7209.3

p5 dltw\.|j csj 'dkod+ lh k' 0v'ra dcI''kogdq ks]u 05/02/2026 (ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ IX ຂອງພັກແຮງງານເກົາຫລີ)ື່ ອຸ ມ່ ຜູ້ແົ່ ວັ້ ງີ ັ ກົ າີ ) gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ສປປ ລາວ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ. ເມື່ອບໍ່ດົນມານີ້, ກົມ ສິ່ງແວດລ້ອມ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຈັດກອງປະຊຸມ ປຶກສາຫາລື ແລະ ແລກປ່ຽນບົດ ຮຽນ ກ່ຽວກັບວຽກງານການຄຸ້ມ ຄອງບໍລິສັດທີ່ປຶກສາ ທີ່ໃຫ້ການ ບໍລິການດ້ານວິຊາການກ່ຽວກັບ ສິ່ງແວດລ້ອມໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍການເປັນປະທານຂອງ ທ່ານ ໄຊນະຄອນ ອິນທະວົງ ຮອງລັດ ຖະມົນຕີກະຊວງກະສິກຳ ແລະ ສິ່ງ ແວດລ້ອມ, ຜູ້ຊີ້ນໍາຂະແໜງສິ່ງ ແວດລ້ອມ, ມີຄະນະກົມ, ຄະນະພະ ແນກ, ພະນັກງານ-ວິຊາການ ພາຍ ໃນກົມສິ່ງແວດລ້ອມ, ບໍລິສັດທີ່ ປຶກສາ, ໂຄງການພັດທະນາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ເພື່ອສະຫລຸບ ລາຍງານຕີລາຄາ ແລະ ຖອດຖອນ ບົດຮຽນກ່ຽວກັບວຽກງານການ ຄຸ້ມຄອງ ແລະ ການອອກໃບອະນຸ ຍາດດຳເນີນບໍລິການດ້ານວິຊາ ການ ກ່ຽວກັບສິ່ງແວດລ້ອມ ໃນໄລ ຍະຜ່ານມາແລະທິດທາງແຜນການ ໃນຕໍ່ໜ້າ, ພ້ອມທັງຮັບຟັງການນໍາ ສະເໜີສະພາບການຈັດຕັ້ງປະຕິ 8u ]k7kdko75h ,7v'{vvd.[vto5 pkffegou o [= ]y dkofh ko;y -kdko dj P;da [lyj 'c;f]h v, ບັດວຽກງານການຄຸ້ມຄອງ ແລະ ການອອກໃບອະນຸຍາດການບໍລິ ການດ້ານວິຊາການກ່ຽວກັບສິ່ງ ແວດລ້ອມ, ບົດຮຽນການຈັດຕັ້ງປະ ຕິບັດການໃຫ້ບໍລິການວິຊາການ ດ້ານສິ່ງແວດລ້ອມ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຂໍ້ສະເໜີ ແລະ ຜ່ານ ຮ່າງມາດຖານເງື່ອນໄຂ ໃນການ ປະເມີນ ແລະ ຈັດປະເພດ ບໍລິສັດ ທີ່ປຶກສາ ທີ່ໃຫ້ການບໍລິການດ້ານ ສິ່ງແວດລ້ອມ. ໂອກາດນີ້, ທ່ານ ນາງ ຈິດຖະ ໜອມ ອຸ່ນສີດາ ຮອງຫົວໜ້າກົມ ສິ່ງແວດລ້ອມ ໄດ້ນໍາສະເໜີນິຕິກໍາ ທີ່ກ່ຽວຂ້ອງ, ກຳນົດຫລັກການ, ເງື່ອນໄຂ, ຂັ້ນຕອນ ແລະ ມາດຕະ ການໃນການອອກໃບອະນຸຍາດ ວິສາຫະກິດ ແລະ ແຜນການເຄື່ອນ ໄຫວໃນຕໍ່ໜ້າ ຂອງກົມສິ່ງແວດ ລ້ອມ. ພ້ອມນັ້ນ, ບັນດາບໍລິສັດທີ່ ປຶກສາກໍໄດ້ນຳສະເໜີບົດຮຽນ ແລະ ປະສົບການໃນການຈັດຕັ້ງປະຕິບັດ ໃນການສ້າງບົດລາຍງານ ການ ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ຂໍ້ສະດວກ ແລະ ສິ່ງທ້າທາຍໃນ ແຕ່ລະຂົງເຂດວຽກງານຂອງຕົນ ຕື່ມອີກ. ຂໍ້ມູນ-ພາບ: ຂ່າວສານກະສິກຳ ອາຊຽນ ປະຈຳປີ 2026 ຈັດຂຶ້ນໃນ ລະຫວ່າງວັນທີ 25-31 ມັງກອນ 2026 ທີ່ເຊບູ ປະເທດຟີລິບປິນ. ໃນ ນັ້ນ, ສປປ ລາວ ກໍໄດ້ຮັບຫລາຍ ກວ່າ 20 ລາງວັນ. ສໍາລັບ ມາດຕະຖານໂຮງແຮມ ຂຽວອາຊຽນ ສປປ ລາວ ໄດ້ຮັບ 5 ລາງວັນ ຄື: ໂຮງແຮມສຸພັດຕຣາ ເຮີຣິເທຈ ນະຄອນຫລວງວຽງຈັນ (ນວ), ໂຮງແຮມເດິແກຣນຫລວງ ພະບາງ ແຂວງຫລວງພະບາງ, ໂຮງແຮມອາມາຣີວຽງຈັນ ນວ, ໂຮງແຮມຢູຫລວງພະບາງ ແຂວງ ຫລວງພະບາງ, ໂດນຟຸກຣີສອດ ນວ; ລາງວັນມາດຕະຖານເມືອງ ທ່ອງທ່ຽວສະອາດອາຊຽນ ສປປ ລາວ ໄດ້ຮັບ 4 ລາງວັນ ຄື: ນະ ຄອນໄກສອນ ພົມວິຫານ ແຂວງສະ ຫວັນນະເຂດ, ນະຄອນປາກເຊ ແຂວງຈໍາປາສັກ, ນະຄອນຫລວງ ພະບາງ ແຂວງຫລວງພະບາງ, ເມືອງວຽງໄຊ ແຂວງຫົວພັນ; ລາງ ວັນມາດຕະຖານສະຖານທີ່ຈັດງານ ອາຊຽນ ສປປ ລາວ ໄດ້ຮັບ 10 ລາງວັນ ຄື: ປະເພດສະຖານທີ່ຈັດ ກອງປະຊຸມ 5 ລາງວັນ: ໂຮງແຮມ ຮໍລິເດອິນ ນວ, ໂຮງແຮມສຸພັດຕຣາ ວຽງຈັນ ນວ, ໂຮງແຮມລາດຊະ ວົງວັນດ້າວິສຕ້າ ນວ, ໂຮງແຮມ ເມືອງແທັງລັກເຊີລີວຽງຈັນ ນວ, ຫໍປະຊຸມແຂວງອັດຕະປື; ສ່ວນ ປະເພດສະຖານທີ່ຈັດງານເທສະ ການ 5 ລາງວັນ: ໂຮງແຮມສຸພັດ ຕຣາວຽງຈັນ ນວ, ໂຮງແຮມເດິ ແກຣນ ຫລວງພະບາງ, ສູນການ ຄ້າວຽງຈັນເຊັນເຕີ ນວ, ໂຮງແຮມ ເມືອງແທັງລັກເຊີລີວຽງຈັນ ນວ, ສະຖານທີ່ຈັດງານເທສະການຕາດ ເລາະ ແຂວງສາລະວັນ; ລາງວັນ ການທ່ອງທ່ຽວແບບຍືນຍົງອາ ຊຽນ ສປປ ລາວ ໄດ້ຮັບ 2 ລາງວັນ ຄື: ຫໍພິພິທະພັນແຫ່ງຊາດ ແຂວງ ຫລວງພະບາງ ເປັນລາງວັນສໍາລັບ ຂປລ. 5 ປີທີ່ຜ່ານມາ ສາມາດ ເຫັນໄດ້ວ່າເປັນເຫດການສໍາຄັນໃນ ປະຫວັດສາດຂອງພັກແຮງງານ ເກົາຫລີ ຊຶ່ງໄດ້ເຂົ້າສູ່ຍຸກສະໄໝໃໝ່ ແຫ່ງການກໍ່ສ້າງ. ໃນໄລຍະນີ້, ພັກ ແຮງງານເກົາຫລີ ໄດ້ສົ່ງເສີມແນວ ຄິດ ແລະ ທິດສະດີການພັດທະນາ ທາງດ້ານວິທະຍາສາດ ແລະ ການ ປະຕິບັດເພື່ອຍຶດໝັ້ນກັບລັກສະນະ ຂອງພັກ. ໃນວັນທີ 17 ຕຸລາ 2022, ສະຫາຍ ກິມ ເຈິງ ອຸນ ໄດ້ກ່າວຄໍາ ບັນລະຍາຍທີ່ລະນຶກເຖິງອາຈານ ສອນ ແລະ ນັກສຶກສາຂອງໂຮງ ຮຽນຝຶກອົບຮົມເຈົ້າໜ້າທີ່ສູນກາງ ຂອງພັກແຮງງານເກົາຫລີ. ໃນ ຄໍາບັນລະຍາຍ, ເພິ່ນໄດ້ຊີ້ແຈງທິດ ທາງການກໍ່ສ້າງພັກໃນຍຸກສະໄໝ ໃໝ່ ລວມທັງວຽກງານການເມືອງ, ການຈັດຕັ້ງ ແລະ ອຸດົມການ, ລວມ ທັງການພັດທະນາລະບຽບວິໄນ ແລະ ຮູບແບບຂອງການເຮັດວຽກ. ກອງປະຊຸມຄົບຄະນະບໍລິຫານງານ ສູນກາງພັກແຮງງານເກົາຫລີ ຄັ້ງ ທີ 6 ສະໄໝທີ VIII ຊຶ່ງໄດ້ຈັດຂຶ້ນ ໃນເດືອນທັນວາຂອງປີນັ້ນ, ໄດ້ຮັບ ເອົາຄໍາແນະນໍາ 5 ຈຸດ ສໍາລັບການ ກໍ່ສ້າງພັກແຮງງານເກົາຫລີ ອີງ ຕາມແນວຄິດ ແລະ ທິດສະດີພິເສດ ຂອງ ສະຫາຍ ກິມ ເຈິງ ອຸນ, ເປັນ ເສັ້ນທາງສໍາລັບການກໍ່ສ້າງພັກ ໃນ ຍຸກສະໄໝໃໝ່. ພາຍຫລັງກອງປະຊຸມໃຫຍ່ ຂອງພັກສະໄໝທີ VIII ໄດ້ມີການ ຈັດກອງປະຊຸມໃຫຍ່ໆຂອງພັກເປັນ ປະຈໍາ ເຊັ່ນ: ກອງປະຊຸມຄົບ, ກອງ ປະຊຸມກົມການເມືອງ ແລະ ກອງ ປະຊຸມຄະນະເລຂາທິການ ຂອງ ສູນກາງພັກແຮງງານເກົາຫລີ. ດັ່ງນັ້ນ, ຈຶ່ງມີການຈັດກອງປະຊຸມ ໃຫຍ່ຂອງພັກເປັນປະຈໍາ ເພື່ອນໍາ ໃຊ້ຍຸດທະສາດທາງວິທະຍາສາດ, ການປະຕິວັດ ແລະ ການເອົາໃຈ ໃສ່ປະຊາຊົນ, ລວມທັງມາດຕະ ການປ້ອງກັນ ແລະ ຕ້ານພະຍາດ ລະບາດໃຫ້ມີປະສິດທິພາບສູງ, ສາມາດຟື້ນຟູຢ່າງຮີບດ່ວນເພື່ອ ສ້ອມແປງຄວາມເສຍຫາຍທາງ ທໍາມະຊາດ, ໂຄງການປະຕິວັດ ຊົນນະບົດສໍາລັບຍຸກສະໄໝໃໝ່, ນະໂຍບາຍການພັດທະນາພາກ ພື້ນ 20X10, ນະໂຍບາຍການ ເບິ່ງແຍງເດັກນ້ອຍ ແລະ ແຜນທີ່ ທະເຍີທະຍານ ໃນການກໍ່ສ້າງອາ ຄານໃຫຍ່ທີ່ເປັນສັນຍະລັກຂອງ ຄວາມສີວິໄລສະໄໝໃໝ່. ການຈັດຕັ້ງປະຕິບັດນະໂຍ ບາຍ, ແຜນການ ແລະ ຍຸດທະສາດ ທັງໝົດນີ້ ແມ່ນກ່ຽວຂ້ອງກັບກອງ ປະຊຸມສຳຄັນຂອງສູນກາງພັກ ແຮງງານເກົາຫລີ. ໃນໄລຍະນີ້, ການຮັບໃຊ້ປະຊາຊົນຢ່າງອຸທິດ ຕົນໄດ້ຖືກສ້າງຂຶ້ນຢ່າງໝັ້ນຄົງໃນ ທົ່ວພັກ, ໄດ້ກາຍເປັນພື້ນຖານໃນ ການເສີມສ້າງຄວາມສາມາດໃນ ການນໍາພາຂອງພັກແຮງງານ ເກົາຫລີ. ພາຍໃຕ້ການນຳພາ-ຊີ້ນຳ ທີ່ເກັ່ງກ້າສາມາດ ຂອງ ສະຫາຍ ກິມ ເຈິງ ອຸນ, ພັກແຮງງານເກົາຫລີ ໄດ້ກາຍເປັນອົງການທາງການ ເມືອງທີ່ມີປະສົບການ ຊຶ່ງສາມາດ ນໍາໄປສູ່ໄລຍະທີ່ກ້າວໜ້າໄດ້ຢ່າງ ຕໍ່ເນື່ອງ ດ້ວຍອໍານາດອັນໃຫຍ່ ຫລວງຂອງມວນຊົນ ໃນການກໍ່ ສ້າງສັງຄົມນິຍົມ ແລະ ເປັນພັກປະ ຕິວັດທີ່ເຂັ້ມແຂງ ທີ່ກໍາລັງກ້າວໜ້າ ໃນອະນາຄົດອັນແຈ່ມໃສ ຂອງ ສັງຄົມນິຍົມ ດ້ວຍຄວາມສາມາດ ທີ່ກ້າຫານ ເພື່ອກຽດຕິຍົດ ແລະ ຄວາມສຸກຂອງປະຊາຊົນ. ໃນໄລຍະ 5 ປີຜ່ານມາ, ພັກແຮງ ງານເກົາຫລີ ໄດ້ບັນລຸໄຊຊະນະ ແລະ ການປ່ຽນແປງຫລາຍຢ່າງ ໃນຂະນະທີ່ ປະຕິບັດພາລະກິດເດີມ ຂອງຕົນຢ່າງຊື່ສັດ ເພື່ອປົກປ້ອງຜົນ ປະໂຫຍດຂອງປະຊາຊົນ ແລະ ນໍາ ເອົາຜົນປະໂຫຍດ ມາໃຫ້ເຂົາເຈົ້າ ໂດຍການເພີ່ມທະວີຄວາມສາມາດ ຂອງການເປັນຜູ້ນໍາ ໃນທຸກວິທີ ທາງ. ສະຫາຍ ກິມ ເຈິງ ອຸນ ໄດ້ ສະຖາປະນາກຽດຕິຍົດ ແລະ ອໍາ ນາດ ຂອງພັກແຮງງານເກົາຫລີ ຢ່າງໝັ້ນຄົງ, ດ້ວຍຄວາມສາມັກຄີ ທີ່ບໍ່ສາມາດມ້າງເພໄດ້ ຊຶ່ງຖືຜູ້ນໍາ ເປັນຈຸດໃຈກາງຄົນດຽວ ນັບຕັ້ງແຕ່ ການກໍ່ສ້າງຕັ້ງພັກ. ນີ້ແມ່ນຜົນສໍາ ເລັດ ທີ່ດີເດັ່ນທີ່ສຸດ ຂອງ ສະຫາຍ ກິມ ເຈິງ ອຸນ ໃນການກໍ່ສ້າງ ແລະ ການພັດທະນາ ຂອງພັກແຮງງານ ເກົາຫລີ. ຜະລິດຕະພັນການທ່ອງທ່ຽວໃນຕົວ ເມືອງ, ນໍ້າກັດຢໍລະປ່າ ແຂວງອຸດົມ ໄຊ ເປັນລາງວັນສຳລັບຜະລິດຕະ ພັນການທ່ອງທ່ຽວເຂດຊົນນະບົດ. ນອກຈາກນີ້, ສປປ ລາວ ຍັງໄດ້ ຮັບລາງວັນອີກຈໍານວນ 38 ລາງ ວັນ ຊຶ່ງຈະມີພິທີມອບລາງວັນທັງ ໝົດນີ້ຮ່ວມກັນອີກຄັ້ງຢູ່ພາຍໃນປະ ເທດ ໃນເດືອນກຸມພາ 2026 ນີ້ ເພື່ອເປັນການຍ້ອງຍໍຊົມເຊີຍທຸກ ພາກສ່ວນທີ່ໄດ້ຮັບລາງວັນໃນ ຄັ້ງນີ້. ຂໍ້ມູນ: ກົມພັດທະນາການ ທ່ອງທ່ຽວ ສຳເລັດ...ັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຮັກສາການເຈົ້າໜ້າທີ່ອາວຸໂສ ປະ ເທດຟີລິບປິນ ພ້ອມດ້ວຍຄະນະ ເຂົ້າຮ່ວມ. ທ່ານ ພັນເອກ ຈັນທອນ ເຮືອງ ຄໍາໄຊ ໄດ້ກ່າວວ່າ: ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີອາຊຽນ ວ່າດ້ວຍບັນ ຫາຢາເສບຕິດ ແລະ ກອງປະຊຸມ ປິ່ນອ້ອມທີ່ກ່ຽວຂ້ອງ ຄັ້ງທີ 8 ໃນປີ 2023 ແລະ ຄັ້ງທີ 9 ແມ່ນປະເທດຟີ ລິປິນ ຈະເປັນເຈົ້າພາບໃນການຈັດ ກອງປະຊຸມດັ່ງກ່າວ, ສປປ ລາວ ມີຄວາມຍິນດີ ແລະ ພາກພູມໃຈ ທີ່ໄດ້ຮັບກຽດເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີ ອາຊຽນ ວ່າດ້ວຍບັນຫາຢາເສບຕິດ ແລະ ກອງປະຊຸມປິ່ນອ້ອມທີ່ກ່ຽວ ຂ້ອງ (AMMD) ຊຶ່ງຜ່ານມາ ໄດ້ມີ ການປຶກສາຫາ ແລະ ບັນລຸຈຸດປະ ສົງຕາມຄາດໝາຍທີ່ໄດ້ວາງໄວ້ ໂດຍມີເປົ້າໝາຍເພື່ອເພີ່ມທະວີ ແລະ ປ້ອງກັນບັນຫາຢາເສບຕິດໃນ ບັນດາປະເທດສະມາຊິກອາຊຽນ, ຄວາມພະຍາຍາມເຫລົ່ານີ້ ແມ່ນມີ ຄວາມສຳຄັນຕໍ່ການສ້າງປະຊາຄົມ ອາຊຽນເຂັ້ມແຂງ ເຮັດໃຫ້ເກີດເປັນ ຮູບປະທຳແກ່ປະຊາຊົນ. ໃນໄລຍະ 2 ປີຜ່ານມາ, ຫ້ອງ ການກວດກາແລະຄວບຄຸມຢາເສບ ຕິດ ກົມໃຫຍ່ຕຳຫລວດ ກະຊວງ ເປັນເວລາ 2 ມື້ ແຕ່ວັນທີ 2-3 ກຸມພາ 2026 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນ ປະທານຂອງທ່ານ ນາງ ທຸມມາລີ ວົງພະຈັນ ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ປະ ທານຄະນະສະມາຊິກສະພາແຫ່ງ ຊາດເພດຍິງ, ໃຫ້ກຽດເຂົ້າຮ່ວມ ໂດຍ ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງ ພັກ, ຮອງປະທານສະພາແຫ່ງ ຊາດ, ຜູ້ປະຈຳການເລືອກຕັ້ງລະດັບ ຊາດ ມີບັນດາຜູ້ສະໝັກຮັບເລືອກ ຕັ້ງເປັນສະມາຊິກ ສສຊ ແລະ ສສຂ ທີ່ເປັນເພດຍິງ ຈາກສູນກາງ ແລະ ບັນດາແຂວງພາກເໜືອ ຄື: ແຂວງ ຜົ້ງສາລີ, ຫລວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ຫລວງພະບາງ, ໄຊຍະບູ ລີ, ຫົວພັນ, ວຽງຈັນ ແລະ ແຂວງ ໄຊສົມບູນ ເຂົ້າຮ່ວມ. ການຝຶກອົບຮົມຄັ້ງນີ້, ບັນດາ ຜູ້ເຂົ້າຮ່ວມ ໄດ້ຮຽນຮູ້ທັງພາກທິດ ສະດີແລະ ພາກປະຕິບັດຕົວຈິງ ເປັນ ຕົ້ນ ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ແລະ ສະພາ ປະຊາຊົນຂັ້ນແຂວງ, ພາລະບົດ ບາດ, ສິດ ແລະ ໜ້າທີ່ຂອງສະມາ ຊິກສະພາແຫ່ງຊາດ ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງ, ຄວາມ ຮູ້ພື້ນຖານກ່ຽວກັບມາລະຍາດທາງ ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ເຜີຍແຜ່ມະຕິຂອງກົມການເມືອງ ສູນກາງພັກ ກ່ຽວກັບການເພີ່ມທະ ວີການນໍາພາ-ຊີ້ນໍາ ຂອງຄະນະພັກ ທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະ ມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ແລະ ຄໍາແນະນໍາຂອງຄະ ນະກຳມະການເລືອກຕັ້ງລະດັບ ສັງຄົມ, ທັກສະການເວົ້າ, ພາສາ ກາຍ, ການນຸ່ງຖືໃນການລົງພົບປະ ກັບປະຊາຊົນຜູ້ມີສິດເລືອກຕັ້ງ ແລະ ວິທີການສ້າງຄວາມໝັ້ນໃຈໃນ ການໃຫ້ສຳພາດຕໍ່ສື່ມວນຊົນ ພ້ອມ ທັງສາທິດການໃຫ້ສຳພາດຕໍ່ສື່ມວນ ຊົນ, ຖາມ-ຕອບ ຄຳຖາມ, ແລກ ປ່ຽນບົດຮຽນ, ຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ ຢ່າງສ້າງສັນ ແລະ ອື່ນໆ. ໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ເນັ້ນເຖິງຄວາມໝາຍ ຄວາມສໍາຄັນຂອງການເລືອກຕັ້ງ ລວມທັງການໂຄສະນາ ຂອງຜູ້ສະ ໝັກຮັບເລືອກຕັ້ງເປັນສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະ ມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ຊຶ່ງເປັນບັນຫາທີ່ມີຄວາມ ໝາຍສໍາຄັນເລິກເຊິ່ງ ເປັນທິດ ເຍືອງທາງ ໃຫ້ແກ່ເພດຍິງ ນໍາໄປ ຄົ້ນຄວ້າພິຈາລະນາ, ພັດທະນາຕົນ ເອງ ໃຫ້ມີຄຸນຄ່າ, ມີຄຸນນະພາບ ໂດດເດັ່ນຂຶ້ນ ເພື່ອສ້າງແຮງຈູງໃຈ ແລະ ຄວາມເຊື່ອໝັ້ນ ຂອງມະຫາ ຊົນ ແລະ ການຈັດຕັ້ງທຸກຂັ້ນ. ການຝຶກອົບຮົມ ໃນຄັ້ງນີ້, ແນ ໃສ່ເຮັດໃຫ້ຜູ້ສະໝັກຮັບເລືອກຕັ້ງ ເປັນ ສສຊ-ສສຂ ທີ່ເປັນເພດຍິງ ກໍາ ໄດ້ເນື້ອໃນຈິດໃຈ ແລະ ບົດຮຽນທີ່ ຖອດຖອນໄດ້ໄປໝູນໃຊ້ໃຫ້ເກີດ ປະໂຫຍດ ເພື່ອກຽມຄວາມພ້ອມລົງ ໂຄສະນາຫາສຽງ ເພື່ອກ້າວເຂົ້າ ສູ່ສະໜາມການເລືອກຕັ້ງຕົວຈິງ ໃນວັນທີ 22 ກຸມພາ 2026 ທີ່ຈະ ມາເຖິງນີ້. ຂ່າວ-ພາບ: ທະນູທອງ ຜູ້ສະໝັກ...ູ້ັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຊາດ ກ່ຽວກັບການໂຄສະນາ, ພົບ ປະປະຊາຊົນຜູ້ມີສິດເລືອກຕັ້ງຂອງ ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຊຶ່ງ ການເລືອກຕັ້ງແຕ່ລະຄັ້ງ ລ້ວນແຕ່ ເປັນເຫດການປະຫວັດສາດທີ່ສໍາ ຄັນຂອງຊາດ, ມີຄວາມໝາຍສໍາ ຄັນ ແລະ ຈຳເປັນໃນການເສີມຂະ ຫຍາຍສິດປະຊາທິປະໄຕຂອງປະ ຊາຊົນລາວບັນດາເຜົ່າ, ເພື່ອບູລະ ນະລະບອບປະຊາທິປະໄຕ, ປັບປຸງ ລະບົບອຳນາດລັດໃຫ້ມີຄວາມເຂັ້ມ ແຂງ ໂດຍຖືເອົາຄຸນທາດການ ເມືອງ, ຄຸນສົມບັດສິນທໍາປະຕິວັດ ເປັນກົກ, ຖືເອົາຄວາມຮູ້ຄວາມສາ ມາດ, ປະສົບການ ແລະ ຄຸນນະພາບ ເປັນສິ່ງສໍາຄັນ. ພ້ອມນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ຍັງໄດ້ມີຄຳເຫັນຊີ້ນຳອີກ ວ່າ: ການພົບປະປະຊາຊົນແຕ່ລະ ບ່ອນ ໃນກໍລະນີຈັດຕັ້ງໃຫ້ຜູ້ສະໝັກ ຮັບເລືອກຕັ້ງຫລາຍທ່ານ ໄປໂຄສະ ນາຫາສຽງຢູ່ຈຸດດຽວ ຄວນມີການ ຈັດແບ່ງເວລາທີ່ເໝາະສົມ ເພື່ອໃຫ້ ຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານ ໄດ້ມີໂອກາດອອກຄໍາເຫັນ ແລະ ເວລາອອກຄໍາເຫັນ ຂອງຜູ້ສະໝັກ ຮັບເລືອກຕັ້ງຄວນເລີ່ມຈາກການ ແນະນໍາຕົວໂດຍຫຍໍ້ ແລະ ມີຈຸດສຸມ, ຫລີກເວັ້ນການເວົ້າຍືດຍາວ, ໃຊ້ຄໍາ ສັບທີ່ສຸພາບງ່າຍດາຍ, ເຂົ້າໃຈ ງ່າຍ, ຈື່ໄດ້ດົນ ແລະ ພະຍາມຍາມ ສ້າງເງື່ອນໄຂໃຫ້ປະຊາຊົນ ໄດ້ສະ ເໜີຄໍາຄິດເຫັນ, ຄວາມມຸ່ງມາດປາ ຖະໜາ ແລະ ຄວາມສົນໃຈຂອງເຂົາ ເຈົ້າ, ຫລີກເວັ້ນລັກສະນະເວົ້າຄົນ ດຽວ ຫລື ມີຄໍາເຫັນຝ່າຍດຽວ ແລະ ໃນຕອນທ້າຍ, ຜູ້ສະໝັກຮັບເລືອກ ຕັ້ງແຕ່ລະທ່ານ ຕ້ອງສ້າງຄວາມ ໝັ້ນໃຈໃຫ້ແກ່ປະຊາຊົນ ໂດຍອາດ ໃຫ້ຄວາມໝັ້ນໝາຍວ່າ ຖ້າຕົນໄດ້ ຮັບເລືອກຕັ້ງເປັນສະມາຊິກສະພາ ແຫ່ງຊາດ ຫລື ສະມາຊິກສະພາປະ ຊາຊົນຂັ້ນແຂວງແລ້ວ ຈະເອົາໃຈ ໃສ່ປະຕິບັດສິດ ແລະ ໜ້າທີ່ຂອງ ສະມາຊິກສະພາໃຫ້ດີທີ່ສຸດ ແລະ ຈະພະຍາຍາມໃກ້ຊິດຕິດແທດກັບ ປະຊາຊົນຕາມລະບຽບການ ເພື່ອ ນໍາເອົາແນວທາງນະໂຍບາຍຂອງ ພັກ, ແຜນພັດທະນາເສດຖະກິດສັງຄົມ ຂອງຊາດ, ຂອງແຂວງ, ກົດ ໝາຍຕ່າງໆທີ່ກ່ຽວຂ້ອງ ທີ່ວາງ ອອກໃນແຕ່ລະໄລຍະມາຈັດຕັ້ງເຜີຍ ແຜ່ໃຫ້ປະຊາຊົນ, ພິຈາລະນາ, ຄົ້ນ ຄວ້າຄໍາສະເໜີຂອງປະຊາຊົນ ຢ່າງ ສົມເຫດສົມຜົນ ເພື່ອສະເໜີຕໍ່ການ ຈັດຕັ້ງທີ່ກ່ຽວຂ້ອງພິຈາລະນາ. ຂ່າວ-ພາບ: ທະນູທອງ ປ້ອງກັນຄວາມສະຫງົບ ໄດ້ປະສານ ງານແລະ ຮ່ວມມືກັບກອງເລຂາອາ ຊຽນ ໃນການດຳເນີນກິດຈະກຳ ຕ່າງໆ ພາຍໃຕ້ແຜນງານອາຊຽນ ວ່າດ້ວຍການສ້າງປະຊາຄົມອາ ຊຽນຕ້ານຢາເສບຕິດ ປີ 20162025 ຊຶ່ງແບ່ງອອກເປັນ 7 ພາກ ສ່ວນ ຄື: ວຽກງານທົ່ວໄປ; ວຽກ ງານສຶກສາປ້ອງກັນຢາເສບຕິດ; ວຽກງານປະຕິບັດມາດຕະການກົດ ໝາຍ; ວຽກງານບຳບັດ, ປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບ ຕິດ; ວຽກງານວິໄຈຢາເສບຕິດ; ວຽກງານພັດທະນາທາງເລືອກ ການປູກພືດທົດແທນການປູກຝິ່ນ ແລະ ວຽກງານຮ່ວມມື. ນອກຈາກ ຄວາມພະຍາຍາມໃນການໃຊ້ມາດ ຕະການດ້ານຕ່າງໆ ເພື່ອກວດກາ, ຄວບຄຸມ, ສະກັດກັ້ນແລະຕ້ານການ ລັກລອບຄ້າຂາຍຢາເສບຕິດ ຢູ່ ພາຍໃນປະເທດແລ້ວ, ສປປ ລາວ ຍັງໄດ້ເພີ່ມທະວີການຮ່ວມມືກັບ ບັນດາປະເທດສະມາຊິກອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືພັດທະ ນາ ເພື່ອແກ້ໄຂບັນຫາຢາເສບຕິດ ແລະ ເພີ່ມປະສິດທິພາບຂອງວຽກ ງານກວດກາຄວບຄຸມ ແລະ ສະກັດ ກັ້ນຕ້ານຢາເສບຕິດ ແນໃສ່ປະ ກອບສ່ວນສ້າງອາຊຽນປອດຢາ ເສບຕິດ. ມອບ-ຮັບໜ້າທີ່...ັ້ີ່ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ. ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳ ຫລວດ ກະຊວງປ້ອງກັນຄວາມ ສະຫງົບ ແຫ່ງ ສປປ ລາວ ຈັດພິທີ ມອບ-ຮັບໜ້າທີ່ປະທານກອງປະຊຸມ ລັດຖະມົນຕີອາຊຽນ ວ່າດ້ວຍບັນ ຫາຢາເສບຕິດ ແລະ ກອງປະຊຸມປິ່ນ ອ້ອມທີ່ກ່ຽວຂ້ອງ ຂອງ ສປປ ລາວ ໃຫ້ແກ່ປະເທດຟີລິບປິນ ໃນວັນທີ 3 ມັງກອນ 2026 ໂດຍມີ ທ່ານ ພັນເອກ ຈັນທອນ ເຮືອງຄໍາໄຊ ຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ, ຫົວໜ້າເຈົ້າ ໜ້າທີ່ຕໍາຫລວດອາວຸໂສ ແຫ່ງ ສປປ ລາວ, ທ່ານ ເອີລ໌ ພີ ສະເວດຣາ *** ອ່ານຕໍ່ສະບັບໜ້າ ***່ າໍ່ ສັ ບ້ າ

RkJQdWJsaXNoZXIy MTc3MTYxMQ==