5711

xtgmf]k; 6 26/09/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ oa dmj v'mj P; oe.-h ]q fw2]k;{9u o gruj ,0B o1j k'dh k;dt3ff 8a fspy [rk.sh ok'86j ,u ]kpwfh c]t vk-u [\A o7q ' ໂດຍ: ເກີດຂວັນໃຈ ມາລີຈັນສີ *ເມັດພືດທີ່ປູກຮ່ວມກັນລະຫວ່າງ ສອງພັກ, ສອງລັດ ລາວ-ຈີນ ພາຍ ໃຕ້ຂໍ້ລິເລີ່ມໜຶ່ງແລ້ວໜຶ່ງເສັ້ນທາງ ນັ້ນໄດ້ເບັ່ງບານ ແລະ ເກີດດອກຜົນ ເປັນຮູບປະທໍາຢ່າງໜັກແໜ້ນ ເຊິ່ງ ສະແດງອອກໃນປັດຈຸບັນໄດ້ກາຍ ເປັນເມັດເງິນເມັດຄໍາ ແລະ ເປັນ ເສັ້ນເລືອດໃຫຍ່ເຊື່ອມໂຍງເຊື່ອມ ຈອດກັນລະຫວ່າງລາວ,ຈີນ, ອາ ຊຽນ, ພາກພື້ນ ແລະ ສາກົນ. ອາທິດຜ່່ານມາລະຫວ່າງວັນທີ 19-21ກັນຍາ 2023, ຜູ້ຂຽນໄດ້ມີ ໂອກາດຂີ່ລົດໄຟລາວ-ຈີນ ຈາກນະ ຄອນຫລວງວຽງຈັນ ໄປເຖິງແຂວງ ຫລວງນໍ້າທາ ໃກ້ກັບຊາຍແດນ ລາວ-ຈີນ ໂດຍໃຊ້ເວລາພຽງ 3-4 ຊົ່ວເທົ່ານັ້ນ ຖ້າຢ້ອນເວລາໄປ ໃນ ອະດີດ ປີ 2008 ທີ່ຜູ້ຂຽນຂີ່ລົດ ໂດຍສານໄປເຮັດວຽກ ແລະ ຢ້ຽມ ຢາມແຂວງຫລວງນໍ້າທາ ໃນເວລາ ນັ້ນໃຊ້ເວລາ 8 ຊົ່ວໂມງ ຫລື ຫລາຍ ກວ່ານັ້ນຈິ່ງເຖິງຈຸດໝາຍປາຍທາງ ເຊິ່ງມັນສະແດງໃຫ້ເຫັນວ່າການຂີ່ ລົດໄຟບໍ່ພຽງປະຢັດເວລາໄດ້ດີເທົ່າ ນັ້ນຫາກຍັງປະຢັດລາຍຈ່າຍ, ມີ ຄວາມປອດໄຟສູງ, ສາມາດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າໄດ້ເປັນຈໍາ ນວນຫລາຍອີກດ້ວຍ. ຕະຫລອດ ການເດີນທາງ1ຄືນ2ມື້ນັ້ນປາກົດ ເຫັນຜູ້ຄົນ, ນັກທ່ອງທ່ຽວ, ພະນັກ ງານ, ທະຫານ-ຕໍາຫລວດ ແລະ ປະ ຊາຊົນລາວບັນດາເຜົ່າຫລັ່ງໄຫລ ໃຊ້ບໍລິການລົດໄຟລາວ-ຈີນຢ່າງ ຄັບຄາໜາແໜ້ນ. ທ່ານ ອານົງ ເດດ ເພັດໄກສອນ ຮອງຜູ້ອໍານວຍ ການບໍລິສັດທາງລົດໄຟລາວ-ຈີນ ກໍ່ຢັ້ງຢືນວ່າ: ຈຳນວນຜູ້ໂດຍສານທີ່ ນໍາໃຊ້ລົດໄຟ ລາວ-ຈີນ ແມ່ນເພີ່ມ ຂຶ້ນໃນແຕ່ລະວັນ ດ້ວຍເຫດນັ້ນ ບໍລິສັດຈຶ່ງໄດ້ຕັດສິນໃຈຊື້ລົດໄຟ EMU ເພີ່ມອີກ 1 ຂະບວນ ລວມ 6 ຂະບວນ ໃນນັ້ນEMUມີ5ຂະບວນ ແລະ ລົດໄຟທໍາມະດາມີ 1 ຂະບວນ. ການຕັດສິນໃຈຊື້ລົດໄຟເພີ່ມ ຄັ້ງນີ້ ຍ້ອນມີຜູ້ມາໃຊ້ບໍລິການເພີ່ມຂຶ້ນ ຢ່າງຫລວງຫລາຍ ໂດຍສະເພາະ ການຂົນສົ່ງຜູ້ໂດຍສານແລະຂົນສົ່ງ ສິນຄ້າ, ມາຮອດ ວັນທີ 17 ກັນຍາ 2023 ໄດ້ຂົນສົ່ງຜູ້ໂດຍສານທັງ ໝົດ 3 ລ້ານກວ່າຄົນ ສົນສົ່ງສິນຄ້າ ເກືອບ 5ລ້ານໂຕນ, ສະເລ່ຍ 4.800 ຄົນຕໍ່ມື້. ພ້ອມດຽວກັນ, ທ່ານ ວໍລະວົງ ສີທໍາມະລາດ ຜູ້ຂັບລົດຕູ້ຮັບສົ່ງ ນັກທ່ອງທ່ຽວຕາມເສັ້ນທາງຈຸດສະ ຖານີລົດໄຟຢູ່ເມືອງມໍລະດົກຫລວງ ພະບາງ ໃຫ້ຮູ້ວ່າ: ຕົນເອງຂັບລົດຕູ້ ບໍລິການມາເກືອບ 7 ປີແລ້ວໃນ ແຂວງຫລວງພະບາງ ໃນເມື່ອກ່ອນ ຍັງບໍ່ມີເສັ້ນທາງລົດໄຟກໍ່ພໍມີນັກ ທ່ອງທ່ຽວເຂົ້າມາຢ້ຽມຢາມພາຍ ໃນແຂວງແລະມີລາຍຮັບພໍກຸ້ມປາກ ກຸ້ມທ້ອງ ແຕ່ໃນທ້າຍປີ 2021 ເມື່ອ ໄດ້ມີການເປີດໃຫ້ບໍລິການເສັ້ນທາງ ລົດໄຟລາວ-ຈີນເຫັນວ່ານັກທ່ອງ ທ່ຽວຂີ່ລົດໄຟເຂົ້າມາຢ້ຽມຢາມ ເມືອງມໍລະດົກເພີ່ມຂຶ້ນຢ່າງຫລວງ ຫລາຍ ໃນນັ້ນສ່ວນໃຫຍ່ແມ່ນນັກ ທ່ອງທ່ຽວໄທ, ຫວຽດນາມ, ຈີນ, ອາເມລິກາ, ເອີຣົບ ແລະ ອື່ນໆ ເຊິ່ງ ສາມາດສ້າງລາຍຮັບໄດ້ສະເລ່ຍ ບໍ່ຕໍ່າກວ່າ 6-7 ລ້ານກີບຕໍ່ເດືອນ, ມີບາງເດືອນກໍ່ໄດ້ເຖິງ 10 ລ້ານກີບ ຕໍ່ເດືອນ ໂດຍຫັກຄ່າໃຊ້ຈ່າຍໝົດ ແລ້ວ. ເງິນທີ່ໄດ້ຈາກການແລ່ນລົດຕູ້ ຕາມສະຖານີລົດໄຟຫລວງພະບາງ ນັ້ນໄດ້ມີການແບ່ງສັນປັ່ນສ່ວນ ເຂົ້າບໍລິຫານຄອບຄົວຈໍານວນໜຶ່ງ ແລະ ສົ່ງໃຫ້ລູກ 2 ຄົນທີ່ພວມຮໍ່າ ຮຽນຢູ່ຫວຽດນາມ ແລະ ສປ ຈີນ. ແນວໃດກໍດີ ພາຍໃນປີ 2024 ນີ້ ສປປ ລາວຈະເປັນເຈົ້າພາບກອງ ປະຊຸມທ່ອງທ່ຽວອາຊຽນຄາດວ່າ ນັກທ່ອງທ່ຽວອາດຈະເຂົ້າມາຫລວງ ພະບາງຫລາຍຂຶ້ນ ແລະ ຕົນເອງກໍ ໄດ້ວາງແຜນໄວ້ວ່າອາດຈະຊື້ລົດ ອີກ 1 ຄັນ ເພື່ອໃຫ້ຄົນເຊົ່າ ເຊິ່ງຈະ ເປັນຊ່ອງທາງສ້າງລາຍໄດ້ເພີ່ມຂຶ້ນ. ຂະນະທີ່, ນາງ ນໍ້າຝົນ ນັກທ່ອງ ທ່ຽວຈາກໄປໄທໃຫ້ສໍາພາດວ່າ: ຕົນ ເອງດໍາຊີວິດໃນນະຄອນບາງກອກ, ປະເທດໄທ ຜ່ານມານັ້ນກໍ່ເຫັນແຕ່ ຂ່າວໃນເຟສບຸກ, ຢູທູບ ແລະ ສື່ສັງ ຄົມອອນລາຍ ວ່າ ສປປ ລາວ ມີລົດ ໄຟຄວາມໄວສູງ ແລະ ຄິດໃນໃຈວ່າ ວັນໜຶ່ງຕ້ອງໄດ້ນັ່ງລົດໄຟໄປທ່ຽວ ເມືອງມໍລະດົກໂລກ ແຕ່ມາມື້ນີ້ວັນ ທີ 21 ກັນຍາ 2023 ໄດ້ມານັ່ງລົດ ຈາກນະຄອນຫລວງວຽງຈັນໄປ ເມືອງມໍລະດົກໂລກສົມໃຈແລ້ວ. “ຂ້ອຍດີໃຈຫລາຍໄດ້ມີນັ່ງສໍາຜັດ ບັນຍາກາດປະເທດລາວຕົວຈິງ ແລະ ໄດ້ເຫັນທໍາມະຊາດບໍ່ທັນຖືກ ທໍາລາຍຕະຫລອດເສັ້ນທາງທີ່ສວຍ ສົດງົດງາມ, ນິໃສຂອງຄົນລາວ ເປັນມິດທີ່ດີຍິ້ມແຍ້ມແຈມໃສ, ເມືອງ ມໍລະດົກ ແລະ ຜູ້ຄົນທີ່ນັ້ນຍັງຮັກສາ ຄວາມເປັນເອກະລັກໄດ້ດີຫລາຍ”. ດັ່ງທີ່ຮູ້ນໍາກັນ, ສປປ ລາວ ພວມ ຫ້າງຫາກະກຽມຕ້ອນຮັບການເປັນ ເຈົ້າພາບກອງປະຊຸມສຸດອາຊຽນ, ກອງປະຊຸມທ່ອງທ່ຽວອາຊຽນ ແລະ ກອງປະຊຸມປິ່ນອ້ອມອື່ນໆໃນ ປີ 2024 ເຊິ່ງໄດ້ວາງເປົ້າໝາຍສູ້ ຊົນດຶງດູດນັກທ່ອງທ່ຽວໄວ້ວ່າພາຍ ໃນປີ 2023 ນີ້ຈະໃຫ້ບັນລຸຕົວເລກ ນັກທ່ອງທ່ຽວ2ລ້ານກວ່າຄົນແລະ ປີ 2024 ຈະໃຫ້ບັນລຸຕົວເລກນັກ ທ່ອງທ່ຽວປະມານ 3-4 ຄົນ. ປັດ ຈຸບັນນີ້, ລັດຖະບານ ໄດ້ກໍານົດທັງ ໝົດ 75 ກິດຈະກຳໃນໂອກາດປີ ທ່ອງທ່ຽວລາວ2024ທີ່ຈະມາເຖິງ ນີ້ ໂດຍແບ່ງອອກເປັນ 2 ລະດັບ ຄື: ກິດຈະກຳລະດັບຊາດ ຈຳນວນ 14 ກິດຈະກຳ ແລະ ລະດັບແຂວງ ຈຳ ນວນ 61 ກິດຈະກໍາ. ລັດຖະບານ ລາວຖືວ່າພາກອຸດສາຫະກໍາທ່ອງ ທ່ຽວແມ່ນແຫລ່ງຮັບຕົ້ນໆຂອງປ ະເທດ ເຊິ່ງໄດ້ປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາເສດຖະກິດສັງຄົມ, ແກ້ໄຂຄວາມທຸກຍາກ, ສ້າງວຽກເຮັດງານທໍາຢ່າງກວ້າງ ຂວາງ. ຕົວຢ່າງໃນສົກປີ 20182019ມີນັກທ່ອງທ່ຽວເຂົ້າມາທ່ອງ ທ່ຽວລາວເກືອບ5ລ້ານເຊິ່ງເຮັດໃຫ້ ລັດຖະບານລາວ ມີລາຍຮັບຈາກ ການທ່ອງທ່ຽວເກືອບ700ລ້ານໂດ ລາ, ໃນເວລາດຽວກັນນັ້ນ ປີ 2019 ລັດຖະບານລາວ-ລັດຖະບານຈີນ ກໍ່ໄດ້ເປີດປີທ່ອງທ່ຽວ ລາວ-ຈີນ ເຊິ່ງນັກທ່ອງທ່ຽວຈີນ ເຂົ້າມາຢ້ຽມ ຢາມ ສປປ ລາວ ຫລາຍກວ່າ 1 ລ້ານ, ສະເພາະປີ 2023 ຄາດວ່າ ຈະມີນັກທ່ອງທ່ຽວຈີນຈະເຂົ້າຢ້ຽມ ຢາມລາວ ເພີ່ມຂຶ້ນເຊັ່ນກັນ ເຊິ່ງນັ້ນ ໄດ້ສະແດງເຫັນວ່າເສັ້ນທາງລົດໄຟ ລາວ-ຈີນ ບໍ່ພຽງນໍາຜົນປະໂຫຍດ ດ້ານການຄ້າ,ການລົງທຶນ,ການຂົນ ສົ່ງ, ການບໍລິການອື່ນໆ ເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນອຸດ ສາຫະກໍາທ່ອງທ່ຽວໃຫຍ່ຫລວງ ໃຫ້ ສປປ ລາວ ເຊິ່ງສອດຄ່ອງກັບ ການລາຍງານຂອງທະນາຄານໂລກ ແລະ ທະນາຄານພັດທະນາອາຊີ ລາຍງານຫວ່າງບໍ່ດົນມານີ້ວ່າການ ທີ່ ສປປ ລາວ ມີເສັ້ນທາງລົດໄຟ ນັ້ນຊ່ວຍກະຕຸກຊຸກຍູ້ ແລະ ປະກອບ ສ່ວນສົ່ງເສີມເຮັດໃຫ້ພາກທຸລະກິດ ການບໍລິການຂົນສົ່ງ, ການທ່ອງ ທ່ຽວ, ການຜະລິດ ແລະ ອື່ນໆ ຂະ ຫຍາຍຕົວຢ່າງຕັ້ງໜ້າ ພ້ອມຍັງ ຈະຊ່ວຍເຮັດໃຫ້ເສດຖະກິດ ຂອງ ສປປ ລາວ ຄ່ອຍໆຟື້ນຕົວດີຂຶ້ນ ຕາມລໍາດັບ. * ອາຊີບ ບໍລິການຕັດ​ຫຍິບ​ ແມ່ນ​ອາຊີບທີ່​ສ້າງ​ລາຍ​ຮັບ​ໃຫ້​ຜູ້​ ປະກອບກ​ ານ​ໄດ້​ເປັນ​ຢ່າງ​ດີ ​ເພາະ​ ປັດຈຸ​ບັນ ບໍ່ວ່າ​ຈະ​ເປັນ​ການ​ເຮັດ​ ວຽກ, ການພົ​ ບປ​ ະສັ​ ງສັ​ ນ ຫລື ງານ​ ສໍາຄັນ​ທາງ​ສາສະໜາຕ່າງໆ ກໍ​ ຕ້ອງ​ແຕ່ງ​ກາຍ​ໃຫ້​ແທດ​ເໝາະກັບ​ ສະຖານທີ່​ ​ນັ້ນໆ ສະນັ້​ ນ, ​ເຄື່ອງນຸ່ງ​ ລາວເ​ຮົາ ຈຶ່ງເ​ປັນທີ່​ ນິ​ ຍົມ​ ຫລາຍຂຶ້​ ນ​ ເຮັດ​ໃຫ້ ຜູ້​ປະກອບ​ການ​ທີ່​ເຮັດ​ອາ​ ຊີບ​ບໍລິການ​ຕັດຫຍິບ​ສາມາດ​ສ້າງ​ ເສດຖະກິດຄ​ ອບຄົວໄ​ ດ້ຫ​ ລາຍກີ​ ບຕໍ່​ ​ ເດືອນ ເ​ໝືອນທ່ານ ນາງ ວິໄລ​ພອນ ຊົມ​ພູ​ ທີ່​ເຮັດ​ອາຊີບບໍລິການ​ ຕັດ​ ຫຍິບ​ແພຝ້າຍຂາຍ​ສົ່ງ ແລະ ຂາຍ ຍ່ອຍສ​ າມາດ​ສ້າງລ​ າຍຮັບ ​ໄດ້ 60 ລ້ານກີບຕໍ່​ ​ເດືອນ​. ທ່ານນາງ ວິໄ​ ລ​ ພອນ ຊົມພູ​ ​ປະຊາຊົນບ້ານດອນປ່າ​ ໃໝ່ ​ເມືອງ​ສີ​ສັດຕະ​ນາກ ນະຄອນ ຫລວງ​ວຽງຈັນ ​ເຜີຍ​ໃຫ້​ຟັງ​ໃນໂອ ກາດເຂົ້າ​ຮ່ວມ​ງານວາງສະ​ແດງ​ ສິນຄ້າໂອດັ​ ອບ 2023 ​ວ່າ: ປັດຈຸ ບັນຕົນ​ເອງ​ເປີ​ດບໍລິການຕັດ​ຫຍິບ ຢູ່​ໄອ​ເຕັກ​ຊັ້ນ 2 ​ເປັນ​ບໍລິການ​ຕັດ ຫຍິບແພຝ້າຍ​ແບບ​ຂາຍ​ສົ່ງ ​ແລະ ຂາຍຍ່ອຍ ທົ່ວນ​ ະຄ​ ອນຫ​ ລວງວຽງ ຈັນແ​ ລະ ສົ່ງແ​ ຂວງຕ່າງ​ເ​ຊັ່ນ: ອຸດົມ​ ໄຊ, ບໍ່ແ​ ກ້ວ ແ​ ລະ ປາກເ​ຊ ໂດຍແ​ ພ ຝ້າ​ຍທີ່​ນໍາ​ຕັດຫຍິບແມ່ນຮັບ​ຊື້​ຈາກ​ ປະຊາຊົນ 3 ​ແຂວງ​ຄື: ​ແຂວງ ຫລວງພ​ ະບ​ າງ, ອຸດົມໄ​ ຊ , ສະຫວັນ​ ນະເ​ຂດ ສໍາລັບແ​ ບບ ເ​ຄື່ອງນຸ່ງຂ​ ອງ​ ທາງ​ຮ້ານ ​ແມ່ນ​ຕັດ​ເສື້ອ​ຝ້າຍ​ແບບ​ ຕ່າງໆທີ່ສັງຄົມພ​ ວມນິ​ ຍົມ ກໍຈ​ ະຕັ​ ດ​ ແບບ​ນັ້ນ ​ໂດຍ​ລາຄາຂາຍ​ເລີ່​ມຕົ້ນ​ ເສື້​ອຝ້າ​ຍ ແມ່ນ 350.000 ກີບຕໍ່​ ​ ໂຕ ໂດຍ​ເດືອນໜຶ່ງ ກໍ​ສາມາດ​ຜະ ລິດ​ແ​ ລະ ຈໍາໜ່າຍເສື້ອແ​ ພຝ້າຍ ໄ​ ດ້ 200 ກວ່າ​ໂຕ ​ແຕ່​ປັດຈຸບັນນີ້ຍອດ ສັ່​ ງຊື້​ ຫລຸດຈ​ າກເ​ມື່ອກ່​ ອນຫ​ ລາຍໄດ້​ ພຽງ 100 ​ໂຕ​ເດື​ອນເທົ່າ​ນັ້ນ, ສາ​ ເຫດ​ຫລັກໆ​ແມ່ນ​ມາ​ຈາກເສດຖະ ກິດ ​ໃນ​ປັດຈຸບັນ​ແຕ່​ແນວ​ໃດ​ກໍ​ດີ​ ເມື່ອ​ໄດ້​ເຮັດ​ອາຊີບ​ນີ້​ມາ​ແລ້ວ ກໍ​ພະ ຍາຍາມປະຄັ​ ບປ​ ະຄອງໄ​ ປ​ເ​ພາະໄ​ ດ້​ ເຮັດ​ອາຊີບ​ນີ້​ມາ​ແລ້ວ ກໍ​ຢາກໃຫ້​ ອາຊີບ​ນີ້ ມີ​ຄວາມໝັ້ນຄົງ​ເພາະ​ອາ ຊີບ​ບໍ່ພຽງແ​ ຕ່​ສ້າງລ​ າຍ​ຮັບໃ​ ຫ້ຕົນ​ ເອງເ​ທົ່ານັ້​ ນ ຍັງໄ​ ດ້ສ້​ າງລ​ າຍຮັ​ ບໃຫ້​ ປະຊາຊົນ ທີ່​ຜະລິດ​ແພຝ້າຍ​ ​ແລະ ພະນັກງານ 10 ກວ່າຄົ​ ນທີ່​ ເ​ຮັດບໍ​ ລິ ການ​ຕັດຫຍິບ​ນໍາອີກ​ດ້ວຍ.​ ທ່ານ​ ນາງ ວິໄ​ ລພ​ ອນ ສາມາດສ້າງລາຍ ຮັບເວົ້າ​ເສີມ​ວ່າ: ປັດຈຸບັນສາມາດ ສ້າງ​ລາຍ​ຮັບ​ ​ໄດ້ 50-60 ລ້ານ​ ກີບ​ຕໍ່​ເດືອນ ​ເຊິ່ງລາຍ​ຮັບ​ນີ້ຍັງ​ຖ້າ​ ໄລ່ຕົ້​ ນ​ທຶນ​ ​ແລະ ​ເງິນ​ເດືອນພະນັກ​ ງານອອກກໍ​ເຫລືອ​ເລັກ​ໜ້ອຍເພາະ ຄ່າ​ຄອງ​ຊີບ​ທີ່​ສູງ ຕົ້ນ​ທຶນ​ກໍ​ສູງ​ຂຶ້ນ ຄ່າ​ແຮງ​ກໍ​ເພີ່ມ​ຂຶ້ນ​ເຊັ່ນ​ດຽວກັນ​ ເພື່ອໃ​ ຫ້ມີ​ ຄ​ ວາມສົ​ ມດຸ​ ນກັ​ ບຄ່​ າຄອງ ຊີ​ ບ. ສະນັ້​ ນ, ກໍຂໍ​ ຮ​ ຽກຮ້ອງໃຫ້ພັກ-​ ລັດ ຮີບຮ້​ ອນແ​ ກ້ໄ​ ຂເ​ສດຖະກິດ ຫລື ມີນ​ ະໂ​ ຍບາຍຕໍ່​ ຜູ້ປ​ ະກອບການດ້ານ​ ອື່ນ​ ເພື່ອ​ຫລຸດຄວາມເດືອດຮ້ອນ​ ໃນໄລຍະ​ນີ. ​ເອົາ​ເປັນ​ວ່າຖ້າ​ຫາກ​ ທ່ານ​ໃດກໍາລັງ​ເບິ່ງ​ຫາ​ຮ້ານຕັດ​ ເຄື່ອງຄຸນນ​ ະພາ​ບດີ ຫລື ຕ້ອງການ​​ ເຄື່ອງຝ້າຍຄຸນ​ນະພາ​ບດີ ສາມາດ​ ເຂົ້າ​ໄປ​ເບິ່ງ​ທີ່​ຮ້ານ​ຂອງ​ເພີ່ນ​ໄດ້​ ໂດຍ​ຮ້ານ ຕັ້ງຢູ່​ ​ໄອ​ເຕັກ​ຕຶກ​ໃໝ່ ຊັ້ນ 2 ຫລັງຮ້​ ານ​ຄໍາ​ພູ​ວົງ.

RkJQdWJsaXNoZXIy MTc3MTYxMQ==