ສອງອົງການນິຕິບັນຍັດ ລາວ-ການາດາ ເພີ່ມທະວີການພົວພັນຮ່ວມມື

ຂປລ. ໃນວັນທີ 18 ຕຸລາ 2024 ທີ່ນະຄອນຫລວງວຽງຈັນ, ທ່ານ ລີເບີ ລີບົວປາວ ປະທານກໍາມາທິການ, ການເງິນ ແລະ ການກວດສອບ, ທັງເປັນປະທານຄະນະມິດຕະພາບ ລັດຖະສະພາ ລາວ-ການາດາ ໄດ້ພົບປະກັບທ່ານ Yeua Pua woo ສະມາຊິກວຸດທິສະພາ ລັດຖະສະພາ ການາດາ ພ້ອມຄະນະ ໃນໂອກາດເຂົ້າຮ່ວມກອງປະຊຸມ AIPA ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ ເພື່ອປຶກສາຫາລືເພື່ອຊຸກຍູ້ ເພີ່ມທະວີການພົວພັນ ກໍຄື ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດລາວ-ການາດາ ກໍຄື ສອງອົງການນິຕິບັນຍັດ ຂອງສອງປະເທດ ໃຫ້ນັບມື້ ນັບຂະຫຍາຍຍິ່ງໆຕົວຂຶ້ນ;
ທ່ານ ລີເບີ ລີບົວປາວ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນດີງາມ ລະຫວ່າງ ສອງປະເທດລາວ-ການາດາ ແລະ ສອງອົງການນິຕິບັນຍັດ ທັງເປັນການສະໜັບສະໜູນ ແລະ ໃຫ້ກໍາລັງໃຈແກ່ສະພາແຫ່ງຊາດລາວ ເຮັດສໍາເລັດພັນທະສາກົນ ໃນການເປັນປະທານ ໄອປາ; ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ການາດາ ທີ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມິຖຸນາ 1974 ມາຮອດປີນີ້ ຄົບຮອບ 50 ປີ (1974-2024). ໃນຕະຫລອດໄລຍະ 5 ທົດສະວັດຜ່ານມາ ການພົວພັນຮ່ວມມື ລະຫວ່າງ 2 ປະເທດ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ສະແດງອອກໃນການການແລກປ່ຽນ ຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆນຳກັນ ສອງຝ່າຍກໍໄດ້ການຮ່ວມມືດ້ານເສດຖະກິດ-ການຄ້າ ໃນໄລຍະ 5 ປີ 2019-2023 ມູນຄ່າການຄ້າຂອງສອງຝ່າຍ ລາວ-ການາດາ ບັນລຸໄດ້ 141.486.316 ໂດລາສະຫະລັດ, ມູນຄ່າການລົງທຶນຂອງການາດາ ຢູ່ ສປປ ລາວ 65.808.000 ໂດລາສະຫະລັດ. ນອກຈາກນີ້, ການາດາ ຍັງໃຫ້ການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ, ການສຶກສາ, ສາທາລະນະສຸກ ແລະ ການແກ້ໄຂລະເບີດທີ່ຍັງບໍ່ທັນແຕກ (UXO);
ປັດຈຸບັນ, ສປປ ລາວ ສຸມໃສ່ກະກຽມປັບປຸງ ລັດຖະທໍາມະນູນ ແລະ ກົດໝາຍທີ່ກ່ຽວຂ້ອງ ເພື່ອເປັນເຄື່ອງ ມືສຳຄັນໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ໃຫ້ມີຄວາມເຂັ້ມງວດ ແລະ ສັກສິດເປັນກ້າວໆ. ມາຮອດປັດຈຸບັນ, ສປປ ລາວ ໄດ້ສ້າງກົດໝາຍທັງໝົດ 167 ສະບັບ ກວມເອົາທຸກຂົງເຂດ ການປົກຄອງ-ຍຸຕິທໍາ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ການຕ່າງປະເທດ.
ໃນໂອກາດນີ້, ທ່ານ ລີເບີ ລີບົວປາວ ໄດ້ສະເໜີບາງທິດທາງແຜນການ ການພົວພັນ ແລະ ຮ່ວມມື ໃນຕໍ່ໜ້າ ລະຫວ່າງ ສອງອົງການນິຕິບັນຍັດ ໂດຍສະເໜີໃຫ້ສອງອົງການນິຕິບັນຍັດ ມີການແລກປ່ຽນຄະນະຜູ້ແທນນຳກັນ ທີ່ຕິດພັນກັບການແລກປ່ຽນປະສົບການທີ່ດີ ໃນການປະຕິບັດ ພາລະບົດບາດ ຂອງອົງການນິຕິບັນຍັດ ແລະ ບັນຫາອື່ນໆ; ສະເໜີໃຫ້ ການາດາ ສືບຕໍ່ໃຫ້ການຊ່ວຍເຫລືອ ແກ່ ສປປ ລາວ ເປັນຕົ້ນ ວຽກງານການເກັບກູ້ລະເບີດບໍ່ທັນແຕກ (UXO), ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ ແລະ ຂົງເຂດອື່ນໆ; ສືບຕໍ່ໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.
ຂ່າວ: ກິດຕາ