ໂດຍ: ຊິບປະໄຊ ຂປລ. ວຽກງານແນວຄິດເປັນ ວຽກງານທີີ່ສໍາຄັນຢູ່ແຖວໜ້າຂອງ ທຸກວຽກງານ, ເປັນປັດໄຈທີີ່ມີ ບົດບາດກະຕຸກຊຸກຍູ້ ແລະ ສ້າງ ຄວາມເປັນເອກະພາບສູງໃນຖັນ ແຖວສະມາຊິກພັກ, ພະນັກງານລັດຖະກອນ, ທະຫານ, ຕໍາຫລວດ, ນັກຮຽນຮູ້ປັນຍາຊົນ, ຜູ້ປະກອບ ການ ແລະ ປະຊາຊົນລາວບັນດາ ເຜົົ່າ ເພື່ອເຮັດສໍາເລັດໜ້າທີ່ວຽກ ງານໃນທຸກສະຖານະການ. ການ ເລືອກຕັັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາ ປະຊາຊົນຂັັ້ນແຂວງ (ສສຂ) ຊຸດ ທີ V ນີ້ ເປັນໜ້າທີີ່ ແລະ ຄວາມ ຮັບຜິດຊອບລວມຂອງທຸກພາກ ສ່ວນໃນລະບົບການເມືອງປະຊາ ທິປະໄຕປະຊາຊົນ ແລະ ພົນລະ ເມືອງລາວທຸກຄົນ ຊຶ່ງຮຽກຮ້ອງໃຫ້ ຄະນະພັກ ແລະ ຄະນະກໍາມະການ ເລືອກຕັັ້ງທຸກຂັັ້ນຕ້ອງເພີີ່ມທະວີວຽກ ງານນໍາພາແນວຄິດຕິດພັນກັບການ ເສີມຂະຫຍາຍສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົົ່າເພື່ອ ເຮັດໃຫ້ການເລືອກຕັັ້ງບັນລຸຜົນສໍາ ເລັດຕາມຈຸດປະສົງ ແລະ ລະດັບ ຄາດໝາຍທີ່ວາງໄວ້. ການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ຊຸດທີ X ແລະ ສະພາ ປະຊາຊົນຂັັ້ນແຂວງ ຊຸດທີ V ແມ່ນ ດໍາເນີນຢູ່ໃນທາມກາງບັນຍາກາດ ທີີ່ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງພວກ ເຮົາມີທັງຂໍ້ສະດວກ, ສິ່ງອໍານວຍ ແລະ ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ທົດສອບຫລາຍຢູ່າງເລັ່ງທວງໃຫ້ ອົງຄະນະພັກທຸກຂັັ້ນ ແລະ ຄະນະ ກໍາມະການເລືອກຕັັ້ງຕ້ອງເອົາໃຈ ໃສ່ນໍາພາແນວຄິດ ຊຶ່ງສະແດງອອກ ດ້ານດີເຊັ່ນ: ປະເທດຊາດຂອງພວກ ເຮົາໄດ້ຮັບການພັດທະນາມາເປັນ ເວລາ 50 ປີ ຊຶ່ງໄດ້ສ້າງພື້ນຖານ ຫລາຍຢ່າງໃຫ້ແກ່ການພັດທະນາ ປະເທດຊາດໃນໄລຍະຕໍ່ໄປເປັນ ຕົ້ນປະເທດຊາດໄດ້ມີຄວາມເປັນ ເອກະລາດ, ມີອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຢູ່າງ ໝັັ້ນຄົງຕະຫອດມາ; ພາຍໃນຊາດ ມີຄວາມເປັນເອກະພາບ, ປະຊາຊົນ ລາວບັນດາເຜົົ່າມີຄວາມສາມັກຄີ ປອງດອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍ ພື້ນຖານ; ພື້ນຖານເສດຖະກິດ, ວັດທະນະທໍາ-ສັງຄົມ ໄດ້ຮັບການ ພັດທະນາ ແລະ ມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງເປັນຕົ້ນພື້ນຖານ ໂຄງລ່າງທາງດ້ານຄົມມະນາຄົມ ທີີ່ບໍ່ເຄີຍມີມາໄດ້ຮັບການກໍ່ສ້າງຂຶ້ນ ຄື: ທາງລົດໄຟລາວ-ຈີນ, ຂົວຂ້າມ ແມ່ນ້ຳຂອງ 7 ແຫ່ງ, ທາງດ່ວນ, ເດີ່ນບິນ ແລະ ການຂົນສົົ່ງທາງ ອາກາດ, ທ່າເຮືອທາງທະເລ (ຫວູ້ງ ອານ) ແລະ ອື່ນໆ ເຮັດໃຫ້ປະເທດ ລາວ ຈາກເປັນປະເທດທີີ່ບໍ່ມີທາງ ອອກສູ່ທະເລກາຍເປັນປະເທດທີີ່ ເຊື່ອມຈອດກັບບັນດາປະເທດພາກ ພື້ນ ແລະ ໃນໂລກ; ໂດຍໄດ້ມີພັກ ປະຊາຊົນປະຕິວັດລາວນໍາພາ, ມີ ແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການທີ່ຖືກຕ້ອງ, ມີລັດຖະ ທໍາມະນູນ ແລະ ກົດໝາຍ (ຈໍານວນ 176 ສະບັບ) ເປັນປັດໄຈພື້ນຖານ ຮັບປະກັນໃຫ້ແກ່ການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໄປສູ່ ຄວາມຈະເລີນກ້າວໜ້າ. ລະບົບການ ເມືອງປະຊາທິປະໄຕ ປະຊາຊົນລາວ ແຕ່ສູນນກາງລົງຮອດຮາກຖານ ໄດ້ຮັບການປັບປຸງໃຫ້ມີຄວາມໜັກ ແໜ້ນເຂັັ້ມແຂງເທື່ອລະກ້າວເຊັ່ນ: ພັກປະຊາຊົນປະຕິວັດລາວ, ລັດປະ ຊາທິປະໄຕ ປະຊາຊົນລາວ, ແນວ ລາວສ້າງຊາດ, ສະຫະພັນນັກຮົບ ເກົົ່າລາວ, ສະຫະພັນແມ່ຍິງລາວ, ສະຫະພັນກໍາມະບານລາວ, ຄະນະ ຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ມີການຈັດຕັ້ງທາງສັງຄົມ; ພ້ອມນີ້ ຍັງໄດ້ຮັບການສະໜັບສະ ໜູນ, ຊ່ວຍເຫລືອຢ່າງໃຫຍ່ຫລວງ ຈາກບັນດາປະເທດໃນພາກພຶື້ນ ແລະ ໃນໂລກ, ບົດບາດອິດທິພົນ ຂອງປະເທດຊາດລາວ ໄດ້ຮັບການ ເຊີດຊູນັບມື້ນັບສູງຂຶ້ນໃນເວທີພາກ ພຶ້ນ ແລະ ສາກົນ. ຄຽງຄູ່ກັບຜົນສໍາເລັດດັ່ງກ່າວ, ຍັງມີຂໍ້ຫຍຸ້ງຍາກຈໍານວນໜຶ່ງທີ່ ບໍ່ສາມາດປາສະຈາກໄດ້ເປັນຕົ້ນ ປັດຈຸບັນເຫັນໄດ້ຢ່າງຊັດເຈນ ສະພາບການຂອງໂລກ ແລະ ພາກ ພື້ນມີການຜັນແປຢ່າງສັບສົນ, ຄາດຄະເນໄດ້ຍາກ ຊຶ່ງມີທັງໂອ ກາດ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ, ສິີ່ງທ້າທາຍທີ່ສົົ່ງຜົນກະທົບທາງ ດ້ານບວກ ແລະ ທາງດ້ານລົບຕໍ່ ທຸກປະເທດໃນໂລກ ກໍຄື ຕໍ່ປະເທດ ເຮົາ; ສະພາບເສດຖະກິດ-ການເງິນ ຂອງປະເທດເຮົາພວມຜະເຊີນກັບ ຄວາມຫຍຸ້ງຍາກຫລາຍຢ່າງເຊັ່ນ: ເງິນເຟີ້, ໜີ້ສິນ , ລາຄາສິນຄ້າແພງ, ຄ່າຄອງຊີບສູງ ແລະ ອື່ນໆ, ເຮັດໃຫ້ ຊີວິດການເປັນຢູ່ຂອງພະນັກງານລັດຖະກອນ, ທະຫານ, ຕໍາຫລວດ, ນັກຮຽນຮູ້ປັນຍາຊົນ, ຜູ້ປະກອບ ການ ແລະ ປະຊາຊົນລາວບັນດາ ເຜົົ່າທົົ່ວປະເທດພົບຄວາມຫຍຸ້ງ ຍາກ; ສະພາບຢາເສບຕິດ ແລະ ປະກົດການຫຍໍ້ທໍ້ໃນສັງຄົມພວມ ແຜ່ລະບາດກະທົບເຖິງຄວາມສະ ຫງົບສຸກ ແລະ ການດໍາລົງຊີວິດ ຂອງປະຊາຊົນລາວບັນດາເຜົົ່າ; ເສັັ້ນທາງຄົມມະນາຄົມລະຫວ່າງ ນະຄອນຫລວງຫາແຂວງ, ແຂວງ ຫາແຂວງ, ແຂວງຫາເມືອງ, ເມືອງ ຫາບ້ານຢູ່ໃນຫລາຍທ້ອງຖິ່ນເປ່ເພ ໜັກຍ້ອນຖືກໄພທໍາມະຊາດ ແລະ ການຄຸ້ມຄອງການຂົນສົົ່ງບໍ່ເຂັັ້ມ ງວດ, ເດັດຂາດ ຊຶ່ງຜົນກະທົບຮ້າຍ ແຮງເຖິງການດໍາລົງຊີວິດແລະການ ໄປມາຫາສູ່ຂອງປະຊາຊົນລາວບັນ ດາເຜົ່າ; ສະພາບການນໍາໃຊ້ສື່ສັງ ຄົມອອນລາຍສວຍໃຊ້ຈຸດອ່ອນ, ຊ່ອງ ວ່າງຂອງພວກຄົນບໍ່ດີ ແລະ ອິດທິ ກໍາລັງປໍລະປັກ ເພື່ອໂຄສະນາແບ່ງ ແຍກ, ປັ່ນປ່ວນ, ໃສ່ຮ້າຍປ້າຍສີ, ກ່າວໂຈມຕີລະບອບການເມືອງ, ການນໍາພາຂອງພັກ-ລັດນັບມື້ຫລາຍ ຂຶ້ນ ຊຶ່ງພວກເຮົາຍັງບໍ່ທັນສາມາດ ຄຸ້ມຄອງ, ແກ້ໄຂ ແລະ ຕອບໂຕ້ໄດ້ ຢ່າງທັນການ. ຮົບ, ພ້ອມກັນເອົາຊະນະ, ນໍ້າໃຈ ສາມັກຄີສູ້ຮົບ ແລະ ນໍ້າໃຈມິດຕະ ພາບຖານອ້າຍນ້ອງລະຫວ່າງປະຊາ ຊົນສອງປະເທດພວກເຮົາໄດ້ຮັບການ ຫລໍ່ຫລອມຈາກການຕໍ່ສູ້ແມ່ນປັດໄຈ ແຫ່ງໄຊຊະນະຂອງພາລະກິດຕໍ່ສູ້ກູ້ ຊາດ, ແມ່ນພື້ນຖານອັນໝັ້ນແກ່ນໃຫ້ ແກ່ການພົວພັນຮ່ວມມືຍາວນານ ເພື່ອ ສ້າງສາປະເທດຊາດ ຕາມຈຸດໝາຍ ທີ່ພັກໄດ້ກໍານົດໄວ້. ລາວ ແລະ ຫວຽດນາມ ຜູກພັນ ສະໜິດແໜ້ນຕໍ່ກັນຍ້ອນວ່າຮ່ວມຊາ ຕາກໍາປະຫວັດສາດ, ນັບແຕ່ທ້າຍ ສະຕະວັດ 19 ເປັນຕົ້ນມາ, ສອງ ຊາດໄດ້ພ້ອມກັນດໍາເນີນການຕໍ່ສູ້ ຕ້ານສັດຕູໂຕດຽວກັນຄື ພວກລ່າ ເມືອງຂຶ້ນຝຣັ່ງ, ຟາດຊິດຍີ່ປຸ່ນ ແລະ ຈັກກະພັດອາເມລິກາ ເພື່ອກອບກູ້ ແລະ ປົກປັກຮັກສາປະເທດຊາດ ໂດຍສະເພາະແມ່ນການຕໍ່ສູ້ກັບຈັກ ກະພັດຜູ້ຮຸກຮານທີ່ໂຫດຫ້ຽມທີ່ສຸດ ຂອງຍຸກສະໄໝ, ສອງຊາດໄດ້ຮ່ວມ ສໍາພັນສູ້ຮົບຄຽງບ່າຄຽງໄຫລ່ກັນ ເພື່ອຕີເອົາຊະນະສັດຕູເທື່ອລະກ້າວ, ຕີຖອຍທຸກພາກສ່ວນ, ທຸກກົນອຸບາຍ ຂອງພວກສັດຕູ, ກ້າວຂຶ້ນຍາດເອົາ ໄຊຊະນະອັນຍິ່ງໃຫຍ່, ປະຫວັດສາດ ໄດ້ຜູກແໜ້ນຊາຕາກໍາຂອງສອງ ຊາດ ໃນການຕໍ່ສູ້ສັດຕູໂຕດຽວກັນ ແລະ ໄດ້ວາງຈຸດປະສົງເປົ້າໝາຍ ລວມຂອງສອງຊາດ. ດັ່ງນັ້ນ, ສອງ ປະເທດໄດ້ພ້ອມກັນສູ້ຮົບ ແລະ ພ້ອມກັນຍາດເອົາໄຊຊະນະນັ້ນ ແມ່ນການສະແດງອອກຂອງຄວາມ ສາມັກຄີ, ນໍ້າໃຈມິດຕະພາບທີ່ມີປະ ສິດທິຜົນຂອງການປະຕິວັດສອງ ປະເທດ ລາວ-ຫວຽດນາມ. ໃນໄລ ຍະການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນ ແບບໃໝ່ໂດຍສະເພາະໃນຊຸມປີ 1959-1960 ຜູ້ນໍາຂອງສອງປະ ເທດໄດ້ຮ່ວມກັນວາງແນວທາງ ຍຸດທະສາດ, ຍຸດໂທບາຍ ແລະ ວິທີ ປະຕິວັດ ເພື່ອຕີເອົາຊະນະຈັກກະພັດ ຜູ້ຮຸກຮານ, ໃນເວລາດຽວກັນນັ້ນ ປະທານ ໂຮ່ຈີ່ມິງ ໄດ້ຢັ້ງຢືນໃຫ້ເຫັນ ວ່າ: ສາຍພົວພັນລະຫວ່າງສອງ ພັກທີ່ມີອຸດົມການກອມມູນິດອັນ ດຽວກັນລະຫວ່າງສອງປະເທດສັງ ຄົມນິຍົມນໍາກັນແລ້ວ, ຍັງມີສາຍ ພົວພັນອັນສະໜິດສະໜົມແບບເປັນ ກັນເອງ ເຊິ່ງບໍ່ຄືປະເທດຕ່າງໆໃນ ໂລກ, ພ້ອມກັນນີ້ເພິ່ນຍັງໄດ້ເວົ້າວ່າ “ພວກເຮົາຕ້ອງເວົ້າວ່າ”, “ສາຍ ພົວພັນພິເສດ” ຈຶ່ງຈະຖືກຕ້ອງ, ເປັນສິ່ງທີ່ຈະແຈ້ງແລ້ວວ່າສາຍພົວ ພັນ, ຄວາມສາມັກຄີພິເສດ, ການ ຮ່ວມມືຮອບດ້ານລະຫວ່າງ ລາວຫວຽດນາມ ບໍ່ແມ່ນເກີດຂຶ້ນເອງ, ແຕ່ຫາກເກີດຂຶ້ນໃນຂະບວນວິວັດ ອັນຍາວໄກ ບົນເສັ້ນທາງແຫ່ງການ ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມລິກາ ທີ່ເຕັມ ໄປດ້ວຍການເສຍສະລະທັງຊີວິດ ແລະ ເລືອດເນື້ອລະຫວ່າງກອງທັບ ແລະ ປະຊາຊົນຂອງສອງຊາດ. gruj ,mt;u lkprq ;ra oIj ;,,n c[[ry glf ]k;{s;Pfok, .sh pn opq '8ts]vfdk]toko gru j ,mt;u dkooerkco;7y f glu ,0tspkply fxt-kmy xtw8 0v'xt-k-q o]k;[a ofkgzq j k grn j vdkog]n vd8A ' ll-{ll0 05/02/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ພາບປະກອບ ບົດສະເໜີົີ ly f c]t |h kmuj 0v'ltrkxt-k-q o0A oc0;' ຂປລ. ໜັງສືພິມປະເທດລາວ ສະບັບກ່ອນໄດ້ນຳສະເໜີກ່ຽວກັບ ທີ່ຕັັ້ງ ແລະ ພາລະບົດບາດຂອງ ສະພາປະຊາຊົນຂັ້ນແຂວງໄປ ແລ້ວ, ມາສະບັບນີ້ຂໍສືບຕໍ່ນຳສະເໜີ ກ່ຽວກັບສິດ ແລະ ໜ້າທີ່ຂອງສະພາ ປະຊາຊົນຂັ້ນແຂວງ ດັ່ງຄຳຖາມ ລຸ່ມນີ້: ຄໍາຖາມ 5: ສະມາຊິກສະພາໍິ ປະຊາຊົນຂັ້ນແຂວງ ມີສິດ ແລະ ົັ້ີິ ໜ້າທີ່ແນວໃດ? ້ີ່ ຕອບ: ສະມາຊິກສະພາປະຊາ *ສາຍພົວພັນລາວ-ຫວຽດນາມ, ຫວຽດນາມ-ລາວ ແມ່ນໄດ້ມີມາແຕ່ ດົນນາມ ຊຶ່ງໄດ້ຮັບການສ້າງຂຶ້ນ ໂດຍປະທານໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກໄດ້ ວາງຮາກຖານ. ນອກນີ້, ມີບັນດາ ຮຸ່ນການນຳສອງພັກ-ສອງລັດ ແລະ ປະຊາຊົນສອງຊາດເພີ່ມພູນຄູນສ້າງ ໄດ້ກາຍເປັນເອກະລັກແຫ່ງຄວາມ ສາມັກຄີສາກົນອັນສູງສົ່ງ ຊຶ່ງເປັນ ຊັບສົມບັດລວມອັນລ້ຳຄ່າຂອງ ປະຊາຊົນສອງຊາດ, ເປັນພາວະ ວິໄສ, ກົດເກນປະຫວັດສາດ ແລະ ແຫລ່ງກຳລັງແຮງມະຫາສານຂອງ ສອງປະເທດ, ເປັນພື້ນຖານໃຫ້ແຕ່ ລະປະເທດເສີມຂະຫຍາຍ ແລະ ຖ່າຍ ທອດໃຫ້ຄົນຮຸ່ນໃໝ່. ເມື່ອທົບທວນຄືນປະຫວັດສາດ ຂອງສອງຊາດ ລາວ-ຫວຽດນາມ, ນັບແຕ່ສ້າງຕັ້ງພັກກອມມູນິດອິນດູ ຈີນ ໃນປີ 1930 ໂດຍແມ່ນປະທານ ໂຮ່ຈີ່ມິງ ເປັນຜູ້ກໍ່ຕັ້ງຂຶ້ນ, ຄວາມເປັນ ພີ່ນ້ອງລະຫວ່າງສອງຊາດ ມີຄວາມ ເລິກເຊິ່ງຂຶ້ນ, ໃນໄລຍະກວ່າເຄິ່ງສະ ຕະວັດທີ່ຜ່ານມາສອງຊາດລາວຫວຽດນາມ ໄດ້ຄຽງບ່າຄຽງໄຫລ່ ກັນຕໍ່ສູ້ຢ່າງພິລະອາດຫານ, ຜ່ານຜ່າ ທຸກອຸປະສັກທຸລະກັນດານທີ່ເຕັມໄປ ດ້ວຍຄວາມເສຍສະລະ ແລະ ດ້ວຍ ຄໍາສອນອະມະຕະຂອງປະທານ ໂຮ່ຈີ່ມິງ ວ່າ: “ການຊ່ວຍເຫລືອ ເພື່ອນປຽບເໝືອນການຊ່ວຍເຫລືອ ຕົນເອງ”; ປະຊາຊົນຫວຽດນາມ ແລະ ປະຊາຊົນລາວ ແມ່ນເພື່ອນ ບ້ານໃກ້ຄຽງ, ອ້າຍນ້ອງອັນໃກ້ ຊິດສະໜິດສະໜົມ, ຮ່ວມສູ້ຮົບໃນ ຂຸມຄອງດຽວກັນ, ໄດ້ຄຽງບ່າຄຽງ ໄຫລ່ຮ່ວມສຸກຮ່ວມທຸກ, ຮ່ວມກັນ ຊົນຂັ້ນແຂວງ ມີສິດ ແລະ ໜ້າທີ່ ດັ່ງນີ້: 1. ຄົ້ນຄວ້າ, ຮໍ່າຮຽນ ແລະ ເປັນແບບຢ່າງໃນການຈັດຕັ້ງປະ ຕິບັດແນວທາງນະໂຍບາຍ, ລັດຖະ ທໍາມະນູນ, ກົດໝາຍ, ມະຕິກອງປະ ຊຸມສະພາແຫ່ງຊາດ ແລະ ມະຕິກອງ ປະຊຸມສະພາປະຊາຊົນຂັ້ນແຂວງ, ເຄົາລົບສິດ ແລະ ຜົນປະໂຫຍດອັນ ຊອບທຳຂອງປະຊາຊົນ. 2. ໂຄສະນາເຜີຍແຜ່, ປຸກລະດົມ ປະຊາຊົນລາວບັນດາເຜົ່າ ແລະ ຊັ້ນ ຄົນໃຫ້ເຊື່ອມຊຶມ ແລະ ເຂົ້າຮ່ວມໃນ ການປະຕິບັດແນວທາງນະໂຍບາຍ, ລັດຖະທໍາມະນູນ, ກົດໝາຍ, ມະຕິ ກອງປະຊຸມສະພາແຫ່ງຊາດ ແລະ ມະຕິກອງປະຊຸມສະພາປະຊາຊົນ ຂັ້ນແຂວງ, ແຜນພັດທະນາເສດຖະ ກິດ-ສັງຄົມ ແລະ ແຜນງົບປະມານ ແຫ່ງລັດຂັ້ນທ້ອງຖິ່ນ. 3. ເຂົ້າຮ່ວມກອງປະຊຸມສະພາ ປະຊາຊົນຂັ້ນແຂວງຢ່າງເປັນປົກ ກະຕິ; ໃນກໍລະນີທີ່ບໍ່ສາມາດເຂົ້າ ຮ່ວມກອງປະຊຸມໄດ້ຍ້ອນສາເຫດ ຈໍາເປັນໃດໜຶ່ງຕ້ອງສະເໜີຢ່າງເປັນ ລາຍລັກອັກສອນ ເພື່ອຂໍອະນຸຍາດ ນໍາປະທານຄະນະປະຈໍາສະພາປະ ຊາຊົນຂັ້ນແຂວງ. 4. ຄົ້ນຄວ້າ ແລະ ກະກຽມເນື້ອ ໃນ ເພື່ອປະກອບຄໍາເຫັນໃນກອງ ປະຊຸມ ແລະ ລົງຄະແນນສຽງດ້ວຍ ຄວາມຮັບຜິດຊອບສູງ. 5. ຊັກຖາມ ປະທານຄະນະກໍາ ມະການປົກຄອງນະຄອນຫລວງ, ແຂວງ; ຫົວໜ້າພະແນກ, ຫົວໜ້າ ອົງການລັດທຽບເທົ່າພະແນກຂັ້ນ ແຂວງ, ປະທານຄະນະກໍາມະການ ປົກຄອງເມືອງ, ນະຄອນ; ປະທານ ສານປະຊາຊົນ, ຫົວໜ້າອົງການໄອ ຍະການປະຊາຊົນນະຄອນຫລວງ, ແຂວງ, ປະທານອົງການກວດກາ ລັດຂັ້ນແຂວງ ແລະ ຫົວໜ້າອົງ ການຕ້ານການສໍ້ລາດບັງຫລວງຂັ້ນ ແຂວງ, ປະທານອົງການກວດສອບ ປະຈໍາພາກ. 6. ໃກ້ຊິດຕິດແທດ, ພົບປະ, ຮັບຕ້ອນປະຊາຊົນ, ລາຍງານການ ເຄື່ອນໄຫວວຽກງານຕໍ່ປະຊາຊົນ ໃນເຂດເລືອກຕັ້ງຂອງຕົນ, ເກັບກໍາ ແລະ ນໍາເອົາຄວາມຄິດຄວາມເຫັນ ແລະ ຄໍາສະເໜີຂອງປະຊາຊົນ ເພື່ອ ສະເໜີຕໍ່ສະພາປະຊາຊົນຂັ້ນແຂວງ, ຄະນະປະຈໍາສະພາປະຊາຊົນຂັ້ນ ແຂວງ ແລະ ພາກສ່ວນອື່ນທີ່ກ່ຽວ ຂ້ອງພິຈາລະນາ, ແກ້ໄຂທັງຕິດ ຕາມຜົນການແກ້ໄຂ. 7. ໃຫ້ຄໍາປຶກສາ ແລະ ຄໍາແນະ ນໍາແກ່ພົນລະເມືອງກ່ຽວກັບການ ຍື່ນຄໍາຮ້ອງທຸກ ແລະ ບັນຫາທີ່ຕິດ ພັນກັບຜົນປະໂຫຍດຂອງປະຊາຊົນ. 8. ເຂົ້າຮ່ວມກອງປະຊຸມ, ການ ເຄື່ອນໄຫວ ແລະ ຂະບວນການ ຕ່າງໆເປັນຕົ້ນຂະບວນການແຂ່ງ ຂັນຮັກຊາດ ແລະ ພັດທະນາ, ວຽກ ງານສາມສ້າງໃນທ້ອງຖິ່ນ. 9. ໄດ້ຮັບ ຫລື ສະເໜີເອົາຂໍ້ມູນ ຂ່າວສານທີ່ຈໍາເປັນຈາກພາກສ່ວນ ທີ່ກ່ຽວຂ້ອງໃນການປະຕິບັດໜ້າທີ່ ຂອງຕົນ. 10. ສະຫລຸບ, ລາຍງານການ ເຄື່ອນໄຫວວຽກງານຂອງຕົນໃນ ແຕ່ລະໄລຍະເປັນລາຍລັກອັກສອນ ໃຫ້ຄະນະກໍາມະການສະພາປະຊາ ຊົນຂັ້ນແຂວງທີ່ຕົນສັງກັດ. 11. ນໍາໃຊ້ສິດ ແລະ ປະຕິບັດ ໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍ ແລະ ລະບຽບການ. ຄໍາຖາມ 6: ການສິ້ນສຸດການໍິຸ້ ເປັນສະມາຊິກສະພາປະຊາຊົນຂັ້ນັິົັ້ ແຂວງມີແນວໃດ? ີ ຕອບ: ສະມາຊິກສະພາປະຊາ ຊົນຂັ້ນແຂວງຈະສິ້ນສຸດລົງໃນ ກໍລະນີ ດັ່ງນີ້: 1. ໝົດອາຍຸການຂອງສະພາ ປະຊາຊົນຂັ້ນແຂວງຊຸດນັ້ນ. 2 . ລາອອກດ້ວຍ ເຫດຜົນ ຈໍາເປັນ. 3. ບໍ່ສາມາດປະຕິບັດໜ້າທີ່ໄດ້ ດ້ວຍເຫດຜົນທາງສຸຂະພາບ ໂດຍ ມີການຢັ້ງຢືນຈາກຄະນະແພດ. 4. ໄປປະຕິບັດໜ້າທີ່ຢູ່ຕ່າງ ປະເທດ ຫລື ສຶກສາຢູ່ພາຍໃນ ຫລື ຕ່າງປະເທດ ເປັນປະຈໍາແຕ່ສາມປີ ຂຶ້ນໄປ. 5. ໄປປະຈໍາການຢູ່ສູນກາງ ຫລື ຕ່າງແຂວງ. 6. ຖືກປົດອອກຈາກການເປັນສະ ມາຊິກສະພາປະຊາຊົນຂັ້ນແຂວງ. 7. ເສຍຊີວິດ. 8. ສະພາປະຊາຊົນຂັ້ນແຂວງ ຖືກຍຸບ.
RkJQdWJsaXNoZXIy MTc3MTYxMQ==