7139

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 24/10/2025 xtgmf]k; o;{va 'dy f sk]n Ia fc|h o dkoIj ;,,n fh kodko7h k{dko]q 'mb o ເສັ້ນທາງຫລວງເລກ 9...ັ້ ສ້າງຄວາມເຂົ້າໃຈ...້ົ້ ເປີດມະຫະກໍາສີມື...ີໍີື ຄະນະຜູ້ແທນ ຄອສພ...ູ້ ຂປລ. ມະຫະກໍາສີມືຫັດຖະກໍາ ລາວ ຄັ້ງທີ 24 ປະຈໍາປີ 2025 ຈັດຂຶ້ນໃນວັນທີ 22-26 ຕຸລາ 2025 ທີ່ຕໍານັກຜ້າໄໝລາວບູຮານ (ຕັ້ງຢູ່ຂ້າງຫໍຄໍາ ຫລື ຂ້າງສໍານັກ ງານປະທານປະເທດ, ແຄມຂອງ) ບ້ານຊຽງຍືນ ນະຄອນຫລວງວຽງ ຈັນ ໂດຍມີທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ທ່ານປະ ທານປະເທດ, ມີທ່ານເຈົ້າຄອງ ນະຄອນຫລວງວຽງຈັນ, ບັນດາ ລັດຖະມົນຕີ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ພາຍໃນງານມີ ຫລາຍກິດຈະກໍາທີ່ໜ້າສົນໃຈເປັນ ຕົ້ນການວາງສະແດງ ແລະ ຂາຍ ສິນຄ້າຫັດຖະກຳແບບບູຮານ ແລະ ແບບສະໄໝໃໝ່, ສາທິດຂັ້ນຕອນ ການຜະລິດຈາກຊາວຊ່າງຕ່າງ ແຂວງ. ນອກຈາກນີ້, ຍັງມີການ ວາງສະແດງສະຖານທີ່່ທ່ອງທ່ຽວ, ຈັດສັນບ່ອນບໍລິການຖ່າຍຮູບໄວ້ ເປັນທີ່ລະນຶກ, ເດີນແບບຊຸດແຕ່ງ ດອງຊົນເຜົ່າ, ສໍາມະນາໃຫ້ຄວາມ ຮູ້ໃນຫລາຍຫົວຂໍ້ທີ່ໜ້າສົນໃຈ, ປະ ກວດຟ້ອນລໍາວົງລາວ, ປະກວດພາ ຂວັນລາວ ແລະ ອື່ນໆ. ທ່ານ ນາງ ສຸວິຕາ ປະເສີດ ປະ ທານສະມາຄົມຫັດຖະກໍາລາວ ໄດ້ ກ່າວວ່າ: ງານມະຫະກໍາສີມືຫັດຖະ ກໍາລາວ ຄັ້ງທີ 24 ຈັດຂຶ້ນພາຍໃຕ້ ຄໍາຂວັນ “ສີໄມ້ລາຍມື ຄືອຸທິຍານ ແຫ່ງການທ່ອງທ່ຽວ” ແລະ “ຕໍ່າ ຫູກ-ຜູກຮັກອະນຸລັກປະເພນີການ ແຕ່ງດອງ” ຊຶ່ງໄດ້ຮວບຮວມເອົາ ເຄື່ອງຫັດຖະກຳແບບບູຮານ ແລະ ແບບສະໄໝໃໝ່ ເປັນຕົ້ນຜ້າໄໝ, ຜ້າຝ້າຍ, ເຄື່ອງປະດັບ (ເງິນ, ຄໍາ, ແກ້ວປະເສີດ), ເຄື່ອງຈັກສານ (ຫວາຍ-ໄມ້ປ່ອງ); ຜະລິດຕະພັນ ວັດທະນະທໍາ (ໄມ້ແກະສະຫລັກ, ຮູບແຕ້ມ ແລະ ອື່ນໆ), ອາຫານ ພື້ນເມືອງ, ຜັກ, ໝາກໄມ້ປອດສານ ພິດ, ເຄື່ອງດື່ມສະໝູນໄພ ແລະ ອື່ນໆ 130 ກວ່າຮ້ານ. ນອກຈາກນີ້, ຍັງ ມີກິດຈະກຳສາທິດຂັ້ນຕອນການ ຜະລິດສິນຄ້າຫັດຖະກຳ, ຈໍາລອງ “ວິຖີຕະຫລາດບູຮານ” ກິດຈະກໍາ ສໍາມະນາແລກປ່ຽນຄວາມຮູ້ທີ່ ໜ້າສົນໃຈຫລາຍຫົວຂໍ້ເຊັ່ນ: ປະ ເພນີການແຕ່ງດອງ, ຄວາມໝາຍ ຄວາມສໍາຄັນຂອງການເປັນນາຍ ຊ່າງຫັດຖະກຳ, ຄຸນຄ່າ ແລະ ຜົນ ຕອບແທນຂອງການເປັນນາຍຊ່າງ ຫັດຖະກຳ. ໃນໂອກາດນີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດ ສາຫະກຳ ແລະ ການຄ້າ ໄດ້ໃຫ້ຮູ້ ວ່າ: ງານມະຫະກຳສີມືຫັດຖະກຳ ລາວ ປະຈໍາປີ 2025 ແມ່ນງານສໍາ ຂປລ. ໃນວັນທີ 23 ຕຸລາ 2025 ນີ້, ທ່ານ ພູວົງ ວົງຄຳຊາວ ຮອງ ເຈົ້າຄອງນະຄອນຫລວງວຽງຈັນ (ນວ) ໄດ້ຕ້ອນຮັບການຢ້ຽມຂໍ່າ ນັບຂອງທ່ານ ແມັດ ເວດສະເທີນ ເອັມພີ ທູດການຄ້າແຫ່ງສະຫະ ຣາຊາອານາຈັກອັງກິດ ພ້ອມດ້ວຍ ຄະນະ ເພື່ອປຶກສາຫາລືຫລາຍບັນ ຫາສຳຄັນຮັດແໜ້ນການຮ່ວມມື ດ້ານການຄ້າ-ການລົງທຶນຮ່ວມກັນ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໂອກາດນີ້,ທ່ານພູວົງວົງຄຳຊາວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກກັບ ນະຄອນຫລວງວຽງຈັນ ໃນຄັ້ງນີ້ ຊຶ່ງຈະເປັນການເສີມສ້າງຄວາມ ຮັບຮູ້ເຂົ້າໃຈ, ໃຫ້ບົດຮຽນ, ປະສົບ ການເຊິ່ງກັນ ແລະ ກັນ ໃນຂົງເຂດ ການຮ່ວມມືມິດຕະພາບລະຫວ່າງ ສອງຝ່າຍໃນຂົງເຂດການລົງທຶນ, ດ້ານເສດຖະກິດ-ການຄ້າ, ການ ແລກປ່ຽນດ້ານວັດທະນະທຳການທ່ອງທ່ຽວ ເພື່ອສ້າງໂອກາດ ແລະ ເງື່ອນໄຂການຮ່ວມມືກັນໃນ ອະນາຄົດ. ພ້ອມນີ້, ທ່ານ ພູວົງ ວົງຄຳຊາວ ຍັງໄດ້ລາຍງານສະ ພາບຈຸດພິເສດ ແລະ ການພັດທະນາ ນະຄອນຫລວງວຽງຈັນ ກໍຄື ແຜນ ຈັດຕັ້ງປະຕິບັດຕົວເມືອງສີຂຽວ ປີ 2023-2030 ໂດຍໄດ້ກໍານົດ 6 ຂົງ ເຂດບຸລິມະສິດ ຄື: ການຄຸ້ມຄອງຂີ້ ເຫຍື້ອແບບຍືນຍົງ, ການຄຸ້ມຄອງ ນໍ້າເປື້ອນ ແລະ ສຸຂາພິບານ, ຄວາມ ທົນທານຕໍ່ການປ່ຽນແປງດິນຟ້າ ອາກາດ ແລະ ໄພພິບັດ, ການເດີນ ທາງໃນຕົວເມືອງແບບຍືນຍົງ, ພື້ນ ທີ່ສາທາລະນະສີຂຽວ ແລະ ພະລັງ ງານຍືນຍົງ. ທ່ານ ແມັດ ເວດສະເທີນ ເອັມພີ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານ ຮອງເຈົ້າຄອງນະຄອນຫລວງວຽງ ຈັນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບ ອຸ່ນໃນຄັ້ງນີ້, ພ້ອມທັງລາຍງານ ຈຸດປະສົງຂອງການເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຮ່ວມ ກັບນະຄອນຫລວງວຽງຈັນ ໃນຄັ້ງ ນີ້ ໃຫ້ທ່ານຮອງເຈົ້າຄອງນະຄອນ ຫລວງວຽງຈັນ ຮັບຊາບ ແລະ ຈະ ນຳເອົາຄຳປຶກສາຫາລືກັນໃນຄັ້ງ ນີ້ ໄປຄົ້ນຄວ້າຮ່ວມກັບຫລາຍພາກ ສ່ວນກ່ຽວຂ້ອງ ເພື່ອຮ່ວມມືດ້ານ ຄ້າ-ການລົງທຶນຢູ່ນະຄອນຫລວງ ວຽງຈັນ ໃຫ້ຫລາຍຂຶ້ນ. ຂໍ້ມູນ-ພາບ: ວຽງຈັນໃໝ່ ລາວ-ຫວຽດນາມ ເມືອງເຊໂປນ ແຂວງສະຫວັນນະເຂດ ລະຫວ່າງ ນະສະມາຊິກສະພາແຫ່ງຊາດ ປະ ຈໍາເຂດເລືອກຕັ້ງທີ 5, ທັງປະທານ ສະພາປະຊາຊົນແຂວງ, ທ່ານ ພົຈວ ສຸກພະຈັນ ສີລາເພັດ ຮອງເຈົ້າ ແຂວງບໍ່ແກ້ວ, ມີຮອງປະທານ ແລະ ຄະນະປະຈໍາ ສພຂ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສຸບັນ ສະວະບຸດ ກໍາມະ ການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການວຽກງານ ສະມາຊິກສະພາແຫ່ງຊາດ ໄດ້ ເຜີຍແຜ່ເອກະສານກ່ຽວກັບພາລະ ບົດບາດ, ສິດ ແລະ ໜ້າທີ່ຂອງສະ ພາແຫ່ງຊາດ, ສະພາປະຊາຊົນຂັ້ນ ແຂວງ ແລະ ບົດຮຽນກ່ຽວກັບການ ຄົ້ນຄວ້າໂຄງປະກອບກົງຈັກການ ຈັດຕັ້ງ, ບຸກຄະລາກອນຂອງ ສພຂ, ການກະກຽມ ແລະ ດໍາເນີນການ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ຂັ້ນແຂວງ ຊຸດທີ V. ທັງນີ້, ກໍເພື່ອ ຄະນະໂຄສະນາອົບຮົມສູນກາງ ພັກ(ຄອສພ) ນຳໂດຍ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະ ປະຈຳພັກ, ຮອງຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ, ພ້ອມ ຄະນະໄດ້ພົບປະເຮັດວຽກກັບຄະ ນະໂຄສະນາສຶກສາ ແລະ ຂົນຂວາຍ ປະຊາຊົນ ໂດຍມີສະຫາຍ ຕັງຫິວ ຟອງ ຮອງປະທານຄະນະໂຄສະນາ ສຶກສາຂົນຂວາຍປະຊາຊົນ, ຄະນະ ພັກ ນະຄອນໂຮ່ຈີ່ມິງ ພ້ອມຄະນະ ໃຫ້ການຕ້ອນຮັບ. ໃນໂອກາດດັ່ງກ່າວ, ສະຫາຍ ຕັງຫິວຟອງ ໄດ້ສະແດງຄວາມຍິນດີ ຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາ ສູງຕໍ່ຄະນະຜູ້ແທນ ຄະນະໂຄສະນາ ອົບຮົມສູນກາງພັກ ທີ່ໄດ້ນຳພາ ບັນດາສື່ມວນຊົນເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈີ່ ມິງ ໃນຄັ້ງນີ້, ຊຶ່ງເປັນການປະກອບ ສ່ວນເສີມສ້າງ ແລະ ເພີ່ມທະວີ ສາຍພົວພັນຮ່ວມມືດ້ານວຽກງານ ງານຖະແຫລງຂ່າວ-ສື່ມວນຊົນ ລະຫວ່າງຫວຽດນາມ-ລາວ ກໍຄື ວຽກງານຖະແຫລງຂ່າວ-ສື່ມວນ ນະຄອນໂຮ່ຈີ່ມິງ ແລະ ຖະແຫລງ ຂ່າວສື່ມວນຊົນລາວ ທີ່ມີມາແລ້ວ ນັ້ນ, ໃຫ້ນັບມື້ແຕກດອກອອກຜົນ ຍິ່ງໆຂຶ້ນ. ພ້ອມນີ້, ສະຫາຍ ຕັງຫິວ ຟອງ ຍັງໄດ້ລາຍງານສະພາບການ ພັດທະນາເສດຖະກິດ-ສັງຄົມຂອງ ແຂວງໂດຍຫຍໍ້ ແລະ ລາຍງານ ການເຄື່ອນໄຫວວຽກງານສື່ມວນ ຊົນຂອງນະຄອນໂຮ່ຈີ່ມິງ ໃຫ້ຄະນະ ຜູ້ແທນລາວຮັບຊາບ. ໃນໂອກາດນີ້, ສະຫາຍ ນາງ ວິລະວອນ ພັນທະວົງ ກໍໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອຸ່ນ ແລະ ສະໜິດສະໜົມ, ພ້ອມ ທັງໄດ້ລາຍງານໃຫ້ສະຫາຍ ຕັງ ຫິວຟອງ ຮັບຊາບວ່າ: ປັດຈຸບັນ, ຄະນະໂຄສະນາອົບຮົມສູນກາງພັກ ແລະ ກະຊວງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ ສປປ ລາວ ກໍໄດ້ປັບປຸງກົງຈັກການຈັດຕັ້ງ ຄືນໃໝ່ ໂດຍມອບ-ໂອນວຽກງານ ຖະແຫລງຂ່າວ-ສື່ມວນຊົນ ມາຂຶ້ນ ກັບຄະນະໂຄສະນາອົບຮົມສູນກາງ ພັກ. ປັດຈຸບັນ, ຄະນະໂຄສະນາ ອົບຮົມສູນກາງພັກປະກອບມີ: ກົມສື່ ມວນຊົນ, ສໍານັກຂ່າວສານປະເທດ ລາວ, ໂທລະພາບແຫ່ງຊາດລາວ, ວິທະຍຸກະຈາຍສຽງແຫ່ງຊາດ ລາວ, ໜັງສືພິມພາສາຕ່າງປະເທດ ແລະ ໜັງສືພິມປະຊາຊົນ. ເຖິງ ຢ່າງໃດກໍຕາມວຽກງານສື່ມວນ ຊົນພວກເຮົາກໍຍັງສືບຕໍ່ຜະເຊີນໜ້າ ກັບບັນຫາສິ່ງທ້າທາຍ ແລະ ພົບ ກັບຄວາມຫຍຸ້ງຍາກບໍ່ໜ້ອຍໃນ ສະພາບການທີ່ພາກພື້ນ, ສາກົນມີ ຄວາມສັບສົນ, ບັນຫາຂໍ້ຂັດແຍ່ງ, ຄວາມບໍ່ສະຫງົບທາງດ້ານການ ເມືອງຢູ່ຫລາຍປະເທດ. ສະນັ້ນ, ໃນ ຄັນປະຈໍາປີ ທີ່ສະທ້ອນໃຫ້ເຫັນເຖິງ ຄວາມພະຍາຍາມ ແລະ ຄວາມມຸ່ງ ໝັ້ນຂອງພັກ ແລະ ລັດຖະບານໃນ ການອະນຸລັກ ແລະ ສົ່ງເສີມມໍລະດົກ ທາງດ້ານວັດທະນະທຳຂອງຊາດ ຊຶ່ງຫັດຖະກຳແມ່ນວັດທະນະທໍາ ທີ່ເປັນມູນເຊື້ອທີ່ມີຄ່າ ແລະ ເປັນ ສ່ວນໜຶ່ງຂອງວັດທະນະທຳຂອງ ຊາດລາວ. ມັນບໍ່ພຽງແຕ່ບົ່ງບອກ ເຖິງລັກສະນະເຊື້ອຊາດ, ຮີດຄອງ ປະເພນີການນຸ່ງຖືອັນດີງາມ, ຍັງ ເປັນອາຊີບທໍາມາຫາກິນຂອງປະ ຊາຊົນ, ເປັນສື່ທີ່ສະທ້ອນເຖິງພູມ ປັນຍາປະດິດສ້າງ ແລະ ຈິດວິນຍານ ຂອງມູນເຊື້ອລາວບັນດາເຜົ່າ. ການ ຮັກສາ ແລະ ສືບຕໍ່ຫັດຖະກຳຈຶ່ງເປັນ ໜ້າທີ່ຂອງພວກເຮົາທຸກຄົນ ເພື່ອໃຫ້ ຍັງຄົງຢູ່ ແລະ ພັດທະນາໄປຕາມ ຍຸກສະໄໝ. ໃນໄລຍະຜ່ານມາ, ກະຊວງອຸດ ສາຫະກຳ ແລະ ການຄ້າ ໄດ້ສ້າງ ແຜນພັດທະນາອຸດສາຫະກຳ ແລະ ການຄ້າ 5 ປີ (2021-2025) ຊຶ່ງໄດ້ກຳນົດເອົາວຽກຫັດຖະກຳ ເປັນສ່ວນໜື່ງຂອງແຜນດັ່ງກ່າວ ສະແດງອອກຕົວເລກການປະກອບ ສ່ວນຂອງວຽກງານຫັດຖະກຳ ໃນການພັດທະນາເສດຖະກິດ-ສັງ ຄົມ. ໃນປີ 2020 ທົ່ວປະເທດມີ ໂຮງງານ ແລະ ໂຮງຊ່າງຫັດຖະກຳ ທັງໝົດ 11.728 ແຫ່ງ (ກວມເອົາ 98,39% ເປັນໂຮງຊ່າງຄອບຄົວ). ຜະລິດຕະພັນທີ່ສົ່ງອອກປະກອບ ດ້ວຍ ຜະລິດຕະພັນຈາກໄມ້ໄຜ່ ແລະ ຫວາຍ, ຝ້າຍ ແລະ ເຄື່ອງຈັກສານ ລວມຍອດມູນຄ່າການສົ່ງອອກສູງ ເຖິງ 900.000 ໂດລາສະຫະລັດ. ໃນປັດຈຸບັນ, ກະຊວງອຸດສາຫະກໍາ ແລະ ການຄ້າກໍໄດ້ຄົ້ນຄວ້າແຜນ ພັດທະນາອຸດສາຫະກຳ ແລະ ການ ຄ້າ (2026-2030) ໂດຍໄດ້ກວມ ເອົາວຽກງານຫັດຖະກຳເຂົ້າຢູ່ໃນ ແຜນພັດທະນາດັ່ງກ່າວ, ພັກ-ລັດ ໄດ້ວາງເປົ້າໝາຍໃຫ້ການພັດທະ ນາວຽກງານຫັດຖະກຳເປັນສ່ວນ ໜຶ່ງຂອງການສ້າງລາຍໄດ້ ແລະ ການຈ້າງງານໃນຊຸມຊົນຂອງຊົນ ນະບົດ ໂດຍຈະເນັ້ນໃຫ້ຄວາມສຳ ຄັນການພັດທະນາຊາວຊ່າງຫັດຖະ ກຳທ້ອງຖິ່ນ, ສ້າງຜູ້ສືບທອດທີ່ມີ ຄຸນນະພາບ, ຍົກລະດັບທັກສະ ແລະ ຄຸນນະພາບຜະລິດຕະພັນຫັດຖະກຳ ໃຫ້ມີວັດທະນະທຳອັນຊົງຄຸນຄ່າ ແລະ ສ້າງຄວາມສາມາດດ້ານການ ແຂ່ງຂັນ, ພ້ອມທັງສົ່ງເສີມການ ເຂົ້າເຖິງຕະຫລາດພາຍໃນ ແລະ ສາກົນ. ຂ່າວ: ກິດຕາ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງກັບລັດວິສາຫະກິດກໍ່ສ້າງ ທາງເລກ 8 ຈັດຂຶ້ນໃນວັນທີ 20 ຕຸລາ 2025 ທີ່ນະຄອນຫລວງ ວຽງຈັນ ໂດຍມີທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ທ່ານ ເຫລັກໄຫລສີວິໄລລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີບັນດາຮອງລັດຖະມົນຕີ, ຫົວ ໜ້າໂຄງການພ້ອມດ້ວຍພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມໂດຍການຮ່ວມ ລົງນາມລະຫວ່າງທ່ານ ຄຳຜອງ ສົມວິຈິດ ຫົວໜ້າພະແນກໂຍທາ ທິການ ແລະ ຂົນສົ່ງແຂວງສະ ຫວັນນະເຂດ ແລະ ທ່ານ ພູເພື່ອນ ແສງພະຈັນ ອຳນວຍການລັດວິສາ ຫະກິດກໍ່ສ້າງທາງເລກ 8. ທ່ານ ອັກຄະລະ ອິນທະວົງສາ ຫົວໜ້າໂຄງການຟື້ນຟູແລະ ບູລະນະ ຮັກສາທາງຫລວງແຫ່ງຊາດ ໄດ້ ມີຄໍາເຫັນວ່າ: ເສັ້ນທາງຫລວງ ແຫ່ງຊາດເລກ 9 ກໍ່ສ້າງສໍາເລັດໃນ ປີ 1988 ໄດ້ຮັບການຊ່ວຍເຫລືອ ລ້າຈາກຫວຽດນາມ, ອະດີດສະຫະ ພາບໂຊວຽດ, ບຸນກາລີ, ຮົງກາລີ, ເຊັກໂກສະໂລວາກີ, ໂປໂລຍ ແລະ ກູບາ, ເປັນເສັ້ນທາງທີ່ມີບົດບາດ ສໍາຄັນຕິດພັນກັບການພັດທະນາ ດ້ານເສດຖະກິດ-ສັງຄົມ, ເປັນເສັ້ນ ທາງເຊື່ອມໂຍງ-ເຊື່ອມຈອດລະ ຫວ່າງຕາເວັນອອກ-ຕາເວັນຕົກ. ພາຍຫລັງສ້າງສໍາເລັດ ປີ 1988 ມາຮອດປັດຈຸບັນໄດ້ດໍາເນີນການ ຟື້ນຟູແລ້ວ 4 ໄລຍະ, ອອກແບບຮັບ ນໍ້າໜັກໄດ້ 11 ໂຕນຕໍ່ເພົາ; ການ ຟື້ນຟູແຕ່ລະຄັ້ງແມ່ນໄດ້ນໍາໃຊ້ງົບ ປະມານເປັນຈໍານວນຫລວງຫລາຍ. ປັດຈຸບັນ, ໄລຍະທາງບາງເສັ້ນແມ່ນ ໝົດອາຍຸການນໍາໃຊ້ແລ້ວບວກກັບ ປະລິມານການສັນຈອນໄປມາແມ່ນ ເພີ່ມຂຶ້ນໃນແຕ່ລະປີຈໍາເປັນຕ້ອງໄດ້ ຟື້ນຟູເປັນການດ່ວນ. ສຳລັບເສັ້ນທາງເລກ 9 ແມ່ນ ທາງຫລວງອາຊຽນເລກທີ 16, ແມ່ນໜຶ່ງໃນ 8 ເສັ້ນທາງຫລວງ ອາຊຽນທີ່ຜ່ານປະເທດລາວ ເປັນ ເສັ້ນທາງຍຸດທະສາດຮັບໃຊ້ການ ຂົນສົ່ງຜ່ານແດນຂອງອະນຸພາກ ພື້ນ ໂດຍສະເພາະການຂົນສົ່ງຜ່ານ ສາມປະເທດລາວ-ຫວຽດນາມໄທ. ຜ່ານການຄົ້ນຄວ້າໂດຍທຽບ ໃສ່ບັນຫາໃນປັດຈຸບັນດ້ານງົບປະ ມານການນໍາໃຊ້ບູລະນະຮັກສາ ແລະ ສ້ອມແປງເສັ້ນທາງຫລວງ ແຫ່ງຊາດເລກ 9 ແມ່ນເພີ່ມຂຶ້ນ ຫລາຍໃນແຕ່ລະປີ ແລະ ການສະ ໜອງງົບປະມານໃນແຕ່ລະປີບໍ່ ພຽງພໍຕໍ່ການບູລະນະຮັກສາ ແລະ ສ້ອມແປງເຮັດໃຫ້ເສັ້ນທາງມີການ ຊຸດໂຊມ, ເປ່ເພຫລາຍຈຳເປັນຕ້ອງ ໄດ້ສ້ອມແປງດ່ວນ ເພື່ອໃຫ້ການ ຄົມມະນາຄົມຂົນສົ່ງ ກໍຄື ການສັນ ຈອນໄປມາຜ່ານເສັ້ນທາງຫລວງ ແຫ່ງຊາດສາຍນີ້ມີຄວາມສະດວກ. ຂ່າວ: ສົມຫວັງ; ພາບ: ວສລ ໂອກາດມາພົບປະຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້, ເປັນໂອກາດອັນ ດີທີ່ຈະໄດ້ຖອດຖອນບົດຮຽນນໍາ ເພື່ອນສະຫາຍຫວຽດນາມ ຕື່ມ ແລະ ເຮັດແນວໃດ ເພື່ອໃຫ້ວຽກງານການ ຮ່ວມມືດ້ານຖະແຫລງຂ່າວ-ສື່ມວນ ຊົນຂອງສອງປະເທດ ນັບມື້ເຕີບ ໃຫຍ່ເຂັ້ມແຂງ ໂດຍສະເພາະບັນດາ ອົງການສື່ມວນຊົນສອງປະເທດ ລາວ-ຫວຽດນາມ ໃຫ້ໄດ້ຮັບການ ພັດທະນາ, ຮ່ວມມືແລກປ່ຽນຂໍ້ມູນ ຂ່າວສານໃນທຸກຂົງເຂດວຽກງານ. ໃນນັ້ນ, ການຫັນເປັນດີຈິຕອນທີ່ ທັນສະໄໝຍິ່ງມີຄວາມສຳຄັນ. ຕອນທ້າຍ ສະຫາຍ ຕັງຫິວຟອງ ຍັງໄດ້ອວຍພອນໃຫ້ຄະນະຜູ້ແທນ ຄອສພ ຈົ່ງປະສົບຜົນສຳເລັດໃນ ການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມໃນຄັ້ງ ນີ້ ແລະ ອວຍພອນໃຫ້ສາຍພົວພັນ ມິດຕະພາບທີ່ຍິ່ງໃຫຍ່, ຄວາມ ສາມັກຄີແບບພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດຫວຽດນາມ-ລາວ, ລາວຫວຽດນາມ ໃຫ້ໝັ້ນຄົງຂະໜົງແກ່ນ ຕະຫລອດໄປ. ໃນວັນດຽວກັນ, ຄະນະຜູ້ແທນ ຄອສພ ຍັງໄດ້ໄປຢ້ຽມຢາມ ແລະ ເຮັດວຽກັບໜັງສືພິມ ຕວຍແຈ ຕື່ມອີກ. ຂ່າວ-ພາບ: ສຳນານ ເຜີຍແຜ່, ເຊື່ອມຊຶມເອກະສານດັ່ງ ກ່າວ ໃຫ້ແກ່ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ແລະ ທຸກ ພາກສ່ວນຢູ່ຂັ້ນແຂວງ, ຂັ້ນເມືອງ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈເລິກ ເຊິ່ງກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງ ສພຊ ແລະ ສພຂ ຕາມລັດຖະທຳມະນູນ ແລະ ກົດ ໝາຍທີ່ໄດ້ກໍານົດໄວ້; ທັງເປັນການ ແນະນໍາຂັ້ນຕອນການກະກຽມໃຫ້ ແກ່ການປ່ອນບັດເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນຕໍ່ໜ້າໃຫ້ມີປະສິດທິພາບ, ປະສິດ ທິຜົນສູງກວ່າເກົ່າ. ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ແລກ ປ່ຽນຄຳຄິດເຫັນຕໍ່ເອກະສານດັ່ງ ກ່າວ ແລະ ສົມທຽບໃສ່ການເຄື່ອນ ໄຫວວຽກງານຕົວຈິງໃນໄລຍະ ຜ່ານມາ ໂດຍສະເພາະບັນຫາຫຍຸ້ງ ຍາກດ້ານບຸກຄະລາກອນທີ່ຈະເປັນ ເສນາທິການບັນຈຸຊ່ວຍວຽກຢູ່ຂັ້ນ ເມືອງໃນຕໍ່ໜ້າຍັງມີຄວາມຫຍຸ້ງ ຍາກຫລາຍ ເນື່ອງຈາກບຸກຄະລາ ກອນມີຈໍາກັດ, ດ້ານງົບປະມານ ແລະ ພາຫະນະຮັບໃຊ້ໃນການເຄື່ອນ ໄຫວວຽກງານຕົວຈິງຍັງມີຈໍາກັດ, ຄວາມຮັບຮູ້, ເຂົ້າໃຈຂອງສັງຄົມຕໍ່ ວຽກງານສະພາຍັງມີໜ້ອຍ. ຂ່າວ-ພາບ: ສພຊ

RkJQdWJsaXNoZXIy MTc3MTYxMQ==