ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) ວັນພຸດ 10.06.2026 ປີທີ 25 ສະບັບທີ 6.454ັຸີີັີ 8A '|h kxa [x5 ']t[q [veokf]a f .sh gxa oveokf0v'xt-k-q o 3fpxt-k-q o c]t grn j vzq oxt3spf0v'xt-k-q oK okpq d]a f4t,q o8u csj ' lxx ]k; rq [xtda [xtmkoltrkcsj '-kfs;Pfok, ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ xtmkoltrkcsj '-kf 8h voIa [ z6h [a o-kdkomtskol6 'l5 fwm g0Q k1h P,0+ koa [ okpq d]a f4t,q o8u csj ' lxx ]k; g0Q kIj ;,dv'xt-5 , g;mu vtok7q fvk-Po 7A 'mu 3 muj ll s;Pfok, c]dxj Poly ]txt ;a fmtotme ]k;{9u o ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ Iv'okpq d]a f4t,q o8u rq [xtda [ Iv'g]0kmy dko.spj F z6h 8k'|h k0A ol6 ' lx- fh ko;Pd'kos]5 fzj vovk;5 f 4n ;Pdltda fdA o c]t 8h kodko7h k,to5 f gxa o|h kmuj dkog,n v'va ole7a o ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ 7totz6h cmo]k; g0Q kIj ;,dv'xt-5 ,g;mu xb dlksk]n dkoIj ;,,n lnj ,;o-q ovk-Po{9u o xu 2026 ທ່່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ( ຜູ້ທີ 3 ນັບຈາກຂວາຫາຊ້າຍ ) ຂປລ. ເມື່ອບໍ່ດົນມານີ້, ທ່ານ ໄຊສົມພອນ ພົມວິຫານ ປະທານ ສະພາແຫ່ງຊາດ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບຂອງທ່ານ ພົອ ອຸກຣິດ ບຸນຕານົນ ຜູ້ບັນຊາການ ທະຫານສູງສຸດ ແຫ່ງ ລາຊະອານາ ຈັກໄທ ພ້ອມດ້ວຍຄະນະໃນໂອກາດ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມ ກອງປະຊຸມລະຫວ່າງຫົວໜ້າກົມ ໃຫຍ່ເສນາທິການກອງທັບປະຊາ ຊົນລາວແລະ ຜູ້ບັນຊາການທະຫານ ສູງສຸດ ແຫ່ງ ລາຊະອານາຈັກໄທ ຄັ້ງທີ 2 ທີ່ນະຄອນຫລວງວຽງຈັນ. ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ ການເດີນທາງມາຢ້ຽມຢາມ ສປປ ຂປລ. ໃນວັນທີ8ມິຖຸນາ2026, ທີ່ນະຄອນຫລວງຮ່າໂນ້ຍສສຫວຽດ ນາມ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງ ພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບສະຫາຍ ເຈິນ ແທັງ ເໝີ້ນ ກໍາມະການກົມການ ເມືອງສູນກາງພັກ, ປະທານສະພາ ແຫ່ງຊາດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມເວທີອະ ນາຄົດອາຊຽນ ຄັ້ງທີ 3 ແຕ່ວັນທີ ຂປລ. ໃນໂອກາດເຂົ້າຮ່ວມເປັນ ປະທານກອງປະຊຸມສະຫລຸບການ ຈັດຕັ້ງປະຕິບັດວຽກງານຕ້ານການ ຄ້າມະນຸດ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030) ໃນວັນທີ 8 ມິຖຸນາ 2026 ນີ້, ທ່ານ ຄໍາພັນ ພົມມະທັດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທໍາ, ທັງເປັນ ປະທານຄະນະກຳມະການຕ້ານ ການຄ້າມະນຸດລະດັບຊາດ ໄດ້ເນັ້ນ ໃຫ້ຄະນະກໍາມະການຕ້ານການ ຄ້າມະນຸດຂະແໜງການຕ່າງໆ ແຕ່ສູນກາງລົງຮອດທ້ອງຖິ່ນຕ້ອງ ເອົາໃຈໃສ່ສືບຕໍ່ຍົກສູງບົດບາດ ການນຳພາ-ຊີ້ນຳຂອງຄະນະພັກ, ອົງການປົກຄອງທຸກຂັ້ນຕໍ່ກັບວຽກ ງານສະກັດກັ້ນ ແລະ ຕ້ານການ ຄ້າມະນຸດ ໂດຍຖືເອົາວຽກງານດັ່ງ ກ່າວ ເປັນໜ້າທີ່ການເມືອງອັນສຳ ຄັນ ແລະ ຕ້ອງຕິດພັນຢ່າງສະໜິດ ແໜ້ນກັບການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມຂອງ ທ້ອງຖິ່ນຕົນ, ຕ້ອງຫັນເອົາເນື້ອໃນ ມະຕິ, ຄຳສັ່ງ ແລະ ນິຕິກຳຕ່າງໆ ລົງເລິກໄປສູ່ຮາກຖານປະຊາຊົນ ຢ່າງແທ້ຈິງ. ອ່ານຕໍ່ໜ້າ 4່ າໍ່ ໜ້າ lh k'7;k,g0A ,c0'dkolh k'76 /b d dko;k'czoxh v'da o c]t ltda fdA ow2xj k ຂປລ. ກົມປ່າໄມ້ກະສິກໍາ ແລະ ສິ່ງແວດລ້ອມ ຈັດຝຶກອົບຮົມ ແລະ ສ້າງຄູຝຶກການວາງແຜນປ້ອງກັນ ໄຟປ່າຢູ່ທີ່ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງສັງທອງ ໃນ ວັນທີ8-11ມິຖຸນາ 2026 ໂດຍການ ເປັນປະທານຂອງທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ກະສິ ກໍາ ແລະ ສິ່ງແວດລ້ອມ, ມີຫົວໜ້າຮອງຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງສັງທອງ, ຫົວໜ້າກອງສຳຫລວດປ່າໄມ້ ແລະ ປ້ອງກັນໄຟປ່າ, ຊ່ຽວຊານປ້ອງກັນ ໄຟໄໝ້ລາມປ່າຈາກອົງການອາ ຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ພ້ອມ ດ້ວຍສໍາມະນາກອນຂັ້ນສູນກາງ ແລະ ເມືອງສັງທອງ ເຂົ້າຮ່ວມ. ທ່ານ ສົມຫວັງ ພິມມະວົງ ໄດ້ ກ່າວວ່າ: ການຝຶກອົບຮົມໃນຄັ້ງນີ້, ແມ່ນມີຄວາມຈຳເປັນ ແລະ ພາວະ ວິໄສຢ່າງຍິ່ງເນື່ອງຈາກວ່າບັນຫາ ໄຟໄໝ້ປ່າ ແລະ ການທຳລາຍປ່າໄມ້ ຂປລ. ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຮ່ວມກັບ ສູນ ວັດທະນະທຳຈີນ ປະຈໍາລາວ ຈັດ ກິດຈະກຳວັນແຫ່ງການສົນທະນາ ລະຫວ່າງອາລິຍະທຳສາກົນ ໃນ ວັນທີ 8 ມິຖຸນາ 2026 ຢູ່ນະຄອນ ຫລວງວຽງຈັນ ໂດຍມີທ່ານ ນາງ ຈຳພອນ ວົງສາ ຫົວໜ້າກົມ ວັດທະນະທຳ ແລະ ສິລະປະການ ສະແດງ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ທ່ານ ໂຫລ ເວີ້ຍ ຈ້ຽນ ຫົວໜ້າສູນວັດທະນະ ທໍາຈີນ ປະຈໍາ ລາວ, ມີເລຂາຄະນະ ກວດກາວິໄນຄະນະສິລະປະການ ຟ້ອນ ວິທະຍາໄລວິຊາຊີບສິລະປະ ເຈີ້ຈຽງ, ຮອງຫົວໜ້າກົມ, ຫົວໜ້າ ກອງ, ຜູ້ອຳນວຍການ, ພ້ອມດ້ວຍ ສະມາຊິກຈາກສາມອົງການຈັດຕັ້ງ ລາວ ຂອງຜູ້ບັນຊາການທະຫານ ສູງສຸດໄທ ພ້ອມຄະນະໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍ ພົວພັນມິດຕະພາບ, ການຮ່ວມມືທີ່ ມີມູນເຊື້ອອັນດີງາມຖານບ້ານໃກ້ ເຮືອນຄຽງທີ່ດີ ແລະ ການເປັນຄູ່ ຮ່ວມຍຸດທະສາດ ເພື່ອການຈະເລີນ ເຕີບໂຕ ແລະ ການພັດທະນາແບບ 16 ou gm; wfh Ia [ly f4j kpmvflq f dkoc0j '0a o[kog8t3]d 2u 2kg;u 7a [ 2026 ອ່ານຕໍ່ໜ້າ 4່ າໍ່ ໜ້າ ທ່ານ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ( ກາງ ) ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ( ຂວາ ) ຂປລ. ຄະນະຜູ້ແທນລາວນໍາ ໂດຍທ່ານ ຄຳມອນ ຈັນທະຈິດ ກຳ ມະການສຳຮອງສູນກາງພັກ, ຮອງ ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ, ຮອງປະທານຜູ້ປະຈຳ ການສະພາທິດສະດີສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາ ຫາລືການຮ່ວມມືສື່ມວນຊົນອາ ຊຽນ-ຈີນ ປີ 2026 ໃນລະຫວ່າງ ວັນທີ 9-12 ມິຖຸນາ 2026 ຢູ່ນະ ຄອນເສິນຢາງ ແຂວງຫລຽວໜິງ
gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 10/06/2026 xtgmf]k; lt4kom6 fvq flt8ik]u 9a f'ko]h P' vksko7+ k.sh vtfu foa dlb dlkvq flt8ik]u ປະທານສະພາແຫ່ງຊາດ...່ ນາຍົກລັດຖະມົນຕີ...ົັົີ ນາຍົກລັດຖະມົນຕີ ແຫ່ງ...ົັົີ່ ຮອງນາຍົກລັດຖະມົນຕີ...ົັົີ ຂປລ. ໂດຍການຕອບສະໜອງ ຕາມການເຊື້ອເຊີນຂອງທ່ານ ເລ ມີງ ຮຶງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ລາວ ເຂົ້າຮ່ວມກອງປະຊຸມເວທີ ອະນາຄົດອາຊຽນ ຄັ້ງທີ 3 (3rd ຂປລ. ໃນວັນທີ 9 ມິຖຸນາ 2026 ທີ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ, ໃນຖານະ ປະທານກອງປະຊຸມທົບທວນສົນ ທິສັນຍາວ່າດ້ວຍການເກືອດຫ້າມ ລະເບີດລູກຫວ່ານຮອບວຽນທີ 3, ໄດ້ພົບປະສອງຝ່າຍກັບທ່ານ ນາງ ອິຊຶມິ ນະກະມິດຊຶ (Ms. Izumi NAKAMITSU) ຮອງ ເລຂາທິການໃຫຍ່, ຜູ້ຕາງໜ້າຂັ້ນ ສູງສະຫະປະຊາຊາດ (ສປຊ) ດ້ານວຽກງານການຫລຸດຜ່ອນອາ ວຸດ (UNODA), ໃນໂອກາດ ຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມ ກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3 ຢູ່ ສສ ຫວຽດນາມ. ໃນການພົບປະຄັ້ງນີ້, ທ່ານຮອງ ນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຍິນຄວາມດີ ທີ່ໄດ້ພົບປະກັບທ່ານ ນາງ ອິຊຶມິ ນະກະມິດຊຶ ຮອງເລຂາທິການ ໃຫຍ່, ຜູ້ຕາງໜ້າຂັ້ນສູງ ສປຊ ດ້ານ ຂປລ. ເມື່ອບໍ່ດົນມານີ້, ຢູ່ນະ ຄອນຫລວງວຽງຈັນ, ສະຖານ ທູດອົດສະຕຣາລີ ປະຈໍາລາວ ຈັດ ງານລ້ຽງອາຫານຄໍ່າ ເພື່ອມິດຕະ ພາບໃຫ້ແກ່ອະດີດນັກສຶກສາອົດສະ ຕຣາລີ ຜູ້ທີ່ມີຜົນງານພົ້ນເດັ່ນ ເພື່ອ ສະເຫລີມສະຫລອງມິດຕະພາບທີ່ ໃກ້ຊິດ ແລະ ການຮ່ວມມືທີ່ຍືນຍົງ ລະຫວ່າງອົດສະຕຣາລີ ແລະ ສປປ ລາວ ໂດຍມີທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດ ສະຫະກໍາ ແລະ ການຄ້າ ແລະ ອະ ດີດນັກສຶກສາທີ່ເປັນການນໍາອາວຸ ໂສຈໍານວນໜຶ່ງເຂົ້າຮ່ວມ. ທ່ານ ນາງ ເມແກນ ຈອນສ໌ ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ອົດ ສະຕຣາລີ ໄດ້ຮ່ວມມືກັບ ສປປ ລາວ ໂດຍຜ່ານການສຶກສາເປັນເວລາ ຫລາຍກວ່າ 70 ປີ, ການນໍາ, ເຈົ້າ ໜ້າທີ່ ແລະ ຜູ້ຊ່ຽວຊານຈາກ ສປປ ລາວ ຫລາຍກວ່າພັນຄົນໄດ້ໄປສຶກ ສາຮໍ່າຮຽນຢູ່ອົດສະຕຣາລີ ແລະ ກັບມາພ້ອມກັບແນວຄວາມຄິດ ໃໝ່ໆ, ສາຍພົວພັນທີ່ຍືນຍົງ ແລະ ຄວາມມຸ່ງໝັ້ນທີ່ເຂັ້ມແຂງໃນການ ປະກອບສ່ວນໃຫ້ແກ່ປະເທດຊາດ ຂອງເຂົາເຈົ້າ. ໂອກາດນີ້, ທ່ານ ມະໄລທອງ ກົມມະສິດ ກໍໄດ້ກ່າວຫວນຄືນໃນ ໄລຍະທີ່ທ່ານໄດ້ສຶກສາລະດັບປະ ລິນຍາໂທ ຢູ່ທີ່ອົດສະຕຣາລີ ວ່າ: ຖື ເປັນຊ່ວງເວລາທີ່ສໍາຄັນໃນຊີວິຂອງ ຂ້າພະເຈົ້າທັງທາງດ້ານວິຊາການ ແລະ ສ່ວນຕົວ ຊຶ່ງໄດ້ເປີດກວ້າງ ທັດສະນະ ແລະ ເສີມສ້າງຄວາມ ເຂົ້າໃຈຂອງຂ້າພະເຈົ້າກ່ຽວກັບ ນະໂຍບາຍພາກລັດ ແລະ ການ ພັດທະນາ. ພ້ອມນີ້, ທ່ານຍັງໄດ້ ສະແດງຄວາມຊົມເຊີຍຕໍ່ອົດສະ ຕຣາລີ ສໍາລັບໂຄງການທຶນການ ສຶກສາທີ່ດໍາເນີນການຢ່າງຕໍ່ເນື່ອງ, ການລົງທຶນໄລຍະຍາວດ້ານຊັບພະ ຍາກອນມະນຸດຍັງເປັນຮູບແບບ ການຮ່ວມມືທີ່ຍືນຍົງທີ່ສຸດ ຊຶ່ງໄດ້ ຊ່ວຍຫລໍ່ຫລອມມືອາຊີບຮຸ່ນໃໝ່ ຂອງ ສປປ ລາວ, ປັດຈຸບັນຫລາຍ ຄົນກໍຮັບໜ້າທີ່ເປັນຜູ້ນໍາອາວຸໂສ ໃນພາກລັດ, ພາກທຸລະກິດ ແລະ ອົງການຈັດຕັ້ງສາກົນ. ອົດສະຕຣາລີ ສະໜັບສະໜູນອະ ດີດນັກສຶກສາຂອງຕົນໃນສປປລາວ ໂດຍຜ່ານໂອກາດການພັດທະນາວິ ຊາຊີບທີ່ຫລາກຫລາຍ, ກິດຈະກໍາ ການສ້າງເຄືອຂ່າຍ ແລະ ກິດຈະກໍາ ຊຸມຊົນຕ່າງໆທີ່ສົ່ງເສີມການຮ່ວມມື ແລະ ການມີສ່ວນຮ່ວມຢ່າງຕໍ່ເນື່ອງ. ໂຄງການທຶນການສຶກສາທີ່ ມີຊື່ສຽງຂອງອົດສະຕຣາລີ ກໍຄື Australia Awards ເປັນໜຶ່ງ ໃນໂຄງການທຶນການສຶກສາຕ່າງ ປະເທດ ທີ່ດໍາເນີນມາຍາວນານທີ່ ສຸດໃນ ສປປ ລາວ. ການສະໝັກ ຮັບທຶນການສຶກສາ Austral ia Awards ສໍາລັບສົກປີ 2028 ຈະ ເປີດຮັບໃນເດືອນກຸມພາ 2027. ຍືນຍົງລະຫວ່າງສອງລັດຖະບານ, ປະຊາຊົນສອງຊາດ ກໍຄື ສອງ ກອງທັບ ລາວ-ໄທ ໃຫ້ຈະເລີນງອກ ງາມຍິ່ງໆຂຶ້ນ, ທັງສະແດງຄວາມ ຊົມເຊີຍຕໍ່ການພົວພັນຮ່ວມມືອັນດີ ງາມ ແລະ ມີປະສິດທິຜົນຂອງສອງ ກອງທັບໃນໄລຍະຜ່ານມາ ໂດຍສະ ເພາະຜົນສຳເລັດທີ່ເປັນຮູບປະທຳ ໃນການແກ້ໄຂບັນຫາຕ່າງໆຕາມ ບໍລິເວນຊາຍແດນ. ພ້ອມນັ້ນ, ທ່ານ ປະທານສະພາແຫ່ງຊາດ ຍັງໄດ້ ເນັ້ນໃຫ້ສອງກອງທັບສືບຕໍ່ເພີ່ມ ທະວີຮັດແໜ້ນການພົວພັນຮ່ວມມື ຢ່າງໃກ້ຊິດຕື່ມ ໂດຍຜ່ານການ ແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ນຳກັນຢ່າງປົກກະຕິ; ສືບຕໍ່ເອົາໃຈ ໃສ່ປະສານສົມທົບກັນຢ່າງໃກ້ຊິດ ໃນການສະກັດກັ້ນການກໍ່ຄວາມບໍ່ ສະຫງົບລຽບຕາມຊາຍແດນ ເປັນ ຕົ້ນການລັກລອບເຂົ້າເມືອງຜິດກົດ ໝາຍ, ອາຊະຍາກຳຂ້າມຊາດ, ການກໍ່ອາຊະຍາກຳທາງໂທລະ ຄົມມະນາຄົມ, ການຄ້າມະນຸດ, ການ ຄ້າຂາຍເຖື່ອນ ແລະ ການຄ້າຂາຍ ສິ່ງເສບຕິດ ໂດຍຜ່ານທຸກກົນໄກ ທີ່ມີຢູ່ໃນປັດຈຸບັນລະຫວ່າງສອງ ປະເທດ. ນອກນັ້ນ, ຍັງໄດ້ຊຸກຍູ້ໃຫ້ ຄະນະກຳມະການຮ່ວມມືຮັກສາ ຄວາມສະຫງົບຮຽບຮ້ອຍຕາມຊາຍ ແດນທົ່ວໄປ ລາວ-ໄທ (GBC) ສືບຕໍ່ຈັດຕັ້ງປະຕິບັດກົນໄກການ ຮ່ວມມືຢ່າງມີປະສິດທິຜົນ ເຊັ່ນ: ການລາດຕະເວນຮ່ວມ, ການທັດ ສະນະສຶກສາ-ຝຶກອົບຮົມ ແລະ ສືບ ຕໍ່ວຽກງານການປັກຫລັກໝາຍ ຊາຍແດນ ໃນຈຸດທີ່ຍັງຄົງຄ້າງໃຫ້ ສຳເລັດໂດຍໄວ ເພື່ອຫລີກລ່ຽງຊ່ອງ ວ່າງທີ່ກຸ່ມຄົນບໍ່ດີອາດສວຍໃຊ້. ທ່ານ ພົອ ອຸກຣິດ ບຸນຕານົນ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ປະທານສະພາແຫ່ງຊາດລາວ ທີ່ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມກັບສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ສະພາແຫ່ງ ຊາດລາວ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນການຮ່ວມມືລະ ຫວ່າງສອງກອງທັບໄລຍະຜ່ານ ມາ ແລະ ຈະສືບຕໍ່ຊຸກຍູ້ການຮ່ວມມື ລະຫວ່າງສອງປະເທດໃຫ້ເຂົ້າສູ່ ລວງເລິກຍິ່ງໆຂຶ້ນ ໂດຍສະເພາະ ການພົວພັນຮ່ວມມືລະຫວ່າງສອງ ກອງທັບ ໄທ-ລາວ ໃຫ້ໄດ້ຮັບ ການພັດທະນາຍິ່ງໆຂຶ້ນ. ພ້ອມນັ້ນ, ຍັງໄດ້ລາຍງານຜົນສຳເລັດການ ເຂົ້າຮ່ວມກອງປະຊຸມລະຫວ່າງ ຫົວໜ້າກົມໃຫຍ່ເສນາທິການກອງ ທັບປະຊາຊົນລາວ ແລະ ຜູ້ບັນຊາ ການທະຫານສູງສຸດ ແຫ່ງ ລາຊະ ອານາຈັກໄທ ຄັ້ງທີ 2 ອີກດ້ວຍ. ຂ່າວ: ສພຊ 7-9 ມິຖຸນາ 2026. ໃນໂອກາດນີ້, ສອງຝ່າຍໄດ້ແຈ້ງ ສະພາບການພາຍໃນໂດຍຫຍໍ້ຂອງ ສອງປະເທດໃຫ້ກັນຊາບ ແລະ ໄດ້ ສະແດງຄວາມຊົມເຊີຍຕໍ່ບັນດາຜົນ ສໍາເລັດທີ່ສອງຝ່າຍຍາດມາໄດ້ໃນ ໄລຍະຜ່ານມາ, ພ້ອມທັງໄດ້ຕີລາຄາ ສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ, ການ ຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນ ຍຸດທະສາດລະຫວ່າງສອງປະເທດ ທີ່ສືບຕໍ່ມີການຂະຫຍາຍຕົວຢ່າງ ຕໍ່ເນື່ອງໃນທຸກຂົງເຂດວຽກງານ ໂດຍສືບຕໍ່ມີການພົບປະ, ແລກປ່ຽນ ຄະນະຜູ້ແທນແຕ່ຂັ້ນສູນກາງຮອດ ທ້ອງຖິ່ນຢ່າງເປັນປົກກະຕິ. ອັນ ພົ້ນເດັ່ນແມ່ນສອງສະຫາຍເລຂາ ທິການໃຫຍ່, ປະທານປະເທດ ລາວ-ຫວຽດນາມ ໄດ້ສໍາເລັດການ ແລກປ່ຽນການຢ້ຽມຢາມລັດຖະ ກິດເຊິ່ງກັນ ແລະ ກັນ ພາຍຫລັງ ສໍາເລັດກອງປະຊຸມໃຫຍ່ຂອງສອງ ພັກ ເພື່ອເປັນການຢືນຢັນຄືນເຖິງ ການຖືສໍາຄັນ ແລະ ບຸລິມະສິດຕົ້ນຕໍ ຕໍ່ສາຍພົວພັນແບບພິເສດ ລາວຫວຽດນາມ ທີ່ມີໜຶ່ງບໍ່ມີສອງໃນ ໂລກນີ້. ພ້ອມດຽວກັນນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບຈະສືບຕໍ່ ເພີ່ມທະວີການຮ່ວມມືທາງດ້ານ ການເມືອງໃຫ້ແໜ້ນແຟ້ນ ແລະ ສ້າງ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃນລະດັບສູງສຸດ, ເພີ່ມທະວີ ການຮັດແໜ້ນການພົວພັນຮ່ວມມື ລະຫວ່າງສອງສະພາແຫ່ງຊາດ ໂດຍສະເພາະການຊ່ວຍເຫລືອ ແລະ ແບ່ງປັນບົດຮຽນປະສົບການ, ການ ບໍາລຸງສ້າງບຸກຄະລາກອນຂອງສະ ພາແຫ່ງຊາດຫວຽດນາມ ແກ່ສະ ພາແຫ່ງຊາດລາວ, ສືບຕໍ່ປະສານ ສົມທົບກັນຢ່າງແໜ້ນແຟ້ນ ເພື່ອ ກະກຽມການສະເຫລີມສະຫລອງປີ ສາມັກຄີມິດຕະພາບ ລາວ-ຫວຽດ ນາມ ໃນປີ 2027 ລວມທັງການ ສະຫລອງວັນສ້າງຕັ້ງສາຍພົວພັນ ການທູດ ຄົບຮອບ 65 ປີ ແລະ ວັນ ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 50 ປີ ໃນປີ ດຽວກັນ, ສືບຕໍ່ເອົາໃຈໃສ່ ແລະ ເພີ່ມ ທະວີການໂຄສະນາ ແລະ ສຶກສາ ອົບຮົມໃຫ້ຖັນແຖວພະນັກງານ ແລະ ປະຊາຊົນ ໂດຍສະເພາະຄົນຮຸ່ນໃໝ່ ໄດ້ເຂົ້າໃຈຢ່າງແທ້ຈິງເຖິງຄວາມ ໝາຍ ແລະ ຄວາມສໍາຄັນຂອງສາຍ ພົວພັນພິເສດທີ່ມີໜຶ່ງບໍ່ມີສອງໃນ ໂລກນີ້ ຂອງສອງປະເທດ ລາວຫວຽດນາມ, ພ້ອມທັງສືບຕໍ່ປະສານ ສົມທົບກັນຢ່າງແໜ້ນແຟ້ນໃນການ ແລກປ່ຽນບົດຮຽນ, ທັດສະນະ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນ ເວທີພາກພື້ນ ແລະ ສາກົນ. ໃນໂອກາດດັ່ງກ່າວ, ສະຫາຍນາ ຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ ສະແດງຄວາມຊົມເຊີຍຕໍ່ສະຫາຍ ເຈິນ ແທັງ ເໝີ້ນ ທີ່ສືບຕໍ່ໄດ້ຮັບ ການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງ ເປັນປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໃນໂອກາດກອງ ປະຊຸມຄັ້ງປະຖົມມະລືກຂອງສະ ພາແຫ່ງຊາດ ຊຸດທີ XVI ຜ່ານ ມາ ຊຶ່ງເປັນການສະແດງໃຫ້ເຫັນ ເຖິງຄວາມໄວ້ເນື້ອເຊື່ອໃຈຂອງ ພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ, ພ້ອມທັງ ໄດ້ນໍາເອົາຄໍາຢື້ຢາມຖາມຂ່າວອັນ ອົບອຸ່ນ ແລະ ຄວາມຮັກແພງອັນ ສະໜິດສະໜົມຖານສະຫາຍອ້າຍ ນ້ອງຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການ ເມືອງສູນກາງພັກ, ປະທານສະພາ ແຫ່ງຊາດ ແຫ່ງ ສປປ ລາວ ມາ ຍັງສະຫາຍ ເຈິນ ແທັງ ເໝີ້ນ ແລະ ບັນດາສະຫາຍການນໍາຂອງສະພາ ແຫ່ງຊາດ ແລະ ສະມາຊິກສະພາ ແຫ່ງຊາດທຸກສະຫາຍ. ພ້ອມກັນ ນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ແຈ້ງໃຫ້ຊາບຜົນການພົບປະກັບ ສະຫາຍນາຍົກລັດຖະມົນຕີ ເລ ມິງ ຮຶງ ຊຶ່ງສອງຝ່າຍໄດ້ຮ່ວມກັນ ປຶກສາຫາລືຫລາຍບັນຫາ ໂດຍ ສະເພາະແມ່ນການທົບທວນຄືນ ການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງ ຂອງການນໍາຂັ້ນສູງຂອງສອງພັກ ກໍຄື ຜົນຂອງກອງປະຊຸມ ຄັ້ງທີ 48 ແນໃສ່ໃນການສົ່ງເສີມການ ຮ່ວມມືທາງດ້ານເສດຖະກິດໃຫ້ມີ ປະສິດທິຜົນຕື່ມອີກ ແລະ ນັບມື້ໃຫ້ ສົມຄູ່ກັບດ້ານການເມືອງທີ່ດີເລີດ ຂອງສອງປະເທດ. ໃນໂອກາດດັ່ງ ກ່າວ, ສະຫາຍນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕາງໜ້າ ພັກ, ລັດ ແລະ ປະຊາຊົນລາວບັນດາ ເຜົ່າສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງທີ່ ໄດ້ໃຫ້ການຊ່ວຍເຫລືອອັນລໍ້າຄ່າ ແລະ ທັນການໃຫ້ແກ່ ສປປ ລາວ ຕະຫລອດມາບໍ່ວ່າຈະຢູ່ໃນສະໄໝ ຕໍ່່ສູ້ກູ້ຊາດ ກໍຄື ໃນໄລຍະແຫ່ງການ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດໃນປັດຈຸບັນ ໂດຍ ສະເພາະແມ່ນການຊ່ວຍເຫລືອຂອງ ສະພາແຫ່ງຊາດຫວຽດນາມ ທີ່ມີຕໍ່ ສະພາແຫ່ງຊາດລາວ. ໃນຂະນະດຽວກັນ, ສະຫາຍ ເຈິນແທັງ ເໝີ້ນກໍາມະການກົມການ ເມືອງສູນກາງພັກ, ປະທານສະພາ ແຫ່ງຊາດ ແຫ່ງ ສສ ຫວຽດນາມ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ອັນອົບອຸ່ນ ແລະ ຕີລາຄາສູງຕໍ່ ການຢ້ຽມຢາມຄັ້ງນີ້ ຊຶ່ງເປັນຄັ້ງທໍາ ອິດພາຍຫລັງທີ່ສະຫາຍ ສອນໄຊ ສີພັນດອນ ໄດ້ຮັບເລືອກຕັ້ງໃຫ້ດຳ ລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ອີກສະໄໝໜຶ່ງ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດຂອງການພົບປະສອງ ຝ່າຍລະຫວ່າງສອງນາຍົກລັດຖະ ມົນຕີ ລາວ-ຫວຽດນາມ ແລະ ໄດ້ ຊຸກຍູ້ໃຫ້ສອງຝ່າຍສືບຕໍ່ເຮັດວຽກ ຮ່ວມກັນຢ່າງໃກ້ຊິດ ເພື່ອຈັດຕັ້ງ ຜັນຂະຫຍາຍບັນດາຂໍ້ຕົກລົງຂອງ ສອງກົມການເມືອງ ກໍຄື ຜົນຂອງ ກອງປະຊຸມ ຄັ້ງທີ 48 ຂອງຄະນະ ກໍາມະການຮ່ວມມື ລາວ-ຫວຽດ ນາມ ລວມທັງການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມືທາງດ້ານ ຍຸດທະສາດທີ່ສໍາຄັນຂອງສອງ ປະເທດໃຫ້ປະກົດເປັນຮູບປະທໍາ ຕາມແຜນການທີ່ວາງໄວ້ ເພື່ອນໍາ ເອົາຜົນປະໂຫຍດຕົວຈິງມາສູ່ປະ ຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບຫລາຍຂຶ້ນ. ໃນວັນດຽວກັນ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມ ການເມືອງສູນກາງພັກ, ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະຍັງໄດ້ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງສະມາຄົມມິດຕະພາບ ຫວຽດນາມ-ລາວ ແລະ ບັນດານັກ ທຸລະກິດຫວຽດນາມ ແລະ ໄດ້ໄປ ຢ້ຽມຢາມກຸ່ມບໍລິສັດຫວຽດເທວ (Viettel) ອີກດ້ວຍ. ASEAN Future Forum) ພາຍ ໃຕ້ຄໍາຂວັນ “ການສ້າງອະນາຄົດ ຮ່ວມກັນ: ສັນຕິພາບ, ຄວາມຈະເລີນ ຮຸ່ງເຮືອງ ແລະ ປະຊາຊົນເປັນແກນ ກາງ” ຊຶ່ງຈັດຂຶ້ນໃນລະຫວ່າງ ວັນທີ 9-10 ມິຖຸນາ 2026 ທີ່ຮ່າ ໂນ້ຍ ສສ ຫວຽດນາມ. ກອງປະຊຸມເວທີອະນາຄົດອາ ຊຽນ ໄດ້ຈັດຕິດຕໍ່ກັນເປັນປີທີ 3 ເພື່ອສືບຕໍ່ປຶກສາຫາລືບັນຫາພົ້ນ ເດັ່ນທີ່ສົ່ງຜົນກະທົບຕໍ່ພາກພື້ນ ແລະ ສາກົນ, ລວມເຖິງກາລະໂອ ກາດ ແລະ ສິ່ງທ້າທາຍທີ່ອາຊຽນ ກຳລັງປະສົບພົບພໍ້ຢູ່ໃນປັດຈຸບັນ, ລະດົມແນວຄວາມຄິດ ແລະ ກິດຈະ ກຳ ເພື່ອຮັດແໜ້ນຄວາມສາມັກຄີ, ຄວາມເຂັ້ມແຂງ ແລະ ຄວາມເປັນ ແກນກາງຂອງອາຊຽນ ຊຶ່ງຈະເປັນ ການປະກອບສ່ວນໃນການບັນລຸ ເປົ້າໝາຍວິໄສທັດປະຊາຄົມອາ ຊຽນ 2045 ແລະ ສົ່ງເສີມສັນຕິ ພາບ, ສະຖຽນລະພາບ ແລະ ຄວາມ ສົມບູນພູນສຸກໃນພາກພື້ນ ໂດຍ ປີ່ນອ້ອມຫົວຂໍ້ຕ່າງໆຄື: ຄວາມເຂັ້ມ ແຂງ ແລະ ຄວາມສາມັກຄີໃນ ທ່າມກາງການປ່ຽນແປງຂອງໂລກ; ການສົ່ງເສີມຂໍ້ລິເລີ່ມຂອງອາຊຽນ ໃນການຕ້ານຂໍ້ຂັດແຍ່ງ; ການ ນຳໃຊ້ປັນຍາປະດິດໃນອາຊຽນ: ບໍ່ຖິ້ມໃຜໄວ້ທາງຫລັງ; ຮູບແບບ ການພັດທະນາໃນທ່າມກາງການ ປ່ຽນແປງຂອງໂລກ ແລະ ເພີ່ມທະ ວີຄວາມໝັ້ນຄົງດ້ານພະລັງງານໃນ ສະພາບການໃໝ່. ໃນໂອກາດເຂົ້າຮ່ວມກອງປະຊຸມ ໃນຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ກຽດກ່າວຄໍາເຫັນໃນພິທີເປີດ ກອງປະຊຸມດັ່ງກ່າວໃນຕອນເຊົ້າ ຂອງວັນທີ 9 ມິຖຸນາ 2026 ຮ່ວມ ກັບນາຍົກລັດຖະມົນຕີຫວຽດນາມ, ນາຍົກລັດຖະມົນຕີກຳປູເຈຍ, ນາຍົກ ລັດຖະມົນຕີໄທ, ນາຍົກລັດຖະມົນຕີ ຕີມໍແລັດສະເຕ ແລະ ເລຂາທິການ ໃຫຍ່ອາຊຽນກ່ຽວກັບວິໄສທັດສຳ ລັບອະນາຄົດຂອງປະຊາຄົມອາ ຊຽນ. ໃນນັ້ນ, ທ່ານນາຍົກລັດຖະ ມົນຕີ ໄດ້ເນັ້ນຄວາມຈຳເປັນໃນການ ສືບຕໍ່ຮັກສາຄວາມສາມັກຄີພາຍໃນ ອາຊຽນ ແລະ ຮັດແໜ້ນຄວາມເປັນ ແກນກາງຂອງອາຊຽນ ເພື່ອກຽມ ພ້ອມຮັບມືກັບສິ່ງທ້າທາຍຕ່າງໆໃນ ສະພາບທີ່ຫລາຍພາກພື້ນໃນໂລກ ຍັງສືບຕໍ່ຜັນແປຢ່າງໄວວາອັນໄດ້ ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງດ້ານ ພະລັງງານ ແລະ ການຮັບປະກັນ ສະບຽງອາຫານຂອງໂລກ; ຍົກ ສູງຄວາມເຂັ້ມແຂງຂອງອາຊຽນ ຢ່າງຮອບດ້ານ ໂດຍການພັດທະນາ ດ້ານເຕັກໂນໂລຊີ, ດີຈິຕອນ, ປັນຍາ ປະດິດ ໂດຍໝູນໃຊ້ເຂົ້າໃນຂົງເຂດ ການຮ່ວມມືດ້ານກະສິກຳ ແລະ ການພັດທະນາກະສິກຳອັດສະລິ ຍະ ຊຶ່ງຈະປະກອບສ່ວນເຂົ້າໃນ ການຮັບປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານໃນອະນາຄົດ; ເພີ່ມ ທະວີການຮ່ວມມືດ້ານການເຊື່ອມ ໂຍງ-ເຊື່ອມຈອດຢ່າງຮອບດ້ານ ເພື່ອອຳນວຍຄວາມສະດວກດ້ານ ການຄ້າ ແລະ ຮັບປະກັນໃຫ້ແກ່ ການສະໜອງຕ່ອງໂສ້ການຜະລິດ ແລະ ເພີ່ມທະວີການຮ່ວມມືພາຍໃນ ອາຊຽນ ໃນການຮັບປະກັນຄວາມ ໝັ້ນຄົງດ້ານພະລັງງານ. ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ຢ້ຽມຢາມທາງ ການ ເພື່ອປຶກສາຫາລືກ່ຽວກັບການ ຮັດແໜ້ນການຮ່ວມມືສອງຝ່າຍນໍາ ກັນກັບ ສສ ຫວຽດນາມ. ວຽກງານຫລຸດຜ່ອນອາວຸດ ແລະ ໄດ້ສະແດງຄວາມຂອບໃຈຢ່າງ ຈິງໃຈຕໍ່ອົງການ ສປຊ ທີ່ສືບຕໍ່ໃຫ້ ການສະໜັບສະໜູນ ແລະ ຮ່ວມມື ຢ່າງໃກ້ຊິດກັບ ສປປ ລາວ ໃນ ການກະກຽມເປັນເຈົ້າພາບຈັດກອງ ປະຊຸມທົບທວນສົນທິສັນຍາວ່າດ້ວຍ ການເກືອບຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ທີ່ຈະມີຂຶ້ນຢູ່ ສປປ ລາວ ໃນເດືອນກັນຍາ 2026 ຈະ ມາເຖິງນີ້. ທ່ານ ທອງສະຫວັນ ພົມວິຫານ ໄດ້ແຈ້ງໃຫ້ຊາບໂດຍ ຫຍໍ້ກ່ຽວກັບຄວາມຄືບໜ້າຂອງ ການກະກຽມຈັດກອງປະຊຸມດັ່ງ ກ່າວ ແລະ ໄດ້ເນັ້ນວ່າປະເທດລາວ ເປັນປະເທດທີ່ໄດ້ຮັບຜົນກະທົບ ຈາກລະເບີດລູກຫວ່ານຢ່າງໜັກ ໜ່ວງທີ່ສຸດ. ສະນັ້ນ, ສປປ ລາວ ຈຶ່ງໃຫ້ຄວາມສໍາຄັນຢ່າງສູງ ເພື່ອ ເຮັດໃຫ້ການຈັດກອງປະຊຸມຄັ້ງນີ້ ປະສົບຜົນສໍາເລັດຢ່າງຈົບງາມ, ທັງ ເປັນການເສີມຂະຫຍາຍຈຸດປະສົງ ທາງດ້ານມະນຸດສະທໍາຂອງສົນທິ ສັນຍາດັ່ງກ່າວ, ພ້ອມທັງຖືໂອກາດ ນີ້ໄດ້ສົ່ງຄໍາເຊື້ອເຊີນຂອງ ສປປ ລາວ ເຖິງທ່ານ ອັນໂຕນີໂອ ກູ ເຕີເຣສ (H.E. Mr. Antonio Guterres), ເລຂາທິການໃຫຍ່ ອົງການ ສປຊ ເຂົ້າຮ່ວມກອງປະຊຸມ ດັ່ງກ່າວ, ພ້ອມທັງສະເໜີໃຫ້ ສປຊ ສືບຕໍ່ສະໜັບສະໜູນ ສປປ ລາວ ໃນການກະກຽມຄວາມພ້ອມຮອບ ດ້ານ ເພື່ອເປັນເຈົ້າພາບຈັດກອງ ປະຊຸມສໍາຄັນຄັ້ງນີ້ ໃຫ້ໄດ້ຮັບຜົນ ສໍາເລັດຕາມລະດັບຄາດໝາຍເປັນ ຕົ້ນການຊຸກຍູ້ການເຂົ້າຮ່ວມຂອງ ຄະນະຜູ້ແທນຂັ້ນສູງຈາກປະເທດ ສະມາຊິກ, ປະເທດສັງເກດການ, ອົງການຈັດຕັ້ງສາກົນແລະ ອົງການ ກ່ຽວຂ້ອງອື່ນໆ, ການສະໜັບສະ ໜູນການຮັບຮອງເອົາເອກະສານ ສໍາຄັນຂອງກອງປະຊຸມ, ການຮັບ ປະກັນດ້ານສາທາລະນະສຸກ ແລະ ການປະສານງານເພື່ອຕອບໂຕ້ເຫດ ການສຸກເສີນ, ລວມທັງການສະໜັບ ສະໜູນທາງດ້ານວິຊາການ ແລະ ການໃຫ້ຄໍາແນະນໍາດ້ານຕ່າງໆ. ໃນຂະນະດຽວກັນ, ທ່ານ ນາງ ອິຊຶມິ ນະກະມິດຊຶ ກໍໄດ້ສະແດງ ຄວາມຍິນດີທີ່ໄດ້ພົບປະກັບທ່ານ ທອງສະຫວັນ ພົມວິຫານ, ພ້ອມ ທັງໄດ້ຢືນຢັນວ່າຈະສືບຕໍ່ໃຫ້ການ ສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນການກະກຽມເປັນ ເຈົ້າພາບຈັດກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດ ຫ້າມລະເບີດລູກຫວ່ານຮອບວຽນ ທີ 3 ແລະ ບັນດາກິດຈະກໍາປິ່ນອ້ອມ ໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍ ທີ່ວາງໄວ້
ສືບຕໍ່ລົງເລິກຢ່າງກວ້າງຂວາງສະ ໝໍ່າສະເໝີຂອງການແລກປ່ຽນຮ່ວມມື ຂອງສອງພັກ ເພື່ອເພີ່ມກໍາລັງຊຸກຍູ້ ອັນເຂັ້ມແຂງໃຫ້ແກ່ການສ້າງຄູ່ຮ່ວມ ຊາຕາກຳ ລາວ-ຈີນ. ຈັດຕັ້ງປະຕິບັດ ແຜນການຮ່ວມມື ລະຫວ່າງ ພັກປະຊາ ຊົນປະຕິວັດລາວ ແລະ ພັກກອມມູນິດ ຈີນ (ປີ 2026-2030) ແລະ ສັນຍາ ການຮ່ວມມື ລະຫວ່າງ ຄະນະພົວພັນ ຕ່າງປະເທດສູນກາງພັກປະຊາຊົນປະຕິ ວັດລາວ ກັບ ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຈີນ ໃຫ້ດີ, ລົງ ເລິກການແລກປ່ຽນບົດຮຽນການຄຸ້ມ ຄອງພັກ, ບໍລິຫານລັດ, ຈັດກອງປະຊຸມ ສຳມະນາທິດສະດີ ສອງພັກ ລາວ-ຈີນ ຄັ້ງທີ 14 ທີ່ຈະຈັດຂຶ້ນຢູ່ຈີນ ໃນປີນີ້ໃຫ້ ດີ, ລົງເລິກແລກປ່ຽນບັນຫາທິດສະດີ ແລະ ພຶດຕິກຳຕ່າງໆ ໃນການກໍ່ສ້າງ ທັນສະໄໝຂອງສັງຄົມນິຍົມ, ລົງເລິກ ການຮ່ວມມືຝຶກອົບຮົມພະນັກງານ, ເພີ່ມທະວີການຮ່ວມມືແລກປ່ຽນ ຂອງ ອົງການຈັດຕັ້ງສູນກາງ ຂອງສອງພັກ ແລະ ອົງການຈັດຕັ້ງພັກທ້ອງຖິ່ນຂອງ ສອງປະເທດ, ໂດຍສະເພາະແມ່ນອົງ ການຈັດຕັ້ງພັກຂອງແຂວງ (ເຂດ) ຊາຍແດນສອງປະເທດ. 3. ລົງເລິກການແລກປ່ຽນຮ່ວມມື ໃນຂະແໜງການກວດກາພັກ, ກວດກາ ລັດ, ປະຕິບັດຂໍລິເລີ່ມ ປັກກິ່ງ ແຫ່ງເສັ້ນ ທາງສາຍໄໝທີ່ປອດໃສຂາວສະອາດ, ສືບຕໍ່ດໍາເນີນການກໍ່ສ້າງຄວາມປອດ ໃສຂາວສະອາດ ຂອງເສັ້ນທາງລົດໄຟ ລາວ-ຈີນ ໃນໄລຍະດໍາເນີນງານ, ເພີ່ມ ທະວີການປະສານສົບທົບກັນໃນຂອບ ຫລາຍຝ່າຍ ເປັນຕົ້ນ ສົນທິສັນຍາຕ້ານ ການສໍ້ລາດບັງຫລວງ ຂອງ ສະຫະປະ ຊາຊາດ, ການຮ່ວມມື ອາຊຽນ-ຈີນ ເປັນຕົ້ນ, ເພີ່ມທະວີການຮ່ວມມືປະຕິ ບັດກົດໝາຍໃນການນໍາຈັບກຸມຜູ້ຫລົບ ໜີ ແລະ ທວງຄືນຊັບສີນຕ້ານການສໍ້ ລາດບັງຫລວງ. 4tcs]'dkoIj ;, ]ts;j k' lxx ]k; c]t lx 9u o ;j kfh ;p dkolh k'76j Ij ;,-k8kde ]k;{9u o muj g0A ,c0'|P;c|h o.om5 dltrk[dko0v'p5 d.\j ຂະບວນການໃໝ່ເພື່ອບັນລຸເປົ້າໝາຍ 100ປີ ເຫດການທີ2 ໄດ້ເປີດສາກເປັນ ຢ່າງດີ. ຝ່າຍລາວອວຍພອນແລະ ເຊື່ອ ໝັ້ນວ່າ,ພາຍໃຕ້ການນໍາພາອັນເຂັ້ມແຂງ ຂອງສູນກາງພັກກອມມູນິດຈີນ ທີ່ມີ ສະຫາຍ ສີ ຈິ້ນຜິງ ເປັນແກນກາງ, ພັກ-ລັດ ແລະ ປະຊາຊົນຈີນຈະສຳເລັດ ໜ້າທີ່ເປົ້າໝາຍທຸກປະການທີ່ໄດ້ກຳ ນົດໃນແຜນການ 5 ປີ ຄັ້ງທີ 15, ຍາດ ໄດ້ຜົນສໍາເລັດໃໝ່ ສອງມະຫັດສະຈັນ ທີ່ມີເສດຖະກິດຂະຫຍາຍຕົວຢ່າງວ່ອງ ໄວ ແລະ ສັງຄົມຮັກສາໄດ້ຄວາມໝັ້ນ ຄົງຢ່າງຍາວນານ, ເປີດສັງກາດໃໝ່ ແຫ່ງການກໍ່ສ້າງການຫັນເປັນທັນສະ ໄໝ່ແບບຈີນ ຢ່າງແຂງແຮງ, ປະກອບ ສ່ວນໃໝ່ ແລະ ໃຫຍ່ຫລວງກວ່າເກົ່າ ເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນະຈະເລີນຮຸ່ງເຮືອງ ຂອງພາກພື້ນ ແລະ ໃນໂລກ. ຝ່າຍຈີນ ຊົມເຊີຍຢ່າງສຸດໃຈຕໍ່ຜົນ ສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ຊົມເຊີຍ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການ ໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວອີກວາລະໜຶ່ງ, ຕີລາຄາສູງນັບຕັ້ງ ແຕ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ ເປັນຕົ້ນມາ, ສູນກາງພັກ ທີ່ມີສະຫາຍເລຂາທິການ ໃຫຍ່ ທອງລຸນ ສີສຸລິດ ເປັນແກນນໍາ ນັ້ນ, ໄດ້ສາມັກຄີ ແລະ ນໍາພາທົ່ວພັກ ປັບປຸງ, ບູລະນະການນໍາພາ ແລະ ເຕົ້າ ໂຮມກໍາລັງແຮງຕໍ່ສູ້ຂອງພັກ ເພີ່ມຂຶ້ນ ຢ່າງບໍ່ຢຸດຢັ້ງ; ໄດ້ຮັກສາຄວາມໝັ້ນ ຄົງທາງດ້ານການເມືອງ ແລະ ສັງຄົມ, ຕັ້ງໜ້າຄົ້ນຄວ້າເສັ້ນທາງສັງຄົມນິຍົມ ທີ່ສອດຄ່ອງກັບສະພາບການຕົວຈິງ ຂອງຕົນ, ຕັ້ງໜ້າສ້າງເສດຖະກິດເອ ກະລາດ ເປັນເຈົ້າຕົນເອງ, ເສດຖະກິດ ໄດ້ຮັບການພັດທະນາດີຂຶ້ນຢ່າງຕໍ່ ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ນັບສູງຂຶ້ນ, ຍຶດໝັ້ນແນວທາງ ການຕ່າງປະເທດ ສັນຕິພາບ ເອກະ ລາດ ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ, ເຮັດໃຫ້ຖານະ ບົດບາດ ໃນເວທີພາກພື້ນ ແລະ ສາກົນ ໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ຝ່າຍຈີນ ອວຍພອນ ແລະ ເຊື່ອໝັ້ນ ວ່າ, ພາຍໃຕ້ການນໍາພາອັນເຂັ້ມແຂງ ຂອງສູນກາງພັກປະຊາຊົນປະຕິວັດ ລາວທີ່ມີສະຫາຍທອງລຸນສີສຸລິດເປັນ ແກນນໍານັ້ນ, ພັກ ແລະ ປະຊາຊົນລາວ ຈະສາມາດສໍາເລັດບັນດາເປົ້າໝາຍ ສູ້ຊົນ ແລະ ໜ້າທີ່ວຽກງານທີ່ກອງປະ ຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນການພັດທະນາເສດຖະກິດສັງຄົມ ແຫ່ງຊາດ5ປີຄັ້ງທີ10ກຳນົດໄວ້ຢ່າງ ມີໄຊແລະເປີດໂສມໜ້າໃໝ່ແຫ່ງພາລະ ກິດສັງຄົມນິຍົມຂອງ ສປປ ລາວ ຢ່າງ ບໍ່ຢຸດຢັ້ງ, ກ້າວໄປສູ່ເປົ້າໝາຍສູ້ຊົນ ໃນໂອກາດການສ້າງຕັ້ງພັກ ຄົບຮອບ 100 ປີ ດ້ວຍບາດກ້າວອັນໜັກແໜ້ນ. ໃນໂອກາດການສ້າງຕັ້ງສາຍພົວ ພັນການທູດ ລະຫວ່າງ ລາວ-ຈີນ ຄົບ ຮອບ 65 ປີ, ສອງຝ່າຍ ໄດ້ຫວນຄືນ ມິດຕະພາບອັນເປັນມູນເຊື້ອທີ່ເລິກເຊິ່ງ l6 olv[gla ' ,l ;P'9a o dP,7;k,rh v, Iv[fh ko.o[A olv[gla '9q [-A o ,D4 c]t ,D7 10/06/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ບົດສະເໜີົີ *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ຂອງ ສອງພັກ ແລະ ປະຊາຊົນສອງ ຊາດ ໄດ້ສ້າງຂຶ້ນໃນພາລະກິດການຕໍ່ສູ້ ກູ້ຊາດ ແລະ ການສ້າງສາພັດທະນາປະ ເທດຊາດ; ເຫັນດີເອກະພາບກັນວ່າ, ສອງປະເທດລາວ-ຈີນ ເປັນປະເທດສັງ ຄົມນິຍົມ ແລະ ບ້ານໃກ້ເຮືອນຄຽງທີ່ ຮ່ວມຊາຕາກຳອັນດຽວກັນ, ມີອຸດົມ ການອັນດຽວກັນ, ມີລະບອບສັງຄົມ ແລະ ເສັ້ນທາງການພັດທະນາທີ່ຄ້າຍ ຄືກັນ, ມີມິດຕະພາບແບບສະຫາຍອ້າຍ ນ້ອງດຽວກັນ ທີ່ການນໍາລຸ້ນອາວຸໂສ ຂອງ ສອງພັກ, ສອງລັດ ສ້າງຂຶ້ນນັ້ນ ໄດ້ຜ່ານຜ່າການທົດສອບແລະມີຄວາມ ໜັກແໜ້ນເຂັ້ມແຂງຍິ່ງໆຂຶ້ນ. ສອງ ຝ່າຍຢືນຢັນຄືນ, ຍຶດໝັ້ນທິດທາງໝັ້ນ ຄົງຍາວນານ, ມິດຕະພາບຖານບ້ານ ໃກ້ເຮືອນຄຽງ, ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ, ການຮ່ວມມືຮອບ ດ້ານບົນຈິດໃຈບ້ານໃກ້ເຮືອນຄຽງທີ່ດີ ເພື່ອນມິດທີ່ດີ ສະຫາຍທີ່ດີ ແລະ ຄູ່ ຮ່ວມມືທີ່ດີ, ສືບຕໍ່ປົກປັກຮັກສາ ແລະ ພັດທະນາ ສາຍພົວພັນ ລາວ-ຈີນ ໃຫ້ ດີ ເພື່ອນໍາເອົາຄວາມຜາສຸກມາສູ່ສອງ ປະເທດ ແລະ ປະຊາຊົນສອງຊາດ ໃຫ້ ຫລາຍກວ່າເກົ່າ. ສອງຝ່າຍເຫັນວ່າ, ການສ້າງຄູ່ ຮ່ວມຊາຕາກຳຂອງມວນມະນຸດແມ່ນ ຄັນທຸງອັນສະຫງ່າຜ່າເຜີຍ ແລະ ເປົ້າ ໝາຍອັນສູງສົ່ງໃນວຽກງານການ ຕ່າງປະເທດ ຂອງປະເທດໃຫຍ່ ທີ່ມີສີ ສັນພິເສດຂອງຈີນ ແລະ ກໍແມ່ນວິໄສ ທັດ ແລະ ທິດທາງຮ່ວມກັນ ທີ່ບັນດາ ປະເທດໃນໂລກພະຍາຍາມຮ່ວມກັນ. ລາວ ແລະ ຈີນ ໄດ້ສ້າງຄູ່ຮ່ວມຊາຕາ ກຳສອງຝ່າຍກ່ອນໝູ່, ປີ 2019 ແລະ 2023, ຜູ້ນໍາສູງສຸດຂອງສອງພັກ, ສອງລັດ ໄດ້ລົງນາມຮ່ວມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດແຜນແມ່ບົດວ່າ ດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ- ຈີນ ລະຫວ່າງ ພັກປະຊາຊົນປະຕິວັດ ລາວ ແລະ ພັກກອມມູນິດຈີນ ຮ່ວມກັນ ສອງຄັ້ງ. ພາຍໃຕ້ການຊີ້ທິດເຍືອງທາງ ຄວາມຮັບຮູ້ເປັນເອກະພາບອັນສໍາຄັນ ດັ່ງກ່າວ, ຜູ້ນຳສູງສຸດຂອງສອງພັກ, ສອງລັດ ໄດ້ຮັກສາການແລກປ່ຽນ ດ້ານຍຸດທະສາດຢ່າງແໜ້ນແຟ້ນໃນ ຂັ້ນຕ່າງໆນັບແຕ່ສູນກາງຮອດທ້ອງຖິ່ນ ໄດ້ໄປມາຫາສູ່ກັນຢ່າງສະໜິດແໜ້ນ, ຂໍ້ລິເລີ່ມການສ້າງ “ໜຶ່ງແລວ ໜຶ່ງເສັ້ນ ທາງ” ຂອງຈີນ ແລະ ຍຸດທະສາດການ ຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະ ເລ ເປັນປະເທດ ເຊື່ອມໂຍງເຊື່ອມຈອດ ຂອງລາວ ໄດ້ເຊື່ອມກັນຢ່າງເລິກເຊິ່ງ, ການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ ຕາມເສັ້ນທາງລົດໄຟ ລາວ-ຈີນ ໄດ້ມີ ບັນຍາກາດຟົດຟື້ນ, ເປັນເສັ້ນທາງຄໍາ ທີ່ໄດ້ມີບົດບາດເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນການຊຸກຍູ້ການພັດທະນາເສດຖະ ກິດ, ກາຍເປັນເສັ້ນທາງແຫ່ງຄວາມ ສຸກ, ເສັ້ນທາງແຫ່ງການພັດທະນາ, ເສັ້ນທາງແຫ່ງ ມິດຕະພາບ ລະຫວ່າງ ປະຊາຊົນຂອງສອງປະເທດ, ສະໜັບ ສະໜູນຄວາມພະຍາຍາມ ຂອງ ສປປ ລາວ ໃນການຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ແລະ ກ້າວເຂົ້າສູ່ເປັນປະເທດກໍາລັງພັດທະ ນາທີ່ມີລາຍຮັບປານກາງ. ໂຄງການ ໃຫຍ່ 8 ໂຄງການ ທີ່ ສປ ຈີນ ຊ່ວຍ ເຫລືອ ສປປ ລາວ ໄດ້ນໍາເອົາຜົນປະ ໂຫຍດມາສູ່ປະຊາຊົນລາວ ຢ່າງຕໍ່ ເນື່ອງ, ມິດຕະພາບຂອງປະຊາຊົນ ສອງປະເທດ ໄດ້ຮັບການເພີ່ມພູນຄູນ ສ້າງຢ່າງຕໍ່ເນື່ອງ, ສອງປະເທດ ລາວຈີນ ໄດ້ມີການປະສານສົມທົບກັນຢ່າງ ແໜ້ນແຟ້ນ ໃນເວທີພາກພື້ນ ແລະ ສາກົນ. ເດັດດ່ຽວສະໜັບສະໜູນກັນໃນ ການປົກປ້ອງຜົນປະໂຫຍດອັນເປັນ ແກ່ນສານຂອງຕົນເອງ. ສອງຝ່າຍ ໄດ້ສະແຫວງຫາການພັດທະນາ ໂດຍ ການຮ່ວມມືຕ່າງຝ່າຍຕ່າງມີຜົນປະ ໂຫຍດ, ຕ່າງຝ່າຍຕ່າງໄດ້ຮັບໄຊຊະນະ ແລະ ຮ່ວມມືສາມັກຄີກັນຮັບມືກັບສິ່ງ ທ້າທາຍ, ອັນໄດ້ສະແດງໃຫ້ເຫັນວ່າ ຄູ່ຮ່ວມຊາຕາກຳ ທັງສາມາດສໍາຜັດ ແລະ ຮູ້ສຶກໄດ້, ມີການພັດທະນາເລິກ ເຊິ່ງຢ່າງຕໍ່ເນື່ອງ ແລະ ກ້າວເດີນໄປໄກ ຢ່າງໜັກແໜ້ນ. ເມື່ອຜະເຊີນໜ້າກັບການປ່ຽນແປງ ຂອງໂລກ, ໃນຍຸກສະໄໝໃໝ່, ການ ປ່ຽນແປງຂອງປະຫວັດສາດ, ສອງ ຝ່າຍເຫັນດີເປັນເອກະພາບຈັດຕັ້ງຜັນ ຂະຫຍາຍ ແຜນແມ່ບົດວ່າດ້ວຍການ ສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ລະ ຫວ່າງພັກປະຊາຊົນປະຕິວັດລາວແລະ ພັກກອມມູນິດຈີນ (2024-2028), ຮ່ວມກັນສ້າງຄູ່ຮ່ວມຊາຕາກຳ ລາວຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະ ພາບການຂອງຍຸກໃໝ່, ສ້າງຄວາມໄວ້ ເນື້ອເຊື່ອໃຈກັນທາງດ້ານການເມືອງ ໃນລະດັບສູງ, ດໍາເນີນການຮ່ວມມື ດ້ານຄວາມໝັ້ນຄົງ ຢ່າງໜຽວແໜ້ນ ສູງ, ລົງເລິກການຮ່ວມມືຕ່າງຝ່າຍຕ່າງ ມີຜົນປະໂຫຍດຢ່າງມີຄຸນນະພາບສູງ, ຊຸກຍູ້ການໄປມາຫາສູ່ກັນຂອງປະຊາ ຊົນ ແລະ ການແລກປ່ຽນວັດທະນະທໍາ ຢ່າງມີຄວາມຖີ່ສູງ, ປະສານງານດ້ານ ຍຸດທະສາດໃຫ້ແໜ້ນແຟ້ນ ແລະ ມີມາດ ຕະຖານສູງ, ຊຸກຍູ້ການພົວພັນ ລາວຈີນ ແລະ ພາລະກິດ ການຫັນເປັນທັນ ສະໄໝທີ່ມີສີສັນພິເສດຂອງແຕ່ລະປະ ເທດ ໃຫ້ກ້າວເຂົ້າສູ່ໄລຍະໃໝ່ ເພື່ອ ເປັນແບບຢ່າງໃຫ້ແກ່ການສ້າງຄູ່ຮ່ວມ ຊາຕາກຳຂອງມວນມະນຸດ. ສ້າງຄວາມໄວ້ເນື້ອເຊື່ອໃຈກັນ້້ື້ື່ັ ດ້ານການເມືອງໃນລະດັບສູງ.້ າື ອັ ບູ ງ 1. ຜູ້ນໍາສູງສຸດ ສອງພັກ, ສອງ ລັດ ຮັກສາການໄປມາຫາສູ່ກັນຢ່າງ ແໜ້ນແຟ້ນ ມີບົດບາດການນໍາພາທີ່ບໍ່ມີ ອັນທົດແທນໄດ້ ຕໍ່ການພັດທະນາສາຍ ພົວພັນສອງພັກ, ສອງລັດ; ສອງຝ່າຍ ຍິນດີສືບຕໍ່ກົນໄກຕ່າງໆ ເຊັ່ນ: ການ ຢ້ຽມຢາມ, ສົນທະນາທາງໄກ, ສົ່ງຈົດ ໝາຍ, ພົບປະໃນເວທີຫລາຍຝ່າຍ ແລະ ອື່ນໆ, ເພີ່ມທະວີການແລກປ່ຽນສົນທະ ນາດ້ານຍຸດທະສາດຂອງການນໍາຂັ້ນ ສູງ ສອງພັກ, ສອງລັດ, ໂດຍສະເພາະ ຜູ້ນໍາສູງສຸດຂອງສອງຝ່າຍ, ແລກ ປ່ຽນຄໍາຄິດຄໍາເຫັນຢ່າງເລິກເຊິ່ງ ໃນ ບັນຫາສໍາຄັນຂອງການພົວພັນ ລາວຈີນ ແລະ ສະພາບການພາກພື້ນ ແລະ ສາກົນ. ຊີ້ນໍາ-ນໍາພາສາຍພົວພັນລາວ- ຈີນ ໃຫ້ກ້າວໄປຕາມທິດທາງທີ່ຖືກ ຕ້ອງຢ່າງສະເໝີຕົ້ນສະເໝີປາຍ ດ້ວຍ ວິໄສທັດ ແລະ ຍຸດທະສາດອັນຍາວໄກ. 2. ສືບຕໍ່ເສີມຂະຫຍາຍບົດບາດ ພິເສດ ຂອງສາຍພັກ ຢ່າງເຕັມສ່ວນ, ຂປລ. ໃນສົກຮຽນ 20252026 ນີ້ ສູນສອບເສັງ ຈົບຊັ້ນມັດ ທະຍົມສຶກສາຕອນຕົ້ນ ແລະ ຕອນ ປາຍ ມສ ວຽງຈັນ ກຽມຄວາມ ພ້ອມຮອບດ້ານເພື່ອຮອງຮັບໃນ ບັ້ນສອບເສັງຄັ້ງນີ້ ບັນລຸຕາມຄາດ ໝາຍ ແລະ ຮັບປະກັນໄດ້ຄວາມ ໂປ່ງໃສ, ຄວາມປອດໄພ, ຄວາມ ເປັນລະບຽບຮຽບຮ້ອຍ ແລະ ອື່ນໆ ຕາມຄາດໝາຍທີ່ວາງໄວ້. ທ່ານ ທອງພັນ ອຸໄລທອນ ຜູ້ ອໍານວຍການໂຮງຮຽນມັດທະຍົມ ສຶກສາສົມບູນວຽງຈັນ (ມສ ວຽງ ຈັນ) ໄດ້ໃຫ້ສໍາພາດໃນວັນທີ 8 ມິຖຸນາ 2026 ນີ້ວ່າ: ສຳລັບການ ກຽມຄວາມພ້ອມໃນບັ້ນສອບເສັງ ມ4 ແລະ ມ7 ນີ້ ມສ ວຽງຈັນ ຂອງພວກເຮົາຖືເປັນສູນໜຶ່ງຂອງ ເມືອງຈັນທະບູລີ, ເປັນສູນໃຫຍ່ທີ່ ສາມາດຮອງຮັບເອົານັກສອບເສັງ ໄດ້ຈຳນວນຫລາຍ ຊຶ່ງໃນສົກຮຽນ ນີ້ ສຳລັບບັ້ນສອບເສັງຈົບຊັ້ນ ມ4 ຈະເປີດສາກຂຶ້ນໃນວັນທີ 10-12 ມິຖຸນາ 2026, ມີຫ້ອງສອບເສັງ ທັງໝົດ 66 ຫ້ອງສອບ ແລະ ຫ້ອງ ຄະນະກຳມະການກາງ 1 ຫ້ອງ, ມີຈຳນວນນັກສອບເສັງທັງໝົດ 1.499 ນ້ອງ, ຍິງ 747 ນ້ອງ ຊຶ່ງ ມາຈາກ 15 ໂຮງຮຽນ, ໃນນັ້ນ ໂຮງຮຽນພາກລັດ 5 ແຫ່ງ ແລະ ມີກຳມະການຍາມຫ້ອງສອບເສັງ ປະຈຳສູນທັງໝົດ 135 ຄົນ, ຍິງ 95 ຄົນ. ແນວໃດກໍດີ, ເພື່ອກຽມ ຄວາມພ້ອມຮອບດ້ານໃຫ້ແກ່ບັ້ນ ສອບເສັງ ມ4 ຄັ້ງນີ້ ໃຫ້ບັນລຸ ຕາມຄາດໝາຍທີ່ວາງໄວ້ ທາງສູນ ໄດ້ມີການລວມຄູ-ອາຈານ ແລະ ນ້ອງນັກຮຽນ ມ4 ເພື່ອເຜີຍແຜ່ ກົດລະບຽບການສອບເສັງ ໂດຍ ສະເພາະສິດໜ້າທີ່ ແລະ ຂໍ້ຫ້າມ ຕ່າງໆ. ນອກຈາກນັ້ນ. ກໍໄດ້ອະນາ ໄມສະຖານອ້ອມຮອບໂຮງຮຽນ, ອະນາໄມຫ້ອງນ້ຳໃຫ້ສະອາດ, ສິດ ຢາຂ້າຍຸງລາຍ, ສ້ອມແປງໂຕະຕັ່ງ, ຈັດຫ້ອງແຕ່ລະຫ້ອງບັນຈຸໂຕະ ຕັ່ງເຂົ້າ 22-24 ຊຸດ/ຫ້ອງ ແລະ ສ້ອມແປງດອກໄຟ, ພັດລົມ ແຕ່ລະ ຫ້ອງ ແລະ ຕິດຕັ້ງບັ້ງດັບເພີງໄວ້ ຕາມຈຸດຕ່າງໆທີ່ສຳຄັນ ເພື່ອປ້ອງ ກັນການເກີດອັກຄີໄພ ຊຶ່ງຮັບປະ ກັນວ່າຢູ່ໃນສະພາບພ້ອມໃຊ້ງານ 100%, ມີຄວາມພ້ອມຮອບດ້ານ 100% ໃນການຈັດຕັ້ງການສອບ ເສັງຈົບ ມ4 ແລະ ມ7 ສົກຮຽນ 2025-2026 ໃຫ້ບັນລຸຕາມຄາດ ໝາຍທີ່ວາງໄວ້. ພ້ອມນັ້ນ, ສູນຂອງພວກເຮົາ ກໍຮັບປະກັນບໍ່ໃຫ້ມີຫົວຂໍ້ສອບຮົ່ວ ໄຫລເດັດຂາດ, ເພາະກ່ອນຈະມາ ເຖິງຈຸດນີ້ກໍໄດ້ມີການລວມຄູ ລວມ ນັກຮຽນ ເພື່ອເຜີຍແຜ່ລະບຽບ, ສິດ ໜ້າທີ່ ແລະ ຂໍ້ຫ້າມຕ່າງໆ ເພື່ອບໍ່ ໃຫ້ນັກຮຽນເຮັດຜິດລະບຽບ ໂດຍ ສະເພາະແມ່ນໂທລະສັບມືຖືແມ່ນບໍ່ ໃຫ້ມີເດັກຂາດ ກ່ອນຈະເຂົ້າຫ້ອງ ສອບເສັງຈະໄດ້ກວດຄົ້ນຄັກແນ່. ສ່ວນຄະນະກຳມະການຍາມຫ້ອງ ເສັງແມ່ນມີຫລາຍພາກສ່ວນມາ ຍາມ ກໍຄືແຕ່ລະເມືອງ. ສະນັ້ນ, ຄະ ນະກຳມະການຈາກເມືອງກໍໄດ້ມາ ເຜີຍແຜ່ລະບຽບ ແລະ ຂໍ້ຫ້າມ ຕ່າງໆໃຫ້ຄູອາຈານທີ່ມາຍາມຫ້ອງ ສອບເສັງ. ສຳລັບການສອບເສັງຈົບຊັ້ນ ມ7 ທີ່ຈະສອບເສັງໃນລະຫວ່າງ ວັນທີ 17-19 ມິຖຸນາ 2026 ທີ່ ຈະມາເຖິງນີ້, ສູນ ມສ ວຽງຈັນ ໃນ 24 ສູນ ຖືວ່າເປັນສູນໃຫຍ່ກວ່າ ໝູ່ ໃນນະຄອນຫລວງວຽງຈັນ ໃນ ດ້ານຈຳນວນພົນ ແລະ ຈຳນວນ ຫ້ອງສອບ, ມີຫ້ອງສອບເສັງ 64 ຫ້ອງ, ມີ 10 ໂຮງຮຽນ; ໃນນັ້ນ ໂຮງຮຽນລັດມີ ມສ ວຽງຈັນ, ເພຍ ວັດ, ເຈົ້າອານຸວົງ ແລະ ມສ ພອນ ສະຫວັນແຫ່ງຊາດ. ສ່ວນລະບຽບ ແລະ ຂໍ້ຫ້າມຕ່າງໆແມ່ນຄືກັບ ມ4. ສະເພາະ ມສ ວຽງຈັນ ມີນ້ອງນັກ ຮຽນເຂົ້າສອບເສັງຈຳນວນ 502 ຄົນ, ຍິງ 215 ຄົນ ລວມຈຳນວນ ນັກຮຽນທີ່ມາສອບເສັງທັງໝົດ ຈຳ ນວນ 1.272 ຄົນ. ທ່ານ ທອງພັນ ອຸໄລທອນ ກ່າວ ຕື່ມວ່າ: ໃນສົກຮຽນ 2025-2026 ນີ້ ມສ ວຽງຈັນ ມີນັກຮຽນທັງໝົດ 3.400-3.500 ຄົນ. ການຮຽນ ການສອນແຕ່ລະວິຊາແມ່ນໄດ້ເອົາ ໃຈໃສ່ນອກ ຈາກວຽກງານວິຊາສະ ເພາະແລ້ວ, ກ່ອນເປີດສົກຮຽນກໍໄດ້ ມີການຝຶກອົບຮົມໃຫ້ຄູແຕ່ລະວິຊາ ເພື່ອກຽມຄວາມພ້ອມແກ່ສົກຮຽນ ໃໝ່. ສຳລັບສົກຮຽນນີ້ກໍໄດ້ມີການ ສອນປົກກະຕິຕາມແຜນໂຮງຮຽນ ວາງອອກ ໂດຍສະເພາະແມ່ນແຜນ ດຳເນີນງານທີ່ໄດ້ກຳນົດໄວ້, ຄູແຕ່ ລະວິຊາກໍໄດ້ມີການແຕ່ງບົດສອນ ດ້ວຍ 2 ຮູບແບບຄື: ແບບທີ 1 ແມ່ນ ແຕ່ງໃສ່ປຶ້ມແຕ່ງບົດສອນທີ່ທາງ ຂັ້ນເທິງແຈກຢາຍໃຫ້ ແລະ ແບບທີ 2 ແມ່ນແຕ່ງບົດສອນດ້ວຍພາວເວີ ພອຍ ເພາະດຽວນີ້ ຫ້ອງຮຽນຂອງ ພວກເຮົາ 78 ຫ້ອງແມ່ນມີຄວາມ ພ້ອມໃນການສິດສອນແບບເອເລັກ ໂຕຣນິກ. ນອກນັ້ນ ກໍມີແຜນກິດຈະ ກຳຕ່າງໆໂດຍສະເພາະແມ່ນແຜນ ບຳລຸງນັກຮຽນເກັ່ງ, ໃນເດືອນ 10 ຂອງທຸກໆປີ ກໍໄດ້ມີການຄັດເລືອກ ເອົານັກຮຽນເກັ່ງມາຮຽນບຳລຸງ ເພື່ອໄປສອບເສັງໃນລະດັບເມືອງ, ລະດັບແຂວງ ແລະ ລະດັບຊາດ. ນອກຈາກນັ້ນ, ຍັງມີິກິດຈະກຳ ຕ່າງໆທີ່ຕິດພັນກັບການສິດສອນ ຂອງພວກເຮົາເປັນຕົ້ນແມ່ນງານ ວິທະຍາສາດ ຫລື ກິດຈະກຳສິລະ ປະ-ກິລາ ແລະ ອື່ນໆ. ສຳລັບສົກ ຮຽນນີ້ ນອກຈາກສິດສອນວິຊາສະ ເພາະແລ້ວ, ຍັງໃຫ້ຄູ-ອາຈານແຕ່ ລະທ່ານເອົາໃຈໃສ່ສຶກສາອົບຮົມ ແນວຄິດລູກຫລານໃຫ້ຕັ້ງໃຈຮ່ຳ ຮຽນໜັງສືເພາະຍັງມີນັກຮຽນຈຳ ນວນໜຶ່ງຍັງຖືເບົາຕໍ່ການສຶກສາ ຮ່ຳຮຽນ. ສຸດທ້າຍນີ້ຂ້າພະເຈົ້າຂໍຝາກ ເຖິງລູກຫລານນັກຮຽນ, ຜູ້ປົກຄອງ ທຸກໆທ່ານ ໃນໄລຍະທີ່ຈະສອບເສັງ ຈົບຊັ້ນ ມ4 ແລະ ມ7 ນີ້ ໃຫ້ນ້ອງ ນັກຮຽນເອົາໃຈໃສ່ສຶກສາຄົ້ນຄວ້າ ຮ່ຳຮຽນ, ເອົາໃຈໃສ່ມາເຂົ້າຫ້ອງ ສອບເສັງໃຫ້ທັນເວລາ, ມາເສັງໃຫ້ ຄົບທຸກວິຊາ ແລະ ຂໍໃຫ້ຜູ້ປົກຄອງ ທຸກທ່ານຊ່ວຍເອົາໃຈໃສ່ເບິ່ງແຍງ ຕິດຕາມລູກຫລານຂອງຕົນໃຫ້ນຸ່ງ ເຄື່ອງຖືກລະບຽບວິໄນ ແລະ ຕິດ ຕາມລູກຫລານແຕ່ລະມື້ມາສອບ ເສັງໃຫ້ຄົບທຸກວິຊາ.
RkJQdWJsaXNoZXIy MTc3MTYxMQ==