27/02/2026 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ພອນປະເສີດ ©ດຍ ່າຕົ່ງ ໂດຍ: ຈັນທະລອນ dq ,lnj ,;o-q o 7vlr 9a fdy f9tde37ltok gzu pczj 3 ;a oxts;a flkf 16j c0;'[= ]y 7ew- ltrk[= ]y skodv'mb oxq dxa dIa dlk ly j 'c;f]h v, c]t xj kw,h ltw\lk,a o 7A 'mu XIV va f8txn deoq f 7 my fmk'|h kmu j ];, dkora fmtokglf4tdy f{la '7q , Ivfxu 2030 ຂປລ. ອີງຕາມແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ຂອງແຂວງ ອັດຕະປື ໄດ້ກໍານົດໄວ້ວ່າ: ແຕ່ປີ 2026-2030 ແຂວງອັດຕະປື ໄດ້ ກໍານົດ 7 ທິດທາງໜ້າທີ່ລວມ ຂອງ ການພັດທະນາເສດຖະກິດ-ສັງຄົມ ຊຶ່ງແຜນດັ່ງກ່າວນີ້ ເປັນແຜນຈັດຕັ້ງ ຜັນຂະຫຍາຍແນວທາງສ້າງເສດ ຖະກິດເອກະລາດ ເປັນເຈົ້າຕົນເອງ ໃຫ້ເປັນອັນລະອຽດ, ໂດຍການ ສືບຕໍ່ສຸມໃສ່ແກ້ໄຂບັນຫາໜີ້ສິນ, ລາຄາສິນຄ້າ, ອັດຕາແລກປ່ຽນ, ບັນຫາຄ່າຄອງຊີບ ແລະ ຄວາມທຸກ ຍາກໃນຊົນນະບົດ ທີ່ຍັງສືບຕໍ່ເປັນ ສິ່ງທ້າທາຍ. ໂດຍອີງໃສ່ຈຸດພິເສດ ຂອງແຂວງບວກກັບທ່າແຮງ, ກາ ລະໂອກາດ ແລະ ບົດຮຽນຜ່ານມາ, ແຜນຄັ້ງນີ້ ໄດ້ກໍານົດຄໍາຂວັນອອກ ຄື: ສ້າງແຂວງອັດຕະປື ໃຫ້ເປັນ ແຂວງສີຂຽວ, ມີສະເໜ່, ສະຫງົບ, ປອດໄພ ກາຍເປັນເຂດບໍລິການ ດ້ານການທ່ອງທ່ຽວພາຍໃນ ພາກ ພື້ນ-ອະນຸພາກພື້ນ, ພັດທະນາເສດ ຖະກິດ ເອກະລາດເປັນເຈົ້າຕົນເອງ ຕາມທ່າແຮງບົ່ມຊ້ອນຂອງແຂວງ ຢ່າງມີຈຸດສຸມ, ມີຄຸນນະພາບ, ມີ ຄວາມສົມດູນ ແລະ ຍືນຍົງ. ເພື່ອບັນລຸຈຸດໝາຍດັ່ງກ່າວ, ແຂວງອັດຕະປື ໄດ້ກໍານົດ 7 ທິດ ທາງໜ້າທີ່ລວມ ຄື: ສືບຕໍ່ຮັບປະກັນ ໃຫ້ແຂວງອັດຕະປື ມີສະຖຽນລະ ພາບທາງດ້ານການເມືອງ, ສັງຄົມ ມີຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍຢ່າງໜັກແໜ້ນ, ກໍາລັງ ປະກອບອາວຸດທ້ອງຖິ່ນເຂັ້ມແຂງ ຮອບດ້ານ ກຽມພ້ອມແກ້ໄຂສະ ພາບທຸກກໍລະນີ; ເປັນເຈົ້າຕົນເອງ ໃນການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ສ້າງທ່າແຮງໃໝ່ ຕາມແນວທາງ ເສດຖະກິດ ເອກະລາດ ເປັນເຈົ້າ ຕົນເອງ ໂດຍສະເພາະໃນຂົງເຂດ ການຜະລິດກະສິກຳ ແລະ ການປຸງ ແຕ່ງ, ສົ່ງເສີມຢ່າງແຂງແຮງການ ທ່ອງທ່ຽວ ເພື່ອສ້າງຖານລາຍຮັບ ໃໝ່, ສູ້ຊົນເຮັດໃຫ້ການເຕີບໂຕຂອງ ເສດຖະກິດມີການຫັນປ່ຽນຢ່າງຕັ້ງ ໜ້າ, ໝັ້ນທ່ຽງ ແລະ ໜັກແໜ້ນ, ຮັກ ສາສະຖຽນລະພາບທາງດ້ານການ ເງິນ, ເງິນຕາ ແລະ ງົບປະມານ ໃຫ້ ສືບຕໍ່ເກີນດູນ, ເກີນແຜນ ແລະ ແກ້ ໄຂໜີ້ສິນໃຫ້ຫລຸດລົງຢ່າງຈະແຈ້ງ; ສືບຕໍ່ພັດທະນາຊັບພະຍາກອນມະ ນຸດ, ຂົງເຂດວັດທະນະທຳ-ສັງຄົມ ໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ, ຕອບສະໜອງ ແກ່ການພັດທະນາແຕ່ລະຂົງເຂດ, ເພີ່ມທະວີວຽກງານຄົ້ນຄວ້ານໍາໃຊ້ ປັນຍາປະດິດ ແລະ ນະວັດຕະກຳ ໃໝ່ຢ່າງກວ້າງຂວາງ, ຍົກສູງຄຸນ ນະພາບການສຶກສາ ແລະ ສ້າງໂອ ກາດໃຫ້ເດັກໃນເກນອາຍຸໃນເຂດ ຊົນນະບົດໄດ້ເຂົ້າຮຽນ ແລະ ຝຶກ ວິຊາຊີບເພີ່ມຂຶ້ນ; ສືບຕໍ່ພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກໃຫ້ຂາດຕົວ, ແນໃສ່ຫລຸດຜ່ອນ ຄວາມແຕກໂຕນດ້ານການພັດທະ ນາລະຫວ່າງຕົວເມືອງ ແລະ ຊົນນະ ບົດ ໃນນີ້, ຈຸດສຸມແມ່ນສ້າງບັນດາ ຕາແສງ ໃຫ້ກາຍເປັນຈຸດໃຈກາງ ຂອງການພັດທະນາຊຸມຊົນ ແລະ ສ້າງຖານຂໍ້ມູນອັນຈຳເປັນ ສົມທົບ ກັບການສ້າງຄວາມເຂັ້ມແຂງ ໃຫ້ ແກ່ອຳນາດການປົກຄອງຕາແສງ ແລະ ຊຸມຊົນບ້ານ ໃຫ້ສາມາດນໍາ ພາສ້າງຂະບວນການ ບ້ານພັດທະ ນາ ແລະ ຜະລິດ ເພື່ອພັດທະນາຄຸນ ນະພາບຊີວິດ ແລະ ມີສ່ວນເປັນສິນ ຄ້າ, ເປັນເຈົ້າການຮັບມື ກັບສະພາບ ການປ່ຽນແປງຂອງດິນຟ້າອາກາດ ແລະ ໄພພິບັດຕ່າງໆ. ສະເພາະຕົວ ເມືອງ ແມ່ນເລັ່ງໃສ່ປັບປຸງຄວາມ ສະອາດ ສວຍງາມ ມີສະເໜ່ ແລະ ປະສົມປະສານລະຫວ່າງສະຖາປັດ ດັ່ງເດີມຂອງທ້ອງຖິ່ນ ແລະ ເຂດທຸ ລະກິດການຄ້າ-ການບໍລິການທີ່ທັນ ສະໄໝສາກົນ (4NaSt City); ສືບຕໍ່ປົກປັກຮັກສາ, ຟື້ນຟູ ແລະ ຈັດ ສັນຊັບພະຍາກອນທີ່ດິນ, ປ່າໄມ້ ໄປ ຕາມທິດ“ຄຸນນະພາບ, ສີຂຽວແລະ ຍືນຍົງ” ກາຍເປັນຖານເສດຖະກິດ ແລະ ລາຍຮັບທີ່ບໍ່ບົກແຫ້ງ ເປັນຕົ້ນ ການສະໜອງໃຫ້ແກ່ການລົງທຶນ ສິນເຊື່ອກາກບ່ອນແລະ ການຜະລິດ ກະສິກຳເປັນສິນຄ້າ ຕິດພັນກັບການ ປຸງແຕ່ງ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງອອກເພີ່ມຂຶ້ນ; ຍົກສູງ ການຄຸ້ມຄອງ ແລະ ບໍລິຫານລັດຂັ້ນ ແຂວງ, ເມືອງ, ຕາແສງ ດ້ວຍກົດ ໝາຍ, ມີປະສິດທິພາບ, ທັນສະໄໝ, ໂປ່ງໃສ,ວ່ອງໄວ,ຍຸຕິທຳແລະກວດ ສອບ-ກວດກາໄດ້, ສືບຕໍ່ປັບປຸງກົນ ໄກການປະສານງານ ແລະ ການ ແບ່ງຂັ້ນຄຸ້ມຄອງ, ແບ່ງຄວາມຮັບ ຜິດຊອບລະຫວ່າງຂະແໜງການ, ສາຍຕັ້ງ-ສາຍຂວາງ ລະຫວ່າງ ອົງ ການປົກຄອງ ແລະ ສະພາປະຊາ ຊົນແຂວງ, ອົງການກວດສອບ, ກວດກາ ແລະ ພາກສ່ວນອົງການ ຈັດຕັ້ງລັດອື່ນໆ ໃຫ້ມີຄວາມເອກະ ພາບໄປລວງດຽວກັນ, ເດັດຂາດ ບໍ່ ໃຫ້ເກີດປະກົດການຫຍໍ້ທໍ້ໃນລະບົບ ກົງຈັກທຸກຂົງເຂດວຽກງານ, ປະ ຊາຊົນບັນດາເຜົ່າ ໄດ້ຮັບການປົກ ປ້ອງສິດ ແລະ ຜົນປະໂຫຍດດ້ວຍ ກົດໝາຍ; ສືບຕໍ່ພົວພັນຮ່ວມມືກັບ ບັນດາແຂວງໃກ້ຄຽງຂອງປະເທດ ເພື່ອນມິດ, ສາກົນ ແລະ ຄູ່ຮ່ວມ ພັດທະນາ ບົນຫລັກການຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດຕົ້ນຕໍ ແມ່ນ ບັນດາແຂວງຂອງສສຫວຽດນາມ ແລະ ສປ ຈີນ, ສືບຕໍ່ພັດທະນາພື້ນ ຖານໂຄງລ່າງ, ການແລກປ່ຽນການ ຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ຂົງເຂດຊັບພະຍາກອນມະນຸດ ໃຫ້ຮັບປະກັນມາດຖານຄຸນນະພາບ ສາມາດເຊື່ອມໂຍງ-ເຊື່ອມຈອດ ຢ່າງເປັນຮູບປະທຳ ໃນລະດັບພາກ ພື້ນ ແລະ ອະນຸພາກພື້ນ. ຂປລ. ພາຍຫລັງທີ່ລັດຖະບານ ໄດ້ໂຮມເອົາກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ເຂົ້າກັບກະຊວງກະສິກໍາ ແລະ ປ່າ ໄມ້ ແລະ ປ່ຽນຊື່ເປັນ “ກະຊວງກະ ສິກໍາ ແລະ ສິ່ງແວດລ້ອມ” ໃນທ້າຍ ປີ 2025. ໃນນັ້ນ, ລັດຖະບານກໍ ໄດ້ມີການໂຮມເອົາກອງທຶນປົກປັກ ຮັກສາສິ່ງແວດລ້ອມ ແລະ ກອງ ທຶນປົກປັກຮັກສາປ່າໄມ້ເຂົ້າກັນ ແລະ ປ່ຽນຊື່ເປັນ “ກອງທຶນປົກປັກ ຮັກສາສິ່ງແວດລ້ອມ ແລະ ປ່າໄມ້” ເປັນຫົວໜ່ວຍການຈັດຕັ້ງລະດັບ ສອງຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ມີພາລະບົດບາດໃນ ການລະດົມທຶນ, ສະສົມທຶນ, ຈາກ ພາຍໃນ ແລະ ຕ່າງປະເທດ, ເກັບ ພັນທະດ້ານສິ່ງແວດລ້ອມ ແລະ ປ່າໄມ້ ເຂົ້າກອງທຶນ ພ້ອມທັງສະ ໜອງທຶນໃຫ້ແກ່ວຽກງານປົກປັກ ຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ໃນຂອບເຂດທົ່ວປະເທດ. ເມື່ອມໍ່ໆມານີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ກອງທຶນປົກປັກຮັກ ສາສິ່ງແວດລ້ອມ ແລະ ປ່າໄມ້ ໄດ້ ຈັດກອງປະຊຸມສະພາບໍລິຫານກອງ ທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ສະໄໝສາມັນ ຄັ້ງທີ XI7 ໂດຍການເປັນປະທານຂອງ ທ່ານ ລິນຄໍາ ດວງສະຫວັນ ລັດ ຖະມົນຕີກະຊວງກະສິກໍາ ແລະ ສິ່ງ ແວດລ້ອມ, ທັງເປັນປະທານສະພາ ບໍລິຫານກອງທຶນປົກປັກຮັກສາສິ່ງ ແວດລ້ອມ ແລະ ປ່າໄມ້, ມີບັນດາ ທ່ານຮອງປະທານ ແລະ ຄະນະກໍາ ມະການສະພາບໍລິຫານກອງທຶນ, ມີຜູ້ຕາງໜ້າຈາກສະພາແຫ່ງຊາດ, ກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ. ເປັນເວລານັບແຕ່ປີ 20212025 ກອງທຶນປົກປັກຮັກສາ ສິ່ງແວດລ້ອມ ໄດ້ສະໜອງທຶນໃຫ້ ກິດຈະກໍາ ແລະ ການຕິດຕາມກວດ ກາການປົກປັກຮັກສາສິ່ງແວດ ລ້ອມໄດ້ 70 ຕື້ກີບ; ສະໜອງໃຫ້ ແກ່ວຽກງານຕິດຕາມກວດກາ, ຄຸ້ມຄອງເຄື່ອງປ່າຂອງດົງ 17,7 ຕື້ກີບ ແລະ ສະໜອງງົບປະມານ ໃຫ້ວຽກຟື້ນຟູປ່າ ແລະ ປູກໄມ້ທົດ ແທນໃຫ້ທ້ອງຖິ່ນ 122,6 ຕື້ກີບ ໃນ ເນື້ອທີ່ຫັນປ່ຽນທີ່ດິນປ່າໄມ້ 1 ລ້ານ ເຮັກຕາ ຕາມມະຕິຂອງສະພາແຫ່ງ ຊາດກໍານົດ. ນອກຈາກນີ້, ກອງທຶນ ປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ໄດ້ປະຕິບັດພາລະບົດບາດ ໜ້າທີ່ຂອງຕົນ ປະກອບສ່ວນຍາດ ແຍ່ງທຶນຮອນເຂົ້າໃສ່ວຽກງານ ປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ໃນໄລຍະຜ່ານມາ ແລະ ໃນ ປີ 2026 ນີ້, ກໍຈະໄດ້ສູ້ຊົນປະຕິບັດ ແຜນງົບປະມານ ທີ່ໄດ້ຮັບການອະ ນຸມັດຈາກກະຊວງການເງິນ ໃນ 6 ເດືອນຕົ້ນປີ ເປັນມູນຄ່າ 48 ຕື້ກີບ. ຂະນະທີ່ ທ່ານ ພັດນະຄອນ ຄັນທະມີໄຊ ຫົວໜ້າຫ້ອງການກອງ ທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ກໍໄດ້ກ່າວວ່າ: ກອງ ທຶນປົກປັກຮັກສາສິ່ງແວດລ້ອມ ແມ່ນກອງທຶນທີ່ໄດ້ຮັບການສ້າງ ຕັ້ງຂຶ້ນ ໂດຍລັດຖະບານຕາມເງື່ອນ ໄຂສັນຍາເງິນກູ້ຢຶມຂອງ A%# ໂຄງການເງິນກູ້ມະຫາພາກສິ່ງແວດ ລ້ອມ-ສັງຄົມ” (A%# Loan1867-Lao) ໄລຍະໂຄງການ 4 ປີ 2001-2004. ໃນເວລາຕໍ່ມາ ກອງທຶນຈຶ່ງໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 2005 ຕາມດຳລັດ ວ່າດ້ວຍ ກອງທຶນປົກປັກຮັກສາສິ່ງແວດ ລ້ອມ ສະບັບເລກທີ 146 ນຍ, ລົງ ວັນທີ 5 6 2005 ແລະ ປັບປຸງໃນ ປີ 2017 ສະບັບເລກທີ 94 ລບ, ລົງວັນທີ 8 ມີນາ 2017. ຈຸດປະ ສົງເພື່ອລະດົມຂົນຂວາຍທຶນຈາກ ພາຍໃນ ແລະ ຕ່າງປະເທດ ແນໃສ່ ສະສົມທຶນ ເພື່ອຕອບສະໜອງໃຫ້ ແກ່ວຽກງານການຄຸ້ມຄອງຊັບພະ ຍາກອນທໍາມະຊາດແລະປົກປັກຮັກ ສາສິ່ງແວດລ້ອມ ແລະ ປ່າໄມ້ແບບ ຍືນຍົງ, ປະກອບສ່ວນໃຫ້ແກ່ການ ຈັດແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ. ໃນໄລຍະ 5 ປີ ຜ່ານ ມາ ຫ້ອງການກອງທຶນປົກປັກຮັກ ສາສິ່ງແວດລ້ອມ ແລະ ປ່າໄມ້ ໄດ້ ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການຈັດ ຕັ້ງປະຕິບັດວຽກງານຄຸ້ມຄອງການ ເງິນ, ສະໜອງທຶນ ແລະ ໃຫ້ການ ບໍລິການໃນການຄຸ້ມຄອງໂຄງການ ສາກົນ. ຂປລ.ກົມສື່ມວນຊົນຄະນະໂຄສະ ນາອົບຮົມສູນກາງພັກ (ຄອສພ) ຈັດກິດຈະກຳ ໂຄສະນາເຜີຍແຜ່ 3 ວັນປະຫວັດສາດຂອງຊາດ ຢູ່ວິທະ ຍາໄລເຕັກນິກ-ວິຊາຊີບແຂວງບໍລິ ຄຳໄຊ. ນຳພາຄະນະໂດຍ ທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າ ກົມສື່ມວນຊົນ ຄະນະໂຄສະນາ ອົບຮົມສູນກາງພັກ, ມີຄູອາຈານ, ນ້ອງນັກສຶກສາເຂົ້າຮ່ວມ. ການເຄື່ອນໄຫວໃນຄັ້ງນີ້, ເພື່ອ ເປັນການເຜີຍແຜ່ຜົນສຳເລັດໃນ ການສະເຫລີມສະຫລອງ 3 ວັນປະ ຫວັດສາດຂອງຊາດຄື: ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ທັງເປັນການສ້າງກິດຈະກຳ ຖາມ-ຕອບຄວາມຮູ້ຮອບຕົວກ່ຽວ ກັບ 3 ວັນດັ່ງກ່າວ ເພື່ອໃຫ້ນ້ອງນັກ ສຶກສາ ມີຄວາມຮັບຮູ້ເຖິງຄວາມ ເປັນມາຂອງ 3 ວັນປະຫວັດສາດ ຂອງຊາດລາວເຮົາ. ນອກຈາກນີ້, ທັງເປັນການຝຶກໃຫ້ນ້ອງນັກສຶກສາ ມີຄວາມກ້າຫານ, ກ້າສະແດງອອກ ໃນງານຕ່າງໆໃນຕໍ່ໜ້າ. ໃນພິທີ ທ່ານ ພູທອນ ວົງສະກຸນ ຫົວໜ້າໜ່ວຍງານກິດຈະການນັກ ສຶກສາ ໂຮງຮຽນເຕັກນິກ-ວິຊາຊີບ ແຂວງບໍລິຄຳໄຊ ໄດ້ໃຫ້ຮູ້ວ່າ: ໂຮງ ຮຽນເຕັກນິກ-ວິຊາຊີບສ້າງຕັ້ງຂຶ້ນ ປີ 2002, ມາເຖິງປັດຈຸບັນລວມ ໄດ້ 24 ປີ, ຕັ້ງຢູ່ບ້ານຫ້ວຍຄຸນ ເມືອງບໍລິຄັນ ແຂວງບໍລິຄຳໄຊ. ໃນສົກຮຽນ 2002-2003 ມີຄູ ອາຈານທັງໝົດ 14 ຄົນ, ໄດ້ຈັດ ການຮຽນ-ການສອນ ທັງໝົດ 6 ຫລັກສູດ ໃນ 4 ຂະແໜງວິຊາ, ມີ 6 ສາຂາອາຊີບຄື: ຂະແໜງກະສິກຳ ມີ 2 ອາຊີບຄື: ປູກຝັງ, ລ້ຽງສັດ; ຂະແໜງກໍ່ສ້າງ ມີ 2 ອາຊີບຄື: ກໍ່ສ້າງເຄຫາສະຖານ, ຊ່າງໄມ້ເຟີນີ ເຈີ; ຂະແໜງບໍລິຫານທຸລະກິດ, ມີ 1 ອາຊີບຄື: ການບັນຊີ ແລະ ຂະ ແໜງສະຫະກຳ, ມີ 1 ອາຊີບຄື: ຕັດ ຫຍິບ. ໃນສົກຮຽນ2025-2026ມີ ຄູອາຈານທັງໝົດ 57 ຄົນ, ຍິງ 25 ຄົນ ໄດ້ຈັດການຮຽນ-ການສອນ 29 ຫລັກສູດ ໃນ 7 ຂະແໜງວິຊາ, ມີ 11 ສາຂາອາຊີບ ຄື: ຂະແໜງ ກະສິກຳ, ມີ 1 ອາຊີບ(ປູກຝັງ); ຂະ ແໜງລ້ຽງສັດ, ມີ 1 ອາຊີບ (ລ້ຽງ ສັດການປະມົງ); ຂະແໜງກໍ່ສ້າງ ມີ 2 ອາຊີບຄື: ກໍ່ສ້າງເຄຫາສະ ຖານ, ຊ່າງໄມ້ເຟີນີເຈີ; ຂະແໜງບໍລິ ຫານທຸລະກິດ ມີ 1 ອາຊີບຄື: ການ ບັນຊີ; ຂະແໜງຫັດຖະກຳ ມີ 2 ອາ ຊີບຄື: ຕັດຫຍິບ, ປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ; ຂະແໜງ ລົດຍົນ, ມີ 2 ອາຊີບຄື: ເຕັກໂນໂລຊີ ລົດຍົນ, ຕົວຖັງ ແລະ ສີ; ຂະແໜງ ໄຟຟ້າ, ມີ 2 ອາຊີບຄື: ໄຟຟ້າໃນອາ ຄານ ແລະ ໄຟຟ້າເຄື່ອງເຢັນ. ສາ ມາດສ້າງນັກສຶກສາ ໄດ້ທັງໝົດ 21 ຮຸ່ນ, ມີນັກສຶກສາຈົບທັງໝົດ 9.300 ກວ່າຄົນ, ຍິງ 4.100 ກວ່າຄົນ. ໃນສົກຮຽນ 2025-2026 ມີ ນັກຮຽນນັກສຶກສາທັງໝົດ 744 ຄົນ, ຍິງ 316 ຄົນ, ເປັນນັກຮຽນ ສາມັນວິຊາຊີບຄູ່ຂະໜານທັງໝົດ 441 ຄົນ, ຍິງ 228 ຄົນ. ການຈັດ ການຮຽນ-ການສອນ ມີ 3 ຮູບແບບ ຄື: ຮູບແບບດັ້ງເດີມເປັນການຮຽນ ການສອບແບບລາຍວິຊາ ຫລື ເອີ້ນ ວ່າເປັນໜ່ວຍກິດ, ຮູບແບບເອົານັກ ຮຽນເປັນໃຈກາງ ຫລື ເອີ້ນວ່າ ເນັ້ນສະມັດຖະພາບ, ຮູບແບບຄວບ ຄູ່ ຫລື ເອີ້ນວ່າ %C5. ນອກຈາກ ນີ້, ຍັງໄດ້ມີການຮ່ວມມືພາຍໃນ ປະເທດດ້ານວິຊາການ ໂດຍໄດ້ມີ ການເຊັນ M06 ທັງໝົດ 44 ແຫ່ງ ຄື: ພາກລັດ 2 ແຫ່ງ, ພາກເອກະຊົນ 42 ແຫ່ງ ແລະ ການຮ່ວມມືກັບ ຕ່າງປະເທດມີຄື: ວິທະຍາໄລ ຍັງ ການ, ມະຫາວິທະຍາໄລແມ່ໂຈ້ (ປະເທດໄທ); ໂຄງການ ,F8. 7ELA (LA0 029). EE4%1 (LA0 336). 7EFF. LLL, ໂຄງການຮ່ວມມືລາວ-ຈີນ 210 ແລະ ໂຄງການ ຣາຊສະບຸລີກູບ.
RkJQdWJsaXNoZXIy MTc3MTYxMQ==