[= ]y la fgx3mi]u c,J d]k;9e|j kprkp.o 9eda fz6h fP; c]t [= ]y la flt8k3m]t7q ,g-a ola opk-N {0kpoE,a og-N vw2 30/03/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ຂປລ. ໃນວັນທີ 26 ມີນາ 2026 ຜ່ານມາ, ທີ່ສຳໜັກງານໃຫຍ່ບໍລິສັດ ສະຕາໂທລະຄົມ (Unitel) ໄດ້ມີ ພິທີເຊັນສັນຍາຊື້-ຂາຍນ້ຳມັນເຊື້ອ ໄຟ ລະຫວ່າງ ບໍລິສັດເປໂທຣລີແມ໋ກ ລາວຈໍາໜ່າຍພາຍໃນ ຈຳກັດຜູ້ດຽວ (Petrolimex Lao) ແລະ ບໍລິສັດ ສະຕາໂທລະຄົມ (Unitel) ເພື່ອ ຮັບປະກັນໃຫ້ແກ່ການບໍລິການເຄືອ xt,;odq f\kpvkpk ,kf8k 121 sk ,kf8k 126 ຂປລ. ເນື່ອງໃນໂອກາດສະ ເຫລີມສະຫລອງວັນແມ່ຍິງສາກົນ, ອົງການສະຫະປະຊາຊາດກອງທຶນ ເພື່ອປະຊາກອນ (UNFPA) ແລະ ສະມາຄົມທຸລະກິດອາເມລິກາ-ລາວ (ALBA), ພ້ອມດ້ວຍບັນດາຄູ່ ຮ່ວມງານໄດ້ຈັດກິດຈະກຳພິເສດ “ຜ້າອະນາໄມເພື່ອຄວາມກ້າວໜ້າ: ວັນຂອງນ້ອງໆ” ( Pads for Progress: Her Days) ໂດຍ ມີຈຸດປະສົງເພື່ອສົ່ງເສີມວຽກງານ ສຸຂະອະນາໄມປະຈຳເດືອນ ແລະ ການສຶກສາ, ພ້ອມທັງສະໜັບສະໜູນ ໃຫ້ເດັກຍິງສາມາດໄປໂຮງຮຽນໄດ້ ຢ່າງມີກຽດ ແລະ ມີຄວາມໝັ້ນໃຈ ຊຶ່ງກິດຈະກຳດັ່ງກ່າວໄດ້ສ່ອງແສງ ໃຫ້ເຫັນເຖິງສິ່ງທ້າທາຍຕ່າງໆທີ່ ເດັກຍິງຫລາຍຄົນຕ້ອງຜະເຊີນໃນ ຊ່ວງທີ່ມີປະຈຳເດືອນ ແລະ ເນັ້ນໜັກ ເຖິງຄວາມສຳຄັນຂອງການຮ່ວມມື ກັນ ເພື່ອແກ້ໄຂບັນຫາຄວາມທຸກ ຍາກດ້ານສຸຂະອະນາໄມປະຈຳ ເດືອນ (Menstrual Poverty) ພາຍໃຕ້ຄຳຂວັນທີ່ວ່າ “ສະໜັບສະ ໜູນສຸຂະອະນາໄມປະຈຳເດືອນ ແລະ ການສຶກສາຊ່ວຍໃຫ້ເດັກຍິງ ໄດ້ສືບຕໍ່ໄປໂຮງຮຽນ!”. ກິດຈະກຳ ດັ່ງກ່າວໄດ້ລວມເອົາທັງການປາໄສ ທີ່ສ້າງແຮງບັນດານໃຈ, ການເປີດ ຮັບບໍລິຈາກຜ້າອະນາໄມ ແລະ ກິດ ຈະກຳແບບມີສ່ວນຮ່ວມ ເພື່ອສ້າງ ຄວາມຮັບຮູ້ ແລະ ລະດົມການຊ່ວຍ ເຫລືອໃຫ້ແກ່ເດັກຍິງ ແລະ ແມ່ຍິງ ໃນຊຸມຊົນທີ່ທຸກຍາກຂາດເຂີນ. ນອກຈາກນີ້, ໂຄງການຍັງໄດ້ສົ່ງ ເສີມການສົນທະນາແບບເປີດກວ້າງ ແລະ ໃຫ້ກຽດເຊິ່ງກັນ ແລະ ກັນ ກ່ຽວກັບເລື່ອງປະຈຳເດືອນ, ຄວາມ ເປັນສ່ວນຕົວ, ສຸຂະພາບ, ຕະຫລອດ ຮອດບົດບາດຂອງຄອບຄົວ, ໂຮງ ຮຽນ, ຜູ້ໃຫ້ບໍລິການດ້ານສາທາລະ ນະສຸກ, ພາກທຸລະກິດ ແລະ ຊຸມຊົນ ໃນການຮັບປະກັນວ່າຈະບໍ່ມີເດັກ ຍິງຄົນໃດຖືກປະຖິ້ມໄວ້ທາງຫລັງ.. ແນວໃດກໍຕາມ, ສຸຂະອະນາໄມ ປະຈຳເດືອນບໍ່ແມ່ນພຽງແຕ່ແມ່ນ ບັນຫາສຸຂະພາບເທົ່ານັ້ນ, ແຕ່ມັນ ຍັງເຊື່ອມໂຍງກັບການສຶກສາ, ກຽດ ສັກສີ, ຄວາມໝັ້ນໃຈ ແລະ ໂອກາດ ທີ່ເທົ່າທຽມກັນຢ່າງສະໜິດແໜ້ນ. ເມື່ອເດັກຍິງບໍ່ສາມາດເຂົ້າເຖິງ ອຸປະກອນເປັນຕົ້ນຜ້າອະນາໄມ, ຂໍ້ ມູນທີ່ຖືກຕ້ອງ, ສຸຂະອະນາໄມທີ່ ປອດໄພ ແລະ ສະພາບແວດລ້ອມ ທີ່ເອື້ອອໍານວຍ, ຈະສົ່ງຜົນກະທົບ ໃຫ້ຄວາມສາມາດໃນການຮຽນຮູ້ ແລະ ການມີສ່ວນຮ່ວມຂອງພວກ ເຂົາ. ແຕ່ການແກ້ໄຂສິ່ງກີດຂວາງ ເຫລົ່ານີ້ຈະຊ່ວຍໃຫ້ ສປປ ລາວ ສ້າງເງື່ອນໄຂໃຫ້ເດັກຍິງສາມາດ ສືບຕໍ່ຮຽນໜັງສື ແລະ ພັດທະນາ ສັກກາຍະພາບຂອງພວກເຂົາໄດ້ ຢ່າງເຕັມທີ່. ພ້ອມນີ້, ກິດຈະກຳດັ່ງ ກ່າວຍັງໄດ້ເນັ້ນໃຫ້ເຫັນວ່າ: ເດັກ ຍິງເກືອບ 1 ໃນ 10 ຄົນໃນລາວ ຕ້ອງຂາດໂຮງຮຽນ ຫລື ພາດກິດ ຈະກຳປະຈຳວັນໃນໄລຍະທີ່ມີປະ ຈຳເດືອນ. ຄວາມເປັນຈິງນີ້ໄດ້ສະ ທ້ອນໃຫ້ເຫັນເຖິງຄວາມຈຳເປັນ ອັນຮີບດ່ວນໃນການສ້າງຄວາມ ຮັບຮູ້ໃຫ້ຫລາຍຂຶ້ນ, ການເຂົ້າເຖິງ ອຸປະກອນສໍາລັບສົ່ງເສີມສຸຂະພາບ ປະຈໍາເດືອນທີ່ດີຂຶ້ນ ແລະ ຄວາມ ມຸ່ງໝັ້ນຮ່ວມມືກັນໃນການຖືເອົາ ສຸຂະພາບປະຈໍາເດືອນເປັນເລື່ອງ ຂອງສິດທິ, ການມີສ່ວນຮ່ວມ ແລະ ການພັດທະນາ. ທ່ານ ດຣ ບັກທິຢໍ ຄາດີຣອຟ (Dr. Bakhtiyor Kadyrov) ຜູ້ ຕາງໜ້າ UNFPA ປະຈຳ ສປປ ລາວ ກ່າວວ່າ: “ສຸຂະອານາໄມປະ ຈຳເດືອນບໍ່ແມ່ນບັນຫານ້ອຍໆ, ແຕ່ ມັນແມ່ນການລົງທຶນທາງຍຸດ ທະ ສາດເພື່ອສັກສີຂອງມະນຸດ, ຄວາມ ສະເໝີພາບທາງເພດ, ການສຶກສາ ແລະ ການມີສ່ວນຮ່ວມຢ່າງເຕັມ ສ່ວນຂອງແມ່ຍິງໃນສັງຄົມ. ເມື່ອ ເດັກຍິງຄົນໜຶ່ງຕ້ອງຂາດໂຮງຮຽນ ຍ້ອນວ່າລາວຂາດການສະໜັບ ສະໜູນ, ຂາດຂໍ້ມູນ ຫລື ຂາດຜ້າ ອະນາໄມ ເພື່ອຈັດການກັບການມີ ປະຈຳເດືອນຢ່າງປອດໄພ ແລະ ມີ ກຽດສັກສີ, ຖ້າພວກເຮົາເມີນເສີຍ ກັບບັນຫາດັ່ງກ່າວ ພວກເຮົາບໍ່ພຽງ ແຕ່ເຮັດໃຫ້ເຂົາເຈົ້າຜິດຫວັງເທົ່າ ນັ້ນ, ແຕ່ພວກເຮົາຍັງກຳລັງຈຳກັດ ທ່າແຮງໃນການພັດທະນາຂອງ ປະເທດຊາດອີກດ້ວຍ”. ທ່ານ ນາງ ແຈັກເກີລີນ ສະເປັນ (Jacqueline Spence) ປະທານ ສະມາຄົມທຸລະກິດ ອາເມລິກາລາວ (ALBA) ໄດ້ກ່າວວ່າ: “ALBA ມີຄວາມພາກພູມໃຈທີ່ໄດ້ ຢືນຄຽງຂ້າງກັບ UNFPA ແລະ ບັນດາຄູ່ຮ່ວມງານ ເພື່ອສະໜັບ ສະໜູນເດັກຍິງ ແລະ ແມ່ຍິງ ຜ່ານ ໂຄງການທີ່ສຳຄັນນີ້. ສຸຂະອະນາ ໄມປະຈຳເດືອນບໍ່ຄວນກາຍເປັນ ອຸປະສັກຕໍ່ການສຶກສາ ຫລື ໂອກາດ ໃນຊີວິດ. ພາກສ່ວນທຸລະກິດເອກະ ຊົນມີບົດບາດສຳຄັນໃນການສົ່ງ ເສີມກຽດສັກສີ, ການສ້າງຄວາມ ຮັບຮູ້, ແລະ ການໃຫ້ການຊ່ວຍ ເຫລືອຕົວຈິງແກ່ຊຸມຊົນ ແລະ ພວກ ເຮົາພ້ອມທີ່ຈະເປັນສ່ວນໜຶ່ງຂອງ ຄວາມພະຍາຍາມດັ່ງກ່າວ”. ທ່ານ ນາງ ແຈັກເກີລີນ ກ່າວ ຕື່ມວ່າ: “ທຸກໆການລົງທະບຽນ ເຂົ້າຮ່ວມກິດຈະກຳໃນມື້ນີ້ ຈະ ໄດ້ສົມທົບທຶນເຂົ້າໃນການຊື້ຊຸດ ອຸປະກອນອະນາໄມປະຈຳເດືອນ 1 ຊຸດ ຊຶ່ງທຸກໆຊຸດຈະຖືກນຳໄປ ແຈກຢາຍໃຫ້ແກ່ເດັກຍິງໃນກຸ່ມທີ່ ທຸກຍາກຂາດເຂີນໃນອາທິດໜ້າທີ່ ຈະມາເຖິງນີ້. ພວກເຮົາຂໍຮຽກຮ້ອງ ມາຍັງບັນດາຄູ່ຮ່ວມງານທັງໝົດ ໃຫ້ມາຮ່ວມແຮງຮ່ວມໃຈກັນ ແລະ ຊ່ວຍເຫລືອສົມທົບທຶນ ນອກເໜືອ ຈາກກິດຈະກຳໃນມື້ນີ້”. ຜ່ານການຮ່ວມມືໃນຄັ້ງນີ້, UNFPA ແລະ ALBA ໄດ້ຢືນຢັນ ອີກຄັ້ງໜຶ່ງເຖິງຄວາມມຸ່ງໝັ້ນຮ່ວມ ກັນໃນການສົ່ງເສີມສິດທິຂອງ ແມ່ຍິງ ແລະ ເດັກຍິງ, ພ້ອມທັງ ສ້າງການເປັນຄູ່ຮ່ວມງານທີ່ຕອບ ສະໜອງຕໍ່ຄວາມຕ້ອງການຕົວຈິງ ຂອງຊຸມຊົນ. ກິດຈະກຳດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ການຮ່ວມມື ກັນສາມາດຊ່ວຍລົບລ້າງຄວາມ ເຊື່ອຜິດໆ ແລະ ສິ່ງຕ້ອງຫ້າມທີ່ເປັນ ອັນຕະລາຍ, ສົ່ງເສີມຄວາມຮູ້ດ້ານ ສຸຂະອະນາໄມປະຈຳເດືອນ ແລະ ໃຫ້ການຊ່ວຍເຫລືອຕົວຈິງ ເພື່ອໃຫ້ ເດັກຍິງສາມາດສືບຕໍ່ການສຶກສາ ຂອງເຂົາເຈົ້າໄດ້. UNFPA ຍັງ ຄົງມຸ່ງໝັ້ນທີ່ຈະເຮັດວຽກຮ່ວມກັບ ລັດຖະບານ, ອົງການຈັດຕັ້ງທາງ ສັງຄົມ, ຊຸມຊົນ ແລະ ພາກທຸລະກິດ ເພື່ອຮັບປະກັນວ່າເດັກຍິງ ແລະ ແມ່ ຍິງໃນ ສປປ ລາວ ສາມາດຈັດການ ກັບການມີປະຈຳເດືອນໄດ້ຢ່າງ ປອດໄພ, ໝັ້ນໃຈ ແລະ ມີກຽດສັກສີ. vq 'dkoltstxt-k-kf dv'mb ole]a [xt-kdvo c]t lt,k7q ,m5 ]tdy fvkg,]y dk{]k; Ij ;,,n da olqj 'glu ,;Pd'kol5 0tvtokw, c]t -j ;p.sh gfa dpy ' wfh ln [8wx3I'IPo + ຂ່າຍໂທລະຄົມຂອງ Unitel ມີສະ ຖຽນລະພາບຢ່າງຕໍ່ເນື່ອງໃນທົ່ວ ປະເທດ ໂດນມີທ່ານ ຫວູ ງອ໋ກ ຕູ ປະທານບໍລິສັດເປໂຕຣລີແມ໋ກ ລາວ ພ້ອມດ້ວຍຄະນະ ແລະ ທ່ານ ຈັນທະວິໄຊ ທຳມະວົງ ຮອງຜູ້ອຳ ນວຍການໃຫຍ່ບໍລິສັດສະຕາໂທ ລະຄົມ ພ້ອມດ້ວຍຄະນະນຳບັນດາ ພະແນກການ ແລະ ພະນັກງານຈາກ ທັງສອງຝ່າຍເຂົ້າ. ການຮ່ວມມືໃນຄັ້ງນີ້, ມີຄວາມ ໝາຍສຳຄັນຢ່າງຍິ່ງເນື່ອງຈາກ ການສະໜອງນ້ຳມັນເຊື້ອໄຟທີ່ມີ ຄຸນນະພາບ ແລະ ພຽງພໍແມ່ນປັດ ໄຈພື້ນຖານໃນການຂັບເຄື່ອນລະບົບ ໂຄງລ່າງເຕັກນິກໂທລະຄົມ ໃຫ້ ສາມາດດຳເນີນງານໄດ້ຢ່າງເຕັມ ປະສິດທິພາບ. ຈາກນັ້ນ, ຕາງໜ້າ ທັງສອງບໍລິສັດກໍໄດ້ຮ່ວມລົງນາມ ໃນສັນຍາຢ່າງເປັນທາງການ ໂດຍ ມີຄະນະນຳບັນດາພະແນກການເຂົ້າ ຮ່ວມເປັນສັກຂີພິຍານ. ໃນຕອນທ້າຍຂອງພິທີ, ຕາງໜ້າ ຄະນະຈັດຕັ້ງກໍໄດ້ກ່າວສະແດງ ຄວາມຂອບໃຈຢ່າງຈິງໃຈມາຍັງຄະ ນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ສະລະເວລາມາຮ່ວມງານ ແລະ ປະກອບສ່ວນເຮັດໃຫ້ພິທີຄັ້ງ ນີ້ສຳເລັດລົງຢ່າງຈົບງາມ, ພ້ອມ ທັງໄດ້ອວຍພອນໄຊໃຫ້ການຮ່ວມມື ຂອງທັງສອງບໍລິສັດຈົ່ງມີຄວາມ ແໜ້ນແຟ້ນ ແລະ ປະສົບຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້. ຂປລ. ມາອາທິດນີ້, ຄໍລຳ “ຊີວິດ-ກົດໝາຍ”ໜັງສືພິມປະເທດ ລາວ ຂໍມາສືບຕໍ່ສະເໜີປະມວນ ກົດໝາຍອາຍາໃຫ້ພວກເຮົາໄດ້ ຮັບຮູ້ນຳກັນຕື່ມ ໂດຍສືບຕໍ່ສະເໜີ ຈາກມາດຕາ 121 ຫາ 126. ໃນມາດຕາ 121 ການທຳລາຍ ມ້າງເພ ຫລືການບຸກລຸກຄ້າຍກັກຂັງ ຊົ່ວຄາວ, ຄ້າຍຄຸມຂັງ, ຄ້າຍດັດ ສ້າງ: ບຸກຄົນໃດຫາກໄດ້ໃຊ້ກຳລັງ ທຳລາຍມ້າງເພ ຫລື ບຸກລຸກຄ້າຍ ກັກຂັງຊົ່ວຄາວ, ຄ້າຍຄຸມຂັງ, ຄ້າຍ ດັດສ້າງເພື່ອປຸ້ນເອົາ ຫລື ຍາດເອົາ ຫລື ປ່ອຍຕົວຜູ້ຖືກຫາ, ນັກໂທດ, ຜູ້ ຖືກດັດສ້າງໃນຄ້າຍກັກຂັງຊົ່ວຄາວ, ຄ້າຍຄຸມຂັງ, ຄ້າຍດັດສ້າງ ຫລື ໃຊ້ ກຳລັງປຸ້ນເອົາຜູ້ຖືກຫາ ຫລື ນັກ ໂທດໃນເວລາໂຍກຍ້າຍໄປມາຈະ ຖືກລົງໂທດ ຕັດອິດສະລະພາບ ແຕ່ ຫ້າປີ ຫາ ຊາວປີ ແລະ ຈະຖືກປັບ ໃໝແຕ່ 50.000.000 ກີບ ຫາ 500.000.000 ກີບ, ອາດຈະຖືກ ຈຳກັດທີ່ຢູ່ ຫລື ຕັດອິດສະລະພາບ ຕະຫລອດຊີວິດ. ບຸກຄົນໃດຫາກໄດ້ກໍ່ຄວາມປັ່ນ ປ່ວນ, ທຳລາຍລະບຽບພາຍໃນ ຂອງຄ້າຍກັກຂັງຊົ່ວຄາວ, ຄ້າຍ ຄຸມຂັງ, ຄ້າຍດັດສ້າງ ຫລື ຊັກຊວນ ຍຸແຍ່ໃຫ້ຜູ້ຖືກຫາ, ນັກໂທດ, ຜູ້ຖືກ ດັດສ້າງໂຕນໜີ ຈະຖືກລົງໂທດຕັດ ອິດສະລະພາບແຕ່ໜຶ່ງປີ ຫາ ຫ້າປີ ແລະຈະຖືກປັບໃໝແຕ່5.000.000 ກີບ ຫາ 50.000.000 ກີບ. ການກະກຽມໃຫ້ແກ່ການກະ ທຳຜິດ, ຄວາມພະຍາຍາມກໍ່ການ ກະທຳຜິດກໍຈະຖືກລົງໂທດ. ມາດຕາ 122 ການໂຕນໜີໄປ ຫາສັດຕູ, ການລ້ຽງດູບຸກຄົນທີ່ ເຄື່ອນໄຫວຕ້ານ ສປປ ລາວ: ບຸກຄົນ ໃດຫາກໄດ້ໂຕນໜີໄປຮ່ວມມືກັບ ສັດຕູ ເພື່ອຕ້ານສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະ ຖືກລົງໂທດຕັດອິດສະລະພາບແຕ່ ຫ້າປີ ຫາ ສິບປີ ແລະ ຈະຖືກປັບ ໃໝ ແຕ່ 10.000.000 ກີບ ຫາ 50.000.000 ກີບ. ບຸກຄົນໃດຫາກໄດ້ປິດບັງ, ຊຸກ ເຊື່ອງ,ລ້ຽງດູຫລືຊ່ວຍເຫລືອບຸກຄົນ ທີ່ເຄື່ອນໄຫວຕ້ານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະ ຖືກລົງໂທດຕັດອິດສະລະພາບແຕ່ ໜຶ່ງປີ ຫາ ຫ້າປີ ແລະ ຈະຖືກປັບ ໃໝ ແຕ່ 5.000.000 ກີບ ຫາ 50.000.000 ກີບ. ມາດຕາ 123 ການເປີດເຜີຍ ຄວາມລັບຂອງລັດ ຫລື ຄວາມລັບ ທາງລັດຖະການ: ບຸກຄົນໃດທີ່ມີ ໜ້າທີ່ຮັບຜິດຊອບໃນການເກັບ ມ້ຽນ, ຮັກສາ, ນຳໃຊ້ເອກະສານ ກ່ຽວກັບຄວາມລັບຂອງລັດ ຫາກ ໄດ້ເປີດເຜີຍຄວາມລັບ ຫລື ເຮັດ ໃຫ້ເສຍຄວາມລັບ ຫລື ເຮັດໃຫ້ ເອກະສານລັບດັ່ງກ່າວເສຍຫາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ສາມປີ ຫາ ຫ້າປີ ແລະ ຈະຖືກ ປັບໃໝແຕ່ 5.000.000 ກີບ ຫາ 50.000.000 ກີບ. ຖ້າແມ່ນຄວາມລັບທາງລັດຖະ ການກໍຈະຖືກລົງໂທດຕັດອິດສະລະ ພາບແຕ່ໜຶ່ງປີ ຫາ ສາມປີ ແລະ ຈະ ຖືກປັບໃໝ ແຕ່ 3.000.000 ກີບ ຫາ 20.000.000 ກີບ. ມາດຕາ 124 ການເຕົ້າໂຮມ ກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ: ບຸກຄົນໃດຫາກໄດ້ຈັດຕັ້ງ ຫລື ເຂົ້າຮ່ວມໃນການຈັດຕັ້ງເຕົ້າໂຮມ ກຸ່ມຄົນ ເພື່ອທຳການປະທ້ວງ, ເດີນຂະບວນ ແລະ ຮູບການອື່ນ ເພື່ອສ້າງຄວາມປັ່ນປ່ວນ ຊຶ່ງໄດ້ ກໍ່ຄວາມເສຍຫາຍແກ່ສັງຄົມຈະ ຖືກລົງໂທດຕັດອິດສະລະພາບແຕ່ ໜຶ່ງປີ ຫາ ຫ້າປີ ແລະ ຈະຖືກປັບ ໃໝ ແຕ່ 5.000.000 ກີບ ຫາ 50.000.000 ກີບ. ການກະກຽມໃຫ້ແກ່ການກະ ທຳຜິດ, ຄວາມພະຍາຍາມກໍ່ການ ກະທຳຜິດກໍຈະຖືກລົງໂທດ. ມາດຕາ 125 ການທຳລາຍ, ການເຄື່ອນຍ້າຍຫລັກໝາຍຊາຍ ແດນ: ບຸກຄົນໃດ ຫາກໄດ້ທຳລາຍ ຫລື ໄດ້ເຮັດໃຫ້ຫລັກໝາຍຊາຍແດນ ເປ່ເພໂດຍເຈດຕະນາ ຫລື ໄດ້ເຄື່ອນ ຍ້າຍຫລັກໝາຍຊາຍແດນໂດຍ ບໍ່ຖືກຕ້ອງຕາມກົດໝາຍຈະຖືກ ລົງໂທດຕັດອິດສະລະພາບແຕ່ຫົກ ເດືອນ ຫາ ສາມປີ ແລະ ຈະຖືກປັບ ໃໝແຕ່ 20.000.000 ກີບ ຫາ 100.000.000 ກີບ. ມາດຕາ 126 ການທຳລາຍ, ການໝິ່ນປະໝາດເຄື່ອງໝາຍຊາດ ຫລື ທຸງຊາດ: ບຸກຄົນໃດຫາກໄດ້ ທຳລາຍ, ໝິ່ນປະໝາດເຄື່ອງໝາຍ ຊາດ ຫລື ທຸງຊາດ ທີ່ເປັນການແຕະ ຕ້ອງເຖິງກຽດ ແລະ ສັກສີຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະຖືກລົງໂທດ ຕັດອິດສະລະພາບແຕ່ສາມເດືອນ ຫາ ສອງປີ ແລະ ຈະຖືກປັບ ໃໝ ແຕ່ 5.000.000 ກີບ ຫາ 20.000.000 ກີບ. ພໍ້ກັນໃໝ່ສະບັບໜ້າ
RkJQdWJsaXNoZXIy MTc3MTYxMQ==