ປະຊາຊົນ ອົດສະຕຣາລີ ພວມຜະເຊີນກັບຄວາມທຸກຍາກ ເພີ່ມຂຶ້ນ 3,7 ລ້ານຄົນ

16/10/2025 17:54
Email Print 83
KPL - Asean 2024 ສະພາບຄວາມທຸກຍາກ ໃນອົດສະຕຣາລີ ໃນປີ 2025 ໂດຍການ ລວບລວມ ຂອງ ສະພາບໍລິການ ສັງຄົມແຫ່ງ ອົດສະຕຣາລີ ແລະ ມະຫາວິທະຍາໄລ ນີວເຊົາ ເວລສ ລະບຸວ່າ ຈຳນວນ ປະຊາກອນ ທີ່ ປະສົບກັບ ຄວາມທຸກຍາກ

ຂປລ. ສຳນັກຂ່າວ ຊິນຮວາ ລາຍງານ ຈາກ ເມືອງຊິດນີ ປະເທດ ອົດສະຕຣາລີ ເມື່ອບໍ່ດົນມານີ້ວ່າ: ສະພາບຄວາມທຸກຍາກ ໃນອົດສະຕຣາລີ ໃນປີ 2025 ໂດຍການ ລວບລວມ ຂອງ ສະພາບໍລິການ ສັງຄົມແຫ່ງ ອົດສະຕຣາລີ ແລະ ມະຫາວິທະຍາໄລ ນີວເຊົາ ເວລສ ລະບຸວ່າ ຈຳນວນ ປະຊາກອນ ທີ່ປະສົບກັບ ຄວາມທຸກຍາກ ໃນອົດສະຕຣາລີ ເພີ່ມຂຶ້ນ ຈາກ 12,4% ໃນລະຫວ່າງ ປີ 2020-2021 ຫລື ທຽບເທົ່າກັບ 1 ໃນ 8 ຂອງ ປະຊາກອນ ອົດສະຕຣາລີ ລວມມີ 3,7 ລ້ານຄົນ ກວມເອົາ 14,2% ຂອງ ປະຊາກອນທັງໝົດ ໃນລະຫວ່າງ ປີ 2022-2023.

ໂດຍທ່ານ ຍູວິສທິ ໄນດູ ນັກວິໄຈ ອາວຸໂສ ຈາກສູນ ວິໄຈ ນະໂຍບາຍສັງຄົມ, ສັງກັດ ມະຫາວິທະຍາໄລ ນີວເຊົາເວລສ ກ່າວວ່າ ເນື່ອງຈາກ ຄ່າເຊົ່າເຮືອນ ເພີ່ມຂຶ້ນ ຢ່າງວ່ອງໄວ ສົ່ງຜົນກະທົບ ຢ່າງຮຸນແຮງ ຕໍ່ຊາວ ອົດສະຕຣາລີ ທີ່ມີລາຍໄດ້ຕໍ່າທີ່ສຸດ ແລະ ອື່ນໆອີກ./.

KPL