7236

lk]t;a o vto5 ,a f.sh gvdt-q o lb dlk7;k,gxa owxwfh 37'dkox6 dw,h .sh \kd .oI6 [c[[2k,ma oltw\ ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 17.03.2026 ປີທີ 25 ສະບັບທີ 6.397ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j 8A '|h kxa [x5 ']t[q [veokf]a f .sh gxa oveokf0v'xt-k-q o 3fpxt-k-q o c]t grn j vzq oxt3spf0v'xt-k-q oK l6 ora fmtok{[= ]y dko fh kodtglfsh ;p-vo{sh ;p-Q ; dP,rh v,8h voIa [g9Q k-u ;y fwm ]a f4t[ko .sh xt8y [a f,kf8tdkol5 dglu o w]ptoE,a ocr' c]t vkf9t0kfc7o[k'w]pt ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ (ປະທານ) rt[kflq ,gfa frit;t-y itgdQ kg9Q k16 j sq ; c]t lq ,gfa frtok'g9Q k rit[= iq ,]k-y ou csj ']k-tvkok9a dwm gfu omk'g4y ' o; 7;k,f5 |a j o0tspa orPork7v[7q ;Ia j ',u zkl5 d F ອ່ານຕໍ່ໜ້າ 3່ າໍ່ ໜ້າ lts]5 [;Pd'ko75 h ,7v'wrry [a f F ອ່ານຕໍ່ໜ້າ 4່ າໍ່ ໜ້າ sk]n Ia [xtda odkolt|v'oE,a og-N vw2 rkp.oxtgmf rh v,gsa ofu xa [x5 '37'lh k']k7k F ອ່ານຕໍ່ໜ້າ 2່ າໍ່ ໜ້າ ທ່ານ ມະໄລທອງ ກົມມະສິດ 7totl6 odk'ltstra oc,j py ']k; 1h P,1k, c]t ,v[g7nj v'.sh mtsko-kpcfo muj c0;'9exkla d F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈັດກອງປະ ຊຸມປຶກສາຫາລື ກ່ຽວກັບການຜັນ ຂະຫຍາຍຄຳສັ່ງເລກທີ 40/ນຍ ລົງ ຂປລ. ໃນວັນທີ15ມີນາ 2026 ຜ່ານມານີ້, ທ່ານ ລິນຄໍາ ດວງສະ ຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ພ້ອມ ຄະນະ ໄດ້ລົງຕິດຕາມການກະກຽມ ຄວາມພ້ອມ ຂອງສູນພັດທະນາ ແລະ ບໍລິການດ້ານກະເສດ ຫ້ວຍ ຊອນ-ຫ້ວຍຊົ້ວ ເພື່ອກຽມຕ້ອນຮັບ ເຈົ້າຊີວິດລາຊະການທີ 10 ພ້ອມ ດ້ວຍພະລາຊິນີ ແຫ່ງ ລາຊະອານາ ຈັກໄທ ຊຶ່ງຈະເດີນທາງມາຢ້ຽມ ຢາມທາງລັດຖະກິດ ຢູ່ ສປປ ລາວ ໃນລະຫວ່າງວັນທີ 16-18 ມີນາ 2026. ຂປລ. ກອງປະຊຸມສະຫລຸບ ວຽກງານຄຸ້ມຄອງໄພພິບັດ 5 ປີ (2021-2025), ວາງທິດທາງ ແຜນການ (2026-2030) ແລະ ສະຫລຸບປະຈຳປີ 2025, ທິດທາງ ແຜນການປີ 2026 ຈັດຂຶ້ນໃນ ວັນທີ 16 ມີນາ 2026 ໂດຍການ ເປັນປະທານຂອງ ທ່ານ ພົນເອກ ຂປລ. ເພື່ອແກ້ໄຂບັນຫາໃນໄລ ຍະສະພາບເຄັ່ງຮ້ອນ ໃນພາກພື້ນ ຕາເວັນອອກກາງ ທີ່ສົ່ງຜົນກະທົບ ໂດຍກົງຕໍ່ຕ່ອງໂສ້ການສະໜອງ ນໍ້າມັນເຊື້ອໄຟ, ຕໍ່ເສດຖະກິດພາກ ພື້ນ, ສາກົນ ລວມເຖິງ ສປປ ລາວ ຢ່າງຫລີກລ່ຽງບໍ່ໄດ້ ໂດຍສະເພາະ ລາຄານໍ້າມັນເຊື້ອໄຟທີ່ເພີ່ມສູງຂຶ້ນ ແລະ ອາດຈະຂາດແຄນໃນບາງ ໄລຍະ ສົ່ງຜົນກະທົບຕໍ່ຊີວິດການ ເປັນຢູ່ຂອງປະຊາຊົນລາວ ໃນຂອບ ເຂດທົ່ວປະເທດ. ສະນັ້ນ, ເພື່ອແກ້ ໄຂບັນຫາສະເພາະໜ້າ ນາຍົກລັດ ຖະມົນຕີ ໄດ້ອອກຄໍາສັ່ງ ໃຫ້ບັນດາ ກະຊວງ, ອົງການທຽບເທົ່າ ເພີ່ມ ທະວີຄວາມເປັນເຈົ້າການ ໃນການ ຈັດຕັ້ງປະຕິບັດບັນດາມາດຕະການ ສຸກເສີນ ແລະ ສະເພາະໜ້າຂອງ ຂປລ. ໃນຕອນແລງວັນທີ 16 ມີນາ 2026 ນີ້, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມ ລາຊິນີ ແຫ່ງລາຊະອານາຈັກໄທ ພ້ອມດ້ວຍຄະນະໄດ້ເດີນທາງມາ ເຖິງສະໜາມບິນສາກົນວັດໄຕ, ນະຄອນຫລວງວຽງຈັນ ເພື່ອດໍາ ເນີນການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ແຕ່ວັນທີ 16-18 ມີນາ ຂປລ. ແຫລ່ງຂ່າວຈາກ ແຂວງ ສາລະວັນ ໃຫ້ຮູ້ວ່າ: ພິທີເຊັນສັນຍາ ອະນຸມັດໃຫ້ບໍລິສັດ ຢູຟີລລິບ ຈຳ ກັດ (U Feel Leaf Co. Ltd) ສຶກສາຄວາມເປັນໄປໄດ້ໂຄງການ ປູກຕົ້ນໄມ້ໃຫ້ໝາກ ຢູ່ເຂດບ້ານນາ ດອນບົງ, ນາຫີນໂລງ ເມືອງສາລະ ວັນ ແລະ ບ້ານນາຮ່ອງຂາມ, ນາ ຊັນ, ບ້ານແກ້ງນ້ອຍ ເມືອງວາປີ ແຂວງສາລະວັນ ເມື່ອບໍ່ດົນມານີ້ ຕາງໜ້າຝ່າຍອົງການປົກຄອງ ແຂວງເຊັນໂດຍທ່ານສີວັນພະກອນ ວົງບຸນທັນ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ທ່ານ ຂປລ. ຄະນະສູນກາງສະຫະພັນ ແມ່ຍິງລາວ ເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງໃຫ້ບັນດາກົມກອງ 2026. ພິທີຕ້ອນຮັບຢູ່ສະໜາມບິນ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມ ກຽດໂດຍການອອກຕ້ອນຮັບຂອງ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະບານ ເປັນຕົ້ນ ໃຫ້ດໍາເນີນ ມາດຕະການປະຢັດ, ຫລຸດຜ່ອນ ການຈັດກອງປະຊຸມ ທີ່ໄດ້ເດີນທາງ ໄປທ້ອງຖິ່ນ, ຫັນມາປະຊຸມແບບ ທາງໄກຫລາຍຂຶ້ນ; ໃຫ້ສັບປ່ຽນ ໝູນວຽນກັນມາປະຈຳການ ສໍາລັບ ພະນັກງານທົ່ວໄປ ຕາມເງື່ອນໄຂ ຂອງກົມກອງ ເພື່ອຫລຸດຜ່ອນ ພາລະການນໍາໃຊ້ນໍ້າມັນ ຂອງພະ ນັກງານ-ລັດຖະກອນ ໂດຍກໍານົດ ໜ້າວຽກ ແລະ ຕົວຊີ້ວັດຕໍ່ຜົນສໍາ ເລັດຂອງການເຮັດວຽກທາງໄກ, ພ້ອມທັງຕິດຕາມກວດກາຢ່າງເປັນ ປົກກະຕິ. ຈັນສະໝອນ ຈັນຍາລາດ ຮອງ ນາຍົກລັດຖະມົນຕີ, ປະທານຄະນະ ກຳມະການຄຸ້ມຄອງໄພພິບັດຂັ້ນ ໂອກາດນີ້, ທ່ານ ດວງຕາວັນ ສີ ສົມບັດ ຫົວໜ້າສູນພັດທະນາ ແລະ ບໍລິການດ້ານກະເສດ ຫ້ວຍຊອນຫ້ວຍຊົ້ວ ໄດ້ລາຍງານສະພາບການ ກະກຽມຄວາມພ້ອມໂດຍສະເພາະ ແມ່ນ ພິທີການຕ້ອນຮັບ, ຮູບແບບ ວິທີການຈັດງານ, ຮູບແບບຂອງ ຈັດສະຖານທີ່, ເນື້ອໃນເອກະສານ ທີ່ກ່ຽວຂ້ອງເພື່ອລາຍງານ, ການ ຈັດຫ້ອງວາງສະແດງພາຍໃນງານ ແລະ ການອໍານວຍຄວາມສະດວກ ໃນດ້ານຕ່າງໆ ໂດຍລວມແລ້ວ ເຫັນໄດ້ວ່າມີຄວາມພ້ອມ. ວັນທີ 13 ມີນາ 2026 ຮ່ວມກັບ ກະຊວງການເງິນ ທະນາຄານ ແຫ່ງ ສປປ ລາວ ຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ສະພາແຫ່ງ ຊາດ ແລະ ພາກທຸລະກິດ (ສະມາ ຄົມນ້ຳມັນ ແລະ ອາຍແກັສ ແລະ ຜູ້ ປະກອບການ) ໃນວັນທີ 16 ມີນາ 2026 ໂດຍການເປັນປະທານ ຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ. ຈຸດປະສົງ ເພື່ອປຶກສາຫາລື ຮັບ ຄຳສະເໜີ ແລະ ຄົ້ນຄວ້າປັບປຸງ ນະໂຍບາຍ ແລະ ມາດຕະການ ໃຫ້ ນາງ ວິໄລພອນ ດ້ວງປັນຍາ ຮອງ ຫົວໜ້າຫ້ອງການຄະນະກຳມະ ການສົ່ງເສີມ ແລະ ຄຸ້ມຄອງການ ລົງທຶນແຂວງ, ທ່ານ ວິລະພອນ ແກ້ວດາລາ ຮອງປະທານຄະນະ ກຳມະການປົກຄອງເມືອງສາລະ ວັນ ແລະ ທ່ານ ທິນນະກອນ ແສງ ອຸໄທ ປະທານຄະນະກຳມະການ ປົກຄອງເມືອງວາປີ ແລະ ທ່ານ ນາງ ຢູ ຮ່ອນ ສຸກ ຕາງໜ້າໃຫ້ ບໍລິສັດ ຢູຟີລລິບ ຈຳກັດ, ມີທ່ານ ດາວວົງ ພອນແກ້ວ ເລຂາຄະນະບໍລິ ຫານງານພັກແຂວງສາລະວັນ, ທີ່ປະຕິບັດໜ້າທີ່ຢູ່ຊາຍແດນເມືອງ ມຸນລະປາໂມກ ເຂດ 3 ຫລ່ຽມ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ

@ 0j k; c]t gsfdko j 17/03/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ພະບາດສົມເດັດ...ົັ ລັດຖະບານ...ັ ຫາລື...ື ຮອງນາຍົກລັດຖະມົນຕີພ້ອມດ້ວຍ ພັນລະຍາ ແລະ ຄະນະຜູ້ແທນຂັ້ນ ສູງຂອງ ສປປ ລາວ, ລວມທັງ ພາກສ່ວນທີ່ກ່ຽວຂ້ອງຂອງຝ່າຍ ລາວ ແລະ ຝ່າຍໄທ. ການຢ້ຽມຢາມລັດຖະກິດຢູ່ ສປປ ລາວ ໃນຄັ້ງນີ້, ແມ່ນຕອບ ສະໜອງຕາມຄໍາເຊື້ອເຊີນຂອງ ທ່ານ ທອງລຸນ ສີສຸລິດ ປະທານ ປະເທດແຫ່ງ ສປປ ລາວ ເພື່ອສືບ ຕໍ່ເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ຮັດແໜ້ນການພົວພັນ ຮ່ວມມືທີ່ມີມູນເຊື້ອອັນດີງາມ ຖານ ບ້ານໃກ້ເຮືອນຄຽງທີ່ດີ ກໍຄື ການ ເປັນຄູ່ຮ່ວມຍຸດທະສາດ ເພື່ອການ ຈະເລີນເຕີບໂຕ ແລະ ການພັດທະ ນາແບບຍືນຍົງລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ ໃຫ້ ນັບມື້ນັບແຕກດອກອອກຜົນຍິ່ງໆ ຂຶ້ນ. ການເຄື່ອນໄຫວສຳຄັນຂອງ ພະບາດສົມເດັດ ພຣະວະຊິຣະເກົ້າ ເຈົ້າຢູ່ຫົວ ແລະ ສົມເດັດພະນາງ ເຈົ້າ ພຣະບໍຣົມຣາຊິນີ ແຫ່ງລາຊະ ອານາຈັກໄທຄັ້ງນີ້ ນອກຈາກການ ພົບປະກັບການນຳຂັ້ນສູງຂອງ ສປປ ລາວ ແລ້ວ, ຍັງຈະສະເດັດ ຢ້ຽມຢາມສູນພັດທະນາ ແລະ ບໍລິ ການດ້ານກະສິກໍາຫ້ວຍຊອນ-ຫ້ວຍ ຊົ້ວ, ຢ້ຽມຊົມຕໍານັກຜ້າໄໝລາວ ບູຮານ ແລະ ພິພິທະພັນພະທາດ ຫລວງວຽງຈັນ ອີກດ້ວຍ. ພາບ: ເກດສະໜາ ສະຫລຸບວຽກງານ...ຸ ພ້ອມນີ້, ໃຫ້ກະຊວງອຸດສາຫະ ກຳ ແລະ ການຄ້າ ເປັນເຈົ້າການສົມ ທົບກັບຂະແໜງການກ່ຽວຂ້ອງຂັ້ນ ສູນກາງ, ຄະນະກຳມະການປົກ ຄອງທ້ອງຖິ່ນ ແລະ ພາກສ່ວນ ຕ່າງໆ ກວດກາຄືນບັນດາບໍລິສັດ ນໍາເຂົ້ານໍ້າມັນເຊື້ອໄຟ, ປໍ້າຈໍາໜ່າຍ ນໍ້າມັນເຊື້ອໄຟ ຖ້າມີປະກົດການລະ ເມີດ ຫລື ດໍາເນີນການບໍ່ສອດຄ່ອງ ແມ່ນໃຫ້ນໍາໃຊ້ມາດຕະການເດັດ ຂາດ ກ້າວໄປເຖິງການດັດສົມໃຫ້ ສອດຄ່ອງກັບດຳລັດວ່າດ້ວຍທຸລະ ກິດນໍ້າມັນເຊື້ອໄຟ; ສົມທົບກັບກະ ຊວງໂຍທາທິການແລະການຂົນສົ່ງ ກຳນົດໂຄງປະກອບລາຄາຄ່າຂົນ ສົ່ງ ສຳລັບຂະແໜງບໍລິການບຸລິມະ ສິດ ເພື່ອຄວບຄຸມລາຄາຄ່າບໍລິການ ຂົນສົ່ງ ແລະ ໃຫ້ຄົ້ນຄວ້າມາດຕະ ການສົ່ງເສີມບັນດາບໍລິສັດ ໃຫ້ນໍາ ໃຊ້ລົດຂົນສົ່ງໄຟຟ້າໃຫ້ກວມ 10% ຂຶ້ນໄປ ຂອງພາຫະນະຂົນສົ່ງ ທັງ ໝົດໃນປີ 2026, ໃຫ້ບັນດາບໍລິ ສັດກ່ຽວຂ້ອງ ມີແຜນການກະກຽມ ແລະ ເລີ່ມຈັດຕັ້ງປະຕິບັດ; ໃຫ້ເອົາ ໃຈໃສ່ຕິດຕາມກວດກາຢ່າງໃກ້ຊິດ ເປົ້າໝາຍທີ່ສວຍໂອກາດຂຶ້ນລາຄາ ສິນຄ້າເກີນເຫດ ທີ່ຈະພາໃຫ້ເກີດ ບັນຫາເງິນເຟີ້ສູງຕາມມາ, ພ້ອມທັງ ເອົາໃຈໃສ່ດັດສົມຫົວໜ່ວຍນໍາເຂົ້າ ສິນຄ້າໃຫ້ເປັນຮູບປະທຳ; ຄຸ້ມຄອງ ລາຄາສິນຄ້າກະສິກຳເປັນຕົ້ນ ລາ ຄາ ເຂົ້າ, ຊີ້ນ, ໄຂ່, ປາ ແລະ ພືດຜັກ ຕ່າງໆໃຫ້ຢູ່ໃນສະພາບປົກກະຕິ, ບໍ່ ໃຫ້ເໜັງຕີງຫລາຍ, ພ້ອມທັງສືບຕໍ່ ປຸກລະດົມໃຫ້ມີການຜະລິດ ແລະ ການຊື້-ການຂາຍ ຢູ່ພາຍໃນປະ ເທດໃຫ້ຫລາຍຂຶ້ນ ເພື່ອເປັນການ ສົ່ງເສີມຜະລິດຕະພັນພາຍໃນໃຫ້ ແຂງແຮງ. ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າການສົມທົບກັບ ຂະແໜງການກ່ຽວຂ້ອງຂັ້ນສູນ ກາງ, ຄະນະກຳມະການປົກຄອງ ທ້ອງຖິ່ນ ແລະ ພາກສ່ວນຕ່າງໆ ສົມທົບກັບອົງການປົກຄອງນະ ຄອນຫລວງວຽງຈັນ ຄົ້ນຄວ້າ ເຊື່ອມຕໍ່ໂຄງການລົດ BRT ໃຫ້ ເຂົ້າເຖິງສະຖານີລົດໄຟ ແລະ ສະ ໜາມບິນ ໂດຍກຳນົດຈຸດດັ່ງກ່າວ ເປັນບ່ອນຂຶ້ນ-ລົງລົດ ເພື່ອຫລຸດ ຜ່ອນການແອອັດຂອງລົດ ໄປຮັບໄປສົ່ງຜູ້ໂດຍສານ, ໃຫ້ລົດນໍາໃຊ້ ໂດຍສານສາທາລະນະ ໂດຍສະ ເພາະແມ່ນລົດຂົນສົ່ງ BRT ໃຫ້ ຫລາຍຂຶ້ນ, ສະຖານທີ່ຈອດລົດທີ່ ແອອັດ ແມ່ນໃຫ້ສິດລົດໄຟຟ້າ ໃນ ການຈອດກ່ອນລົດທີ່ນໍາໃຊ້ນໍ້າມັນ ເຊື້ອໄຟ; ໃຫ້ຄົ້ນຄວ້າ, ປັບປຸງ, ຄ່າ ທໍານຽມ ແລະ ຄ່າບໍລິການ ຕາມ ລັດຖະບັນຍັດ ສະບັບເລກທີ 002/ ປປທ ທີ່ຕິດພັນກັບຂະບວນການ ຂຶ້ນທະບຽນ ແລະ ຂົນສົ່ງທາງບົກ, ໃຫ້ຫລຸດຄ່າທໍານຽມ ແລະ ຄ່າບໍລິ ການຂອງຍານພາຫະນະໄຟຟ້າລົງ 30% ໂດຍເພີ່ມ 30% ຂອງຄ່າທໍາ ນຽມແລະຄ່າບໍລິການດັ່ງກ່າວ, ກັບ ຍານພາຫະນະທີ່ນໍາໃຊ້ນໍ້າມັນເຊື້ອ ໄຟ. ນອກຈາກນັ້ນ, ໃຫ້ຄົ້ນຄວ້ານະ ໂຍບາຍຄ່າບໍລິການຈອດລົດຕາມ ແຄມທາງ ແລະ ນອກເສັ້ນທາງ ສໍາ ລັບຍານພາຫະນະໄຟຟ້າຢ່າງເໝາະ ສົມ; ໃຫ້ສົມທົບກັບຄະນະກຳມະ ການປົກຄອງນະຄອນຫລວງວຽງ ຈັນ, ບັນດາແຂວງ ຂຶ້ນແຜນຄວາມ ຕ້ອງການນໍາໃຊ້ນໍ້າມັນເຊື້ອໄຟ ຂອງບັນດາບໍລິສັດ ກໍ່ສ້າງພື້ນຖານ ໂຄງລ່າງ ໃຫ້ຮູ້ຈໍານວນ ແລະ ປະ ເພດນໍ້າມັນເຊື້ອໄຟລະອຽດ ເພື່ອຄົ້ນ ຄວ້າດຸ່ນດ່ຽງ ໃຫ້ໂຄງການໄດ້ຮັບ ການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ. ໃຫ້ກະຊວງການເງິນ ເປັນເຈົ້າ ການສົມທົບກັບຂະແໜງການກ່ຽວ ຂ້ອງຂັ້ນສູນກາງ, ຄະນະກຳມະ ການປົກຄອງທ້ອງຖິ່ນ ແລະ ພາກ ສ່ວນຕ່າງໆ ຄົ້ນຄວ້າປັບປຸງອັດຕາ ອາກອນຊົມໃຊ້ (ອກຊ) ສໍາລັບ ພາຫະນະ ທີ່ນໍາໃຊ້ນໍ້າມັນເຊື້ອໄຟ ໂດຍປັບປຸງເພີ່ມອັດຕາອາກອນຊົມ ໃຊ້ ຂຶ້ນຕາມຄວາມເໝາະສົມ ຂອງ ທຸກປະເພດພາຫະນະທີ່ນໍາໃຊ້ນໍາ ມັນເຊື້ອໄຟ ເພື່ອຊຸກຍູ້ໃຫ້ປະຊາຊົນ ຫັນມານໍາໃຊ້ລົດໄຟຟ້າ; ສົມທົບ ກັບພາກສ່ວນກ່ຽວຂ້ອງ ເພື່ອຫັນ ປ່ຽນການນໍາໃຊ້ລົດບໍລິຫານລັດ ທີ່ນໍາໃຊ້ນໍ້າມັນເຊື້ອໄຟ ມາເປັນລົດ ທີ່ນໍາໃຊ້ພະລັງງານໄຟຟ້າ ຫລື ພະ ລັງງານທົດແທນ, ພ້ອມທັງຈຳກັດ ການຊື້ພາຫະນະທີ່ນໍາໃຊ້ນໍ້າມັນ ເຊື້ອໄຟ ທີ່ບໍ່ຈໍາເປັນມາຮັບໃຊ້ວຽກ ບໍລິຫານ ເພື່ອເປັນແບບຢ່າງ ແລະ ຫລຸດຜ່ອນງົບປະມານເບີກຈ່າຍຄ່າ ນໍ້າມັນເຊື້ອໄຟໃນໄລຍະຍາວ. ໃຫ້ກະຊວງກະສິກຳ ແລະ ສິ່ງ ແວດລ້ອມ ເປັນເຈົ້າການສົມທົບກັບ ຂະແໜງການກ່ຽວຂ້ອງສົ່ງເສີມ ຊາວກະສິກອນ ແລະ ວິສາຫະກິດ ຫັນມາໃຊ້ພະລັງງານທົດແທນ ເຊັ່ນ: ພະລັງງານແສງຕາເວັນ, ພະ ລັງງານລົມ, ພະລັງງານຊີວະພາບ ແລະ ຮີບຮ້ອນປັບປຸງຂະຫຍາຍ ລະບົບຊົນລະປະທານນໍ້າໄຫລເອງ ໃຫ້ມີປະສິດທິພາບ ເພື່ອຫລຸດຜ່ອນ ການໃຊ້ນໍ້າມັນເຊື້ອໄຟໃນການ ສູບນໍ້າ; ໃຫ້ສົມທົບກັບທະນາຄານ ແຫ່ງ ສປປ ລາວ, ຄົ້ນຄວ້າມາດຕະ ການສະໜັບສະໜູນດ້ານການເງິນ ໃຫ້ສິນເຊື່ອດອກເບ້ຍຕໍ່າ ແກ່ຊາວ ກະສິກອນ ເພື່ອຊື້ປັດໄຈການຜະລິດ ແລະ ຫລຸດຜ່ອນຜົນກະທົບຈາກ ລາຄານໍ້າມັນເຊື້ອໄຟ ທີ່ເພີ່ມຂຶ້ນ. ຄົ້ນຄວ້າສ້າງຄັງສໍາຮອງສະບຽງ ອາຫານ ເພື່ອຮັບປະກັນຄວາມໝັ້ນ ຄົງດ້ານສະບຽງອາຫານ ໃນກໍລະນີ ທີ່ລາຄານໍ້າມັນເຊື້ອໄຟເພີ່ມຂຶ້ນ ສົ່ງ ຜົນກະທົບຕໍ່ການຜະລິດ; ຄົ້ນຄວ້າ ນະໂຍບາຍການຫລຸດຜ່ອນພາສີ ຫລື ຍົກເວັ້ນພາສີນໍາເຂົ້າ ວັດຖຸດິບ ທີ່ນໍາມາຜະລິດ ຝຸ່ນ, ປຸ໋ຍ ແລະ ຫົວ ອາຫານສັດ ຊຶ່ງເປັນປັດໄຈການ ຜະລິດທີ່ສໍາຄັນ ເພື່ອນໍາມາຊຸກຍູ້ ສົ່ງເສີມການຜະລິດຢູ່ພາຍໃນ. ໃຫ້ທະນາຄານ ແຫ່ງ ສປປ ລາວ ເປັນເຈົ້າການສົມທົບກັບຂະ ແໜງການກ່ຽວຂ້ອງ ປະສານສົມ ທົບຢ່າງໃກ້ຊິດກັບບັນດາທະນາ ຄານທຸລະກິດ ສ້າງກົນໄກຈັດສັນ ແລະ ກະກຽມເງິນຕາຕ່າງປະເທດ ໃຫ້ແກ່ບໍລິສັດຜູ້ນໍາເຂົ້ານໍ້າມັນເຊື້ອ ໄຟ ທີ່ມີຕົວຕົນແທ້ ໃຫ້ພຽງພໍ ແລະ ທັນສະພາບ. ຢ່າງໃດກໍຕາມ, ໃຫ້ຖືວິກິດໃຫ້ ເປັນໂອກາດ ໃນການສ້າງເສດຖະ ກິດເອກະລາດ ເປັນເຈົ້າຕົນເອງ, ເຊີດຊູຈິດໃຈຮັກຊາດ, ເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕິດພັນກັບການສ້າງພື້ນຖານ ເສດຖະກິດເຊື່ອມໂຍງກັບເພື່ອນ ມິດ, ພາກພື້ນ ແລະ ສາກົນໃນການ ປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ. ຂ່າວ: ທະນູທອງ ສອດຄ່ອງກັບສະພາບຄວາມເປັນ ຈິງ ເປັນຕົ້ນ ການຮັບປະກັນການ ສະໜອງນໍ້າມັນເຊື້ອໄຟພາຍໃນປະ ເທດ ບັນດາບໍລິສັດຜູ້ນໍາເຂົ້າ ແລະ ຈໍາໜ່າຍຕ່າງກໍຢືນຢັນວ່າ ຈະສືບຕໍ່ ສະໜອງນໍ້າມັນໃຫ້ແກ່ສັງຄົມຢ່າງ ສຸດຄວາມສາມາດ ເພື່ອບໍ່ໃຫ້ສັງຄົມ ແຕກຕື່ນ. ສໍາລັບກະຊວງ ອຸດສາ ຫະກໍາ ແລະ ການຄ້າ ກໍຈະດໍາເນີນ ການກວດກາຄືນສາງເກັບນໍ້າມັນ ສໍາຮອງເພື່ອຈັດສັນແລະແຈກຈ່າຍ ໃຫ້ທົ່ວເຖິງ ໂດຍສະເພາະໃນເຂດ ຫ່າງໄກສອກຫລີກ ເພື່ອບໍ່ໃຫ້ເກີດ ສະພາບວິກິດການຂາດແຄນ, ສ່ວນ ດ້ານນະໂຍບາຍລາຄາ ແລະ ພາສີ ໃນທີ່ປະຊຸມເຫັນດີເປັນເອກະພາບ ໃນການປັບປຸງໂຄງສ້າງລາຄາ ໂດຍການຫລຸດອັດຕາພາສີນໍ້າມັນ ແອັດຊັງ (95) ລົງມາເທົ່າກັບ ອັດຕາແອັດຊັງ (91) ເພື່ອຫລຸດ ຜ່ອນຕົ້ນທຶນການນໍາເຂົ້າ ແລະ ຫລຸດຜ່ອນພາລະລາຄາຂາຍຍ່ອຍ. ກະຊວງອຸດສະຫະກໍາແລະການ ຄ້າ ແລະ ກະຊວງການເງິນຈະຮ່ວມ ກັນອອກແຈ້ງການລາຄາໃໝ່ໃຫ້ທັນ ກັບສະພາບການຕິດພັນກັບການນຳ ໃຊ້ເງິນກອງທຶນອຸດໜູນ ໄດ້ກໍານົດ ກົນໄກການນຳໃຊ້ເງິນກອງທຶນ (300-600 ຕື້ກີບ) ເພື່ອເຂົ້າມາ ແຊກແຊງລາຄາ ໃນໄລຍະທີ່ຕະ ຫລາດໂລກມີຄວາມຜັນຜວນແຮງ ໂດຍຈະເນັ້ນໃສ່ການອຸດໜູນໃຫ້ຖືກ ຈຸດ ເພື່ອຮັກສາສະຖຽນລະພາບລາ ຄາຂາຍຍ່ອຍ ບໍ່ໃຫ້ມີການປັບຂຶ້ນ ແບບກະໂດດຂັ້ນ. ຂ່າວ-ພາບ: ລຸ້ງຟ້າ ສູນກາງ, ມີຄະນະກໍາມະການຄຸ້ມ ຄອງໄພພິບັດທັງຂັ້ນສູນກາງ ແລະ ຂັ້ນແຂວງ ເຂົ້າຮ່ວມ. ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ກອງປະ ຊຸມຄັ້ງນີ້, ມີຄວາມສໍາຄັນຕໍ່ຄະນະ ກໍາມະການຄຸ້ມຄອງໄພພິບັດຂັ້ນສູນ ກາງ ແລະ ຂັ້ນແຂວງ ເພື່ອປຶກສາ ຫາລືແລກປ່ຽນ, ຖອດຖອນບົດ ຮຽນໃນການຈັດຕັ້ງປະຕິບັດວຽກ ງານການຄຸ້ມຄອງໄພພິບັດ, ເອກະ ພາບຕໍ່ທິດທາງແຜນການ 5 ປີຕໍ່ ໜ້າ, ວາງແຜນການກຽມພ້ອມຮັບ ມືກັບໄພພິບັດທີ່ອາດເກີດຂຶ້ນໃນປີ 2026. ໃນໄລຍະ 5 ປີຜ່ານມາ, ມີ ເຫດການໄພພິບັດເກີດຂຶ້ນ ຢູ່ບັນດາ ແຂວງໃນຂອບເຂດ ຊຶ່ງໄພພິບັດດັ່ງ ກ່າວ, ແມ່ນຜົນກະທົບຈາກສະພາບ ລົມພະຍຸ, ນໍ້າຖ້ວມ, ດິນເຈື່ອນ, ນໍາ ຖ້ວມຊຸ ແລະ ນໍ້າຖ້ວມຂັງ ເກີດຂຶ້ນ ທັງໝົດ 376 ຄັ້ງ, ສົ່ງຜົນກະທົບ ໂດຍກົງຕໍ່ປະຊາຊົນ 1 ລ້ານກວ່າ ຄົນ, ເສຍຊີວິດ 111 ຄົນ, ສູນຫາຍ 5 ຄົນ, ສ້າງຄວາມເສຍຫາຍຕໍ່ສັງ ຄົມ,ກະສິກຳ,ພື້ນຖານໂຄງລ່າງຄິດ ເປັນມູນຄ່າເສຍຫາຍຫລາຍກວ່າ 12.577 ຕື້ກວ່າກີບ ຕາມການເກັບ ກຳຂໍ້ມູນຂອງກອງເລຂາ ແລະລາຍ ງານຂອງບັນດາແຂວງ ເຫັນໄດ້ວ່າ ສະພາບໄພພິບັດນັບມື້ມີຄວາມຮຸນ ແຮງຂຶ້ນ ໂດຍສະເພາະຢູ່ທາງພາກ ເໜືອ ໄລຍະຜ່ານມາບໍ່ເຄີຍມີນໍ້າ ຖ້ວມຂັງ, ແຕ່ໃນປີ 2024 ແລະ 2025 ແຂວງຫົວພັນ, ຫລວງນໍ້າ ທາ, ໄຊຍະບູລີ, ຫລວງພະບາງແລະ ແຂວງອື່ນໆ ໄດ້ເກີດປະກົດການດັ່ງ ກ່າວ ໂດຍໄດ້ສ້າງຄວາມເສຍຫາຍ ເປັນຈຳນວນຫລາຍ. ໃນໂອກາດນີ້, ທ່ານ ວົງຄຳ ພັນທະນຸວົງ ຫົວໜ້າກົມສັງຄົມ ສົງເຄາະ, ທັງເປັນຫົວໜ້າກອງ ເລຂາ ຄະນະກຳມະການຄຸ້ມຄອງ ໄພພິບັດຂັ້ນສູງກາງ (ຄພສ) ໄດ້ ກ່າວວ່າ: ຊຸມປີຜ່ານມາ, ສປປ ລາວ ໄດ້ຮັບຜົນກະທົບຈາກໄພພິບັດ ທີ່ ເກີດຈາກການປ່ຽນແປງຂອງສະ ພາບອາກາດທາງທຳມະຊາດ, ສົມທົບກັບກິດຈະກຳການເຄື່ອນ ໄຫວ ດຳລົງຊີວິດຂອງສັງຄົມມະ ມໍລະກົດ ແຂວງຈຳປາສັກ ໃນ ວັນທີ 15 ມີນາ 2026, ຊຶ່ງນຳພາ ໂດຍ ທ່ານ ນາງ ອາລີ ວົງໜໍ່ບຸນ ທໍາ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ (ສສຍລ) ພ້ອມດ້ວຍຜູ້ຕາງໜ້າ ຈາກສູນກາງຊາວໜຸ່ມປະຊາຊົນປະ ຕິວັດລາວ, ສູນກາງສະຫະພັນກຳ ມະບານລາວ,ສະຫະພັນແມ່ຍິງກອງ ທັບ, ສະຫະພັນແມ່ຍິງແຂວງຈຳປາ ສັກ, ສະມາຄົມນັກທຸລະກິດໜຸ່ມ, ສະມາຄົມຄຸນຄ່າລາວ ແລະ ສະມາ ຄົມນັກທຸລະກິດຍິງ ເຂົ້າຮ່ວມ. ສໍາລັບເຄື່ອງທີ່ນຳມາມອບໃນ ຄັ້ງນີ້ ປະກອບມີ: ເຄື່ອງອຸປະໂພກບໍລິໂພກ ແລະ ເງິນສົດຈຳນວນໜຶ່ງ ລວມມູນຄ່າ 311 ກວ່າລ້ານກີບ ທີ່ມາຈາກ ນໍ້າຈິດ, ນໍ້າໃຈ ແລະ ຄວາມຄິດຮອດຄິດເຖິງມາສູ່ ອ້າຍ ນ້ອງທະຫານ ກໍາລັງປ້ອງກັນຊາດ ທີ່ປະຕິບັດໜ້າທີ່ຢູ່ເຂດຊາຍແດນ ຊຶ່ງເປັນການປະກອບສ່ວນຈາກ ພະນັກງານຂອງສູນກາງສະຫະພັນ ແມ່ຍິງລາວ, ສະຫະພັນແມ່ຍິງ ຫລາຍພາກສ່ວນ ແລະ ສະມາຄົມ ນັກທຸລະກິດໜຸ່ມ, ສະມາຄົມນັກ ທຸລະກິດແມ່ຍິງລາວ ແລະ ບໍລິສັດ ເອອີຊີ ການຄ້າ ຈຳກັດຜູ້ດຽວ. ໃນພິທີ, ທ່ານ ພັນໂທ ບຸນມີ ແກ້ວລຽງສາ ເລຂາຄະພັກຮາກ ຖານຫົວໜ້າການທະຫານກອງ ພັນ 28 ໄດ້ລາຍງານສະພາບລວມ ໂດຍຫຍໍ້ ແລະ ຈຸດພິເສດທີ່ຕັ້ງຂອງ ກົມກອງ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການປະຕິບັດໜ້າທີ່ວຽກງານ ປ້ອງຊາດ. ໃນໂອກາດນີ້, ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍ ນາຍ ແລະ ພົນທະຫານ ທີ່ປະຈໍາການຢູ່ກອງ ພັນ 28 ພ້ອມທັງຮຽກຮ້ອງໃຫ້ພ້ອມ ກັນສືບຕໍ່ອອກແຮງເສີມຂະຫຍາຍ ນຸດ ພາໃຫ້ໄພພິບັດເກີດຂຶ້ນເລື້ອຍໆ ເຮັດໃຫ້ໄດ້ຮັບຜົນກະທົບ ແລະ ເສຍ ຫາຍເປັນວົງກວ້າງ, ກະທົບໂດຍ ກົງຕໍ່ເສດຖະກິດ-ສັງຄົມ ຂອງປະ ເທດ, ພື້ນຖານໂຄງລ່າງ, ການບໍລິ ການສາທາລະນະສຸກ, ລວມເຖິງ ໂຄງສ້າງດ້ານການດຳລົງຊີວິດ ຂອງຊຸມຊົນ ແລະ ອື່ນໆ. ໄພພິບັດ ທີ່ເກີດຂຶ້ນໃນແຕ່ລະປີແມ່ນເກີດ ຈາກໄພນໍ້າຖ້ວມ, ດິນເຈື່ອນ, ແຜ່ນ ດິນໄຫວ, ພະຍາດລະບາດຄົນ ແລະ ພະຍາດລະບາດສັດ, ໄພແຫ້ງແລ້ງ, ໄໝ້ເຮືອນ, ໄໝ້ອາຄານ ແລະ ອື່ນໆ. ຕໍ່ກັບສະພາບດັ່ງກ່າວ, ຄະນະກຳ ມະການຄຸ້ມຄອງໄພພິບັດຂັ້ນສູນ ກາງ ແລະ ທ້ອງຖິ່ນ ໄດ້ເອົາໃຈໃສ່ ນຳພາ-ຊີ້ນຳ, ຕິດຕາມຊຸກຍູ້ການ ຄວບຄຸມ, ແກ້ໄຂສຸກເສີນ, ຊ່ວຍ ເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໄພພິບັດຢູ່ບັນດາແຂວງ ໃຫ້ ສາມາດກັບສູ່ສະພາບປົກກະຕິໄດ້ ຢ່າງວ່ອງໄວ, ໄດ້ຮີບຮ້ອນຟື້ນຟູ ສຸກເສີນຮີບດ່ວນດ້ານພື້ນຖານໂຄງ ລ່າງ, ດ້ານການຜະລິດກະສິກຳ ແລະ ສະເໜີລັດຖະບານອະນຸມັດ ແກ້ໄຂໂຄງການຟື້ນຟູສຸກເສີນ ແລະ ຟື້ນຟູໄລຍະຍາວ ເຂົ້າໃນແຜນຟື້ນຟູ ປົກກະຕິ ແຜນລົງທຶນຂອງລັດໃນ ແຕ່ລະປີ. ຂ່າວ: ກິດຕາ; ພາບ: ເກດສະໜາ ຄະນະສູນກາງ...ູ ທາດແທ້ມູນເຊື້ອຂອງຊາດ, ຂອງ ກອງທັບ, ເດັດດ່ຽວ ປະຕິບັດແນວ ທາງປ່ຽນແປງໃໝ່ຮອບດ້ານ ມີ ຫລັກການຂອງພັກ, ເສີມຂະຫຍາຍ ບົດບາດເປັນກໍາລັງຫລັກແຫລ່ງ ແກ່ນສານ ໃນການຈັດຕັ້ງປະຕິບັດ ສອງໜ້າທີ່ຍຸດທະສາດຄື: ປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ, ກອງທັບ ຈົ່ງກ້າວ ຂຶ້ນ ຍາດເອົາຜົນງານໃໝ່ຍິ່ງໃຫຍ່ ກວ່າເກົ່າ.

17/03/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ 7;k,f5 \aj o0tspa orPork7v[7q ;Iaj ',u zkl5 d 75 xu 0v'lkprq ;ra o ]k;{wm grnj vo[h komuj gxa opkf,y f ໂດຍ: ຢ່າາົ່ຕົ່ງ່ງ ໂດຍ: ທ່ານ ນາງ ຄຣອງຂະນິດ ່ິ ຣັກຈະເລີນ ເອກອັກຄະລາຊະທູດ ແຫ່ງ ັີັູ່ ລາຊະອານາຈັກໄທ ປະຈຳ ສປປ ລາວັ ສະມາຄົມ ລາວ-ໄທ ເພື່ອມິດຕະພາບ ແລະ ສະມາຄົມ ໄທ-ລາວ ເພື່ອມິດຕະພາບໄດ້ນຳົື່ິົື່ິ້ ກອງກະຖິນພະຣາຊະທານຂອງເຈົ້າຊີວິິດແຫ່ງລາຊະອານາຈັກໄທ ໄປທອດຖວາຍຢູ່ວັດິົ້ີິິ່ັູ່ັ ບ້ານເມືອງກາງ ເມືອງຈໍາປາສັກ ແຂວງຈໍາປາສັກ້ືືໍັໍັ ສະມາຄົມ ລາວ-ໄທ ເພື່ອມິດຕະພາບ ແລະ ສະມາຄົມ ໄທ-ລາວ ເພື່ອມິດຕະພາບ ໄດ້ນຳກອງກະຖິນພະຣາຊະທານ ຂອງເຈົ້າຊີວິິດແຫ່ງົື່ິົື່ິ້ິົ້ີິິ່ ຣາຊະອານາຈັກໄທ ໄປທອດຖວາຍຢູ່ວັດບ້ານເມືອງກາງ ເມືອງຈໍາປາສັກ ແຂວງຈໍາປາສັກັູ່ັ້ືືໍັໍັ ຂປລ. ໜຶ່ງໃນເງື່ອນໄຂທີ່ເຮັດ ໃຫ້ການທູດພາກປະຊາຊົນ ລາວໄທ, ໄທ-ລາວ ດຳເນີນໄປຢ່າງ ລ່ຽນໄຫລແມ່ນຄວາມຄ້າຍຄືກັນ ທາງພາສາທີ່ຊ່ວຍໃຫ້ປະຊາຊົນ ສື່ສານກັນໄດ້ໂດຍບໍ່ຕ້ອງໃຊ້ນາຍ ແປພາສາ. ນອກຈາກນັ້ນ, ພະລັງ ແຫ່ງຄວາມສັດທາຍັງເປັນອີກໜຶ່ງ ສາຍໃຍທີ່ຫລໍ່ລ້ຽງສາຍພົວພັນ ໄທ-ລາວ, ລາວ-ໄທ ໃຫ້ແໜ້ນແຟ້ນ ມາເປັນເວລາດົນນານ. ພະທາດພະ ນົມໃນເມືອງທາດພະນົມ ແຂວງ ນະຄອນພະນົມ, ເປັນສູນກາງ ແຫ່ງສັດທາຂອງຊາວພຸດທັງສອງ ຝັ່ງແມ່ນ້ຳຂອງເປັນເວລາຫລາຍ ສະຕະວັດ. ໃນຂະນະດຽວກັນ, ຊາວໄທຫລາຍຄົນມີຄວາມປາຖະ ໜາຈະຂ້າມແມ່ນ້ຳຂອງໄປສັກ ກາ ລະບູຊາພະທາດຫລວງ ຢູ່ນະ ຄອນຫລວງວຽງຈັນ ແລະ ພະທາດ ຂປລ. ຄວາມດຸໝັ່ນແມ່ນສິ່ງທີ່ ຂາດບໍ່ໄດ້, ຄອບຄົວໃດມີຄວາມ ດຸໝັ່ນຂະຫຍັນພຽນຄອບຄົວນັ້ນກໍ ມີຢູ່ມີກິນ, ມີເງິນໃຊ້ຈ່າຍບໍ່ຂາດ. ຂະນະດຽວກັນ, ມີພຽງແຕ່ຄວາມ ດຸໝັ່ນກໍຍັງບໍ່ພຽງພໍຕ້ອງມີແນວ ທາງນະໂຍບາຍອັນຖືກຕ້ອງຂອງ ພັກ-ລັດຕື່ມອີກ. ດັ່ງຄອບຄົວຂອງ ນາງ ເຮືອງ ມັດທະວົງ ຢູ່ບ້ານ ປາກປຶງ ເມືອງປາກຊັນ ແຂວງບໍ ລິຄຳໄຊ ທີ່ຖືເອົາການປູກພືດຜັກ ໝູນວຽນເປັນຫລັກສາມາດສ້າງ ລາຍຮັບເຂົ້າຄອບຄົວໄດ້ຫລາຍ ອິງຮັງຢູ່ແຂວງສະຫວັນນະເຂດ ເພື່ອຄວາມເປັນສິລິມຸງຄຸນ. ສິ່ງ ນີ້ພິສູດໃຫ້ເຫັນວ່າແມ່ນ້ຳຂອງບໍ່ ເຄີຍເປັນເສັ້ນແບ່ງຄວາມເຊື່ອແຕ່ ເປັນແມ່ນ້ຳທີ່ເຊື່ອມຕໍ່ສາຍໃຍແຫ່ງ ສັດທາຂອງຊາວພຸດໄທ ແລະ ລາວ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ຍ້ອນສາຍພົວພັນ ລາວ-ໄທ, ໄທ-ລາວ ທີ່ມີພຸດທະສາສະໜາ ເປັນຮາກຖານຕັ້ງແຕ່ປີ 2001 ເປັນຕົ້ນມາ, ກະຊວງການຕ່າງປະ ເທດ ແຫ່ງ ລາຊະອານາຈັກໄທ ໄດ້ອັນເຊີນຜ້າພະກະຖິນພຣະລາ ຊະທານມາທອດຖວາຍຢູ່ວັດຕ່າງໆ ໃນ ສປປ ລາວ ຢ່າງຕໍ່ເນື່ອງ. ນອກ ຈາກນັ້ນ, ສະມາຄົມ ລາວ-ໄທ ເພື່ອມິດຕະພາບກໍໄດ້ທອດຜ້າປ່າ ສາມັກຄີຢູ່ໃນຫລາຍແຂວງຂອງ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ ຈັດການແຂ່ງຂັນແຕ້ມຮູບພາຍໃຕ້ ຫົວຂໍ້ “75 ປີ ຂອງຄວາມງົດງາມ ແຫ່ງສາຍພົວພັນໄທ-ລາວ” ແລະ ງານວາງສະແດງ “ສິລະປະວັດທະ ນະທຳລວມໃຈໄທ-ລາວ” ຊຶ່ງ ມີການສະແດງ “ໂນຣາ” ແລະ “ຟ້ອນລຳວົງລາວ,” ທີ່ເປັນສິລະ ປະຂອງທັງສອງປະເທດທີ່ໄດ້ ຮັບການຈົດທະບຽນເປັນມໍລະດົກ ວັດທະນະທຳທີ່ບໍ່ສາມາດຈັບຕ້ອງ ໄດ້ຂອງອົງການອຸຍແນັສໂກ (UNESCO) ແລະ ໄດ້ເປີດ ໂອກາດໃຫ້ແກ່ປະຊາຊົນມີສ່ວນ ຮ່ວມລວມທັງການຈັດສຳມະນາ ວິຊາການດ້ານເສດຖະກິດຢູ່ ສປປ ລາວ ເຊິ່ງເປີດໂອກາດໃຫ້ນັກ ທຸລະກິດຈາກທັງສອງຝັ່ງແມ່ນໍ້າ ຂອງໄດ້ແລກປ່ຽນປະສົບການເຊິ່ງ ກັນ ແລະ ກັນ. ກິດຈະກຳເຫລົ່ານີ້ ລ້ວນສະທ້ອນໃຫ້ເຫັນເຖິງຄວາມ ໃກ້ຊິດໃນທຸກດ້ານລະຫວ່າງສອງ ປະເທດທີ່ເຕັມໄປດ້ວຍໄມຕີຈິດ ມິດຕະພາບທີ່ຈິງໃຈ. ໄທ ເພື່ອເປັນການຖະນຸຖະໜອມ ບໍາລຸງພຸດທະສາດສະໜາ ແລະ ສົ່ງເສີມການໄປມາຫາສູ່ລະຫວ່າງ ປະຊາຊົນສອງຊາດ ລາວ-ໄທ. ຫລ້າສຸດໄດ້ມີພິທີອັນເຊີນຜ້າພຣະ ກະຖິນພະລາຊະທານມາທອດ ຖວາຍຢູ່ວັດສຸນັນທາຣາມ ແຂວງ ສະຫວັນນະເຂດ ໃນວັນທີ 19 ຕຸລາ 2025 ເຊິ່ງໃນງານດັ່ງກ່າວ ຍັງມີ ກິດຈະກຳການທູດພາກປະຊາຊົນ ເຊັ່ນ: ງານວາງສະແດງສິນຄ້າ ໄທ-ລາວ, ຄອນເສີດໄທ-ລາວ ຮ່ວມສະໄໝ, ການຝຶກອົບຮົມກິລາ ບານເຕະໃຫ້ແກ່ຊາວໜຸ່ມລາວ ແລະ ໜ່ວຍແພດເຄື່ອນທີ່ທີ່ໃຫ້ບໍລິການ ແກ່ປະຊາຊົນໂດຍບໍ່ມີຄ່າໃຊ້ຈ່າຍ. ນອກຈາກນັ້ນ, ໃນປີ 2025 ສະຖານທູດເອກອັກຄະລາຊະ ທູດ ແຫ່ງ ລາຊະອານາຈັກໄທ ທີ່ ນະຄອນຫລວງວຽງຈັນ, ໄດ້ຮ່ວມ ກັບສະຖານກົງສຸນໃຫຍ່ໄທ ປະຈຳ ແຂວງສະຫວັນນະເຂດ ແລະ ກະ ຊວງວັດທະນະທຳ ແລະ ການ ກວ່າ 100 ລ້ານຕໍ່ປີ. ເມື່ອມໍ່ໆມານນີ້, ຄະນະນັກຂ່າວ ຈາກກົມສື່ມວນຊົນ, ສຳນັກຂ່າວ ສານປະເທດລາວ, ໂທລະພາບ ແຫ່ງຊາດ, ວິທະຍຸກະຈາຍສຽງ ແຫ່ງຊາດ ແລະ ນຳພາຄະນະໂດຍ ທ່ານ ນາງ ກອງບຸນ ສຸວິວົງ ຮອງ ຫົວໜ້າກົມສື່ມວນຊົນຄະນະໂຄ ສະນາອົບຮົມສູນກາງພັກ ໄດ້ລົງ ເຄື່ອນໄຫວຈັດກິດຈະກຳຖາມຕອບ, ເຜີຍແຜ່ຜົນສຳເລັດການ ສະເຫລີມສະຫລອງ 3 ວັນປະ ຫວັດສາດຢູ່ແຂວງບໍລິຄຳໄຊ ໂດຍ ທີມງານພວກເຮົາກໍໄດ້ຮັບການ ຮ່ວມມືເປັນຢ່າງດີຈາກພະນັກງານ ຄະນະໂຄສະນາແຂວງ, ພະນັກ ງານພະແນກກະສິກຳ ແລະ ສິ່ງ ແວດລ້ອມແຂວງ, ນຳທາງພາໄປ ຫາຄອບຄົວ ນາງ ເຮືອງ ມັດທະວົງ ຜູ້ຖືກເອົາການປູກພືດ ຜັກໝູນວຽນ ຢູ່ບ້ານປາກປຶງ ເມືອງປາກຊັນ. ພາຍຫລັງເວົ້າຈາພາທີກັນແລ້ວ, ນາງ ເຮືອງ ມັດທະວົງ ກໍພາທີມ ງານລົງເບິ່ງສວນຂອງລາວ ຊຶ່ງ ກໍເຕັມໄປດ້ວຍພືດຜັກຕ່າງໆເຊັ່ນ: ຜັກຫອມບົວ, ຫອມປ້ອມ, ຜັກຊີ ແລະ ມັນເພົາ ທີ່ກຳລັງແຂ່ງຂັນ ງອກງາມຂຽວອຸ່ນທຸ່ນໄປທົ່ວສວນ. ນາງ ເຮືອງ ມັດທະວົງ ເລົ່າສູ່ ຟັງວ່າ: ແຕ່ໃດມາຄອບຄົວຕົນແມ່ນ ໄດ້ຖືເອົາການຜະລິດພືດຜັກເປັນ ອາຊີບຕົ້ນຕໍຈົນມາຮອດປັດຈຸບັນ ນີ້. ສ່ວນແຮງງານຕົ້ນຕໍແມ່ນມີ ສອງຜົວເມຍ. ຂະນະທີ່ການເກັບ ກູ້ຜົນຜະລິດໄປຂາຍແມ່ນໄດ້ຈ້າງ ຄົນມາຊ່ວຍເກັບໃນລາຄາມື້ໜຶ່ງ 200.000 ກີບ. ແນວໃນກໍດີ, ສຳລັບເນື້ອທີ່ດິນສວນທຳການ ຜະລິດພືດຜັກຂອງຕົນມີທັງໝົດ 8 ໄລ່ ຊຶ່ງໄດ້ທຳການຜະລິດພືດ ໝູນວຽນກັນໄປ ໂດຍອີງໃສ່ໄລຍະ ທີ່ເໝາະສົມພືດຊະນິດໃດກໍປູກພືດ ຊະນິດນັ້ນ ໂດຍສະເພາະລະດູແລ້ງ ແມ່ນເລັ່ງປູກປະເພດຫອມບົວ, ຫອມປ້ອມ, ຜັກອື່ນໆ ແລະ ມັນ ເພົາ. ສະເພາະລະດູຝົນແມ່ນຈະປູກ ໝາກແຕງ, ໝາກຖົ່ວທີ່ທົນທານຕໍ່ ຟ້າຝົນ. ສຳລັບການເຕັກນິກໃນ ການບົວລະບັດຮັກສາແມ່ນບໍ່ໄດ້ ຍາກຫຍັງພຽງແຕ່ໄຖຄາດ ແລະ ຫວ່ານແນວພັນ (ປະເພດຫ້ອມ), ຫົດນ້ຳແລ້ວກໍໃສ່ຝຸ່ນຄອກ ແລະ ລົກຫຍ້າບໍ່ໃຫ້ຮົກເຮື້ອເທົ່ານັ້ນ. ສ່ວນມັນເພົາກໍຊັກແກ່ນໃສ່ດິນ, ຫລັງຈາກຄົບຮອບ 3 ເດືອນກໍສາ ມາດເກັບກູ້ຜົນຜະລິດໄດ້ ແລະ ຈະ ມີພໍ່ຄ້າແມ່ຄ້າມາຮັບຊື້. ສຳລັບ ການຈຳໜ່າຍຜົນຜະລິດແມ່ນພໍ່ຄ້າ ແມ່ຄ້າມາຮັບຊື້ຢູ່ສວນ ໂດຍບໍ່ໄດ້ ເອົາໄປຂາຍຢູ່ຕະຫລາດ ຊຶ່ງມັນກໍ ບໍ່ໄດ້ຍາກແກ່ເຮົາ. ຂໍພຽງແຕ່ເຮົາ ຜະລິດໄດ້ກໍມີພໍ່ຄ້າແມ່ຄ້າມາຮັບຊື້ ຢູ່ກັບທີ່. ແນວໃດກໍດີ, ການຜະລິດ ພືດຜັກຕ່າງໆ ຊຶ່ງນອກຈາກຄວາມ ດຸໝັ່ນກໍຄືເຕັກນິກຂອງຄອບຄົວ ແລ້ວ, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງກໍຄືພະແນກ ກະສິກຳ ແລະ ສິ່ງແວດລ້ອມແຂວງ ກໍໄດ້ເອົາໃຈໃສ່ລົງມາໃກ້ຊິດຕິດ ແທດທັງແນະນຳເຕັກນິກດ້ານວິຊາ ການໃນການບົວລະບັດຮັກສາພືດ ຜັກຂອງປະຊາຊົນຢ່າງເປັນປະຈຳ. ນາງ ເຮືອງ ກ່າວ. ນາງ ເຮືອງ ເວົ້າຕື່ມວ່າ: ການ ຜະລິດພືດຜັກໝູນວຽນຄືຕົນເຄີຍ ຜະລິດມາໂດຍຕະຫລອດແມ່ນບໍ່ ໄດ້ລົງທຶນຫລາຍພຽງແຕ່ຊື້ແນວ ພັນ. ຍົກຕົວຢ່າງ ຊື້ແນວພັນຜັກ ຫອມປ້ອມມາຫວ່ານໃນກິໂລໜຶ່ງ 100.000 ກວ່າກີບ ສາມາດສ້າງ ກຳໄລປະມານ 1.000.000 ກວ່າ ກີບ ແລະ ພືດອື່ນໆກໍເຊັ່ນດຽວກັນ. ສຳລັບລາຍຮັບໃນການຜະລິດພືດ ຜັກໝູນວຽນນີ້ ສາມາດສ້າງລາຍ ຮັບເຂົ້າຄອບຄົວໄດ້ຫລາຍກວ່າ 100 ລ້ານກີບຕໍ່ປີ. ແນວໃດກໍດີ, ຜ່ານການຢືດຖືເອົາການຜະລິດ ພືດຜັກດັ່ງກ່າວມາກໍເຮັດໃຫ້ຊີວິດ ການເປັນຢູ່ຂອງຄອບຄົວມີການ ພັດທະນາດີຂຶ້ນ ແລະ ມີໃຊ້ຈ່າຍບໍ່ ຂາດ, ມີເງິນທ້ອນໄວ້ຈຳນວນໜຶ່ງ, ມີເງິນສົ່ງເສີມລູກຫລານຮ່ຳຮຽນ ແລະ ອື່ນໆ.

RkJQdWJsaXNoZXIy MTc3MTYxMQ==