17/03/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp -k;r5 fIj ;,sq flq 'g4ikry gld Iv'xtmkol6 odk' vrl ສາລະວັນ...ັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກສະບັບກ່ອນ***ໍ່ ຈັ ບ່ ອ ສູນພັດທະນາ...ູັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ພ້ອມນີ້, ທ່ານ ລິນຄໍາ ດວງສະ ຫວັນ ພ້ອມດ້ວຍຄະນະ ຍັງໄດ້ລົງ ຢ້ຽມຢາມການຈັດຕັ້ງປະຕິ ບັດກິດ ຈະກໍາຕ່າງໆ ພາຍໃນສູນພັດທະນາ ແລະ ບໍລິການດ້ານກະເສດ ຫ້ວຍ ຊອນ-ຫ້ວຍຊົ້ວ ຕື່ມອີກ. ຂໍ້ມູນ-ພາບ: ສອນເພັດ ທ່ານ ປະເດີມພອນ ສົນທະນີ ປະ ທານຄະນະກຳມະການປົກຄອງ ແຂວງສາລະວັນ ພ້ອມດ້ວຍພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນ ສັກສີພິຍານ. ທ່ານນາງ ຢູຮ່ອນສຸກ ຕາງໜ້າ ບໍລິສັດ ຢູຟີລລິບ ຈຳກັດ ໄດ້ກ່າວ ວ່າ: ຈຸດປະສົງຂອງໂຄງການ ແມ່ນ ເລັ່ງໃສ່ການພັດທະນາກະສິກຳ ແບບທັນສະໄໝ ແລະ ມີຄວາມຍືນ ຍົງ ຊຶ່ງການລົງທຶນຂອງບໍລິສັດ ແມ່ນຈະໄດ້ນຳເອົາເຕັກໂນໂລຊີ ດ້ານກະສິກຳທີ່ທັນສະໄໝຈາກ ສ ເກົາຫລີ ມາພັດທະນາໂຄງການ ແບບຟາມທັນສະໄໝ ຢູ່ແຂວງສາ ລະວັນ, ໃນຮູບແບບສຳປະທານ ເນື້ອທີ່ດິນລັດ ໂດຍປູກພືດປະເພດ ກ້ວຍ, ໝາກນັດ, ໝາກມ່ວງ ແລະ ໝາກພຸກ ເປັນສິນຄ້າໃນຮູບແບບ “ຟາມທັນສະໄໝ” ເພື່ອນຳເອົາ ເຕັກໂນໂລຊີທັນສະໄໝ ມານຳໃຊ້ ໃນການຜະລິດກະສິກຳ ໃຫ້ມີປະ ສິດທິຜົນ ແລະ ສາມາດຍົກລະດັບ ຄຸນນະພາບຜະລິດຕະພັນກະສິກຳ ໃນທ້ອງຖິ່ນ ກໍຄືກຳລັງການຜະລິດ ໃນຂະແໜງກະສິກຳ, ຍົກລະດັບ ເລື່ອງຄຸນນະພາບຜະລິດຕະພັນ ດ້ານກະສິກຳ, ສົ່ງເສີມອາຊີບໃຫ້ ປະຊາຊົນສ້າງລາຍໄດ້ແລະ ພັດທະ ນາຂະແໜງກະສິກຳໃນແຂວງສາ ລະວັນ ໃຫ້ມີຄວາມຍືນຍົງ ພ້ອມທັງ ກະຕຸ້ນມູນຄ່າການສົ່ງອອກໃນຜະ ລິດຕະພັນກະສິກຳ ໃຫ້ສູງຂຶ້ນກວ່າ ເກົ່າ ແລະ ສົ່ງອອກໄປຈຳໜ່າຍຢູ່ ຕະຫລາດ ສ ເກົາຫລີ. ການສຶກສາໂຄງການດັ່ງກ່າວ ຫາກມີຄວາມເໝາະສົມ ແລະ ເປັນ ໄປໄດ້ ຈະກາຍເປັນໜຶ່ງໃນໂຄງ ການສຳຄັນ ທີ່ຊ່ວຍກະຕຸ້ນການພັດ ທະນາກະສິກຳຂອງແຂວງ ໃຫ້ກ້າວ ໄປສູ່ການຜະລິດກະສິກຳທັນສະໄໝ ແລະ ສາມາດສົ່ງອອກສູ່ຕະຫລາດ ພາຍໃນ ແລະ ຕ່າງປະເທດ ໄດ້. ໂດຍທາງບໍລິສັດ ຈະໄດ້ລົງສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງຂັ້ນ ແຂວງ, ເມືອງ ແລະ ບ້ານ ຮ່ວມກັນ ລົງເກັບກຳຂໍ້ມູນພື້ນທີ່ຕົວຈິງ, ບົດ ບັນທຶກຄວາມເຂົ້າໃຈສະບັບນີ້ ແມ່ນ ມີອາຍຸໃນໄລຍະເວລາ 9 ເດືອນ ເລີ່ມແຕ່ເດືອນມີນາ ຫາເດືອນທັນ ວາ 2026 ນັບແຕ່ມື້ລົງນາມເຊັນ ເປັນຕົ້ນໄປ. ຂ່າວ-ພາບ: ທິດລານີ ໂຄດໂຍທາ ຂປລ. ພິທີເຖຣາພິເສກ (ຫົດ ສົງ) ພະອາຈານໃຫຍ່ ສີທົນ ໄຊ ຍະວົງສອນ ຮອງປະທານສູນກາງ ອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ) ຈັດຂຶ້ນ ໃນວັນທີ 15 ມີນາ 2026 ຢູ່ວັດ ຂປລ. ແຫລ່ງຂ່າວຈາກ ແຂວງ ຈຳປາສັກ ໃຫ້ຮູ້ວ່າ: ໃນທ້າຍອາທິດ ຜ່ານມາ, ເມືອງໂຂງ ແຂວງຈຳ ປາສັກ ຈັດພິທີປະກາດສ້າງຕັ້ງ “ຕາແສງດອນໂຂງ” ເປັນຕາແສງ ແຫ່ງທີ 4 ຂອງເມືອງ ທີ່ເປັນຈຸດ ຍຸດທະສາດສຳຄັນ ແລະ ເປັນເຂດທີ່ ມີທ່າແຮງບົ່ມຊ້ອນ ທາງດ້ານເສດ ຖະກິດ-ການທ່ອງທ່ຽວຢ່າງມະຫາ ສານ ທັງນີ້ກໍເພື່ອສືບຕໍ່ຜັນຂະຫຍາຍ ກົນໄກການປົກຄອງທ້ອງຖິ່ນ ໃຫ້ ເຂັ້ມແຂງ ໂດຍມີ ທ່ານ ສາທິດ ປັດສາພັນ ເລຂາຄະນະບໍລິຫານ ງານພັກເມືອງໂຂງ, ມີຫ້ອງການ ອ້ອມຂ້າງເມືອງ, ນາຍບ້ານ 23 ບ້ານ ທີ່ຂຶ້ນກັບຕາແສງດອນໂຂງ ເຂົ້າຮ່ວມ. ທ່ານ ຈັນທະນົງສິນ ຈັນທະພິມ ປະທານຄະນະກຳມະການປົກຄອງ ເມືອງໂຂງ ໄດ້ຍົກໃຫ້ເຫັນວ່າ: ຕາ ແສງດອນໂຂງ ກວມເອົາເນື້ອທີ່ທັງ ໝົດ 15.189 ເຮັກຕາ, ປະກອບມີ 23ບ້ານ(ສ່ວນໃຫຍ່ແມ່ນບ້ານເກາະ ດອນ) ຊຶ່ງເປັນເຂດທີ່ມີຄວາມອຸ ດົມສົມບູນທາງດ້ານກະສິກຳ ແລະ ມີຄວາມໂດດເດັ່ນດ້ານອື່ນໆ ເຊັ່ນ: ເປັນເຂດການຜະລິດເຂົ້າທີ່ສຳຄັນ (ໂດຍສະເພາະບ້ານນາ)ແລະມີຜະ ລິດຕະພັນໜຶ່ງເມືອງໜຶ່ງຜະລິດຕະ ພັນ ທີ່ຂຶ້ນຊື່ເຊັ່ນ: ເສັ້ນເຝີ, ເຫລົ້າ ຂາວ ແລະ ນ້ຳຕານກ້ອນ ບ້ານຫີນ ສິ່ວ. ພ້ອມນີ້, ຍັງເປັນທີ່ຕັ້ງຂອງສະ ຖານທີ່ປະຫວັດສາດແລະວັດທະນະ ທຳເຊັ່ນ: ວັດກາງໂຂງ, ວັດຈອມ ທອງ, ເຮືອນສະໄໝຝຣັ່ງ ແລະ ພິພິ ທະພັນເຮືອນອະດີດປະທານປະ ເທດ (ທ່ານ ຄຳໄຕ ສີພັນດອນ). ນອກຈາກນີ້, ຍັງມີຄວາມພ້ອມດ້ານ ພື້ນຖານໂຄງລ່າງທັງທາງບົກ ແລະ ທາງນ້ຳ, ລວມເຖິງໂຮງແຮມທີ່ໄດ້ ມາດຕະຖານອາຊຽນສີຂຽວ, ມີ ໂຄງຮ່າງການຈັດຕັ້ງທີ່ໜັກແໜ້ນ ເພື່ອຮອງຮັບການບໍລິການປະຊາ ຊົນ21.965ຄົນ, ຍິງ11.152ຄົນ, ມີ 3.716 ຄອບຄົວ, ມີ 3.718 ຫລັງຄາເຮືອນ. ຕາແສງດອນໂຂງ ໄດ້ກຳນົດໂຄງຮ່າງການຈັດຕັ້ງ ຢ່າງເປັນລະບົບ ມີອົງຄະນະພັກ ຮາກຖານຕາແສງ 9 ສະຫາຍ, ມີ ໜ່ວຍພັກ 72 ໜ່ວຍ ແລະ ສະມາຊິກ ພັກ 599 ສະຫາຍ, ປະກອບມີ 5 ໜ່ວຍງານ ທີ່ເປັນກົງຈັກຊ່ວຍວຽກ ຄື: ໜ່ວຍງານບໍລິຫານ-ປົກຄອງ, ໜ່ວຍງານພັກ-ອົງການຈັດຕັ້ງມະ ຫາຊົນ, ໜ່ວຍງານເສດຖະກິດການເງິນ, ໜ່ວຍງານວັດທະນະ ທຳ-ສັງຄົມ ແລະ ໜ່ວຍງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ພາຍໃຕ້ການນຳພາຂອງຄະນະກຳ ມະການປົກຄອງຕາແສງ ທີ່ມີບຸກ ຄະລາກອນ 13 ຕຳແໜ່ງ. ໃນພິທີ, ຍັງໄດ້ຜ່ານຂໍ້ຕົກລົງ ແຕ່ງຕັ້ງ ຄະນະກຳມະການປົກຄອງ ຕາແສງໂຂງຊຸດໃໝ່ ປະກອບມີ: ທ່ານ ວັນນະເລດ ພົມມະສານ ເປັນ ປະທານ, ທ່ານ ພັນໂທ ວິໄລຈິດ ໄຊ ຍະແສງ ແລະ ທ່ານ ສັນຕິ ສິງເສລີ ເປັນຮອງປະທານ. ການສ້າງຕັ້ງຕາແສງດອນໂຂງ ຖືເປັນບາດກ້າວທີ 4 ທີ່ສຳຄັນຍິ່ງ ໃນການປ່ຽນໂສມໜ້າການບໍລິ ຫານລັດຂອງເມືອງໂຂງ ໃຫ້ມີຄວາມ ທັນສະໄໝ, ວ່ອງໄວ ແລະ ສາມາດ ຕອບສະໜອງຄວາມຕ້ອງການ ຂອງປະຊາຊົນໄດ້ຢ່າງທົ່ວເຖິງ. ນີ້ ແມ່ນການສືບຕໍ່ຄວາມສຳເລັດຈາກ ຕາແສງກະດັນ, ຕາແສງຄອນ ແລະ ຫາດຊາຍຄູນ ເພື່ອກ້າວໄປສູ່ການ ຫັນເປັນຕາແສງໃຫ້ຄົບຖ້ວນທົ່ວ ເມືອງໃນອະນາຄົດ. ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ g,n v'30' xtdkflh k'8A ' 8kcl'fvo30' ຂປລ. ແຫລ່ງຂ່າວຈາກ ແຂວງ ອັດຕະປື ໃຫ້ຮູ້ວ່າ: ກອງປະຊຸມສະ ຫລຸບການຈັດຕັ້ງປະຕິບັດວຽກ ງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາ ຊົນນະບົດຮອບດ້ານ ແກ້ໄຂຄວາມ ທຸກຍາກ ແລະ ວຽກງານ 3 ສ້າງ ປະຈຳປີ 2025 ແລະ ວາງທິດທາງ ແຜນການປີ 2026 ຂອງເມືອງ ສາມັກຄີໄຊ ແຂວງອັດຕະປື ຈັດຂຶ້ນ ໃນທ້າຍອາທິດຜ່ານມາ ໂດຍການ ເປັນປະທານຂອງ ທ່ານ ອິນປັນ ອີນທິລາດ ກຳມະການພັກແຂວງ ເລຂາພັກເມືອງສາມັກຄີໄຊ, ມີບັນ ດາຄະນະປະຈຳພັກ, ກຳມະການ ພັກ ຕະຫລອດຮອດພະນັກງານ ຫັນລົງກໍ່ສ້າງສ້າງຮາກຖານການ ເມືອງ, ພະນັກງານ-ລັດຖະກອນ, ເລຂາພັກບ້ານນາຍບ້ານ 28 ບ້ານ ອ້ອມຂ້າງເມືອງເຂົ້າຮ່ວມ. ທ່ານ ວົງວິໄລ ສີສຸລາດ ຮອງ ປ່ານາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໂດຍມີ ພະມະຫາເຖຣານຸເຖຣະ, ບັນດາ ພັນລະຍາການນຳ ພັກ, ລັດ, ເຈົ້າ ພາບ, ເຈົ້າສັດທາ ແລະ ມວນຊົນ ຊາວພຸດທະສາສະນິກະຊົນລາວ ບັນດາເຜົ່າ ເຂົ້າຮ່ວມ. ການຫົດສົງ ພະອາຈານໃຫຍ່ ສີທົນ ໄຊຍະວົງສອນ ຈັດຂຶ້ນໃນ ໂອກາດທີ່ພະອາຈານໃຫຍ່ ໄດ້ຖືກ ເລືອກຕັ້ງໃຫ້ເປັນຮອງປະທານ ສູນກາງ ອພສ ແລະ ວັນອາຍຸວັດ ທະນະມຸງຄຸນ (ວັນເກີດ) ຄົບຮອບ 53 ປິ, 28 ພັນສາ ຊຶ່ງການໄດ້ ຮ່ວມຫົດສົງພະມະຫາເຖຣະ ຖືເປັນ ມຸງຄຸນອັນສູງສຸດ ເພື່ອເປັນບຸນເປັນ ກຸສົນ, ເປັນສິລິມຸງຄຸນ, ທັງເປັນ ການສະແດງຄວາມເຄົາລົບນັບຖື, ກາບໄຫວ້ແດ່ພະອາຈານໃຫຍ່ ສີ ທົນ ໄຊຍະວົງສອນ ຮອງປະທານ ສູນກາງ ອພສ, ເຈົ້າອະທິການວັດ ປ່ານາຄູນນ້ອຍ. ໃນໂອກາດດຽວກັນນີ້, ມວນ ຊົນຊາວພຸດທະສາສະນິກະຊົນລາວ ບັນດາເຜົ່າ ຍັງໄດ້ຮ່ວມໄຫ້ວພະສະ ມາທານສິນ 8, ສູດປະຣິຕະມຸງຄຸນ ແລະ ສູດສົມໂພດພະພຸດທະຮູບ 10 ອົງ ຕື່ມອີກ ຊຶ່ງພະພຸດທະຮູບ 10 ອົງດັ່ງກ່າວ, ພາຍຫລັງສູດ ສົມໂພດແລ້ວຈະໄດ້ນຳໄປຖວາຍ ປະດິດສະຖານໄວ້ຢູ່ວັດແຫ່ງຕ່າງໆ ຢູ່ແຂວງຜົ້ງສາລີ ໃນທ້າຍເດືອນ ມີນາ 2026 ນີ້. ຂ່າວ: ທະນູທອງ; ພາບ: ຂັນໄຊ lk,a d7u w- lts]5 [;Pd'kod+ lh k'Ikd4ko dkog,n v' 8y fra oda [;Pdra fmtok-q oot[q fIv[fh ko ຫົວໜ້າຫ້ອງວ່າການເມືອງສາມັກ ຄີໄຊ ໄດ້ສະຫລຸບການເຄື່ອນໄຫວ ວຽກງານກໍ່ສ້າງຮາກຖານການ ເມືອງ, ພັດທະນາຊົນນະບົດຮອບ ດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ໂດຍຍົກໃຫ້ໃນໄລຍະ 1 ປີ ຜ່ານມາ ສາມາດຍາດໄດ້ຜົນສໍາ ເລັດຫລາຍດ້ານ ເປັນຕົ້ນການ ຈັດຕັ້ງປະຕິບັດວຽກງານກໍ່ສ້າງ ຮາກຖານການເມືອງ ໄດ້ສຸມໃສ່ ຜັນຂະຫຍາຍນິຕິກຳທີ່ກ່ຽວຂ້ອງ ລົງສູ່ຮາກຖານບ້ານ ໃນແຕ່ລະ ຂັ້ນ ຕາມມະຕິ 25/ກມສພ, ມະຕິ 056/ຄລສພ, ຄຳສັ່ງ34/ນຍ ພ້ອມທັງຊຸກຍູ້ຕິດຕາມ, ປະເມີນ ການເຄື່ອນໄຫວວຽກງານກໍ່ສ້າງ ຮາກຖານການເມືອງ, ແກ້ໄຂບັນຫາ ຈຸດອ່ອນແອຫລໍ່ແຫລມ ໃນ 4 ເຂດ ບ້ານ ແລະ 2 ບ້ານໃຫຍ່ສຳເລັດ. ທົ່ວເມືອງມີ 28 ບ້ານ, ມີ 7.943 ຄອບຄົວ, ມີພົນລະເມືອງ 38.727 ຄົນ, ຍິງ 19.731 ຄົນ, ຄອບຄົວ ພົ້ນທຸກ 9.698 ຄອບຄົວ ເທົ່າກັບ 96,92%, ຄອບຄົວບໍ່ພົ້ນທຸກ 245 ຄອບຄົວ ເທົ່າກັບ 3,08%, ຄອບຄົວພັດທະນາ 7.453 ຄອບ ຄົວ ເທົ່າກັບ 93,83%, ຄອບຄົວບໍ່ ພັດທະນາ 245 ຄອບຄົວ ເທົ່າກັບ 3,08%, ບ້ານພັດທະນາ 25 ບ້ານ ແລະ ບ້ານພົ້ນທຸກ 28 ບ້ານ. ການ ປະເມີນວຽກງານ 3 ສ້າງ: ປະເມີນ ເມືອງເປັນຫົວເຂັ້ມແຂງຮອບດ້ານ ມີ 4 ດ້ານ ບັນລຸ 2 ດ້ານ, ບໍ່ບັນລຸ 2 ດ້ານ, ການສ້າງບ້ານເປັນຫົວໜ່ວຍ ພັດທະນາມີ 4 ດ້ານ 30 ຕົວຊີ້ບອກ ບັນລຸ 28 ບ້ານ ເທົ່າກັບ 100%. ສຳລັບການຈັດຕັ້ງປະຕິບັດ ການສ້າງຕັ້ງຕາແສງມີ: ຕາແສງ ເຊກອງ, ຕາແສງໂພນໄຊສະອາດ, ຕາແສງຈະເລີນສຸກ, ຊຶ່ງທັງໝົດ ນັ້ນ ແມ່ນພາຍໃຕ້ການນຳພາ-ຊີ້ນຳ ຂອງຄະນະພັກຄະນະນຳ ແລະ ຄວາມຮັບຜິດຊອບສູງ ຂອງອົງ ການປົກຄອງແຕ່ລະຂັ້ນອັນໄດ້ເຮັດ ໃຫ້ສະພາບໃນທົ່ວເມືອງ ມີສະຖຽນ ລະພາບທາງດ້ານການເມືອງ, ສັງ ຄົມມີຄວາມສະຫງົບ ແລະ ເປັນ ລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດມີການຂະຫຍາຍຕົວ ປົກກະຕິຕໍ່ເນື່ອງ, ພື້ນຖານໂຄງລ່າງ ໄດ້ຮັບການພັດທະນາດີຂຶ້ນ, ປະ ຊາຊົນໄດ້ຮັບການສຶກສາອົບຮົມ ການເມືອງ-ແນວຄິດ ແລະ ມີຄວາມ ຕື່ນຕົວສາມັກຄີເປັນປຶກແຜ່ນ, ຄະນະພັກ, ອົງການປົກຄອງແຕ່ລະ ຂັ້ນ ໄດ້ເປັນເຈົ້າການຊຸກຍູ້, ປະ ກອບສ່ວນຢ່າງຕັ້ງໜ້າ ໃນການ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ, ບົນເນື້ອໃນຈິດໃຈ ສ້າງແຂວງເປັນຫົວໜ່ວຍຍຸດທະ ສາດ, ສ້າງເມືອງເປັນຫົວໜ່ວຍ ເຂັ້ມແຂງຮອບດ້ານ ແລະ ສ້າງ ບ້ານ ເປັນຫົວໜ່ວຍພັດທະນາ, ສ້າງບ້ານໃຫຍ່ໃຫ້ມີສີສັນຕົວເມືອງ ນ້ອຍ ຢູ່ໃນຊົນນະບົດ. ຂ່າວ-ພາບ: ຂາວພອນ
RkJQdWJsaXNoZXIy MTc3MTYxMQ==