dkoxtdv[lj ;o.ork]tdy fxq fxj vpxtgmf-kf 0v'xtmko 7ew8 lu ra ofvo xtgmf]k; 3 26/09/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me (ເນື່ອງໃນໂອກາດວັນເກີດຄົບຮອບ 100 ປີ, ວັນທີ 8 ກຸມພາ 1924-8 ກຸມພາ 2024) ບົດສະເໜີ ໂດຍ: ບຸນທີ dko]h P'\6 0kp gIa ffu ,u zq odew] ປະທານ ຄຳໄຕ ສີພັນດອນ ຖ່າຍຮູບຮ່ວມກັບຜູ້ແທນກຳລັງປະກອບອາວຸດ * ພວກເຮົາລ້ວນແຕ່ຮັບຮູ້ວ່າ ໄຊຊະນະອັນເປັນປະຫວັດການ ແຫ່ງການຕໍ່ສູ້ປົດປ່ອຍຊາດ ແລະ ການສະຖາປານາ ສປປ ລາວ ໃນ ວັນທີ 2 ທັນວາ 1975 ນັ້ນ, ແມ່ນ ເກີດຂຶ້ນຍ້ອນການຕໍ່ສູ້ເສຍສະຫລະ ອັນໃຫຍ່ຫລວງຂອງປະຊາຊົນ ລາວ ບັນດາເຜົ່າ ທີ່ມີນໍ້າໃຈຮັກເຊື້ອ ແພງຊາດອັນສູງສົ່ງ, ພາຍໃຕ້ການ ນໍາພາອັນປີຊາສາມາດສະຫລາດ ສ່ອງໃສຂອງພັກປະຊາຊົນປະຕິວັດ ລາວ, ພັກທີ່ມີກຽດສະຫງ່າ. ສ່ວນປະທານ ຄໍາໄຕ ສີພັນດອນ ຊຶ່ງເປັນຜູ້ໜຶ່ງໃນບັນດາການນໍາ ຮຸ່ນທໍາອິດຂອງພັກເຮົາ, ເພິ່ນໄດ້ປະ ກອບສ່ວນຮ່ວມກັບໝູ່ຄະນະດ້ວຍ ຄວາມເປັນເຈົ້າການ ແລະ ດ້ວຍ ຄວາມຕັ້ງຕໍ່ບໍລິສຸດ ທັງມີການປະ ດິດສ້າງສູງ, ຊຶ່ງໄດ້ຊ່ວຍໃຫ້ການ ຊີ້ນໍາ-ນໍາພາຂອງສູນກາງພັກ ກໍຄື ຂອງກົມການເມືອງມີຄວາມເລິກ ເຊິ່ງ, ຄ່ອງແຄ້ວ ແລະ ມີປະສິດທິຜົນ ສູງ. ເວົ້າສະເພາະການຊີ້ນໍາ-ບັນ ຊາກໍາລັງປະກອບອາວຸດນັ້ນ ປະ ທານ ຄໍາໄຕ ສີພັນດອນ ໄດ້ອີງໃສ່ ແນວທາງຂອງພັກ ແລະ ການຊີ້ນໍາ ຂອງຄະນະພັກການທະຫານສູນ ກາງ ດໍາເນີນການປັບປຸງກໍ່ສ້າງ ຢ່າງເປັນເຈົ້າການ, ເພື່ອຮັບປະກັນ ໃຫ້ໄດ້ທັງໜ້າທີ່ສະເພາະໜ້າ ແລະ ຍາວນານ. ສະນັ້ນ ຈິ່ງສາມາດຕີລາຄາ ໄດ້ ວ່າ: ປະທານຄຳໄຕສີພັນດອນ ເປັນ ໂດຍ: ຄ້ອງໃໝ່ -vd16j skdy o ,u pk,wfh {pk,[+ wfh [+ g4y '0A o0kfdy o]Q ,]t]kp fvd * ສະພາບພາກພື້ນ-ສາກົນຜັນແປ ຢ່າງສັບສົນ, ເສດຖະກິດພາຍໃນມີ ຄວາມຫຍຸ້ງຍາກ, ແນ່ນອນວ່າບໍ່ອາດ ປະຕິເສດຜົນກະທົບຕໍ່ແນວຄິດ, ຊີວິດ ການເປັນຢູ່ບໍ່ສະດວກສະບາຍ. ຕໍ່ບັນ ຫາດັ່ງກ່າວ, ພັກ-ລັດຖະບານເຮົາບໍ່ ໄດ້ນິ່ງນອນໃຈໃນການຮີບຮ້ອນເອົາ ໃຈໃສ່ແກ້ໄຂ ແລະ ເຫັນບັນຫາ, ຄາດ ຄະເນໄດ້ຖືກ ໂດຍໄດ້ວາງຫລາຍນະໂຍ ບາຍປ້ອງກັນແລະແກ້ໄຂບັນຫາມາແຕ່ ຫົວທີນັບຕັ້ງແຕ່ເລື່ອງປະຢັດແລະຕ້ານ ການຟຸມເຟືອຍ; 2 ວາລະແຫ່ງຊາດ (ວ່າດ້ວຍການແກ້ບັນຫາຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ການ ແກ້ໄຂບັນຫາຢາເສບຕິດ) ກໍ່ນັບແຕ່ປີ 2021 ເປັນຕົ້ນມາ. ໄລຍະມໍ່ໆມານີ້ກໍ່ ມີຄໍາສັ່ງເລກທີ 13/ນຍ, ລົງວັນທີ 29 ສິງຫາ 2023 ວ່າດ້ວຍການເພີ່ມທະວີ ແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະ ກິດ-ການເງິນ, ບັນຫາເງິນເຟີ້, ອັດຕາ ແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນ ຕ່າງປະເທດ. ກ່ຽວກັບບັນດາຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ທີ່ ພວມເກີດຂຶ້ນນີ້,ລັດເຮົາຮັບຮູ້ແລະ ເຫັນ ໄດ້ບັນຫາ ເຊິ່ງໄດ້ມີການຕີລາຄາຄາດ ຄະເນມາແຕ່ຫົວທີໃນຫລາຍປີກ່ອນນີ້. ພວກເຮົາໜ້າຈະຈື່ວ່າຫລາຍປີມາແລ້ວ ພັກ-ລັດຖະບານ ໄດ້ກໍານົດເປົ້າໝາຍ ໃຫຍ່ໃນການສູ້ຊົນນໍາພາປະເທດໃຫ້ ຫລຸດພົ້ນອອກຈາກສະຖານະພາບດ້ອຍ ພັດທະນາ, ພື້ນຖານສໍາຄັນໜຶ່ງທີ່ໄດ້ ປະຕິບັດມາຫລາຍປີແມ່ນຄວາມພະ ຍາຍາມໃນການລຶບລ້າງຄວາມທຸກ ຍາກຂອງປະຊາຊົນ ເຊິ່ງໄດ້ເລີ່ມຕົ້ນ ມາຕັ້ງແຕ່ຊຸມປີ 1980 ຕິດພັນກັບວຽກ ງານກໍ່ສ້າງຮາກຖານການເມືອງພັດ ທະນາຊົນນະບົດຮອບດ້ານ. ຫລັງຈາກມາປະເທດເຮົາກໍ່ໄດ້ມີ ຜົນສໍາເລັດຫລາຍດ້ານໃນການພັດ ທະນາ, ເສດຖະກິດມີການຂະຫຍາຍຂະ ຫຍາຍຕົວດ້ວຍທ່າໝັ້ນຄົງ, ສັງຄົມມີ ຄວາມສະຫງົບປອດໄພ, ຊີວິດການ ເປັນຢູ່ທາງດ້ານວັດຖຸແລະຈິດໃຈຂອງ ປະຊາຊົນບັນດາເຜົ່ານັບມື້ດີຂຶ້ນ, ສະ ພາບຄວາມທຸກຍາກຂອງປະຊາຊົນນັບ ມື້ໜ້ອຍລົງ. ຢ່າງໃດກໍ່ດີ ໃນອີກຄາດ ໝາຍໃຫຍ່ແມ່ນການສູ້ຊົນໃຫ້ປະເທດ ຫລຸດພົ້ນອອກຈາກສະຖານະພາບດ້ອຍ ພັດທະນາ ແມ່ນຍັງມີສິ່ງທ້າທາຍພໍສົມ ຄວນ ເຊິ່ງມາຮອດປີ 2018-19 ການ ປະເມີນເຫັນວ່າປະເທດເຮົາຍັງບໍ່ທັນ ສາມາດຫລຸດພົ້ນໄດ້ ເນື່ອງຈາກປັດໄຈ ຄວາມບອບບາງທາງດ້ານເສດຖະ ກິດ, ສະນັ້ນ ຈຶ່ງໄດ້ສືບຕໍ່ສູ້ຊົນ ແລະ ພໍດີ ມາຈວບພໍ້ບັນຫາຜົນກະທົບຈາກສະ ພາບເສດຖະກິດໂລກເກີດຄວາມຫຍຸ້ງ ຍາກແລະ ມີການລະບາດຂອງພະຍາດ ໂຄວິດ19, ໄພທໍາມະຊາດ ແລະ ອື່ນໆ. ປະເທດເຮົາ ເປັນປະເທດເສດຖະກິດຂະ ໜາດນ້ອຍຢູ່ແລ້ວ ແລະ ພວມກໍ່ຮ່າງ ສ້າງຕົວ ບໍ່ພໍເທົ່າໃດປີ ກໍ່ໄດ້ຮັບຜົນກະ ທົບຢ່າງໜັກ ທັງຄວາມຫຍຸ້ງຍາກທາງ ເສດຖະກິດແລ້ວຍັງເກີດໄພທໍາມະຊາດ ນໍ້າຖ້ວມໜັກສອງສາມປີຕໍ່ກັນ ມາຕໍ່ ໃສ່ພະຍາດໂຄວິດ-19 ລະບາດ, ບັນ ຫາລາຄານໍ້າມັນໂລກແພງຂຶ້ນ ແລະ ອື່ນໆ. ປະເທດເຮົາ ໂດຍພື້ນຖານແມ່ນ ຍັງນໍາເຂົ້າສິນຄ້າເປັນອັດຕາສ່ວນ ຫລາຍ, ຍ້ອນວ່າການຜະລິດພາຍໃນ ບໍ່ທັນແຂງແຮງເທົ່າທີ່ຄວນ ດ້ວຍ ຫລາຍປັດໄຈ ແລະ ອີງຕາມເງື່ອນໄຂ ຈຸດພິເສດພວກເຮົາທີ່ຍັງມີຄວາມຈໍາ ກັດບາງອັນ. ຕໍ່ບັນຫາຫຍຸ້ງຍາກທີ່ກ່າວມາ, ທົ່ວ ລັດ-ທົ່ວກໍາລັງປະກອບອາວຸດແລະທົ່ວ ປວງຊົນເຮົາກໍ່ໄດ້ຮັບຮູ້ຢ່າງພາວະວິ ໄສ ແລະ ໄດ້ເປັນເຈົ້າການປະຕິບັດ ພັນ ທະໜ້າທີ່, ພັດທະນາວຽກງານ, ພັດທະ ນາອາຊີບ ຢ່າງເອົາການເອົາງານ, ທັງ ມີຄວາມສາມັກຄີເປັນປຶກແຜ່ນອ້ອມ ຂ້າງພັກ-ລັດ, ສູ້ຊົນຜ່ານຜ່າບັນດາອຸ ປະສັກລຸລ່ວງດ້ວຍດີມາເປັນໄລຍະໆ. ເຖິງຢ່າງໃດກໍ່ດີ ດ້ວຍສະພາບຜົນກະ ທົບຈາກພາຍນອກ ແລະ ຄວາມບອບ ບາງທາງດ້ານເສດຖະກິດພາຍໃນ, ມາປີ 2023ນີ້ ສະພາບຖືວ່າອ່າວໜັກ ໜ່ວງແທ້, ແຕ່ດ້ວຍມູນເຊື້ອແຫ່ງ ຄວາມສາມັກຄີພາຍໃນອັນເປັນປຶກ ແຜ່ນແໜ້ນໜາ, ຄວາມສູ້ຊົນອົດທົນ ຜ່ານຜ່າຂອງພວກເຮົາ ກໍ່ເຊື່ອໝັ້ນວ່າ ຄວາມຫຍຸ້ງຍາກຊົ່ວຄາວນີ້ຈະຄ່ອຍໄດ້ ຮັບການແກ້ໄຂ, ສະພາບຈະຄ່ອຍດີຂຶ້ນ ເຊິ່ງລັດຖະບານພວມສຸມໃສ່ແກ້ໄຂ ຫລາຍບັນຫາຢ່າງເອົາການເອົາງານ ເປັນຕົ້ນ ມາດຕະການແກ້ໄຂເງິນເຟີ້, ຄວບຄຸມການນໍາເຂົ້າ-ສົ່ງອອກສິນ ຄ້າ, ອັດຕາແລກປ່ຽນເງິນຕາ, ເອົາໃຈ ໃສ່ເກັບລາຍຮັບ-ຄຸ້ມຄອງລາຍຈ່າຍ, ຂົນຂວາຍດຶງດູດການລົງທຶນຈາກຕ່າງ ປະເທດ, ສົ່ງເສີມການໃຊ້ເງິນກີບ, ການ ຜະລິດເປັນສິນຄ້າຢູ່ພາຍໃນປະເທດ, ສ້າງສິ່ງແວດລ້ອມທີ່ອໍານວຍ ແລະ ຄວາມສະດວກໃຫ້ແກ່ການຜະລິດພາຍ ໃນໃຫ້ເຂັ້ມແຂງ ແລະ ອື່ນໆ. ມໍ່ໆມານີ້ ບັນດາສື່ໃນໂລກອອນ ລາຍໄດ້ມີການຕັ້ງບັນຫາຂຶ້ນຕ່າງໆ ນາໆວ່າພວກເຮົາລົ້ມລະລາຍ ແລະ ອື່ນໆ. ອັນນີ້ຢາກໃຫ້ຄົນລາວຜູ້ຮັກ ຊາດມີສະຕິ, ບໍ່ຫລົງເຊື່ອຄໍາຍຸແຍ່ສ້າງ ຄວາມແຕກແຍກພາຍໃນພວກເຮົາ. ພຶດຕິກໍາຕົວຈິງ ພວກເຮົາກໍ່ຮູ້ວ່າບັນຫາ ມັນບໍ່ໄດ້ເຮັ່ງຮ້າຍເຖິງຂະໜາດນັ້ນ, ຖ້າສັງເກດກໍາລັງຊື້ຂອງຄົນໃນເມືອງ ກໍ່ຄືຊົນນະບົດ ກໍ່ຍັງເຫັນມີລັກສະນະ ເດີມ, ພຽງແຕ່ວ່າອັດຕາສ່ວນອາດຫລຸດ ລົງ ເພາະເຮົາຕ້ອງຊອກຫາມາບໍລິໂພກ ຢູ່ແລ້ວ ແລະ ສະພາບແວດລ້ອມທາງ ດ້ານຕ່າງໆລວມທັງດ້ານວັດທະນະທໍາ ຂອງເຮົາແມ່ນຍັງຮັກສາ ໄດ້ຊຶ່ງຄວາມ ດີງາມ. ຄົນລາວລ້ວນມີພື້ນຖານເສດ ຖະກິດໝັ້ນຄົງ ເປັນຕົ້ນທີ່ພັກອາໄສ, ທີ່ ດິນທໍາມາຫາກິນ ແລະ ມູນມັ່ງຈໍານວນ ໜຶ່ງ ເປັນປັດໄຈໃນການພັດທະນາ. ກຸ່ມຄົນທີ່ບໍ່ຫວັງດີ, ນັກລ່າຄະແນນ ທາງອອນລາຍ ທັງຄົນລາວ ແລະ ຄົນ ຕ່າງປະເທດ ຈໍານວນໜຶ່ງໃຊ້ສັບສໍາ ນວນສຽດສີເວົ້າໂຍກ ຂໍ້ບົກພ່ອງກະ ຕຸກເສັ້ນປະສາດ... ຄົນລາວຜູ້ທີ່ຖືກ ກົດດັນອຸກອັ່ງລໍາບາກຢູ່ແລ້ວ ຖ້າບໍ່ມີ ສະຕິຈໍາແນກໃຫ້ດີກໍ່ໃຊ້ອາລົມເປັນ ໃຫຍ່ໄຮ້ເຫດຜົນ ກົດໄລ ກົດແຊ ສ້າງ ລາຍຮັບຈາກຄະແນນ ໃຫ້ເຈົ້າຂອງ ເຟສບຸກ ແລະ ຕິກຕັອກ...ເປັນການຕົກ ຫລຸມພາງ ເລ່ກົນຂອງຄົນບໍ່ດີຕໍ່ຊາດ ເຮົາ ແລະ ພວກນັກລ່າຄະແນນທາງ ອອນລາຍ ເພື່ອຫາເງິນເຂົ້າຖົງເຂົາພຸ້ນ. ສໍາຄັນທີ່ສຸດ, ຕ້ອງຍົກສູງສະຕິ ລະວັງຕົວ ຕໍ່ການສ້າງກະແສດັ່ງກ່າວ ເພາະມັນຍັງເປັນອຸບາຍຫ້າງແຮ້ວ ຢາກໃຫ້ມີການຈັບກຸມຄົນລາວເຮົາ ເອງເກີດຂຶ້ນ, ແລ້ວຈູດປະກາຍໄຟໃຫ້ ກາຍເປັນຂະບວນບໍ່ພໍໃຈ ຄັດຄ້ານຂັດ ຂືນແກ່ດຶງປະເທດໃຫ້ຕົກ ຢູ່ໃນຄວາມ ວຸ້ນວາຍ. ຄຽງຄູ່ກັນນັ້ນ ພວກເຮົາກໍ່ ຕ້ອງອອກແຮງຕິຊົມຕໍ່ສູ້ພາຍໃນ ເພື່ອ ແກ້ໄຂບັນຫາຢ່າງຈິງຈັງ, ບໍ່ຄວນເສີຍ ເມີຍຕໍ່ຈຸດອ່ອນ ຂໍ້ບົກພ່ອງແມ່ນແຕ່ ເລັກໆນ້ອຍໆ, ບໍ່ອຸກອັ່ງນັ່ງບ່ອນເກົ່າ ໂດຍບໍ່ເອົາໃຈໃຈແກ້ໄຂ, ບໍ່ຫລົງໄຫລ ເພີດເພີນນໍາຄໍາເວົ້າຍ້ອງເກີນຈິງ ສ້າງ ແນວຄິດມັກສະຫງົບເພິ່ງພໍໃຈໃນຄວາມ ສຸກຊົ່ວຄາວ ໂດຍບໍ່ຄິດເຫັນອະນາຄົດ ຂອງປະເທດຊາດ. ຜູ້ໜຶ່ງທີ່ມີບົດບາດອັນສໍາຄັນ ໃນ ການສ້າງກອງທັບປົດປ່ອຍປະຊາ ຊົນລາວ ໃນເມື່ອກ່ອນກໍຄືກອງທັບ ປະຊາຊົນລາວ ໃນປັດຈຸບັນ ແລະ ການສ້າງຂະບວນສົງຄາມປະຊາ ຊົນ ປົກປັກຮັກສາປະເທດຊາດ ຢູ່ ລາວ ໃຫ້ເຕີບໃຫຍ່ເຂັ້ມແຂງມາເປັນ ກ້າວໆ ຕິດພັນກັບການເຕີບໃຫຍ່ ຂອງການປະຕິວັດລາວ ໃນແຕ່ລະ ໄລຍະ; ໄຊຊະນະຂອງກອງທັບແລະ ປະຊາຊົນເຮົາ ໃນພາລະກິດຕໍ່ສູ້ ປົດປ່ອຍຊາດ ເວົ້າລວມກໍຄືໃນແຕ່ ລະໄລຍະ; ໄຊຊະນະຂອງກອງທັບ ແລະ ປະຊາຊົນເຮົາ ໃນພາລະກິດ ຕໍ່ສູ້ປົດປ່ອຍຊາດ ເວົ້າລວມ ກໍຄື ໃນບັ້ນຮົບ-ບັ້ນຕີ ອັນສໍາຄັນທາງປະ ຫວັດສາດລ້ວນແຕ່ມີຜົນງານການ ປະກອບສ່ວນຂອງ ປະທານ ຄໍາໄຕ ສີພັນດອນ ໃນຖານະຜູ້ບັນຊາການ ສູງສຸດກອງທັບປົດປ່ອຍປະຊາຊົນ ລາວ, ກອງທັບວິລະຊົນຂອງຊາດ ລາວ ວິລະຊົນ. ໃນຖານະຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ປະທານ ຄໍາໄຕ ສີພັນດອນ ໄດ້ປະກອບສ່ວນຢ່າງ ສໍາຄັນໃນການຂຽນໜ້າປະຫວັດ ສາດຍຸກໃໝ່ຂອງຊາດລາວເຮົາ. ເພິ່ນໄດ້ປະຕິບັດພາລະໜ້າທີ່ດ້ວຍ ຄວາມຮັບຜິດຊອບສູງ ແລະ ມີບົດ ບາດສໍາຄັນຍິ່ງໃນການນໍາພາ ແລະ ບັນຊາຊີ້ນໍາກໍາລັງປະກອບອາວຸດ ແລະ ທົ່ວປວງຊົນປະຕິບັດໜ້າທີ່ຍຸດ ທະສາດປົກປັກຮັກສາລະບອບໃໝ່ ກໍ່ຄືຄວາມເປັນເອກະລາດແຫ່ງ ຊາດ, ອະທິປະໄຕ ແລະ ຜືນແຜ່ນດິນ ອັນຄົບຖ້ວນ ຂອງ ສປປ ລາວ; ເຮັດ ໃຫ້ປະເທດຊາດມີສະຖຽນລະພາບ ແລະ ລະບອບການເມືອງມີຄວາມ ໝັ້ນຄົງດັ່ງໃນທຸກວັນນີ້. * ການພັດທະນາຊີວິດການເປັນ ຢູ່ ຂອງຄອບຄົວໃດໜຶ່ງໃຫ້ມີຢູ່ມີກິນ ມີລາຍໄດ້ທີ່ແນ່ນອນ ບໍ່ແມ່ນເລື່ອງ ທີ່ຍາກຖ້າຫາກຄອບຄົວມີຄວາມ ເຂົ້າໃຈກັນ, ມີຄວາມສາມັກຄີ, ມີ ແຜນການບວກໃສ່ທ່າແຮງເງື່ອນ ໄຂສະພາບແວດລ້ອມຂອງຄອບ ຄົວ ກໍ່ຈະເຮັດໃຫ້ຄອບຄົວມີລາຍ ໄດ້ດັ່ງຄອບຄົວ ຂອງລຸງ ບຸນທຽນ ວົງລັດ ປະຊາຊົນບ້ານນາຕາກ ເມືອງໄຊຍະບູລີ ແຂວງໄຊຍະບູລີ ມີລາຍຮັບຈາກການລ້ຽງໝູ ແລະ ແພ່ພັນລູກໝູຂາຍປີໜຶ່ງມີລາຍໄດ້ 300 ລ້ານກີບ. ລຸງ ບຸນທຽນ ວົງລັດ ເວົ້າສູ່ທີມ ຂ່າວແຂວງໄຊຍະບູລີວ່າ: ຄອບຄົວ ຂອງລຸງມີນໍາກັນ 7 ຄົນ ແຮງງານ ຕົ້ນຕໍມີ 1 ຄົນ ເພາະໃນ ປີ 2019 ຄືນຫລັງ ລຸງເອງຍັງເປັນພະນັກ ງານ ນັບແຕ່ປີ 2020 ເປັນຕົ້ນ ມາລຸງໄດ້ພົ້ນກະສຽນ ເຂົ້າກິນບໍາ ນານ; ແຕ່ໄລຍະກ່ອນບໍ່ທັນບໍານານ ລຸງກໍ່ໄດ້ລ້ຽງສັດປູກຝັງ, ເຮັດນາ ຫາລ້ຽງຄອບຄົວ ແຕ່ກໍ່ພໍກຸ້ມຢູ່ກຸ້ມ ກິນ ແລະ ຍັງຂາດໆເຂີນໆຄວາມ ຕ້ອງການຈໍານວນໜຶ່ງ. ຕົກມາຮອດ ປີ 2003 ໄດ້ປຶກສາກັບຄອບຄົວ ຊື້ ໂຮງສີເຂົ້າຂະໜາດນ້ອຍ 1 ເຄື່ອງ ເພື່ອມາບໍລິການສີເຂົ້າຢູ່ພາຍໃນ ບ້ານ ໂດຍຕິດພັນກັບການລ້ຽງໝູ, ເປັດ, ໄກ່ ແບບປະສົມປະສານ ໂດຍ ໄດ້ຊື້ໝູແມ່ລາດ 4 ໂຕມາລ້ຽງ ຜົນ ໄດ້ຮັບກໍ່ບໍ່ສູງ ແຕ່ກໍ່ບໍ່ທໍ້ຖອຍເພາະ ເປັນຄົນມັກປູກມັກລ້ຽງຄວາມຕ້ອງ ການຂອງຕະຫລາດ ແລະ ຜູ້ບໍລິ ໂພກຍັງຕ້ອງການສູງ ຕົກມາຮອດ ປີ 2010 ລຸງໄດ້ລົມກັບວິຊາການ ຈາກໂຄງການລ້ຽງໝູຂອງບໍລິສັດ ອາກິເດບ (ຝຣັ່ງ) ທີ່ມາຕັ້ງຟາມຢູ່ ບ້ານນາຕາກຈາກນັ້ນກໍ່ໄດ້ຊື້ໝູຈາກ ຟາມດັ່ງກ່າວມາເປັນພໍ່ພັນແມ່ພັນ ຈໍານວນ 7 ໂຕ ແລະ ຕໍ່ມາກໍ່ໄດ້ຊື້ໝູ ເຂົ້າມາຕື່ມ 50 ໂຕ. ຜ່ານການລ້ຽງ ມາໄດ້ 5 ເດືອນ ເລີຍຂາຍອອກ ໄດ້ ກໍາໄລໂຕລະ 5 ແສນກີບ ຈາກນັ້ນກໍ່ ໄດ້ລ້ຽງຊຸດຕໍ່ໆໄປ ຊຸດລະ 50-60 ໂຕ ເພາະເປັນລູກໝູນ້ອຍລ້ຽງເອງ ເຖິງປີ 2017 ລຸງໄດ້ໄປພົວພັນຂໍ້ຢືມ ເງິນນໍາທະນາຄານນະໂຍບາຍ ໂດຍ ໄດ້ຕັ້ງເປັນກຸ່ມລ້ຽງໝູມີ 6 ຄອບ ຄົວ, ຄອບຄົວລະ 30 ລ້ານ ຈາກນັ້ນ ກໍ່ໄດ້ໄປຊື້ໝູພໍ່ແມ່ພັນມາລ້ຽງ ທັງ ໝົດ 17 ໂຕ ປີໜຶ່ງສາມາດເພາະ ເປັນລູກໝູໄດ້ 2 ຊຸດ, ຊຸດລະ 100 ໂຕ ແລະ ຂາຍລູກໝູນ້ອຍໂຕໜຶ່ງ 1 ລ້ານກວ່າກີບ. ຜ່ານການຢືມເງິນນໍາທະນາຄານ ນະໂຍບາຍແມ່ນໄດ້ຊໍາລະໝົດແລ້ວ ມາຮອດປີ 2020 ຄອບຄົວຂອງລຸງ ໄດ້ຢືມເງິນຈາກທະນາຄານນະໂຍ ບາຍຕື່ມ 250 ລ້ານກີບ ເພື່ອມາປັບ ປຸງຂະຫຍາຍຄອກໝູຂຸນ ແລະ ສະ ຖານທີ່ຄອກພໍ່ພັນແມ່ພັນ ຊື້ພໍ່ແມ່ພັນ ໝູຕື່ມອີກ 5 ໂຕ, ພໍ່ພັນ 1 ໂຕ ແລະ ຕໍ່ເຕີມຄອກໝູຈາກ 5x6 ມາເປັນ 5x8ແມັດຈໍານວນ9ຄອກສາມາດ ລ້ຽງໝູຄອກໜຶ່ງໄດ້ 20-25 ໂຕ ແຕ່ລະປີ ແມ່ນໄດ້ຂາຍໝອອກ 2 ຊຸດ, ຊຸດໜຶ່ງມີ 180-200 ໂຕ, ໂຕ ໜຶ່ງສະເລ່ຍນໍ້າໝັກ 100 ໂລ ຂຶ້ນໄປ ຂາຍໃນລາຄາ 49 ພັນກີບ ຕໍ່ໂລ ຫັກຕົ້ນທຶນມີກໍາໄລສະເລ່ຍໂຕລະ 5 ແສນກີບ. ປັດຈຸບັນມີແມ່ພັນໝູ 30 ໂຕ ພໍ່ພັນ4 ໂຕ ມີໝູຂຸນທັງໝົດ 200 ໂຕ ແຕ່ລະປີສ້າງລາຍຮັບຈາກການ ຂາຍໝູຂຸນລູກໝູນ້ອຍໄດ້ທັງໝົດ 300ລ້ານກີບຈາກລາຍໄດ້ດັ່ງກ່າວ ນັ້ນຄອບຄົວຂອງຂ້າພະເຈົ້າຍັງໄດ້ ສໍາລະໃຫ້ທະນາຄານໄປແລ້ວ 100 ລ້ານກີບແລະຄາດວ່າທ້າຍປີ2014 ຈະຖອກຊໍາລະທະນາຄານໃຫ້ສໍາ ເລັດຕາມເວລາ. ແຕ່ແນວໃດກໍ່ຕາມແຜນຕໍ່ໜ້ານີ້ ຄອບຄົວຂອງຂ້າພະເຈົ້າກໍ່ຈະຫລຸດ ການລ້ຽງໝູຂຸນລົງສາເຫດຍ້ອນ ວ່າການລ້ຽງໝູຂຸນຫລາຍເຮົາຮັກ ສາອານາໄມບໍ່ທັນອັນຈະໄດ້ສົ່ງກິ່ນ ເໝັນຕໍ່ເຮືອນຊານທີ່ໃກ້ຄຽງເພາະ ວ່າສະຖານທີ່ລ້ຽງໝູເຮົາແມ່ນຂະ ຫຍາຍຕໍ່ອອກບໍ່ໄດ້ແລະຢູ່ໃກ້ກັບບ້ານ ປະຊາຊົນ ແຕ່ກ່ອນແມ່ນຢູ່ຫ່າງ ໄກແທ້ແຕ່ປັດຈຸບັນການຂະຫຍາຍ ບ້ານອອກໄປມີແຕ່ຈະເອົາໃຈໃສ່ເບິ່ງ ແຍງ ແລະ ປົກປັກຮັກສາພໍ່ພັນແມ່ ພັນໝູໃຫ້ດີເພື່ອຈະປະສົມພັນລູກໝູ ນ້ອຍໄວ້ລ້ຽງ ແລະ ຂາຍໃນຂັ້ນຕໍ່ໄປ ລຸງຍັງເວົ້າຕື່ມວ່າ ຜົນສໍາເລັດໃນ ການສ້າງເສດຖະກິດຄອບຄົວໃນ ການລ້ຽງໝູຂຸນ ແລະ ປະສົມພັນໝູ ນ້ອຍແມ່ນເຮັດໃຫ້ຊີວິດການເປັນຢູ່ ຂອງຄອບຄົວດີຂຶ້ນກວ່າແຕ່ກ່ອນ ຫລາຍເທົ່າມີເງິນສົ່ງລູກ2ຄົນຮຽນ ຕໍ່ປະລິນຍາຕີຈົນຈົບ ມີເງິນຊື້ລົດ ໃຫຍ່ 1 ຄັນ, ລົດຈັກ 2 ຄັນ, ມີເຮືອນ ຖາວອນຢູ່1ຫລັງຊ່ວຍລູກປຸກເຮືອນ ຖາວອນ 1 ຫລັງ ມີເງິນແຮ່ໄວ້ໃນ ຍາມສຸກເສີນໃນຄອບຄົວຕື່ມອີກ. ສິ່ງທີ່ກ່າວມາທັງໝົດນັ້ນກໍ່ຍ້ອນ ຄວາມດຸໝັ່ນຂະຫຍັນພຽນຂອງຄອບ ຄົວຮູ້ປະຢັດມັດທະຍັດນໍາໃຊ້ເງິນທີ່ ກູ້ມາ ແລະ ສະສົມໄວ້ຖືກເປົ້າໝາຍ ທັງໝົດນັ້ນກໍ່ຍ້ອນ ພັກ-ລັດ ການນໍາ ຂອງແຂວງມີນະໂຍບາຍສົ່ງເສີມ ການຜະລິດເປັນສິນຄ້າໃຫ້ຫລາຍ ມີນະໂຍບາຍໃຫ້ກຸ່ມຜະລິດເຂົ້າເຖິງ ແຫລ່ງທຶນມີວິຊາການຊີ້ນໍາໆພາ ດ້ານເຕັກນິກມີການປະສານສົມທົບ ກັບບັນດາບໍລິສັດ ແລະ ອົງການຈັດ ຕັ້ງຕ່າງໆ ເພື່ອຊ່ວຍເຫລືອປະຊາ ຊົນໃນດ້ານການປູກການລ້ຽງ ແລະ ດ້ານການຕະຫລາດອີກດ້ວຍ.
RkJQdWJsaXNoZXIy MTc3MTYxMQ==