gsfdko{dkora fmtok a xtgmf]k; ( 17/03/2026 7totoertcod v7 g-dv' ]q '-5 dp6 h ;Pd'ko16 j g,n v'mj kc8' ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ໃນວັນທີ 12 ມີນາ 2026 ຜ່ານມາ, ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າ ພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງເຊກອງ ພ້ອມດ້ວຍ ຂະແໜງການກ່ຽວຂ້ອງລົງຊຸກຍູ້ ວຽກງານຢູ່ຫ້ອງການ ອຄ ເມືອງ ທ່າແຕງ ແລະ ພົບປະຫົວໜ່ວຍທຸລະ ກິດຈໍາໜ່າຍນໍ້າມັນເຊື້ອໄຟ ຢູ່ບັນດາ ປໍ້າຕ່າງໆພາຍໃນເມືອງ. ການລົງຕິດຕາມຄັ້ງນີ້, ເພື່ອເປັນ g]0kra dc0;'va f8txn rq [xt1h P,1k,mtsko-kpcfo ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ໃນວັນທີ 14 ມີນາ 2026 ນີ້,ສະຫາຍ ບຸນເຖິງ ດວງສະຫວັນ ເລຂາຄະນະບໍລິຫານ ງານພັກແຂວງອັດຕະປື ປະທານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບຂັ້ນແຂວງ, ພ້ອມດ້ວຍຂະແ ໜງ ການທີ່ກ່ຽວຂ້ອງ ລົງເຄື່ອນໄຫວ ພົບປະຢ້ຽມຢາມ ພ້ອມທັງມອບ ເຄື່ອງອຸປະໂພກ-ບໍລິໂພກ ແລະເງິນ ສົດຈໍານວນໜຶ່ງໃຫ້ອ້າຍນ້ອງທະ ຫານຊາຍແດນທີ່ປະຈໍາການໃນ ແຕ່ລະເຂດ ເມືອງສະໜາມໄຊ ຄື: ຫ້ວຍເບັນ, ຫ້ວຍໂໝດ 1 ແລະ 2, ບັນຊາສືບຂ່າວ, ສູນບັນຊາ ງ19, ນ້ຳອອກບໍ່ 1, ຫ້ວຍຕຸງ ແລະ ຄ542 ລວມມູນຄ່າທັງໝົດ 90 ລ້ານກີບ ທັງນີ້ກໍເພື່ອເປັນຂວັນ ແລະ ກໍາ ລັງໃຈໃຫ້ແກ່ອ້າຍນ້ອງນາຍ ແລະ ພົນທະຫານ ກອງຮ້ອຍທະຫານ ຊາຍແດນແຂວງອັດຕະປື ທີ່ພວມ ປະຕິບັດໜ້າທີ່ປົກປັກຮັກສາຜືນ ແຜນດິນຂອງຊາດ. ໂອກາດນີ້, ສະຫາຍ ບຸນເຖິງ ດວງສະຫວັນ ໄດ້ພົບປະໂອ້ລົມ ຢ້ຽມຢາມຖາມຂ່າວ ຕໍ່ຄະນະພັກ, ຄະນະບັນຊາ ພ້ອມດ້ວຍພະນັກ ງານ-ນັກຮົບກອງຮ້ອຍທະຫານ ຊາຍແດນແຕ່ລະຈຸດ ພ້ອມທັງ ສະແດງຄວາມຍ້ອງຍໍຊົມເຊີຍອ້າຍ ນ້ອງພະນັກງານ-ນັກຮົບທຸກສະ ຫາຍທີ່ໄດ້ເອົາໃຈໃສ່ເຄື່ອນໄຫວເຮັດ ໜ້າທີ່ຂອງຕົນ ຕາມການມອບໝາຍ ຂອງຂັ້ນເທິງຈົນມີຜົນສໍາເລັດເປັນ ກ້າວໆ ເຖິງວ່າຈະມີອຸປະສັກຫຍຸ້ງ ຍາກປ ານໃດກໍຕາມ ແຕ່ທຸກສະຫາຍ ກໍ່ຍັງມີແນວຄິດອຸ່ນອຽນທຸນທ່ຽງ 7v[7q ;mu j wfh Ia [zq odtmq [9kdwrry [a f c]t oa dIPofh vp3vdkfwfh Ia [g0Q k-j ;pgs]n v ຕໍ່ໜ້າທີ່ຂອງຕົນ ເພື່ອປະກອບ ສ່ວນເຂົ້າໃນວຽກງານລວມຂອງ ຊາດ ໂດຍສະເພາະ ການປ້ອງກັນ ຊາຍແດນ, ດ້ວຍຄວາມຮັບຜິດຊອບ ສູງ ພ້ອມທັງໄດ້ເນັ້ນໜັກໃຫ້ ຄະ ນະພັກ-ຄະນະບັນຊາກົມກອງ ຈັດຕັ້ງກຳລັງອອກເຄື່ອນໄຫວ ກວດກາສາລະເວນ ຕິດຕາມກຳ ສະພາບການບໍ່ໃຫ້ພວກກຸ່ມຄົນບໍ່ ຫວັງດີເຂົ້າມາກໍ່ຄວາມບໍ່ສະຫງົບ ໃນຂອບເຂດຮັບຜິດຊອບຂອງຕົນ, ເອົາໃຈໃສ່ສະກັດກັ້ນປະກົດການ ຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນ ເພື່ອເຮັດ ໃຫ້ສະພາບກົມກອງ ແລະ ຂອບເຂດ ສິດຮັບຜິດຊອບມີຄວາມສະຫງົບ ໂດຍພື້ນຖານ. ຂ່າວ-ພາບ: ວິໄລສັກ [= ]y la fw22h koEgmu o 2 lts]5 [dv'mb o -q fg-u poEdtmh k' c]t ;k'czodko.o8= j |h k ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ກອງປະຊຸມສະ ຫລຸບຜົນການຈັດຕັ້ງປະຕິບັດ ກອງ ທຶນຊົດເຊີຍນໍ້າກະທ້າງ ກໍລະນີ ສະເພາະ ປະຈໍາປີ 2025 ແລະ ທິດ ທາງແຜນການປີ 2026 ຄັ້ງທີ 7 ຈັດຂຶ້ນໃນວັນທີ 13 ມີນາ 2026 ທີ່ບໍລິສັດໄຟຟ້ານໍ້າເທີນ 2, ໂດຍ ການເປັນປະທານຂອງ ທ່ານ ແກ້ວ ອຸດອນ ບຸດສິງຂອນ ຄະນະປະຈໍາ ພັກແຂວງ, ປະທານຄະນະກຳມະ ການກອງທຶນ, ມີ ທ່ານ ດູສິດ ພົມ ມະຈັນ ອໍານວຍການເຂື່ອນບໍລິສັດ ໄຟຟ້ານໍ້າເທີນ 2 ພ້ອມດ້ວຍບັນດາ ຄະນະກໍາມະການ, ກອງເລຂາກອງ ທຶນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງລາຍງານ ຜົນການຈັດຕັ້ງປະຕິບັດຂອງກອງ ທຶນຊົດເຊີຍນໍ້າກະທ້າງໃນປີ 2025 ໂດຍໄດ້ຮັບງົບປະມານ 15 ຕື້ກວ່າ ກີບ ໃນນີ້, ໄດ້ນໍາໃຊ້ 5 ຕື້ກວ່າ ກີບ, ພວມຈັດຕັ້ງປະຕິບັດ 4,8 ຕື້ ກີບ ແລະ ຍັງເຫລືອ 5,2 ຕື້ກີບ ໂດຍໄດ້ນໍາໃຊ້ສະໜັບສະໜູນຫລາຍ ໂຄງການເປັນຕົ້ນ ໂຄງການສົມທົບ ທຶນຊ່ວຍເຫລືອຄ່າໄຟຟ້າ 60% ການກວດກາ ແລະ ຮັບຟັງລາຍ ງານສະພາບຄວາມຫຍຸ້ງຍາກການ ບໍລິການຈໍາໜ່າຍນໍ້າມັນເຊື່້ອໄຟ ຈາກບັນດາປໍ້າຕ່າງໆພາຍໃນເມືອງ ທ່າແຕງ ເພື່ອນຳມາປຶກສາຫາລື ແລະ ສະເໜີຂັ້ນເທິງຊ່ວຍຊອກ ວິທີທາງອອກ ແລະ ແກ້ໄຂໃຫ້ຖືກ ເປົ້າໝາຍ ໂດຍສະເພາະ ບັນຫາຄ່າ ຂົນສົ່ງເພີ່ມຂຶ້ນ, ສັ່ງຊື້ນໍ້າມັນບໍ່ໄດ້ ຕາມປະລິມານທີ່ຕ້ອງການ ແລະ ລ້າ ຊ້າ, ລາຄາສົ່ງອອກຈາກບາງສາງບໍ່ ກົງກັບລາຄາທີ່ກຳນົດໄວ້. ເມືອງທ່າແຕງ ມີປໍ້າຕົວແທນ ຈໍາໜ່າຍນໍ້າມັນເຊື້ອໄຟທັງໝົດ 12 ປໍ້າ ໃນນີ້, ເປີດບໍລິການປົກກະຕິໃນ ປັດຈຸບັນ 5 ປໍ້າ ແລະ ປິດບໍລິການ ລໍຖ້າການສະໜອງນໍ້າມັນ 7 ປໍ້າ. ຂ່າວ: ສັນຍາ ຂປລ. ແຫລ່ງຂ່າວຈາກ ແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ພິທີມອບຮັບເຂົ້າສານ ຈ້າວ ໃຫ້ຄອບຄົວ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ປີ 2025 ແລະ ນັກຮຽນທີ່ດ້ອຍ ໂອກາດນອນຫໍພັກພາຍໃນເມືອງ ແກ່ນທ້າວ ແຂວງໄຊຍະບູລີ ຈັດຂຶ້ນ ໃນທ້າຍອາທິດຜ່ານມາ ໂດຍມີທ່ານ ບຸນຍັງ ພັນທະວົງ ຮອງປະທານ ຄະນະກໍາມະການປົກຄອງເມືອງ, ປະທານຄະນະກໍາມະການຄຸ້ມຄອງ ໄພພິບັດຂັ້ນເມືອງແກ່ນທ້າວ, ມີ ຄະນະຄຸ້ມຄອງໄພພິບັດຂັ້ນເມືອງ, ອົງການປົກຄອງບ້ານ, ຄູ-ອາຈານ, ພ້ອມດ້ວຍຄອບຄົວຜູ້ຖືກຜົນກະທົບ ແລະ ນ້ອງນັກຮຽນເຂົ້າຮ່ວມ. ທ່ານ ອານຸເດດ ພິທັກ ຫົວໜ້າ ຫ້ອງການແຮງງານ ແລະ ສະ ຫວັດດີການສັງຄົມເມືອງ ໃຫ້ຮູ້ວ່າ: ເຂົ້າສານຈ້າວທີ່ນໍາມາມອບໃນຄັ້ງ ນີ້ ແມ່ນໄດ້ຮັບການຊ່ວຍເຫລືອຈາກ ອົງການຈັດຕັ້ງອາຊຽນ 3.000 ກິໂລກຣາມ ຊຶ່ງການຈັດແບ່ງແມ່ນ ອີງຕາມແຈ້ງການຂອງພະແນກ ແຮງງານ ແລະ ສະຫວັດດີການ ສັງຄົມ ແຂວງໄຊຍະບູລີ ແລະ ຂໍ້ຕົກລົງຂອງຄະນະກຳມະການ ປົກຄອງເມືອງແກ່ນທ້າວ ໂດຍ ມອບໃຫ້ຄອບຄົວຜູ້ປະສົບໄພພິບັດ 77 ຄອບຄົວ ກວມເອົາ 8 ບ້ານ ຄື: ບ້ານຫ້ວຍລ້າ, ນາຄໍາ, ດອນສັ່ງ, ບ້ານແຄ, ດອນເມນ, ຫ້ວຍບູຮາ, ປາກແຄມ ແລະ ບ້ານໜອງ, ລວມ 2.760 ກິໂລກຣາມ ແລະ ມອບໃຫ້ ນັກຮຽນດ້ອຍໂອກາດ ທີ່ນອນຫໍພັກ ຈໍານວນ 24 ນ້ອງ, ລວມທັງໝົດ 240 ກິໂລກຣາມ. ຂອງມູນຄ່າທັງໝົດໃນການປ້ຳນ້ຳ ເຂົ້ານາແຊງທີ່ປະຕູປ່ອງ 3 ປະຈໍາ ສົກປີ 2024-2025; ໂຄງການ ກໍ່ສ້າງຄອງເໝືອງດິນຈີ່ ຂະຫຍາຍ ເນື້ອທີ່ນາແຊງເພີ່ມເຂດຊົນລະປະ ທານ ຝາຍນ້ຳລົ້ນທ່າໂທດໄລຍະ 2 ຄວາມຍາວ 334 ແມັດ; ໂຄງການ ກໍ່ສ້າງຂົວສະລິງ ຢູ່ຄຸ້ມໂນນຕູມ ແລະ ສ້ອມແປງຂົວສະລິງ ບ້ານນາກະຕັງ ປັດຈຸບັນ ພວມດໍາເນີນການກໍ່ສ້າງ ໄດ້ປະມານ 30%. ນອກນັ້ນ, ກອງ ປະຊຸມຍັງໄດ້ຕີລາຄາໃຫ້ເຫັນບາງ ບັນຫາດ້ານຄົງຄ້າງ ແລະ ບົດຮຽນ ທີ່ຖອດຖອນໄດ້ ເພື່ອນໍາໄປປັບປຸງ ດໍາເນີນງານໃນອະນາຄົດ. ພ້ອມ ທັງໄດ້ນໍາສະເໜີແຜນງົບປະມານ ປະຈຳປີ 2026 ເພື່ອກໍານົດທິດທາງ ໃນການດໍາເນີນວຽກງານໃນໄລຍະ ຕໍ່ໜ້າ. ໃນກອງປະຊຸມ, ຍັງໄດ້ຈັດພິທີ ມອບ-ຮັບໂຄງການກໍ່ສ້າງກັນເຈື່ອນ ນໍ້າກະທ້າງ-ນໍ້າຍົມ ຈໍານວນ 4 ຈຸດ ຄື: ຢູ່ບ້ານນາໄຟໄໝ້ (ສາຍນໍ້າກະ ທ້າງ) 2 ຈຸດ; ບ້ານນາກະຕັງ ແລະ ບ້ານໂພນແສດ (ສາຍນໍ້າຍົມ) ໂດຍ ມີມູນຄ່າການກໍ່ສ້າງລວມທັງໝົດ 631.400 ໂດລາສະຫະລັດ. ໂອກາດດັ່ງກ່າວ, ທ່ານ ແກ້ວ ອຸດອນ ບຸດສິງຂອນ ໄດ້ກ່າວວ່າ: ການບໍລິຫານຄຸ້ມຄອງກອງທຶນ ໄດ້ ຈັດຕັ້ງປະຕິບັດຕາມສິດໜ້າທີ່ ແລະ ເງື່ອນໄຂສັນຍາລະຫວ່າງ ຄະນະ ກອງເລຂາ ແລະ ບໍລິສັດໄຟຟ້ານໍ້າ ເທີນ 2 ຈໍາກັດ, ການດໍາເນີນວຽກ ງານໄດ້ແບ່ງອອກເປັນ 2 ກິດຈະກໍາ ຫລັກຄື: ວຽກງານບໍລິຫານ ແລະ ວຽກງານພັດທະນາປັບປຸງພື້ນຖານ ໂຄງລ່າງ ລວມເຖິງການສົ່ງເສີມ ອາຊີບ ແລະ ຊີິວິດການເປັນຢູ່ຂອງ ປະຊາຊົນ 24 ບ້ານໃນ 2 ເມືອງ ຄື: ມະຫາໄຊ ແລະ ຍົມມະລາດ. ຜ່ານການຈັດຕັ້ງປະຕິບັດເຫັນໄດ້ ວ່າບັນດາໂຄງການດ້ານໂຄງລ່າງ, ການປ້ອງກັນເຊາະເຈື່ອນ, ດ້ານ ສິ່ງແວດລ້ອມ, ດ້ານສຸຂະພາບ ແລະ ການດໍາລົງຊີວິດການເປັນຢູ່ຂອງ ປະຊາຊົນຜູ້ໄດ້ຮັບຜົນກະທົບ ໄດ້ ຮັບການແກ້ໄຂ ແລະ ພັດທະນາດີ ຂຶ້ນເປັນລໍາດັບ. ໃນມື້ດຽວກັນ, ບັນດາຜູ້ເຂົ້າຮ່ວມ ກອງປະຊຸມຍັງໄດ້ເຄື່ອນໄຫວ ຢ້ຽມຢາມເບິ່ງການກໍ່ສ້າງຂົວອູ່ ເຂດບ້ານທາດ ເມືອງຍົມມະລາດ ເພື່ອຕິດຕາມຄວາມຄືບໜ້າຂອງ ໂຄງການທີ່ພວມຈັດຕັ້ງປະຕິບັດ. ຂ່າວ : ມະນີວັນ, ພາບ : ກອງຄໍາ
RkJQdWJsaXNoZXIy MTc3MTYxMQ==