7225

ຂປລ.ກົມສິ່ງແວດລ້ອມ(ກສລ), ກະຊວງກະສິກຳແລະສິ່ງແວດລ້ອມ (ກສ) ຮ່ວມກັບບໍລິສັດພູເບ້ຍມາຍ ນິງ ຈຳກັດ ຈັດກອງປະຊຸມປຶກສາ ຫາລືແບບມີສ່ວນຮ່ວມ ຂັ້ນສູນກາງ ເພື່ອຜ່ານບົດລາຍງານການປະເມີນ ຜົນກະທົບສິ່ງແວດລ້ອມ (EIA) ຂປລ. ສະຫະພັນກຳມະບານ ຫ້ອງວ່າການສູນກາງພັກ (ຫສພ) ຈັດກອງປະຊຸມສະຫລຸບວຽກງານ ກຳມະບານ ປະຈໍາປີ 2025, ທິດ ທາງແຜນການປີ 2026 ແລະ ຍ້ອງຍໍ 5 ເປັນເຈົ້າໃຫ້ກັບບັນດາ ສະມາຊິກກຳມະບານ ຫສພ ພາຍໃຕ້ ການເປັນປະທານຂອງທ່ານ ຜາຄຳ ອິນແສງ ກຳມະການສູນກາງພັກ, ຮອງຫົວໜ້າຫ້ອງວ່າການສູນກາງ ພັກ, ມີທ່ານ ມີໄຊ ພົມເຂ ກຳມະການ ສຳຮອງສູນກາງພັກ, ຮອງຫົວໜ້າ ຫ້ອງວ່າການສູນກາງພັກ, ມີ ປະທານສະຫະພັນກຳມະບານ, ຄະນະບໍລິຫານງານກຳມະບານ ແລະ ສະມາຊິກກຳມະບານ ຫສພ ເຂົ້າຮ່ວມ. ທ່ານ ສີທັດ ຈັນທະສຸກ ປະທານ ກຳມະບານ ຫສພ ໄດ້ກ່າວເປີດ ກອງປະຊຸມຢ່າງເປັນທາງການ, ຈ າກນັ້ນ , ທ່ານ ສົມ ໄ ພວັນ ແສງສຸລິຍະ ຮອງປະທານກຳມະ ບານ, ຜູ້ປະຈຳການໄດ້ຜ່ານບົດ ສະຫລຸບວຽກງານກຳມະບານ ປະຈຳປີ 2025 ແລະ ແຜນວຽກ ຈຸດສຸມ ປະຈຳປີ 2026 ໂດຍໄດ້ຍົກ ໃຫ້ເຫັນຜົນງານທີ່ຍາດມາໄດ້ໃນປີ 2025 ໂດຍສະເພາະການປະກອບ ສ່ວນໃນການຮັບໃຊ້ກອງປະຊຸມ gruj ,mt;u 75h ,7v'rb f8y dez6h .-h ]q f .-h 4t|q os];'.sh ,u 7;k,xvfwr lv'okpq d]a f4t,q o8u ]k;{vq flt8ik]u 3vh ]q ,mk'3m]tla [sk]n dkoIj ;,,n lv'/j kp ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4 ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 27.02.2026 ປີທີ 25 ສະບັບທີ 6.386 8A '|h kza o0tspkpzq oleg]a fdv'xt-5 ,.spj z6 h cmomq j ;xtgmf 7A 'mu XII 0v'ra d .sh dkpgxa o9y 'K Ij ;,,n da og]aj ']a f dkosa oxj Pol6j rt]a ''koltvkf ltstra ode,t[kosh v';j kdkol6 odk'ra d lts]5 [;Pd'koxu 2025 xtmkoxtgmf goA om5 dMdkora fmtok8h v'4n gvq k xt-k-q ogxa odq d gvq k-q oot[q fgxa ogxQ k\kp vq 'dkodkcf'csj '-kf 8h v'gvq k.9.lj c]t gruj ,mt;u oerk1j k'Iv[fh ko ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ( ຜູ້ທີ 5 ນັບຈາກຊ້າຍຫາຂວາ ) ທ່ານ ຈັນທະບູນ ສຸກອາລຸນ ທ່ານ ສອນໄຊ ສີພັນດອນ gxu f;k'ltcf'sq ;|j ;p95 o]t;y lkstdy f ;y lkstdy f0t|kfoh vp{dk' xt9exu 2026 ຂປລ. ກົມນະໂຍບາຍ, ແຜນ ພັດທະນາ ແລະ ປະເມີນຜົນຈັດ ກອງປະຊຸມປຶກສາຫາລືລະດັບຊາດ ສະພາການຫັນປ່ຽນພະລັງງານສປປ ລາວ ຮ່ວມມືກັນເພື່ອເລັ່ງລັດ ການຫັນປ່ຽນສູ່ພະລັງງານສະອາດ ພາຍໃຕ້ການເປັນປະທານຂອງ ທ່ານ ຈັນທະບູນ ສຸກອາລຸນ ຮອງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຮ່ວມກັບ ທ່ານ Louis Mulvaney ທີ່ປຶກສາ ຂປລ. ກອງປະຊຸມສະຫລຸບ ຖອດຖອນບົດຮຽນການຈັດຕັ້ງ ປະຕິບັດວຽກງານພະລາທິການ ແລະ ການເງິນທົ່ວກອງທັບ ປະ ຂປລ. ໃນວັນທີ 25 ກຸມພາ 2026, ທີ່ຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໂອ້ລົມທາງໂທລະສັບ ກັບທ່ານ ແອນໂທນີ ແອວບານີຊີ (Anthony Albanese) ນາຍົກ ລັດຖະມົນຕີ ແຫ່ງ ອົດສະຕຣາລີ ໂດຍມີເຈົ້າໜ້າທີ່ອາວຸໂສຂອງທັງ ສອງຝ່າຍເຂົ້າຮ່ວມ. ໃນໂອກາດນີ້, ສອງຝ່າຍໄດ້ຕີ ລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະ ຫວ່າງສອງປະເທດ ສປປ ລາວ ແລະ ອົດສະຕຣາລີ ໃນຕະຫລອດ ໄລຍະ 74 ປີຜ່ານມາ ທີ່ໄດ້ຮັບການ ພັດທະນາ ແລະ ຂະຫຍາຍຕົວຢ່າງ ຕໍ່ເນື່ອງ ຊຶ່ງໄດ້ມີການຍົກລະດັບ ເປັນຄູ່ຮ່ວມມືຮອບດ້ານໃນປີ 2024 ຜ່ານມາ, ກວມເອົາຫລາຍຂົງເຂດ ເປັນຕົ້ນ ດ້ານການຄ້າ, ການລົງທຶນ, ການສຶກສາ ແລະ ການພັດທະນາ ຊັບພະຍາກອນມະນຸດ. ສອງຝ່າຍ ເຫັນດີຈະສືບຕໍ່ຊຸກຍູ້ການຮ່ວມມືໃນ ຂະແໜງການອື່ນໆ ທີ່ສອງຝ່າຍ ມີທ່າແຮງຕື່ມອີກ. ພ້ອມນີ້, ເພື່ອ ກະກຽມໃຫ້ແກ່ການສະເຫລີມສະ ຫລອງ ຄົບຮອບ 75 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດ ໃນປີ 2027 ທີ່ຈະມາເຖິງນີ້ ຢ່າງມີຄວາມໝາຍ ເລິກເຊິ່ງ ແລະ ມີບັນຍາກາດຟົດ ຟື້ນສອງຝ່າຍເຫັນດີໃຫ້ສືບຕໍ່ມີການ ແລກປ່ຽນການຢ້ຽມຢາມຂອງການ ນໍາຂັ້ນສູງ ແລະ ໃນຂັ້ນຕ່າງໆ ລວມ ຂປລ. ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ວາງແນວ ທາງໄລຍະຍາວ, ທັງໄດ້ກໍານົດ ຍຸດທະສາດ ເປັນແຕ່ລະໄລຍະໄວ້ ຢ່າງຈະແຈ້ງແລ້ວເຖິງຄວາມຮຽກ ຮ້ອງຕ້ອງການຂອງການພັດທະ ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານກາ ແດງທົ່ວປະເທດ ປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ໃນວັນທີ 26 ກຸມພາ 2026 ນີ້, ທ່ານ ສອນໄຊ ສີພັນດອນ  ອ່ານຕໍ່ໜ້າ 3 dq ,lnj ,;o-q o 7vlr 9a fdy f9tde37ltok gzu pczj 3 ;a oxts;a flkf16j c0;'[= ]y 7ewນາ, ດຶງເອົາປະເທດຊາດ ຄ່ອຍໆ ຫລຸດພົ້ນອອກຈາກຄວາມດ້ອຍ ພັດທະນາ, ນໍາເອົາປະເທດຊາດ ກ້າວເຂົ້າສູ່ຈຸດໝາຍໃໝ່ ທີ່ໄດ້ລະບຸ ໄວ້ໃນໂຄງການການເມືອງຂອງ ພັກ. ເພື່ອຢາກໃຫ້ບັນດານະໂຍບາຍ, ແຜນນະໂຍບາຍທີ່ໄດ້ຮັບຮອງ ເອົາໃຫ້ເກີດເປັນຮູບປະທໍາໄດ້ນັ້ນ, ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ຄະນະບໍລິຫານງານ ສູນກາງພັກ, ປະທານປະເທດ ໄດ້ເນັ້ນໜັກໃຫ້ລັດຖະບານ ກໍຄື ຂະແໜງການທີ່ກ່ຽວຂ້ອງໃນກອງ ປະຊຸມເຜີຍແຜ່ ແລະ ເຊື່ອມຊຶມ ເອກະສານກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ໃນ ວັນທີ 25 ກຸມພາ 2026 ຜ່ານມາ ກໍາມະການກົມການເມືອງ ສູນກາງພັກ, ນາຍົກລັດຖະ ມົນຕີ ໄດ້ເນັ້ນໃຫ້ອົງການ ກາແດງແຫ່ງຊາດ ຕ້ອງ ໄດ້ເອົາໃຈໃສ່ ແລະ ເພີ່ມ ທະວີນຳພາຢ່າງຮອບດ້ານ ໂດຍສະເພາະຄະນະນໍາອົງ ການກາແດງແຫ່ງຊາດ ລາວ ແຕ່ລະຂັ້ນຕ້ອງສືບ ຕໍ່ ແລະ ເປັນເຈົ້າການນໍາ ພາແນວຄິດໃຫ້ແກ່ສະມາ ຊິກພັກ-ພະນັກງານໃຫ້ມີ ຄວາມຮັບຮູ້, ເຂົ້າໃຈຢ່າງ ເລິກເຊິ່ງຕໍ່ແນວທາງນະໂຍ ບາຍຂອງພັກ ກໍຄື ກອງ ປະຊຸມໃຫຍ່ ຄັ້ງທີXII ຂອງ ພັກ ແລະ ແຜນພັດທະນາ ຈໍາປີ 2025 ແລະ ທິດທາງແຜນ ການ ປະຈໍາປີ 2026 ໄດ້ສໍາເລັດ ໃນວັນທີ 25 ກຸມພາ 2025 ພາຍ ຫລັງທີ່ໄດ້ດໍາເນີນມາເປັນເວລາ 2 ວັນເຕັມ ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການ ເມືອງສູນກາງພັກ, ເລຂາຄະນະ ພັກກະຊວງ, ລັດຖະມົນຕີກະຊວງ ປ້ອງກັນປະເທດ, ມີຄະນະນໍາ ກະຊວງປ້ອງກັນປະເທດ, 4 ກົມ ໃຫຍ່, ຫ້ອງວ່າການກະຊວງ, ກົມ ໃຫຍ່ພະລາທິການ ປກສ, ກົມວິຊາ ສະເພາະ, ຫ້ອງການ, ກົມກອງກໍາ ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ leg]a fdv'xt-5 ,lts]5 [;Pdrt]kmy dko c]t dkog'omqj ;dv'ma [ xt9exu 2025 y xb dlksk]n c[[,u lj ;oIj ;,dkoxtg,u ozq odtmq [ 8lyj 'c;f]h v,37'dko05 f7Q ocIj 7e{g'o (rkd0tspkp) + y

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 27/02/2026 xtgmf]k; ສອງນາຍົກລັດຖະມົນຕີ... ປະທານປະເທດ ເນັ້ນທຸກໆການ... ອົງການກາແດງແຫ່ງຊາດ... lts]5 [dko9a f8A 'xt8y [a f ;Pd'kodkcf' xt9exu 2025 ຂປລ. ອົງການກາແດງແຫ່ງ ຊາດລາວ ຈັດກອງປະຊຸມສະຫລຸບ ການຈັດຕັ້ງປະຕິບັດວຽກງານກາ ແດງ ປະຈໍາປີ 2025 ແລະ ທິດທາງ ແຜນການ ປີ 2026 ໃນວັນທີ 26 ກຸມພາ 2026 ຢູ່ນະຄອນຫລວງ ວຽງຈັນ ໂດຍການເປັນປະທານ ຂອງທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດ ລາວ, ມີຮອງປະທານຄະນະກຳມະ ການປົກຄອງ 17 ແຂວງ ແລະ ນະ ຄອນຫລວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ທ່ານ ຄໍາລາວັນ ຈັນທະລາວັນ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ຖືວ່າເປັນກອງປະຊຸມທີ່ມີຄວາມ ໝາຍຄວາມສຳຄັນ ໂດຍຈະໄດ້ ພ້ອມກັນທົບທວນຕີລາຄາຄືນການ ເຄື່ອນໄຫວວຽກງານກາແດງໃນ ທົ່ວປະ ເທດ ປະຈຳປີ 2025 ແລະ ວາງທິດທາງແຜນການ ປີ 2026 ຊຶ່ງຈະຍົກໃຫ້ເຫັນບາງ ຫົວຂໍ້ທີ່ສໍາຄັນມາແລກປ່ຽນບົດ ຮຽນນໍາກັນ ແລະ ຮັບຟັງການ ສົນທະນາແລກປ່ຽນຄຳຄິດຄຳ ເຫັນຈາກບັນດາທ່ານທີ່ເຂົ້າຮ່ວມ ກອງປະຊຸມ. ພ້ອມນັ້ນ, ພວກເຮົາ ຈະໄດ້ພ້ອມກັນຄົ້ນຄວ້າ, ສັງເກດ ຕີລາຄາສະພາບການຈັດຕັ້ງປະຕິ ບັດວຽກງານກາແດງ ໃນໄລຍະ 1 ປີຜ່ານມາໃຫ້ເລິກເຊິ່ງ ເພື່ອ ຊອກໃຫ້ເຫັນຜົນງານດ້ານດີທີ່ຕັ້ງ ໜ້າ ແລະ ຂໍ້ຄົງຄ້າງ, ສາເຫດ ແລະ ວິທີການແກ້ໄຂບົນພື້ນຖານ ຄວາມເປັນເອກະພາບທາງດ້ານ ທັດສະນະ, ແນວຄິດ, ແລະ ຮັບ ຮອງເອົາທິດທາງແຜນການໃນ ການຈັດຕັ້ງປະຕິບັດປີ 2026. ນອກຈາກນີ້, ພວກເຮົາຈະໄດ້ຄົ້ນ ຄວ້າ ແລະ ຮັບຟັງບົດຮຽນໃນການ ຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ ຢູ່ບາງແຂວງ, ບົດຮຽນໃນການ ສົ່ງເສີມສຸຂະພາບຊຸມຊົນ, ການຄຸ້ມ ຄອງອາສາສະໝັກໃນວຽກງານ ກູ້ໄພສຸກເສີນ, ບົດຮຽນການປຸກ ລະດົມຂົນຂວາຍບໍລິຈາກເລືອດ, ບົດຮຽນການຂົນຂວາຍແຫລ່ງ ທຶນ ເພື່ອຊ່ວຍພັດທະນາອົງການກາ ແດງແຫ່ງຊາດລາວ ໃຫ້ກາຍເປັນ ອົງການທີ່ເຂັ້ມແຂງສາມາດປະຕິ ບັດວຽກງານຊ່ວຍເຫລືອມະນຸດສະ ທຳທີ່ມີການເຂົ້າຮ່ວມຂອງສັງຄົມ ດ້ວຍຄວາມສະໝັກໃຈຢ່າງກວ້າງ ຂວາງ ແລະ ມີປະສິດທິຜົນ. ໃນໄລຍະ 1 ປີຜ່ານມາ, ອົງ ການກາແດງແຫ່ງຊາດລາວ ໄດ້ ມີຜົນງານການເຄື່ອນໄຫວດ້ານ ວຽກງານວິຊາສະເພາະທີ່ພົ້ນເດັ່ນ ໂດຍສະເພາະການບັນເທົາທຸກ, ການສະໜອງເລືອດທີ່ປອດໄພ ແລະ ການກູ້ໄພສຸກເສີນ. ໃນນັ້ນ, ວຽກງານການຊ່ວຍເຫລືອບັນເທົາ ທຸກໃນໄລຍະຜ່ານມາ, ອົງການກາ ແດງໄດ້ສຸມໃສ່ການຊ່ວຍເຫລືອຜູ້ ປະສົບໄພພິບັດຈາກພາຍຸວິພາໃນ 6 ແຂວງ ຊຶ່ງສາມາດແຈກຢາຍ ເງິນສົດ ແລະ ເຄື່ອງອຸປະໂພກບໍລິໂພກໃຫ້ແກ່ປະຊາຊົນກວ່າ 3.400 ຄອບຄົວ, ລວມມູນຄ່າ ການຊ່ວຍເຫລືອກວ່າ 7 ຕື້ກີບ. ນອກນັ້ນ, ຍັງໄດ້ມອບເຕົາໄຟປະ ຢັດ ແລະ ເຄື່ອງກັ່ນຕອງນ້ຳໃຫ້ ຄອບຄົວໃນແຂວງພາກໃຕ້ຫລາຍ ກວ່າ 77.000 ຄອບຄົວ ເພື່ອ ຍົກລະດັບຊີວິດການເປັນຢູ່ໃຫ້ດີ ຂຶ້ນ; ວຽກງານບໍລິຈາກເລືອດບັນລຸ 90% ຂອງແຜນການຖືເປັນຈຸດ ສຸມທີ່ສຳຄັນ, ໃນປີ 2025 ທົ່ວ ປະເທດສາມາດເກັບກຳເລືອດໄດ້ ທັງໝົດ 72.452 ຖົງ, ເພີ່ມຂຶ້ນ ຈາກປີ 2024. ພ້ອມກັນນີ້, ຍັງ ໄດ້ຮັບການສະໜັບສະໜູນຈາກ ສາກົນໃນການສ້າງອາຄານສູນ ເລືອດໃໝ່ ແລະ ເຕັກນິກວິຊາການ ທີ່ທັນສະໄໝ; ໄດ້ຂະຫຍາຍໜ່ວຍ ກູ້ໄພສຸກເສີນເພີ່ມຂຶ້ນຢູ່ເມືອງຫລາ, ເມືອງກາສີ ແລະ ແຂວງບໍລິຄຳໄຊ ເຮັດໃຫ້ມີໜ່ວຍກູ້ໄພທັງໝົດ 18 ແຫ່ງທົ່ວປະເທດ; ອອກຊ່ວຍເຫລືອ ອຸບັດເຫດ ແລະ ສົ່ງຄົນເຈັບສຸກເສີນ ລວມກວ່າ 4.900 ຄັ້ງ; ສາມາດ ສ້າງອາສາສະໝັກໃໝ່ໄດ້ເຖິງ 510 ຄົນ ຊຶ່ງລື່ນຄາດໝາຍທີ່ວາງໄວ້; ຮ່ວມມືອັນດີກັບບັນດາຄູ່ຮ່ວມງານ ສາກົນ ເຊັ່ນ: IFRC, ICRC ແລະ ອົງການກາແດງຈາກປະເທດເພື່ອນ ມິດທີ່ໄດ້ການສະໜັບສະໜູນຈາກ ສັງຄົມຜ່ານການຂົນຂວາຍທຶນ ລວມມູນຄ່າທັງເງິນສົດ ແລະ ວັດຖຸ ຫລາຍກວ່າ 2,5 ຕື້ກີບ. ຂ່າວ: ວຽງສະຫວັນ; ພາບ: ຂັນໄຊ ໂ ດຍ ໃຫ້ສືບຕໍ່ຈັດຕັ້ງປ ະ ຕິບັດ ຫລາຍບັນຫາສຳຄັນໂດຍສະເພາະ ທຸກໆການພັດທະນາຕ້ອງຖືເອົາ ປະຊາຊົນເປັນກົກ, ເອົາຊົນນະບົດ ເປັນເປົ້າໝາຍ ກໍຄື ຕ້ອງຄໍານຶງເຖິງ ຄວາມເພິ່ງພໍໃຈຂອງປະຊາຊົນເປັນ ໄມ້ຫລາວັດແທກ. ສະຫາຍ ທອງລຸນ ສີສຸລິດ ຍັງ ເນັ້ນໃຫ້ສ້າງຖັນແຖວພະນັກງານ ໃຫ້ມີຄວາມສາມາດຈັດຕັ້ງປະຕິບັດ ມະຕິ, ແນວທາງນະໂຍບາຍ, ແຜນ ພັດທະນາເສດຖະກິດ-ສັງຄົມຂອງ ປະເທດໃຫ້ໄດ້ນັບມື້ນັບຫລາຍ, ນັບ ມື້ນັບເຂັ້ມແຂງ, ມີຄຸນທາດການ ເມືອງ, ຄຸນສົມບັດສິນທຳ ແລະ ຫັນ ເປັນມືອາຊີບ. ພະນັກງານຂັ້ນນໍາ, ຂັ້ນປະຕິບັດໜ້າທີ່ ທີ່ຖືກມອບໝາຍ ຕ້ອງເປັນຄົນກ້າຄິດ, ກ້າປະດິດ ສ້າງ, ກ້າອອກແບບ, ກ້າລົງມືປະຕິ ບັດ ແລະ ກ້າຮັບຜິດຊອບໃນວຽກ ງານ; ການກໍ່ສ້າງ ແລະ ບຳລຸງ ສ້າງພະນັກງານໃຫ້ມີສະຕິປັນຍາ, ມີຄວາມສາມາດ, ມີຄວາມຮັບຜິດ ຊອບ ເພື່ອຜົນປະໂຫຍດສ່ວນລວມ, ບາງຄົນກໍເວົ້າວ່າ “ຍາກ” ແຕ່ຖ້າ ຈະເຮັດໃຫ້ຍາກກໍຍາກ, ແຕ່ຖ້າ ພວກເຮົາຫາກກ້າເອົາເຂົາເຈົ້າເຂົ້າ ໃນໜ້າວຽກຕົວຈິງຂຶ້ນກັບສະພາບ ແຫ່ງການພັດທະນາເຂົາເຈົ້າຈະ ເຕີບໃຫຍ່ຂຶ້ນໄດ້; ການປະເມີນຄຸນນະ ພາບຂອງພະນັກງານແມ່ນຖືເອົາ ຜົນສໍາເລັດຂອງການປະຕິບັດໜ້າ ທີ່ເປັນໄມ້ຫລາວັດແທກ, ຕ້ອງໃຫ້ ໂອກາດ ແລະ ປົກປ້ອງພະນັກງານ ໃນຄຸນນະພາບແບບໃໝ່ ຄືຜູ້ກ້າ ປ່ຽນແປງ, ກ້າເສຍສະລະກ້າສະ ແຫວງຫາອັນໃໝ່ ທີ່ເປັນປະໂຫຍດ ໃຫ້ກົມກອງ, ອົງການ ແລະ ສ່ວນ ລວມ; ຕ້ອງແກ້ໄຂຜູ້ຂາດຄຸນທາດ, ຂາດທາດແທ້ປະຕິວັດ, ເວົ້າດີແຕ່ ເຮັດບໍ່ດີ, ບໍ່ໄດ້, ເປັນເສນາທິການ ໄດ້ຢູ່ແຕ່ອ່ອນໃນການປະຕິບັດຕົວ ຈິງ. ອັນໜຶ່ງທີ່ສໍາຄັນຕ້ອງແກ້ໄຂ ພະນັກງານເລືອກວຽກ, ພະນັກງານ ທີ່ຂັດເອົາແຕ່ວຽກທີ່ຕົນມັກຕົນ ຢາກໄດ້ຢາກເປັນ, ບ່ອນເຮັດວຽກ ທີ່ຕົນຢາກໄປຢາກຢູ່ເທົ່ານັ້ນ, ຮຽກ ຮ້ອງ, ຂັດເອົາ ຊຶ່ງບັນຫານີ້, ແມ່ນ ຕ້ອງໄດ້ຮັບການແກ້ໄຂ. ດັ່ງນັ້ນ, ຜູ້ເຮັດວຽກງານຈັດຕັ້ງ, ວຽກພະ ນັກງານຕ້ອງກໍາໃຫ້ໄດ້ກົນໄກ, ກໍາ ພະນັກງານໃຫ້ແໜ້ນ, ໃຫ້ເລິກ, ການຕົກລົງດ້ານພະນັກງານຕ້ອງ ຊັດເຈນ, ພາວະວິໄສ. ສະຫາຍ ທອງລຸນ ສີສຸລິດ ຍັງ ໄດ້ເນັ້ນອີກວ່າ: ພັກຕ້ອງຕັດສິນໃຈ ປັບປຸງປ່ຽນແປງໃໝ່, ວິທີການ, ແບບແຜນການນໍາພາ ເພື່ອຍົກປະ ສິດທິພາບຂອງການບໍລິຫານປະ ເທດ; ພັກນໍາພາຕ້ອງຄໍານຶງເຖິງ ເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງ ທີ X ເຂົ້າສູ່ຊີວິດຕົວຈິງໃນການ ປະຕິບັດໜ້າທີ່ວຽກງານຂອງຕົນ ກໍຄື ທິດທາງແຜນການ ແລະ ບັນດາ ຄາດໝາຍສູ້ຊົນຂອງອົງການກາ ແດງແຫ່ງຊາດ ທີ່ວາງໄວ້; ຮັບປະ ກັນໃຫ້ສາມາດເຂົ້າເຖິງ, ມີຄວາມ ໂປ່ງໃສ ແລະ ກວດສອບໄດ້ຢ່າງ ເປັນລະບົບໃຫ້ສາມາດຂັບເຄື່ອນ ການຜັນຂະຫຍາຍແນວທາງ, ແຜນ ນະໂຍບາຍຂອງພັກ, ກົດໝາຍຂອງ ລັດ ແລະ ບັນດານິຕິກໍາທີ່ກ່ຽວຂ້ອງ ທີ່ວາງອອກໄດ້ເປັນຢ່າງດີ; ມີຄວາມ ເປັນເຈົ້າການ, ມີຄວາມສາມາດປະ ຕິບັດພາລະບົດບາດ, ໜ້າທີ່ຂອງຕົນ ຕາມທິດ “ຫັນເປັນມືອາຊີບ”. ພ້ອມທັງເອົາໃຈໃສ່ພັດທະນາ ວຽກງານວິຊາສະເພາະຂອງອົງ ການກາແດງແຫ່ງຊາດລາວ ໃຫ້ມີ ຄວາມເຂັ້ມແຂງ. ໃນນີ້, ຕ້ອງໄດ້ ເພີ່ມທະວີການມີສ່ວນຮ່ວມຂອງ ສັງຄົມໃຫ້ກວ້າງຂວາງ, ຍົກບົດ ບາດຂອງອົງການກາແດງແຫ່ງ ຊາດລາວໃຫ້ສູງຂຶ້ນ, ພົ້ນເດັ່ນກວ່າ ເກົ່າເປັນຕົ້ນໂຄສະນາເຜີຍແຜ່ກົດ ໝາຍ, ພາລະບົດບາດໜ້າທີີ່ຂອງ ອົງການກາແດງແຫ່ງຊາດລາວ ໃຫ້ເປັນທີ່ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ກວ້າງຂວາງໃນທົ່ວສັງຄົມ ໂດຍສະເພາະແມ່ນການຊ່ວຍເຫລືອ ບັນເທົາທຸກເບືື້ອງຕົ້ນ, ການປຸກ ລະດົມບໍລິຈາກເລືອດ ແລະ ການ ສະໜອງເລືອດທີ່ປອດໄພ, ການສົົ່ງ ເສີມສຸຂະພາບຂັ້ນພື້ນຖານຢູ່ຊຸມຊົນ, ວຽກງານຫລຸດຜ່ອນຄວາມສ່ຽງ ແລະ ຕອບໂຕ້ໄພພິບັດ, ການຊ່ວຍ ກູ້ໄພສຸກເສີນ ຊຶ່ງແມ່ນວຽກງານ ມະນຸດສະທໍາທີ່ສໍາຄັນທີີ່ສຸດ ແລະ ແມ່ນສິດທິພື້ນຖານຂອງມະນຸດ ທີ່ຈະຕ້ອງໄດ້ຮັບການເອົາໃຈໃສ່ ເບິ່ງແຍງ; ສືບຕໍ່ປັບປຸງກົດໝາຍ ວ່າດ້ວຍວຽກງານກາແດງລາວ ເພື່ອໃຫ້ສອດຄ່ອງກັບສະພາບຕົວ ຈິງ ແລະ ໃຫ້ເປັນນິຕິກໍາທີ່ຈະຊ່ວຍ ໃຫ້ອົງການກາແດງແຫ່ງຊາດລາວ ສາມາດປະຕິບັດໜ້າທີ່ຕາມພາລະ ທັງການຈັດຕັ້ງບັນດາກິດຈະກໍາ ເພື່ອສ່ອງແສງໃຫ້ເຫັນເຖິງຄວາມ ໃກ້ຊິດ ແລະ ການພົວພັນຮ່ວມມື ອັນດີງາມລະຫວ່າງ ລາວ-ອົດສະ ຕຣາລີ ໃນຕະຫລອດ 7 ທົດສະວັດ ຜ່ານມາ. ພ້ອມນີ້, ສອງຝ່າຍໄດ້ປຶກສາ ຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບກໍລະນີການເສຍຊີວິດຂອງ ນັກທ່ອງທ່ຽວອົດສະຕຣາລີ 2 ຄົນ ໃນທ້າຍປີ 2024 ຜ່ານມາ ຊຶ່ງຝ່າຍ ອົດສະຕຣາລີ ໄດ້ສະແດງຄວາມ ຂອບໃຈຕໍ່ລັດຖະບານລາວທີ່ໄດ້ ເອົາໃຈໃສ່ ແລະ ໃຫ້ການຮ່ວມມືກັບ ຝ່າຍອົດສະຕຣາລີ ໃນການແກ້ໄຂ ຄະດີດັ່ງກ່າວເປັນຢ່າງດີ. ຝ່າຍລາວ ໄດ້ສະແດງຄວາມເສຍໃຈຕໍ່ລັດຖະ ບານ ແລະ ປະຊາຊົນອົດສະຕຣາລີ ກໍຄື ຄອບຄົວຂອງຜູ້ເສຍຊີວິດ ແລະ ຢືນຢັນວ່າລັດຖະບານລາວ ໄດ້ ເອົາໃຈໃສ່ຢ່າງຕັ້ງໜ້າໃນການດໍາ ເນີນຂະບວນການສືບສວນ-ສອບ ສວນຄະດີດັ່ງກ່າວ ໂດຍເຈົ້າໜ້າທີ່ ກ່ຽວຂ້ອງຂອງລາວຢ່າງມີຄວາມ ຮັບຜິດຊອບສູງ ເພື່ອນໍາເອົາຜູ້ກະ ທໍາຜິດມາລົງໂທດອີງຕາມຂະບວນ ການຍຸຕິທໍາຂອງ ສປປ ລາວ ພ້ອມ ທັງສະແດງຄວາມພ້ອມໃນການສືບ ຕໍ່ເຮັດວຽກຢ່າງໃກ້ຊິດກັບຝ່າຍອົດ ສະຕຣາລີ ເພື່ອເຮັດໃຫ້ບັນຫາດັ່ງ ກ່າວ ໄດ້ຮັບການແກ້ໄຂໂດຍໄວ, ມີ ຄວາມໂປ່ງໃສ ແລະ ເປັນທໍາ. ຂ່າວ: ກົມການຂ່າວ, ກະຊວງການ ຕ່າງປະເທດ ຄວາມເປັນແບບຢ່າງ ແລະ ດ້ວຍ ບົດບາດອິດທິພົນທາງການເມືອງ ໂດຍຜ່ານວຽກງານຕິດຕາມກວດ ກາ, ພັກນໍາພາລັດຜ່ານອົງການ ແນວລາວສ້າງຊາດ, ອົງການຈັດ ຕັ້ງການເມືອງ, ອົງການຈັດຕັ້ງ ມະຫາຊົນ. ພວກເຮົາຕ້ອງສ້າງ ລັດເຮົາໃຫ້ເປັນລັດແຫ່ງກົດໝາຍ ສັງຄົມນິຍົມທີ່ນັບມື້ນັບເຂັ້ມແຂງ ທັນສະໄໝຂຶ້ນ, ສ້າງໃຫ້ລະບົບ ບໍລິຫານໃຫ້ມີປະສິດທິພາບ, ມີ ລະບຽບວິໄນ, ໂປ່ງໃສ ແລະ ຮັບໃຊ້ ປະຊາຊົນຢ່າງແທ້ຈິງ. ຂ່າວ: ທະນູທອງ; ພາບ: ເກດສະໜາ ບົດບາດໃຫ້ປະສົບຜົນສໍາເລັດທີ່ ໃຫຍ່ຫລວງກວ່າເກົ່າ ເພື່ອປະກອບ ສ່ວນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ ມີຄວາມຈະເລີນຮຸ່ງເຮືອງ ແລະ ສີວິໄລ. ກ່ຽວກັບງົບປະມານຮັບໃຊ້ການ ເຄື່ອນໄຫວວຽກງານກາແດງ ກໍ ຕ້ອງໄດ້ຮັບປະກັນໃຫ້ມີງົບປະມານ ໃຫ້ສາມາດເຄື່ອນໄຫວຕາມພາລະ ບົດບາດຂອງອົງການກາແດງແຫ່ງ ຊາດລາວ ໂດຍໃຫ້ສົມທົບກັບບັນດາ ພາກສ່ວນກ່ຽວຂ້ອງໃນການຈັດສັນ ງົບປະມານທີ່ຈໍາເປັນ ເພື່ອສາມາດ ຊ່ວຍເຫລືອຮີບດ່ວນທາງດ້ານວັດຖຸ ແລະ ຈິດໃຈຂັ້ນພື້້ນຖານໃຫ້ແກ່ຜູ້ ໄດ້ຮັບຜົນກະທົບຈາກໄພພິບັດ, ຜູ້ ເຈັບເປັນ, ຜູ້ທຸກຍາກຂາດເຂີນ, ປ່ຽວພອຍດ້ອຍໂອກາດ, ກໍາພ້າ, ກໍາພອຍ, ຄົນພິການ ລວມທັງແມ່ ຍິງ, ເດັກນ້ອຍ ແລະ ຜູ້ທີ່ຢູ່ຫ່າງໄກ ສອກຫລີກ, ປຸກລະດົມຂົນຂວາຍ ຍາດແຍ່ງເອົາການຊ່ວຍເຫລືອຈາກ ພາຍໃນ ແລະ ພາຍນອກ ກໍຄື ເພື່ອນ ມິດ ແລະ ສາກົນ ໃຫ້ຫລາຍຂຶ້ນ ກວ່າເກົ່າ ແລະ ຮັບປະກັນຄວາມ ໂປ່ງໃສ, ນຳໃຊ້ຖືກກັບເປົ້າໝາຍ ເພື່ອແບ່ງເບົາງົບປະມານຂອງລັດ. ວຽກງານປຸກລະດົມຂົນຂວາຍການ ບໍລິຈາກເລືອດແບບສະໝັກໃຈບໍໍ່ ຫວັງສິ່ງຕອບແທນແມ່ນເປັນວຽກ ທີ່ສໍາຄັນ ແລະ ຂາດບໍໍ່ໄດ້ຢູ່ໃນ ສັງຄົມ, ຖ້າບໍໍ່ມີເລືອດພຽງພໍກໍໍບໍໍ່ ສາມາດຊ່ວຍເຫລືອກອບກູ້ຊີວິດ ຂອງຄົນເຈັບທີ່ຕ້ອງການເລືອດ. ສະນັ້ນ, ທຸກຂະແໜງການ, ທຸກ ການຈັດຕັ້ງ, ບຸກຄົນ, ນິຕິບຸກຄົນ, ທຸກຊັ້ນຄົນໃນທົົ່ວສັງຄົມ ຈະຕ້ອງ ໄດ້ເປັນເຈົ້າການຮ່ວມກັນໂຄສະນາ ປຸກລະດົມຂົນຂວາຍໃຫ້ມີຜູ້ບໍລິຈາກ ເລືອດແບບສະໝັກໃຈບໍ່ຫວັງສີ່ງ ຕອບແທນໃຫ້ນັບມື້ຫລາຍຂຶ້ນ, ປູກ ຈິດສໍານຶກໃຫ້ເຍົາວະຊົນ, ຊາວໜຸ່ມ ໃຫ້ຮັບຮູ້ເຂົ້າໃຈ ແລະ ເຫັນໄດ້ເຖິງ ຄວາມສໍາຄັນຂອງການບໍລິຈາກ ເລືອດແບບສະໝັກໃຈ ແລະ ສິ່ງ ສຳຄັນຕ້ອງມີນະໂຍບາຍຕໍໍ່ຜູ້ມີຜົນ ງານໃນການປຸກລະດົມຂົນຂວາຍ ເລືອດ ແລະ ຜູ້ມາບໍລິຈາກເລືອດ ຫລາຍຄັ້ງບໍໍ່ຫວັງສິ່ງຕອບແທນ ດ້ວຍຮູບການຕ່າງໆຢ່າງເໝາະສົມ ເພື່ອເປັນແຮງຈູງໃຈໃຫ້ຜູ້ຄົນມາ ບໍລິຈາກເລືອດຫລາຍຂຶ້ນ ແລະ ສາມາດສະໜອງໃຫ້ແກ່ຄົນເຈັບທີ່ ຕ້ອງການເລືອດໃຫ້ພຽງພໍ ແລະ ໃຫ້ບັນລຸຕາມຄາດໝາຍແຜນການ ທີ່ວາງໄວ້ໃນແຕ່ລະປີ; ສືບຕໍ່ເສີມ ຂະຫຍາຍການພົວພັນ ແລະ ຮ່ວມມື ກັບສາກົນໃຫ້ກວ້າງຂວາງ ແລະ ຫລາຍຂຶ້ນກວ່າເກົ່າ ໂດຍສະເພາະ ກັບອົງການກາແດງຂອງປະເທດ ເພື່ອນມິດຍຸດທະສາດ, ບັນດາ ອົງການກາແດງຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອ ຂົນຂວາຍ, ຍາດແຍ່ງການຊ່ວຍ ເຫລືອຕາມລະບຽບຫລັກການ ແລະ ຕາມທິດທາງນະໂຍບາຍ ການຕ່າງປະເທດຂອງພັກ ແລະ ລັດຖະບານ ເພື່ອສ້າງເງື່ອນໄຂໃຫ້ ແກ່ການພັດທະນາອົງການກາແດງ ແຫ່ງຊາດລາວ ໃຫ້ມີຄວາມເຂັ້ມ ແຂງ ແລະ ສາມາດປະຕິບັດຕາມ ພາລະບົດບາດໃນ 9 ໜ້າວຽກຢ່າງ ມີປະສິດທິພາບ, ປະສີດທິຜົນ ແລະ ຫັນເປັນທັນສະໄໝເທື່ອລະກ້າວ ເພື່ອ ຜົນປະໂຫຍດລວມຂອງຊາດ ແລະ ປະຊາຊົນບັນດາເຜົ່າ. ພ້ອມກັນນັ້ນ, ຕ້ອງໄດ້ສູ້ຊົນຂົນຂວາຍສະມາຊິກ, ອາສາສະໝັກກາແດງ ໃຫ້ຫລາຍ ຂຶ້ນ ແລະ ເຊື້ອເຊີນເອົາຜູ້ຊົງຄຸນວຸທິ ທີ່ສະໝັກໃຈເຮັດວຽກເພື່ອສັງຄົມ ໂດຍບໍໍ່ຮຽກຮ້ອງສິ່ງຕອບແທນ ມາຮ່ວມເຄື່ອນໄຫວວຽກງານກາ ແດງຕາມພາລະບົດບາດວຽກງານ ມະນຸດສະທໍາຂອງອົງການກາແດງ ແຫ່ງຊາດລາວ.

27/02/2026 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ພອນປະເສີດ ©ດຍ ž່າຕົ່ງ ໂດຍ: ຈັນທະລອນ dq ,lnj ,;o-q o 7vlr 9a fdy f9tde37ltok gzu pczj 3 ;a oxts;a flkf 16j c0;'[= ]y 7ew- ltrk[= ]y skodv'mb oxq dxa dIa dlk ly j 'c;f]h v, c]t xj kw,h ltw\lk,a o 7A 'mu XIV va f8txn deoq f 7 my fmk'|h kmu j ];, dkora fmtokglf4tdy f{la '7q , Ivfxu 2030 ຂປລ. ອີງຕາມແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ຂອງແຂວງ ອັດຕະປື ໄດ້ກໍານົດໄວ້ວ່າ: ແຕ່ປີ 2026-2030 ແຂວງອັດຕະປື ໄດ້ ກໍານົດ 7 ທິດທາງໜ້າທີ່ລວມ ຂອງ ການພັດທະນາເສດຖະກິດ-ສັງຄົມ ຊຶ່ງແຜນດັ່ງກ່າວນີ້ ເປັນແຜນຈັດຕັ້ງ ຜັນຂະຫຍາຍແນວທາງສ້າງເສດ ຖະກິດເອກະລາດ ເປັນເຈົ້າຕົນເອງ ໃຫ້ເປັນອັນລະອຽດ, ໂດຍການ ສືບຕໍ່ສຸມໃສ່ແກ້ໄຂບັນຫາໜີ້ສິນ, ລາຄາສິນຄ້າ, ອັດຕາແລກປ່ຽນ, ບັນຫາຄ່າຄອງຊີບ ແລະ ຄວາມທຸກ ຍາກໃນຊົນນະບົດ ທີ່ຍັງສືບຕໍ່ເປັນ ສິ່ງທ້າທາຍ. ໂດຍອີງໃສ່ຈຸດພິເສດ ຂອງແຂວງບວກກັບທ່າແຮງ, ກາ ລະໂອກາດ ແລະ ບົດຮຽນຜ່ານມາ, ແຜນຄັ້ງນີ້ ໄດ້ກໍານົດຄໍາຂວັນອອກ ຄື: ສ້າງແຂວງອັດຕະປື ໃຫ້ເປັນ ແຂວງສີຂຽວ, ມີສະເໜ່, ສະຫງົບ, ປອດໄພ ກາຍເປັນເຂດບໍລິການ ດ້ານການທ່ອງທ່ຽວພາຍໃນ ພາກ ພື້ນ-ອະນຸພາກພື້ນ, ພັດທະນາເສດ ຖະກິດ ເອກະລາດເປັນເຈົ້າຕົນເອງ ຕາມທ່າແຮງບົ່ມຊ້ອນຂອງແຂວງ ຢ່າງມີຈຸດສຸມ, ມີຄຸນນະພາບ, ມີ ຄວາມສົມດູນ ແລະ ຍືນຍົງ. ເພື່ອບັນລຸຈຸດໝາຍດັ່ງກ່າວ, ແຂວງອັດຕະປື ໄດ້ກໍານົດ 7 ທິດ ທາງໜ້າທີ່ລວມ ຄື: ສືບຕໍ່ຮັບປະກັນ ໃຫ້ແຂວງອັດຕະປື ມີສະຖຽນລະ ພາບທາງດ້ານການເມືອງ, ສັງຄົມ ມີຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍຢ່າງໜັກແໜ້ນ, ກໍາລັງ ປະກອບອາວຸດທ້ອງຖິ່ນເຂັ້ມແຂງ ຮອບດ້ານ ກຽມພ້ອມແກ້ໄຂສະ ພາບທຸກກໍລະນີ; ເປັນເຈົ້າຕົນເອງ ໃນການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ສ້າງທ່າແຮງໃໝ່ ຕາມແນວທາງ ເສດຖະກິດ ເອກະລາດ ເປັນເຈົ້າ ຕົນເອງ ໂດຍສະເພາະໃນຂົງເຂດ ການຜະລິດກະສິກຳ ແລະ ການປຸງ ແຕ່ງ, ສົ່ງເສີມຢ່າງແຂງແຮງການ ທ່ອງທ່ຽວ ເພື່ອສ້າງຖານລາຍຮັບ ໃໝ່, ສູ້ຊົນເຮັດໃຫ້ການເຕີບໂຕຂອງ ເສດຖະກິດມີການຫັນປ່ຽນຢ່າງຕັ້ງ ໜ້າ, ໝັ້ນທ່ຽງ ແລະ ໜັກແໜ້ນ, ຮັກ ສາສະຖຽນລະພາບທາງດ້ານການ ເງິນ, ເງິນຕາ ແລະ ງົບປະມານ ໃຫ້ ສືບຕໍ່ເກີນດູນ, ເກີນແຜນ ແລະ ແກ້ ໄຂໜີ້ສິນໃຫ້ຫລຸດລົງຢ່າງຈະແຈ້ງ; ສືບຕໍ່ພັດທະນາຊັບພະຍາກອນມະ ນຸດ, ຂົງເຂດວັດທະນະທຳ-ສັງຄົມ ໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ, ຕອບສະໜອງ ແກ່ການພັດທະນາແຕ່ລະຂົງເຂດ, ເພີ່ມທະວີວຽກງານຄົ້ນຄວ້ານໍາໃຊ້ ປັນຍາປະດິດ ແລະ ນະວັດຕະກຳ ໃໝ່ຢ່າງກວ້າງຂວາງ, ຍົກສູງຄຸນ ນະພາບການສຶກສາ ແລະ ສ້າງໂອ ກາດໃຫ້ເດັກໃນເກນອາຍຸໃນເຂດ ຊົນນະບົດໄດ້ເຂົ້າຮຽນ ແລະ ຝຶກ ວິຊາຊີບເພີ່ມຂຶ້ນ; ສືບຕໍ່ພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກໃຫ້ຂາດຕົວ, ແນໃສ່ຫລຸດຜ່ອນ ຄວາມແຕກໂຕນດ້ານການພັດທະ ນາລະຫວ່າງຕົວເມືອງ ແລະ ຊົນນະ ບົດ ໃນນີ້, ຈຸດສຸມແມ່ນສ້າງບັນດາ ຕາແສງ ໃຫ້ກາຍເປັນຈຸດໃຈກາງ ຂອງການພັດທະນາຊຸມຊົນ ແລະ ສ້າງຖານຂໍ້ມູນອັນຈຳເປັນ ສົມທົບ ກັບການສ້າງຄວາມເຂັ້ມແຂງ ໃຫ້ ແກ່ອຳນາດການປົກຄອງຕາແສງ ແລະ ຊຸມຊົນບ້ານ ໃຫ້ສາມາດນໍາ ພາສ້າງຂະບວນການ ບ້ານພັດທະ ນາ ແລະ ຜະລິດ ເພື່ອພັດທະນາຄຸນ ນະພາບຊີວິດ ແລະ ມີສ່ວນເປັນສິນ ຄ້າ, ເປັນເຈົ້າການຮັບມື ກັບສະພາບ ການປ່ຽນແປງຂອງດິນຟ້າອາກາດ ແລະ ໄພພິບັດຕ່າງໆ. ສະເພາະຕົວ ເມືອງ ແມ່ນເລັ່ງໃສ່ປັບປຸງຄວາມ ສະອາດ ສວຍງາມ ມີສະເໜ່ ແລະ ປະສົມປະສານລະຫວ່າງສະຖາປັດ ດັ່ງເດີມຂອງທ້ອງຖິ່ນ ແລະ ເຂດທຸ ລະກິດການຄ້າ-ການບໍລິການທີ່ທັນ ສະໄໝສາກົນ (4NaSt City); ສືບຕໍ່ປົກປັກຮັກສາ, ຟື້ນຟູ ແລະ ຈັດ ສັນຊັບພະຍາກອນທີ່ດິນ, ປ່າໄມ້ ໄປ ຕາມທິດ“ຄຸນນະພາບ, ສີຂຽວແລະ ຍືນຍົງ” ກາຍເປັນຖານເສດຖະກິດ ແລະ ລາຍຮັບທີ່ບໍ່ບົກແຫ້ງ ເປັນຕົ້ນ ການສະໜອງໃຫ້ແກ່ການລົງທຶນ ສິນເຊື່ອກາກບ່ອນແລະ ການຜະລິດ ກະສິກຳເປັນສິນຄ້າ ຕິດພັນກັບການ ປຸງແຕ່ງ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງອອກເພີ່ມຂຶ້ນ; ຍົກສູງ ການຄຸ້ມຄອງ ແລະ ບໍລິຫານລັດຂັ້ນ ແຂວງ, ເມືອງ, ຕາແສງ ດ້ວຍກົດ ໝາຍ, ມີປະສິດທິພາບ, ທັນສະໄໝ, ໂປ່ງໃສ,ວ່ອງໄວ,ຍຸຕິທຳແລະກວດ ສອບ-ກວດກາໄດ້, ສືບຕໍ່ປັບປຸງກົນ ໄກການປະສານງານ ແລະ ການ ແບ່ງຂັ້ນຄຸ້ມຄອງ, ແບ່ງຄວາມຮັບ ຜິດຊອບລະຫວ່າງຂະແໜງການ, ສາຍຕັ້ງ-ສາຍຂວາງ ລະຫວ່າງ ອົງ ການປົກຄອງ ແລະ ສະພາປະຊາ ຊົນແຂວງ, ອົງການກວດສອບ, ກວດກາ ແລະ ພາກສ່ວນອົງການ ຈັດຕັ້ງລັດອື່ນໆ ໃຫ້ມີຄວາມເອກະ ພາບໄປລວງດຽວກັນ, ເດັດຂາດ ບໍ່ ໃຫ້ເກີດປະກົດການຫຍໍ້ທໍ້ໃນລະບົບ ກົງຈັກທຸກຂົງເຂດວຽກງານ, ປະ ຊາຊົນບັນດາເຜົ່າ ໄດ້ຮັບການປົກ ປ້ອງສິດ ແລະ ຜົນປະໂຫຍດດ້ວຍ ກົດໝາຍ; ສືບຕໍ່ພົວພັນຮ່ວມມືກັບ ບັນດາແຂວງໃກ້ຄຽງຂອງປະເທດ ເພື່ອນມິດ, ສາກົນ ແລະ ຄູ່ຮ່ວມ ພັດທະນາ ບົນຫລັກການຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດຕົ້ນຕໍ ແມ່ນ ບັນດາແຂວງຂອງສສຫວຽດນາມ ແລະ ສປ ຈີນ, ສືບຕໍ່ພັດທະນາພື້ນ ຖານໂຄງລ່າງ, ການແລກປ່ຽນການ ຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ຂົງເຂດຊັບພະຍາກອນມະນຸດ ໃຫ້ຮັບປະກັນມາດຖານຄຸນນະພາບ ສາມາດເຊື່ອມໂຍງ-ເຊື່ອມຈອດ ຢ່າງເປັນຮູບປະທຳ ໃນລະດັບພາກ ພື້ນ ແລະ ອະນຸພາກພື້ນ. ຂປລ. ພາຍຫລັງທີ່ລັດຖະບານ ໄດ້ໂຮມເອົາກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ເຂົ້າກັບກະຊວງກະສິກໍາ ແລະ ປ່າ ໄມ້ ແລະ ປ່ຽນຊື່ເປັນ “ກະຊວງກະ ສິກໍາ ແລະ ສິ່ງແວດລ້ອມ” ໃນທ້າຍ ປີ 2025. ໃນນັ້ນ, ລັດຖະບານກໍ ໄດ້ມີການໂຮມເອົາກອງທຶນປົກປັກ ຮັກສາສິ່ງແວດລ້ອມ ແລະ ກອງ ທຶນປົກປັກຮັກສາປ່າໄມ້ເຂົ້າກັນ ແລະ ປ່ຽນຊື່ເປັນ “ກອງທຶນປົກປັກ ຮັກສາສິ່ງແວດລ້ອມ ແລະ ປ່າໄມ້” ເປັນຫົວໜ່ວຍການຈັດຕັ້ງລະດັບ ສອງຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ມີພາລະບົດບາດໃນ ການລະດົມທຶນ, ສະສົມທຶນ, ຈາກ ພາຍໃນ ແລະ ຕ່າງປະເທດ, ເກັບ ພັນທະດ້ານສິ່ງແວດລ້ອມ ແລະ ປ່າໄມ້ ເຂົ້າກອງທຶນ ພ້ອມທັງສະ ໜອງທຶນໃຫ້ແກ່ວຽກງານປົກປັກ ຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ໃນຂອບເຂດທົ່ວປະເທດ. ເມື່ອມໍ່ໆມານີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ກອງທຶນປົກປັກຮັກ ສາສິ່ງແວດລ້ອມ ແລະ ປ່າໄມ້ ໄດ້ ຈັດກອງປະຊຸມສະພາບໍລິຫານກອງ ທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ສະໄໝສາມັນ ຄັ້ງທີ XI7 ໂດຍການເປັນປະທານຂອງ ທ່ານ ລິນຄໍາ ດວງສະຫວັນ ລັດ ຖະມົນຕີກະຊວງກະສິກໍາ ແລະ ສິ່ງ ແວດລ້ອມ, ທັງເປັນປະທານສະພາ ບໍລິຫານກອງທຶນປົກປັກຮັກສາສິ່ງ ແວດລ້ອມ ແລະ ປ່າໄມ້, ມີບັນດາ ທ່ານຮອງປະທານ ແລະ ຄະນະກໍາ ມະການສະພາບໍລິຫານກອງທຶນ, ມີຜູ້ຕາງໜ້າຈາກສະພາແຫ່ງຊາດ, ກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ. ເປັນເວລານັບແຕ່ປີ 20212025 ກອງທຶນປົກປັກຮັກສາ ສິ່ງແວດລ້ອມ ໄດ້ສະໜອງທຶນໃຫ້ ກິດຈະກໍາ ແລະ ການຕິດຕາມກວດ ກາການປົກປັກຮັກສາສິ່ງແວດ ລ້ອມໄດ້ 70 ຕື້ກີບ; ສະໜອງໃຫ້ ແກ່ວຽກງານຕິດຕາມກວດກາ, ຄຸ້ມຄອງເຄື່ອງປ່າຂອງດົງ 17,7 ຕື້ກີບ ແລະ ສະໜອງງົບປະມານ ໃຫ້ວຽກຟື້ນຟູປ່າ ແລະ ປູກໄມ້ທົດ ແທນໃຫ້ທ້ອງຖິ່ນ 122,6 ຕື້ກີບ ໃນ ເນື້ອທີ່ຫັນປ່ຽນທີ່ດິນປ່າໄມ້ 1 ລ້ານ ເຮັກຕາ ຕາມມະຕິຂອງສະພາແຫ່ງ ຊາດກໍານົດ. ນອກຈາກນີ້, ກອງທຶນ ປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ໄດ້ປະຕິບັດພາລະບົດບາດ ໜ້າທີ່ຂອງຕົນ ປະກອບສ່ວນຍາດ ແຍ່ງທຶນຮອນເຂົ້າໃສ່ວຽກງານ ປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ໃນໄລຍະຜ່ານມາ ແລະ ໃນ ປີ 2026 ນີ້, ກໍຈະໄດ້ສູ້ຊົນປະຕິບັດ ແຜນງົບປະມານ ທີ່ໄດ້ຮັບການອະ ນຸມັດຈາກກະຊວງການເງິນ ໃນ 6 ເດືອນຕົ້ນປີ ເປັນມູນຄ່າ 48 ຕື້ກີບ. ຂະນະທີ່ ທ່ານ ພັດນະຄອນ ຄັນທະມີໄຊ ຫົວໜ້າຫ້ອງການກອງ ທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ກໍໄດ້ກ່າວວ່າ: ກອງ ທຶນປົກປັກຮັກສາສິ່ງແວດລ້ອມ ແມ່ນກອງທຶນທີ່ໄດ້ຮັບການສ້າງ ຕັ້ງຂຶ້ນ ໂດຍລັດຖະບານຕາມເງື່ອນ ໄຂສັນຍາເງິນກູ້ຢຶມຂອງ A%# ໂຄງການເງິນກູ້ມະຫາພາກສິ່ງແວດ ລ້ອມ-ສັງຄົມ” (A%# Loan1867-Lao) ໄລຍະໂຄງການ 4 ປີ 2001-2004. ໃນເວລາຕໍ່ມາ ກອງທຶນຈຶ່ງໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 2005 ຕາມດຳລັດ ວ່າດ້ວຍ ກອງທຶນປົກປັກຮັກສາສິ່ງແວດ ລ້ອມ ສະບັບເລກທີ 146 ນຍ, ລົງ ວັນທີ 5 6 2005 ແລະ ປັບປຸງໃນ ປີ 2017 ສະບັບເລກທີ 94 ລບ, ລົງວັນທີ 8 ມີນາ 2017. ຈຸດປະ ສົງເພື່ອລະດົມຂົນຂວາຍທຶນຈາກ ພາຍໃນ ແລະ ຕ່າງປະເທດ ແນໃສ່ ສະສົມທຶນ ເພື່ອຕອບສະໜອງໃຫ້ ແກ່ວຽກງານການຄຸ້ມຄອງຊັບພະ ຍາກອນທໍາມະຊາດແລະປົກປັກຮັກ ສາສິ່ງແວດລ້ອມ ແລະ ປ່າໄມ້ແບບ ຍືນຍົງ, ປະກອບສ່ວນໃຫ້ແກ່ການ ຈັດແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ. ໃນໄລຍະ 5 ປີ ຜ່ານ ມາ ຫ້ອງການກອງທຶນປົກປັກຮັກ ສາສິ່ງແວດລ້ອມ ແລະ ປ່າໄມ້ ໄດ້ ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການຈັດ ຕັ້ງປະຕິບັດວຽກງານຄຸ້ມຄອງການ ເງິນ, ສະໜອງທຶນ ແລະ ໃຫ້ການ ບໍລິການໃນການຄຸ້ມຄອງໂຄງການ ສາກົນ. ຂປລ.ກົມສື່ມວນຊົນຄະນະໂຄສະ ນາອົບຮົມສູນກາງພັກ (ຄອສພ) ຈັດກິດຈະກຳ ໂຄສະນາເຜີຍແຜ່ 3 ວັນປະຫວັດສາດຂອງຊາດ ຢູ່ວິທະ ຍາໄລເຕັກນິກ-ວິຊາຊີບແຂວງບໍລິ ຄຳໄຊ. ນຳພາຄະນະໂດຍ ທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າ ກົມສື່ມວນຊົນ ຄະນະໂຄສະນາ ອົບຮົມສູນກາງພັກ, ມີຄູອາຈານ, ນ້ອງນັກສຶກສາເຂົ້າຮ່ວມ. ການເຄື່ອນໄຫວໃນຄັ້ງນີ້, ເພື່ອ ເປັນການເຜີຍແຜ່ຜົນສຳເລັດໃນ ການສະເຫລີມສະຫລອງ 3 ວັນປະ ຫວັດສາດຂອງຊາດຄື: ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ທັງເປັນການສ້າງກິດຈະກຳ ຖາມ-ຕອບຄວາມຮູ້ຮອບຕົວກ່ຽວ ກັບ 3 ວັນດັ່ງກ່າວ ເພື່ອໃຫ້ນ້ອງນັກ ສຶກສາ ມີຄວາມຮັບຮູ້ເຖິງຄວາມ ເປັນມາຂອງ 3 ວັນປະຫວັດສາດ ຂອງຊາດລາວເຮົາ. ນອກຈາກນີ້, ທັງເປັນການຝຶກໃຫ້ນ້ອງນັກສຶກສາ ມີຄວາມກ້າຫານ, ກ້າສະແດງອອກ ໃນງານຕ່າງໆໃນຕໍ່ໜ້າ. ໃນພິທີ ທ່ານ ພູທອນ ວົງສະກຸນ ຫົວໜ້າໜ່ວຍງານກິດຈະການນັກ ສຶກສາ ໂຮງຮຽນເຕັກນິກ-ວິຊາຊີບ ແຂວງບໍລິຄຳໄຊ ໄດ້ໃຫ້ຮູ້ວ່າ: ໂຮງ ຮຽນເຕັກນິກ-ວິຊາຊີບສ້າງຕັ້ງຂຶ້ນ ປີ 2002, ມາເຖິງປັດຈຸບັນລວມ ໄດ້ 24 ປີ, ຕັ້ງຢູ່ບ້ານຫ້ວຍຄຸນ ເມືອງບໍລິຄັນ ແຂວງບໍລິຄຳໄຊ. ໃນສົກຮຽນ 2002-2003 ມີຄູ ອາຈານທັງໝົດ 14 ຄົນ, ໄດ້ຈັດ ການຮຽນ-ການສອນ ທັງໝົດ 6 ຫລັກສູດ ໃນ 4 ຂະແໜງວິຊາ, ມີ 6 ສາຂາອາຊີບຄື: ຂະແໜງກະສິກຳ ມີ 2 ອາຊີບຄື: ປູກຝັງ, ລ້ຽງສັດ; ຂະແໜງກໍ່ສ້າງ ມີ 2 ອາຊີບຄື: ກໍ່ສ້າງເຄຫາສະຖານ, ຊ່າງໄມ້ເຟີນີ ເຈີ; ຂະແໜງບໍລິຫານທຸລະກິດ, ມີ 1 ອາຊີບຄື: ການບັນຊີ ແລະ ຂະ ແໜງສະຫະກຳ, ມີ 1 ອາຊີບຄື: ຕັດ ຫຍິບ. ໃນສົກຮຽນ2025-2026ມີ ຄູອາຈານທັງໝົດ 57 ຄົນ, ຍິງ 25 ຄົນ ໄດ້ຈັດການຮຽນ-ການສອນ 29 ຫລັກສູດ ໃນ 7 ຂະແໜງວິຊາ, ມີ 11 ສາຂາອາຊີບ ຄື: ຂະແໜງ ກະສິກຳ, ມີ 1 ອາຊີບ(ປູກຝັງ); ຂະ ແໜງລ້ຽງສັດ, ມີ 1 ອາຊີບ (ລ້ຽງ ສັດການປະມົງ); ຂະແໜງກໍ່ສ້າງ ມີ 2 ອາຊີບຄື: ກໍ່ສ້າງເຄຫາສະ ຖານ, ຊ່າງໄມ້ເຟີນີເຈີ; ຂະແໜງບໍລິ ຫານທຸລະກິດ ມີ 1 ອາຊີບຄື: ການ ບັນຊີ; ຂະແໜງຫັດຖະກຳ ມີ 2 ອາ ຊີບຄື: ຕັດຫຍິບ, ປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ; ຂະແໜງ ລົດຍົນ, ມີ 2 ອາຊີບຄື: ເຕັກໂນໂລຊີ ລົດຍົນ, ຕົວຖັງ ແລະ ສີ; ຂະແໜງ ໄຟຟ້າ, ມີ 2 ອາຊີບຄື: ໄຟຟ້າໃນອາ ຄານ ແລະ ໄຟຟ້າເຄື່ອງເຢັນ. ສາ ມາດສ້າງນັກສຶກສາ ໄດ້ທັງໝົດ 21 ຮຸ່ນ, ມີນັກສຶກສາຈົບທັງໝົດ 9.300 ກວ່າຄົນ, ຍິງ 4.100 ກວ່າຄົນ. ໃນສົກຮຽນ 2025-2026 ມີ ນັກຮຽນນັກສຶກສາທັງໝົດ 744 ຄົນ, ຍິງ 316 ຄົນ, ເປັນນັກຮຽນ ສາມັນວິຊາຊີບຄູ່ຂະໜານທັງໝົດ 441 ຄົນ, ຍິງ 228 ຄົນ. ການຈັດ ການຮຽນ-ການສອນ ມີ 3 ຮູບແບບ ຄື: ຮູບແບບດັ້ງເດີມເປັນການຮຽນ ການສອບແບບລາຍວິຊາ ຫລື ເອີ້ນ ວ່າເປັນໜ່ວຍກິດ, ຮູບແບບເອົານັກ ຮຽນເປັນໃຈກາງ ຫລື ເອີ້ນວ່າ ເນັ້ນສະມັດຖະພາບ, ຮູບແບບຄວບ ຄູ່ ຫລື ເອີ້ນວ່າ %C5. ນອກຈາກ ນີ້, ຍັງໄດ້ມີການຮ່ວມມືພາຍໃນ ປະເທດດ້ານວິຊາການ ໂດຍໄດ້ມີ ການເຊັນ M06 ທັງໝົດ 44 ແຫ່ງ ຄື: ພາກລັດ 2 ແຫ່ງ, ພາກເອກະຊົນ 42 ແຫ່ງ ແລະ ການຮ່ວມມືກັບ ຕ່າງປະເທດມີຄື: ວິທະຍາໄລ ຍັງ ການ, ມະຫາວິທະຍາໄລແມ່ໂຈ້ (ປະເທດໄທ); ໂຄງການ ,F8. 7ELA (LA0 029). EE4%1 (LA0 336). 7EFF. LLL, ໂຄງການຮ່ວມມືລາວ-ຈີນ 210 ແລະ ໂຄງການ ຣາຊສະບຸລີກູບ.

RkJQdWJsaXNoZXIy MTc3MTYxMQ==