7225

gsfdko{dkora fmtok xtgmf]k; ( 27/02/2026 ຂປລ. ແຫລ່ງຂ່າວຈາກ ແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ໂຮງພິມເອັດພີ ການພິມບໍລິການອັດເອກະສານຄົບ ວົງຈອນ ຈາກບໍລິສັດ ເອັດພີ ມອບ ເຄື່ອງອັດເອກະສານ ໃຫ້ແຂວງໄຊ ຍະບູລີ 26 ເຄື່ອງ ມູນຄ່າ 300 ລ້ານ ກວ່າກີບ ເມື່ອບໍ່ດົນມານີ້ ທີ່ຫ້ອງວ່າ ການແຂວງ ໄຊຍະບູລີ ຕາງໜ້າ ມອບໂດຍທ່ານ ນາງ ບຸນພັກ ອິດທະ ປັນຍາ ຕາງໜ້າຈາກ ບໍລິສັດ ເອັດພີ ແລະ ຕາງໜ້າຮັບໂດຍທ່ານ ປະຖົມ ບຸນຍາວົງ ຮອງຫົວໜ້າພະແນກ ການເງິນແຂວງໄຊຍະບູລີ ພ້ອມ ດ້ວຍພະແນກການອ້ອມຂ້າງແຂວງ ແລະ ເມືອງ ເຂົ້າຮ່ວມ. ເຄື່ອງອັດເອກະສານຈຳນວນ ດັ່ງກ່າວ ແມ່ນໄດ້ນຳໄປແຈກຢາຍ ໃຫ້ເມືອງປາກລາຍ, ຫ້ອງການຕາ ແສງເມືອງປານາຈັນ, ໂຮງຮຽນ ແລະ ສຸກສາລາເຂດຕາແສງເມືອງ ປາ-ນາຈັນ 21 ເຄື່ອງ, ໃຫ້ຫ້ອງວ່າ ການແຂວງ, ຫ້ອງວ່າການເມືອງ ໄຊຍະບູລີ, ພະແນກສາທາລະນະ ສຸກ, ພະແນກການເງິນ ແລະ ປກສ ແຂວງ 6 ເຄື່ອງ. ທ່ານ ນາງ ບຸນພັກ ອິດທະປັນຍາ ໄດ້ກ່າວວ່າ: ຍ້ອນເຫັນໄດ້ຄວາມສໍາ ຄັນ ຕໍ່ວຽກງານທຸກຂົງເຂດພາຍໃນ ແຂວງໄຊຍະບູລີ ຈຶ່ງໄດ້ລະດົມເຄື່ອງ ອັດເອກະສານ ຈາກບໍລິສັດ ເອັດ ພີ ມາມອບໃຫ້ບັນດາພະແນກການ ກົມກອງຂອງແຂວງໄຊຍະບູລີ ເພື່ອ ຮັບໃຊ້ເຂົ້າໃນວຽກງານ ເຮັດໃຫ້ ມີຄວາມສະດວກວ່ອງໄວໃນການ ອັດເອກະສານ ແລະ ເພື່ອເປັນການ ຫລຸດຜ່ອນຄ່າໃຊ້ຈ່າຍບໍລິຫານ ໃນ ການຈ້າງອັດເອກະສານນໍາຮ້ານອັດ ເອກະສານທົ່ວໄປ. ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ c0;'w-pt[6 ]u wfh Ia [g7n j v'va fgvdtlko 26 g7n j v' Iv'sq ;|h k7tot37ltokvq [Iq ,l6 odk'ra d 3vh ]q ,rtoa d'kos]a dcs]j ' c0;'7e,j ;o ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ໃນໂອກາດມາ ເຄື່ອນໄຫວເຮັດວຽກຢູ່ ແຂວງຄໍາ ມ່ວນ ໃນວັນທີ 24 ກຸມພາ 2026, ທ່ານ ລາວປາວຊົ່ງ ນະວົງໄຊ ຮອງ ຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກ ໄດ້ໂອ້ລົມພະນັກງານ ຫລັກແຫລ່ງໃນຂົງເຂດໂຄສະນາ ອົບຮົມແຂວງຄໍາມ່ວນ ພ້ອມທັງໄດ້ ຮັບຟັງການລາຍງານການຈັດຕັ້ງ ປະຕິບັດວຽກງານຄະນະໂຄສະນາ ອົບຮົມແຂວງຄໍາມ່ວນ ໃນໄລຍະ g,n v'lt|k,w- [a o]5 zq oleg]a f .o[A og]n vd8A ' ll- c]t ll0 ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະ ຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຢູ່ເມືອງສະໜາມໄຊ ແຂວງອັດຕະປື ສາມາດບັນລຸຜົນສໍາເລັດໄດ້ 100% ຕາມ 4 ຄາດໝາຍ ໂດຍຜົນສໍາເລັດ ດັ່ງກ່າວທາງຄະນະກໍາມະການ ເລືອກຕັ້ງຂັ້ນເມືອງ ໄດ້ຈັດຕັ້ງປະຕິ ບັດໄປຕາມ 4 ບາດກ້າວ. ທ່ານ ສັນຕິໄຊ ສີລືໄຊ ຮອງ ເລຂາພັກເມືອງ ປະທານຄະນະກໍາ ມະການປົກຄອງ ເມືອງສະໜາມໄຊ ທັງເປັນຫົວໜ້າຄະນະກໍາມະການ ເລືອກຕັ້ງຂັ້ນເມືອງ ໄດ້ໃຫ້ສໍາພາດ ໃນວັນທີ 24 ກຸມພາ 2026 ນີ້ ວ່າ: ຜົນສໍາເລັດ ໃນບັ້ນເລືອກຕັ້ງ ສສຊ ແລະ ສສຂ ຄັ້ງນີ້, ຄະນະ ກໍາມະການເລືອກຕັ້ງຂັ້ນເມືອງ ສະໜາມໄຊ ໄດ້ຈັດຕັ້ງປະຕິບັດໄປ ຕາມ 4 ບາດກ້າວ ເປັນຕົ້ນ ທາງ ອົງການປົກຄອງເມືອງ ໄດ້ຈັດ ກອງປະຊຸມເພື່ອແບ່ງວຽກ, ແບ່ງ ຄວາມຮັບຜິດຊອບໃຫ້ຄົບຕາມໂຄງ ປະກອບ ໂດຍສະເພາະ ໄດ້ແຕ່ງຕັ້ງ ຄະນະປະຈຳການ, ອະນຸກຳມະການ ຕ່າງໆ ຂັ້ນເມືອງ ແລະ ກຳນົດໜ່ວຍ ເລືອກຕັ້ງ ຢູ່ເມືອງສະໜາມໄຊ g-dv' lts]5 [8u ]k7kdko9a f8A ' xt8y [a f;Pd'kodkog'y oxt9exu 2025 ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ກອງປະຊຸມ ສະຫລຸບຕີລາຄາການຈັດຕັ້ງປະຕິ ບັດວຽກງານການເງິນ ແຂວງເຊ ກອງ ປະຈຳປີ 2025 ແລະ ວາງ ທິດທາງປີ 2026 ຈັດຂຶ້ນເມື່ອບໍ່ ດົນມານີ້ ທີ່ຫ້ອງວ່າການແຂວງເຊ ກອງ ໂດຍການເປັນປະທານຂອງ ທ່ານ ຂັນຕີ ສີລະວົງສາ ປະທານ ຄະນະກຳມະການປົກຄອງ ແຂວງ ເຊກອງ, ມີທ່ານ ຄຳຮູ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ ເຊກອງ ພ້ອມດ້ວຍພະແນກການ ອ້ອມຂ້າງແຂວງ ແລະ ພະນັກງານ ວິຊາການທີ່ເຮັດວຽກງານການເງິນ ທົ່ວແຂວງ ເຂົ້າຮ່ວມ. ທ່ານ ສີໄຄ ລ້ຽງສະຫວັດ ຮອງ ຫົວໜ້າພະແນກການເງິນແຂວງ ລາຍງານວ່າ: ໃນໄລຍະ 1 ປີຜ່ານ ມາ ພະແນກການເງິນ ແຂວງເຊ ກອງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ໜ້າທີ່ວຽກງານ ກໍຄື ແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ງົບປະ ຜ່ານມາ. ໂອກາດນີ້, ທ່ານ ລາວປາວຊົ່ງ ນະວົງໄຊ ໄດ້ເນັ້ນໃຫ້ຄະນະໂຄສະ ນາອົບຮົມ ແຂວງຄໍາມ່ວນ ເອົາໃຈ ໃສ່ໃນການປັບປຸງພາລະບົດບາດ, ກົງຈັກການຈັດຕັ້ງ ເພື່ອປະຕິບັດ ວຽກງານໃຫ້ມີປະສິດທິພາບ ແລະ ວ່ອງໄວ; ສືບຕໍ່ນໍາພາ-ຊີ້ນໍາ ວຽກງານໂຄສະນາ ໃຫ້ນັບມື້ມີ ຄວາມເຂັ້ມແຂງ, ເອົາໃຈໃສ່ພັດທະ ນາທາງດ້ານຮູບການ, ເນື້ອໃນຂອງ ການໂຄສະນາໃຫ້ສາມາດດຶງດູດ ຄວາມສົນໃຈຂອງສັງຄົມໃຫ້ຫລາຍ ຂຶ້ນ, ສັງລວມ ແລະ ກໍາແໜ້ນບັນດາ ມະຕິ, ຄໍາສັ່ງ, ແນວທາງນະໂຍບາຍ ຂອງພັກ, ລະບຽບກົດໝາຍຂອງລັດ ແລະ ລະບຽບການຕ່າງໆ ເພື່ອເຜີຍ ແຜ່ໃຫ້ປະຊາຊົນໄດ້ຮັບຮູ້, ເຂົ້າໃຈ ຢ່າງກວ້າງຂວາງ, ເລິກເຊິ່ງ ແນ ໃສ່ໃຫ້ເຂົາເຈົ້າໄດ້ເປັນເຈົ້າການ ແລະ ເຂົ້າຮ່ວມໃນຂະບວນການ ຕ່າງໆ ເພື່ອປະກອບສ່ວນໃນການ ພັດທະນາເສດຖະກິດ-ສັງຄົມຂອງ ຊາດ ກໍຄືຂອງແຂວງ, ເອົາໃຈໃສ່ ຄວາມສາມັກຄີໃຫ້ເປັນປຶກແຜ່ນ ເພື່ອພ້ອມກັນຈັດຕັ້ງປະຕິບັດວຽກ ງານໃຫ້ມີການພັດທະນາດີຂຶ້ນໄປ ເລື້ອຍໆ. ໂອກາດດັ່ງກ່າວ, ທ່ານ ລາວ ປາວຊົ່ງ ນະວົງໄຊ ຍັງໄດ້ມອບປຶ້ມ ແລະ ເງິນຈໍານວນໜຶ່ງ ເພື່ອປະກອບ ສ່ວນ ເຂົ້າໃນການເຄື່ອນໄຫວວຽກ ງານຂອງຄະນະໂຄສະນາອົບຮົມ ແຂວງຄໍາມ່ວນໃນຕໍ່ໜ້າຕື່ມອີກ. ມີ 43 ໜ່ວຍ, ໄດ້ແຕ່ງຕັ້ງຄະນະ ກຳມະການຮັບຜິດຊອບ ປະຈໍາ ໜ່ວຍປ່ອນບັດເລືອກຕັ້ງຂັ້ນບ້ານ ລວມມີ 516 ທ່ານ, ໄດ້ລົງເປີດ ບັ້ນດໍາເນີນຊີວິດການເມືອງ ແລະ ເຊື່ອມຊຶມນິຕິກຳຕ່າງໆ ແລະ ຊຸກຍູ້ ຂະບວນການຕ່າງໆໃນທົ່ວເມືອງ ຢ່າງເປັນຂະບວນການ ພ້ອມທັງ ເກັບກຳຂໍ້ມູນ ແລະ ລາຍງານ ດ້ານສະຖິຕິຜູ້ມີສິດປ່ອນບັດເລືອກ ຕັ້ງອາຍຸ 18 ປີຂຶ້ນໄປໃຫ້ຂັ້ນ ເທິງຮັບຊາບ; ໄດ້ລົງໂຄສະນາ ຫາສຽງຮ່ວມກັບ ສສຊ-ສສຂ ມີ 3 ຈຸດ ແລະ ການລົງໂຄສະນາ ຫາສຽງ ສະເພາະ ສສຂ ມີ 4 ຈຸດ, ລົງເຄື່ອນໄຫວຊຸກຍູ້ກໍາລັງ ປກຊປກສ ກຸ່ມບ້ານ ແລະ ຂັ້ນບ້ານ ເຮັດໜ້າທີ່ປ້ອງກັນເວນຍາມ ເພື່ອ ຮັບປະກັນດ້ານຄວາມສະຫງົບ ໃຫ້ ແກ່ບັ້ນເລືອກຕັ້ງຢ່າງເຂັ້ມງວດ; ໄດ້ ຜັນຂະຫຍາຍວຽກງານ ປກຊ-ປກສ ໃຫ້ເປັນຂອງປວງຊົນຮອບດ້ານ ເພື່ອຮັກສາຄວາມສະຫງົບປອດໄພ ໃນບັ້ນເລືອກຕັ້ງ, ເຕົ້າໂຮມປະຊາຊົນ ບັນດາເຜົ່າຜູ້ທີ່ມີສິດປ່ອນບັດເລືອກ ຕັ້ງ ໃນແຕ່ລະໜ່ວຍປ່ອນບັດເລືອກ ຕັ້ງ ເພື່ອເຊື່ອມຊຶມບັນດາເອກະສານ ທີ່ກ່ຽວກັບການເລືອກຕັ້ງ ແລະ ການ ກຳນົດຄວາມພ້ອມຫລາຍດ້ານ ໃນການຈັດຕັ້ງປະຕິບັດບັນດາໜ້າ ວຽກຕ່າງໆ ເພື່ອໃຫ້ປະຊາຊົນ ມີ ສ່ວນຮ່ວມໃນການກະກຽມການ ປ່ອນບັດເລືອກຕັ້ງ; ໃນວັນທີ 22 ກຸມພາ 2026 ຄະນະພັກ-ຄະນະ ນໍາຂອງເມືອງ ກໍຄືຄະນະຊີ້ນໍາຂັ້ນ ເມືອງ ໄດ້ລົງເປີດພິທີ ແລະ ນໍາພາ ປະຊາຊົນບັນດາເຜົ່າ ຜູ້ທີ່ມີສິດປ່ອນ ບັດເລືອກຕັ້ງໃນທົ່ວເມືອງ ດໍາເນີນ ການປ່ອນບັດເລືອກຕັ້ງເອົາ ສສຊ ແລະ ສສຂ ຢ່າງເປັນທາງການ ໂດຍ ແບ່ງອອກເປັນ 6 ຈຸດ ຄື: ຈຸດເຂດ ເທສະບານ, ເຂດໜອງຫີນ-ໄຊດອນ ໂຂງ-ໜອງມ່ວງ, ເຂດປູຍ-ອຸດົມ ສຸກ, ເຂດແບ່ງວິໄລພອນມະນີ, ເຂດ ສົ້ມປ່ອຍ-ຫາດຊາຍສູງ ແລະ ເຂດ ແທ. ໃນມື້ດຽວກັນ, ບັນດາໜ່ວຍ ເລືອກຕັ້ງແຕ່ລະຈຸດໃນ 43 ໜ່ວຍ ທົ່ວເມືອງ ກໍໄດ້ດໍາເນີນການປ່ອນ ບັດຢ່າງພ້ອມພຽງ ແລະ ມີຜົນສໍາ ເລັດເປັນຢ່າງດີ. ທ່ານ ສັນຕິໄຊ ສີລືໄຊ ໃຫ້ຮູ້ ຕື່ມວ່າ: ໃນ 4 ຄາດໝາຍ ຂອງ ການເລືອກຕັ້ງ ທີ່ເມືອງສະໜາມ ໄຊ ຈັດຕັ້ງປະຕິບັດບັດ ແມ່ນລຸຜົນ ສໍາເລັດ 100% ເປັນຕົ້ນ ຜ່ານ ການຢັ້ງຢືນຄວາມຖືກຕ້ອງຂອງ ປະຊາຊົນບັນດາເຜົ່າ ທີ່ມາໃຊ້ສິດ ຂອງຕົນເອງ ໃນການປ່ອນບັດ ເລືອກຕັ້ງ ໃນທົ່ວເມືອງສະໜາມໄຊ ຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງ ແຕ່ອາຍຸ 18 ປີຂຶ້ນໄປມີ 25.402 ຄົນ ໄດ້ໄປປ່ອນບັດເລືອກຕັ້ງຄົບ 100% ໂດຍບໍ່ຂາດໜ້າ; ປະຊາຊົນ ບັນເຜົ່າໃນທົ່ວເມືອງສະໜາມໄຊ ຜູ້ໄດ້ໃຊ້ສິດປ່ອນບັດເລືອກຕັ້ງມີ ຄວາມຕື່ນຕົວໄປກ່ອນກໍານົດເວລາ ການເປີດພິທີ ແລະ ອັດພິທີທັນ ຕາມກຳນົດເວລາທີ່ວາງໄວ້ໃນ ແຕ່ລະໜ່ວຍເລືອກຕັ້ງໄດ້ 100%; ພ້ອມນີ້, ຜູ້ມາໃຊ້ສິດເລືອກຕັ້ງໃນ ແຕ່ລະໜ່ວຍເລືອກຕັ້ງ ໃນທົ່ວເມືອງ ສະໜາມໄຊ ບໍ່ມີບັດຕາຍ 100% ແລະ ມີຄວາມສະຫງົບປອດໄພ ຮອບດ້ານ ບໍ່ມີບັນຫາຫຍັງເກີດຂຶ້ນ ນັບແຕ່ວັນເວລາເລີ່ມກະກຽມຈົນ ຮອດວັນປ່ອນບັດເລືອກຕັ້ງສໍາເລັດ ຮັບປະກັນໄດ້ 100%. ຂ່າວ: ມະນີວອນ ມານແຫ່ງລັດ ປະຈຳປີ 2025 ຊຶ່ງ ເປັນປີມ້ວນທ້າຍຂອງແຜນ 5 ປີ ຄັ້ງທີ lX ຢູ່ແຂວງເຊກອງ ໂດຍອີງ ໃສ່ວາລະແຫ່ງຊາດ ໄດ້ເປັນເຈົ້າ ການເພີ່ມທະວີການຈັດຕັ້ງປະຕິບັດ ວຽກງານ ດ້ວຍຄວາມຮັບຜິດຊອບ ສູງເຮັດໃຫ້ວຽກງານໄດ້ຮັບການ ພັດທະນາ ແລະ ຂະຫຍາຍຕົວຢ່າງ ຕໍ່ເນື່ອງສະແດງອອກ ໃນປີ 2025 ສາມາດຈັດເກັບລາຍຮັບເຂົ້າງົບ ປະມານແຫ່ງລັດໄດ້ 1.213,53 ຕື້ ກີບ, ເທົ່າກັບ 119,73%ຂອງແຜນ ດັດແກ້, ທຽບໃສ່ (GDP) ເທົ່າກັບ 36,07% ທຽບໃສ່ໄລຍະດຽວ ຂອງປີຜ່ານມາ 2024 (632,48 ຕື້ກີບ) ສາມາດຈັດເກັບລາຍຮັບ ໄດ້ເພີ່ມຂຶ້ນ 91,86% ເປັນເງິນ 581,05 ຕື້ກີບ, ໃນນັ້ນລາຍຮັບ ພູດສູນກາງປະຕິບັດໄດ້ 132,41 ຕື້ກີບ ເທົ່າກັບ 138,94% ຂອງ ແຜນດັດແກ້, ທຽບໃສ່ໄລຍະດຽວ ຂອງປີຜ່ານມາ 2024 (127,03 ຕື້ກີບ) ເພີ່ມຂຶ້ນ 4,23% ເປັນເງິນ 5,38 ຕື້ກີບ; ລາຍຮັບພູດທ້ອງຖິ່ນ ປະຕິບັດໄດ້ 1.081,12 ຕື້ກີບ ເທົ່າກັບ 117,74% ຂອງແຜນດັດ ແກ້, ສົມທຽບໃສ່ໄລຍະດຽວຂອງປີ ຜ່ານມາ (505,45 ຕື້ກີບ) ເພີ່ມຂຶ້ນ 113,89% ເປັນເງິນ 575,67 ຕື້ກີບ, ໃນນັ້ນລາຍຮັບສ່ວຍສາ ອາກອນ ປະຕິບັດໄດ້ 266,47 ຕື້ກີບ ເທົ່າກັບ 139,4% ຂອງແຜນດັດ ແກ້ ທຽບໃສ່ໄລຍະດຽວຂອງປີຜ່ານ ມາ (384,86 ຕື້ກີບ) ຫລຸດລົງ 30,76% ເປັນເງິນ 118,21 ຕື້ກີບ, ລາຍຮັບຂະແໜງຄຸ້ມຄອງຊັບສິນ ແຫ່ງລັດ ປະຕິບັດໄດ້ 814,65 ຕື້ ກີບ, ເທົ່າກັບ 112,04% ຂອງ ແຜນດັດແກ້, ສົມທຽບໃສ່ໄລຍະ ດຽວຂອງປີຜ່ານມາ (120,59 ຕື້ ກີບ) ເພີ່ມຂຶ້ນ 575,55% ເປັນ ເງິນ 694,06 ຕື້ກີບ. ພ້ອມນີ້, ຍັງ ມີລາຍຮັບຂອງບັນດາເມືອງ ຄື: ເມືອງລະມາມ ປະຕິບັດໄດ້ 12,07 ຕື້ກີບ, ເທົ່າກັບ 123,34% ຂອງ ແຜນດັດແກ້ (ແຜນດັດແກ້ 9,78 ຕື້ ກີບ) ລື່ນແຜນ 2,29 ຕື້ກີບ; ເມືອງ ທ່າແຕງ ປະຕິບັດໄດ້ 11,71 ຕື້ ກີບ, ເທົ່າກັບ 125,10% ຂອງ ແຜນດັດແກ້ (ແຜນດັດແກ້ 9,36 ຕື້ ກີບ) ລື່ນແຜນ 2,35 ຕື້ກີບ; ເມືອງ ກະລຶມ ປະຕິບັດໄດ້ 15,08 ຕື້ກີບ, ເທົ່າກັບ 133,67% ຂອງແຜນດັດ ແກ້ (ແຜນດັດແກ້ 11,28 ຕື້ກີບ) ລື່ນແຜນ 3,8 ຕື້ກີບ ແລະ ເມືອງ ດາກຈຶງ ປະຕິບັດໄດ້ 27,18 ຕື້ກີບ, ເທົ່າກັບ 120,30% ຂອງແຜນດັດ ແກ້ (ແຜນດັດແກ້ 22,59 ຕື້ກີບ), ລື່ນແຜນ 4,59 ຕື້ກີບ ຄຽງຄູ່ກັນ ນີ້, ການຈັດຕັ້ງປະຕິບັດຄຸ້ມຄອງ ດ້ານການຄຸ້ມຄອງລາຍຈ່າຍສາ ມາດຈັດຕັ້ງປະຕິບັດລາຍຈ່າຍງົບ ປະມານແຫ່ງລັດ 1.275,46 ຕື້ກີບ ເທົ່າກັບ 99,43% ຂອງແຜນດັດ ແກ້ ໃນນັ້ນ, ຄັງເງິນເບີກຈ່າຍຕົວຈິງ 1.238,47 ຕື້ກີບ, ທຽບໃສ່ແຜນປີ ເທົ່າກັບ 96,55%, ທຽບໃສ່ໄລຍະ ດຽວເພີ່ມຂຶ້ນ 190,36% ເປັນເງິນ 811,95 ຕື້ກີບ, ຍັງມີເອກະສານ ຄ້າງຈ່າຍ ຕາມການອະນຸມັດຂອງ ງົບປະມານແຫ່ງລັດ ແລະ ສືບຕໍ່ ຈັດຕັ້ງປະຕິບັດລາຍຈ່າຍປີ 2026 ຈໍານວນ 36,99 ຕື້ກີບ. ນອກຈາກ ນັ້ນ, ຍັງມີຍອດເຫລືອບັນຊີງົບ ປະມານຕ້ອງສົ່ງຄືນສູນກາງ ໃນ ຈຳນວນ 7,29 ຕື້ກີບ. ທ່ານ ສີໄຄ ລ້ຽງສະຫວັດ ກ່າວ ຕື່ມອີກວ່າ: ເພື່ອສືບຕໍ່ຈັດຕັ້ງປະຕິບັດ ໜ້າທີ່ວຽກງານຢ່າງຕໍ່ເນື່ອງພະ ແນກການເງິນແຂວງ ຍັງໄດ້ວາງ ທິດທາງແຜນການສູ້ຊົນ ຈັດຕັ້ງ ປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ ຄືປີ 2026 ຢ່າງລະອຽດ ໂດຍສູ້ ຊົນເຮັດໃຫ້ເສດຖະກິດຂະຫຍາຍ ຕົວ ເພີ່ມຂຶ້ນໃນລະດັບ 6% ຂຶ້ນໄປ ຂະແໜງກະສິກຳ ຂະຫຍາຍຕົວ ເພີ່ມຂຶ້ນໃນລະດັບ 6,4%, ກວມ ເອົາ 55%, ຂະແໜງອຸດສາຫະກຳ ຂະຫຍາຍຕົວ ເພີ່ມຂຶ້ນໃນລະດັບ 6,8%, ກວມເອົາ 28%, ຂະແໜງ ບໍລິການ ຂະຫຍາຍຕົວ ເພີ່ມຂຶ້ນໃນ ລະດັບ 4,9%, ກວມເອົາ 17% ຂອງຈີດີພີ ເຮັດໃຫ້ລາຍຮັບສະເລ່ຍ ຂອງປະຊາກອນ ບັນລຸ 25,17 ລ້ານກີບ ຫລື 1.160 ໂດລາສະຫະ ລັດ, ສູ້ຊົນຈັດເກັບລາຍຮັບໃຫ້ໄດ້ 20% ຂອງລວມຍອດຜະລິດຕະພັນ ພາຍໃນ, ແຜນລາຍຮັບທັງໝົດ ປີ 2026 ເທົ່າກັບ 569,09 ຕື້ ກີບ, ທຽບໃສ່ປີ 2025 ຫລຸດລົງ 43,85% ໃນນັ້ນ, ແຜນລາຍຮັບ ພູດສູນກາງມາປະຕິບັດຢູ່ທ້ອງຖິ່ນ 147,30 ຕື້ກີບ, ທຽບໃສ່ປີ 2025 ເພີ່ມຂຶ້ນ 54,56%, ແຜນລາຍຮັບ ພູດທ້ອງຖິ່ນ 421,79 ຕື້ກີບ, ທຽບ ໃສ່ປີ 2025 ຫລຸດລົງ 54,06%, ແຜນລາຍຈ່າຍງົບປະມານປົກກະຕິ 695,67 ຕື້ກີບ, ທຽບໃສ່ປີ 2025 ຫລຸດລົງ 45,53%, ແຜນຂາດດຸ່ນ ງົບປະມານ 273,88 ຕື້ກີບ, ທຽບ ໃສ່ປີ 2025 ຫລຸດລົງ 24,86%. ຂ່າວ: ອັດສະວິນ

RkJQdWJsaXNoZXIy MTc3MTYxMQ==