10/06/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d (ແຫລ່ງຂ່າວແຂວງຄຳມ່ວນ)່ ງ່ າ່ ວ .osh v'IPo w;|5j ,dh kg;Q kwfh 3fp[+ 8h v'1h ko ກະຊວງສຶກສາທິການ ແລະ ກິລາ ຍັງໄດ້ສືບຕໍ່ໃນການພັດທະນາຫລັກສູດ ເພດສຶກສາແບບເຂັ້ມຂຸ້ນພາຍໃນໜຶ່ງ ອາທິດ ສຳລັບພາກອາຊີວະສຶກສາ ແລະ ການຝຶກອົບຮົມ, ພ້ອມທັງວິຊາ ເພດສຶກສາແບບບັງຄັບ ສຳລັບການ ສຶກສາຄູ. ຄວາມພະຍາຍາມສົມທົບ ກັນນີ້ຊ່ວຍຮັບປະກັນວ່າ ເພດສຶກສາ ແບບຮອບດ້ານ ບໍ່ແມ່ນກິດຈະກຳ ທີ່ເຮັດພຽງຄັ້ງດຽວ, ແຕ່ເປັນສ່ວນ ໜຶ່ງຂອງລະບົບການສຶກສາທີ່ເຂັ້ມ ແຂງ ແລະ ຍືນຍົງກວ່າເກົ່າ. ແຕ່ໃນ ຫ້ອງຮຽນ, ຄວາມກ້າວໜ້າບໍ່ໄດ້ຖືກ ວັດແທກ ພຽງແຕ່ຈາກປຶ້ມຄູ່ມື, ຕົວ ເລກ ຫລື ນະໂຍບາຍເທົ່ານັ້ນ, ມັນຖືກ ວັດແທກໂດຍການທີ່ນັກຮຽນກ້າທີ່ຈະ ຖາມຄຳຖາມ ຫລື ບໍ່?; ການທີ່ໄວໜຸ່ມ ຮຽນຮູ້ທີ່ຈະໄວ້ໃຈຄູຂອງພວກເຂົາ ຫລື ບໍ່; ການທີ່ເດັກຍິງຮູ້ສຶກໝັ້ນໃຈພໍທີ່ຈະ ເວົ້າອອກມາ ຫລື ບໍ່?; ການທີ່ເດັກ ຊາຍເລີ່ມເຂົ້າໃຈກ່ຽວກັບການເຄົາ ລົບ, ການຍິນຍອມ ແລະ ຄວາມສະເໝີ ພາບ ຫລື ບໍ່?. ການທີ່ນັກຮຽນສາມາດ ສົນທະນາກ່ຽວກັບສຸຂະພາບຂອງ ພວກເຂົາໄດ້ ໂດຍບໍ່ຕ້ອງອາຍ ຫລື ບໍ່? ຊຶ່ງນັກຮຽນຫລາຍຄົນບໍ່ກ້າທີ່ຈະສະ ແດງອອກ, ພວກເຂົາຢ້ານທີ່ຈະຖາມ ຄຳຖາມ ຫລື ຕອບ ເພາະພວກເຂົາຢ້ານ ຕອບຜິດ. ບາງຄົນຍັງບໍ່ທັນຮູ້ສຶກສະ ບາຍໃຈກັບຄູຝຶກພຽງພໍທີ່ຈະເປີດໃຈ ຫລື ແບ່ງປັນຄວາມກັງວົນທີ່ແທ້ຈິງ ຂອງພວກເຂົາ. ແນວໃດກໍຕາມ, ເພື່ອແກ້ໄຂບັນຫາ ນີ້, ລາວພະຍາຍາມສ້າງບັນຍາກາດ ໃນຫ້ອງຮຽນ, ຊຸກຍູ້ໃຫ້ມີການຖາມ ຄຳຖາມ, ຈັດກິດຈະກຳຕ່າງ ເພື່ອຫລຸດ ຜ່ອນຊ່ອງວ່າງລະຫວ່າງຄູ ແລະ ນັກ ກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ການເປັນ ຢູ່ທີ່ດີໃຫ້ແກ່ເດັກຊາຍ ແລະ ເດັກຍິງ. ຈາກປະສົບການຂອງຂ້າພະເຈົ້າໃນ ການປະກອບສ່ວນເຂົ້າໃນຫລັກສູດ ເພດສຶກສາ, ຂ້າພະເຈົ້າຢາກໃຫ້ອົງ ການ UNFPA ສືບຕໍ່ຊຸກຍູ້ການເຊື່ອມ ສານເພດສຶກສາເຂົ້າໃນຫລັກສູດ ແຫ່ງຊາດໃນທຸກລະດັບ ໂດຍການສ້າງ ຄວາມເຂົ້າໃຈຕັ້ງແຕ່ໄວເດັກເຖິງໄວ ໜຸ່ມຈົນຮອດຜູ້ໃຫຍ່, ພວກເຮົາສາມາດ ຊ່ວຍໃຫ້ທຸກຄົນມີຄຸນນະພາບຊີວິດທີ່ດີ ຂຶ້ນ ແລະ ຍືນຍົງກວ່າເກົ່າ”. ຂະນະທີ່ອົງການ UNFPA ສະ ເຫລີມສະຫລອງການຮ່ວມມືຄົບຮອບ 50 ປີ ກັບ ສປປ ລາວ, ເລື່ອງລາວ ຕ່າງໆຄືດັ່ງທ່ານ ນາງ ລັດດາພອນ ສະແດງໃຫ້ເຫັນວ່າຄວາມກ້າວໜ້າໃນ ຊີວິດໄວໜຸ່ມແມ່ນມີແນວໃດ ຊຶ່ງນັ້ນ ແມ່ນການທີ່ຄູຮຽນຮູ້ວິທີໃໝ່ໆໃນການ ຮັບຟັງ, ແມ່ນການທີ່ນັກຮຽນ ຄ່ອຍໆມີ ຄວາມກ້າທີ່ຈະຍົກມືຂຶ້ນຕອບຄໍາຖາມ, ແມ່ນການທີ່ນັກຮຽນສາມາດສົນທະ ນາກ່ຽວກັບຄຳຖາມກ່ຽວກັບສຸຂະ ພາບ, ການເຄົາລົບ, ຄວາມສຳພັນ ແລະ ອະນາຄົດຢູ່ໃນຫ້ອງຮຽນ ໂດຍບໍ່ ຕ້ອງຮູ້ສຶກອາຍແຕ່ດ້ວຍຄວາມເອົາໃຈ ໃສ່ ແລະ ຂໍ້ມູນທີ່ຖືກຕ້ອງ ຊຶ່ງຄວາມຄືບ ໜ້າດັ່ງກ່າວນີ້ສາມາດເກີດຂຶ້ນໄດ້ຍ້ອນ ການນຳພາຂອງລັດຖະບານ ແຫ່ງ ສປປລາວ, ໂດຍສະເພາະແມ່ນກະຊວງ ສຶກສາທິການ ແລະ ກິລາ, ຄວາມມຸ່ງ ໝັ້ນຂອງຄູອາຈານ, ໂຮງຮຽນ, ອາສາ ສະໝັກໄວໜຸ່ມແລະຄູ່ຮ່ວມງານຕ່າງໆ. ພ້ອມທັງຈາກການສະໜັບສະໜູນຂອງ ຜູ້ໃຫ້ທຶນເຊັ່ນ: ກະຊວງການຕ່າງປະ ເທດ ແລະ ການຄ້າ (DFAT) ຂອງ ອົດສະຕຣາລີ ແລະ ອົງການຮ່ວມມື ສາກົນ ສ ເກົາຫລີ (KOICA) ຊຶ່ງ ການປະກອບສ່ວນດັ່ງກ່າວໄດ້ຊ່ວຍ ເຮັດໃຫ້ອົງການ UNFPA ແລະ ຄູ່ ຮ່ວມງານແຫ່ງຊາດ ເພີ່ມທະວີການ ສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມ, ວຽກງານເພດສຶກສາ, ທັກສະຊີວິດ ແລະ ການເຂົ້າເຖິງຂໍ້ມູນທີ່ເຊື່ອຖືໄດ້ ສຳລັບເຍົາວະຊົນ ແລະ ໄວໜຸ່ມ. ຮຽນ. ປັບປຸງວິທີການສອນຂອງລາວ ເພາະລາວເຂົ້າໃຈວ່າການຮັບຮູ້ຂອງ ນັກຮຽນແຕ່ລະຄົນແມ່ນແຕກຕ່າງ ກັນ. ພ້ອມນັ້ນ, ຍັງເນັ້ນໜັກເຖິງການ ຍອມຮັບຕົນເອງ, ຄວາມເຂັ້ມແຂງທາງ ດ້ານອາລົມ ແລະ ການໃຫ້ກຳລັງໃຈ. ທ່ານນາງ ລັດດາພອນ ກ່າວຕື່ມ ວ່າ: “ການປ່ຽນແປງທີ່ຂ້າພະເຈົ້າຢາກ ເຫັນແມ່ນການມີໂຄງການທີ່ຫລາຍຂຶ້ນ ເພື່ອຊ່ວຍໃຫ້ນັກຮຽນສະແດງອອກ ຢ່າງໝັ້ນໃຈ ແລະ ເອົາຊະນະຄວາມ ຢ້ານກົວຂອງພວກເຂົາ,” ສິ່ງເຫລົ່າ ນີ້ຈະຊ່ວຍໃຫ້ເຂົາເຈົ້າຄົ້ນພົບຄວາມ ຕ້ອງການ ແລະ ສັກກະຍະພາບທີ່ແທ້ ຈິງຂອງເຂົາເຈົ້າ. ຫົວໃຈສໍາຄັນຂອງ ວຽກງານເພດສຶກສາແມ່ນການໃຫ້ທັກ ສະແກ່ໄວໜຸ່ມ ນອກເໜືອຈາກຂໍ້ມູນ, ແຕ່ແມ່ນການເປີດຊ່ອງທາງໃນການ ສົນທະນາແກ່ພວກເຂົາ. ໃນ ສປປ ລາວ, ວຽກເພດສຶກສາ ແມ່ນພາກສ່ວນໜຶ່ງຂອງເປົ້າໝາຍ ລວມ ໃນການລົງທຶນໃສ່ໄວໜຸ່ມ. ເຍົາ ວະຊົນ ແລະ ໄວໜຸ່ມ ຕ້ອງການທັກສະ ເພື່ອການດຳລົງຊີວິດ ບໍ່ແມ່ນພຽງແຕ່ ເພື່ອຮຽນໃຫ້ຈົບເທົ່ານັ້ນ ເຊັ່ນ: ຄວາມ ສຳພັນ, ພື້ນທີ່ອອນລາຍ, ຄວາມກົດ ດັນຈາກໝູ່ເພື່ອນ, ສຸຂະພາບຈິດ, ບັນ ທັດຖານທາງເພດ, ວຽກງານໃນອະນາ ຄົດ ແລະ ຄວາມຄາດຫວັງຂອງຄອບ ຄົວ. ເພດສຶກສາຊ່ວຍເຊື່ອມຕໍ່ຄວາມ ເປັນຈິງເຫລົ່ານີ້, ໂດຍສະເພາະສຳລັບ ໄວໜຸ່ມ ທີ່ອາດຈະບໍ່ມີພື້ນທີ່ປອດໄພ ໃນການຖາມຄຳຖາມຢູ່ເຮືອນ ຫລື ໃນ ຊຸມຊົນຂອງພວກເຂົາ. ອີກປະການ ໜຶ່ງ, ເຄື່ອງມືດີຈິຕອນ ສາມາດຊ່ວຍຂະ ຫຍາຍການເຂົ້າເຖິງຂໍ້ມູນທີ່ເຊື່ອຖືໄດ້. ອົງການ UNFPA ຮ່ວມກັບສູນຂ່າວ ສານການແພດສຸຂະສຶກສາ, ກະຊວງ ສາທາລະນະສຸກ ໄດ້ເປີດຕົວແອັບພລິ ເຄຊັນເທິງມືຖືແບບບໍ່ເສຍຄ່າ ທີ່ເອີ້ນ 7Q o7;h k{;y w94E/k,n 16j g,n v'76 o7e 8y fra oda [ dkora fmtokcs]j 'mj v'mj P;.sh gxa omuj I6h 9a d0v'7q omqj ;3]d ວ່າ: ນ້ອຍຢາກຮູ້(Noi Yakhoo) ຊຶ່ງ ສະໜອງຂໍ້ມູນແບບຄຳຖາມ-ຄຳຕອບ *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ຂປລ. ເມື່ອບໍ່ດົນມານີ້, ກອງປະ ຊຸມຮັບຟັງລາຍງານການຄົ້ນຄວ້າ- ວິໄຈຖໍ້າຝາມື ເມືອງຄູນຄໍາ ແຂວງ ຄໍາມ່ວນ ຕິດພັນກັບການພັດທະນາ ແຫລ່ງທ່ອງທ່ຽວ ໃຫ້ເປັນທີ່ຮູ້ຈັກ ຂອງຄົນທົ່ວໂລກ ຈັດຂຶ້ນທີ່ນະຄອນ ຫລວງວຽງຈັນ ໂດຍມີທ່ານ ນາງ ເບເນດິກ ເດຊອງ (Benedicte Deschamps) ເອກອັກຄະລັດຖະ ທູດແຫ່ງປະເທດຝຣັ່ງ ປະຈໍາ ສປປ ລາວ, ທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກໍາມະການປົກ ຄອງແຂວງຄຳມ່ວນ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງຈາກປະເທດ ຝຣັ່ງ, ຂັ້ນສູນກາງ ແລະ ທ້ອງຖິ່ນ ແຂວງຄໍາມ່ວນເຂົ້າຮ່ວມ. ທ່ານ ນາງ ໂອຣີເວຍ ຣິເວໂຣ ວິລາ (Olivia Rivero Liva) ຜູ້ອໍານວຍການຫ້ອງທົດລອງເຕັກ ໂນໂລຊີຍຸກກ່ອນປະຫວັດສາດ (Labtec) ໄດ້ຂຶ້ນບັນລະຍາຍໃນ ຫົວຂໍ້ “ເມື່ອຮູບແຕ້ມເທິງໜ້າຜາ ທ້າທາຍຄວາມສູງ ເຕັກນິກ, ສັນຍະ ລັກ ແລະ ສິ່ງທ້າທາຍໃນການອະນຸ ລັກແຫລ່ງບູຮານ ຖໍ້າຝາມື”. ການ ຄົ້ນພົບແຫລ່ງບູຮານ ຖໍ້າຝາມືໄດ້ ຖືກຄົ້ນພົບຄັ້ງທໍາອິດໂດຍທ່ານ ຫົງ ໃນປີ 1980 ແລະ ຖືກຄົ້ນພົບຄືນ ໃໝ່ໃນປີ 2021 ພາຍໃຕ້ໂຄງການ ການສ້າງຕັ້ງອຸທິຍານທໍລະນີຫີນບູນ ທີ່ນໍາພາຈັດຕັ້ງປະຕິບັດໂດຍອົງ ການສະແມກ ຊຶ່ງໄດ້ມີການດໍາເນີນ ງານລົງສໍາຫລວດທາງວິທະຍາ ສາດຈໍານວນ 3 ຄັ້ງໃນປີ 2024 , 2025 ແລະ 2026 ໂດຍຄະນະ ວິໄຈປະກອບມີທ່ານ ເນັນຮີດານໂກ້ ( N.Hidalgo), ທ່ານ ໂອຣີເວີໂຣ (O.Revero), ທ່ານ ເອັກຊ໌ ອີ ກິນເລີ (X.Eguilleor) ແລະ ທ່ານ ເຈ ແກມເປີ (J.Kemper) ເປັນ ແຫລ່ງສິລະປະເທິງໜ້າຜາຫີນພຽງ ແຫ່ງຊາດ ທີ່ມີການສຶກສາຄົ້ນຄວ້າ ຢ່າງເປັນລະບົບຢູ່ໃນ ສປປ ລາວ, ການເກັບກໍາເອກະສານ ແລະ ຫລັກ ຖານທາງສິລະປະ ແມ່ນໄດ້ດໍາເນີນ ການບັນທຶກຂໍ້ມູນດ້ານສິລະປະ ໂດຍການນໍາໃຊ້ເຕັກນິກການຮ່ວມ ລວມພາບຖ່າຍ, ການເຮັດແຜນພາບ ຖ່າຍທາງອາກາດ ແລະ ການປະ ມວນຜົນວິເຄາະຄ່າສີ, ການອ່ານ ແລະ ວິເຄາະອົງປະກອບແມ່ນໄດ້ ສຶກສາວິເຄາະແຜ່ນຫີນທີ່ມີຮູບແຕ້ມ, ລວດລາຍ, ເຕັກນິກການແຕ້ມ ແລະ ການທັບຊ້ອນຂອງຊັ້ນສີຂອງແຜ່ນ ຫີນໜ້າຜາ, ການວິໄຈຫ້ອງທົດລອງ ແມ່ນໄດ້ດໍາເນີນການເກັບຕົວຢ່າງ, ການວິເຄາະໂຄງສ້າງໂມເລກຸນ ດ້ວຍແສງເລເຊີ ແລະ ການກໍານົດ ອາຍຸທາງວິທະຍາສາດຈາກສານ ອອກຊາເລດ; ດ້ານການຕີຄວາມ ໝາຍ ໄດ້ວິເຄາະປັດໄຈດ້ານຄວາມ ສູງ, ທ່າທາງໃນການແຕ້ມ, ຄວາມ ໝາຍຂອງສັນຍະລັກ ແລະ ການຈັດ ລໍາດັບອາຍຸ; ດ້ານການອະນຸລັກຮັກ ສາ ແມ່ນໄດ້ປະເມີນການຊຸດໂຊມ ຈາກໄພທໍາມະຊາດ, ຜົນກະທົບ ຈາກການເຄື່ອນໄຫວຂອງມະນຸດ ແລະ ການກໍານົດແຜນງານບຸລິມະ ສິດໃນການປົກປັກຮັກສາ. ສະຖານທີ່ບູຮານແຫ່ງນີ້ ມີການ ປະສົມປະສານລະຫວ່າງລວດລາຍ ໃນລະດັບທີ່ມືເອື້ອມເຖິງ ແລະ ລວດ ລາຍທີ່ຢູ່ສູງຂຶ້ນໄປຫລາຍແມັດ ຈາກພື້ນດິນ. ຄວາມສູງບໍ່ເປັນພຽງ ແຕ່ສິ່ງທ້າທາຍທາງດ້ານເຕັກນິກ ເທົ່ານັ້ນ ແຕ່ຍັງເປັນຕົວຈັດລະບຽບ ໃນການອ່ານຄວາມໝາຍ, ການ ເຂົ້າເຖິງ ແລະ ການອະນຸລັກຮັກສາ ຕື່ມອີກ, ເຫງີບຜາຫີນແຫ່ງນີ້ ມີລັກ ສະນະຄ້າຍຄືກັບແຜ່ນຈາລຶກທີ່ມີ ການຂຽນທັບເຊັ່ນ: ຮູບຊົງມື, ຮູບ ຊົງຮ່າງຕ່າງໆ, ເຄື່ອງໝາຍ, ສັນ ຍະລັກ ແລະ ການເກາະໂຕຂອງຫີນ ປູນແມ່ນໄດ້ຖືກທັບຊ້ອນກັນຕາມ ກາລະເວລາ, ຮູບມືບາງຮູບແມ່ນຢູ່ ສູງເຖິງ 5 ແມັດ ຫລື ສູງກວ່ານັ້ນ. ໃນຂະນະທີ່ຮູບອື່ນໆ ແມ່ນຢູ່ໃນ ລະດັບສູງສຸດທີ່ຂອບເຂດເອື້ອມມື ເຖິງ, ການເຂົ້າເຖິງຈຸດເຫລົ່ານີ້ຄາດ ວ່າຈະຕ້ອງອາໄສແທ່ນຢືນຕາມທໍາ ມະຊາດ, ການໃຊ້ໄມ້ຍາວ ຫລື ອຸປະ ກອນ ແລະ ເຄື່ອງມືຊ່ວຍຍົກຕົວຂຶ້ນ. ສ່ວນລວດລາຍທີ່ຈຸດສູງສຸດ ມັກຈະ ຖືກເກັບຮັກສາໄວ້ໃນສະພາບທີ່ດີ ກວ່າ ຍ້ອນໄດ້ຮັບຜົນກະທົບໜ້ອຍ ຈາກການສໍາຜັດ ຫລື ການລົບກວນ ຂອງມະນຸດ, ຮູບມືແບບເປົ່າສີທັບ ແມ່ນມີຈໍານວນຫລາຍທີ່ສຸດ ແລະ ຄອບງໍາລວດລາຍທັງໝົດໃນແຫລ່ງ ບູຮານແຫ່ງນີ້, ຮູບເຄື່ອງໝາຍສັນຍະ ລັກແລະຮູບຊົງຄ້າຍຄືມະນຸດປະກອບ ຮ່ວມກັນເປັນອີກ 2 ກຸ່ມໃຫຍ່ທີ່ສໍາ ຄັນຮອງລົງມາ, ຮູບສັດ ແລະ ຮູບມື ແບບປະທັບແມ່ນມີຈໍານວນໜ້ອຍ ກວ່າ, ແຕ່ມີຄວາມສໍາຄັນຍິ່ງຕໍ່ກັບ ການຕີຄວາມໝາຍທາງປະຫວັດ ສາດ ຊຶ່ງການຂຶ້ນບັນຊີລາຍຊື່ລວມ ລວດລາຍທັງໝົດມີເຖິງ 285 ຮູບ.
RkJQdWJsaXNoZXIy MTc3MTYxMQ==