gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 10/06/2026 xtgmf]k; lt4kom6 fvq flt8ik]u 9a f'ko]h P' vksko7+ k.sh vtfu foa dlb dlkvq flt8ik]u ປະທານສະພາແຫ່ງຊາດ...່ ນາຍົກລັດຖະມົນຕີ...ົັົີ ນາຍົກລັດຖະມົນຕີ ແຫ່ງ...ົັົີ່ ຮອງນາຍົກລັດຖະມົນຕີ...ົັົີ ຂປລ. ໂດຍການຕອບສະໜອງ ຕາມການເຊື້ອເຊີນຂອງທ່ານ ເລ ມີງ ຮຶງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ລາວ ເຂົ້າຮ່ວມກອງປະຊຸມເວທີ ອະນາຄົດອາຊຽນ ຄັ້ງທີ 3 (3rd ຂປລ. ໃນວັນທີ 9 ມິຖຸນາ 2026 ທີ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ, ໃນຖານະ ປະທານກອງປະຊຸມທົບທວນສົນ ທິສັນຍາວ່າດ້ວຍການເກືອດຫ້າມ ລະເບີດລູກຫວ່ານຮອບວຽນທີ 3, ໄດ້ພົບປະສອງຝ່າຍກັບທ່ານ ນາງ ອິຊຶມິ ນະກະມິດຊຶ (Ms. Izumi NAKAMITSU) ຮອງ ເລຂາທິການໃຫຍ່, ຜູ້ຕາງໜ້າຂັ້ນ ສູງສະຫະປະຊາຊາດ (ສປຊ) ດ້ານວຽກງານການຫລຸດຜ່ອນອາ ວຸດ (UNODA), ໃນໂອກາດ ຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມ ກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3 ຢູ່ ສສ ຫວຽດນາມ. ໃນການພົບປະຄັ້ງນີ້, ທ່ານຮອງ ນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຍິນຄວາມດີ ທີ່ໄດ້ພົບປະກັບທ່ານ ນາງ ອິຊຶມິ ນະກະມິດຊຶ ຮອງເລຂາທິການ ໃຫຍ່, ຜູ້ຕາງໜ້າຂັ້ນສູງ ສປຊ ດ້ານ ຂປລ. ເມື່ອບໍ່ດົນມານີ້, ຢູ່ນະ ຄອນຫລວງວຽງຈັນ, ສະຖານ ທູດອົດສະຕຣາລີ ປະຈໍາລາວ ຈັດ ງານລ້ຽງອາຫານຄໍ່າ ເພື່ອມິດຕະ ພາບໃຫ້ແກ່ອະດີດນັກສຶກສາອົດສະ ຕຣາລີ ຜູ້ທີ່ມີຜົນງານພົ້ນເດັ່ນ ເພື່ອ ສະເຫລີມສະຫລອງມິດຕະພາບທີ່ ໃກ້ຊິດ ແລະ ການຮ່ວມມືທີ່ຍືນຍົງ ລະຫວ່າງອົດສະຕຣາລີ ແລະ ສປປ ລາວ ໂດຍມີທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດ ສະຫະກໍາ ແລະ ການຄ້າ ແລະ ອະ ດີດນັກສຶກສາທີ່ເປັນການນໍາອາວຸ ໂສຈໍານວນໜຶ່ງເຂົ້າຮ່ວມ. ທ່ານ ນາງ ເມແກນ ຈອນສ໌ ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ອົດ ສະຕຣາລີ ໄດ້ຮ່ວມມືກັບ ສປປ ລາວ ໂດຍຜ່ານການສຶກສາເປັນເວລາ ຫລາຍກວ່າ 70 ປີ, ການນໍາ, ເຈົ້າ ໜ້າທີ່ ແລະ ຜູ້ຊ່ຽວຊານຈາກ ສປປ ລາວ ຫລາຍກວ່າພັນຄົນໄດ້ໄປສຶກ ສາຮໍ່າຮຽນຢູ່ອົດສະຕຣາລີ ແລະ ກັບມາພ້ອມກັບແນວຄວາມຄິດ ໃໝ່ໆ, ສາຍພົວພັນທີ່ຍືນຍົງ ແລະ ຄວາມມຸ່ງໝັ້ນທີ່ເຂັ້ມແຂງໃນການ ປະກອບສ່ວນໃຫ້ແກ່ປະເທດຊາດ ຂອງເຂົາເຈົ້າ. ໂອກາດນີ້, ທ່ານ ມະໄລທອງ ກົມມະສິດ ກໍໄດ້ກ່າວຫວນຄືນໃນ ໄລຍະທີ່ທ່ານໄດ້ສຶກສາລະດັບປະ ລິນຍາໂທ ຢູ່ທີ່ອົດສະຕຣາລີ ວ່າ: ຖື ເປັນຊ່ວງເວລາທີ່ສໍາຄັນໃນຊີວິຂອງ ຂ້າພະເຈົ້າທັງທາງດ້ານວິຊາການ ແລະ ສ່ວນຕົວ ຊຶ່ງໄດ້ເປີດກວ້າງ ທັດສະນະ ແລະ ເສີມສ້າງຄວາມ ເຂົ້າໃຈຂອງຂ້າພະເຈົ້າກ່ຽວກັບ ນະໂຍບາຍພາກລັດ ແລະ ການ ພັດທະນາ. ພ້ອມນີ້, ທ່ານຍັງໄດ້ ສະແດງຄວາມຊົມເຊີຍຕໍ່ອົດສະ ຕຣາລີ ສໍາລັບໂຄງການທຶນການ ສຶກສາທີ່ດໍາເນີນການຢ່າງຕໍ່ເນື່ອງ, ການລົງທຶນໄລຍະຍາວດ້ານຊັບພະ ຍາກອນມະນຸດຍັງເປັນຮູບແບບ ການຮ່ວມມືທີ່ຍືນຍົງທີ່ສຸດ ຊຶ່ງໄດ້ ຊ່ວຍຫລໍ່ຫລອມມືອາຊີບຮຸ່ນໃໝ່ ຂອງ ສປປ ລາວ, ປັດຈຸບັນຫລາຍ ຄົນກໍຮັບໜ້າທີ່ເປັນຜູ້ນໍາອາວຸໂສ ໃນພາກລັດ, ພາກທຸລະກິດ ແລະ ອົງການຈັດຕັ້ງສາກົນ. ອົດສະຕຣາລີ ສະໜັບສະໜູນອະ ດີດນັກສຶກສາຂອງຕົນໃນສປປລາວ ໂດຍຜ່ານໂອກາດການພັດທະນາວິ ຊາຊີບທີ່ຫລາກຫລາຍ, ກິດຈະກໍາ ການສ້າງເຄືອຂ່າຍ ແລະ ກິດຈະກໍາ ຊຸມຊົນຕ່າງໆທີ່ສົ່ງເສີມການຮ່ວມມື ແລະ ການມີສ່ວນຮ່ວມຢ່າງຕໍ່ເນື່ອງ. ໂຄງການທຶນການສຶກສາທີ່ ມີຊື່ສຽງຂອງອົດສະຕຣາລີ ກໍຄື Australia Awards ເປັນໜຶ່ງ ໃນໂຄງການທຶນການສຶກສາຕ່າງ ປະເທດ ທີ່ດໍາເນີນມາຍາວນານທີ່ ສຸດໃນ ສປປ ລາວ. ການສະໝັກ ຮັບທຶນການສຶກສາ Austral ia Awards ສໍາລັບສົກປີ 2028 ຈະ ເປີດຮັບໃນເດືອນກຸມພາ 2027. ຍືນຍົງລະຫວ່າງສອງລັດຖະບານ, ປະຊາຊົນສອງຊາດ ກໍຄື ສອງ ກອງທັບ ລາວ-ໄທ ໃຫ້ຈະເລີນງອກ ງາມຍິ່ງໆຂຶ້ນ, ທັງສະແດງຄວາມ ຊົມເຊີຍຕໍ່ການພົວພັນຮ່ວມມືອັນດີ ງາມ ແລະ ມີປະສິດທິຜົນຂອງສອງ ກອງທັບໃນໄລຍະຜ່ານມາ ໂດຍສະ ເພາະຜົນສຳເລັດທີ່ເປັນຮູບປະທຳ ໃນການແກ້ໄຂບັນຫາຕ່າງໆຕາມ ບໍລິເວນຊາຍແດນ. ພ້ອມນັ້ນ, ທ່ານ ປະທານສະພາແຫ່ງຊາດ ຍັງໄດ້ ເນັ້ນໃຫ້ສອງກອງທັບສືບຕໍ່ເພີ່ມ ທະວີຮັດແໜ້ນການພົວພັນຮ່ວມມື ຢ່າງໃກ້ຊິດຕື່ມ ໂດຍຜ່ານການ ແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ນຳກັນຢ່າງປົກກະຕິ; ສືບຕໍ່ເອົາໃຈ ໃສ່ປະສານສົມທົບກັນຢ່າງໃກ້ຊິດ ໃນການສະກັດກັ້ນການກໍ່ຄວາມບໍ່ ສະຫງົບລຽບຕາມຊາຍແດນ ເປັນ ຕົ້ນການລັກລອບເຂົ້າເມືອງຜິດກົດ ໝາຍ, ອາຊະຍາກຳຂ້າມຊາດ, ການກໍ່ອາຊະຍາກຳທາງໂທລະ ຄົມມະນາຄົມ, ການຄ້າມະນຸດ, ການ ຄ້າຂາຍເຖື່ອນ ແລະ ການຄ້າຂາຍ ສິ່ງເສບຕິດ ໂດຍຜ່ານທຸກກົນໄກ ທີ່ມີຢູ່ໃນປັດຈຸບັນລະຫວ່າງສອງ ປະເທດ. ນອກນັ້ນ, ຍັງໄດ້ຊຸກຍູ້ໃຫ້ ຄະນະກຳມະການຮ່ວມມືຮັກສາ ຄວາມສະຫງົບຮຽບຮ້ອຍຕາມຊາຍ ແດນທົ່ວໄປ ລາວ-ໄທ (GBC) ສືບຕໍ່ຈັດຕັ້ງປະຕິບັດກົນໄກການ ຮ່ວມມືຢ່າງມີປະສິດທິຜົນ ເຊັ່ນ: ການລາດຕະເວນຮ່ວມ, ການທັດ ສະນະສຶກສາ-ຝຶກອົບຮົມ ແລະ ສືບ ຕໍ່ວຽກງານການປັກຫລັກໝາຍ ຊາຍແດນ ໃນຈຸດທີ່ຍັງຄົງຄ້າງໃຫ້ ສຳເລັດໂດຍໄວ ເພື່ອຫລີກລ່ຽງຊ່ອງ ວ່າງທີ່ກຸ່ມຄົນບໍ່ດີອາດສວຍໃຊ້. ທ່ານ ພົອ ອຸກຣິດ ບຸນຕານົນ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ປະທານສະພາແຫ່ງຊາດລາວ ທີ່ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມກັບສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ສະພາແຫ່ງ ຊາດລາວ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນການຮ່ວມມືລະ ຫວ່າງສອງກອງທັບໄລຍະຜ່ານ ມາ ແລະ ຈະສືບຕໍ່ຊຸກຍູ້ການຮ່ວມມື ລະຫວ່າງສອງປະເທດໃຫ້ເຂົ້າສູ່ ລວງເລິກຍິ່ງໆຂຶ້ນ ໂດຍສະເພາະ ການພົວພັນຮ່ວມມືລະຫວ່າງສອງ ກອງທັບ ໄທ-ລາວ ໃຫ້ໄດ້ຮັບ ການພັດທະນາຍິ່ງໆຂຶ້ນ. ພ້ອມນັ້ນ, ຍັງໄດ້ລາຍງານຜົນສຳເລັດການ ເຂົ້າຮ່ວມກອງປະຊຸມລະຫວ່າງ ຫົວໜ້າກົມໃຫຍ່ເສນາທິການກອງ ທັບປະຊາຊົນລາວ ແລະ ຜູ້ບັນຊາ ການທະຫານສູງສຸດ ແຫ່ງ ລາຊະ ອານາຈັກໄທ ຄັ້ງທີ 2 ອີກດ້ວຍ. ຂ່າວ: ສພຊ 7-9 ມິຖຸນາ 2026. ໃນໂອກາດນີ້, ສອງຝ່າຍໄດ້ແຈ້ງ ສະພາບການພາຍໃນໂດຍຫຍໍ້ຂອງ ສອງປະເທດໃຫ້ກັນຊາບ ແລະ ໄດ້ ສະແດງຄວາມຊົມເຊີຍຕໍ່ບັນດາຜົນ ສໍາເລັດທີ່ສອງຝ່າຍຍາດມາໄດ້ໃນ ໄລຍະຜ່ານມາ, ພ້ອມທັງໄດ້ຕີລາຄາ ສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ, ການ ຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນ ຍຸດທະສາດລະຫວ່າງສອງປະເທດ ທີ່ສືບຕໍ່ມີການຂະຫຍາຍຕົວຢ່າງ ຕໍ່ເນື່ອງໃນທຸກຂົງເຂດວຽກງານ ໂດຍສືບຕໍ່ມີການພົບປະ, ແລກປ່ຽນ ຄະນະຜູ້ແທນແຕ່ຂັ້ນສູນກາງຮອດ ທ້ອງຖິ່ນຢ່າງເປັນປົກກະຕິ. ອັນ ພົ້ນເດັ່ນແມ່ນສອງສະຫາຍເລຂາ ທິການໃຫຍ່, ປະທານປະເທດ ລາວ-ຫວຽດນາມ ໄດ້ສໍາເລັດການ ແລກປ່ຽນການຢ້ຽມຢາມລັດຖະ ກິດເຊິ່ງກັນ ແລະ ກັນ ພາຍຫລັງ ສໍາເລັດກອງປະຊຸມໃຫຍ່ຂອງສອງ ພັກ ເພື່ອເປັນການຢືນຢັນຄືນເຖິງ ການຖືສໍາຄັນ ແລະ ບຸລິມະສິດຕົ້ນຕໍ ຕໍ່ສາຍພົວພັນແບບພິເສດ ລາວຫວຽດນາມ ທີ່ມີໜຶ່ງບໍ່ມີສອງໃນ ໂລກນີ້. ພ້ອມດຽວກັນນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບຈະສືບຕໍ່ ເພີ່ມທະວີການຮ່ວມມືທາງດ້ານ ການເມືອງໃຫ້ແໜ້ນແຟ້ນ ແລະ ສ້າງ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃນລະດັບສູງສຸດ, ເພີ່ມທະວີ ການຮັດແໜ້ນການພົວພັນຮ່ວມມື ລະຫວ່າງສອງສະພາແຫ່ງຊາດ ໂດຍສະເພາະການຊ່ວຍເຫລືອ ແລະ ແບ່ງປັນບົດຮຽນປະສົບການ, ການ ບໍາລຸງສ້າງບຸກຄະລາກອນຂອງສະ ພາແຫ່ງຊາດຫວຽດນາມ ແກ່ສະ ພາແຫ່ງຊາດລາວ, ສືບຕໍ່ປະສານ ສົມທົບກັນຢ່າງແໜ້ນແຟ້ນ ເພື່ອ ກະກຽມການສະເຫລີມສະຫລອງປີ ສາມັກຄີມິດຕະພາບ ລາວ-ຫວຽດ ນາມ ໃນປີ 2027 ລວມທັງການ ສະຫລອງວັນສ້າງຕັ້ງສາຍພົວພັນ ການທູດ ຄົບຮອບ 65 ປີ ແລະ ວັນ ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 50 ປີ ໃນປີ ດຽວກັນ, ສືບຕໍ່ເອົາໃຈໃສ່ ແລະ ເພີ່ມ ທະວີການໂຄສະນາ ແລະ ສຶກສາ ອົບຮົມໃຫ້ຖັນແຖວພະນັກງານ ແລະ ປະຊາຊົນ ໂດຍສະເພາະຄົນຮຸ່ນໃໝ່ ໄດ້ເຂົ້າໃຈຢ່າງແທ້ຈິງເຖິງຄວາມ ໝາຍ ແລະ ຄວາມສໍາຄັນຂອງສາຍ ພົວພັນພິເສດທີ່ມີໜຶ່ງບໍ່ມີສອງໃນ ໂລກນີ້ ຂອງສອງປະເທດ ລາວຫວຽດນາມ, ພ້ອມທັງສືບຕໍ່ປະສານ ສົມທົບກັນຢ່າງແໜ້ນແຟ້ນໃນການ ແລກປ່ຽນບົດຮຽນ, ທັດສະນະ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນ ເວທີພາກພື້ນ ແລະ ສາກົນ. ໃນໂອກາດດັ່ງກ່າວ, ສະຫາຍນາ ຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ ສະແດງຄວາມຊົມເຊີຍຕໍ່ສະຫາຍ ເຈິນ ແທັງ ເໝີ້ນ ທີ່ສືບຕໍ່ໄດ້ຮັບ ການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງ ເປັນປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໃນໂອກາດກອງ ປະຊຸມຄັ້ງປະຖົມມະລືກຂອງສະ ພາແຫ່ງຊາດ ຊຸດທີ XVI ຜ່ານ ມາ ຊຶ່ງເປັນການສະແດງໃຫ້ເຫັນ ເຖິງຄວາມໄວ້ເນື້ອເຊື່ອໃຈຂອງ ພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ, ພ້ອມທັງ ໄດ້ນໍາເອົາຄໍາຢື້ຢາມຖາມຂ່າວອັນ ອົບອຸ່ນ ແລະ ຄວາມຮັກແພງອັນ ສະໜິດສະໜົມຖານສະຫາຍອ້າຍ ນ້ອງຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການ ເມືອງສູນກາງພັກ, ປະທານສະພາ ແຫ່ງຊາດ ແຫ່ງ ສປປ ລາວ ມາ ຍັງສະຫາຍ ເຈິນ ແທັງ ເໝີ້ນ ແລະ ບັນດາສະຫາຍການນໍາຂອງສະພາ ແຫ່ງຊາດ ແລະ ສະມາຊິກສະພາ ແຫ່ງຊາດທຸກສະຫາຍ. ພ້ອມກັນ ນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ແຈ້ງໃຫ້ຊາບຜົນການພົບປະກັບ ສະຫາຍນາຍົກລັດຖະມົນຕີ ເລ ມິງ ຮຶງ ຊຶ່ງສອງຝ່າຍໄດ້ຮ່ວມກັນ ປຶກສາຫາລືຫລາຍບັນຫາ ໂດຍ ສະເພາະແມ່ນການທົບທວນຄືນ ການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງ ຂອງການນໍາຂັ້ນສູງຂອງສອງພັກ ກໍຄື ຜົນຂອງກອງປະຊຸມ ຄັ້ງທີ 48 ແນໃສ່ໃນການສົ່ງເສີມການ ຮ່ວມມືທາງດ້ານເສດຖະກິດໃຫ້ມີ ປະສິດທິຜົນຕື່ມອີກ ແລະ ນັບມື້ໃຫ້ ສົມຄູ່ກັບດ້ານການເມືອງທີ່ດີເລີດ ຂອງສອງປະເທດ. ໃນໂອກາດດັ່ງ ກ່າວ, ສະຫາຍນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕາງໜ້າ ພັກ, ລັດ ແລະ ປະຊາຊົນລາວບັນດາ ເຜົ່າສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງທີ່ ໄດ້ໃຫ້ການຊ່ວຍເຫລືອອັນລໍ້າຄ່າ ແລະ ທັນການໃຫ້ແກ່ ສປປ ລາວ ຕະຫລອດມາບໍ່ວ່າຈະຢູ່ໃນສະໄໝ ຕໍ່່ສູ້ກູ້ຊາດ ກໍຄື ໃນໄລຍະແຫ່ງການ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດໃນປັດຈຸບັນ ໂດຍ ສະເພາະແມ່ນການຊ່ວຍເຫລືອຂອງ ສະພາແຫ່ງຊາດຫວຽດນາມ ທີ່ມີຕໍ່ ສະພາແຫ່ງຊາດລາວ. ໃນຂະນະດຽວກັນ, ສະຫາຍ ເຈິນແທັງ ເໝີ້ນກໍາມະການກົມການ ເມືອງສູນກາງພັກ, ປະທານສະພາ ແຫ່ງຊາດ ແຫ່ງ ສສ ຫວຽດນາມ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ອັນອົບອຸ່ນ ແລະ ຕີລາຄາສູງຕໍ່ ການຢ້ຽມຢາມຄັ້ງນີ້ ຊຶ່ງເປັນຄັ້ງທໍາ ອິດພາຍຫລັງທີ່ສະຫາຍ ສອນໄຊ ສີພັນດອນ ໄດ້ຮັບເລືອກຕັ້ງໃຫ້ດຳ ລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ອີກສະໄໝໜຶ່ງ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດຂອງການພົບປະສອງ ຝ່າຍລະຫວ່າງສອງນາຍົກລັດຖະ ມົນຕີ ລາວ-ຫວຽດນາມ ແລະ ໄດ້ ຊຸກຍູ້ໃຫ້ສອງຝ່າຍສືບຕໍ່ເຮັດວຽກ ຮ່ວມກັນຢ່າງໃກ້ຊິດ ເພື່ອຈັດຕັ້ງ ຜັນຂະຫຍາຍບັນດາຂໍ້ຕົກລົງຂອງ ສອງກົມການເມືອງ ກໍຄື ຜົນຂອງ ກອງປະຊຸມ ຄັ້ງທີ 48 ຂອງຄະນະ ກໍາມະການຮ່ວມມື ລາວ-ຫວຽດ ນາມ ລວມທັງການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມືທາງດ້ານ ຍຸດທະສາດທີ່ສໍາຄັນຂອງສອງ ປະເທດໃຫ້ປະກົດເປັນຮູບປະທໍາ ຕາມແຜນການທີ່ວາງໄວ້ ເພື່ອນໍາ ເອົາຜົນປະໂຫຍດຕົວຈິງມາສູ່ປະ ຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບຫລາຍຂຶ້ນ. ໃນວັນດຽວກັນ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມ ການເມືອງສູນກາງພັກ, ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະຍັງໄດ້ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງສະມາຄົມມິດຕະພາບ ຫວຽດນາມ-ລາວ ແລະ ບັນດານັກ ທຸລະກິດຫວຽດນາມ ແລະ ໄດ້ໄປ ຢ້ຽມຢາມກຸ່ມບໍລິສັດຫວຽດເທວ (Viettel) ອີກດ້ວຍ. ASEAN Future Forum) ພາຍ ໃຕ້ຄໍາຂວັນ “ການສ້າງອະນາຄົດ ຮ່ວມກັນ: ສັນຕິພາບ, ຄວາມຈະເລີນ ຮຸ່ງເຮືອງ ແລະ ປະຊາຊົນເປັນແກນ ກາງ” ຊຶ່ງຈັດຂຶ້ນໃນລະຫວ່າງ ວັນທີ 9-10 ມິຖຸນາ 2026 ທີ່ຮ່າ ໂນ້ຍ ສສ ຫວຽດນາມ. ກອງປະຊຸມເວທີອະນາຄົດອາ ຊຽນ ໄດ້ຈັດຕິດຕໍ່ກັນເປັນປີທີ 3 ເພື່ອສືບຕໍ່ປຶກສາຫາລືບັນຫາພົ້ນ ເດັ່ນທີ່ສົ່ງຜົນກະທົບຕໍ່ພາກພື້ນ ແລະ ສາກົນ, ລວມເຖິງກາລະໂອ ກາດ ແລະ ສິ່ງທ້າທາຍທີ່ອາຊຽນ ກຳລັງປະສົບພົບພໍ້ຢູ່ໃນປັດຈຸບັນ, ລະດົມແນວຄວາມຄິດ ແລະ ກິດຈະ ກຳ ເພື່ອຮັດແໜ້ນຄວາມສາມັກຄີ, ຄວາມເຂັ້ມແຂງ ແລະ ຄວາມເປັນ ແກນກາງຂອງອາຊຽນ ຊຶ່ງຈະເປັນ ການປະກອບສ່ວນໃນການບັນລຸ ເປົ້າໝາຍວິໄສທັດປະຊາຄົມອາ ຊຽນ 2045 ແລະ ສົ່ງເສີມສັນຕິ ພາບ, ສະຖຽນລະພາບ ແລະ ຄວາມ ສົມບູນພູນສຸກໃນພາກພື້ນ ໂດຍ ປີ່ນອ້ອມຫົວຂໍ້ຕ່າງໆຄື: ຄວາມເຂັ້ມ ແຂງ ແລະ ຄວາມສາມັກຄີໃນ ທ່າມກາງການປ່ຽນແປງຂອງໂລກ; ການສົ່ງເສີມຂໍ້ລິເລີ່ມຂອງອາຊຽນ ໃນການຕ້ານຂໍ້ຂັດແຍ່ງ; ການ ນຳໃຊ້ປັນຍາປະດິດໃນອາຊຽນ: ບໍ່ຖິ້ມໃຜໄວ້ທາງຫລັງ; ຮູບແບບ ການພັດທະນາໃນທ່າມກາງການ ປ່ຽນແປງຂອງໂລກ ແລະ ເພີ່ມທະ ວີຄວາມໝັ້ນຄົງດ້ານພະລັງງານໃນ ສະພາບການໃໝ່. ໃນໂອກາດເຂົ້າຮ່ວມກອງປະຊຸມ ໃນຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ກຽດກ່າວຄໍາເຫັນໃນພິທີເປີດ ກອງປະຊຸມດັ່ງກ່າວໃນຕອນເຊົ້າ ຂອງວັນທີ 9 ມິຖຸນາ 2026 ຮ່ວມ ກັບນາຍົກລັດຖະມົນຕີຫວຽດນາມ, ນາຍົກລັດຖະມົນຕີກຳປູເຈຍ, ນາຍົກ ລັດຖະມົນຕີໄທ, ນາຍົກລັດຖະມົນຕີ ຕີມໍແລັດສະເຕ ແລະ ເລຂາທິການ ໃຫຍ່ອາຊຽນກ່ຽວກັບວິໄສທັດສຳ ລັບອະນາຄົດຂອງປະຊາຄົມອາ ຊຽນ. ໃນນັ້ນ, ທ່ານນາຍົກລັດຖະ ມົນຕີ ໄດ້ເນັ້ນຄວາມຈຳເປັນໃນການ ສືບຕໍ່ຮັກສາຄວາມສາມັກຄີພາຍໃນ ອາຊຽນ ແລະ ຮັດແໜ້ນຄວາມເປັນ ແກນກາງຂອງອາຊຽນ ເພື່ອກຽມ ພ້ອມຮັບມືກັບສິ່ງທ້າທາຍຕ່າງໆໃນ ສະພາບທີ່ຫລາຍພາກພື້ນໃນໂລກ ຍັງສືບຕໍ່ຜັນແປຢ່າງໄວວາອັນໄດ້ ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງດ້ານ ພະລັງງານ ແລະ ການຮັບປະກັນ ສະບຽງອາຫານຂອງໂລກ; ຍົກ ສູງຄວາມເຂັ້ມແຂງຂອງອາຊຽນ ຢ່າງຮອບດ້ານ ໂດຍການພັດທະນາ ດ້ານເຕັກໂນໂລຊີ, ດີຈິຕອນ, ປັນຍາ ປະດິດ ໂດຍໝູນໃຊ້ເຂົ້າໃນຂົງເຂດ ການຮ່ວມມືດ້ານກະສິກຳ ແລະ ການພັດທະນາກະສິກຳອັດສະລິ ຍະ ຊຶ່ງຈະປະກອບສ່ວນເຂົ້າໃນ ການຮັບປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານໃນອະນາຄົດ; ເພີ່ມ ທະວີການຮ່ວມມືດ້ານການເຊື່ອມ ໂຍງ-ເຊື່ອມຈອດຢ່າງຮອບດ້ານ ເພື່ອອຳນວຍຄວາມສະດວກດ້ານ ການຄ້າ ແລະ ຮັບປະກັນໃຫ້ແກ່ ການສະໜອງຕ່ອງໂສ້ການຜະລິດ ແລະ ເພີ່ມທະວີການຮ່ວມມືພາຍໃນ ອາຊຽນ ໃນການຮັບປະກັນຄວາມ ໝັ້ນຄົງດ້ານພະລັງງານ. ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ຢ້ຽມຢາມທາງ ການ ເພື່ອປຶກສາຫາລືກ່ຽວກັບການ ຮັດແໜ້ນການຮ່ວມມືສອງຝ່າຍນໍາ ກັນກັບ ສສ ຫວຽດນາມ. ວຽກງານຫລຸດຜ່ອນອາວຸດ ແລະ ໄດ້ສະແດງຄວາມຂອບໃຈຢ່າງ ຈິງໃຈຕໍ່ອົງການ ສປຊ ທີ່ສືບຕໍ່ໃຫ້ ການສະໜັບສະໜູນ ແລະ ຮ່ວມມື ຢ່າງໃກ້ຊິດກັບ ສປປ ລາວ ໃນ ການກະກຽມເປັນເຈົ້າພາບຈັດກອງ ປະຊຸມທົບທວນສົນທິສັນຍາວ່າດ້ວຍ ການເກືອບຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ທີ່ຈະມີຂຶ້ນຢູ່ ສປປ ລາວ ໃນເດືອນກັນຍາ 2026 ຈະ ມາເຖິງນີ້. ທ່ານ ທອງສະຫວັນ ພົມວິຫານ ໄດ້ແຈ້ງໃຫ້ຊາບໂດຍ ຫຍໍ້ກ່ຽວກັບຄວາມຄືບໜ້າຂອງ ການກະກຽມຈັດກອງປະຊຸມດັ່ງ ກ່າວ ແລະ ໄດ້ເນັ້ນວ່າປະເທດລາວ ເປັນປະເທດທີ່ໄດ້ຮັບຜົນກະທົບ ຈາກລະເບີດລູກຫວ່ານຢ່າງໜັກ ໜ່ວງທີ່ສຸດ. ສະນັ້ນ, ສປປ ລາວ ຈຶ່ງໃຫ້ຄວາມສໍາຄັນຢ່າງສູງ ເພື່ອ ເຮັດໃຫ້ການຈັດກອງປະຊຸມຄັ້ງນີ້ ປະສົບຜົນສໍາເລັດຢ່າງຈົບງາມ, ທັງ ເປັນການເສີມຂະຫຍາຍຈຸດປະສົງ ທາງດ້ານມະນຸດສະທໍາຂອງສົນທິ ສັນຍາດັ່ງກ່າວ, ພ້ອມທັງຖືໂອກາດ ນີ້ໄດ້ສົ່ງຄໍາເຊື້ອເຊີນຂອງ ສປປ ລາວ ເຖິງທ່ານ ອັນໂຕນີໂອ ກູ ເຕີເຣສ (H.E. Mr. Antonio Guterres), ເລຂາທິການໃຫຍ່ ອົງການ ສປຊ ເຂົ້າຮ່ວມກອງປະຊຸມ ດັ່ງກ່າວ, ພ້ອມທັງສະເໜີໃຫ້ ສປຊ ສືບຕໍ່ສະໜັບສະໜູນ ສປປ ລາວ ໃນການກະກຽມຄວາມພ້ອມຮອບ ດ້ານ ເພື່ອເປັນເຈົ້າພາບຈັດກອງ ປະຊຸມສໍາຄັນຄັ້ງນີ້ ໃຫ້ໄດ້ຮັບຜົນ ສໍາເລັດຕາມລະດັບຄາດໝາຍເປັນ ຕົ້ນການຊຸກຍູ້ການເຂົ້າຮ່ວມຂອງ ຄະນະຜູ້ແທນຂັ້ນສູງຈາກປະເທດ ສະມາຊິກ, ປະເທດສັງເກດການ, ອົງການຈັດຕັ້ງສາກົນແລະ ອົງການ ກ່ຽວຂ້ອງອື່ນໆ, ການສະໜັບສະ ໜູນການຮັບຮອງເອົາເອກະສານ ສໍາຄັນຂອງກອງປະຊຸມ, ການຮັບ ປະກັນດ້ານສາທາລະນະສຸກ ແລະ ການປະສານງານເພື່ອຕອບໂຕ້ເຫດ ການສຸກເສີນ, ລວມທັງການສະໜັບ ສະໜູນທາງດ້ານວິຊາການ ແລະ ການໃຫ້ຄໍາແນະນໍາດ້ານຕ່າງໆ. ໃນຂະນະດຽວກັນ, ທ່ານ ນາງ ອິຊຶມິ ນະກະມິດຊຶ ກໍໄດ້ສະແດງ ຄວາມຍິນດີທີ່ໄດ້ພົບປະກັບທ່ານ ທອງສະຫວັນ ພົມວິຫານ, ພ້ອມ ທັງໄດ້ຢືນຢັນວ່າຈະສືບຕໍ່ໃຫ້ການ ສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນການກະກຽມເປັນ ເຈົ້າພາບຈັດກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດ ຫ້າມລະເບີດລູກຫວ່ານຮອບວຽນ ທີ 3 ແລະ ບັນດາກິດຈະກໍາປິ່ນອ້ອມ ໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍ ທີ່ວາງໄວ້
RkJQdWJsaXNoZXIy MTc3MTYxMQ==