17/03/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme u y a ໂດຍ: ມາລີດດາີ ໂດຍ: ຄະນະ ບກ Iu f7v'xtgrou c]t ;a fmtotme0v'-q ogzqj kp;o [= ]y la f TOKYO PLAZA oeltg|u ly o7h k 9kdxtgmfpuj x5j o l6j la '7q ,]k; rtpkf3x]u 3v c,j ortpkfco;.fL ຂປລ. ພະຍາດໂປລີໂອ ຫລື ພະ ຍາດເປ້ຍລ່ອຍແມ່ນພະຍາດຮ້າຍ ແຮງທີ່ເກີດຈາກເຊື້ອຈຸລະໂລກ ຈະ ເຮັດໃຫ້ເປັນອຳມະພາດ ຫລື ເສຍ ຊີວິດເນື່ອງຈາກລະບົບກ້າມຊີ້ນ ຫາຍໃຈອ່ອນແຮງ. ພະຍາດນີ້ແມ່ນ ຕິດແປດງ່າຍທີ່ສຸດໂດຍເຊື້ອພະຍາດ ຈະເຈືອປົນຢູ່ໃນອາຈົມຂອງຜູ້ຕິດ ເຊື້ອ ແລະ ສາມາດແຜ່ກະຈາຍຜ່ານ ການກິນອາຫານ ຫລື ນ້ຳທີ່ປົນ ເປື້ອນ ຊຶ່ງອາການຂອງພະຍາດນີ້ ຈະມີໄຂ້, ເມື່ອຍ, ເຈັບຫົວ, ປວກ ຮາກ, ກ້າມຊີ້ນຄໍເຄັ່ງຕຶງ, ເຈັບ ແຂນ-ຂາ ແລະ ກ້າມຊີ້ນອ່ອນແຮງ. ການປ້ອງກັນພະຍາດໂປລີໂອ: ການປ້ອງກັນທີ່ດີທີ່ສຸດແມ່ນການ ຢອດຢາ ແລະ ສັກວັກຊິນກັນພະ ຍາດໂປລີໂອ. ຢອດວັກຊິນຕອນ ເດັກອາຍຸ 6-10 ອາທິດ ແລະ 14 ອາທິດ; ພ້ອມນັ້ນ ສັກວັກຊິກຕອນ ເດັກອາຍຸ 14 ອາທິດ ແລະ 1 ປີເຕັມ; ວັກຊິນຊະນິດນີ້ປອດໄພ, ມີປະສິດທິ ຜົນສູງ ແລະ ທີ່ສຳຄັນບໍ່ເສຍຄ່າ. ປັດຈຸບັນບໍ່ມີການປິ່ນປົວສະ ເພາະສຳລັບພະຍາດໂປລີໂອ, ມີ ຂປລ. ບໍລິສັດ TOKYO PLAZA ແມ່ນບໍລິສັດນໍາເຂົ້າ ຜະລິດຕະພັນທີ່ມີຄຸນນະພາບຈາກ ຍີ່ປຸ່ນ ສູ່ສັງຄົມລາວ ມາເປັນເວລາ 9 ປີ ເປັນຕົ້ນມີທັງເຄື່ອງອຸປະໂພກ ແລະ ບໍລິໂພກ ເຊັ່ນ: ເຄື່ອງສຳອາງ, ເຄື່ອງໃຊ້ໃນຊີວິດປະຈຳວັນເຂົ້າໜົມ ແລະ ອາຫານແຊ່ແຂງ ແລະ ສິນ ຄ້າອື່ນໆ ຊຶ່ງໄດ້ຮັບຜົນຕອບຮັບທີ່ ດີຈາກສັງຄົມລາວ ຕະຫລອດມາ. ທ່ານ ນາງ ບຸນຄໍ້າ ແກ້ວດາລາສີ ພະນັກງານຢູ່ຮ້ານ Pin Tokyo Plaza ໄດ້ໃຫ້ສໍາພາດທີ່ງານລົດ ຊາດອາຫານຍີ່ປຸ່ນ (Taste of Japan) ເມື່ອບໍ່ດົນາມານີ້ວ່າ: ຂ້າພະເຈົ້າຮູ້ສຶກດີໃຈຫລາຍທີ່ໄດ້ມີ ໂອກາດເປັນຕົວແທນຂອງບໍລິສັດ ມານຳສະເໜີສິນຄ້ານຳເຂົ້າຈາກ ປະເທດຍີ່ປຸ່ນໃຫ້ກັບບັນດາແຂກທີ່ ເຂົ້າຮ່ວມງານໃນຄັ້ງນີ້ ໃຫ້ຮັບຮູ້ ຄວາມຕັ້ງໃຈຂອງບໍລິສັດທີ່ໄດ້ ຂປລ. ຊົນເຜົ່າຍວນ ມີປະຫວັດ ຄວາມເປັນມາຄ້າຍຄືກັນກັບຊົນເຜົ່າ ໃນໝວດພາສາ ລາວ-ໄຕ ໄດ້ອົບ ພະຍົບ ແລະ ເຄື່ອນຍ້າຍຈາກພາກ ໃຕ້ ຫລື ພາກຕາເວັນອອກສ່ຽງໃຕ້ ຂອງປະເທດຈີນ ເຂົ້າສູ່ດິນແດນ ພາກເໜືອຂອງ ສປປ ລາວ ໃນລະ ຫວ່າງສະຕະວັດທີ XIII ເປັນຕົ້ນ ມາ ຊຶ່ງປັດຈຸບັນໄດ້ຕັ້ງຖິ່ນຖານພູມ ລຳເນົາຢູ່ບັນດາແຂວງພາກເໜືອ ແລະ ແຂວງວຽງຈັນ. ຊົນເຜົ່າຍວນ ມີສອງແຊງ ຄື: ກະລອມ ແລະ ງ້ຽວ, ມີພາສາປາກເວົ້າຈັດຢູ່ໝວດພາສາ ລາວ-ໄຕ, ມີຕົວໜັງສືຂຽນຄ້າຍຄື ຕົວທຳລາວ. ຊົນເຜົ່າຍວນ ມີຮີດຄອງປະເພນີ ແລະ ວັດທະນະທຳທີ່ເປັນເອກະລັກ ສະເພາະຂອງເຂົາເຈົ້າ, ນັບຖືສາສະ ໜາພຸດຄຽງຄູ່ກັບການນັບຖືຜີ ເຊັ່ນ: ຜີພໍ່, ຜີແມ່, ຜີພູປ່າດົງ ທັງມີຄວາມ ເຊື່ອທາງໄສຍະສາດ ແລະ ສິ່ງ ເໜືອທຳມະຊາດ, ມີຫລາຍຕະກຸນ ແຕ່ຖືວ່າຄົນໃນຕະກຸນດຽວກັນ ແມ່ນສືບເຊື້ອສາຍມາຈາກບັນພະ ບູລຸດດຽວກັນ ແລະ ຕ້ອງຮັກແພງ ສາມັກຄີກັນ. ຊົນເຜົ່າຍວນມັກຕັ້ງ ບ້ານຢູ່ໃນເຂດທົ່ງພຽງຕາມແຄມ ແມ່ນ້ຳລຳເຊທີ່ມີເງື່ອນໄຂສະດວກ ໃນການດຳລົງຊີວິດປະຈຳວັນ ໂດຍ ສະເພາະແມ່ນບ່ອນທີ່ມີເງື່ອນໄຂ ເອື້ອອຳນວຍຕໍ່ການປູກຝັງ. ລັກ ສະນະເຮືອນແຕ່ກ່ອນເຂົາເຈົ້າປຸກ ເຮືອນແບບເຮືອນຮ້ານ, ມີການ ຈັດລະບຽບການປະກອບສ້າງ ພາຍໃນເຮືອນຄ້າຍຄືກັນກັບຊົນ ເຜົ່າລື້, ພາຍໃນເຮືອນຈັດແບ່ງເປັນ ຫ້ອງໂລ່ງກວ້າງສຳລັບຮັບແຂກ ແລະ ບ່ອນພັກຜ່ອນ, ສ່ວນຫ້ອງ ນອນແມ່ນນ້ອຍ, ເຮືອນຄົວນ້ອງໆ ເປັນຕໍ່ອອກໄປຈາກເຮືອນໃຫຍ່. ສຳລັບຂໍ້ຫ້າມ (ຂໍ້ຄະລຳ) ແມ່ນບໍ່ ໃຫ້ເຂົ້າຫ້ອງນອນ ແລະ ນັ່ງເບາະ ຮອງນັ່ງ (ອາສະນະ) ຂອງຜູ້ເປັນ ເຈົ້າຂອງເຮືອນ, ດ້ານໜ້າຂອງ ເຮືອນມັກມີກີ່ຕໍ່າຫູກ ແລະ ຄົກມື ຕຳເຂົ້າ. ນອກຈາກນີ້, ໃນປີໜຶ່ງໆ ມີບຸນທາງພຸດທະສາສະໜາ ແລະ ການບາສີສູ່ຂວັນຕ້ອນຮັບແຂກ ຄົນເປັນປະຈຳ, ພ້ອມນັ້ນ ເຂົາເຈົ້າ ຖືວ່າ ວັດວາອາຮາມເປັນສະຖານທີ່ ສຳຄັນ, ສ່ວນຫໍເທວະດາ, ຫໍຜີບ້ານ, ຫໍຜີເມືອງເປັນສະຖານທີ່ສັກສິດ ຊຶ່ງ ຄົນໃນບ້ານຕ້ອງເຄົາລົບ. ຊົນເຜົ່າ ຍວນ ຈະມີງາມບຸນຄ້າຍຄືກັບຊົນ ເຜົ່າອື່ນໆເຊັ່ນ:ບຸນປີໃໝ່, ບຸນກິນເຕດ ທີ່ຈະໄດ້ຈັດຂຶ້ນໃນໄລຍະທີ່ເກັບກ່ຽວ ເຂົ້າແລ້ວ, ພວກເຂົາກໍຈະພາກັນ ຫ້າງຫາກະກຽມເຮັດເຂົ້າຕົ້ມເພື່ອ ເອົາມາເຮັດໃນງານບຸນດັ່ງກ່າວ. ສ່ວນການນຸ່ງຫົ່ມເອ້ຢ້ອງນັ້ນສ່ວນ ຫລາຍເຂົາເຈົ້າມັກຖັກແສ່ວ ແລະ ອອກແບບທີ່ເປັນເອກະລັກຂອງຕົນ ໂດຍສະເພາະແມ່ນສິ້ນ, ເສື້ອຂອງ ແມ່ຍິງ. ປັດຈຸບັນເຄື່ອງນຸ່ງ ແລະ ວັດທະນະທຳການແຕ່ງກາຍທີ່ເປັນ ເອກະລັກຂອງເຂົາເຈົ້າຈະບໍ່ປະກົດ ໃຫ້ເຫັນຢ່າງຊັດເຈນ, ນອກຈາກ ເວລາມີພິທີກຳ ແລະ ງານບຸນຕ່າງໆ ເທົ່ານັ້ນ. ເຖິງແນວໃດກໍດີ, ດ້ານສິລະປະ ວັນນະຄະດີມີການຂັບລຳທີ່ເອີ້ນ ວ່າ: “ຈ້ອຍຍວນ” ໃສ່ສຽງແຄນທີ່ ໄດ້ຮັບຄວາມນິຍົມຊົມຊອບຫລາຍ. ເຂົາເຈົ້າມີເຄື່ອງປະດັບເອ້ຢ້ອງທີ່ ເປັນເອກະລັກ, ມີນິທານພື້ນເມືອງ, ຄຳຜະຫຍາພາສິດທີ່ສ່ອງແສງເຖິງ ການຜະລິດກະສິກຳ ແລະ ການ ພົວພັນລະຫວ່າງບ່າວສານຢ່າງອຸ ດົມສົມບູນ. ສ່ວນເຄື່ອງດົນຕີກໍຈະມີ ປະເພດ: ກອງ, ແຄນ, ຄ້ອງ, ແສ່ງ ແລະ ອື່ນໆ ທີ່ຈະໃຊ້ເຂົ້າເປັນເຄື່ອງ ດົນຕີທີ່ເອົາມາເສບງັນໃນເວລາທີ່ ມີບຸນ, ງານດອງ ແລະ ງານອື່ນໆ. ໂດຍ:ແສງສະຫວັນັ ( ຂໍ້ມູນສູນຂ່າວສານການແພດ ໍູູ້່ ສຸຂະສຶກສາ )ຸຶ ພຽງແຕ່ການປິ່ນປົວຕາມອາການ ເທົ່ານັ້ນ ເຊັ່ນ: ກາຍະພາບບຳບັດ, ການໃຊ້ເຄື່ອງມີຊ່ວຍຍ່າງ ແລະ ຊ່ວຍຫາຍໃຈ. ຖ້າທ່ານສົງໄສວ່າ ຄົນໃນຄອບຄົວຂອງທ່ານມີອາ ການກ້າມຊີ້ນລ່ອຍແຫລວແບບກະ ທັນຫັນໃຫ້ແຈ້ງແພດດ່ວນ. ດັ່ງນັ້ນຈຶ່ງຂໍເຊີນຊວນພໍ່ແມ່ ຜູ້ປົກຄອງນຳພາລູກຫລານທີ່ມີ ອາຍຸແຕ່ 5 ປີລົງມາ ໄປຮັບວັກຊິນ ປ້ອງກັນພະຍາດໂປລີໂອຕາມຈຸດ ບໍລິການຕ່າງໆ ຫລື ທີ່ສະຖານທີ່ ບໍລິການສາທາລະນະສຸກໃກ້ບ້ານ ທ່ານໃຫ້ທັນຕາມກຳນົດເພື່ອສ້າງ ພູມຄຸ້ມກັນ ແລະ ປ້ອງກັນເດັກນ້ອຍ ຈາກຄວາມພິການ ແລະ ການເສຍ ຊີວິດທີ່ສາມາດຫລີກລ່ຽງໄດ້. ຄັດເລືອກເອົາຜະລິດຕະພັນ, ສິນ ຄ້າດີໆມີຄຸນນະພາບຈາກປະເທດ ຍີ່ປຸ່ນເຂົ້າມາສູ່ສັງຄົມລາວໄດ້ຊົມ ໃຊ້ໄດ້ຮັບປະທານເປັນຕົ້ນແມ່ນ ໄຂ່ປາແຊວມ້ອນ, ປາບູລີ (ປາ ຮາມາຈິ) ແລະ ອື່ນໆອີກຫລາຍ ລາຍການ, ນອກນັ້ນຍັງນຳສະເໜີ ກ່ຽວກັບທຸລະກິດຂອງຮ້ານປິ່ນໂຕ ກຽວພລາຊາ Pin Tokyo Plaza ບໍ່ວ່າຈະເປັນປະເພດສິນຄ້າ: ນຳ ເຂົ້າຜະລິດຕະພັນຈາກປະເທດຍີ່ປຸ່ນ 100%, ໝວດສິນຄ້າ: ມີທັງເຄື່ອງ ອຸປະໂພກ ແລະ ບໍລິໂພກ ເຊັ່ນ: ເຄື່ອງສຳອາງ, ເຄື່ອງໃຊ້ໃນຊີວິດ ປະຈຳວັນ, ອາຫານ, ເຂົ້າໜົມ ແລະ ອາຫານແຊ່ແຂງ ແລະ ສິນຄ້າ ອື່ນໆ. ເຖິງແນວໃດກໍດີ, ນັບແຕ່ ມື້ດຳເນີນທຸລະກິດແຕ່ປີ 2015 ຈົນເຖິງປັດຈຸບັນ (ກ້າວເຂົ້າສູ່ປີ ທີ 9), ເຫັນວ່າໄດ້ຮັບການຕອບ ຮັບຈາກລູກຄ້າພາຍໃນປະເທດດີ ຫລາຍຍ້ອນວ່າລູກຄ້າໄດ້ກັບໄປຊື້ ຊໍ້າສິນຄ້າຕະຫລອດ ບໍ່ວ່າຈະເປັນ ໄຂ່ປາແຊວມ້ອນ, ປາບູລີ (ປາ ຮາມາຈິ) ແລະ ອື່ນໆ, ສ່ວນການ ຈຳໜ່າຍມີທັງຂາຍສົ່ງ, ຂາຍຍ່ອຍ ແລະ ຂາຍຜ່ານທາງອອນລາຍ. ພ້ອມນັ້ນ, ກໍຍັງໄດ້ຂະຫຍາຍສາຂາ ຕື່ມອີກມາຮອດປັດຈຸບັນແມ່ນມີ 3 ສາຂາຢູ່ນະຄອນຫລວງວຽງຈັນ ຄື: ສາຂາບຶງຂະຫຍອງ, ສາຂາໂພນ ໄຊ ແລະ ສາຂາ T2. ນອກຈາກ ນີ້, ຍັງມີຕົວແທນຈຳໜ່າຍຢູ່ທີ່ຕ່າງ ແຂວງ ຄື: ຊຸບເປີມາເກັດ ແລະ ຮ້ານເຄື່ອງສຳອາງຕ່າງໆ. ຈຸດ ເດັ່ນສິນຄ້າຂອງພວກເຮົາແມ່ນ ເນັ້ນເລື່ອງຄຸນນະພາບເປັນຫລັກ ຈຶ່ງເຮັດໃຫ້ລູກຄ້າໃຊ້ແລ້ວມີການ ບອກຕໍ່ ແລະ ກັບມາຊື້ຊ້ຳ. ຄຽງຄູ່ ກັບການດໍາເນີນທຸລະກິດທີ່ມີຄວາມ ສະດວກ ນັ້ນກໍແມ່ນຄວາມດີໃຈທີ່ໄດ້ ນໍາເອົາອາຫານຈາກປະເທດຍີ່ປຸ່ນ ເຂົ້າມາໃຫ້ຄົນລາວໄດ້ບໍລິໂພກ ແລະ ນໍາໃຊ້, ໄລຍະປີທຳອິດແມ່ນພົບ ຄວາມຫຍຸ້ງຍາກດ້ານພາສາ ແລະ ການເຮັດໃຫ້ຄົນລາວເປີດໃຈຮັບຮູ້ ຜະລິດຕະພັນຈາກຕ່າງປະເທດ. ສຳລັບເປົ້າໝາຍໃນອະນາຄົດທາງ ບໍລິສັດຫວັງວ່າຈະເປັນຕົວແທນໃນ ການຂະຫຍາຍສິນຄ້າຍີ່ປຸ່ນໃນຕະ ຫລາດລາວໃຫ້ຫລາຍຂຶ້ນທັງເປັນ ຜູ້ສະໜອງສິນຄ້າໃຫ້ກັບຮ້ານຄ້າ ແຫ່ງຕ່າງໆໃນທົ່ວປະເທດ ແລະ ຂະຫຍາຍສາຂາເພີ່ມເຕີມ. ງານລົດຊາດອາຫານຍີ່ປຸ່ນ (Taste of Japan) ແມ່ນງານ ທີ່ຈັດຂຶ້ນ ເພື່ອເປັນການນໍາສະເໜີ ວັດທະນະທຳອາຫານຍີ່ປຸ່ນແບບ ດັ້ງເດີມທີ່ມີເອກະລັກສະເພາະຂອງ ປະເພດຍີ່ປຸ່ນ ແລະ ເພື່ອເປັນການ ແລກປ່ຽນວັດທະນະທຳລະຫວ່າງ ລາວ-ຍີ່ປຸ່ນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ຜ່ານອາຫານ ແລະ ເຄື່ອງດື່ມ ຊຶ່ງ ຜະລິດຕະພັນທີ່ນຳມາສະເໜີໃນຄັ້ງ ນີ້ ປະກອບມີ: ເຫລົ້າສາເກແບບດັ້ງ ເດີມ, ເຫລົ້າບ້ວຍອຸເມຊຸ, ເຫລົ້າອາ ລາໂມຣີແລະ ຜະລິດຕະພັນອາຫານ.
RkJQdWJsaXNoZXIy MTc3MTYxMQ==