gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 26/09/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** m6 f]k;1h P,1k, c]t g0Q kve]kdkooe c0;'Ij k8y j '{gs'tvko c]t mtskog0f 4 ຂປລ. ໃນລະຫວ່າງວັນທີ 1416 ກັນຍາ 2023 ຜ່ານມາ, ສະ ຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກ ຄະລັດຖະທູດ ວິສາມັນຜູ້ມີອຳນາດ ເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ ເດີນທາງໄປຢ້ຽມຢາມ ແລະ ອຳລາ ການນໍາແຂວງຮ່າຕິ່ງ, ແຂວງ ເຫງະ ອານ ແລະ ທະຫານເຂດ 4 ໃນໂອ ກາດຂະສຳເລັດການປະຕິບັດໜ້າ ທີ່ການທູດຢູ່ ສສ ຫວຽດນາມ. ວັນທີ 15 ກັນຍາ 2023, ສະ ຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ເຂົ້າ ຢ້ຽມອຳລາ ສະຫາຍ ຫວໍຈ້ອງ ຫາຍ ຮອງເລຂາພັກແຂວງ, ປະທານ ຄະນະກໍາມະການປະຊາຊົນແຂວງ ຮ່າຕິ່ງ (ເຈົ້າແຂວງ). ໂອກາດນີ້, ສະຫາຍເຈົ້າແຂວງກໍໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ສະແດງ ຄວາມຊົມເຊີຍຕໍ່ຜົນສຳເລັດທີ່ຍາດ ມາໄດ້ໃນໄລຍະປະຕິບັດໜ້າທີ່ການ ທູດຢູ່ສສ ຫວຽດນາມ ຂອງສະຫາຍ ແສງເພັດ ຮຸ່ງບຸນຍວງ. ພ້ອມນີ້, ສະຫາຍຍັງໄດ້ລາຍງານໂດຍຫຍໍ້ ກ່ຽວກັບສະພາບເສດຖະກິດສັງຄົມ ແລະ ການພັດທະນາຂອງແຂວງ ໃນໄລຍະ 9 ເດືອນຜ່ານມາ, ຍົກໃຫ້ ເຫັນສະພາບການລົງທຶນແລະ ການ ຮ່ວມມືກັບສາກົນ ໂດຍສະເພາະ ແມ່ນການຮ່ວມມືສອງຝ່າຍລະ ຫວ່າງ ຫວຽດນາມ-ລາວ ໂດຍສະ ເພາະແມ່ນແຂວງຮ່າຕິ່ງ ກັບບັນດາ ແຂວງຂອງລາວຄື: ແຂວງບໍລິ ຄຳໄຊ, ຄຳມ່ວນ ແລະ ແຂວງສະ ຫວັນນະເຂດ ໂດຍສະເພາະແມ່ນ ການປະກອບສ່ວນພັດທະນາພື້ນ ຖານໂຄງລ່າງ, ການສ້າງຊັບພະຍາ ກອນມະນຸດໃຫ້ແກ່ທ້ອງຖິ່ນຂອງ ລາວ, ປັດຈຸບັນແຂວງຮ່າຕິ່ງ ໄດ້ໃຫ້ ທຶນຊ່ວຍເຫລືອການສຶກສາຂອງ ລາວ500ທຶນ, ໃນນັ້ນຍັງມີທຶນສ່ວນ ຕົວອີກ 300 ທຶນທີ່ມາສຶກສາຢູ່ ແຂວງຮ່າຕິ່ງ. ຕອນບ່າຍໃນວັນດຽວກັນ, ສະ ຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ເຂົ້າ ຢ້ຽມອໍາລາ ສະຫາຍ ຫງວຽນ ດືກ ຈູງ ຮອງເລຂາພັກແຂວງ,ປະທານ ຄະນະກໍາມະການປະຊາຊົນແຂວງ ເຫງະອານ (ເຈົ້າແຂວງ). ສະຫາຍ ເຈົ້າແຂວງ ກໍໄດ້ສະແດງຄວາມຊົມ ເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດ ທີ່ຍາດມາໄດ້ໃນໄລຍະປະຕິບັດໜ້າ ທີ່ຢູ່ ສສ ຫວຽດນາມ ຂອງສະຫາຍ ແສງເພັດ ຮຸ່ງບຸນຍວງ. ພ້ອມນີ້, ສະ ຫາຍ ຍັງໄດ້ແຈ້ງສະພາບການພົວ ພັນກັບບັນດາແຂວງທ້ອງຖິ່ນຂອງ ລາວ ໂດຍສະເພາະການຮ່ວມມືດ້ານ ກຳລັງປະກອບອາວຸດຕາມຊາຍ ແດນນັບມື້ດີຂຶ້ນ,ສະພາບການຄ້າລະ ຫວ່າງຊາຍແດນກໍພັດທະນາຂຶ້ນ ເລື້ອຍໆ, ໃນປີ 2022 ລາຍຮັບການ ນຳເຂົ້າສິນຄ້າຂອງແຂວງເຫງະ ອານ ກັບບັນດາແຂວງທ້ອງຖິ່ນ ຂອງລາວ ບັນລຸໄດ້ 61 ລ້ານໂດລາ ສະຫະລັດ. ສະເພາະໃນ 8 ເດືອນ ຕົ້ນປີບັນລຸໄດ້ 67 ລ້ານໂດລາ, ວຽກ ງານການສຶກສາໃນປີ2022 ແຂວງ ເຫງະອານ ໄດ້ໃຫ້ທຶນການສຶກສາ ບັນດາແຂວງຂອງ ລາວຈຳນວນ 222ຄົນ. ນອກນີ້,ແຂວງເຫງະອານ ເປັນແຂວງທີ່ມີຊາຍແດນຕິດກັບ ລາວ ຍາວທີ່ສຸດຂອງ ຫວຽດນາມ ຄື 468 ກິໂລແມັດ, ໃນນັ້ນ ມີຊາຍ ແດນ ແລະ ການຮ່ວມມືພິເສດກັບ 3 ແຂວງຂອງລາວຄື: ແຂວງຫົວພັນ, ຊຽງຂວາງ ແລະ ແຂວງບໍລິຄຳໄຊ. ນອກຈາກນັ້ນ, ຍັງມີການຮ່ວມມື ກັບ 5 ແຂວງຄື: ແຂວງວຽງຈັນ, ຄຳມ່ວນ, ສະຫວັນນະເຂດ, ໄຊສົມ ບູນ ແລະ ນະຄອນຫລວງວຽງຈັນ. ຈາກນັ້ນ, ສະຫາຍເອກອັກຄະ ລັດຖະທູດ ພ້ອມຄະນະຍັງໄດ້ເຂົ້າ ຢ້ຽມອຳລາ ສະຫາຍ ເລ ຫົງ ເຍີນ ຮອງຜູ້ບັນຊາການທະຫານເຂດ 4 ໂດຍສະຫາຍຮອງຜູ້ບັນຊາການ ທະຫານເຂດ 4 ໄດ້ສະແດງຄວາມ ຍິນດີຕ້ອນຮັບ, ພ້ອມທັງຕີລາຄາສູງ ການປະຕິບັດໜ້າທີ່ການທູດຢູ່ ສສ ຫວຽດນາມ ຂອງສະຫາຍ ແສງເພັດ ຮຸ່ງບຸນຍວງ ຊຶ່ງໄລຍະຜ່ານມາສະ ຫາຍໄດ້ມີຄວາມພະຍາຍາມ ແລະ ເປັນສ່ວນໜຶ່ງໃນການປະກອບສ່ວນ ອັນສຳຄັນເຂົ້າໃນການເພີ່ມພູນຄູນ ສ້າງສາຍພົວພັນມິດຕະພາບລະ ຫວ່າງລາວ ແລະ ຫວຽດນາມ ໂດຍ ສະເພາະ ລະຫວ່າງກອງທັບ. ພິເສດ ແມ່ນລະຫວ່າງກອງບັນຊາການທະ ຫານເຂດ 4 ກັບກອງບັນຊາການ ທະຫານຂອງບັນດາແຂວງ ຂອງ ລາວແລະປະຊາຊົນບັນດາເຜົ່າຂອງ ລາວໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ. ໃນໂອກາດການເຂົ້າພົບການ ນໍາແຂວງຮ່າຕິ່ງ, ແຂວງເຫງະອານ ແລະ ທະຫານເຂດ 4, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນ ຖ່ານສະຫາຍອ້າຍນ້ອງໃນ ຄອບຄົວດຽວກັນ ຂອງແຂວງຮ່າ ຕິ່ງ, ແຂວງເຫງະອານແລະທະຫານ ເຂດ 4, ພ້ອມທັງສະແດງຄວາມ ຂອບໃຈຢ່າງສູງຕໍ່ການນຳພັກ-ລັດ ແລະ ປະຊາຊົນຫວຽດນາມ ກໍຄື ອົງ ຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງຮ່າຕິ່ງ, ແຂວງ ເຫງະອານ, ບັນດາກົມກອງທີ່ກ່ຽວ ຂ້ອງຂອງທະຫານເຂດ 4 ທີ່ໄດ້ໃຫ້ ສະໜັບສະໜູນ, ຊ່ວຍເຫລືອ ແລະ ອຳນວຍຄວາມສະດວກໃຫ້ແກ່ການ ປະຕິບັດໜ້າທີ່ ດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສປປ ລາວ ປະ ຈໍາ ສສ ຫວຽດນາມ ທີ່ພັກ, ລັດ ແລະ ປະຊາຊົນລາວ ມອບໝາຍໃຫ້ຈົນ ປະສົບຜົນສຳເລັດຢ່າງຈົບງາມ. ນອກຈາກນີ້, ສະຫາຍ ກໍສະແດງ ຄວາມຂອບໃຈຢ່າງຈິງໃຈມາຍັງ ແຂວງຮ່າຕິ່ງແລະແຂວງເຫງະອານ ທີ່ໄດ້ໃຫ້ການຊຸກຍູ້ຊ່ວຍເຫລືອບັນ ດາແຂວງທ້ອງຖິ່ນຂອງລາວ ໃນ ໄລຍະຜ່ານມາ ໂດຍສະເພາະການ ສ້າງພື້ນຖານໂຄງລ່າງ, ການໃຫ້ທຶນ ການສ້າງຊັບພະຍາກອນມະນຸດ, ການສຶກສາໃຫ້ແກ່ບັນດາແຂວງ ທ້ອງຖິ່ນຂອງລາວ. ພ້ອມນີ້,ກໍໄດ້ສະ ແດງຄວາມຂອບໃຈ ແລະ ຕີລາຄາ ສູງຕໍ່ການຊ່ວຍເຫລືອ ແລະ ການປະ ກອບສ່ວນສຳຄັນຂອງທະຫານເຂດ 4 ໃນການຊ່ວຍສ້າງເຮັດວຽກງານ ທຳໃຫ້ແກ່ປະຊາຊົນຢູ່ເຂດຫາງໄກ ສອກຫລີກ, ເຮັດໃຫ້ເຂົາເຈົ້າມີອາຊີບ ແລະ ລາຍຮັບທີ່ໝັ້ນຄົງ, ປະກອບ ສ່ວນສຳຄັນເຂົ້າໃນການວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ຢູ່ ສປປ ລາວ ໂດຍສະເພາະ ຢູ່ບັນດາແຂວງທ້ອງຖິ່ນຂອງລາວ ທີ່ມີການລົງທຶນໂດຍກົງຂອງທະ ຫານ ເຂດ 4, ຊ່ວຍເຫລືອກໍ່ສ້າງ ນາຍທະຫານ ກໍຄືກ້ອນກຳລັງຢູ່ບັນ ດາກອງບັນຊາແຂວງ, ກອງພົນທີ 1 ແລະ 4 ຂອງລາວ ໃຫ້ນັບມື້ມີຄວາມ ເຂັ້ມແຂວງ. ໃນໂອກາດນີ້, ສະຫາຍເອກອັກ ຄະລັດຖະທູດ ຍັງໄດ້ຢືນຢັນວ່າ: ຕົນ ເຖິງວ່າຈະສຳເລັດໜ້າທີ່ການທູດຢູ່ ສສ ຫວຽດນາມ ແລະ ກັບຄືນປະ ເທດຈະຢູ່ໃນຕຳແໜ່ງຫລືສະຖານະ ໃດກໍຕາມ ແຕ່ຈະສືບຕໍ່ເປັນຂົວຕໍ່ປະ ກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ, ສອງ ກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍສະເພາະ ແມ່ນແຂວງຮ່າຕິ່ງ, ແຂວງເຫງະ ອານກໍຄືທະຫານເຂດ4ແລະບັນດາ ແຂວງແຮກສ່ຽວ, ກອງບັນຊາການ ບັນດາແຂວງ ຂອງ ສປປ ລາວ ໃຫ້ ນັບມື້ແໜ້ນແຟ້ນຍິ່ງໆຂື້ນ. ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ ສສ ຫວຽດນາມ ຂປລ. ໂຮງຮຽນປະຖົມສົມບູນ ບ້ານບວມອໍ້ ເມືອງຊຽງເງິນ, ແຂວງ ຫລວງພະບາງ ແມ່ນໂຮງຮຽນ ທີ່ ໄດ້ຫຍັບຍ້າຍອອກຈາກໂຄງການກໍ່ ສ້າງທາງລົດໄຟລາວ-ຈີນມາຢູ່ບ່ອນ ໃໝ່ ເຊິ່ງບໍລິສັດທາງລົດໄຟ ລາວຈີນ ໄດ້ປຸກອາຄານຫລັງໃໝ່ 2 ຫລັງ, ພ້ອມທັງສະໜອງສິ່ງອຳນວຍ ຄວາມສະດວກຕ່າງໆ ໃຫ້ຄົບຊຸດ. ທ່ານບຸນຖັນຜູ້ອໍານວຍການໂຮງ 3I'IPoxt4q ,lq ,[6 o[h ko[;,v= wfh Ia [7;k,ltf;d fh kodkoIPos]kp1j k' h ຮຽນປະຖົມບ້ານບວມອໍ້ ໃຫ້ສໍາພາດ ຕໍ່ສື່ມວນຊົນ ລາວ-ຈີນ ໃນວັນທີ 20 ກັນຍາ 2023 ນີ້ວ່າ: ໂຮງຮຽນປະ ຖົມສົມບູນບ້ານບວມອໍ້ ຫລັງໃໝ່ ຫຍັບຍ້າຍຈາກໂຮງຮຽນຫລັງເກົ່າ ຫ່າງກັນປະມານ 1 ກິໂລແມັດ, ປະ ກອບມີຫ້ອງຮຽນ ແລະ ຫ້ອງການ ລວມທັງໝົດ 8 ຫ້ອງ ໂດຍບໍລິສັດ ທາງລົດໄຟ ລາວ-ຈີນໄດ້ສະໜອງ ໂຕະ, ຕັ່ງ, ກະດານ, ລະບົບໄຟຟ້າ ແລະ ຫ້ອງນໍ້າຄົບຊຸດ,ໄດ້ເລີ່ມເປີດ ການຮຽນ-ການສອນ ນັບແຕ່ເດືອນ ພະຈິກ2021ເປັນຕົ້ນມາ. ໂຮງຮຽນ ດັ່ງກ່າວ, ມີຄູສອນ ທັງໝົດ 3 ຄົນ, ມີນັກຮຽນຊັ້ນອະນຸບານ ແລະ ປະ ຖົມສຶກສາທັງໝົດ 45 ຄົນ. ທ່ານບຸນຖັນກ່າວອີກວ່າ:ນັບແຕ່ ຍ້າຍມາຢູ່ໂຮງຮຽນຫລັງໃໝ່ເຫັນ ວ່າ ການຮຽນ-ການສອນຢູ່ພາຍໃນ ໂຮງຮຽນ ມີຄວາມສະດວກສະບາຍ ຫລາຍຂຶ້ນ ຍ້ອນມີອາຄານທີ່ແໜ້ນ ໜາຖາວອນ, ທັງມີຄວາມສະອາດ ງາມຕາ ເຊິ່ງແຕກຕ່າງກັນຫລາຍ ກັບໂຮງຮຽນຫລັງເກົ່າ ທີ່ເປັນໂຮງ ຮຽນເຄິ່ງຖາວອນທີ່ຊຸດໂຊມເກົ່າແກ່ ແລະ ຍັງຂາດສິ່ງອໍານວຍຄວາມ ສະດວກຫລາຍຢ່າງ. ພ້ອມນີ້, ນັກ ຮຽນ ຍັງມີຄວາມກະຕືລືລົ້ນຫລາຍ ໃນການມາໂຮງຮຽນ ເຊິ່ງໄດ້ປະ ກອບສ່ວນ ເຮັດໃຫ້ອັດຕາການຂາດ ຮຽນຂອງນັກຮຽນຫລຸດລົງ. ຂ່າວ: ທະນູທອງ,ພາບ: ສຸກສະຫວັນ ສະແດງສິລະປະ... ເຊັນສັນຍາ ພັດທະນາ... ໄຂຄຳພິທູນ ຮອງນາຍົກລັດຖະມົນ ຕີ, ມີລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ, ຊາວຈີນ ອາ ໄສຢູ່ລາວ, ນັກຮຽນ-ນັກສຶກສາ, ພ້ອມມວນຊົນ ພາຍໃນນະຄອນ ຫລວງວຽງຈັນ ເຂົ້າຮ່ວມ. ທ່ານນາງ ຫລີຢີ່ຜິງ ຫົວໜ້າສູນ ວັດທະນະທຳຈີນ ປະຈຳ ສປປ ລາວ ກ່າວວ່າ: ງານສະແດງສິລະປະໃນ ຄັ້ງນີ້, ໄດ້ເຊີນສິລະປິນ ຈາກຄະນະ ຮ້ອງປະສານສຽງຂອງໂຮງລະ ຄອນເສິນເຈີ້ນ ເຊິ່ງບົດເພງທີ່ນໍາ ມາສະແດງຄັ້ງນີ້ ໄດ້ຄັດເລືອກເອົາ ຜົນງານຮ້ອງເພງປະສານສຽງທີ່ ດີທີ່ສຸດຂອງຈີນ ໃນສະຕະວັດທີ່ ຜ່ານມາ ແລະ ຜົນງານເພງປະສານ ສຽງທີ່ຕາງໜ້າໃຫ້ກັບປະເທດຈີນ, ນອກນີ້ຍັງໄດ້ຄັດເລືອກຜົນງານ ດູດນັກທ່ອງທ່ຽວທັງພາຍໃນ, ອະ ນຸພາກພື້ນ ແລະ ສາກົນຕິດພັນກັບ ການອະນຸລັກທຳມະຊາດ ແລະ ເອກະລັກວັດທະນະທຳທ້ອງຖິ່ນ, ຊຸກຍູ້ສົ່ງເສີມອາຊີບ ແລະ ການມີ ສ່ວນຮ່ວມຂອງປະຊາຊົນທ້ອງຖິ່ນ ເປົ້າໝາຍ, ຍົກລະດັບແຫລ່ງທ່ອງ ທ່ຽວ ພາຍໃນຕາດເລາະ-ຕາດຮັງ ໃຫ້ກາຍເປັນແຫລ່ງທ່ອງທ່ຽວທີ່ສາ ມາດບໍລິການນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ມໍ່ໆນີ້. ພິທີເຊັນສັນຍາເຊົ່າ-ສຳປະທານ ການຮ້ອງເພງແບບຄລາສສິກຕາ ເວັນຕົກ ແລະ ໂອເປຣາສະໄໝ Renaissance ແລະ ຍັງໄດ້ຊົມບົດ ເພງຍອດນິຍົມ, ຜົນງານຊໍເອີ້ຫູ,ບົດ ເພງ ລາວຄລາສສິກ “ຈໍາປາເມືອງ ລາວ” ຮ້ອງໂດຍນາງ ອານຸສອນ ໄພຍະສິດ ນັກຮ້ອງທີ່ມີຊື່ສຽງຈາກ ກອງສິລະປະກອນແຫ່ງຊາດລາວ ແລະ ນາງ ຟ້ານຢວນຢວນນັກຮ້ອງ ທີ່ມີຊື່ສຽງ ຈາກນະຄອນເສິນເຈິ້ນ ສປ ຈີນ, ບົດເພງຮ້ອງປະສານສຽງ “ດວງຈັນທີ່ສ່ອງສະຫວ່າງມີມາ ແຕ່ຍາມໃດ” ທີ່ເປັນເພງຫລັກຂອງ ກິດຈະກໍາຄັ້ງນີ້ທີ່ຮ້ອງໂດຍນັກຮຽນ ຈາກໂຮງຮຽນລຽວໂຕ ແລະ ນັກສິ ລະປິນຈີນ. ບຸນໄຫວ້ພະຈັນແມ່ນບຸນປະເພນີ ທີ່ສໍາຄັນຂອງຊົນຊາດຈີນ, ເຊິ່ງມີ ເລື່ອງລາວເລົ່າຂານທີ່ເກົ່າແກ່ ແລະ ນິທານທີ່ໜ້າປະທັບໃຈ, ເຕັມໄປ ດ້ວຍວິໄສທັດຂອງຜູ້ຄົນຕໍ່ຄວາມ ສາມັກຄີປອງດອງ ແລະ ການສະ ແຫວງຫາຊີວິດທີ່ດີງາມ. “ຊ່ວງ ເວລາດວງຈັນທີ່ໜ້າຈົດຈຳ-ບຸນ ໄຫວ້ພະຈັນ” ແມ່ນໜຶ່ງໃນສາມໂຄງ ການໃຫຍ່ທີ່ສໍາຄັນທີ່ສຸດ ໃນການ ແລກປ່ຽນວັດທະນະທໍາ ແລະ ການ ໂຄສະນາຂອງກະຊວງວັດທະນະ ທໍາ ແລະ ທ່ອງທ່ຽວ ແຫ່ງ ສປ ຈີນ, ໃນປີ 2016 ໄດ້ລິເລີ່ມຈັດກິດຈະກໍາ ດັ່ງກ່າວຢູ່ທົ່ວໂລກ ໂດຍແຕ່ລະປີກະ ຊວງວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປ ຈີນ ຈະຮ່ວມມືກັບສູນວັດ ທະນະທໍາຈີນທົ່ວໂລກ45ແຫ່ງແລະ ຫ້ອງການທ່ອງທ່ຽວຈີນ 23 ແຫ່ງ ຈັດກິດຈະກໍາພ້ອມກັນທົ່ວໂລກໃນ ໄລຍະບຸນໄຫວ້ພະຈັນ ເພື່ອແນະນໍາ ປະເພນີວັດທະນະທໍາອັນເປັນມູນ ເຊື້ອຂອງບຸນໄຫວ້ພະຈັນ ແລະ ເຜີຍ ແຜ່ການພັດທະນາໃນປັດຈຸບັນຂອງ ຈີນ, ສ້າງປະຊາຄົມຮ່ວມຊາຕາກຳ ຂອງມວນມະນຸດ. ການສ້າງບັນ ຍາກາດຂອງບຸນໄຫວ້ພະຈັນຢູ່ທົ່ວ ໂລກ, ສະແດງໃຫ້ເຫັນເຖິງມົນສະເໜ່ ວັດທະນະທໍາອັນເປັນມູນເຊື້ອຂອງ ປະເທດຈີນ ແລະ ຄຸນຄ່າຂອງຈີນ ໃນປັດຈຸບັນ, ສົ່ງຕໍ່ວິໄສທັດທີ່ສວຍ ງາມໃນການສ້າງປະຊາຄົມຮ່ວມ ຊະຕາກຳຂອງມວນມະນຸດ. ຂ່າວ-ພາບ: ທະນູທອງ ພັດທະນາແຫລ່ງທ່ອງທ່ຽວນ້ຳຕົກ ຕາດເລາະ-ຕາດຮັງ ຢູ່ບ້ານຫົວຂົວ ເສັດ ເມືອງເລົ່າງາມ ແຂວງສາລະ ວັນ ຈັດຂຶ້ນໃນວັນທີ 25 ກັນຍາ 2023 ນີ້, ທີ່ພະແນກແຜນການ ແລະ ການລົງທຶນ ແຂວງສາລະວັນ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ນາງ ສອນທິດາ ອຸນາພົມ ຜູ້ອຳ ນວຍການບໍລິສັດພັດທະນາແຫລ່ງ ທ່ອງທ່ຽວຕາດເຍືອງ ຫລັກ 40 ເມືອງ ປາກຊ່ອງ ຈຳກັດ, ທ່ານ ໂພສີ ແກ້ວສີພັນດອນ ຫົວໜ້າພະແນກ ແຜນການ ແລະ ການລົງທຶນແຂວງ, ທ່ານ ສົມສັກ ທົງຄໍາຫານ ເຈົ້າເມືອງ ເລົ່າງາມ, ທ່ານ ຫົງແກ້ວ ມາລີຈັນສີ ຮອງຫົວໜ້າພະແນກການເງິນ ແຂວງ, ທ່ານ ມະໄລວອນ ສີປະເສີດ ຫົວໜ້າພະແນກຖະແຫລງຂ່າວ-ວັດ ທະນະທຳ ແລະ ທ່ອງທ່ຽວ ແຂວງ, ທ່ານ ສຸພະໄຊ ບຸນຍົງ ຮອງຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍມີທ່ານ ພູທົງ ຄໍາມະນີວົງ ຮອງເຈົ້າແຂວງ, ຜູ້ຊີ້ນໍາວຽກງານເສດຖະກິດ, ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງ, ຜູ້ ຊີ້ນໍາວຽກງານວັດທະນະທໍາ-ສັງ ຄົມ ແລະ ພະນັກງານວິຊາການຈາກ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນ ສັກຂີພິຍານ. ທ່ານ ນາງ ສອນທິດາ ອຸນາພົມ ຜູ້ອຳນວຍການບໍລິ ສັດພັດທະນາ ແຫລ່ງທ່ອງທ່ຽວຕາດເຍືອງຫລັກ 40 ເມືອງປາກຊ່ອງ ຈຳກັດ ກ່າວ ວ່າ: ການເຊັນສັນຍາເຊົ່າ-ສຳປະ ທານແຫລ່ງທ່ອງທ່ຽວນໍ້າຕົກຕາດ ເລາະ-ຕາດຮັງ ໃນເຂດບ້ານຫົວຂົວ ເສັດ ເມືອງເລົ່າງາມ ເພື່ອພັດທະ ນາໃຫ້ກາຍເປັນແຫລ່ງທ່ອງທ່ຽວ ທາງດ້ານທຳມະຊາດ ແລະ ວັດທະ ນະທຳ ເຊິ່ງໄລຍະຜ່ານມາແຫລ່ງ ທ່ອງທ່ຽວແຫ່ງນີ້ເຄີຍມີນັກທ່ອງ ທ່ຽວພາຍໃນແລະຕ່າງປະເທດນິຍົມ ເຂົ້າມາທ່ອງທ່ຽວ ພັກຜ່ອນຢ່າງ ໜາແໜ້ນ, ແຕ່ຍ້ອນໄດ້ຮັບຜົນກະທົບ ຈາກໄພພິບັດທາງທຳມະຊາດ, ອັກ ຄີໄພ, ການແພ່ລະບາດຂອງພະຍາດ ໂຄວິດ-19 ເຊິ່ງພາໃຫ້ເກີດຄວາມ ເສຍຫາຍທາງສະພາບແວດລ້ອມ, ຄວາມສວຍງາມ ແລະ ສິ່ງປູກສ້າງ ກໍຄື ລາຍຮັບຢ່າງຫລວງຫລາຍ. ທ່ານ ນາງ ສອນທິດາ ອຸນາພົມ ກ່າວຕື່ມວ່າ: ແຫລ່ງທ່ອງທ່ຽວນໍ້າ ຕົກຕາດ ເລາະ-ຕາດຮັງ ຖືວ່າເປັນ ແຫລ່ງທ່ອງທ່ຽວທີ່ສໍາຄັນຂອງ ແຂວງສາລະວັນ ກໍຄື ພາກໃຕ້ຂອງ ລາວທັງນອນໃນວົງຈອນການທ່ອງ ທ່ຽວເຂດພູພຽງບໍລະເວນທີ່ສວຍ ສົດງົດງາມ ເຊິ່ງການລົງທຶນຄັ້ງນີ້ ຈະພັດທະນາໃຫ້ກາຍເປັນແຫລ່ງ ທ່ອງທ່ຽວ ທີ່ໄດ້ມາດຕະຖານສາ ມາດດຶງດູດນັກທ່ອງທ່ຽວທັງພາຍ ໃນ, ອະນຸພາກພື້ນ ແລະ ສາກົນຕິດ ພັນກັບການອະນຸລັກທຳມະຊາດ ແລະ ເອກະລັກວັດທະນະທຳທ້ອງ ຖິ່ນ, ຊຸກຍູ້ສົ່ງເສີມອາຊີບ ແລະ ການ ມີສ່ວນຮ່ວມຂອງປະຊາຊົນທ້ອງຖິ່ນ ເປົ້າໝາຍ, ຍົກລະດັບແຫລ່ງທ່ອງ ທ່ຽວ ພາຍໃນຕາດເລາະ-ຕາດຮັງ ໃຫ້ກາຍເປັນແຫລ່ງທ່ອງທ່ຽວທີ່ສາ ມາດບໍລິການນັກທ່ອງທ່ຽວພາຍ ໃນ ແລະ ຕ່າງປະເທດມໍ່ໆນີ້. ພ້ອມນີ້, ທັງເປັນການຍົກລະດັບແຫລ່ງທ່ອງ ທ່ຽວໃຫ້ເຊື່ອມໂຍງກັບບັນດາ ແຂວງ ຂອງ ສປປ ລາວ ອະນຸພາກ ພື້ນກໍຄືສາກົນ, ຊຸກຍູ້ແລະຟື້ນຟູເສດ ຖະກິດດ້ວຍການສ້າງວຽກ ເຮັດ ງານທຳ, ຍົກລະດັບຊີວິດການເປັນ ຢູ່ຂອງປະຊາຊົນທ້ອງຖິ່ນ ແລະ ປະກອບສ່ວນປົກປັກຮັກສາມໍລະດົກ ທາງວັດທະນາທຳ, ທຳມະຊາດ ແລະ ປະຫວັດສາດໃຫ້ຍືນຍົງ. ສຳລັບການຈັດຕັ້ງປະຕິບັດໂຄງ ການປະກອບມີ 3 ໄລຍະຄື: ໄລຍະ ທີ 1 ຟື້ນຟູປັບປຸງສະຖານທີ່ 20232026, ໂຄສະນາດຶງດູດການທ່ອງ ທ່ຽວແບບລາວທ່ຽວລາວ, ປັບປຸງ ພື້ນຖານໂຄງລ່າງໄຟຟ້າ-ນ້ຳປະ ປາ,ສວນພຶກສາ,ສິ່ງອຳນວຍຄວາມ ສະດວກ, ກິດຈະກຳທ່ອງທ່ຽວ, ຫ້ອງນ້ຳ ແລະ ອື່ນໆ. ໄລຍະທີ 2 ການຂະຫຍາຍພື້ນທີ່ກິດຈະກຳທ່ອງ ທ່ຽວ 2026-2030, ສະຖານທີ່ພັກ ແຮມ, ຫ້ອງປະຊຸມ, ຮ້ານອາຫານ ແລະ ຮ້ານຂາຍເຄື່ອງທີ່ລະນຶກ ຕ່າງໆ, ກິດຈະກຳການທ່ອງທ່ຽວ ທຳມະຊາດ, ວັດທະນະທຳ ແລະ ປະ ຫວັດສາດ ທີ່ຫລາກຫລາຍ ແລະ ໄລຍະ ທີ 3 ການບໍລິການການທ່ອງ ທ່ຽວຄົບວົງຈອນ ມາດຕະຖານ ສາກົນ. ຂ່າວ: ຢາຕົງ, ພາບ: ວີລະວັນ
RkJQdWJsaXNoZXIy MTc3MTYxMQ==