gsfdko{dkora fmtok a xtgmf]k; ( 30/03/2026 ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ພິທີປະກາດ ສ້າງຕັ້ງຕາແສງໂພນໝີ ເມືອງວຽງ ຄຳ ແຂວງວຽງຈັນ ຈັດຂຶ້ນໃນ ວັນທີ 27 ມີນາ 2026 ທີ່ບ້ານໂນນ ສະຫວ່າງ ໂດຍການເປັນປະທານ ຂອງ ທ່ານ ພູວົງ ບູນຊູ ປະທານ ຄະນະກຳມະການປົກຄອງແຂວງ ວຽງຈັນ, ມີພະແນກການ ແລະ ປະ ທານຄະນະກຳມະການປົກຄອງ ເມືອງ 11 ເມືອງ, ກອງບັນຊາການ ປກຊ-ປກສ ເມືອງ, ຫ້ອງການ ອ້ອມຂ້າງ, ນາຍບ້ານ, ພ້ອມດ້ວຍ ພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ສວຍ ວົງສາລາດ ປະທານ ຄະນະກຳມະການປົກຄອງ ເມືອງ ວຽງຄຳ ໄດ້ລາຍງານວ່າ: ຕາແສງ ໂພນໝີ ຕັ້ງຢູ່ບ້ານໂນນສະຫວ່າງ ເປັນເຂດພູພຽງ ນອນຢູ່ໃນເຂດ ເທສະບານຂອງເມືອງວຽງຄໍາ ແຂວງວຽງຈັນ ຊຶ່ງມີເຂດແດນ ເຊື່ອມຕໍ່ຄື: ທິດເໜືອຕິດກັບບ້ານ ນາປູນ ແລະ ບ້ານທ່າຊັນ ເມືອງ ແກ້ວອຸດົມ, ທິດໃຕ້ຕິດກັບບ້ານທ່າ ໂພໄຊ ແລະ ບ້ານໃໝ່ໜອງຄວາຍ, ຕາແສງປາກແຈ້ງ ເມືອງວຽງຄໍາ, ທິດຕາເວັນອອກຕິດກັບສາຍນໍ້າງື່ມ, ທິດຕາເວັນຕົກຕິດກັບບ້ານນາທອງ, ບ້ານໂພນສະຫວາດ ແລະ ບ້ານໂພນ ທາ ເມືອງໂພນໂຮງ. ຕາແສງໂພນ ໝີມີພົນລະເມືອງ 12.390 ຄົນ, ຍິງ 6.225 ຄົນ; ເຜົ່າລາວລຸ່ມ 12.076 ຄົນ, ຍິງ 6.081 ຄົນ; ກຶມມູ 111 ຄົນ, ຍິງ 48 ຄົນ, ມົ້ງ 203 ຄົນ, ຍິງ 96 ຄົນ ແລະ ມີ 8 ບ້ານ ທີ່ຂຶ້ນກັບ ຕາແສງໂພນໝີ ຄື: ບ້ານໂພນຊອງ, ບ້ານໂພນໝີເໜືອ, ບ້ານໂພນໝີໃຕ້, ບ້ານໂນນສະຫວ່າງ, ບ້ານນານິນ, ບ້ານນາເຄືອ, ບ້ານເວີນສານ ແລະ ບ້ານເມືອງເກົ່າ. ຜ່ານການຈັດຕັ້ງ ປະຕິບັດວຽກງານຕົວຈິງເຫັນວ່າ ຕາແສງໂພນໝີ ແມ່ນມີມາດຖານ ເງື່ອນໄຂ, ໂຄງປະກອບກົງຈັກ ແລະ ບຸກຄະລາກອນຄົບຖ້ວນຕາມຄໍາ ແນະນໍາ ການສ້າງຕັ້ງຕາແສງຂອງ ຄະນະຈັດຕັ້ງສູນກາງພັກ, ມີທີ່ຕັ້ງ ດ້ານພູມສາດທີ່ເໝາະສົມແກ່ການ ປົກຄອງ ແລະ ການສະໜອງການ ບໍລິການຂອງລັດ ໃຫ້ແກ່ປະຊາຊົນ. ໃນພິທີ, ທ່ານພູວົງບູນຊູໄດ້ກ່າວ ວ່າ: ໃນຕໍ່ໜ້າບັນດາພະແນກການ, ອົງການ, ກົມກອງຂັ້ນແຂວງຈະ ຕ້ອງໄດ້ພ້ອມກັນສືບຕໍ່ຊຸກຍູ້ສົ່ງເສີມ ຄະນະກຳມະການປົກຄອງຕາແສງ ໃນການເຄື່ອນໄຫວປະຕິບັດວຽກ ງານທີ່ກ່ຽວພັນກັບຂະແໜງການ ຂອງຕົນຢ່າງແຂງແຮງ. ພ້ອມນັ້ນ, ຈະຕ້ອງມີການປັບປຸງບັນດານິຕິ ກຳໃຫ້ແທດເໝາະກັບສະພາບການ ປົກຄອງໃໝ່; ປັບປຸງຮູບແບບ ເອກະສານ, ແບບພິມຂອງຂະແໜງ ການຂອງຕົນໃຫ້ຄະນະກຳມະການ ປົກຄອງຕາແສງ ໄດ້ນຳໃຊ້ ແລະ ເປັນຜູ້ຢັ້ງຢືນແທນອົງການປົກຄອງ ບ້ານ, ກຸ່ມບ້ານ, ຄົ້ນຄວ້າແບ່ງຂັ້ນ ຄຸ້ມຄອງວຽກງານຂະແໜງການ ລະຫວ່າງສາຍຕັ້ງຂັ້ນແຂວງ, ຂັ້ນ ເມືອງ, ຫ້ອງການກ່ຽວຂ້ອງຂັ້ນ ເມືອງ ແລະ ຂັ້ນຕາແສງທີ່ເຫັນ ວ່າມີຄວາມຈຳເປັນ ຊຶ່ງຈະຕ້ອງ ມີການຊຸກຍູ້ຕິດຕາມສະຫລຸບຕີລາ ຄາຖອດຖອນບົດຮຽນ ເພື່ອເຮັດ ໃຫ້ການບໍລິຫານລັດຢູ່ຂັ້ນຕາແສງ ໃຫ້ມີປະສິດທິພາບ ແລະ ປະສິດທິ ຜົນສູງຂຶ້ນ. ສຳລັບຄະນະປະທານ ປົກຄອງເມືອງ 11 ເມືອງ, ໃນທົ່ວ ແຂວງວຽງຈັນ ໃຫ້ສືບຕໍ່ສຸ່ມໃສ່ນຳ ພາ-ຊີ້ນຳຄະນະຮັບຜິດຊອບການ ສ້າງຕັ້ງຕາແສງ ຂັ້ນເມືອງ ຈົ່ງ ພ້ອມກັນເອົາໃຈໃສ່ຄົ້ນຄວ້າກະກຽມ ຄວາມພ້ອມຮອບດ້ານ ໃນການຈັດ ຕັ້ງປະຕິບັດວຽກງານດ້ານຕ່າງໆ ໃຫ້ສອດຄ່ອງຕາມບາດກ້າວ ຂັ້ນ ຕອນ ໃນການຈັດພິທີປະກາດສ້າງ ຕັ້ງຕາແສງ ຈຳນວນ 34 ຕາແສງ ທີ່ຍັງເຫລືອໃຫ້ສຳເລັດຕາມແຜນທີ່ ກຳນົດໄວ້ ແລະ ຈົ່ງພ້ອມກັນສືບ ຕໍ່ຈັດພິທີປະກາດສ້າງຕັ້ງຕາແສງ ຢູ່ບັນດາ11 ເມືອງ ໃຫ້ສຳເລັດ ພາຍໃນເດືອນສິງຫາປີ 2026 ນີ້. xtdkflh k'8A '8kcl'3ro\u g,n v';P'7e c0;';P'9a o ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ພະແນກສາທາ ລະນະສຸກ ແຂວງເຊກອງ ເປີດ ປະມູນການຈັດຊື້-ຈັດຈ້າງຢາ ປົວພະຍາດ, ເຄື່ອງໃຊ້ການແພດ ສິ້ນເປືອງ, ນໍ້າຢາເຄມີ ແລະ ລົມ ອົກຊີແຊນ ໃຫ້ແກ່ໂຮງໝໍແຂວງ ແລະ 4 ຕົວເມືອງ ຂອງແຂວງເຊ ກອງ ປີ 2026 ໃນຮູບແບບຈັດຊື້ ດ້ວຍຕົນເອງ ໃນວັນທີ 26 ມີນາ 2026 ໂດຍມີ ທ່ານ ດຣ. ນາງ ລຳພັນ ໄຊຄຳມີ ຫົວໜ້າພະແນກ ສາທາລະນະສຸກ ແຂວງ ພ້ອມດ້ວຍ ຄະນະກຳມະການຈັດຊື້-ຈັດຈ້າງ, ຂະແໜງອາຫານ ແລະ ຢາແຂວງ, ພາກສ່ວນກ່ຽວຂ້ອງ ແລະ ຜູ້ ຕາງໜ້າຈາກບໍລິສັດ ເຂົ້າຮ່ວມ. ທ່ານ ເພັດສະໝອນ ແພງສຸ ລິພັນ ຫົວໜ້າຂະແໜງອາຫານ ແລະ ຢາ, ພະແນກສາທາລະນະສຸກ ແຂວງ ລາຍງານວ່າ: ໂດຍປະຕິບັດ ຕາມຂໍ້ຕົກລົງ ຂອງປະທານຄະນະ ກຳມະການປົກຄອງ ແຂວງເຊກອງ ເລກທີ 83/ຄປຂ.ຊກ, ລົງວັນທີ 26 ມີນາ 2026 ວ່າດ້ວຍການແຕ່ງຕັ້ງ ຄະນະກຳມະການຈັດຊື້-ຈັດຈ້າງຢາ ປົວພະຍາດ, ເຄື່ອງໃຊ້ການແພດສິ້ນ ເປືອງ, ນໍ້າຢາເຄມີ ແລະ ລົມອົກຊີ ແຊນ ຂັ້ນແຂວງ ແລະ ເພື່ອເຮັດໃຫ້ ການຈັດຕັ້ງປະຕິບັດ ມີຜົນສໍາເລັດ ແລະ ໄດ້ຮັບປະສິດທິພາບ ຈຶ່ງໄດ້ ມີການຈັດການປະມູນຂຶ້ນ ເພື່ອເປັນ ທາງເລືອກ. ພ້ອມນີ້, ຍັງໄດ້ຍົກໃຫ້ ເຫັນກ່ຽວກັບຄຳແນະນຳ, ຂັ້ນຕອນ ການຈັດຕັ້ງປະຕິບັດຕ່າງໆ ເພື່ອຊ່ວຍ ໃຫ້ຜູ້ຈັດຕັ້ງປະຕິບັດ ມີຄວາມເຂົ້າໃຈ ຕໍ່ຂັ້ນຕອນ ແລະ ວິທີການ ໃນການ ດໍາເນີນ ໄປຕາມລະບຽບການ ຂອງ ກະຊວງການເງິນ ແລະ ກະຊວງ ສາທາລະນະສຸກ ວາງອອກ ແລະ ເປັນເອກະພາບກັນໃນຂອບເຂດທົ່ວ ປະເທດ. ສຳລັບການເປີດປະມູນ ການຈັດຊື້ ຄັ້ງນີ້ ມີ 24 ບໍລິສັດ ເຂົ້າ ຮ່ວມ. ທ່ານ ດຣ. ນາງ ລຳພັນ ໄຊຄຳມີ ຫົວໜ້າພະແນກສາທາລະນະສຸກ ແຂວງ ມີຄໍາເຫັນວ່າ: ພາຍຫລັງ ເປີດປະມູນແລ້ວ ຈະໄດ້ຄັດເລືອກ ເອົາບໍລິສັດ ທີ່ສະເໜີລາຄາສົມເຫດ ສົມຜົນກໍຄືຜູ້ຊະນະປະມູນເພື່ອສະເໜີ ຜ່ານກົມອາຫານ ແລະ ຢາ ກະຊວງ ສາທາລະນະສຸກຄົ້ນຄວ້າ ແລະ ພິຈາ ລະນາອະນຸມັດຈັດຕັ້ງປະຕິບັດໃນ ການຈັດຊື້-ຈັດຈ້າງຢາປົວພະຍາດ ແລະ ອຸປະກອນການແພດຕາມແຜນ ການ. ພ້ອມນີ້, ຫ້ອງການສາທາລະ ສຸກເມືອງ, ໂຮງໝໍເມືອງ, ໂຮງໝໍ ແຂວງ ໃຫ້ເອົາໃຈໃສ່ກວດກາຄືນ ຄວາມຕ້ອງການ ແລະ ຄວາມ ຈໍາເປັນ ໃນການນໍາໃຊ້ຢາ ແລະ ອຸປະກອນການແພດ ແຕ່ລະປະເພດ ແລະ ຕ້ອງນໍາໃຊ້, ຮັກສາອຸປະກອນ ການແພດຕ່າງໆ ໃຫ້ເກີດປະໂຫຍດ ຕໍ່ການປິ່ນປົວຄົນເຈັບ. ຂ່າວ-ພາບ: ອັດສະວິນ g-dv' gxu fxt,6 odko9a f-N {9a f9h k' 1kxq ;rtpkf c]t v5 xtdvodkocrf ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ການປູກເຂົ້າລະ ດູແລ້ງສົກປີ 2025-2026 ຢູ່ ແຂວງຄຳມ່ວນ ບໍ່ບັນລຸຕາມແຜນ ການທີ່ວາງໄວ້ ຫລື ຫລຸດແຜນ 5.194 ເຮັກຕາ ເນື່ອງຈາກລະບົບ ຫົວງານຊົນລະປະທານບາງເມືອງ ເປ່ເພ ແລະ ໃຊ້ງານໄດ້ບໍ່ເຕັມກໍາລັງ ໂດຍສະເພາະ ບັນດາເມືອງພາຍໃນ ແຂວງທີ່ເຄີຍປູກເຂົ້າລະດູແລ້ງຜ່ານ ມາ ພ້ອມນີ້, ບາງເມືອງ ປະຊາຊົນ ມີຄວາມພ້ອມ, ແຕ່ລະບົບຊົນລະ ປະທານບໍ່ອໍານວຍ, ຂາດແຮງງານ ຍ້ອນຫັນໄປປະກອບອາຊີບອື່ນ, ຂາດປັດໄຈການຜະລິດເປັນຕົ້ນ ປຸ໋ຍ, ກະສິກອນເປັນໜີ້ຄ່າກະແສໄຟຟ້າ (ຄ່າກະແສໄຟຟ້າສູງ) ແລະ ເປັນໜີ້ ຄຸມເຄືອຄ້າງຊໍ້າລະຫລາຍປີ. dkox6 drn f]tf6 c]h ' 16 j c0;'7e,j ;o [= j [a o]5 8k,czo ຂປລ. ສະຖານທູດລາວ ປະຈໍາ ປັກກິ່ງ ຈັດກິດຈະກໍາແຂ່ງຂັນກິລາ ມິດຕະພາບຕີດອກປີກໄກ່ ແລະ ກິລາປິ່ນອ້ອມອື່ນໆຂຶ້ນໃນວັນທີ 22 ມີນາ 2026 ເນື່ອງໃນໂອກາດ ສະຫລອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ (22 ມີນາ 1955-22 ມີນາ 2026), ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ທີ່ສະຖານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ໂດຍໃຫ້ກຽດ ເຂົ້າຮ່ວມຂອງ ທ່ານ ສົມພອນ ສີ ຈະເລີນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ພ້ອມ ດ້ວຍບັນດາຄະນະນໍາ, ຊ່ຽວຊານສື່ ມວນຊົນ ຈີນ-ລາວ ປະຈໍາປັກກິ່ງ, ພະນັກງານ ແລະ ນັກຮຽນ-ນັກສຶກ ສາທີ່ຮໍ່າຮຽນຢູ່ປັກກິ່ງເຂົ້າຮ່ວມ ຢ່າງຟົດຟື້ນ. ການແຂ່ງຂັນກິລາຕີດອກປີກໄກ່ ຄັ້ງນີ້ປະກອບມີ 3 ທີມເຂົ້າຮ່ວມ ຄື: ສະຖານທູດ, ສື່ມວນຊົນວິທະຍຸ ໂທລະພາບສູນກາງຈີນ (CMG) ແລະ ນັກຮຽນ-ນັກສຶກສາພາຍໃນ ປັກກິ່ງ, ຜົນປະກົດວ່າ, ທາງຝ່າຍ ຊ່ຽວຊານສື່ມວນຊົນວິທະຍຸໂທລະ lt4kom6 f]k;xt9exa ddy j ' 9a fdy f9tdec0j '0a ody ]klts]v';a ole7a o0v'-kf ພາບສູນກາງຈີນ ສາມາດຄວ້າ ລາງວັນທີ 1 ຕີດອກປີກໄກ່ມາຄອງ. ໃນໂອກາດດັ່ງກ່າວນີ້, ທ່ານ ສົມພອນ ສີຈະເລີນ ເອກອັກຄະ ລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ກໍໃຫ້ກຽດຂຶ້ນມອບລາງວັນ ແລະ ກ່າວຄໍາເຫັນບາງເນື້ອໃນ ສໍາຄັນເຖິງຄວາມໝາຍ, ຄວາມ ສຳຄັນ ແລະ ມູນເຊື້ອແຫ່ງການ ເຕີບໃຫຍ່ຂະຫຍາຍຕົວ, ບັນດາ ຜົນສຳເລັດທີ່ຍາດມາໄດ້ຕະຫລອດ ໄລຍະ 71 ປີຜ່ານມາ ພາຍໃຕ້ການ ນຳພາ-ຊີ້ນໍາ ຂອງພັກປະຊາຊົນ ປະຕິວັດລາວໂດຍສະເພາະໄຊຊະນະ ອັນຍິ່ງໃຫຍ່ຂອງພາລະກິດ ແຫ່ງ ການຕໍ່ສູ້ປົດປ່ອຍຊາດ ໃນເມື່ອ ກ່ອນ ແລະ ຜົນສຳເລັດໃນພາລະກິດ ປົກປັກຮັກສາ, ສ້າງສາພັດທະນາ ປະເທດຊາດ, ນໍາພາປະເທດຊາດ ແລະ ປວງຊົນລາວບັນດາເຜົ່າສູ່ ຄວາມຈະເລີນຮຸ່ງເຮືອງ ມີຄວາມ ສະຫງົບສຸກ ແລະ ອື່ນໆ. ທ່ານ ເອກອັກຄະລັດຖະທູດຍັງ ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະນໍາ, ພະນັກງານກ່ຽວຂ້ອງ ປະຈໍາປັກກິ່ງ ໄດ້ຮ່ວມກັນຈັດກິດ ຈະກໍາແຂ່ງຂັນກິລາມິດຕະພາບ ຄັ້ງ ນີ້ ເພື່ອຮັດແໜ້ນມິດຕະພາບ, ຄວາມ ຮັກແພງສາມັກຄີ ແລະ ຄວາມໃກ້ ຊິດຕິດແທດລະຫວ່າງສະຖານທູດ, ວິທະຍຸໂທລະພາບສູນກາງຈີນ, ພະນັກງານ, ບັນດານັກຮຽນ-ນັກ ສຶກສາໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ໂດຍ: ເກີດຂວັນໃຈ ມາລີຈັນສີ ນອກຈາກນີ້, ໃນລະດູການຜະ ລິດເຂົ້າລະດູແລ້ງປີນີ້ ມີໂຄງການ ຊົນລະປະທານທີ່ບໍ່ໄດ້ທໍາການ ຜະລິດທົ່ວແຂວງ 35 ໂຄງການ ຊຶ່ງກວມເອົາ 6 ເມືອງຄື: ເມືອງ ທ່າແຂກ ມີ 8 ໂຄງການ, ເມືອງ ມະຫາໄຊ ມີ 5 ໂຄງການ, ເມືອງ ໜອງບົກ ມີ 9 ໂຄງການ, ເມືອງຫີນ ບູນ ມີ 6 ໂຄງການ, ເມືອງເຊບັ້ງໄຟ ມີ 4 ໂຄງການ ແລະ ເມືອງຍົມມະ ລາດ ມີ 3 ໂຄງການ. ໃນລະດູການປູກເຂົ້ານາແຊງ ສົກປີ 2025-2026 ທົ່ວແຂວງ ຄໍາມ່ວນ ມີເນື້ອທີ່ແຜນການປູກເຂົ້າ 15.759 ເຮັກຕາ, ເນື້ອທີ່ແຜນການ ຂອງປີນີ້ລື່ນປີ 2025 ຜ່ານມາ 1.573 ເຮັກຕາ, ຄາດຄະເນຜົນ ຜະລິດ 77.396 ໂຕນ, ຄາດຄະເນ ໝົດແນວປູກ 1.261 ໂຕນ ໃນນີ້, ເນື້ອທີ່ແຜນການປູກເຂົ້າເພື່ອເປັນ ສະບຽງອາຫານ 5.463 ເຮັກຕາ, ຄາດຄະເນຜົນຜະລິດ 25.734 ໂຕນ; ເນື້ອທີ່ແຜນການປູກເຂົ້າ ເພື່ອເປັນສິນຄ້າ 10.296 ເຮັກຕາ, ຄາດຄະເນຜົນຜະລິດ 51.662 ໂຕນ. ປັດຈຸບັນທົ່ວແຂວງ ໄດ້ສໍາ ເລັດການປູກເຂົ້າເປັນທີ່ຮຽບຮ້ອຍ ແລ້ວ 100% ໃນເນື້ອທີ່ 10.565 ເຮັກຕາ ເທົ່າກັບ 67% ຂອງເນື້ອ ທີ່ແຜນການປີ ໃນນີ້, ນາຫວ່ານ 3.949 ເຮັກຕາ ເທົ່າກັບ 25,06%, ນາດໍາ 6.616 ເຮັກຕາ ເທົ່າກັບ 41,98%. ເຂົ້າທີ່ເປັນສະບຽງ ອາຫານສາມາດປູກໄດ້ 3.815 ເຮັກຕາ ເທົ່າກັບ 69,84% ຂອງ ເນື້ອທີ່ແຜນການ; ເຂົ້າທີ່ເປັນສິນຄ້າ ສາມາດປູກໄດ້ 6.750 ເຮັກຕາ ເທົ່າກັບ 65,56% ຂອງເນື້ອທີ່ ແຜນການ ຊຶ່ງເມືອງທີ່ມີເນື້ອທີ່ ແຜນການປູກເຂົ້າຫລາຍກວ່າໝູ່ ແມ່ນເມືອງໜອງບົກ, ເມືອງຍົມມະ ລາດ, ເມືອງເຊບັ້ງໄຟ, ເມືອງຫີນ ບູນ ແລະ ເມືອງມະຫາໄຊ. ຂ່າວ-ພາບ: ແດງສະຫວັດ ແສນພານິດ
RkJQdWJsaXNoZXIy MTc3MTYxMQ==