7272

11/05/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d dkolt|v'mb o.sh cdj dkod+ dkoIh kp lkmk]totl5 d c0;'va f8txn ;k' 6 ,kf8tdkoxh v'da ortpkfw0h p5 ']kp ໂດຍ: ລູກສາວຫລ້າູ້ ຂປລ. ການນອນເປັນພື້ນຖານ ທີ່ສຳຄັນທີ່ສຸດຂອງສຸຂະພາບທັງ ກາຍ ແລະ ໃຈ ມັນບໍ່ພຽງແຕ່ເປັນ ການພັກຜ່ອນເທົ່ານັ້ນ, ແຕ່ແມ່ນ ຂະບວນການທີ່ຮ່າງກາຍໃຊ້ໃນ ການສ້ອມແຊມ ແລະ ຈັດລະບຽບ ຄວາມຈຳ, ນອກນັ້ນ ສິ່ງທີ່ສໍາຄັນ ຍັງເຮັດໃຫ້ສຸຂະພາບແຂງແຮງ ພ້ອມກັບຕື່ນຂຶ້ນມາໃນມື້ໃໝ່ຢ່າງ ສົດໃສ. ດັ່ງນັ້ນ ເພື່ອໃຫ້ນອນຫລັບ ດີ ແລະ ມີຜົນຕໍ່ສຸຂະພາບບໍ່ຄວນ ປະຕິບັດ 4 ຂໍ້ຫ້າມດັ່ງລຸ່ມນີ້: 1. ຫ້າມໃສ່ໂມງໃນຕອນນອນ: ້່ ເພາະວ່າຕອນທີ່ໂມງເຮັດວຽກໄປ ເລື້ອຍໆ ນັ້ນມັນຈະປ່ອຍພະລັງງານ ຖ້າໃສ່ໂມງຕອນນອນ ຈະມີຜົນຕໍ່ ສຸຂະພາບໃນໄລຍະຍາວໄດ້. 2. ບໍ່ຄວນນອນຫລັບໄປພ້ອມໍ່ັ້ ກັບໂທລະສັບ ຫລື ວາງໂທລະສັບັັືັ ໄວ້ໃກ້:້້ ໃຜທີ່ມັກໃຊ້ມືຖືເປັນໂມງປຸກ ຕອນເຊົ້າຄວນເກັບມືຖືໄວ້ໄກໆ ເພາະຫລັກຖານທາງວິທະຍາສາດ ຂປລ. ມາພໍ້ກັບ “ຄໍລຳ ຊິວິດ ແລະ ກົດໝາຍ” ມື້ນີ້ ຂໍມາສະເໜີ ປະມວນກົດໝາຍອາຍາ ໃຫ້ພວກ ເຮົາຮັບຮູ້ກັນຕື່ມໂດຍສືບຕໍ່ໃນມາດ ຕາ 131 ຫາ ມາດຕາ 133. ມາດຕາ 131 ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ. ການສະໜອງທຶນໃຫ້ແກ່ການ ກໍ່ການຮ້າຍ ແມ່ນການເຄື່ອນໄຫວ ໂດຍເຈດຕະນາທັງທາງກົງ ແລະ ທາງອ້ອມຂອງບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງທີ່ພະຍາຍາມໃຫ້, ຮິບໂຮມ, ຈັດຫາທຶນທີ່ຖືກຕ້ອງ ຫລື ບໍ່ຖືກຕ້ອງ, ທັງໝົດ ຫລື ບາງສ່ວນ ເພື່ອສະໜອງໃຫ້ແກ່ການກໍ່ການ ຮ້າຍເຖິງວ່າທຶນນັ້ນຈະຖືກນຳໃຊ້ ຫລື ບໍ່ນຳໃຊ້ເຂົ້າໃນການກະທຳຕົວ ຈິງກໍຕາມ. ຂປລ. ເມື່ອກ້າວເຂົ້າສູ່ລະດູຝົນ, ບັນຫາທີ່ມັກພົບໃນທຸກໆປີກໍແມ່ນ ການລະບາດຂອງພະຍາດໄຂ້ຍຸງ ລາຍ ເນື່ອງຈາກວ່າ ລະດູນີ້ ຍຸງລາຍ ຈະມີການແພ່ພັນຢ່າງຫລວງຫລາຍ ໂດຍສະເພາະແມ່ນບ່ອນທີ່ມີນໍ້າຂັງ. ສະນັ້ນ, ເພື່ອປ້ອງກັນພະຍາດໄຂ້ ຍຸງລາຍໃນລະດູຝົນປີນີ້ ພະແນກ ສາທາລະນະສຸກແຂວງອັດຕະປື ໄດ້ ວາງ 6 ມາດຕະການປະກອບມີການ ໃຫ້ສຸຂະສຶກສາໃນຫລາຍຮູບຫລາຍ ແບບເຊັ່ນ: ການໃຫ້ສຸຂະສຶກສາແບບ ເຄື່ອນທີ່ໂດຍລົດໂຄສະນາ, ການ ໃຫ້ສຸຂະສຶກສາຜ່ານສື່ສັງຄົມອອນ ລາຍ; ສ້າງຂະບວນການທໍາລາຍ 4 0= sh k, muj [+ 7;oxt8y [a fdj voovo h ບຸກຄົນທີ່ໄດ້ກະທຳຜິດໃນສະ ຖານການສະໜອງທຶນໃຫ້ແກ່ການ ກໍ່ການຮ້າຍທີ່ມີມູນຄ່າຕໍ່າກວ່າ 1.000.000.000 ກີບ ຈະຖືກ ລົງໂທດຕັດອິດສະລະພາບແຕ່ຫ້າ ປີ ຫາ ແປດປີ ແລະ ຈະຖືກປັບ ໃໝ ແຕ່ 500.000.000 ກີບ ຫາ 800.000.000 ກີບ ແລະ ຈະຖືກ ຮິບຊັບ. ໃ ນ ກໍ ລ ະ ນີ ທີ່ ມີ ມູ ນ ຄ່ າ ແ ຕ່ 1.000.000.000 ກີບ ຂຶ້ນໄປຈະ ຖືກລົງໂທດຕັດອິດສະລະພາບແຕ່ ແປດປີ ຫາ ສິບສອງປີ ແລະ ຈະຖືກ ປັບໃໝ ແຕ່ 800.000.000 ກີບ ຫາ 1.000.000.000 ກີບ ແລະ ຈະຖືກຮິບຊັບ. ໃນກໍລະນີທີ່ມີການຈັດຕັ້ງເປັນ ກຸ່ມ ຫລື ເປັນອາຈີນ ຈະຖືກລົງໂທດ ຕັດອິດສະລະພາບແຕ່ສິບຫ້າປີ ຫາ ຊາວປີ ແລະ ຈະຖືກປັບໃໝ ແຕ່ 800.000.000 ກີບ ຫາ 1.000.000.000 ກີບ ແລະ ຈະ ຖືກຮິບຊັບ. ການກະກຽມໃຫ້ແກ່ການກະ ທຳຜິດ, ຄວາມພະຍາຍາມກໍ່ການ ກະທຳຜິດກໍຈະຖືກລົງໂທດ. ມາດຕາ 132 ການຜະລິດ, ການມີໄວ້ໃນຄອບຄອງ, ການໃຊ້ ອາວຸດເສິກ ຫລື ວັດຖຸລະເບີດໂດຍ ບໍ່ຖືກຕ້ອງຕາມກົດໝາຍ. ບຸກຄົນໃດຫາກໄດ້ຜະລິດ, ມີ ໄວ້ໃນຄອບຄອງ, ຮັກສາ, ໃຊ້ອາ ວຸດເສິກ ຫລື ວັດຖຸລະເບີດລວມ ທັງຊິ້ນສ່ວນຂອງອາວຸດເສິກ ຫລື ວັດຖຸລະເບີດ ໂດຍບໍ່ຖືກຕ້ອງຕາມ ກົດໝາຍຈະຖືກລົງໂທດຕັດອິດສະ ລະພາບແຕ່ໜຶ່ງປີ ຫາ ຫ້າປີ ແລະ ຈະຖືກປັບໃໝ ແຕ່ 5.000.000 ກີບ ຫາ 50.000.000 ກີບ. ມາດຕາ 133 ການຊື້, ຂາຍ, ນຳເຂົ້າອາວຸດເສິກຫລືວັດຖຸລະເບີດ ໂດຍບໍ່ຖືກຕ້ອງຕາມກົດໝາຍ. ບຸກຄົນໃດຫາກໄດ້ຊື້, ຂາຍ, ນຳເຂົ້າອາວຸດເສິກ ຫລື ວັດຖຸລະ ເບີດລວມທັງສານເຄມີທີ່ໃຊ້ ເພື່ອ ຜະລິດລະເບີດ ໂດຍບໍ່ຖືກຕ້ອງຕາມ ກົດໝາຍຈະຖືກລົງໂທດຕັດອິດສະ ລະພາບແຕ່ຫົກເດືອນຫາ ຫ້າປີແລະ ຈະຖືກປັບໃໝ ແຕ່ 5.000.000 ກີບ ຫາ 50.000.000 ກີບ. ໃນກໍລະນີທີ່ຜູ້ກະທຳຜິດຫາກ ໄດ້ຖືເອົາການຊື້, ການຂາຍ, ການ ນຳເຂົ້າອາວຸດເສິກ ຫລື ວັດຖຸລະ ເບີດລວມທັງສານເຄມີທີ່ໃຊ້ເພື່ອ ຜະລິດລະເບີດເປັນອາຈິນ, ມີການ ຈັດຕັ້ງເປັນກຸ່ມ ຫລື ໃນກໍລະນີທີ່ ໄດ້ຊື້, ຂາຍວັດຖຸດັ່ງກ່າວ ເປັນ ຈຳນວນຫລວງຫລາຍຈະຖືກລົງ ໂທດຕັດອິດສະລະພາບ ແຕ່ ຫ້າ ປີ ຫາ ສິບປີ ແລະ ຈະຖືກປັບ ໃໝ ແຕ່ 10.000.000 ກີບ ຫາ 100.000.000 ກີບ. ພໍ້ກັນໃໝ່ສະບັບໜ້າ. ລະບຸວ່າ ໂທລະສັບມັນຈະປ່ອຍຄື້ນ ແມ່ເຫລັກໄຟຟ້າອອກມາຂະໜາດ ທີ່ເປີດເຄື່ອງ ແລະ ຄື້ນແມ່ເຫລັກ ໄຟຟ້າເຫລົ່ານີ້ ມີຜົນກະທົບກັບຄົນ ເຮົາ. ນອກນັ້ນ ແສງສີຟ້າຈາກໜ້າ ຈໍຈະຢັບຢ້ັງການຫລັ່ງຮໍໂນນ ເມລາ ໂທນິນ ທີ່ຊ່ວຍໃນການນອນຫລັບ, ເຮັດໃຫ້ສະໝອງຕື່ນຕົວ ແລະ ນອນ ຫລັກຍາກ. 3. ຢ່າຫລັບໄປພ້ອມກັບເຄື່ອງ່ັ້ັື່ ສຳອາງ: ບໍ່ວ່າຈະເມື່ອຍພຽງໃດ ກໍຕາມຕ້ອງລ້າງເຄື່ອງສຳອາງ ອອກໃຫ້ໝົດເພາະການຫລັບທັ້ງໆ ທີ່ເຄື່ອງສຳອາງຍັງຕິດຢູ່ທີ່ໃບໜ້າ ຂອງທ່ານຈະເຮັດໃຫ້ເກີດບັນຫາ ດ້ານຜິວພັນໄລຍະຍາວໄດ້. 4. ບໍ່ຄວນໃສ່ເສື້ອຊ້ອນນອນ:ໍ່່ື້້ ເພາະນັກວິທະຍາສາດອາເມລິກາ ພົບວ່າການໃສ່ເສື້ອຊ້ອນດົນເກີນ 12 ຊົ່ວໂມງ ຈະເປັນການເພີ່ມອັດ ຕາສ່ຽງຕໍ່ມະເຮັງເຕົ້ານົມໄດ້. ພາບປະກອບ ແຫລ່ງແພ່ພັນຍຸງລາຍໃນບ້ານທີ່ມີ ຄວາມສ່ຽງຕໍ່ການຕິດເຊື້ອໄຂ້ຍຸງ ສູງ ແລະ ບ້ານທີ່ມີກໍລະນີຕິດເຊື້ອ ໄຂ້ຍຸງລາຍ, ໂດຍການລົງທໍາລາຍ ແຫລ່ງແພ່ພັນຍຸງໃນວົງລັດສະໝີ 200 ແມັດ ໃນບໍລິເວນເຮືອນຂອງ ຄົນເຈັບ; ການສໍາຫລວດໜອນນໍ້າ ໃນບ້ານທີ່ພົບການຕິດເຊື້ອ ແລະ ບ້ານເຝົ້າລະວັງ ເພື່ອຕິດຕາມຄ່າ ດັດສະນີໜອນນໍ້າ (HI,BI,CI) ຖ້າ ພົບບ້ານໃດມີຄ່າດັດສະນີສູງແມ່ນ ຕ້ອງໄດ້ລົງສ້າງຂະບວນ ການທໍາ ລາຍແຫລ່ງແພ່ພັນຍຸງລາຍ; ການ ລ້ຽງປາຫາງນົກຍຸງ ເພື່ອຄວບຄຸມ ໜອນນໍ້າ, ຊຸກຍູ້ ແລະ ສົ່ງເສີມໃຫ້ ສຳນັກງານຫ້ອງການ ແລະ ເຮືອນ ປະຊາຊົນ ທີ່ມີເງື່ອນໄຂໃຫ້ລ້ຽງປາ ຫາງນົກຍຸງ; ການນໍາໃຊ້ຢາຂ້າ ໜອນນໍ້າ ແລະ ການພົ່ນຢາຂ້າຍຸງ ໂຕແກ່ໃນກໍລະນີມີການລະບາດ ຂອງໄຂ້ຍຸງລາຍ. ທ່ານ ອະນຸສັກ ແກ້ວປະເສີດ ຮອງຫົວໜ້າພະແນກສາທາລະນະ ສຸກ ແຂວງອັດຕະປື ໄດ້ໃຫ້ຮູ້ວ່າ: ພະຍາດໄຂ້ຍຸງລາຍແມ່ນພະຍາດ ເຊື້ອຈຸລະໂລກ (virus) ມີ 4 serotypes ຄື: DEN 1, DEN 2, DEN 3, DEN 4, ພາຫະນະນໍາ ເຊື້ອແມ່ນອາໄສຍຸງລາຍ ໂຕແມ່ເປັນ ຕົວນໍາສົ່ງເຊື້ອ, ອາການສະແດງ ຂອງຄົນທີ່ເປັນພະຍາດດັ່ງກ່າວ ແບ່ງ ອອກເປັນ 3 ຮູບແບບຄື: 1. ໄຂ້ຍຸງລາຍບໍ່ມີອາການເຕືອນ ມີ ອາການໄຂ້ ບວກກັບມີ 2 ອາການ ດັ່ງຕໍ່ໄປນີ້: ປວດຮາກ, ຮາກ, ມີຜື່ນ, ເຈັບຫົວ, ປວດຕາມຕົນໂຕ ແລະ ຂໍ່, ເມັດເລືອດຂາວຕໍ່າ, 2. ໄຂ້ຍຸງລາຍ ມີອາການເຕືອນ ມີອາການດັ່ງກ່າວ ຂ້າງເທິງ ພ້ອມທັງມີອາການເຕືອນ ເຊັ່ນ: ເຈັບທ້ອງ, ຮາກຕໍ່ເນື່ອງ, ອັ່ງ ນໍ້າ, ມີເລືອດອອກຕາມອະໄວຍະວະ ຕ່າງໆ, 3. ໄຂ້ຍຸງລາຍຮ້າຍແຮງ ຈະ ມີອາການດັ່ງກ່າວຂ້າງເທິງ ພ້ອມ ທັງມີການຮົ່ວໄຫລຂອງປຣາສະມາ ຢ່າງຮຸນແຮງອາດເສຍຊີວິດໄດ້. ທ່ານ ອະນຸສັກ ກ່າວວ່າ: ເມື່ອ ອຸນຫະພູມສູງຂຶ້ນ ປະລິມານຝົນ ປ່ຽນແປງ ແລະ ຄວາມຊຸ່ມຊື່ນ ເພີ່ມຂຶ້ນ ສະພາບແວດລ້ອມເຫລົ່ານີ້ ຊ່ວຍໃຫ້ຍຸງໃຫຍ່ໄວ ແລະ ມີຈໍານວນ ຍຸງລາຍເພີ່ມຂຶ້ນ ແລະ ແຜ່ເຊື້ອໄດ້ ໄວຂຶ້ນ, ຜົນກະທົບທີ່ຕາມມາແມ່ນ ຈໍານວນຜູ້ເຈັບປ່ວຍເພີ່ມຂຶ້ນ ແລະ ມີຄວາມສ່ຽງຕໍ່ການເສຍຊີວິດ, ໂດຍ ສະເພາະໃນກຸ່ມທີ່ສ່ຽງສູງ ເຊັ່ນ: ເດັກນ້ອຍ, ຜູ້ສູງອາຍຸ, ກຸ່ມແມ່ຍິງ ແລະ ກຸ່ມຄົນພິການອາດເຂົ້າເຖິງ ຂໍ້ມູນການປ້ອງກັນ ຫລື ບໍລິການ ສຸຂະພາບໄດ້ຍາກກວ່າ, ເນື່ອງຈາກ ມີຂໍ້ຈຳກັດຫລາຍດ້ານເຮັດໃຫ້ມີ ຄວາມສ່ຽງສູງຂຶ້ນໃນການຕິດເຊື້ອ ພະຍາດໄຂ້ຍຸງລາຍ ແລະ ເພື່ອເປັນ ການປ້ອງກັນບໍ່ໃຫ້ມີການລະບາດ ຂອງພະຍາດໄຂ້ຍຸງລາຍ ຮຽກຮ້ອງ ໃຫ້ພໍ່ແມ່ປະຊາຊົນ ຊ່ວຍກັນໃນການ ຄວບຄຸມແຫລ່ງແພ່ພັນຂອງຍຸງລາຍ ໂດຍການປະຕິບັດຕາມຫລັກການ 5 ປ ທີ່ກະຊວງສາທາລະນະສຸກ ວາງອອກ ຄື: 1. ປິດຝາພາສະນະ ທີ່ເກັບນໍ້າໃນເຮືອນ ແລະ ນອກ ເຮືອນເພື່ອບໍໃຫ້ຍຸງລາຍມາໄຂໃສ່. 2. ປ່ຽນນໍ້າ ແລະ ຜັດຖູພາຊະນະ ເຊັ່ນ: ເຕົ້າດອກໄມ້, ນໍ້າຮອງຕີນຕູ້, ຖານຮອງຈອກນໍ້າ. 3. ປ່ອຍປາ ຫາງນົກຍູງ ເພື່ອກິນໜອນນໍ້າ. 4. ປັບປຸງບໍ່ໃຫ້ມີນໍ້າຄ້າງຂັງກະໂປະ, ກະປ໋ອງ, ຮາງລິນ, ຢາງຕີນລົດ ເກົ່າ. 5. ປະຕິບັດເປັນປະຈໍາທຸກໆ ອາທິດ ແລະ ຖ້າເປັນໄຂ້ໃຫ້ໄປ ປິ່ນປົວຢູ່ໂຮງໝໍ, ສຸກສາລາໃກ້ບ້ານ ທ່ານ. ພ້ອມນັ້ນ ຖ້າຫາກປະຊາຊົນ ຫາກມີອາການເຈັບໄຂ້ຂໍໃຫ້ເຂົ້າ ກວດຕາມສະຖານທີ່ໂຮງໝໍແຂວງ, ເມືອງ ຫລື ໂຮງໝໍຊຸມຊົນໃກ້ເຮືອນ ແລະ ຫ້າມບໍ່ໃຫ້ຊື້ຢາມາກິນເອງ. ໂດຍ: ມະນີວອນ

RkJQdWJsaXNoZXIy MTc3MTYxMQ==