5711

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 26/09/2023 xtgmf]k; ເປີດໂຄງການຜະລິດ... ເລຂາທິການໃຫຍ່... 8 ເດືອນຕົ້ນປີ... ຮອງນາຍົກລັດຖະມົນຕີ... ລາວ ເຂົ້າຮ່ວມ... ຂປລ. ພິທີເປີດໂຮງງານຜະລິດ ຈຸລັງໄຟຟ້າແສງອາທິດປະສິດທິ ພາບສູງ 5GW ຂອງບໍລິສັດ ຈົ່ງ ຫລຸ້ນໂຊລາ ເຕັກໂນໂລຊີລາວ ຈຳ ກັດຜູ້ດຽວ ໃນວັນທີ 24 ກັນຍາ 2023 ຢູ່ເຂດພັດທະນາກວມລວມ ໄຊເຊດຖາ ນະຄອນຫລວງວຽງ ຈັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີແຫ່ງ ສປປ ລາວ, ທ່ານ ອາດ ສະພັງທອງ ສີພັນດອນ ເຈົ້າຄອງ ນະຄອນຫລວງວຽງຈັນ, ມີພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ຫລົງ ຕ້າສຽງ ປະທານບໍລິສັດ ຈົ່ງຫລຸ້ນ ໂຊລາ ເຕັກໂນໂລຊີ ຈຳກັດຜູ້ດຽວ ໄດ້ໃຫ້ຮູ້ວ່າ: ບໍລິສັດ ຈົ່ງຫລຸ້ນໂຊລາ ເປັນວິສາຫະກິດການຜະລິດພະລັງ ງານສີຂຽວທີ່ທັນສະໄໝ, ມີຄວາມ ຊ່ຽວຊານໃນການຄົ້ນຄວ້າ, ພັດທະ ນາ, ຜະລິດ ແລະ ການຂາຍແຜງໂຊ ລາເຊວທີ່ມີປະສິດທິພາບສູງ ແລະ ຍັງມີຄວາມຊ່ຽວຊານໃນຜະລິດອຸ ປະກອນປະກອບແຜງໂຊລາເຊວ ແລະ ການດໍາເນີນກິດຈະການດ້ານ ສະຖານີໄຟຟ້າ. ໃນ 6 ເດືອນຕົ້ນ ປີ 2023, ບໍລິສັດ ໄດ້ຜະລິດ-ສົ່ງອອກ ແຜງໂຊລາເຊວ ຈັດຢູ່ອັນດັບສາມ ຂອງໂລກ, ອີງຕາມແຜນການຂະ ຫຍາຍການຜະລິດຂອງບໍລິສັດໃນ ປັດຈຸບັນ ແລະ ຄວາມຄືບໜ້າຂອງ ການກໍ່ສ້າງ, ໃນທ້າຍປີນີ້ ບໍລິດສັດ ຈະບັນລຸຂະໜາດການຜະລິດແຜ່ນ ແບັດເຕີຣີໂຊລາເຊວຫລາຍກວ່າ 50 GW ແລະ ອຸປະກອນປະກອບ ແຜງໂຊລາເຊວ 5.7GW, ອະນາ ຄົດຈະກາຍເປັນບໍລິສັດຊັ້ນນຳຂອງ ໂລກໃນຂະແໜງການອຸດສາຫະ ກຳປະເພດນີ້. ຖານການຜະລິດຂອງບໍລິສັດ ຈົ່ງຫລຸ້ນໂຊລາໃນສປປລາວມີແຜນ ຈະສ້າງແຜ່ນແບັດເຕີຣີ 9GW ແລະ ອຸປະກອນປະກອບແຜງໂຊລາ ເຊວ 3GW ທີ່ມີປະສິດທິພາບສູງ, ດ້ວຍເນື້ອທີ່ກໍ່ສ້າງທັງໝົດປະມານ 32 ເຮັກຕາ ຊຶ່ງເປັນສູນກາງການ ຜະລິດອຸປະກອນໂຊລາເຊວ ທີ່ໃຫຍ່ ທີ່ສຸດໃນໂລກ ຮອງຈາກປະເທດຈີນ, ຜົນສຳເລັດຂອງການຈັດຕັ້ງປະຕິ ບັດໂຄງການໂຊລາເຊວ 5GW ໄລ ກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກຢ່າງ ແຂງແຮງ; ຊີ້ນຳກຳລັງລົງກໍ່ສ້າງ ຮາກຖານການເມືອງພັດທະນາຊົນ ນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍຕິດພັນກັບວຽກງານ 3 ສ້າງຂອງພັກ, ສ້າງທ່າສະໜາມສົງ ຄາມປະຊາຊົນ 3 ຂັ້ນ, ປັບປຸງຕາ ໜ່າງປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ; ເອົາໃຈໃສ່ວຽກງານກໍ່ ສ້າງຮາກຖານການເມືອງພັດທະ ນາຊົນນະບົດໂດຍສະເພາະແມ່ນບັນ ດາຈຸດສຸມໃນທົ່ວປະເທດ; ແກ້ໄຂ ໜໍ່ແໜງທີ່ຈະພາໃຫ້ເກີດຄວາມບໍ່ ສະຫງົບ ໂດຍສະ ເພາະໄດ້ປະສານ ສົມທົບ ກັບບັນດາພາກສ່ວນກ່ຽວ ຂ້ອງກຳແໜ້ນຮາກຖານ, ບັນດາ ເປົ້າໝາຍເຄື່ອນໄຫວຂອງກຸ່ມຄົນບໍ່ ຫວັງດີ, ຈັດຕັ້ງກຳລັງເຄື່ອນໄຫວ ຕາມບໍລິເວນຂອບເຂດຮັບຜິດຊອບ ເພື່ອແກ້ໄຂສະພາບປາກົດການຫຍໍ້ ທໍ້ຕ່າງໆໃຫ້ທັນກັບເວລາຕິດຕາມ, ກວດກາ, ຊຸກຍູ້ ແລະ ຖອດຖອນບົດ ຮຽນຄືນການຈັດຕັ້ງປະຕິບັດ 2 ວາ ລະແຫ່ງຊາດຂອງພັກ ແລະ ລັດຖະ ບານທົ່ວກຳລັງຫລວງ ແລະ ທ້ອງ ຖິ່ນ, ຊີ້ນຳກົມກອງກຳລັງຫລວງກຳລັງທ້ອງຖິ່ນຍົກສູງສະຕິກຽມ ພ້ອມຮອບດ້ານຈັດຕັ້ງລະບົບປະ ຈຳການເປັນປົກກະຕິຕິດຕາມກຳ ແໜ້ນການປ່ຽນແປງສະພາບດິນ ຟ້າອາກາດ; ກຳແໜ້ນສະພາບການ ໃຫ້ທັນເວລາໄດ້ຊີ້ນຳບັນດາກອງ ບັນຊາການທະຫານ-ຕໍາຫລວດ ແຂວງ ເຂົ້າກອບກູ້ຊ່ວຍເຫລືອປະຊາ ຊົນທີ່ຖືກຜົນກະທົບຈາກໄພພິບັດ ຢູ່ບັນດາແຂວງຕ່າງໆ ທີ່ເກີດໄພພິ ບັດນໍ້າຖ້ວມ. ວຽກງານປັບປຸງກໍ່ສ້າງກຳລັງ ໄດ້ເອົາໃຈໃສ່ໃນການສຶກສາອົບຮົມ ການເມືອງ-ນຳພາແນວຄິດທົ່ວກຳ ລັງປະກອບອາວຸດແລະຝຶກແອບຮ່ຳ ຮຽນ ສິນລະປະຍຸດ-ຍຸດທະວິທີ ເພື່ອ ໃຫ້ມີຄວາມຊໍານິຊໍານານ, ນອກນັ້ນ ຍັງໄດ້ເອົາໃຈໃສ່ຮັບປະກັນການແກ້ ໄຂຊີວິດການເປັນຢູ່ຂອງພະນັກ ງານ-ນັກຮົບໃນການລ້ຽງດູທັບ, ລ້ຽງດູກໍາລັງຍົກສູງນໍ້າໃຈເພິ່ງຕົນ ເອງ, ກຸ້ມຕົນເອງ ແລະ ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງສຸມໃສ່ການ ປູກຝັງ-ລ້ຽງສັດ ຕາມເງື່ອນໄຂທ່າ ແຮງບົ່ມຊ້ອນຂອງຕົນ; ວຽກງານ ການຄຸ້ມຄອງພາຫະນະເຕັກນິກ, ກວດກາ, ເບີກຈ່າຍວັດຖຸອາໄລເຕັກ ນິກເຫລົ່າຮົບຕ່າງໆ ແລະ ສ້ອມແປງ ບົວລະບັດ ພາຫະນະເຕັກນິກລົດ, ອາວຸດກະສຸນໃຫ້ຢູ່ໃນສະພາບກຽມ ພ້ອມສູ້ຮົບຮັບປະກັນໃຫ້ແກ່ການ ກໍ່ສ້າງພື້ນຖານເຕັກນິກ ແລະ ອຸດ ສາຫະກຳປ້ອງກັນຊາດໃຫ້ເຂັ້ມ ແຂງ ພ້ອມນັ້ນຍັງເປັນເຈົ້າການປະ ຕິບັດແນວທາງການຕ່າງປະເທດ ຂອງພັກຢ່າງຕັ້ງໜ້າເພີ່ມທະວີການ ຮ່ວມມືກັບປະເທດເພື່ອນມິດຍຸດ ທະສາດ. ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ມີຄຳເຫັນໂອ້ລົມ ເຊິ່ງ ສະຫາຍ ໄດ້ຕີລາຄາສູງຕໍ່ໝາກຜົນ ຂອງການປະຕິວັດ ໂດຍສະເພາະ ຜົນສໍາເລັດວຽກງານໃນຫລາຍ ດ້ານຂອງສອງກໍາລັງ ປກຊ-ປກສ ຍາດມາໄດ້, ພ້ອມທັງໄດ້ຍົກໃຫ້ ເຫັນສະພາບການຂອງໂລກ ແລະ ພາກພື້ນກໍຄືຢູ່ໃນປະເທດເຮົາໃນ ປັດຈຸບັນ ໂດຍອີງໃສ່ສະພາບການ ດັ່ງກ່າວ ແລະ ອີງໃສ່ຄວາມຮຽກ ຮ້ອງຕ້ອງການຂອງກອງທັບໃນ ໄລຍະໃໝ່ຮຽກຮ້ອງໃຫ້ສອງກຳລັງ ປກຊ-ປກສ ຈົ່ງສືບຕໍ່ຮັບປະກັນ ສະຖຽນລະພາບທາງດ້ານການ ເມືອງ, ເປັນຫລັກແຫລ່ງໃນການ ຈັດຕັ້ງປະຕິບັດວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບທົ່ວ ປວງຊົນຮອບດ້ານ, ຫັນເອົາກຳລັງ ລົງກໍ່ສ້າງຮາກຖານການເມືອງພັດ ທະນາຊົນນະບົດຮອບດ້ານຕິດພັນ ກັບວຽກງານ 3 ສ້າງຂອງພັກ, ເດັດ ດ່ຽວສະກັດກັ້ນທຸກກົນອຸບາຍຫັນ ປ່ຽນໂດຍສັນຕິຂອງອິດທິກຳລັງປໍ ລະປັກ, ທັບມ້າງໃຫ້ໄດ້ໜໍ່ແໜງທີ່ກໍ່ ໃຫ້ເກີດຄວາມບໍ່ສະຫງົບ ເພື່ອເຮັດ ໃຫ້ສະພາບພາຍໃນຂອບເຂດທົ່ວ ປະເທດ ມີຄວາມສະຫງົບທາງດ້ານ ການເມືອງ, ສັງຄົມມີຄວາມເປັນລະ ບຽບຮຽບຮ້ອຍດີ ແລະ ສືບຕໍ່ປະ ຕິບັດ 2 ວາລະແຫ່ງຊາດຂອງພັກ ແລະ ລັດຖະບານ ໃຫ້ເຂັ້ມງວດ, ພ້ອມກັນນີ້ ກໍຕ້ອງເອົາໃຈໃສ່ປັບປຸງ ແບບແຜນວິທີເຮັດວຽກ ຂອງສອງ ກຳລັງໃຫ້ສອດຄ່ອງ, ເປັນເຈົ້າການ ເຮັດວຽກງານສຶກສາອົບຮົມການ ເມືອງ-ນໍາພາແນວຄິດໃຫ້ພະນັກ ງານ-ນັກຮົບທັງສອງກໍາລັງມີຄຸນ ທາດການເມືອງໜັກແໜ້ນ, ມີຄຸນ ສົມບັດສິນທຳປະຕິວັດ, ສືບຕໍ່ປັບປຸງ ກໍ່ສ້າງກຳລັງທຸກເຫລົ່າຮົບໃຫ້ມີ ຄວາມເຂັ້ມແຂງແລະໜັກແໜ້ນເຮັດ ໃຫ້ສອງກຳລັງມີຄວາມຈົ່ງຮັກພັກ ດີຕໍ່ພັກ-ລັດ ກໍຄື ປະຊາຊົນລາວບັນ ດາເຜົ່າ ໃຫ້ຄວາມໄວ້ເນື້ອເຊື່ອໃຈ ຕະຫລອດມາ; ສຸມໃສ່ສ້າງພະລາທິ ການກັບທີ່ ເພື່ອຮັບປະກັນໃນການ ຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນ ເອງແລະສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ, ສືບຕໍ່ປະຕິບັດແນວທາງ ປ່ຽນແປງໃໝ່ຂອງພັກ, ປະຕິບັດ ໜ້າທີ່ການເມືອງຂອງຕົນໃຫ້ມີ ໝາກຜົນດີກວ່າເກົ່າ ເພື່ອນຳພາບັນ ດາກົມກອງທັງສອງກຳລັງກ້າວ ຂຶ້ນສ້າງທ່ວງທ່າໃໝ່ຢ່າງໜັກແໜ້ນ, ສ້າງ ແລະ ປັບປຸງກົມກອງໄປຕາມ ທິດສ້າງກົມກອງມີແບບແຜນທັນ ສະໄໝເທື່ອລະກ້າວ, ເຊີດຊູສະຕິລະ ວັງຕົວ ແລະ ມີສະຕິໃນການປົກ ປັກຮັກສາແນວທາງນະໂຍບາຍ ຂອງພັກ-ລັດ ປົກປັກຮັກສາໝາກ ຜົນຂອງການປະຕິວັດ, ປົກປັກຮັກ ສາລະບອບໃໝ່ປະຊາທິປະໄຕປະ ຊາຊົນໄວ້ໃຫ້ໝັ້ນຄົງ, ສົມທົບແໜ້ນ ລະຫວ່າງສອງກໍາລັງ ສະເໝີຕົ້ນ ສະເໝີປາຍໃນວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບກັບ ການສ້າງສາພັດທະນາເສດຖະກິດ- ສັງຄົມ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງຕົນ, ຕັ້ງໜ້າປັບປຸງກຳລັງໃນ ທຸກດ້ານໃຫ້ໜັກແໜ້ນ ເຂັ້ມແຂງ, ເອົາໃຈໃສ່ຕໍ່ການປັບປຸງລະບອບ ຄຸ້ມຄອງບັນຊາ, ປັບປຸງກຳລັງປະ ເພດຕ່າງໆ ໂດຍຖືເອົາຄຸນນະພາບ ເປັນຕົ້ນຕໍ່, ໃນນັ້ນຖືເອົາຄຸນນະພາບ ທາງດ້ານການເມືອງ-ແນວຄິດເປັນ ກົກ, ຖືເອົາຄວາມສາມາດດ້ານວິຊາ ສະເພາະຫົວຄິດປະດິດສ້າງ ແລະ ການຈັດຕັ້ງບັນຊາເປັນສິ່ງສຳຄັນມີ ແບບແຜນໃນການອົບຮົມ-ຫັດແອບ ທາງດ້ານສິລະປະຍຸດ-ຍຸດທະວິທີ, ລະດັບວິຊາສະເພາະໃຫ້ສູງຂຶ້ນປະ ກອບສ່ວນເຂົ້າໃນການຊ່ວຍເຫລືອ ກຳລັງທ້ອງຖິ່ນຢູ່ຂັ້ນຮາກຖານໃນ ການປັບປຸງລະບົບການຈັດຕັ້ງອົບ ຮົມ-ຫັດແອບວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ໃຫ້ ກວ້າງຂວາງ ເພື່ອເຮັດໃຫ້ເຂົາເຈົ້າ ສາມາດເຮັດລ້ອນໜ້າທີ່ໃນການປົກ ປັກຮັກສາທ້ອງຖິ່ນຂອງຕົນ, ປະ ຕິບັດແນວທາງການຕ່າງປະເທດ ແລະ ການຮ່ວມມືກັບປະເທດຂອງ ພັກຢ່າງແຂງແຮງຍາດແຍງເອົາ ການຊ່ວຍເຫລືອດ້ານຕ່າງໆຈາກ ປະເທດເພື່ອນມິດຍຸດທະສາດ ແລະ ສາກົນເພີ່ມທະວີການຮ່ວມມືຮອບ ດ້ານກັບກອງທັບເພື່ອນມິດຍຸດທະ ສາດເປັນຕົ້ນ ແມ່ນກອງທັບປະຊາ ຊົນ ຫວຽດນາມ ແລະ ກອງທັບ ປົດປ່ອຍປະຊາຊົນຈີນ ແລະ ການ ຮ່ວມມືກັບບັນດາປະເທດສັງຄົມນິ ຍົມອ້າຍນ້ອງ ກໍຄື ເພື່ອນມິດທີ່ກ້າວ ໜ້າໃຫ້ດີ ເພື່ອປັບປຸງກໍ່ສ້າງກໍາລັງ ປກຊ-ປກສ ໃຫ້ກ້າວໜ້າສູ່ຄຸນນະ ພາບໃໝ່ໃຫຍ່ຫລວງກວ່າເກົ່າ. ຂ່າວ: ອາຫວຸ້ນ ຍະທຳອິດ ໃນ ສປປ ລາວ ໃນເປັນ ຂີດໝາຍສຳຄັນທີ່ບໍລິສັດ ຈົ່ງຫລຸ້ນ ໂຊລາ ເລັ່ງການຂະຫຍາຍຕະຫລາດ ອອກໄປຕ່າງປະເທດ ທັງເປັນໝາກ ຜົນຂອງ “ການຮ່ວມມືລະຫວ່າງ ລັດຖະບານ-ວິສາຫະກິດ ແລະ ການ ຮ່ວມມືວິສາຫະກິດ-ວິສາຫະກິດ” ລະຫວ່າງ ຈີນ-ລາວ. ໃນການວາງແຜນ ແລະ ການກໍ່ ສ້າງໂຄງການ, ບໍລິສັດໄດ້ປະຕິບັດ ຕາມແນວຄວາມຄິດ “ການຜະລິດ ທີ່ມີຄວາມລະອຽດ ແລະ ມີຄວາມ ທັນສະໄໝ”, ດ້ວຍການນຳໃຊ້ອຸປະ ກອນ-ເຄື່ອງມື 11 ລາງຄູ່ທີ່ທັນສະ ໄໝທີ່ສຸດໃນຂະແໜງການອຸດສາ ຫະກຳນີ້, ພາຍໃນໂຮງງານໄດ້ຕິດ ຕັ້ງອຸປະກອນ-ເຄື່ອງມືອັດຕະໂນມັດ ຫລາຍກວ່າ 90%. ດ້ວຍການຂະ ຫຍາຍກຳລັງການຜະລິດເທື່ອລະ ກ້າວ, ພວກເຮົາຈະສາມາດສ້າງ ວຽກເຮັດງານທຳໃຫ້ປະຊາຊົນ ລາວເຖິງ1.200 ຕໍາແໜ່ງງານແລະ ປະກອບສ່ວນເຂົ້າໃນການຜະລິດ ອຸດສາຫະກຳຫລາຍກວ່າ 2,4 ຕື້ ໂດລາ, ກາຍເປັນເສົາຄ້ຳທີ່ສຳຄັນໃນ ການຊຸກຍູ້ການເຕີບໂຕການນຳເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ຢ່າງມີປະສິດທິຜົນ. ຈົ່ງຫລຸ້ນໂຊລາ ລາວ ຈະສືບຕໍ່ເຈາະເລິກຄວາມຕ້ອງ ການຂອງຕະຫລາດ, ນຳເອົານະວັດ ຕະກໍາເຕັກໂນໂລຊີ ເປັນເຄື່ອງຈັກ ທີ່ທັນສະໄໝ ແລະ ຄຸນນະພາບຂອງ ຜະລິດຕະພັນເປັນພື້ນຖານ ໃນການ ຜະລິດແຜງໂຊລາເຊວ ແລະ ອຸປະ ກອນປະກອບແຜງໂຊລາເຊວ ໃຫ້ ກາຍເປັນໜຶ່ງໃນສິນຄ້າສົ່ງອອກ ຂອງ ສປປ ລາວ ທີ່ມີເຕັກໂນໂລຊີ ຂັ້ນສູງ, ສ້າງມູນຄ່າເພີ່ມ ແລະ ມີ ຄວາມສາມາດໃນການແຂ່ງຂັນໃນ ຕະຫລາດຕ່າງປະເທດ ພາຍໃຕ້ຂໍ້ ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ. ຂ່າວ: ຈົ່ງຫລຸ້ນ ຕິຮູບ ເພື່ອສາມາດປະຕິບັດຕາມພາ ລະບົດບາດໄດ້ຢ່າງມີປະສິດທິຜົນ ສູງໃນທ່າມກາງສະພາບພູມສາດ ການເມືອງໃນໂລກພວມປ່ຽນແປງ ໄວ, ເພື່ອສາມາດແກ້ໄຂສິ່ງທ້າທາຍ ທີ່ເປັນໄພຂົ່ມຂູ່ຕໍ່ສັນຕິພາບ, ຄວາມ ໝັ້ນຄົງສາກົນ ແລະ ການພັດທະນາ ແບບຍືນຍົງ. ສປປ ລາວ ສືບຕໍ່ສະ ໜັບສະໜູນການແກ້ໄຂຂໍ້ຂັດແຍ່ງ ໃນໂລກດ້ວຍສັນຕິວິທີ ເຊິ່ງເປັນວິ ທີທາງພຽງໜຶ່ງດຽວ ເພື່ອຮັບປະ ກັນການຢູ່ຮ່ວມກັນໂດຍສັນຕິ ແລະ ປົກປັກຮັກສາສັນຕິພາບໃຫ້ຍືນ ຍາວ. ສປປ ລາວ ເຊື່ອໝັ້ນວ່າມາດ ຕະການບີບບັງຄັບຝ່າຍດຽວບໍ່ພຽງ ແຕ່ຂັດກັບຫລັກການຂອງກົດບັດ ສປຊ ແລະ ກົດໝາຍສາກົນເທົ່ານັ້ນ, ແຕ່ຍັງກໍ່ໃຫ້ເກີດຜົນກະທົບຢ່າງ ຮ້າຍແຮງຕໍ່ປະຊາຊົນຜູ້ບໍລິສຸດໃນ ທົ່ວໂລກ. ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບ ຍືນຍົງ ໄດ້ດໍາເນີນມາເຖິງໄລຍະ ກາງສະໄໝ, ແຕ່ຄວາມຄືບໜ້າໂດຍ ລວມແມ່ນຍັງຊັກຊ້າ. ສະນັ້ນ, ພວກ ເຮົາຕ້ອງສືບຕໍ່ຄວາມພະຍາຍາມ ຮ່ວມກັນ, ເຊິ່ງລວມທັງການນໍາໃຊ້ ຜົນສຳເລັດດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອເລັ່ງລັດການພັດ ທະນາແບບຍືນຍົງ ແລະ ປົກປັກຮັກ ສາສິ່ງແວດລ້ອມ. ເພື່ອບັນລຸເປົ້າ ໝາຍດັ່ງກ່າວ, ອົງການເຄືອຂ່າຍ ສປຊ ແລະ ສະຖາບັນການເງິນສາ ກົນຕ້ອງຮ່ວມກັນປະຕິບັດວຽກງານ ເພື່ອການພັດທະນາ ໃຫ້ກົມກຽວ ກັນຂຶ້ນກ່ວາເກົ່າ ເພື່ອສາມາດລະ ດົມທຶນຮອນ ແລະ ຊັບພະຍາກອນ ໃຫ້ພຽງພໍ ເພື່ອແກ້ໄຂສະພາບຄວາມ ຈໍາເປັນພິເສດດ້ານການພັດທະນາ. ສິ່ງດັ່ງກ່າວ ຈະບໍ່ສາມາດເຮັດສໍາ ເລັດໄດ້ຖ້າປາສະຈາກການມີສ່ວນ ຮ່ວມຂອງປະເທດກໍາລັງພັດທະນາ ໃນຂະບວນການຕັດສິນບັນຫາດ້ານ ເສດຖະກິດ ແລະ ການຄ້າສາກົນ, ລວມທັງການກໍານົດລະບຽບການ ແລະ ການຄຸ້ມຄອງໃຫ້ສອດຄ່ອງ ກັບສະພາບເສດຖະກິດສາກົນທີ່ມີ ການປ່ຽນແປງໄວ. ສໍາລັບ ສປປ ລາວ, ການບັນລຸ ເປົ້າໝາຍການພັດທະນາແບບຍືນ ຍົງ ແມ່ນຄວາມໝາຍໝັ້ນທາງການ ເມືອງໃນລະດັບປະເທດ, ເພາະ ນອກຈາກ 17 ເປົ້າໝາຍຂອງສາ ກົນແລ້ວ, ສປປ ລາວ ຍັງມີເປົ້າໝາຍ ທີ 18 “ເພື່ອຊີວິດທີ່ປອດໄພຈາກລະ ເບີດບໍ່ທັນແຕກ” ເປັນເປົ້າໝາຍ ແຫ່ງຊາດ. ບັນຫາລະເບີດບໍ່ທັນ ແຕກຕົກ ຍັງສືບຕໍ່ກີດຂວາງການພັດ ທະນາປະເທດ ແລະ ເປັນໄພຂົ່ມຂູ່ຕໍ່ຊີ ວິດຂອງປະຊາຊົນຜູ້ບໍລິສຸດ. ພວກ ຂ້າພະເຈົ້າ ຂໍຖືໂອກາດນີ້, ຮຽກຮ້ອງ ມາຍັງວົງຄະນາຍາດສາກົນ ເພື່ອ ສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນການແກ້ ໄຂບັນຫາດັ່ງກ່າວ ທີ່ຍັງແກ່ຍາວມາ ດົນ. ສປປ ລາວ ເປັນປະເທດໜຶ່ງ ທີ່ມີແຫລ່ງຊັບພະຍາກອນທໍາມະ ຊາດອັນອຸດົມສົມບູນ ແລະ ຄວາມ ຫລາກຫລາຍດ້ານຊີວະນາໆພັນ. ລັດຖະບານລາວ ໄດ້ສົ່ງເສີມການ ພັດທະນາ ແລະ ເຕີບໂຕສີຂຽວ, ເພີ່ມ ທະວີການນໍາໃຊ້ຊັບພະຍາກອນ ທໍາມະຊາດໃຫ້ມີຄວາມຍືນຍົງຍິ່ງ ຂຶ້ນ. ເຖິງແມ່ນວ່າ ສປປ ລາວ ຈະ ເປັນໜຶ່ງໃນບັນດາປະເທດທີ່ປ່ອຍ ມົນລະພິດໃນປະລິມານໜ້ອຍທີ່ສຸດ ໃນໂລກ, ແຕ່ໄດ້ຮັບຜົນກະທົບທີ່ຮ້າຍ ແຮງຈາກການປ່ຽນແປງຂອງສະ ພາບດິນຟ້າອາກາດຄືກັບຫລາຍປະ ເທດ, ພ້ອມທັງສືບຕໍ່ມີຄວາມໝາຍ ໝັ້ນຢ່າງແຮງກ້າ ໃນການປະຕິບັດ ພັນທະສາກົນ ເພື່ອຕ້ານການປ່ຽນ ແປງຂອງສະພາບດິນຟ້າອາກາດ. ສປປ ລາວ ຈຶ່ງຮຽກຮ້ອງໃຫ້ວົງຄະ ນາຍາດສາກົນ ປະຕິບັດຕາມຄຳ ໝາຍໝັ້ນໃນການສະໜອງທຶນ ເພື່ອ ແກ້ໄຂບັນຫາດັ່ງກ່າວໃນໂລກ. ປີນີ້ ແມ່ນຄົບຮອບ 56 ປີ ແຫ່ງ ການສ້າງຕັ້ງປະຊາຄົມບັນດາປະ ຊາຊາດ ໃນອາຊີຕາເວັນອອກສຽງ ໃຕ້(ອາຊຽນ). ອາຊຽນຊຶ່ງເປັນອົງ ການຈັດຕັ້ງລະຫວ່າງລັດຖະບານ ເພື່ອການຮ່ວມມືໃນພາກພື້ນທີ່ເວ ລາໃດ ກໍໄດ້ຢຶດໝັ້ນຕໍ່ການຮ່ວມມື ພາກພື້ນ ແລະ ການຮ່ວມມືຫລາຍ ຝ່າຍ, ທັງມີບົດບາດເປັນແກນກາງ ໃນການປົກປັກຮັກສາ ແລະ ສົ່ງເສີມ ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາ. ອາຊຽນ ມີຄວາມ ໝາຍໝັ້ນ ເພື່ອສືບຕໍ່ການສ້າງປະຊາ ຄົມ ໃຫ້ເຂັ້ມແຂງ ພ້ອມທັງສົ່ງເສີມ ຄວາມເປັນເອກກະພາບແລະຄວາມ ເປັນແກນກາງ ໃນການພົວພັນ ແລະ ຮ່ວມມືກັບບັນດາຄູ່ຮ່ວມມືພາຍ ນອກ ໂດຍຜ່ານບັນດາກົນໄກທີ່ອາ ຊຽນ ເປັນຜູ້ນຳພາ, ແນໃສ່ເພື່ອສ້າງ ສະພາບແວດອ້ອມຂ້າງທີ່ເອື້ອອຳ ນວຍໃຫ້ແກ່ສັນຕິພາບ, ສະຖຽນລະ ພາບ ແລະ ຄວາມຈະເລີນກ້າວໜ້າ ໃນພາກພື້ນ ແລະ ໃນໂລກ. ໃນປີ 2024 ສປປ ລາວ ຈະໄດ້ ຮັບກຽດ ຈະເຮັດໜ້າທີ່ ເປັນປະທານ ອາຊຽນ ໂດຍພາຍໃຕ້ຄຳຂວັນເພີ່ມ ທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ໃຫ້ແກ່ອາຊຽນ. ສປປ ລາວ ຈະສືບຕໍ່ເສີມຂະຫຍາຍບັນດາ ຜົນສຳເລັດຂອງ ອາຊຽນ ເພື່ອສືບ ຕໍ່ສ້າງປະຊາຄົມ ອາຊຽນ ໃຫ້ເຂັ້ມ ແຂງ ແລະ ເຮັດແໜ້ນການພົວພັນ ກັບພາຍນອກ, ແນໃສ່ເຮັດໃຫ້ພາກ ພື້ນນີ້ມີສັນຕິພາບ, ມີຄວາມຜາສຸກ, ມີການເຊື່ອມຈອດ ແລະ ເຂັ້ມແຂງ ຂຶ້ນກວ່າເກົ່າ. ຂ່າວ-ພາບ: ກຕທ ຈຸດປະສົງຂອງກອງປະຊຸມ ເພື່ອ ທົບທວນຄວາມຄືບໜ້າການຈັດຕັ້ງ ປະຕິບັດແຜນດຳເນີນງານອາ ດິສ ອາເບບາ(AddisAbabaAction Agenda-AAAA) ແລະ ລະດົມ ການສະໜັບສະໜູນ ຈາກການນຳ ຂັ້ນສູງຂອງທຸກພາກສ່ວນກ່ຽວ ຂ້ອງຮັບປະກັນໃຫ້ການສະໜອງທຶນ ເຂົ້າໃນການພັດທະນາແບບຍືນຍົງ ທີ່ສ້າງຂຶ້ນພາຍໃຕ້ຄຳໝັ້ນສັນຍາ ໃໝ່, ເພື່ອເພີ່ມທະວີການດຳເນີນ ງານໃຫ້ບັນລຸເປົ້າໝາຍການພັດທະ ນາຍືນຍົງ ໃນສະພາບທີ່ໂລກປັດຈຸ ບັນມີສິ່ງທ້າທາຍຫລາຍຢ່າງ ເຊິ່ງ ຕ້ອງການທຶນປະມານປີລະ 500 ຕື້ໂດລາສະຫະລັດ, ເພື່ອບັນລຸໄດ້ ຕາມຄາດໝາຍນີ້ ຕ້ອງມີນະໂຍບາຍ ເໝາະສົມສຳລັບການສະໜອງທຶນ ໄລຍະຍາວ ແລະ ສອດຄ່ອງກັບແຜນ ດຳເນີນງານ ອາດິສອາເບບາ ໂດຍ ຕ້ອງປະຕິຮູບສະຖາປັດຕະຍາກຳ ດ້ານການເງິນສາກົນ ທີ່ປັດຈຸບັນ ຍັງບໍ່ສາມາດຕອບສະໜອງໄດ້ຕາມ ຄວາມຕ້ອງການຂອງທຸກປະເທດ ແລະ ຍັງສ້າງຄວາມບໍ່ສະເໝີພາບ ໃນສັງຄົມຫລາຍຂຶ້ນ. ກອງປະຊຸມ, ໄດ້ປຶກສາຫາລື 4 ຫົວຂໍ້ໃຫຍ່ ເພື່ອຄົ້ນຄວ້າວິທີການ ປະຕິຮູບສະຖາປັດຕະຍາກຳດ້ານ ການເງິນສາກົນແລະ ເປີດຊ່ອງທາງ ການລົງທຶນ ເຂົ້າໃນເປົ້າໝາຍການ ພັດທະນາແບບຍືນຍົງຄື:ການຊຸກ ຍູ້ຄວາມຍືນຍົງໜີ້ສິນ ແລະ ເສີມ ສ້າງດ້ານການເງິນໂລກທີ່ປອດໄພ; ການສົ່ງເສີມການຮ່ວມມືອາກອນ ສາກົນໃຫ້ມີປະສິດທິພາບ ແລະ ທົ່ວເຖິງແລະການລະດົມທຶນພາຍ ໃນ; ການຮ່ວມມືຮູບແບບໃໝ່ທີ່ສ້າງ ສັນ ເພື່ອຂົນຂວາຍທຶນຈາກເອກະ ຊົນ ສໍາລັບເປົ້າໝາຍການພັດທະນາ ແບບຍືນຍົງ; ການເພີ່ມທະວີຄວາມ ອາດສາມາດ ແລະ ການເຂົ້າເຖິງ ການສະໜອງທຶນພາກລັດສາກົນ ເພື່ອການພັດທະນາແບບຍືນຍົງ ແລະ ການຮັບປະກັນປະສິດທິພາບ. ກອງປະຊຸມໄດ້ຮຽກຮ້ອງໃຫ້ມີການ ຂຸດຄົ້ນແຫລ່ງທຶນໃໝ່ໆ ລວມທັງ ການສ້າງນະໂຍບາຍ ແລະ ຍຸດທະ ສາດທີ່ສອດຄ່ອງກັບກະແສເປົ້າ ໝາຍການພັດທະນາແບບຍືນຍົງ, ເພີ່ມທະວີການປ່ອຍກູ້ຈາກບັນດາ ສະຖາບັນການເງິນຫລາຍຝ່າຍ, ຍົກສູງບົດບາດ ແລະ ຄວາມສຳຄັນ ຂອງທະນາຄານພັດທະນາຂອງ ພາກລັດລວມທັງຂົນຂວາຍທຶນຈາກ ພາກເອກະຊົນເພີ່ມຂຶ້ນ, ເພື່ອອັດ ຊ່ອງຫວ່າງການຂາດແຄນທຶນ, ບັນດາປະເທດ ແລະ ຜູ້ໃຫ້ທຶນໄດ້ ແຈ້ງຄຳໝັ້ນສັນຍາ ແລະ ຂໍ້ລິເລີ່ມ ໃໝ່ ເພື່ອສາມາດເລັ່ງການຈັດຕັ້ງປະ ຕິບັດວາລະປີ 2030 ໃຫ້ບັນລຸຜົນ. ໂອກາດນີ້, ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະ ຊວງການເງິນ ໄດ້ມີຄໍາເຫັນໃນກອງ ປະຊຸມກ່ຽວກັບ ຄວາມສໍາຄັນຂອງ ອາກອນທີ່ເປັນແຫລ່ງທຶນພາຍໃນ ຕົ້ນຕໍ ຂອງການພັດທະນາເສດຖະ ກິດ-ສັງຄົມໃຫ້ຮູ້ບົດຮຽນຂອງສປປ ລາວ ທີ່ໄດ້ປັບປຸງການຄຸ້ມຄອງ ລາຍຮັບເຊັ່ນ: ການສ້າງ ແລະ ປັບ ປຸງບັນດານິຕິກຳອາກອນ, ການນຳ ໃຊ້ລະບົບຂໍ້ມູນລາຍຮັບອາກອນ (TaxRIS), ການປັບປຸງການຄຸ້ມ ຄອງບໍລິຫານອາກອນ; ສ່ວນການ ຮ່ວມມືອາກອນສາກົນ ສປປ ລາວ ໄດ້ປະຕິບັດນະໂຍບາຍດ້ານອາກອນ ເພື່ອດຶງດູດການລົງທຶນໂດຍກົງ ຈາກຕ່າງປະເທດ, ຮ່ວມມືກັບຫລາຍ ປະເທດເຊັນສັນຍາອາກອນຊ້ຳ ຊ້ອນ ໄດ້ສະເໜີອົງການເສດຖະກິດ ການຮ່ວມມື ແລະ ການພັດທະ ນາ(OECD), ສະຫະປະຊາຊາດ (UN) ເລັ່ງເຮັດວຽກຮ່ວມກັບປະ ຊາຄົມສາກົນ ແລະ ບັນດາປະເທດ ກໍາລັງພັດທະນາ ຄົ້ນຄວ້າປັບປຸງລະ ບຽບການອາກອນສາກົນ ອັດຊ່ອງ ຫວ່າງການຫລີກເວັ້ນການປະຕິບັດ ພັນທະອາກອນ ເພື່ອສ້າງເງື່ອນໄຂ ໃຫ້ປະເທດກຳລັງພັດທະນາມີລາຍ ຮັບຈາກອາກອນຫລາຍຂຶ້ນ. ຊົນ ລາວ-ຈີນ ເມື່ອບໍ່ດົນນີ້ວ່າ: ນັບ ແຕ່ເດືອນມັງກອນ ຮອດວັນທີ 17 ກັນຍາ 2023 ນີ້, ລົດໄຟ ລາວ- ຈີນ ສາມາດຂົນສົ່ງສິນຄ້າບັນລຸ 3.101.400 ໂຕນ. ໃນນັ້ນ, ສິນຄ້າ ຕົ້ນຕໍ ປະກອບມີ: ໝາກໄມ້, ແປ້ງມັນ ຕົ້ນ, ເຂົ້າບາເລ, ຢາງພາລາ, ເບຍ, ແຮ່ເຫລັກ, ຫີນຢົກ ແລະ ປຸ໋ຍເຄມີ; ສິນຄ້າທີ່ສົ່ງຈາກ ສປ ຈີນ ມາ ສປປ ລາວ ມີ 344.700 ໂຕນ ແລະ ສິນຄ້າທີ່ສົ່ງຈາກລາວ ໄປຈີນ 2.752.200 ລ້ານໂຕນ. ການຂົນສົ່ງສິນຄ້າ ນັບແຕ່ມື້ ເປີດດຳເນີນການ ມາຮອດວັນທີ 17 ກັນຍາ 2023 ນີ້, ສາມາດສົ່ງອອກ ສິນຄ້າໄດ້ 5.381.900 ໂຕນ, ສະ ເລ່ຍ 8,229ໂຕນ/ມື້ ແລະ ຂົນສົ່ງ ສິນຄ້າໄດ້ສູງສຸດ 15,250 ໂຕນ/ ມື້. ປະເພດສິນຄ້າຕົ້ນຕໍປະກອບມີ: ໝາກໄມ້, ແປ້ງມັນຕົ້ນ, ເຂົ້າບາເລ, ຢາງພາລາ, ເບຍ, ແຮ່ເຫລັກ, ແຮ່ ເຫລັກເຂັ້ມຂຸ້ນ ແລະ ປຸ໋ຍເຄມີ, ສິນຄ້າ ທີ່ສົ່ງຈາກຈີນມາລາວ 770.900 ໂຕນ ແລະ ສິນຄ້າທີ່ສົ່ງຈາກລາວ ໄປຈີນ 4.560.800 ໂຕນ. ທ່ານ ອານົງເດດ ເພັດໄກສອນ ໃຫ້ຮູ້ອີກວ່າ: ສຳລັບການຂົນສົ່ງ ຜູ້ໂດຍສານ ນັບແຕ່ມື້ເປີດດຳເນີນ ການທາງລົດໄຟ ມາຮອດ ວັນທີ 17 ກັນຍາ 2023 ໄດ້ຂົນສົ່ງຜູ້ໂດຍສານ ໄດ້ທັງໝົດ 3.197.600 ຄົນ, ສະເລ່ຍ 4.889 ຄົນ/ມື້ ແລະ ສະຖິ ຕິສູງສຸດ 10.197ຄົນ/ມື້. ສະເພາະ ປີ 2023 ມາຮອດວັນທີ 17 ກັນຍາ ຂົນສົ່ງຜູ້ໂດຍສານໄດ້ 1.759.900 ເທື່ອຄົນ, ທຽບໃສ່ໄລຍະດຽວກັນ ຂອງປີ 2022 ເພີ່ມຂຶ້ນ 103,7%, ຂົນສົ່ງໂດຍສານສະເລ່ຍ 6.768 ຄົນ/ມື້. ສຳລັບ ຜູ້ໂດຍສານຂ້າມແດນ, ນັບແຕ່ໄດ້ເປີດດຳເນີນການຂະບວນ ລົດໄຟຂ້າມແດນ ໃນວັນທີ13 ເມສາ ເປັນຕົ້ນມາ ຂົນສົ່ງຜູ້ໂດຍສານ ບັນລຸໄດ້ 61.698 ຄົນ. ໃນນັ້ນ, ຈຳນວນຜູ້ໂດຍສານເດີນທາງອອກ ນອກປະເທດ 31.781 ຄົນ, ສະເລ່ຍ 201 ຄົນ/ມື້ ແລະ ຜູ້ໂດຍສານທີ່ເດີນ ທາງເຂົ້າມາລາວ 29.917 ຄົນ, ສະເລ່ຍ 190 ຄົນ/ມື້. ຂ່າວ: ທະນູທອງ

RkJQdWJsaXNoZXIy MTc3MTYxMQ==