30/03/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K w22h k4n dzq odtmq [9kdwrry [a f 16j g,n v'lu 37f8t[v' lt|v'wfh 100% ຂປລ. ສະພາແຫ່ງຊາດ (ສພຊ) ສະເໜີໃຫ້ອົງການກວດກາແຫ່ງລັດ ສືບຕໍ່ຊຸກຍູ້ແກ້ໄຂຜົນກວດກາຢ່າງ ຈິງຈັງການເປັນເຈົ້າການໃນການ ເຂົ້າຮ່ວມແກ້ໄຂຜົນການກວດກາ ຢ່າງແຂງແຮງ ແລະ ການເກັບກູ້ຄືນ ລາຍຮັບກວດກາເຫັນທີ່ຍັງຄ້າງໃນ ໄລຍະຜ່ານມາໃຫ້ສໍາເລັດຕາມແຜນ. ພາຍຫລັງ, ປະທານອົງການ ກວດກາແຫ່ງລັດ ແລະ ປະທານ ອົງການກວດສອບແຫ່ງລັດ ໄດ້ ລາຍງານກ່ຽວກັບການຈັດຕັ້ງປະ ຕິບັດແຜນການເຄື່ອນໄຫວວຽກ ງານ 5 ປີ (2026-2030) ຕໍ່ ກອງປະຊຸມຄັ້ງປະຖົມມະລືກຂອງ ສະພາແຫ່ງຊາດ ຊຸດທີ X ໃນວັນທີ 25 ມີນາ 2026, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການ ເສດຖະກິດ ແລະ ການເງິນຕາງ ໜ້າຄະນະປະຈຳສະພາແຫ່ງຊາດ ມີຄຳເຫັນຕໍ່ບົດລາຍງານດັ່ງກ່າວ ໂດຍເຫັນດີເປັນພື້ນຖານຕໍ່ບົດ ລາຍງານຂອງອົງການກວດກາ ແຫ່ງລັດ ກ່ຽວກັບທິດທາງແຜນ ການເຄື່ອນໄຫວວຽກງານ 5 ປີ, ຄະນະປະຈຳສະພາແຫ່ງຊາດ ສະ ເໜີໃຫ້ອົງການກວດກາແຫ່ງລັດ ສືບຕໍ່ຄົ້ນຄວ້າສ້າງ, ປັບປຸງກົດ lr- ltg|u .sh vq 'dkod;fdkcsj ']a f ln [8-5 dp6 h cdh w0zq od;fdk1j k'9y '9a ' + ຊຸດທີ X ພິຈາລະນາ; ສືບຕໍ່ກໍ່ສ້າງ ພະນັກງານ-ນັກກວດກາໃຫ້ຍົກ ສູງຄຸນທາດການເມືອງ, ຈັນຍາ ບັນ-ຈັນຍາທຳ, ເປັນມືອາຊີບນໍາ ໃຊ້ອຸປະກອນ, ເຄື່ອງມື ແລະ ເຕັກ ໂນໂລຊີທີ່ທັນສະໄໝເພື່ອສ້າງ ຄວາມເຊື່ອໝັ້ນ ແລະ ຮັບປະກັນ ຄຸນນະພາບວຽກງານກວດກາ; ສືບຕໍ່ຫັນວຽກງານກວດກາເປັນ ທັນສະໄໝ ເພື່ອໃຫ້ການກວດກາມີ ຄວາມວ່ອງໄວ, ໂປ່ງໃສ, ສາມາດ ກວດກາໄດ້ ແລະ ຮັບປະກັນຄວາມ ຖືກຕ້ອງຕາມກົດໝາຍ. ສຳລັບ ອົງການກວດສອບແຫ່ງ ລັດ ເພື່ອຮັບປະກັນໃຫ້ການຈັດຕັ້ງ ປະຕິບັດແຜນການດັ່ງກ່າວ, ຄະນະ ປະຈຳສະພາແຫ່ງຊາດ ສະເໜີ ບາງທັດສະນະດັ່ງນີ້: ສືບຕໍ່ຄົ້ນຄວ້າ ສ້າງ, ປັບປຸງກົດໝາຍ, ນິຕິກຳ ໃຕ້ກົດໝາຍທີ່ຕົນຮັບຜິດຊອບໃຫ້ ມີຄວາມຊັດເຈນ ແລະ ສາມາດ ຈັດຕັ້ງປະຕິບັດ, ພ້ອມທັງເຜີຍແຜ່ ໃຫ້ອົງການຄຸ້ມຄອງ ແລະ ເປົ້າໝາຍ ຖືກກວດສອບຮັບຮູ້, ເຂົ້າໃຈ ແລະ ໃຫ້ການຮ່ວມມື, ເຂົ້າຮ່ວມໃນການ ຈັດຕັ້ງປະຕິບັດວຽກງານກວດ ສອບໃຫ້ມີປະສິດທິພາບ ແລະ ປະ ສິດທິຜົນ; ສືບຕໍ່ປະສານສົມທົບ ກັບເປົ້າໝາຍຖືກກວດສອບ, ໄຈ້ ແຍກລາຍຮັບ-ລາຍຈ່າຍ, ໜີ້ຕ້ອງ ຮັບ, ຈ່າຍລວງໜ້າໃນລະບົບຄັງ ເງິນແຫ່ງຊາດ ທີ່ກວດສອບເຫັນ ໄລຍະຜ່ານມາອັນໃດສາມາດເກັບ ກູ້ໄດ້ ແລະ ອັນໃດບໍ່ສາມາດເກັບກູ້ ຄືນໄດ້, ມີຕົວຕົນ ຫລື ບໍ່ມີຕົວຕົນ ແລ້ວ ເພື່ອສະເໜີສະພາແຫ່ງຊາດ ຊຸດທີ X ພິຈາລະນາ; ເພີ່ມທະວີ ການກວດສອບແຕ່ຫົວທີບັນດາ ໂຄງການລົງທຶນຂອງລັດຂະໜາດ ໃຫຍ່, ລັດຮ່ວມທຶນ ຫລື ລັດ ຄໍ້າປະ ກັນໂຄງການເພື່ອບໍ່ໃຫ້ເກີດຄວາມ ສ່ຽງຈະສ້າງໜີ້ສິນ ຫລື ບໍ່ມີປະສິດທິ ຜົນ; ເອົາໃຈໃສ່ກໍ່ສ້າງພະນັກງານ, ນັກກວດສອບໃຫ້ມີຈັນຍາບັນ, ມີ ຄວາມຊື່ສັດບໍລິສຸດ ແລະ ມີຄວາມ ຊຳນານທາງດ້ານວິຊາສະເພາະ. ພ້ອມນີ້, ໃຫ້ສືບຕໍ່ຫັນວຽກງານ ກວດສອບເປັນທັນສະໄໝ ໂດຍ ການສ້າງຖານຂໍ້ມູນກວດສອບ ທີ່ເຊື່ອມໂຍງຂໍ້ມູນການເງິນກັບ ເປົ້າໝາຍຖືກກວດສອບ ເພື່ອໃຫ້ ການກວດສອບມີຄວາມວ່ອງໄວ, ໂປ່ງໃສ ແລະ ຮັບປະກັນຄວາມຖືກ ຕ້ອງຕາມກົດໝາຍ; ເພີ່ມທະວີການ ປະສານງານ, ສະໜອງຂໍ້ມູນໃຫ້ອົງ ການກວດກາແຫ່ງລັດ, ກຳມາທິ ການຂອງສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງໃຫ້ມີຄວາມ ວ່ອງໄວ, ຄົບຖ້ວນ ແລະ ທັນເວລາ. ຂປລ. ພາຍຫລັງເກີດພາຍຸລະດູ ຮ້ອນ ໃນວັນທີ 22 ມີນາ 2026 ທີ່ ຜ່ານມາ, ໄດ້ເຮັດໃຫ້ລະບົບຕາຂ່າຍ ໄຟຟ້າ ຂອງລັັດວິສາຫະກິດໄຟຟ້າ ລາວ ແລະ ເຮືອນຢູ່ອາໄສຂອງ ພໍ່ແມ່ປະຊາຊົນໄດ້ຮັບຄວາມເສຍ ຫາຍຈໍານວນ 10 ບ້ານ ຢູ່ເມືອງ ສີໂຄດຕະບອງ ເປັນຕົ້ນແມ່ນບ້ານ ໂນນແກ້ວ, ບ້ານວຽງຄຳ, ບ້ານ ຈຳປາ, ບ້ານຕາດທອງ, ບ້ານໂພນ ສົມບູນ, ບ້ານຈັນສະຫວ່າງ, ບ້ານ ໜອງແຕ່ງ ແລະ ບ້ານໃກ້ຄຽງ. ແຕ່ມາຮອດປັດຈຸບັນພາກສ່ວນ ກ່ຽວຂ້ອງສາມາດສ້ອມແປງ ແລະ ສະໜອງໄຟຟ້າໃຫ້ແກ່ປະຊາຊົນໄດ້ 100%. ທ່ານ ຄຳສິງ ມະນີຈັນ ຫົວໜ້າ ຝ່າຍຄຸ້ມຄອງລະບົບໄຟຟ້າພາກ ກາງ ໄດ້ສຳພາດຕໍ່ສື່ມວນຊົນວ່າ: ລັດວິສາຫະກິດໄຟຟ້າລາວຝ່າຍ ຄຸ້ມຄອງລະບົບໄຟຟ້າພາກກາງ, ສາຂານະຄອນຫລວງ 1 ໄດ້ລະດົມ ກຳລັງຢ່າງເຕັມສ່ວນເພື່ອສົ່ງທີມ ງານສະເພາະກິດສ້ອມແປງສຸກເສີນ ຢ່າງຮີບດ່ວນ, ທັງເຂົ້າປະຈຳການ ໝາຍ, ນິຕິກຳໃຕ້ກົດໝາຍ ແລະ ຜັນຂະຫຍາຍບາງມາດຕາຂອງ ກົດໝາຍທີ່ຕົນຮັບຜິດຊອບໃຫ້ມີ ຄວາມຊັດເຈນ ແລະ ສາມາດຈັດ ຕັ້ງປະຕິບັດ, ພ້ອມທັງເຜີຍແຜ່ກົດ ໝາຍ, ນິຕິກໍາໃຕ້ກົດໝາຍ ແລະ ມະຕິກອງປະຊຸມສະພາແຫ່ງຊາດ ໃຫ້ແກ່ເປົ້າໝາຍທີ່ຖືກກວດກາ, ພາກສ່ວນກ່ຽວຂ້ອງຮັບຮູ້ເພື່ອໃຫ້ ການຮ່ວມມືໃນການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ກວດກາໃຫ້ມີປະສິດທິພາບ ແລະ ປະສິດທິຜົນ; ສືບຕໍ່ປະສານສົມທົບ ກັບເປົ້າໝາຍຖືກກວດກາ, ໄຈ້ແຍກ ລາຍຮັບ, ໜີ້ຕ້ອງຮັບທີ່ກວດກາ ເຫັນໄລຍະຜ່ານມາອັນໃດສາມາດ ເກັບກູ້ໄດ້ ແລະ ອັນໃດບໍ່ສາມາດ ເກັບກູ້ຄືນໄດ້, ມີຕົວຕົນ ຫລື ບໍ່ມີຕົວ ຕົນແລ້ວສະເໜີສະພາແຫ່ງຊາດ ລັດຖະບານລາວ...ັ ນວ ຫາລື...ື *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ປີ 2021-2026 (LLPSII) ຈັດ ຂຶ້ນໃນວັນທີ 26 ມີນາ 2026 ຢູ່ ນະຄອນຫລວງວຽງຈັນ ໃນຮູບ ແບບເຊິ່ງໜ້າ ແລະ ທາງໄກ ໂດຍການປະທານຂອງທ່ານ ຟອງສະມຸດ ຄໍາວານວົງສາ ຮອງ ຫົວໜ້າສູນສະຖິຕິແຫ່ງຊາດ, ກະ ຊວງການເງິນ, ທ່ານ ໂທມັດສ ລາມມາຣ ອຸປະທູດລຸກຊໍາບວກ ປະ ຈໍາ ສປປ ລາວ, ພ້ອມດ້ວຍຄະນະ ຊີ້ນຳໂຄງການ, ກົມ ແລະ ບັນດາຄູ່ ຮ່ວມພັດທະນາເຂົ້າຮ່ວມ. ໂຄງການຮ່ວມມືລະຫວ່າງ ລັດຖະບານ ສປປ ລາວ ແລະ ລາ ຊະອານາຈັກລຸກຊໍາບວກ ແມ່ນ ໂຄງການຊ່ວຍເຫລືອລ້າດ້ານ ວິຊາການແນໃສ່ເພື່ອສ້າງຄວາມ ເຂັ້ມແຂງໃຫ້ສູນສະຖິຕິແຫ່ງຊາດ ກໍຄື ລະບົບສະຖິຕິແຫ່ງຊາດ ໃນ ການຜະລິດສະຖິຕິ ແລະ ຕົວຊີ້ ບອກໃຫ້ໄປຕາມມາດຖານສາກົນ ໃນການປະເມີນເປົ້າໝາຍການ ພັດທະນາແບບຍືນຍົງປີ 2030 ຊຶ່ງລັດຖະບານລາວ ໄດ້ຮັບເອົາ ການຊ່ວຍເຫລືອທາງດ້ານວິຊາ ການຈາກລັດຖະບານລຸກຊໍາບວກ ໂດຍຕາງໜ້າຈາກລັດຖະບານຝ່າຍ ລາວ ແມ່ນສູນສະຖິຕິແຫ່ງຊາດ ແລະ ຕາງໜ້າຈາກຝ່າຍລັດຖະ ບານລຸກຊໍາບວກ ແມ່ນສະຖາບັນ ຄົ້ນຄວ້າສະຖິຕິ ແລະ ເສດຖະກິດ (STATEC) ເປັນຜູ້ຈັດຕັ້ງ ປະຕິບັດໂຄງການ. ໂຄງການຮ່ວມ ມືດ້ານສະຖິຕິລາວ-ລຸກຊໍາບວກ ແມ່ນເປັນໂຄງການສືບຕໍ່ຈາກ ໄລຍະ I ທີ່ໄດ້ຈັດຕັ້ງປະຕິບັດໃນປີ 2017-2020 (LLPSI); ໂຄງ ການໄລຍະ II ປີ 2021-2026 (LLPSII) ຊຶ່ງໂຄງການ LLPSII ຈະສິ້ນສຸດການຈັດຕັ້ງປະຕິບັດ ວ່າການນະຄອນຫລວງວຽງຈັນ (ນວ) ໂດຍການເປັນທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກນະຄອນຫລວງ ວຽງຈັນ, ມີຄະນະກໍາມະການຄຸ້ມ ຄອງໄພພິບັດຂັ້ນ ນວ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ປຶກສາ ຫາລືວິທີການແກ້ໄຂສຸກເສີນ ແລະ ຟື້ນຟູໄພພິບັດຈາກພາຍຸໝາກເຫັບ ຢູ່ເມືອງສີໂຄດຕະບອງ ແລະ ເມືອງ ນາຊາຍທອງ ໃຫ້ກັບຄືນສູ່ສະພາບ ປົກກະຕິໂດຍໄວ, ພ້ອມທັງໄດ້ຮັບ ຟັງການລາຍງານສະພາບການຟື້ນ ຟູ ແລະ ການໃຫ້ການຊ່ວຍເຫລືອ ຈາກພາກລັດ-ເອກະຊົນນັບແຕ່ ວັນທີ 23 ເດືອນມີນາ ມາເຖິງ ປັດຈຸບັນຈາກອົງການປົກຄອງ ຂອງສອງເມືອງ ທີ່ຖືກຜົນກະທົບ ດັ່ງກ່າວ ເພື່ອເປັນການຊອກຫາ ທິດທາງຟື້ນຟູ ແລະ ຊ່ວຍເຫລືອ ເຂົາເຈົ້າໃຫ້ສາມາດປັບປຸງຊີວິດ ການເປັນຢູ່ຂອງຄອບຄົວດີຂຶ້ນ. ຜົນກະທົບໄພພິບັດທຳມະຊາດ ຄັ້ງນີ້, ສຳລັບເມືອງສີໂຄດຕະບອງ ມີ 10 ບ້ານ, 5.000 ກວ່າຫລັງຄາ, ໂຮງຮຽນ 5 ແຫ່ງ, ວັດ 2 ແຫ່ງ, ໂດຍ: ສົມຫວັງ; ພາບ: ອ່າຍຄໍາົັ່ໍ ໂຄງການ ແລະ ປິດໂຄງການໃນ ມື້ນີ້. ຕະຫລອດໄລຍະຜ່ານມາ, ສູນ ສະຖິຕິແຫ່ງຊາດ ໄດ້ພະຍາຍາມ ຢ່າງຕໍ່ເນື່ອງໃນການສະໜອງຂໍ້ ມູນສະຖິຕິທີ່ເຊື່ອຖືໄດ້ສຳລັບການ ຕິດຕາມ ແລະ ປະເມີນຜົນການ ດຳເນີນງານຂອງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ (NSEDP), ລວມທັງເປົ້າໝາຍ ການພັດທະນາແບບຍືນຍົງ(SDGs) ເ ພື່ອຕອບສະໜອງຄວາມຈໍາ ເປັນຂອງຄວາມຕ້ອງການຂໍ້ມູນ ເພີ່ມຂຶ້ນ ຊຶ່ງສະແດງໃຫ້ເຫັນຜົນ ສໍາເລັດຫລາຍດ້ານ. ລັດຖະບານ ສປປ ລາວ ແລະ ລາຊະອານາຈັກ ລຸກຊໍາບວກ ໄດ້ເນັ້ນຢ້ຳເຖິງຜົນ ສໍາເລັດອັນແຂງແຮງ ແລະ ຜົນ ກະທົບທີ່ຍືນຍົງຈາກການຮ່ວມມື ດ້ານສະຖິຕິ ໂດຍເປັນການໝາຍ ເຖິງການສໍາເລັດຂອງໄລຍະທີ 2 ຂອງໂຄງການຮ່ວມມືດ້ານສະຖິຕິ ລະຫວ່າງ ສປປ ລາວ-ລຸກຊໍາບວກ (LLPS2) ຊຶ່ງຫົວໃຈສໍາຄັນຂອງ ໂຄງການນີ້ ແມ່ນການຮ່ວມມື ແບບໃກ້ຊິດໃນລະດັບສະຖາບັນ ລະຫວ່າງສູນສະຖິຕິແຫ່ງຊາດ (LSB) ແລະ ສະຖາບັນສະຖິຕິ ແ ຫ່ ງ ຊ າ ດ ຂ ອ ງ ລຸ ກ ຊໍ າ ບ ວ ກ (STATEC) ໂດຍມີການສະໜັບ ສະໜູນດ້ານການດໍາເນີນງານຈາກ ທີ່ປຶກສາ ໂກປາ (GOPA). ການ ຮ່ວມມືນີ້ ໄດ້ຖືກສ້າງຂຶ້ນຈາກການ ວາງແຜນດ້ານເຕັກນິກຮ່ວມກັນ, ການແລກປ່ຽນຢ່າງສະໝໍ່າສະເໝີ ແລະ ການລະດົມນັກຊ່ຽວຊານ ຈາກທັງສອງສະຖາບັນ, ການ ຮ່ວມມືນີ້ບໍ່ພຽງແຕ່ສົ່ງເສີມລະບົບ ສະຖິຕິໃຫ້ແຂງແຮງຂຶ້ນ, ແຕ່ຍັງ ເສີມສ້າງຄວາມສໍາພັນວິຊາຊີບ ແລະ ການແບ່ງປັນຄວາມຊໍານານ ລະຫວ່າງສອງປະເທດ. ໂຄງການ LLPS2 ໄດ້ດໍາເນີນ ການຕັ້ງແຕ່ເດືອນພະຈິກ2021ຫາ ການພັດທະນາແຜນຫລັກດ້ານ ຊັບພະຍາກອນມະນຸດຢ່າງຄົບ ຖ້ວນ ແລະ ຂອບແຜນການຮຽນ ຮູ້ ແລະ ພັດທະນາ ເພື່ອເປັນແນວ ທາງໃນການເສີມສ້າງ LSB ໃນ ໄລຍະຍາວ ໂດຍຜ່ານການຝຶກອົບ ຮົມທີ່ມີເປົ້າໝາຍ, ການພັດທະນາ ທັກສະຄວາມເປັນຜູ້ນໍາ ແລະ ການ ຝຶກງານລະດັບນານາໆຊາດ, ນັກ ສະຖິຕິຮຸ່ນໃໝ່ ພວມຖືກສ້າງໃຫ້ມີ ທັກສະທີ່ຈໍາເປັນ ເພື່ອນຳພາ ແລະ ສ້າງຄວາມເຂັ້ມແຂງໃຫ້ວຽກງານ ສະຖິຕິ ຊຶ່ງບັນດາຊ່ຽວຊານຫລາຍ ຄົນໄດ້ນໍາໃຊ້ຄວາມຮູ້ຂອງຕົນ ເພື່ອ ຮັບປະກັນຄວາມຕໍ່ເນື່ອງ ແລະ ສ້າງຄວາມອາດສາມາດໃຫ້ພະ ນັກງານຂອງສູນສະຖິຕິແຫ່ງຊາດ. ນອກຈາກນີ້, ໂຄງການ LLPS2 ຍັງໄດ້ສະໜັບສະໜູນການປັບໂຄງ ສ້າງຂອງສູນສະຖິຕິແຫ່ງຊາດ ທີ່ ພວມດຳເນີນ ເພື່ອການເສີມສ້າງ ລະບົບວາງແຜນພາຍໃນ, ການ ພັດທະນາຂີດຄວາມສາມາດດ້ານ ທັກສະຄວາມເປັນຜູ້ນໍາ ແລະ ການ ຍົກລະດັບປະສິດທິຜົນຂອງອົງ ກອນ ຊຶ່ງໄດ້ວາງພື້ນຖານໃຫ້ແກ່ ການພັດທະນາສະຖາບັນສະຖິຕິ ໃຫ້ທັນສະໄໝ ແລະ ຕອບສະໜອງ ຂໍ້ມູນໃຫ້ໄດ້ດີຂຶ້ນກວ່າ. ພາບ: ຂັນໄຊ ຫ້ອງການບ້ານ 1 ຫລັງ, ສຸກສາລາ ບ້ານ 1 ແຫ່ງ, ສູນຜະລິດຢາວັກຊິນ 1 ແຫ່ງ, ລົດໃຫຍ່ເປ່ເພ 53 ຄັນ, ປະຊາຊົນໄດ້ຮັບບາດເຈັບ 9 ຄົນ ແລະ ຄ້າຍທະຫານກອງພັນໃຫຍ່ ຈໍ 11 ໄດ້ຮັບຜົນເສຍຫາຍ 109 ຫລັງຄາ. ສ່ວນເມືອງນາຊາຍທອງ ມີ 7 ບ້ານ, 478 ຫລັງຄາເຮືອນທີ່ ໄດ້ຮັບຜົນເສຍຫາຍ. ສຳລັບການຊ່ວຍເຫລືອບັນເທົາ ທຸກເບື້ອງຕົ້ນປະກອບມີທັງພາກລັດ ແລະ ເອກະຊົນ. ໃນນັ້ນ, ພາກລັດ ໄດ້ມອບເຄື່ອງຊ່ວຍເຫລືອສຸກເສີນ ປະກອບມີເຂົ້າສານຈ້າວ, ເຄື່ອງ ໃຊ້ຄົວເຮືອນ, ເຄື່່ອງສຸຂະອະນາ ໄມ, ມຸ້ງ, ສາດຢາງ, ໝີ່ໄວໆ, ປ໋ອງ ປາ ແລະ ເງິນຈຳນວນໜຶ່ງ. ສ່ວນ ພາກເອກະຊົນກໍໄດ້ໃຫ້ການຊ່ວຍ ເຫລືອນ້ຳດື່ມ ແລະ ກະເບື້ອງ ເພື່ອ ປະກອບສ່ວນຟື້ນຟູຜົນກະທົບຄັ້ງ ນີ້ ຕື່ມອີກ. ໂອກາດນີ້, ທ່ານອາດສະພັງທອງ ສີພັນດອນ ກໍໄດ້ໃຫ້ທິດຊີ້ນຳຕໍ່ຄະ ນະ ກໍາມະການຄຸ້ມຄອງໄພພິບັດຂັ້ນ ນວ, ຂັ້ນເມືອງ ແລະ ພາກສ່ວນກ່ຽວ ຂ້ອງໃຫ້ຮີບຮ້ອນ ແລະ ເອົາໃຈໃສ່ ໃຫ້ການຊ່ວຍເຫລືອຄອບຄົວທີ່ໄດ້ ຮັບຜົນກະທົບ ເພື່ອໃຫ້ສາມາດ ຟື້ນຟູທີ່ຢູ່ອາໄສໃຫ້ກັບຄືນສູ່ສະ ພາບປົກກະຕິໂດຍໄວ ແລະ ອື່ນໆ. ຂ່າວ-ພາບ: ຢ່າຕົ່ງ ແລະ ສ້ອມແປງເຄື່ອນທີ່ຕະຫລອດ 24 ຊົ່ວໂມງ ເພື່ອແກ້ໄຂ, ສ້ອມແປງ ລະບົບຕາຂ່າຍໄຟຟ້າ ແລະ ລະບົບ ໄຟຟ້າເຂົ້າຫາເຮືອນປະຊາຊົນ ໂດຍຕັ້ງສູນບັນຊາການຊົ່ວຄາວຢູ່ທີ່ ຫ້ອງການບ້ານວຽງຄຳ. ເພື່ອເພີ່ມ ທະວີການສ້ອມແປງ ແລະ ສະໜອງ ໄຟໃຫ້ສຳເລັດໂດຍໄວທີ່ສຸດຈຶ່ງໄດ້ ປະສານສົມທົບດ້ານກຳລັງ, ທີມ ງານສ້ອມແປງຈາກບໍລິສັດກໍ່ສ້າງ ຕິດຕັ້ງໄຟຟ້າພາກເອກະຊົນເຂົ້າມາ ມີສ່ວນຮ່ວມໃນການແກ້ໄຂບັນຫາ ດັ່ງກ່າວ. ຜ່ານການປະຕິບັດງານຢ່າງ ຕໍ່ເນື່ອງເປັນເວລາ 3 ວັນ (ຈົນ ເຖິງວັນທີ 25 ມີນາ 2026) ມາຮອດປັດຈຸບັນແມ່ນສາມາດຟື້ນ ຟູ, ສ້ອມແປງ ແລະ ສະໜອງໄຟຟ້າ ໃຫ້ພໍ່ແມ່ປະຊາຊົນໃນເຂດພື້ນທີ່ໄດ້ ຮັບຜົນກະທົບໄດ້ 100% ແລະ ຈະ ສືບຕໍ່ປະຈຳການສ້ອມແປງ 24 ຊົ່ວໂມງ ທີ່ຫ້ອງການບ້ານວຽງຄຳ ຈົນເຖິງວັນທີ 28 ມີນາ 2026 ນີ້. ຜົນກະທົບຈາກພາຍຸໝາກເຫັບ ຄັ້ງນີ້ ໄດ້ສ້າງຄວາມເສຍຫາຍເປັນ ບໍລິເວນກວ້າງຕໍ່ພາກທີ່ຢູ່ອາໄສຂອງ ພໍ່ແມ່ປະຊາຊົນຫລາຍກວ່າ 10 ບ້ານ ໂດຍສະເພາະຜົນກະທົບຕໍ່ລະບົບຈໍາ ໜ່າຍໄຟຟ້າປະກອບມີ: ສາຍສົ່ງ ໄຟຟ້າແຮງສູງ 1 ຈຸດ, ສະຖານີ ໄຟຟ້າ 1 ຈຸດ, ຕາຂ່າຍໄຟຟ້າແຮງ ກາງ 22 kV ຈໍານວນ 98 ຈຸດ, ໝໍ້ ແປງ ຈໍານວນ 45 ຈຸດ, ຕາຂ່າຍ ໄຟຟ້າ 0.4 kV ຈໍານວນ 123 ຈຸດ ແລະ ໝໍ້ນັບໄຟ ຈໍານວນ 193 ຈຸດ ລວມມູນຄ່າເສຍຫາຍເບື້ອງຕົ້ນ ຫລາຍກວ່າ 10 ຕື້ກີບ. ນອກຈາກ ນີ້, ລັດວິສາຫະກິດໄຟຟ້າລາວ ໄດ້ມີ ເປົ້າໝາຍທີ່ຈະຊ່ວຍເຫລືອແບ່ງເບົາ ຜົນກະທົບຂອງປະຊາຊົນຈໍານວນ 5.915 ຄົວເຮືອນ ໂດຍສະເພາະ ນະໂຍບາຍຍົກເວັ້ນເກັບຄ່າກະແສ ໄຟຟ້າໃຫ້ສໍາລັບລູກຄ້າທີ່ໃຊ້ໄຟຕໍ່າ ກວ່າ 300 kWh/ເດືອນ ແລະ ຈະ ຍົກເວັ້ນເກັບຄ່າກະແສໄຟ 50% ສໍາລັບລູກຄ້າໃຊ້ໄຟຟ້າຫລາຍກວ່າ 300 kWh/ເດືອນ ເປັນໄລຍະເວລາ 3 ເດືອນ ລວມມູນຄ່າປະມານ 15 ຕື້ ກວ່າກີບ. ຂ່າວ-ພາບ: ຢ່າຕົ່ງ ເດືອນມີນາ 2026 ໂດຍໄດ້ສົ່ງເສີມ ຢ່າງສໍາຄັນໃຫ້ແກ່ສູນສະຖິຕິແຫ່ງ ຊາດ ແລະ ລະບົບສະຖິຕິແຫ່ງຊາດ ດ້ວຍງົບປະມານ 2,05 ລ້ານ ເອີໂຣ ແລະ ອັດຕາການດໍາເນີນ ງານບັນລຸ 99,8% ໂຄງການໄດ້ ສໍາເລັດ 93% ຂອງຜົນຜະລິດ ທີ່ວາງແຜນໄວ້ ຊຶ່ງສະທ້ອນໃຫ້ ເຫັນຜົນງານທີ່ແຂງແຮງ ແລະ ການຮ່ວມມືທີ່ມີປະສິດທິຜົນ. ໜຶ່ງ ໃນຜົນກະທົບທີ່ສຳຄັນທີ່ສຸດຂອງ LLPS2 ແມ່ນຢູ່ໃນຂົງເຂດສະຖິຕິ ດ້ານສິ່ງແວດລ້ອມ, ເຖິງວ່າກ່ອນ ໜ້ານີ້ ມີຂໍ້ມູນໃນຂົງເຂດນີ້ຢູ່ແລ້ວ, ແຕ່ການດໍາເນີນງານຍັງກະແຈກ ກະຈາຍ ແລະ ບໍ່ທັນເປັນລະບົບ ສະຖາບັນ. ໂຄງການດັ່ງກ່າວ ໄດ້ ສະໜັບສະໜູນການຈັດຕັ້ງພະແນກ ສະຖິຕິສິ່ງແວດລ້ອມ ແລະ ຄວາມ ຍືນຍົງພາຍໃນສູນສະຖິຕິແຫ່ງຊາດ ໂດຍມີອຳນາດໜ້າທີ່ທີ່ຊັດເຈນ, ການກຳນົດບົດບາດຢ່າງຊັດເຈນ ແລະ ມີເຄື່ອງມື, ພ້ອມຂັ້ນຕອນ ການດໍາເນີນງານທີ່ຈຳເປັນ ເພື່ອ ການດໍາເນີນງານແບບຍືນຍົງ. ໂຄງການ LLPS2 ໄດ້ມີບົດ ບາດສຳຄັນໃນການສະໜັບສະ ໜູນການສຳຫລວດລາຍຈ່າຍ ແລະ ການບໍລິໂພກຂອງຄົວເຮືອນ (LECS7) ຊຶ່ງ ເ ປັນໜຶ່ງໃນ ແຫລ່ງຂໍ້ມູນສັງຄົມ-ເສດຖະກິດທີ່ ສຳຄັນທີ່ສຸດຂອງປະເທດ. ພ້ອມ ນີ້, ໂຄງການຍັງໄດ້ເສີມສ້າງຂີດ ຄວາມສາມາດໃນລະດັບຊາດ ດ້ານການວິເຄາະຂໍ້ມູນເຮັດໃຫ້ສູນ ສະຖິຕິແຫ່ງຊາດ ສາມາດມີບົດ ບາດຫລັກໃນການຕິດຕາມຄວາມ ຄືບໜ້າດ້ານການພັດທະນາ ໂດຍ ສະເພາະ ຊຶ່ງຄວາມພະຍາຍາມ ເຫລົ່ານີ້ ໄດ້ມີສ່ວນຊ່ວຍໂດຍກົງ ຕໍ່ການລາຍງານເປົ້າໝາຍການ ພັດທະນາທີ່ຍືນຍົງ ແລະ ການ ຈັດການເຮັດບົດລາຍງານທົບ ທວນແຫ່ງຊາດແບບສະໝັກໃຈ (VNRs) ຂອງ ສປປ ລາວ. ນອກຈາກນີ້, ໂຄງການ LLPS2 ຍັງໄດ້ສ້າງຕັ້ງຂົງ ເຂດສະຖິຕິ ທຸລະກິດ ແລະ ການຄາດຄະເນເສດ ຖະກິດໃຫ້ເປັນຂົງເຂດໃໝ່ຢ່າງແທ້ ຈິງພາຍໃນສູນສະຖິຕິແຫ່ງຊາດ ໂດຍໄດ້ຈັດໃຫ້ມີລະບົບຫລັກສໍາ ຄັນເຊັ່ນ: ທະບຽນທຸລະກິດສະຖິຕິ ແລະ ການເສີມສ້າງຂີດຄວາມ ສາມາດໃນການວິເຄາະຕົວເລກ ຜະລິດຕະພັນພາຍໃນ ແລະ ອັດຕາ ເງິນເຟີ້ຢ່າງເຂັ້ມແຂງ ຊຶ່ງໄດ້ ຊ່ວຍຍົກລະດັບຄວາມສາມາດໃນ ການຕິດຕາມ ແລະ ຄາດຄະເນ ແນວໂນ້ມເສດຖະກິດຢ່າງມີປະ ສິດທິພາບ ແລະ ປະສິດທິຜົນ. ພ້ອມ ນີ້, ຍັງໄດ້ລົງທຶນການພັດທະນາ ຊັບພະຍາກອນມະນຸດ ແລະ ການ ສ້າງຄວາມເຂັ້ມແຂງໃຫ້ສະຖາ ບັນ ແລະ ອົງກອນ ໂດຍສະເພາະ
RkJQdWJsaXNoZXIy MTc3MTYxMQ==