ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 26.09.2023 ປີທີ 22 ສະບັບທີ 5.772 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j rh v,da ol5 ,.lj 9a f8A 'xt8y [a f 2 ;k]tcsj '-kf .sh gxa oI6 [xtme ltcf'ly ]txtIh v'gr' xtlkolP' mj k,dk'f;'9a o lts]v'[5 ows;h rt9a o ]k; g0Q kIj ;,dv'xt-5 , dkolt|v'mb ogrn j vdkora fmtok Iv'okpq d]a f4t,q o8u dj k;7exkwl .odv'xt-5 , rkdvtry xkpmq j ;wx 0v'lt,a f-k.spj vq 'dko lx8 gfn vo8Q oxu ]q fw2 ]k;{9u o 0q olq j 'ly o7h kwfh 3 ]h kod;j k38o g-a ola opkra fmtok 8kfg]kt{8kfIa ' gxa ocs]j 'mj v'mj P;,kf8t4ko g]0kmy dko.spj rq [xt3vh ]q ,dkooe c]t rtoa d'kos]a dcs]j 'dt-;' xd-{xdl gxu f37'dkozt]y f95 ]a 'w22h kcl'vkmy f xtly fmy rk[l6 ' 16 j lxx ]k; ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 7 ອ່ານຕໍ່ໜ້າ 2 ຂປລ. ໃນວັນທີ 23 ກັນຍາ 2023 ນີ້, ສູນວັດທະນະທໍາຈີນ ປະ ຈໍາ ສປປ ລາວ ຮ່ວມກັບພະແນກວັດ ທະນະທໍາວິທະຍຸໂທລະພາບທ່ອງ ທ່ຽວ ແລະ ກິລາ ນະຄອນ ເສິນເຈິ້ນ ຈັດກິດຈະກຳສະແດງສິລະປະ ຮ້ອງ ຂປລ. ໃນໄລຍະ 8 ເດືອນກວ່າ ຂອງຕົ້ນປີ 2023 ນີ້, ລົດໄຟ ລາວຈີນ ສາມາດຂົນສົ່ງສິນຄ້າໄດ້ 3 ລ້ານກວ່າໂຕນ, ທຽບໃສ່ໄລຍະ ດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 138%, ສະເລ່ຍ 11.928 ໂຕນມື້, ຂົນສົ່ງສູງສຸດ 15.250 ໂຕນ/ມື້. ທ່ານ ອານົງເດດ ເພັດໄກສອນ ຮອງຜູ້ອໍານວຍການບໍລິສັດທາງລົດ ໄຟ ລາວ-ຈີນ ໃຫ້ສໍາພາດຕໍ່ສື່ມວນ ທ່ານອານົງເດດເພັດໄກສອນ ຂປລ. ລັດຖະບານ ກໍຄື ການນໍາ ແຂວງສາລະວັນ ອະນຸຍາດໃຫ້ບໍລິ ສັດພັດທະນາແຫລ່ງທ່ອງທ່ຽວ ຕາດເຍືອງຫລັກ 40 ເມືອງປາກ ຊ່ອງ ຈຳກັດ ສຳປະທານພັດທະນາ ແຫລ່ງທ່ອງທ່ຽວນ້ຳຕົກຕາດເລາະ- ຕາດຮັງ ຢູ່ບ້ານຫົວຂົວເສັດເມືອງ ເລົ່າງາມ ແຂວງສາລະວັນ ເພື່ອພັດ ທະນາໃຫ້ກາຍເປັນແຫລ່ງທ່ອງ ທ່ຽວທີ່ໄດ້ມາດຕະຖານ ສາມາດດຶງ ຂປລ. ໃນວັນທີ 23 ກັນຍາ 2023 ຜ່ານມາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີ ກະຊວງການຕ່າງປະເທດໄດ້ກ່າວຄໍາປາໄສ ໃນພາກອະພິ ປາຍທົ່ວໄປຂອງສະມັດຊາໃຫຍ່ອົງການ ສະຫະປະຊາຊາດ ສະໄໝທີ 78 ທີ່ນະຄອນ ນິວຢອກ. ທ່ານ ສະເຫລີມໄຊ ກົມມະສິດ xy fdkoc0j '0a ody ]kxy j 'xj v' -k;|5 j ,{gpq k;t-q o3]d16 j o; ເພງປະສານສຽງທ່າມກາງດວງ ຈັນ ເພື່ອສະເຫລີມສະຫລອງບຸນ ໄຫວ້ພະຈັນ ປະຈໍາປີ 2023 ຢູ່ຫໍວັດ ທະນະທຳ ນະຄອນຫລວງວຽງຈັນ ໃຫ້ກຽດເຂົ້າຮ່ວມມີ ທ່ານ ກິແກ້ວ ທ່ານ ສອນໄຊ ສີພັນດອນ (ເຄິ່ງກາງ) ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕີລາຄາ ວ່າ: ໃນປັດຈຸບັນ, ປະຊາຄົມໂລກພວມຜະເຊີນ ໜ້າກັບວິກິດການ ໃນລະດັບທີ່ບໍ່ເຄີຍປະສົບພົບ ພໍ້ມາກ່ອນ ເປັນຕົ້ນ ຄວາມທຸກຍາກທີ່ມີເພີ່ມຂຶ້ນ, ລະບົບການເງິນສາກົນ ຍັງຂາດຄວາມຍຸຕິທຳ, ໄພພິບັດທຳມະຊາດຮ້າຍແຮງທີ່ເກີດຖີ່ຂຶ້ນ, ຂໍ້ຂັດ ແຍ່ງດ້ານອາວຸດທີ່ພວມແຜ່ລາມ, ແລະ ອື່ນໆ ເຊິ່ງທັງໝົດບໍ່ພຽງແຕ່ກີດຂວາງການພັດທະນາ ໃນຂອບເຂດທົ່ວໂລກ, ແຕ່ກາຍເປັນໄພຂົ່ມຂູ່ຕໍ່ ການດຳລົງຄົງ ຕົວຂອງມວນມະນຸດໃນໂລກ. ດັ່ງນັ້ນ, ຈິ່ງຮຽກຮ້ອງໃຫ້ປະຊາຄົມໂລກຕ້ອງເພີ່ມ ທະວີຄວາມສາມັກຄີກັນ ແລະ ຍົກສູງຄວາມເປັນ ເອກະພາບບົນພື້ນຖານຫລັກການທີ່ກໍານົດໄວ້ ຢູ່ໃນກົດບັດສປຊແລະກົດໝາຍສາກົນ, ພ້ອມທັງ ຈໍາເປັນ ຕ້ອງສ້າງຄວາມເຂັ້ມແຂງໃຫ້ແກ່ຂອບ ການຮ່ວມມືຫລາຍຝ່າຍ, ເດັດດ່ຽວຫລີກເວັ້ນການ ຜະເຊີນໜ້າກັນ ແລະ ການສ້າງຄວາມແຕກແຍກ. ພ້ອມກັນນີ້, ອົງການ ສປຊ ຕ້ອງໄດ້ຮັບການປະ ຂປລ. ໃນລະຫວ່າງວັນທີ 1822 ກັນຍາ2023 ຜ່ານມາ, ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະ ມົນຕີກະຊວງການເງິນ, ພ້ອມຄະ ນະຕາງໜ້າຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລະດັບ ສູງການສະໜອງທຶນ ເພື່ອການພັດ ທະນາ ຢູ່ສຳນັກງານໃຫຍ່ສະຫະປະ ຊາຊາດ, ນິວຢອກ, ສ ອາເມລິກາ ພາຍໃຕ້ຫົວຂໍ້“ການສະໜອງທຶນໃຫ້ ບັນດາເປົ້າໝາຍການພັດທະນາ ແບບຍືນຍົງສຳລັບໂລກທີ່ພັດທະນາ ໄປພ້ອມໆກັນ”. ຂປລ, ວັນທີ 22 ກັນຍາ 2023 ຜ່ານມາ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພົບປະໂອ້ລົມການ ນຳ, ພະນັກງານຫລັກແຫລ່ງກະ ຊວງປ້ອງກັນປະເທດ ແລະ ກະຊວງ ປ້ອງກັນຄວາມສະຫງົບ, ມີສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງ ພັກ, ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ພົນເອກວິໄລຫລ້າຄຳຟອງ ກຳມະການກົມການເມືອງສູນກາງ ສະຫາຍ ທອງລຸນ ສີສຸລິດ ພັກ, ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງປ້ອງກັນຄວາມ ສະຫງົບ, ມີຄະນະນໍາກົມໃຫຍ່, ຫ້ອງ ວ່າການກະຊວງ, ພະນັກງານຫລັກ ແຫລ່ງສອງກະຊວງເຂົ້າຮ່ວມ. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຜ່ານບົດລາຍງານ ຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໃນໄລຍະ 6 ເດືອນ ຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນງານ ອັນພົ້ນເດັ່ນຫລາຍດ້ານ ໂດຍໄດ້ສຸມ ໃສ່ຈັດຕັ້ງປະຕິບັດແນວທາງປ້ອງ
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 26/09/2023 xtgmf]k; ເປີດໂຄງການຜະລິດ... ເລຂາທິການໃຫຍ່... 8 ເດືອນຕົ້ນປີ... ຮອງນາຍົກລັດຖະມົນຕີ... ລາວ ເຂົ້າຮ່ວມ... ຂປລ. ພິທີເປີດໂຮງງານຜະລິດ ຈຸລັງໄຟຟ້າແສງອາທິດປະສິດທິ ພາບສູງ 5GW ຂອງບໍລິສັດ ຈົ່ງ ຫລຸ້ນໂຊລາ ເຕັກໂນໂລຊີລາວ ຈຳ ກັດຜູ້ດຽວ ໃນວັນທີ 24 ກັນຍາ 2023 ຢູ່ເຂດພັດທະນາກວມລວມ ໄຊເຊດຖາ ນະຄອນຫລວງວຽງ ຈັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີແຫ່ງ ສປປ ລາວ, ທ່ານ ອາດ ສະພັງທອງ ສີພັນດອນ ເຈົ້າຄອງ ນະຄອນຫລວງວຽງຈັນ, ມີພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ຫລົງ ຕ້າສຽງ ປະທານບໍລິສັດ ຈົ່ງຫລຸ້ນ ໂຊລາ ເຕັກໂນໂລຊີ ຈຳກັດຜູ້ດຽວ ໄດ້ໃຫ້ຮູ້ວ່າ: ບໍລິສັດ ຈົ່ງຫລຸ້ນໂຊລາ ເປັນວິສາຫະກິດການຜະລິດພະລັງ ງານສີຂຽວທີ່ທັນສະໄໝ, ມີຄວາມ ຊ່ຽວຊານໃນການຄົ້ນຄວ້າ, ພັດທະ ນາ, ຜະລິດ ແລະ ການຂາຍແຜງໂຊ ລາເຊວທີ່ມີປະສິດທິພາບສູງ ແລະ ຍັງມີຄວາມຊ່ຽວຊານໃນຜະລິດອຸ ປະກອນປະກອບແຜງໂຊລາເຊວ ແລະ ການດໍາເນີນກິດຈະການດ້ານ ສະຖານີໄຟຟ້າ. ໃນ 6 ເດືອນຕົ້ນ ປີ 2023, ບໍລິສັດ ໄດ້ຜະລິດ-ສົ່ງອອກ ແຜງໂຊລາເຊວ ຈັດຢູ່ອັນດັບສາມ ຂອງໂລກ, ອີງຕາມແຜນການຂະ ຫຍາຍການຜະລິດຂອງບໍລິສັດໃນ ປັດຈຸບັນ ແລະ ຄວາມຄືບໜ້າຂອງ ການກໍ່ສ້າງ, ໃນທ້າຍປີນີ້ ບໍລິດສັດ ຈະບັນລຸຂະໜາດການຜະລິດແຜ່ນ ແບັດເຕີຣີໂຊລາເຊວຫລາຍກວ່າ 50 GW ແລະ ອຸປະກອນປະກອບ ແຜງໂຊລາເຊວ 5.7GW, ອະນາ ຄົດຈະກາຍເປັນບໍລິສັດຊັ້ນນຳຂອງ ໂລກໃນຂະແໜງການອຸດສາຫະ ກຳປະເພດນີ້. ຖານການຜະລິດຂອງບໍລິສັດ ຈົ່ງຫລຸ້ນໂຊລາໃນສປປລາວມີແຜນ ຈະສ້າງແຜ່ນແບັດເຕີຣີ 9GW ແລະ ອຸປະກອນປະກອບແຜງໂຊລາ ເຊວ 3GW ທີ່ມີປະສິດທິພາບສູງ, ດ້ວຍເນື້ອທີ່ກໍ່ສ້າງທັງໝົດປະມານ 32 ເຮັກຕາ ຊຶ່ງເປັນສູນກາງການ ຜະລິດອຸປະກອນໂຊລາເຊວ ທີ່ໃຫຍ່ ທີ່ສຸດໃນໂລກ ຮອງຈາກປະເທດຈີນ, ຜົນສຳເລັດຂອງການຈັດຕັ້ງປະຕິ ບັດໂຄງການໂຊລາເຊວ 5GW ໄລ ກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກຢ່າງ ແຂງແຮງ; ຊີ້ນຳກຳລັງລົງກໍ່ສ້າງ ຮາກຖານການເມືອງພັດທະນາຊົນ ນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍຕິດພັນກັບວຽກງານ 3 ສ້າງຂອງພັກ, ສ້າງທ່າສະໜາມສົງ ຄາມປະຊາຊົນ 3 ຂັ້ນ, ປັບປຸງຕາ ໜ່າງປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ; ເອົາໃຈໃສ່ວຽກງານກໍ່ ສ້າງຮາກຖານການເມືອງພັດທະ ນາຊົນນະບົດໂດຍສະເພາະແມ່ນບັນ ດາຈຸດສຸມໃນທົ່ວປະເທດ; ແກ້ໄຂ ໜໍ່ແໜງທີ່ຈະພາໃຫ້ເກີດຄວາມບໍ່ ສະຫງົບ ໂດຍສະ ເພາະໄດ້ປະສານ ສົມທົບ ກັບບັນດາພາກສ່ວນກ່ຽວ ຂ້ອງກຳແໜ້ນຮາກຖານ, ບັນດາ ເປົ້າໝາຍເຄື່ອນໄຫວຂອງກຸ່ມຄົນບໍ່ ຫວັງດີ, ຈັດຕັ້ງກຳລັງເຄື່ອນໄຫວ ຕາມບໍລິເວນຂອບເຂດຮັບຜິດຊອບ ເພື່ອແກ້ໄຂສະພາບປາກົດການຫຍໍ້ ທໍ້ຕ່າງໆໃຫ້ທັນກັບເວລາຕິດຕາມ, ກວດກາ, ຊຸກຍູ້ ແລະ ຖອດຖອນບົດ ຮຽນຄືນການຈັດຕັ້ງປະຕິບັດ 2 ວາ ລະແຫ່ງຊາດຂອງພັກ ແລະ ລັດຖະ ບານທົ່ວກຳລັງຫລວງ ແລະ ທ້ອງ ຖິ່ນ, ຊີ້ນຳກົມກອງກຳລັງຫລວງກຳລັງທ້ອງຖິ່ນຍົກສູງສະຕິກຽມ ພ້ອມຮອບດ້ານຈັດຕັ້ງລະບົບປະ ຈຳການເປັນປົກກະຕິຕິດຕາມກຳ ແໜ້ນການປ່ຽນແປງສະພາບດິນ ຟ້າອາກາດ; ກຳແໜ້ນສະພາບການ ໃຫ້ທັນເວລາໄດ້ຊີ້ນຳບັນດາກອງ ບັນຊາການທະຫານ-ຕໍາຫລວດ ແຂວງ ເຂົ້າກອບກູ້ຊ່ວຍເຫລືອປະຊາ ຊົນທີ່ຖືກຜົນກະທົບຈາກໄພພິບັດ ຢູ່ບັນດາແຂວງຕ່າງໆ ທີ່ເກີດໄພພິ ບັດນໍ້າຖ້ວມ. ວຽກງານປັບປຸງກໍ່ສ້າງກຳລັງ ໄດ້ເອົາໃຈໃສ່ໃນການສຶກສາອົບຮົມ ການເມືອງ-ນຳພາແນວຄິດທົ່ວກຳ ລັງປະກອບອາວຸດແລະຝຶກແອບຮ່ຳ ຮຽນ ສິນລະປະຍຸດ-ຍຸດທະວິທີ ເພື່ອ ໃຫ້ມີຄວາມຊໍານິຊໍານານ, ນອກນັ້ນ ຍັງໄດ້ເອົາໃຈໃສ່ຮັບປະກັນການແກ້ ໄຂຊີວິດການເປັນຢູ່ຂອງພະນັກ ງານ-ນັກຮົບໃນການລ້ຽງດູທັບ, ລ້ຽງດູກໍາລັງຍົກສູງນໍ້າໃຈເພິ່ງຕົນ ເອງ, ກຸ້ມຕົນເອງ ແລະ ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງສຸມໃສ່ການ ປູກຝັງ-ລ້ຽງສັດ ຕາມເງື່ອນໄຂທ່າ ແຮງບົ່ມຊ້ອນຂອງຕົນ; ວຽກງານ ການຄຸ້ມຄອງພາຫະນະເຕັກນິກ, ກວດກາ, ເບີກຈ່າຍວັດຖຸອາໄລເຕັກ ນິກເຫລົ່າຮົບຕ່າງໆ ແລະ ສ້ອມແປງ ບົວລະບັດ ພາຫະນະເຕັກນິກລົດ, ອາວຸດກະສຸນໃຫ້ຢູ່ໃນສະພາບກຽມ ພ້ອມສູ້ຮົບຮັບປະກັນໃຫ້ແກ່ການ ກໍ່ສ້າງພື້ນຖານເຕັກນິກ ແລະ ອຸດ ສາຫະກຳປ້ອງກັນຊາດໃຫ້ເຂັ້ມ ແຂງ ພ້ອມນັ້ນຍັງເປັນເຈົ້າການປະ ຕິບັດແນວທາງການຕ່າງປະເທດ ຂອງພັກຢ່າງຕັ້ງໜ້າເພີ່ມທະວີການ ຮ່ວມມືກັບປະເທດເພື່ອນມິດຍຸດ ທະສາດ. ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ມີຄຳເຫັນໂອ້ລົມ ເຊິ່ງ ສະຫາຍ ໄດ້ຕີລາຄາສູງຕໍ່ໝາກຜົນ ຂອງການປະຕິວັດ ໂດຍສະເພາະ ຜົນສໍາເລັດວຽກງານໃນຫລາຍ ດ້ານຂອງສອງກໍາລັງ ປກຊ-ປກສ ຍາດມາໄດ້, ພ້ອມທັງໄດ້ຍົກໃຫ້ ເຫັນສະພາບການຂອງໂລກ ແລະ ພາກພື້ນກໍຄືຢູ່ໃນປະເທດເຮົາໃນ ປັດຈຸບັນ ໂດຍອີງໃສ່ສະພາບການ ດັ່ງກ່າວ ແລະ ອີງໃສ່ຄວາມຮຽກ ຮ້ອງຕ້ອງການຂອງກອງທັບໃນ ໄລຍະໃໝ່ຮຽກຮ້ອງໃຫ້ສອງກຳລັງ ປກຊ-ປກສ ຈົ່ງສືບຕໍ່ຮັບປະກັນ ສະຖຽນລະພາບທາງດ້ານການ ເມືອງ, ເປັນຫລັກແຫລ່ງໃນການ ຈັດຕັ້ງປະຕິບັດວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບທົ່ວ ປວງຊົນຮອບດ້ານ, ຫັນເອົາກຳລັງ ລົງກໍ່ສ້າງຮາກຖານການເມືອງພັດ ທະນາຊົນນະບົດຮອບດ້ານຕິດພັນ ກັບວຽກງານ 3 ສ້າງຂອງພັກ, ເດັດ ດ່ຽວສະກັດກັ້ນທຸກກົນອຸບາຍຫັນ ປ່ຽນໂດຍສັນຕິຂອງອິດທິກຳລັງປໍ ລະປັກ, ທັບມ້າງໃຫ້ໄດ້ໜໍ່ແໜງທີ່ກໍ່ ໃຫ້ເກີດຄວາມບໍ່ສະຫງົບ ເພື່ອເຮັດ ໃຫ້ສະພາບພາຍໃນຂອບເຂດທົ່ວ ປະເທດ ມີຄວາມສະຫງົບທາງດ້ານ ການເມືອງ, ສັງຄົມມີຄວາມເປັນລະ ບຽບຮຽບຮ້ອຍດີ ແລະ ສືບຕໍ່ປະ ຕິບັດ 2 ວາລະແຫ່ງຊາດຂອງພັກ ແລະ ລັດຖະບານ ໃຫ້ເຂັ້ມງວດ, ພ້ອມກັນນີ້ ກໍຕ້ອງເອົາໃຈໃສ່ປັບປຸງ ແບບແຜນວິທີເຮັດວຽກ ຂອງສອງ ກຳລັງໃຫ້ສອດຄ່ອງ, ເປັນເຈົ້າການ ເຮັດວຽກງານສຶກສາອົບຮົມການ ເມືອງ-ນໍາພາແນວຄິດໃຫ້ພະນັກ ງານ-ນັກຮົບທັງສອງກໍາລັງມີຄຸນ ທາດການເມືອງໜັກແໜ້ນ, ມີຄຸນ ສົມບັດສິນທຳປະຕິວັດ, ສືບຕໍ່ປັບປຸງ ກໍ່ສ້າງກຳລັງທຸກເຫລົ່າຮົບໃຫ້ມີ ຄວາມເຂັ້ມແຂງແລະໜັກແໜ້ນເຮັດ ໃຫ້ສອງກຳລັງມີຄວາມຈົ່ງຮັກພັກ ດີຕໍ່ພັກ-ລັດ ກໍຄື ປະຊາຊົນລາວບັນ ດາເຜົ່າ ໃຫ້ຄວາມໄວ້ເນື້ອເຊື່ອໃຈ ຕະຫລອດມາ; ສຸມໃສ່ສ້າງພະລາທິ ການກັບທີ່ ເພື່ອຮັບປະກັນໃນການ ຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນ ເອງແລະສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ, ສືບຕໍ່ປະຕິບັດແນວທາງ ປ່ຽນແປງໃໝ່ຂອງພັກ, ປະຕິບັດ ໜ້າທີ່ການເມືອງຂອງຕົນໃຫ້ມີ ໝາກຜົນດີກວ່າເກົ່າ ເພື່ອນຳພາບັນ ດາກົມກອງທັງສອງກຳລັງກ້າວ ຂຶ້ນສ້າງທ່ວງທ່າໃໝ່ຢ່າງໜັກແໜ້ນ, ສ້າງ ແລະ ປັບປຸງກົມກອງໄປຕາມ ທິດສ້າງກົມກອງມີແບບແຜນທັນ ສະໄໝເທື່ອລະກ້າວ, ເຊີດຊູສະຕິລະ ວັງຕົວ ແລະ ມີສະຕິໃນການປົກ ປັກຮັກສາແນວທາງນະໂຍບາຍ ຂອງພັກ-ລັດ ປົກປັກຮັກສາໝາກ ຜົນຂອງການປະຕິວັດ, ປົກປັກຮັກ ສາລະບອບໃໝ່ປະຊາທິປະໄຕປະ ຊາຊົນໄວ້ໃຫ້ໝັ້ນຄົງ, ສົມທົບແໜ້ນ ລະຫວ່າງສອງກໍາລັງ ສະເໝີຕົ້ນ ສະເໝີປາຍໃນວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບກັບ ການສ້າງສາພັດທະນາເສດຖະກິດ- ສັງຄົມ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງຕົນ, ຕັ້ງໜ້າປັບປຸງກຳລັງໃນ ທຸກດ້ານໃຫ້ໜັກແໜ້ນ ເຂັ້ມແຂງ, ເອົາໃຈໃສ່ຕໍ່ການປັບປຸງລະບອບ ຄຸ້ມຄອງບັນຊາ, ປັບປຸງກຳລັງປະ ເພດຕ່າງໆ ໂດຍຖືເອົາຄຸນນະພາບ ເປັນຕົ້ນຕໍ່, ໃນນັ້ນຖືເອົາຄຸນນະພາບ ທາງດ້ານການເມືອງ-ແນວຄິດເປັນ ກົກ, ຖືເອົາຄວາມສາມາດດ້ານວິຊາ ສະເພາະຫົວຄິດປະດິດສ້າງ ແລະ ການຈັດຕັ້ງບັນຊາເປັນສິ່ງສຳຄັນມີ ແບບແຜນໃນການອົບຮົມ-ຫັດແອບ ທາງດ້ານສິລະປະຍຸດ-ຍຸດທະວິທີ, ລະດັບວິຊາສະເພາະໃຫ້ສູງຂຶ້ນປະ ກອບສ່ວນເຂົ້າໃນການຊ່ວຍເຫລືອ ກຳລັງທ້ອງຖິ່ນຢູ່ຂັ້ນຮາກຖານໃນ ການປັບປຸງລະບົບການຈັດຕັ້ງອົບ ຮົມ-ຫັດແອບວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ໃຫ້ ກວ້າງຂວາງ ເພື່ອເຮັດໃຫ້ເຂົາເຈົ້າ ສາມາດເຮັດລ້ອນໜ້າທີ່ໃນການປົກ ປັກຮັກສາທ້ອງຖິ່ນຂອງຕົນ, ປະ ຕິບັດແນວທາງການຕ່າງປະເທດ ແລະ ການຮ່ວມມືກັບປະເທດຂອງ ພັກຢ່າງແຂງແຮງຍາດແຍງເອົາ ການຊ່ວຍເຫລືອດ້ານຕ່າງໆຈາກ ປະເທດເພື່ອນມິດຍຸດທະສາດ ແລະ ສາກົນເພີ່ມທະວີການຮ່ວມມືຮອບ ດ້ານກັບກອງທັບເພື່ອນມິດຍຸດທະ ສາດເປັນຕົ້ນ ແມ່ນກອງທັບປະຊາ ຊົນ ຫວຽດນາມ ແລະ ກອງທັບ ປົດປ່ອຍປະຊາຊົນຈີນ ແລະ ການ ຮ່ວມມືກັບບັນດາປະເທດສັງຄົມນິ ຍົມອ້າຍນ້ອງ ກໍຄື ເພື່ອນມິດທີ່ກ້າວ ໜ້າໃຫ້ດີ ເພື່ອປັບປຸງກໍ່ສ້າງກໍາລັງ ປກຊ-ປກສ ໃຫ້ກ້າວໜ້າສູ່ຄຸນນະ ພາບໃໝ່ໃຫຍ່ຫລວງກວ່າເກົ່າ. ຂ່າວ: ອາຫວຸ້ນ ຍະທຳອິດ ໃນ ສປປ ລາວ ໃນເປັນ ຂີດໝາຍສຳຄັນທີ່ບໍລິສັດ ຈົ່ງຫລຸ້ນ ໂຊລາ ເລັ່ງການຂະຫຍາຍຕະຫລາດ ອອກໄປຕ່າງປະເທດ ທັງເປັນໝາກ ຜົນຂອງ “ການຮ່ວມມືລະຫວ່າງ ລັດຖະບານ-ວິສາຫະກິດ ແລະ ການ ຮ່ວມມືວິສາຫະກິດ-ວິສາຫະກິດ” ລະຫວ່າງ ຈີນ-ລາວ. ໃນການວາງແຜນ ແລະ ການກໍ່ ສ້າງໂຄງການ, ບໍລິສັດໄດ້ປະຕິບັດ ຕາມແນວຄວາມຄິດ “ການຜະລິດ ທີ່ມີຄວາມລະອຽດ ແລະ ມີຄວາມ ທັນສະໄໝ”, ດ້ວຍການນຳໃຊ້ອຸປະ ກອນ-ເຄື່ອງມື 11 ລາງຄູ່ທີ່ທັນສະ ໄໝທີ່ສຸດໃນຂະແໜງການອຸດສາ ຫະກຳນີ້, ພາຍໃນໂຮງງານໄດ້ຕິດ ຕັ້ງອຸປະກອນ-ເຄື່ອງມືອັດຕະໂນມັດ ຫລາຍກວ່າ 90%. ດ້ວຍການຂະ ຫຍາຍກຳລັງການຜະລິດເທື່ອລະ ກ້າວ, ພວກເຮົາຈະສາມາດສ້າງ ວຽກເຮັດງານທຳໃຫ້ປະຊາຊົນ ລາວເຖິງ1.200 ຕໍາແໜ່ງງານແລະ ປະກອບສ່ວນເຂົ້າໃນການຜະລິດ ອຸດສາຫະກຳຫລາຍກວ່າ 2,4 ຕື້ ໂດລາ, ກາຍເປັນເສົາຄ້ຳທີ່ສຳຄັນໃນ ການຊຸກຍູ້ການເຕີບໂຕການນຳເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ຢ່າງມີປະສິດທິຜົນ. ຈົ່ງຫລຸ້ນໂຊລາ ລາວ ຈະສືບຕໍ່ເຈາະເລິກຄວາມຕ້ອງ ການຂອງຕະຫລາດ, ນຳເອົານະວັດ ຕະກໍາເຕັກໂນໂລຊີ ເປັນເຄື່ອງຈັກ ທີ່ທັນສະໄໝ ແລະ ຄຸນນະພາບຂອງ ຜະລິດຕະພັນເປັນພື້ນຖານ ໃນການ ຜະລິດແຜງໂຊລາເຊວ ແລະ ອຸປະ ກອນປະກອບແຜງໂຊລາເຊວ ໃຫ້ ກາຍເປັນໜຶ່ງໃນສິນຄ້າສົ່ງອອກ ຂອງ ສປປ ລາວ ທີ່ມີເຕັກໂນໂລຊີ ຂັ້ນສູງ, ສ້າງມູນຄ່າເພີ່ມ ແລະ ມີ ຄວາມສາມາດໃນການແຂ່ງຂັນໃນ ຕະຫລາດຕ່າງປະເທດ ພາຍໃຕ້ຂໍ້ ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ. ຂ່າວ: ຈົ່ງຫລຸ້ນ ຕິຮູບ ເພື່ອສາມາດປະຕິບັດຕາມພາ ລະບົດບາດໄດ້ຢ່າງມີປະສິດທິຜົນ ສູງໃນທ່າມກາງສະພາບພູມສາດ ການເມືອງໃນໂລກພວມປ່ຽນແປງ ໄວ, ເພື່ອສາມາດແກ້ໄຂສິ່ງທ້າທາຍ ທີ່ເປັນໄພຂົ່ມຂູ່ຕໍ່ສັນຕິພາບ, ຄວາມ ໝັ້ນຄົງສາກົນ ແລະ ການພັດທະນາ ແບບຍືນຍົງ. ສປປ ລາວ ສືບຕໍ່ສະ ໜັບສະໜູນການແກ້ໄຂຂໍ້ຂັດແຍ່ງ ໃນໂລກດ້ວຍສັນຕິວິທີ ເຊິ່ງເປັນວິ ທີທາງພຽງໜຶ່ງດຽວ ເພື່ອຮັບປະ ກັນການຢູ່ຮ່ວມກັນໂດຍສັນຕິ ແລະ ປົກປັກຮັກສາສັນຕິພາບໃຫ້ຍືນ ຍາວ. ສປປ ລາວ ເຊື່ອໝັ້ນວ່າມາດ ຕະການບີບບັງຄັບຝ່າຍດຽວບໍ່ພຽງ ແຕ່ຂັດກັບຫລັກການຂອງກົດບັດ ສປຊ ແລະ ກົດໝາຍສາກົນເທົ່ານັ້ນ, ແຕ່ຍັງກໍ່ໃຫ້ເກີດຜົນກະທົບຢ່າງ ຮ້າຍແຮງຕໍ່ປະຊາຊົນຜູ້ບໍລິສຸດໃນ ທົ່ວໂລກ. ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບ ຍືນຍົງ ໄດ້ດໍາເນີນມາເຖິງໄລຍະ ກາງສະໄໝ, ແຕ່ຄວາມຄືບໜ້າໂດຍ ລວມແມ່ນຍັງຊັກຊ້າ. ສະນັ້ນ, ພວກ ເຮົາຕ້ອງສືບຕໍ່ຄວາມພະຍາຍາມ ຮ່ວມກັນ, ເຊິ່ງລວມທັງການນໍາໃຊ້ ຜົນສຳເລັດດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອເລັ່ງລັດການພັດ ທະນາແບບຍືນຍົງ ແລະ ປົກປັກຮັກ ສາສິ່ງແວດລ້ອມ. ເພື່ອບັນລຸເປົ້າ ໝາຍດັ່ງກ່າວ, ອົງການເຄືອຂ່າຍ ສປຊ ແລະ ສະຖາບັນການເງິນສາ ກົນຕ້ອງຮ່ວມກັນປະຕິບັດວຽກງານ ເພື່ອການພັດທະນາ ໃຫ້ກົມກຽວ ກັນຂຶ້ນກ່ວາເກົ່າ ເພື່ອສາມາດລະ ດົມທຶນຮອນ ແລະ ຊັບພະຍາກອນ ໃຫ້ພຽງພໍ ເພື່ອແກ້ໄຂສະພາບຄວາມ ຈໍາເປັນພິເສດດ້ານການພັດທະນາ. ສິ່ງດັ່ງກ່າວ ຈະບໍ່ສາມາດເຮັດສໍາ ເລັດໄດ້ຖ້າປາສະຈາກການມີສ່ວນ ຮ່ວມຂອງປະເທດກໍາລັງພັດທະນາ ໃນຂະບວນການຕັດສິນບັນຫາດ້ານ ເສດຖະກິດ ແລະ ການຄ້າສາກົນ, ລວມທັງການກໍານົດລະບຽບການ ແລະ ການຄຸ້ມຄອງໃຫ້ສອດຄ່ອງ ກັບສະພາບເສດຖະກິດສາກົນທີ່ມີ ການປ່ຽນແປງໄວ. ສໍາລັບ ສປປ ລາວ, ການບັນລຸ ເປົ້າໝາຍການພັດທະນາແບບຍືນ ຍົງ ແມ່ນຄວາມໝາຍໝັ້ນທາງການ ເມືອງໃນລະດັບປະເທດ, ເພາະ ນອກຈາກ 17 ເປົ້າໝາຍຂອງສາ ກົນແລ້ວ, ສປປ ລາວ ຍັງມີເປົ້າໝາຍ ທີ 18 “ເພື່ອຊີວິດທີ່ປອດໄພຈາກລະ ເບີດບໍ່ທັນແຕກ” ເປັນເປົ້າໝາຍ ແຫ່ງຊາດ. ບັນຫາລະເບີດບໍ່ທັນ ແຕກຕົກ ຍັງສືບຕໍ່ກີດຂວາງການພັດ ທະນາປະເທດ ແລະ ເປັນໄພຂົ່ມຂູ່ຕໍ່ຊີ ວິດຂອງປະຊາຊົນຜູ້ບໍລິສຸດ. ພວກ ຂ້າພະເຈົ້າ ຂໍຖືໂອກາດນີ້, ຮຽກຮ້ອງ ມາຍັງວົງຄະນາຍາດສາກົນ ເພື່ອ ສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນການແກ້ ໄຂບັນຫາດັ່ງກ່າວ ທີ່ຍັງແກ່ຍາວມາ ດົນ. ສປປ ລາວ ເປັນປະເທດໜຶ່ງ ທີ່ມີແຫລ່ງຊັບພະຍາກອນທໍາມະ ຊາດອັນອຸດົມສົມບູນ ແລະ ຄວາມ ຫລາກຫລາຍດ້ານຊີວະນາໆພັນ. ລັດຖະບານລາວ ໄດ້ສົ່ງເສີມການ ພັດທະນາ ແລະ ເຕີບໂຕສີຂຽວ, ເພີ່ມ ທະວີການນໍາໃຊ້ຊັບພະຍາກອນ ທໍາມະຊາດໃຫ້ມີຄວາມຍືນຍົງຍິ່ງ ຂຶ້ນ. ເຖິງແມ່ນວ່າ ສປປ ລາວ ຈະ ເປັນໜຶ່ງໃນບັນດາປະເທດທີ່ປ່ອຍ ມົນລະພິດໃນປະລິມານໜ້ອຍທີ່ສຸດ ໃນໂລກ, ແຕ່ໄດ້ຮັບຜົນກະທົບທີ່ຮ້າຍ ແຮງຈາກການປ່ຽນແປງຂອງສະ ພາບດິນຟ້າອາກາດຄືກັບຫລາຍປະ ເທດ, ພ້ອມທັງສືບຕໍ່ມີຄວາມໝາຍ ໝັ້ນຢ່າງແຮງກ້າ ໃນການປະຕິບັດ ພັນທະສາກົນ ເພື່ອຕ້ານການປ່ຽນ ແປງຂອງສະພາບດິນຟ້າອາກາດ. ສປປ ລາວ ຈຶ່ງຮຽກຮ້ອງໃຫ້ວົງຄະ ນາຍາດສາກົນ ປະຕິບັດຕາມຄຳ ໝາຍໝັ້ນໃນການສະໜອງທຶນ ເພື່ອ ແກ້ໄຂບັນຫາດັ່ງກ່າວໃນໂລກ. ປີນີ້ ແມ່ນຄົບຮອບ 56 ປີ ແຫ່ງ ການສ້າງຕັ້ງປະຊາຄົມບັນດາປະ ຊາຊາດ ໃນອາຊີຕາເວັນອອກສຽງ ໃຕ້(ອາຊຽນ). ອາຊຽນຊຶ່ງເປັນອົງ ການຈັດຕັ້ງລະຫວ່າງລັດຖະບານ ເພື່ອການຮ່ວມມືໃນພາກພື້ນທີ່ເວ ລາໃດ ກໍໄດ້ຢຶດໝັ້ນຕໍ່ການຮ່ວມມື ພາກພື້ນ ແລະ ການຮ່ວມມືຫລາຍ ຝ່າຍ, ທັງມີບົດບາດເປັນແກນກາງ ໃນການປົກປັກຮັກສາ ແລະ ສົ່ງເສີມ ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາ. ອາຊຽນ ມີຄວາມ ໝາຍໝັ້ນ ເພື່ອສືບຕໍ່ການສ້າງປະຊາ ຄົມ ໃຫ້ເຂັ້ມແຂງ ພ້ອມທັງສົ່ງເສີມ ຄວາມເປັນເອກກະພາບແລະຄວາມ ເປັນແກນກາງ ໃນການພົວພັນ ແລະ ຮ່ວມມືກັບບັນດາຄູ່ຮ່ວມມືພາຍ ນອກ ໂດຍຜ່ານບັນດາກົນໄກທີ່ອາ ຊຽນ ເປັນຜູ້ນຳພາ, ແນໃສ່ເພື່ອສ້າງ ສະພາບແວດອ້ອມຂ້າງທີ່ເອື້ອອຳ ນວຍໃຫ້ແກ່ສັນຕິພາບ, ສະຖຽນລະ ພາບ ແລະ ຄວາມຈະເລີນກ້າວໜ້າ ໃນພາກພື້ນ ແລະ ໃນໂລກ. ໃນປີ 2024 ສປປ ລາວ ຈະໄດ້ ຮັບກຽດ ຈະເຮັດໜ້າທີ່ ເປັນປະທານ ອາຊຽນ ໂດຍພາຍໃຕ້ຄຳຂວັນເພີ່ມ ທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ໃຫ້ແກ່ອາຊຽນ. ສປປ ລາວ ຈະສືບຕໍ່ເສີມຂະຫຍາຍບັນດາ ຜົນສຳເລັດຂອງ ອາຊຽນ ເພື່ອສືບ ຕໍ່ສ້າງປະຊາຄົມ ອາຊຽນ ໃຫ້ເຂັ້ມ ແຂງ ແລະ ເຮັດແໜ້ນການພົວພັນ ກັບພາຍນອກ, ແນໃສ່ເຮັດໃຫ້ພາກ ພື້ນນີ້ມີສັນຕິພາບ, ມີຄວາມຜາສຸກ, ມີການເຊື່ອມຈອດ ແລະ ເຂັ້ມແຂງ ຂຶ້ນກວ່າເກົ່າ. ຂ່າວ-ພາບ: ກຕທ ຈຸດປະສົງຂອງກອງປະຊຸມ ເພື່ອ ທົບທວນຄວາມຄືບໜ້າການຈັດຕັ້ງ ປະຕິບັດແຜນດຳເນີນງານອາ ດິສ ອາເບບາ(AddisAbabaAction Agenda-AAAA) ແລະ ລະດົມ ການສະໜັບສະໜູນ ຈາກການນຳ ຂັ້ນສູງຂອງທຸກພາກສ່ວນກ່ຽວ ຂ້ອງຮັບປະກັນໃຫ້ການສະໜອງທຶນ ເຂົ້າໃນການພັດທະນາແບບຍືນຍົງ ທີ່ສ້າງຂຶ້ນພາຍໃຕ້ຄຳໝັ້ນສັນຍາ ໃໝ່, ເພື່ອເພີ່ມທະວີການດຳເນີນ ງານໃຫ້ບັນລຸເປົ້າໝາຍການພັດທະ ນາຍືນຍົງ ໃນສະພາບທີ່ໂລກປັດຈຸ ບັນມີສິ່ງທ້າທາຍຫລາຍຢ່າງ ເຊິ່ງ ຕ້ອງການທຶນປະມານປີລະ 500 ຕື້ໂດລາສະຫະລັດ, ເພື່ອບັນລຸໄດ້ ຕາມຄາດໝາຍນີ້ ຕ້ອງມີນະໂຍບາຍ ເໝາະສົມສຳລັບການສະໜອງທຶນ ໄລຍະຍາວ ແລະ ສອດຄ່ອງກັບແຜນ ດຳເນີນງານ ອາດິສອາເບບາ ໂດຍ ຕ້ອງປະຕິຮູບສະຖາປັດຕະຍາກຳ ດ້ານການເງິນສາກົນ ທີ່ປັດຈຸບັນ ຍັງບໍ່ສາມາດຕອບສະໜອງໄດ້ຕາມ ຄວາມຕ້ອງການຂອງທຸກປະເທດ ແລະ ຍັງສ້າງຄວາມບໍ່ສະເໝີພາບ ໃນສັງຄົມຫລາຍຂຶ້ນ. ກອງປະຊຸມ, ໄດ້ປຶກສາຫາລື 4 ຫົວຂໍ້ໃຫຍ່ ເພື່ອຄົ້ນຄວ້າວິທີການ ປະຕິຮູບສະຖາປັດຕະຍາກຳດ້ານ ການເງິນສາກົນແລະ ເປີດຊ່ອງທາງ ການລົງທຶນ ເຂົ້າໃນເປົ້າໝາຍການ ພັດທະນາແບບຍືນຍົງຄື:ການຊຸກ ຍູ້ຄວາມຍືນຍົງໜີ້ສິນ ແລະ ເສີມ ສ້າງດ້ານການເງິນໂລກທີ່ປອດໄພ; ການສົ່ງເສີມການຮ່ວມມືອາກອນ ສາກົນໃຫ້ມີປະສິດທິພາບ ແລະ ທົ່ວເຖິງແລະການລະດົມທຶນພາຍ ໃນ; ການຮ່ວມມືຮູບແບບໃໝ່ທີ່ສ້າງ ສັນ ເພື່ອຂົນຂວາຍທຶນຈາກເອກະ ຊົນ ສໍາລັບເປົ້າໝາຍການພັດທະນາ ແບບຍືນຍົງ; ການເພີ່ມທະວີຄວາມ ອາດສາມາດ ແລະ ການເຂົ້າເຖິງ ການສະໜອງທຶນພາກລັດສາກົນ ເພື່ອການພັດທະນາແບບຍືນຍົງ ແລະ ການຮັບປະກັນປະສິດທິພາບ. ກອງປະຊຸມໄດ້ຮຽກຮ້ອງໃຫ້ມີການ ຂຸດຄົ້ນແຫລ່ງທຶນໃໝ່ໆ ລວມທັງ ການສ້າງນະໂຍບາຍ ແລະ ຍຸດທະ ສາດທີ່ສອດຄ່ອງກັບກະແສເປົ້າ ໝາຍການພັດທະນາແບບຍືນຍົງ, ເພີ່ມທະວີການປ່ອຍກູ້ຈາກບັນດາ ສະຖາບັນການເງິນຫລາຍຝ່າຍ, ຍົກສູງບົດບາດ ແລະ ຄວາມສຳຄັນ ຂອງທະນາຄານພັດທະນາຂອງ ພາກລັດລວມທັງຂົນຂວາຍທຶນຈາກ ພາກເອກະຊົນເພີ່ມຂຶ້ນ, ເພື່ອອັດ ຊ່ອງຫວ່າງການຂາດແຄນທຶນ, ບັນດາປະເທດ ແລະ ຜູ້ໃຫ້ທຶນໄດ້ ແຈ້ງຄຳໝັ້ນສັນຍາ ແລະ ຂໍ້ລິເລີ່ມ ໃໝ່ ເພື່ອສາມາດເລັ່ງການຈັດຕັ້ງປະ ຕິບັດວາລະປີ 2030 ໃຫ້ບັນລຸຜົນ. ໂອກາດນີ້, ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະ ຊວງການເງິນ ໄດ້ມີຄໍາເຫັນໃນກອງ ປະຊຸມກ່ຽວກັບ ຄວາມສໍາຄັນຂອງ ອາກອນທີ່ເປັນແຫລ່ງທຶນພາຍໃນ ຕົ້ນຕໍ ຂອງການພັດທະນາເສດຖະ ກິດ-ສັງຄົມໃຫ້ຮູ້ບົດຮຽນຂອງສປປ ລາວ ທີ່ໄດ້ປັບປຸງການຄຸ້ມຄອງ ລາຍຮັບເຊັ່ນ: ການສ້າງ ແລະ ປັບ ປຸງບັນດານິຕິກຳອາກອນ, ການນຳ ໃຊ້ລະບົບຂໍ້ມູນລາຍຮັບອາກອນ (TaxRIS), ການປັບປຸງການຄຸ້ມ ຄອງບໍລິຫານອາກອນ; ສ່ວນການ ຮ່ວມມືອາກອນສາກົນ ສປປ ລາວ ໄດ້ປະຕິບັດນະໂຍບາຍດ້ານອາກອນ ເພື່ອດຶງດູດການລົງທຶນໂດຍກົງ ຈາກຕ່າງປະເທດ, ຮ່ວມມືກັບຫລາຍ ປະເທດເຊັນສັນຍາອາກອນຊ້ຳ ຊ້ອນ ໄດ້ສະເໜີອົງການເສດຖະກິດ ການຮ່ວມມື ແລະ ການພັດທະ ນາ(OECD), ສະຫະປະຊາຊາດ (UN) ເລັ່ງເຮັດວຽກຮ່ວມກັບປະ ຊາຄົມສາກົນ ແລະ ບັນດາປະເທດ ກໍາລັງພັດທະນາ ຄົ້ນຄວ້າປັບປຸງລະ ບຽບການອາກອນສາກົນ ອັດຊ່ອງ ຫວ່າງການຫລີກເວັ້ນການປະຕິບັດ ພັນທະອາກອນ ເພື່ອສ້າງເງື່ອນໄຂ ໃຫ້ປະເທດກຳລັງພັດທະນາມີລາຍ ຮັບຈາກອາກອນຫລາຍຂຶ້ນ. ຊົນ ລາວ-ຈີນ ເມື່ອບໍ່ດົນນີ້ວ່າ: ນັບ ແຕ່ເດືອນມັງກອນ ຮອດວັນທີ 17 ກັນຍາ 2023 ນີ້, ລົດໄຟ ລາວ- ຈີນ ສາມາດຂົນສົ່ງສິນຄ້າບັນລຸ 3.101.400 ໂຕນ. ໃນນັ້ນ, ສິນຄ້າ ຕົ້ນຕໍ ປະກອບມີ: ໝາກໄມ້, ແປ້ງມັນ ຕົ້ນ, ເຂົ້າບາເລ, ຢາງພາລາ, ເບຍ, ແຮ່ເຫລັກ, ຫີນຢົກ ແລະ ປຸ໋ຍເຄມີ; ສິນຄ້າທີ່ສົ່ງຈາກ ສປ ຈີນ ມາ ສປປ ລາວ ມີ 344.700 ໂຕນ ແລະ ສິນຄ້າທີ່ສົ່ງຈາກລາວ ໄປຈີນ 2.752.200 ລ້ານໂຕນ. ການຂົນສົ່ງສິນຄ້າ ນັບແຕ່ມື້ ເປີດດຳເນີນການ ມາຮອດວັນທີ 17 ກັນຍາ 2023 ນີ້, ສາມາດສົ່ງອອກ ສິນຄ້າໄດ້ 5.381.900 ໂຕນ, ສະ ເລ່ຍ 8,229ໂຕນ/ມື້ ແລະ ຂົນສົ່ງ ສິນຄ້າໄດ້ສູງສຸດ 15,250 ໂຕນ/ ມື້. ປະເພດສິນຄ້າຕົ້ນຕໍປະກອບມີ: ໝາກໄມ້, ແປ້ງມັນຕົ້ນ, ເຂົ້າບາເລ, ຢາງພາລາ, ເບຍ, ແຮ່ເຫລັກ, ແຮ່ ເຫລັກເຂັ້ມຂຸ້ນ ແລະ ປຸ໋ຍເຄມີ, ສິນຄ້າ ທີ່ສົ່ງຈາກຈີນມາລາວ 770.900 ໂຕນ ແລະ ສິນຄ້າທີ່ສົ່ງຈາກລາວ ໄປຈີນ 4.560.800 ໂຕນ. ທ່ານ ອານົງເດດ ເພັດໄກສອນ ໃຫ້ຮູ້ອີກວ່າ: ສຳລັບການຂົນສົ່ງ ຜູ້ໂດຍສານ ນັບແຕ່ມື້ເປີດດຳເນີນ ການທາງລົດໄຟ ມາຮອດ ວັນທີ 17 ກັນຍາ 2023 ໄດ້ຂົນສົ່ງຜູ້ໂດຍສານ ໄດ້ທັງໝົດ 3.197.600 ຄົນ, ສະເລ່ຍ 4.889 ຄົນ/ມື້ ແລະ ສະຖິ ຕິສູງສຸດ 10.197ຄົນ/ມື້. ສະເພາະ ປີ 2023 ມາຮອດວັນທີ 17 ກັນຍາ ຂົນສົ່ງຜູ້ໂດຍສານໄດ້ 1.759.900 ເທື່ອຄົນ, ທຽບໃສ່ໄລຍະດຽວກັນ ຂອງປີ 2022 ເພີ່ມຂຶ້ນ 103,7%, ຂົນສົ່ງໂດຍສານສະເລ່ຍ 6.768 ຄົນ/ມື້. ສຳລັບ ຜູ້ໂດຍສານຂ້າມແດນ, ນັບແຕ່ໄດ້ເປີດດຳເນີນການຂະບວນ ລົດໄຟຂ້າມແດນ ໃນວັນທີ13 ເມສາ ເປັນຕົ້ນມາ ຂົນສົ່ງຜູ້ໂດຍສານ ບັນລຸໄດ້ 61.698 ຄົນ. ໃນນັ້ນ, ຈຳນວນຜູ້ໂດຍສານເດີນທາງອອກ ນອກປະເທດ 31.781 ຄົນ, ສະເລ່ຍ 201 ຄົນ/ມື້ ແລະ ຜູ້ໂດຍສານທີ່ເດີນ ທາງເຂົ້າມາລາວ 29.917 ຄົນ, ສະເລ່ຍ 190 ຄົນ/ມື້. ຂ່າວ: ທະນູທອງ
dkoxtdv[lj ;o.ork]tdy fxq fxj vpxtgmf-kf 0v'xtmko 7ew8 lu ra ofvo xtgmf]k; 3 26/09/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me (ເນື່ອງໃນໂອກາດວັນເກີດຄົບຮອບ 100 ປີ, ວັນທີ 8 ກຸມພາ 1924-8 ກຸມພາ 2024) ບົດສະເໜີ ໂດຍ: ບຸນທີ dko]h P'\6 0kp gIa ffu ,u zq odew] ປະທານ ຄຳໄຕ ສີພັນດອນ ຖ່າຍຮູບຮ່ວມກັບຜູ້ແທນກຳລັງປະກອບອາວຸດ * ພວກເຮົາລ້ວນແຕ່ຮັບຮູ້ວ່າ ໄຊຊະນະອັນເປັນປະຫວັດການ ແຫ່ງການຕໍ່ສູ້ປົດປ່ອຍຊາດ ແລະ ການສະຖາປານາ ສປປ ລາວ ໃນ ວັນທີ 2 ທັນວາ 1975 ນັ້ນ, ແມ່ນ ເກີດຂຶ້ນຍ້ອນການຕໍ່ສູ້ເສຍສະຫລະ ອັນໃຫຍ່ຫລວງຂອງປະຊາຊົນ ລາວ ບັນດາເຜົ່າ ທີ່ມີນໍ້າໃຈຮັກເຊື້ອ ແພງຊາດອັນສູງສົ່ງ, ພາຍໃຕ້ການ ນໍາພາອັນປີຊາສາມາດສະຫລາດ ສ່ອງໃສຂອງພັກປະຊາຊົນປະຕິວັດ ລາວ, ພັກທີ່ມີກຽດສະຫງ່າ. ສ່ວນປະທານ ຄໍາໄຕ ສີພັນດອນ ຊຶ່ງເປັນຜູ້ໜຶ່ງໃນບັນດາການນໍາ ຮຸ່ນທໍາອິດຂອງພັກເຮົາ, ເພິ່ນໄດ້ປະ ກອບສ່ວນຮ່ວມກັບໝູ່ຄະນະດ້ວຍ ຄວາມເປັນເຈົ້າການ ແລະ ດ້ວຍ ຄວາມຕັ້ງຕໍ່ບໍລິສຸດ ທັງມີການປະ ດິດສ້າງສູງ, ຊຶ່ງໄດ້ຊ່ວຍໃຫ້ການ ຊີ້ນໍາ-ນໍາພາຂອງສູນກາງພັກ ກໍຄື ຂອງກົມການເມືອງມີຄວາມເລິກ ເຊິ່ງ, ຄ່ອງແຄ້ວ ແລະ ມີປະສິດທິຜົນ ສູງ. ເວົ້າສະເພາະການຊີ້ນໍາ-ບັນ ຊາກໍາລັງປະກອບອາວຸດນັ້ນ ປະ ທານ ຄໍາໄຕ ສີພັນດອນ ໄດ້ອີງໃສ່ ແນວທາງຂອງພັກ ແລະ ການຊີ້ນໍາ ຂອງຄະນະພັກການທະຫານສູນ ກາງ ດໍາເນີນການປັບປຸງກໍ່ສ້າງ ຢ່າງເປັນເຈົ້າການ, ເພື່ອຮັບປະກັນ ໃຫ້ໄດ້ທັງໜ້າທີ່ສະເພາະໜ້າ ແລະ ຍາວນານ. ສະນັ້ນ ຈິ່ງສາມາດຕີລາຄາ ໄດ້ ວ່າ: ປະທານຄຳໄຕສີພັນດອນ ເປັນ ໂດຍ: ຄ້ອງໃໝ່ -vd16j skdy o ,u pk,wfh {pk,[+ wfh [+ g4y '0A o0kfdy o]Q ,]t]kp fvd * ສະພາບພາກພື້ນ-ສາກົນຜັນແປ ຢ່າງສັບສົນ, ເສດຖະກິດພາຍໃນມີ ຄວາມຫຍຸ້ງຍາກ, ແນ່ນອນວ່າບໍ່ອາດ ປະຕິເສດຜົນກະທົບຕໍ່ແນວຄິດ, ຊີວິດ ການເປັນຢູ່ບໍ່ສະດວກສະບາຍ. ຕໍ່ບັນ ຫາດັ່ງກ່າວ, ພັກ-ລັດຖະບານເຮົາບໍ່ ໄດ້ນິ່ງນອນໃຈໃນການຮີບຮ້ອນເອົາ ໃຈໃສ່ແກ້ໄຂ ແລະ ເຫັນບັນຫາ, ຄາດ ຄະເນໄດ້ຖືກ ໂດຍໄດ້ວາງຫລາຍນະໂຍ ບາຍປ້ອງກັນແລະແກ້ໄຂບັນຫາມາແຕ່ ຫົວທີນັບຕັ້ງແຕ່ເລື່ອງປະຢັດແລະຕ້ານ ການຟຸມເຟືອຍ; 2 ວາລະແຫ່ງຊາດ (ວ່າດ້ວຍການແກ້ບັນຫາຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ການ ແກ້ໄຂບັນຫາຢາເສບຕິດ) ກໍ່ນັບແຕ່ປີ 2021 ເປັນຕົ້ນມາ. ໄລຍະມໍ່ໆມານີ້ກໍ່ ມີຄໍາສັ່ງເລກທີ 13/ນຍ, ລົງວັນທີ 29 ສິງຫາ 2023 ວ່າດ້ວຍການເພີ່ມທະວີ ແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະ ກິດ-ການເງິນ, ບັນຫາເງິນເຟີ້, ອັດຕາ ແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນ ຕ່າງປະເທດ. ກ່ຽວກັບບັນດາຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ທີ່ ພວມເກີດຂຶ້ນນີ້,ລັດເຮົາຮັບຮູ້ແລະ ເຫັນ ໄດ້ບັນຫາ ເຊິ່ງໄດ້ມີການຕີລາຄາຄາດ ຄະເນມາແຕ່ຫົວທີໃນຫລາຍປີກ່ອນນີ້. ພວກເຮົາໜ້າຈະຈື່ວ່າຫລາຍປີມາແລ້ວ ພັກ-ລັດຖະບານ ໄດ້ກໍານົດເປົ້າໝາຍ ໃຫຍ່ໃນການສູ້ຊົນນໍາພາປະເທດໃຫ້ ຫລຸດພົ້ນອອກຈາກສະຖານະພາບດ້ອຍ ພັດທະນາ, ພື້ນຖານສໍາຄັນໜຶ່ງທີ່ໄດ້ ປະຕິບັດມາຫລາຍປີແມ່ນຄວາມພະ ຍາຍາມໃນການລຶບລ້າງຄວາມທຸກ ຍາກຂອງປະຊາຊົນ ເຊິ່ງໄດ້ເລີ່ມຕົ້ນ ມາຕັ້ງແຕ່ຊຸມປີ 1980 ຕິດພັນກັບວຽກ ງານກໍ່ສ້າງຮາກຖານການເມືອງພັດ ທະນາຊົນນະບົດຮອບດ້ານ. ຫລັງຈາກມາປະເທດເຮົາກໍ່ໄດ້ມີ ຜົນສໍາເລັດຫລາຍດ້ານໃນການພັດ ທະນາ, ເສດຖະກິດມີການຂະຫຍາຍຂະ ຫຍາຍຕົວດ້ວຍທ່າໝັ້ນຄົງ, ສັງຄົມມີ ຄວາມສະຫງົບປອດໄພ, ຊີວິດການ ເປັນຢູ່ທາງດ້ານວັດຖຸແລະຈິດໃຈຂອງ ປະຊາຊົນບັນດາເຜົ່ານັບມື້ດີຂຶ້ນ, ສະ ພາບຄວາມທຸກຍາກຂອງປະຊາຊົນນັບ ມື້ໜ້ອຍລົງ. ຢ່າງໃດກໍ່ດີ ໃນອີກຄາດ ໝາຍໃຫຍ່ແມ່ນການສູ້ຊົນໃຫ້ປະເທດ ຫລຸດພົ້ນອອກຈາກສະຖານະພາບດ້ອຍ ພັດທະນາ ແມ່ນຍັງມີສິ່ງທ້າທາຍພໍສົມ ຄວນ ເຊິ່ງມາຮອດປີ 2018-19 ການ ປະເມີນເຫັນວ່າປະເທດເຮົາຍັງບໍ່ທັນ ສາມາດຫລຸດພົ້ນໄດ້ ເນື່ອງຈາກປັດໄຈ ຄວາມບອບບາງທາງດ້ານເສດຖະ ກິດ, ສະນັ້ນ ຈຶ່ງໄດ້ສືບຕໍ່ສູ້ຊົນ ແລະ ພໍດີ ມາຈວບພໍ້ບັນຫາຜົນກະທົບຈາກສະ ພາບເສດຖະກິດໂລກເກີດຄວາມຫຍຸ້ງ ຍາກແລະ ມີການລະບາດຂອງພະຍາດ ໂຄວິດ19, ໄພທໍາມະຊາດ ແລະ ອື່ນໆ. ປະເທດເຮົາ ເປັນປະເທດເສດຖະກິດຂະ ໜາດນ້ອຍຢູ່ແລ້ວ ແລະ ພວມກໍ່ຮ່າງ ສ້າງຕົວ ບໍ່ພໍເທົ່າໃດປີ ກໍ່ໄດ້ຮັບຜົນກະ ທົບຢ່າງໜັກ ທັງຄວາມຫຍຸ້ງຍາກທາງ ເສດຖະກິດແລ້ວຍັງເກີດໄພທໍາມະຊາດ ນໍ້າຖ້ວມໜັກສອງສາມປີຕໍ່ກັນ ມາຕໍ່ ໃສ່ພະຍາດໂຄວິດ-19 ລະບາດ, ບັນ ຫາລາຄານໍ້າມັນໂລກແພງຂຶ້ນ ແລະ ອື່ນໆ. ປະເທດເຮົາ ໂດຍພື້ນຖານແມ່ນ ຍັງນໍາເຂົ້າສິນຄ້າເປັນອັດຕາສ່ວນ ຫລາຍ, ຍ້ອນວ່າການຜະລິດພາຍໃນ ບໍ່ທັນແຂງແຮງເທົ່າທີ່ຄວນ ດ້ວຍ ຫລາຍປັດໄຈ ແລະ ອີງຕາມເງື່ອນໄຂ ຈຸດພິເສດພວກເຮົາທີ່ຍັງມີຄວາມຈໍາ ກັດບາງອັນ. ຕໍ່ບັນຫາຫຍຸ້ງຍາກທີ່ກ່າວມາ, ທົ່ວ ລັດ-ທົ່ວກໍາລັງປະກອບອາວຸດແລະທົ່ວ ປວງຊົນເຮົາກໍ່ໄດ້ຮັບຮູ້ຢ່າງພາວະວິ ໄສ ແລະ ໄດ້ເປັນເຈົ້າການປະຕິບັດ ພັນ ທະໜ້າທີ່, ພັດທະນາວຽກງານ, ພັດທະ ນາອາຊີບ ຢ່າງເອົາການເອົາງານ, ທັງ ມີຄວາມສາມັກຄີເປັນປຶກແຜ່ນອ້ອມ ຂ້າງພັກ-ລັດ, ສູ້ຊົນຜ່ານຜ່າບັນດາອຸ ປະສັກລຸລ່ວງດ້ວຍດີມາເປັນໄລຍະໆ. ເຖິງຢ່າງໃດກໍ່ດີ ດ້ວຍສະພາບຜົນກະ ທົບຈາກພາຍນອກ ແລະ ຄວາມບອບ ບາງທາງດ້ານເສດຖະກິດພາຍໃນ, ມາປີ 2023ນີ້ ສະພາບຖືວ່າອ່າວໜັກ ໜ່ວງແທ້, ແຕ່ດ້ວຍມູນເຊື້ອແຫ່ງ ຄວາມສາມັກຄີພາຍໃນອັນເປັນປຶກ ແຜ່ນແໜ້ນໜາ, ຄວາມສູ້ຊົນອົດທົນ ຜ່ານຜ່າຂອງພວກເຮົາ ກໍ່ເຊື່ອໝັ້ນວ່າ ຄວາມຫຍຸ້ງຍາກຊົ່ວຄາວນີ້ຈະຄ່ອຍໄດ້ ຮັບການແກ້ໄຂ, ສະພາບຈະຄ່ອຍດີຂຶ້ນ ເຊິ່ງລັດຖະບານພວມສຸມໃສ່ແກ້ໄຂ ຫລາຍບັນຫາຢ່າງເອົາການເອົາງານ ເປັນຕົ້ນ ມາດຕະການແກ້ໄຂເງິນເຟີ້, ຄວບຄຸມການນໍາເຂົ້າ-ສົ່ງອອກສິນ ຄ້າ, ອັດຕາແລກປ່ຽນເງິນຕາ, ເອົາໃຈ ໃສ່ເກັບລາຍຮັບ-ຄຸ້ມຄອງລາຍຈ່າຍ, ຂົນຂວາຍດຶງດູດການລົງທຶນຈາກຕ່າງ ປະເທດ, ສົ່ງເສີມການໃຊ້ເງິນກີບ, ການ ຜະລິດເປັນສິນຄ້າຢູ່ພາຍໃນປະເທດ, ສ້າງສິ່ງແວດລ້ອມທີ່ອໍານວຍ ແລະ ຄວາມສະດວກໃຫ້ແກ່ການຜະລິດພາຍ ໃນໃຫ້ເຂັ້ມແຂງ ແລະ ອື່ນໆ. ມໍ່ໆມານີ້ ບັນດາສື່ໃນໂລກອອນ ລາຍໄດ້ມີການຕັ້ງບັນຫາຂຶ້ນຕ່າງໆ ນາໆວ່າພວກເຮົາລົ້ມລະລາຍ ແລະ ອື່ນໆ. ອັນນີ້ຢາກໃຫ້ຄົນລາວຜູ້ຮັກ ຊາດມີສະຕິ, ບໍ່ຫລົງເຊື່ອຄໍາຍຸແຍ່ສ້າງ ຄວາມແຕກແຍກພາຍໃນພວກເຮົາ. ພຶດຕິກໍາຕົວຈິງ ພວກເຮົາກໍ່ຮູ້ວ່າບັນຫາ ມັນບໍ່ໄດ້ເຮັ່ງຮ້າຍເຖິງຂະໜາດນັ້ນ, ຖ້າສັງເກດກໍາລັງຊື້ຂອງຄົນໃນເມືອງ ກໍ່ຄືຊົນນະບົດ ກໍ່ຍັງເຫັນມີລັກສະນະ ເດີມ, ພຽງແຕ່ວ່າອັດຕາສ່ວນອາດຫລຸດ ລົງ ເພາະເຮົາຕ້ອງຊອກຫາມາບໍລິໂພກ ຢູ່ແລ້ວ ແລະ ສະພາບແວດລ້ອມທາງ ດ້ານຕ່າງໆລວມທັງດ້ານວັດທະນະທໍາ ຂອງເຮົາແມ່ນຍັງຮັກສາ ໄດ້ຊຶ່ງຄວາມ ດີງາມ. ຄົນລາວລ້ວນມີພື້ນຖານເສດ ຖະກິດໝັ້ນຄົງ ເປັນຕົ້ນທີ່ພັກອາໄສ, ທີ່ ດິນທໍາມາຫາກິນ ແລະ ມູນມັ່ງຈໍານວນ ໜຶ່ງ ເປັນປັດໄຈໃນການພັດທະນາ. ກຸ່ມຄົນທີ່ບໍ່ຫວັງດີ, ນັກລ່າຄະແນນ ທາງອອນລາຍ ທັງຄົນລາວ ແລະ ຄົນ ຕ່າງປະເທດ ຈໍານວນໜຶ່ງໃຊ້ສັບສໍາ ນວນສຽດສີເວົ້າໂຍກ ຂໍ້ບົກພ່ອງກະ ຕຸກເສັ້ນປະສາດ... ຄົນລາວຜູ້ທີ່ຖືກ ກົດດັນອຸກອັ່ງລໍາບາກຢູ່ແລ້ວ ຖ້າບໍ່ມີ ສະຕິຈໍາແນກໃຫ້ດີກໍ່ໃຊ້ອາລົມເປັນ ໃຫຍ່ໄຮ້ເຫດຜົນ ກົດໄລ ກົດແຊ ສ້າງ ລາຍຮັບຈາກຄະແນນ ໃຫ້ເຈົ້າຂອງ ເຟສບຸກ ແລະ ຕິກຕັອກ...ເປັນການຕົກ ຫລຸມພາງ ເລ່ກົນຂອງຄົນບໍ່ດີຕໍ່ຊາດ ເຮົາ ແລະ ພວກນັກລ່າຄະແນນທາງ ອອນລາຍ ເພື່ອຫາເງິນເຂົ້າຖົງເຂົາພຸ້ນ. ສໍາຄັນທີ່ສຸດ, ຕ້ອງຍົກສູງສະຕິ ລະວັງຕົວ ຕໍ່ການສ້າງກະແສດັ່ງກ່າວ ເພາະມັນຍັງເປັນອຸບາຍຫ້າງແຮ້ວ ຢາກໃຫ້ມີການຈັບກຸມຄົນລາວເຮົາ ເອງເກີດຂຶ້ນ, ແລ້ວຈູດປະກາຍໄຟໃຫ້ ກາຍເປັນຂະບວນບໍ່ພໍໃຈ ຄັດຄ້ານຂັດ ຂືນແກ່ດຶງປະເທດໃຫ້ຕົກ ຢູ່ໃນຄວາມ ວຸ້ນວາຍ. ຄຽງຄູ່ກັນນັ້ນ ພວກເຮົາກໍ່ ຕ້ອງອອກແຮງຕິຊົມຕໍ່ສູ້ພາຍໃນ ເພື່ອ ແກ້ໄຂບັນຫາຢ່າງຈິງຈັງ, ບໍ່ຄວນເສີຍ ເມີຍຕໍ່ຈຸດອ່ອນ ຂໍ້ບົກພ່ອງແມ່ນແຕ່ ເລັກໆນ້ອຍໆ, ບໍ່ອຸກອັ່ງນັ່ງບ່ອນເກົ່າ ໂດຍບໍ່ເອົາໃຈໃຈແກ້ໄຂ, ບໍ່ຫລົງໄຫລ ເພີດເພີນນໍາຄໍາເວົ້າຍ້ອງເກີນຈິງ ສ້າງ ແນວຄິດມັກສະຫງົບເພິ່ງພໍໃຈໃນຄວາມ ສຸກຊົ່ວຄາວ ໂດຍບໍ່ຄິດເຫັນອະນາຄົດ ຂອງປະເທດຊາດ. ຜູ້ໜຶ່ງທີ່ມີບົດບາດອັນສໍາຄັນ ໃນ ການສ້າງກອງທັບປົດປ່ອຍປະຊາ ຊົນລາວ ໃນເມື່ອກ່ອນກໍຄືກອງທັບ ປະຊາຊົນລາວ ໃນປັດຈຸບັນ ແລະ ການສ້າງຂະບວນສົງຄາມປະຊາ ຊົນ ປົກປັກຮັກສາປະເທດຊາດ ຢູ່ ລາວ ໃຫ້ເຕີບໃຫຍ່ເຂັ້ມແຂງມາເປັນ ກ້າວໆ ຕິດພັນກັບການເຕີບໃຫຍ່ ຂອງການປະຕິວັດລາວ ໃນແຕ່ລະ ໄລຍະ; ໄຊຊະນະຂອງກອງທັບແລະ ປະຊາຊົນເຮົາ ໃນພາລະກິດຕໍ່ສູ້ ປົດປ່ອຍຊາດ ເວົ້າລວມກໍຄືໃນແຕ່ ລະໄລຍະ; ໄຊຊະນະຂອງກອງທັບ ແລະ ປະຊາຊົນເຮົາ ໃນພາລະກິດ ຕໍ່ສູ້ປົດປ່ອຍຊາດ ເວົ້າລວມ ກໍຄື ໃນບັ້ນຮົບ-ບັ້ນຕີ ອັນສໍາຄັນທາງປະ ຫວັດສາດລ້ວນແຕ່ມີຜົນງານການ ປະກອບສ່ວນຂອງ ປະທານ ຄໍາໄຕ ສີພັນດອນ ໃນຖານະຜູ້ບັນຊາການ ສູງສຸດກອງທັບປົດປ່ອຍປະຊາຊົນ ລາວ, ກອງທັບວິລະຊົນຂອງຊາດ ລາວ ວິລະຊົນ. ໃນຖານະຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ປະທານ ຄໍາໄຕ ສີພັນດອນ ໄດ້ປະກອບສ່ວນຢ່າງ ສໍາຄັນໃນການຂຽນໜ້າປະຫວັດ ສາດຍຸກໃໝ່ຂອງຊາດລາວເຮົາ. ເພິ່ນໄດ້ປະຕິບັດພາລະໜ້າທີ່ດ້ວຍ ຄວາມຮັບຜິດຊອບສູງ ແລະ ມີບົດ ບາດສໍາຄັນຍິ່ງໃນການນໍາພາ ແລະ ບັນຊາຊີ້ນໍາກໍາລັງປະກອບອາວຸດ ແລະ ທົ່ວປວງຊົນປະຕິບັດໜ້າທີ່ຍຸດ ທະສາດປົກປັກຮັກສາລະບອບໃໝ່ ກໍ່ຄືຄວາມເປັນເອກະລາດແຫ່ງ ຊາດ, ອະທິປະໄຕ ແລະ ຜືນແຜ່ນດິນ ອັນຄົບຖ້ວນ ຂອງ ສປປ ລາວ; ເຮັດ ໃຫ້ປະເທດຊາດມີສະຖຽນລະພາບ ແລະ ລະບອບການເມືອງມີຄວາມ ໝັ້ນຄົງດັ່ງໃນທຸກວັນນີ້. * ການພັດທະນາຊີວິດການເປັນ ຢູ່ ຂອງຄອບຄົວໃດໜຶ່ງໃຫ້ມີຢູ່ມີກິນ ມີລາຍໄດ້ທີ່ແນ່ນອນ ບໍ່ແມ່ນເລື່ອງ ທີ່ຍາກຖ້າຫາກຄອບຄົວມີຄວາມ ເຂົ້າໃຈກັນ, ມີຄວາມສາມັກຄີ, ມີ ແຜນການບວກໃສ່ທ່າແຮງເງື່ອນ ໄຂສະພາບແວດລ້ອມຂອງຄອບ ຄົວ ກໍ່ຈະເຮັດໃຫ້ຄອບຄົວມີລາຍ ໄດ້ດັ່ງຄອບຄົວ ຂອງລຸງ ບຸນທຽນ ວົງລັດ ປະຊາຊົນບ້ານນາຕາກ ເມືອງໄຊຍະບູລີ ແຂວງໄຊຍະບູລີ ມີລາຍຮັບຈາກການລ້ຽງໝູ ແລະ ແພ່ພັນລູກໝູຂາຍປີໜຶ່ງມີລາຍໄດ້ 300 ລ້ານກີບ. ລຸງ ບຸນທຽນ ວົງລັດ ເວົ້າສູ່ທີມ ຂ່າວແຂວງໄຊຍະບູລີວ່າ: ຄອບຄົວ ຂອງລຸງມີນໍາກັນ 7 ຄົນ ແຮງງານ ຕົ້ນຕໍມີ 1 ຄົນ ເພາະໃນ ປີ 2019 ຄືນຫລັງ ລຸງເອງຍັງເປັນພະນັກ ງານ ນັບແຕ່ປີ 2020 ເປັນຕົ້ນ ມາລຸງໄດ້ພົ້ນກະສຽນ ເຂົ້າກິນບໍາ ນານ; ແຕ່ໄລຍະກ່ອນບໍ່ທັນບໍານານ ລຸງກໍ່ໄດ້ລ້ຽງສັດປູກຝັງ, ເຮັດນາ ຫາລ້ຽງຄອບຄົວ ແຕ່ກໍ່ພໍກຸ້ມຢູ່ກຸ້ມ ກິນ ແລະ ຍັງຂາດໆເຂີນໆຄວາມ ຕ້ອງການຈໍານວນໜຶ່ງ. ຕົກມາຮອດ ປີ 2003 ໄດ້ປຶກສາກັບຄອບຄົວ ຊື້ ໂຮງສີເຂົ້າຂະໜາດນ້ອຍ 1 ເຄື່ອງ ເພື່ອມາບໍລິການສີເຂົ້າຢູ່ພາຍໃນ ບ້ານ ໂດຍຕິດພັນກັບການລ້ຽງໝູ, ເປັດ, ໄກ່ ແບບປະສົມປະສານ ໂດຍ ໄດ້ຊື້ໝູແມ່ລາດ 4 ໂຕມາລ້ຽງ ຜົນ ໄດ້ຮັບກໍ່ບໍ່ສູງ ແຕ່ກໍ່ບໍ່ທໍ້ຖອຍເພາະ ເປັນຄົນມັກປູກມັກລ້ຽງຄວາມຕ້ອງ ການຂອງຕະຫລາດ ແລະ ຜູ້ບໍລິ ໂພກຍັງຕ້ອງການສູງ ຕົກມາຮອດ ປີ 2010 ລຸງໄດ້ລົມກັບວິຊາການ ຈາກໂຄງການລ້ຽງໝູຂອງບໍລິສັດ ອາກິເດບ (ຝຣັ່ງ) ທີ່ມາຕັ້ງຟາມຢູ່ ບ້ານນາຕາກຈາກນັ້ນກໍ່ໄດ້ຊື້ໝູຈາກ ຟາມດັ່ງກ່າວມາເປັນພໍ່ພັນແມ່ພັນ ຈໍານວນ 7 ໂຕ ແລະ ຕໍ່ມາກໍ່ໄດ້ຊື້ໝູ ເຂົ້າມາຕື່ມ 50 ໂຕ. ຜ່ານການລ້ຽງ ມາໄດ້ 5 ເດືອນ ເລີຍຂາຍອອກ ໄດ້ ກໍາໄລໂຕລະ 5 ແສນກີບ ຈາກນັ້ນກໍ່ ໄດ້ລ້ຽງຊຸດຕໍ່ໆໄປ ຊຸດລະ 50-60 ໂຕ ເພາະເປັນລູກໝູນ້ອຍລ້ຽງເອງ ເຖິງປີ 2017 ລຸງໄດ້ໄປພົວພັນຂໍ້ຢືມ ເງິນນໍາທະນາຄານນະໂຍບາຍ ໂດຍ ໄດ້ຕັ້ງເປັນກຸ່ມລ້ຽງໝູມີ 6 ຄອບ ຄົວ, ຄອບຄົວລະ 30 ລ້ານ ຈາກນັ້ນ ກໍ່ໄດ້ໄປຊື້ໝູພໍ່ແມ່ພັນມາລ້ຽງ ທັງ ໝົດ 17 ໂຕ ປີໜຶ່ງສາມາດເພາະ ເປັນລູກໝູໄດ້ 2 ຊຸດ, ຊຸດລະ 100 ໂຕ ແລະ ຂາຍລູກໝູນ້ອຍໂຕໜຶ່ງ 1 ລ້ານກວ່າກີບ. ຜ່ານການຢືມເງິນນໍາທະນາຄານ ນະໂຍບາຍແມ່ນໄດ້ຊໍາລະໝົດແລ້ວ ມາຮອດປີ 2020 ຄອບຄົວຂອງລຸງ ໄດ້ຢືມເງິນຈາກທະນາຄານນະໂຍ ບາຍຕື່ມ 250 ລ້ານກີບ ເພື່ອມາປັບ ປຸງຂະຫຍາຍຄອກໝູຂຸນ ແລະ ສະ ຖານທີ່ຄອກພໍ່ພັນແມ່ພັນ ຊື້ພໍ່ແມ່ພັນ ໝູຕື່ມອີກ 5 ໂຕ, ພໍ່ພັນ 1 ໂຕ ແລະ ຕໍ່ເຕີມຄອກໝູຈາກ 5x6 ມາເປັນ 5x8ແມັດຈໍານວນ9ຄອກສາມາດ ລ້ຽງໝູຄອກໜຶ່ງໄດ້ 20-25 ໂຕ ແຕ່ລະປີ ແມ່ນໄດ້ຂາຍໝອອກ 2 ຊຸດ, ຊຸດໜຶ່ງມີ 180-200 ໂຕ, ໂຕ ໜຶ່ງສະເລ່ຍນໍ້າໝັກ 100 ໂລ ຂຶ້ນໄປ ຂາຍໃນລາຄາ 49 ພັນກີບ ຕໍ່ໂລ ຫັກຕົ້ນທຶນມີກໍາໄລສະເລ່ຍໂຕລະ 5 ແສນກີບ. ປັດຈຸບັນມີແມ່ພັນໝູ 30 ໂຕ ພໍ່ພັນ4 ໂຕ ມີໝູຂຸນທັງໝົດ 200 ໂຕ ແຕ່ລະປີສ້າງລາຍຮັບຈາກການ ຂາຍໝູຂຸນລູກໝູນ້ອຍໄດ້ທັງໝົດ 300ລ້ານກີບຈາກລາຍໄດ້ດັ່ງກ່າວ ນັ້ນຄອບຄົວຂອງຂ້າພະເຈົ້າຍັງໄດ້ ສໍາລະໃຫ້ທະນາຄານໄປແລ້ວ 100 ລ້ານກີບແລະຄາດວ່າທ້າຍປີ2014 ຈະຖອກຊໍາລະທະນາຄານໃຫ້ສໍາ ເລັດຕາມເວລາ. ແຕ່ແນວໃດກໍ່ຕາມແຜນຕໍ່ໜ້ານີ້ ຄອບຄົວຂອງຂ້າພະເຈົ້າກໍ່ຈະຫລຸດ ການລ້ຽງໝູຂຸນລົງສາເຫດຍ້ອນ ວ່າການລ້ຽງໝູຂຸນຫລາຍເຮົາຮັກ ສາອານາໄມບໍ່ທັນອັນຈະໄດ້ສົ່ງກິ່ນ ເໝັນຕໍ່ເຮືອນຊານທີ່ໃກ້ຄຽງເພາະ ວ່າສະຖານທີ່ລ້ຽງໝູເຮົາແມ່ນຂະ ຫຍາຍຕໍ່ອອກບໍ່ໄດ້ແລະຢູ່ໃກ້ກັບບ້ານ ປະຊາຊົນ ແຕ່ກ່ອນແມ່ນຢູ່ຫ່າງ ໄກແທ້ແຕ່ປັດຈຸບັນການຂະຫຍາຍ ບ້ານອອກໄປມີແຕ່ຈະເອົາໃຈໃສ່ເບິ່ງ ແຍງ ແລະ ປົກປັກຮັກສາພໍ່ພັນແມ່ ພັນໝູໃຫ້ດີເພື່ອຈະປະສົມພັນລູກໝູ ນ້ອຍໄວ້ລ້ຽງ ແລະ ຂາຍໃນຂັ້ນຕໍ່ໄປ ລຸງຍັງເວົ້າຕື່ມວ່າ ຜົນສໍາເລັດໃນ ການສ້າງເສດຖະກິດຄອບຄົວໃນ ການລ້ຽງໝູຂຸນ ແລະ ປະສົມພັນໝູ ນ້ອຍແມ່ນເຮັດໃຫ້ຊີວິດການເປັນຢູ່ ຂອງຄອບຄົວດີຂຶ້ນກວ່າແຕ່ກ່ອນ ຫລາຍເທົ່າມີເງິນສົ່ງລູກ2ຄົນຮຽນ ຕໍ່ປະລິນຍາຕີຈົນຈົບ ມີເງິນຊື້ລົດ ໃຫຍ່ 1 ຄັນ, ລົດຈັກ 2 ຄັນ, ມີເຮືອນ ຖາວອນຢູ່1ຫລັງຊ່ວຍລູກປຸກເຮືອນ ຖາວອນ 1 ຫລັງ ມີເງິນແຮ່ໄວ້ໃນ ຍາມສຸກເສີນໃນຄອບຄົວຕື່ມອີກ. ສິ່ງທີ່ກ່າວມາທັງໝົດນັ້ນກໍ່ຍ້ອນ ຄວາມດຸໝັ່ນຂະຫຍັນພຽນຂອງຄອບ ຄົວຮູ້ປະຢັດມັດທະຍັດນໍາໃຊ້ເງິນທີ່ ກູ້ມາ ແລະ ສະສົມໄວ້ຖືກເປົ້າໝາຍ ທັງໝົດນັ້ນກໍ່ຍ້ອນ ພັກ-ລັດ ການນໍາ ຂອງແຂວງມີນະໂຍບາຍສົ່ງເສີມ ການຜະລິດເປັນສິນຄ້າໃຫ້ຫລາຍ ມີນະໂຍບາຍໃຫ້ກຸ່ມຜະລິດເຂົ້າເຖິງ ແຫລ່ງທຶນມີວິຊາການຊີ້ນໍາໆພາ ດ້ານເຕັກນິກມີການປະສານສົມທົບ ກັບບັນດາບໍລິສັດ ແລະ ອົງການຈັດ ຕັ້ງຕ່າງໆ ເພື່ອຊ່ວຍເຫລືອປະຊາ ຊົນໃນດ້ານການປູກການລ້ຽງ ແລະ ດ້ານການຕະຫລາດອີກດ້ວຍ.
RkJQdWJsaXNoZXIy MTc3MTYxMQ==