7209.3

08 xtgmf]k; 37ltok c]t [= ]y = dy ko 05/02/2026 ວັນຊາດອົດສະຕຣາລີ ແມ່ນໂອ ກາດທີ່ຈະໄດ້ທົບທວນຄືນເບິ່ງວ່າ ພວກ ເຮົາແມ່ນໃຜ, ມາຈາກໃສ ແລະ ທວນ ຄືນຈຸດມຸ່ງໝາຍທີ່ພວກເຮົາຢາກສ້າງ ຮ່ວມກັນໃນອະນາຄົດ. ອົດສະຕຣາລີ ແມ່ນປະເທດທີ່ມີຫລາຍເຊື້ອຊາດ - ມີ ຄົນມາຈາກເຊື້ອຊາດທີ່ແຕກຕ່າງກັນ ຫລາຍກວ່າ 300 ກຸ່ມ, ໃນຈຳນວນນີ້ມີ ຄົນອົດສະຕຣາລີຫລາຍກວ່າໜື່ງລ້ານ ຄົນ ທີ່ມີເຊື້ອສາຍຄອບຄົວຈາກພາກ ພື້ນອາຊີຕາເວັນອອກສຽ່ງໃຕ້. ພວກ ເຮົາຮັບຮູ້ວ່າ ປະເທດຊາດທີ່ທັນສະໄໝ ຂອງພວກເຮົາ ມາຈາກວັດທະນະທຳ ຊົນເຜົ່າທີ່ຕໍ່ເນື່ອງຍາວນານມາຫລາຍ ກວ່າ 65,000 ພັນປີ - ເຊິ່ງເປັນວັດທະ ນະທຳທີ່ເກົ່າແກ່ທີ່ສຸດໃນໂລກ. ພວກເຮົາຖືເອົາໂອກາດນີ້ ເບິ່ງໄປ ທາງໜ້າສູ່ອະນາຄົດຮ່ວມກັນ ແລະ ເປັນໂອກາດທີ່ຈະໄດ້ພິຈາລະນາບົດ ບາດຂອງພວກເຮົາໃນພາກພື້ນນີ້ ແລະ ໃນໂລກ. ແນ່ນອນ, ລວມທັງ ສາຍພົວ ພັນຂອງພວກເຮົາໃນພາກພື້ນອາຊີ ຕາເວັນອອກສ່ຽງໃຕ້ ລວມເຖິງມິດຕະ ພາບທີ່ແໜ້ນແຟ້ນ, ຍາວນານຂອງອົດ ສະຕຣາລີ ແລະ ສປປ ລາວ. ປີກາຍນີ້ ເປັນປີແຫ່ງຂອງການ ສະເຫລີມສະຫລຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ. ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ມາຍັງລັດຖະບານແລະ ປະຊາຊົນລາວ ສຳລັບເຫດການສຳຄັນທາງປະຫວັດ ສາດນີ້, ພ້ອມທັງຂໍສະແດງຄວາມ ຊົມເຊີຍ ຕໍ່ຜົນສຳເລັດຂອງກອງປະຊຸມ ໃຫ່ຍຂອງພັກ ປະຊາຊົນ ປະຕິວັດລາວ ທີ່ໄດ້ຈັດຂຶ້ນໃນເດືອນຜ່ານມາ. ເຊິ່ງແມ່ນເຫດການປະຫວັດສາດ ສຳຄັນໃນການເດີນທາງ ຂອງ ສປປ ລາວ - ແລະ ສະແດງໃຫ້ເຫັນການເຕີບ ໃຫ່ຍຂະຫຍາຍໂຕ, ຄວາມເຂັ້ມແຂງ ແລະ ຄວາມມຸ່ງມາດປາຖະໜາຂອງ ສປປ ລາວ. ພວກເຮົາມີຄວາມພາກພູມໃຈທີ່ ໄດ້ຍ່າງຄຽງບ່າຄຽງໄຫລ່່ ກັບ ສປປ ລາວ ໃນເສັ້ນທາງແຫ່ງຄວາມສຳເລັດ ນີ້. ປີນີ້ ລາວ ແລະ ອົດສະຕຣາລີ ຮ່ວມກັນສະເຫລີມສະຫລອງສາຍ ພົວພັນການທູດ ຄົບຮອບ 74 ປີ, ເຊິ່ງ ແມ່ນສາຍພົວພັນສອງຝ່າຍ ທີ່ ຕໍ່ເນື່ອງ ຍາວນານທີ່ສຸດ ທີ່ ສປປ ລາວ ມີຮ່ວມ ກັບຕ່າງປະເທດ. ການມີອາຍຸຍືນຍາວສະແດງເຖິງ ຄວາມຍືນນານແບບເລິກເຊິ່ງ. ສະແດງ ໃຫ້ເຫັນວ່າ ການຮ່ວມມືຂອງພວກເຮົາ ມີຄວາມຍືນຍົງຜ່ານການຜັນແປ ແລະ ສິ່ງທ້າທາຍຕ່າງໆຂອງໂລກ ລວມເຖິງ ການປ່ຽນແປງດ້ານບຸລິມະສິດຕ່າງໆ - ແຕ່ ສາຍພົວພັນຂອງພວກເຮົາສືບຕໍ່ ແໜ້ນແຟ້ນເຂັ້ມແຂງ ຍ້ອນຖືກສ້າງຂຶ້ນ ບົນຈິດໃຈເຊື່ອໝັ້ນເຊິ່ງກັນແລະກັນ, ເຄົາລົບເຊິ່ງກັນ ແລະ ກັນ ແລະ ເປັນ ມິດຕະພາບທີ່ແທ້ຈິງ. ນາຍົກລັດຖະມົນຕີຂອງສອງປະ ເທດພວກເຮົາເຫັນໄດ້ເຖິງຄວາມສຳ ຄັນຂອງການຮ່ວມມືທີ່ເຂ້ັມແຂງນີ້ ໂດຍໄດ້ລົງນາມເອກະສານທາງການ ເພື່ອຍົກລະດັບການຮ່ວມມືສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຮອບດ້ານ ລາວ-ອົດ ສະຕຣາລີ, ໃນເດືອນມີນາ 2024. ຂໍ້ຕົກລົງດັ່ງກ່າວນີ້ ຖືກຮັບຮູ້ຢ່າງເປັນ ທາງການວ່າການຮ່ວມມືຂອງພວກ ເຮົາແມ່ນນັບມື້ນັບກວ້າງຂວາງຂຶ້ນ, ເລິກເຊິ່ງກວ່າເກົ່າ ແລະ ສຳຄັນກວ່າ ທີ່ເຄີຍຮ່ວມມືກັນມາກ່ອນ. ຂ້າພະເຈົ້າ ຂໍຖືໂອກາດນີ້ ທົບທວນຄືນວ່າເອກະ ສານນີ້ມີຄວາມໝາຍຄວາມສຳຄັນ ໃນການຈັດຕັ້ງປະຕິບັດຕົວຈິງຄືແ ໃດ, ແລະ ຈະສືບຕໍ່ບຸລິມະສິດຂອງ ພວກເຮົາຮ່ວມກັນຄືແນວໃດ ພາຍໃຕ້ ເອກະສານ ເປັນຄູ່ຮ່ວມມືຮອບດ້ານ. ໝາກຫົວໃຈຂອງສາຍພົວພັນ ຂອງພວກເຮົາ ແນ່ນອນທີ່ສຸດແມ່ນ ປະຊາຊົນສອງຊາດ ຈະສືບຕໍ່ຮ່ວມມື ອົດສະຕຣາລີ - ລາວ ຍ່າງຄຽງຄູ່ກັນຕາມເສັ້ນທາງອັນຍາວໄກ (ບົດຄວາມຂອງ ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ ເນື່ອງໃນໂອກາດວັນຊາດອົດສະຕຣາລີ 2026) ກັນໃນອະນາຄົດ. ພວກເຮົາໄດ້ຮ່ວມ ກັນສ້າງສາຍພົວພັນລະດັບບຸກຄົນ ແລະ ສາຍອາຊີບທີ່ແໜ້ນແຟ້ນ ລະ ຫ່ວາງສອງຊາດຂອງພວກເຮົາ ໂດຍ ຜ່ານທຶນການສຶກສາ, ອາສາສະໝັກ, ວຽກງານການຊ່ວຍເຫຼືອດ້ານມະນຸດ ສະທຳ, ການແລກປ່ຽນວັດທະນະທຳ ຕ່າງໆ ແລະ ການຮ່ວມມືໃນວຽກງານ ລະດັບທ້ອງຖິ່ນໃນໂຄງການຕ່າງໆ. ຕະຫລອດໄລຍະເວລາຫຼາຍກວ່າ 70 ປີຜ່ານມາ, ນັກສຶກສາລາວ ທີ່ໄດ້ ໄປຮຽນຕໍ່ຢູ່ອົດສະຕຣາລີ - ກັບຄືນມາ ບ້ານເກີດ ພ້ອມດ້ວຍທັກສະ ແລະຄວາມ ຮູ້ຄວາມສາມາດໃຫມ່ຫຼາຍດ້ານ ລວມ ເຖິງມິດຕະພາບທີ່ຕິດໂຕຕະຫຼອດຊີວິດ. ປະຈຸບັນມີອາດີດນັກສືກສາຈົບຈາກ ອົດສະຕຣາລີ ຫລາຍກວ່າ 2,600 ຄົນ ຢູ່ໃນ ສປປ ລາວ ທີ່ພວມປະກອບສ່ວນ ເຂົ້າໃນພາລະກິດສ້າງສາປະເທດຊາດ ໃນພາກລັດ, ພາກເອກະຊົນ, ໜ່ວຍງານ ວິທະຍາສາດ, ຂະແໜງສາທາ, ຂະ ແໜງສີລະປະວັດທະນະທຳ ແລະ ອື່ນໆ. ການຮ່ວມມື ໃນຂະແໜງສຶກສາ ສືບຕໍ່ສ້າງຄວາມເຂັ້ມແຂງດ້ານຜົນ ງານການຮຽນຂອງນ້ອງນັກຮຽນ, ສະ ໜັບສະໜູນບັນດາຄູອາຈານ ໄປພ້ອມ ກັບການສົ່ງເສີມຄວາມສະເໝີພາບ ບົດບາດຍິງຊາຍ. ພວກເຮົາພາກພູມໃຈ ຫຼາຍ ທີ່ໂຄງການຊ່ວຍເຫຼືອເດັກນ້ອຍ ດ້ວຍການສ້າງພື້ນຖານພາສາລາວໃຫ້ ເຂັ້ມແຂງແກ່ເຂົາເຈົ້າຕັ້ງແຕ່ເວລາເລີ່ມ ເຂົ້າໂຮງຮຽນ. ຂະແໜງສາທາລະນະສຸກ, ໜຶ່ງໃນ ການຮ່ວມມືເດັ່ນທີ່ສຸດ ແມ່ນຄືການຕໍ່ສູ້ ກັບພະຍາດໄຂ້ເລືອດອອກ. ໃນປີ2025, ພວກເຮົາໄດ້ ປ່ອຍຍຸງທີ່ມີເຊື້ອ Wol- bachiaໃນໂຕຈໍານວນ48ລ້ານໂຕທົ່ວ ນະຄອນຫລວງວຽງຈັນ. ພວກເຮົາຍິນ ດີຫລາຍທີ່ນະວັດຕະກຳທັນສະໄໝຂອງ ອົດສະຕຣາລີໄດ້ຖືກນຳໃຊ້ຢູ່ປະເທດ ລາວ. ປີນີ້ພວກເຮົາຕັ້ງເປົ້າຂະຫຍາຍ ໂຄງການນີ້ ອອກໄປທົ່ວປະເທດລາວ. ພວກເຮົາຂໍສະແດງຄວາມຊົມເຊີຍ ມາຍັງລັດຖະບານລາວ ໃນການ ສຳຫລວດພົນລະເມືອງລາວທົ່ວປະ ເທດຄັ້ງທີ 5 ທີ່ໄດ້ເລີ່ມແລ້ວຫວ່າງມໍ່ ໆມານີ້. ອົດສະຕຣາລີມີຄວາມພາກ ພູມໃຈທີ່ໄດ້ເປັນຜູ້ປະກອບສ່ວນຫຼັກໃນ ວຽກງານທີ່ສຳຄັນນີ້ ຜົນຂອງການ ສຳຫລວດຈະສາມາດສະໜອງຂໍ້ມູນ ເພື່ອສະໜັບສະໜູນ ລັດຖະບານດ້ານ ເສດຖະກິດ, ສັງຄົມແລະການພັດທະນາ ຂອງ ສປປ ລາວໃນອະນາຄົດ. ອົດສະຕຣາລີ ໄດ້ເພີ່ມທະວີການ ຮ່ວມມືກັບຂະແໜງສື່ມວນຊົນ, ປີກາຍ ນີ້, ໄດ້ສະໜັບສະໜູນຫຼາຍກິດຈະກຳ ໃນການສະເຫຼີມສະຫຼອງວັນສື່ມວນ ຊົນຄົບຮອບ 75 ປີ ແລະ ໄດ້ຈັດເວທີ ສົນທະນາສື່ດິຈິຕອນໃຫ້ແກ່ນັກສື່ມວນ ຊົນລາວ ໂດຍມີ ສຳນັກຂ່າວ ABC ແລະ ສະມາຄົມນັກຂ່າວແຫ່ງປະເທດ ລາວ ເປັນຜູ້ຈັດຮ່ວມກັນ. ປີນີ້ ພວກເຮົາ ຍັງສືບຕໍ່ຮ່ວມມື ແລະເຮັດວຽກຮ່ວມກັນ ຫລາຍກິດຈະກຳ. ອົດສະຕຣາລີ ໄດ້ສືບຕໍ່ເສີມຂະ ຫຍາຍຄຳໝັ້ນສັນຍາ ເພື່ອຮ່ວມມື ເສດຖະກິດກັບພາກພື້ນຂອງພວກເຮົາ ດ້ວຍຄວາມຫ້າວຫັນ ໂດຍການເປີດໂຕ ແຜນງານໃຫມ່ ທີ່ເອີ້ນວ່າ: ຍຸດທະສາດ ເສດຖະກິດອາຊີຕາເວັນອອກສຽ່ງໃຕ້ ຂອງອົດສະຕຣາລີເຖິງປີ 2040. ສປປ ລາວ, ພວມມີບົດບາດເພີ່ມຂື້ນໃນຖານະ ທີ່ເປັນສູນກາງການເຊື່ອມຈອດໃນພາກ ພື້ນ, ສະແດງເຖິງໂອກາດສຳຄັນໃນ ການຮ່ວມມືທາງດ້ານເສດຖະກິດ. ປີ ນີ້, ພວກເຮົາຈະໄດ້ສຸມໃສ່ຂະຫຍາຍ ການຮ່ວມມືດ້ານພື້ນຖານໂຄງລ່າງ ແບບຍືນຍົງ, ວຽກງານພະລັງງານທົດ ແທນທີ່ບໍ່ແມ່ນພະລັງງານນ້ຳ, ທຸລະກິດ ກະສິກຳ, ບໍ່ແຮ່ ແລະ ການສຶກສາ - ຊຶ່ງ ເປັນຂົງເຂດທີ່ອົດສະຕຣາລີ ມີຄວາມ ເປັນຊ່ຽວຊານ ສາມາດສະໜັບສະໜູນ ເປົ້າໝາຍການພັດທະນາຂອງ ສປປ ລາວ ໄປພ້ອມກັບເພີ່ມພູນຄວາມຈະເລີນ ຮຸ່ງເຮືອງຮ່ວມກັນ. ການຮ່ວມມືດ້ານການດຳເນີນ ທຸລະກິດຂອງພວກເຮົາໃນ ສປປ ລາວ ກຳລັງເຕີບໃຫຍ່ຂະຫຍາຍຕົວ. ໃນ ເດືອນມີນາທີ່ຜ່ານມາ, ຂ້າພະເຈົ້າໄດ້ ເດີນທາງໄປແຂວງຈຳປາສັກ ຮ່ວມ ພິທີເປີດສວນໝາກບູເບີຣີແຫ່ງໃໝ່, ດຳເນີນການໂດຍບໍລິສັດ Costa ຂອງ ອົດສະຕຣາລີ. ໃນເວລານັ້ນເຂົາເຈົ້າ ມີເນື້ອທີ່ປູກໝາກບູເບີຣີ 17 ເຮັກຕາ ແລະ ມີພະນັກງານປະມານ 80 ຄົນ . ໃນເດືອນທັນວາ, ຂ້າພະເຈົ້າໄດ້ມີ ໂອກາດເດີນທາງ ຮ່ວມກັບ ທ່ານ ລັດຖະມົນຕີກະຊວງການເງິນ, ພະນະ ທ່ານ ສັນຕິພາບ ພົມວິຫານ, ເພື່ອກັບ ໄປຢ້ຽມຢາມສວນແຫ່ງນີ້ຄືນ. ປະຈຸບັນ ສວນ Costa ໄດ້ຂະຫຍາຍໃຫຍ່ຂຶ້ນ ເປັນ 73 ເຮັກຕາ, ມີພະນັກງານຫຼາຍ ກວ່າ 200 ຄົນ, ເກືອບທັງໝົດແມ່ນ ຄົນລາວ. ສວນ Costa ມີແຜນການ ທີ່ຈະຂະຫຍາຍອອກໄປຕື່ມອີກ ແລະ ສະໜັບສະໜູນຄວາມມຸ່ງຫວັງຂອງ ປະເທດລາວໃນການເພີ່ມການສົ່ງອອກ ດ້ານສິນຄ້າກະສິກຳ. ພວກເຮົາມີຄວາມພາກພູມໃຈທີ່ ໄດ້ສະໜັບສະໜູນ ສປປ ລາວ ໃນ ຂະນະທີ່ທຸກຄົນພວມປະເຊີນໜ້າ ກັບ ສິ່ງທ້າທາຍຕ່າງໆ ຍ້ອນການປ່ຽນແປງ ຂອງສະພາບດິນຟ້າອາກາດ. ລວມທັງ ສະໜັບສະໜູນ ສປປ ລາວ ໃນການ ດຳເນີນທຸລະກິດໃນຕະຫຼາດກາກບອນ ທົ່ວໂລກ, ວຽກງານປັບປຸງລະບຽບ ການດ້ານພະລັງງານ, ແລະ ຊອກ ຄົ້ນຫາກາລະໂອກາດໃໝ່ໆ ດ້ານ ພະລັງງານທົດແທນ ພະລັງງານນ້ຳ. ຜ່ານຫຼາຍໂຄງການຮ່ວມມືຢູ່ພາກເໜືອ ແລະ ພາກໃຕ້ຂອງ ລາວ, ພວກເຮົາ ໄດ້ຊ່ວຍເຫຼືອຫຼາຍທ້ອງຖິ່ນໃນການ ວາງແຜນຮັບມືກັບໄພພິບັດຈາກທຳມະ ຊາດຕ່າງໆ ແລະ ໄດ້ຈັດຕັ້ງປະຕິບັດ ຫຼາຍໂຄງການກ່ຽວຂ້ອງກັບການສ້າງ ຄວາມເຂັ້ມແຂງໃຫ້ຊີວິດການເປັນຢູ່ ເພື່ອຮັບມືກັບການປ່ຽນແປງຂອງ ສະພາບດິນຟ້າອາກາດ. ພວກເຮົາພວມ ເຮັດວຽກຮ່ວມກັບຄະນະກຳມະການ ແມ່ນ້ຳຂອງ ໃນການປັບປຸງແຜນຕ້ານ ໄພນ້ຳຖ້ວມ. ພວກເຮົາພວມຂະຫຍາຍການ ຮ່ວມມືໃນຂະແໜງກະສິກຳ ທີ່ສາມາດ ຮັບມືກັບການປ່ຽນແປງຂອງສະພາບ ດິນຟ້າອາກາດ, ເຊັ່ນໂຄງການເສີມ ສ້າງຄວາມເຂັ້ມແຂງດ້ານກະສິກຳ ລາວ-ອົດສະຕຣາລີ ເຊິ່ງຈະເລີ່ມຈັດຕັ້ງ ປະຕິບັດໃນປີນີ້. ໂຄງການນີ້ສ້າງຂຶ້ນ ພາຍໃຕ້ການຮ່ວມມືຫຼາຍກວ່າ 35 ປີ ໃນວຽກງານຄົ້ນຄວ້າກະສິກຳ ແລະ ການຄຸ້ມຄອງນ້ຳ. ອົດສະຕຣາລີສືບຕໍ່ຄວາມມຸ່ງໝັ້ນ ແລະ ເຈດຈຳນົງທີ່ຈະຮ່ວມມືກັບ ລາວ ແລະ ບັນດາປະເທດອາຊຽນ ເພື່ອສ້າງສັນຕິພາບ, ຄວາມໝັ້ນ ຄົງ ແລະ ຄວາມຈະເລີນຮຸ່ງເຮືອງ ຮ່ວມກັນໃນພາກພື້ນ, ໂດຍມີອາຊຽນ ແລະ ສະຖາບັນອາຊຽນຕ່າງໆເປັນ ໃຈກາງ. ພວກເຮົາພວມເຮັດວຽກ ກັບລາວ ແລະ ບັນດາປະເທດໃນອາ ຊຽນ ສະໜັບສະໜູນການສ້າງຄວາມ ເຂັ້ມແຂງ, ປະຕິບັດຕາມກົດລະບຽບ , ມາດຕະຖານ ແລະ ປະເພນີປະຕິບັດ ຕ່າງໆຂອງອາຊຽນ ຕາມວິຖີທີ່ແຕ່ລະ ປະເທດສາມາດຮ່ວມມື, ຄ້າຂາຍນໍາ ກັນ, ລວມເຖິງເຄົາລົບອະທິປະໄຕ ແລະ ກົດໝາຍສາກົນທີ່ໄດ້ຕົກລົງເຫັນດີນຳ ກັນແລ້ວ. ດັ່ງທີ່ທ່ານ ລັດຖະມົນຕີການຕ່າງ ປະເທດຂອງອົດສະຕຣາລີໄດ້ກ່າວວ່າ , ອາຊຽນມີສຽງທີ່ເປັນເອກະລັກ. ມີ ຄຳເວົ້າສະເພາະ ແລະມີການກະທຳ ສະເພາະ, ສາມາດສ້າງມາດຕະຖານ ສະເພາະ, ແລະສາມາດກຳນົດຄວາມ ຄາດຫວັງສະເພາະໃຫ້ທັງປະເທດ ມະຫາອຳນາດໃຫຍ່ ແລະ ປະເທດ ນ້ອຍ ໃນອາຊຽນ. ການຮ່ວມມືດ້ານວຽກງານ ປ້ອງກັນປະເທດ ຂອງພວກເຮົາກັບ ສປປ ລາວ ແມ່ນເພື່ອສະໜັບສະໜູນ ພາກພື້ນທີ່ມີຄວາມເຂັ້ມແຂງ ແລະ ສ້າງ ຄວາມໝັ້ນຄົງໃນພາກພື້ນ ໂດຍຜ່ານ ການປຶກສາຫາລື ແລະ ການປະສານ ງານຕົວຈິງຮ່ວມກັນ. ກອງປະຊຸມ ເຈົ້າໜ້າທີ່ອາວຸໂສ ສອງຝ່າຍ ທີ່ໄດ້ຈັດ ຂຶ້ນໃນເດືອນທັນວາ ປີກາຍນີ້. ພວກ ເຮົາພວມສືບຕໍ່ຂະຫຍາຍໂອກາດ ໃຫ້ ເຈົ້າໜ້າທີ່ຈາກສອງກະຊວງປ້ອງກັນ ປະເທດ ໄດ້ແລກ ປ່ຽນຮຽນຮູ້ນຳກັນ, ລວມເຖິງຜ່ານການເຝິກອົບຮົມພາສາ ອັງກິດ ແລະ ຜ່ານການຮ່ວມມືໃນ ໂຄງການ Indo-Pacific Endeavour. ປີກາຍນີ້, ພວກເຮົາມີຄວາມຍິນດີ ທີ່ໄດ້ນຳພະນັກງານຈາກຂະແໜງດັ່ງ ກ່າວຈຳນວນ 20 ຄົນໄປຢ້ຽມຢາມອົດ ສະຕຣາລີພາຍໃຕ້ກິດຈະກຳດັ່ງກ່າວ. ໜ່ວຍງານບັງຄັບໃຊ້ກົດໝາຍ ຂອງ ສປປ ລາວ ແລະ ອົດສະຕຣາ ລີ ພວມຮ່ວມມືກັນຕ້ານ ແລະ ສະກັດ ກັ້ນອາຊະຍາກຳຂ້າມຊາດ. ພວກເຮົາ ພວມເຮັດວຽກຮ່ວມກັນ ສ້າງຄວາມ ເຂັ້ມແຂງ ແລະຮ່ວມກັນແກ້ໄຂບັນ ຫາຕ່າງໆເຊັ່ນ: ການຄ້າຢາເສບຕິດ ແລະອາຊະຍາກຳດ້ານການເງິນ ແລະ ອາຊະຍາກຳທີ່ກ່ຽວຂ້ອງກັບເຕັກໂນ ໂລຊີ. ໜ່ວຍງານດ້ານຊາຍແດນຂອງ ອົດສະຕຣາລີ ພວມເຮັດວຽກຮ່ວມ ກັບຄູ່ຮ່ວມງານພາກລັດຂອງຝ່າຍ ລາວ ດ້ວຍຄວາມຫ້າວຫັນ ເພື່ອເສີມ ສ້າງວຽກງານຄຸ້ມຄອງຊາຍແດນ ຮ່ວມກັນ, ໄດ້ສະໜັບສະໜູນຝ່າຍລາວ ໃນວຽກງານການອຳນວຍຄວາມສະ ດວກດ້ານການຄ້າ ແລະ ການເດີນທາງ ໄປພ້ອມໆກັບ ວຽກງານຕ້ານອາຊະຍາ ກຳຂ້າມຊາດຕ່າງໆ. ນອກຈາກນີ້, ພວກເຮົາເສີມຂະ ຫຍາຍການຮ່ວມມືດ້ານຄວາມປອດ ໄພທາງໄຊເບີກັບ ສປປ ລາວ ແລະ ຍັງຮ່ວມມືກັບອົງການຕ່າງໆໃນລາວ ເພື່ອສະໜັບສະໜູນການສ້າງຂີດຄວາມ ສາມາດກ່ຽວກັບຄວາມຮັບຮູ້ ແລະ ຄວາມເຂັ້ມແຂງດ້ານຄວາມປອດໄພ ທາງໄຊເບີ. ຄຽງຄູ່ກັບການເຊື່ອມຕໍ່ຈາກ ວຽກງານທັງໝົດເຫຼົ່ານີ້, ພວກເຮົາມີ ຄວາມຍິນດີ ທີ່ໄດ້ສືບຕໍ່ເສີມສ້າງສາຍ ພົວພັນ ແລະ ການຮ່ວມມືທີ່ເຂັ້ມແຂງ ກັບ ພັກປະຊາຊົນປະຕິວັດລາວ ໃນປີທີ່ ຜ່ານມາ. ພວກເຮົາໄດ້ສະໜັບສະໜູນ ອົງການຈັດຕັ້ງຂອງສູນກາງພັກ ໃນການຫັນວຽກງານການຈັດຕັ້ງພະ ນັກງານ ໃຫ້ເປັນລະບົບທັນສະໄໝ, ເພີ່ມປະສິດຕິພາບ ແລະ ມີຄວາມ ຮັບຜິດຊອບໃນວຽກງານບໍລິຫານ ພະນັກງານລັດຖະກອນ, ໄປພ້ອມກັບ ການຫັນເປັນດີຈິຕອນທັນສະໄຫມ ໂດຍຜ່ານການທັດສະນະສຶກສາຢູ່ອົດ ສະຕຣາລີ. ຂ້າພະເຈົ້າຂໍສະແດງຄວາມຂອບ ໃຈຢ່າງສູງ ມາຍັງສະມາຄົມມິດຕະ ພາບລາວ-ອົດສະຕຣາລີ ແລະ ຄະນະ ຈາກທຸກພາກສ່ວນ ສຳລັບບົດບາດ ສຳຄັນ ໃນການເສີມສ້າງ ແລະການ ເຊື່ອມສານສາຍພົວພັນລະຫວ່າງ ອົດ ສະຕຣາລີ ແລະ ອົງການຈັດຕັ້ງພັກ. ໃນປີທີ່ຜ່ານມາ ຄະນະສະມາຄົມ ມິດຕະພາບລາວ-ອົດສະຕຣາລີ ຫຼາຍ ທ່ານໄດ້ເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ຢູ່ອົດສະຕຣາລີ ເພື່ອເພີ່ມພູນຄູນສ້າງສາຍພົວພັນນີ້ໃຫ້ ແໜ້ນແຟ້ນຍິ່ງໆຂຶ້ນ. ເນື່ອງໃນໂອກາດວັນຊາດອົດສະ ຕຣາລີ, ຂ້າພະເຈົ້າໄດ້ພາບັນດາທ່ານ ຫວນຄືນເຖິງການເຮັດວຽກໃນສອງປີ ຜ່ານມາ ແລະສາຍພົວພັນການຮ່ວມມື ຂອງສອງປະເທດພວກເຮົາ ໄດ້ມີການ ພັດທະນາຄືແນວໃດໃນໄລຍະຜ່ານມາ. ຂ້າພະເຈົ້າຖືເປັນກຽດຢ່າງສູງ ທີ່ໄດ້ ເຮັດວຽກຮ່ວມກັບທຸກທ່ານ ແລະ ທຸກ ພາກສ່ວນ ເຊິ່ງລ້ວນແຕ່ໄດ້ຮັບຄວາມ ໄວ້ວາງໃຈ, ໄດ້ຮັບຄວາມເຊື່ອໝັ້ນ ແລະ ເຕັມໄປດ້ວຍມິດຕະພາບທີ່ຈິງໃຈ ຈາກ ທຸກທ່ານ. ປີໜ້າ ຈະຄົບຮອບ 75 ປີ ແຫ່ງ ສາຍພົວພັນສອງຝ່າຍລາວ-ອົດສະ ຕຣາລີ. ເປັນປີທີ່ສອງປະເທດຂອງ ພວກເຮົາ ຈະຮ່ວມກັນທົບທວນຕື່ມວ່າ ພວກເຮົາຮ່ວມເດີນທາງຄຽງຄູ່ກັນມາ ຕາມເສັ້ນທາງອັນຍາວໄກນີ້ຮອດໃສ ແລ້ວ - ແລະເບິ່ງທາງໜ້ານຳກັນດ້ວຍ ຄວາມຫວັງ ໃນສິ່ງທີ່ພວກເຮົາສາມາດ ຍາດໄດ້ ເປົ້າໝາຍທີ່ວາງໄວ້ຮ່ວມກັນ. ຂ້າພະເຈົ້າຂໍເຊີນບັນດາທ່ານ ຮ່ວມ ກັນສະເຫຼີມສະຫຼອງ ບໍ່ພຽງແຕ່ວັນຊາດ ອົດສະຕຣາລີເທົ່ານັ້ນ, ແຕ່ຂໍໃຫ້ທ່ານ ຮ່ວມກັນສະເຫຼີມສະຫຼອງ ທີ່ສອງຊາດ ໄດ້ຍ່າງຄຽງຄູ່ກັນມາຕາມເສັ້ນທາງທີ່ ຍາວໄກນີ້ດ້ວຍຄວາມເຂັ້ມແຂງນຳກັນ.

RkJQdWJsaXNoZXIy MTc3MTYxMQ==