@ 0j k; c]t gsfdko j 17/03/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ພະບາດສົມເດັດ...ົັ ລັດຖະບານ...ັ ຫາລື...ື ຮອງນາຍົກລັດຖະມົນຕີພ້ອມດ້ວຍ ພັນລະຍາ ແລະ ຄະນະຜູ້ແທນຂັ້ນ ສູງຂອງ ສປປ ລາວ, ລວມທັງ ພາກສ່ວນທີ່ກ່ຽວຂ້ອງຂອງຝ່າຍ ລາວ ແລະ ຝ່າຍໄທ. ການຢ້ຽມຢາມລັດຖະກິດຢູ່ ສປປ ລາວ ໃນຄັ້ງນີ້, ແມ່ນຕອບ ສະໜອງຕາມຄໍາເຊື້ອເຊີນຂອງ ທ່ານ ທອງລຸນ ສີສຸລິດ ປະທານ ປະເທດແຫ່ງ ສປປ ລາວ ເພື່ອສືບ ຕໍ່ເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ຮັດແໜ້ນການພົວພັນ ຮ່ວມມືທີ່ມີມູນເຊື້ອອັນດີງາມ ຖານ ບ້ານໃກ້ເຮືອນຄຽງທີ່ດີ ກໍຄື ການ ເປັນຄູ່ຮ່ວມຍຸດທະສາດ ເພື່ອການ ຈະເລີນເຕີບໂຕ ແລະ ການພັດທະ ນາແບບຍືນຍົງລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ ໃຫ້ ນັບມື້ນັບແຕກດອກອອກຜົນຍິ່ງໆ ຂຶ້ນ. ການເຄື່ອນໄຫວສຳຄັນຂອງ ພະບາດສົມເດັດ ພຣະວະຊິຣະເກົ້າ ເຈົ້າຢູ່ຫົວ ແລະ ສົມເດັດພະນາງ ເຈົ້າ ພຣະບໍຣົມຣາຊິນີ ແຫ່ງລາຊະ ອານາຈັກໄທຄັ້ງນີ້ ນອກຈາກການ ພົບປະກັບການນຳຂັ້ນສູງຂອງ ສປປ ລາວ ແລ້ວ, ຍັງຈະສະເດັດ ຢ້ຽມຢາມສູນພັດທະນາ ແລະ ບໍລິ ການດ້ານກະສິກໍາຫ້ວຍຊອນ-ຫ້ວຍ ຊົ້ວ, ຢ້ຽມຊົມຕໍານັກຜ້າໄໝລາວ ບູຮານ ແລະ ພິພິທະພັນພະທາດ ຫລວງວຽງຈັນ ອີກດ້ວຍ. ພາບ: ເກດສະໜາ ສະຫລຸບວຽກງານ...ຸ ພ້ອມນີ້, ໃຫ້ກະຊວງອຸດສາຫະ ກຳ ແລະ ການຄ້າ ເປັນເຈົ້າການສົມ ທົບກັບຂະແໜງການກ່ຽວຂ້ອງຂັ້ນ ສູນກາງ, ຄະນະກຳມະການປົກ ຄອງທ້ອງຖິ່ນ ແລະ ພາກສ່ວນ ຕ່າງໆ ກວດກາຄືນບັນດາບໍລິສັດ ນໍາເຂົ້ານໍ້າມັນເຊື້ອໄຟ, ປໍ້າຈໍາໜ່າຍ ນໍ້າມັນເຊື້ອໄຟ ຖ້າມີປະກົດການລະ ເມີດ ຫລື ດໍາເນີນການບໍ່ສອດຄ່ອງ ແມ່ນໃຫ້ນໍາໃຊ້ມາດຕະການເດັດ ຂາດ ກ້າວໄປເຖິງການດັດສົມໃຫ້ ສອດຄ່ອງກັບດຳລັດວ່າດ້ວຍທຸລະ ກິດນໍ້າມັນເຊື້ອໄຟ; ສົມທົບກັບກະ ຊວງໂຍທາທິການແລະການຂົນສົ່ງ ກຳນົດໂຄງປະກອບລາຄາຄ່າຂົນ ສົ່ງ ສຳລັບຂະແໜງບໍລິການບຸລິມະ ສິດ ເພື່ອຄວບຄຸມລາຄາຄ່າບໍລິການ ຂົນສົ່ງ ແລະ ໃຫ້ຄົ້ນຄວ້າມາດຕະ ການສົ່ງເສີມບັນດາບໍລິສັດ ໃຫ້ນໍາ ໃຊ້ລົດຂົນສົ່ງໄຟຟ້າໃຫ້ກວມ 10% ຂຶ້ນໄປ ຂອງພາຫະນະຂົນສົ່ງ ທັງ ໝົດໃນປີ 2026, ໃຫ້ບັນດາບໍລິ ສັດກ່ຽວຂ້ອງ ມີແຜນການກະກຽມ ແລະ ເລີ່ມຈັດຕັ້ງປະຕິບັດ; ໃຫ້ເອົາ ໃຈໃສ່ຕິດຕາມກວດກາຢ່າງໃກ້ຊິດ ເປົ້າໝາຍທີ່ສວຍໂອກາດຂຶ້ນລາຄາ ສິນຄ້າເກີນເຫດ ທີ່ຈະພາໃຫ້ເກີດ ບັນຫາເງິນເຟີ້ສູງຕາມມາ, ພ້ອມທັງ ເອົາໃຈໃສ່ດັດສົມຫົວໜ່ວຍນໍາເຂົ້າ ສິນຄ້າໃຫ້ເປັນຮູບປະທຳ; ຄຸ້ມຄອງ ລາຄາສິນຄ້າກະສິກຳເປັນຕົ້ນ ລາ ຄາ ເຂົ້າ, ຊີ້ນ, ໄຂ່, ປາ ແລະ ພືດຜັກ ຕ່າງໆໃຫ້ຢູ່ໃນສະພາບປົກກະຕິ, ບໍ່ ໃຫ້ເໜັງຕີງຫລາຍ, ພ້ອມທັງສືບຕໍ່ ປຸກລະດົມໃຫ້ມີການຜະລິດ ແລະ ການຊື້-ການຂາຍ ຢູ່ພາຍໃນປະ ເທດໃຫ້ຫລາຍຂຶ້ນ ເພື່ອເປັນການ ສົ່ງເສີມຜະລິດຕະພັນພາຍໃນໃຫ້ ແຂງແຮງ. ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າການສົມທົບກັບ ຂະແໜງການກ່ຽວຂ້ອງຂັ້ນສູນ ກາງ, ຄະນະກຳມະການປົກຄອງ ທ້ອງຖິ່ນ ແລະ ພາກສ່ວນຕ່າງໆ ສົມທົບກັບອົງການປົກຄອງນະ ຄອນຫລວງວຽງຈັນ ຄົ້ນຄວ້າ ເຊື່ອມຕໍ່ໂຄງການລົດ BRT ໃຫ້ ເຂົ້າເຖິງສະຖານີລົດໄຟ ແລະ ສະ ໜາມບິນ ໂດຍກຳນົດຈຸດດັ່ງກ່າວ ເປັນບ່ອນຂຶ້ນ-ລົງລົດ ເພື່ອຫລຸດ ຜ່ອນການແອອັດຂອງລົດ ໄປຮັບໄປສົ່ງຜູ້ໂດຍສານ, ໃຫ້ລົດນໍາໃຊ້ ໂດຍສານສາທາລະນະ ໂດຍສະ ເພາະແມ່ນລົດຂົນສົ່ງ BRT ໃຫ້ ຫລາຍຂຶ້ນ, ສະຖານທີ່ຈອດລົດທີ່ ແອອັດ ແມ່ນໃຫ້ສິດລົດໄຟຟ້າ ໃນ ການຈອດກ່ອນລົດທີ່ນໍາໃຊ້ນໍ້າມັນ ເຊື້ອໄຟ; ໃຫ້ຄົ້ນຄວ້າ, ປັບປຸງ, ຄ່າ ທໍານຽມ ແລະ ຄ່າບໍລິການ ຕາມ ລັດຖະບັນຍັດ ສະບັບເລກທີ 002/ ປປທ ທີ່ຕິດພັນກັບຂະບວນການ ຂຶ້ນທະບຽນ ແລະ ຂົນສົ່ງທາງບົກ, ໃຫ້ຫລຸດຄ່າທໍານຽມ ແລະ ຄ່າບໍລິ ການຂອງຍານພາຫະນະໄຟຟ້າລົງ 30% ໂດຍເພີ່ມ 30% ຂອງຄ່າທໍາ ນຽມແລະຄ່າບໍລິການດັ່ງກ່າວ, ກັບ ຍານພາຫະນະທີ່ນໍາໃຊ້ນໍ້າມັນເຊື້ອ ໄຟ. ນອກຈາກນັ້ນ, ໃຫ້ຄົ້ນຄວ້ານະ ໂຍບາຍຄ່າບໍລິການຈອດລົດຕາມ ແຄມທາງ ແລະ ນອກເສັ້ນທາງ ສໍາ ລັບຍານພາຫະນະໄຟຟ້າຢ່າງເໝາະ ສົມ; ໃຫ້ສົມທົບກັບຄະນະກຳມະ ການປົກຄອງນະຄອນຫລວງວຽງ ຈັນ, ບັນດາແຂວງ ຂຶ້ນແຜນຄວາມ ຕ້ອງການນໍາໃຊ້ນໍ້າມັນເຊື້ອໄຟ ຂອງບັນດາບໍລິສັດ ກໍ່ສ້າງພື້ນຖານ ໂຄງລ່າງ ໃຫ້ຮູ້ຈໍານວນ ແລະ ປະ ເພດນໍ້າມັນເຊື້ອໄຟລະອຽດ ເພື່ອຄົ້ນ ຄວ້າດຸ່ນດ່ຽງ ໃຫ້ໂຄງການໄດ້ຮັບ ການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ. ໃຫ້ກະຊວງການເງິນ ເປັນເຈົ້າ ການສົມທົບກັບຂະແໜງການກ່ຽວ ຂ້ອງຂັ້ນສູນກາງ, ຄະນະກຳມະ ການປົກຄອງທ້ອງຖິ່ນ ແລະ ພາກ ສ່ວນຕ່າງໆ ຄົ້ນຄວ້າປັບປຸງອັດຕາ ອາກອນຊົມໃຊ້ (ອກຊ) ສໍາລັບ ພາຫະນະ ທີ່ນໍາໃຊ້ນໍ້າມັນເຊື້ອໄຟ ໂດຍປັບປຸງເພີ່ມອັດຕາອາກອນຊົມ ໃຊ້ ຂຶ້ນຕາມຄວາມເໝາະສົມ ຂອງ ທຸກປະເພດພາຫະນະທີ່ນໍາໃຊ້ນໍາ ມັນເຊື້ອໄຟ ເພື່ອຊຸກຍູ້ໃຫ້ປະຊາຊົນ ຫັນມານໍາໃຊ້ລົດໄຟຟ້າ; ສົມທົບ ກັບພາກສ່ວນກ່ຽວຂ້ອງ ເພື່ອຫັນ ປ່ຽນການນໍາໃຊ້ລົດບໍລິຫານລັດ ທີ່ນໍາໃຊ້ນໍ້າມັນເຊື້ອໄຟ ມາເປັນລົດ ທີ່ນໍາໃຊ້ພະລັງງານໄຟຟ້າ ຫລື ພະ ລັງງານທົດແທນ, ພ້ອມທັງຈຳກັດ ການຊື້ພາຫະນະທີ່ນໍາໃຊ້ນໍ້າມັນ ເຊື້ອໄຟ ທີ່ບໍ່ຈໍາເປັນມາຮັບໃຊ້ວຽກ ບໍລິຫານ ເພື່ອເປັນແບບຢ່າງ ແລະ ຫລຸດຜ່ອນງົບປະມານເບີກຈ່າຍຄ່າ ນໍ້າມັນເຊື້ອໄຟໃນໄລຍະຍາວ. ໃຫ້ກະຊວງກະສິກຳ ແລະ ສິ່ງ ແວດລ້ອມ ເປັນເຈົ້າການສົມທົບກັບ ຂະແໜງການກ່ຽວຂ້ອງສົ່ງເສີມ ຊາວກະສິກອນ ແລະ ວິສາຫະກິດ ຫັນມາໃຊ້ພະລັງງານທົດແທນ ເຊັ່ນ: ພະລັງງານແສງຕາເວັນ, ພະ ລັງງານລົມ, ພະລັງງານຊີວະພາບ ແລະ ຮີບຮ້ອນປັບປຸງຂະຫຍາຍ ລະບົບຊົນລະປະທານນໍ້າໄຫລເອງ ໃຫ້ມີປະສິດທິພາບ ເພື່ອຫລຸດຜ່ອນ ການໃຊ້ນໍ້າມັນເຊື້ອໄຟໃນການ ສູບນໍ້າ; ໃຫ້ສົມທົບກັບທະນາຄານ ແຫ່ງ ສປປ ລາວ, ຄົ້ນຄວ້າມາດຕະ ການສະໜັບສະໜູນດ້ານການເງິນ ໃຫ້ສິນເຊື່ອດອກເບ້ຍຕໍ່າ ແກ່ຊາວ ກະສິກອນ ເພື່ອຊື້ປັດໄຈການຜະລິດ ແລະ ຫລຸດຜ່ອນຜົນກະທົບຈາກ ລາຄານໍ້າມັນເຊື້ອໄຟ ທີ່ເພີ່ມຂຶ້ນ. ຄົ້ນຄວ້າສ້າງຄັງສໍາຮອງສະບຽງ ອາຫານ ເພື່ອຮັບປະກັນຄວາມໝັ້ນ ຄົງດ້ານສະບຽງອາຫານ ໃນກໍລະນີ ທີ່ລາຄານໍ້າມັນເຊື້ອໄຟເພີ່ມຂຶ້ນ ສົ່ງ ຜົນກະທົບຕໍ່ການຜະລິດ; ຄົ້ນຄວ້າ ນະໂຍບາຍການຫລຸດຜ່ອນພາສີ ຫລື ຍົກເວັ້ນພາສີນໍາເຂົ້າ ວັດຖຸດິບ ທີ່ນໍາມາຜະລິດ ຝຸ່ນ, ປຸ໋ຍ ແລະ ຫົວ ອາຫານສັດ ຊຶ່ງເປັນປັດໄຈການ ຜະລິດທີ່ສໍາຄັນ ເພື່ອນໍາມາຊຸກຍູ້ ສົ່ງເສີມການຜະລິດຢູ່ພາຍໃນ. ໃຫ້ທະນາຄານ ແຫ່ງ ສປປ ລາວ ເປັນເຈົ້າການສົມທົບກັບຂະ ແໜງການກ່ຽວຂ້ອງ ປະສານສົມ ທົບຢ່າງໃກ້ຊິດກັບບັນດາທະນາ ຄານທຸລະກິດ ສ້າງກົນໄກຈັດສັນ ແລະ ກະກຽມເງິນຕາຕ່າງປະເທດ ໃຫ້ແກ່ບໍລິສັດຜູ້ນໍາເຂົ້ານໍ້າມັນເຊື້ອ ໄຟ ທີ່ມີຕົວຕົນແທ້ ໃຫ້ພຽງພໍ ແລະ ທັນສະພາບ. ຢ່າງໃດກໍຕາມ, ໃຫ້ຖືວິກິດໃຫ້ ເປັນໂອກາດ ໃນການສ້າງເສດຖະ ກິດເອກະລາດ ເປັນເຈົ້າຕົນເອງ, ເຊີດຊູຈິດໃຈຮັກຊາດ, ເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕິດພັນກັບການສ້າງພື້ນຖານ ເສດຖະກິດເຊື່ອມໂຍງກັບເພື່ອນ ມິດ, ພາກພື້ນ ແລະ ສາກົນໃນການ ປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ. ຂ່າວ: ທະນູທອງ ສອດຄ່ອງກັບສະພາບຄວາມເປັນ ຈິງ ເປັນຕົ້ນ ການຮັບປະກັນການ ສະໜອງນໍ້າມັນເຊື້ອໄຟພາຍໃນປະ ເທດ ບັນດາບໍລິສັດຜູ້ນໍາເຂົ້າ ແລະ ຈໍາໜ່າຍຕ່າງກໍຢືນຢັນວ່າ ຈະສືບຕໍ່ ສະໜອງນໍ້າມັນໃຫ້ແກ່ສັງຄົມຢ່າງ ສຸດຄວາມສາມາດ ເພື່ອບໍ່ໃຫ້ສັງຄົມ ແຕກຕື່ນ. ສໍາລັບກະຊວງ ອຸດສາ ຫະກໍາ ແລະ ການຄ້າ ກໍຈະດໍາເນີນ ການກວດກາຄືນສາງເກັບນໍ້າມັນ ສໍາຮອງເພື່ອຈັດສັນແລະແຈກຈ່າຍ ໃຫ້ທົ່ວເຖິງ ໂດຍສະເພາະໃນເຂດ ຫ່າງໄກສອກຫລີກ ເພື່ອບໍ່ໃຫ້ເກີດ ສະພາບວິກິດການຂາດແຄນ, ສ່ວນ ດ້ານນະໂຍບາຍລາຄາ ແລະ ພາສີ ໃນທີ່ປະຊຸມເຫັນດີເປັນເອກະພາບ ໃນການປັບປຸງໂຄງສ້າງລາຄາ ໂດຍການຫລຸດອັດຕາພາສີນໍ້າມັນ ແອັດຊັງ (95) ລົງມາເທົ່າກັບ ອັດຕາແອັດຊັງ (91) ເພື່ອຫລຸດ ຜ່ອນຕົ້ນທຶນການນໍາເຂົ້າ ແລະ ຫລຸດຜ່ອນພາລະລາຄາຂາຍຍ່ອຍ. ກະຊວງອຸດສະຫະກໍາແລະການ ຄ້າ ແລະ ກະຊວງການເງິນຈະຮ່ວມ ກັນອອກແຈ້ງການລາຄາໃໝ່ໃຫ້ທັນ ກັບສະພາບການຕິດພັນກັບການນຳ ໃຊ້ເງິນກອງທຶນອຸດໜູນ ໄດ້ກໍານົດ ກົນໄກການນຳໃຊ້ເງິນກອງທຶນ (300-600 ຕື້ກີບ) ເພື່ອເຂົ້າມາ ແຊກແຊງລາຄາ ໃນໄລຍະທີ່ຕະ ຫລາດໂລກມີຄວາມຜັນຜວນແຮງ ໂດຍຈະເນັ້ນໃສ່ການອຸດໜູນໃຫ້ຖືກ ຈຸດ ເພື່ອຮັກສາສະຖຽນລະພາບລາ ຄາຂາຍຍ່ອຍ ບໍ່ໃຫ້ມີການປັບຂຶ້ນ ແບບກະໂດດຂັ້ນ. ຂ່າວ-ພາບ: ລຸ້ງຟ້າ ສູນກາງ, ມີຄະນະກໍາມະການຄຸ້ມ ຄອງໄພພິບັດທັງຂັ້ນສູນກາງ ແລະ ຂັ້ນແຂວງ ເຂົ້າຮ່ວມ. ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ກອງປະ ຊຸມຄັ້ງນີ້, ມີຄວາມສໍາຄັນຕໍ່ຄະນະ ກໍາມະການຄຸ້ມຄອງໄພພິບັດຂັ້ນສູນ ກາງ ແລະ ຂັ້ນແຂວງ ເພື່ອປຶກສາ ຫາລືແລກປ່ຽນ, ຖອດຖອນບົດ ຮຽນໃນການຈັດຕັ້ງປະຕິບັດວຽກ ງານການຄຸ້ມຄອງໄພພິບັດ, ເອກະ ພາບຕໍ່ທິດທາງແຜນການ 5 ປີຕໍ່ ໜ້າ, ວາງແຜນການກຽມພ້ອມຮັບ ມືກັບໄພພິບັດທີ່ອາດເກີດຂຶ້ນໃນປີ 2026. ໃນໄລຍະ 5 ປີຜ່ານມາ, ມີ ເຫດການໄພພິບັດເກີດຂຶ້ນ ຢູ່ບັນດາ ແຂວງໃນຂອບເຂດ ຊຶ່ງໄພພິບັດດັ່ງ ກ່າວ, ແມ່ນຜົນກະທົບຈາກສະພາບ ລົມພະຍຸ, ນໍ້າຖ້ວມ, ດິນເຈື່ອນ, ນໍາ ຖ້ວມຊຸ ແລະ ນໍ້າຖ້ວມຂັງ ເກີດຂຶ້ນ ທັງໝົດ 376 ຄັ້ງ, ສົ່ງຜົນກະທົບ ໂດຍກົງຕໍ່ປະຊາຊົນ 1 ລ້ານກວ່າ ຄົນ, ເສຍຊີວິດ 111 ຄົນ, ສູນຫາຍ 5 ຄົນ, ສ້າງຄວາມເສຍຫາຍຕໍ່ສັງ ຄົມ,ກະສິກຳ,ພື້ນຖານໂຄງລ່າງຄິດ ເປັນມູນຄ່າເສຍຫາຍຫລາຍກວ່າ 12.577 ຕື້ກວ່າກີບ ຕາມການເກັບ ກຳຂໍ້ມູນຂອງກອງເລຂາ ແລະລາຍ ງານຂອງບັນດາແຂວງ ເຫັນໄດ້ວ່າ ສະພາບໄພພິບັດນັບມື້ມີຄວາມຮຸນ ແຮງຂຶ້ນ ໂດຍສະເພາະຢູ່ທາງພາກ ເໜືອ ໄລຍະຜ່ານມາບໍ່ເຄີຍມີນໍ້າ ຖ້ວມຂັງ, ແຕ່ໃນປີ 2024 ແລະ 2025 ແຂວງຫົວພັນ, ຫລວງນໍ້າ ທາ, ໄຊຍະບູລີ, ຫລວງພະບາງແລະ ແຂວງອື່ນໆ ໄດ້ເກີດປະກົດການດັ່ງ ກ່າວ ໂດຍໄດ້ສ້າງຄວາມເສຍຫາຍ ເປັນຈຳນວນຫລາຍ. ໃນໂອກາດນີ້, ທ່ານ ວົງຄຳ ພັນທະນຸວົງ ຫົວໜ້າກົມສັງຄົມ ສົງເຄາະ, ທັງເປັນຫົວໜ້າກອງ ເລຂາ ຄະນະກຳມະການຄຸ້ມຄອງ ໄພພິບັດຂັ້ນສູງກາງ (ຄພສ) ໄດ້ ກ່າວວ່າ: ຊຸມປີຜ່ານມາ, ສປປ ລາວ ໄດ້ຮັບຜົນກະທົບຈາກໄພພິບັດ ທີ່ ເກີດຈາກການປ່ຽນແປງຂອງສະ ພາບອາກາດທາງທຳມະຊາດ, ສົມທົບກັບກິດຈະກຳການເຄື່ອນ ໄຫວ ດຳລົງຊີວິດຂອງສັງຄົມມະ ມໍລະກົດ ແຂວງຈຳປາສັກ ໃນ ວັນທີ 15 ມີນາ 2026, ຊຶ່ງນຳພາ ໂດຍ ທ່ານ ນາງ ອາລີ ວົງໜໍ່ບຸນ ທໍາ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ (ສສຍລ) ພ້ອມດ້ວຍຜູ້ຕາງໜ້າ ຈາກສູນກາງຊາວໜຸ່ມປະຊາຊົນປະ ຕິວັດລາວ, ສູນກາງສະຫະພັນກຳ ມະບານລາວ,ສະຫະພັນແມ່ຍິງກອງ ທັບ, ສະຫະພັນແມ່ຍິງແຂວງຈຳປາ ສັກ, ສະມາຄົມນັກທຸລະກິດໜຸ່ມ, ສະມາຄົມຄຸນຄ່າລາວ ແລະ ສະມາ ຄົມນັກທຸລະກິດຍິງ ເຂົ້າຮ່ວມ. ສໍາລັບເຄື່ອງທີ່ນຳມາມອບໃນ ຄັ້ງນີ້ ປະກອບມີ: ເຄື່ອງອຸປະໂພກບໍລິໂພກ ແລະ ເງິນສົດຈຳນວນໜຶ່ງ ລວມມູນຄ່າ 311 ກວ່າລ້ານກີບ ທີ່ມາຈາກ ນໍ້າຈິດ, ນໍ້າໃຈ ແລະ ຄວາມຄິດຮອດຄິດເຖິງມາສູ່ ອ້າຍ ນ້ອງທະຫານ ກໍາລັງປ້ອງກັນຊາດ ທີ່ປະຕິບັດໜ້າທີ່ຢູ່ເຂດຊາຍແດນ ຊຶ່ງເປັນການປະກອບສ່ວນຈາກ ພະນັກງານຂອງສູນກາງສະຫະພັນ ແມ່ຍິງລາວ, ສະຫະພັນແມ່ຍິງ ຫລາຍພາກສ່ວນ ແລະ ສະມາຄົມ ນັກທຸລະກິດໜຸ່ມ, ສະມາຄົມນັກ ທຸລະກິດແມ່ຍິງລາວ ແລະ ບໍລິສັດ ເອອີຊີ ການຄ້າ ຈຳກັດຜູ້ດຽວ. ໃນພິທີ, ທ່ານ ພັນໂທ ບຸນມີ ແກ້ວລຽງສາ ເລຂາຄະພັກຮາກ ຖານຫົວໜ້າການທະຫານກອງ ພັນ 28 ໄດ້ລາຍງານສະພາບລວມ ໂດຍຫຍໍ້ ແລະ ຈຸດພິເສດທີ່ຕັ້ງຂອງ ກົມກອງ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການປະຕິບັດໜ້າທີ່ວຽກງານ ປ້ອງຊາດ. ໃນໂອກາດນີ້, ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍ ນາຍ ແລະ ພົນທະຫານ ທີ່ປະຈໍາການຢູ່ກອງ ພັນ 28 ພ້ອມທັງຮຽກຮ້ອງໃຫ້ພ້ອມ ກັນສືບຕໍ່ອອກແຮງເສີມຂະຫຍາຍ ນຸດ ພາໃຫ້ໄພພິບັດເກີດຂຶ້ນເລື້ອຍໆ ເຮັດໃຫ້ໄດ້ຮັບຜົນກະທົບ ແລະ ເສຍ ຫາຍເປັນວົງກວ້າງ, ກະທົບໂດຍ ກົງຕໍ່ເສດຖະກິດ-ສັງຄົມ ຂອງປະ ເທດ, ພື້ນຖານໂຄງລ່າງ, ການບໍລິ ການສາທາລະນະສຸກ, ລວມເຖິງ ໂຄງສ້າງດ້ານການດຳລົງຊີວິດ ຂອງຊຸມຊົນ ແລະ ອື່ນໆ. ໄພພິບັດ ທີ່ເກີດຂຶ້ນໃນແຕ່ລະປີແມ່ນເກີດ ຈາກໄພນໍ້າຖ້ວມ, ດິນເຈື່ອນ, ແຜ່ນ ດິນໄຫວ, ພະຍາດລະບາດຄົນ ແລະ ພະຍາດລະບາດສັດ, ໄພແຫ້ງແລ້ງ, ໄໝ້ເຮືອນ, ໄໝ້ອາຄານ ແລະ ອື່ນໆ. ຕໍ່ກັບສະພາບດັ່ງກ່າວ, ຄະນະກຳ ມະການຄຸ້ມຄອງໄພພິບັດຂັ້ນສູນ ກາງ ແລະ ທ້ອງຖິ່ນ ໄດ້ເອົາໃຈໃສ່ ນຳພາ-ຊີ້ນຳ, ຕິດຕາມຊຸກຍູ້ການ ຄວບຄຸມ, ແກ້ໄຂສຸກເສີນ, ຊ່ວຍ ເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໄພພິບັດຢູ່ບັນດາແຂວງ ໃຫ້ ສາມາດກັບສູ່ສະພາບປົກກະຕິໄດ້ ຢ່າງວ່ອງໄວ, ໄດ້ຮີບຮ້ອນຟື້ນຟູ ສຸກເສີນຮີບດ່ວນດ້ານພື້ນຖານໂຄງ ລ່າງ, ດ້ານການຜະລິດກະສິກຳ ແລະ ສະເໜີລັດຖະບານອະນຸມັດ ແກ້ໄຂໂຄງການຟື້ນຟູສຸກເສີນ ແລະ ຟື້ນຟູໄລຍະຍາວ ເຂົ້າໃນແຜນຟື້ນຟູ ປົກກະຕິ ແຜນລົງທຶນຂອງລັດໃນ ແຕ່ລະປີ. ຂ່າວ: ກິດຕາ; ພາບ: ເກດສະໜາ ຄະນະສູນກາງ...ູ ທາດແທ້ມູນເຊື້ອຂອງຊາດ, ຂອງ ກອງທັບ, ເດັດດ່ຽວ ປະຕິບັດແນວ ທາງປ່ຽນແປງໃໝ່ຮອບດ້ານ ມີ ຫລັກການຂອງພັກ, ເສີມຂະຫຍາຍ ບົດບາດເປັນກໍາລັງຫລັກແຫລ່ງ ແກ່ນສານ ໃນການຈັດຕັ້ງປະຕິບັດ ສອງໜ້າທີ່ຍຸດທະສາດຄື: ປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ, ກອງທັບ ຈົ່ງກ້າວ ຂຶ້ນ ຍາດເອົາຜົນງານໃໝ່ຍິ່ງໃຫຍ່ ກວ່າເກົ່າ.
RkJQdWJsaXNoZXIy MTc3MTYxMQ==