7139

7;k,gxa o,k0v';a olkdq o c]t la [xtfkcsj '-kf grn j v]b []h k'7;k,m5 dpkd xtgmf]k; 3 24/10/2025 0j k; c]t gsfdko ໂດຍ: ຄະນະ ບກ *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me *** ອ່ານຕໍ່ສະບັບໜ້າ ***່ າໍ່ ສັ ບ້ າ ບົດສະເໜີົີ ໂດຍ ທອງສະຫວັນ ພົມວິຫານັ ນົ ມິ ຫ ລັດຖະມົນຕີກະຊວງການຕ່າງປະເທດັ ດົ ນີ ກ່ າ 80 xu dkom6 f]k; 4vf[q fIPo9kdvtfu f l6 j dkog8u [.spj 1j k'Iv[fh ko ຕັ້ງແຕ່ນັ້ນເປັນຕົ້ນມາ, ການທູດ ໄດ້ເຄື່ອນໄຫວຢ່າງມີຈຸດມຸ່ງໝາຍ ແລະ ຫລັກການຫລາຍຂຶ້ນ ໂດຍອີງ ໃສ່ທ່າແຮງພື້ນຖານ ອັນຖືກຕ້ອງ ຕາມກົດໝາຍ ແລະ ຄວາມຊອບ ທໍາ. ບໍ່ວ່າຈະໃນນາມພັກ ຫລື ໃນ ນາມແນວລາວຮັກຊາດທີ່ຖືກສ້າງ ຕັ້ງຂຶ້ນ ກໍໄດ້ອອກມາເປັນກະບອກ ສຽງຕອບໂຕ້ຢ່າງທັນການ ແລະ ກ່າວໂຈມຕີ ຈັກກະພັດອາເມລິກາ ທີ່ເຂົ້າມາແຊກແຊງ ແລະ ລະເມີດ ເນື້ອໃນຈິດໃຈ ຂອງສັນຍາເຊີແນວ 1954 ໃຫ້ແກ່ສາກົນໄດ້ຮັບຊາບ. ພ້ອມກັນນັ້ນ, ຍັງໄດ້ປະສານສົມທົບ ຢ່າງແໜ້ນແຟ້ນກັບເພື່ອນມິດຫວຽດ ນາມ, ຈີນ, ສະຫະພາບໂຊວຽດ ແລະ ບັນດາປະເທດສັງຄົມນິຍົມ ອື່ນໆ ເພື່ອຊຸກຍູ້ຂະບວນການຮັກ ຫອມສັນຕິພາບ ແລະ ຄວາມເປັນ ທໍາໃນໂລກ. ບົນພື້ນຖານນະໂຍບາຍ ການຕ່າງປະເທດ, ການທູດໄດ້ ເຄື່ອນໄຫວຢ່າງມີພິກໄຫວ ແລະ ຄ່ອງແຄ້ວ ແນໃສ່ຕ້ານການແຊກ ແຊງ ຂອງຈັກກະພັດອາເມລິກາ ແລະ ສ້າງສາຍພົວພັນການທູດ ກັບ ປະເທດຕ່າງໆ ໂດຍບໍ່ຈໍາແນກລະ ບອບການເມືອງ ຕາມຫລັກການ ຢູ່ຮ່ວມກັນໂດຍສັນຕິ. ນະໂຍບາຍ ນີ້ ໄດ້ເປັນເຄື່ອງມືສໍາຄັນ ໃນການ ຍາດແຍ່ງເອົາຄວາມເຫັນໃຈ ແລະ ການສະໜັບສະໜູນ ຈາກເພື່ອນມິດ ສາກົນ ຄຽງຄູ່ກັບການປັບປຸງສ້າງ (ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 80 ປີ)ື່ ອັ ນູ ດົ ບີ ) ຄວາມເຂັ້ມແຂງທາງການເມືອງ ພາຍໃນປະເທດ ຊຶ່ງນໍາມາຜົນສໍາ ເລັດຫລາຍດ້ານ. ຕະຫລອດໄລຍະແຫ່ງການຕໍ່ສູ້ ກູ້ຊາດ ຕ້ານຈັດກະພັດອາເມລິກາ, ນະໂຍບາຍການຕ່າງປະເທດ ໄດ້ມີ ການປັບປ່ຽນໃຫ້ສອດຄ່ອງ ກັບສະ ພາບການໃໝ່, ໃນຕົ້ນເດືອນສິງຫາ 1968, ກອງປະຊຸມຄົບຄະນະຄັ້ງທີ 16 ຂອງສູນກາງພັກປະຊາຊົນລາວ ໄດ້ກໍານົດພາລະໜ້າທີ່ ໃນໄລຍະໃໝ່ ຂອງການປະຕິວັດ ໂດຍເນັ້ນໜັກ ຄວາມສໍາຄັນ ຂອງການຕໍ່ສູ້ສາມ ດ້ານ: “ການທະຫານ, ການເມືອງ ແລະ ການຕ່າງປະເທດ”, ເພື່ອຮັກ ສາໄຊຊະນະທີ່ຍາດມາໄດ້ແລະສ້າງ ເງື່ອນໄຂໃຫ້ກ້າວໄປສູ່ໄຊຊະນະທີ່ ມີລັກສະນະຕັດສິນຊີ້ຂາດ. ປະທານ ໄກສອນ ພົມວິຫານ ໄດ້ເນັ້ນວ່າ: ການຕໍ່ສູ້ທາງດ້ານການເມືອງ, ນອກ ຈາກປົກປັກຮັກສາເຂດປົດປ່ອຍໃຫ້ ໝັ້ນຄົງແລ້ວ, ຍັງຈໍາເປັນຕ້ອງປຸກ ລະດົມປະຊາຊົນ ໃນເຂດປົກຄອງ ຂອງສັດຕູໃຫ້ລຸກຮືຂຶ້ນ ເພື່ອສ້າງ ທ່າແຮງທາງການເມືອງໃໝ່. ພ້ອມ ກັນນັ້ນ, ກໍເພີ່ມທະວີການເຄື່ອນ ໄຫວການທູດຢ່າງແຂງແຮງ ເພື່ອ ຍາດແຍ່ງການສະໜັບສະໜູນຊ່ວຍ ເຫລືອຈາກສາກົນ ແລະ ຮ່ວມແຮງ ເປັນອັນໜຶ່ງດຽວກັບຂະບວນການ ປະຕິວັດໃນອິນດູຈີນ, ລວມທັງໄດ້ ນໍາໃຊ້ການໂຄສະນາຂົນຂວາຍ ເພື່ອ ປຸກລະດົມການສະໜັບສະໜູນຈາກ ປະຊາຊົນທົ່ວໂລກ ກໍຄື ປະຊາຊົນ ອາເມລິກາ ເພື່ອກົດດັນໃຫ້ລັດຖະ ບານຂອງຕົນ ເຫັນເຖິງການກະທໍາ ອັນບໍ່ຊອບທໍາ ແລະ ຢຸດຕິສົງຄາມ ໃນອິນດູຈີນ ກໍຄືຢູ່ລາວໂດຍໄວ. ອັນພິເສດ, ການທູດລາວໄດ້ຮ່ວມມື ຄຽງບ່າຄຽງໄຫລ່ ກັບຫວຽດນາມ ໃນການປະສານສົມທົບກໍາລັງທະ ຫານ ແລະ ການເມືອງ, ຈົນໃນທີ່ສຸດ ກໍສາມາດຍາດເອົາໄຊຊະນະ ເໜືອ ຈັກກະພັດອາເມລິກາ ແລະ ຈໍາຍອມ ເຊັນສັນຍາປາຣີ ໃນວັນທີ 27 ມັງກອນ 1973, ຢຸດຕິສົງຄາມໃນ ອິນດູຈີນ ແລະ ເຄົາລົບເອກະລາດ ອະທິປະໄຕ ຂອງສາມຊາດອິນດູ ຈີນ. ຕໍ່ມາບໍ່ພຽງເທົ່າໃດມື້, ຝ່າຍລັດ ຖະບານວຽງຈັນ (ທີ່ມີອາເມລິກາ ສະໜັບສະໜູນ) ຈໍາຕ້ອງຍອມເຈ ລະຈາແລະລົງນາມສັນຍາວຽງຈັນ ກັບຝ່າຍກໍາລັງຮັກຊາດ ວ່າດ້ວຍ ການຟື້ນຟູສັນຕິພາບ ແລະ ຄວາມ ຖືກຕ້ອງປອງດອງຊາດ ໃນລາວ ໃນວັນທີ 21 ກຸມພາ 1973 ຊຶ່ງ ຖືເປັນໝາກຜົນສໍາຄັນຂອງການ ເຈລະຈາ ທີ່ຝ່າຍລັດຖະບານວຽງ ຈັນ ຈໍາຕ້ອງຍອມຮັບເງື່ອນໄຂ ເກືອບທັງໝົດ ຕາມຂໍ້ສະເໜີຂອງ ຝ່າຍກໍາລັງຮັກຊາດ. ເວົ້າລວມແລ້ວ, ໃນໄລຍະການຕໍ່ ສູ້ປະຕິວັດ, ການທູດສາມາດລະດົມ ຂົນຂວາຍການສະໜັບສະໜູນຈາກ ເພື່ອນມິດ ແລະ ປະຊາຄົມໂລກ ບໍ່ ວ່າຈະເປັນທາງດ້ານຈິດໃຈ, ກໍາ ລັງແຮງກໍຄືທາງດ້ານວັດຖຸ ເປັນຈໍາ ນວນຫລວງຫລາຍ. ພ້ອມນີ້, ກໍມີ ສ່ວນຮ່ວມສໍາຄັນ ໃນການຂະບວນ ການເຄື່ອນໄຫວສາກົນ ເພື່ອສະ ໜັບສະໜູນການຕໍ່ສູ້ອັນຊອບທໍາ ຂອງປະຊາຊົນລາວ, ຈົນສາມາດປະ ສານແຮງກົດດັນ ຮ່ວມກັບຫວຽດ ນາມ ແລະ ກໍາປູເຈຍ ໃນການຕໍ່ຕ້ານ ສົງຄາມ ຂອງຈັກກະພັດອາເມລິກາ ໃນລາວ ແລະ ທົ່ວອິນດູຈີນ. ການ ດໍາເນີນການທູດຂັ້ນສູງ ຄຽງຄູ່ໄປ ກັບການຕໍ່ສູ້ທາງການເມືອງ ແລະ ການທະຫານ ຜ່ານການເຈລະຈາ ແລະ ການນໍາໃຊ້ແນວທາງສັນຕິວິທີ ໄປພ້ອມກັບຍຸດທະວິທີທາງການ ທະຫານ ໄດ້ຢືນຢັນໃຫ້ເຫັນເຖິງ ຜົນສໍາເລັດຂອງການຕໍ່ສູ້. ເຖິງວ່າ ປະເທດລາວເຮົາ ຈະເປັນປະເທດ ນ້ອຍ, ແຕ່ກໍສາມາດປະຕິບັດການ ຕໍ່ສູ້ ຢ່າງມີຫລັກການ ແລະ ມີຍຸດໂທ ບາຍທີ່ສອດຄ່ອງກັບຂະບວນການ ເຄື່ອນໄຫວຂອງສາກົນ ຊ່ຶງໄດ້ຊ່ວຍ ນໍາພາໃຫ້ປະຊາຊົນລາວ ບັນລຸໄຊ ຊະນະທີ່ຍິ່ງໃຫຍ່ ທັງໃນສະໜາມ ຮົບ ແລະ ເວທີການເມືອງ ຊຶ່ງໄດ້ ເປັນພື້ນຖານສໍາຄັນ ໃຫ້ແກ່ການ ບັນລຸໄຊຊະນະສຸດທ້າຍ ໃນການ ປົດປ່ອຍປະເທດໃນທ້າຍປີ 1975. ຫລັງຈາກປະເທດຊາດໄດ້ຮັບ ການປົດປ່ອຍ ແລະ ສະຖາປະນາ ລະບອບໃໝ່ “ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ” ໃນ ວັນທີ 2 ທັນວາ 1975, ການທູດ ກໍໄດ້ສືບຕໍ່ພາລະກິດຂອງຕົນ ໃນ ການປະກອບສ່ອນສ້າງສາປະເທດ, ປົກປ້ອງຊາຍແດນ ແລະ ອະທິປະ ໄຕແຫ່ງຊາດ. ໃນໄລຍະຮໍາບາດແຜ ຫລັງສົງຄາມ ພ້ອມກັບການຕົກຢູ່ ໃນສະພາບຖືກປິດລ້ອມໂດດດ່ຽວ ທາງເສດຖະກິດ-ການເມືອງ ຈາກ ການບີບບັງຄັບ ຂອງປະເທດຕາ ເວັນຕົກທີ່ນໍາໂດຍສະຫະລັດອາເມ ລິກາ, ການທູດກໍໄດ້ສະແຫວງຫາ ໂອກາດສ້າງສາຍພົວພັນກັບບັນດາ ປະເທດ ພາຍໃຕ້ລະບອບສັງຄົມນິ ຍົມເພື່ອປົກປ້ອງແລະຮັກສາຜົນປະ ໂຫຍດລວມຂອງຊາດ. ໃນໄລຍະນີ້, ສປປ ລາວ ໄດ້ຂະຫຍາຍການພົວ ພັນກັບຕ່າງປະເທດ, ໂດຍໄດ້ພະຍາ ຍາມເຂົ້າເປັນສະມາຊິກ ອົງການ ຈັດຕັ້ງສາກົນຕ່າງໆ ແລະ ຫ້າວ ຫັນໃນການເຂົ້າຮ່ວມກອງປະຊຸມ ຫລາຍຝ່າຍ ເຊັ່ນ: ຂະບວນການບໍ່ ຮ່ວມກຸ່ມ ແລະ ອົງການສະຫະປະ ຊາຊາດ, ພາຍໃຕ້ແນວທາງການ ຕ່າງປະເທດ “ເພີ່ມມິດ-ຫລຸດຜ່ອນ ສັດຕູ”. ດັ່ງທີ່ ປະທານ ໄກສອນ ພົມວິຫານ ເນັ້ນໜັກວ່າ: ການຕໍ່ສູ້ ກູ້ຊາດເພື່ອໃຫ້ໄດ້ຮັບໄຊຊະນະ ຈໍາ ເປັນຕ້ອງອາໃສການສະໜັບສະໜູນ ຊ່ວຍເຫລືອ ຈາກບັນດາປະເທດ ເພື່ອນມິດສະຫາຍ ແລະ ໃນການ ປົກປັກຮັກສາ ແລະ ສ້າງສາປະເທດ ຊາດໃນໄລຍະໃໝ່ ຍິ່ງຕ້ອງການ ເພື່ອນມິດສະຫາຍຫລາຍກວ່າເກົ່າ”. ການທູດ ຈຶ່ງມີບົດບາດສໍາຄັນ ໃນ ການເປີດເສັ້ນທາງໃໝ່ໃນພາລະກິດ ການຕ່າງປະເທດ ແລະ ປູທາງໃຫ້ ແກ່ການຂະຫຍາຍການຮ່ວມມື ໃນ ໄລຍະຈິນຕະນາການໃໝ່ ກໍຄື ການ ເຊື່ອມໂຍງກັບສາກົນ. ທ່າມກາງການປ່ຽນແປງໃໝ່ ຂອງສະພາບສາກົນ, ສປປ ລາວ ກໍໄດ້ກ້າວເຂົ້າສູ່ໄລຍະດໍາເນີນນະ ໂຍບາຍ “ຈິນຕະນາການໃໝ່ ຫລື ການປ່ຽນແປງໃໝ່” ໃນປີ 1986, ພາລະກິດສຳຄັນທີ່ສຸດ ຂອງການ ທູດລາວໃນເວລານັ້ນ ກໍຄືການທຳ ລາຍວົງປິດລ້ອມໂດດດ່ຽວຂອງ ບາງກຸ່ມປະເທດທີ່ໄດ້ວາງມາດຕະ ການຂວໍ້າບາດລາວເຮົາ, ໄປພ້ອມ ກັບການຟື້ນຟູປົວແປງປະເທດຊາດ ແລະ ການສ້າງການພົວພັນທາງ ການທູດໃຫ້ເປັນປົກກະຕິກັບປະ ເທດຕ່າງໆ. ດ້ວຍແນວຄິດໃໝ່ ແລະ ການດໍາເນີນນະໂຍບາຍການຕ່າງ ປະເທດທີ່ມີພິບໄຫວ, ສປປ ລາວ ໄດ້ຂະຫຍາຍສາຍພົວພັນກັບທຸກ ປະເທດໃນໂລກ ໂດຍບໍ່ຈຳແນກລະ ບອບການເມືອງ ແລະ ສັງຄົມທີ່ ແຕກຕ່າງກັນ ບົນພື້ນຖານການເຄົາ ລົບເອກະລາດ, ອະທິປະໄຕ, ຄວາມ ສະເໝີພາບ ແລະ ຜົນປະໂຫຍດ ຮ່ວມກັນ ແນໃສ່ສ້າງເງື່ອນໄຂທີ່ ເອື້ອອໍານວຍຕໍ່ການປະຕິບັດສອງ ໜ້າທີ່ຍຸດທະສາດຄື: ການປົກປັກ ຮັກສາ ແລະ ການສ້າງສາປະເທດ ຊາດ. ພາຍໃນໄລຍະບໍ່ເຖິງໜຶ່ງທົດ ສະວັດນັບແຕ່ການເລີ່ມຕົ້ນຈິນຕະ ນາການໃໝ່, ສະພາບການເຄື່ອນ ໄຫວການທູດຂອງລາວ ໄດ້ມີບາດ ກ້າວໂສມໜ້າໃໝ່ ຈາກການຜະເຊີນ ໜ້າມາເປັນການຮ່ວມມື, ຈາກການ ປິດລ້ອມມາເປັນການພົວພັນຫລາຍ ທິດທາງກັບປະເທດໃຫຍ່ ແລະ ປະ ເທດທີ່ມີລະບອບການເມືອງແຕກ ຕ່າງກັນ, ໄດ້ຟື້ນຟູສາຍພົວພັນການ ທູດແບບປົກກະຕິກັບສະຫະລັດ ອາເມລິກາ ໃນປີ 1992, ສ. ເກົາ ຫລີ ໃນປີ 1995 ແລະ ເຂົ້າເປັນສະ ມາຊິກອາຊຽນ ໃນປີ 1997. ຈາກ ຜົນສຳເລັດຂອງຈິນຕະນາການ ໃໝ່, ການທູດລາວໄດ້ກ້າວເຂົ້າສູ່ ໄລຍະໃໝ່ ດ້ວຍນະໂຍບາຍເປັນ ເພື່ອນມິດກັບທຸກປະເທດ ແລະ ພົວ ພັນຫລາຍທິດຫລາຍຝ່າຍ ຊຶ່ງໄດ້ ປະສົບຜົນສໍາເລັດຢ່າງໃຫຍ່ຫລວງ ໂດຍໄດ້ສະແດງອອກຢ່າງຈະແຈ້ງ ຈາກຈໍານວນການສ້າງສາຍພົວພັນ ການທູດກັບບັນດາປະເທດ ຈາກບໍ່ ເຖິງ 70 ປະເທດ ກ່ອນປີ 1986 ມາເປັນ 151 ປະເທດໃນປີ 2025. ສາຍພົວພັນທາງການທູດຂອງລາວ ໄດ້ຂະຫຍາຍເຂົ້າສູ່ລວງເລິກ ແລະ ມີຄວາມຍືນຍົງຫລາຍຂຶ້ນ, ໂດຍ ມີຂອບການພົວພັນຮ່ວມມືສໍາຄັນ ກັບ 12 ປະເທດ, ໃນນີ້, ຄູ່ຮ່ວມມື ຍຸດທະສາດຮອບດ້ານ 4 ປະເທດ (ຫວຽດນາມ, ຈີນ, ຍີ່ປຸ່ນ, ກໍາປູ ເຈຍ), ຄູ່ຮ່ວມມືຍຸດທະສາດ 3 ປະເທດ (ຣັດເຊຍ, ຮົງກາລີ, ສ ເກົາ ຫລີ; ໃນນີ້ ຣັດເຊຍ ແລະ ສ ເກົາຫລີ ກໍາລັງກຽມຍົກລະດັບ ເປັນຄູ່ຮ່ວມ ມືຍຸດທະສາດຮອບດ້ານ), ຄູ່ຮ່ວມ ມືຍຸດທະສາດຮ່ວມອຸດົມການ 1 ປະ ເທດ (ກູບາ) ແລະ ເພື່ອນມິດຮ່ວມ ອຸດົມການ ອັນດຽວກັນ 1 ປະເທດ (ສປປ ເກົາຫລີ), ຄູ່ຮ່ວມມືຮອບ ດ້ານ 2 ປະເທດ (ໄທ, ອົດສະຕຣາ ລີ)ແລະຄູ່ຮ່ວມມືແບບກວມລວມ1 ປະເທດ (ອາເມລິກາ). ຕະຫລອດ ໄລຍະເກືອບ 4 ທົດສະວັດ (19862025), ສປປ ລາວ ໄດ້ສ້າງສາຍ ພົວພັນການທູດທີ່ເປີດກວ້າງ ແລະ ສະພາບແວດລ້ອມ ທີ່ເອື້ອອຳນວຍ ຫລາຍຂຶ້ນ, ວາງຮາກຖານໃຫ້ແກ່ ການສ້າງສາພັດທະນາປະເທດ ຊາດ ໃຫ້ມີຄວາມໝັ້ນຄົງຂະໜົງ ແກ່ນຍິ່ງຂຶ້ນ. ຂປລ. ຄວາມທຸກຍາກ ແລະ ຄວາມອຶດຫິວ ເປັນບັນຫາໃຫຍ່ຂອງ ໂລກ ມາຫລາຍທົດສະວັດ. ບັນດາ ປະຊາຊາດໄດ້ມີການເຄື່ອນໄຫວ ດ້ວຍຫລາຍຮູບການ ເພື່ອຕໍ່ສູ້ກັບ ຄວາມທຸກຍາກ ແລະ ຄວາມອຶດຫິວ ແຕ່ກໍຍັງເປັນບັນຫາໃຫຍ່ທີ່ປະຊາ ຄົມໂລກຕ້ອງໄດ້ສາມັກຄີກັນຕໍ່ສູ້ ແລະຮ່ວມກັນແກ້ໄຂ ເວົ້າລວມ, ເວົ້າ ສະເພາະຢູ່ ສປປ ລາວ ໃນຖານະ ເປັນລັດສະມາຊິກຂອງອົງການ ສະຫະປະຊາຊາດ ຊຶ່ງເປັນປະເທດ ທີ່ທຸກຍາກ ອີກປະເທດໜຶ່ງ, ເວລາ ໃດກໍ່ຍຶດໝັ້ນອຸດົມການຂອງຕົນ ໃນ ການນໍາເອົາຄວາມສົມບູນພູນສຸກ ມາໃຫ້ແກ່ປະຊາຊົນລາວບັນດາ ເຜົ່າ, ທັງໄດ້ສະແດງອອກເຖິງ ຄວາມມຸ່ງໝັ້ນໃນການຕໍ່ສູ້ລຶບລ້າງ ຄວາມທຸກຍາກຕະຫລອດມາ. ກອງປະຊຸມວຽກງານລຶບລ້າງ ຄວາມທຸກຍາກທົ່ວປະເທດ ຄັ້ງທີ 1 ຊຶ່ງໄດ້ຈັດຂຶ້ນໃນໄລຍະວັນທີ 1719 ມີນາ 2003, ໂດຍພາຍໃຕ້ການ ເປັນປະທານຂອງ ທ່ານ ບຸນຍັງ ວໍລະຈິດ ນາຍົກລັດຖະມົນຕີໃນເວ ລານັ້ນ ໄດ້ຮັບຮອງເອົາວັນທີ 17- 24 ເດືອນຕຸລາ ເປັນວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບ ລ້າງຄວາມທຸກຍາກ ຢ່າງເປັນທາງ ການ. ມະຕິກອງປະຊຸມດັ່ງກ່າວ ມີ ບາງເນື້ອໃນສໍາຄັນຄື: “ກອງປະ ຊຸມເຫັນ ພ້ອມໃຫ້ປຸກລະດົມຂະ ບວນການແກ້ໄຂຄວາມທຸກຍາກທົ່ວ ປະເທດ ຕາມ 4 ເນື້ອໃນ ຊຶ່ງຢູ່ໃນ ແຜນນະໂຍບາຍຂອງພັກ ແລະ ຄໍາ ສັ່ງເລກທີ 01/ນຍ ຂອງນາຍົກລັດ ຖະມົນຕີ ກໍານົດໄວ້. ຂະແໜງການ, ນັບທັງຂອງພັກ-ລັດ, ອົງການມະ ຫາຊົນກໍລ້ວນແຕ່ຕ້ອງປະຕິບັດຕາມ ພາລະບົດບາດ ແລະ ຄວາມຮັບຜິດ ຊອບໂດຍກົງຕໍ່ຜົນສໍາເລັດ, ຜົນໄດ້ ຜົນເສຍໃນວຽກງານດັ່ງກ່າວຂອງ ທ້ອງຖິ່ນຕົນ. ໃນທ່າມກາງການຈັດ ຕັ້ງປະຕິບັດແຜນນະໂຍບາຍດັ່ງ ກ່າວ, ກອງປະຊຸມເຫັນດີ ເຫັນພ້ອມ ວ່າຕ້ອງໃຫ້ເປີດຂະບວນການລຶບ ລ້າງຄວາມທຸກຍາກໃນທົ່ວປະເທດ, ທຸກແຂວງ, ທຸກເມືອງ ແລະ ບ້ານ ຂຶ້ນຢ່າງເປັນທາງການ; ໃນຂະບວນ ການລຶບລ້າງຄວາມທຸກຍາກ, ໃຫ້ ປະກາດສັບປະດາຫລຸດຜ່ອນຄວາມ ທຸກຍາກ, ປຸກລະດົມຂະບວນການ ລຶບລ້າງຄວາມທຸກຍາກ ດ້ວຍການ ນໍາໃຊ້ຫລາຍຮູບຫລາຍວິທີແລະລະ ດົມກໍາລັງແຮງສັງລວມຂອງທົ່ວ ປວງຊົນ ເຂົ້າໃນການຈັດຕັ້ງປະຕິ ບັດວຽກງານດັ່ງກ່າວຢ່າງມີຜົນສໍາ ເລັດ; ແຂວງໃດ, ເມືອງໃດ, ບ້ານໃດ ແລະ ຄອບຄົວໃດ ທີ່ບັນລຸຄາດໝາຍ ແລະ ສໍາເລັດຜົນ ຈະໄດ້ຮັບການ ຍ້ອງຍໍຈາກລັດຖະບານ ແລະ ອົງ ການກ່ຽວຂ້ອງຕາມລະບຽບການ ຂອງ ສປປ ລາວ ຢ່າງເໝາະສົມ; ໃຫ້ສະຫລຸບຕີລາຄາຜົນການຈັດ ຕັ້ງປະຕິບັດ, ຄັດເລືອກຜົນງານ, ຕົວແບບດີເດ່ັນ ແລະ ປະຕິບັດນະໂຍ ບາຍຍ້ອງຍໍປະຈໍາປີຢ່າງສົມກຽດ, ນັບທັງຜູ້ມີຜົນງານ, ມີສ່ວນຮ່ວມ ເຂົ້າໃນວຽກງານລຶບລ້າງຄວາມ ທຸກຍາກຂອງປະຊາຊົນ”. ຕະຫລອດໄລຍະຜ່ານມາ, ເພື່ອ ບັນລຸບັນດາຄາດໝາຍສູ້ຊົນ ທີ່ໄດ້ ວາງເອົາໄວ້ ໃນການແກ້ໄຂຄວາມ ທຸກຍາກ ແລະ ບັນລຸເປົ້າໝາຍການ ພັດທະນາແບບຍືນຍົງ, ລັດຖະບານ ໄດ້ຜັນຂະຫຍາຍມາເປັນແຜນຍຸດ ທະສາດ, ແຜນການ ແລະ ໂຄງການ ພັດທະນາຊົນນະບົດ ແລະ ລຶບລ້າງ ຄວາມທຸກຍາກ ໃນແຕ່ລະໄລຍະ, ໂດຍໄດ້ຖືເອົາການພັດທະນາຊົນນະ ບົດຮອບດ້ານ, ກໍຄືການສ້າງບ້ານ ພັດທະນາ, ສ້າງບ້ານໃຫຍ່ໃຫ້ກາຍ ເປັນຕົວເມືອງນ້ອຍຢູ່ຊົນນະບົດ ຕາມທິດ ສ້າງແຂວງເປັນຫົວໜ່ວຍ ຍຸດທະສາດ, ສ້າງເມືອງເປັນຫົວ ໜ່ວຍເຂັ້ມແຂງຮອບດ້ານແລະສ້າງ ບ້ານເປັນຫົວໜ່ວຍພັດທະນາ ເປັນ ໃຈກາງໃນການລຶບລ້າງຄວາມທຸກ ຍາກ. ອັນໄດ້ປະກອບສ່ວນເຮັດໃຫ້ ວຽກງານລຶບລ້າງຄວາມທຸກຍາກ ຢູ່ປະເທດເຮົາ ໄດ້ມີຜົນສໍາເລັດອັນ ທີ່ເປັນພື້ນຖານຫລາຍດ້ານ, ອັດຕາ ສ່ວນຄວາມທຸກຍາກນັບມື້ຫລຸດລົງ. ແຕ່ເຖິງຢ່າງໃດກໍດີ, ວຽກງານນີ້ຍັງ ພົບກັບຫຍຸ້ງຍາກ ແລະ ສິ່ງທ້າທາຍ ບໍ່ໜ້ອຍ ເນື່ອງຈາກປັດໄຈ ແລະ ເງື່ອນໄຂຕ່າງໆ ໂດຍສະເພາະໃນ ໄລຍະຊຸມປີ ມີການລະບາດຂອງ ພະຍາດໂຄວິດ-19, ລວມທັງສະ ພາບຄວາມຫຍຸ້ງຍາກຊົ່ວຄາວທາງ ດ້ານການເງິນ-ງົບປະມານ ເຮັດໃຫ້ ຫລາຍວຽກງານໄດ້ຮັບຜົນກະທົບ ເປັນຕ່ອງໂສ້.ສະນັ້ນ, ເພື່ອບັນລຸຕາມ ຄາດໝາຍທີ່ວາງໄວ້ໃນວຽກງານ ລຶບລ້າງຄວາມທຸກຍາກ ຮຽກຮ້ອງ ທຸກພາກສ່ວນທັງລັດ ແລະ ທົ່ວສັງ ຄົມ ກໍ່ຄືປວງຊົນລາວທຸກຄົນ ຕ້ອງ ເຂົ້າຮ່ວມຂະບວນການປະຕິບັດ ຢ່າງເຂັ້ມແຂງຕາມນະໂຍບາຍຂອງ ພັກ-ລັດ. ສິ່ງສຳຄັນແມ່ນຕ້ອງເຮັດໃຫ້ປະ ຊາຊົນທີ່ມີແນວຄິດບໍ່ຖືກຕ້ອງຕໍ່ ການລຶບລ້າງຄວາມທຸກຍາກນັ້ນ ກາຍເປັນຜູ້ທີ່ມີຄວາມບຸກບືນຫ້າວ ຫັນ, ຕື່ນຕົວພັດທະນາຕົນເອງໃຫ້ ມີຊີວິດທີ່ດີຂຶ້ນ, ມີແນວຄິດຢາກພັດ ທະນາ, ກ້າຮັບເອົາອັນໃໝ່ ກໍຄື ບັນ ດາດ້ານທີ່ເປັນວິທະຍາສາດ-ວິທະ ຍາການ ອັນທັນສະໄໝກວ່າເກົ່າ.

RkJQdWJsaXNoZXIy MTc3MTYxMQ==