7225

27/02/2026 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຮ່ວມມືກັນເລັ່ງລັດ... ສະຫະພັນກຳມະບານ... ເປີດວາງສະແດງຫົວໜ່ວຍ... ສຳເລັດກອງປະຊຸມສະຫລຸບ... ເພີ່ມທະວີຄຸ້ມຄອງພຶດຕິກຳ... ປຶກສາຫາລືແບບມີສ່ວນຮ່ວມ... ຂປລ. ງານວາງສະແດງຫົວ ໜ່ວຍຈຸນລະວິສາຫະກິດ, ວິສາຫະ ກິດຂະໜາດນ້ອຍ ແລະ ກາງ (ຈນກ) ຂອງ ສປປ ລາວ ປະຈຳປີ 2026 (Lao M4ME EYQo 2026) ຈັດຂຶ້ນໃນລະຫວ່າງວັນທີ 25-28 ກຸມພາ 2026 ຢູ່ສູນການ ຄ້າລາວ-ໄອເຕັກ ນະຄອນຫລວງ ວຽງຈັນ ໃຫ້ກຽດເຂົ້າຮ່ວມເປີດງານ ວາງສະແດງມີທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ມີປະທານສູນກາງສະຫະພັນແມ່ຍິງ ລາວ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດ ລາວ, ບັນດາຫົວໜ້າກົມ, ຮອງ ກົມ, ທູຕານຸທູດ, ຜູ້ຕາງໜ້າອົງການ ຈັດຕັ້ງສາກົນ, ສະມາຄົມທຸລະກິດ, ຜູ້ປະກອບການ ແລະ ພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມ. ໂ ອ ກ າ ດ ດັ່ງ ກ່ າ ວ , ທ່ າ ນ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການ ຄ້າ ໄດ້ກ່າວວ່າ: ງານວາງສະແດງ ໃນຄັ້ງນີ້, ບໍ່ແມ່ນພຽງແຕ່ການ ນໍາເອົາສິນຄ້າມາວາງຈໍາໜ່າຍ ຕາມປະເພນີທີ່ເຄີຍປະຕິບັດມາເທົ່າ ນັ້ນ, ແຕ່ມັນແມ່ນ “ຂີດໝາຍແຫ່ງ ການຫັນປ່ຽນທາງຍຸດທະສາດ” ທີ່ສໍາຄັນທີ່ສຸດ. ມັນແມ່ນການ ເລີ່ມຕົ້ນຈັດຕັ້ງຜັນຂະຫຍາຍແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ຂອງ ລັດຖະບານເຮົາໃຫ້ເກີດເປັນຮູບປະ ທໍາໃນພາກຕົວຈິງ. ງານນີ້, ຈະເປັນ ບ່ອນທົດສອບຄວາມອາດສາມາດ ແລະ ເປັນເວທີສະແດງພະລັງຂອງ ຫົວໜ່ວຍທຸລະກິດພາຍໃນ ໃນການ ຮອງຮັບເອົາທິດທາງນະໂຍບາຍ ໃໝ່ ທີ່ຈະຖືກຮັບຮອງໃນກອງປະ ຊຸມສະພາແຫ່ງຊາດ ໃນເດືອນຕໍ່ໜ້າ ນີ້. ພ້ອມທັງສະແດງຄວາມຫວັງວ່າ ງານໃນມື້ນີ້, ຈະສາມາດຊ່ວຍເຕືອນ ສະຕິ, ປຸກລະດົມ ແລະ ສ້າງແຮງ ບັນດານໃຈໃຫ້ແກ່ການສົ່ງເສີມການ ຜະລິດ ແລະ ການຊົມໃຊ້ພາຍໃນ ຂອງຜູ້ປະກອບການລາວ ແລະ ວິໄສທັດລວມຂອງພວກເຮົາໃນຕໍ່ ໜ້າແມ່ນສິນຄ້າທີ່ຜະລິດຢູ່ລາວ ຈະ ບໍ່ແມ່ນພຽງແຕ່ສິນຄ້າທີ່ມີໄວ້ເພື່ອ ຊົມໃຊ້ພາຍໃນເທົ່ານັ້ນ, ແຕ່ຈະເປັນ “ສິນຄ້າທີ່ໄດ້ຮັບຄວາມເຊື່ອໝັ້ນ, ໄດ້ຮັບການຍອມຮັບ ແລະ ເປັນທີ່ ຕ້ອງການຂອງສາກົນ”. ງານວາງສະແດງຄັ້ງນີ້, ມີ ຫ້ອງວາງສະແດງຂອງຫົວໜ່ວຍ ຈນກ ທັງໝົດ 250 ຫ້ອງ. ໃນ ນັ້ນ, ມີຫ້ອງວາງສະແດງ 20 ປີ ວຽກງານ ຈນກ, ຫ້ອງວາງສະແດງ ວຽກງານສູນກາງຊາວໜຸ່ມ, ຫ້ອງ ວາງສະແດງຂອງຫົວໜ່ວຍ ຈນກ ບັນດາແຂວງ ແລະ ນະຄອນຫລວງ 72 ຫ້ອງ, ສະມາຄົມນັກທຸລະກິດ ໜຸ່ມ 15 ຫ້ອງ, ຫົວໜ່ວຍ ຈນກ ຈາກສະມາຄົມສົ່ງເສີມ 4ME ລາວ 46 ຫ້ອງ, ຫົວໜ່ວຍ ຈນກ ຈາກ ສະມາຄົມສົ່ງເສີມຜະລິດຕະພັນລາວ 32 ຫ້ອງ, ຫົວໜ່ວຍ ຈນກ ຈາກ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ 10 ຫ້ອງ, ທະນາ ຄານ ແລະ ສະຖາບັນການເງິນຈຸ ລະພາກ 18 ຫ້ອງ ແລະ ຜູ້ໃຫ້ການ ຂປລ. ຕະຫລອດໄລຍະຜ່ານ ມາ, ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ໄດ້ ຈັດຕັ້ງປະຕິບັດໂຄສະນາປູກຈິດສໍາ ນຶກໃຫ້ຜູ້ໃຊ້ລົດໃຊ້ຖະໜົນກ່ຽວກັບ ການນໍາໃຊ້ທາງຫລວງໃຫ້ມີຄວາມ ປອດໄພ, ພ້ອມທັງເຜີຍແຜ່ກົດໝາຍ, ລະບຽບການຕ່າງໆກ່ຽວກັບການ ສັນຈອນຕາມທ້ອງຖະໜົນ ແລະ ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ຄວາມປອດໄພຜ່ານສື່ຕ່າງໆໃນ ຂອບເຂດທົ່ວປະເທດ. ແນໃສ່ຄຸ້ມ ຄອງພຶດຕິກຳຂອງຜູ້ໃຊ້ລົດ, ໃຊ້ ຖະໜົນໃຫ້ມີຄວາມປອດໄພ, ຫລີກ ລ່ຽງການເກີດອຸບັດເຫດຕາມທ້ອງ ຖະໜົນທີ່ກໍ່ໃຫ້ເກີດຜົນເສຍຫາຍ ທາງດ້ານຊິວິດ ແລະ ຊັບສິນຂອງ ປະຊາຊົນໃຫ້ຫລຸດລົງເທື່ອລະກ້າວ. ພ້ອມນີ້, ຄະນະກຳມະການ ແຫ່ງຊາດ ດ້ານຄວາມປອດໄພ ທາງຫລວງ ຍັງໄດ້ກຳນົດໃຫ້ຜູ້ທີ່ ຈະສອບເສັງເອົາໃບຂັບຂີ່ຍານພາ ຫະນະຕ້ອງໄດ້ຜ່ານໂຮງຮຽນສອນ ຂັບລົດ, ປັບປຸງມາດຕະຖານ ແລະ ດ້ານການພັດທະນາແມ່ນໍ້າຂອງ ຂອງສະຖານທູດອັງກິດ, ມີຄະນະ ກົມ, ຄະນະພະແນກ ແລະ ວິຊາການ ຈາກບັນດາກົມ, ຫ້ອງການ ແລະ ແລະ ແຜນຄຸ້ມຄອງຕິດຕາມສິ່ງ ແວດລ້ອມ (EM1) ຂອງໂຄງ ການຂຸດຄົ້ນແຮ່ຄໍາ-ເງິນ (ພາກຂະ ຫຍາຍ) ຢູ່ບ້ານນາດີ ເມືອງລ້ອງ ແຈ້ງ ແຂວງໄຊສົມບູນ ຂອງບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ໃນວັນທີ 24 ກຸມພາ 2026 ນະຄອນຫລວງ ວຽງຈັນ ໂດຍການເປັນປະທານ ຂອງທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີທ່ານ ນາງ ພັກກາວັນ ພິດສະໄໝ ຫົວໜ້າກົມ ສິ່ງແວດລ້ອມ, ທ່ານ ວັນຄໍາເກັ່ງ ຢາຊົງກົວ ຫົວໜ້າຫ້ອງວ່າການ ແຂວງໄຊສົມບູນ, ທ່ານ ພູແກ້ວ ອິນທະວົງ ຫົວໜ້າພະແນກກະສິ ກຳ ແລະ ສິ່ງແວດລ້ອມ ແຂວງໄຊ ສົມບູນ, ມີຫົວໜ້າກົມ, ຮອງຫົວ ໜ້າກົມ, ຫົວໜ້າພະແນກ, ຮອງ ພະແນກ, ບັນດາທ່ານຜູ້ຕາງໜ້າ ຈາກຂະແໜງການທີ່ກ່ຽວຂ້ອງຂັ້ນ ສູນກາງ, ທ້ອງຖິ່ນ, ບັນດາບ້ານ ທີ່ນອນຢູ່ໃນໂຄງການ, ມີເຈົ້າຂອງ ໂຄງການ ແລະ ບໍລິສັດທີ່ປຶກສາສິ່ງ ແວດລ້ອມ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ອາລຸນ ໄຊຍະວົງ ຮອງຫົວໜ້າກົມສິ່ງແວດ ລ້ອມ ໄດ້ລາຍງານກ່ຽວກັບຂະບວນ ການທົບທວນບົດລາຍງານການ ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຮວມຄໍາເຫັນຂອງກອງ ປະຊຸມປຶກສາຫາລືແບບມີສ່ວນຮ່ວມ ຂັ້ນທ້ອງຖິ່ນ ແລະ ຄໍາເຫັນຂອງກົມ ສິ່ງແວດລ້ອມຕໍ່ບົດລາຍງານດັ່ງ ກ່າວ. ໂຄງການຂຸດຄົ້ນແຮ່ຄໍາ-ເງິນ (ພາກຂະຫຍາຍ) ຢູ່ບ້ານນາດີ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ຈະໃຊ້ເວລາກໍ່ສ້າງ 2 ປີ ແລະ ດໍາ ເນີນງານ 5 ປີ ຜະລິດສິນແຮ່ສະເລ່ຍ ໃຫຍ່ຂອງພັກ ຄັ້ງທີ XII; ຮັບໃຊ້ 3 ວັນປະຫວັດສາດຂອງພັກຂອງ ຊາດ, ນະຄອນຫລວງວຽງຈັນເກມ ແລະ ເຂົ້າຮ່ວມຂະບວນການລວມ ຂອງສະຫະພັນກຳມະບານເຊັ່ນ: ກິລາ, ຍ່າງເພື່ອສຸຂະພາບ ແລະ ຮ່ວມບໍລິຈາກເລືອດໃນໂອກາດທີ່ ສຳຄັນເປັນຕົ້ນວັນສ້າງຕັ້ງກຳມະ ບານ, ວັນລັດຖະທຳມະນູນ ແລະ ວັນກຳມະກອນສາກົນ. ໂອກາດນີ້ ທ່ານ ຜາຄຳ ອິນແສງ ມີຄໍາເຫັນໂອ້ລົມຕໍ່ກຳມະບານ ຫ້ອງ ວ່າການສູນກາງພັກ ໂດຍທ່ານ ໄດ້ເນັ້ນສືບຕໍ່ເອົາໃຈໃສ່ເຮັດວຽກ ໂຄສະນາສຶກສາອົບຮົມ, ເຕົ້າໂຮມ ຄວາມສາມັກຄີຕິດພັນກັບການ ເສີມຂະຫຍາຍມູນເຊື້ອນາມມະຍົດ ລັງຫລວງ-ກໍາລັງທ້ອງຖິ່ນ ແລະ ພະນັກງານວິຊາການເຂົ້າຮ່ວມ. ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ໄດ້ຕີລາຄາສູງຕໍ່ຜົນ ສໍາເລັດກອງປະຊຸມພະລາທິການ ປະຈຳປີ 2025 ທົ່ວກອງທັບໃນ ຄັ້ງນີ້ ຊຶ່ງຜູ້ແທນກອງປະຊຸມໄດ້ ພ້ອມກັນສັງເກດ-ຕີລາຄາຄືນການ ຈັດຕັ້ງປະຕິບັດວຽກງານພະລາ ທິການທົ່ວກອງທັບໃນປີຜ່ານມາ, ສາມາດຍົກໃຫ້ເຫັນເຖິງວຽກງານ ທີ່ພົ້ນເດັ່ນ, ວຽກງານທີ່ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ມີບາງຄໍາເຫັນ ສະເໜີແລກປ່ຽນຈໍານວນໜຶ່ງຕໍ່ ກອງປະຊຸມເພື່ອພ້ອມກັນປັບປຸງ ແກ້ໄຂໃນຕໍ່ໜ້າໃຫ້ໄດ້ຮັບຜົນດີກວ່າ ເກົ່າ, ພ້ອມທັງເປັນເອກະພາບຕໍ່ ແຜນຍຸດທະສາດ 2026-2030. ພ້ອມນັ້ນ, ສະຫາຍລັດຖະມົນຕີ ກະຊວງປ້ອງກັນປະເທດ ຍັງໄດ້ ເນັ້ນໜັກວຽກງານທີ່ຈະສຸມໃສ່ຈັດ ຕັ້ງປະຕິບັດໃນປີ 2026 ຊຶ່ງກ່ອນ ອື່ນໝົດຕ້ອງຮັກສາຄວາມສາມັກຄີ ເປັນເອກະພາບ, ປະຕິບັດແບບແຜນ ວິທີເຮັດວຽກຕາມຫລັກການລວມ ສູນປະຊາທິປະໄຕ, ນໍາພາເປັນ ໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນ ຮັບຜິດຊອບຢ່າງຈະແຈ້ງ, ຕ້ອງ ສະໜັບສະໜູນງານ 44 ຫ້ອງ. ນອກ ນັ້ນ, ຍັງມີຫົວໜ່ວຍ ຈນກ ຈາກ ປະເທດຫວຽດນາມ, ຈີນ ແລະ ໄທ 12 ຫ້ອງ ຊຶ່ງການຈັດງານ ຄັ້ງນີ້ຖືເປັນຄັ້ງທຳອິດເປັນການ ເຕົ້າໂຮມຫົວໜ່ວຍ ຈນກ ຈາກນະ ຄອນຫລວງ ແລະ ບັນດາແຂວງ ໃນທົ່ວປະເທດມານຳສະເໜີ ແລະ ໂຄສະນາຂໍ້ມູນຂ່າວສານການຜະ ລິດ, ການບໍລິການ ກໍຄື ຜະລິດຕະພັນ ສິນຄ້າຜ່ານງານວາງສະແດງໃຫຍ່ ລະດັບຊາດ ກໍຄື ອອກສູ່ສາຍຕາ ສັງຄົມ ແລະ ສື່ມວນຊົນໃນວົງ ກວ້າງ. ທັງເປັນການສົ່ງເສີມໃຫ້ ຫົວໜ່ວຍ ຈນກ ກໍຄື ຜູ້ຜະລິດ, ຜູ້ບໍລິການໄດ້ເຫັນເຖິງຄວາມຈຳ ເປັນ ແລະ ໂອກາດໃນການສື່ສານ ແລະ ເຂົ້າເຖິງຕະຫລາດຜ່ານການ ແລກປ່ຽນຄວາມຮູ້, ຂໍ້ມູນຂ່າວສານ, ການປັບປຸງມາດຕະຖານການຜະ ລິດ, ການຫຸ້ມຫໍ່ ກໍຄື ການພັດທະ ນາຄຸນນະພາບສິນຄ້າ ແລະ ບໍລິ ການ; ເປັນການເປີດຊ່ອງທາງການ ພັດທະນາ ແລະ ຮ່ວມມືທາງທຸລະ ກິດ, ຍາດແຍ່ງການລົງທຶນ ແລະ ການຄ້າ, ການເຂົ້າເຖິງແຫລ່ງທຶນ, ກ້າວຂຶ້ນສູ່ການເຊື່ອມໂຍງກັບຕ່ອງ ໂສ້ການຜະລິດ ແລະ ສ້າງມູນຄ້າ ເພີ່ມໃນພາກພື້ນ ແລະ ສາກົນ; ເປັນ ການອໍານວຍຄວາມສະດວກໃນ ການປຶກສາຫາລື ໂດຍສະເພາະດ້ານ ນະໂຍບາຍລະຫວ່າງພາກລັດ ແລະ ເອກະຊົນໃນການສົ່ງເສີມ ແລະ ແກ້ໄຂບັນຫາທີ່ເປັນສິ່ງກີດຂວາງ, ເປັນພື້ນຖານໃຫ້ແກ່ການປັບປຸງ ນະໂຍບາຍໃຫ້ສອດຄ່ອງໃນຕໍ່ໜ້າ. ທັງເປັນການສ້າງເວທີສົນທະນາ ແລກປ່ຽນ, ສ້າງຄວາມຮັບຮູ້ ແລະ ສ້າງແຮງຈູງໃຈໃຫ້ຫົວໜ່ວຍ ຈນກ ເຫັນໄດ້ຄວາມສາມາດ ແລະ ຜົນ ງານໂດດເດັ່ນ (ຄຸນນະພາບ, ນະ ວັດຕະກໍາ, ການມີສ່ວນຮ່ວມ, ການ ລິເລີ່ມສີຂຽວ); ເປັນການໂຄສະ ນາເອກອ້າງຫົວໜ່ວຍ ຈນກ ກໍຄື ຜະລິດຕະພັນລາວທີ່ມີທ່າແຮງດ້ານ ວັດທະນະທໍາ, ຄວາມເປັນເອກະ ລັກ ແລະ ຕິດພັນກັບການຮັກສາ ສິ່ງແວດລ້ອມອອກສູ່ສາຍຕາໃນ ພາກພື້ນ ແລະ ສາກົນ; ເປັນການ ເພີ່ມທະວີການຮ່ວມມືລະຫວ່າງ ພາກລັດ, ເອກະຊົນ, ຄູ່ຮ່ວມພັດທະ ນາ, ສະຖາບັນການເງິນ ແລະ ເປັນ ການນຳສະເໜີຜົນງານ 20 ປີ ວຽກ ງານ M4MEs ຂອງ ຈນກ, ກະ ຊວງອຸດສາຫະກໍາ ແລະ ການຄ້າ, ຜົນງານຂອງສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ຜົນງານ ຂອງ ສຄອຊ, ສະມາຄົມສົ່ງເສີມ 4ME ລາວ ແລະ ສະມາຄົມສົ່ງເສີມ ຜະລິດຕະພັນລາວ. ພ້ອມນີ້, ພາຍໃນງານຍັງໄດ້ຈັດ ສຳມະນາໃນຫົວຂໍ້ຕ່າງໆ ແລະ ມີ ກິດຈະກຳຕະຫລອດທັງງານ. ພ້ອມ ທັງມອບລາງວັນ M4ME ລາວ ດີ ເດັ່ນ ຕື່ມອີກ. ຂ່າວ-ພາບ: ທະນູທອງ ຄຸນນະພາບຂອງໂຮງຮຽນສອນ ຂັບລົດ, ການສອບເສັງເອົາໃບຂັບ ຂີ່ຍານພາຫະນະທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງດ້ວຍ ລະບົບຄອມພິວເຕີ ແລະ ເຕັກໂນ ໂລຊີທີ່ທັນສະໄໝ, ສົມທົບກັບກົມ ຕຳຫລວດຈະລາຈອນລົງຈັດຕັ້ງ ປະຕິບັດການກວດກາການຈະລາ ຈອນຕາມທາງຫລວງ ເປັນຕົ້ນການ ກວດກາຄວາມໄວ, ທາດເຫລົ້າ, ການໃສ່ໝວກກັນກະທົບ ແລະ ການ ປະຕິບັດກົດຈະລາຈອນທາງບົກ. ພ້ອມນີ້, ຍັງໄດ້ສົມທົບກັບອົງການ ສາກົນເພື່ອຄົນພິການ ()anEiDaQ InteNational) ແລະ ສະຖາບັນ ຄົ້ນຄວ້າວິທະຍາສາດການສຶກສາ ແຫ່ງຊາດ ສ້າງປຶ້ມແບບຮຽນຄວາມ ປອດໄພຕາມຖະໜົນ ເພື່ອບັນຈຸເຂົ້າ ໃນຫລັກສູດການສິດສອນສໍາລັບຊັ້ນ ປະຖົມສຶກສາ ປີທີ 1-5 ແລະ ສືບ ຕໍ່ສ້າງຫລັກສູດຊັ້ນມັດທະຍົມຕົ້ນ ແລະ ຕອນປາຍໃຫ້ສໍາເລັດໂດຍໄວ ເພື່ອປູກຈິດສໍານຶກດ້ານຄວາມປອດ ໄພຕາມທາງຫລວງໃຫ້ນັກຮຽນ, ນັກສຶກສາໃນເຂດຕົວເມືອງ, ຊານ ເມືອງ ແລະ ເຂດຊົນນະບົດ. ນອກນັ້ນ, ຄະນະກຳມະການ ແຫ່ງຊາດ ດ້ານຄວາມປອດໄພ ທາງຫລວງຍັງໄດ້ສົ່ງເສີມໃຫ້ມີ ໜ່ວຍກູ້ໄພຊ່ວຍເຫລືອສຸກເສີນ ຫລັງການເກີດອຸບັດເຫດ ຊຶ່ງໃນ ແຕ່ລະປີໄດ້ສົມທົບກັບກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ອົງການກາ ແດງແຫ່ງຊາດລາວ ແລະ ໂຮງໝໍ ມິດຕະພາບຝຶກອົບຮົບໃຫ້ການ ຊ່ວຍເຫລືອສຸກເສີນຫລັງການເກີດ ອຸບັດເຫດໃຫ້ແກ່ 43 ສະມາຄົມ ແລະ ອາສາກູ້ໄພ ເພື່ອປະຕິບັດ ຊ່ວຍເຫລືອສຸກເສີນຫລັງການເກີດ ອຸບັດເຫດ. ຂ່າວ: ທະນູທອງ ສະຖາບັນອ້ອມຂ້າງກະຊວງ ອຄ ແລະ ພະນັກງານສະຖານທູດອັງກິດ ປະຈຳລາວ ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມເພື່ອ ປຶກສາຫາລື ແລະ ກຳນົດໂອກາດ, ພ້ອມທັງສິ່ງທ້າທາຍໃນການເລັ່ງ ລັດການຫັນປ່ຽນສູ່ພະລັງງານ ສະອາດຂອງລາວ ທັງໃນໄລຍະສັ້ນ ແລະ ໄລຍະຍາວລະຫວ່າງໜ່ວຍ ງານພາກລັດ, ຄູ່ຮ່ວມງານພາຍໃນ ແລະ ຕ່າງປະເທດ ໂດຍເນັ້ນໃສ່ 4 ວຽກງານຄື: ປະເມີນສະພາບການ ຫັນປ່ຽນພະລັງງານໃນປັດຈຸບັນ, ພ້ອມທັງກຳນົດສິ່ງທ້າທາຍທີ່ສໍາ ຄັນ ແລະ ບຸລິມະສິດໃນການແກ້ ໄຂບັນຫາເຫລົ່ານັ້ນ; ກຳນົດຂົງ ເຂດທີ່ຄູ່ຮ່ວມງານພາຍໃນ ແລະ ການສະໜັບສະໜູນຈາກຄູ່ຮ່ວມ ພັດທະນາເຊັ່ນ: ກົນໄກການຕອບ ສະໜອງແບບຮີບດ່ວນ (RaQiE ResQonse FaDility) ຂອງສະພາ ການຫັນປ່ຽນພະລັງງານ (E5C), ສາມາດໃຫ້ການສະໜັບສະໜູນຢ່າງ ມີປະສິດທິຜົນໃນສິ່ງທີ່ຕ້ອງການ ຢ່າງຮີບດ່ວນທີ່ສຸດ; ສຶກສາທາງ ເລືອກໃນການເສີມສ້າງພື້ນຖານ ໂຄງລ່າງຕາຂ່າຍໄຟຟ້າຂອງ ສປປ ລາວ ເພື່ອຮອງຮັບການເຊື່ອມໂຍງ ພະລັງງານທົດແທນທີ່ເພີ່ມຂຶ້ນ ແລະ ອໍານວຍຄວາມສະດວກໃຫ້ ແກ່ການຊື້ຂາຍພະລັງງານຂ້າມ ຊາຍແດນ; ກຳນົດກອບນະໂຍບາຍ ແລະ ລະບຽບການ ທີ່ຈໍາເປັນສໍາລັບ ການຫັນປ່ຽນທີ່ເປັນທຳ. ຜົນຂອງການປຶກສາຫາລືລະດັບ ຊາດຂອງ ສປປ ລາວ ຄັ້ງນີ້ ຈະ ເປັນຂໍ້ມູນ ແລະ ບ່ອນອີງທີ່ດີໃນ ການດຳເນີນບາດກ້າວຕໍ່ໄປໃຫ້ແກ່ ພາກສ່ວນກ່ຽວຂ້ອງຂອງພາກລັດ ອີກດ້ວຍ. ຂ່າວ-ພາບ: ລຸ້ງຟ້າ ອົບພະຈັນ ພ້ອມກັນຮໍ່າຮຽນນໍາວຽກຕົວຈິງ, ຮຽນນໍາໝູ່ຄະນະ, ຮຽນນໍາມະຫາ ຊົນ, ຈິງໃຈຕຳນິສົ່ງຂ່າວ, ຊ່ວຍ ເຫລືອ, ຖອດຖອນບົດຮຽນເຊິ່ງ ກັນ ແລະ ກັນ, ເອົາໃຈໃສ່ໃນການ ກໍ່ສ້າງ, ປັບປຸງບູລະນະການຈັດຕັ້ງ ພະລາທິການໃຫ້ເຂັ້ມແຂງ, ກະທັດ ຮັດ, ມີກຳລັງສໍາຮອງ; ຈັດວາງ ກຳລັງໃຫ້ກາຍເປັນທ່າສະໜາມພະ ລາທິການທີ່ແໜ້ນແກ່ນ, ກຽມພ້ອມ ຮັບປະກັນໃນທຸກກໍລະນີ. ໃນນີ້, ໃຫ້ຕັ້ງໜ້າເປັນເຈົ້າການນໍາພາ-ຊີ້ ນໍາຂອງຄະນະພັກ, ຄະນະບັນຊາ ແຕ່ລະຂັ້ນໃນການຄຸ້ມຄອງລະບອບ ອັດຕາຕ່າງໆໃຫ້ເຂັ້ມງວດໂປ່ງໃສ, ປະຕິບັດຕົວເລກງົບປະມານໃຊ້ຖືກ ເປົ້າໝາຍ, ປະຍັດ, ນໍາໃຊ້ຮ່ວງງົບ ປະມານໃຫ້ຖືກຕ້ອງຕາມຮ່ວງຕາມຂະແໜງການ ແລະ ຖືກຕ້ອງ ຕາມຂໍ້ກຳນົດຂອງການເງິນ, ມີ ລະບອບກວດກາເປັນແຕ່ລະໄລຍະ ແລະ ສືບຕໍ່ຈັດຕັ້ງຜະລິດແກ້ໄຂຊີ ວິດການເປັນຢູ່ ແລະ ຜະລິດເປັນ ສິນຄ້າ, ຕາມທິດນຳເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງຕາມມະຕິ 04 ກມສພ ວ່າດ້ວຍການສ້າງ ເສດຖະກິດເອກະລາດ, ເປັນເຈົ້າ ຕົນເອງ ເພື່ອສ້າງແຫລ່ງສະໜອງ ຮັບປະກັນພະລາທິການໃນກອງທັບ ແລະ ສາມາດຮັບປະກັນຕອບສະ ໜອງໄດ້ວຽກງານອຸປະໂພກບໍລິໂພກ, ພ້ອມນັ້ນໃຫ້ສຸມໃສ່ສ້າງ ພື້ນຖານດ້ານວຽກງານພະລາທິ ການໃຫ້ເປັນອຸດສາຫະກຳໃຫ້ໄດ້, ປີ 2026 ໃຫ້ສ້າງເປັນພື້ນຖານ ແລະ ອີກ 5 ປີຕໍ່ໜ້າໃຫ້ສາມາດ ກຸ້ມຕົນເອງໄດ້, ປັບປຸງຫົວໜ່ວຍ ທຸລະກິດໃຫ້ສອດຄ່ອງກັບນິຕິກຳ ແລະ ລະບຽບກົດໝາຍ, ຫັນໄປສູ່ ການຜະລິດແບບໄລ່ລຽງຮອດປີ 2027 ໃຫ້ສາມາດຫັນໄປສູ່ການ ໄລ່ລຽງ 100%, ຮັບປະກັນໃຫ້ແກ່ ການລ້ຽງດູກອງທັບກ້າວຂຶ້ນສູ່ແບບ ແຜນທັນສະໄໝ. ຂ່າວ-ພາບ: ສຸກສາຄອນ ປະມານ 1,3 ລ້ານໂຕນ ປີ, ເສດຫີນ ແລະ ດິນເຝືອຍ 4,3 ລ້ານໂຕນ ປີ, ວິທີຂຸດຄົ້ນແບບບໍ່ເປີດໜ້າດິນໂດຍ ໃຊ້ເຕັກນິກການຂຸດຄົ້ນແບບໃຊ້ລະ ເບີດ-ຕັກ-ຂົນແບບດັ່ງເດີມ. ໂອກາດນີ້, ທ່ານ ໄຊນະຄອນ ອິນທະວົງ ໄດ້ຮຽກຮ້ອງມາຍັງຜູ້ ເຂົ້າຮ່ວມກອງປະຊຸມຍົກສູງຄວາມ ຮັບຜິດຊອບຂອງຂະແໜງການຕົນ ໃນການປຶກສາຫາລືແຕ່ລະເນື້ອ ໃນ, ພ້ອມທັງປະກອບຄໍາຄິດ-ຄໍາ ເຫັນຕໍ່ບົດລາຍງານການປະເມີນ ຜົນກະທົບຕໍ່ສິ່ງແວດລ້ອມແບບ ລະອຽດ, ພ້ອມດ້ວຍແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດ ລ້ອມຂອງໂຄງການດັ່ງກ່າວ ໃຫ້ ມີຄວາມຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງ ມີປະສິດທິຜົນສູງ. ພ້ອມນີ້, ທ່ານ ຍັງໄດ້ເນັ້ນໃຫ້ໂຄງການເອົາໃຈ ໃສ່ໃນການຈັດຕັ້ງປະຕິບັດບັນດາ ມາດຕະການປ້ອງກັນ, ແກ້ໄຂ, ຫລຸດຜ່ອນຜົນກະທົບທີ່ກຳນົດໄວ້ໃນ ແຜນຄຸ້ມຄອງສິ່ງແວດລ້ອມ, ສັງຄົມ ແລະ ທໍາມະຊາດ, ສິ່ງສໍາຄັນຕ້ອງ ປະຕິບັດມາດຕະການປ້ອງກັນ ແລະ ຫລຸດຜ່ອນຜົນກະທົບທີ່ອາດຈະ ເກີດຂຶ້ນຈາກການກໍ່ສ້າງ, ຂົນສົ່ງ ແລະ ການດໍາເນີນໂຄງການ; ໂຄງການຕ້ອງປະຕິບັດມາດຕະ ການສິ່ງແວດລ້ອມດັ່ງທີ່ໄດ້ລະບຸ ໄວ້ໃນບົດລາຍງານການປະເມີນ ຜົນກະທົບຕໍ່ສິ່ງແວດລ້ອມລວມທັງ ແຜນຄຸ້ມຄອງ ແລະ ຕິດຕາມກວດ ກາສິ່ງແວດລ້ອມຢ່າງເຂັ້ມງວດ; ໃຫ້ເອົາໃຈໃສ່ໃນການປັບປຸງຊີວິດ ການເປັນຢູ່ຂອງປະຊາຊົນໃນເຂດ ໂຄງການທີ່ດີຂຶ້ນກວ່າເກົ່າ, ສືບຕໍ່ໃນ ການຈັດຕັ້ງປະຕິບັດໂຄງການໃຫ້ໄປ ຕາມກົດໝາຍ ແລະ ລະບຽບການ ເພື່ອຫລີກລ່ຽງບັນຫາຜົນກະທົບທີ່ ຈະເກີດຂຶ້ນຕາມມາພາຍຫລັງ. ຂໍ້ມູນ-ພາບ: ຂ່າວສ່ານກະສິກໍາ ແລະ ສິ່ງແວດລ້ອມ ກຳມະບານ 5 ເປັນເຈົ້າຂອງສະ ຫະພັນກຳມະບານຫ້ອງວ່າການ ສູນກາງພັກ ໃຫ້ຊຶມເລິກເຂົ້າສູ່ຂະ ບວນການວຽກງານຕົວຈິງຢ່າງ ໜັກແໜ້ນ; ມີວິໄນເປັນເຈົ້າປະຕິບັດ ກົດໝາຍ, ລະບຽບການຈັດຕັ້ງ, ສືບຕໍ່ປັບປຸງແບບແຜນການນຳພາ, ວິທີເຮັດວຽກຂອງຄະນະກຳມະ ບານແຕ່ລະຂັ້ນໃຫ້ສອດຄ່ອງ, ມີປະ ສິດທິພາບ-ປະສິດທິຜົນສູງສຳເລັດ ຕາມຄາດໝາຍແຜນການ; ກ້າວຂຶ້ນ ເປັນເສນາທິການທີ່ດີໃນທຸກຂົງເຂດ ວຽກງານຍູ້ແຮງການຈັດຕັ້ງປະຕິ ບັດຂໍ້ແຂ່ງຂັນກຳມະບານ 5 ເປັນ ເຈົ້າຕິດພັນກັບການປະຕິບັດໜ້າທີ່ ເສນາທິການຂອງຫ້ອງວ່າການ ກໍຄື ການສ້າງຂະບວນການດ້ານຕ່າງໆ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມ ໃຫຍ່ຂອງບັນດາໜ່ວຍພັກຮາກຖານ ແລະ ກອງປະຊຸມໃຫຍ່ ຄັ້ງທີ 7III ຂອງອົງຄະນະພັກ ຫ້ອງວ່າການ ສູນກາງພັກ ໃຫ້ເປັນຂະບວນຟົດຟື້ນ ແລະ ມີເນື້ອໃນໜັກແໜ້ນເລິກເຊິ່ງ. ຂ່າວ-ພາບ: ຫ້ອງວ່າການສູນກາງພັກ

RkJQdWJsaXNoZXIy MTc3MTYxMQ==