@ 0j k; c]t gsfdko j 11/05/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ນາຍົກລັດຖະມົນຕີ ເຂົ້າຮ່ວມ...ົັົີົ້່ ພຶດສະພາ 2026 ໂດຍການເປັນ ປະທານຂອງ ທ່ານ ເຟີດິນານ ມາ ຄອດ ຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ ໃນນາມ ປະທານອາຊຽນ 2026 ພາຍໃຕ້ ຄໍາຂວັນ ”ການນໍາທາງອະນາຄົດ ຂອງອາຊຽນຮ່ວມກັນ” ໂດຍການ ເຂົ້າຮ່ວມຂອງຜູ້ນໍາຂອງປະເທດ ສະມາຊິກອາຊຽນ, ຕາງໜ້າຄະນະ ຜູ້ແທນ ແລະ ເລຂາທິການໃຫຍ່ອາ ຊຽນ. ພາຍຫລັງສໍາເລັດການເຂົ້າ ຮ່ວມພິທີເປີດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48, ທ່ານນາຍົກ ລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສືບຕໍ່ນໍາພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 48 ແບບ ຄົບຄະນະ ແລະ ແບບວົງແຄບ. ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແບບຄົບຄະນະ, ບັນດາ ຜູ້ນໍາອາຊຽນ ໄດ້ຮັບຊາບຄວາມ ຄືບໜ້າໃນການຈັດຕັ້ງປະຕິບັດບັນ ດາບຸລິມະສິດສໍາລັບການເປັນປະ ທານອາຊຽນຂອງ ຟິລິບປິນ, ລວມ ທັງຄວາມຄືບໜ້າຂອງການສ້າງ ປະຊາຄົມອາຊຽນ ໂດຍສະເພາະ ອາຊຽນ ໄດ້ເລີ່ມຈັດຕັ້ງປະຕິບັດ ວິໄສທັດປະຊາຄົມອາຊຽນ 2045, ລວມທັງແຜນຍຸດທະສາດຂອງ ທັງສາມເສົາຄ້ຳປະຊາຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມ ຈອດອາຊຽນ. ພ້ອມນີ້, ກອງປະຊຸມ ຍັງໄດ້ແລກປ່ຽກຄຳຄິດຄຳເຫັນ ກ່ຽວກັບ ການຮັບປະກັນຄວາມໝັ້ນ ຄົງດ້ານພະລັງງານຂອງພາກພື້ນ, ສະຖຽນລະພາບຄວາມໝັ້ນຄົງ ດ້ານສະບຽງອາຫານ ແລະ ຄວາມ ປອດໄພຂອງປະຊາຊົນອາຊຽນ ທ່າມກາງສະພາບການຄວາມຂັດ ແຍ່ງທີ່ເກີດຂຶ້ນໃນປັດຈຸບັນຢູ່ບາງ ພາກພື້ນ ໂດຍສະເພາະສະພາບການ ໃນຕາເວັນອອກກາງ ອັນໄດ້ສົ່ງ ຜົນກະທົບຢ່າງຮ້າຍແຮງຕໍ່ເສດຖະ ກິດຂອງພາກພື້ນ ແລະ ໃນໂລກ. ກອງປະຊຸມ ໄດ້ເຫັນດີຮັບຮອງເອົາ ບັນດາຖະແຫລງການ ແລະ ເອກະ ສານທີ່ສຳຄັນ ເປັນຕົ້ນແມ່ນ ຖະ ແຫລງການຜູ້ນຳອາຊຽນ ວ່າດ້ວຍ ການຮ່ວມມືທາງທະເລ, ຖະແຫລງ ການຜູ້ນຳອາຊຽນ ວ່າດ້ວຍການ ຮັບມືກັບວິກິດການໃນຕາເວັນອອກ ກາງ ແລະ ອື່ນໆ ເພື່ອເປັນພື້ນຖານ ໃຫ້ແກ່ອາຊຽນ ໃນການເສີມສ້າງ ຄວາມເຂັ້ມແຂງໃຫ້ແກ່ປະຊາຄົມ ອາຊຽນ. ສຳລັບກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48 ແບບວົງແຄບ, ບັນດາຜູ້ນໍາອາຊຽນ ໄດ້ປຶກສາຫາລື ກ່ຽວກັບສະພາບການໃນພາກພື້ນ ແລະ ສາກົນ, ລວມທັງຄວາມອາດ ສາມາດຂອງອາຊຽນໃນການຄຸ້ມ ຄອງ ແລະ ຫລຸດຜ່ອນຜົນກະທົບ ຂອງການສະໜອງນໍ້າມັນ ແລະ ການເໜັງຕີງຂອງລາຄານໍ້າມັນ ຊຶ່ງເປັນຜົນກະທົບມາຈາກຄວາມ ຂັດແຍ່ງທາງດ້ານພູມສາດການ ເມືອງ ເພື່ອຖອດຖອນບົດຮຽນທີ່ ໄດ້ຈາກວິກິດການຕ່າງໆໃນພາກ ພື້ນ ແລະ ໃນໂລກ. ໃນນີ້, ຜູ້ນໍາອາ ຊຽນ ໄດ້ເນັ້ນຄວາມສໍາຄັນ ໃນການ ເລັ່ງລັດການໃຫ້ສັດຕະຍາບັນຂໍ້ຕົກ ລົງອາຊຽນ ວ່າດ້ວຍຄວາມໝັ້ນຄົງ ດ້ານນໍ້າມັນປິໂຕຣລຽມ, ເຄືອຂ່າຍ ພະລັງງານອາຊຽນ ແລະ ທໍ່ສົ່ງ ແກັສອາຊຽນ ໃຫ້ປະກົດຜົນເປັນຈິງ ເພື່ອຮັບປະກັນຄວາມສ່ຽງທີ່ອາດ ເກີດຂຶ້ນໃນຕໍ່ໜ້າ. ພ້ອມກັນນັ້ນ, ກໍ ຊຸກຍູ້ໃຫ້ເພີ່ມທະວີການຮ່ວມມືຂອງ ບັນດາຂະແໜງການທີ່ກ່ຽວຂ້ອງ ຂອງອາຊຽນ ໂດຍສະເພາະຂະ ແໜງການພະລັງງານ, ການຄ້າ, ກະສິກໍາ ແລະ ສິ່ງແວດລ້ອມ ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງ ເພື່ອກຽມຄວາມພ້ອມໃນການຮັບມື ກັບວິກິດການດ້ານພະລັງງານ ແລະ ສະບຽງອາຫານໃນອະນາຄົດ. ໃນວັນດຽວກັນ, ທ່ານນາຍົກ ລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ເຂົ້າຮ່ວມອາຫານເຊົ້າແບບ ເຮັດວຽກລະຫວ່າງ 3 ນາຍົກລັດ ຖະມົນຕີ ລາວ-ຫວຽດນາມ-ກໍາປູ ເຈຍ ເພື່ອປຶກສາຫາລື ແລະ ຊຸກຍູ້ ການພົວພັນຮ່ວມມືລະຫວ່າງ 3 ປະ ເທດ ແລະ ໄດ້ພົບປະສອງຝ່າຍກັບ ທ່ານນາຍົກລັດຖະມົນຕີ ສສ ຫວຽດ ນາມ, ທ່ານປະທານາທິບໍດີ ຟິລິບ ປິນ ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ ເພື່ອສືບຕໍ່ຊຸກຍູ້ ແລະ ສົ່ງເສີມການຮ່ວມມືສອງຝ່າຍ. ເຂົ້າຮ່ວມພິທີສະເຫລີມສະຫລອງ ວັນໄຊຊະນະສົງຄາມປົກປ້ອງປິຕຸ ພູມ ຄົບຮອບ 81 ປີ ຊຶ່ງຈັດຂຶ້ນ ໃນວັນທີ 9 ພຶດສະພາ 2026 ທີ່ ນະຄອນຫລວງມົດສະກູ ສະຫະພັນ ຣັດເຊຍ. ການສະເຫລີມສະຫລອງວັນ ໄຊຊະນະສົງຄາມປົກປ້ອງປິຕຸພູມ ເປັນໜຶ່ງໃນເຫດການປະຫວັດສາດ ທີ່ສໍາຄັນຂອງ ຣັດເຊຍ ແລະ ບັນດາ ປະຊາຊາດ ຊຶ່ງໄດ້ຈັດຂຶ້ນເພື່ອຈາ ລຶກຄຸນງາມຄວາມດີ ແລະ ສະແດງ ຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ກອງທັບແດງ ໂຊວຽດ ແລະ ທຸກ ຄົນທີ່ເສຍສະລະຊີວິດ ເພື່ອປົກປ້ອງ ປິຕຸພູມ ຈົນສາມາດຍາດມາໄດ້ໄຊ ຊະນະ ໃນສົງຄາມໂລກ ຄັ້ງທີ II. ໄຊຊະນະດັ່ງກ່າວ ຖືເປັນຄວາມທະ ນົງໃຈຂອງປະຊາຊົນສະຫະພາບ ໂຊວຽດ ໃນເມື່ອກ່ອນ ກໍຄື ສະຫະ ພັນ ຣັດເຊຍ ໃນປັດຈຸບັນ. ການເຂົ້າຮ່ວມພິທີສະເຫລີມ ສະຫລອງຄັ້ງນີ້, ມີບັນດາຜູ້ນໍາ ແລະ ຜູ້ຕາງໜ້າຈາກຫລາຍປະເທດ ເພື່ອນມິດ ແລະ ມີຫລາຍກິດຈະກຳ ສໍາຄັນຖືກຈັດສະແດງໃນງານດັ່ງ ກ່າວ ເປັນຕົ້ນແມ່ນການສະແດງ ເດີນສວນສະໜາມຂອງກ້ອນກຳ ປະທານປະເທດ... ລັງເຫລົ່າທັບຕ່າງໆ ຈາກທົ່ວປະ ເທດ. ໃນໂອກາດເຂົ້າຮ່ວມພິທີສະເຫລີມ ສະຫລອງຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ຍັງໄດ້ຖືກຕ້ອນຮັບຈາກ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ ແລະ ໄດ້ ພົບປະແລກປ່ຽນຄໍາຄິດຄໍາເຫັນ ດ້ວຍບັນຍາກາດອັນສ້າງສັນ ແລະ ກົງໄປກົງມາ. ສອງຝ່າຍຕີລາຄາ ສູງຕໍ່ໝາກຜົນຂອງການຮ່ວມມື ສອງຝ່າຍ ໃນຫລາຍຂົງເຂດວຽກ ງານ ໃນໄລຍະຜ່ານມາ. ການໄປເຂົ້າຮ່ວມພິທີສະເຫລີມ ສະຫລອງ ວັນໄຊຊະນະສົງຄາມປົກ ປ້ອງປິຕຸພູມ ຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໃນຄັ້ງນີ້ ແມ່ນໄດ້ຮັບ ການຕ້ອນຮັບຢ່າງອົບອຸ່ນ ແລະ ດຳເນີນໄປຢ່າງມີຜົນສໍາເລັດອັນ ຈົບງາມແຕ່ຕົ້ນຕະຫລອດປາຍ, ທັງໄດ້ເປັນການປະກອບສ່ວນທີ່ສໍາ ຄັນເຂົ້າໃນການເພີ່ມທະວີ ແລະ ຮັດ ແໜ້ນສາຍພົວພັນທີ່ເປັນມູນເຊື້ອອັນ ຍາວນານ ລະຫວ່າງ ສອງປະເທດ ລາວ-ຣັດເຊຍ ໃຫ້ກ້າວເຂົ້າສູ່ລວງ ເລິກ ແລະ ມີໝາກຜົນນັບມື້ນັບ ແໜ້ນແຟ້ນຍິ່ງໆຂຶ້ນ. ຂ່າວ-ພາບ: ອຸໄທລັດ ກອງປະຊຸມຮ່ວມລະຫວ່າງ ລັດຖະ ມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີເສດຖະກິດອາຊຽນ. ກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນ ໄດ້ຮັບຊາບຄວາມ ຄືບໜ້າ ໃນຂະບວນການສ້າງປະຊາ ຄົມອາຊຽນ ຊຶ່ງໂດຍລວມມີຄວາມ ຄືບໜ້າ ໂດຍສະເພາະ ປີ 2026 ເປັນປີທໍາອິດທີ່ອາຊຽນ ເລີ່ມຈັດ ຕັ້ງປະຕິບັດວິໄສທັດປະຊາຄົມອາ ຊຽນ 2045 ແລະ ບັນດາແຜນຍຸດ ທະສາດ ເພື່ອຈັດຕັ້ງປະຕິບັດວິໄສ ທັດດັ່ງກ່າວ. ກອງປະຊຸມຍັງໄດ້ປຶກ ສາຫາລື ກ່ຽວກັບການກະກຽມຈັດ ກິດຈະກໍາເພື່ອສະເຫລີມສະຫລອງ ຄົບຮອບ 50 ປີ ຂອງສົນທິສັນຍາ ໄມຕີຈິດ ແລະ ການຮ່ວມມືໃນອາຊີ ຕາເວັນອອກສ່ຽງໃຕ້ ໃນປີ 2026. ນອກນັ້ນ, ກໍປຶກສາຫາລືກ່ຽວກັບ ການພົວພັນຮ່ວມມືກັບຄູ່ຮ່ວມພາຍ ນອກ. ໃນນີ້, ສປປ ລາວ ໃນນາມ ປະເທດປະສານງານການພົວພັນ ອາຊຽນ-ການາດາ ກໍໄດ້ລາຍ ງານໂດຍລວມຄວາມຄືບໜ້າ ການ ພົວພັນຮ່ວມມືລະຫວ່າງ ອາຊຽນ ແລະການາດາໂດຍສະເພາະຄວາມ ຄືບໜ້າການເຈລະຈາຮ່າງແຜນປະ ຕິບັດງານອາຊຽນ-ການາດາ ສະ ບັບໃໝ່ ສໍາລັບປີ 2026-2030. ກອງປະຊຸມສະພາປະຊາຄົມ ການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 31 ໄດ້ຮັບຊາບຄວາມຄືບ ໜ້າການຈັດຕັ້ງປະຕິບັດວຽກງານ ແລະກິດຈະກໍາຂອງບັນດາຂະແໜງ ການພາຍໃຕ້ເສົາຄ້ຳປະຊາຄົມການ ເມືອງ-ຄວາມໝັ້ນຄົງອາຊຽນ ເປັນ ຕົ້ນແມ່ນ ການຮ່ວມມືໃນວຽກງານ ການຕ້ານອາຊະຍາກໍາຂ້າມຊາດ, ປ້ອງກັນປະເທດ, ກົດໝາຍ, ສິດທິ ມະນຸດ, ສົນທິສັນຍາວ່າດ້ວຍເຂດ ປອດອາວຸດນິວເຄລຍ ໃນອາຊີ ຕາເວັນອອກສ່ຽງໃຕ້, ການຈັດຕັ້ງ ປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາ ຊຽນ ກ່ຽວກັບ ມຽນມາ ແລະ ອື່ນໆ. ກອງປະຊຸມຍັງໄດ້ຮັບຊາບຄວາມ ຄືບໜ້າການຈັດຕັ້ງປະຕິບັດແຜນ ຍຸດທະສາດປະຊາຄົມການເມືອງຄວາມໝັ້ນຄົງອາຊຽນ ພາຍໃຕ້ ວິໄສທັດປະຊາຄົມອາຊຽນ 2045 ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ ຕົ້ນປີ 2026. ກອງປະຊຸມສະພາປະສານງານ ອາຊຽນ ຄັ້ງທີ 38 ຮັບຊາບການ ກະກຽມໃຫ້ແກ່ກອງປະຊຸມສຸດ ຍອດອາຊຽນ ຄັ້ງທີ 48 ແລະ ບັນ ດາກອງປະຊຸມທີ່ກ່ຽວຂ້ອງ ເປັນຕົ້ນ ແມ່ນ ແຜນການເຄື່ອນໄຫວ, ຫົວຂໍ້ ປຶກສາຫາລື, ຂັ້ນຕອນການດໍາເນີນ ກອງປະຊຸມ ແລະ ບັນຊີເອກະສານ ຜົນຂອງກອງປະຊຸມສຸດຍອດ. ພ້ອມ ນັ້ນ, ກອງປະຊຸມ ໄດ້ຮັບຮອງ ແລະ ຮັບຊາບບົດລາຍງານຕ່າງໆ ເປັນ ຕົ້ນ ບົດລາຍງານຂອງເລຂາທິການ ໃຫຍ່ອາຊຽນ ກ່ຽວກັບວຽກງານ ອາຊຽນ, ບົດລາຍງານກອງປະຊຸມ ສະພາປະຊາຄົມການເມືອງ-ຄວາມ ໝັ້ນຄົງອາຊຽນ ຄັ້ງທີ 31, ບົດ ລາຍງານກອງປະຊຸມສະພາປະຊາ ຄົມເສດຖະກິດອາຊຽນ ຄັ້ງທີ 27, ບົດລາຍງານກອງປະຊຸມສະພາປະ ຊາຄົມວັດທະນະທຳ-ສັງຄົມ ຄັ້ງທີ 35 ແລະ ບັນດາບົດລາຍງານທີ່ ກ່ຽວຂ້ອງ ເພື່ອນຳສະເໜີຕໍ່ກອງປະ ຊຸມສຸດຍອດອາຊຽນ ຄັ້ງທີ 48. ສຳລັບກອງປະຊຸມຮ່ວມລະ ຫວ່າງລັດຖະມົນຕີຕ່າງປະເທດອາ ຊຽນ ແລະ ລັດຖະມົນຕີເສດຖະກິດ ອາຊຽນ, ກອງປະຊຸມ ໄດ້ແລກ ປ່ຽນຄໍາຄິດເຫັນກ່ຽວກັບຜົນກະ ທົບທີ່ເກີດຈາກສະພາບການໃນຕາ ເວັນອອກກາງ ໂດຍສະເພາະຜົນກະ ທົບດ້ານພະລັງງານ ແລະ ສະບຽງ ອາຫານ. ກອງປະຊຸມ ຍັງໄດ້ປຶກສາ ຫາລືກ່ຽວກັບທິດທາງໃນຕໍ່ໜ້າ ແລະ ມາດຕະການຮີບດ່ວນ ເພື່ອ ແກ້ໄຂຜົນກະທົບທີ່ເກີດຂຶ້ນ ແລະ ເພື່ອເປັນການກຽມຄວາມພ້ອມ ຮັບມືຕໍ່ວິກິດການທີ່ອາດຈະເກີດຂຶ້ນ ໃນອະນາຄົດ. ໃນຕອນທ້າຍ, ກອງ ປະຊຸມ ໄດ້ເຫັນດີຕໍ່ເນື້ອໃນຂອງ ຖະແຫລງການຂອງຜູ້ນຳອາຊຽນ ວ່າດ້ວຍການຮັບມືກັບວິກິດການ ໃນຕາເວັນອອກກາງ ເພື່ອນຳສະ ເໜີໃຫ້ຜູ້ນໍາອາຊຽນ ພິຈາລະນາ ຮັບຮອງໃນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48. ຮອງນາຍົກ...ົ ທ່ານ ທອງສະຫວັນ ພົມວິຫານ (ຜູ້ທີ 2 ນັບຈາກຂວາຫາຊ້າຍ) ນາຍົກລັດຖະມົນຕີ ລາວ-...ົັົີ ປິຕິຍິນດີ ທີ່ໄດ້ມີໂອກາດພົບປະກັນ ອີກຄັ້ງໜຶ່ງ ແລະ ຕີລາຄາສູງ ຕໍ່ກົນ ໄກການພົບປະລະຫວ່າງ 3 ນາຍົກ ລັດຖະມົນຕີ ກໍາປູເຈຍ-ລາວຫວຽດນາມ ໃນໂອກາດເດີນທາງ ເຂົ້າຮ່ວມກອງປະຊຸມຕ່າງໆຢູ່ພາກ ພື້ນ ແລະ ສາກົນ ຊຶ່ງບໍ່ພຽງແຕ່ເປັນ ເວທີແລກປ່ຽນປົກກະຕິ, ແຕ່ຍັງ ເປັນກົນໄກການຮ່ວມມືຍຸດທະສາດ ອັນສໍາຄັນຍິ່ງ ໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະ ພາບອັນເປັນມູນເຊື້ອ, ຄວາມສາ ມັກຄີພິເສດ ແລະ ການຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ທີ່ມີມາແຕ່ດົນ ນານຂອງສາມຊາດອິນດູຈີນ. ພ້ອມ ດຽວກັນນີ້, ສາມນາຍົກລັດຖະມົນ ຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງສາມປະເທດ ກໍາປູເຈຍລາວ-ຫວຽດນາມ ທີ່ມີການຂະ ຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເຂັ້ມ ແຂງຍິ່ງຂຶ້ນ ຊຶ່ງພົ້ນເດັ່ນທີ່ສຸດແມ່ນ ການຮ່ວມມືດ້ານການເມືອງ, ການ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ບົນພື້ນຖານຄວາມໄວ້ເນື້ອ ເຊື່ອໃຈກັນໃນລະດັບສູງສຸດ ແລະ ສະແດງຄວາມເຊື່ອໝັ້ນວ່າ ກົນໄກ ການພົບປະໃນທຸກລະດັບ ຈະເປັນ ກໍາລັງຂັບເຄື່ອນ ເພື່ອຮັດແໜ້ນ ຄວາມສາມັກຄີ ແລະ ຍົກລະດັບ ການຮ່ວມມື ລະຫວ່າງສາມປະ ເທດ ໃຫ້ເຂົ້າສູ່ລວງເລິກຍິ່ງຂຶ້ນ. ນອກຈາກນັ້ນ, ສາມນາຍົກລັດຖະ ມົນຕີ ຍັງໄດ້ແຈ້ງສະພາບການພົ້ນ ເດັ່ນຂອງການພົວພັນຮ່ວມມືສອງ ຝ່າຍ ລະຫວ່າງ ລາວ-ຫວຽດນາມ, ລາວ-ກໍາປູເຈຍ ແລະ ກໍາປູເຈຍຫວຽດນາມ ໃຫ້ກັນຊາບໂດຍຫຍໍ້ ພ້ອມທັງໄດ້ແລກປ່ຽນທັດສະນະ ກ່ຽວກັບສະພາບການພົ້ນເດັ່ນ ໃນ ພາກພື້ນ ແລະ ສາກົນ ທີ່ມີຄວາມ ສົນໃຈຮ່ວມກັນ. ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງ ຄວາມຂອບໃຈຢ່າງຈິງໃຈຕໍ່ທ່ານ ນາຍົກລັດຖະມົນຕີ ກໍາປູເຈຍ ແລະ ຫວຽດນາມ ທີ່ໄດ້ສົ່ງສານສະແດງ ຄວາມຊົມເຊີຍ ໃນໂອກາດທີ່ໄດ້ ຮັບການເລືອກຕັ້ງໃຫ້ດໍາລົງຕໍາ ແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ອີກວາລະໜຶ່ງ, ພ້ອມ ທັງໄດ້ຊຸກຍູ້ການຮ່ວມມືສາມຝ່າຍ ໃນຂົງເຂດທີ່ເປັນບຸລິມະສິດ ໂດຍ ສະເພາະ ການເຊື່ອມໂຍງດ້ານໂຄງ ລ່າງ, ພະລັງງານ, ການຄ້າ, ການ ລົງທຶນ ແລະ ການທ່ອງທ່ຽວ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໃຫ້ເພີ່ມຂຶ້ນໃນຕໍ່ໜ້າ. ໃນໂອກາດດັ່ງກ່າວ, ທ່ານ ອານຸພາບ ວົງໜໍ່ແກ້ວ ໄດ້ສະ ແດງຄວາມຍິນດີຕ້ອນຮັບຢ່າງອົບ ອຸ່ນຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ທອຍລີ ເຄີບານອບ ຊຶ່ງ ເປັນຄັ້ງທໍາອິດໃນຖານະເປັນຜູ້ປະ ສານງານບໍລິຫານຂອງຫ້ອງການ ອາສາສະໝັກ ສປຊ, ອັນເປັນ ການຢັ້ງຢືນເຖິງຄວາມເອົາໃຈໃສ່ ແລະ ການໃຫ້ຄວາມສຳຄັນຕໍ່ກັບ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ໂຄງການອາສາສະໝັກ ສປຊ (United Nations Volunteer programme, UNV) ໃຫ້ມີ ຄວາມແໜ້ນແຟ້ນຍິ່ງຂຶ້ນ. ພ້ອມກັນ ນີ້, ທ່ານຮອງລັດຖະມົນຕີກະຊວງ ການຕ່າງປະເທດ ໄດ້ຕາງໜ້າໃຫ້ ລັດຖະບານ ແຫ່ງ ສປປ ລາວ ສະ ແດງຄວາມຂອບໃຈ ແລະ ຕີລາຄາ ສູງຕໍ່ການສະໜັບສະໜູນຂອງ ໂຄງການອາສາສະໝັກ ສປຊ ທີ່ ມີບົດບາດສໍາຄັນໃນການສົ່ງຜູ້ ຊ່ຽວຊານອາສາສະໝັກໃນຂອບ ສປຊ ເຂົ້າມາປະຈໍາຢູ່ ສປປ ລາວ ຕະຫລອດມາ ເພື່ອເສີມສ້າງຂີດ ຄວາມສາມາດ, ຖ່າຍທອດຄວາມ ຮູ້ ແລະ ເຕັກນິກວິຊາການ. ທ່ານ ຍັງໄດ້ກ່າວອີກວ່າ ຄວາມມີນໍ້າໃຈ ຂອງອາສາສະໝັກ ແລະ ນໍ້າໃຈ ໃນການຂານອາສາຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ຢູ່ໃນສັງຄົມລາວ ນັ້ນ, ໄດ້ກາຍເປັນສ່ວນໜຶ່ງຂອງວັດ ທະນະທໍາ ແລະ ຄຸນສົມບັດຂອງ ສະມາຊິກບັນດາອົງການຈັດຕັ້ງ ມະຫາຊົນລາວ ກໍຄື ຄົນລາວບັນດາ ເຜົ່າມາແຕ່ດົນນານແລ້ວ. ໃນໂອກາດນີ້, ທ່ານ ທອຍລີ ເຄີບານອບ ໄດ້ສະແດງຄວາມ ຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ແຈ້ງເຊີນຊວນບັນດາປະເທດ ສະມາຊິກແຕ່ງຕັ້ງຈຸດປະສານ ງານ ໃນການສະເຫລີມສະຫລອງ ປີອາສາສະໝັກສາກົນ 2026 ສໍາລັບການພັດທະນາແບບຍືນຍົງ (IVY 2026) ແລະ ເຮັດວຽກ ຢ່າງໃກ້ຊິດກັບຫ້ອງການອາສາ ສະໝັກ ສປຊ ເພື່ອຈັດບັນດາກິດ ຈະກໍາຕ່າງໆ. ພ້ອມກັນນັ້ນ, ກໍໄດ້ ຊົມເຊີຍຕໍ່ຜົນສຳເລັດໃນການຮ່ວມ ມື ລະຫວ່າງ ໂຄງການອາສາສະ ໝັກ ສປຊ ແລະ ລັດຖະບານ ແຫ່ງ ສປປ ລາວ ຊຶ່ງເລີ່ມມີການຮ່ວມມື ມາແຕ່ ປີ 1983. ພ້ອມນີ້, ທ່ານໄດ້ ຢືນຢັນຄວາມພ້ອມ ທີ່ຈະສືບຕໍ່ຂະ ຫຍາຍ ແລະ ເສີມສ້າງການຮ່ວມມື ໃນດ້ານການສະໜັບສະໜູນຊ່ຽວ ຊານອາສາສະໝັກຂອງອົງການ ສປຊ ເພື່ອຕອບສະໜອງຄວາມ ຮຽກຮ້ອງຕ້ອງການໃນການພັດທະ ນາຢ່າງຍືນຍົງໃນຕໍ່ໜ້າ. ຮອງລັດຖະມົນຕີ...ັົີ
RkJQdWJsaXNoZXIy MTc3MTYxMQ==