lxx ]k; wfh Ia []k';a o,kf8t4ko dkomj v'mj P;vk-Po s]kpd;j k 20 ]k';a o ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 05.02.2026 ປີທີ 25 ສະບັບທີ 6.370ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j dkooe.-h ly fxj vo[a f.sh 4n d8h v'8k,]t[P[dkog]n vd8A ' c,j odPfla dlu 0v'z6 h ,u ly fg]n vd8A 'K ທ່ານ ນາງ ສວນສະຫວັນ ວິຍະເກດ (ຜູ້ທີ 2 ນັບຈາກຂວາຫາຊ້າຍ) -q ,g-u pdko1h P,1k,]a f4tdy f 16j lxx ]k; 0v'ltskpg]0kmy dko.spj 7tot[= ]y sko'kol6 odk'ra ddv,,6 oy fs;Pfok, ,v[{Ia [|h kmuj xtmkodv'xt-5 , ]a f4t,q o8u vk-Po ;j kfh ;p[a osk 1kgl[8y f c]t dv'xt-5 ,xyj ovh v, ທ່ານ ພັນເອກ ຈັນທອນ ເຮືອງຄໍາໄຊ (ຊ້າຍ) ທ່ານ ໄຊສົມພອນ ພົມວິຫານ vrl 4tcs]'zq oleg]a f lts]v'rtw8xy fq d]k; leg]a f/b dvq [Iq ,.sh z6 h Ia [lt\a dg]n vd8A ' ll-{ll0 grfpy ' 10 c0;'rkdg|n v xtmkoltrkcsj '-kf goA o.sh xt-k-q og]n vdgvq k ll-{ll0 muj ,u zq o'kofu gfaj o7q [,kf4kog'vow0 -u ;txts;a fsp= h 0v' ltskp 38 g]y , g]0kmy dko.spj 7tot[= ]y sko'kol6 odk'ra ddv,,6 oy fs;Pfok, F ອ່ານຕໍ່ໜ້າ 4່ າໍ່ ໜ້າ sq ;|h k7totrq ;ra o8j k'xtgmfl6 odk'ra d g0Q kv;prvom6 fs;Pfok, xt9e lxx ]k; ຂປລ. ບັນດາປະເທດສະມາຊິກ ອາຊຽນ ໄດ້ຮັບລາງວັນທັງໝົດ 211 ລາງວັນ ຊຶ່ງປະກອບມີ 4 ປະ ເພດລາງວັນມາດຕະຖານ ຄື: ລາງ ວັນມາດຕະຖານໂຮງແຮມຂຽວ ອາຊຽນ, ລາງວັນມາດຕະຖານ ເມືອງທ່ອງທ່ຽວສະອາດອາຊຽນ, ລາງວັນມາດຕະຖານສະຖານທີ່ຈັດ z6h lt\a dIa [g]n vd8A ' 8h v'dP,rh v,Iv[fh ko gIa f.sh dkog]n vd8A '[a o]5 gxQ k\kp F ອ່ານຕໍ່ໜ້າ 4່ າໍ່ ໜ້າ ຂປລ. ໃນໂອກາດເຂົ້າຮ່ວມຊຸດ ຝຶກອົບຮົມ ໃຫ້ຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ (ສສຂ) ຊຸດ ທີ V ເພື່ອກຽມຄວາມພ້ອມລົງສູ່ ສະໜາມການເລືອກຕັ້ງຕົວຈິງ ກໍຄື ການກະກຽມໂຄສະນາຫາສຽງໃນ ເວລາລົງພົບປະປະຊາຊົນຜູ້ມີສິດ ເລືອກຕັ້ງ ທີ່ຈັດຂຶ້ນໃນວັນທີ 2 ກຸມ ພາ 2026 ຢູ່ເມືອງວັງວຽງ ແຂວງ ວຽງຈັນ, ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງ ພັກ, ຮອງປະທານສະພາແຫ່ງຊາດ ໄດ້ມີຄຳເຫັນຊີ້ນຳ ໂດຍເນັ້ນໃຫ້ ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ທີ່ເປັນເພດຍິງ ຈາກສູນ ກາງ ແລະ 10 ແຂວງພາກເໜືອ ຕ້ອງກຽມຄວາມພ້ອມຮອບດ້ານ, ປະກອບຄວາມຮູ້-ທັກສະຕ່າງໆ ເພື່ອເຮັດໃຫ້ການເລືອກຕັ້ງປະສົບ ຜົນສໍາເລັດຕາມຄາດໝາຍທີ່ວາງ ໄວ້ ກໍຄື ໃຫ້ໄດ້ເພດຍິງທີ່ເປັນຕົວ ແທນພົນລະເມືອງລາວເຄິ່ງໜຶ່ງທີ່ ເປັນເພດຍິງ ໃຫ້ໄດ້ 30% ຂອງ ຈໍານວນ ສສຊ ທັງໝົດ 175 ທ່ານ ແລະ ສສຂ 745 ທ່ານ. ເພື່ອເຮັດໃຫ້ເພດຍິງ ທີ່ເປັນຜູ້ສະ ໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ໄດ້ຮັບຊາບເຖິງຄວາມສໍາຄັນ ຂອງບັ້ນເລືອກຕັ້ງ ແລະ ການກະ ກຽມໂຄສະນາຫາສຽງໃນເວລາລົງ ພົບປະປະຊາຊົນຜູ້ມີສິດເລືອກຕັ້ງ, ງານອາຊຽນ ແລະ ລາງວັນການ ທ່ອງທ່ຽວແບບຍືນຍົງອາຊຽນ ໃນງານມະຫະກໍາການທ່ອງທ່ຽວ ຂປລ. ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ (ສສຂ) ຊຸດທີ V ແມ່ນ ການນໍາໃຊ້ສິດປະຊາທິປະໄຕ ຂອງ ປະຊາຊົນລາວບັນດາເຜົ່າ ຕາມ ແນວທາງນະໂຍບາຍຂອງພັກ ເຂົ້າ ໃນການບູລະນະລັດ ປະຊາທິປະໄຕ ຂປລ. ສູນກາງອົງການພຸດທະ ສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ) ຖະແຫລງຜົນສຳເລັດການ ຈັດງານມະຫາກຸສົນຍິ່ງໃຫຍ່ລະດັບ ຊາດ ຄື: ບຸນສະຫລອງພະໄຕປິດົກ ລາວ, ພິທີຫົດສົງມະຫາເຖຣາພິ ເສກ ປະທານສູນກາງ ອພສ ອົງທີ 7, ຫົດສົງເຖຣາພິເສກ ຄະນະສົງ ທີ່ຈັດທໍາພະໄຕປີດົກລາວ ແລະ ສະຫລອງເປີດອາຄານສຳນັກງານ ປະທານສົງສູນກາງ ອພສ ຫລັງ ໃໝ່ ແມ່ນໄດ້ສຳເລັດລົງດ້ວຍຜົນ ສຳເລັດອັນຈົບງາມ. ພາຍຫລັງໄດ້ ດຳເນີນມາຕັ້ງແຕ່ວັນທີ 26 ຫາ 31 ມັງກອນ 2026. ໃນໂອກາດນີ້, ພະອາຈານໃຫຍ່ ຂປລ. ສະຫາຍ ບຸນເຫລືອ ພັນດານຸວົງ ກໍາມະການສູນກາງ ພັກ, ຫົວໜ້າຄະນະພົວພັນຕ່າງ ປະເທດສູນກາງພັກ ພ້ອມດ້ວຍ ປະຊາຊົນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ເປັນການນໍາໃຊ້ສິດຂອງ ພົນລະເມືອງ ຕາມທີ່ໄດ້ກໍານົດໄວ້ ໃນລັດຖະທໍາມະນູນ. ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງ ພັກ, ປະທານສະພາແຫ່ງຊາດ, ປະທານຄະນະກໍາມະການເລືອກ ຕັ້ງລະດັບຊາດ ໄດ້ໃຫ້ສໍາພາດຕໍ່ສື່ ມວນຊົນ ເມື່ອບໍ່ດົນມານີ້, ກ່ຽວກັບ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໂດຍທ່ານໄດ້ຍົກ ໃຫ້ເຫັນການຈັດຕັ້ງປະຕິບັດວຽກ ງານສ້າງ ແລະ ປັບປຸງກົດໝາຍ ຕະຫລອດໄລຍະ 5 ປີຜ່ານມາ ຂປລ. ຊຸດຝຶກອົບຮົມໃຫ້ຜູ້ສະ ໝັກຮັບເລືອກຕັ້ງສະມາຊິກສະພາ ແຫ່ງຊາດ(ສສຊ)ຊຸດທີXແລະສະ ມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ເພື່ອກຽມຄວາມ ພ້ອມລົງສູ່ສະໜາມການເລືອກຕັ້ງ ຕົວຈິງ ກໍຄື ການກະກຽມໂຄສະນາ ຫາສຽງ ໃນເວລາລົງພົບປະກັບ ປະຊາຊົນຜູ້ມີສິດເລືອກຕັ້ງ ໄດ້ປິດ ລົງດ້ວຍຜົນສຳເລັດ ພາຍຫລັງຈັດ ອະທິປະໄຕ ໄມຕີຈິດ ຮອງປະທານ ອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ຫົວໜ້າຫ້ອງການ ບໍລິຫານສູນກາງອພສໄດ້ຖະແຫລງ ຂ່າວ ກ່ຽວກັບຜົນສຳເລັດງານດັ່ງ ກ່າວ ໃນວັນທີ 3 ກຸມພາ 2026 ນີ້ ວ່າ: ງານມະຫາກຸສົນຍິ່ງໃຫຍ່ລະ ດັບຊາດ ໄດ້ເລີ່ມຕົ້ນຂຶ້ນໃນວັນທີ 26 ມັງກອນ ດ້ວຍພິທີແຫ່ພະໄຕ ປິດົກລາວ ຈາກສວນເຈົ້າຟ້າງຸ່ມ ສູ່ ເດີ່ນພະທາດຫລວງ ໂດຍມີຂະບວນ ລົດທີ່ປະດັບປະດາຢ່າງຈົບງາມ ລວມມີຂະບວນພະພຸດທະຮູບ ແລະ ພະໄຕປິດົກ 90 ຫົວ ຊຶ່ງໄດ້ສະ ທ້ອນໃຫ້ເຫັນເຖິງຄວາມສາມັກຄີ ຄະນະເຂົ້າອວຍພອນ ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດ ຖະທູດວິສາມັນຜູ້ມີອໍານາດເຕັມ ຂປລ. ກະຊວງສາທາລະນະສຸກ ຮ່ວມກັບກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ອົງການອະນາ ໄມໂລກ ຈັດກອງປະຊຸມໃຫ້ຂໍ້ມູນ ຂ່າວສານກ່ຽວກັບມົນລະພິດທາງ ອາກາດແລະຜົນກະທົບຕໍ່ສຸຂະພາບ ແກ່ສື່ມວນຊົນ ໃນວັນທີ 3 ກຸມພາ 2026. ທັງນີ້, ກໍເພື່ອນຳເອົາຂໍ້ມູນ ດັ່ງກ່າວ ໄປໂຄສະນາເຜີຍແຜ່ໃຫ້ ທຸກຄົນໃນສັງຄົມຮ່ວມມືກັນ ເພື່ອ Ij ;,,n da oxq dxh v'l5 0trk[9kddko gruj ,0B o0v',q o]try fmk'vkdkf ຫລຸດຜ່ອນມົນລະພິດທາງອາກາດ ແລະແນະນຳວິທີການປົກປ້ອງສຸຂະ ພາບຈາກຜົນກະທົບຂອງມົນລະພິດ ດັ່ງກ່າວ, ຄາດການວ່າມົນລະພິດ ທ່ານ ນາງ ສູນທອນ ໄຊຍະຈັກ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ຊື່ ແລະ ນາມສະກຸນ: ໂຕ ເລິມ ວັນທີ, ເດືອນ, ປີເກີດ: 10/7/1957 ທີ່ເກີດ: ຕາແສງເງ້ຍຈຸ, ເມືອງ ວັນຢາງ, ແຂວງຮຶງອຽນ. ລະດັບວິຊາສະເພາະ: ສຈ. ດຣ ດ້ານກົດໝາຍ ລະດັບທິດສະດີການເມືອງ: ຊັ້ນສູງ (ໂອກາດເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ ວັນທີ 5 ກຸມພາ 2026)ີ້ັິັີຸ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ ຈະເດີນທາງມາຢ້ຽມຢາມລັດຖະ ກິດຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 5-6 ກຸມພາ 2026 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆ ຂຶ້ນ.ການເດີນທາງມາຢ້ຽມຢາມທາງລັດຖະກິດຢູ່ສປປລາວຂອງສະຫາຍ ໂຕ ເລິມ ເລຂາທິການ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດ ນາມຄັ້ງນີ້ ແມ່ນການຢ້ຽມຢາມຄັ້ງທຳອິດ ໃນຖານະເປັນເລຂາທິການໃຫຍ່ ພັກກອມມູນິດຫວຽດນາມສະໄໝທີ XIV. F ອ່ານຕໍ່ໜ້າ 2່ າໍ່ ໜ້າ nj
@ 0j k; c]t gsfdko j 05/02/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ຊົມເຊີຍ...ົີ ພ້ອມກັນນັ້ນກໍແມ່ນການຕ້ອນຮັບແຂກການນໍາຂັ້ນສູງ ຄັ້ງທຳອິດຂອງພັກ, ລັດ ແລະ ປະຊາຊົນລາວ ພາຍຫລັງສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງ ປະເທດ ລາວ-ຫວຽດນາມ ແມ່ນສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດວຽກງານອັນພົ້ນ ເດັ່ນແມ່ນການພົວພັນຮ່ວມມືທາງດ້ານການເມືອງ ທີ່ສືບຕໍ່ມີຄວາມໄວ້ ເນື້ອເຊື່ອໃຈກັນໃນລະດັບສູງສຸດ; ວຽກງານການຕ່າງປະເທດ, ປ້ອງກັນ ຊາດ ແລະ ປ້ອງກັນຄວາມສະຫງົບ ສືບຕໍ່ເປັນເສົາຫລັກທີ່ໝັ້ນຄົງໃນການ ພົວພັນສອງຝ່າຍ; ມູນຄ່າການຄ້າສອງປະເທດ ມີການເຕີບໂຕໃນຕົວເລກ ທີ່ໜ້າເພິ່ງພໍໃຈ ແລະ ບັນດາໂຄງການຮ່ວມມືຍຸດທະສາດ ໄດ້ຮັບການ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ. ພິເສດ, ສອງຝ່າຍໄດ້ຢືນຢັນເພີ່ມພູນ ຄູນສ້າງ “ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ” ໃຫ້ນັບມື້ໄດ້ຮັບການ ຂະຫຍາຍຕົວຍິ່ງໆຂຶ້ນ. ໃນໄລຍະຜ່ານມາ, ສອງປະເທດ ລາວ-ຫວຽດນາມ ໄດ້ມີກົນໄກພົວພັນ ຮ່ວມມື ພາຍຫລັງສໍາເລັດກອງປະຊຸມໃຫຍ່ຂອງສອງພັກ ແມ່ນໄດ້ດຳເນີນ ການຢ້ຽມຢາມອວຍພອນເຊິ່ງກັນ ແລະ ກັນ ເພື່ອແຈ້ງຜົນສໍາເລັດກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຂອງແຕ່ລະປະເທດໃຫ້ກັນຮັບຊາບ. ສະເພາະປີ2026ນີ້, ການນໍາຂັ້ນສູງສຸດຂອງສອງປະເທດຈະໄດ້ພົບປະກັນ ເປັນຄັ້ງທີ 3 ຊຶ່ງເປັນການພົບປະກັນຫລາຍຄັ້ງໃນໄລຍະເວລາອັນສັ້ນ, ໄດ້ ສະທ້ອນໃຫ້ເຫັນວ່າການພົວພັນຮ່ວມມືຂອງສອງປະເທດແມ່ນພິເສດທີ່ສຸດ ມີໜຶ່ງແລ້ວບໍ່ມີສອງ ຫລື ບໍ່ຄືປະເທດໃດຢູ່ໃນໂລກ, ການພົບປະກັນແຕ່ລະ ຄັ້ງ ໄດ້ສ້າງຄວາມໃກ້ຊິດ, ຄວາມສາມັກຄີຮັກແພງທີ່ເລິກເຊິ່ງ ເຮັດໃຫ້ຄົນ ຮຸ່ນໃໝ່ ຮັບຮູ້ໄດ້ເຖິງສາຍພົວພັນທີ່ຫາໄດ້ຍາກລະຫວ່າງສອງປະເທດ ທີ່ມີ ປະຫວັດສາດອັນຍາວນານ.ປັດຈຸບັນ,ສອງປະເທດລາວ-ຫວຽດນາມຕ້ອງ ໄດ້ສືບຕໍ່ພ້ອມກັນພັດທະນາຂຶ້ນໄປເລື້ອຍໆ, ການຍົກລະດັບຮ່ວມມືຄູ່ຮ່ວມ ຍຸດທະສາດ ແມ່ນເນັ້ນໃສ່ການພັດທະນາ ເພື່ອໃຫ້ສົມຄູ່ກັບການພົວພັນ ແບບພິເສດຂອງສອງປະເທດ, ໃນໄລຍະຜ່ານມາ ການພົວພັນດ້ານການ ເມືອງ ແລະ ຄວາມໝັ້ນຄົງ ລະຫວ່າງສອງປະເທດ ລ້ວນແຕ່ໄດ້ຮັບຜົນສໍາ ເລັດເປັນຢ່າງດີ. ສ່ວນຂົງເຂດການພັດທະນາດ້ານເສດຖະກິດ-ສັງຄົມ ຈະ ສືບຕໍ່ພັດທະນາຢ່າງແຂງແຮງ ໃຫ້ສົມຄູ່ກັບທ່າແຮງບົ່ມຊ້ອນຂອງສອງ ປະເທດທີ່ມີ ໂດຍສະເພາະການຍົກລະດັບຄວາມເປັນຫຸ້ນສ່ວນຍຸດທະສາດ ຊຶ່ງມີຄວາມໝາຍເລິກເຊິ່ງ ແລະ ຮອບດ້ານ, ສອງປະເທດຕ້ອງໄດ້ເຊື່ອມ ສານ, ເຊື່ອມຈອດ ແລະ ເຊື່ອມໂຍງໃນຂົງເຂດຕ່າງໆ ເປັນຕົ້ນ ດ້ານຄົມມະ ນາຄົມ, ພະລັງງານ, ການຂົນສົ່ງ, ການຄ້າ, ການລົງທຶນ ແລະ ການທ່ອງ ທ່ຽວ ແນໃສ່ສູ້ຊົນໃຫ້ມູນຄ່າການຄ້າລະຫວ່າງສອງປະເທດ ບັນລຸຫລາຍ ກວ່າ 3 ຕື້ໂດລາສະຫະລັດ ໃນຊຸມປີຕໍ່ໜ້າ, ລວມເຖິງການພັດທະນາຊັບພະ ຍາກອນມະນຸດໃຫ້ມີຄຸນນະພາບ ເພື່ອຮອງຮັບໃຫ້ແກ່ການພົວພັນແບບ ພິເສດຂອງສອງປະເທດ. ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ທີ່ມີຄວາມດູດດື່ມເລິກເຊິ່ງແໜ້ນແຟ້ນ, ໝັ້ນຄົງ ແລະ ມີຊີວິດຊີວາ ທີ່ເຕັມໄປດ້ວຍຄວາມເຫລື້ອມໃສ ຫາສາຍພົວພັນໃດໃນ ໂລກນີ້ປຽບທຽບໄດ້ຍາກ ຊຶ່ງປະທານ ໂຮ່ຈີ່ມິງ ໄດ້ກັ່ນຕອງພັນລະນາສາຍ ພົວພັນ ລາວ-ຫວຽດນາມ ໃນບົດກະວີທີ່ມີຊື່ສຽງຂອງເພິ່ນວ່າ: “ຮັກຫອມ ກັນໝາຍໝັ້ນ ຫລາຍສັນພູກໍປີນໄຕ່ ຫລາຍນໍ້າໃຫຍ່ ແລະ ໂຄກຄ້ອຍຂວາງ ກັ້ນກໍດຸ່ງໄປ ສອງຊາດລາວ-ຫວຽດນາມ ໄດ້ຝັງຄວາມຮັກຢູ່ໃນໃຈ ຮົງຮ່າ ທັງແມ່ຂອງ ບໍ່ເລິກປຸນປານໄດ້”. ຊົມເຊີຍການຢ້ຽມຢາມລັດຖະຖະກິດ ຢູ່ ສປປ ລາວ ຂອງສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຢ່າງສຸດໃຈ! ຊີວະປະຫວັດ...ີັ ວັນເດືອນປີເຂົ້າເປັນສະມາຊິກພັກ: 22/8/1981 ປະຫວັດການເຄື່ອນໄຫວວຽກງານໂດຍຫຍໍ້ - 1974 - 1979: ຮຽນຢູ່ມະຫາວິທະຍາໄລຄວາມສະຫງົບປະຊາຊົນ (ປັດຈຸບັນແມ່ນສະຖາບັນຄວາມສະຫງົບປະຊາຊົນ). - 1979 - 2006 ພະນັກງານຢູ່ກົມໃຫຍ່ ປກສ, ກະຊວງຕຳຫລວດ, ຜ່ານບັນດາຕຳແໜ່ງ: ຮອງຫົວໜ້າພະແນກ, ຫົວໜ້າພະແນກ, ຮອງຫົວ ໜ້າກົມ, ຫົວໜ້າກົມ. - 2006 - 2009 ຮອງຫົວໜ້າກົມໃຫຍ່ ປກສ; ຮອງຫົວໜ້າກົມຮັບ ຜິດຊອບກົມໃຫຍ່ ປກສ I; ພົນຈັດຕະວາ (4/2007). -2009 - 8/2010 ຫົວໜ້າກົມໃຫຍ່ ປກສ ເລກ I. ພົນຕີ (7/2010). - 8/2010 - 1/2016 ຮອງລັດຖະມົນຕີ ກະຊວງຕຳຫລວດ, ກຳມະ ການສູນກາງພັກສະໄໝທີ XI (01/2011); ພົນໂທ (9/2014). 1/2016 - 4/2016 - ກຳມະການກົມການເມືອງສະໄໝທີ XII, ລັດຖະມົນຕີກະຊວງ ຕຳຫລວດ. - 4/2016 - 01/2024 ກໍາມະການກົມການເມືອງສະໄໝທີ XII, ລັດຖະມົນຕີກະຊວງຕຳຫລວດ; ພົນເອກ (01/2019); ຜູ້ແທນສະພາ ແຫ່ງຊາດສະໄໝ XIV. - 22/5/2024 ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. - 3/8/2024 ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມ ມູນິດຫວຽດນາມ ສະໄຫມທີ XIII. - 23/01/2026 - ປັດຈຸບັນ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIV. ອພສ... ຂອງປວງຊົນລາວບັນດາເຜົ່າ, ທີ່ ຮ່ວມກັນນຸ່ງຊຸດປະຈໍາເຜົ່າ ເດີນຂະ ບວນຢ່າງສະຫງ່າງາມ ເພື່ອນ້ອມ ຮັບເອົາພະທຳຄຳສອນອັນບໍລິສຸດ ຂອງພະສຳມາສຳພຸດທະເຈົ້າ ມາ ເປັນຄັງປັນຍາ ແລະ ຫລັກໄຊໃນ ການດຳເນີນຊີວິດ. ນັບແຕ່ວັນທີ 27-29 ມັງກອນ, ພຸດທະສາສະນິກະຊົນ ໄດ້ຮ່ວມກັນ ສູດສາທະຍາຍ ພະໄຕປິດົກລາວ ປະທານສະພາແຫ່ງຊາດ...່ ຂອງສະພາແຫ່ງຊາດ ຊຸດທີ IX ແລະ ການເຄື່ອນໄຫວຂອງສະພາ ແຫ່ງຊາດ ຊຸດທີ IX, ສະພາປະຊາ ຊົນຂັ້ນແຂວງ ຊຸດທີ IV ພ້ອມທັງ ເນັ້ນໃຫ້ປະຊາຊົນລາວບັນດາເຜົ່າ ຖືເອົາການເລືອກຕັ້ງ ສສຊ ແລະ ສສຂ ທີ່ຈະຈັດຂຶ້ນພ້ອມກັນໃນຂອບ ເຂດທົ່ວປະເທດ ໃນວັນທີ 22 ກຸມ ພາ 2026 ນີ້, ເປັນໜ້າທີ່ການເມືອງ ທີ່ສໍາຄັນ ທີ່ຈະຕ້ອງໄດ້ເອົາໃຈໃສ່ ເພື່ອເລືອກເອົາບຸກຄົນທີ່ມີຄວາມຮູ້ ຄວາມສາມາດ, ຄົບຕາມມາດຖານ ເງື່ອນໄຂ ເພື່ອເປັນຕົວແທນຂອງ ປະຊາຊົນ, ນຳເອົາຄຳຄິດເຫັນຂອງ ປະຊາຊົນ ໄປສະເໜີຕໍ່ພາກສ່ວນ ທີ່ກ່ຽວຂ້ອງ ເພື່ອກ້າວໄປສູ່ການ ປັບປຸງແກ້ໄຂບັນຫາປະກົດການ ຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ໃຫ້ເປັນ ຮູບປະທຳ. ທັງນີ້, ແນໃສ່ນໍາເອົາຜົນ ປະໂຫຍດມາສູ່ປະເທດຊາດ ກໍຄື ປະຊາຊົນລາວບັນດາເຜົ່າ. ສະນັ້ນ, ປະຊາຊົນລາວບັນດາເຜົ່າ ໃນຂອບ ເຂດທົ່ວປະເທດ ທີ່ມີອາຍຸຄົບ 18 ປີ ຂຶ້ນໄປ ໃຫ້ພ້ອມກັນໄປໃຊ້ສິດເລືອກ ຕັ້ງເອົາ ສສຊ ແລະ ສສຂ ຢ່າງພ້ອມ ພຽງຮຽງໜ້າ, ເຮັດໃຫ້ການເລືອກ ຕັ້ງ ໃນວັນທີ 22 ກຸມພາ 2026 ກາຍເປັນປາງບຸນໃຫຍ່ຂອງຊາດ ແລະ ສາມາດດໍາເນີນໄປຢ່າງເປັນ ຂະບວນຟົດຟື້ນ ເພື່ອເລືອກຕັ້ງເອົາ ຜູ້ແທນທີ່ດີເດັ່ນ ຄົບມາດຖານເງື່ອນ ໄຂ ແລະ ເຮັດໃຫ້ການເລືອກຕັ້ງຄັ້ງ ນີ້ ໄດ້ຮັບຜົນສໍາເລັດຕາມຄາດໝາຍ ທີ່ວາງໄວ້ ເພື່ອນໍາເອົາຜົນປະໂຫຍດ ມາສູ່ປະເທດຊາດ ກໍຄື ປະຊາຊົນ ລາວບັນດາເຜົ່າ. ພ້ອມນີ້, ທ່ານ ໄຊສົມພອນ ພົມວິຫານ ຍັງສະເໜີໃຫ້ຄະນະກໍາ ມະການເລືອກຕັ້ງທຸກຂັ້ນ, ອໍານາດ ການປົກຄອງທຸກຂັ້ນ ນໍາພາການ ປ່ອນບັດເລືອກຕັ້ງໃຫ້ຮັບປະກັນ ຄວາມໂປ່ງໃສ ແລະ ສໍາເລັດທັນ ຕາມກໍານົດເວລາຮ້ອຍສ່ວນຮ້ອຍ. ພ້ອມກັນນັ້ນ, ກໍໃຫ້ປະຊາຊົນລາວ ບັນດາເຜົ່າ ຈົ່ງຍົກສູງສະຕິລະວັງ ຕົວ, ພ້ອມກັນເປັນເຈົ້າການປະກອບ ສ່ວນເຂົ້າໃນການເຄື່ອນໄຫວວຽກ ງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ໃນວັນເລືອກຕັ້ງໃຫ້ຮັບ ປະກັນຄວາມສະຫງົບປອດໄພ. ພ້ອມນັ້ນ, ຜູ້ມີສິດເລືອກຕັ້ງ ກໍຕ້ອງ ຂີດໝາຍບັດລົງຄະແນນສຽງເລືອກ ຕັ້ງໃຫ້ຖືກຕ້ອງຕາມລະບຽບການ ເລືອກຕັ້ງຮ້ອຍສ່ວນຮ້ອຍ, ບໍ່ໃຫ້ ມີບັດຕາຍ ຈຶ່ງຈະເຮັດໃຫ້ທຸກຄະ ແນນສຽງ ໄດ້ເປັນສ່ວນປະກອບ ສໍາຄັນ ໃຫ້ແກ່ການບູລະນະລັດ ປະ ຊາທິປະໄຕ ປະຊາຊົນ ຢ່າງແທ້ຈິງ. ຂ່າວ: ທະນູທອງ ຫົວໜ້າ...ົ້ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວພ້ອມດ້ວຍພະນັກການສະຖານ ທູດ ໃນວັນທີ3ກຸມພາ2026 ເນື່ອງ ໃນໂອກາດວັນສ້າຕັ້ງພັກກອມມູ ນິດຫວຽດນາມ ຄົບຮອບ 96 ປີ (3/2/1930-3/2/2026). ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີ ລາຄາສູງ ຕໍ່ບັນດາຜົນສໍາເລັດອັນ ໃຫຍ່ຫລວງ ແລະ ຮອບດ້ານ ທີ່ປະ ຊາຊົນຫວຽດນາມອ້າຍນ້ອງ ຍາດ ມາໄດ້ພາຍໃຕ້ການນຳພາອັນຖືກ ຕ້ອງ ແລະ ສະຫລາດສ່ອງໃສຂອງ ພັກກອມມູນິດຫວຽດນາມ ຕະ ຫລອດໄລຍະ 96 ປີຜ່ານມາ ອັນໄດ້ ເຮັດໃຫ້ ສສ ຫວຽດນາມ ມີສະຖຽນ ລະພາບທາງດ້ານການເມືອງຢ່າງ ໜັກແໜ້ນ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ ມີຄວາມ ເຂັ້ມແຂງ, ເສດຖະກິດຂະຫຍາຍຕົວ ໃນລະດັບສູງຢ່າງຕໍ່ເນື່ອງ, ຊີວິດ ການເປັນຢູ່ຂອງປະຊາຊົນ ໄດ້ຮັບ ການຍົກສູງຂຶ້ນເປັນກ້າວໆ, ບົດ ບາດ ແລະ ອິດທິພົນຂອງພັກ, ລັດ ຫວຽດນາມນັບມື້ເພີ່ມທະວີແລະສູງ ເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາ ກົນ. ສະຫາຍບຸນເຫລືອພັນດານຸວົງ ໄດ້ສະແດງຄວາມພາກພູມໃຈເປັນ ຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວຫວຽດນາມ ສືບຕໍ່ໄດ້ຮັບການເສີມ ຂະຫຍາຍຢ່າງຕັ້ງໜ້າ, ນັບມື້ກ້າວ ເຂົ້າສູ່ລວງເລິກໃນທຸກຂົງເຂດວຽກ ງານ-ຂະແໜງການແລະໄດ້ນໍາເອົາ ຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນ ສອງຊາດ ລາວ ແລະ ຫວຽດນາມ. ໂອກາດນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ຕາງໜ້າໃຫ້ຄະນະ ພັກ, ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງ ພັກປະຊາຊົນປະຕິວັດລາວ ອວຍ ພອນໄຊອັນປະເສີດແລະຝາກຄວາມ ສາມັກຄີຮັກແພງຖານສະຫາຍອ້າຍ ນ້ອງ ທີ່ສະໜິດສະໜົມ ມາຍັງສະ ຫາຍທູດ ພ້ອມດ້ວຍຄອບຄົວ ແລະ ພະນັກງານສະຖານເອກອັກຄະລັດ ຖະທູດ ສສ ຫວຽດນາມ ປະຈໍາ ສປປລາວທຸກຖ້ວນໜ້າ ໃນໂອກາດ ບຸນປີໃໝ່ປະເພນີຂອງປະຊາຊົນ ຫວຽດນາມ ທີ່ຈະໝູນວຽນມາເຖິງ ອີກບໍ່ເທົ່າໃດວັນຂ້າງໜ້ານີ້. ໂອກາດດັ່ງກ່າວ, ສະຫາຍເອກ ອັກຄະລັດຖະທູດ ຫງວຽນ ມິງ ເຕີມ ກໍໄດ້ສະແດງຄວາມຂອບໃຈ ຕໍ່ ສະຫາຍ ບຸນເຫລືອ ພັນດານຸງວົງ ທີ່ໄດ້ນຳພາຄະນະ ມາອວຍພອນໃນ ຄັ້ງນີ້, ພ້ອມທັງຕີລາຄາສູງ ຕໍ່ການ ພົວພັນຮ່ວມມືພິເສດ ຫວຽດນາມລາວ ທີ່ຫາກໍໄດ້ຍົກຂຶ້ນສູ່ລະດັບສູງ ໃໝ່ ເປັນຫຸ້ນສ່ວນຍຸດທະສາດ ແລະ ນັບມື້ເຂົ້າສູ່ລວງເລິກ ຢ່າງບໍ່ຢຸດຢັ້ງ; ຊົມເຊີຍການປະສານສົມທົບຢ່າງ ແໜ້ນແຟ້ນ ລະຫວ່າງ ສະຖານທູດ ຫວຽດນາມ ແລະ ຄະນະພົວພັນ ຕ່າງປະເທດສູນກາງພັກ ປປ ລາວ ໃນການເປັນຂົວເຊື່ອມຕໍ່ ແລະ ການ ເປັນເສນາທິການໃຫ້ແກ່ສອງພັກ, ສອງລັດ ຫວຽດນາມ-ລາວ ໃນ ການເພີ່ມທະວີການພົວພັນຮ່ວມມື ສອງຝ່າຍ ໂດຍສະເພາະການປະ ກອບສ່ວນເຂົ້າໃນຜົນສໍາເລັດການ ຢ້ຽມຢາມລັດຖະກິດ ສສ ຫວຽດ ນາມ ຂອງສະຫາຍເລຂາທິການ ໃຫຍ່, ປະທານປະເທດ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຜູ້ແທນຂັ້ນສູງພັກ, ລັດ ສປປ ລາວ ໃນທ້າຍເດືອນຜ່ານມາ, ພ້ອມທັງໄດ້ ເອກະພາບກັນ ໃນການສຸມໃສ່ກະ ກຽມຄວາມພ້ອມຮອບດ້ານ ໃຫ້ແກ່ ການຢ້ຽມຢາມລັດຖະກິດ ສປປ ລາວ ຂອງສະຫາຍເລຂາທິການ ໃຫຍ່ ໂຕ ເລິມ ໃນຕໍ່ໜ້ານີ້, ອັນໄດ້ ເປັນການປະກອບສ່ວນເຂົ້າໃນ ການເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາ ມັກຄີແບບພິເສດ, ການຮ່ວມມືຮອບ ດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ. ສະຫາຍເອກອັກຄະລັດຖະທູດ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ ບັນດາຜົນສໍາເລັດຂອງປະຊາຊົນ ລາວ ພາຍໃຕ້ການນຳພາຂອງພັກ ປະຊາຊົນປະຕິວັດລາວ ທີ່ຍາດມາ ໄດ້ໃນການສ້າງສາພັດທະນາປະ ເທດຊາດ ໂດຍສະເພາະຜົນສໍາເລັດ ການດໍາເນີນກອງປະຊຸມໃຫຍ່ ຜູ້ ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ໃນ ຜ່ານມາ; ຍິນດີສືບຕໍ່ປະສານສົມທົບ ຢ່າງແໜ້ນແຟ້ນກັບຄະນະພົວພັນ ຕ່າງປະເທດສູນກາງພັກ ປປ ລາວ ໃນການຊຸກຍູ້ການຈັດຕັ້ງຜັນຂະ ຫຍາຍບັນດາຂໍ້ຕົກລົງຂອງການນໍາ ຂັ້ນສູງສອງພັກ, ສອງລັດ ຫວຽດ ນາມ-ລາວ ໃຫ້ບັນລຸຜົນຕາມ ຄາດໝາຍ ແລະ ມີປະສິດທິຜົນສູງ. ໃນໂອກາດດັ່ງກ່າວ, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ນໍາເອົາ ໂທລະເລກອວຍພອນ ວັນສ້າງຕັ້ງ ພັກກອມມູນິດຫວຽດນາມ ຄົບຮອບ 96 ປີ ໃນນາມຄະນະບໍລິຫານ ງານສູນກາງພັກ ປປ ລາວ ສົ່ງ ເຖິງຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ ແລະ ໂທລະເລກອວຍພອນຂອງຕົນ ສົ່ງ ເຖິງລັດຖະມົນຕີກະຊວງການຕ່າງ ປະເທດຫວຽດນາມ ໂດຍສົ່ງຜ່ານ ສະຫາຍທູດ ໃນໂອກາດດັ່ງກ່າວ. ພາບ: ອ່າຍຄຳ ຕະຫລອດທັງວັນ. ຈຸດເດັ່ນຂອງພິທີ ແມ່ນການປາຖະກະຖາທຳ ໃນຕອນ ຄ່ຳວັນທີ 29 ມັງກອນ ໂດຍພະ ອາຈານມະຫາອຸດອນອະນຸດຕະໂຣ ຫົວໜ້າຜູ້ຈັດທຳພະໄຕປິດົກລາວ ທີ່ ໄດ້ເນັ້ນໜັກເຖິງຄຸນຄ່າຂອງພະ ໄຕປິດົກ ໃນຖານະຮາກຖານທາງ ຈະລິຍະທຳ ແລະ ວັດທະນະທຳທີ່ ຫລໍ່ຫລອມຈິດໃຈຄົນລາວ ໃຫ້ມີ ຄວາມເມດຕາ ແລະ ສາມັກຄີ. ສ່ວນ ໃນວັນທີ 30 ກໍໄດ້ມີພິທີຫົດສົງເຖ ຣາພິເສກຖວາຍນາມມະຍົດແກ່ ພະສົງ13ອົງຊຶ່ງເປັນຄະນະຈັດທຳ ພະໄຕປິດົກລາວ ເພື່ອເປັນການ ຍົກຍ້ອງສັນເສີນຜົນງານອັນໃຫຍ່ ຫລວງ ໃນການຮຽບຮຽງຄຳສອນ. ພ້ອມນັ້ນ, ຍັງໄດ້ມີພິທີຍົກຍອດຊໍ່ ຟ້າອາຄານສຳນັກງານ ອພສ ຫລັງ ໃໝ່ ເພື່ອຄວາມເປັນສິຣິມຸງຄຸນ. ສ່ວນວັນທີ 31 ມັງກອນ ໄດ້ມີພິທີ ຫົດສົງມະຫາເຖຣາພິເສກ: ສະຖາ ປະນາ ພະອາຈານໃຫຍ່ ມະຫາເວດ ມະເສໄນ ຂຶ້ນດຳລົງຕຳແໜ່ງເປັນ ປະທານສູນກາງ ອົງການພຸດທະ ສາສະໜາສຳພັນແຫ່ງ ສປປ ລາວ ອົງທີ 7. ພະອາຈານໃຫຍ່ ໄດ້ຮັບຄຳ ຊົມເຊີຍຢ່າງສູງສົ່ງ ໃນຖານະຜູ້ນຳ ພາທີ່ມີສີລາຈາຣິວັດອັນງົດງາມ ແລະ ເປັນກຳລັງຫລັກໃນການສ້າງ ສາພັດທະນາວົງການສົງລາວ. ນອກຈາກນີ້, ຍັງໄດ້ເປີດອາຄານ ສຳນັກງານ ປະທານສົງສູນກາງ ຫລັງໃໝ່ ຢ່າງເປັນທາງການ. ຜົນສຳເລັດຂອງງານໃນຄັ້ງນີ້, ບໍ່ພຽງແຕ່ເປັນການສະຫລອງຜົນ ງານ ທາງດ້ານວັດຖຸ ແລະ ຄຳສອນ ເທົ່ານັ້ນ, ແຕ່ແມ່ນການຢືນຢັນເຖິງ ຄວາມເຂັ້ມແຂງ ຂອງພະພຸດທະ ສາສະໜາໃນລາວ ທີ່ເປັນທີ່ເພິ່ງ ທາງຈິດໃຈ ແລະ ເປັນຄັງປັນຍາຄູ່ ກັບຊາດລາວຕະຫລອດໄປ. ຂ່າວ: ກິດຕາ, ພາບ: ເກດສະໜາ ທາງອາກາດຈະເພີ່ມຂຶ້ນສູງໃນ ໄລຍະເດືອນມີນາ ຫາ ເມສາ. ທ່ານ ນາງ ເຕືອນຈິດ ອາລຸນ ລາສີ ຮອງຫົວໜ້າສະຖາບັນນິເວດ ວິທະຍາແລະ ເຕັກໂນໂລຊີຊີວະພາບ ກະຊວງກະສິກຳ ແລະ ສິ່ງແວດ ລ້ອມ ໄດ້ໃຫ້ຮູ້ວ່າ: ມົນລະພິດທາງ ອາກາດ ແມ່ນປັດໄຈສ່ຽງດ້ານສິ່ງ ແວດລ້ອມທີ່ຮ້າຍແຮງທີ່ສຸດຕໍ່ສຸຂະ ພາບໃນທົ່ວໂລກ, ມົນລະພິດທາງ ອາກາດນອກອາຄານເປັນສາເຫດ ໃຫ້ປະຊາຊົນ ປະມານ 4,2 ລ້ານ ຄົນ ເສຍຊີວິດກ່ອນໄວອັນຄວນ ໃນປີ 2019 ຈາກການສຳຜັດມົນ ລະພິດທາງອາກາດ ໂດຍສະເພາະ ຝຸ່ນລະອອງຂະໜາດນ້ອຍ 2,5 (PM2,5). ໃນ ສປປ ລາວ ແຫລ່ງ ກຳເນີດຂອງມົນລະພິດອາກາດ ແມ່ນມາຈາກການຈູດ-ເຜົາ ເພື່ອ ການກະສິກຳ, ການຈູດຂີ້ເຫຍື້ອ ຈາກຄົວເຮືອນ ແລະ ອຸດສາຫະກຳ, ໄຟໄໝ້ປ່າ ແລະ ການປ່ອຍມົນລະ ພິດຈາກຍານພາຫະນະຕ່າງໆ. ມົນລະພິດອາກາດປະກອບດ້ວຍ ຝຸ່ນລະອອງຂະໜາດນ້ອຍ ແລະ ສານເຄມີ, ຄວາມຮ້າຍແຮງຂອງ ມົນລະພິດອາກາດ ແມ່ນຖືກລາຍ ງານດ້ວຍດັດຊະນີຄຸນນະພາບອາ ກາດ (AQI) ຊຶ່ງເປັນລະບົບການ ຈັດລະດັບທີ່ບົ່ງຊີ້ໃຫ້ເຫັນເຖິງລະ ດັບຄວາມເຂັ້ມຂຸ້ນຂອງມົນລະພິດ ອາກາດ ລວມທັງ PM 2,5 ຊຶ່ງ ຮ່ວມມືກັນ...່ືັ ເປັນຝຸ່ນລະອອງຂະໜາດນ້ອຍປະ ເພດໜຶ່ງທີ່ອັນຕະລາຍ ແລະ ສົ່ງ ຜົນກະທົບຕໍ່ສຸຂະພາບຫລາຍທີ່ສຸດ. ມົນລະພິດທາງອາກາດ ສົ່ງຜົນ ກະທົບຕໍ່ສຸຂະພາບຂອງແຕ່ລະຄົນ ຫລາຍໜ້ອຍຕ່າງກັນ ຊຶ່ງກຸ່ມທີ່ມີ ຄວາມສ່ຽງສູງແມ່ນເດັກນ້ອຍ, ຜູ້ ອາຍຸສູງ, ແມ່ຍິງຖືພາ, ເດັກທີ່ຢູ່ໃນ ທ້ອງ ແລະ ຜູ້ທີ່ມີພະຍາດປະຈຳຕົວ ອື່ນໆເຊັ່ນ: ພະຍາດປອດຊໍາເຮື້ອ (COPD), ພູມແພ້ທາງເດີນຫາຍ ໃຈ, ຄວາມດັນເລືອດສູງ, ພະຍາດ ເບົາຫວານ ແລະ ພະຍາດອ້ວນ. ພ້ອມນີ້, ຜູ້ທີ່ອາໄສ ຫລື ເຮັດວຽກ ຢູ່ໃນເຂດທີ່ມີມົນລະພິດຢູ່ລະດັບ ຄວາມເຂັ້ມຂຸ້ນສູງຢ່າງຕໍ່ເນື່ອງ ອາດໄດ້ຮັບຜົນກະທົບຕໍ່ສຸຂະພາບ ຮ້າຍແຮງ (ຜົນກະທົບໄລຍະສັ້ນ: ການໄດ້ຮັບມົນລະພິດທາງອາກາດ ເຮັດໃຫ້ມີອາການເຄືອງຕາ, ດັງ, ຄໍ ແລະ ປອດ, ໄອ, ຈາມ, ນ້ຳມູກໄຫລ, ຫາຍໃຈຍາກ ແລະ ສາມາດເຮັດໃຫ້ ອາການຂອງພະຍາດປະຈຳຕົວ ຮ້າຍແຮງຂຶ້ນ ເປັນຕົ້ນພະຍາດຫອບ ຫືດ. ສ່ວນຜົນກະທົບໄລຍະຍາວ, ການສຳຜັດກັບຝຸ່ນລະອອງຂະ ໜາດນ້ອຍ ໂດຍສະເພາະຝຸ່ນ PM 2,5 ສາມາດເພີ່ມຄວາມສ່ຽງຕໍ່ ກັບພະຍາດເສັ້ນເລືອດສະໝອງຕີບ ຫລື ແຕກ, ພະຍາດຫົວໃຈ, ມະເຮັງ ປອດ, ພະຍາດທາງເດີນຫາຍໃຈຊໍ້າ ເຮື້ອ ແລະ ກະທັນຫັນ ຊຶ່ງຜົນກະທົບ ຈາກການສຳຜັດມົນລະພິດນີ້ ຈະ ສະສົມໄປຕະຫລອດຊີວິດ. ສຳລັບ ມາດຕະການເພື່ອປ້ອງ ກັນສຸຂະພາບຈາກການເພີ່ມຂຶ້ນ ຂອງມົນລະພິດທາງອາກາດ ທີ່ສຳ ຄັນທີ່ສຸດ ແມ່ນການຫລຸດຜ່ອນ ການປ່ອຍມົນລະພິດທາງອາກາດ ຈາກແຫລ່ງກຳເນີດຂອງມັນ ເຊັ່ນ: ການຫລຸດຜ່ອນການຈູດ-ເຜົາຂີ້ ເຫຍື້ອຄົວເຮືອນ, ຫລຸດຜ່ອນການ ນຳໃຊ້ພາຫະນະ ແລະ ບຳລຸງຮັກສາ ພາຫະນະຢ່າງເໝາະສົມ. ສ່ວນກະ ສິກອນ ກໍໃຫ້ຫລຸດຜ່ອນການຈູດເຜົາເພື່ອການກະສິກຳ ແລະ ນຳໃຊ້ ວິທີການຈັດການຄຸ້ມຄອງດິນ ແລະ ສິ່ງເສດເຫລືອແບບທາງເລືອກ. ສິ່ງ ທີ່ສຳຄັນປະຊາຊົນຕ້ອງມີຄວາມ ເຂົ້າໃຈ ແລະ ຕິດຕາມລະດັບມົນ ລະພິດທາງອາກາດຢູ່ໃນພື້ນທີ່ຂອງ ຕົນ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດ ມາດຕະການປ້ອງກັນຕົນເອງເມື່ອ ເວລາຈຳເປັນ. ນອກນີ້, ກໍແນະນຳ ໃຫ້ປະຊາຊົນຊອກຫາຂໍ້ມູນຄຸນນະ ພາບອາກາດ ແລະ ມາດຕະການ ປ້ອງກັນຈາກແຫລ່ງຂໍ້ມູນທີ່ເປັນ ທາງການ ເຊັ່ນ: ເຟສບຸກຂອງ ກະຊວງສາທາລະນະສຸກ ແລະ ສື່ທີ່ ເປັນທາງການ ຊຶ່ງມີການລາຍງານ ຂໍ້ມູນທີ່ຖືກຕ້ອງ ແລະ ເຊື່ອຖືໄດ້, ພ້ອມທັງແນະນຳໃຫ້ຕິດຕາມລະດັບ ຄຸນນະພາບອາກາດ ແລະ ບໍລິໂພກ ຂໍ້ມູນຈາກແຫລ່ງທີ່ເຊື່ອຖືໄດ້ ເພື່ອ ຊ່ວຍໃຫ້ຊຸມຊົນ ແລະ ສັງຄົມໄດ້ ຮັບຂໍ້ມູນທີ່ຖືກຕ້ອງ ແລະ ສາມາດ ປົກປ້ອງສຸຂະພາບຂອງຕົນໄດ້ຢ່າງ ມີປະສິດທິພາບ. ທ່ານ ດຣ ນາງ ວຽງຂັນ ພິໄຊ ຮອງຫົວໜ້າກົມອະນາໄມ ແລະ ສົ່ງ ເສີມສຸຂະພາບ, ກະຊວງສາທາລະ ນະສຸກ ໄດ້ກ່າວວ່າ: ການປົກປ້ອງ ສຸຂະພາບຂອງປະຊາຊົນ ຕ້ອງໄດ້ ອາໄສການຮ່ວມມືຈາກທຸກພາກ ສ່ວນ ໂດຍການຫລຸດຜ່ອນການ ປ່ອຍທາດອາຍພິດ ແລະ ໃຊ້ມາດຕະ ການປ້ອງກັນຕົນເອງ ຊຶ່ງຈະເຮັດ ໃຫ້ພວກເຮົາສາມາດຫລຸດຜ່ອນ ຄວາມສ່ຽງຕໍ່ສຸຂະພາບ ໂດຍສະ ເພາະສຳລັບກຸ່ມຄົນທີ່ມີຄວາມສ່ຽງ ສູງ. ສະນັ້ນ, ເພື່ອໃຫ້ປະຊາຊົນສາ ມາດປົກປ້ອງຕົນເອງຈາກຜົນກະ ທົບຂອງມົນລະພິດທາງອາກາດ ໄດ້ດີຂຶ້ນ, ລັດຖະບານ ໄດ້ອອກຄຳ ແນະນຳກ່ຽວກັບມາດຕະການຕ່າງໆ ສຳລັບແຕ່ລະລະດັບມົນລະພິດທາງ ອາກາດ ເຊັ່ນ: ແນະນຳໃຫ້ໃສ່ຜ້າ ອັດປາກ-ດັງ ທີ່ມີປະສິດທິພາບ ປ້ອງກັນຝຸ່ນລະອອງຂະໜາດນ້ອຍ, ການໃຊ້ເຄື່ອງຟອກອາກາດ, ຄຳ ແນະນຳໃນການຫລີກເວັ້ນການສຳ ຜັດມົນລະພິດທາງອາກາດ ແລະ ຫລີກລ່ຽງເຂດ ຫລື ກິດຈະກຳທີ່ ກໍ່ໃຫ້ເກີດມົນລະພິດທາງອາກາດ ແລະ ຈັດຕັ້ງປະຕິບັດມາດຕະການ ອື່ນໆ ຕາມການແນະນຳຂອງອົງ ການອະນາໄມໂລກ. ພາບ: ເກດສະໜາ
RkJQdWJsaXNoZXIy MTc3MTYxMQ==