10.6.2026

ສືບຕໍ່ລົງເລິກຢ່າງກວ້າງຂວາງສະ ໝໍ່າສະເໝີຂອງການແລກປ່ຽນຮ່ວມມື ຂອງສອງພັກ ເພື່ອເພີ່ມກໍາລັງຊຸກຍູ້ ອັນເຂັ້ມແຂງໃຫ້ແກ່ການສ້າງຄູ່ຮ່ວມ ຊາຕາກຳ ລາວ-ຈີນ. ຈັດຕັ້ງປະຕິບັດ ແຜນການຮ່ວມມື ລະຫວ່າງ ພັກປະຊາ ຊົນປະຕິວັດລາວ ແລະ ພັກກອມມູນິດ ຈີນ (ປີ 2026-2030) ແລະ ສັນຍາ ການຮ່ວມມື ລະຫວ່າງ ຄະນະພົວພັນ ຕ່າງປະເທດສູນກາງພັກປະຊາຊົນປະຕິ ວັດລາວ ກັບ ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຈີນ ໃຫ້ດີ, ລົງ ເລິກການແລກປ່ຽນບົດຮຽນການຄຸ້ມ ຄອງພັກ, ບໍລິຫານລັດ, ຈັດກອງປະຊຸມ ສຳມະນາທິດສະດີ ສອງພັກ ລາວ-ຈີນ ຄັ້ງທີ 14 ທີ່ຈະຈັດຂຶ້ນຢູ່ຈີນ ໃນປີນີ້ໃຫ້ ດີ, ລົງເລິກແລກປ່ຽນບັນຫາທິດສະດີ ແລະ ພຶດຕິກຳຕ່າງໆ ໃນການກໍ່ສ້າງ ທັນສະໄໝຂອງສັງຄົມນິຍົມ, ລົງເລິກ ການຮ່ວມມືຝຶກອົບຮົມພະນັກງານ, ເພີ່ມທະວີການຮ່ວມມືແລກປ່ຽນ ຂອງ ອົງການຈັດຕັ້ງສູນກາງ ຂອງສອງພັກ ແລະ ອົງການຈັດຕັ້ງພັກທ້ອງຖິ່ນຂອງ ສອງປະເທດ, ໂດຍສະເພາະແມ່ນອົງ ການຈັດຕັ້ງພັກຂອງແຂວງ (ເຂດ) ຊາຍແດນສອງປະເທດ. 3. ລົງເລິກການແລກປ່ຽນຮ່ວມມື ໃນຂະແໜງການກວດກາພັກ, ກວດກາ ລັດ, ປະຕິບັດຂໍລິເລີ່ມ ປັກກິ່ງ ແຫ່ງເສັ້ນ ທາງສາຍໄໝທີ່ປອດໃສຂາວສະອາດ, ສືບຕໍ່ດໍາເນີນການກໍ່ສ້າງຄວາມປອດ ໃສຂາວສະອາດ ຂອງເສັ້ນທາງລົດໄຟ ລາວ-ຈີນ ໃນໄລຍະດໍາເນີນງານ, ເພີ່ມ ທະວີການປະສານສົບທົບກັນໃນຂອບ ຫລາຍຝ່າຍ ເປັນຕົ້ນ ສົນທິສັນຍາຕ້ານ ການສໍ້ລາດບັງຫລວງ ຂອງ ສະຫະປະ ຊາຊາດ, ການຮ່ວມມື ອາຊຽນ-ຈີນ ເປັນຕົ້ນ, ເພີ່ມທະວີການຮ່ວມມືປະຕິ ບັດກົດໝາຍໃນການນໍາຈັບກຸມຜູ້ຫລົບ ໜີ ແລະ ທວງຄືນຊັບສີນຕ້ານການສໍ້ ລາດບັງຫລວງ. 4tcs]'dkoIj ;, ]ts;j k' lxx ]k; c]t lx 9u o ;j kfh ;p dkolh k'76j Ij ;,-k8kde ]k;{9u o muj g0A ,c0'|P;c|h o.om5 dltrk[dko0v'p5 d.\j ຂະບວນການໃໝ່ເພື່ອບັນລຸເປົ້າໝາຍ 100ປີ ເຫດການທີ2 ໄດ້ເປີດສາກເປັນ ຢ່າງດີ. ຝ່າຍລາວອວຍພອນແລະ ເຊື່ອ ໝັ້ນວ່າ,ພາຍໃຕ້ການນໍາພາອັນເຂັ້ມແຂງ ຂອງສູນກາງພັກກອມມູນິດຈີນ ທີ່ມີ ສະຫາຍ ສີ ຈິ້ນຜິງ ເປັນແກນກາງ, ພັກ-ລັດ ແລະ ປະຊາຊົນຈີນຈະສຳເລັດ ໜ້າທີ່ເປົ້າໝາຍທຸກປະການທີ່ໄດ້ກຳ ນົດໃນແຜນການ 5 ປີ ຄັ້ງທີ 15, ຍາດ ໄດ້ຜົນສໍາເລັດໃໝ່ ສອງມະຫັດສະຈັນ ທີ່ມີເສດຖະກິດຂະຫຍາຍຕົວຢ່າງວ່ອງ ໄວ ແລະ ສັງຄົມຮັກສາໄດ້ຄວາມໝັ້ນ ຄົງຢ່າງຍາວນານ, ເປີດສັງກາດໃໝ່ ແຫ່ງການກໍ່ສ້າງການຫັນເປັນທັນສະ ໄໝ່ແບບຈີນ ຢ່າງແຂງແຮງ, ປະກອບ ສ່ວນໃໝ່ ແລະ ໃຫຍ່ຫລວງກວ່າເກົ່າ ເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນະຈະເລີນຮຸ່ງເຮືອງ ຂອງພາກພື້ນ ແລະ ໃນໂລກ. ຝ່າຍຈີນ ຊົມເຊີຍຢ່າງສຸດໃຈຕໍ່ຜົນ ສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ຊົມເຊີຍ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການ ໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວອີກວາລະໜຶ່ງ, ຕີລາຄາສູງນັບຕັ້ງ ແຕ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ ເປັນຕົ້ນມາ, ສູນກາງພັກ ທີ່ມີສະຫາຍເລຂາທິການ ໃຫຍ່ ທອງລຸນ ສີສຸລິດ ເປັນແກນນໍາ ນັ້ນ, ໄດ້ສາມັກຄີ ແລະ ນໍາພາທົ່ວພັກ ປັບປຸງ, ບູລະນະການນໍາພາ ແລະ ເຕົ້າ ໂຮມກໍາລັງແຮງຕໍ່ສູ້ຂອງພັກ ເພີ່ມຂຶ້ນ ຢ່າງບໍ່ຢຸດຢັ້ງ; ໄດ້ຮັກສາຄວາມໝັ້ນ ຄົງທາງດ້ານການເມືອງ ແລະ ສັງຄົມ, ຕັ້ງໜ້າຄົ້ນຄວ້າເສັ້ນທາງສັງຄົມນິຍົມ ທີ່ສອດຄ່ອງກັບສະພາບການຕົວຈິງ ຂອງຕົນ, ຕັ້ງໜ້າສ້າງເສດຖະກິດເອ ກະລາດ ເປັນເຈົ້າຕົນເອງ, ເສດຖະກິດ ໄດ້ຮັບການພັດທະນາດີຂຶ້ນຢ່າງຕໍ່ ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ນັບສູງຂຶ້ນ, ຍຶດໝັ້ນແນວທາງ ການຕ່າງປະເທດ ສັນຕິພາບ ເອກະ ລາດ ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ, ເຮັດໃຫ້ຖານະ ບົດບາດ ໃນເວທີພາກພື້ນ ແລະ ສາກົນ ໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ຝ່າຍຈີນ ອວຍພອນ ແລະ ເຊື່ອໝັ້ນ ວ່າ, ພາຍໃຕ້ການນໍາພາອັນເຂັ້ມແຂງ ຂອງສູນກາງພັກປະຊາຊົນປະຕິວັດ ລາວທີ່ມີສະຫາຍທອງລຸນສີສຸລິດເປັນ ແກນນໍານັ້ນ, ພັກ ແລະ ປະຊາຊົນລາວ ຈະສາມາດສໍາເລັດບັນດາເປົ້າໝາຍ ສູ້ຊົນ ແລະ ໜ້າທີ່ວຽກງານທີ່ກອງປະ ຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນການພັດທະນາເສດຖະກິດສັງຄົມ ແຫ່ງຊາດ5ປີຄັ້ງທີ10ກຳນົດໄວ້ຢ່າງ ມີໄຊແລະເປີດໂສມໜ້າໃໝ່ແຫ່ງພາລະ ກິດສັງຄົມນິຍົມຂອງ ສປປ ລາວ ຢ່າງ ບໍ່ຢຸດຢັ້ງ, ກ້າວໄປສູ່ເປົ້າໝາຍສູ້ຊົນ ໃນໂອກາດການສ້າງຕັ້ງພັກ ຄົບຮອບ 100 ປີ ດ້ວຍບາດກ້າວອັນໜັກແໜ້ນ. ໃນໂອກາດການສ້າງຕັ້ງສາຍພົວ ພັນການທູດ ລະຫວ່າງ ລາວ-ຈີນ ຄົບ ຮອບ 65 ປີ, ສອງຝ່າຍ ໄດ້ຫວນຄືນ ມິດຕະພາບອັນເປັນມູນເຊື້ອທີ່ເລິກເຊິ່ງ l6 olv[gla ' ,l ;P'9a o dP,7;k,rh v, Iv[fh ko.o[A olv[gla '9q [-A o ,D4 c]t ,D7 10/06/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ບົດສະເໜີົີ *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ຂອງ ສອງພັກ ແລະ ປະຊາຊົນສອງ ຊາດ ໄດ້ສ້າງຂຶ້ນໃນພາລະກິດການຕໍ່ສູ້ ກູ້ຊາດ ແລະ ການສ້າງສາພັດທະນາປະ ເທດຊາດ; ເຫັນດີເອກະພາບກັນວ່າ, ສອງປະເທດລາວ-ຈີນ ເປັນປະເທດສັງ ຄົມນິຍົມ ແລະ ບ້ານໃກ້ເຮືອນຄຽງທີ່ ຮ່ວມຊາຕາກຳອັນດຽວກັນ, ມີອຸດົມ ການອັນດຽວກັນ, ມີລະບອບສັງຄົມ ແລະ ເສັ້ນທາງການພັດທະນາທີ່ຄ້າຍ ຄືກັນ, ມີມິດຕະພາບແບບສະຫາຍອ້າຍ ນ້ອງດຽວກັນ ທີ່ການນໍາລຸ້ນອາວຸໂສ ຂອງ ສອງພັກ, ສອງລັດ ສ້າງຂຶ້ນນັ້ນ ໄດ້ຜ່ານຜ່າການທົດສອບແລະມີຄວາມ ໜັກແໜ້ນເຂັ້ມແຂງຍິ່ງໆຂຶ້ນ. ສອງ ຝ່າຍຢືນຢັນຄືນ, ຍຶດໝັ້ນທິດທາງໝັ້ນ ຄົງຍາວນານ, ມິດຕະພາບຖານບ້ານ ໃກ້ເຮືອນຄຽງ, ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ, ການຮ່ວມມືຮອບ ດ້ານບົນຈິດໃຈບ້ານໃກ້ເຮືອນຄຽງທີ່ດີ ເພື່ອນມິດທີ່ດີ ສະຫາຍທີ່ດີ ແລະ ຄູ່ ຮ່ວມມືທີ່ດີ, ສືບຕໍ່ປົກປັກຮັກສາ ແລະ ພັດທະນາ ສາຍພົວພັນ ລາວ-ຈີນ ໃຫ້ ດີ ເພື່ອນໍາເອົາຄວາມຜາສຸກມາສູ່ສອງ ປະເທດ ແລະ ປະຊາຊົນສອງຊາດ ໃຫ້ ຫລາຍກວ່າເກົ່າ. ສອງຝ່າຍເຫັນວ່າ, ການສ້າງຄູ່ ຮ່ວມຊາຕາກຳຂອງມວນມະນຸດແມ່ນ ຄັນທຸງອັນສະຫງ່າຜ່າເຜີຍ ແລະ ເປົ້າ ໝາຍອັນສູງສົ່ງໃນວຽກງານການ ຕ່າງປະເທດ ຂອງປະເທດໃຫຍ່ ທີ່ມີສີ ສັນພິເສດຂອງຈີນ ແລະ ກໍແມ່ນວິໄສ ທັດ ແລະ ທິດທາງຮ່ວມກັນ ທີ່ບັນດາ ປະເທດໃນໂລກພະຍາຍາມຮ່ວມກັນ. ລາວ ແລະ ຈີນ ໄດ້ສ້າງຄູ່ຮ່ວມຊາຕາ ກຳສອງຝ່າຍກ່ອນໝູ່, ປີ 2019 ແລະ 2023, ຜູ້ນໍາສູງສຸດຂອງສອງພັກ, ສອງລັດ ໄດ້ລົງນາມຮ່ວມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດແຜນແມ່ບົດວ່າ ດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ- ຈີນ ລະຫວ່າງ ພັກປະຊາຊົນປະຕິວັດ ລາວ ແລະ ພັກກອມມູນິດຈີນ ຮ່ວມກັນ ສອງຄັ້ງ. ພາຍໃຕ້ການຊີ້ທິດເຍືອງທາງ ຄວາມຮັບຮູ້ເປັນເອກະພາບອັນສໍາຄັນ ດັ່ງກ່າວ, ຜູ້ນຳສູງສຸດຂອງສອງພັກ, ສອງລັດ ໄດ້ຮັກສາການແລກປ່ຽນ ດ້ານຍຸດທະສາດຢ່າງແໜ້ນແຟ້ນໃນ ຂັ້ນຕ່າງໆນັບແຕ່ສູນກາງຮອດທ້ອງຖິ່ນ ໄດ້ໄປມາຫາສູ່ກັນຢ່າງສະໜິດແໜ້ນ, ຂໍ້ລິເລີ່ມການສ້າງ “ໜຶ່ງແລວ ໜຶ່ງເສັ້ນ ທາງ” ຂອງຈີນ ແລະ ຍຸດທະສາດການ ຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະ ເລ ເປັນປະເທດ ເຊື່ອມໂຍງເຊື່ອມຈອດ ຂອງລາວ ໄດ້ເຊື່ອມກັນຢ່າງເລິກເຊິ່ງ, ການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ ຕາມເສັ້ນທາງລົດໄຟ ລາວ-ຈີນ ໄດ້ມີ ບັນຍາກາດຟົດຟື້ນ, ເປັນເສັ້ນທາງຄໍາ ທີ່ໄດ້ມີບົດບາດເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນການຊຸກຍູ້ການພັດທະນາເສດຖະ ກິດ, ກາຍເປັນເສັ້ນທາງແຫ່ງຄວາມ ສຸກ, ເສັ້ນທາງແຫ່ງການພັດທະນາ, ເສັ້ນທາງແຫ່ງ ມິດຕະພາບ ລະຫວ່າງ ປະຊາຊົນຂອງສອງປະເທດ, ສະໜັບ ສະໜູນຄວາມພະຍາຍາມ ຂອງ ສປປ ລາວ ໃນການຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ແລະ ກ້າວເຂົ້າສູ່ເປັນປະເທດກໍາລັງພັດທະ ນາທີ່ມີລາຍຮັບປານກາງ. ໂຄງການ ໃຫຍ່ 8 ໂຄງການ ທີ່ ສປ ຈີນ ຊ່ວຍ ເຫລືອ ສປປ ລາວ ໄດ້ນໍາເອົາຜົນປະ ໂຫຍດມາສູ່ປະຊາຊົນລາວ ຢ່າງຕໍ່ ເນື່ອງ, ມິດຕະພາບຂອງປະຊາຊົນ ສອງປະເທດ ໄດ້ຮັບການເພີ່ມພູນຄູນ ສ້າງຢ່າງຕໍ່ເນື່ອງ, ສອງປະເທດ ລາວຈີນ ໄດ້ມີການປະສານສົມທົບກັນຢ່າງ ແໜ້ນແຟ້ນ ໃນເວທີພາກພື້ນ ແລະ ສາກົນ. ເດັດດ່ຽວສະໜັບສະໜູນກັນໃນ ການປົກປ້ອງຜົນປະໂຫຍດອັນເປັນ ແກ່ນສານຂອງຕົນເອງ. ສອງຝ່າຍ ໄດ້ສະແຫວງຫາການພັດທະນາ ໂດຍ ການຮ່ວມມືຕ່າງຝ່າຍຕ່າງມີຜົນປະ ໂຫຍດ, ຕ່າງຝ່າຍຕ່າງໄດ້ຮັບໄຊຊະນະ ແລະ ຮ່ວມມືສາມັກຄີກັນຮັບມືກັບສິ່ງ ທ້າທາຍ, ອັນໄດ້ສະແດງໃຫ້ເຫັນວ່າ ຄູ່ຮ່ວມຊາຕາກຳ ທັງສາມາດສໍາຜັດ ແລະ ຮູ້ສຶກໄດ້, ມີການພັດທະນາເລິກ ເຊິ່ງຢ່າງຕໍ່ເນື່ອງ ແລະ ກ້າວເດີນໄປໄກ ຢ່າງໜັກແໜ້ນ. ເມື່ອຜະເຊີນໜ້າກັບການປ່ຽນແປງ ຂອງໂລກ, ໃນຍຸກສະໄໝໃໝ່, ການ ປ່ຽນແປງຂອງປະຫວັດສາດ, ສອງ ຝ່າຍເຫັນດີເປັນເອກະພາບຈັດຕັ້ງຜັນ ຂະຫຍາຍ ແຜນແມ່ບົດວ່າດ້ວຍການ ສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ລະ ຫວ່າງພັກປະຊາຊົນປະຕິວັດລາວແລະ ພັກກອມມູນິດຈີນ (2024-2028), ຮ່ວມກັນສ້າງຄູ່ຮ່ວມຊາຕາກຳ ລາວຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະ ພາບການຂອງຍຸກໃໝ່, ສ້າງຄວາມໄວ້ ເນື້ອເຊື່ອໃຈກັນທາງດ້ານການເມືອງ ໃນລະດັບສູງ, ດໍາເນີນການຮ່ວມມື ດ້ານຄວາມໝັ້ນຄົງ ຢ່າງໜຽວແໜ້ນ ສູງ, ລົງເລິກການຮ່ວມມືຕ່າງຝ່າຍຕ່າງ ມີຜົນປະໂຫຍດຢ່າງມີຄຸນນະພາບສູງ, ຊຸກຍູ້ການໄປມາຫາສູ່ກັນຂອງປະຊາ ຊົນ ແລະ ການແລກປ່ຽນວັດທະນະທໍາ ຢ່າງມີຄວາມຖີ່ສູງ, ປະສານງານດ້ານ ຍຸດທະສາດໃຫ້ແໜ້ນແຟ້ນ ແລະ ມີມາດ ຕະຖານສູງ, ຊຸກຍູ້ການພົວພັນ ລາວຈີນ ແລະ ພາລະກິດ ການຫັນເປັນທັນ ສະໄໝທີ່ມີສີສັນພິເສດຂອງແຕ່ລະປະ ເທດ ໃຫ້ກ້າວເຂົ້າສູ່ໄລຍະໃໝ່ ເພື່ອ ເປັນແບບຢ່າງໃຫ້ແກ່ການສ້າງຄູ່ຮ່ວມ ຊາຕາກຳຂອງມວນມະນຸດ. ສ້າງຄວາມໄວ້ເນື້ອເຊື່ອໃຈກັນ້້ື້ື່ັ ດ້ານການເມືອງໃນລະດັບສູງ.້ າື ອັ ບູ ງ 1. ຜູ້ນໍາສູງສຸດ ສອງພັກ, ສອງ ລັດ ຮັກສາການໄປມາຫາສູ່ກັນຢ່າງ ແໜ້ນແຟ້ນ ມີບົດບາດການນໍາພາທີ່ບໍ່ມີ ອັນທົດແທນໄດ້ ຕໍ່ການພັດທະນາສາຍ ພົວພັນສອງພັກ, ສອງລັດ; ສອງຝ່າຍ ຍິນດີສືບຕໍ່ກົນໄກຕ່າງໆ ເຊັ່ນ: ການ ຢ້ຽມຢາມ, ສົນທະນາທາງໄກ, ສົ່ງຈົດ ໝາຍ, ພົບປະໃນເວທີຫລາຍຝ່າຍ ແລະ ອື່ນໆ, ເພີ່ມທະວີການແລກປ່ຽນສົນທະ ນາດ້ານຍຸດທະສາດຂອງການນໍາຂັ້ນ ສູງ ສອງພັກ, ສອງລັດ, ໂດຍສະເພາະ ຜູ້ນໍາສູງສຸດຂອງສອງຝ່າຍ, ແລກ ປ່ຽນຄໍາຄິດຄໍາເຫັນຢ່າງເລິກເຊິ່ງ ໃນ ບັນຫາສໍາຄັນຂອງການພົວພັນ ລາວຈີນ ແລະ ສະພາບການພາກພື້ນ ແລະ ສາກົນ. ຊີ້ນໍາ-ນໍາພາສາຍພົວພັນລາວ- ຈີນ ໃຫ້ກ້າວໄປຕາມທິດທາງທີ່ຖືກ ຕ້ອງຢ່າງສະເໝີຕົ້ນສະເໝີປາຍ ດ້ວຍ ວິໄສທັດ ແລະ ຍຸດທະສາດອັນຍາວໄກ. 2. ສືບຕໍ່ເສີມຂະຫຍາຍບົດບາດ ພິເສດ ຂອງສາຍພັກ ຢ່າງເຕັມສ່ວນ, ຂປລ. ໃນສົກຮຽນ 20252026 ນີ້ ສູນສອບເສັງ ຈົບຊັ້ນມັດ ທະຍົມສຶກສາຕອນຕົ້ນ ແລະ ຕອນ ປາຍ ມສ ວຽງຈັນ ກຽມຄວາມ ພ້ອມຮອບດ້ານເພື່ອຮອງຮັບໃນ ບັ້ນສອບເສັງຄັ້ງນີ້ ບັນລຸຕາມຄາດ ໝາຍ ແລະ ຮັບປະກັນໄດ້ຄວາມ ໂປ່ງໃສ, ຄວາມປອດໄພ, ຄວາມ ເປັນລະບຽບຮຽບຮ້ອຍ ແລະ ອື່ນໆ ຕາມຄາດໝາຍທີ່ວາງໄວ້. ທ່ານ ທອງພັນ ອຸໄລທອນ ຜູ້ ອໍານວຍການໂຮງຮຽນມັດທະຍົມ ສຶກສາສົມບູນວຽງຈັນ (ມສ ວຽງ ຈັນ) ໄດ້ໃຫ້ສໍາພາດໃນວັນທີ 8 ມິຖຸນາ 2026 ນີ້ວ່າ: ສຳລັບການ ກຽມຄວາມພ້ອມໃນບັ້ນສອບເສັງ ມ4 ແລະ ມ7 ນີ້ ມສ ວຽງຈັນ ຂອງພວກເຮົາຖືເປັນສູນໜຶ່ງຂອງ ເມືອງຈັນທະບູລີ, ເປັນສູນໃຫຍ່ທີ່ ສາມາດຮອງຮັບເອົານັກສອບເສັງ ໄດ້ຈຳນວນຫລາຍ ຊຶ່ງໃນສົກຮຽນ ນີ້ ສຳລັບບັ້ນສອບເສັງຈົບຊັ້ນ ມ4 ຈະເປີດສາກຂຶ້ນໃນວັນທີ 10-12 ມິຖຸນາ 2026, ມີຫ້ອງສອບເສັງ ທັງໝົດ 66 ຫ້ອງສອບ ແລະ ຫ້ອງ ຄະນະກຳມະການກາງ 1 ຫ້ອງ, ມີຈຳນວນນັກສອບເສັງທັງໝົດ 1.499 ນ້ອງ, ຍິງ 747 ນ້ອງ ຊຶ່ງ ມາຈາກ 15 ໂຮງຮຽນ, ໃນນັ້ນ ໂຮງຮຽນພາກລັດ 5 ແຫ່ງ ແລະ ມີກຳມະການຍາມຫ້ອງສອບເສັງ ປະຈຳສູນທັງໝົດ 135 ຄົນ, ຍິງ 95 ຄົນ. ແນວໃດກໍດີ, ເພື່ອກຽມ ຄວາມພ້ອມຮອບດ້ານໃຫ້ແກ່ບັ້ນ ສອບເສັງ ມ4 ຄັ້ງນີ້ ໃຫ້ບັນລຸ ຕາມຄາດໝາຍທີ່ວາງໄວ້ ທາງສູນ ໄດ້ມີການລວມຄູ-ອາຈານ ແລະ ນ້ອງນັກຮຽນ ມ4 ເພື່ອເຜີຍແຜ່ ກົດລະບຽບການສອບເສັງ ໂດຍ ສະເພາະສິດໜ້າທີ່ ແລະ ຂໍ້ຫ້າມ ຕ່າງໆ. ນອກຈາກນັ້ນ. ກໍໄດ້ອະນາ ໄມສະຖານອ້ອມຮອບໂຮງຮຽນ, ອະນາໄມຫ້ອງນ້ຳໃຫ້ສະອາດ, ສິດ ຢາຂ້າຍຸງລາຍ, ສ້ອມແປງໂຕະຕັ່ງ, ຈັດຫ້ອງແຕ່ລະຫ້ອງບັນຈຸໂຕະ ຕັ່ງເຂົ້າ 22-24 ຊຸດ/ຫ້ອງ ແລະ ສ້ອມແປງດອກໄຟ, ພັດລົມ ແຕ່ລະ ຫ້ອງ ແລະ ຕິດຕັ້ງບັ້ງດັບເພີງໄວ້ ຕາມຈຸດຕ່າງໆທີ່ສຳຄັນ ເພື່ອປ້ອງ ກັນການເກີດອັກຄີໄພ ຊຶ່ງຮັບປະ ກັນວ່າຢູ່ໃນສະພາບພ້ອມໃຊ້ງານ 100%, ມີຄວາມພ້ອມຮອບດ້ານ 100% ໃນການຈັດຕັ້ງການສອບ ເສັງຈົບ ມ4 ແລະ ມ7 ສົກຮຽນ 2025-2026 ໃຫ້ບັນລຸຕາມຄາດ ໝາຍທີ່ວາງໄວ້. ພ້ອມນັ້ນ, ສູນຂອງພວກເຮົາ ກໍຮັບປະກັນບໍ່ໃຫ້ມີຫົວຂໍ້ສອບຮົ່ວ ໄຫລເດັດຂາດ, ເພາະກ່ອນຈະມາ ເຖິງຈຸດນີ້ກໍໄດ້ມີການລວມຄູ ລວມ ນັກຮຽນ ເພື່ອເຜີຍແຜ່ລະບຽບ, ສິດ ໜ້າທີ່ ແລະ ຂໍ້ຫ້າມຕ່າງໆ ເພື່ອບໍ່ ໃຫ້ນັກຮຽນເຮັດຜິດລະບຽບ ໂດຍ ສະເພາະແມ່ນໂທລະສັບມືຖືແມ່ນບໍ່ ໃຫ້ມີເດັກຂາດ ກ່ອນຈະເຂົ້າຫ້ອງ ສອບເສັງຈະໄດ້ກວດຄົ້ນຄັກແນ່. ສ່ວນຄະນະກຳມະການຍາມຫ້ອງ ເສັງແມ່ນມີຫລາຍພາກສ່ວນມາ ຍາມ ກໍຄືແຕ່ລະເມືອງ. ສະນັ້ນ, ຄະ ນະກຳມະການຈາກເມືອງກໍໄດ້ມາ ເຜີຍແຜ່ລະບຽບ ແລະ ຂໍ້ຫ້າມ ຕ່າງໆໃຫ້ຄູອາຈານທີ່ມາຍາມຫ້ອງ ສອບເສັງ. ສຳລັບການສອບເສັງຈົບຊັ້ນ ມ7 ທີ່ຈະສອບເສັງໃນລະຫວ່າງ ວັນທີ 17-19 ມິຖຸນາ 2026 ທີ່ ຈະມາເຖິງນີ້, ສູນ ມສ ວຽງຈັນ ໃນ 24 ສູນ ຖືວ່າເປັນສູນໃຫຍ່ກວ່າ ໝູ່ ໃນນະຄອນຫລວງວຽງຈັນ ໃນ ດ້ານຈຳນວນພົນ ແລະ ຈຳນວນ ຫ້ອງສອບ, ມີຫ້ອງສອບເສັງ 64 ຫ້ອງ, ມີ 10 ໂຮງຮຽນ; ໃນນັ້ນ ໂຮງຮຽນລັດມີ ມສ ວຽງຈັນ, ເພຍ ວັດ, ເຈົ້າອານຸວົງ ແລະ ມສ ພອນ ສະຫວັນແຫ່ງຊາດ. ສ່ວນລະບຽບ ແລະ ຂໍ້ຫ້າມຕ່າງໆແມ່ນຄືກັບ ມ4. ສະເພາະ ມສ ວຽງຈັນ ມີນ້ອງນັກ ຮຽນເຂົ້າສອບເສັງຈຳນວນ 502 ຄົນ, ຍິງ 215 ຄົນ ລວມຈຳນວນ ນັກຮຽນທີ່ມາສອບເສັງທັງໝົດ ຈຳ ນວນ 1.272 ຄົນ. ທ່ານ ທອງພັນ ອຸໄລທອນ ກ່າວ ຕື່ມວ່າ: ໃນສົກຮຽນ 2025-2026 ນີ້ ມສ ວຽງຈັນ ມີນັກຮຽນທັງໝົດ 3.400-3.500 ຄົນ. ການຮຽນ ການສອນແຕ່ລະວິຊາແມ່ນໄດ້ເອົາ ໃຈໃສ່ນອກ ຈາກວຽກງານວິຊາສະ ເພາະແລ້ວ, ກ່ອນເປີດສົກຮຽນກໍໄດ້ ມີການຝຶກອົບຮົມໃຫ້ຄູແຕ່ລະວິຊາ ເພື່ອກຽມຄວາມພ້ອມແກ່ສົກຮຽນ ໃໝ່. ສຳລັບສົກຮຽນນີ້ກໍໄດ້ມີການ ສອນປົກກະຕິຕາມແຜນໂຮງຮຽນ ວາງອອກ ໂດຍສະເພາະແມ່ນແຜນ ດຳເນີນງານທີ່ໄດ້ກຳນົດໄວ້, ຄູແຕ່ ລະວິຊາກໍໄດ້ມີການແຕ່ງບົດສອນ ດ້ວຍ 2 ຮູບແບບຄື: ແບບທີ 1 ແມ່ນ ແຕ່ງໃສ່ປຶ້ມແຕ່ງບົດສອນທີ່ທາງ ຂັ້ນເທິງແຈກຢາຍໃຫ້ ແລະ ແບບທີ 2 ແມ່ນແຕ່ງບົດສອນດ້ວຍພາວເວີ ພອຍ ເພາະດຽວນີ້ ຫ້ອງຮຽນຂອງ ພວກເຮົາ 78 ຫ້ອງແມ່ນມີຄວາມ ພ້ອມໃນການສິດສອນແບບເອເລັກ ໂຕຣນິກ. ນອກນັ້ນ ກໍມີແຜນກິດຈະ ກຳຕ່າງໆໂດຍສະເພາະແມ່ນແຜນ ບຳລຸງນັກຮຽນເກັ່ງ, ໃນເດືອນ 10 ຂອງທຸກໆປີ ກໍໄດ້ມີການຄັດເລືອກ ເອົານັກຮຽນເກັ່ງມາຮຽນບຳລຸງ ເພື່ອໄປສອບເສັງໃນລະດັບເມືອງ, ລະດັບແຂວງ ແລະ ລະດັບຊາດ. ນອກຈາກນັ້ນ, ຍັງມີິກິດຈະກຳ ຕ່າງໆທີ່ຕິດພັນກັບການສິດສອນ ຂອງພວກເຮົາເປັນຕົ້ນແມ່ນງານ ວິທະຍາສາດ ຫລື ກິດຈະກຳສິລະ ປະ-ກິລາ ແລະ ອື່ນໆ. ສຳລັບສົກ ຮຽນນີ້ ນອກຈາກສິດສອນວິຊາສະ ເພາະແລ້ວ, ຍັງໃຫ້ຄູ-ອາຈານແຕ່ ລະທ່ານເອົາໃຈໃສ່ສຶກສາອົບຮົມ ແນວຄິດລູກຫລານໃຫ້ຕັ້ງໃຈຮ່ຳ ຮຽນໜັງສືເພາະຍັງມີນັກຮຽນຈຳ ນວນໜຶ່ງຍັງຖືເບົາຕໍ່ການສຶກສາ ຮ່ຳຮຽນ. ສຸດທ້າຍນີ້ຂ້າພະເຈົ້າຂໍຝາກ ເຖິງລູກຫລານນັກຮຽນ, ຜູ້ປົກຄອງ ທຸກໆທ່ານ ໃນໄລຍະທີ່ຈະສອບເສັງ ຈົບຊັ້ນ ມ4 ແລະ ມ7 ນີ້ ໃຫ້ນ້ອງ ນັກຮຽນເອົາໃຈໃສ່ສຶກສາຄົ້ນຄວ້າ ຮ່ຳຮຽນ, ເອົາໃຈໃສ່ມາເຂົ້າຫ້ອງ ສອບເສັງໃຫ້ທັນເວລາ, ມາເສັງໃຫ້ ຄົບທຸກວິຊາ ແລະ ຂໍໃຫ້ຜູ້ປົກຄອງ ທຸກທ່ານຊ່ວຍເອົາໃຈໃສ່ເບິ່ງແຍງ ຕິດຕາມລູກຫລານຂອງຕົນໃຫ້ນຸ່ງ ເຄື່ອງຖືກລະບຽບວິໄນ ແລະ ຕິດ ຕາມລູກຫລານແຕ່ລະມື້ມາສອບ ເສັງໃຫ້ຄົບທຸກວິຊາ.

RkJQdWJsaXNoZXIy MTc3MTYxMQ==