10.6.2026

gsfdko{dkora fmtok a xtgmf]k; ( 10/06/2026 mq j ;c0;'s];'rt[k' ,u oa dlv[gla ' 9q [-A o ,4 c]t ,7 s]kpd;j k 7.800 7q o [= ]y la fmk']q fw2 ]k;{9u o 9a fdkoc0j '0a o[ko[h ;',y f8trk[ ຂປລ. ເມື່ອບໍ່ດົນມານີ້, ບໍລິສັດ ທາງລົດໄຟ ລາວ-ຈີນ ຈຳກັດ ໄດ້ ຈັດການແຂ່ງຂັນກິລາບານບ້ວງ ມິດຕະພາບ 3X3 ພາຍໃຕ້ ຫົວຂໍ້ “ທາງເຊື່ອມໃຈ ບານບ້ວງເຊື່ອມ ມິດຕະພາບ” “China-Laos Railway Golden Road Cup 3v3” ທີ່ເດີ່ນກິລາໃນຮົ່ມໂຮງຮຽນ ນາໆຊາດວຽງຈັນ ນະຄອນຫລວງ ວຽງຈັນໂດຍການເຂົ້າຮ່ວມຂອງຄະ ນະກຳມະການສູນກາງສະຫະພັນ ຊາວໜຸ່ມກອມມູນິດລາວ, ສະຖານ ທູດຈີນປະຈຳລາວ, ກະຊວງການ ເງິນ, ຄະນະກຳມະການຮ່ວມມື ລາວ-ຈີນ, ທະນາຄານອຸດສາຫະກຳ ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ພິທີເປີດ ນຳໃຊ້ສູນຄົ້ນຄວ້າອະນຸລັກຊີວະ ນາໆພັນ ແລະ ພັດທະນາສິນຄ້າ ກະສິກຳ ພ້ອມທັງຈັດກິດຈະກຳ ສະເຫລີມສະຫລອງວັນສິ່ງແວດ ລ້ອມໂລກ ແລະ ວັນປູກຕົ້ນໄມ້ແຫ່ງ ຊາດ ຂຶ້ນໃນວັນທີ 8 ມິຖຸນາ 2026 ທີ່ວິທະຍາເຂດປ່າສະຫງວນ ມະຫາ ວິທະຍາໄລສະຫວັນນະເຂດ (ມຂ) ທັງນີ້ກໍເພື່ອຮັບໃຊ້ສັງຄົມ ແລະ ພັດທະນາຂະແໜງການກະສິກຳປ່າໄມ້ ໃຫ້ມີຄວາມຍືນຍົງ ໂດຍມີ ທ່ານ ບຸນໂຈມ ອຸບົນປະເສີດ ເລຂາ ພັກແຂວງສະຫວັນນະເຂດ, ທ່ານ ນາງ ດາວວອນ ໄຊສຸລຽນ ປະທານ ຄະນະກຳມະການປົກຄອງແຂວງ, ທ່ານ ສິດທິໄຊ ໄຊຍະວົງ ຮັກສາ ການແທນຜູ້ອໍານວຍການ ມະຫາ ວິທະຍາໄລສະຫວັນນະເຂດ ພ້ອມ ດ້ວຍຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ. ສູນຄົ້ນຄວ້າອະນຸລັກຊີວະນາໆ ພັນ ແລະ ພັດທະນາສິນຄ້າກະສິກຳ ທີ່ສ້າງຕັ້ງຂຶ້ນໃໝ່ນີ້ ແມ່ນໄດ້ຮັບ ການແຕ່ງຕັ້ງຄະນະຮັບຜິດຊອບ ຊີ້ນຳລວມ ແລະ ຄະນະບໍລິຫານ ສູນ ໂດຍມີ ທ່ານ ສອນໄຊ ຣາຊະພົນ ເປັນຫົວໜ້າສູນ, ມີໂຄງຮ່າງການ ຈັດຕັ້ງແບ່ງອອກເປັນ 5 ຂະແໜງ ການຄື: ຂະແໜງຄົ້ນຄວ້າຄຸ້ມຄອງ ຊັບພະຍາກອນທຳມະຊາດ ແລະ ອະນຸລັກຊີວະນາໆພັນ, ຂະແໜງ ຜະລິດກະສິກຳແບບຍືນຍົງ ແລະ ສົ່ງເສີມ, ຂະແໜງຄົ້ນຄວ້າ, ວິໄຈ ແລະ ພັດທະນາສິນຄ້າກະສິກຳ, ຂະແໜງບໍລິຫານການເງິນ ແລະ ຄຸ້ມຄອງຊັບສິນ, ຂະແໜງການ ຕະຫລາດ ແລະ ຄຸ້ມຄອງຊັບສິນ ທາງປັນຍາ. ສູນດັ່ງກ່າວມີເນື້ອທີ່ຮັບຜິດຊອບ ແລະ ພັດທະນາທັງໝົດ 65 ເຮັກຕາ ຄື: ສູນຈະສ້າງເປັນປ່າອະນຸລັກ ຫລື ປ່າສະຫງວນ ມີເນື້ອທີ່ກວມເອົາ 20 ເຮັກຕາ, ສ່ວນປ່ານໍາໃຊ້ແມ່ນ ກວມເອົາ 30 ເຮັກຕາ ແລະ ເຂດ ປົວແປງເຮັດໜອງສະ 15 ເຮັກຕາ ໂດຍມີວິໄສທັດມຸ່ງໝັ້ນພັດທະນາ ໃຫ້ກາຍເປັນສູນກາງດ້ານການຄົ້ນ ຄວ້າ, ປົກປັກຮັກສາພັນພືດ ແລະ ສັດປ່າທີ່ຫາຍາກ, ສົ່ງເສີມການ ຜະລິດກະສິກຳສະອາດ, ປອດໄພ, ເປັນມິດຕໍ່ສິ່ງແວດລ້ອມ ຕິດພັນກັບ ການທ່ອງທ່ຽວແບບອະນຸລັກ (Ecotourism) ແລະ ການພັດທະນາ ເສດຖະກິດສີຂຽວ ເພື່ອຍົກລະດັບ ຊີວິດການເປັນຢູ່ຂອງປະຊາຊົນ ກໍຄື ກະສິກອນໃຫ້ດີຂຶ້ນເລື້ອຍໆ. ໃນໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ເນັ້ນໜັກເຖິງຄວາມ ສຳຄັນຂອງການຮັກສາຄວາມສົມ ດຸນ ລະຫວ່າງການອະນຸລັກ ແລະ ຂປລ. ແຫລ່ງຂ່າວຈາກແຂວງ​ ຫລວງພະບາງ ໃຫ້ຮູ້ວ່າ: ໃນສົກ ຮຽນ 2025-2026 ນີ້ ແຂວງ ຫລວງພະບາງມີນັກຮຽນມັດທະຍົມ ຕອນຕົ້ນ ມ4 ທີ່ມີເງື່ອນໄຂເຂົ້າ ສອບເສັງ 5.334 ຄົນ, ຍິງ 2.568 ຄົນ ໃນນີ້, ມີນັກສອບເສັງບີ່ແລັງ ຫລື ຫ້ອງພາສາຝຣັ່ງ 52 ຄົນ, ຍິງ 28 ຄົນ ແລະ ນັກສອບເສັງ ທີ່ ເປັນພະສົງ-ສາມະເນນ 120 ອົງ, ແບ່ງເປັນ 85 ສູນສອບເສັງ, ລວມ ມີ 269 ຫ້ອງສອບເສັງ. ສຳລັບ ນັກຮຽນມັດທະຍົມຕອນປາຍ ມ7 ມີ 2.479 ຄົນ, ຍິງ 1.120 ຄົນ ໃນນີ້, ມີນັກສອບເສັງຈາກຫ້ອງບີ່ ແລັງ ຫລື ຫ້ອງພາສາຝຣັ່ງ 58 ຄົນ, ຍິງ 45 ຄົນ ແລະ ນັກສອບເສັງ ທີ່ c0;';P'9a o gxu f[A olv[gla '9q [-A o ,4 c]t ,7 xt9elq dIPo 2025-2026 [ ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ພິທີເປີດບັ້ນ ສອບເສັງຈົບຊັ້ນມັດທະຍົມສຶກສາ ຕອນຕົ້ນ (ມ4) ແລະ ຊັ້ນມັດທະຍົມ ສຶກສາຕອນປາຍ (ມ7) ເອກະພາບ ທົ່ວປະເທດ ປະຈໍາສົກຮຽນ 20252026 ທົ່ວແຂວງວຽງຈັນ ຈັດ ຂຶ້ນໃນວັນທີ 8 ມິຖຸນາ 2026 ທີ່ ໂຮງຮຽນ ມສ ແກ້ວກູ່ ເມືອງແກ້ວ ອຸດົມ ແຂວງວຽງຈັນ ໂດຍມີ ທ່ານ ພູວົງ ບຸນຊູ ປະທານຄະນະກໍາມະ ການປົກຄອງແຂວງວຽງຈັນ, ທ່ານ ຈັນທະວົງ ບົວລະພັນ ປະທານ ຄະນະກຳມະການປົກຄອງເມືອງ ແກ້ວອຸດົມ, ພ້ອມດ້ວຍຫ້ອງການ ສຶກສາທິການ ແລະ ກິລາ 11 ເມືອງທົ່ວແຂວງ, ຜູ້ອໍານວຍການ ໂຮງຮຽນ, ພະນັກງານ, ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ. ທ່ານ ຄໍາ ຂັນທະວີວອນ ຫົວໜ້າ ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ໄດ້ລາຍງານວ່າ: ການຈັດຕັ້ງການສອບເສັງຄັ້ງ ນີ້ ແມ່ນເພື່ອຮັບປະກັນໃຫ້ການ ສອບເສັງຈົບຊັ້ນໃນທົ່ວແຂວງ ວຽງຈັນດໍາເນີນໄປດ້ວຍຄວາມເປັນ ລະບຽບຮຽບຮ້ອຍ, ໂປ່ງໃສ, ຍຸຕິ ທໍາ, ປອດໄພ ແລະ ໄດ້ມາດຕະຖານ ຕາມທີ່ກະຊວງສຶກສາທິການ ແລະ ກິລາ ກໍານົດໄວ້. ໃນສົກຮຽນ 2025-2026 ທົ່ວແຂວງວຽງຈັນ ມີໂຮງຮຽນ ຊັ້ນມັດທະຍົມສຶກສາພາກລັດ ແລະ ເອກະຊົນ 103 ແຫ່ງ ໃນນີ້, ຊັ້ນ ມັດທະຍົມຕອນຕົ້ນ 50 ແຫ່ງ ແລະ ຊັ້ນມັດທະຍົມຕອນປາຍ 53 ແຫ່ງ, ຕົ້ນປີມີນັກຮຽນ 9.701 ຄົນ, ຍິງ 4.916 ຄົນ ໃນນີ້, ນັກຮຽນຊັ້ນ ມ4 ມີ 5.932 ຄົນ, ຍິງ 3.023 ຄົນ, ນັກຮຽນຊັ້ນ ມ7 ມີ 3.769 ຄົນ, ຍິງ 1.893 ຄົນ. ປັດຈຸບັນ ນັກຮຽນ ລົງທະບຽນສອບ ເ ສັງທັງໝົດ 9.376 ຄົນ, ຍິງ 4.725 ຄົນ ໃນ ນີ້, ນັກຮຽນຊັ້ນ ມ4 ມີ 5.629 ຄົນ, ຍິງ 2.854 ຄົນ; ນັກຮຽນຊັ້ນ ມ7 ມີ 3.747 ຄົນ, ຍິງ 1.871 ຄົນ. ສູນສອບເສັງ ແລະ ຫ້ອງສອບ ເສັງ ມ4 ໄດ້ກໍານົດສູນສອບເສັງ ທັງໝົດ 29 ສູນ, ມີ 287 ຫ້ອງ ສອບເສັງ ໃນນີ້, ມ4 ໄດ້ກໍານົດສູນ ສອບເສັງ 29 ສູນ, ມີ 287 ຫ້ອງ ສອບເສັງ ແລະ ມ7 ໄດ້ກໍານົດສູນ ສອບເສັງ 15 ສູນ, ມີ 196 ຫ້ອງ ສອບເສັງ. ທຸກສູນສອບເສັງໄດ້ ຮັບການກວດກາສະພາບອາຄານ ສະຖານທີ່, ໂຕະ-ຕັ່ງ, ພັດລົມ ແລະ ໄຟຟ້າ ຊຶ່ງຮັບປະກັນວ່າຢູ່ໃນສະ ພາບພ້ອມໃຊ້ງານ 100%. ສໍາລັບ ຊັ້ນມັດທະຍົມຕອນຕົ້ນ (ມ4) ແມ່ນ ເລີ່ມສອບເສັງໃນລະຫວ່າງວັນທີ 10-12 ແລະ ຊັ້ນມັດທະຍົມຕອນ ປາຍ (ມ7) ແມ່ນເລີ່ມໃນລະຫວ່າງ ວັນທີ 17-19 ມິຖຸນາ 2026. ມາຮອດປັດຈຸບັນ, ແຂວງວຽງຈັນ ມີຄວາມພ້ອມຮອບດ້ານ 100% ໃນ ການຈັດຕັ້ງການສອບເສັງຈົບ ມ4 ແລະ ມ7 ສົກຮຽນ 2025-2026 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ພ້ອມດຽວກັນນີ້, ໃນພິທີຍັງ ໄດ້ຮັບຟັງກົດລະບຽບຂອງນັກ ສອບເສັງ ແລະ ກົດລະບຽບຂອງ ພະນັກງານຍາມຫ້ອງສອບເສັງ ຈາກຫົວໜ້າຂະແໜງສາມັນສຶກສາ ພະແນກສຶກສາທິການ ແລະ ກິລາ ແຂວງ, ພ້ອມທັງຮັບຟັງການກ່າວ ຄຳປະຕິຍານຕົນຂອງຄະນະກຳມະ ການຍາມຫ້ອງສອບເສັງ ແລະ ນ້ອງ ນັກຮຽນຕື່ມອີກ. ,0 gxu foe.-h l6 o7Q o7;h kvto5 ]a d -u ;tokMra o c]t ra fmtokly o7h kdtly de ໃນໂອກາດດັ່ງກ່າວ, ທ່ານ ພູວົງ ບູນຊູ ໄດ້ເນັ້ນໜັກຫລາຍບັນຫາ ໂດຍ ສະເພາະ ໃຫ້ຄະນະກໍາມະການ ທຸກ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງໄດ້ພ້ອມ ກັນເພີ່ມທະວີຄວາມຮັບຜິດຊອບ, ເອົາໃຈໃສ່ປະຕິບັດລະບຽບຂອງ ການສອບເສັງໃຫ້ມີຄວາມໂປ່ງ ໃສ, ຍຸຕິທໍາ, ປະຕິບັດຕາມພາລະ ບົດບາດ, ຊື່ສັດບໍລິສຸດ, ມີຈັນຍາ ບັນ ເພື່ອຊອກໃຫ້ໄດ້ນັກຮຽນທີ່ ມີຄຸນນະພາບ, ມີຄວາມຮູ້ຄວາມ ສາມາດ ແລະ ມີຄຸນສົມບັດທີ່ດີ, ພ້ອມທັງຮຽກຮ້ອງໃຫ້ຄູອາຈານ ແລະ ນ້ອງນັກຮຽນເອົາໃຈໃສ່ປະ ຕິບັດພາລະບົດບາດ ສິດ ໜ້າທີ່ ຂອງຕົນຢ່າງເຕັມສ່ວນ, ຮັບປະກັນ ໃຫ້ໄດ້ລະບຽບ, ຫລັກການຂອງ ການສອບເສັງ ແນໃສ່ເຮັດໃຫ້ສູນ ສອບເສັງຂອງທົ່ວແຂວງໃຫ້ມີ ຄວາມສະຫງົບ, ມີຄວາມປອດໄພ, ຕ້ອງໄດ້ເອົາໃຈໃສ່ຊີ້ນຳ, ປະຕິບັດ ລະບຽບ ແລະ ວາລະຂອງການ ສອບເສັງຢ່າງເຄັ່ງຄັດ, ປະຕິບັດ ໂມງເວລາການສອບເສັງໃຫ້ເຂັ້ມ ງວດ, ພ້ອມກັນເອົາໃຈໃສ່ຕິດຕາມ ກວດກາການສອບເສັງ ເພື່ອເຮັດ ໃຫ້ບັ້ນສອບເສັງຈົບ ມ4 ແລະ ມ7 ທົ່ວແຂວງວຽງຈັນ ໃນຄັ້ງນີ້ ໄດ້ຮັບ ຜົນສຳເລັດ ແລະ ມີຄຸນນະພາບສູງ. ພ້ອມນີ້, ທ່ານ ປະທານຄະນະ ກໍາມະການປົກຄອງແຂວງ ຍັງ ໄດ້ມອບອຸປະກອນການຮຽນຈຳ ນວນໜຶ່ງໃຫ້ແກ່ ມສ ແກ້ວກູ່ ແລະ ຫ້ອງການສຶກສາທິການ ແລະ ກິລາ ເມືອງແກ້ວອຸດົມ ເພື່ອຊຸກຍູ້ໃຫ້ແກ່ ບັ້ນສອບເສັງຈົບ ມ4 ແລະ ມ7 ໃນ ຄັ້ງນີ້ ໃຫ້ປະສົບຜົນສໍາເລັດຕາມ ລະດັບຄາດໝາຍທີ່ວາງໄວ້. ຂ່າວ: ສີສົມໄຊ, ພາບ: ກິນດາລອນ ເປັນພະສົງ-ສາມະເນນ 47 ອົງ, ແບ່ງເປັນ 33 ສູນສອບເສັງ, ລວມ ມີ 123 ຫ້ອງສອບເສັງ. ສະເພາະ ຊັ້ນມັດທະຍົມຕອນຕົ້ນ ມ4 ຈະໄດ້ ຈັດຕັ້ງສອບເສັງໃນໄລຍະວັນທີ 10-12 ມິຖຸນາ 2026, ສອບເສັງ 5 ວິຊາ ຄື: ພາສາລາວ-ວັນນະຄະດີ; ຄະນິດສາດ; ວິທະຍາສາດສັງຄົມ; ວິທະຍາສາດທຳມະຊາດ ແລະ ພາສາອັງກິດ. ສ່ວນຊັ້ນ ມ7 ຈະໄດ້ ເລີ່ມສອບເສັງວັນທີ 17-19 ມິຖຸນາ 2026, ສອບເສັງ 5 ວິຊາ ຄື: ພາສາ ລາວ-ວັນນະຄະດີ; ຄະນິດສາດ; ກຸ່ມວິຊາວິທະຍາສາດສັງຄົມ; ກຸ່ມ ວິຊາວິທະຍາສາດທຳມະຊາດ ແລະ ພາສາອັງກິດ. ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫລວງພະບາງ ໃຫ້ ສຳພາດໃນວັນທີ 8 ມິຖຸນາ 2026 ນີ້ວ່າ: ເພື່ອເຮັດໃຫ້ການສອບເສັງ ຈົບຊັ້ນມັດທະຍົມຕົ້ນ ມ4 ແລະ ມ7 ໃນປີນີ້ ມີຜົນສຳເລັດຕາມຄາດໝາຍ ພະແນກສຶກສາທິການ ແລະ ກິລາ ແຂວງ ໄດ້ອອກແຈ້ງການໃຫ້ຫ້ອງ ການສຶກສາທິການ ແລະ ກິລາ ເມືອງ, ນະຄອນ, ກະກຽມຄວາມ ພ້ອມຮອບດ້ານ ເປັນຕົ້ນ ກະກຽມ ສະຖານທີ່ເຮັດວຽກຂອງອະນຸ ກຳມະການ ແລະ ຫ້ອງສອບເສັງ, ຂຶ້ນແຜນຈັດຊື້ອຸປະກອນຮັບໃຊ້, ແຕ່ງຕັ້ງອະນຸກຳມະການຮັບຜິດ ຊອບແຕ່ລະໜ້າວຽກ ແລະ ຂໍທິດຊີ້ ນໍາຈາກຄະນະກຳມະການປົກຄອງ ເມືອງ-ນະຄອນ; ຈັດສູນສອບເສັງ, ຫ້ອງສອບເສັງ ຕາມຈຳນວນນັກ ຮຽນ ແລະ ສະພາບເງື່ອນໄຂຕົວຈິງ ຂອງທ້ອງຖິ່ນ. ໂອກາດນີ້, ທ່ານ ສຸລິເດດ ແກ້ວ ບົວລະເພັດ ໄດ້ຮຽກຮ້ອງໃຫ້ທຸກ ພາກສ່ວນໃນສັງຄົມ, ພໍ່ແມ່-ຜູ້ ປົກຄອງ ຈົ່ງໃຫ້ການຮ່ວມມືອຳ ນວຍຄວາມສະດວກໃຫ້ແກ່ລູກ ຫລານໄດ້ຄົ້ນຄວ້າຮໍ່າຮຽນຢ່າງເຕັມ ສ່ວນ, ພ້ອມທັງຊຸກຍູ້, ສົ່ງເສີມໃຫ້ ລູກຫລານເຂົ້າຮ່ວມການສອບເສັງ ແຕ່ຕົ້ນຕະຫລອດປາຍ. ສໍາລັບນັກ ຮຽນທຸກຄົນ ຈົ່ງສຸມໃສ່ຄົ້ນຄວ້າ ຮໍ່າຮຽນ, ທັງກະກຽມຄວາມພ້ອມ ທາງດ້ານຮ່າງກາຍ, ທາງດ້ານສະ ຕິປັນຍາ, ທາງດ້ານສິ່ງອໍານວຍ ຄວາມສະດວກ ເຂົ້າຮ່ວມການສອບ ເສັງຄັ້ງນີ້ໃຫ້ສຳເລັດ ແລະ ໃຫ້ໄດ້ ຄະແນນດີ ມີຄວາມເພິ່ງພໍໃຈ. ຂ່າວ: ອາພຸດເດດ ບຸບຜາ, ພາບ: ທະນູສີນ ອິດທິພົນ ແລະ ການຄ້າຈີນສາຂາລາວ, ການ ໄຟຟ້າພາກໃຕ້ຈີນ, ບໍລິສັດພະລັງ ງານນິວເຄຣຍຈີນທົ່ວໄປ, ທີມແພດ ຈີນ ປະຈຳລາວ, ຄະນະກໍາມະການ ການນຳໃຊ້ທຳມະຊາດຢ່າງຍືນຍົງ. “ການປູກຕົ້ນໄມ້ໃນມື້ນີ້ບໍ່ແມ່ນພຽງ ແຕ່ປູກເພື່ອເປັນຮົ່ມ ຫລື ປູກຕາມຮີດ ຄອງເທົ່ານັ້ນ, ແຕ່ຕ້ອງສຸມໃສ່ການ ປູກຕົ້ນໄມ້ໃຫຍ່ ທີ່ມີຄຸນຄ່າທາງດ້ານ ລະບົບນິເວດ, ຕົ້ນໄມ້ທີ່ຫລາຍຊະນິດ ແລະ ພັນໄມ້ທີ່ໃກ້ຈະສູນພັນ ເພື່ອຟື້ນ ຟູໃຫ້ກາຍເປັນແຫລ່ງອາໄສທີ່ປອດ ໄພຂອງສັດປ່ານາໆຊະນິດ ໂດຍ ສະເພາະ ປະຊາກອນນົກ ໃຫ້ກັບ ຄືນມາສູ່ທຳມະຊາດ. ພ້ອມກັນນັ້ນ, ຕ້ອງຫັນປ່ຽນທັດສະນະຈາກການ ເບິ່ງປ່າສະຫງວນເປັນເຂດຫວງ ຫ້າມ ໃຫ້ກາຍເປັນບ່ອນຄົ້ນຄວ້າ ວິທະຍາສາດ, ຊອກຫາທ່າແຮງ ຂອງພັນພືດ ເພື່ອມາພັດທະນາເປັນ ສິນຄ້າກະສິກຳທີ່ມີມູນຄ່າເພີ່ມ ເປັນ ຕົ້ນ ການສຶກສາພືດທີ່ເປັນຢາ, ເຮັດ ໃຫ້ປະຊາຊົນອ້ອມຂ້າງມີສ່ວນຮ່ວມ ກາຍເປັນເຈົ້າຂອງຮ່ວມກັນ. ໃນພິທີ, ບັນດາຜູ້ເຂົ້າຮ່ວມ ຍັງ ໄດ້ຮ່ວມກັນປູກຕົ້ນໄມ້ ພັນໄມ້ທີ່ ຫາຍາກ ແລະ ພັນໄມ້ທີ່ມີຄຸນຄ່າ ຢູ່ ບໍລິເວນພື້ນທີ່ຂອງສູນ ແລະ ສອງ ຂ້າງທາງຂອງມະຫາວິທະຍາໄລ ເພື່ອເປັນຂີດໝາຍແຫ່ງການເລີ່ມຕົ້ນ ໃນການສ້າງສູນຄົ້ນຄວ້າແຫ່ງນີ້ ໃຫ້ ກາຍເປັນອຸທິຍານແຫ່ງການຮຽນຮູ້, ການອະນຸລັກ ແລະ ບ່ອນທ່ອງທ່ຽວ ທາງທຳມະຊາດ ທີ່ສວຍງາມ ແລະ ສົມບູນແບບຂອງແຂວງສະຫວັນນະ ເຂດໃນອະນາຄົດ. ສຳລັບແນວພັນ ໄມ້ທີ່ນຳມາປູກໃນຄັ້ງນີ້ ປະກອບມີ: ໄມ້ດູ່ເລືອດ 16 ຕົ້ນ, ໄມ້ປະດັບ: ຕົ້ນ ໄຊ ແລະ ໂພ 2 ຕົ້ນ, ຕົ້ນພ້າວ 50 ຕົ້ນ ແລະ ໄມ້ໃຫ້ຮົ່ມເງົາ: ໄມ້ສາມ ສາ 80 ຕົ້ນ ລວມມູນຄ່າທັງໝົດ ປະ ມານ 220 ລ້ານກີບ ແລະ ໃນຕໍ່ໜ້າ ມະຫາວິທະຍາໄລສະຫວັນນະເຂດ ຍັງມີແຜນສ້າງປ່າອະນຸລັກ ໃນເນື້ອ ທີ່ 40 ເຮັກຕາຕື່ມອີກ. ຕັດສິນ ພ້ອມດ້ວຍທີມນັກກິລາ. ການຈັດແຂ່ງຂັນຄັ້ງນີ້ ຈຸດປະ ສົງກໍເພື່ອເນັ້ນໃຫ້ນັກກິລາທຸກໆ ຄົນທີ່ເຂົ້າຮ່ວມ ຍຶດໝັ້ນຫລັກການ “ມິດຕະພາບມາກ່ອນການແຂ່ງ ຂັນ,” ເຄົາລົບການຕັດສິນຂອງ ຜູ້ຕັດສິນ (ຄະນະກຳມະການ), ຄູ່ແຂ່ງ ແລະ ຜູ້ຊົມ. ຜູ້ເຂົ້າຮ່ວມ ຕ້ອງປະຕິບັດຕາມກົດລະບຽບການ ແຂ່ງຂັນຢ່າງເຂັ້ມງວດ, ແຂ່ງຂັນໃນ ລັກສະນະທີ່ສຸພາບ, ປອດໄພ ແລະ ມິດຕະພາບຂອງນັກກິລາ ຊຶ່ງມີນັກ ກິລາເຂົ້າຮ່ວມທັງໝົດ 12 ທີມ. ກິລາບານບ້ວງ 3x3 ມີສະມາຊິກ ທັງໝົດ 4 ຄົນຕໍ່ທີມ (ຜູ້ຫລິ້ນໃນ ສະໜາມ 3 ຄົນ ແລະ ຜູ້ຫລິ້ນ ສໍາຮອງ 1 ຄົນ) ຊຶ່ງເງື່ອນໄຂ ຜູ້ເຂົ້າຮ່ວມຕ້ອງເປັນພະນັກງານ ສົມບູນຂອງອົງການຈັດຕັ້ງຂອງ ຕົນ, ມີສຸຂະພາບແຂງແຮງ ແລະ ບໍ່ມີພະຍາດປະຈຳໂຕ. ຜ່ານການແຂ່ງຂັນທີມຊະນະ ເລີດ ອັນດັບ 1 ໄດ້ແກ່ທີມທະນາ ຄານອຸດສາຫະກຳ ແລະ ການຄ້າ (ICBC), ອັນດັບ 2 ໄດ້ແກ່ທີມ ບໍລິສັດ ເທັກໂນໂລຊີພະລັງງານ ຈົງກວາງເຫີ (ລາວ) ຈຳກັດ ແລະ ອັນດັບ 3 ໄດ້ແກ່ທີມ ບໍລິສັດ ການ ລົງທຶນຮ່ວມ ລາວ-ຈີນ ຈຳກັດ. ສຳລັບລາງວັນແຕ່ລະທີມຈະໄດ້ຮັບ ຖ້ວຍລາງວັນ,ໃບຍ້ອງຍໍພ້ອມເງິນ ລາງວັນຈຳນວນໜຶ່ງ.

RkJQdWJsaXNoZXIy MTc3MTYxMQ==