30/03/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ນາຍົກລັດຖະມົນຕີ...ົັົີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ. ຕອນເຊົ້າວັນທີ 28 ມີນາ 2026 ນີ້, ຢູ່ບ້ານໂພນສົມບູນ ເມືອງ ສີໂຄດຕະບອງ ນະຄອນຫລວງ ວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ອາດສະ ພັງທອງ ສີພັນດອນ ເລຂາຄະນະ ບໍລິຫານງານພັກ ນະຄອນຫລວງ ວຽງຈັນ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມ ດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມ ຢາມຖາມຂ່າວ, ຕິດຕາມສະພາບ ຄວາມເສຍຫາຍຕົວຈິງ ຈຸດທີ່ຖືກ ຜົນກະທົບໜັກຈາກພາຍຸໝາກເຫັບ ໃນວັນທີ 22 ມີນາຜ່ານມາ. ໂອກາດນີ້, ທ່ານ ທະວີໄຊ ເໝົາ ຊົມພູ ຮອງເລຂາຄະນະບໍລິຫານ ງານພັກ ນະຄອນຫລວງວຽງຈັນ ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 22 ມີນາ 2026 ໄດ້ເກີດມີພາຍຸໝາກ ເຫັບຕົກຢູ່ 2 ເມືອງຄື: ເມືອງສີໂຄດ ຕະບອງ ແລະ ເມືອງນາຊາຍທອງ ຊຶ່ງມີຜູ້ໄດ້ຮັບຜົນກະທົບທັງໝົດ 6.277 ຫລັງຄາເຮືອນ. ໃນນັ້ນ, ເມືອງສີໂຄດຕະບອງມີ 10 ບ້ານ 5.455 ຫລັງຄາເຮືອນ, ໂຮງຮຽນ 11 ແຫ່ງ, ວັດ 2 ແຫ່ງ, ຫ້ອງການ ບ້ານ 1 ຫລັງ, ສຸກສາລາບ້ານ 1 ແຫ່ງ, ສູນຜະລິດຢາວັກຊິນ 1 ແຫ່ງ, ລົດໃຫຍ່ເປ່ເພ 53 ຄັນ ແລະ ປະຊາຊົນໄດ້ຮັບບາດເຈັບ 9 ຄົນ ແລະ ຄ້າຍທະຫານກອງພັນໃຫຍ່ ຈໍ 11 ໄດ້ຮັບຜົນເສຍຫາຍຈຳນວນ 109 ຫລັງ. ສ່ວນເມືອງນາຊາຍ ທອງ ມີ 8 ບ້ານ ຈຳນວນ 822 ຫລັງຄາເຮືອນ. ຈຸດທີ່ໄດ້ຮັບຜົນ ກະທົບໜັກທີ່ສຸດແມ່ນ ເຂດເມືອງສີ ໂຄດຕະບອງ ເປັນຕົ້ນ ບ້ານວຽງຄຳ ມີເຮືອນປະຊາຊົນເສຍຫາຍ 1.593 ຫລັງ, ຫ້ອງການບ້ານ 1 ຫລັງ, ໂຮງຮຽນປະຖົມ 1 ແຫ່ງ, ລົດໃຫຍ່ ເປ່ເພ 14 ຄັນ ແລະ ປະຊາຊົນບາດ ເຈັບ 8 ຄົນ; ບ້ານຈັນສະຫວ່າງ ເຮືອນປະຊາຊົນເສຍຫາຍ 1.669 ຫລັງ, ວັດ 1 ແຫ່ງ, ໂຮງຮຽນ ມັດທະຍົມ 1 ແຫ່ງ, ໂຮງຮຽນອະ ນຸບານ 1 ແຫ່ງ, ສຸກສາລາບ້ານ 1 ແຫ່ງ, ສູນຜະລິດຢາວັກຊິນ 1 ແຫ່ງ ແລະ ໄດ້ຢຸດການຮຽນ 3 ໂຮງ ຮຽນ; ບ້ານໂພນສົມບູນ ເຮືອນປະ ຊາຊົນເສຍຫາຍ 703 ຫລັງ, ສະ ເພາະ ຄຸ້ມທະຫານ ມີເຮືອນປະຊາ ຊົນເສຍຫາຍ 36 ຫລັງ. ໃນນີ້, ມີ ຄອບຄົວທຸກຍາກ 7 ຫລັງຄາ ເຮືອນ. ຜ່ານມາ ສະເພາະບ້ານໂພນ ສົມບູນ ໄດ້ຮັບການຊ່ວຍເຫລືອ ເບື້ອງຕົ້ນ ເຂົ້າສານ 1 ໂຕນ ແລະ ເຄື່ອງໃຊ້ໄຟຟ້າຈຳນວນໜຶ່ງ. ສຳລັບ ການຊ່ວຍເຫລືອປະຊາ ຊົນນັບແຕ່ມື້ເກີດເຫດເຖິງວັນທີ 27 ມີນາ 2026 ໂດຍການຊີ້ນຳຢ່າງ ໃກ້ຊິດ ຂອງຄະນະກໍາມະການປົກ ຄອງນະຄອນຫລວງວຽງຈັນ, ໄດ້ມີ ການແບ່ງຄວາມຮັບຜິດຊອບພາຍ ໃນຄະນະພັກ, ຄະນະນຳ ຂອງ ນວ ແລະ ໄດ້ມອບໝາຍໃຫ້ຄະນະກຳ ມະການຄຸ້ມຄອງໄພພິບັດ ຂັ້ນນະ ຄອນຫລວງວຽງຈັນ ລົງສົມທົບ ກັບຄະນະກຳມະການໄພພິບັດຂັ້ນ ເມືອງ ຮີບຮ້ອນລົງແກ້ໄຂ ແລະ ຊ່ວຍເຫລືອພໍ່ແມ່ປະຊາຊົນເບື້ອງ ຕົ້ນ ຄື: ໄດ້ສຳເລັດສ້ອມແປງເສົາ ໄຟຟ້າ, ສາຍໄຟຟ້າ, ສະໜອງນໍ້າ ປະປາ ແລະ ສາຍອິນເຕີເນັດ ກັບ ສູ່ສະພາບປົກກະຕິແລ້ວ, ມາຮອດ ວັນທີ 27 ມີນາ 2026 ບັນດາການ ຈັດຕັ້ງ-ອົງການປົກຄອງແຂວງ ຈາກ 17 ແຂວງ ໃຫ້ການຊ່ວຍ ເຫລືອ ເປັນເງິນ 1,5 ຕື້ກວ່າກີບ, ເມືອງແລະພະແນກການອ້ອມຂ້າງ, ສະມາຄົມ, ຫົວໜ່ວຍທຸລະກິດ ໂດຍ ມອບເປັນວັດຖຸປັດໄຈ ລວມມູນຄ່າ ການຊ່ວຍເຫລືອເງິນສົດ 3 ຕື້ກວ່າ ກີບ ແລະ ອຸປະກອນຮັບໃຊ້ ມູນຄ່າ 1,6 ຕື້ກີບ ແລະ ປຸກລະດົມການ ຈັດຕັ້ງແຕ່ລະຂັ້ນ ແລະ ສັງຄົມໄດ້ ປະກອບສ່ວນແກ້ໄຂປະຊາຊົນທີ່ ຖືກຜົນກະທົບ. ສຳລັບແຜນການຕໍ່ໜ້າ ແມ່ນ ສືບຕໍ່ເລັ່ງເກັບກຳຂໍ້ມູນຜົນກະທົບ ເພື່ອໄປຂຶ້ນແຜນຈັດຫາອຸປະກອນ ມາປັບປຸງ, ສ້ອມແປງເຮືອນຊານ ແລະ ໃຫ້ການຊ່ວຍເຫລືອປະຊາ ຊົນ; ສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ ຂອງປະຊາຊົນ ຜູ້ທີ່ມີຄວາມຕ້ອງ ການແຮງງານ ໂດຍການຈັດແຮງ ງານຊາວໜຸ່ມ, ທະຫານ, ຕຳຫລວດ ລົງຊ່ວຍເຮັດອະນາໄມ ແລະ ທັບ ມ້າງຫລັງຄາທີ່ເປ່ເພ ແລະ ສ້ອມ ແປງຫລັງຄາຄືນໃໝ່ ເພື່ອໃຫ້ກັບ ຄືນມານໍາໃຊ້ເປັນປົກກະຕິ; ມອບ ຄວາມຮັບຜິດຊອບໃຫ້ບັນດາຮອງ ເລຂາຄະນະພັກ, ຄະນະປະຈຳພັກ, ຄະນະພັກ ນວ 21 ທ່ານ ທີ່ຖືກມອບ ໝາຍ ໃຫ້ລົງນໍາພາບັນຊາການ ເດີນສຳຫລວດປະເມີນຄວາມເສຍ ຫາຍ, ພ້ອມແກ້ໄຂຄວາມຫຍຸ້ງຍາກ ຢູ່ໃນ 18 ບ້ານນັບແຕ່ວັນທີ 27 ມີນາ 2026 ໃຫ້ສຳເລັດພາຍໃນ 30 ວັນ; ສືບຕໍ່ໂຄສະນາປຸກລະດົມ ຂົນຂວາຍທຶນສົມທົບຈາກແຫລ່ງ ຕ່າງໆ ເພື່ອນໍາມາຄົ້ນຄວ້ານະໂຍ ບາຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະ ທົບ ໂດຍຄາດຄະເນຕັ້ງເປົ້າໝາຍ ໃຫ້ໄດ້ 10 ຕື້ກີບ ແລະ ອື່ນໆ. ໂອກາດນີ້, ທ່ານນາຍົກລັດຖະ ມົນຕີ ກໍມີທິດຊີ້ນໍາຕໍ່ຄະນະພັກຄະນະນໍານະຄອນຫລວງວຽງຈັນ, ເມືອງ ແລະ ອໍານາດການປົກຄອງ ບ້ານໂພນສົມບູນ ຈົ່ງພ້ອມກັນເອົາ ໃຈໃສ່ຕິດຕາມຊ່ວຍເຫລືອພໍ່ແມ່ ປະຊາຊົນ ເພື່ອເຮັດໃຫ້ຊີວິດການ ເປັນຢູ່ຂອງປະຊາຊົນຜູ້ໄດ້ຮັບຜົນ ກະທົບກັບຄືນສູ່ສະພາບປົກກະຕິ ໂດຍໄວ. ພ້ອມກັນນີ້, ທ່ານນາຍົກ ລັດຖະມົນຕີ ຍັງໄດ້ມອບເງິນຊ່ວຍ ເຫລືອໃຫ້ປະຊາຊົນທີ່ຫຍຸ້ງຍາກ ຂາດເຂີນ 6 ຄອບຄົວ, ຄອບຄົວລະ 15 ລ້ານກີບ; ຄະນະນຳນະຄອນ ຫລວງວຽງຈັນ ກໍໄດ້ມອບໃຫ້ປະ ຊາຊົນອີກ 30 ຄອບຄົວ, ຄອບຄົວ ລະ 5 ລ້ານກີບ. ນອກນັ້ນ, ໄດ້ມອບ ເຄື່ອງໃຫ້ຄະນະໄພພິບັດນະຄອນ ຫລວງວຽງຈັນ ເພື່ອແຈກຢາຍຊ່ວຍ ເຫລືອປະຊາຊົນຕື່ມຢູ່ເຂດເມືອງ ສີໂຄດ ແລະ ເມືອງນາຊາຍທອງ ປະກອບມີ: ເຄື່ອງໃຊ້ຄົວເຮືອນ 200 ຊຸດ, ສາດຢາງ 200 ຜືນ, ເຂົ້າສານຈ້າວ 25 ໂຕນ ແລະ ມຸ້ງ 200 ດາງ ຕື່ມອີກ. ຂ່າວ: ແສງສະຫວັນ; ພາບ: ເກດສະໜາ 5 ປີຜ່ານມາ...ີ່ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ດຳເນີນກອງປະຊຸມຄະນະປະຈຳ ສະພາແຫ່ງຊາດ 60 ຄັ້ງ, ພິຈາລະ ນາຫົວຂໍ້ທັງໝົດ 768 ເນື້ອໃນ ຊຶ່ງ ໄດ້ຮັບຮອງອອກເປັນມະຕິ 519 ສະບັບ. ພ້ອມນີ້, ຍັງໄດ້ຕິດຕາມ ກວດກາການຈັດຕັ້ງປະຕິບັດໂຄງ ການທົດລອງຂຸດຄົ້ນແຮ່ທາດ, ບັນ ຫາເສັ້ນທາງຄົມມະນາຄົມຂົນສົ່ງ ແລະ ຫົວຂໍ້ອື່ນໆ ໄດ້ຈຳນວນ 172 ຄັ້ງ; ຕິດຕາມກວດກາຢູ່ກອງປະຊຸມ ສະພາແຫ່ງຊາດ ດ້ວຍການຊັກ ຖາມ ຈຳນວນ 490 ຄໍາຊັກຖາມ, ໄດ້ຊຸກຍູ້ການໂຄສະນາເຜີຍແຜ່ລັດ ຖະທຳມະນູນ, ກົດໝາຍ ຈຳນວນ 6 ຄັ້ງ; ຕິດຕາມກວດກາການຜັນ ຂະຫຍາຍມາດຕາຂອງກົດໝາຍ ອອກເປັນນິຕິກຳໃຕ້ກົດໝາຍ ມີ 305 ມາດຕາ ກວມເອົາ 87 ກົດ ໝາຍ; ຕິດຕາມກວດກາການປະ ເມີນຜົນການຈັດຕັ້ງປະຕິບັດກົດ ໝາຍ 5 ຂົງເຂດ, ພ້ອມນີ້ສະພາ ແຫ່ງຊາດ ຊຸດທີ IX ໄດ້ຮັບຄໍາຮ້ອງ ຂໍຄວາມເປັນທຳ ທັງໝົດ 1.810 ເລື່ອງ, ແກ້ໄຂ 1.541 ເລື່ອງ, ຍັງ ຄ້າງ 673 ເລື່ອງ. ປະຈຳສະພາແຫ່ງຊາດ ຖະແຫລງ ຜົນສຳເລັດຂອງການດຳເນີນກອງ ປະຊຸມຄັ້ງປະຖົມມະລືກຂອງສະພາ ແຫ່ງຊາດ ຊຸດທີ X ໃຫ້ພະນັກງານ, ທະຫານ, ຕຳຫລວດ, ນັກຮຽນຮູ້, ປັນຍາຊົນ, ປະຊາຊົນລາວບັນດາ ເຜົ່າ ໃນຂອບເຂດທົ່ວປະເທດ, ຕະ ຫລອດຮອດ ພີ່ນ້ອງຊາວລາວ ທີ່ອາ ໄສຢູ່ຕ່າງປະເທດ ແລະ ທຸກພາກ ສ່ວນຮັບຮູ້ຢ່າງທົ່ວເຖິງ. ທ່ານ ນາງ ອຳໄພວອນ ລ້ອມ ບຸນແພງ ໄດ້ໃຫ້ຮູ້ວ່າ: ກອງປະຊຸມ ຄັ້ງປະຖົມມະລືກ ຂອງສະພາແຫ່ງ ຊາດ ຊຸດທີ X ກໍຄື ການປະຕິບັດ ໜ້າທີ່ຂອງສະພາແຫ່ງຊາດ ຊຸດໃໝ່ ໄດ້ດຳເນີນຂຶ້ນຢ່າງເປັນທາງການ ນັບແຕ່ວັນທີ 23-27 ມີນາ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງ ພັກ, ປະທານສະພາແຫ່ງຊາດ ພ້ອມ ດ້ວຍບັນດາທ່ານຮອງປະທານ ສະພາແຫ່ງຊາດ, ເຂົ້າຮ່ວມກອງ ປະຊຸມຄັ້ງນີ້ ມີບັນດາການນໍາພັກລັດຂັ້ນສູງ, ອະດີດການນໍາພັກ-ລັດ ຂັ້ນສູງ, ບັນດາສະມາຊິກສະພາ ແຫ່ງຊາດ ຊຸດທີ X, ອະດີດສະມາ ຊິກສະພາແຫ່ງຊາດ ຊຸດທີ IX, ສະ ມາຊິກລັດຖະບານ, ກະຊວງ-ອົງ ການ, ບັນດາທູຕານຸທູດ, ອົງການ ຈັດຕັ້ງສາກົນ ປະຈໍາ ຢູ່ ສປປ ລາວ ແລະ ບັນດາແຂກຖືກເຊີນ ເຂົ້າຮ່ວມ. ກອງປະຊຸມ ໄດ້ພິຈາລະນາຮັບ ຮອງເອົາບັນຫາສຳຄັນພື້ນຖານ ຂອງປະເທດຊາດ ຕາມລັດຖະທໍາ ມະນູນ ແລະ ກົດໝາຍກໍານົດ ເປັນ ຕົ້ນ ກອງປະຊຸມໄດ້ຮັບຟັງລາຍງານ ຜົນສຳເລັດຂອງການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະ ຂອງສະ ມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ ຊຸດທີ V, ການເລືອກຕັ້ງໄດ້ ດໍາເນີນ ໃນວັນທີ 22 ກຸມພາ 2026 ຜ່ານມາ ໂດຍມີຜູ້ໄດ້ຮັບການເລືອກ ຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ທັງໝົດ 175 ທ່ານ. ໃນ ນັ້ນ, ປະກອບມີເພດຍິງ 52 ທ່ານ, ກວມເອົາ 29,71% ແລະ ມີຜູ້ໄດ້ ຮັບການເລືອກຕັ້ງ ເປັນສະມາຊິກ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທັງໝົດ 745 ທ່ານ. ໃນນັ້ນ, ປະ ກອບມີເພດຍິງ 211 ທ່ານ, ກວມ ເອົາ 28,32%, ກອງປະຊຸມໄດ້ ຮັບຮອງເອົາຜົນການເລືອກຕັ້ງ ດັ່ງກ່າວຢ່າງເປັນເອກະສັນ; ກອງ ປະຊຸມໄດ້ພິຈາລະນາ, ຮັບຮອງເອົາ ໂຄງປະກອບກົງຈັກການຈັດຕັ້ງ, ການເລືອກຕັ້ງ ແລະ ຮັບຮອງເອົາ ບຸກຄະລາກອນສໍາຄັນຂັ້ນຍຸດທະ ສາດ ໂດຍເລືອກຕັ້ງເອົາ ທ່ານ ໄຊສົມພອນ ພົມວິຫານ ເປັນປະ ທານສະພາແຫ່ງຊາດ ຊຸດທີ X, ທ່ານ ນາງ ສູນທອນ ໄຊຍະຈັກ, ທ່ານ ກອງແກ້ວ ໄຊສົງຄາມ, ທ່ານ ວິໄລວົງ ບຸດດາຄຳ ແລະ ທ່ານ ມອນໄຊ ລາວມົວຊົ່ງ ເປັນຮອງ ປະທານສະພາແຫ່ງຊາດ ແລະ ກຳ ມະການຄະນະປະຈຳສະພາແຫ່ງ ຊາດ ຈໍານວນ 6 ທ່ານ, ຍິງ 2 ທ່ານ; ຮັບຮອງເອົາກົງຈັກຂອງ ສະພາແຫ່ງຊາດ ປະກອບມີ 5 ກໍາ ມາທິການ ແລະ ຫ້ອງວ່າການສະ ພາແຫ່ງຊາດ; ເລືອກຕັ້ງເອົາ ທ່ານ ທອງລຸນ ສີສຸລິດ ເປັນປະທານ ປະເທດ, ທ່ານ ນາງ ວຽງທອງ ສີພັນດອນ ເປັນຮອງປະທານປະ ເທດ, ເລືອກຕັ້ງເອົາ ທ່ານ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີ, ຮັບຮອງເອົາການສະເໜີແຕ່ງຕັ້ງ ທ່ານ ສະເຫລີມໄຊ ກົມມະສິດ, ທ່ານ ຄໍາພັນ ພົມມະທັດ, ທ່ານ ທອງສະລິດ ມັງໜໍ່ເມກ, ທ່ານ ພົນ ເອກ ຄໍາລຽງ ອຸທະໄກສອນ, ທ່ານ ສັນຕິພາບ ພົມວິຫານ ແລະ ທ່ານ ທອງສະຫວັນ ພົມວິຫານ ເປັນຮອງ ນາຍົກລັດຖະມົນຕີ ແລະ ຮັບຮອງ ເອົາກົງຈັກຂອງລັດຖະບານ ປະ ກອບມີ 13 ກະຊວງ, 2 ອົງການ ທຽບເທົ່າ ແລະ ຮັບຮອງເອົາການ ແຕ່ງຕັ້ງສະມາຊິກລັດຖະບານ ຈໍາ ນວນ 17 ທ່ານ ຍິງ 3 ທ່ານ; ຮັບ ຮອງເອົາການເລືອກຕັ້ງ ທ່ານ ໄພວີ ສີບົວລິພາ ເປັນປະທານສານ ປະຊາຊົນສູງສຸດ, ທ່ານ ພົນຈັດ ຕະວາ ນາງ ລີວົງ ລາວລີ ເປັນຫົວ ໜ້າອົງການໄອຍະການປະຊາຊົນ ສູງສຸດ; ທ່ານ ວັນໄຊ ພອງສະຫວັນ ສຳລັບແຜນການເຄື່ອນໄຫວ ວຽກງານ 5 ປີ ໃນຕໍ່ໜ້າ (20262030) ສະພາແຫ່ງຊາດ ຊຸດທີ X ຈະຍົກສູງຄຸນນະພາບ ແລະ ປະ ສິດທິຜົນໃນການສ້າງ ແລະ ປັບປຸງ ກົດໝາຍ ໃຫ້ມີຄວາມສອດຄ່ອງ ກັບແນວທາງນະໂຍບາຍຂອງພັກ, ສະພາບການພັດທະນາເສດຖະກິດສັງຄົມ ໃນໄລຍະໃໝ່ ແລະ ມີຄວາມ ຍືນຍົງ; ສູ້ຊົນສ້າງ ແລະ ປັບປຸງກົດ ໝາຍ ໃຫ້ໄດ້ທັງໝົດ 91 ສະບັບ. ໃນນີ້, ກົດໝາຍສ້າງໃໝ່ 20 ສະ ບັບ ແລະ ກົດໝາຍປັບປຸງ 71 ສະ ບັບ ຊຶ່ງກວມເອົາຂົງເຂດການປົກ ຄອງ, ເສດຖະກິດ, ວັດທະນະທໍາສັງຄົມ, ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແລະ ການຕ່າງ ປະເທດ; ເອົາໃຈໃສ່ຈັດຕັ້ງປະຕິບັດ ວຽກງານສ້າງ ແລະ ປັບປຸງກົດ ໝາຍໃຫ້ໄປຕາມຂັ້ນຕອນ ແລະ ວິທີ ການຕາມທີ່ກຳນົດໄວ້ໃນກົດໝາຍ ວ່າດ້ວຍການສ້າງນິຕິກຳ, ໃຫ້ ຄວາມສໍາຄັນການນໍາເອົາຮ່າງກົດ ໝາຍໄປທາບທາມ ແລະ ປະເມີນ ຢ່າງກວ້າງຂວາງ ແລະ ແທດເຖິງ ເປົ້າໝາຍຕົວຈິງຢູ່ເຂດເລືອກຕັ້ງ ຕ່າງໆ ໃນຂອບເຂດທົ່ວປະເທດ; ເປັນເຈົ້າການຄົ້ນຄວ້າ, ພິຈາລະນາ ການໃຫ້ສັດຕະຍາບັນແກ່ສົນທີ່ສັນ ຍາຕ່າງໆ, ການເຂົ້າຮ່ວມເປັນພາຄີ, ການຍົກເລີກສົນທິສັນຍາທີ່ ສປປ ລາວ ເປັນພາຄີ ຢ່າງໜ້ອຍ 5 ສະບັບ ຂຶ້ນໄປ; ເອົາໃຈໃສ່ຄົ້ນຄວ້າຕີຄວາມ ໝາຍ, ອະທິບາຍລັດຖະທຳມະນູນ, ກົດໝາຍຕາມການສະເໜີຂອງ ພາກສ່ວນກ່ຽວຂ້ອງ; ເພີ່ມທະວີ ການໂຄສະນາເຜີຍແຜ່ກົດໝາຍ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ແລະ ສະພາ ປະຊາຊົນຂັ້ນແຂວງ ໃຫ້ກວ້າງ ຂວາງເລິກເຊິ່ງດ້ວຍຫລາຍຮູບ ແບບ, ຫລາຍຊ່ອງທາງ ໂດຍນຳ ໃຊ້ສື່ມວນຊົນ, ສື່ສິ່ງພິມ ແລະ ສື່ ອອນລາຍ ເພື່ອໃຫ້ອົງການຈັດຕັ້ງ ພັກ-ລັດ, ອົງການຈັດຕັ້ງສັງຄົມ ແລະ ປະຊາຊົນບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງທົ່ວເຖິງ, ພ້ອມ ທັງເອົາໃຈໃສ່ຊຸກຍູ້ພາກສ່ວນກ່ຽວ ຂ້ອງ ໃນການຜັນຂະຫຍາຍເນື້ອໃນ ບາງມາດຕາຂອງກົດໝາຍ ເປັນນິຕິ ກຳໃຕ້ກົດໝາຍຢ່າງໜ້ອຍໃຫ້ໄດ້ 80% ຂອງບັນດາມາດຕາທີ່ກົດ ໝາຍກຳນົດໃຫ້ອອກເປັນນິຕິກຳ ຕ່າງຫາກ. ຂ່າວ: ທະນູທອງ; ພາບ: ເກດສະໜາ ຜົນສຳເລັດກອງປະຊຸມ...ົັຸ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ເປັນປະທານອົງການກວດກາແຫ່ງ ລັດ ແລະ ທ່ານ ວຽງທະວີສອນ ເທບພະຈັນ ເປັນປະທານອົງການ ກວດສອບແຫ່ງລັດ. ກອງປະຊຸມ ໄດ້ພິຈາລະນາ, ຮັບຮອງເອົາແຜນ ພັດທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ5ປີຄັ້ງທີXຂອງລັດຖະບານ; ຮັບຮອງເອົາໂຄງການລົງທຶນກໍ່ ເສັ້ນທາງລົດໄຟຈາກຕົວເມືອງທ່າ ແຂກ ແຂວງຄໍາມ່ວນ ຫາ ມູຢາ ຊາຍແດນລາວ-ຫວຽດນາມ ດ້ວຍ ຮູບແບບ BOT; ຮັບຮອງເອົາ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານ ປະຊາຊົນສູງສຸດ, ອົງການໄອຍະ ການປະຊາຊົນສູງສຸດ, ອົງການ ກວດກາແຫ່ງລັດ ແລະ ອົງການ ກວດສອບແຫ່ງລັດ; ຮັບຮອງເອົາ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງ ສະພາແຫ່ງຊາດ , ແຜນການ ສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ຂອງສະພາ ແຫ່ງຊາດ ຊຸດທີ X. ພ້ອມນີ້, ກອງ ປະຊຸມ ໄດ້ພິຈາລະນາ, ຮັບຮອງ ເອົາການແຕ່ງຕັ້ງສະມາຊິກສະພາ ຜູ້ພິພາກສາຂອງສານປະຊາຊົນ ສູງສຸດ ຊຶ່ງປະກອບມີ 15 ທ່ານ, ຍິງ 3 ທ່ານ; ກອງປະຊຸມໄດ້ພິຈາລະນາ ຮັບຮອງ ແລະ ອອກເປັນມະຕິກອງ ປະຊຸມສະພາແຫ່ງຊາດ ທັງໝົດ 20 ສະບັບ ຄື: ມະຕິວ່າດ້ວຍການຮັບ ຮອງເອົາການເລືອກຕັ້ງ ປະທານ ສະພາແຫ່ງຊາດ ຊຸດທີ X; ມະຕິ ວ່າດ້ວຍການຮັບຮອງເອົາການ ເລືອກຕັ້ງ ຮອງປະທານສະພາແຫ່ງ ຊາດ ແລະ ກຳມະການຄະນະປະ ຈຳສະພາແຫ່ງຊາດ ຊຸດທີ X; ມະຕິ ວ່າດ້ວຍການຮັບຮອງເອົາໂຄງ ປະກອບກົງຈັກຂອງສະພາແຫ່ງ ຊາດ ຊຸດທີ X, ການແຕ່ງຕັ້ງປະ ທານກຳມາທິການ ແລະ ຫົວໜ້າ ຫ້ອງວ່າການສະພາແຫ່ງຊາດ ຊຸດ ທີ X; ມະຕິວ່າດ້ວຍການຮັບຮອງ ເອົາການເລືອກຕັ້ງປະທານປະ ເທດ; ມະຕິວ່າດ້ວຍການຮັບຮອງ ເອົາການເລືອກຕັ້ງ ຮອງປະທານ ປະເທດ; ມະຕິວ່າດ້ວຍການຮັບ ຮອງເອົາການເລືອກຕັ້ງ ນາຍົກລັດ ຖະມົນຕີ; ມະຕິວ່າດ້ວຍການຮັບ ຮອງເອົາໂຄງປະກອບກົງຈັກຂອງ ລັດຖະບານ, ການແຕ່ງຕັ້ງຮອງ ນາຍົກລັດຖະມົນຕີ ແລະ ສະມາຊິກ ລັດຖະບານ ຊຸດທີ X; ມະຕິວ່າ ດ້ວຍການຮັບຮອງເອົາການເລືອກ ຕັ້ງປະທານສານປະຊາຊົນສູງສຸດ; ມະຕິວ່າດ້ວຍການຮັບຮອງເອົາ ການເລືອກຕັ້ງ ຫົວໜ້າອົງການໄອ ຍະການປະຊາຊົນສູງສຸດ; ມະຕິວ່າ ດ້ວຍການຮັບຮອງເອົາການເລືອກ ຕັ້ງ ປະທານອົງການກວດກາແຫ່ງ ລັດ; ມະຕິວ່າດ້ວຍການຮັບຮອງ ເອົາການເລືອກຕັ້ງປະທານອົງ ການກວດສອບແຫ່ງລັດ; ມະຕິວ່າ ດ້ວຍການຮັບຮອງເອົາການແຕ່ງ ຕັ້ງ ສະມາຊິກສະພາຜູ້ພິພາກສາ ຂອງສານປະຊາຊົນສູງສຸດ; ມະຕິ ວ່າດ້ວຍການຮັບຮອງເອົາແຜນ ການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາ ຊົນສູງສຸດ; ມະຕິວ່າດ້ວຍການ ຮັບຮອງເອົາແຜນການເຄື່ອນໄຫວ ວຽກງານ 5 ປີ (2026-2030) ຂອງອົງການໄອຍະການປະຊາຊົນ ສູງສຸດ; ມະຕິວ່າດ້ວຍການຮັບຮອງ ເອົາແຜນການເຄື່ອນໄຫວວຽກ ງານ 5 ປີ (2026-2030) ຂອງ ອົງການກວດກາແຫ່ງລັດ; ມະຕິ ວ່າດ້ວຍການຮັບຮອງເອົາແຜນ ການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການ ກວດສອບແຫ່ງລັດ; ມະຕິວ່າດ້ວຍ ການຮັບຮອງເອົາແຜນການເຄື່ອນ ໄຫວວຽກງານ 5 ປີ ແຕ່ປີ (20262030) ຂອງສະພາແຫ່ງຊາດ ຊຸດ ທີ X; ມະຕິວ່າດ້ວຍການຮັບຮອງ ເອົາແຜນການສ້າງ ແລະ ປັບປຸງ ກົດໝາຍ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X; ມະຕິວ່າດ້ວຍການຮັບຮອງເອົາ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (20262030) ຂອງລັດຖະບານ; ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍ ງານກ່ຽວກັບການພິຈາລະນາ, ຮັບຮອງເອົາດ້ານຫລັກການ ໂຄງ ການລົງທຶນກໍ່ເສັ້ນທາງລົດໄຟ ແຕ່ ຕົວເມືອງທ່າແຂກ, ແຂວງຄໍາມ່ວນ ຫາ ມູຢາ, ຊາຍແດນ ລາວ-ຫວຽດ ນາມ ດ້ວຍຮູບແບບ BOT. ທ່ານນາງອຳໄພວອນລ້ອມບຸນ ແພງ ຍັງໃຫ້ຮູ້ອີກວ່າ: ກອງປະຊຸມ ຄັ້ງນີ້ ເປັນກອງປະຊຸມເທື່ອທໍາອິດ ຂອງສະພາແຫ່ງຊາດ ຊຸດທີ X ເປັນ ການຜັນຂະຫຍາຍມະຕິກອງປະຊຸມ ໃຫຍ່ ຄັ້ງທີ XII ແລະ ໂຄງການການເມືອງ ສະບັບທີ 3 ຂອງພັກ, ແຜນພັດທະນາເສດຖະກິດ-ສັງ ຄົມ ແຫ່ງຊາດ 5 ປີ ໃຫ້ເຂົ້າສູ່ລວງ ເລິກ, ຮັບປະກັນໃນການຄຸ້ມຄອງ ລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍໃຫ້ນັບມື້ມີຄວາມ ສັກສິດ; ສ້າງເສດຖະກິດເອກະ ລາດເປັນເຈົ້າຕົນເອງ; ຍົກສູງ ຄຸນນະພາບໃນການຈັດຕັ້ງປະຕິບັດ ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ໃນຖານະ ເປັນຕົວແທນແຫ່ງສິດ ແລະ ຜົນປະ ໂຫຍດອັນຊອບທໍາຂອງປະຊາຊົນ ລາວບັນດາເຜົ່າ. ຜົນສໍາເລັດກອງປະຊຸມຄັ້ງນີ້, ໄດ້ສະແດງເຖິງຄວາມຮັບຜິດຊອບ ອັນສູງ ແລະ ຄວາມເປັນເອກະພາບ ຕໍ່ການປະຕິບັດໜ້າທີ່ການເມືອງ ຂອງທຸກອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກ ຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທຸກຂັ້ນ, ທັງ ແມ່ນໝາກຜົນລວມຍອດສະຕິ ປັນຍາໃນການປະຕິບັດສິດປະຊາ ທິປະໄຕ ດ້ວຍຄວາມຮັບຜິດຊອບ ສູງຂອງບັນດາສະມາຊິກສະພາ ແຫ່ງຊາດ ທີ່ໄດ້ປະກອບສ່ວນອັນ ສໍາຄັນເຂົ້າໃນການປັບປຸງບູລະນະ ລັດ ປະຊາທິປະໄຕປະຊາຊົນ ໃຫ້ ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ ເທື່ອລະກ້າວ. ຂ່າວ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==