24/10/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ເຜີຍແຜ່ດຳລັດ...ີ່ັ ລາວ-ຍີ່ປຸ່ນ...ີຸ່່ ລະນຶກວັນສ້າງຕັ້ງ...ຶັ້ັ້ ຫາລືສ້າງຄວາມເຂັ້ມແຂງ...ື້ັ້ ນະຄອນຫລວງ... ປຶກສາຫາລືກ່ຽວກັບ...ຶື່ັ ຊາດໃຫ້ເຂັ້ມແຂງ. ພ້ອມນີ້, ຍັງ ເປັນການດຶງດູດການລົງທຶນດ້ານ ອຸດສາຫະກຳ, ເພື່ອເລັ່ງພັດທະນາ ເສດຖະກິດ, ເງິນລົງທຶນໂດຍກົງ, ເຕັກໂນໂລຊີ, ປະສົບການໃນການ ຄຸ້ມຄອງບໍລິຫານ ແລະ ຊຸກຍູ້ໃຫ້ ວິສາຫະກິດຂະໜາດນ້ອຍ ແລະ ກາງ ມີສ່ວນຮ່ວມໃນຕ່ອງໂສ້ການ ຜະລິດ, ຊຸກຍູ້ສົ່ງເສີມການນໍາໃຊ້ ວັດຖຸດິບ, ຜະລິດຕະພັນເຄິ່ງສຳເລັດ ຮູບ ຫລື ສຳເລັດຮູບເຂົ້າໃນການປຸງ ແຕ່ງເປັນຜະລິດຕະພັນອື່ນໆ ທີ່ມີມູນ ຄ່າເພີ່ມຂຶ້ນ ແລະ ນິຄົມອຸດສາຫະກຳ ສາມາດເປັນບ່ອນສ້າງວຽກເຮັດ ງານທຳຈຳນວນຫລວງຫລາຍ ແລະ ຍືນຍົງ, ເຮັດໃຫ້ຍົກສູງລາຍ ໄດ້ຂອງຊຸມຊົນທ້ອງຖິ່ນ, ມີການ ກະຈາຍການພັດທະນາ ແລະ ລາຍ ຮັບໃຫ້ແກ່ທ້ອງຖິ່ນ, ເຮັດໃຫ້ການຈັດ ສັນຜັງເມືອງມີຄວາມເປັນລະບຽບ ຮຽບຮ້ອຍ, ສ້າງຄວາມສົມດູນໃຫ້ ແກ່ການວາງແຜນນໍາໃຊ້ທີ່ດິນ ເພື່ອ ຮອງຮັບການຂະຫຍາຍຕົວຂອງ ຕົວເມືອງໃນອະນາຄົດ, ຮັບປະກັນ ການພັດທະນາເສດຖະກິດ, ສັງຄົມ, ສິ່ງແວດລ້ອມ ແລະ ການພັດທະນາ ແບບຍືນຍົງ. ຕະຫລອດໄລຍະຜ່ານມາ ກໍຄື ປັດຈຸບັນພັກເຮົາໄດ້ເນັ້ນໃສ່ການ ສືບຕໍ່ເຮັດໃຫ້ອຸດສາຫະກໍາປຸງແຕ່ງ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍໄດ້ກຳນົດວ່າ: ພວກເຮົາຕ້ອງ ຫັນເປັນອຸດສາຫະກໍາ ແລະ ຫັນໄປ ສູ່ທັນສະໄໝ ຈຶ່ງສາມາດຫັນປ່ຽນ ແບບແຜນວິທີການທຳມາຫາກິນ ທີ່ຫລ້າຫລັງ, ເຮັດໃຫ້ປະເທດຊາດ ຮັ່ງມີເຂັ້ມແຂງ ແລະ ມີຄວາມຈະ ເລີນວັດທະນາ, ປະຊາຊົນມີຄວາມຢູ່ ດີເປັນສຸກ, ສັງຄົມມີຄວາມສະຫງົບ ສີວິໄລ ແລະ ຍຸຕິທໍາ. ໂຄງການປັບປຸງຂໍ້ມູນຂ່າວສານ ທາງດ້ານພູມສາດ ມູນຄ່າ 649 ລ້ານເຢນ ຈັດຂຶ້ນໃນວັນທີ 22 ຕຸລາ 2025, ຕາງໜ້າລັດຖະບານ ລາວ ລົງນາມໂດຍທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດ ຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຕາງໜ້າ ລັດຖະບານຍີ່ປຸ່ນໂດຍທ່ານ ໂຄອິຊຸມິ ຊຶໂຕມຸ ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາລາວ, ມີພະນັກງານ ຈາກຂະແໜງການທີ່ກ່ຽວຂ້ອງສອງ ຝ່າຍຍີ່ປຸ່ນ ແລະ ລາວ ເຂົ້າຮ່ວມເປັນ ສັກຂີພິຍານ. ໂຄງການຊ່ວຍເຫລືອດັ່ງກ່າວ, ແມ່ນການສະໜັບສະໜູນເປົ້າໝາຍ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ (NSEDP) ຂອງ ສປປ ລາວ ຜ່ານການພັດທະນາ ໂຄງສ້າງພື້ນຖານພູມສາດທີ່ທັນ ສະໄໝ, ສອດຄ່ອງກັບການຈັດ ການທີ່ດິນຢ່າງຍືນຍົງ, ການພັດທະ ນາພື້ນຖານໂຄງລ່າງ ແລະ ຄວາມ ສາມາດໃນການຮັບມືໄພພິບັດທໍາ ມະຊາດ, ຊຶ່ງຈະມີການສ້າງແຜນທີ່ ໄພພິບັດໃນພື້ນທີ່ທີ່ເປັນເປົ້າໝາຍ ໂດຍນໍາໃຊ້ເຕັກໂນໂລຊີ ກວດຈັບ ການປ່ຽນແປງຜ່ານດາວທຽມ ເພື່ອ ສາມາດລະບຸການປ່ຽນແປງດ້ານ ພູມສັນຖານ ແລະ ເຂດສ່ຽງໄພໄດ້ ຢ່າງວ່ອງໄວ. ໃນໂອກາດດັ່ງກ່າວ, ທ່ານ ຟອງສະໝຸດ ອັ່ນລາວັນ ໄດ້ຕາງໜ້າ ໃຫ້ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ທີ່ໄດ້ໃຫ້ການຮ່ວມມືຊ່ວຍ ເຫລືອ ສປປ ລາວ ໃນຄັ້ງນີ້ ກໍຄື ການສະໜັບສະໜູນ ແລະ ຮ່ວມມື ຊ່ວຍເຫລືອ ສປປ ລາວ ຕະຫລອດ ໄລຍະ 7 ທົດສະວັດ ທີ່ຜ່ານມາ ແລະ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາໃຊ້ ການຊ່ວຍເຫລືອທີ່ມີຄວາມສຳຄັນ ນີ້ ດ້ວຍຄວາມຮັບຜິດຊອບສູງ, ໂປ່ງ ໃສ ແລະ ມີປະສິດທິຜົນສູງ ເພື່ອ ນຳເອົາຜົນປະໂຫຍດສູງສຸດມາສູ່ ປະຊາຊົນລາວ, ພ້ອມທັງສະແດງ ຄວາມຫວັງວ່າລັດຖະບານຍີ່ປຸ່ນ ຈະ ສືບຕໍ່ໃຫ້ການຮ່ວມມືຢ່າງຕໍ່ເນື່ອງໃນ ຊຸມປີຕໍ່ໜ້າ ຊຶ່ງການຊ່ວຍເຫລືອຄັ້ງ ນີ້ ແມ່ນມີຄວາມສໍາຄັນເປັນຢ່າງ ຍິ່ງ ແລະ ການລົງນາມເອກະສານ ແລກປ່ຽນດັ່ງກ່າວໄດ້ມີຂຶ້ນໃນ ບັນຍາກາດຂອງການສະເຫລີມ ສະຫລອງສາຍພົວພັນທາງການ ທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ໃນປີ 2025 ນີ້ ແລະ ຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາ ສາສະໝັກມາປະຕິບັດໜ້າທີ່ຢູ່ ສປປ ລາວ. ໃນໂອກາດດຽວກັນ, ທ່ານ ໂຄອິ ຊຸມິ ຊຶໂຕມຸ ກໍໄດ້ສະແດງຄວາມ ໝາຍໝັ້ນວ່າຈະສືບຕໍ່ເຮັດວຽກ ຖືພາ ແລະ ໃນສອງປີທຳອິດຂອງ ຊີວິດເດັກນ້ອຍ. ກອງປະຊຸມດັ່ງກ່າວ, ໄດ້ເນັ້ນ ໜັກເຖິງການເຂົ້າເຖິງຢ່າງເທົ່າ ທຽມກັນສຳລັບບ້ານທີ່ຫ່າງໄກສອກ ຫລີກ, ຄອບຄົວທີ່ເວົ້າພາສາຊົນເຜົ່າ ແລະ ເດັກນ້ອຍທີ່ມີຄວາມພິການ, ພ້ອມທັງຊຸກຍູ້ໃຫ້ມີນະໂຍບາຍກ່ຽວ ກັບສະຖານທີ່ເຮັດວຽກໃຫ້ເອື້ອເຟື້ອ ຕໍ່ຄອບຄົວ ເພື່ອອຳນວຍຄວາມ ສະດວກໃຫ້ພໍ່ແມ່ໄດ້ເບິ່ງແຍງລູກ ຕາມຄວາມຈຳເປັນ. ໂອກາດນີ້, ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານສະຫະພັນ ແມ່ຍິງລາວ ໄດ້ກ່າວວ່າ: ພວກເຮົາ ສາມາດເສີມສ້າງຊີວິດທີ່ດີໃຫ້ເດັກ ຜ່ານການສະໜັບສະໜູນທີ່ດີ ແລະ ສາມາດນຳໄປປະຕິບັດໄດ້ຕົວຈິງ ເຊັ່ນ: ການລ້ຽງລູກດ້ວຍນົມແມ່, ການສົນທະນາໂອ້ລົມກັບລູກ, ການອ່ານປຶ້ມໃຫ້ລູກຟັງ, ການມີໂພ ຊະນາການອາຫານທີ່ດີ ແລະ ການ ກວດສຸຂະພາບເປັນປະຈຳ. ພ້ອມ ທັງຮຽກຮ້ອງໃຫ້ຄູ່ຮ່ວມງານທັງ ໝົດມາລົງທຶນຮ່ວມກັນ ເພື່ອໃຫ້ ພໍ່ແມ່ທຸກຄົນໄດ້ຮັບການຊ່ວຍເຫລືອ ເດັກທີ່ພວກເຂົາສົມຄວນຈະໄດ້ຮັບ ພາຍໃນ 1.000 ວັນທໍາອິດ. ຈາກການສຳຫລວດດັດສະນີ (22/10/1990-22/10/2025), ພ້ອມທັງຖະແຫລງຂ່າວຜົນການ ຕັດສິນລາງວັນ ຊີໄຣ ປະຈຳປີ 2024, 2025ແລະລາງວັນວັນນະ ກຳແມ່ນ້ຳຂອງ ປະຈຳປີ 2022 ໃນວັນທີ 22 ຕຸລາ 2025 ໂດຍ ການເປັນປະທານຂອງທ່ານ ນາງ ຈັນເພັດ ຄຳຟອງ ຫົວໜ້າກົມວັນນະ ຄະດີ ແລະ ພິມຈຳໜ່າຍ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ທອງໃບ ໂພທິສານ ປະທານ ສະມາຄົມນັກປະພັນລາວ, ທັງເປັນ ປະທານຄະນະກຳມະການຕັດສິນ ລາງວັນຊີໄຣ ແລະ ແມ່ນ້ຳຂອງ, ມີຄະນະບໍລິຫານງານສະມາຄົມ ນັກປະພັນລາວ, ສິລະປິນສາຂາ ວັນນະກຳ, ນັກປະພັນ, ນັກກະວີອາ ວຸໂສ-ໜຸ່ມນ້ອຍ ເຂົ້າຮ່ວມ. ໂອກາດນີ້, ທ່ານ ທອງໃບ ໂພທິສານ ໄດ້ຍົກໃຫ້ເຫັນຕົ້ນກຳ ເນີດ, ປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ສະມາຄົມນັກປະພັນລາວ ຊຶ່ງໄດ້ຮັບ ການສ້າງຕັ້ງຂຶ້ນໃນວັນທີ 22 ຕຸລາ 1990 ສ້າງຂຶ້ນເພື່ອເປັນອົງການ ຕົວແທນແຫ່ງຄວາມມຸ່ງມາດປາຖະ ໜາ, ສິດທິ ແລະ ຜົນປະໂຫຍດຂອງ ບັນດານັກປະພັນວັນນະຄະດີລາວ ປະກອບເຂົ້າໃນພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ເປັນໜ້າທີ່ການເມືອງ ຂອງຕົນ ໂດຍຕິດພັນກັບການສ້າງ ສັນຜົນງານວັນນະຄະດີເປັນຕົ້ນຕໍ. ສະມາຄົມນັກປະພັນລາວ ຈັດຕັ້ງ ແລະ ເຄື່ອນໄຫວພາຍໃຕ້ການຄຸ້ມ ຄອງຂອງກະຊວງພາຍໃນ ແລະ ຊີ້ນໍາດ້ານວິຊາການ ໂດຍກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍຄື ກະຊວງວັດທະ ນະທຳ ແລະ ການທ່ອງທ່ຽວ ໃນ ປັດຈຸບັນ ເພື່ອສ້າງເງື່ອນໄຂຊຸກຍູ້ ສົ່ງເສີມໃຫ້ນັກປະພັນລາວ ໄດ້ ສ້າງສັນຜົນງານດ້ານວັນນະຄະດີ ຕາມຄວາມມຸ່ງມາດປາຖະໜາອັນ ຊອບທຳ, ຕາມລັດຖະທໍາມະນູນ, ລະບຽບ, ກົດໝາຍ ແລະ ວັດທະ ນະທຳຮີດຄອງປະເພນີອັນດີງາມ ຂອງຊາດ. ພ້ອມກັນນັ້ນ, ກໍສາມັກຄີ ກັບນັກປະພັນທຸກຄົນທັງສະມາຊິກ ແລະ ບໍ່ແມ່ນສະມາຊິກໃນພາລະກິດ ກໍ່ສ້າງຟື້ນຟູອະນຸລັກ ແລະ ສົ່ງເສີມ ວັນນະຄະດີລາວທັງພື້ນເມືອງ ແລະ ຮ່ວມສະໄໝ, ເຄົາລົບເອກະລັກ ແລະ ຜົນງານຂອງແຕ່ລະນັກປະພັນທີ່ມີ ແລະ ການສ້າງແບບຟອມສະໝັກ ລົງທະບຽນໃນຮູບແບບອອນລາຍ ແລະ ອື່ນໆ. ທັງນີ້, ກໍເພື່ອກຽມ ຄວາມພ້ອມໃຫ້ແກ່ການຈັດງານດັ່ງ ກ່າວ ບັນລຸຕາມຄາດໝາຍ ແລະ ສໍາ ເລັດຜົນຢ່າງຈົບງາມ. ທ່ານ ສີຈັນ ຈິດຕະປັນຍາ ຫົວ ໜ້າກົມກິລາລະດັບສູງ, ຫົວໜ້າ ກຳມະການເຕັກນິກ-ຈັດການແຂ່ງ ຂັນໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນ ວັນທີ 22 ຕຸລາ 2025 ນີ້ວ່າ: ພາຍ ຫລັງທີ່ໄດ້ຮັບມອບໝາຍ, ກໍາມະ ການດ້ານເຕັກນິກ-ຈັດການແຂ່ງຂັນ ກໍໄດ້ເອົາໃຈໃສ່ຫລາຍໜ້າວຽກ ເພື່ອ ກຽມຄວາມພ້ອມດ້ານເຕັກນິກ- ຈັດການແຂ່ງຂັນ ຊຶ່ງມາຮອດປັດ ຈຸບັນສາມາດກຳນົດສະຖານທີ່ຮັບ ໃຊ້ຈັດການແຂ່ງຂັນ 14 ຈຸດ; ສ້າງ ແຫ່ງຊາດ, ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ທ່ານສະຖາບັນດິດອິນສີຊຽງໃໝ່ ໄດ້ກ່າວວ່າ: ການສຳມະນາໃນຄັ້ງ ນີ້, ຈັດຂຶ້ນເພື່ອສົນທະນາ, ປຶກສາ ຫາລືກ່ຽວກັບສິ່ງທ້າທາຍໃນການ ເຊື່ອມໂຍງເສດຖະກິດໃນສະພາບ ການສາກົນທີ່ບໍ່ມີຄວາມແນ່ນອນ ໃນປັດຈຸບັນ ຍ້ອນມີຫລາຍເຫດການ ທີ່ພົ້ນເດັ່ນເກີດຂຶ້ນໃນສາກົນ ແລະ ພາກພື້ນທີ່ເປັນສິ່ງທ້າທາຍຕໍ່ເສດ ຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄື ຜັນຂະຫຍາຍການເປັນຄູ່ຮ່ວມຍຸດ ທະສາດຮອບດ້ານ ຍີ່ປຸ່ນ-ລາວ ໃຫ້ ໄດ້ຮັບການພັດທະນາຍິ່ງໆຂຶ້ນ ເພື່ອ ນໍາເອົາຜົນປະໂຫຍດສູງສຸດມາສູ່ ປະຊາຊົນສອງຊາດຍີ່ປຸ່ນ ແລະ ລາວ ໃນຕໍ່ໜ້າ. ເປົ້າໝາຍຮັບໃຊ້ປະເທດຊາດ, ຮັບ ໃຊ້ປະຊາຊົນ ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງປະຊາຊາດ ແລະ ເອົາໃຈໃສ່ເປັນພິເສດໃນການ ປົກປັກຮັກສາ ແລະ ເສີມຂະຫຍາຍ ຂະບວນການວັນນະຄະດີບັນດາເຜົ່າ ພ້ອມທັງຮັບເອົາສິ່ງຍອດຍິ່ງຂອງ ຂະບວນການວັນນະກຳໂລກ. ພ້ອມກັນນີ້, ຍັງໄດ້ລາຍງານ ຜົນການຕັດສິນລາງວັນ ຊີໄຣ ປະຈຳປີ 2024, 2025. ໃນນັ້ນ, ນະວະນິຍາຍ ທີ່ມີຊື່ວ່າ: “ດອກໄມ້ ໃນຄາບລະເບີດ” ຂຽນໂດຍທ່ານ ປັນຍາ ພັນທະພານິດ ໄດ້ຮັບລາງ ວັນຊະນະເລີດ ອັນດັບທີ 1, ນະວະ ນິຍາຍ ສະບັບນີ້, ມີທັງໝົດ 88 ໜ້າ, ຈັດພິມໃນປີ 2025; ບົດກະວີ “ແພ ພັນລາຍຈາກປາຍມືແມ່” ຂຽນໂດຍ ທ່ານ ບຸນທະວີ ກົມພະພັນ ໄດ້ຮັບ ລາງວັນຊະນະເລີດ ອັນດັບທີ 1, ບົດ ກະວີ ສະບັບນີ້, ມີທັງໝົດ 190 ໜ້າ, ຈັດພິມໃນປີ 2019. ສ່ວນລາງວັນວັນນະກຳແມ່ນ້ຳ ຂອງ ປະຈຳປີ 2022, ນະວະນິຍາຍ ທີ່ມີຊື່ວ່າ: “ໂທລະໂຄ່ງ” ຂຽນໂດຍ ທ່ານ ປະສົງ ວົງຄຳຈັນ ໄດ້ຮັບ ລາງວັນຊະນະເລີດ ອັນດັບທີ 1, ນະວະນິຍາຍ ສະບັບນີ້, ມີທັງໝົດ 97 ໜ້າ, ຈັດພິມໃນປີ 2025; ບົດກະວີ ທີ່ມີຊື່ວ່າ: “ຖອດຄຳ ສອນຂອງປູ່” ຂຽນໂດຍທ່ານ ສຸລິ ເດດວົງພັນ ໄດ້ຮັບລາງວັນຊະນະ ເລີດອັນດັບທີ 1, ບົດກະວີ ສະບັບ ນີ້, ມີທັງໝົດ 128 ໜ້າ, ຈັດພິມໃນ ປີ 2025. ບັນດາບົດກະວີ ແລະ ນະວະນິ ຍາຍທີ່ໄດ້ຮັບລາງວັນດັ່ງກ່າວ, ລ້ວນແລ້ວແຕ່ມີເນື້ອໃນທີ່ໂດດເດັ່ນ, ເປັນເອກະລັກ, ມີສິລະປະການແຕ່ງ ສູງ, ມີຄຸນຄ່າວັນນະກຳ, ຄຳສັບສຳ ນວນພາສາເຂົ້າໃຈງ່າຍ, ກະທັດ ຮັດ. ພ້ອມນີ້, ຜູ້ປະດິດແຕ່ງກໍເປັນ ບຸກຄົນທີ່ມີຜົນງານ ແລະ ມີບົດບາດ ການເຄື່ອນໄຫວໃນການຈັດຕັ້ງ ແລະ ສັງຄົມເປັນຢ່າງດີ. ຂ່າວ: ທະນູທອງ ກົດລະບຽບຮັບໃຊ້ການແຂ່ງຂັນ 33 ປະເພດກິລາ; ສ້າງເວັບໄຊ ງານມະຫະກຳກິລາແຫ່ງຊາດ ຄັ້ງ ທີ XII ແລະ ການສ້າງແບບຟອມ ສະໝັກລົງທະບຽນໃນຮູບແບບ ອອນລາຍ; ໄດ້ສົມທົບກັບພາກສ່ວນ ກ່ຽວຂ້ອງຈັດການປະມູນວຽກ ງານຈັດຊື້ອຸປະກອນຮັບໃຊ້ການ ແຂ່ງຂັນ; ສຳເລັດການຈັດກອງ ປະຊຸມຮ່ວມກັບບັນດາສະຫະພັນ ກິລາແຫ່ງຊາດ ເພື່ອປຶກສາຫາລື, ກຳນົດຈຳນວນຄະນະຮັບຜິດຊອບ ຈັດການແຂ່ງຂັນ, ຜູ້ຄວບຄຸມການ ແຂ່ງຂັນ, ກຳມະການຕັດສິນ, ຜູ້ ຊ່ວຍກຳມະການຕັດສິນ ແລະ ຜູ້ ຊ່ວຍພາກສະໜາມຂອງບັນດາ ສະຫະພັນ; ສຳເລັດການຕິດຕັ້ງອຸ ປະກອນ IT ຮັບໃຊ້ການຂຶ້ນທະ ບຽນ, ອອກບັດ ແລະ ລາຍງານຜົນ ຢູ່ຕຶກອາຄານສຳນັກງານກະຊວງ ສຶກສາທິກສນ ແລະ ກິລາ ເຂດ ສະໜາມກິລາເຈົ້າອະນຸວົງ; ການຂຶ້ນ ທະບຽນແບບຕົວເລກຂອງ 17 ແຂວງ, 1 ນະຄອນຫລວງ ແລະ 3 ກະຊວງ (ກະຊວງປ້ອງກັນຄວາມ ສະຫງົບ, ກະຊວງປ້ອງກັນປະເທດ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ) ແມ່ນສຳເລັດ 100%. ທ່ານ ສີຈັນ ຈິດຕະປັນຍາ ຍັງ ໃຫ້ຮູ້ອີກວ່າ: ການກະກຽມຄວາມ ພ້ອມດ້ານສະໜາມກິລາ ເພື່ອຮັບ ໃຊ້ການແຂ່ງຂັນແມ່ນບັນຫາທີ່ພວກ ເຮົາໃຫ້ຄວາມສຳຄັນເປັນພິເສດ ໂດຍລວມແລ້ວມີຄວາມຄືບໜ້າປະ ມານ 90-95% ແລະ ຈະສືບຕໍ່ລົງ ຕິດຕາມກວດກາຮ່ວມກັບຄະນະ ກຳມະການສ້ອມແປງຄາດວ່າຈະ ໃຫ້ສຳເລັດຢ່າງສົມບູນກ່ອນຈະ ເລີ່ມການແຂ່ງຂັນ. ນອກຈາກນີ້, ຈະໄດ້ນຳເອົາເຮືອຊ່ວງ 12 ສີພາຍ ແລະ 22 ສີພາຍ ຈາກແຂວງອຸດົມ ໄຊ ແລະ ແຂວງຊຽງຂວາງ ເພື່ອມາ ຮັບໃຊ້ການແຂ່ງຂັນຄັ້ງນີ້. ເພື່ອເຮັດ ໃຫ້ການຈັດງານຄັ້ງນີ້ ໄດ້ຮັບຜົນສໍາ ເລັດພວກເຮົາໄດ້ສຸມໃສ່ສົມທົບກັບ ພາກສວນທີ່ກ່ຽວຂ້ອງລົງກວດກາ ສະໜາມທີ່ມີການປັບປຸງສ້ອມແປງ ກະກຽມມອບ-ຮັບ ແລະ ຕິດຕັ້ງອຸ ປະກອນໃຫ້ສຳເລັດ 100% ເພື່ອ ຮັບໃຊ້ການຝຶກຊ້ອມ ແລະ ການ ແຂ່ງຂັນປະເພດກິລາທີ່ຈະແຂ່ງຂັນ ກ່ອນຄື: ຊິນລອນ, ບານບ້ວງ, ຍິງ ປືນ, ໜ້າເກັກ, ປັນຈັກສີລັດ, ໝາກ ເສິກ ແລະ ກິລາອື່ນໆ, ສືບຕໍ່ປະສານ ງານກັບບັນດາກຳມະການ, ບັນດາ ແຂວງ ແລະ ກະຊວງ ທີ່ສົ່ງຄະນະ ກິລາເຂົ້າຮ່ວມການແຂ່ງຂັນ ເພື່ອ ກະກຽມອອກບັດໃຫ້ທັນກັບກຳນົດ ເວລາ; ສົມທົບກັບພາກສວນກ່ຽວ ຂ້ອງກະກຽມຈັດຝຶກອົບຮົມບຸກຄະ ລາກອນ ແລະ ອາສາສະໝັກຕາມ ແຜນທີ່ກຳນົດໄວ້ແຕ່ລະປະເພດ ກິລາ; ກະກຽມຈັດກອງປະຊຸມເຕັກ ນິກ-ຈັດການແຂ່ງຂັນທົ່ວປະເທດ ໃນວັນທີ 31 ຕຸລາ 2025 ເພື່ອ ສະຫລຸບວຽກງານ ແລະ ພ້ອມທີ່ ຈະກ້າວເຂົ້າສູ່ການແຂ່ງຂັນຢ່າງ ເປັນທາງການໃນເດືອນພະຈິກ; ສືບ ຕໍ່ຝຶກແອບນ້ອງນາງສາວ ຖືຖາດ ມອບຫລຽນລາງວັນໃຫ້ສຳເລັດ ພາຍໃນເດືອນຕຸລາ 2025. ຂ່າວ-ພາບ: ມາລິດາ ໝາຍສັງຄົມລາວ ຄັ້ງທີ III (LSIS III) ໄດ້ຊີ້ໃຫ້ເຫັນທັງຄວາມຈຳເປັນ ອັນຮີບດ່ວນ ແລະ ໂອກາດອັນດີ, ປະມານ 33% ຂອງເດັກນ້ອຍອາຍຸ ຕໍ່າກວ່າ 5 ປີ ແມ່ນມີການເຕີບໂຕ ຊ້າ (ລວງສູງບໍ່ໄດ້ມາດຕະຖານ), 11% ຈ່ອຍຜອມ, ມີພຽງ 37% ຂອງເດັກນ້ອຍທີ່ໄດ້ຮັບວັກຊິນຄົບ ຕາມກຳນົດ, ມີພຽງ 45% ຂອງ ເດັກນ້ອຍເກີດໃໝ່ທີ່ໄດ້ກິນນົມແມ່ ພຽງຢ່າງດຽວ ແລະ ອັດຕາການ ເຂົ້າໂຮງຮຽນກ່ອນໄວຮຽນອາຍຸລະ ຫວ່າງ 3-4 ປີ ມີເດັກພຽງ 27%. ການລິເລີ່ມແຜນງານ “ຮັກລູກ ໃຫ້ໃສ່ໃຈ ແລະ ຄອບຄົວຜາສຸກ ພ້ອມກັນພັດທະນາ” ໄດ້ຮັບການ ສະໜັບສະໜູນຈາກລັດຖະບານອົດ ສະຕຣາລີ ຜ່ານໂຄງການຮ່ວມມື ອົງການຈັດຕັ້ງສາກົນ ທີ່ບໍ່ຂຶ້ນກັບ ລັດຖະບານຂອງອົດສະຕຣາລີ. ໂຄງການຮ່ວມມືດັ່ງກ່າວ ໄດ້ຊ່ວຍ ໃຫ້ພໍ່ແມ່ຫລາຍພັນຄົນໄດ້ນໍາເອົາ ບົດຮຽນໄປໃຊ້ໃຫ້ເກີດປະໂຫຍດ ສູງສຸດເຊັ່ນ: ການໂອ້ລົມ, ການຮ້ອງ ເພງ, ການຫລິ້ນກັບລູກ, ການເບິ່ງ ແຍງລູກ, ພ້ອມທັງເຊື່ອມໂຍງຄອບ ຄົວໃຫ້ເຂົ້າເຖິງການຝາກທ້ອງທີ່ ດີ, ໄດ້ກິນອາຫານທີ່ມີປະໂຫຍດຕໍ່ ຮ່າງກາຍ, ການຕິດຕາມການຈະ ເລີນເຕີບໂຕ, ການສັກຢາວັກຊິນ ແລະ ການຮຽນຮູ້ກ່ອນໄວຮຽນ. ຖະກິດໂລກ, ລວມທັງ ສປປ ລາວ ເປັນຕົ້ນສົງຄາມການຄ້າທີ່ຮຸນແຮງ ຂຶ້ນຈາກນະໂຍບາຍການຄ້າຂອງ ປະເທດມະຫາອຳນາດທີ່ກະທົບຕໍ່ ການຄ້າ ແລະ ການລົງທຶນໃນຫລາຍ ຂົງເຂດລວມທັງ ສປປ ລາວ. ນອກ ນັ້ນ, ຍັງມີສິ່ງທ້າທາຍຕໍ່ການປ່ຽນ ແປງສະພາບດິນຟ້າອາກາດເຊັ່ນ: ພາຍຸ, ນໍ້າຖ້ວມ ແລະ ແຜນດິນໄຫວ. ສ່ວນສະພາບຢູ່ພາຍໃນ ສປປ ລາວ ກໍຍັງມີຂໍ້ຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ ໂດຍສະເພາະບັນຫາ ໜີ້ສິນ, ການເໜັງຕີງຂອງອັດຕາ ແລກປ່ຽນ ແລະ ບັນຫາລາຄາສິນ ຄ້າທີ່ຍັງຢູ່ໃນລະດັບສູງ ເຊັ່ນ: ລາຄາ ເຂົ້າ ແລະ ຊີ້ນໝູ ເປັນຕົ້ນໄດ້ສ້າງ ຄວາມທ້າທາຍໃນການຄຸ້ມຄອງ ເສດຖະກິດມະຫາພາກພໍສົມຄວນ. ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ຮັບຟັງການສະເໜີ ແລະ ການ ສົນທະນາແລກປ່ຽນຄຳຄິດເຫັນ ຈາກຜູ້ຊ່ຽວຊານທັງພາຍໃນ ແລະ ສາກົນ ທີ່ມີຄວາມຊ່ຽວຊານດ້ານ ຄວາມສໍາພັນການເມືອງ ແລະ ເສດ ຖະກິດລະຫວ່າງປະເທດ, ການ ເຊື່ອມໂຍງດ້ານເສດຖະກິດ, ການ ຄ້າ ແລະ ການລົງທຶນ ໃນຂົງເຂດ ອາຊີຕາເວັນອອກ. ບັນດາຊ່ຽວ ຊຽນດັ່ງກ່າວ, ຈະໄດ້ໃຫ້ທັດສະ ນະຕໍ່ກັບຄວາມສ່ຽງ-ສິ່ງທ້າທາຍ ຕ່າງໆ, ກາລະໂອກາດ ແລະ ຄຳ ຄິດເຫັນຕໍ່ກັບການປັບຕົວໃນຕໍ່ໜ້າ ທີ່ມີຕໍ່ບັນດາປະເທດໃນຂົງເຂດ ອິນໂດ-ປາຊີຟິກ ແລະ ສິ່ງທີ່ຄວນ ເອົາໃຈໃສ່ໃນການຮັກສາສະຖຽນ ລະພາບທາງດ້ານເສດຖະກິດຂອງ ສປປ ລາວ. ທ່ານສະຖາບັນດິດອິນສີຊຽງໃໝ່ ຍັງໃຫ້ຮູ້ອີກວ່າ: ປັດຈຸບັນການພົວ ພັນມິດຕະພາບລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ນັບມື້ນັບ ເຂັ້ມແຂງໃນຂົງເຂດການຮ່ວມມື ເຊັ່ນ: ດ້ານການຄ້າ, ການລົງທຶນ, ການສຶກສາ ແລະ ໂຄງການພັດ ທະນາອື່ນໆ. ໃນນັ້ນ, ການສ້າງ ຕັ້ງສະມາຄົມມິດຕະພາບລາວ-ອົດ ສະຕຣາລີ ໃນຕົ້ນປີ 2024 ກໍເປັນ ໜຶ່ງກົນໄກທີ່ຂັບເຄື່ອນການຮ່ວມມື ມິດຕະພາບລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ. ໃນໄລຍະຜ່ານ ມາໄດ້ມີການເຄື່ອນໄຫວກິດຈະກໍາທີ່ ສາມາດສ້າງສາຍພົວພັນລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ໃຫ້ ແໜ້ນແຟ້ນຍິ່ງຂຶ້ນ. ຂ່າວ: ກິດຕາ
RkJQdWJsaXNoZXIy MTc3MTYxMQ==