7225

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 27/02/2026 xtgmf]k; ສອງນາຍົກລັດຖະມົນຕີ... ປະທານປະເທດ ເນັ້ນທຸກໆການ... ອົງການກາແດງແຫ່ງຊາດ... lts]5 [dko9a f8A 'xt8y [a f ;Pd'kodkcf' xt9exu 2025 ຂປລ. ອົງການກາແດງແຫ່ງ ຊາດລາວ ຈັດກອງປະຊຸມສະຫລຸບ ການຈັດຕັ້ງປະຕິບັດວຽກງານກາ ແດງ ປະຈໍາປີ 2025 ແລະ ທິດທາງ ແຜນການ ປີ 2026 ໃນວັນທີ 26 ກຸມພາ 2026 ຢູ່ນະຄອນຫລວງ ວຽງຈັນ ໂດຍການເປັນປະທານ ຂອງທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດ ລາວ, ມີຮອງປະທານຄະນະກຳມະ ການປົກຄອງ 17 ແຂວງ ແລະ ນະ ຄອນຫລວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ທ່ານ ຄໍາລາວັນ ຈັນທະລາວັນ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ຖືວ່າເປັນກອງປະຊຸມທີ່ມີຄວາມ ໝາຍຄວາມສຳຄັນ ໂດຍຈະໄດ້ ພ້ອມກັນທົບທວນຕີລາຄາຄືນການ ເຄື່ອນໄຫວວຽກງານກາແດງໃນ ທົ່ວປະ ເທດ ປະຈຳປີ 2025 ແລະ ວາງທິດທາງແຜນການ ປີ 2026 ຊຶ່ງຈະຍົກໃຫ້ເຫັນບາງ ຫົວຂໍ້ທີ່ສໍາຄັນມາແລກປ່ຽນບົດ ຮຽນນໍາກັນ ແລະ ຮັບຟັງການ ສົນທະນາແລກປ່ຽນຄຳຄິດຄຳ ເຫັນຈາກບັນດາທ່ານທີ່ເຂົ້າຮ່ວມ ກອງປະຊຸມ. ພ້ອມນັ້ນ, ພວກເຮົາ ຈະໄດ້ພ້ອມກັນຄົ້ນຄວ້າ, ສັງເກດ ຕີລາຄາສະພາບການຈັດຕັ້ງປະຕິ ບັດວຽກງານກາແດງ ໃນໄລຍະ 1 ປີຜ່ານມາໃຫ້ເລິກເຊິ່ງ ເພື່ອ ຊອກໃຫ້ເຫັນຜົນງານດ້ານດີທີ່ຕັ້ງ ໜ້າ ແລະ ຂໍ້ຄົງຄ້າງ, ສາເຫດ ແລະ ວິທີການແກ້ໄຂບົນພື້ນຖານ ຄວາມເປັນເອກະພາບທາງດ້ານ ທັດສະນະ, ແນວຄິດ, ແລະ ຮັບ ຮອງເອົາທິດທາງແຜນການໃນ ການຈັດຕັ້ງປະຕິບັດປີ 2026. ນອກຈາກນີ້, ພວກເຮົາຈະໄດ້ຄົ້ນ ຄວ້າ ແລະ ຮັບຟັງບົດຮຽນໃນການ ຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ ຢູ່ບາງແຂວງ, ບົດຮຽນໃນການ ສົ່ງເສີມສຸຂະພາບຊຸມຊົນ, ການຄຸ້ມ ຄອງອາສາສະໝັກໃນວຽກງານ ກູ້ໄພສຸກເສີນ, ບົດຮຽນການປຸກ ລະດົມຂົນຂວາຍບໍລິຈາກເລືອດ, ບົດຮຽນການຂົນຂວາຍແຫລ່ງ ທຶນ ເພື່ອຊ່ວຍພັດທະນາອົງການກາ ແດງແຫ່ງຊາດລາວ ໃຫ້ກາຍເປັນ ອົງການທີ່ເຂັ້ມແຂງສາມາດປະຕິ ບັດວຽກງານຊ່ວຍເຫລືອມະນຸດສະ ທຳທີ່ມີການເຂົ້າຮ່ວມຂອງສັງຄົມ ດ້ວຍຄວາມສະໝັກໃຈຢ່າງກວ້າງ ຂວາງ ແລະ ມີປະສິດທິຜົນ. ໃນໄລຍະ 1 ປີຜ່ານມາ, ອົງ ການກາແດງແຫ່ງຊາດລາວ ໄດ້ ມີຜົນງານການເຄື່ອນໄຫວດ້ານ ວຽກງານວິຊາສະເພາະທີ່ພົ້ນເດັ່ນ ໂດຍສະເພາະການບັນເທົາທຸກ, ການສະໜອງເລືອດທີ່ປອດໄພ ແລະ ການກູ້ໄພສຸກເສີນ. ໃນນັ້ນ, ວຽກງານການຊ່ວຍເຫລືອບັນເທົາ ທຸກໃນໄລຍະຜ່ານມາ, ອົງການກາ ແດງໄດ້ສຸມໃສ່ການຊ່ວຍເຫລືອຜູ້ ປະສົບໄພພິບັດຈາກພາຍຸວິພາໃນ 6 ແຂວງ ຊຶ່ງສາມາດແຈກຢາຍ ເງິນສົດ ແລະ ເຄື່ອງອຸປະໂພກບໍລິໂພກໃຫ້ແກ່ປະຊາຊົນກວ່າ 3.400 ຄອບຄົວ, ລວມມູນຄ່າ ການຊ່ວຍເຫລືອກວ່າ 7 ຕື້ກີບ. ນອກນັ້ນ, ຍັງໄດ້ມອບເຕົາໄຟປະ ຢັດ ແລະ ເຄື່ອງກັ່ນຕອງນ້ຳໃຫ້ ຄອບຄົວໃນແຂວງພາກໃຕ້ຫລາຍ ກວ່າ 77.000 ຄອບຄົວ ເພື່ອ ຍົກລະດັບຊີວິດການເປັນຢູ່ໃຫ້ດີ ຂຶ້ນ; ວຽກງານບໍລິຈາກເລືອດບັນລຸ 90% ຂອງແຜນການຖືເປັນຈຸດ ສຸມທີ່ສຳຄັນ, ໃນປີ 2025 ທົ່ວ ປະເທດສາມາດເກັບກຳເລືອດໄດ້ ທັງໝົດ 72.452 ຖົງ, ເພີ່ມຂຶ້ນ ຈາກປີ 2024. ພ້ອມກັນນີ້, ຍັງ ໄດ້ຮັບການສະໜັບສະໜູນຈາກ ສາກົນໃນການສ້າງອາຄານສູນ ເລືອດໃໝ່ ແລະ ເຕັກນິກວິຊາການ ທີ່ທັນສະໄໝ; ໄດ້ຂະຫຍາຍໜ່ວຍ ກູ້ໄພສຸກເສີນເພີ່ມຂຶ້ນຢູ່ເມືອງຫລາ, ເມືອງກາສີ ແລະ ແຂວງບໍລິຄຳໄຊ ເຮັດໃຫ້ມີໜ່ວຍກູ້ໄພທັງໝົດ 18 ແຫ່ງທົ່ວປະເທດ; ອອກຊ່ວຍເຫລືອ ອຸບັດເຫດ ແລະ ສົ່ງຄົນເຈັບສຸກເສີນ ລວມກວ່າ 4.900 ຄັ້ງ; ສາມາດ ສ້າງອາສາສະໝັກໃໝ່ໄດ້ເຖິງ 510 ຄົນ ຊຶ່ງລື່ນຄາດໝາຍທີ່ວາງໄວ້; ຮ່ວມມືອັນດີກັບບັນດາຄູ່ຮ່ວມງານ ສາກົນ ເຊັ່ນ: IFRC, ICRC ແລະ ອົງການກາແດງຈາກປະເທດເພື່ອນ ມິດທີ່ໄດ້ການສະໜັບສະໜູນຈາກ ສັງຄົມຜ່ານການຂົນຂວາຍທຶນ ລວມມູນຄ່າທັງເງິນສົດ ແລະ ວັດຖຸ ຫລາຍກວ່າ 2,5 ຕື້ກີບ. ຂ່າວ: ວຽງສະຫວັນ; ພາບ: ຂັນໄຊ ໂ ດຍ ໃຫ້ສືບຕໍ່ຈັດຕັ້ງປ ະ ຕິບັດ ຫລາຍບັນຫາສຳຄັນໂດຍສະເພາະ ທຸກໆການພັດທະນາຕ້ອງຖືເອົາ ປະຊາຊົນເປັນກົກ, ເອົາຊົນນະບົດ ເປັນເປົ້າໝາຍ ກໍຄື ຕ້ອງຄໍານຶງເຖິງ ຄວາມເພິ່ງພໍໃຈຂອງປະຊາຊົນເປັນ ໄມ້ຫລາວັດແທກ. ສະຫາຍ ທອງລຸນ ສີສຸລິດ ຍັງ ເນັ້ນໃຫ້ສ້າງຖັນແຖວພະນັກງານ ໃຫ້ມີຄວາມສາມາດຈັດຕັ້ງປະຕິບັດ ມະຕິ, ແນວທາງນະໂຍບາຍ, ແຜນ ພັດທະນາເສດຖະກິດ-ສັງຄົມຂອງ ປະເທດໃຫ້ໄດ້ນັບມື້ນັບຫລາຍ, ນັບ ມື້ນັບເຂັ້ມແຂງ, ມີຄຸນທາດການ ເມືອງ, ຄຸນສົມບັດສິນທຳ ແລະ ຫັນ ເປັນມືອາຊີບ. ພະນັກງານຂັ້ນນໍາ, ຂັ້ນປະຕິບັດໜ້າທີ່ ທີ່ຖືກມອບໝາຍ ຕ້ອງເປັນຄົນກ້າຄິດ, ກ້າປະດິດ ສ້າງ, ກ້າອອກແບບ, ກ້າລົງມືປະຕິ ບັດ ແລະ ກ້າຮັບຜິດຊອບໃນວຽກ ງານ; ການກໍ່ສ້າງ ແລະ ບຳລຸງ ສ້າງພະນັກງານໃຫ້ມີສະຕິປັນຍາ, ມີຄວາມສາມາດ, ມີຄວາມຮັບຜິດ ຊອບ ເພື່ອຜົນປະໂຫຍດສ່ວນລວມ, ບາງຄົນກໍເວົ້າວ່າ “ຍາກ” ແຕ່ຖ້າ ຈະເຮັດໃຫ້ຍາກກໍຍາກ, ແຕ່ຖ້າ ພວກເຮົາຫາກກ້າເອົາເຂົາເຈົ້າເຂົ້າ ໃນໜ້າວຽກຕົວຈິງຂຶ້ນກັບສະພາບ ແຫ່ງການພັດທະນາເຂົາເຈົ້າຈະ ເຕີບໃຫຍ່ຂຶ້ນໄດ້; ການປະເມີນຄຸນນະ ພາບຂອງພະນັກງານແມ່ນຖືເອົາ ຜົນສໍາເລັດຂອງການປະຕິບັດໜ້າ ທີ່ເປັນໄມ້ຫລາວັດແທກ, ຕ້ອງໃຫ້ ໂອກາດ ແລະ ປົກປ້ອງພະນັກງານ ໃນຄຸນນະພາບແບບໃໝ່ ຄືຜູ້ກ້າ ປ່ຽນແປງ, ກ້າເສຍສະລະກ້າສະ ແຫວງຫາອັນໃໝ່ ທີ່ເປັນປະໂຫຍດ ໃຫ້ກົມກອງ, ອົງການ ແລະ ສ່ວນ ລວມ; ຕ້ອງແກ້ໄຂຜູ້ຂາດຄຸນທາດ, ຂາດທາດແທ້ປະຕິວັດ, ເວົ້າດີແຕ່ ເຮັດບໍ່ດີ, ບໍ່ໄດ້, ເປັນເສນາທິການ ໄດ້ຢູ່ແຕ່ອ່ອນໃນການປະຕິບັດຕົວ ຈິງ. ອັນໜຶ່ງທີ່ສໍາຄັນຕ້ອງແກ້ໄຂ ພະນັກງານເລືອກວຽກ, ພະນັກງານ ທີ່ຂັດເອົາແຕ່ວຽກທີ່ຕົນມັກຕົນ ຢາກໄດ້ຢາກເປັນ, ບ່ອນເຮັດວຽກ ທີ່ຕົນຢາກໄປຢາກຢູ່ເທົ່ານັ້ນ, ຮຽກ ຮ້ອງ, ຂັດເອົາ ຊຶ່ງບັນຫານີ້, ແມ່ນ ຕ້ອງໄດ້ຮັບການແກ້ໄຂ. ດັ່ງນັ້ນ, ຜູ້ເຮັດວຽກງານຈັດຕັ້ງ, ວຽກພະ ນັກງານຕ້ອງກໍາໃຫ້ໄດ້ກົນໄກ, ກໍາ ພະນັກງານໃຫ້ແໜ້ນ, ໃຫ້ເລິກ, ການຕົກລົງດ້ານພະນັກງານຕ້ອງ ຊັດເຈນ, ພາວະວິໄສ. ສະຫາຍ ທອງລຸນ ສີສຸລິດ ຍັງ ໄດ້ເນັ້ນອີກວ່າ: ພັກຕ້ອງຕັດສິນໃຈ ປັບປຸງປ່ຽນແປງໃໝ່, ວິທີການ, ແບບແຜນການນໍາພາ ເພື່ອຍົກປະ ສິດທິພາບຂອງການບໍລິຫານປະ ເທດ; ພັກນໍາພາຕ້ອງຄໍານຶງເຖິງ ເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງ ທີ X ເຂົ້າສູ່ຊີວິດຕົວຈິງໃນການ ປະຕິບັດໜ້າທີ່ວຽກງານຂອງຕົນ ກໍຄື ທິດທາງແຜນການ ແລະ ບັນດາ ຄາດໝາຍສູ້ຊົນຂອງອົງການກາ ແດງແຫ່ງຊາດ ທີ່ວາງໄວ້; ຮັບປະ ກັນໃຫ້ສາມາດເຂົ້າເຖິງ, ມີຄວາມ ໂປ່ງໃສ ແລະ ກວດສອບໄດ້ຢ່າງ ເປັນລະບົບໃຫ້ສາມາດຂັບເຄື່ອນ ການຜັນຂະຫຍາຍແນວທາງ, ແຜນ ນະໂຍບາຍຂອງພັກ, ກົດໝາຍຂອງ ລັດ ແລະ ບັນດານິຕິກໍາທີ່ກ່ຽວຂ້ອງ ທີ່ວາງອອກໄດ້ເປັນຢ່າງດີ; ມີຄວາມ ເປັນເຈົ້າການ, ມີຄວາມສາມາດປະ ຕິບັດພາລະບົດບາດ, ໜ້າທີ່ຂອງຕົນ ຕາມທິດ “ຫັນເປັນມືອາຊີບ”. ພ້ອມທັງເອົາໃຈໃສ່ພັດທະນາ ວຽກງານວິຊາສະເພາະຂອງອົງ ການກາແດງແຫ່ງຊາດລາວ ໃຫ້ມີ ຄວາມເຂັ້ມແຂງ. ໃນນີ້, ຕ້ອງໄດ້ ເພີ່ມທະວີການມີສ່ວນຮ່ວມຂອງ ສັງຄົມໃຫ້ກວ້າງຂວາງ, ຍົກບົດ ບາດຂອງອົງການກາແດງແຫ່ງ ຊາດລາວໃຫ້ສູງຂຶ້ນ, ພົ້ນເດັ່ນກວ່າ ເກົ່າເປັນຕົ້ນໂຄສະນາເຜີຍແຜ່ກົດ ໝາຍ, ພາລະບົດບາດໜ້າທີີ່ຂອງ ອົງການກາແດງແຫ່ງຊາດລາວ ໃຫ້ເປັນທີ່ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ກວ້າງຂວາງໃນທົ່ວສັງຄົມ ໂດຍສະເພາະແມ່ນການຊ່ວຍເຫລືອ ບັນເທົາທຸກເບືື້ອງຕົ້ນ, ການປຸກ ລະດົມບໍລິຈາກເລືອດ ແລະ ການ ສະໜອງເລືອດທີ່ປອດໄພ, ການສົົ່ງ ເສີມສຸຂະພາບຂັ້ນພື້ນຖານຢູ່ຊຸມຊົນ, ວຽກງານຫລຸດຜ່ອນຄວາມສ່ຽງ ແລະ ຕອບໂຕ້ໄພພິບັດ, ການຊ່ວຍ ກູ້ໄພສຸກເສີນ ຊຶ່ງແມ່ນວຽກງານ ມະນຸດສະທໍາທີ່ສໍາຄັນທີີ່ສຸດ ແລະ ແມ່ນສິດທິພື້ນຖານຂອງມະນຸດ ທີ່ຈະຕ້ອງໄດ້ຮັບການເອົາໃຈໃສ່ ເບິ່ງແຍງ; ສືບຕໍ່ປັບປຸງກົດໝາຍ ວ່າດ້ວຍວຽກງານກາແດງລາວ ເພື່ອໃຫ້ສອດຄ່ອງກັບສະພາບຕົວ ຈິງ ແລະ ໃຫ້ເປັນນິຕິກໍາທີ່ຈະຊ່ວຍ ໃຫ້ອົງການກາແດງແຫ່ງຊາດລາວ ສາມາດປະຕິບັດໜ້າທີ່ຕາມພາລະ ທັງການຈັດຕັ້ງບັນດາກິດຈະກໍາ ເພື່ອສ່ອງແສງໃຫ້ເຫັນເຖິງຄວາມ ໃກ້ຊິດ ແລະ ການພົວພັນຮ່ວມມື ອັນດີງາມລະຫວ່າງ ລາວ-ອົດສະ ຕຣາລີ ໃນຕະຫລອດ 7 ທົດສະວັດ ຜ່ານມາ. ພ້ອມນີ້, ສອງຝ່າຍໄດ້ປຶກສາ ຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບກໍລະນີການເສຍຊີວິດຂອງ ນັກທ່ອງທ່ຽວອົດສະຕຣາລີ 2 ຄົນ ໃນທ້າຍປີ 2024 ຜ່ານມາ ຊຶ່ງຝ່າຍ ອົດສະຕຣາລີ ໄດ້ສະແດງຄວາມ ຂອບໃຈຕໍ່ລັດຖະບານລາວທີ່ໄດ້ ເອົາໃຈໃສ່ ແລະ ໃຫ້ການຮ່ວມມືກັບ ຝ່າຍອົດສະຕຣາລີ ໃນການແກ້ໄຂ ຄະດີດັ່ງກ່າວເປັນຢ່າງດີ. ຝ່າຍລາວ ໄດ້ສະແດງຄວາມເສຍໃຈຕໍ່ລັດຖະ ບານ ແລະ ປະຊາຊົນອົດສະຕຣາລີ ກໍຄື ຄອບຄົວຂອງຜູ້ເສຍຊີວິດ ແລະ ຢືນຢັນວ່າລັດຖະບານລາວ ໄດ້ ເອົາໃຈໃສ່ຢ່າງຕັ້ງໜ້າໃນການດໍາ ເນີນຂະບວນການສືບສວນ-ສອບ ສວນຄະດີດັ່ງກ່າວ ໂດຍເຈົ້າໜ້າທີ່ ກ່ຽວຂ້ອງຂອງລາວຢ່າງມີຄວາມ ຮັບຜິດຊອບສູງ ເພື່ອນໍາເອົາຜູ້ກະ ທໍາຜິດມາລົງໂທດອີງຕາມຂະບວນ ການຍຸຕິທໍາຂອງ ສປປ ລາວ ພ້ອມ ທັງສະແດງຄວາມພ້ອມໃນການສືບ ຕໍ່ເຮັດວຽກຢ່າງໃກ້ຊິດກັບຝ່າຍອົດ ສະຕຣາລີ ເພື່ອເຮັດໃຫ້ບັນຫາດັ່ງ ກ່າວ ໄດ້ຮັບການແກ້ໄຂໂດຍໄວ, ມີ ຄວາມໂປ່ງໃສ ແລະ ເປັນທໍາ. ຂ່າວ: ກົມການຂ່າວ, ກະຊວງການ ຕ່າງປະເທດ ຄວາມເປັນແບບຢ່າງ ແລະ ດ້ວຍ ບົດບາດອິດທິພົນທາງການເມືອງ ໂດຍຜ່ານວຽກງານຕິດຕາມກວດ ກາ, ພັກນໍາພາລັດຜ່ານອົງການ ແນວລາວສ້າງຊາດ, ອົງການຈັດ ຕັ້ງການເມືອງ, ອົງການຈັດຕັ້ງ ມະຫາຊົນ. ພວກເຮົາຕ້ອງສ້າງ ລັດເຮົາໃຫ້ເປັນລັດແຫ່ງກົດໝາຍ ສັງຄົມນິຍົມທີ່ນັບມື້ນັບເຂັ້ມແຂງ ທັນສະໄໝຂຶ້ນ, ສ້າງໃຫ້ລະບົບ ບໍລິຫານໃຫ້ມີປະສິດທິພາບ, ມີ ລະບຽບວິໄນ, ໂປ່ງໃສ ແລະ ຮັບໃຊ້ ປະຊາຊົນຢ່າງແທ້ຈິງ. ຂ່າວ: ທະນູທອງ; ພາບ: ເກດສະໜາ ບົດບາດໃຫ້ປະສົບຜົນສໍາເລັດທີ່ ໃຫຍ່ຫລວງກວ່າເກົ່າ ເພື່ອປະກອບ ສ່ວນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ ມີຄວາມຈະເລີນຮຸ່ງເຮືອງ ແລະ ສີວິໄລ. ກ່ຽວກັບງົບປະມານຮັບໃຊ້ການ ເຄື່ອນໄຫວວຽກງານກາແດງ ກໍ ຕ້ອງໄດ້ຮັບປະກັນໃຫ້ມີງົບປະມານ ໃຫ້ສາມາດເຄື່ອນໄຫວຕາມພາລະ ບົດບາດຂອງອົງການກາແດງແຫ່ງ ຊາດລາວ ໂດຍໃຫ້ສົມທົບກັບບັນດາ ພາກສ່ວນກ່ຽວຂ້ອງໃນການຈັດສັນ ງົບປະມານທີ່ຈໍາເປັນ ເພື່ອສາມາດ ຊ່ວຍເຫລືອຮີບດ່ວນທາງດ້ານວັດຖຸ ແລະ ຈິດໃຈຂັ້ນພື້້ນຖານໃຫ້ແກ່ຜູ້ ໄດ້ຮັບຜົນກະທົບຈາກໄພພິບັດ, ຜູ້ ເຈັບເປັນ, ຜູ້ທຸກຍາກຂາດເຂີນ, ປ່ຽວພອຍດ້ອຍໂອກາດ, ກໍາພ້າ, ກໍາພອຍ, ຄົນພິການ ລວມທັງແມ່ ຍິງ, ເດັກນ້ອຍ ແລະ ຜູ້ທີ່ຢູ່ຫ່າງໄກ ສອກຫລີກ, ປຸກລະດົມຂົນຂວາຍ ຍາດແຍ່ງເອົາການຊ່ວຍເຫລືອຈາກ ພາຍໃນ ແລະ ພາຍນອກ ກໍຄື ເພື່ອນ ມິດ ແລະ ສາກົນ ໃຫ້ຫລາຍຂຶ້ນ ກວ່າເກົ່າ ແລະ ຮັບປະກັນຄວາມ ໂປ່ງໃສ, ນຳໃຊ້ຖືກກັບເປົ້າໝາຍ ເພື່ອແບ່ງເບົາງົບປະມານຂອງລັດ. ວຽກງານປຸກລະດົມຂົນຂວາຍການ ບໍລິຈາກເລືອດແບບສະໝັກໃຈບໍໍ່ ຫວັງສິ່ງຕອບແທນແມ່ນເປັນວຽກ ທີ່ສໍາຄັນ ແລະ ຂາດບໍໍ່ໄດ້ຢູ່ໃນ ສັງຄົມ, ຖ້າບໍໍ່ມີເລືອດພຽງພໍກໍໍບໍໍ່ ສາມາດຊ່ວຍເຫລືອກອບກູ້ຊີວິດ ຂອງຄົນເຈັບທີ່ຕ້ອງການເລືອດ. ສະນັ້ນ, ທຸກຂະແໜງການ, ທຸກ ການຈັດຕັ້ງ, ບຸກຄົນ, ນິຕິບຸກຄົນ, ທຸກຊັ້ນຄົນໃນທົົ່ວສັງຄົມ ຈະຕ້ອງ ໄດ້ເປັນເຈົ້າການຮ່ວມກັນໂຄສະນາ ປຸກລະດົມຂົນຂວາຍໃຫ້ມີຜູ້ບໍລິຈາກ ເລືອດແບບສະໝັກໃຈບໍ່ຫວັງສີ່ງ ຕອບແທນໃຫ້ນັບມື້ຫລາຍຂຶ້ນ, ປູກ ຈິດສໍານຶກໃຫ້ເຍົາວະຊົນ, ຊາວໜຸ່ມ ໃຫ້ຮັບຮູ້ເຂົ້າໃຈ ແລະ ເຫັນໄດ້ເຖິງ ຄວາມສໍາຄັນຂອງການບໍລິຈາກ ເລືອດແບບສະໝັກໃຈ ແລະ ສິ່ງ ສຳຄັນຕ້ອງມີນະໂຍບາຍຕໍໍ່ຜູ້ມີຜົນ ງານໃນການປຸກລະດົມຂົນຂວາຍ ເລືອດ ແລະ ຜູ້ມາບໍລິຈາກເລືອດ ຫລາຍຄັ້ງບໍໍ່ຫວັງສິ່ງຕອບແທນ ດ້ວຍຮູບການຕ່າງໆຢ່າງເໝາະສົມ ເພື່ອເປັນແຮງຈູງໃຈໃຫ້ຜູ້ຄົນມາ ບໍລິຈາກເລືອດຫລາຍຂຶ້ນ ແລະ ສາມາດສະໜອງໃຫ້ແກ່ຄົນເຈັບທີ່ ຕ້ອງການເລືອດໃຫ້ພຽງພໍ ແລະ ໃຫ້ບັນລຸຕາມຄາດໝາຍແຜນການ ທີ່ວາງໄວ້ໃນແຕ່ລະປີ; ສືບຕໍ່ເສີມ ຂະຫຍາຍການພົວພັນ ແລະ ຮ່ວມມື ກັບສາກົນໃຫ້ກວ້າງຂວາງ ແລະ ຫລາຍຂຶ້ນກວ່າເກົ່າ ໂດຍສະເພາະ ກັບອົງການກາແດງຂອງປະເທດ ເພື່ອນມິດຍຸດທະສາດ, ບັນດາ ອົງການກາແດງຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອ ຂົນຂວາຍ, ຍາດແຍ່ງການຊ່ວຍ ເຫລືອຕາມລະບຽບຫລັກການ ແລະ ຕາມທິດທາງນະໂຍບາຍ ການຕ່າງປະເທດຂອງພັກ ແລະ ລັດຖະບານ ເພື່ອສ້າງເງື່ອນໄຂໃຫ້ ແກ່ການພັດທະນາອົງການກາແດງ ແຫ່ງຊາດລາວ ໃຫ້ມີຄວາມເຂັ້ມ ແຂງ ແລະ ສາມາດປະຕິບັດຕາມ ພາລະບົດບາດໃນ 9 ໜ້າວຽກຢ່າງ ມີປະສິດທິພາບ, ປະສີດທິຜົນ ແລະ ຫັນເປັນທັນສະໄໝເທື່ອລະກ້າວ ເພື່ອ ຜົນປະໂຫຍດລວມຂອງຊາດ ແລະ ປະຊາຊົນບັນດາເຜົ່າ. ພ້ອມກັນນັ້ນ, ຕ້ອງໄດ້ສູ້ຊົນຂົນຂວາຍສະມາຊິກ, ອາສາສະໝັກກາແດງ ໃຫ້ຫລາຍ ຂຶ້ນ ແລະ ເຊື້ອເຊີນເອົາຜູ້ຊົງຄຸນວຸທິ ທີ່ສະໝັກໃຈເຮັດວຽກເພື່ອສັງຄົມ ໂດຍບໍໍ່ຮຽກຮ້ອງສິ່ງຕອບແທນ ມາຮ່ວມເຄື່ອນໄຫວວຽກງານກາ ແດງຕາມພາລະບົດບາດວຽກງານ ມະນຸດສະທໍາຂອງອົງການກາແດງ ແຫ່ງຊາດລາວ.

RkJQdWJsaXNoZXIy MTc3MTYxMQ==