gsfdko{dkora fmtok a xtgmf]k; ( 24/10/2025 g-dv' lts]5 [dko9a f8A 'xt8y [a f ;Pd'ko37'dko gva f9gva l-u fu c0;'v5 fq ,w- c]t fPo[Po ln [8= j Ij ;,,n fh ko;Pd'kop5 8y me ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພິທີພົບປະ ແລກປ່ຽນບົດຮຽນ ລະຫວ່າງ ພະແນກຍຸຕິທຳ ແຂວງອຸດົມໄຊ ແລະ ພະແນກຍຸຕິທຳ ແຂວງດຽນ ບຽນ ສສ ຫວຽດນາມ ຈັດຂຶ້ນໃນ ວັນທີ 22 ຕຸລາ 2025 ທີ່ແຂວງ ອຸດົມໄຊ ໂດຍມີທ່ານ ສອນສຸວັນ ປັນຍາວົງ ຫົວໜ້າພະແນກຍຸຕິທຳ ແຂວງອຸດົມໄຊ, ທ່ານ ເຈິ່ນແທັງຮຶງ ຫົວໜ້າພະແນກຍຸຕິທຳ ແຂວງດຽນ ບຽນ ພ້ອມດ້ວຍຄະນະທັງສອງຝ່າຍ ເຂົ້າຮ່ວມ. ໂອກາດນີ້, ທ່ານ ເຈິ່ນແທັງຮຶງ ກໍໄດ້ກ່າວສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ການຕ້ອນຮັບອັນອົບອຸ່ນ ຂອງແຂວງອຸດົມໄຊ ຊຶ່ງເປັນການ ປະກອບສ່ວນອັນສຳຄັນເຂົ້າໃນ ການປົກປັກຮັກສາ ແລະ ເສີມ ຂະຫຍາຍມິດຕະພາບມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງ ຂະໜົງແກ່ນຕະຫລອດໄປ. ການພົບປະຄັ້ງນີ້ ເພື່ອປະຕິບັດ ຕາມເນື້ອໃນຈິດໃຈສັນຍາວ່າດ້ວຍ ການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານ ລາວ-ຫວຽດນາມ ເວົ້າ ລວມ, ເວົ້າສະເພາະບົດບັນທຶກຊ່ວຍ ຈໍາກອງປະຊຸມພົບປະແລກປ່ຽນ ບົດຮຽນລະຫວ່າງພະແນກຍຸຕິທຳ ສອງແຂວງ. ພ້ອມທັງໄດ້ລາຍງານ ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ການຝຶກ ອົບຮົມວິທີການເດີນການສໍາຫລວດ ພົນລະເມືອງ ໃຫ້ນັກເດີນສໍາຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວ ປະເທດ ຢູ່ເມືອງວຽງຄຳ ແຂວງ ຫລວງພະບາງ ຈັດຂຶ້ນວັນທີ 20 ຕຸລາ 2025 ໂດຍການເປັນປະທານ ຂອງ ທ່ານ ສອນສັກ ສຸລິເສີມ ເລຂາ ພັກເມືອງ ພ້ອມດ້ວຍນັກກວດກາ ແລະ ນັກເດີນສໍາຫລວດ ພາຍໃນ ເມືອງເຂົ້າຮ່ວມ. ທ່ານ ສອນສັກ ສຸລິເສີມ ໄດ້ເນັ້ນ ໃຫ້ນັກກວດກາ ແລະ ນັກເດີນສໍາ ຫລວດພາຍໃນເມືອງຈົ່ງຍົກສູງ ຄວາມຮັບຜິດຊອບ, ສຸມສະຕິປັນຍາ ຂປລ . ແຫລ່ງ ຂ່າ ວຈ າ ກ ແຂວງເຊກອງ ໃຫ້ຮູ້ວ່າ: ພະແນກ ສາທາລະນະສຸກ ແຂວງເຊກອງ ຮ່ວມກັບໂຄງການສ້າງຄວາມ ເຂັ້ມແຂງ ແກ່ສະຖານທີ່ບໍລິການ ຮັກສາສຸຂະພາບ ແລະ ການພັດ ທະນາຊຸມຊົນແບບມີສ່ວນຮ່ວມ (HSCD) ຈັດກອງປະຊຸມສະຫລຸບ ການຈັດຕັ້ງປະຕິບັດກິດຈະກຳ ປະຈຳ 6 ເດືອນ ແລະ ສະຫລຸບຜົນ ການປະເມີນໄລຍະກາງແຕ່ເດືອນ ເມສາ 2024- ກັນຍາ 2025 ໃນ ວັນທີ 21 ຕຸລາ 2025 ໂດຍມີທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງ ປະທານຄະນະກຳມະການປົກຄອງ ແຂວງເຊກອງ, ທ່ານ ດຣ. ນາງ ລຳພັນ ໄຊຄໍາມີ ຫົວໜ້າພະແນກ ສາທາລະນະສຸກ ແຂວງເຊກອງ, ທ່ານ ນາງ ສົມຄິດ ໂຫລຍອິນຕອງ ຜູ້ບໍລິຫານໂຄງການຊ່ວຍເຫລືອ ເຊິ່ງກັນ ແລະ ກັນ (SFE) ປະຈຳ ນະຄອນຫລວງວຽງຈັນ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງຈາກກະຊວງ, ແຂວງ, ເມືອງ, ກຸ່ມບ້ານທີ່ມີສຸກສາ ລາ, ຜູ້ປະສານງານໂຄງການ ແລະ ພະນັກງານວິຊາການເຂົ້າຮ່ວມ. ທ່ານ ນາງ ຈັນສີ ວົງຄຳສາ ຜູ້ ປະສານງານໂຄງການ, ພະແນກ ສາທາລະນະສຸກ ແຂວງເຊກອງ ລາຍງານວ່າ: ໂຄງການ HSCD ແມ່ນຄູ່ຮ່ວມງານພາກລັດຄື ກະ ຊວງສາທາລະນະສຸກ, ພະແນກ ສາທາລະນະສຸກ ແຂວງເຊກອງ ເປັນໂຄງການຊ່ວຍເຫລືອເຊິ່ງກັນ ແລະ ກັນ ມີໄລຍະການຈັດຕັ້ງປະ ຕິບັດ 3 ປີ ເລີ່ມແຕ່ເດືອນເມສາ 2024 ຫາ ວັນທີ 31 ມີນາ 2027 ຊຶ່ງມີງົບປະມານການລົງທຶນ 525.641 ໂດລາສະຫະລັດ ໂດຍ ໄດ້ຮັບທຶນຈາກ SME, ມູນນິທິ ເອນທຣັດ ແລະ ຜູ້ໃຫ້ທຶນອື່ນໆອີກ, ຊຶ່ງກິດຈະກຳ ແລະ ເປົ້າໝາຍຫລັກ ແມ່ນຝຶກອົບຮົມດ້ານວິຊາສະເພາະ, ທັກສະການປະຕິບັດຕົວຈິງໃຫ້ ພະນັກງານແພດໝໍ ແລະ ການຄຸ້ມ ຄອງສະຖານທີ່ບໍລິການ, ອົບຮົມ ການປ້ອງກັນພະຍາດ ເພື່ອປັບປຸງ ສຸຂະພາບ ແລະ ຄວາມເປັນຢູ່ທີ່ ເຂົ້າໃນການຄົ້ນຄວ້າປະກອບຄໍາ ເຫັນ, ຍົກເອົາບັນຫາທີ່ອາດຈະ ເກີດຂຶ້ນມາແລກປ່ຽນບົດຮຽນ ຮ່ວມກັນ ເພື່ອເຮັດໃຫ້ການກະກຽມ ສໍາຫລວດພົນລະເມືອງຄັ້ງນີ້ ມີຜົນ ສໍາເລັດ ແລະ ຮັບປະກັນໃນການ ຈັດຕັ້ງປະຕິບັດ, ຮັບປະກັນທາງ ດ້ານຂໍ້ມູນໃຫ້ມີຄຸນນະພາບສູງ, ຊັດເຈນ-ຖືກຕ້ອງຕາມຄວາມຈິງ ແລະທ່ວງທັນກັບເວລາທີ່ໄດ້ກຳນົດ. ໂອກາດດຽວກັນ, ຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງການຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ແລະ ແບ່ງ ຄວາມຮັບຜິດຊອບຂອງຄະນະຊີ້ນໍາ ການສໍາຫລວດຂັ້ນເມືອງ, ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງບຸກຄະລາກອນ ເຂົ້າເປັນນັກກວດກາ ແລະ ນັກ ເດີນສໍາຫລວດລວມທັງນິຕິກຳທີ່ ກ່ຽວຂ້ອງ. ເມືອງວຽງຄໍາ ມີ 28 ເຂດສໍາຫລວດ, ກວມເອົາ 72 ບ້ານ, ມີນັກເດີນສໍາຫລວດຂັ້ນເມືອງ 31 ຄົນ, ນັກກວດກາຂັ້ນເມືອງ 8 ຄົນ ການຝຶກອົບຮົມຄັ້ງນີ້ ຈະໃຊ້ ເວລາ 10 ວັນ ຈຶ່ງຈະສໍາເລັດ ເພື່ອ ກະກຽມການເດີນສໍາຫລວດພົນ ລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະ ເທດ ຄັ້ງທີ V ປີ 2025 ພາຍໃນ ເມືອງວຽງຄຳ ໃນຕໍ່ໜ້າ. ຂ່າວ: ບຸນທັນ ໄຊຍະວົງ ດີຂອງໄວໜຸ່ມໃນເຂດຊົນນະບົດ, ອົບຮົມອາສາສະໝັກສາທາລະນະ ສຸກບ້ານກ່ຽວກັບການຮັກສາສຸ ຂະພາບຂັ້ນພື້ນຖານ, ການກໍ່ສ້າງ ແລະ ການບົວລະບັດຮັກສາລະບົບ ນ້ຳ, ວິດຖ່າຍ ທັງນີ້ກໍເພື່ອຮັບປະກັນ ໃຫ້ປະຊາຊົນບັນດາເຜົ່າແຂວງເຊ ກອງ ມີສຸຂະພາບທີ່ດີ ແລະ ສົ່ງເສີມ ຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ. ຜ່ານການຈັດຕັ້ງປະຕິບັດໂຄງການ ເຫັນວ່າ: ສາມາດປະຕິບັດກິດຈະກຳ ການຝຶກອົບຮົມດ້ານວິຊາສະເພາະ, ທັກສະການປະຕິບັດຕົວຈິງໃຫ້ພະ ນັກງານແພດໝໍ ແລະ ການຄຸ້ມຄອງ ສະຖານທີ່ບໍລິການບັນລຸໄດ້ 49%, ກິດຈະກຳປ້ອງກັນພະຍາດ ເພື່ອ ປັບປຸງສຸຂະພາບ ແລະ ຄວາມເປັນ ຢູ່ທີ່ດີຂອງໄວໜຸ່ມໃນເຂດຊົນນະບົດ 56%, ຝຶກອົບຮົມອາສາສະໝັກສາ ທາລະນະສຸກບ້ານ ກ່ຽວກັບການຮັກ ສາສຸຂະພາບຂັ້ນພື້ນຖານກໍ່ສ້າງ ແລະ ຝຶກອົບຮົມການບົວລະບັດຮັກ ສາລະບົບນ້ຳ ແລະ ວິດຖ່າຍ ປະຕິ ບັດໄດ້ 27%. ທ່ານ ນາງ ຂາວພອນ ມິດສຸວັນ ວິຊາການຂະແໜງປິ່ນປົວ ໄດ້ລາຍ ງານຜົນການປະເມີນໄລຍະກາງ ຊຶ່ງ ຜົນໄດ້ຮັບຂອງສະຖານທີ່ບໍລິການ ຮັກສາສຸຂະພາບການຄຸ້ມຄອງ ທາງດ້ານການປະຕິບັດທັກສະທົ່ວ ໄປ ຂອງພະຍາບານ ປະເມີນໄດ້ 20%, ໄດ້ຮັບການປັບປຸງໃນໂຮງ ໝໍຄຸນນະພາບ ສຳລັບການເກີດ ລູກ ແລະ ການດູແລຫລັງເກີດ 20%, ໄດ້ຮັບການປັບປຸງຄວາມ ສະອາດໃນຂະແໜງຕົວແບບຂອງ ໂຮງໝໍແຂວງ (ຂະແໜງເດັກ) 30%, ໄດ້ຮັບການປັບປຸງການປະ ເມີນຄວາມສະເໝີພາບບົດບາດຍິງ- ຊາຍ 10%, ໄດ້ຮັບການປັບປຸງໃນ ບັນທັດຖານ ແລະ ທັດສະນະຄະຕິ ຂອງບົດບາດຍິງ-ຊາຍ ແລະ ຄວາມ ຮູ້ກ່ຽວກັບສຸຂະພາບ 10%, ຄົວ ເ ຮືອນໄດ້ ເ ຂົ້າ ເ ຖິງແຫລ່ງນ້ຳ ທີ່ໄດ້ຮັບການປັບປຸງທີ່ສາມາດໃຊ້ ໄດ້ຕະຫລອດປີ ໃນລະດັບທີ່ນ້ອຍ ກວ່າ 30 ແມັດ ປະເມີນໄດ້ 80%, ປະຊາຊົນບ້ານເປົ້າໝາຍໄດ້ນຳ ໃຊ້ວິດຖ່າຍ 60% ແລະ ສາມາດ ປະເມີນຜົນຕົວຊີ້ວັດໄດ້ຮັບການ ປັບປຸງຄວາມສະອາດພາຍໃນບ້ານ ໄດ້ 20%. ຄຽງຄູ່ກັນນີ້, ໂຄງການ ດັ່ງກ່າວຍັງໄດ້ວາງທິດທາງແຜນ ການສືບຕໍ່ເຄື່ອນໄຫວຈັດຕັ້ງປະ ຕິບັດຕາມກິດຈະກຳທີ່ໂຄງການ ວາງອອກຢ່າງລະອຽດ ພ້ອມທັງ ໄດ້ມີການປະກອບຄຳຄິດຄຳເຫັນຕໍ່ ແຜນງານດັ່ງກ່າວ ເພື່ອເຮັດໃຫ້ການ ປະຕິບັດວຽກງານມີປະສິດທິຜົນ. ໂອກາດນີ້, ທ່ານ ນາງ ສີສະຫງ່າ ແກ້ວດວງດີ ໄດ້ມີຄຳເຫັນໃຫ້ທິດ ຊີ້ນຳໃຫ້ອົງການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງສືບຕໍ່ ເອົາໃຈໃສ່ເຂົ້າຮ່ວມບັນດາກິດ ຈະກຳຂອງໂຄງການ, ເປັນເຈົ້າ ການອະນຸລັກຮັກສາຄຸ້ມຄອງຜົນໄດ້ ຮັບຂອງໂຄງການທີ່ໄດ້ສ້າງໄວ້ໃຫ້ ຍືນຍົງ ແລະ ຊົມໃຊ້ຍາວນານ. ຂ່າວ: ອັດສະວິນ ສະພາບການຈັດຕັ້ງປະຕິບັດວຽກ ງານຍຸຕິທຳຂອງແຂວງຕົນໃນໄລ ຍະຜ່ານມາໃຫ້ກັນຮັບຊາບ. ວຽກງານທີ່ສອງຝ່າຍໄດ້ແລກ ປ່ຽນບົດຮຽນຮ່ວມກັນລວມມີ: ວຽກງານຂະແໜງກົດໝາຍ ແລະ ການໂຄສະນາເຜີຍແຜ່ກົດໝາຍ, ການຄຸ້ມຄອງການເຄື່ອນໄຫວຂອງ ໜ່ວຍທະນາຍຄວາມ, ຫ້ອງການ, ບໍລິສັດທີ່ປຶກສາກົດໝາຍ ຫລື ອົງການຊ່ວຍເຫລືອທາງດ້ານກົດ ໝາຍ ໃນຂອບເຂດແຂວງຂອງຕົນ, ວຽກງານໃຫ້ຄຳປຶກສາ ແລະ ຄຳ ແນະນຳທາງດ້ານກົດໝາຍແກ່ ປະຊາຊົນ ແລະ ວຽກງານຍຸຕິທຳ ທີ່ນຳເຂົ້າສູ່ສູນປະຕູດຽວ. ພ້ອມ ນີ້, ສອງຝ່າຍຍັງໄດ້ຕົກລົງເປັນ ເອກະພາບເຫັນດີສືບຕໍ່ການເພີ່ມ ທະວີການຮ່ວມມືຊ່ວຍເຫລືອທາງ ດ້ານວຽກງານຍຸຕິທຳເພື່ອຍົກສູງ ການພົວພັນຮ່ວມມືໃນບັນດາວຽກ ງານຕ່າງໆ ຂອງຂະແໜງການ, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບ ກົດໝາຍ ແລະ ວຽກງານຍຸຕິທຳ. ຂ່າວ: ແສງອາທິດ pq d]tfa [dkogfu oles];frq o]tg,n v' .sh rtoa d'kos]a dcs]j ' g,n v';P'7e z6 h xtlq [wrry [a foE4h ;, 16 j [h kor6 dkg2 wfh Ia [g7n j v'-j ;pgs]n v ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ໃນວັນທີ 22 ຕຸລາ 2025, ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງໆ ຊຽງຂວາງ ພ້ອມດ້ວຍຄະນະ ຢ້ຽມຢາມ ແລະ ໂອ້ລົມປະຊາ ຊົນ ພ້ອມທັງມອບເຄື່ອງຊ່ວຍ ເຫລືອໃຫ້ຜູ້ປະສົບໄພພິບັດນ້ຳ ໄຫລຊຸເ ຮືອນ ຢູ່ບ້ານພູກາ ເ ຟ ເມືອງຄູນ ແຂວງຊຽງຂວາງ ໃນ ລະຫວ່າງວັນທີ 29-30 ກັນຍາ 2025 ຜ່ານມາ. ທ່ານ ໄຊສືຊົ່ງ ຮອງນາຍບ້ານໆ ພູກາເຟ ເມືອງຄູນ ໄດ້ລາຍງານ ຜົນເສຍຫາຍເນື່ອງຈາກພາຍຸບົວ ລອຍມີ 10 ຄອບຄົວ, ມີ 40 ຄົນ, ເສຍຊີວິດ 2 ຄົນ, ງົວ 19 ໂຕ, ຄວາຍ 2 ໂຕ, ເຮືອນ 4 ຫລັງ, ຫ້ອງການບ້ານ1 ຫລັງ ແລະ ດິນ ເຈື່ອນຖົມເນື້ອທີ່ນາ, ສວນຫຍ້າ, ເສັ້ນທາງ. ໃນໄລຍະຜ່ານມາ ໄດ້ ມີການນຳເມືອງ, ທະຫານເຂດ 4 ສສ ຫວຽດນາມ ທີ່ປະຈຳຢູ່ຈຸດ ສຸມສັນຫລວງ ໄດ້ເຂົ້າຊ່ວຍເຫລືອ ເບື້ອງຕົ້ນທັນທີເປັນຕົ້ນ ເຄື່ອງນຸ່ງ ຫົ່ມ, ອາຫານ, ຢາປົວພະຍາດ, ເຄື່ອງໃຊ້ໃນຄົວເຮືອນ. ທ່ານ ບົວເງິນ ຫຸມໄຊຍະພົມ ໄດ້ມີຄຳຄິດເຫັນແລກປ່ຽນເພື່ອ ເຮັດໃຫ້ການຟື້ນຟູບ້ານດັ່ງກ່າວ ໃຫ້ເຂົ້າສູ່ພາວະປົກກະຕິໂດຍໄວ ພ້ອມທັງເນັ້ນໃຫ້ພະແນກການທີ່ ກ່ຽວຂ້ອງ ແລະ ອຳນາດການປົກ ຄອງບ້ານ ລວມເຖິງປະຊາຊົນ ພາຍໃນບ້ານ ໃຫ້ຮັດແໜ້ນຄວາມ ສາມັກຄີ ເບິ່ງແຍງຊ່ວຍເຫລືອເຊິ່ງ ກັນ ແລະ ກັນ, ພ້ອມກັນປູກພືດທົດ ແທນ ແລະ ເຝົ້າລະວັງການລະບາດ ຂອງພະຍາດ, ຕິດຕາມພະຍາກອນ ອາກາດເປັນປົກກະຕິ, ພ້ອມກັນ ສ້າງສາບ້ານເຮືອນໃຫ້ກັບຄືນສູ່ ພາວະປົກກະຕິໂດຍໄວ. ເຄື່ອງທີ່ນຳມາມອບຄັ້ງນີ້ປະ ກອບມີ: ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໃນ ຄົວເຮືອນ, ສັງກະສີ 240 ແຜ່ນ, ເຫລັກຕາປູ ແລະ ເຄື່ອງອື່ນໆ ລວມມູນຄ່າ 24,8 ລ້ານກວ່າກີບ ແລະ ມອບເງິນ 4 ລ້ານກີບ ໃຫ້ກັບ ຄອບຄົວຜູ້ເສຍຊີວິດ 2 ຄົນ. ຂ່າວ: ບຸນມີ ແສງທຸມມີ
RkJQdWJsaXNoZXIy MTc3MTYxMQ==