7139

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 24/10/2025 glf4tdy f{la '7q , g,n v'g-[A 'w2 xtdkf[A odkoles];frq o]tg,n v' c]t muj 16j vkwl 7A 'mu V lkgsfgIa f.sh xt9egfn vo,k|h vp 05 ory ma d g9Q k0v']k';a o]tfa [3]d fh kodkovvdc[[ c]t xa dclj ;zh kw\ ຂປລ. ເມື່ອມໍ່ໆມານີ້, ເມືອງ ເຊບັ້ງໄຟ ແຂວງຄຳມ່ວນ ຈັດພິທີ ໂຮມຊຸມນຸມ ປະກາດບັ້ນສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ໂດຍການເປັນປະທານ ຂອງ ທ່ານ ທອງໄຊ ມັງໜໍ່ເມກ ເຈົ້າເມືອງໆເຊບັ້ງໄຟ ພ້ອມດ້ວຍ ຫ້ອງການ, ພະນັກງານວິຊາການ ຂັ້ນແຂວງ, ຂັ້ນເມືອງ ແລະ ນາຍ ບ້ານອ້ອມຂ້າງເມືອງເຂົ້າຮ່ວມ. ທ່ານ ຄໍາອົມ ຄູນທະວີສັກ ຫົວ ໜ້າຫ້ອງການ-ການເງິນເມືອງ ໄດ້ ຜ່ານຂໍ້ຕົກລົງຂອງເຈົ້າເມືອງ ວ່າ ດ້ວຍການແຕ່ງຕັ້ງຄະນະຊີ້ນຳ, ຄະ ພົນລະເມືອງເທົ່ານັ້ນ, ແຕ່ຍັງສະ ແດງໃຫ້ເຫັນເຖິງການຂະຫຍາຍ ຕົວທາງດ້ານເສດຖະກິດ ແລະ ການພັດທະນາແບບຍືນຍົງ ຂອງ ສປປ ລາວ, ພາກພື້ນ ແລະ ສາກົນ ໃນຂົງເຂດການເຕີບໂຕ, ການ ປ່ຽນແປງຂອງພົນລະເມືອງ, ການ ຍົກຍ້າຍຖິ່ນຖານ, ການພັດທະນາ ຕົວເມືອງ ແລະ ການປ່ຽນແປງໃນ ການດຳລົງຊີວິດທີ່ສຳຄັນອື່ນໆ. ພ້ອມນີ້, ກໍໄດ້ເກັບກຳຂໍ້ມູນສະ ພາບທີ່ຢູ່ອາໄສ ແລະ ຄຸນລັກສະນະ ຂອງຄົວເຮືອນ, ແມ່ນກິດຈະກຳ ໜຶ່ງທີ່ນອນໃນແຜນການຈັດຕັ້ງ ປະຕິບັດ ແລະ ມີຜົນຕໍ່ກັບຄຸນນະ ພາບຂອງການລາຍງານຂໍ້ມູນຕໍ່ ລັດຖະບານ. ສະນັ້ນ, ຜູ້ທີ່ຈະລົງ ເກັບກຳຂໍ້ມູນຕ້ອງໄດ້ມີຄວາມ ຮັບຮູ້ ແລະ ເຂົ້າໃຈຕໍ່ກັບເນື້ອໃນ, ນິຍາມ ແລະ ບັນດາຫລັກການ ຕ່າງໆທັງໝົດ ໃຫ້ມີຄວາມເປັນ ເອກະພາບ. ຂປລ. ປະຈຳເດືອນ ແມ່ນການ ທີ່ມີເລືອດອອກມາທາງຊ່ອງຄອດ ເປັນປະຈຳທຸກເດືອນ ເປັນອາການ ສະແດງຄວາມພ້ອມຂອງຮ່າງກາຍ ສູ່ການຈະເລີນພັນ ປະຈຳເດືອນ ເກີດຈາກທີ່ສະໝອງລັງຮໍໂມນ ຈາກຕ່ອມໃຕ້ສະໝອງມາກະຕຸ້ນ ຮັງໄຂ່ໃຫ້ສ້າງຮໍໂມນ ແອສໂຕເຈນ (Estrogen) ແລະ ໂປຣເຈສເຕີ ໂຣນ (Progesterone) ຊຶ່ງຮໍ ໂມນເຫລົ່ານີ້ຈະເຮັດໃຫ້ເນື້ອເຍື້ອ ມົດລູກໜາຂຶ້ນ ເພື່ອຕຽມຖ້າຮັບ ການຝັງຕົວຂອງຕົວອ່ອນ, ໃນ ແຕ່ລະເດືອນຈະມີໄຂ່ຕົກ 1 ໜ່ວຍ ຫາກບໍ່ມີການປະຕິສົນທິ ຫລື ບໍ່ມີ ການຖືພາເກີດຂຶ້ນ ເນື້ອເຍື້ອມົດລູກ ທີ່ຕຽມໄວ້ຖ້າຮັບຕົວອ່ອນກໍຈະ ຫລຸດອອກມາເປັນປະຈຳເດືອນ ຊຶ່ງ ແຕ່ລະຄົນກໍຈະມີອາການກ່ອນຈະ ເປັນປະຈຳເດືອນແຕກຕ່າງກັນຄື: ເຈັບຫົວ, ຮູ້ສຶກອິດເມື່ອຍ, ນອນບໍ່ ລັບ, ເຈັບກ້າມຊີ້ນ ແລະ ອາການ ປ່ຽນແປງທາງດ້ານອາລົມ ແລະ ຄວາມຮູ້ສຶກ, ເຈັບຫລັງ, ເຈັບ ແອວ, ເຈັບທ້ອງນ້ອຍເວລາເປັນ ປະຈຳເດືອນ. ໂດຍທ່ົວໄປແລ້ວ ປະ ຈຳເດືອນຈະເປັນປະມານ 3-7 ວັນ ໃນແຕ່ລະເດືອນ, ແມ່ຍິງບາງຄົນ ກໍມີເລືອດອອກຫລາຍ, ບາງຄົນກໍ ອອກໜ້ອຍ, ມາບໍ່ປົກກະຕິ. ໂດຍ ທົ່ວໄປແລ້ວ ຜູ້ຍິງຈະມີປະຈຳເດືອນ ໃນຊ່ວງ 28-30 ວັນ (ຫລື ຢູ່ໃນ ຊ່ວງ 21- 35 ວັນ), ຈະມີປະຈຳ ເດືອນມາປະມານ 3-5 ວັນ ຫລື ບໍ່ ຄວນມາເກີນ 7 ວັນ ແລະ ປະລິມານ ປະຈຳເດືອນທີ່ອອກມາໃນແຕ່ລະ ວັນບໍ່ຄວນເກີນ 80 CC ຫລື ທຽບ ໄດ້ກັບການປ່ຽນຜ້າອະນາໄມປະ ມານ 4 ຜືນຕໍ່ມື້. ສາເຫດທີ່ເຮັດໃຫ້ປະຈຳເດືອນ ມາໜ້ອຍ ຫລື ມາບໍ່ປົກກະຕິ ມີດັ່ງນີ້: 1. ເກີດຈາກຄວາມຄຽດ ເມື່ອ ເກີດພາວະຄຽດ ສະໝອງຈະປັບ ປ່ຽນຮໍໂມນທີ່ຄວບຄຸມຮອບເດືອນ ສົ່ງຜົນໃຫ້ປະຈຳເດືອນມາໜ້ອຍ ຫລືບໍ່ມາເລີຍແຕ່ຈະກັບມາມີປະຈຳ ເດືອນຕາມປົກກະຕິຫລັງຈາກຫາຍ ດີຈາກພາວະຄວາມຄຽດແລ້ວ. 2. ອອກກຳລັງກາຍຫລາຍເກີນ ໄປ: ຫາກຫລິ້ນກິລາທີ່ຕ້ອງໃຊ້ແຮງ ຫລາຍ ຫລື ອອກກຳລັັງກາຍຢ່າງ ໜັກຕິດຕໍ່ກັນດົນຫລາຍຊົ່ວໂມງອາດ ພົບພາວະປະຈຳເດືອນມາໜ້ອຍ. 3. ພະຍາດໄທຣອຍ: ລະດັບຮໍ ໂມນໄທຣອຍທີ່ຫລາຍຫລືໜ້ອຍເກີນ ໄປອາດເຮັດໃຫ້ປະຈຳເດືອນມາບໍ່ ປົກກະຕິຫລື ອາດເກີດພາວະປະຈຳ ເດືອນຂາດຕິດຕໍ່ກັນຫລາຍເດືອນ. 4. ຖືພາ ຫລື ກຳລັງໃຫ້ນົມລູກ. 5. ໄວທອງ ຫລື ໄວໝົດປະຈຳ ເດືອນ ເກີດຂຶ້ນກັບຜູ້ທີ່ມີອາຍຸລະ ຫວ່າງ 45 - 55 ປີ ເນື່ອງຈາກລະ ດັບຮໍໂມນຫລຸດລົງເຮັດໃຫ້ໄຂ່ຕົກບໍ່ ສະໝ່ຳສະເໝີ ຫລື ບໍ່ຕົກເລີຍ 6. ນ້ຳໜັກເພີ່ມຂຶ້ນ ຫລື ລົດ ຫລາຍເກີນໄປ ສຳລັບຜູ້ທີ່ມີນ້ຳໜັກ ໜ້ອຍຈະມີໄຂມັນໜ້ອຍ ຊຶ່ງຈຳເປັນ ຕໍ່ການຜະລິດຮໍໂມນທີ່ເຮັດໃຫ້ໄຂ່ ຕົກ, ສ່ວນຜູ້ທີ່ມີນ້ຳໜັກຂ້ອນຂ້າງ ຫລາຍອາດສົງຜົນໃຫ້ຮ່າງກາຍ ຜະລິດຮໍໂມນເອສໂຕເຈນຫລາຍ ເກີນໄປ, ການຮັບປະທານຢາບາງ ຊະນິດ ເຊັ່ນ: ຢາຄຸມກຳເນີດ, ຢາ ຮັກສາທາງຈິດຕະເວດ, ເຮັດເຄມີ ບຳບັດ, ຢາຮັກສາຄວາມດັນຕັງຊົງ ແລະ ສານເສບຕິດອື່ນໆ ເປັນຕົ້ນ. ປະຈຳເດືອນມາບໍ່ປົກກະຕິບອກ ບັນຫາຫຍັງໄດ້ແດ່? 1. ເກີດພາວະຖົງນ້ຳຫ່າງໄຂ່ ຫລາຍໃບ: ເປັນຄວາມຜິດປົກກະຕິ ຂອງຕ່ອມໄຮ້ທໍ່ທີ່ພົບໄດ້ຫລາຍໃນຜູ້ ຍິງອາຍຸ 18-45ປີ ເກີດຈາກຄວາມ ຜິດປົກກະຕິຂອງຮໍໂມນຫລາຍຕຳ ແໜ່ງລວມທີ່ຮັງໄຂ່ ເຮັດໃຫ້ຮໍໂມນ ເພດຊາຍຫລາຍກວ່າປົກກະຕິ ອາ ການສະແດງຂອງຮໍໂມນເພດຊາຍ ເກີນ ເຊັ່ນ: ໜ້າມັນ, ສິວຂຶ້ນງ່າຍ, ຂົນດົກຂົນຫລາຍ. 2. ຮັງໄຂ່ເສື່ອມສະພາບກ່ອນ ກຳນົດ: ຜູ້ທີ່ປະຈຳເດືອນບໍ່ມາຈາກ ສາເຫດນີ້ອາດໄດ້ຮັບການຮັກສາ ດ້ວຍຢາຄຸມກຳເນີດແບບເມັດ ຫລື ກຸ່ມຢາຮໍໂມນທົດແທນ. ວິທີການເບິ່ງແຍງສຸຂະພາບ ຕົນເອງເມື່ອປະຈຳເດືອນມາບໍ່ປົກ ກະຕິ: ຫລຸດພາວະຄວາມຄຽດ; ພັກຜ່ອນໃຫ້ພຽງພໍ; ເລືອກຮັບປະ ທານອາຫານໃຫ້ຄົບຖ້ວນ ແລະ ເໝາະສົມ; ຮັກສານ້ຳໜັກໂຕໃຫ້ ຢູ່ໃນເກນມາດຕະຖານ; ຫລີກລ່ຽງ ພຶດຕິກຳສ່ຽງຕໍ່ສຸຂະພາບ ໄດ້ແກ່ ການສູບຢາ, ດື່ມເຫລົ້າດື່ມເບຍ, ເຄື່ອງດື່ມທີ່ມີຄາເຟອິນ ເປັນຕົ້ນ. ດັ່ງນັ້ນ, ຫາກຄົົນເຈັບພົບຄວາມ ຜິດປົກກະຕິຂອງປະຈຳເດືອນ ຫລື ສົງໄສວ່າເລືອດທີ່ໄຫລອອກມາ ອາດບໍ່ແມ່ນເລືອດປະຈຳເດືອນ ຄວນໄປພົບແພດເພື່ອຮັບການກວດ ແລະ ປິ່ນປົວໃຫ້ຖືກວິທີ. ພາບປະກອບ ນະກວດກາ, ຄະນະຄູຝຶກ, ນັກເດີນ ສໍາຫລວດພົນລະເມືອງ ແລະ ທີ່ຢູ່ ອາໄສຂັ້ນເມືອງ ພ້ອມທັງລາຍງານ ກ່ຽວກັບການກະກຽມຄວາມພ້ອມ ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ເປັນ ການສຳຫລວດໃຫຍ່ທຸກ 10 ປີ ໂດຍ ສູນສະຖິຕິແຫ່ງຊາດ ແລະ ກະຊວງ ການເງິນເປັນຜູ້ຈັດຕັ້ງປະຕິບັດ ຊຶ່ງ ຈະໄດ້ສຳຫລວດຢູ່ພາກສະໜາມ ໃນລະຫວ່າງເດືອນພະຈິກຫາ ເດືອນທັນວາ 2025. ການສຳ ຫລວດຄັ້ງນີ້ ແມ່ນໂຄງການບຸລິມະ ສິດຂອງລັດຖະບານແຫ່ງ ສປປ ລາວ, ເພື່ອເປັນການເກັບກຳຂໍ້ມູນ ຄຸນລັກສະນະ, ເສດຖະກິດ-ສັງຄົມ ຂອງພົນລະເມືອງ ແລະ ມີຄວາມ ສໍາຄັນທີ່ສຸດ ເພາະເປັນແຫລ່ງ ຂໍ້ມູນສະຖິຕິເພື່ອຢືນຢັນການບັນລຸ ເປົ້າໝາຍດັ່ງກ່າວ ແລະ ມັນມີ ຄວາມຈຳເປັນທີ່ສຸດທີ່ພວກເຮົາ ຈະຕ້ອງໄດ້ສຶກສາ ແລະ ເຂົ້າໃຈ ເຖິງບັນຫາການປ່ຽນແປງຂອງ ພົນລະເມືອງລາວໃນປັດຈຸບັນ ເປັນ ຕົ້ນ ອັດຕາການຕາຍ, ການຈະເລີນ ພັນ, ການມີວຽກເຮັດງານທໍາ, ການຍົກຍ້າຍ, ການເຂົ້າເຖິງການ ບໍລິການດ້ານການສຶກສາ ແລະ ສາທາລະນະສຸກ. ຂໍ້ມູນຈາກການ ສຳຫລວດພົນລະເມືອງດັ່ງກ່າວ, ບໍ່ພຽງແຕ່ເປັນການສະແດງໃຫ້ ເຫັນເຖິງການຂະຫຍາຍຕົວຂອງ ຂປລ. ຂຸນພິທັກ ຫລື ອາຈິ້ນ ນັກ ສິລະປະສີມືດີຈາກຫລວງພະບາງ ຜູ້ ທີ່ຮັກງານສິລະປະງານປັກດິ້ງ, ມັກ ການອອກແບບລາຍງານສິລະປະ ມາຕັ້ງແຕ່ຍັງໜຸ່ມນ້ອຍ, ມີຄວາມສາ ມາດໃນການຖັແສ່ວ, ພ້ອມທັງເປັນ ອີກບຸກຄົນທີ່ໄດ້ສ້າງຊື່ສຽງໃຫ້ແກ່ ປະເທດລາວໃນການເຜີຍແຜ່ວັດທະ ນະທຳ ສາຂາການປັກແສ່ວດິ້ງຄຳ ອອກສູ່ສາຍຕາຂອງຊາວໂລກໄດ້ ຮັບຮູ້ເຖິງສິລະປະລວດລາຍຂອງ ລາວໃນບຸນມະໂຫລານສິລະປະຫັດ ຖະກຳນານາຊາດຄັ້ງທີ3ທີ່ປະເທດ ອຸເບກິດສະຖາ ຈົນສາມາດຄວ້າ ລາງວັນຊະນະເລີດ Youngest Artisan ໃນງານ International Festival in Kokand 2025 ໃນ ທ້າຍເດືອນຜ່ານມາ ຊຶ່ງງານຄັ້ງນີ້ ມີທັງໝົດ 600 ກວ່າຄົນໃນທົ່ວ ໂລກເຂົ້າຮ່ວມ. ສຳລັບບຸນມະໂຫລານຊ່າງຫັດ ຖະກຳນານາຊາດຄັ້ງທີ 3 ນີ້, ເປັນ ເວທີທີ່ໃຫ້ຊ່າງສິລະປະດ້ານຫັດຖະ ກຳຂອງແຕ່ລະປະເທດ ນຳສະເໜີ ຜົນງານ ຄວາມໂດດເດັ່ນ, ເທັກນິກ ການສ້າງຜົນງານ ທີ່ກ່ຽວຂ້ອງກັບ ວັດທະນະທຳການນຸ່ງຖືຂອງແຕ່ລະ ປະເທດ ຫລື ອາດຈະເປັນການຍົກ ເອົາເທັກນິກການສ້າງສັນ, ຜ້າໄໝ ແລະ ປັກແຊ່ວ ທີ່ມີເທັກນິກພິເສດ ແຕ່ກຳລັງຈະສູນຫາຍໄປ. ສ່ວນຜົນ ງານທີ່ຂຸນພິທັກ ໄດ້ນຳສະເໜີເທີງ ເວທີນັ້ນຊື້ວ່າ“ລະຢ້າ”ໂດຍຊຸດນີ້ໄດ້ ຮັບແຮງບັນດານໃຈມາຈາກແສງ ສະຫວ່າງ ສະໄຫວອັນນຸ້ມນວນ ຂອງໂຄມໄຟລະຢ້າ ຊຶ່ງເປັນໂຄມ ໄຟທີ່ອອກແບບໂດຍນັກອອກແບບ ຊາວເຢຍລະມັນ ທີ່ໄດ້ອອກແບບໃຫ້ ພະລາດຊະວັງຫລວງພະບາງໃນ ອະດີດ ຊຶ່ງມີການອອກແບບໃຫ້ເຂົ້າ ກັບສິລະປະລາວ ໄດ້ຢ່າງລົງຕົວ ເພື່ອເປັນການເຜີຍແຜ່ເອກະລັກ, ວັດທະນະທໍາຂອງລາວກໍຄືການ ປັກດິ້ງຫລວງພະບາງໃນລວດລາຍ ຕ່າງໆ ຜ່ານການເລົ່າເລື່ອງເປັນ ລາຍພະຍານາກ 15 ຕະກູນ ທີ່ເປັນ ຕຳນານອັນເກົ່າແກ່ຂອງເມືອງ ຊວາ ກ່ອນຍຸກອານາຈັກລ້ານຊ້າງ ເປັນເວລານັບພັນປີມາແລ້ວ. ສຳລັບລາງວັນໃນຄັ້ງນີ້, ບໍ່ແມ່ນ ລາງວັນທຳອິດ ເພາະໃນປີ 2023 ລາວໄດ້ຮັບລາງວັນທີ 3, ຊຶ່ງໃນປີ ນັ້ນ ອັນດັບ1 ແມ່ນປະເທດອຸເບກິດ ສະຖານ ອັນດັບ2 ປະເທດອົດສະ ຕຣາລີ ແລະ ອັນດັບ3 ແມ່ນປະເທດ ລາວ. ເປັນເວລາສອງປີ ມັນສາ ມາດພິສູດໄດ້ວ່າ ຊຸດປະຈຳຊາດ ລາວ ບໍ່ໄດ້ມີຄວາມງາມຢູ່ໃນປະ ເທດລາວເທົ່ານັ້ນ ແຕ່ມັນໄດ້ຖືກຍົກ ຍ້ອງໃນເວທີໂລກ ຊຶ່ງເປັນມໍລະດົກ ຕົກທອດຂອງແຜ່ນດິນລ້ານຊ້າງ ໃນອະດີດ. ມາປີ 2025 ນີ້, ປະເທດ ລາວເຮົາສາມາດຄວ້າລາງວັນ ຊະນະເລີດມາໄດ້.

RkJQdWJsaXNoZXIy MTc3MTYxMQ==