11/05/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ບົດສະເໜີົີ gsfdkoxts;a flkf0v'[A oIq [fPo[Po26 c,j o0u f\kpva opy j '.spj 0v'p5 dltw\ 81 xu ;a ow--totlq '7k,xq dxh v'xy 85 r6 ,0v'ltstrk[3-;Pf c]t w--tot0v'mq j ;3]d8h ko]a fmy 2kf-y f ພາຍຫລັງທີ່ໄດ້ກະກຽມມາໄລ ຍະໜຶ່ງ, ເຖິງເວລາ 17 ໂມງ ຂອງ ວັນທີ 17/3/1954 ກອງທັບ ແລະ ປະຊາຊົນຫວຽດນາມ ກໍໄດ້ລັ່ນສຽງ ປິນບຸກໂຈມຕີສັດຕູໃນຂະນະທີ່ພວກ ເຂົາພວມເຜີຕົວ. ການບຸກໂຈມຕີ ດຽນບຽນຟູເປັນເວລາ 55 ວັນ - ຄືນ, ໄດ້ແບ່ງອອກເປັນ 3 ຄັ້ງໃຫຍ່: ການບຸກໂຈມຕີຄັ້ງທີ 1 ເລີ່ມແຕ່ ວັນທີ 13 - 17/3 /1954 ກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ດັບ ສູນ 2 ກຸ່ມຖານທີ່ໝັ້ນຢູ່ຣິມລານ ແລະ ດົກເລິບຢ່າງຮາບຄາບ ບັງຄັບ ໃຫ້ສັດຕູອອກມາຍອມຈຳນົນຢູ່ຈຸດ ບ້ານແກ້ວ, ທໍາລາຍສິ່ງກີດກັ້ນ, ເປີດທາງໄຂສູ່ທິດເໜືອຂອງຖານ ທັບສັດຕູ. ການບຸກໂຈມຕີຄັ້ງທີ 2 ເລີ່ມ ແຕ່ວັນທີ 30/3 ຮອດທ້າຍເດືອນ 4/1954, ຮັດແຄບວົງປິດລ້ອມເພື່ອ ແບ່ງແຍກສັດຕູອອກແລ້ວບຸກໂຈມຕີ ຢ່າງລຽນຕິດ, ຢຶດໄດ້ກຸ່ມຖານທີ່ໝັ້ນ ສ່ວນໃຫຍ່ລຽບຕາມຈຸດສູງທາງທິດ ຕາເວັນອອກ, ບັ້ນຮົບບຸກໂຈມຕີ ຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ທີ່ມີຂຸມຄອງຄົດໂຄ້ງ ຫລາຍຮ້ອຍກິໂລແມັດ ໄດ້ເຮັດໃຫ້ ສັດຕູຕົກຢູ່ທ່າຫວາດຫວັ່ນຢ້ານກົວ, (ເນື່ອງໃນໂອກາດວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 72 ປີ ວັນທີ 7/5/1954-7/5/2026)ື່ັັ້ົູົີັີ ດຽນບຽນຟູ ໃນເວລານັ້ນແມ່ນໄດ້ ກາຍເປັນຂຸມນາລົກຝັງທະຫານສັດ ຕູ. ໃນວັນທີ 19/4/ 1954 ກົມ ການເມືອງໄດ້ເປີດກອງປະຊຸມ ເພື່ອ ຕີລາຄາໝາກຜົນໃນການບຸກໂຈມຕີ 2 ຄັ້ງ ແລະ ໄດ້ຢັ້ງຢືນວ່າ: ທົ່ວພັກ ທົ່ວປວງຊົນຈະນໍາເອົາທຸກກຳລັງ ສະໜອງຊ່ວຍໜູນໃຫ້ແກ່ບັ້ນຮົບ ດຽນບຽນຟູ ແລະ ຈະເຮັດສຳເລັດ ຕາມຄວາມຮຽກຮ້ອງຕ້ອງການ ເພື່ອຍາດເອົາໄຊຊະນະໃນບັ້ນຮົບນີ້ ໃຫ້ໄດ້ຢ່າງແນ່ນອນ. ການບຸກໂຈມຕີຄັ້ງທີ 3 ໃນວັນ ທີ 1/5/1954 ກອງທັບ ແລະ ປະ ຊາຊົນຫວຽດນາມ ໄດ້ບຸກໂຈມຕີ ເຂົ້າດັບສູນເຮືອນຮັງສຸດທ້າຍຂອງ ສັດຕູຢູ່ໃນດຽນບຽນຟູ. ວັນທີ 7/5/ 1954 ນາຍພົນນາວາ ພ້ອມກັບ ເສນາທິການທະຫານທັງໝົດໄດ້ ອອກມາຍອມຈຳນົນ, ບັ້ນຮົບດຽນ ບຽນຟູ ຍາດໄດ້ໄຊຊະນະອັນຍິ່ງ ໃຫຍ່, ດັບສູນ ແລະ ຈັບເປັນສະເລີຍ ເສີກ 16.200 ຄົນ, ຍິງເຮືອບິນຕົກ 62 ລຳ, ຢຶດ ແລະ ທຳລາຍອາວຸດ ຍຸດໂທປະກອນພາຫະນະສົງຄາມ ຂອງສັດຕູໄດ້ທັງໝົດ. ໄຊຊະນະບັ້ນຮົບດຽນບຽນຟູ ແມ່ນຈຸດສູງສຸດ, ແມ່ນການທົດສອບ ກຳລັງແຮງຮອບດ້ານ, ດຸເດືອດ ຂ້ຽວຂາດທີ່ສຸດໃນພາລະກິດຕໍ່ສູ້ກູ້ ຊາດລະຫວ່າງ ກອງທັບປະຊາຊົນ ຫວຽດນາມ ກັບພວກລ່າເມືອງ ຂຶ້ນຝຣັ່ງຜູ້ຮຸກຮານ ແລະ ການ ແຊກແຊງຊ່ວຍໜູນຂອງຈັກກະພັດ ອາເມລິກາ. ໄຊຊະນະດຽນບຽນ ຟູບໍ່ພຽງແຕ່ຢັ້ງຢືນກຳລັງແຮງ ແຫ່ງຄວາມສາມັກຄີຂອງຊາດ ຫວຽດນາມເທົ່ານັ້ນ, ຫາກຍັງແມ່ນ ຈຸດເດັ່ນໃນປະຫວັດສາດປົດປ່ອຍ ຊາດໃນໂລກ, ແມ່ນແຫລ່ງລະດົມ ກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ ປະຊາຊາດທີ່ຮັກຫອມສັນຕິພາບ. ໄຊຊະນະດຽນບຽນຟູຊຸກ ຍູ້ຂະບວນ ການປົດປ່ອຍຊາດທົ່ວໂລກບັນລຸໄດ້ ໄຊຊະນະຢ່າງສົມບູນ. ໄຊຊະນະດັ່ງ ກ່າວ ແມ່ນໝາກຜົນແຫ່ງການຕໍ່ສູ້ທີ່ ຍາກລຳບາກ, ໂດຍເລ່ີມຈາກຄວາມ ໂດດດ່ຽວ, ຍ້ອນວ່າໃນໄລຍະຕົ້ນ, ບັນດາທະຫານຂອງພົນເອກ ຫວໍ ງວຽນຢາບ ຖືກຕົກໃນທ່າໂດດດ່ຽວ. ຫລັງຈາກນັ້ນ, ສະພາບການຕໍ່ສູ້ໄດ້ ຜັນແປຍ້ອນປະຊາຊົນຫວຽດນາມ ໄດ້ພ້ອມກັນເຂົ້າຮ່ວມຂະບວນການ ໂດຍຍຶດໝັ້ນຄຳຂວັນ “ໄຊຊະນະ ປະຊາຊົນ”, ນີ້ບໍ່ພຽງແຕ່ແມ່ນການ ຕໍ່ສູ້ຂອງກຳລັງທະຫານແຕ່ຫາກຍັງ ມີການຮ່ວມຈິດຮ່ວມໃຈ, ການເສຍ ສະລະ ແລະ ການຕັດສິນໃຈຂອງ ປະຊາຊົນທັງຊາດອີກດ້ວຍ”. ໄຊຊະນະອັນຍິ່ງໃຫຍ່ນີ້ເກີດຈາກ ກຳລັງແຮງແຫ່ງຄວາມສາມັກຄີ ສູ້ຮົບຂອງ 3 ຊາດລາວ-ຫວຽດ ນາມ ແລະ ກຳປູເຈຍ ພ້ອມກັນຕໍ່ ສູ້ຕ້ານສັດຕູໂຕດຽວ. ເມື່ອ 3 ປະ ເທດສ້າງຕັ້ງກຳລັງປະຕິວັດຕ້ານ ຄືນການປົກຄອງຂອງລະບອບ ລ່າເມືອງຂຶ້ນນັ້ນ ແມ່ນຍາດໄດ້ ຜົນສຳເລັດຫລາຍຢ່າງ, ພິເສດ, ພາຍຫລັງທີ່ຝຣັ່ງຖືກປະລາໄຊຢູ່ ດຽນບຽນຟູ, ໄດ້ເຮັດໃຫ້ກອງປະຊຸມ ເຊີແນວບັນລຸໄດ້ໝາກຜົນອັນດີງາມ. ຝຣັ່ງຕ້ອງຍອມຮັບເອກະລາດຢູ່ທັງ 3 ປະເທດ ລາວ- ຫວຽດນາມ ແລະ ກຳປູເຈຍ. ໄຊຊະນະດຽນບຽນຟູ ບໍ່ ພຽງແຕ່ຢຸດຕິອຳນາດການປົກຄອງ ຂອງລັດທິລ່າເມືອງຂຶ້ນຢູ່ 3 ປະເທດ ອິນດູຈີນ ເທົ່ານັ້ນ, ຫາກຍັງເປີດ ສັງກາດໃໝ່ໃຫ້ປະຫວັດສາດຂອງ ມວນມະນຸດ. ຈາກໄຊຊະນະນີ້, ໄດ້ ປຸກລະດົມກຳລັງແຮງໃຫ້ບັນດາປະ ເທດຫົວເມືອງຂຶ້ນອື່ນໆ ລຸກຮືຂຶ້ນຕໍ່ສູ້ ຍາດເອົາເອກະລາດ ຊຶ່ງສາມາດເວົ້າ ໄດ້ວ່າບັ້ນຮົບດຽນບຽນຟູແມ່ນໜຶ່ງ ໃນບັນດາບັ້ນຕໍ່ສູ້ສຳຄັນແຖວໜ້າໃນ ປະຫວັດສາດໂລກ. ເຫດການປະຫວັດສາດຂອງ ບັ້ນຮົບດຽນບຽນຟູ ໄດ້ສົ່ງຜົນ ກະທົບຢ່າງໃຫຍ່ຫລວງຕໍ່ບັນດາ ຂະບວນການປົດປ່ອຍຊາດຢູ່ຫລາຍ ພາກພື້ນທັງແມ່ນຂີດໝາຍອັນຍິ່ງ ໃຫຍ່ຂອງຍຸກສະໄໝ, ແມ່ນເຫດ ການທ່ີມີຄວາມໝາຍແຜ່ກະຈາຍ ທົ່ວໂລກ. ເປັນຄັ້ງທຳອິດໃນປະ ຫວັດສາດ, ຊາດໜ່ຶງທ່ີຖືກກົດຂ່ີ ຂູດຮີດສາມາດເອົາໄຊຊະນະການ ຮຸກຮານຂອງປະເທດມະຫາອຳ ນາດ, ຍາດເອົາເອກະລາດມາໃຫ້ ປະເທດຊາດ, ນຳສິດປະຊາທິປະໄຕ ມາໃຫ້ປະຊາຊົນຢ່າງແທ້ຈິງ. ນັ້ນ ແມ່ນໄຊຊະນະອັນຍິ່ງໃຫຍ່ຂອງ ຊາດຫວຽດນາມ, ພ້ອມທັງແມ່ນ ໄຊຊະນະລວມຂອງບັນດາປະເທດ ທີ່ຖືກກົດຂີ່ຂູດຮີດທັງໝົດໃນໂລກ. ພາຍຫລັງຍາດໄດ້ໄຊຊະນະດຽນ ບຽນຟູ, ມີນັກຮຽນຮູ້, ນັກຄົ້ນຄວ້າ ປະຫວັດສາດໃນໂລກຕ່າງກໍ່ໃຫ້ຂໍ້ ສັງເກດວ່າ: ບົດຮຽນຈາກໄຊຊະນະ ດຽນບຽນຟູ ໃນວັນທີ 7 ພຶດສະພາ 1954 ມີຄຸນຄ່າດ້ານການຕໍ່ສູ່ ເພື່ອຄວາມເປັນເອກະລາດ, ແມ່ນ ແບບຢ່າງອັນໃສແຈ້ງໃນຂະບວນ ການຕໍ່ສູ້ປົດປ່ອຍຊາດ, ເປີດໜ້າ ປະຫວັດສາດໃໝ່ໃຫ້ແກ່ມວນມະ ນຸດໂລກ. ໃນສະພາບການດັ່ງກ່າວ ສ ຣັດ ເຊຍ ໄດ້ຮຽກຮ້ອງຢ່າງຕໍ່ເນື່ອງໃຫ້ ປະຊາຄົມໂລກເຄົາລົບ ແລະ ປົກ ປ້ອງຫລັກການແນໃສ່ການສະກັດ ກັ້ນການເກີດສົງຄາມ, ການຂ້າລ້າງ ເຜົ່າພັນ, ອາຊະຍາກຳສົງຄາມ, ການທໍລະມານ ແລະ ອາຊະຍາກຳ ອື່ນໆຕໍ່ມະນຸດຊາດທີ່ພັດທະນາໂດຍ ສານຕຸລາການທະຫານສາກົນ ຢູ່ ນະຄອນນູເຣນເບິກ ແລະ ສານ ຕຸລາການທະຫານສາກົນສຳລັບ ຕາເວັນອອກ. ຄຳຕັດສິນຂອງທັງ ສອງສານແມ່ນພື້ນຖານທີ່ໝັ້ນຄົງ ແລະ ບໍ່ສາມາດປ່ຽນແປງໄດ້ຂອງ ກົດໝາຍສາກົນ ແລະ ລະບຽບໂລກ ໃນປັດຈຸບັນ. ໃນຖານະເປັນເອກອັກຄະລັດ ຖະທູດ ແຫ່ງ ສ ຣັດເຊຍ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ເປັນພົນລະ ເມືອງຂອງ ສ ຣັດເຊຍ ຂ້າພະເຈົ້າ ຮູ້ສຶກດີໃຈເປັນພິເສດໃນມື້ນີ້ທີ່ໄດ້ ຮັບຮູ້ວ່າສອງປະເທດຂອງພວກເຮົາ ຢືນຢູ່ຝ່າຍດຽວກັນຂອງປະຫວັດ ສາດໂລກ, ເປັນເອກະພາບກັນໃນ ການເຄົາລົບອະດີດ ແລະ ຄຳໝັ້ນ ສັນຍາໃນການຮັກສາຄວາມເປັນ ຈິງທາງປະຫວັດສາດ ແລະ ສະ ກັດກັ້ນຄວາມພະຍາຍາມທີ່ຈະບິດ ເບືອນມັນ. ປະຊາຊົນລາວ ໄດ້ຜ່ານຜ່າ ຄວາມຫຍຸ້ງຍາກລຳບາກຈາກສົງ ຄາມໃນໄລຍະການຕໍ່ສູ້ກູ້ຊາດຕ້ານ ຜູ້ຮຸກຮານຕ່າງດ້າວ ແລະ ປັດຈຸບັນ (ເນື່ອງໃນໂອກາດວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ)ື່ັົົ້ິຸູົີ ຜົນກະທົບຈາກສົງຄາມ ກໍຍັງສືບ ຕໍ່ເປັນໄພຂົ່ມຂູ່ ແລະ ກີດຂວາງຕໍ່ ການດໍາລົງຊີວິດຂອງປະຊາຊົນ ເນື່ອງຈາກວ່າມີການຖິ້ມລະເບີດໃສ່ ລາວຫລາຍກວ່າ 3 ລ້ານລູກ ແລະ ລູກລະເບິີດຈໍານວນຫລາຍຍັງຕົກ ຄ້າງຢູ່ໃນດິນແດນລາວ. ໃນຊ່ວງ ເວລາທີ່ຍາກລຳບາກທີ່ສຸດຂອງ ລາວ, ໄດ້ສະແດງໃຫ້ເຫັນເຖິງສາຍ ພົວພັນທີ່ໃກ້ຊິດລະຫວ່າງປະຊາຊົນ ສອງປະເທດເຖິງແມ່ນວ່າຈະມີທີ່ຕັ້ງ ພູມສາດທີ່ຫ່າງໄກກັນ, ສະຫະພາບ ໂຊວຽດ ໄດ້ປະກອບສ່ວນຢ່າງຕັ້ງ ໜ້າໃນກອງປະຊຸມເຈນີວາ ໃນປີ 1953 ທີ່ເຮັດໃຫ້ລັດທິລ່າເມືອງຂຶ້ນ ໃນອິນດູຈີນສິ້ນສຸດລົງ, ໄດ້ໃຫ້ການ ສະໜັບສະໜູນຢ່າງຫລວງຫລາຍ ແກ່ກອງກຳລັງຮັກຊາດຂອງລາວ ໃນໄລຍະສົງຄາມປິດລັບ, ປະກອບ ສ່ວນຍາດເອົາໄຊຊະນະ, ພ້ອມ ທັງໄດ້ຊ່ວຍຮັບປະກັນຄວາມອາດ ສາມາດໃນການປ້ອງກັນປະເທດ ແລະ ການພັດທະນາເສດຖະກິດ ພາຍຫລັງການສະຖາປະນາ ເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ຝ່າຍຣັດເຊຍ ສະແດງຄວາມ ຂອບໃຈຢ່າງສຸດຊຶ້ງຕໍ່ ສປປ ລາວ ທີ່ໄດ້ລະນຶກເຖິງວິລະກໍາອັນພິລະ ອາດຫານຂອງນັກບິນສາກົນນິຍົມ ໂຊວຽດ ໃນອະນຸສອນສະຖານ ທີ່ສ້າງຂຶ້ນໃນປີ 2022 ທີ່ນະຄອນ ຫລວງວຽງຈັນ ແລະ ເມືອງແປກ ແຂວງຊຽງຂວາງ. ພວກເຮົາຮັບຮູ້ ເຖິງນະໂຍບາຍທີ່ເປັນເອກະລາດ ແລະ ມີເຫດມີຜົນຂອງລາວ ຊຶ່ງ ຮ່ວມກັບ ສ ຣັດເຊຍ ແລະ ບັນດາ ປະເທດທີ່ມີຈຸດຢືນດຽວກັນ ລວມ ທັງພາຍໃນກຸ່ມປະເທດເພື່ອນມິດ ໃນການປົກປ້ອງກົດບັດສະຫະ ປະຊາຊາດ, ໄດ້ຮັບຮອງເອົາມະຕິ ຂອງສະຫະປະຊາຊາດ ແລະ ອົງ ການຕ່າງໆຢ່າງຕໍ່ເນື່ອງກ່ຽວກັບ ການຕໍ່ສູ້ຕ້ານການສັນລະເສີນລັດທິ ນາຊີ, ການຕໍ່ຕ້ານລັດທິລ່າເມືອງ ຂຶ້ນແບບໃໝ່ໃນທຸກຮູບແບບ ແລະ ປາກົດການ, ຄວາມສຳຄັນຂອງ ສົນທິສັນຍາສາກົນ ວ່າດ້ວຍສິດທິ ມະນຸດ ແລະ ອື່ນໆ. ໃນປີ 2025 ຣັດເຊຍ ແລະ ລາວ ສະເຫລີມສະຫລອງວັນຄົບຮອບ ທີ່ສຳຄັນຂອງຊາດ ແລະ ຂອງ ສອງປະເທດ ຄື: ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນແຫ່ງໄຊຊະນະໃນ ສົງຄາມປ້ອງກັນປິຕຸພູມ ຄົບຮອບ 80 ປີ, ວັນຄົບຮອບ 65 ປີ ຂອງ ການສ້າງຕັ້ງສາຍພົວພັນທາງການ ທູດ ລະຫວ່າງ ສອງປະເທດຂອງ ພວກເຮົາ, ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ. ໃນປີ ທີ່ຜ່ານມາ, ບັນດາຄະນະຜູ້ແທນຂັ້ນ ສູງຈາກ ສປປ ລາວ ທີ່ໄດ້ເຂົ້າຮ່ວມ ໃນການສະເຫລີມສະຫລອງວັນທີ 9 ພຶດສະພາ ທີ່ນະຄອນຫລວງມົດສະ ກູ ປະກອບມີ: ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການ ຕ່າງປະເທດ ແລະ ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ລັດຖະມົນຕີ ກະຊວງປ້ອງກັນປະເທດ ຊຶ່ງໃນ ປັດຈຸບັນໄດ້ດຳລົງຕຳແໜ່ງເປັນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ກ້ອນກໍາລັງກອງທັບ ປະຊາຊົນລາວ ກໍໄດ້ເດີນຂະບວນ ສວນສະໜາມຜ່ານຈະຕຸລັດແດງ. ທ່ານ ທອງລຸນ ສີສຸລິດ ປະທານປະ ເທດ ແຫ່ງ ສປປ ລາວ ໄດ້ຢ້ຽມຢາມ ນະຄອນຫລວງມົດສະກູ ຢ່າງເປັນ ທາງການ (ເດືອນກໍລະກົດ), ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ ເຂົ້າຮ່ວມກອງປະຊຸມເສດຖະກິດ ຕາເວັນອອກ ທີ່ເມືອງວລາດີວອດ ສະຕົກ (ເດືອນກັນຍາ). ໃນໂອ ກາດຄົບຮອບ 50 ປີ ວັນສະຖາປະ ນາ ສປປ ລາວ (ເດືອນທັນວາ) ຄະນະຜູ້ແທນຂັ້ນສູງຂອງ ສ ຣັດເຊຍ ກໍໄດ້ເດີນທາງມາຮ່ວມງານນຳ ໂດຍທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງຣັດເຊຍ ແລະ ທ່ານ ວາຊີລີ ໂອຊີມາກົບ ຮອງລັດຖະມົນຕີກະຊວງປ້ອງກັນ ປະເທດຣັດເຊຍ. ນອກຈາກນັ້ນ, ຍັງໄດ້ຕ້ອນຮັບການຢ້ຽມຢາມຂອງ ທ່ານ ເຊຣເກ ໂຊຍກູ ເລຂາທິການ ສະພາຄວາມໝັ້ນຄົງ ແຫ່ງ ສະຫະ ພັນຣັດເຊຍ (ເດືອນທັນວາ). ໃນປີນີ້ ຣັດເຊຍ ມີຄວາມຍິນດີ ຈະຕ້ອນຮັບທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໃນໂອກາດການສະເຫລີມສະຫລອງ ວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ເມື່ອວັນທີ 9 ພຶດສະພາ 2026. ການເປັນຄູ່ຮ່ວມມືທີ່ເຂັ້ມແຂງ ແລະ ໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ໃນລະດັບສູງ ແລະ ລະດັບ ສູງສຸດສົ່ງເສີມໃຫ້ແກ່ການພັດທະ ນາການຮ່ວມມືລະຫວ່າງ ຣັດເຊຍ ແລະ ລາວ ໃນຫລາຍຂົງເຂດຄື: ການປ້ອງກັນຊາດ ແລະ ປ້ອງກັນ ຄວາມສະຫງົບ, ການປະສານ ງານທັງໃນພາກພື້ນ ແລະ ສາກົນ, ລວມທັງໃນຂອບຂອງອົງການສະ ຫະປະຊາຊາດ ແລະ ຄູ່ເຈລະຈາ ຣັດເຊຍ-ອາຊຽນ, ການຮ່ວມມື ດ້ານເສດຖະກິດທີ່ຫລາກຫລາຍ, ການສຶກສາ, ການຝຶກອົບຮົມ ແລະ ການແລກປ່ຽນດ້ານມະນຸດສະທຳ. ພວກເຮົາຫວັງຢ່າງຈິງໃຈວ່າໃນ ການກ້າວໄປຂ້າງໜ້າຕາມເສັ້ນທາງ ນີ້, ພວກເຮົາຈະສາມາດເສີມຂະ ຫຍາຍສາຍພົວພັນຂອງພວກເຮົາ ໃຫ້ມີເນື້ອໃນທີ່ມີຄຸນນະພາບໃໝ່ ແລະ ຍົກລະດັບໃໝ່ໃຫ້ສູງຂຶ້ນກວ່າ ເກົ່າ, ບົນພື້ນຖານມິດຕະພາບອັນ ເປັນມູນເຊື້ອ ແລະ ຄວາມເປັນອ້າຍ ນ້ອງທີ່ໄດ້ກໍານົດໄວ້ໃນສົນທິສັນຍາ ວ່າດ້ວຍພື້ນຖານຂອງການພົວພັນ ມິດຕະພາບໃນວັນທີ 9 ມີນາ 1994, ແລະ ຖະແຫລງການວ່າດ້ວຍການ ເປັນຄູ່ຮ່ວມຍຸດທະສາດດ້ານຄວາມ ໝັ້ນຄົງໃນພາກພື້ນອາຊີ-ປາຊີຟິກ ໃນວັນທີ 14 ຕຸລາ 2011. ຂ້າພະເຈົ້າເຊື່ອໝັ້ນວ່າການຮ່ວມ ມືລະຫວ່າງຣັດເຊຍ ແລະ ລາວ ຈະ ສືບຕໍ່ປະກອບສ່ວນເຂົ້າໃນການເສີມ ສ້າງຄວາມຍຸຕິທຳສາກົນປົກປ້ອງ ລະບຽບໂລກຫລັງສົງຄາມຮ່ວມ ກັບປະຊາຊົນທີ່ຮັກຫອມສັນຕິພາບ ໃນທຸກປະເທດເພື່ອອະນາຄົດທີ່ ສວຍງາມຂອງສອງປະເທດພວກ ເຮົາ ກໍຄື ຂອງມວນມະນຸດທັງໝົດ ແລະ ການສະໜັບສະໜູນ, ພ້ອມກັບ ປະຊາຊົນທີ່ຮັກສັນຕິພາບຂອງທຸກ ປະເທດ, ເພື່ອຄວາມເປັນລະບຽບ ຮຽບຮ້ອຍຂອງໂລກຫລັງສົງຄາມ ໃນນາມຂອງການສ້າງອະນາຄົດ ທີ່ສົດໃສ ສຳລັບສອງປະເທດຂອງ ພວກເຮົາ ແລະ ເພື່ອມະນຸດຊາດ ທັງໝົດ.
RkJQdWJsaXNoZXIy MTc3MTYxMQ==