@ 0j k; c]t gsfdko j 30/03/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ກອງປະຊຸມຄັ້ງປະຖົມມະລືກ...ຸັ້ົື ຊົມເຊີຍຜົນສຳເລັດ...ົີົັ ຂປລ. ຕອນແລງວັນທີ 27 ມີນາ 2026 ນີ້, ຢູ່ຫ້ອງການບ້ານວຽງ ຄໍາ, ເມືອງສີໂຄດຕະບອງ, ກອງພັນ ໃຫຍ່ທະຫານຮາບ ທີ 11, ເຮືອນ ຊານຂອງປະຊາຊົນຕໍ່ໜ້າຄ້າຍ ທະຫານອາກາດ ແລະ ບ້ານຈັນ ສະຫວ່າງ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກ, ປະທານປະເທດ ພ້ອມຄະນະໄດ້ເຄື່ອນໄຫວຕິດຕາມ ສະພາບ, ພ້ອມທັງມອບເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ຄອບ ຄົວທີ່ຖືກຜົນກະທົບຈາກພາຍຸລະດູ ຮ້ອນໝາກເຫັບຕົກ ໃນວັນທີ 22 ມີນາຜ່ານມາ. ການລົງເຄື່ອນໄຫວໃນຄັ້ງນີ້, ທ່ານປະທານປະເທດ ໄດ້ຮັບຟັງ ການລາຍງານສະພາບການຟື້ນຟູ ແລະ ການຊ່ວຍຄອບຄົວທີ່ຖືກຜົນ ເອົາຫລາຍບັນຫາສຳຄັນ ຂອງພັກ, ລັດ ເປັນຕົ້ນ ໄດ້ດໍາເນີນການເລືອກ ຕັ້ງຕຳແໜ່ງສໍາຄັນຕ່າງໆ ຂອງ ອົງການອໍານາດແຫ່ງລັດ ເຊັ່ນ: ປະ ທານສະພາແຫ່ງຊາດ, ຮອງປະ ທານສະພາແຫ່ງຊາດ, ກຳມາທິ ການຄະນະປະຈຳສະພາແຫ່ງຊາດ, ເລືອກຕັ້ງປະທານປະເທດ, ຮອງປະ ທານປະເທດ, ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ປະທານ ສານປະຊາຊົນສູງສຸດ, ຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ, ປະທານອົງການກວດກາແຫ່ງລັດ ແລະ ປະທານອົງການກວດສອບ ແຫ່ງລັດ. ພ້ອມດຽວກັນນັ້ນ, ກອງ ປະຊຸມຍັງໄດ້ຮັບຮອງເອົາກົງຈັກ ການຈັດຕັ້ງຂອງສະພາແຫ່ງຊາດ, ປະທານກຳມາທິການ ແລະ ຫົວໜ້າ ຫ້ອງວ່າການສະພາແຫ່ງຊາດ, ຮັບ ຮອງເອົາໂຄງປະກອບກົງຈັກຂອງ ລັດຖະບານ ແລະ ຮັບຮອງເອົາການ ແຕ່ງຕັ້ງສະມາຊິກລັດຖະບານ. ເລັດຫລາຍດ້ານ ອັນໄດ້ປະກອບ ສ່ວນເຮັດໃຫ້ເສດຖະກິດທົ່ວປະເທດ ມີສະຖຽນລະພາບ ດ້ານການເມືອງ ໜັກແໜ້ນ, ສັງຄົມມີຄວາມສະຫງົບ ປອດໄພ, ການຄຸ້ມຄອງລັດ, ຄຸ້ມ ຄອງເສດຖະກິດ-ສັງຄົມດ້ວຍກົດ ໝາຍມີໝາກຜົນດີຂຶ້ນເທື່ອລະກ້າວ. ຄຽງຄູ່ກັບການຕີລາຄາຜົນສໍາເລັດ ດັ່ງກ່າວ, ກອງປະຊຸມຍັງໄດ້ສະເໜີ ໃຫ້ລັດຖະບານ ເພີ່ມທະວີການຊີ້ນໍາ ບັນຊາ ບັນດາຂະແໜງການຂັ້ນສູນ ກາງ ແລະ ທ້ອງຖິ່ນ ສຸມໃສ່ຈັດຕັ້ງ ປະຕິບັດວິໄສທັດ ຮອດປີ 2055, ຍຸດທະສາດການພັດທະນາເສດຖະ ກິດ-ສັງຄົມ 10 ປີ ແລະ ທິດທາງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ຊຶ່ງໄດ້ ກຳນົດບັນດາຄາດໝາຍ ແລະ 6 ເປົ້າໝາຍໃຫຍ່, ບັນດາວຽກຈຸດສຸມ ແລະ ໂຄງການບຸລິມະສິດ 200 ກວ່າໂຄງການ. ພ້ອມກັນນັ້ນ, ໄດ້ ກຳນົດມາດຕະການ, ນະໂຍບາຍ ແລະ ກົນໄກການຈັດຕັ້ງປະຕິບັດ ແບບບຸກທະລຸທີ່ແທດເໝາະກັບຕົວ ຈິງຕື່ມ ເຮັດໃຫ້ການຈັດຕັ້ງປະຕິບັດ ເກີດມີໝາກມີຜົນຕົວຈິງ. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງດ້ານຫລັກການ ໂຄງການ ລົງທຶນກໍ່ສ້າງເສັ້ນທາງລົດໄຟ ລາວຫວຽດນາມ ຈາກຕົວເມືອງທ່າ ແຂກ,ແຂວງຄໍາມ່ວນຫາມູຢາຊາຍ ແດນ ລາວ-ຫວຽດນາມ ດ້ວຍຮູບ ແບບ BOT ຊຶ່ງເປັນໂຄງການຂະ ໜາດໃຫຍ່, ໂຄງການຍຸດທະສາດທີ່ ສໍາຄັນທາງດ້ານການເຊື່ອມໂຍງເຊື່ອມຈອດ ຕາມແລວທາງເສດຖະ ກິດຕາເວັນອອກ-ຕາເວັນຕົກ ຕາມ ຍຸດທະສາດໃນການຫັນຈາກປະ ເທດບໍ່ມີຊາຍແດນຕິດກັບທະເລ ກາຍເປັນປະເທດ ເຊື່ອມໂຍງເຊື່ອມ ຈອດກັບພາກພື້ນ ແລະ ສາກົນ. ກອງປະຊຸມສະເໜີໃຫ້ລັດຖະບານ ເອົາໃຈໃສ່ກວດກາສັນຍາສຳປະ ທານໃຫ້ລະອຽດ, ຮັດກຸມເພື່ອໃຫ້ ລັດໄດ້ຮັບຜົນປະໂຫຍດສູງ, ເອົາ ໃຈໃສ່ບັນຫາການຊົດເຊີຍຜົນກະ ທົບຈາກໂຄງການ, ການກຳນົດກົນ ໄກການຄຸ້ມຄອງ ແລະ ຕິດຕາມ ກວດກາ ການນໍາເຂົ້າວັດສະດຸ-ອຸ ປະກອນ ແລະ ພາຫະນະນໍາເຂົ້າຊົ່ວ ຄາວ, ການແບ່ງຄວາມຮັບຜິດຊອບ ລະຫວ່າງສູນກາງແລະທ້ອຖິ່ນແລະ ບັນຫາອື່ນໆ ເພື່ອຈັດຕັ້ງປະຕິບັດ ໂຄງການດັ່ງກ່າວໃຫ້ປະກົດຜົນ ເປັນຈິງ, ນໍາເອົາຜົນປະໂຫຍດທີ່ ແທ້ຈິງໃຫ້ແກ່ປະຊາຊົນລາວບັນດາ ເຜົ່າ. ພ້ອມນີ້, ກອງປະຊຸມຍັງໄດ້ ຄົ້ນຄວ້າ, ພິຈາລະນາຮັບຮອງການ ຈັດຕັ້ງປະຕິບັດແຜນການເຄື່ອນໄຫວ ວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງ ສຸດ ຊຶ່ງກອງປະຊຸມໄດ້ສະເໜີໃຫ້ ສອງອົງການດັ່ງກ່າວ, ສືບຕໍ່ເອົາ ໃຈໃສ່ປັບປຸງກົງຈັກການຈັດຕັ້ງ ຂອງຕົນ ນັບແຕ່ສູນກາງ ລົງຮອດ ທ້ອງຖິ່ນໃຫ້ມີຄຸນນະພາບ, ມີຄວາມ ເຂັ້ມແຂງ ມີຄວາມຮູ້, ຄວາມສາ ມາດ, ມີຄຸນສົມບັດ, ຈັນຍາບັນ-ຈັນ ຍາທໍາຂອງພະນັກງານໃນສອງອົງ ການດັ່ງກ່າວ. ກອງປະຊຸມ ໄດ້ພິຈາ ລະນາ ແລະ ຮັບຮອງເອົາການແຕ່ງ ຕັ້ງສະມາຊິກສະພາຜູ້ພິພາກສາ ຂອງສານປະຊາຊົນສູງສຸດຈໍານວນ 15 ທ່ານ ທີ່ມີມາດຕະຖານ ແລະ ມີ ປະສົບການຕົວຈິງ ຊຶ່ງຈະເຮັດໃຫ້ ການເຄື່ອນໄຫວວຽກງານຂອງ ສານປະຊາຊົນແຕ່ລະຂັ້ນ ມີບາດ ກ້າວຫັນປ່ຽນທີ່ດີຂຶ້ນ ປະກອບສ່ວນ ເຂົ້າໃນການປັບປຸງລະບົບຍຸຕິທໍາ ໃຫ້ໜັກແໜ້ນຂຶ້ນ ເພື່ອສ້າງຄວາມ ເຊື່ອໝັ້ນໃຫ້ແກ່ປະຊາຊົນລາວ ບັນດາເຜົ່າ. ກອງປະຊຸມ ໄດ້ຄົ້ນຄວ້າ, ພິຈາ ລະນາ ຮັບຮອງການຈັດຕັ້ງປະຕິ ບັດແຜນການເຄື່ອນໄຫວວຽກງານ 5 ປີຕໍ່ໜ້າ (2026-2030) ຂອງ ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ, ພ້ອມ ທັງ ຮັບຮອງເອົາແຜນເຄື່ອນໄຫວ ວຽກງານ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X ເພື່ອເປັນບ່ອນອີງພື້ນຖານໃຫ້ແກ່ ການເຄື່ອນໄຫວວຽກງານຂອງ ສະພາແຫ່ງຊາດ ໃນ 5 ປີຕໍ່ໜ້າ ໂດຍໄດ້ກຳນົດ 5 ແຜນງານ ແລະ 25 ໂຄງການ ເພື່ອຮັບປະກັນ ແລະ ຍົກສູງຄຸນນະພາບການເຄື່ອນໄຫວ ວຽກງານຂອງສະພາແຫ່ງຊາດ ໃຫ້ມີປະສິດທິພາບ, ມີປະສິດທິຜົນ. ພ້ອມນີ້,ຍັງໄດ້ພິຈາລະນາ,ຮັບຮອງ ເອົາແຜນການສ້າງ ແລະ ປັບປຸງ ກົດໝາຍ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X ຈຳນວນ 91 ສະບັບ, ສ້າງໃໝ່ 19 ສະບັບ, ປັບປຸງ 72 ສະບັບ ຊຶ່ງ ກວມເອົາຂົງເຂດການປົກຄອງ ແລະ ຍຸຕິທຳ, ຂົງເຂດເສດຖະກິດ, ວັດທະນະທຳ-ສັງຄົມ, ຂົງເຂດປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ. ກອງປະຊຸມສະເໜີໃຫ້ລັດຖະບານ ເອົາໃຈໃສ່ຊີ້ນໍາກະຊວງ, ອົງການ ທີ່ກ່ຽວຂ້ອງ ເປັນເຈົ້າການແຕ່ຫົວທີ ໃນການສ້າງ ແລະ ປັບປຸງກົດໝາຍ ໃນຄວາມຮັບຜິດຊອບຂອງຕົນ ທັງ ເພີ່ມທະວີການປະສານສົມທົບກັບ ກຳມາທິການທີ່ກ່ຽວຂ້ອງ ຂອງສະ ພາແຫ່ງຊາດ ເພື່ອກວດກາຄວາມ ພ້ອມຂອງເນື້ອໃນກົດໝາຍ ເຮັດໃຫ້ ລັດປະຊາທິປະໄຕປະຊາຊົນ ເປັນ ລັດທີ່ປົກຄອງດ້ວຍກົດໝາຍ, ເປັນ ລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ເທື່ອລະກ້າວ. ຜົນສໍາເລັດຂອງກອງປະຊຸມໃນ ຄັ້ງນີ້, ຖືເປັນໝາກຜົນແຫ່ງການ ເສີມຂະຫຍາຍສະຕິປັນຍາລວມໝູ່ ຂອງບັນດາທ່ານສະມາຊິກສະພາ ແຫ່ງຊາດ ທີ່ໄດ້ຍົກສູງຄວາມຮັບ ຜິດຊອບ ແລະ ຄວາມເປັນເຈົ້າການ ຂອງຕົນ ເຂົ້າໃນການຄົ້ນຄວ້າ ແລະ ພິຈາລະນາຮັບຮອງເອົາແຕ່ລະ ເນື້ອໃນສໍາຄັນ ທີ່ນໍາມາພິຈາລະນາ ໃນກອງປະຊຸມຄັ້ງນີ້ ໄດ້ຮັບຜົນສໍາ ເລັດເປັນຢ່າງດີ. ຂ່າວ: ທະນູທອງ; ພາບ: ຂັນໄຊ ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ຂອງສະພາ ແຫ່ງຊາດ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 23 ມີນາ 2026 ແລະ ອັດລົງດ້ວຍຜົນສຳເລັດອັນຈົບງາມໃນວັນທີ 27 ມີນາ 2026 ທີ່ສະພາແຫ່ງ ຊາດ ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມດ້ວຍບັນດາທ່ານຮອງປະທານສະພາແຫ່ງຊາດ, ເຂົ້າຮ່ວມກອງປະຊຸມ ຄັ້ງນີ້ ມີບັນດາການນໍາພັກ-ລັດຂັ້ນສູງ, ອະດີດການນໍາພັກ-ລັດຂັ້ນສູງ, ບັນດາ ສະມາຊິກສະພາແຫ່ງຊາດ ຊຸດທີ X, ອະດີດສະມາຊິກສະພາແຫ່ງຊາດ ຊຸດທີ IX, ສະມາຊິກລັດຖະບານ, ກະຊວງ-ອົງການ, ບັນດາທູຕານຸທູດ, ອົງການຈັດຕັ້ງ ສາກົນ ປະຈໍາຢູ່ ສປປ ລາວ ແລະ ບັນດາແຂກຖືກເຊີນ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ພິຈາລະນາຮັບຮອງເອົາບັນຫາສຳຄັນພື້ນຖານຂອງ ປະເທດຊາດ ຕາມລັດຖະທໍາມະນູນ ແລະ ກົດໝາຍກໍານົດ ເປັນຕົ້ນ ກອງປະຊຸມໄດ້ ຮັບຟັງລາຍງານຜົນສຳເລັດຂອງການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະ ຂອງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V; ພ້ອມທັງໄດ້ຕົກລົງຮັບຮອງເອົາຫລາຍບັນຫາສຳຄັນ ຂອງພັກ, ລັດ ເປັນຕົ້ນ ໄດ້ດໍາເນີນການເລືອກຕັ້ງຕຳແໜ່ງສໍາຄັນຕ່າງໆ ຂອງອົງການອໍານາດ ແຫ່ງລັດ ເຊັ່ນ: ປະທານສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ກຳ ມາທິການຄະນະປະຈຳສະພາແຫ່ງຊາດ, ເລືອກຕັ້ງປະທານປະເທດ, ຮອງ ປະທານປະເທດ, ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ປະທານສານ ປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານ ອົງການກວດກາແຫ່ງລັດ ແລະ ປະທານອົງການກວດສອບແຫ່ງລັດ. ໄດ້ ພິຈາລະນາ, ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ຂອງລັດຖະບານ; ຮັບຮອງເອົາໂຄງການລົງທຶນກໍ່ເສັ້ນທາງລົດ ໄຟຈາກຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູຢາ ຊາຍແດນລາວ-ຫວຽດ ນາມ ດ້ວຍຮູບແບບ BOT; ຮັບຮອງເອົາແຜນການເຄື່ອນ ໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນ ສູງສຸດ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ; ຮັບຮອງ ເອົາແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສະພາແຫ່ງ ຊາດ,ພິຈາລະນາ,ຮັບຮອງເອົາແຜນການສ້າງແລະປັບປຸງກົດໝາຍ5ປີ(20262030) ຂອງສະພາແຫ່ງຊາດ ຊຸດທີXຈຳນວນ 91 ສະບັບ, ສ້າງໃໝ່19 ສະບັບ, ປັບປຸງ 72 ສະບັບ ຊຶ່ງກວມເອົາຂົງເຂດການປົກຄອງ ແລະ ຍຸຕິທຳ, ຂົງເຂດ ເສດຖະກິດ, ວັດທະນະທຳ-ສັງຄົມ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ. ພ້ອມນີ້, ກອງປະຊຸມ ໄດ້ພິຈາລະນາຮັບຮອງ ແລະ ອອກເປັນມະຕິກອງ ປະຊຸມສະພາແຫ່ງຊາດ ທັງໝົດ 20 ສະບັບ. ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ຄັ້ງນີ້, ເປັນກອງ ປະຊຸມເທື່ອທໍາອິດ ຂອງສະພາແຫ່ງຊາດ ຊຸດທີ X ເປັນການຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ແລະ ໂຄງການ-ການເມືອງ ສະບັບທີ 3 ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ໃຫ້ເຂົ້າສູ່ລວງເລິກ, ຮັບປະກັນ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍໃຫ້ນັບມື້ມີຄວາມ ສັກສິດ; ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ; ຍົກສູງຄຸນນະພາບໃນການ ຈັດຕັ້ງປະຕິບັດພາລະບົດບາດ, ສິດແລະໜ້າທີ່ຂອງສະພາແຫ່ງຊາດໃນຖານະເປັນ ຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນລາວບັນດາເຜົ່າ. ຜົນສໍາເລັດກອງປະຊຸມຄັ້ງນີ້, ຖືເປັນໝາກຜົນແຫ່ງການເສີມຂະຫຍາຍສະຕິ ປັນຍາລວມໝູ່ ຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ທີ່ໄດ້ຍົກສູງຄວາມ ຮັບຜິດຊອບ ແລະ ຄວາມເປັນເຈົ້າການ ຂອງຕົນ ເຂົ້າໃນການຄົ້ນຄວ້າ ແລະ ພິຈາ ລະນາຮັບຮອງເອົາແຕ່ລະເນື້ອໃນສໍາຄັນ ທີ່ນໍາມາພິຈາລະນາໃນກອງປະຊຸມໄດ້ ຮັບຜົນສໍາເລັດເປັນຢ່າງດີ ແລະ ເປັນການສະແດງເຖິງຄວາມຮັບຜິດຊອບອັນສູງ, ຄວາມເປັນເອກະພາບ ຕໍ່ການປະຕິບັດໜ້າທີ່ການເມືອງຂອງທຸກອົງການຈັດຕັ້ງ ພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທຸກຂັ້ນ, ທັງແມ່ນໝາກຜົນລວມຍອດສະຕິປັນຍາໃນການ ປະຕິບັດສິດປະຊາທິປະໄຕ ດ້ວຍຄວາມຮັບຜິດຊອບສູງຂອງບັນດາສະມາຊິກ ສະພາແຫ່ງຊາດ ທີ່ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການປັບປຸງບູລະນະລັດ ປະຊາທິປະໄຕປະຊາຊົນ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງເທື່ອລະກ້າວ. ຊົມເຊີຍກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ x ຢ່າງ ສຸດໃຈ! ກອງປະຊຸມ ໄດ້ຄົ້ນຄວ້າ, ພິຈາ ລະນາຮັບຮອງແຜນພັດທະນາເສດ ຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ພ້ອມ ທັງສະແດງຄວາມຊົມເຊີຍ ແລະ ຕີ ລາຄາສູງຕໍ່ລັດຖະບານ ທີ່ໄດ້ເອົາ ໃຈໃສ່ຊີ້ນໍາ ກະຊວງ, ອົງການ, ຂະ ແໜງການ ແລະ ອົງການປົກຄອງ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດ ບັນດາຄາດໝາຍທີ່ໄດ້ກຳນົດໃນ ແຜນ 5 ປີ ຜ່ານມາ ແລະ ມີຜົນສໍາ ປະທານປະເທດ... ກະທົບຄັ້ງນີ້ ຈາກທ່ານ ສິລິລາດທົງ ສິນ ທອງເພັງ ປະທານຄະນະກໍາ ມະການປົກຄອງນະຄອນຫລວງ ວຽງຈັນວ່າ: ນັບແຕ່ເກີດພາຍຸລະດູ ຮ້ອນໃນຕອນແລງວັນທີ 22 ມີນາ 2026 ມາຮອດປັດຈຸບັນ, ພາຍ ຫລັງໄດ້ຮັບເຄື່ອງຊ່ວຍເຫລືອ ຈາກ ຄະນະກຳມະການຄຸ້ມຄອງໄພພິບັດ ລະດັບຊາດແລ້ວ ຄະນະກໍາມະ ການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ຈັດການແຈກຢາຍເຂົ້າກິນໃຫ້ ຄອບຄົວລະ 10 ກິໂລ ແລະ ເຄື່ອງ ໃຊ້ທີ່ຈຳເປັນໃຫ້ຄອບຄົວທີ່ໄດ້ຮັບ ຜົນກະທົບ ທັງເປັນຄອບຄົວທີ່ທຸກ ຍາກ (ຊຸດທີ 1) ໃນ 5 ບ້ານ, 480 ຄອບຄົວ. ນອກຈາກນີ້, ໄດ້ສໍາເລັດ ການປັບປຸງສ້ອມແປງລະບົບສາຍ ສົ່ງໄຟຟ້າ ໃຫ້ແກ່ປະຊາຊົນເຂດ 10 ບ້ານ ເມືອງສີໂຄດ ໃນວັນທີ 25 ມີນາ 2026, ສາມາດແກ້ໄຂໄດ້ 191 ຄອບຄົວ, ສ້ອມແປງຕາຂ່າຍ ຊຶ່ງອາການບາດເຈັບກະທົບຫົວ, ກ້າມຊີ້ນອັກເສບມີ 12 ຄົນ, ຍິງ 10 ຄົນ ຍ້ອນຖືກໝາກເຫັບ ແລະ ກະ ເບື້ອງຕົກໃສ່. ສຳລັບຄອບຄົວ ທີ່ໄດ້ ຮັບຜົນກະທົບເລັກໜ້ອຍ ແລະ ເຂົາ ເຈົ້າມີເງື່ອນໄຂ ກໍໄດ້ມີການສ້ອມ ແປງດ້ວຍຕົນເອງແລ້ວຈຳນວນ ໜຶ່ງ ເປັນຕົ້ນ ແມ່ນຢູ່ເຂດເມືອງນາ ຊາຍທອງ, ປັດຈຸບັນຄະນະກຳມະ ການກຳລັງເກັບກຳຂໍ້ມູນ. ສຳລັບ ການຊ່ວຍເຫລືອຈາກພາກລັດເອກະຊົນ ທີ່ໄດ້ໃຫ້ການຊ່ວຍເຫລືອ ໂດຍມອບເປັນວັດຖຸປັດໄຈລວມມູນ ຄ່າການຊ່ວຍເຫລືອຮອດປັດຈຸບັນ ມີ ເງິນສົດ 3 ຕື້ກວ່າກີບ, ອຸປະ ກອນເຄື່ອງໃຊ້ເປັນມູນຄ່າ 1,6 ຕື່ ກວ່າກີບ. ໂອກາດນີ້, ທ່ານປະທານປະ ເທດ ກໍໄດ້ມີທິດຊີ້ນໍາຕໍ່ຄະນະພັກຄະນະນໍານະຄອນຫລວງວຽງຈັນ ແລະ ໃຫ້ກໍາລັງໃຈປະຊາຊົນ ທີ່ໄດ້ ຮັບຜົນກະທົບ ແລະ ໄດ້ມອບເງິນ ຊ່ວຍເຫລືອທັງໝົດ 4 ຕື້ກີບ. ໃນນີ້, ມອບໃຫ້ນະຄອນຫລວງວຽງຈັນ 3 ຕື້, ມອບໃຫ້ປະຊາຊົນທຸກຍາກຂາດ ເຂີນ 53 ຄອບຄົວ ໃນ 18 ບ້ານ ລວມເປັນ 795 ລ້ານກີບ ແລະ ມອບໃຫ້ບ້ານ 194 ບ້ານ ລວມເປັນ 205 ລ້ານກີບ. ພ້ອມນີ້ຍັງມີນະໂຍ ບາຍ ບໍ່ເກັບຄ່າໄຟຟ້າ ແລະ ນຳ້ປະ ປາສຳລັບຄອບຄົວທີ່ຖືກຜົນກະທົບ ເປັນໄລຍະ 3 ເດືອນຕື່ມອີກ. ຫລັງຈາກນັ້ນ, ກໍໄດ້ເຄື່ອນໄຫວ ເບິ່ງອາຄານຖືກຜົນກະທົບຂອງ ກອງພັນໃຫຍ່ທະຫານຮາບ ທີ 11, ຢ້ຽມຢາມເຮືອນຂອງປະຊາຊົນ ເຂດ ຄ້າຍທະຫານອາກາດ ແລະ ໂຮງຮຽນປະຖົມວຽງຄໍາ ຊຶ່ງເປັນ ຈຸດທີ່ໄດ້ຮັບຜົນເສຍຫາຍພໍສົມ ຄວນ, ຕິດຕາມຜົນກະທົບຢູ່ບ້ານ ຈັນສະຫວ່າງ (ຄຸ້ມ194) ຈຸດດັ່ງ ກ່າວ ສ່ວນຫລາຍແມ່ນເຮືອນຂອງ ພະນັກງານບໍານານ-ເສຍອົງຄະ ໄດ້ຮັບຜົນກະທົບພໍສົມຄວນ ແລະ ບາງເຮືອນກໍໄດ້ຮັບການຊ່ວຍ ເຫລືອ-ແກ້ໄຂ ແລະ ສ້ອມແປງຂັ້ນ ພື້ນຖານ. ຂ່າວ-ພາບ: ຢ່າຕົ່ງ ຈໍານວນ 27 ຈຸດ, ສ້ອມແປງ-ປ່ຽນ ຖ່າຍໝໍ້ນັບໄຟໄໝ້5 ຈຸດ, ແກ້ໄຂຕົ້ນ ໄມ້ລົ້ມທັບສາຍ 2 ຈຸດ, ສ້ອມແປງ ເສົາໄຟຫັກ 3 ຕົ້ນ; ໄດ້ສໍາເລັດແກ້ ໄຂລະບົບສາຍອິນເຕີເນັດ ໃຫ້ກັບ ມາສູ່ສະພາບປົກກະຕິ; ຈັດສັນນໍ້າ ສະອາດໃຫ້ແກ່ປະຊາຊົນ ໂດຍນໍາ ໃຊ້ລົດຂົນນໍ້າ 5 ຄັນ ສາມາດສະ ໜອງນໍ້າໄດ້ 6 ຖ້ຽວຕໍ່ມື້ຕໍ່ຄັນ ລວມ ປະມານນໍ້າ 222 ແມັດກ້ອນ; ນໍາ ໃຊ້ກຳລັງຊາວໜຸ່ມອາສາສະໝັກ 130 ຄົນ ລົງໄປຊ່ວຍເກັບມ້ຽນ ວັດສະດຸສິ່ງເສດເຫລືອສໍາເລັດ 5 ຫລັງຄາເຮືອນ ແລະ ກໍາລັງສ້ອມ ແປງຫລັງຄາເຮືອນຊ່ວຍປະຊາ ຊົນ; ແຕ່ງຕັ້ງທີມແພດ 2 ທີມ ເຂົ້າ ປະຈໍາການ ເພື່ອຊ່ວຍເຫລືອສຸກ ເສີນ ໃຫ້ບໍລິການແກ່ປະຊາຊົນ ຢູ່ 2 ຈຸດ ຄື: ຫ້ອງການບ້ານວຽງຄຳ ແລະ ບ້ານຈັນສະຫວ່າງ ມີຄົນເຈັບ ເຂົ້າມາປິ່ນປົວ 35 ຄົນ, ຍິງ 17 ຄົນ
RkJQdWJsaXNoZXIy MTc3MTYxMQ==