7139

xb dlksk]n dj P;da [ lyj 'mh kmkp.odko g-nj v,3p'glf4tdy f gxu f,tstdelu ,n sa f4tde]k; xt9exu 2025 ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 24.10.2025 ປີທີ 24 ສະບັບທີ 6.298ັຸີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j lkmk]tot]a f xt-kmy xtw8 xt-k-q o]k; \A opn oK  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ gzu pczj fe]a f ;j kfh ;poy 7q ,v5 flkstde  ອ່ານຕໍ່ໜ້າ 4່ າໍ່ ໜ້າ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ( ໃຫ້ກຽດລັ່ນຄ້ອງເປີດງານມະຫະກໍາສີມືຫັດຖະກໍາລາວ) ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຮ່ວມເປັນສັກຂີພິຍານໃນພິທີເຊັນສັນຍາ ]tob d;a olh k'8A 'lt,k7q , oa dxtra o]k; 7q [Iv[ 35 xu sk]n lh k'7;k,g0A ,c0' .sh 7v[7q ; c]t gfa d.o]k; ຂປລ. ກົມອຸດສາຫະກຳປຸງແຕ່ງ ກະຊວງອຸດສາຫະກຳ ແລະ ການ ຄ້າ ຈັດກອງປະຊຸມເຜີຍແຜ່ດຳລັດ ວ່າດ້ວຍນິຄົມອຸດສາຫະກຳໃນວັນທີ 21 ຕຸລາ 2025 ໂດຍການເປັນປະ ທານຂອງທ່ານ ບຸນເພັງ ສີບຸນເຮືອງ ຫົວໜ້າກົມອຸດສາຫະກຳປຸງແຕ່ງ ກະຊວງອຸດສາຫະກຳ ແລະ ການ ຄ້າ, ມີຜູ້ຕາງໜ້າທັງພາຍໃນ ແລະ ຂະແໜງອ້ອມຂ້າງກະຊວງ, ຕາງ ໜ້າຈາກອົງການຈັດຕັ້ງສາກົນ, ຄູ່ ຮ່ວມພັດທະນາ ແລະ ຕາງໜ້າຈາກ ພາກເອກະຊົນເຂົ້າຮ່ວມ. ທ່ານ ກຽງຄໍາ ຣາຊະຈັກ ຮອງ ຫົວໜ້າກົມອຸດສາຫະກໍາປຸງແຕ່ງ ກະຊວງອຸດສາຫະກຳ ແລະ ການ ຄ້າ ໄດ້ເຜີຍແຜ່ດໍາລັດວ່າດ້ວຍນິຄົມ ອຸດສາຫະກໍາ ເລກທີ 313/ລບ, ດໍາລັດວ່າດ້ວຍນິຄົມອຸດສາຫະກໍາ ອາຊີໂປຕາສ ເລກທີ 314/ນຍ ແລະ ດໍາລັດວ່າດ້ວຍນິຄົມອຸດສາຫະກໍາ ອະມະຕະ ເລກທີ 315/ນຍ, ຊຶ່ງບັນ ດາດໍາລັດ 3 ສະບັບດັ່ງກ່າວ ໄດ້ກໍາ ນົດຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບນະໂຍບາຍ ໃນການພັດທະນາ, ການຄຸ້ມຄອງ ແລະ ຕິດຕາມກວດການິຄົມອຸດ ສາຫະກໍາ, ເພື່ອສ້າງເງື່ອນໄຂເອື້ອ ອໍານວຍໃຫ້ແກ່ການຂະຫຍາຍຕົວ ຕາມທິດຫັນເປັນອຸດສາຫະກໍາທັນ ສະໄໜ, ສີຂຽວ ແລະ ຢືນຍົງ, ທັງ ເປັນການປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມຂອງ ຂປລ. ພິທີເຊັນສັນຍາຮັບເໝົາ ກໍ່ສ້າງໂຄງການຟື້ນຟູ ແລະ ບູລະນະ ຮັກສາທາງຫລວງແຫ່ງຊາດເລກ 9 ເລີ່ມແຕ່ວົງວຽນໄດໂນເສົານະຄອນ ໄກສອນພົມວິຫານ ຫາ ຊາຍແດນ ຂປລ. ສະມາຄົມນັກປະພັນລາວ ຈັດພິທີລະນຶກວັນສ້າງຕັ້ງສະມາຄົມ ນັກປະພັນລາວ ຄົບຮອບ 35 ປີ ຂປລ. ເມື່ອບໍ່ດົນມານີ້, ສະພາ ແຫ່ງຊາດ ໄດ້ຈັດຝຶກອົບຮົມເພື່ອ ຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ພາລະ ຂປລ. ເມື່ອບໍ່ດົນມານີ້, ສູນກາງ ສະຫະພັນແມ່ຍິງລາວ ຮ່ວມກັບລັດ ຖະບານອົດສະຕຣາລີ ແລະ ອົງການ ອຸຍນີເຊບ ປະຈຳ ສປປ ລາວ, ພ້ອມ ດ້ວຍບັນດາກະຊວງທີ່ກ່ຽວຂ້ອງ, ຄູ່ ຮ່ວມພັດທະນາ ແລະ ອົງການຈັດ ຕັ້ງສັງຄົມຈັດກອງປະຊຸມປຶກສາ ຫາລືເສີມສ້າງຄວາມເຂັ້ມແຂງໃຫ້ ຄອບຄົວ ແລະ ສົ່ງເສີມອະນາຄົດທີ່ ສົດໃສໃຫ້ແກ່ເດັກ ພາຍໃຕ້ແຜນງານ “ຮັກລູກໃຫ້ໃສ່ໃຈ” ໃນ ສປປ ລາວ ເພື່ອຂະຫຍາຍການສະໜັບສະໜູນ ໃຫ້ພໍ່ແມ່ ແລະ ຜູ້ດູແລເດັກ ທັງໄລຍະ  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ glA omk's];'g]d 9 9twfh Ia [ dko2N o26 c]t lh v,cx'.ow;MoU ທ່ານ ຄໍາໃບ ດໍາລັດ ຂປລ. ພິທີລົງນາມເອກະສານ ແລກປ່ຽນສໍາລັບໂຄງການຊ່ວຍ ເຫລືອຈາກລັດຖະບານຍີ່ປຸ່ນ ໃນ  ອ່ານຕໍ່ໜ້າ 4່ າໍ່ ໜ້າ ]k;{puj x5j o ]q 'ok,gvdtlkoc]dxj Po 37'dkoxa [x5 '0= ,6 o0j k;lkofh kor6 ,lkf h lh k'7;k,g0Q k.98rk]t[q f[kf0v' lrlr0 c]t dkodtdP,fegou odkog]n vd8A ' + ບົດບາດຂອງສະພາແຫ່ງຊາດ (ສພຊ), ສະພາປະຊາຊົນຂັ້ນ ແຂວງ (ສພຂ), ວຽກງານໂຄງປະ ກອບກົງຈັກການຈັດຕັ້ງ ແລະ ບຸກ ຄະລາກອນຂອງສະພາປະຊາຊົນ ຂັ້ນແຂວງ ແລະ ວຽກງານກະກຽມ ດຳເນີນການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ແຂວງບໍ່ແກ້ວ ໂດຍການເປັນ ປະທານຂອງທ່ານ ຄໍາໃບ ດໍາລັດ ປະທານສະພາແຫ່ງຊາດ, ມີທ່ານ ຈອມສີ ລັດຕະນະປັນ ປະທານຄະ 7;k,gxa o,k0v';a olkdq o c]t la [xtfkcsj '-kf grnj v]b []h k'7;k,m5 dpkd  ອ່ານຕໍ່ໜ້າ 3່ າໍ່ ໜ້າ ຂປລ. ປັດຈຸບັນ, ຄະນະກໍາມະ ການດ້ານເຕັກນິກ-ຈັດການແຂ່ງຂັນ ມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ໄດ້ຂຸ້ນຂ້ຽວຈັດຕັ້ງປະຕິບັດຫລາຍ ໜ້າວຽກເປັນຕົ້ນ: ການກຳນົດ ສະຖານທີ່ຮັບໃຊ້ຈັດການແຂ່ງຂັນ 14 ຈຸດ ໂດຍຮ່ວມກັບນະຄອນ ຫລວງເຈົ້າພາບ ແລະ ສະຫະພັນ ກິລາແຫ່ງຊາດ; ການສ້າງກົດລະ ບຽບຮັບໃຊ້ການແຂ່ງຂັນ 33 ປະ ເພດກິລາ ໂດຍອີງໃສ່ຂໍ້ກໍານົດວ່າ ດ້ວຍການຈັດງານມະຫະກຳກິລາ ແຫ່ງຊາດ; ການສ້າງເວັບໄຊມະ ທ່ານ ສີຈັນ ຈິດຕະປັນຍາ ot7vos];' l5 ,.lj s]kp;Pd dP,9a f,tstdedy ]kcsj '-kf 7A 'mu XII  ອ່ານຕໍ່ໜ້າ 4່ າໍ່ ໜ້າ ຫະກຳກິລາແຫ່ງຊາດ ຄັ້ງທີ XII ຂປລ. ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ມະຫາວິທະຍາໄລແຫ່ງຊາດ ອົດສະຕຣາລີ ຮ່ວມຈັດສໍາມະນາ ປະຈຳປີ 2025 ໃນວັນທີ 23 ຕຸລາ 2025 ໂດຍການເປັນປະທານຂອງ ທ່ານ ສະຖາບັນດິດ ອິນສີຊຽງ ໃໝ່ ຮອງປະທານສະຖາບັນວິທະ ຍາສາດເສດຖະກິດ ແລະ ສັງຄົມ  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ໃນວັນທີ 23 ຕຸລາ 2025 ນີ້, ຢູ່ນະຄອນໂຮ່ຈີ່ມິງ ສສ ຫວຽດນາມ, ຄະນະຜູ້ແທນ 7totz6h cmo 7vlr rq [xtda [ 7tot37ltoklb dlk0q o0;kpxt-k-q o

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 24/10/2025 xtgmf]k; o;{va 'dy f sk]n Ia fc|h o dkoIj ;,,n fh kodko7h k{dko]q 'mb o ເສັ້ນທາງຫລວງເລກ 9...ັ້ ສ້າງຄວາມເຂົ້າໃຈ...້ົ້ ເປີດມະຫະກໍາສີມື...ີໍີື ຄະນະຜູ້ແທນ ຄອສພ...ູ້ ຂປລ. ມະຫະກໍາສີມືຫັດຖະກໍາ ລາວ ຄັ້ງທີ 24 ປະຈໍາປີ 2025 ຈັດຂຶ້ນໃນວັນທີ 22-26 ຕຸລາ 2025 ທີ່ຕໍານັກຜ້າໄໝລາວບູຮານ (ຕັ້ງຢູ່ຂ້າງຫໍຄໍາ ຫລື ຂ້າງສໍານັກ ງານປະທານປະເທດ, ແຄມຂອງ) ບ້ານຊຽງຍືນ ນະຄອນຫລວງວຽງ ຈັນ ໂດຍມີທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ທ່ານປະ ທານປະເທດ, ມີທ່ານເຈົ້າຄອງ ນະຄອນຫລວງວຽງຈັນ, ບັນດາ ລັດຖະມົນຕີ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ພາຍໃນງານມີ ຫລາຍກິດຈະກໍາທີ່ໜ້າສົນໃຈເປັນ ຕົ້ນການວາງສະແດງ ແລະ ຂາຍ ສິນຄ້າຫັດຖະກຳແບບບູຮານ ແລະ ແບບສະໄໝໃໝ່, ສາທິດຂັ້ນຕອນ ການຜະລິດຈາກຊາວຊ່າງຕ່າງ ແຂວງ. ນອກຈາກນີ້, ຍັງມີການ ວາງສະແດງສະຖານທີ່່ທ່ອງທ່ຽວ, ຈັດສັນບ່ອນບໍລິການຖ່າຍຮູບໄວ້ ເປັນທີ່ລະນຶກ, ເດີນແບບຊຸດແຕ່ງ ດອງຊົນເຜົ່າ, ສໍາມະນາໃຫ້ຄວາມ ຮູ້ໃນຫລາຍຫົວຂໍ້ທີ່ໜ້າສົນໃຈ, ປະ ກວດຟ້ອນລໍາວົງລາວ, ປະກວດພາ ຂວັນລາວ ແລະ ອື່ນໆ. ທ່ານ ນາງ ສຸວິຕາ ປະເສີດ ປະ ທານສະມາຄົມຫັດຖະກໍາລາວ ໄດ້ ກ່າວວ່າ: ງານມະຫະກໍາສີມືຫັດຖະ ກໍາລາວ ຄັ້ງທີ 24 ຈັດຂຶ້ນພາຍໃຕ້ ຄໍາຂວັນ “ສີໄມ້ລາຍມື ຄືອຸທິຍານ ແຫ່ງການທ່ອງທ່ຽວ” ແລະ “ຕໍ່າ ຫູກ-ຜູກຮັກອະນຸລັກປະເພນີການ ແຕ່ງດອງ” ຊຶ່ງໄດ້ຮວບຮວມເອົາ ເຄື່ອງຫັດຖະກຳແບບບູຮານ ແລະ ແບບສະໄໝໃໝ່ ເປັນຕົ້ນຜ້າໄໝ, ຜ້າຝ້າຍ, ເຄື່ອງປະດັບ (ເງິນ, ຄໍາ, ແກ້ວປະເສີດ), ເຄື່ອງຈັກສານ (ຫວາຍ-ໄມ້ປ່ອງ); ຜະລິດຕະພັນ ວັດທະນະທໍາ (ໄມ້ແກະສະຫລັກ, ຮູບແຕ້ມ ແລະ ອື່ນໆ), ອາຫານ ພື້ນເມືອງ, ຜັກ, ໝາກໄມ້ປອດສານ ພິດ, ເຄື່ອງດື່ມສະໝູນໄພ ແລະ ອື່ນໆ 130 ກວ່າຮ້ານ. ນອກຈາກນີ້, ຍັງ ມີກິດຈະກຳສາທິດຂັ້ນຕອນການ ຜະລິດສິນຄ້າຫັດຖະກຳ, ຈໍາລອງ “ວິຖີຕະຫລາດບູຮານ” ກິດຈະກໍາ ສໍາມະນາແລກປ່ຽນຄວາມຮູ້ທີ່ ໜ້າສົນໃຈຫລາຍຫົວຂໍ້ເຊັ່ນ: ປະ ເພນີການແຕ່ງດອງ, ຄວາມໝາຍ ຄວາມສໍາຄັນຂອງການເປັນນາຍ ຊ່າງຫັດຖະກຳ, ຄຸນຄ່າ ແລະ ຜົນ ຕອບແທນຂອງການເປັນນາຍຊ່າງ ຫັດຖະກຳ. ໃນໂອກາດນີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດ ສາຫະກຳ ແລະ ການຄ້າ ໄດ້ໃຫ້ຮູ້ ວ່າ: ງານມະຫະກຳສີມືຫັດຖະກຳ ລາວ ປະຈໍາປີ 2025 ແມ່ນງານສໍາ ຂປລ. ໃນວັນທີ 23 ຕຸລາ 2025 ນີ້, ທ່ານ ພູວົງ ວົງຄຳຊາວ ຮອງ ເຈົ້າຄອງນະຄອນຫລວງວຽງຈັນ (ນວ) ໄດ້ຕ້ອນຮັບການຢ້ຽມຂໍ່າ ນັບຂອງທ່ານ ແມັດ ເວດສະເທີນ ເອັມພີ ທູດການຄ້າແຫ່ງສະຫະ ຣາຊາອານາຈັກອັງກິດ ພ້ອມດ້ວຍ ຄະນະ ເພື່ອປຶກສາຫາລືຫລາຍບັນ ຫາສຳຄັນຮັດແໜ້ນການຮ່ວມມື ດ້ານການຄ້າ-ການລົງທຶນຮ່ວມກັນ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໂອກາດນີ້,ທ່ານພູວົງວົງຄຳຊາວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກກັບ ນະຄອນຫລວງວຽງຈັນ ໃນຄັ້ງນີ້ ຊຶ່ງຈະເປັນການເສີມສ້າງຄວາມ ຮັບຮູ້ເຂົ້າໃຈ, ໃຫ້ບົດຮຽນ, ປະສົບ ການເຊິ່ງກັນ ແລະ ກັນ ໃນຂົງເຂດ ການຮ່ວມມືມິດຕະພາບລະຫວ່າງ ສອງຝ່າຍໃນຂົງເຂດການລົງທຶນ, ດ້ານເສດຖະກິດ-ການຄ້າ, ການ ແລກປ່ຽນດ້ານວັດທະນະທຳການທ່ອງທ່ຽວ ເພື່ອສ້າງໂອກາດ ແລະ ເງື່ອນໄຂການຮ່ວມມືກັນໃນ ອະນາຄົດ. ພ້ອມນີ້, ທ່ານ ພູວົງ ວົງຄຳຊາວ ຍັງໄດ້ລາຍງານສະ ພາບຈຸດພິເສດ ແລະ ການພັດທະນາ ນະຄອນຫລວງວຽງຈັນ ກໍຄື ແຜນ ຈັດຕັ້ງປະຕິບັດຕົວເມືອງສີຂຽວ ປີ 2023-2030 ໂດຍໄດ້ກໍານົດ 6 ຂົງ ເຂດບຸລິມະສິດ ຄື: ການຄຸ້ມຄອງຂີ້ ເຫຍື້ອແບບຍືນຍົງ, ການຄຸ້ມຄອງ ນໍ້າເປື້ອນ ແລະ ສຸຂາພິບານ, ຄວາມ ທົນທານຕໍ່ການປ່ຽນແປງດິນຟ້າ ອາກາດ ແລະ ໄພພິບັດ, ການເດີນ ທາງໃນຕົວເມືອງແບບຍືນຍົງ, ພື້ນ ທີ່ສາທາລະນະສີຂຽວ ແລະ ພະລັງ ງານຍືນຍົງ. ທ່ານ ແມັດ ເວດສະເທີນ ເອັມພີ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານ ຮອງເຈົ້າຄອງນະຄອນຫລວງວຽງ ຈັນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບ ອຸ່ນໃນຄັ້ງນີ້, ພ້ອມທັງລາຍງານ ຈຸດປະສົງຂອງການເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຮ່ວມ ກັບນະຄອນຫລວງວຽງຈັນ ໃນຄັ້ງ ນີ້ ໃຫ້ທ່ານຮອງເຈົ້າຄອງນະຄອນ ຫລວງວຽງຈັນ ຮັບຊາບ ແລະ ຈະ ນຳເອົາຄຳປຶກສາຫາລືກັນໃນຄັ້ງ ນີ້ ໄປຄົ້ນຄວ້າຮ່ວມກັບຫລາຍພາກ ສ່ວນກ່ຽວຂ້ອງ ເພື່ອຮ່ວມມືດ້ານ ຄ້າ-ການລົງທຶນຢູ່ນະຄອນຫລວງ ວຽງຈັນ ໃຫ້ຫລາຍຂຶ້ນ. ຂໍ້ມູນ-ພາບ: ວຽງຈັນໃໝ່ ລາວ-ຫວຽດນາມ ເມືອງເຊໂປນ ແຂວງສະຫວັນນະເຂດ ລະຫວ່າງ ນະສະມາຊິກສະພາແຫ່ງຊາດ ປະ ຈໍາເຂດເລືອກຕັ້ງທີ 5, ທັງປະທານ ສະພາປະຊາຊົນແຂວງ, ທ່ານ ພົຈວ ສຸກພະຈັນ ສີລາເພັດ ຮອງເຈົ້າ ແຂວງບໍ່ແກ້ວ, ມີຮອງປະທານ ແລະ ຄະນະປະຈໍາ ສພຂ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສຸບັນ ສະວະບຸດ ກໍາມະ ການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການວຽກງານ ສະມາຊິກສະພາແຫ່ງຊາດ ໄດ້ ເຜີຍແຜ່ເອກະສານກ່ຽວກັບພາລະ ບົດບາດ, ສິດ ແລະ ໜ້າທີ່ຂອງສະ ພາແຫ່ງຊາດ, ສະພາປະຊາຊົນຂັ້ນ ແຂວງ ແລະ ບົດຮຽນກ່ຽວກັບການ ຄົ້ນຄວ້າໂຄງປະກອບກົງຈັກການ ຈັດຕັ້ງ, ບຸກຄະລາກອນຂອງ ສພຂ, ການກະກຽມ ແລະ ດໍາເນີນການ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ຂັ້ນແຂວງ ຊຸດທີ V. ທັງນີ້, ກໍເພື່ອ ຄະນະໂຄສະນາອົບຮົມສູນກາງ ພັກ(ຄອສພ) ນຳໂດຍ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະ ປະຈຳພັກ, ຮອງຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ, ພ້ອມ ຄະນະໄດ້ພົບປະເຮັດວຽກກັບຄະ ນະໂຄສະນາສຶກສາ ແລະ ຂົນຂວາຍ ປະຊາຊົນ ໂດຍມີສະຫາຍ ຕັງຫິວ ຟອງ ຮອງປະທານຄະນະໂຄສະນາ ສຶກສາຂົນຂວາຍປະຊາຊົນ, ຄະນະ ພັກ ນະຄອນໂຮ່ຈີ່ມິງ ພ້ອມຄະນະ ໃຫ້ການຕ້ອນຮັບ. ໃນໂອກາດດັ່ງກ່າວ, ສະຫາຍ ຕັງຫິວຟອງ ໄດ້ສະແດງຄວາມຍິນດີ ຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາ ສູງຕໍ່ຄະນະຜູ້ແທນ ຄະນະໂຄສະນາ ອົບຮົມສູນກາງພັກ ທີ່ໄດ້ນຳພາ ບັນດາສື່ມວນຊົນເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈີ່ ມິງ ໃນຄັ້ງນີ້, ຊຶ່ງເປັນການປະກອບ ສ່ວນເສີມສ້າງ ແລະ ເພີ່ມທະວີ ສາຍພົວພັນຮ່ວມມືດ້ານວຽກງານ ງານຖະແຫລງຂ່າວ-ສື່ມວນຊົນ ລະຫວ່າງຫວຽດນາມ-ລາວ ກໍຄື ວຽກງານຖະແຫລງຂ່າວ-ສື່ມວນ ນະຄອນໂຮ່ຈີ່ມິງ ແລະ ຖະແຫລງ ຂ່າວສື່ມວນຊົນລາວ ທີ່ມີມາແລ້ວ ນັ້ນ, ໃຫ້ນັບມື້ແຕກດອກອອກຜົນ ຍິ່ງໆຂຶ້ນ. ພ້ອມນີ້, ສະຫາຍ ຕັງຫິວ ຟອງ ຍັງໄດ້ລາຍງານສະພາບການ ພັດທະນາເສດຖະກິດ-ສັງຄົມຂອງ ແຂວງໂດຍຫຍໍ້ ແລະ ລາຍງານ ການເຄື່ອນໄຫວວຽກງານສື່ມວນ ຊົນຂອງນະຄອນໂຮ່ຈີ່ມິງ ໃຫ້ຄະນະ ຜູ້ແທນລາວຮັບຊາບ. ໃນໂອກາດນີ້, ສະຫາຍ ນາງ ວິລະວອນ ພັນທະວົງ ກໍໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອຸ່ນ ແລະ ສະໜິດສະໜົມ, ພ້ອມ ທັງໄດ້ລາຍງານໃຫ້ສະຫາຍ ຕັງ ຫິວຟອງ ຮັບຊາບວ່າ: ປັດຈຸບັນ, ຄະນະໂຄສະນາອົບຮົມສູນກາງພັກ ແລະ ກະຊວງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ ສປປ ລາວ ກໍໄດ້ປັບປຸງກົງຈັກການຈັດຕັ້ງ ຄືນໃໝ່ ໂດຍມອບ-ໂອນວຽກງານ ຖະແຫລງຂ່າວ-ສື່ມວນຊົນ ມາຂຶ້ນ ກັບຄະນະໂຄສະນາອົບຮົມສູນກາງ ພັກ. ປັດຈຸບັນ, ຄະນະໂຄສະນາ ອົບຮົມສູນກາງພັກປະກອບມີ: ກົມສື່ ມວນຊົນ, ສໍານັກຂ່າວສານປະເທດ ລາວ, ໂທລະພາບແຫ່ງຊາດລາວ, ວິທະຍຸກະຈາຍສຽງແຫ່ງຊາດ ລາວ, ໜັງສືພິມພາສາຕ່າງປະເທດ ແລະ ໜັງສືພິມປະຊາຊົນ. ເຖິງ ຢ່າງໃດກໍຕາມວຽກງານສື່ມວນ ຊົນພວກເຮົາກໍຍັງສືບຕໍ່ຜະເຊີນໜ້າ ກັບບັນຫາສິ່ງທ້າທາຍ ແລະ ພົບ ກັບຄວາມຫຍຸ້ງຍາກບໍ່ໜ້ອຍໃນ ສະພາບການທີ່ພາກພື້ນ, ສາກົນມີ ຄວາມສັບສົນ, ບັນຫາຂໍ້ຂັດແຍ່ງ, ຄວາມບໍ່ສະຫງົບທາງດ້ານການ ເມືອງຢູ່ຫລາຍປະເທດ. ສະນັ້ນ, ໃນ ຄັນປະຈໍາປີ ທີ່ສະທ້ອນໃຫ້ເຫັນເຖິງ ຄວາມພະຍາຍາມ ແລະ ຄວາມມຸ່ງ ໝັ້ນຂອງພັກ ແລະ ລັດຖະບານໃນ ການອະນຸລັກ ແລະ ສົ່ງເສີມມໍລະດົກ ທາງດ້ານວັດທະນະທຳຂອງຊາດ ຊຶ່ງຫັດຖະກຳແມ່ນວັດທະນະທໍາ ທີ່ເປັນມູນເຊື້ອທີ່ມີຄ່າ ແລະ ເປັນ ສ່ວນໜຶ່ງຂອງວັດທະນະທຳຂອງ ຊາດລາວ. ມັນບໍ່ພຽງແຕ່ບົ່ງບອກ ເຖິງລັກສະນະເຊື້ອຊາດ, ຮີດຄອງ ປະເພນີການນຸ່ງຖືອັນດີງາມ, ຍັງ ເປັນອາຊີບທໍາມາຫາກິນຂອງປະ ຊາຊົນ, ເປັນສື່ທີ່ສະທ້ອນເຖິງພູມ ປັນຍາປະດິດສ້າງ ແລະ ຈິດວິນຍານ ຂອງມູນເຊື້ອລາວບັນດາເຜົ່າ. ການ ຮັກສາ ແລະ ສືບຕໍ່ຫັດຖະກຳຈຶ່ງເປັນ ໜ້າທີ່ຂອງພວກເຮົາທຸກຄົນ ເພື່ອໃຫ້ ຍັງຄົງຢູ່ ແລະ ພັດທະນາໄປຕາມ ຍຸກສະໄໝ. ໃນໄລຍະຜ່ານມາ, ກະຊວງອຸດ ສາຫະກຳ ແລະ ການຄ້າ ໄດ້ສ້າງ ແຜນພັດທະນາອຸດສາຫະກຳ ແລະ ການຄ້າ 5 ປີ (2021-2025) ຊຶ່ງໄດ້ກຳນົດເອົາວຽກຫັດຖະກຳ ເປັນສ່ວນໜື່ງຂອງແຜນດັ່ງກ່າວ ສະແດງອອກຕົວເລກການປະກອບ ສ່ວນຂອງວຽກງານຫັດຖະກຳ ໃນການພັດທະນາເສດຖະກິດ-ສັງ ຄົມ. ໃນປີ 2020 ທົ່ວປະເທດມີ ໂຮງງານ ແລະ ໂຮງຊ່າງຫັດຖະກຳ ທັງໝົດ 11.728 ແຫ່ງ (ກວມເອົາ 98,39% ເປັນໂຮງຊ່າງຄອບຄົວ). ຜະລິດຕະພັນທີ່ສົ່ງອອກປະກອບ ດ້ວຍ ຜະລິດຕະພັນຈາກໄມ້ໄຜ່ ແລະ ຫວາຍ, ຝ້າຍ ແລະ ເຄື່ອງຈັກສານ ລວມຍອດມູນຄ່າການສົ່ງອອກສູງ ເຖິງ 900.000 ໂດລາສະຫະລັດ. ໃນປັດຈຸບັນ, ກະຊວງອຸດສາຫະກໍາ ແລະ ການຄ້າກໍໄດ້ຄົ້ນຄວ້າແຜນ ພັດທະນາອຸດສາຫະກຳ ແລະ ການ ຄ້າ (2026-2030) ໂດຍໄດ້ກວມ ເອົາວຽກງານຫັດຖະກຳເຂົ້າຢູ່ໃນ ແຜນພັດທະນາດັ່ງກ່າວ, ພັກ-ລັດ ໄດ້ວາງເປົ້າໝາຍໃຫ້ການພັດທະ ນາວຽກງານຫັດຖະກຳເປັນສ່ວນ ໜຶ່ງຂອງການສ້າງລາຍໄດ້ ແລະ ການຈ້າງງານໃນຊຸມຊົນຂອງຊົນ ນະບົດ ໂດຍຈະເນັ້ນໃຫ້ຄວາມສຳ ຄັນການພັດທະນາຊາວຊ່າງຫັດຖະ ກຳທ້ອງຖິ່ນ, ສ້າງຜູ້ສືບທອດທີ່ມີ ຄຸນນະພາບ, ຍົກລະດັບທັກສະ ແລະ ຄຸນນະພາບຜະລິດຕະພັນຫັດຖະກຳ ໃຫ້ມີວັດທະນະທຳອັນຊົງຄຸນຄ່າ ແລະ ສ້າງຄວາມສາມາດດ້ານການ ແຂ່ງຂັນ, ພ້ອມທັງສົ່ງເສີມການ ເຂົ້າເຖິງຕະຫລາດພາຍໃນ ແລະ ສາກົນ. ຂ່າວ: ກິດຕາ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງກັບລັດວິສາຫະກິດກໍ່ສ້າງ ທາງເລກ 8 ຈັດຂຶ້ນໃນວັນທີ 20 ຕຸລາ 2025 ທີ່ນະຄອນຫລວງ ວຽງຈັນ ໂດຍມີທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ທ່ານ ເຫລັກໄຫລສີວິໄລລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີບັນດາຮອງລັດຖະມົນຕີ, ຫົວ ໜ້າໂຄງການພ້ອມດ້ວຍພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມໂດຍການຮ່ວມ ລົງນາມລະຫວ່າງທ່ານ ຄຳຜອງ ສົມວິຈິດ ຫົວໜ້າພະແນກໂຍທາ ທິການ ແລະ ຂົນສົ່ງແຂວງສະ ຫວັນນະເຂດ ແລະ ທ່ານ ພູເພື່ອນ ແສງພະຈັນ ອຳນວຍການລັດວິສາ ຫະກິດກໍ່ສ້າງທາງເລກ 8. ທ່ານ ອັກຄະລະ ອິນທະວົງສາ ຫົວໜ້າໂຄງການຟື້ນຟູແລະ ບູລະນະ ຮັກສາທາງຫລວງແຫ່ງຊາດ ໄດ້ ມີຄໍາເຫັນວ່າ: ເສັ້ນທາງຫລວງ ແຫ່ງຊາດເລກ 9 ກໍ່ສ້າງສໍາເລັດໃນ ປີ 1988 ໄດ້ຮັບການຊ່ວຍເຫລືອ ລ້າຈາກຫວຽດນາມ, ອະດີດສະຫະ ພາບໂຊວຽດ, ບຸນກາລີ, ຮົງກາລີ, ເຊັກໂກສະໂລວາກີ, ໂປໂລຍ ແລະ ກູບາ, ເປັນເສັ້ນທາງທີ່ມີບົດບາດ ສໍາຄັນຕິດພັນກັບການພັດທະນາ ດ້ານເສດຖະກິດ-ສັງຄົມ, ເປັນເສັ້ນ ທາງເຊື່ອມໂຍງ-ເຊື່ອມຈອດລະ ຫວ່າງຕາເວັນອອກ-ຕາເວັນຕົກ. ພາຍຫລັງສ້າງສໍາເລັດ ປີ 1988 ມາຮອດປັດຈຸບັນໄດ້ດໍາເນີນການ ຟື້ນຟູແລ້ວ 4 ໄລຍະ, ອອກແບບຮັບ ນໍ້າໜັກໄດ້ 11 ໂຕນຕໍ່ເພົາ; ການ ຟື້ນຟູແຕ່ລະຄັ້ງແມ່ນໄດ້ນໍາໃຊ້ງົບ ປະມານເປັນຈໍານວນຫລວງຫລາຍ. ປັດຈຸບັນ, ໄລຍະທາງບາງເສັ້ນແມ່ນ ໝົດອາຍຸການນໍາໃຊ້ແລ້ວບວກກັບ ປະລິມານການສັນຈອນໄປມາແມ່ນ ເພີ່ມຂຶ້ນໃນແຕ່ລະປີຈໍາເປັນຕ້ອງໄດ້ ຟື້ນຟູເປັນການດ່ວນ. ສຳລັບເສັ້ນທາງເລກ 9 ແມ່ນ ທາງຫລວງອາຊຽນເລກທີ 16, ແມ່ນໜຶ່ງໃນ 8 ເສັ້ນທາງຫລວງ ອາຊຽນທີ່ຜ່ານປະເທດລາວ ເປັນ ເສັ້ນທາງຍຸດທະສາດຮັບໃຊ້ການ ຂົນສົ່ງຜ່ານແດນຂອງອະນຸພາກ ພື້ນ ໂດຍສະເພາະການຂົນສົ່ງຜ່ານ ສາມປະເທດລາວ-ຫວຽດນາມໄທ. ຜ່ານການຄົ້ນຄວ້າໂດຍທຽບ ໃສ່ບັນຫາໃນປັດຈຸບັນດ້ານງົບປະ ມານການນໍາໃຊ້ບູລະນະຮັກສາ ແລະ ສ້ອມແປງເສັ້ນທາງຫລວງ ແຫ່ງຊາດເລກ 9 ແມ່ນເພີ່ມຂຶ້ນ ຫລາຍໃນແຕ່ລະປີ ແລະ ການສະ ໜອງງົບປະມານໃນແຕ່ລະປີບໍ່ ພຽງພໍຕໍ່ການບູລະນະຮັກສາ ແລະ ສ້ອມແປງເຮັດໃຫ້ເສັ້ນທາງມີການ ຊຸດໂຊມ, ເປ່ເພຫລາຍຈຳເປັນຕ້ອງ ໄດ້ສ້ອມແປງດ່ວນ ເພື່ອໃຫ້ການ ຄົມມະນາຄົມຂົນສົ່ງ ກໍຄື ການສັນ ຈອນໄປມາຜ່ານເສັ້ນທາງຫລວງ ແຫ່ງຊາດສາຍນີ້ມີຄວາມສະດວກ. ຂ່າວ: ສົມຫວັງ; ພາບ: ວສລ ໂອກາດມາພົບປະຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້, ເປັນໂອກາດອັນ ດີທີ່ຈະໄດ້ຖອດຖອນບົດຮຽນນໍາ ເພື່ອນສະຫາຍຫວຽດນາມ ຕື່ມ ແລະ ເຮັດແນວໃດ ເພື່ອໃຫ້ວຽກງານການ ຮ່ວມມືດ້ານຖະແຫລງຂ່າວ-ສື່ມວນ ຊົນຂອງສອງປະເທດ ນັບມື້ເຕີບ ໃຫຍ່ເຂັ້ມແຂງ ໂດຍສະເພາະບັນດາ ອົງການສື່ມວນຊົນສອງປະເທດ ລາວ-ຫວຽດນາມ ໃຫ້ໄດ້ຮັບການ ພັດທະນາ, ຮ່ວມມືແລກປ່ຽນຂໍ້ມູນ ຂ່າວສານໃນທຸກຂົງເຂດວຽກງານ. ໃນນັ້ນ, ການຫັນເປັນດີຈິຕອນທີ່ ທັນສະໄໝຍິ່ງມີຄວາມສຳຄັນ. ຕອນທ້າຍ ສະຫາຍ ຕັງຫິວຟອງ ຍັງໄດ້ອວຍພອນໃຫ້ຄະນະຜູ້ແທນ ຄອສພ ຈົ່ງປະສົບຜົນສຳເລັດໃນ ການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມໃນຄັ້ງ ນີ້ ແລະ ອວຍພອນໃຫ້ສາຍພົວພັນ ມິດຕະພາບທີ່ຍິ່ງໃຫຍ່, ຄວາມ ສາມັກຄີແບບພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດຫວຽດນາມ-ລາວ, ລາວຫວຽດນາມ ໃຫ້ໝັ້ນຄົງຂະໜົງແກ່ນ ຕະຫລອດໄປ. ໃນວັນດຽວກັນ, ຄະນະຜູ້ແທນ ຄອສພ ຍັງໄດ້ໄປຢ້ຽມຢາມ ແລະ ເຮັດວຽກັບໜັງສືພິມ ຕວຍແຈ ຕື່ມອີກ. ຂ່າວ-ພາບ: ສຳນານ ເຜີຍແຜ່, ເຊື່ອມຊຶມເອກະສານດັ່ງ ກ່າວ ໃຫ້ແກ່ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ແລະ ທຸກ ພາກສ່ວນຢູ່ຂັ້ນແຂວງ, ຂັ້ນເມືອງ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈເລິກ ເຊິ່ງກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງ ສພຊ ແລະ ສພຂ ຕາມລັດຖະທຳມະນູນ ແລະ ກົດ ໝາຍທີ່ໄດ້ກໍານົດໄວ້; ທັງເປັນການ ແນະນໍາຂັ້ນຕອນການກະກຽມໃຫ້ ແກ່ການປ່ອນບັດເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນຕໍ່ໜ້າໃຫ້ມີປະສິດທິພາບ, ປະສິດ ທິຜົນສູງກວ່າເກົ່າ. ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ແລກ ປ່ຽນຄຳຄິດເຫັນຕໍ່ເອກະສານດັ່ງ ກ່າວ ແລະ ສົມທຽບໃສ່ການເຄື່ອນ ໄຫວວຽກງານຕົວຈິງໃນໄລຍະ ຜ່ານມາ ໂດຍສະເພາະບັນຫາຫຍຸ້ງ ຍາກດ້ານບຸກຄະລາກອນທີ່ຈະເປັນ ເສນາທິການບັນຈຸຊ່ວຍວຽກຢູ່ຂັ້ນ ເມືອງໃນຕໍ່ໜ້າຍັງມີຄວາມຫຍຸ້ງ ຍາກຫລາຍ ເນື່ອງຈາກບຸກຄະລາ ກອນມີຈໍາກັດ, ດ້ານງົບປະມານ ແລະ ພາຫະນະຮັບໃຊ້ໃນການເຄື່ອນ ໄຫວວຽກງານຕົວຈິງຍັງມີຈໍາກັດ, ຄວາມຮັບຮູ້, ເຂົ້າໃຈຂອງສັງຄົມຕໍ່ ວຽກງານສະພາຍັງມີໜ້ອຍ. ຂ່າວ-ພາບ: ສພຊ

7;k,gxa o,k0v';a olkdq o c]t la [xtfkcsj '-kf grn j v]b []h k'7;k,m5 dpkd xtgmf]k; 3 24/10/2025 0j k; c]t gsfdko ໂດຍ: ຄະນະ ບກ *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me *** ອ່ານຕໍ່ສະບັບໜ້າ ***່ າໍ່ ສັ ບ້ າ ບົດສະເໜີົີ ໂດຍ ທອງສະຫວັນ ພົມວິຫານັ ນົ ມິ ຫ ລັດຖະມົນຕີກະຊວງການຕ່າງປະເທດັ ດົ ນີ ກ່ າ 80 xu dkom6 f]k; 4vf[q fIPo9kdvtfu f l6 j dkog8u [.spj 1j k'Iv[fh ko ຕັ້ງແຕ່ນັ້ນເປັນຕົ້ນມາ, ການທູດ ໄດ້ເຄື່ອນໄຫວຢ່າງມີຈຸດມຸ່ງໝາຍ ແລະ ຫລັກການຫລາຍຂຶ້ນ ໂດຍອີງ ໃສ່ທ່າແຮງພື້ນຖານ ອັນຖືກຕ້ອງ ຕາມກົດໝາຍ ແລະ ຄວາມຊອບ ທໍາ. ບໍ່ວ່າຈະໃນນາມພັກ ຫລື ໃນ ນາມແນວລາວຮັກຊາດທີ່ຖືກສ້າງ ຕັ້ງຂຶ້ນ ກໍໄດ້ອອກມາເປັນກະບອກ ສຽງຕອບໂຕ້ຢ່າງທັນການ ແລະ ກ່າວໂຈມຕີ ຈັກກະພັດອາເມລິກາ ທີ່ເຂົ້າມາແຊກແຊງ ແລະ ລະເມີດ ເນື້ອໃນຈິດໃຈ ຂອງສັນຍາເຊີແນວ 1954 ໃຫ້ແກ່ສາກົນໄດ້ຮັບຊາບ. ພ້ອມກັນນັ້ນ, ຍັງໄດ້ປະສານສົມທົບ ຢ່າງແໜ້ນແຟ້ນກັບເພື່ອນມິດຫວຽດ ນາມ, ຈີນ, ສະຫະພາບໂຊວຽດ ແລະ ບັນດາປະເທດສັງຄົມນິຍົມ ອື່ນໆ ເພື່ອຊຸກຍູ້ຂະບວນການຮັກ ຫອມສັນຕິພາບ ແລະ ຄວາມເປັນ ທໍາໃນໂລກ. ບົນພື້ນຖານນະໂຍບາຍ ການຕ່າງປະເທດ, ການທູດໄດ້ ເຄື່ອນໄຫວຢ່າງມີພິກໄຫວ ແລະ ຄ່ອງແຄ້ວ ແນໃສ່ຕ້ານການແຊກ ແຊງ ຂອງຈັກກະພັດອາເມລິກາ ແລະ ສ້າງສາຍພົວພັນການທູດ ກັບ ປະເທດຕ່າງໆ ໂດຍບໍ່ຈໍາແນກລະ ບອບການເມືອງ ຕາມຫລັກການ ຢູ່ຮ່ວມກັນໂດຍສັນຕິ. ນະໂຍບາຍ ນີ້ ໄດ້ເປັນເຄື່ອງມືສໍາຄັນ ໃນການ ຍາດແຍ່ງເອົາຄວາມເຫັນໃຈ ແລະ ການສະໜັບສະໜູນ ຈາກເພື່ອນມິດ ສາກົນ ຄຽງຄູ່ກັບການປັບປຸງສ້າງ (ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 80 ປີ)ື່ ອັ ນູ ດົ ບີ ) ຄວາມເຂັ້ມແຂງທາງການເມືອງ ພາຍໃນປະເທດ ຊຶ່ງນໍາມາຜົນສໍາ ເລັດຫລາຍດ້ານ. ຕະຫລອດໄລຍະແຫ່ງການຕໍ່ສູ້ ກູ້ຊາດ ຕ້ານຈັດກະພັດອາເມລິກາ, ນະໂຍບາຍການຕ່າງປະເທດ ໄດ້ມີ ການປັບປ່ຽນໃຫ້ສອດຄ່ອງ ກັບສະ ພາບການໃໝ່, ໃນຕົ້ນເດືອນສິງຫາ 1968, ກອງປະຊຸມຄົບຄະນະຄັ້ງທີ 16 ຂອງສູນກາງພັກປະຊາຊົນລາວ ໄດ້ກໍານົດພາລະໜ້າທີ່ ໃນໄລຍະໃໝ່ ຂອງການປະຕິວັດ ໂດຍເນັ້ນໜັກ ຄວາມສໍາຄັນ ຂອງການຕໍ່ສູ້ສາມ ດ້ານ: “ການທະຫານ, ການເມືອງ ແລະ ການຕ່າງປະເທດ”, ເພື່ອຮັກ ສາໄຊຊະນະທີ່ຍາດມາໄດ້ແລະສ້າງ ເງື່ອນໄຂໃຫ້ກ້າວໄປສູ່ໄຊຊະນະທີ່ ມີລັກສະນະຕັດສິນຊີ້ຂາດ. ປະທານ ໄກສອນ ພົມວິຫານ ໄດ້ເນັ້ນວ່າ: ການຕໍ່ສູ້ທາງດ້ານການເມືອງ, ນອກ ຈາກປົກປັກຮັກສາເຂດປົດປ່ອຍໃຫ້ ໝັ້ນຄົງແລ້ວ, ຍັງຈໍາເປັນຕ້ອງປຸກ ລະດົມປະຊາຊົນ ໃນເຂດປົກຄອງ ຂອງສັດຕູໃຫ້ລຸກຮືຂຶ້ນ ເພື່ອສ້າງ ທ່າແຮງທາງການເມືອງໃໝ່. ພ້ອມ ກັນນັ້ນ, ກໍເພີ່ມທະວີການເຄື່ອນ ໄຫວການທູດຢ່າງແຂງແຮງ ເພື່ອ ຍາດແຍ່ງການສະໜັບສະໜູນຊ່ວຍ ເຫລືອຈາກສາກົນ ແລະ ຮ່ວມແຮງ ເປັນອັນໜຶ່ງດຽວກັບຂະບວນການ ປະຕິວັດໃນອິນດູຈີນ, ລວມທັງໄດ້ ນໍາໃຊ້ການໂຄສະນາຂົນຂວາຍ ເພື່ອ ປຸກລະດົມການສະໜັບສະໜູນຈາກ ປະຊາຊົນທົ່ວໂລກ ກໍຄື ປະຊາຊົນ ອາເມລິກາ ເພື່ອກົດດັນໃຫ້ລັດຖະ ບານຂອງຕົນ ເຫັນເຖິງການກະທໍາ ອັນບໍ່ຊອບທໍາ ແລະ ຢຸດຕິສົງຄາມ ໃນອິນດູຈີນ ກໍຄືຢູ່ລາວໂດຍໄວ. ອັນພິເສດ, ການທູດລາວໄດ້ຮ່ວມມື ຄຽງບ່າຄຽງໄຫລ່ ກັບຫວຽດນາມ ໃນການປະສານສົມທົບກໍາລັງທະ ຫານ ແລະ ການເມືອງ, ຈົນໃນທີ່ສຸດ ກໍສາມາດຍາດເອົາໄຊຊະນະ ເໜືອ ຈັກກະພັດອາເມລິກາ ແລະ ຈໍາຍອມ ເຊັນສັນຍາປາຣີ ໃນວັນທີ 27 ມັງກອນ 1973, ຢຸດຕິສົງຄາມໃນ ອິນດູຈີນ ແລະ ເຄົາລົບເອກະລາດ ອະທິປະໄຕ ຂອງສາມຊາດອິນດູ ຈີນ. ຕໍ່ມາບໍ່ພຽງເທົ່າໃດມື້, ຝ່າຍລັດ ຖະບານວຽງຈັນ (ທີ່ມີອາເມລິກາ ສະໜັບສະໜູນ) ຈໍາຕ້ອງຍອມເຈ ລະຈາແລະລົງນາມສັນຍາວຽງຈັນ ກັບຝ່າຍກໍາລັງຮັກຊາດ ວ່າດ້ວຍ ການຟື້ນຟູສັນຕິພາບ ແລະ ຄວາມ ຖືກຕ້ອງປອງດອງຊາດ ໃນລາວ ໃນວັນທີ 21 ກຸມພາ 1973 ຊຶ່ງ ຖືເປັນໝາກຜົນສໍາຄັນຂອງການ ເຈລະຈາ ທີ່ຝ່າຍລັດຖະບານວຽງ ຈັນ ຈໍາຕ້ອງຍອມຮັບເງື່ອນໄຂ ເກືອບທັງໝົດ ຕາມຂໍ້ສະເໜີຂອງ ຝ່າຍກໍາລັງຮັກຊາດ. ເວົ້າລວມແລ້ວ, ໃນໄລຍະການຕໍ່ ສູ້ປະຕິວັດ, ການທູດສາມາດລະດົມ ຂົນຂວາຍການສະໜັບສະໜູນຈາກ ເພື່ອນມິດ ແລະ ປະຊາຄົມໂລກ ບໍ່ ວ່າຈະເປັນທາງດ້ານຈິດໃຈ, ກໍາ ລັງແຮງກໍຄືທາງດ້ານວັດຖຸ ເປັນຈໍາ ນວນຫລວງຫລາຍ. ພ້ອມນີ້, ກໍມີ ສ່ວນຮ່ວມສໍາຄັນ ໃນການຂະບວນ ການເຄື່ອນໄຫວສາກົນ ເພື່ອສະ ໜັບສະໜູນການຕໍ່ສູ້ອັນຊອບທໍາ ຂອງປະຊາຊົນລາວ, ຈົນສາມາດປະ ສານແຮງກົດດັນ ຮ່ວມກັບຫວຽດ ນາມ ແລະ ກໍາປູເຈຍ ໃນການຕໍ່ຕ້ານ ສົງຄາມ ຂອງຈັກກະພັດອາເມລິກາ ໃນລາວ ແລະ ທົ່ວອິນດູຈີນ. ການ ດໍາເນີນການທູດຂັ້ນສູງ ຄຽງຄູ່ໄປ ກັບການຕໍ່ສູ້ທາງການເມືອງ ແລະ ການທະຫານ ຜ່ານການເຈລະຈາ ແລະ ການນໍາໃຊ້ແນວທາງສັນຕິວິທີ ໄປພ້ອມກັບຍຸດທະວິທີທາງການ ທະຫານ ໄດ້ຢືນຢັນໃຫ້ເຫັນເຖິງ ຜົນສໍາເລັດຂອງການຕໍ່ສູ້. ເຖິງວ່າ ປະເທດລາວເຮົາ ຈະເປັນປະເທດ ນ້ອຍ, ແຕ່ກໍສາມາດປະຕິບັດການ ຕໍ່ສູ້ ຢ່າງມີຫລັກການ ແລະ ມີຍຸດໂທ ບາຍທີ່ສອດຄ່ອງກັບຂະບວນການ ເຄື່ອນໄຫວຂອງສາກົນ ຊ່ຶງໄດ້ຊ່ວຍ ນໍາພາໃຫ້ປະຊາຊົນລາວ ບັນລຸໄຊ ຊະນະທີ່ຍິ່ງໃຫຍ່ ທັງໃນສະໜາມ ຮົບ ແລະ ເວທີການເມືອງ ຊຶ່ງໄດ້ ເປັນພື້ນຖານສໍາຄັນ ໃຫ້ແກ່ການ ບັນລຸໄຊຊະນະສຸດທ້າຍ ໃນການ ປົດປ່ອຍປະເທດໃນທ້າຍປີ 1975. ຫລັງຈາກປະເທດຊາດໄດ້ຮັບ ການປົດປ່ອຍ ແລະ ສະຖາປະນາ ລະບອບໃໝ່ “ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ” ໃນ ວັນທີ 2 ທັນວາ 1975, ການທູດ ກໍໄດ້ສືບຕໍ່ພາລະກິດຂອງຕົນ ໃນ ການປະກອບສ່ອນສ້າງສາປະເທດ, ປົກປ້ອງຊາຍແດນ ແລະ ອະທິປະ ໄຕແຫ່ງຊາດ. ໃນໄລຍະຮໍາບາດແຜ ຫລັງສົງຄາມ ພ້ອມກັບການຕົກຢູ່ ໃນສະພາບຖືກປິດລ້ອມໂດດດ່ຽວ ທາງເສດຖະກິດ-ການເມືອງ ຈາກ ການບີບບັງຄັບ ຂອງປະເທດຕາ ເວັນຕົກທີ່ນໍາໂດຍສະຫະລັດອາເມ ລິກາ, ການທູດກໍໄດ້ສະແຫວງຫາ ໂອກາດສ້າງສາຍພົວພັນກັບບັນດາ ປະເທດ ພາຍໃຕ້ລະບອບສັງຄົມນິ ຍົມເພື່ອປົກປ້ອງແລະຮັກສາຜົນປະ ໂຫຍດລວມຂອງຊາດ. ໃນໄລຍະນີ້, ສປປ ລາວ ໄດ້ຂະຫຍາຍການພົວ ພັນກັບຕ່າງປະເທດ, ໂດຍໄດ້ພະຍາ ຍາມເຂົ້າເປັນສະມາຊິກ ອົງການ ຈັດຕັ້ງສາກົນຕ່າງໆ ແລະ ຫ້າວ ຫັນໃນການເຂົ້າຮ່ວມກອງປະຊຸມ ຫລາຍຝ່າຍ ເຊັ່ນ: ຂະບວນການບໍ່ ຮ່ວມກຸ່ມ ແລະ ອົງການສະຫະປະ ຊາຊາດ, ພາຍໃຕ້ແນວທາງການ ຕ່າງປະເທດ “ເພີ່ມມິດ-ຫລຸດຜ່ອນ ສັດຕູ”. ດັ່ງທີ່ ປະທານ ໄກສອນ ພົມວິຫານ ເນັ້ນໜັກວ່າ: ການຕໍ່ສູ້ ກູ້ຊາດເພື່ອໃຫ້ໄດ້ຮັບໄຊຊະນະ ຈໍາ ເປັນຕ້ອງອາໃສການສະໜັບສະໜູນ ຊ່ວຍເຫລືອ ຈາກບັນດາປະເທດ ເພື່ອນມິດສະຫາຍ ແລະ ໃນການ ປົກປັກຮັກສາ ແລະ ສ້າງສາປະເທດ ຊາດໃນໄລຍະໃໝ່ ຍິ່ງຕ້ອງການ ເພື່ອນມິດສະຫາຍຫລາຍກວ່າເກົ່າ”. ການທູດ ຈຶ່ງມີບົດບາດສໍາຄັນ ໃນ ການເປີດເສັ້ນທາງໃໝ່ໃນພາລະກິດ ການຕ່າງປະເທດ ແລະ ປູທາງໃຫ້ ແກ່ການຂະຫຍາຍການຮ່ວມມື ໃນ ໄລຍະຈິນຕະນາການໃໝ່ ກໍຄື ການ ເຊື່ອມໂຍງກັບສາກົນ. ທ່າມກາງການປ່ຽນແປງໃໝ່ ຂອງສະພາບສາກົນ, ສປປ ລາວ ກໍໄດ້ກ້າວເຂົ້າສູ່ໄລຍະດໍາເນີນນະ ໂຍບາຍ “ຈິນຕະນາການໃໝ່ ຫລື ການປ່ຽນແປງໃໝ່” ໃນປີ 1986, ພາລະກິດສຳຄັນທີ່ສຸດ ຂອງການ ທູດລາວໃນເວລານັ້ນ ກໍຄືການທຳ ລາຍວົງປິດລ້ອມໂດດດ່ຽວຂອງ ບາງກຸ່ມປະເທດທີ່ໄດ້ວາງມາດຕະ ການຂວໍ້າບາດລາວເຮົາ, ໄປພ້ອມ ກັບການຟື້ນຟູປົວແປງປະເທດຊາດ ແລະ ການສ້າງການພົວພັນທາງ ການທູດໃຫ້ເປັນປົກກະຕິກັບປະ ເທດຕ່າງໆ. ດ້ວຍແນວຄິດໃໝ່ ແລະ ການດໍາເນີນນະໂຍບາຍການຕ່າງ ປະເທດທີ່ມີພິບໄຫວ, ສປປ ລາວ ໄດ້ຂະຫຍາຍສາຍພົວພັນກັບທຸກ ປະເທດໃນໂລກ ໂດຍບໍ່ຈຳແນກລະ ບອບການເມືອງ ແລະ ສັງຄົມທີ່ ແຕກຕ່າງກັນ ບົນພື້ນຖານການເຄົາ ລົບເອກະລາດ, ອະທິປະໄຕ, ຄວາມ ສະເໝີພາບ ແລະ ຜົນປະໂຫຍດ ຮ່ວມກັນ ແນໃສ່ສ້າງເງື່ອນໄຂທີ່ ເອື້ອອໍານວຍຕໍ່ການປະຕິບັດສອງ ໜ້າທີ່ຍຸດທະສາດຄື: ການປົກປັກ ຮັກສາ ແລະ ການສ້າງສາປະເທດ ຊາດ. ພາຍໃນໄລຍະບໍ່ເຖິງໜຶ່ງທົດ ສະວັດນັບແຕ່ການເລີ່ມຕົ້ນຈິນຕະ ນາການໃໝ່, ສະພາບການເຄື່ອນ ໄຫວການທູດຂອງລາວ ໄດ້ມີບາດ ກ້າວໂສມໜ້າໃໝ່ ຈາກການຜະເຊີນ ໜ້າມາເປັນການຮ່ວມມື, ຈາກການ ປິດລ້ອມມາເປັນການພົວພັນຫລາຍ ທິດທາງກັບປະເທດໃຫຍ່ ແລະ ປະ ເທດທີ່ມີລະບອບການເມືອງແຕກ ຕ່າງກັນ, ໄດ້ຟື້ນຟູສາຍພົວພັນການ ທູດແບບປົກກະຕິກັບສະຫະລັດ ອາເມລິກາ ໃນປີ 1992, ສ. ເກົາ ຫລີ ໃນປີ 1995 ແລະ ເຂົ້າເປັນສະ ມາຊິກອາຊຽນ ໃນປີ 1997. ຈາກ ຜົນສຳເລັດຂອງຈິນຕະນາການ ໃໝ່, ການທູດລາວໄດ້ກ້າວເຂົ້າສູ່ ໄລຍະໃໝ່ ດ້ວຍນະໂຍບາຍເປັນ ເພື່ອນມິດກັບທຸກປະເທດ ແລະ ພົວ ພັນຫລາຍທິດຫລາຍຝ່າຍ ຊຶ່ງໄດ້ ປະສົບຜົນສໍາເລັດຢ່າງໃຫຍ່ຫລວງ ໂດຍໄດ້ສະແດງອອກຢ່າງຈະແຈ້ງ ຈາກຈໍານວນການສ້າງສາຍພົວພັນ ການທູດກັບບັນດາປະເທດ ຈາກບໍ່ ເຖິງ 70 ປະເທດ ກ່ອນປີ 1986 ມາເປັນ 151 ປະເທດໃນປີ 2025. ສາຍພົວພັນທາງການທູດຂອງລາວ ໄດ້ຂະຫຍາຍເຂົ້າສູ່ລວງເລິກ ແລະ ມີຄວາມຍືນຍົງຫລາຍຂຶ້ນ, ໂດຍ ມີຂອບການພົວພັນຮ່ວມມືສໍາຄັນ ກັບ 12 ປະເທດ, ໃນນີ້, ຄູ່ຮ່ວມມື ຍຸດທະສາດຮອບດ້ານ 4 ປະເທດ (ຫວຽດນາມ, ຈີນ, ຍີ່ປຸ່ນ, ກໍາປູ ເຈຍ), ຄູ່ຮ່ວມມືຍຸດທະສາດ 3 ປະເທດ (ຣັດເຊຍ, ຮົງກາລີ, ສ ເກົາ ຫລີ; ໃນນີ້ ຣັດເຊຍ ແລະ ສ ເກົາຫລີ ກໍາລັງກຽມຍົກລະດັບ ເປັນຄູ່ຮ່ວມ ມືຍຸດທະສາດຮອບດ້ານ), ຄູ່ຮ່ວມ ມືຍຸດທະສາດຮ່ວມອຸດົມການ 1 ປະ ເທດ (ກູບາ) ແລະ ເພື່ອນມິດຮ່ວມ ອຸດົມການ ອັນດຽວກັນ 1 ປະເທດ (ສປປ ເກົາຫລີ), ຄູ່ຮ່ວມມືຮອບ ດ້ານ 2 ປະເທດ (ໄທ, ອົດສະຕຣາ ລີ)ແລະຄູ່ຮ່ວມມືແບບກວມລວມ1 ປະເທດ (ອາເມລິກາ). ຕະຫລອດ ໄລຍະເກືອບ 4 ທົດສະວັດ (19862025), ສປປ ລາວ ໄດ້ສ້າງສາຍ ພົວພັນການທູດທີ່ເປີດກວ້າງ ແລະ ສະພາບແວດລ້ອມ ທີ່ເອື້ອອຳນວຍ ຫລາຍຂຶ້ນ, ວາງຮາກຖານໃຫ້ແກ່ ການສ້າງສາພັດທະນາປະເທດ ຊາດ ໃຫ້ມີຄວາມໝັ້ນຄົງຂະໜົງ ແກ່ນຍິ່ງຂຶ້ນ. ຂປລ. ຄວາມທຸກຍາກ ແລະ ຄວາມອຶດຫິວ ເປັນບັນຫາໃຫຍ່ຂອງ ໂລກ ມາຫລາຍທົດສະວັດ. ບັນດາ ປະຊາຊາດໄດ້ມີການເຄື່ອນໄຫວ ດ້ວຍຫລາຍຮູບການ ເພື່ອຕໍ່ສູ້ກັບ ຄວາມທຸກຍາກ ແລະ ຄວາມອຶດຫິວ ແຕ່ກໍຍັງເປັນບັນຫາໃຫຍ່ທີ່ປະຊາ ຄົມໂລກຕ້ອງໄດ້ສາມັກຄີກັນຕໍ່ສູ້ ແລະຮ່ວມກັນແກ້ໄຂ ເວົ້າລວມ, ເວົ້າ ສະເພາະຢູ່ ສປປ ລາວ ໃນຖານະ ເປັນລັດສະມາຊິກຂອງອົງການ ສະຫະປະຊາຊາດ ຊຶ່ງເປັນປະເທດ ທີ່ທຸກຍາກ ອີກປະເທດໜຶ່ງ, ເວລາ ໃດກໍ່ຍຶດໝັ້ນອຸດົມການຂອງຕົນ ໃນ ການນໍາເອົາຄວາມສົມບູນພູນສຸກ ມາໃຫ້ແກ່ປະຊາຊົນລາວບັນດາ ເຜົ່າ, ທັງໄດ້ສະແດງອອກເຖິງ ຄວາມມຸ່ງໝັ້ນໃນການຕໍ່ສູ້ລຶບລ້າງ ຄວາມທຸກຍາກຕະຫລອດມາ. ກອງປະຊຸມວຽກງານລຶບລ້າງ ຄວາມທຸກຍາກທົ່ວປະເທດ ຄັ້ງທີ 1 ຊຶ່ງໄດ້ຈັດຂຶ້ນໃນໄລຍະວັນທີ 1719 ມີນາ 2003, ໂດຍພາຍໃຕ້ການ ເປັນປະທານຂອງ ທ່ານ ບຸນຍັງ ວໍລະຈິດ ນາຍົກລັດຖະມົນຕີໃນເວ ລານັ້ນ ໄດ້ຮັບຮອງເອົາວັນທີ 17- 24 ເດືອນຕຸລາ ເປັນວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບ ລ້າງຄວາມທຸກຍາກ ຢ່າງເປັນທາງ ການ. ມະຕິກອງປະຊຸມດັ່ງກ່າວ ມີ ບາງເນື້ອໃນສໍາຄັນຄື: “ກອງປະ ຊຸມເຫັນ ພ້ອມໃຫ້ປຸກລະດົມຂະ ບວນການແກ້ໄຂຄວາມທຸກຍາກທົ່ວ ປະເທດ ຕາມ 4 ເນື້ອໃນ ຊຶ່ງຢູ່ໃນ ແຜນນະໂຍບາຍຂອງພັກ ແລະ ຄໍາ ສັ່ງເລກທີ 01/ນຍ ຂອງນາຍົກລັດ ຖະມົນຕີ ກໍານົດໄວ້. ຂະແໜງການ, ນັບທັງຂອງພັກ-ລັດ, ອົງການມະ ຫາຊົນກໍລ້ວນແຕ່ຕ້ອງປະຕິບັດຕາມ ພາລະບົດບາດ ແລະ ຄວາມຮັບຜິດ ຊອບໂດຍກົງຕໍ່ຜົນສໍາເລັດ, ຜົນໄດ້ ຜົນເສຍໃນວຽກງານດັ່ງກ່າວຂອງ ທ້ອງຖິ່ນຕົນ. ໃນທ່າມກາງການຈັດ ຕັ້ງປະຕິບັດແຜນນະໂຍບາຍດັ່ງ ກ່າວ, ກອງປະຊຸມເຫັນດີ ເຫັນພ້ອມ ວ່າຕ້ອງໃຫ້ເປີດຂະບວນການລຶບ ລ້າງຄວາມທຸກຍາກໃນທົ່ວປະເທດ, ທຸກແຂວງ, ທຸກເມືອງ ແລະ ບ້ານ ຂຶ້ນຢ່າງເປັນທາງການ; ໃນຂະບວນ ການລຶບລ້າງຄວາມທຸກຍາກ, ໃຫ້ ປະກາດສັບປະດາຫລຸດຜ່ອນຄວາມ ທຸກຍາກ, ປຸກລະດົມຂະບວນການ ລຶບລ້າງຄວາມທຸກຍາກ ດ້ວຍການ ນໍາໃຊ້ຫລາຍຮູບຫລາຍວິທີແລະລະ ດົມກໍາລັງແຮງສັງລວມຂອງທົ່ວ ປວງຊົນ ເຂົ້າໃນການຈັດຕັ້ງປະຕິ ບັດວຽກງານດັ່ງກ່າວຢ່າງມີຜົນສໍາ ເລັດ; ແຂວງໃດ, ເມືອງໃດ, ບ້ານໃດ ແລະ ຄອບຄົວໃດ ທີ່ບັນລຸຄາດໝາຍ ແລະ ສໍາເລັດຜົນ ຈະໄດ້ຮັບການ ຍ້ອງຍໍຈາກລັດຖະບານ ແລະ ອົງ ການກ່ຽວຂ້ອງຕາມລະບຽບການ ຂອງ ສປປ ລາວ ຢ່າງເໝາະສົມ; ໃຫ້ສະຫລຸບຕີລາຄາຜົນການຈັດ ຕັ້ງປະຕິບັດ, ຄັດເລືອກຜົນງານ, ຕົວແບບດີເດ່ັນ ແລະ ປະຕິບັດນະໂຍ ບາຍຍ້ອງຍໍປະຈໍາປີຢ່າງສົມກຽດ, ນັບທັງຜູ້ມີຜົນງານ, ມີສ່ວນຮ່ວມ ເຂົ້າໃນວຽກງານລຶບລ້າງຄວາມ ທຸກຍາກຂອງປະຊາຊົນ”. ຕະຫລອດໄລຍະຜ່ານມາ, ເພື່ອ ບັນລຸບັນດາຄາດໝາຍສູ້ຊົນ ທີ່ໄດ້ ວາງເອົາໄວ້ ໃນການແກ້ໄຂຄວາມ ທຸກຍາກ ແລະ ບັນລຸເປົ້າໝາຍການ ພັດທະນາແບບຍືນຍົງ, ລັດຖະບານ ໄດ້ຜັນຂະຫຍາຍມາເປັນແຜນຍຸດ ທະສາດ, ແຜນການ ແລະ ໂຄງການ ພັດທະນາຊົນນະບົດ ແລະ ລຶບລ້າງ ຄວາມທຸກຍາກ ໃນແຕ່ລະໄລຍະ, ໂດຍໄດ້ຖືເອົາການພັດທະນາຊົນນະ ບົດຮອບດ້ານ, ກໍຄືການສ້າງບ້ານ ພັດທະນາ, ສ້າງບ້ານໃຫຍ່ໃຫ້ກາຍ ເປັນຕົວເມືອງນ້ອຍຢູ່ຊົນນະບົດ ຕາມທິດ ສ້າງແຂວງເປັນຫົວໜ່ວຍ ຍຸດທະສາດ, ສ້າງເມືອງເປັນຫົວ ໜ່ວຍເຂັ້ມແຂງຮອບດ້ານແລະສ້າງ ບ້ານເປັນຫົວໜ່ວຍພັດທະນາ ເປັນ ໃຈກາງໃນການລຶບລ້າງຄວາມທຸກ ຍາກ. ອັນໄດ້ປະກອບສ່ວນເຮັດໃຫ້ ວຽກງານລຶບລ້າງຄວາມທຸກຍາກ ຢູ່ປະເທດເຮົາ ໄດ້ມີຜົນສໍາເລັດອັນ ທີ່ເປັນພື້ນຖານຫລາຍດ້ານ, ອັດຕາ ສ່ວນຄວາມທຸກຍາກນັບມື້ຫລຸດລົງ. ແຕ່ເຖິງຢ່າງໃດກໍດີ, ວຽກງານນີ້ຍັງ ພົບກັບຫຍຸ້ງຍາກ ແລະ ສິ່ງທ້າທາຍ ບໍ່ໜ້ອຍ ເນື່ອງຈາກປັດໄຈ ແລະ ເງື່ອນໄຂຕ່າງໆ ໂດຍສະເພາະໃນ ໄລຍະຊຸມປີ ມີການລະບາດຂອງ ພະຍາດໂຄວິດ-19, ລວມທັງສະ ພາບຄວາມຫຍຸ້ງຍາກຊົ່ວຄາວທາງ ດ້ານການເງິນ-ງົບປະມານ ເຮັດໃຫ້ ຫລາຍວຽກງານໄດ້ຮັບຜົນກະທົບ ເປັນຕ່ອງໂສ້.ສະນັ້ນ, ເພື່ອບັນລຸຕາມ ຄາດໝາຍທີ່ວາງໄວ້ໃນວຽກງານ ລຶບລ້າງຄວາມທຸກຍາກ ຮຽກຮ້ອງ ທຸກພາກສ່ວນທັງລັດ ແລະ ທົ່ວສັງ ຄົມ ກໍ່ຄືປວງຊົນລາວທຸກຄົນ ຕ້ອງ ເຂົ້າຮ່ວມຂະບວນການປະຕິບັດ ຢ່າງເຂັ້ມແຂງຕາມນະໂຍບາຍຂອງ ພັກ-ລັດ. ສິ່ງສຳຄັນແມ່ນຕ້ອງເຮັດໃຫ້ປະ ຊາຊົນທີ່ມີແນວຄິດບໍ່ຖືກຕ້ອງຕໍ່ ການລຶບລ້າງຄວາມທຸກຍາກນັ້ນ ກາຍເປັນຜູ້ທີ່ມີຄວາມບຸກບືນຫ້າວ ຫັນ, ຕື່ນຕົວພັດທະນາຕົນເອງໃຫ້ ມີຊີວິດທີ່ດີຂຶ້ນ, ມີແນວຄິດຢາກພັດ ທະນາ, ກ້າຮັບເອົາອັນໃໝ່ ກໍຄື ບັນ ດາດ້ານທີ່ເປັນວິທະຍາສາດ-ວິທະ ຍາການ ອັນທັນສະໄໝກວ່າເກົ່າ.

RkJQdWJsaXNoZXIy MTc3MTYxMQ==