົກຮຽນ 2027-2028.” ທ່ານ ໄມໂຄ ຄາຣີ ເລຂາເອກ ສະຖານທູດອົດສະຕຣາລີ ໄດ້ກ່າວ ວ່າ: ການປັບປຸງຜົນຮຽນສຳລັບ ເດັກທີ່ເຂົ້າຮຽນໃນໂຮງຮຽນຊັ້ນປະ ຖົມ ແຕ່ບໍ່ສາມາດເວົ້າພາສາລາວ ທີ່ໃຊ້ໃນການສອນໄດ້ດີເທື່ອ ແມ່ນ ບັນຫາຄວາມສະເໝີພາບທີ່ສຳຄັນ, ມີນັກຮຽນປະມານ 40% ແມ່ນເວົ້າ ພາສາເຜົ່າທີ່ບໍ່ແມ່ນພາສາລາວ. ການຝຶກເວົ້າພາສາລາວ ສະແດງ ໃຫ້ເຫັນວ່າ ເປັນການທົດລອງທີ່ປະ ສົບຜົນສຳເລັດ ສາມາດຂະຫຍາຍ ເປັນວິທີການປະຕິບັດໃນທົ່ວປະ ເທດ ຊຶ່ງສະໜັບສະໜູນການຮຽນ ຮ່ວມ. ລັດຖະບານອົດສະຕຣາລີ ມີ ຄວາມພູມໃຈທີ່ໄດ້ຮ່ວມມືກັບກະ ຊວງສຶກສາທິການ ແລະ ກິລາ ໃນ ຄວາມພະຍາຍາມທີ່ສຳຄັນນີ້. ເມື່ອ ເດັກນ້ອຍມີທັກສະພາສາທີ່ເຂັ້ມ ແຂງແຕ່ຍັງນ້ອຍ, ເຂົາເຈົ້າຈະສາ ມາດມີສ່ວນຮ່ວມ ແລະ ປະສົບຜົນ ສຳເລັດໃນໂຮງຮຽນໄດ້ດີຂຶ້ນ. ການຢ້ຽມຢາມຍັງໄດ້ເນັ້ນໃຫ້ ເຫັນເຖິງການຊ່ວຍເຫລືອທີ່ຄູໄດ້ ຮັບ ເພື່ອຊ່ວຍໃຫ້ເຂົາເຈົ້ານຳໃຊ້ສື່ ການຮຽນ-ການສອນຝຶກເວົ້າພາ ສາລາວ ໄດ້ຢ່າງມີປະສິດທິພາບ. ການສະໜັບສະໜູນນີ້ເກີດຂຶ້ນ ຜ່ານ ຫລາຍວິທີການທີ່ແຕກຕ່າງກັນ ເຊັ່ນ: ການສັງເກດການສອນໃນ ຫ້ອງຮຽນ, ການສົນທະນາແບບ ເປັນທາງການ ແລະ ບໍ່ເປັນທາງ ການ, ການສອນເປັນຄູ່, ການກວດ ສອບທາງໄກ ແລະ ການສົ່ງຂໍ້ ຄວາມວັອດແອັບ, ສ່ວນຫລາຍຈະ ນຳໃຊ້ຊັບພະຍາກອນ ເຊັ່ນ: ໂມ ດູນຕ່າງໆໃນຊຸດອຸປະກອນຊ່ວຍ ເຫລືອຄູ ແລະ ວິດີໂອສຳລັບການ ພັດທະນາຄູ ດ້ານເນື້ອໃນ ແລະ ຄຳ ແນະນຳດ້ານວິຊາການ. ການສະໜັບສະໜູນແມ່ນໄດ້ ດັດປັບເຂົ້າກັບຄວາມຕ້ອງການ ຂອງຄູແຕ່ລະຄົນ, ນັບແຕ່ການແຕ່ງ ບົດສອນໄປຈົນເຖິງການນຳໃຊ້ ເອກະສານ ແລະ ສື່ການຮຽນ-ການ ສອນໃນຫ້ອງຮຽນ. ດັ່ງນັ້ນ, ຄູ ສາມາດນຳໃຊ້ທັກສະໃໝ່ໄດ້ທັນທີ. ຮູບແບບການຊ່ວຍເຫລືອເຫລົ່ານີ້ ຊ່ວຍໃຫ້ຄູສ້າງຄວາມໝັ້ນໃຈ ແລະ ແກ້ໄຂຄວາມຕ້ອງການການຮຽນ ຮູ້ທີ່ແຕກຕ່າງກັນຂອງນັກຮຽນໃນ ຫ້ອງຮຽນໄດ້ດີຂຶ້ນ. ຂ່າວ: ສົມຫວັງ ກົມ,ຮອງກົມ,ຫົວໜ້າພະແນກ,ຮອງ ພະແນກອ້ອມຂ້າງ ຄອສພ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ອານົງສັກ ຂປລ. ສາເຫດທີ່ເຮັດໃຫ້ປາ ຕາຍຕາມລໍານໍ້າເຊໂດນ ແຂວງສາ ລະວັນ ແລະ ຈຳປາສັກ ແມ່ນເກີດ ຈາກການປ່ອຍນໍ້າເປື້ອນຂອງໂຮງ ງານແປງມັນຕົ້ນ ຄູນມີໄຊ ຄົງເຊ ໂດນ ຈໍາກັດ ຕັ້ງຢູ່ບ້ານໝື່ນປູ່ ເມືອງ ຄົງເຊໂດນ ແຂວງສາລະວັນ ເນື່ອງ ຈາກນໍ້າເປື້ອນທີ່ປ່ອຍລົງສູ່ນໍ້າເຊ ໂດນ ມີຄ່າອົກຊີເຈນທີ່ລະລາຍໃນ ນໍ້າ(DO)ຕໍ່າກ່ອນຄ່າມາດຕະຖານ ກໍານົດໄວ້ ຈຶ່ງສົ່ງຜົນຕໍ່ລະບົບນິເວດ ນໍ້າ(ນໍ້າເນົ່າ)ແລະສັດນ້ຳ ໂດຍສະ ເພາະ ປາຂາດອົກຊີເຈນໃນການ ຫາຍໃຈ ແລະ ປາກໍຈະຕາຍໃນທີ່ສຸດ. ທ່ານນາງຈິດຖະໝອມອຸ່ນສີດາ ຮອງຫົວໜ້າກົມ ສິ່ງແວດລ້ອມ, ກະຊວງກະສິກໍາ ແລະ ສິ່ງແວດ ລ້ອມ (ກສ) ໄດ້ຖະແຫລງຂ່າວ

RkJQdWJsaXNoZXIy MTc3MTYxMQ==