okpq d]a f4t,q o8u 1h P,1k,{,v[g7nj v'-j ;pgs]n v xt-k-q o[h ko3rolq ,[6 o muj 4n dzq odtmq [9kdrkp5 \kdgsa [ ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 30.03.2026 ປີທີ 25 ສະບັບທີ 6.406ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j -q ,g-u pzq oleg]a f dv'xt-5 ,7A 'xt4q ,,t]n d 0v'ltrkcsj '-kf -5 fmu X 1j k'l5 f.9K F ອ່ານຕໍ່ໜ້າ 3່ າໍ່ ໜ້າ o; sk]n cdh w0zq odtmq [9kd wrry [a fme,t-kf 16j 2 g,n v' dv'xt-5 ,7A 'xt4q ,,t]n d 0v'ltrkcsj '-kf -5 fmu X xy f]q 'fh ;pzq oleg]a f -q ,g-u pzq oleg]a fdv'xt-5 ,7A 'xt4q ,,t]n d 0v'ltrkcsj '-kf -5 fmu X 1j k'l5 f.9 xtmkoxtgmf 8y f8k,ltrk[ c]t ,v[g7nj v' -j ;pgs]n vz6h 4n dzq odtmq [ 9kdrkp5 \kdgsa [ F ອ່ານຕໍ່ໜ້າ 4່ າໍ່ ໜ້າ zq oleg]a fdv'xt-5 ,7A 'xt4q ,,t]n d 0v'ltrkcsj '-kf -5 fmu X 5 xu zj ko,k ltrkcsj '-kf gvq k.9.lj xt8y [a f |h kmu j 8k,rk]t[q f[kf,u zq oleg]a fs]kpfh ko ທ່ານ ວັນໄຊ ພອງສະຫວັນ ຂປລ. ກອງປະຊຸມຄັ້ງປະຖົມມະ ລືກ ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສຳເລັດ ພາຍຫລັງ ດຳເນີນມາແຕ່ວັນທີ 23-27 ມີນາ 2026 ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ໃຫ້ກຽດ ເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກ, ປະທານ ປະເທດ, ມີບັນດາການນຳ, ອະດີດ ການນຳຂັ້ນສູງ ພັກ, ລັດ, ພ້ອມ ດ້ວຍສະມາຊິກສະພາແຫ່ງຊາດ ຊຸດທີ X ເຂົ້າຮ່ວມ. ທ່ານ ໄຊສົມພອນ ພົມວິຫານ ໄດ້ຂຶ້ນກ່າວສູນທອນພົດ ປິດກອງ ປະຊຸມຢ່າງເປັນທາງການ ໂດຍມີ ບາງຕອນໃຫ້ຮູ້ວ່າ: ກອງປະຊຸມ ຂປລ. ກອງປະຊຸມຄະນະຊີ້ນຳ ໂຄງການ ແລະ ການສະຫລຸບການ ຈັດຕັ້ງປະຕິບັດ ໂຄງການຮ່ວມມື ຂປລ. ໃນວັນທີ 27 ມີນາ 2026 ນີ້, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສູນກາງ ຂປລ. ກອງປະຊຸມຄົ້ນຄວ້າ ເພື່ອ ແກ້ໄຂຜົນກະທົບຕໍ່ຄອບຄົວຜູ້ປະ ສົບໄພພິບັດພາຍຸໝາກເຫັບ ໃນວັນ ທີ 22 ຜ່ານມາ ຢູ່ໃນ 17 ບ້ານຂອງ ຂປລ. ໃນໄລຍະ 5 ປີຜ່ານມາ ສະພາແຫ່ງຊາດ ໄດ້ປະຕິບັດພາລະ ບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຕາມລັດຖະທຳມະນູນ ແລະ ກົດ ໝາຍວາງອອກຢ່າງຕັ້ງໜ້າ ແລະ ດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ ວຽກງານຮອບດ້ານພາຍໃນສະພາ ແຫ່ງຊາດ ມີຜົນສຳເລັດອັນພົ້ນ ເດັ່ນຫລາຍດ້ານ ເປັນຕົ້ນ ໄດ້ພິຈາ ລະນາຮັບຮອງການສ້າງ ແລະ ປັບ ປຸງກົດໝາຍ ໄດ້ທັງໝົດ 87 ສະບັບ. ໃນນີ້, ກົດໝາຍສ້າງໃໝ່ 24 ສະບັບ ແລະ ກົດໝາຍປັບປຸງ 63 ສະບັບ, ຂອງແຜນການ 5 ປີ, ໄດ້ຕີຄວາມ ໝາຍຂອງກົດໝາຍ ສໍາເລັດຈໍາ ນວນ 14 ບັນຫາ, ອອກນິຕິກຳໃຕ້ ຂປລ. ພາຍຫລັງສຳເລັດບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ (ສສຂ) ຊຸດ ທີ V ໃນວັນທີ 22 ກຸມພາ 2026 ຜ່ານມາ ໂດຍມີຜູ້ໄດ້ຮັບການເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ຈໍານວນທັງໝົດ 175 ທ່ານ ແລະ ມີຜູ້ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີV ຈໍານວນທັງໝົດ 745 ທ່ານ ເພື່ອເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າໄປນັ່ງຢູ່ໃນສະພາ, ເພາະສະພາແຫ່ງຊາດ ແມ່ນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າ, ເປັນອົງການສູງສຸດແຫ່ງລັດ, ເປັນອົງການນິຕິບັດຍັດມີ ພາລະບົດບາດພິຈາລະນາ, ຮັບຮອງເອົາລັດຖະທຳມະນູນ ແລະ ກົດໝາຍ, ຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ ແລະ ຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍຂອງບັນດາ ອົງການລັດ. ສະພາແຫ່ງຊາດ ແຕ່ລະຊຸດມີອາຍຸການ 5 ປີ ຊຶ່ງເລີ່ມແຕ່ ກອງປະຊຸມຄັ້ງປະຖົມລືມ ຂອງສະພາແຫ່ງຊາດຊຸດນັ້ນໄປເຖິງກອງປະຊຸມ ຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດໃໝ່. F ອ່ານຕໍ່ໜ້າ 2່ າໍ່ ໜ້າ ]a f4t[ko]k; c]t ]5 d-e[;d lts]5 [ dkoxt8y [a f37'dkoIj ;,,n fh kolt4y 8y w]pt II w22h k4n dzq odtmq [9kdwrry [a f 16 j g,n v'lu 37f8t[v' lt|v'wfh 100% ລະ ຫວ່າງ ລັດຖະບານລາວ ແລະ ລຸກຊໍາບວກດ້ານສະຖິຕິ ໄລຍະ II ພັກ, ຫົວໜ້າຫ້ອງວ່າການສະພາ ແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 3່ າໍ່ ໜ້າ ສອງເມືອງຄື: ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ຈັດຂຶ້ນ ໃນວັນທີ 26 ມີນາ 2026 ຢູ່ຫ້ອງ ຄັ້ງປະຖົມມະລືກ ຂອງສະພາແຫ່ງ ຊາດ ຊຸດທີ X ໄດ້ຕົກລົງຮັບຮອງ ກົດໝາຍ ໄດ້ທັງໝົດ 80 ສະບັບ, ໃຫ້ສັດຕະຍາບັນແກ່ສົນທິສັນຍາ ແລະ ສັນຍາສາກົນ ໄດ້ທັງໝົດຈໍາ ນວນ 7 ສະບັບ. ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ລາຍ ງານໃນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນ ວັນທີ 26 ມີນາ 2026 ນີ້ວ່າ: ໄລ ຍະ 5 ປີຜ່ານມາ ສະພາແຫ່ງຊາດ ໄດ້ດຳເນີນກອງປະຊຸມສະໄໝສາ ມັນ ແລະ ສະໄໝວິສາມັນ ໄດ້ 12 ຄັ້ງ, ພິຈາລະນາບັນຫາສໍາຄັນຂອງ ປະເທດຊາດ ໄດ້ 196 ເນື້ອໃນ, ຮັບ ຮອງອອກເປັນມະຕິ 106 ສະບັບ, F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 3່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ
@ 0j k; c]t gsfdko j 30/03/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ກອງປະຊຸມຄັ້ງປະຖົມມະລືກ...ຸັ້ົື ຊົມເຊີຍຜົນສຳເລັດ...ົີົັ ຂປລ. ຕອນແລງວັນທີ 27 ມີນາ 2026 ນີ້, ຢູ່ຫ້ອງການບ້ານວຽງ ຄໍາ, ເມືອງສີໂຄດຕະບອງ, ກອງພັນ ໃຫຍ່ທະຫານຮາບ ທີ 11, ເຮືອນ ຊານຂອງປະຊາຊົນຕໍ່ໜ້າຄ້າຍ ທະຫານອາກາດ ແລະ ບ້ານຈັນ ສະຫວ່າງ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກ, ປະທານປະເທດ ພ້ອມຄະນະໄດ້ເຄື່ອນໄຫວຕິດຕາມ ສະພາບ, ພ້ອມທັງມອບເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ຄອບ ຄົວທີ່ຖືກຜົນກະທົບຈາກພາຍຸລະດູ ຮ້ອນໝາກເຫັບຕົກ ໃນວັນທີ 22 ມີນາຜ່ານມາ. ການລົງເຄື່ອນໄຫວໃນຄັ້ງນີ້, ທ່ານປະທານປະເທດ ໄດ້ຮັບຟັງ ການລາຍງານສະພາບການຟື້ນຟູ ແລະ ການຊ່ວຍຄອບຄົວທີ່ຖືກຜົນ ເອົາຫລາຍບັນຫາສຳຄັນ ຂອງພັກ, ລັດ ເປັນຕົ້ນ ໄດ້ດໍາເນີນການເລືອກ ຕັ້ງຕຳແໜ່ງສໍາຄັນຕ່າງໆ ຂອງ ອົງການອໍານາດແຫ່ງລັດ ເຊັ່ນ: ປະ ທານສະພາແຫ່ງຊາດ, ຮອງປະ ທານສະພາແຫ່ງຊາດ, ກຳມາທິ ການຄະນະປະຈຳສະພາແຫ່ງຊາດ, ເລືອກຕັ້ງປະທານປະເທດ, ຮອງປະ ທານປະເທດ, ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ປະທານ ສານປະຊາຊົນສູງສຸດ, ຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ, ປະທານອົງການກວດກາແຫ່ງລັດ ແລະ ປະທານອົງການກວດສອບ ແຫ່ງລັດ. ພ້ອມດຽວກັນນັ້ນ, ກອງ ປະຊຸມຍັງໄດ້ຮັບຮອງເອົາກົງຈັກ ການຈັດຕັ້ງຂອງສະພາແຫ່ງຊາດ, ປະທານກຳມາທິການ ແລະ ຫົວໜ້າ ຫ້ອງວ່າການສະພາແຫ່ງຊາດ, ຮັບ ຮອງເອົາໂຄງປະກອບກົງຈັກຂອງ ລັດຖະບານ ແລະ ຮັບຮອງເອົາການ ແຕ່ງຕັ້ງສະມາຊິກລັດຖະບານ. ເລັດຫລາຍດ້ານ ອັນໄດ້ປະກອບ ສ່ວນເຮັດໃຫ້ເສດຖະກິດທົ່ວປະເທດ ມີສະຖຽນລະພາບ ດ້ານການເມືອງ ໜັກແໜ້ນ, ສັງຄົມມີຄວາມສະຫງົບ ປອດໄພ, ການຄຸ້ມຄອງລັດ, ຄຸ້ມ ຄອງເສດຖະກິດ-ສັງຄົມດ້ວຍກົດ ໝາຍມີໝາກຜົນດີຂຶ້ນເທື່ອລະກ້າວ. ຄຽງຄູ່ກັບການຕີລາຄາຜົນສໍາເລັດ ດັ່ງກ່າວ, ກອງປະຊຸມຍັງໄດ້ສະເໜີ ໃຫ້ລັດຖະບານ ເພີ່ມທະວີການຊີ້ນໍາ ບັນຊາ ບັນດາຂະແໜງການຂັ້ນສູນ ກາງ ແລະ ທ້ອງຖິ່ນ ສຸມໃສ່ຈັດຕັ້ງ ປະຕິບັດວິໄສທັດ ຮອດປີ 2055, ຍຸດທະສາດການພັດທະນາເສດຖະ ກິດ-ສັງຄົມ 10 ປີ ແລະ ທິດທາງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ຊຶ່ງໄດ້ ກຳນົດບັນດາຄາດໝາຍ ແລະ 6 ເປົ້າໝາຍໃຫຍ່, ບັນດາວຽກຈຸດສຸມ ແລະ ໂຄງການບຸລິມະສິດ 200 ກວ່າໂຄງການ. ພ້ອມກັນນັ້ນ, ໄດ້ ກຳນົດມາດຕະການ, ນະໂຍບາຍ ແລະ ກົນໄກການຈັດຕັ້ງປະຕິບັດ ແບບບຸກທະລຸທີ່ແທດເໝາະກັບຕົວ ຈິງຕື່ມ ເຮັດໃຫ້ການຈັດຕັ້ງປະຕິບັດ ເກີດມີໝາກມີຜົນຕົວຈິງ. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງດ້ານຫລັກການ ໂຄງການ ລົງທຶນກໍ່ສ້າງເສັ້ນທາງລົດໄຟ ລາວຫວຽດນາມ ຈາກຕົວເມືອງທ່າ ແຂກ,ແຂວງຄໍາມ່ວນຫາມູຢາຊາຍ ແດນ ລາວ-ຫວຽດນາມ ດ້ວຍຮູບ ແບບ BOT ຊຶ່ງເປັນໂຄງການຂະ ໜາດໃຫຍ່, ໂຄງການຍຸດທະສາດທີ່ ສໍາຄັນທາງດ້ານການເຊື່ອມໂຍງເຊື່ອມຈອດ ຕາມແລວທາງເສດຖະ ກິດຕາເວັນອອກ-ຕາເວັນຕົກ ຕາມ ຍຸດທະສາດໃນການຫັນຈາກປະ ເທດບໍ່ມີຊາຍແດນຕິດກັບທະເລ ກາຍເປັນປະເທດ ເຊື່ອມໂຍງເຊື່ອມ ຈອດກັບພາກພື້ນ ແລະ ສາກົນ. ກອງປະຊຸມສະເໜີໃຫ້ລັດຖະບານ ເອົາໃຈໃສ່ກວດກາສັນຍາສຳປະ ທານໃຫ້ລະອຽດ, ຮັດກຸມເພື່ອໃຫ້ ລັດໄດ້ຮັບຜົນປະໂຫຍດສູງ, ເອົາ ໃຈໃສ່ບັນຫາການຊົດເຊີຍຜົນກະ ທົບຈາກໂຄງການ, ການກຳນົດກົນ ໄກການຄຸ້ມຄອງ ແລະ ຕິດຕາມ ກວດກາ ການນໍາເຂົ້າວັດສະດຸ-ອຸ ປະກອນ ແລະ ພາຫະນະນໍາເຂົ້າຊົ່ວ ຄາວ, ການແບ່ງຄວາມຮັບຜິດຊອບ ລະຫວ່າງສູນກາງແລະທ້ອຖິ່ນແລະ ບັນຫາອື່ນໆ ເພື່ອຈັດຕັ້ງປະຕິບັດ ໂຄງການດັ່ງກ່າວໃຫ້ປະກົດຜົນ ເປັນຈິງ, ນໍາເອົາຜົນປະໂຫຍດທີ່ ແທ້ຈິງໃຫ້ແກ່ປະຊາຊົນລາວບັນດາ ເຜົ່າ. ພ້ອມນີ້, ກອງປະຊຸມຍັງໄດ້ ຄົ້ນຄວ້າ, ພິຈາລະນາຮັບຮອງການ ຈັດຕັ້ງປະຕິບັດແຜນການເຄື່ອນໄຫວ ວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງ ສຸດ ຊຶ່ງກອງປະຊຸມໄດ້ສະເໜີໃຫ້ ສອງອົງການດັ່ງກ່າວ, ສືບຕໍ່ເອົາ ໃຈໃສ່ປັບປຸງກົງຈັກການຈັດຕັ້ງ ຂອງຕົນ ນັບແຕ່ສູນກາງ ລົງຮອດ ທ້ອງຖິ່ນໃຫ້ມີຄຸນນະພາບ, ມີຄວາມ ເຂັ້ມແຂງ ມີຄວາມຮູ້, ຄວາມສາ ມາດ, ມີຄຸນສົມບັດ, ຈັນຍາບັນ-ຈັນ ຍາທໍາຂອງພະນັກງານໃນສອງອົງ ການດັ່ງກ່າວ. ກອງປະຊຸມ ໄດ້ພິຈາ ລະນາ ແລະ ຮັບຮອງເອົາການແຕ່ງ ຕັ້ງສະມາຊິກສະພາຜູ້ພິພາກສາ ຂອງສານປະຊາຊົນສູງສຸດຈໍານວນ 15 ທ່ານ ທີ່ມີມາດຕະຖານ ແລະ ມີ ປະສົບການຕົວຈິງ ຊຶ່ງຈະເຮັດໃຫ້ ການເຄື່ອນໄຫວວຽກງານຂອງ ສານປະຊາຊົນແຕ່ລະຂັ້ນ ມີບາດ ກ້າວຫັນປ່ຽນທີ່ດີຂຶ້ນ ປະກອບສ່ວນ ເຂົ້າໃນການປັບປຸງລະບົບຍຸຕິທໍາ ໃຫ້ໜັກແໜ້ນຂຶ້ນ ເພື່ອສ້າງຄວາມ ເຊື່ອໝັ້ນໃຫ້ແກ່ປະຊາຊົນລາວ ບັນດາເຜົ່າ. ກອງປະຊຸມ ໄດ້ຄົ້ນຄວ້າ, ພິຈາ ລະນາ ຮັບຮອງການຈັດຕັ້ງປະຕິ ບັດແຜນການເຄື່ອນໄຫວວຽກງານ 5 ປີຕໍ່ໜ້າ (2026-2030) ຂອງ ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ, ພ້ອມ ທັງ ຮັບຮອງເອົາແຜນເຄື່ອນໄຫວ ວຽກງານ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X ເພື່ອເປັນບ່ອນອີງພື້ນຖານໃຫ້ແກ່ ການເຄື່ອນໄຫວວຽກງານຂອງ ສະພາແຫ່ງຊາດ ໃນ 5 ປີຕໍ່ໜ້າ ໂດຍໄດ້ກຳນົດ 5 ແຜນງານ ແລະ 25 ໂຄງການ ເພື່ອຮັບປະກັນ ແລະ ຍົກສູງຄຸນນະພາບການເຄື່ອນໄຫວ ວຽກງານຂອງສະພາແຫ່ງຊາດ ໃຫ້ມີປະສິດທິພາບ, ມີປະສິດທິຜົນ. ພ້ອມນີ້,ຍັງໄດ້ພິຈາລະນາ,ຮັບຮອງ ເອົາແຜນການສ້າງ ແລະ ປັບປຸງ ກົດໝາຍ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X ຈຳນວນ 91 ສະບັບ, ສ້າງໃໝ່ 19 ສະບັບ, ປັບປຸງ 72 ສະບັບ ຊຶ່ງ ກວມເອົາຂົງເຂດການປົກຄອງ ແລະ ຍຸຕິທຳ, ຂົງເຂດເສດຖະກິດ, ວັດທະນະທຳ-ສັງຄົມ, ຂົງເຂດປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ. ກອງປະຊຸມສະເໜີໃຫ້ລັດຖະບານ ເອົາໃຈໃສ່ຊີ້ນໍາກະຊວງ, ອົງການ ທີ່ກ່ຽວຂ້ອງ ເປັນເຈົ້າການແຕ່ຫົວທີ ໃນການສ້າງ ແລະ ປັບປຸງກົດໝາຍ ໃນຄວາມຮັບຜິດຊອບຂອງຕົນ ທັງ ເພີ່ມທະວີການປະສານສົມທົບກັບ ກຳມາທິການທີ່ກ່ຽວຂ້ອງ ຂອງສະ ພາແຫ່ງຊາດ ເພື່ອກວດກາຄວາມ ພ້ອມຂອງເນື້ອໃນກົດໝາຍ ເຮັດໃຫ້ ລັດປະຊາທິປະໄຕປະຊາຊົນ ເປັນ ລັດທີ່ປົກຄອງດ້ວຍກົດໝາຍ, ເປັນ ລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ເທື່ອລະກ້າວ. ຜົນສໍາເລັດຂອງກອງປະຊຸມໃນ ຄັ້ງນີ້, ຖືເປັນໝາກຜົນແຫ່ງການ ເສີມຂະຫຍາຍສະຕິປັນຍາລວມໝູ່ ຂອງບັນດາທ່ານສະມາຊິກສະພາ ແຫ່ງຊາດ ທີ່ໄດ້ຍົກສູງຄວາມຮັບ ຜິດຊອບ ແລະ ຄວາມເປັນເຈົ້າການ ຂອງຕົນ ເຂົ້າໃນການຄົ້ນຄວ້າ ແລະ ພິຈາລະນາຮັບຮອງເອົາແຕ່ລະ ເນື້ອໃນສໍາຄັນ ທີ່ນໍາມາພິຈາລະນາ ໃນກອງປະຊຸມຄັ້ງນີ້ ໄດ້ຮັບຜົນສໍາ ເລັດເປັນຢ່າງດີ. ຂ່າວ: ທະນູທອງ; ພາບ: ຂັນໄຊ ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ຂອງສະພາ ແຫ່ງຊາດ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 23 ມີນາ 2026 ແລະ ອັດລົງດ້ວຍຜົນສຳເລັດອັນຈົບງາມໃນວັນທີ 27 ມີນາ 2026 ທີ່ສະພາແຫ່ງ ຊາດ ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມດ້ວຍບັນດາທ່ານຮອງປະທານສະພາແຫ່ງຊາດ, ເຂົ້າຮ່ວມກອງປະຊຸມ ຄັ້ງນີ້ ມີບັນດາການນໍາພັກ-ລັດຂັ້ນສູງ, ອະດີດການນໍາພັກ-ລັດຂັ້ນສູງ, ບັນດາ ສະມາຊິກສະພາແຫ່ງຊາດ ຊຸດທີ X, ອະດີດສະມາຊິກສະພາແຫ່ງຊາດ ຊຸດທີ IX, ສະມາຊິກລັດຖະບານ, ກະຊວງ-ອົງການ, ບັນດາທູຕານຸທູດ, ອົງການຈັດຕັ້ງ ສາກົນ ປະຈໍາຢູ່ ສປປ ລາວ ແລະ ບັນດາແຂກຖືກເຊີນ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ພິຈາລະນາຮັບຮອງເອົາບັນຫາສຳຄັນພື້ນຖານຂອງ ປະເທດຊາດ ຕາມລັດຖະທໍາມະນູນ ແລະ ກົດໝາຍກໍານົດ ເປັນຕົ້ນ ກອງປະຊຸມໄດ້ ຮັບຟັງລາຍງານຜົນສຳເລັດຂອງການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະ ຂອງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V; ພ້ອມທັງໄດ້ຕົກລົງຮັບຮອງເອົາຫລາຍບັນຫາສຳຄັນ ຂອງພັກ, ລັດ ເປັນຕົ້ນ ໄດ້ດໍາເນີນການເລືອກຕັ້ງຕຳແໜ່ງສໍາຄັນຕ່າງໆ ຂອງອົງການອໍານາດ ແຫ່ງລັດ ເຊັ່ນ: ປະທານສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ກຳ ມາທິການຄະນະປະຈຳສະພາແຫ່ງຊາດ, ເລືອກຕັ້ງປະທານປະເທດ, ຮອງ ປະທານປະເທດ, ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ປະທານສານ ປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານ ອົງການກວດກາແຫ່ງລັດ ແລະ ປະທານອົງການກວດສອບແຫ່ງລັດ. ໄດ້ ພິຈາລະນາ, ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ຂອງລັດຖະບານ; ຮັບຮອງເອົາໂຄງການລົງທຶນກໍ່ເສັ້ນທາງລົດ ໄຟຈາກຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູຢາ ຊາຍແດນລາວ-ຫວຽດ ນາມ ດ້ວຍຮູບແບບ BOT; ຮັບຮອງເອົາແຜນການເຄື່ອນ ໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນ ສູງສຸດ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ; ຮັບຮອງ ເອົາແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສະພາແຫ່ງ ຊາດ,ພິຈາລະນາ,ຮັບຮອງເອົາແຜນການສ້າງແລະປັບປຸງກົດໝາຍ5ປີ(20262030) ຂອງສະພາແຫ່ງຊາດ ຊຸດທີXຈຳນວນ 91 ສະບັບ, ສ້າງໃໝ່19 ສະບັບ, ປັບປຸງ 72 ສະບັບ ຊຶ່ງກວມເອົາຂົງເຂດການປົກຄອງ ແລະ ຍຸຕິທຳ, ຂົງເຂດ ເສດຖະກິດ, ວັດທະນະທຳ-ສັງຄົມ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ. ພ້ອມນີ້, ກອງປະຊຸມ ໄດ້ພິຈາລະນາຮັບຮອງ ແລະ ອອກເປັນມະຕິກອງ ປະຊຸມສະພາແຫ່ງຊາດ ທັງໝົດ 20 ສະບັບ. ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ຄັ້ງນີ້, ເປັນກອງ ປະຊຸມເທື່ອທໍາອິດ ຂອງສະພາແຫ່ງຊາດ ຊຸດທີ X ເປັນການຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ແລະ ໂຄງການ-ການເມືອງ ສະບັບທີ 3 ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ໃຫ້ເຂົ້າສູ່ລວງເລິກ, ຮັບປະກັນ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍໃຫ້ນັບມື້ມີຄວາມ ສັກສິດ; ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ; ຍົກສູງຄຸນນະພາບໃນການ ຈັດຕັ້ງປະຕິບັດພາລະບົດບາດ, ສິດແລະໜ້າທີ່ຂອງສະພາແຫ່ງຊາດໃນຖານະເປັນ ຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນລາວບັນດາເຜົ່າ. ຜົນສໍາເລັດກອງປະຊຸມຄັ້ງນີ້, ຖືເປັນໝາກຜົນແຫ່ງການເສີມຂະຫຍາຍສະຕິ ປັນຍາລວມໝູ່ ຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ທີ່ໄດ້ຍົກສູງຄວາມ ຮັບຜິດຊອບ ແລະ ຄວາມເປັນເຈົ້າການ ຂອງຕົນ ເຂົ້າໃນການຄົ້ນຄວ້າ ແລະ ພິຈາ ລະນາຮັບຮອງເອົາແຕ່ລະເນື້ອໃນສໍາຄັນ ທີ່ນໍາມາພິຈາລະນາໃນກອງປະຊຸມໄດ້ ຮັບຜົນສໍາເລັດເປັນຢ່າງດີ ແລະ ເປັນການສະແດງເຖິງຄວາມຮັບຜິດຊອບອັນສູງ, ຄວາມເປັນເອກະພາບ ຕໍ່ການປະຕິບັດໜ້າທີ່ການເມືອງຂອງທຸກອົງການຈັດຕັ້ງ ພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທຸກຂັ້ນ, ທັງແມ່ນໝາກຜົນລວມຍອດສະຕິປັນຍາໃນການ ປະຕິບັດສິດປະຊາທິປະໄຕ ດ້ວຍຄວາມຮັບຜິດຊອບສູງຂອງບັນດາສະມາຊິກ ສະພາແຫ່ງຊາດ ທີ່ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການປັບປຸງບູລະນະລັດ ປະຊາທິປະໄຕປະຊາຊົນ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງເທື່ອລະກ້າວ. ຊົມເຊີຍກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ x ຢ່າງ ສຸດໃຈ! ກອງປະຊຸມ ໄດ້ຄົ້ນຄວ້າ, ພິຈາ ລະນາຮັບຮອງແຜນພັດທະນາເສດ ຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ພ້ອມ ທັງສະແດງຄວາມຊົມເຊີຍ ແລະ ຕີ ລາຄາສູງຕໍ່ລັດຖະບານ ທີ່ໄດ້ເອົາ ໃຈໃສ່ຊີ້ນໍາ ກະຊວງ, ອົງການ, ຂະ ແໜງການ ແລະ ອົງການປົກຄອງ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດ ບັນດາຄາດໝາຍທີ່ໄດ້ກຳນົດໃນ ແຜນ 5 ປີ ຜ່ານມາ ແລະ ມີຜົນສໍາ ປະທານປະເທດ... ກະທົບຄັ້ງນີ້ ຈາກທ່ານ ສິລິລາດທົງ ສິນ ທອງເພັງ ປະທານຄະນະກໍາ ມະການປົກຄອງນະຄອນຫລວງ ວຽງຈັນວ່າ: ນັບແຕ່ເກີດພາຍຸລະດູ ຮ້ອນໃນຕອນແລງວັນທີ 22 ມີນາ 2026 ມາຮອດປັດຈຸບັນ, ພາຍ ຫລັງໄດ້ຮັບເຄື່ອງຊ່ວຍເຫລືອ ຈາກ ຄະນະກຳມະການຄຸ້ມຄອງໄພພິບັດ ລະດັບຊາດແລ້ວ ຄະນະກໍາມະ ການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ຈັດການແຈກຢາຍເຂົ້າກິນໃຫ້ ຄອບຄົວລະ 10 ກິໂລ ແລະ ເຄື່ອງ ໃຊ້ທີ່ຈຳເປັນໃຫ້ຄອບຄົວທີ່ໄດ້ຮັບ ຜົນກະທົບ ທັງເປັນຄອບຄົວທີ່ທຸກ ຍາກ (ຊຸດທີ 1) ໃນ 5 ບ້ານ, 480 ຄອບຄົວ. ນອກຈາກນີ້, ໄດ້ສໍາເລັດ ການປັບປຸງສ້ອມແປງລະບົບສາຍ ສົ່ງໄຟຟ້າ ໃຫ້ແກ່ປະຊາຊົນເຂດ 10 ບ້ານ ເມືອງສີໂຄດ ໃນວັນທີ 25 ມີນາ 2026, ສາມາດແກ້ໄຂໄດ້ 191 ຄອບຄົວ, ສ້ອມແປງຕາຂ່າຍ ຊຶ່ງອາການບາດເຈັບກະທົບຫົວ, ກ້າມຊີ້ນອັກເສບມີ 12 ຄົນ, ຍິງ 10 ຄົນ ຍ້ອນຖືກໝາກເຫັບ ແລະ ກະ ເບື້ອງຕົກໃສ່. ສຳລັບຄອບຄົວ ທີ່ໄດ້ ຮັບຜົນກະທົບເລັກໜ້ອຍ ແລະ ເຂົາ ເຈົ້າມີເງື່ອນໄຂ ກໍໄດ້ມີການສ້ອມ ແປງດ້ວຍຕົນເອງແລ້ວຈຳນວນ ໜຶ່ງ ເປັນຕົ້ນ ແມ່ນຢູ່ເຂດເມືອງນາ ຊາຍທອງ, ປັດຈຸບັນຄະນະກຳມະ ການກຳລັງເກັບກຳຂໍ້ມູນ. ສຳລັບ ການຊ່ວຍເຫລືອຈາກພາກລັດເອກະຊົນ ທີ່ໄດ້ໃຫ້ການຊ່ວຍເຫລືອ ໂດຍມອບເປັນວັດຖຸປັດໄຈລວມມູນ ຄ່າການຊ່ວຍເຫລືອຮອດປັດຈຸບັນ ມີ ເງິນສົດ 3 ຕື້ກວ່າກີບ, ອຸປະ ກອນເຄື່ອງໃຊ້ເປັນມູນຄ່າ 1,6 ຕື່ ກວ່າກີບ. ໂອກາດນີ້, ທ່ານປະທານປະ ເທດ ກໍໄດ້ມີທິດຊີ້ນໍາຕໍ່ຄະນະພັກຄະນະນໍານະຄອນຫລວງວຽງຈັນ ແລະ ໃຫ້ກໍາລັງໃຈປະຊາຊົນ ທີ່ໄດ້ ຮັບຜົນກະທົບ ແລະ ໄດ້ມອບເງິນ ຊ່ວຍເຫລືອທັງໝົດ 4 ຕື້ກີບ. ໃນນີ້, ມອບໃຫ້ນະຄອນຫລວງວຽງຈັນ 3 ຕື້, ມອບໃຫ້ປະຊາຊົນທຸກຍາກຂາດ ເຂີນ 53 ຄອບຄົວ ໃນ 18 ບ້ານ ລວມເປັນ 795 ລ້ານກີບ ແລະ ມອບໃຫ້ບ້ານ 194 ບ້ານ ລວມເປັນ 205 ລ້ານກີບ. ພ້ອມນີ້ຍັງມີນະໂຍ ບາຍ ບໍ່ເກັບຄ່າໄຟຟ້າ ແລະ ນຳ້ປະ ປາສຳລັບຄອບຄົວທີ່ຖືກຜົນກະທົບ ເປັນໄລຍະ 3 ເດືອນຕື່ມອີກ. ຫລັງຈາກນັ້ນ, ກໍໄດ້ເຄື່ອນໄຫວ ເບິ່ງອາຄານຖືກຜົນກະທົບຂອງ ກອງພັນໃຫຍ່ທະຫານຮາບ ທີ 11, ຢ້ຽມຢາມເຮືອນຂອງປະຊາຊົນ ເຂດ ຄ້າຍທະຫານອາກາດ ແລະ ໂຮງຮຽນປະຖົມວຽງຄໍາ ຊຶ່ງເປັນ ຈຸດທີ່ໄດ້ຮັບຜົນເສຍຫາຍພໍສົມ ຄວນ, ຕິດຕາມຜົນກະທົບຢູ່ບ້ານ ຈັນສະຫວ່າງ (ຄຸ້ມ194) ຈຸດດັ່ງ ກ່າວ ສ່ວນຫລາຍແມ່ນເຮືອນຂອງ ພະນັກງານບໍານານ-ເສຍອົງຄະ ໄດ້ຮັບຜົນກະທົບພໍສົມຄວນ ແລະ ບາງເຮືອນກໍໄດ້ຮັບການຊ່ວຍ ເຫລືອ-ແກ້ໄຂ ແລະ ສ້ອມແປງຂັ້ນ ພື້ນຖານ. ຂ່າວ-ພາບ: ຢ່າຕົ່ງ ຈໍານວນ 27 ຈຸດ, ສ້ອມແປງ-ປ່ຽນ ຖ່າຍໝໍ້ນັບໄຟໄໝ້5 ຈຸດ, ແກ້ໄຂຕົ້ນ ໄມ້ລົ້ມທັບສາຍ 2 ຈຸດ, ສ້ອມແປງ ເສົາໄຟຫັກ 3 ຕົ້ນ; ໄດ້ສໍາເລັດແກ້ ໄຂລະບົບສາຍອິນເຕີເນັດ ໃຫ້ກັບ ມາສູ່ສະພາບປົກກະຕິ; ຈັດສັນນໍ້າ ສະອາດໃຫ້ແກ່ປະຊາຊົນ ໂດຍນໍາ ໃຊ້ລົດຂົນນໍ້າ 5 ຄັນ ສາມາດສະ ໜອງນໍ້າໄດ້ 6 ຖ້ຽວຕໍ່ມື້ຕໍ່ຄັນ ລວມ ປະມານນໍ້າ 222 ແມັດກ້ອນ; ນໍາ ໃຊ້ກຳລັງຊາວໜຸ່ມອາສາສະໝັກ 130 ຄົນ ລົງໄປຊ່ວຍເກັບມ້ຽນ ວັດສະດຸສິ່ງເສດເຫລືອສໍາເລັດ 5 ຫລັງຄາເຮືອນ ແລະ ກໍາລັງສ້ອມ ແປງຫລັງຄາເຮືອນຊ່ວຍປະຊາ ຊົນ; ແຕ່ງຕັ້ງທີມແພດ 2 ທີມ ເຂົ້າ ປະຈໍາການ ເພື່ອຊ່ວຍເຫລືອສຸກ ເສີນ ໃຫ້ບໍລິການແກ່ປະຊາຊົນ ຢູ່ 2 ຈຸດ ຄື: ຫ້ອງການບ້ານວຽງຄຳ ແລະ ບ້ານຈັນສະຫວ່າງ ມີຄົນເຈັບ ເຂົ້າມາປິ່ນປົວ 35 ຄົນ, ຍິງ 17 ຄົນ
30/03/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K w22h k4n dzq odtmq [9kdwrry [a f 16j g,n v'lu 37f8t[v' lt|v'wfh 100% ຂປລ. ສະພາແຫ່ງຊາດ (ສພຊ) ສະເໜີໃຫ້ອົງການກວດກາແຫ່ງລັດ ສືບຕໍ່ຊຸກຍູ້ແກ້ໄຂຜົນກວດກາຢ່າງ ຈິງຈັງການເປັນເຈົ້າການໃນການ ເຂົ້າຮ່ວມແກ້ໄຂຜົນການກວດກາ ຢ່າງແຂງແຮງ ແລະ ການເກັບກູ້ຄືນ ລາຍຮັບກວດກາເຫັນທີ່ຍັງຄ້າງໃນ ໄລຍະຜ່ານມາໃຫ້ສໍາເລັດຕາມແຜນ. ພາຍຫລັງ, ປະທານອົງການ ກວດກາແຫ່ງລັດ ແລະ ປະທານ ອົງການກວດສອບແຫ່ງລັດ ໄດ້ ລາຍງານກ່ຽວກັບການຈັດຕັ້ງປະ ຕິບັດແຜນການເຄື່ອນໄຫວວຽກ ງານ 5 ປີ (2026-2030) ຕໍ່ ກອງປະຊຸມຄັ້ງປະຖົມມະລືກຂອງ ສະພາແຫ່ງຊາດ ຊຸດທີ X ໃນວັນທີ 25 ມີນາ 2026, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການ ເສດຖະກິດ ແລະ ການເງິນຕາງ ໜ້າຄະນະປະຈຳສະພາແຫ່ງຊາດ ມີຄຳເຫັນຕໍ່ບົດລາຍງານດັ່ງກ່າວ ໂດຍເຫັນດີເປັນພື້ນຖານຕໍ່ບົດ ລາຍງານຂອງອົງການກວດກາ ແຫ່ງລັດ ກ່ຽວກັບທິດທາງແຜນ ການເຄື່ອນໄຫວວຽກງານ 5 ປີ, ຄະນະປະຈຳສະພາແຫ່ງຊາດ ສະ ເໜີໃຫ້ອົງການກວດກາແຫ່ງລັດ ສືບຕໍ່ຄົ້ນຄວ້າສ້າງ, ປັບປຸງກົດ lr- ltg|u .sh vq 'dkod;fdkcsj ']a f ln [8-5 dp6 h cdh w0zq od;fdk1j k'9y '9a ' + ຊຸດທີ X ພິຈາລະນາ; ສືບຕໍ່ກໍ່ສ້າງ ພະນັກງານ-ນັກກວດກາໃຫ້ຍົກ ສູງຄຸນທາດການເມືອງ, ຈັນຍາ ບັນ-ຈັນຍາທຳ, ເປັນມືອາຊີບນໍາ ໃຊ້ອຸປະກອນ, ເຄື່ອງມື ແລະ ເຕັກ ໂນໂລຊີທີ່ທັນສະໄໝເພື່ອສ້າງ ຄວາມເຊື່ອໝັ້ນ ແລະ ຮັບປະກັນ ຄຸນນະພາບວຽກງານກວດກາ; ສືບຕໍ່ຫັນວຽກງານກວດກາເປັນ ທັນສະໄໝ ເພື່ອໃຫ້ການກວດກາມີ ຄວາມວ່ອງໄວ, ໂປ່ງໃສ, ສາມາດ ກວດກາໄດ້ ແລະ ຮັບປະກັນຄວາມ ຖືກຕ້ອງຕາມກົດໝາຍ. ສຳລັບ ອົງການກວດສອບແຫ່ງ ລັດ ເພື່ອຮັບປະກັນໃຫ້ການຈັດຕັ້ງ ປະຕິບັດແຜນການດັ່ງກ່າວ, ຄະນະ ປະຈຳສະພາແຫ່ງຊາດ ສະເໜີ ບາງທັດສະນະດັ່ງນີ້: ສືບຕໍ່ຄົ້ນຄວ້າ ສ້າງ, ປັບປຸງກົດໝາຍ, ນິຕິກຳ ໃຕ້ກົດໝາຍທີ່ຕົນຮັບຜິດຊອບໃຫ້ ມີຄວາມຊັດເຈນ ແລະ ສາມາດ ຈັດຕັ້ງປະຕິບັດ, ພ້ອມທັງເຜີຍແຜ່ ໃຫ້ອົງການຄຸ້ມຄອງ ແລະ ເປົ້າໝາຍ ຖືກກວດສອບຮັບຮູ້, ເຂົ້າໃຈ ແລະ ໃຫ້ການຮ່ວມມື, ເຂົ້າຮ່ວມໃນການ ຈັດຕັ້ງປະຕິບັດວຽກງານກວດ ສອບໃຫ້ມີປະສິດທິພາບ ແລະ ປະ ສິດທິຜົນ; ສືບຕໍ່ປະສານສົມທົບ ກັບເປົ້າໝາຍຖືກກວດສອບ, ໄຈ້ ແຍກລາຍຮັບ-ລາຍຈ່າຍ, ໜີ້ຕ້ອງ ຮັບ, ຈ່າຍລວງໜ້າໃນລະບົບຄັງ ເງິນແຫ່ງຊາດ ທີ່ກວດສອບເຫັນ ໄລຍະຜ່ານມາອັນໃດສາມາດເກັບ ກູ້ໄດ້ ແລະ ອັນໃດບໍ່ສາມາດເກັບກູ້ ຄືນໄດ້, ມີຕົວຕົນ ຫລື ບໍ່ມີຕົວຕົນ ແລ້ວ ເພື່ອສະເໜີສະພາແຫ່ງຊາດ ຊຸດທີ X ພິຈາລະນາ; ເພີ່ມທະວີ ການກວດສອບແຕ່ຫົວທີບັນດາ ໂຄງການລົງທຶນຂອງລັດຂະໜາດ ໃຫຍ່, ລັດຮ່ວມທຶນ ຫລື ລັດ ຄໍ້າປະ ກັນໂຄງການເພື່ອບໍ່ໃຫ້ເກີດຄວາມ ສ່ຽງຈະສ້າງໜີ້ສິນ ຫລື ບໍ່ມີປະສິດທິ ຜົນ; ເອົາໃຈໃສ່ກໍ່ສ້າງພະນັກງານ, ນັກກວດສອບໃຫ້ມີຈັນຍາບັນ, ມີ ຄວາມຊື່ສັດບໍລິສຸດ ແລະ ມີຄວາມ ຊຳນານທາງດ້ານວິຊາສະເພາະ. ພ້ອມນີ້, ໃຫ້ສືບຕໍ່ຫັນວຽກງານ ກວດສອບເປັນທັນສະໄໝ ໂດຍ ການສ້າງຖານຂໍ້ມູນກວດສອບ ທີ່ເຊື່ອມໂຍງຂໍ້ມູນການເງິນກັບ ເປົ້າໝາຍຖືກກວດສອບ ເພື່ອໃຫ້ ການກວດສອບມີຄວາມວ່ອງໄວ, ໂປ່ງໃສ ແລະ ຮັບປະກັນຄວາມຖືກ ຕ້ອງຕາມກົດໝາຍ; ເພີ່ມທະວີການ ປະສານງານ, ສະໜອງຂໍ້ມູນໃຫ້ອົງ ການກວດກາແຫ່ງລັດ, ກຳມາທິ ການຂອງສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງໃຫ້ມີຄວາມ ວ່ອງໄວ, ຄົບຖ້ວນ ແລະ ທັນເວລາ. ຂປລ. ພາຍຫລັງເກີດພາຍຸລະດູ ຮ້ອນ ໃນວັນທີ 22 ມີນາ 2026 ທີ່ ຜ່ານມາ, ໄດ້ເຮັດໃຫ້ລະບົບຕາຂ່າຍ ໄຟຟ້າ ຂອງລັັດວິສາຫະກິດໄຟຟ້າ ລາວ ແລະ ເຮືອນຢູ່ອາໄສຂອງ ພໍ່ແມ່ປະຊາຊົນໄດ້ຮັບຄວາມເສຍ ຫາຍຈໍານວນ 10 ບ້ານ ຢູ່ເມືອງ ສີໂຄດຕະບອງ ເປັນຕົ້ນແມ່ນບ້ານ ໂນນແກ້ວ, ບ້ານວຽງຄຳ, ບ້ານ ຈຳປາ, ບ້ານຕາດທອງ, ບ້ານໂພນ ສົມບູນ, ບ້ານຈັນສະຫວ່າງ, ບ້ານ ໜອງແຕ່ງ ແລະ ບ້ານໃກ້ຄຽງ. ແຕ່ມາຮອດປັດຈຸບັນພາກສ່ວນ ກ່ຽວຂ້ອງສາມາດສ້ອມແປງ ແລະ ສະໜອງໄຟຟ້າໃຫ້ແກ່ປະຊາຊົນໄດ້ 100%. ທ່ານ ຄຳສິງ ມະນີຈັນ ຫົວໜ້າ ຝ່າຍຄຸ້ມຄອງລະບົບໄຟຟ້າພາກ ກາງ ໄດ້ສຳພາດຕໍ່ສື່ມວນຊົນວ່າ: ລັດວິສາຫະກິດໄຟຟ້າລາວຝ່າຍ ຄຸ້ມຄອງລະບົບໄຟຟ້າພາກກາງ, ສາຂານະຄອນຫລວງ 1 ໄດ້ລະດົມ ກຳລັງຢ່າງເຕັມສ່ວນເພື່ອສົ່ງທີມ ງານສະເພາະກິດສ້ອມແປງສຸກເສີນ ຢ່າງຮີບດ່ວນ, ທັງເຂົ້າປະຈຳການ ໝາຍ, ນິຕິກຳໃຕ້ກົດໝາຍ ແລະ ຜັນຂະຫຍາຍບາງມາດຕາຂອງ ກົດໝາຍທີ່ຕົນຮັບຜິດຊອບໃຫ້ມີ ຄວາມຊັດເຈນ ແລະ ສາມາດຈັດ ຕັ້ງປະຕິບັດ, ພ້ອມທັງເຜີຍແຜ່ກົດ ໝາຍ, ນິຕິກໍາໃຕ້ກົດໝາຍ ແລະ ມະຕິກອງປະຊຸມສະພາແຫ່ງຊາດ ໃຫ້ແກ່ເປົ້າໝາຍທີ່ຖືກກວດກາ, ພາກສ່ວນກ່ຽວຂ້ອງຮັບຮູ້ເພື່ອໃຫ້ ການຮ່ວມມືໃນການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ກວດກາໃຫ້ມີປະສິດທິພາບ ແລະ ປະສິດທິຜົນ; ສືບຕໍ່ປະສານສົມທົບ ກັບເປົ້າໝາຍຖືກກວດກາ, ໄຈ້ແຍກ ລາຍຮັບ, ໜີ້ຕ້ອງຮັບທີ່ກວດກາ ເຫັນໄລຍະຜ່ານມາອັນໃດສາມາດ ເກັບກູ້ໄດ້ ແລະ ອັນໃດບໍ່ສາມາດ ເກັບກູ້ຄືນໄດ້, ມີຕົວຕົນ ຫລື ບໍ່ມີຕົວ ຕົນແລ້ວສະເໜີສະພາແຫ່ງຊາດ ລັດຖະບານລາວ...ັ ນວ ຫາລື...ື *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ປີ 2021-2026 (LLPSII) ຈັດ ຂຶ້ນໃນວັນທີ 26 ມີນາ 2026 ຢູ່ ນະຄອນຫລວງວຽງຈັນ ໃນຮູບ ແບບເຊິ່ງໜ້າ ແລະ ທາງໄກ ໂດຍການປະທານຂອງທ່ານ ຟອງສະມຸດ ຄໍາວານວົງສາ ຮອງ ຫົວໜ້າສູນສະຖິຕິແຫ່ງຊາດ, ກະ ຊວງການເງິນ, ທ່ານ ໂທມັດສ ລາມມາຣ ອຸປະທູດລຸກຊໍາບວກ ປະ ຈໍາ ສປປ ລາວ, ພ້ອມດ້ວຍຄະນະ ຊີ້ນຳໂຄງການ, ກົມ ແລະ ບັນດາຄູ່ ຮ່ວມພັດທະນາເຂົ້າຮ່ວມ. ໂຄງການຮ່ວມມືລະຫວ່າງ ລັດຖະບານ ສປປ ລາວ ແລະ ລາ ຊະອານາຈັກລຸກຊໍາບວກ ແມ່ນ ໂຄງການຊ່ວຍເຫລືອລ້າດ້ານ ວິຊາການແນໃສ່ເພື່ອສ້າງຄວາມ ເຂັ້ມແຂງໃຫ້ສູນສະຖິຕິແຫ່ງຊາດ ກໍຄື ລະບົບສະຖິຕິແຫ່ງຊາດ ໃນ ການຜະລິດສະຖິຕິ ແລະ ຕົວຊີ້ ບອກໃຫ້ໄປຕາມມາດຖານສາກົນ ໃນການປະເມີນເປົ້າໝາຍການ ພັດທະນາແບບຍືນຍົງປີ 2030 ຊຶ່ງລັດຖະບານລາວ ໄດ້ຮັບເອົາ ການຊ່ວຍເຫລືອທາງດ້ານວິຊາ ການຈາກລັດຖະບານລຸກຊໍາບວກ ໂດຍຕາງໜ້າຈາກລັດຖະບານຝ່າຍ ລາວ ແມ່ນສູນສະຖິຕິແຫ່ງຊາດ ແລະ ຕາງໜ້າຈາກຝ່າຍລັດຖະ ບານລຸກຊໍາບວກ ແມ່ນສະຖາບັນ ຄົ້ນຄວ້າສະຖິຕິ ແລະ ເສດຖະກິດ (STATEC) ເປັນຜູ້ຈັດຕັ້ງ ປະຕິບັດໂຄງການ. ໂຄງການຮ່ວມ ມືດ້ານສະຖິຕິລາວ-ລຸກຊໍາບວກ ແມ່ນເປັນໂຄງການສືບຕໍ່ຈາກ ໄລຍະ I ທີ່ໄດ້ຈັດຕັ້ງປະຕິບັດໃນປີ 2017-2020 (LLPSI); ໂຄງ ການໄລຍະ II ປີ 2021-2026 (LLPSII) ຊຶ່ງໂຄງການ LLPSII ຈະສິ້ນສຸດການຈັດຕັ້ງປະຕິບັດ ວ່າການນະຄອນຫລວງວຽງຈັນ (ນວ) ໂດຍການເປັນທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກນະຄອນຫລວງ ວຽງຈັນ, ມີຄະນະກໍາມະການຄຸ້ມ ຄອງໄພພິບັດຂັ້ນ ນວ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ປຶກສາ ຫາລືວິທີການແກ້ໄຂສຸກເສີນ ແລະ ຟື້ນຟູໄພພິບັດຈາກພາຍຸໝາກເຫັບ ຢູ່ເມືອງສີໂຄດຕະບອງ ແລະ ເມືອງ ນາຊາຍທອງ ໃຫ້ກັບຄືນສູ່ສະພາບ ປົກກະຕິໂດຍໄວ, ພ້ອມທັງໄດ້ຮັບ ຟັງການລາຍງານສະພາບການຟື້ນ ຟູ ແລະ ການໃຫ້ການຊ່ວຍເຫລືອ ຈາກພາກລັດ-ເອກະຊົນນັບແຕ່ ວັນທີ 23 ເດືອນມີນາ ມາເຖິງ ປັດຈຸບັນຈາກອົງການປົກຄອງ ຂອງສອງເມືອງ ທີ່ຖືກຜົນກະທົບ ດັ່ງກ່າວ ເພື່ອເປັນການຊອກຫາ ທິດທາງຟື້ນຟູ ແລະ ຊ່ວຍເຫລືອ ເຂົາເຈົ້າໃຫ້ສາມາດປັບປຸງຊີວິດ ການເປັນຢູ່ຂອງຄອບຄົວດີຂຶ້ນ. ຜົນກະທົບໄພພິບັດທຳມະຊາດ ຄັ້ງນີ້, ສຳລັບເມືອງສີໂຄດຕະບອງ ມີ 10 ບ້ານ, 5.000 ກວ່າຫລັງຄາ, ໂຮງຮຽນ 5 ແຫ່ງ, ວັດ 2 ແຫ່ງ, ໂດຍ: ສົມຫວັງ; ພາບ: ອ່າຍຄໍາົັ່ໍ ໂຄງການ ແລະ ປິດໂຄງການໃນ ມື້ນີ້. ຕະຫລອດໄລຍະຜ່ານມາ, ສູນ ສະຖິຕິແຫ່ງຊາດ ໄດ້ພະຍາຍາມ ຢ່າງຕໍ່ເນື່ອງໃນການສະໜອງຂໍ້ ມູນສະຖິຕິທີ່ເຊື່ອຖືໄດ້ສຳລັບການ ຕິດຕາມ ແລະ ປະເມີນຜົນການ ດຳເນີນງານຂອງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ (NSEDP), ລວມທັງເປົ້າໝາຍ ການພັດທະນາແບບຍືນຍົງ(SDGs) ເ ພື່ອຕອບສະໜອງຄວາມຈໍາ ເປັນຂອງຄວາມຕ້ອງການຂໍ້ມູນ ເພີ່ມຂຶ້ນ ຊຶ່ງສະແດງໃຫ້ເຫັນຜົນ ສໍາເລັດຫລາຍດ້ານ. ລັດຖະບານ ສປປ ລາວ ແລະ ລາຊະອານາຈັກ ລຸກຊໍາບວກ ໄດ້ເນັ້ນຢ້ຳເຖິງຜົນ ສໍາເລັດອັນແຂງແຮງ ແລະ ຜົນ ກະທົບທີ່ຍືນຍົງຈາກການຮ່ວມມື ດ້ານສະຖິຕິ ໂດຍເປັນການໝາຍ ເຖິງການສໍາເລັດຂອງໄລຍະທີ 2 ຂອງໂຄງການຮ່ວມມືດ້ານສະຖິຕິ ລະຫວ່າງ ສປປ ລາວ-ລຸກຊໍາບວກ (LLPS2) ຊຶ່ງຫົວໃຈສໍາຄັນຂອງ ໂຄງການນີ້ ແມ່ນການຮ່ວມມື ແບບໃກ້ຊິດໃນລະດັບສະຖາບັນ ລະຫວ່າງສູນສະຖິຕິແຫ່ງຊາດ (LSB) ແລະ ສະຖາບັນສະຖິຕິ ແ ຫ່ ງ ຊ າ ດ ຂ ອ ງ ລຸ ກ ຊໍ າ ບ ວ ກ (STATEC) ໂດຍມີການສະໜັບ ສະໜູນດ້ານການດໍາເນີນງານຈາກ ທີ່ປຶກສາ ໂກປາ (GOPA). ການ ຮ່ວມມືນີ້ ໄດ້ຖືກສ້າງຂຶ້ນຈາກການ ວາງແຜນດ້ານເຕັກນິກຮ່ວມກັນ, ການແລກປ່ຽນຢ່າງສະໝໍ່າສະເໝີ ແລະ ການລະດົມນັກຊ່ຽວຊານ ຈາກທັງສອງສະຖາບັນ, ການ ຮ່ວມມືນີ້ບໍ່ພຽງແຕ່ສົ່ງເສີມລະບົບ ສະຖິຕິໃຫ້ແຂງແຮງຂຶ້ນ, ແຕ່ຍັງ ເສີມສ້າງຄວາມສໍາພັນວິຊາຊີບ ແລະ ການແບ່ງປັນຄວາມຊໍານານ ລະຫວ່າງສອງປະເທດ. ໂຄງການ LLPS2 ໄດ້ດໍາເນີນ ການຕັ້ງແຕ່ເດືອນພະຈິກ2021ຫາ ການພັດທະນາແຜນຫລັກດ້ານ ຊັບພະຍາກອນມະນຸດຢ່າງຄົບ ຖ້ວນ ແລະ ຂອບແຜນການຮຽນ ຮູ້ ແລະ ພັດທະນາ ເພື່ອເປັນແນວ ທາງໃນການເສີມສ້າງ LSB ໃນ ໄລຍະຍາວ ໂດຍຜ່ານການຝຶກອົບ ຮົມທີ່ມີເປົ້າໝາຍ, ການພັດທະນາ ທັກສະຄວາມເປັນຜູ້ນໍາ ແລະ ການ ຝຶກງານລະດັບນານາໆຊາດ, ນັກ ສະຖິຕິຮຸ່ນໃໝ່ ພວມຖືກສ້າງໃຫ້ມີ ທັກສະທີ່ຈໍາເປັນ ເພື່ອນຳພາ ແລະ ສ້າງຄວາມເຂັ້ມແຂງໃຫ້ວຽກງານ ສະຖິຕິ ຊຶ່ງບັນດາຊ່ຽວຊານຫລາຍ ຄົນໄດ້ນໍາໃຊ້ຄວາມຮູ້ຂອງຕົນ ເພື່ອ ຮັບປະກັນຄວາມຕໍ່ເນື່ອງ ແລະ ສ້າງຄວາມອາດສາມາດໃຫ້ພະ ນັກງານຂອງສູນສະຖິຕິແຫ່ງຊາດ. ນອກຈາກນີ້, ໂຄງການ LLPS2 ຍັງໄດ້ສະໜັບສະໜູນການປັບໂຄງ ສ້າງຂອງສູນສະຖິຕິແຫ່ງຊາດ ທີ່ ພວມດຳເນີນ ເພື່ອການເສີມສ້າງ ລະບົບວາງແຜນພາຍໃນ, ການ ພັດທະນາຂີດຄວາມສາມາດດ້ານ ທັກສະຄວາມເປັນຜູ້ນໍາ ແລະ ການ ຍົກລະດັບປະສິດທິຜົນຂອງອົງ ກອນ ຊຶ່ງໄດ້ວາງພື້ນຖານໃຫ້ແກ່ ການພັດທະນາສະຖາບັນສະຖິຕິ ໃຫ້ທັນສະໄໝ ແລະ ຕອບສະໜອງ ຂໍ້ມູນໃຫ້ໄດ້ດີຂຶ້ນກວ່າ. ພາບ: ຂັນໄຊ ຫ້ອງການບ້ານ 1 ຫລັງ, ສຸກສາລາ ບ້ານ 1 ແຫ່ງ, ສູນຜະລິດຢາວັກຊິນ 1 ແຫ່ງ, ລົດໃຫຍ່ເປ່ເພ 53 ຄັນ, ປະຊາຊົນໄດ້ຮັບບາດເຈັບ 9 ຄົນ ແລະ ຄ້າຍທະຫານກອງພັນໃຫຍ່ ຈໍ 11 ໄດ້ຮັບຜົນເສຍຫາຍ 109 ຫລັງຄາ. ສ່ວນເມືອງນາຊາຍທອງ ມີ 7 ບ້ານ, 478 ຫລັງຄາເຮືອນທີ່ ໄດ້ຮັບຜົນເສຍຫາຍ. ສຳລັບການຊ່ວຍເຫລືອບັນເທົາ ທຸກເບື້ອງຕົ້ນປະກອບມີທັງພາກລັດ ແລະ ເອກະຊົນ. ໃນນັ້ນ, ພາກລັດ ໄດ້ມອບເຄື່ອງຊ່ວຍເຫລືອສຸກເສີນ ປະກອບມີເຂົ້າສານຈ້າວ, ເຄື່ອງ ໃຊ້ຄົວເຮືອນ, ເຄື່່ອງສຸຂະອະນາ ໄມ, ມຸ້ງ, ສາດຢາງ, ໝີ່ໄວໆ, ປ໋ອງ ປາ ແລະ ເງິນຈຳນວນໜຶ່ງ. ສ່ວນ ພາກເອກະຊົນກໍໄດ້ໃຫ້ການຊ່ວຍ ເຫລືອນ້ຳດື່ມ ແລະ ກະເບື້ອງ ເພື່ອ ປະກອບສ່ວນຟື້ນຟູຜົນກະທົບຄັ້ງ ນີ້ ຕື່ມອີກ. ໂອກາດນີ້, ທ່ານອາດສະພັງທອງ ສີພັນດອນ ກໍໄດ້ໃຫ້ທິດຊີ້ນຳຕໍ່ຄະ ນະ ກໍາມະການຄຸ້ມຄອງໄພພິບັດຂັ້ນ ນວ, ຂັ້ນເມືອງ ແລະ ພາກສ່ວນກ່ຽວ ຂ້ອງໃຫ້ຮີບຮ້ອນ ແລະ ເອົາໃຈໃສ່ ໃຫ້ການຊ່ວຍເຫລືອຄອບຄົວທີ່ໄດ້ ຮັບຜົນກະທົບ ເພື່ອໃຫ້ສາມາດ ຟື້ນຟູທີ່ຢູ່ອາໄສໃຫ້ກັບຄືນສູ່ສະ ພາບປົກກະຕິໂດຍໄວ ແລະ ອື່ນໆ. ຂ່າວ-ພາບ: ຢ່າຕົ່ງ ແລະ ສ້ອມແປງເຄື່ອນທີ່ຕະຫລອດ 24 ຊົ່ວໂມງ ເພື່ອແກ້ໄຂ, ສ້ອມແປງ ລະບົບຕາຂ່າຍໄຟຟ້າ ແລະ ລະບົບ ໄຟຟ້າເຂົ້າຫາເຮືອນປະຊາຊົນ ໂດຍຕັ້ງສູນບັນຊາການຊົ່ວຄາວຢູ່ທີ່ ຫ້ອງການບ້ານວຽງຄຳ. ເພື່ອເພີ່ມ ທະວີການສ້ອມແປງ ແລະ ສະໜອງ ໄຟໃຫ້ສຳເລັດໂດຍໄວທີ່ສຸດຈຶ່ງໄດ້ ປະສານສົມທົບດ້ານກຳລັງ, ທີມ ງານສ້ອມແປງຈາກບໍລິສັດກໍ່ສ້າງ ຕິດຕັ້ງໄຟຟ້າພາກເອກະຊົນເຂົ້າມາ ມີສ່ວນຮ່ວມໃນການແກ້ໄຂບັນຫາ ດັ່ງກ່າວ. ຜ່ານການປະຕິບັດງານຢ່າງ ຕໍ່ເນື່ອງເປັນເວລາ 3 ວັນ (ຈົນ ເຖິງວັນທີ 25 ມີນາ 2026) ມາຮອດປັດຈຸບັນແມ່ນສາມາດຟື້ນ ຟູ, ສ້ອມແປງ ແລະ ສະໜອງໄຟຟ້າ ໃຫ້ພໍ່ແມ່ປະຊາຊົນໃນເຂດພື້ນທີ່ໄດ້ ຮັບຜົນກະທົບໄດ້ 100% ແລະ ຈະ ສືບຕໍ່ປະຈຳການສ້ອມແປງ 24 ຊົ່ວໂມງ ທີ່ຫ້ອງການບ້ານວຽງຄຳ ຈົນເຖິງວັນທີ 28 ມີນາ 2026 ນີ້. ຜົນກະທົບຈາກພາຍຸໝາກເຫັບ ຄັ້ງນີ້ ໄດ້ສ້າງຄວາມເສຍຫາຍເປັນ ບໍລິເວນກວ້າງຕໍ່ພາກທີ່ຢູ່ອາໄສຂອງ ພໍ່ແມ່ປະຊາຊົນຫລາຍກວ່າ 10 ບ້ານ ໂດຍສະເພາະຜົນກະທົບຕໍ່ລະບົບຈໍາ ໜ່າຍໄຟຟ້າປະກອບມີ: ສາຍສົ່ງ ໄຟຟ້າແຮງສູງ 1 ຈຸດ, ສະຖານີ ໄຟຟ້າ 1 ຈຸດ, ຕາຂ່າຍໄຟຟ້າແຮງ ກາງ 22 kV ຈໍານວນ 98 ຈຸດ, ໝໍ້ ແປງ ຈໍານວນ 45 ຈຸດ, ຕາຂ່າຍ ໄຟຟ້າ 0.4 kV ຈໍານວນ 123 ຈຸດ ແລະ ໝໍ້ນັບໄຟ ຈໍານວນ 193 ຈຸດ ລວມມູນຄ່າເສຍຫາຍເບື້ອງຕົ້ນ ຫລາຍກວ່າ 10 ຕື້ກີບ. ນອກຈາກ ນີ້, ລັດວິສາຫະກິດໄຟຟ້າລາວ ໄດ້ມີ ເປົ້າໝາຍທີ່ຈະຊ່ວຍເຫລືອແບ່ງເບົາ ຜົນກະທົບຂອງປະຊາຊົນຈໍານວນ 5.915 ຄົວເຮືອນ ໂດຍສະເພາະ ນະໂຍບາຍຍົກເວັ້ນເກັບຄ່າກະແສ ໄຟຟ້າໃຫ້ສໍາລັບລູກຄ້າທີ່ໃຊ້ໄຟຕໍ່າ ກວ່າ 300 kWh/ເດືອນ ແລະ ຈະ ຍົກເວັ້ນເກັບຄ່າກະແສໄຟ 50% ສໍາລັບລູກຄ້າໃຊ້ໄຟຟ້າຫລາຍກວ່າ 300 kWh/ເດືອນ ເປັນໄລຍະເວລາ 3 ເດືອນ ລວມມູນຄ່າປະມານ 15 ຕື້ ກວ່າກີບ. ຂ່າວ-ພາບ: ຢ່າຕົ່ງ ເດືອນມີນາ 2026 ໂດຍໄດ້ສົ່ງເສີມ ຢ່າງສໍາຄັນໃຫ້ແກ່ສູນສະຖິຕິແຫ່ງ ຊາດ ແລະ ລະບົບສະຖິຕິແຫ່ງຊາດ ດ້ວຍງົບປະມານ 2,05 ລ້ານ ເອີໂຣ ແລະ ອັດຕາການດໍາເນີນ ງານບັນລຸ 99,8% ໂຄງການໄດ້ ສໍາເລັດ 93% ຂອງຜົນຜະລິດ ທີ່ວາງແຜນໄວ້ ຊຶ່ງສະທ້ອນໃຫ້ ເຫັນຜົນງານທີ່ແຂງແຮງ ແລະ ການຮ່ວມມືທີ່ມີປະສິດທິຜົນ. ໜຶ່ງ ໃນຜົນກະທົບທີ່ສຳຄັນທີ່ສຸດຂອງ LLPS2 ແມ່ນຢູ່ໃນຂົງເຂດສະຖິຕິ ດ້ານສິ່ງແວດລ້ອມ, ເຖິງວ່າກ່ອນ ໜ້ານີ້ ມີຂໍ້ມູນໃນຂົງເຂດນີ້ຢູ່ແລ້ວ, ແຕ່ການດໍາເນີນງານຍັງກະແຈກ ກະຈາຍ ແລະ ບໍ່ທັນເປັນລະບົບ ສະຖາບັນ. ໂຄງການດັ່ງກ່າວ ໄດ້ ສະໜັບສະໜູນການຈັດຕັ້ງພະແນກ ສະຖິຕິສິ່ງແວດລ້ອມ ແລະ ຄວາມ ຍືນຍົງພາຍໃນສູນສະຖິຕິແຫ່ງຊາດ ໂດຍມີອຳນາດໜ້າທີ່ທີ່ຊັດເຈນ, ການກຳນົດບົດບາດຢ່າງຊັດເຈນ ແລະ ມີເຄື່ອງມື, ພ້ອມຂັ້ນຕອນ ການດໍາເນີນງານທີ່ຈຳເປັນ ເພື່ອ ການດໍາເນີນງານແບບຍືນຍົງ. ໂຄງການ LLPS2 ໄດ້ມີບົດ ບາດສຳຄັນໃນການສະໜັບສະ ໜູນການສຳຫລວດລາຍຈ່າຍ ແລະ ການບໍລິໂພກຂອງຄົວເຮືອນ (LECS7) ຊຶ່ງ ເ ປັນໜຶ່ງໃນ ແຫລ່ງຂໍ້ມູນສັງຄົມ-ເສດຖະກິດທີ່ ສຳຄັນທີ່ສຸດຂອງປະເທດ. ພ້ອມ ນີ້, ໂຄງການຍັງໄດ້ເສີມສ້າງຂີດ ຄວາມສາມາດໃນລະດັບຊາດ ດ້ານການວິເຄາະຂໍ້ມູນເຮັດໃຫ້ສູນ ສະຖິຕິແຫ່ງຊາດ ສາມາດມີບົດ ບາດຫລັກໃນການຕິດຕາມຄວາມ ຄືບໜ້າດ້ານການພັດທະນາ ໂດຍ ສະເພາະ ຊຶ່ງຄວາມພະຍາຍາມ ເຫລົ່ານີ້ ໄດ້ມີສ່ວນຊ່ວຍໂດຍກົງ ຕໍ່ການລາຍງານເປົ້າໝາຍການ ພັດທະນາທີ່ຍືນຍົງ ແລະ ການ ຈັດການເຮັດບົດລາຍງານທົບ ທວນແຫ່ງຊາດແບບສະໝັກໃຈ (VNRs) ຂອງ ສປປ ລາວ. ນອກຈາກນີ້, ໂຄງການ LLPS2 ຍັງໄດ້ສ້າງຕັ້ງຂົງ ເຂດສະຖິຕິ ທຸລະກິດ ແລະ ການຄາດຄະເນເສດ ຖະກິດໃຫ້ເປັນຂົງເຂດໃໝ່ຢ່າງແທ້ ຈິງພາຍໃນສູນສະຖິຕິແຫ່ງຊາດ ໂດຍໄດ້ຈັດໃຫ້ມີລະບົບຫລັກສໍາ ຄັນເຊັ່ນ: ທະບຽນທຸລະກິດສະຖິຕິ ແລະ ການເສີມສ້າງຂີດຄວາມ ສາມາດໃນການວິເຄາະຕົວເລກ ຜະລິດຕະພັນພາຍໃນ ແລະ ອັດຕາ ເງິນເຟີ້ຢ່າງເຂັ້ມແຂງ ຊຶ່ງໄດ້ ຊ່ວຍຍົກລະດັບຄວາມສາມາດໃນ ການຕິດຕາມ ແລະ ຄາດຄະເນ ແນວໂນ້ມເສດຖະກິດຢ່າງມີປະ ສິດທິພາບ ແລະ ປະສິດທິຜົນ. ພ້ອມ ນີ້, ຍັງໄດ້ລົງທຶນການພັດທະນາ ຊັບພະຍາກອນມະນຸດ ແລະ ການ ສ້າງຄວາມເຂັ້ມແຂງໃຫ້ສະຖາ ບັນ ແລະ ອົງກອນ ໂດຍສະເພາະ
RkJQdWJsaXNoZXIy MTc3MTYxMQ==